ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີເກົ້າ)
II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ
4. ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ
4.) ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”
ມື້ນີ້ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບຂໍ້ທີເກົ້າຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ພວກເຂົາເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ແລກກັບກຽດຕິຍົດສ່ວນຕົວ. ດ້ວຍຂໍ້ນີ້, ຫົວຂໍ້ຫຼັກຂອງພວກເຮົາສຳລັບການໂອ້ລົມແມ່ນການໄຈ້ແຍກຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມື້ນີ້ພວກເຮົາຈະໂອ້ລົມກ່ຽວກັບຫົວຂໍ້ຍ່ອຍທີສີ່ພາຍໃນຂໍ້ທີສີ່ຂອງຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ວິທີທີ່ພວກເຂົາປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ແລະ ໄຈ້ແຍກວ່າຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງນີ້ແນວໃດ. ຜູ້ທີ່ໄດ້ຕິດຕາມພຣະເຈົ້າຈົນເຖິງປັດຈຸບັນລ້ວນແຕ່ຄຸ້ນເຄີຍກັບຄຳວ່າ “ຜູ້ອອກເຫື່ອແຮງ” ແລະ ຄົນສ່ວນໃຫຍ່ກໍໄດ້ຍອມຮັບຕຳແໜ່ງນີ້ໃນຫົວໃຈຂອງພວກເຂົາໂດຍພື້ນຖານແລ້ວ. ໃນແງ່ຂອງຄວາມໂນ້ມອຽງທາງດ້ານຈິດໃຈຂອງພວກເຂົາ, ບໍ່ມີການຕໍ່ຕ້ານຕໍ່ຕຳແໜ່ງນີ້. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງຄວາມສະເພາະເຈາະຈົງໃນການເວົ້າວ່າ ບຸກຄົນໃດໜຶ່ງເປັນຜູ້ອອກເຫື່ອແຮງ, ບຸກຄົນຜູ້ນັ້ນກໍຈະສະແດງຄວາມລັງເລ ແລະ ຄວາມບໍ່ເຕັມໃຈເປັນຫຼັກ, ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳ, ບໍ່ຢາກຖືກເອີ້ນແບບນີ້ແທ້ໆ ແລະ ບໍ່ຢາກເປັນຜູ້ອອກເຫື່ອແຮງແທ້ໆ. ເມື່ອຕັດສິນຈາກການສະແດງອອກຂອງຜູ້ຄົນ, ເຖິງແມ່ນວ່າພວກເຂົາຈະເຫັນດີວ່າ “ຜູ້ອອກເຫື່ອແຮງ” ບໍ່ແມ່ນຕຳແໜ່ງທີ່ບໍ່ດີໃນແງ່ຂອງຄວາມໂນ້ມອຽງທາງດ້ານຈິດໃຈຂອງພວກເຂົາ, ແຕ່ຈາກມຸມມອງທາງພາວະວິໄສແລ້ວ, ຜູ້ຄົນກໍຍັງປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ດ້ວຍອົງປະກອບບາງຢ່າງຂອງການຈຳແນກ, ຄວາມເປັນປໍລະປັກ ແລະ ແມ່ນແຕ່ຄວາມບໍ່ເຕັມໃຈ, ພວກເຂົາມີຄວາມຮູ້ສຶກເຫຼົ່ານີ້ຕໍ່ເລື່ອງນີ້. ບໍ່ວ່າຜູ້ຄົນຈະຄິດແນວໃດກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ”, ພວກເຂົາສາມາດຍອມຮັບມັນຢ່າງຈິງໃຈ ແລະ ເປັນຜູ້ອອກເຫື່ອແຮງໄດ້ ຫຼື ບໍ່ ຫຼື ສິ່ງທີ່ພວກເຂົາຄິດກ່ຽວກັບຕຳແໜ່ງນີ້ແຝງໄປດ້ວຍຄວາມບໍ່ບໍລິສຸດ ແລະ ຄວາມປາຖະໜາຂອງມະນຸດຫຼາຍຢ່າງ ຫຼື ບໍ່ກໍຕາມ, ມື້ນີ້ກ່ອນອື່ນ ພວກເຮົາຈະໂອ້ລົມກ່ຽວກັບວ່າຜູ້ອອກເຫື່ອແຮງແມ່ນຫຍັງແທ້, ຕຳແໜ່ງ “ຜູ້ອອກເຫື່ອແຮງ” ຖືກກຳນົດ ແລະ ຖືກກຳນົດລັກສະນະໃນສາຍຕາຂອງພຣະເຈົ້າແນວໃດກັນແທ້, ແກ່ນແທ້ຂອງຜູ້ອອກເຫື່ອແຮງເຫຼົ່ານີ້ທີ່ພຣະເຈົ້າກ່າວເຖິງແມ່ນຫຍັງ ແລະ ພຣະເຈົ້າຖືຄຳວ່າ “ຜູ້ອອກເຫື່ອແຮງ” ເປັນແນວໃດ ແລະ ສິ່ງນັ້ນແຕກຕ່າງຈາກທີ່ຜູ້ຄົນຖືວ່າມັນເປັນແນວໃດ, ເພື່ອໃຫ້ພວກເຈົ້າທຸກຄົນສາມາດມີຄວາມເຂົ້າໃຈ ແລະ ແນວຄິດທີ່ຖືກຕ້ອງໃນຫົວໃຈຂອງພວກເຈົ້າກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ”.
ກ. ຄຳນິຍາມ ແລະ ທີ່ມາຂອງຕຳແໜ່ງ “ຜູ້ອອກເຫື່ອແຮງ”
ຄຳວ່າ “ຜູ້ອອກເຫື່ອແຮງ” ຕາມຕົວອັກສອນແລ້ວໝາຍເຖິງຄົນທີ່ເຮັດວຽກງານ ແລະ ອອກເຫື່ອແຮງເພື່ອບາງສິ່ງບາງຢ່າງ. ຖ້າພວກເຮົາພິຈາລະນາຕຳແໜ່ງນີ້ໃນແງ່ຂອງສະຖານະ, ມັນໝາຍເຖິງຄົນທີ່ຖືກໃຊ້ງານໃນຊ່ວງໄລຍະເວລາຊົ່ວຄາວ. ນັ້ນກໍຄື, ຖ້າຄົນໃດໜຶ່ງຖືກເບິ່ງວ່າເປັນຜູ້ອອກເຫື່ອແຮງ ແລະ ເລີ່ມຕົ້ນເຮັດວຽກ ຫຼື ຮັບວຽກໃນອຸດສາຫະກຳໃດໜຶ່ງແລ້ວ, ນີ້ກໍບໍ່ແມ່ນອາຊີບ ຫຼື ວຽກໃນອຸດສາຫະກຳນັ້ນໃນໄລຍະຍາວທີ່ພວກເຂົາຮັບຜິດຊອບ, ແຕ່ມັນເປັນພຽງວຽກຊົ່ວຄາວ. ພວກເຂົາຖືກໃຫ້ເຮັດວຽກໜັກບາງວຽກຊົ່ວຄາວ ແລະ ຮັບໃຊ້ໃນໄລຍະເວລາໜຶ່ງໃນອຸດສາຫະກຳ ຫຼື ວຽກນີ້. ພວກເຂົາບໍ່ມີໂອກາດ, ບໍ່ມີອະນາຄົດ ແລະ ພວກເຂົາບໍ່ໄດ້ຮັບຜົນປະໂຫຍດທາງດ້ານວັດຖຸໃດໜຶ່ງ. ພວກເຂົາບໍ່ຈຳເປັນຕ້ອງແບກຮັບຄວາມຮັບຜິດຊອບໃດກໍຕາມ; ພວກເຂົາພຽງແຕ່ໄດ້ຮັບຄ່າຈ້າງສຳລັບແຮງງານຂອງພວກເຂົາ. ເມື່ອວຽກທີ່ພວກເຂົາຖືກມອບໝາຍສຳເລັດແລ້ວ, ພວກເຂົາກໍບໍ່ເປັນທີ່ຕ້ອງການອີກຕໍ່ໄປ ແລະ ພວກເຂົາກໍພຽງແຕ່ຮັບເອົາຄ່າຈ້າງຂອງພວກເຂົາ ແລ້ວກໍໄປ. ສະຫຼຸບແລ້ວ, ມັນເປັນພຽງວຽກຊົ່ວຄາວ ແລະ ພວກເຂົາຖືກຂໍໃຫ້ເຮັດວຽກເມື່ອພວກເຂົາເປັນທີ່ຕ້ອງການ. ນີ້ຄືຄວາມເຂົ້າໃຈຕາມຕົວອັກສອນຂອງຜູ້ໃຫ້ບໍລິການ. ຖ້າພວກເຮົາຕີຄວາມໝາຍຄຳວ່າ “ຜູ້ອອກເຫື່ອແຮງ” ຕາມແນວຄິດຂອງມະນຸດຊາດແລ້ວ, ຜູ້ອອກເຫື່ອແຮງຈະຖືກເອີ້ນວ່າ “ຜູ້ເຮັດວຽກຕາມສັນຍາຈ້າງ” ແລະ “ຜູ້ເຮັດວຽກຊົ່ວຄາວ”, ເຊິ່ງເປັນຄົນທີ່ເຮັດວຽກ ຫຼື ອອກເຫື່ອແຮງຊົ່ວຄາວສຳລັບວຽກ ຫຼື ອຸດສາຫະກຳໃດໜຶ່ງ. ຄວາມກ່ຽວຂ້ອງພຽງຢ່າງດຽວຂອງພວກເຂົາກໍຄືໄລຍະເວລາທີ່ພວກເຂົາເປັນທີ່ຕ້ອງການສຳລັບວຽກໃດໜຶ່ງ ແລະ ເມື່ອເວລານັ້ນສິ້ນສຸດລົງ, ພວກເຂົາກໍບໍ່ມີຄຸນຄ່າອີກຕໍ່ໄປ. ນີ້ກໍຍ້ອນວ່າພວກເຂົາບໍ່ເປັນທີ່ຕ້ອງການອີກຕໍ່ໄປ ແລະ ພວກເຂົາກໍບໍ່ມີຄຸນຄ່າໃນການໃຊ້ງານອີກຕໍ່ໄປ, ຄຸນຄ່າຂອງພວກເຂົາໄດ້ໝົດໄປແລ້ວໃນຊ່ວງເວລານັ້ນ. ນີ້ຄືຄວາມໝາຍຕາມຕົວອັກສອນທີ່ຜູ້ຄົນສາມາດເຂົ້າໃຈ ແລະ ເບິ່ງເຫັນກ່ຽວກັບຄຳວ່າ “ຜູ້ອອກເຫື່ອແຮງ”. ພາຍໃນຄວາມໝາຍທີ່ພາສາມະນຸດສາມາດສະແດງອອກໄດ້, ນັ້ນກໍຄື ຄວາມໝາຍຂອງຕຳແໜ່ງ “ຜູ້ອອກເຫື່ອແຮງ” ດັ່ງທີ່ພຣະເຈົ້າກ່າວ ເຊິ່ງມະນຸດສາມາດເຂົ້າໃຈໄດ້, ມີລະດັບຄວາມໝາຍໃດທີ່ສອດຄ່ອງກັບຄວາມຈິງບໍ? ມີລະດັບຄວາມໝາຍໃດທີ່ສອດຄ່ອງກັບຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມມີເຫດຜົນບໍ? ມີລະດັບຄວາມໝາຍໃດທີ່ຜູ້ຄົນຄວນເຂົ້າໃຈໃນຖານະສິ່ງທີ່ຖືກສ້າງທີ່ແທ້ຈິງບໍ? ມີລະດັບຄວາມໝາຍໃດທີ່ກ່ຽວກັບວິທີທີ່ພຣະເຈົ້າປະຕິບັດຕໍ່ຕຳແໜ່ງນີ້ບໍ? (ບໍ່.) ພວກເຈົ້າຮູ້ໄດ້ແນວໃດວ່າບໍ່ມີ? ພວກເຈົ້າຈົນປັນຍາ, ພວກເຈົ້າບໍ່ສາມາດອະທິບາຍມັນໄດ້. ໃນທ່າມກາງພວກເຈົ້າມີນັກສຶກສາມະຫາວິທະຍາໄລ, ນັກສຶກສາປະລິນຍາໂທ, ນັກສຶກສາປະລິນຍາເອກ ແລະ ສາດສະດາຈານ, ແຕ່ບໍ່ມີໃຜໃນພວກເຈົ້າສາມາດອະທິບາຍເລື່ອງນີ້ໄດ້ຢ່າງຊັດເຈນ, ແມ່ນບໍ່? (ແມ່ນແລ້ວ, ຖືກຕ້ອງ.) ນີ້ຄືຄວາມແຕກຕ່າງລະຫວ່າງຄວາມຮູ້ ແລະ ຄວາມຈິງ. ເຈົ້າອາດຈະມີການສຶກສາ, ເຈົ້າອາດຈະຮູ້ຈັກຄຳວ່າ “ຮັບໃຊ້” ແລະ “ຜູ້ເຮັດ” ແລະ ເມື່ອຄຳເຫຼົ່ານີ້ລວມເຂົ້າກັນເປັນຄຳດຽວ, ເພື່ອອະທິບາຍປະເພດໜຶ່ງຂອງຄົນ ແລະ ກຸ່ມຄົນ, ເຈົ້າສາມາດເຂົ້າໃຈແກ່ນແທ້ຂອງຄົນເຫຼົ່ານີ້, ການສະແດງອອກຂອງພວກເຂົາ ແລະ ຕຳແໜ່ງຂອງພວກເຂົາໃນທ່າມກາງມະນຸດຊາດທັງປວງ, ແຕ່ເມື່ອເຈົ້າບໍ່ສາມາດເຂົ້າໃຈຄຳນີ້ຈາກມຸມມອງຂອງຄວາມຈິງ ແລະ ມຸມມອງຂອງສິ່ງທີ່ຖືກສ້າງ, ຄວາມເຂົ້າໃຈຂອງເຈົ້າມາຈາກໃສກັນແທ້? ແກ່ນແທ້ຂອງຄຳນີ້ທີ່ເຈົ້າເຂົ້າໃຈແມ່ນຫຍັງກັນແທ້? ມັນບໍ່ແມ່ນຄວາມເຂົ້າໃຈກ່ຽວກັບຄຳວ່າ “ຜູ້ອອກເຫື່ອແຮງ” ທີ່ມາຈາກຄວາມເປັນມະນຸດທີ່ເສື່ອມຊາມນີ້, ຈາກສັງຄົມນີ້ ແລະ ຈາກຄວາມຮູ້ຂອງມະນຸດຊາດບໍ? (ແມ່ນແລ້ວ, ມັນເປັນແນວນັ້ນ.) ຄວາມຮູ້ຂອງມະນຸດຊາດສອດຄ່ອງກັບຄວາມຈິງ ຫຼື ເປັນປໍລະປັກຕໍ່ຄວາມຈິງ? (ມັນເປັນປໍລະປັກຕໍ່ຄວາມຈິງ.) ສະນັ້ນ, ເມື່ອເຈົ້າມີຄວາມເຂົ້າໃຈ ແລະ ການຢັ່ງຮູ້ກ່ຽວກັບຄຳນີ້, ເຈົ້າກຳລັງຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ ຫຼື ຢູ່ຝ່າຍທີ່ສອດຄ່ອງກັບພຣະເຈົ້າ? ເຫັນໄດ້ຢ່າງຊັດເຈນວ່າ ເມື່ອເຈົ້າເຂົ້າໃຈ ແລະ ຢັ່ງຮູ້ຄຳນີ້ດ້ວຍຄວາມຮູ້ຂອງເຈົ້າ, ດ້ວຍສະໝອງຂອງເຈົ້າ, ເຈົ້າກໍຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າໂດຍບໍ່ຕັ້ງໃຈ ແລະ ບໍ່ຮູ້ຕົວ. ເມື່ອເຈົ້າໃຊ້ຄວາມຮູ້ຂອງເຈົ້າ ເພື່ອເຂົ້າໃຈຄຳນີ້, ສິ່ງທີ່ເຈົ້າເຂົ້າໃຈກໍຈະນຳໄປສູ່ການທີ່ເຈົ້າຮູ້ສຶກເຖິງການຕໍ່ຕ້ານ, ການກີດກັນ, ຄວາມລັງກຽດ ແລະ ແມ່ນແຕ່ຄວາມກຽດຊັງຕໍ່ຄຳວ່າ “ຜູ້ອອກເຫື່ອແຮງ” ຢ່າງຫຼີກລ່ຽງບໍ່ໄດ້. ມີການອ່ອນນ້ອມຢູ່ໃນທີ່ນີ້ບໍ? ມີການຍອມຮັບຢ່າງແທ້ຈິງບໍ? (ບໍ່.) ບາງຄົນເວົ້າວ່າ: “ຂ້ອຍຍອມຮັບຄຳເວົ້າທີ່ດີ, ແຕ່ເປັນຫຍັງຂ້ອຍຈຶ່ງຄວນຍອມຮັບຄຳເວົ້າທີ່ບໍ່ດີນີ້? ມັນກໍດີເທົ່າໃດແລ້ວທີ່ຂ້ອຍບໍ່ຮູ້ສຶກຕໍ່ຕ້ານມັນ. ຕົວຢ່າງ: ຂ້ອຍຍອມຮັບຄຳທີ່ເປັນບວກ ເຊັ່ນ: ‘ການໄດ້ຮັບມົງກຸດ’, ‘ການໄດ້ຮັບລາງວັນ’, ‘ການໄດ້ຮັບພອນ’, ‘ການເຂົ້າສູ່ອານາຈັກ’, ‘ການຂຶ້ນສະຫວັນ’, ‘ການບໍ່ຕົກນະຮົກ’, ‘ການບໍ່ຖືກລົງໂທດ’ ແລະ ‘ການເປັນບຸດຊາຍຄົນທຳອິດ’. ນີ້ເປັນເລື່ອງທຳມະຊາດ, ມັນເປັນການຕອບສະໜອງທີ່ທຳມະດາຂອງມະນຸດ ແລະ ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຄວນໄລ່ຕາມ. ສ່ວນຄຳທີ່ເປັນລົບ ເຊັ່ນ: ‘ຄົນຊົ່ວຮ້າຍ’, ‘ຜູ້ຕໍ່ຕ້ານພຣະຄຣິສ’, ‘ການຖືກລົງໂທດ’ ແລະ ‘ການຕົກນະຮົກ’, ບໍ່ມີໃຜມັກຍອມຮັບສິ່ງເຫຼົ່ານັ້ນ. ຄຳວ່າ ‘ຜູ້ອອກເຫື່ອແຮງ’ ເປັນຄຳທີ່ເປັນກາງ, ແຕ່ຕາມຄວາມເຂົ້າໃຈຂອງຂ້ອຍແລ້ວ, ຂ້ອຍບໍ່ສາມາດຍອມຮັບມັນໄດ້ ແລະ ມັນກໍດີເທົ່າໃດແລ້ວສຳລັບຂ້ອຍທີ່ຈະບໍ່ລັງກຽດມັນ. ຖ້າຈະໃຫ້ຂ້ອຍຍອມຮັບມັນຢ່າງເຕັມໃຈ ແລະ ອ່ອນນ້ອມຕໍ່ມັນ ແລະ ຍອມຮັບມັນຈາກພຣະເຈົ້າ, ນັ້ນກໍເປັນໄປບໍ່ໄດ້ເລີຍ”. ນີ້ບໍ່ແມ່ນວິທີທີ່ຜູ້ຄົນຄິດບໍ? (ແມ່ນແລ້ວ, ມັນເປັນແນວນັ້ນ.) ວິທີຄິດແບບນີ້ຖືກ ຫຼື ຜິດ? (ມັນຜິດ.) ເຈົ້າຮູ້ວ່າມັນຜິດໃນຕອນໃດ? ຫາກໍຮູ້ຕອນນີ້, ແມ່ນບໍ່? ນັ້ນຄືບັນຫາ. ເຈົ້າຫາກໍຮູ້ວ່ານີ້ເປັນສິ່ງທີ່ຜິດ. ກ່ອນທີ່ເຈົ້າຈະຮູ້ສຶກຕົວເຖິງສິ່ງນີ້, ເບິ່ງຄືວ່າເຈົ້າໄດ້ຍອມຮັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ຢ່າງຜິວເຜີນແລ້ວ ແລະ ເຈົ້າກໍໄດ້ຍອມຮັບມັນທາງດ້ານຈິດໃຈແລ້ວ, ແລ້ວການຍອມຮັບນີ້ເປັນຄວາມຈິງ ຫຼື ສິ່ງຈອມປອມ? (ມັນເປັນສິ່ງຈອມປອມ.) ເຫັນໄດ້ຢ່າງຊັດເຈນວ່າມັນບໍ່ແມ່ນຄວາມຈິງ, ທັງເຈົ້າກໍບໍ່ໄດ້ເຕັມໃຈທີ່ຈະຍອມຮັບມັນຢ່າງສົມບູນ. ມີຄວາມຈອມປອມ, ການເສແສ້ງ ແລະ ຄວາມບໍ່ເຕັມໃຈຢູ່ໃນທີ່ນີ້ ແລະ ຍັງມີຄວາມຮູ້ສຶກທີ່ວ່າເຈົ້າບໍ່ມີທາງເລືອກອື່ນອີກດ້ວຍ.
ສິ່ງທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນແມ່ນການຕອບສະໜອງ ແລະ ການສະແດງອອກທີ່ແທ້ຈິງຂອງຜູ້ຄົນກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ແລະ ສິ່ງເຫຼົ່ານັ້ນກໍສະແດງໃຫ້ເຫັນຢ່າງຊັດເຈນເຖິງຄວາມຄິດເຫັນ, ມຸມມອງ ແລະ ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບຕຳແໜ່ງນີ້, ໂດຍເປີດເຜີຍຢ່າງເຕັມທີ່ວ່າທັດສະນະຄະຕິຂອງຜູ້ຄົນຕໍ່ຕຳແໜ່ງນີ້ແມ່ນຄວາມຈຳໃຈ, ການຈຳແນກ ແລະ ການກີດກັນ ແລະ ການຕໍ່ຕ້ານຈາກສ່ວນເລິກໃນຫົວໃຈຂອງພວກເຂົາ. ນີ້ກໍຍ້ອນວ່າຜູ້ຄົນດູຖູກການເປັນຜູ້ອອກເຫື່ອແຮງ, ດູຖູກຄຳວ່າ “ຜູ້ອອກເຫື່ອແຮງ”, ບໍ່ເຕັມໃຈທີ່ຈະເປັນຜູ້ອອກເຫື່ອແຮງ ແລະ ກຽດຊັງການເປັນຜູ້ອອກເຫື່ອແຮງ. ນີ້ຄືຄວາມເຂົ້າໃຈ ແລະ ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ຕຳແໜ່ງນີ້. ຕອນນີ້ ໃຫ້ພວກເຮົາມາເບິ່ງກັນວ່າ ພຣະເຈົ້າເບິ່ງຜູ້ອອກເຫື່ອແຮງແນວໃດແທ້, ຄຳວ່າ “ຜູ້ອອກເຫື່ອແຮງ” ເກີດຂຶ້ນມາໄດ້ແນວໃດ, ແກ່ນແທ້ຂອງຕຳແໜ່ງນີ້ໃນສາຍຕາຂອງພຣະເຈົ້າແມ່ນຫຍັງ ແລະ ທີ່ມາຂອງມັນແມ່ນຫຍັງ. ຄວາມໝາຍຕາມຕົວອັກສອນຂອງ “ຜູ້ອອກເຫື່ອແຮງ” ຖ້າໃຊ້ພາສາຂອງມະນຸດຊາດກໍຄື ຜູ້ເຮັດວຽກຊົ່ວຄາວ, ຄົນທີ່ຮັບໃຊ້ແບບຊົ່ວຄາວໃນອຸດສາຫະກຳ ຫຼື ວຽກໃດໜຶ່ງ ແລະ ຜູ້ເປັນທີ່ຕ້ອງການຊົ່ວຄາວ. ໃນແຜນການຄຸ້ມຄອງຂອງພຣະເຈົ້າ, ໃນພາລະກິດຂອງພຣະເຈົ້າ ແລະ ໃນເຮືອນຂອງພຣະເຈົ້າ, ກຸ່ມຄົນທີ່ເອີ້ນວ່າຜູ້ອອກເຫື່ອແຮງນີ້ແມ່ນບຸກຄົນທີ່ຂາດບໍ່ໄດ້. ເມື່ອຄົນເຫຼົ່ານີ້ມາທີ່ເຮືອນຂອງພຣະເຈົ້າ, ມາທີ່ສະຖານທີ່ເຮັດພາລະກິດຂອງພຣະເຈົ້າ, ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ ຫຼື ກ່ຽວກັບຄວາມສັດທາໃນພຣະເຈົ້າ, ຍິ່ງບໍ່ຮູ້ຫຍັງເລີຍກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ແຜນການຄຸ້ມຄອງຂອງພຣະອົງ. ພວກເຂົາບໍ່ເຂົ້າໃຈຫຍັງເລີຍ; ພວກເຂົາເປັນພຽງຄົນນອກ, ເປັນຜູ້ບໍ່ມີຄວາມເຊື່ອ. ເມື່ອຄົນທີ່ເປັນຜູ້ບໍ່ມີຄວາມເຊື່ອໃນສາຍຕາຂອງພຣະເຈົ້າມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາສາມາດເຮັດຫຍັງໃຫ້ພຣະອົງໄດ້ແດ່? ອາດເວົ້າໄດ້ວ່າພວກເຂົາບໍ່ສາມາດເຮັດຫຍັງໄດ້ເລີຍ. ຍ້ອນວ່າຄົນທີ່ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ຮູ້ຈັກພຣະເຈົ້າເລີຍ ແລະ ຍ້ອນແກ່ນແທ້ທຳມະຊາດຂອງຜູ້ຄົນ, ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືເຮັດທຸກຢ່າງທີ່ພຣະເຈົ້າແນະນຳໃຫ້ພວກເຂົາເຮັດ. ພາລະກິດຂອງພຣະເຈົ້າໄປຮອດໃສ ພວກເຂົາກໍຕິດຕາມໄປຮອດນັ້ນ, ພຣະທຳຂອງພຣະເຈົ້າກ່າວໄປເຖິງໃສ ພວກເຂົາກໍຮູ້ໄປເຖິງນັ້ນ; ພວກເຂົາພຽງແຕ່ຮູ້ຈັກພຣະທຳຂອງພຣະອົງ ແລະ ບໍ່ມີຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານັ້ນເລີຍ. ຄົນເຫຼົ່ານີ້ປະຕິບັດທຸກວຽກງານທີ່ພຣະເຈົ້າຮຽກຮ້ອງໃຫ້ພວກເຂົາເຮັດແບບບໍ່ຫ້າວຫັນ, ພວກເຂົາບໍ່ຫ້າວຫັນຢ່າງສິ້ນເຊີງ, ບໍ່ກະຕືລືລົ້ນ. ໃນທີ່ນີ້, “ຄວາມບໍ່ຫ້າວຫັນ” ໝາຍຄວາມວ່າພວກເຂົາບໍ່ຮູ້ວ່າພຣະເຈົ້າຈະເຮັດຫຍັງ, ພວກເຂົາບໍ່ຮູ້ວ່າພຣະເຈົ້າກຳລັງຂໍໃຫ້ພວກເຂົາເຮັດຫຍັງ, ພວກເຂົາບໍ່ຮູ້ເຖິງຄວາມສຳຄັນ ຫຼື ຄຸນຄ່າຂອງວຽກງານທີ່ພຣະເຈົ້າກຳລັງຂໍໃຫ້ພວກເຂົາເຮັດ ແລະ ພວກເຂົາບໍ່ຮູ້ວ່າຄວນຕິດຕາມເສັ້ນທາງໃດ. ເມື່ອມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາກໍປຽບເໝືອນເຄື່ອງຈັກ, ພຽງແຕ່ເຮັດວຽກຕາມວິທີທີ່ພຣະເຈົ້າຄວບຄຸມເທົ່ານັ້ນ. ພຣະເຈົ້າຕ້ອງການຫຍັງຈາກພວກເຂົາ? ພວກເຈົ້າຮູ້ບໍ? (ຜູ້ຄົນເປັນເປົ້າໝາຍໃຫ້ພຣະເຈົ້າສະແດງຄວາມຈິງ ເພື່ອພິພາກສາ. ຜູ້ຄົນເປັນເປົ້າໝາຍແຫ່ງພຣະທຳຂອງພຣະເຈົ້າ.) ນີ້ຄືພາກສ່ວນໜຶ່ງ; ຜູ້ຄົນເປັນເປົ້າໝາຍແຫ່ງພຣະທຳຂອງພຣະເຈົ້າ. ມີຫຍັງອີກບໍ? ແລ້ວພອນສະຫວັນຂອງຜູ້ຄົນເດ? (ແມ່ນແລ້ວ.) ແລ້ວຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິເດ? (ແມ່ນແລ້ວ.) ພຣະເຈົ້າຈະໃຊ້ງານເຈົ້າກໍຕໍ່ເມື່ອເຈົ້າມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິເທົ່ານັ້ນ. ຖ້າເຈົ້າປາສະຈາກຈິດສຳນຶກ ແລະ ເຫດຜົນແລ້ວ, ເຈົ້າກໍບໍ່ມີຄຸນສົມບັດແມ່ນແຕ່ຈະເປັນຜູ້ອອກເຫື່ອແຮງ. ມີຫຍັງອີກແດ່? (ທັກສະ ແລະ ຄວາມສາມາດພິເສດຂອງຜູ້ຄົນ.) ສິ່ງເຫຼົ່ານີ້ລວມຢູ່ໃນພອນສະຫວັນ ແລະ ກໍເປັນພາກສ່ວນໜຶ່ງຂອງມັນເຊັ່ນດຽວກັນ, ນັ້ນກໍຄື ທັກສະຕ່າງໆທີ່ຜູ້ຄົນມີ. ມີຫຍັງອີກບໍ? (ຄວາມຕັ້ງໃຈທີ່ຈະຮ່ວມມືກັບພຣະເຈົ້າ.) ນີ້ກໍເປັນພາກສ່ວນໜຶ່ງຂອງມັນເຊັ່ນດຽວກັນ, ຄວາມປາຖະໜາທີ່ຈະເຊື່ອຟັງ ແລະ ອ່ອນນ້ອມ ແລະ ແນ່ນອນວ່າມັນຍັງສາມາດເວົ້າໄດ້ວ່າເປັນຄວາມປາຖະໜາຂອງຜູ້ຄົນທີ່ຈະຮັກໃນສິ່ງທີ່ເປັນບວກ ແລະ ຮັກຄວາມຈິງ. ຄວາມປາຖະໜາທີ່ຈະເຊື່ອຟັງ ແລະ ອ່ອນນ້ອມຄືຄວາມຕັ້ງໃຈທີ່ຈະຮ່ວມມືກັບພຣະເຈົ້າ, ແຕ່ວິທີໃດທີ່ເໝາະສົມທີ່ສຸດໃນການເວົ້າສິ່ງນີ້? (ຄວາມປາຖະໜາທີ່ຈະເຊື່ອຟັງ ແລະ ອ່ອນນ້ອມ.) ຖືກຕ້ອງແລ້ວ, ຄຳວ່າ “ຄວາມປາຖະໜາ” ແມ່ນກວ້າງກວ່າເມື່ອທຽບກັນແລ້ວ ແລະ ກວມເອົາຂອບເຂດທີ່ກວ້າງກວ່າ. ຖ້າພວກເຮົາໃຊ້ຄຳວ່າ “ຄວາມຕັ້ງໃຈ”, ຂອບເຂດກໍຈະແຄບກວ່າເລັກໜ້ອຍ. ຍິ່ງໄປກວ່ານັ້ນ, “ຄວາມປາຖະໜາ” ແມ່ນເບົາກວ່າໃນລະດັບເມື່ອທຽບກັບ “ຄວາມຕັ້ງໃຈ”, ເຊິ່ງໝາຍຄວາມວ່າຫຼັງຈາກທີ່ເຈົ້າມີຄວາມປາຖະໜາແລ້ວ, ເຈົ້າກໍຈະຄ່ອຍໆສ້າງຄວາມຕັ້ງໃຈປະເພດຕ່າງໆຂຶ້ນມາ; ຄວາມຕັ້ງໃຈນັ້ນມີຄວາມສະເພາະເຈາະຈົງກວ່າ, ໃນຂະນະທີ່ຄວາມປາຖະໜານັ້ນແມ່ນກວ້າງກວ່າເລັກໜ້ອຍ. ສຳລັບພຣະຜູ້ສ້າງແລ້ວ, ສິ່ງເຫຼົ່ານີ້ຄືສິ່ງຕ່າງໆທີ່ພຣະເຈົ້າຕ້ອງການຈາກມະນຸດຊາດທີ່ເສື່ອມຊາມ. ນັ້ນກໍຄື, ເມື່ອຄົນນອກທີ່ບໍ່ຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ, ການຄຸ້ມຄອງຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ, ພຣະຄຳຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາກໍປຽບເໝືອນເຄື່ອງຈັກ ແລະ ສິ່ງທີ່ພວກເຂົາສາມາດເຮັດໃຫ້ພຣະເຈົ້າໄດ້ ແລະ ໃນການຮ່ວມມືຂອງພວກເຂົາກັບພາລະກິດຂອງພຣະເຈົ້ານັ້ນ ໂດຍພື້ນຖານແລ້ວແມ່ນບໍ່ມີຫຍັງກ່ຽວຂ້ອງກັບມາດຕະຖານທີ່ພຣະເຈົ້າຮຽກຮ້ອງເລີຍ, ນັ້ນກໍຄື ຄວາມຈິງ. ສິ່ງຕ່າງໆຂອງຄົນເຊັ່ນນີ້ທີ່ພຣະເຈົ້າສາມາດໃຊ້ງານໄດ້ກໍຄືສິ່ງທີ່ຫາກໍກ່າວເຖິງໄປ: ຢ່າງທີໜຶ່ງກໍຄື ຄົນເຫຼົ່ານີ້ສາມາດກາຍເປັນເປົ້າໝາຍແຫ່ງພຣະທຳຂອງພຣະເຈົ້າໄດ້; ຢ່າງທີສອງກໍຄື ພອນສະຫວັນທີ່ຄົນເຫຼົ່ານີ້ມີ; ຢ່າງທີສາມກໍຄື ຄົນເຫຼົ່ານີ້ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ; ຢ່າງທີສີ່ກໍຄື ທັກສະຕ່າງໆທີ່ຄົນເຫຼົ່ານີ້ມີ; ຢ່າງທີຫ້າ ແລະ ນີ້ຄືສິ່ງທີ່ສຳຄັນທີ່ສຸດກໍຄື ຄົນເຫຼົ່ານີ້ມີຄວາມປາຖະໜາທີ່ຈະເຊື່ອຟັງ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ. ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ສຳຄັນ. ເມື່ອຄົນໃດໜຶ່ງຄອບຄອງສິ່ງທັງໝົດເຫຼົ່ານີ້ແລ້ວ, ພວກເຂົາກໍຈະເລີ່ມເຮັດວຽກໃນການຮັບໃຊ້ພາລະກິດຂອງພຣະເຈົ້າ ແລະ ສຳລັບແຜນການຄຸ້ມຄອງຂອງພຣະອົງ ແລະ ຢູ່ໃນເສັ້ນທາງທີ່ຖືກຕ້ອງຢ່າງເປັນທາງການ, ເຊິ່ງໝາຍຄວາມວ່າພວກເຂົາໄດ້ກາຍເປັນຜູ້ອອກເຫື່ອແຮງໃນເຮືອນຂອງພຣະເຈົ້າຢ່າງເປັນທາງການແລ້ວ.
ເມື່ອຜູ້ຄົນບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າ ແລະ ບໍ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ກໍບໍ່ສາມາດມີບົດບາດອື່ນໃດສຳລັບພວກເຂົາແຕ່ລະຄົນໄດ້ນອກຈາກບົດບາດຂອງຜູ້ຮັບໃຊ້. ນັ້ນກໍຄື, ເຈົ້າເປັນຜູ້ຮັບໃຊ້ ບໍ່ວ່າເຈົ້າຈະເຕັມໃຈເປັນ ຫຼື ບໍ່ກໍຕາມ, ເຈົ້າບໍ່ສາມາດຫຼີກໜີຈາກຕຳແໜ່ງນີ້ໄດ້. ບາງຄົນເວົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາຕະຫຼອດຊີວິດຂອງຂ້ອຍ. ຕັ້ງແຕ່ຂ້ອຍເລີ່ມເຊື່ອໃນພຣະເຢຊູຈົນເຖິງປັດຈຸບັນກໍເປັນເວລາຫຼາຍສິບປີແລ້ວ, ຂ້ອຍຍັງເປັນພຽງຜູ້ຮັບໃຊ້ແທ້ໆບໍ?” ພວກເຈົ້າຄິດແນວໃດກ່ຽວກັບຄຳຖາມນີ້? ເຈົ້າກຳລັງຖາມໃຜກ່ຽວກັບເລື່ອງນີ້? ພວກເຂົາຄວນຖາມຕົນເອງ ແລະ ໄຕ່ຕອງກ່ຽວກັບຕົນເອງວ່າ: “ຕອນນີ້ຂ້ອຍເຂົ້າໃຈເຈດຕະນາຂອງພຣະເຈົ້າແລ້ວບໍ? ເມື່ອຂ້ອຍປະຕິບັດໜ້າທີ່ຂອງຂ້ອຍໃນຕອນນີ້, ຂ້ອຍພຽງແຕ່ກຳລັງເຮັດວຽກໜັກ ຫຼື ຂ້ອຍກຳລັງປະຕິບັດຄວາມຈິງ? ຂ້ອຍກຳລັງຕິດຕາມເສັ້ນທາງແຫ່ງການໄລ່ຕາມ ແລະ ການເຂົ້າໃຈຄວາມຈິງບໍ? ຂ້ອຍໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງແລ້ວບໍ? ຂ້ອຍມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ຂ້ອຍເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າບໍ?” ພວກເຂົາຕ້ອງໄຕ່ຕອງກ່ຽວກັບຕົນເອງ ໂດຍຄຳນຶງເຖິງສິ່ງເຫຼົ່ານີ້. ຖ້າພວກເຂົາບັນລຸເກນເຫຼົ່ານີ້, ຖ້າພວກເຂົາສາມາດຍຶດໝັ້ນເມື່ອພົບພໍ້ກັບການທົດສອບຂອງພຣະເຈົ້າ ແລະ ຖ້າພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ແນ່ນອນວ່າພວກເຂົາກໍບໍ່ແມ່ນຜູ້ຮັບໃຊ້ອີກຕໍ່ໄປ. ຖ້າພວກເຂົາບໍ່ບັນລຸເກນເຫຼົ່ານີ້ແມ່ນແຕ່ຂໍ້ດຽວ, ພວກເຂົາກໍຍັງຄົງເປັນຜູ້ຮັບໃຊ້ຢ່າງບໍ່ຕ້ອງສົງໄສ ແລະ ນີ້ຄືສິ່ງທີ່ບໍ່ສາມາດຫຼີກໜີໄດ້ ແລະ ຫຼີກລ່ຽງບໍ່ໄດ້. ບາງຄົນເວົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍກວ່າ 30 ປີແລ້ວ, ເຊິ່ງຍັງບໍ່ລວມເຖິງຫຼາຍປີທີ່ຂ້ອຍໃຊ້ເວລາໃນການເຊື່ອໃນພຣະເຢຊູ. ນັບຕັ້ງແຕ່ເວລາທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ປາກົດຕົວ, ປະຕິບັດພາລະກິດ ແລະ ເລີ່ມກ່າວພຣະຄຳຂອງພຣະອົງ, ຂ້ອຍກໍເປັນຜູ້ຕິດຕາມພຣະເຈົ້າມາຕະຫຼອດ. ຂ້ອຍເປັນໜຶ່ງໃນກຸ່ມຄົນທຳອິດທີ່ໄດ້ປະສົບກັບພາລະກິດຂອງພຣະເຈົ້າດ້ວຍຕົນເອງ ແລະ ຂ້ອຍກໍເປັນໜຶ່ງໃນກຸ່ມຄົນທຳອິດທີ່ໄດ້ຍິນພຣະທຳທີ່ກ່າວອອກມາຈາກພຣະໂອດຂອງພຣະອົງ. ຫຼາຍປີຜ່ານໄປນັບຕັ້ງແຕ່ນັ້ນມາ ແລະ ຂ້ອຍກໍຍັງຄົງເຊື່ອ ແລະ ຕິດຕາມພຣະເຈົ້າຢູ່. ຂ້ອຍໄດ້ປະເຊີນກັບການຈັບກຸມ ແລະ ການຂົ່ມເຫັງຫຼາຍຄັ້ງ ແລະ ໄດ້ພົບພໍ້ກັບອັນຕະລາຍຫຼາຍຢ່າງ ແລະ ພຣະເຈົ້າກໍຊົງປົກປ້ອງຂ້ອຍ ແລະ ນຳພາຂ້ອຍໃຫ້ຜ່ານພົ້ນມາໄດ້ຢູ່ສະເໝີ; ພຣະເຈົ້າບໍ່ເຄີຍປະຖິ້ມຂ້ອຍເລີຍ. ຕອນນີ້ຂ້ອຍກໍຍັງປະຕິບັດໜ້າທີ່ຂອງຂ້ອຍຢູ່, ສະພາວະຂອງຂ້ອຍກໍດີຂຶ້ນເລື້ອຍໆ, ຄວາມສັດທາຂອງຂ້ອຍກໍເພີ່ມຂຶ້ນເລື້ອຍໆ ແລະ ຂ້ອຍກໍບໍ່ມີຄວາມສົງໄສໃດໆກ່ຽວກັບພຣະເຈົ້າເລີຍ, ຂ້ອຍຍັງເປັນພຽງຜູ້ຮັບໃຊ້ແທ້ໆບໍ?” ເຈົ້າກຳລັງຖາມໃຜ? ບໍ່ແມ່ນເຈົ້າຖາມຜິດຄົນແລ້ວບໍ? ເຈົ້າບໍ່ຄວນຖາມຄຳຖາມນີ້. ເນື່ອງຈາກເຈົ້າເຊື່ອມາຫຼາຍປີແລ້ວ, ເຈົ້າບໍ່ຮູ້ບໍວ່າເຈົ້າເປັນຜູ້ຮັບໃຊ້ ຫຼື ບໍ່? ຖ້າເຈົ້າບໍ່ຮູ້ເລື່ອງນີ້, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຖາມຕົນເອງວ່າເຈົ້າໄດ້ມີຄວາມເປັນຈິງຄວາມຈິງ ຫຼື ບໍ່, ເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ ຫຼື ບໍ່ ແລະ ເຈົ້າປະພຶດໃນແນວທາງທີ່ຫຼີກລ່ຽງຄວາມຊົ່ວຮ້າຍ ຫຼື ບໍ່? ພຣະເຈົ້າໄດ້ປະຕິບັດພາລະກິດມາຕະຫຼອດຫຼາຍປີນີ້, ກ່າວພຣະທຳທັງໝົດເຫຼົ່ານີ້ ແລະ ເຈົ້າເຂົ້າໃຈ ແລະ ເຂົ້າເຖິງໄດ້ຫຼາຍສໍ່າໃດແລ້ວ? ເຈົ້າໄດ້ຮັບຫຼາຍສໍ່າໃດແລ້ວ? ເຈົ້າຍອມຮັບການຖືກລິຮານຈັກຄັ້ງ ແລະ ຍອມຮັບການທົດສອບ ແລະ ການຫຼໍ່ຫຼອມຫຼາຍສໍ່າໃດແລ້ວ? ເມື່ອເຈົ້າຍອມຮັບສິ່ງເຫຼົ່ານີ້ແລ້ວ, ເຈົ້າຍຶດໝັ້ນໃນການເປັນພະຍານຂອງເຈົ້າບໍ? ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ບໍ? ເມື່ອເຈົ້າພົບພໍ້ກັບການທົດສອບຄືກັບທີ່ໂຢບພົບພໍ້, ເຈົ້າຈະສາມາດປະຕິເສດພຣະເຈົ້າໄດ້ບໍ? ຄວາມສັດທາຂອງເຈົ້າໃນພຣະເຈົ້າຍິ່ງໃຫຍ່ສໍ່າໃດກັນແທ້? ຄວາມສັດທາຂອງເຈົ້າເປັນພຽງຄວາມເຊື່ອບາງຢ່າງ ຫຼື ມັນເປັນຄວາມສັດທາທີ່ແທ້ຈິງ? ຈົ່ງຖາມຕົນເອງດ້ວຍຄຳຖາມເຫຼົ່ານີ້. ຖ້າເຈົ້າບໍ່ຮູ້ຄຳຕອບສຳລັບຄຳຖາມເຫຼົ່ານີ້, ເຈົ້າກໍເປັນຄົນເບົາປັນຍາ ແລະ ເຮົາສາມາດບອກໄດ້ວ່າ ເຈົ້າພຽງແຕ່ເຮັດຕາມຄົນອື່ນໄປວັນໆ, ເຈົ້າບໍ່ສົມຄວນຖືກເອີ້ນວ່າຜູ້ຮັບໃຊ້ດ້ວຍຊໍ້າ. ຄົນທີ່ມີທັດສະນະຄະຕິແບບນີ້ຕໍ່ຕຳແໜ່ງ “ຜູ້ຮັບໃຊ້” ແລະ ຍັງຄົງສັບສົນໃນຫົວໃຈຂອງພວກເຂົາແມ່ນໜ້າສົງສານຫຼາຍ. ພວກເຂົາເຖິງກັບບໍ່ຮູ້ວ່າຕົນເອງເປັນຫຍັງ, ໃນຂະນະທີ່ພຣະເຈົ້າຊົງຊັດເຈນ ແລະ ແຈ່ມແຈ້ງຢ່າງສິ້ນເຊີງໃນການປະຕິບັດຕໍ່ທຸກຄົນຂອງພຣະອົງ.
ພວກເຮົາຫາກໍໂອ້ລົມກັນໄປກ່ຽວກັບວ່າຄວາມໝາຍດັ້ງເດີມຂອງພຣະເຈົ້າກ່ຽວກັບຄຳວ່າ “ຜູ້ຮັບໃຊ້” ແມ່ນຫຍັງກັນແທ້. ເມື່ອຜູ້ຄົນເຂົ້າສູ່ເຮືອນຂອງພຣະເຈົ້າ, ໃນຕອນເລີ່ມຕົ້ນ, ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ມີພຽງແຕ່ຄວາມປາຖະໜາຕ່າງໆ ຫຼື ຄວາມຕັ້ງໃຈບາງຢ່າງທີ່ຈະຮ່ວມມື, ບົດບາດທີ່ພວກເຂົາສະແດງໃນຊ່ວງເວລານັ້ນກໍສາມາດເປັນໄດ້ພຽງແຕ່ບົດບາດຂອງຜູ້ຮັບໃຊ້ເທົ່ານັ້ນ. ແນ່ນອນວ່າຄຳວ່າ “ຮັບໃຊ້” ບໍ່ໄດ້ຟັງເບິ່ງມ່ວນຫູປານໃດ. ຖ້າຈະເວົ້າອີກຢ່າງໜຶ່ງ, ມັນໝາຍເຖິງການຮັບໃຊ້ ແລະ ເຮັດວຽກໃນການຮັບໃຊ້ວຽກງານຄຸ້ມຄອງຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ມັນໝາຍເຖິງການເຮັດວຽກໜັກ. ຄົນເຫຼົ່ານີ້ບໍ່ເຂົ້າໃຈຄວາມຈິງອັນໃດ, ທັງບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດປະກອບສ່ວນຄວາມພະຍາຍາມ ຫຼື ຮ່ວມມືໃນທາງໃດກໍຕາມກັບວຽກງານສະເພາະທີ່ພຣະເຈົ້າປະຕິບັດເພື່ອຊ່ວຍໃຫ້ລອດພົ້ນ ແລະ ຄຸ້ມຄອງມະນຸດຊາດ, ທັງບໍ່ສາມາດປະຕິບັດວຽກງານຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງ. ພວກເຂົາມີພຽງແຕ່ທັກສະ ແລະ ພອນສະຫວັນບາງຢ່າງ ແລະ ພວກເຂົາພຽງແຕ່ສາມາດອອກເຫື່ອແຮງບາງຢ່າງ ແລະ ເວົ້າສອງສາມຢ່າງສຳລັບວຽກງານທົ່ວໄປບາງວຽກ ແລະ ເຮັດວຽກງານຮັບໃຊ້ຮອບນອກບາງວຽກ. ຖ້າແກ່ນແທ້ຂອງວຽກງານທີ່ຄົນເຮົາເຮັດໃນການປະຕິບັດໜ້າທີ່ເປັນແບບນີ້, ຖ້າພວກເຂົາພຽງແຕ່ສະແດງບົດບາດຮັບໃຊ້, ມັນກໍຍາກສຳລັບພວກເຂົາທີ່ຈະສະຫຼັດຕຳແໜ່ງ “ຜູ້ຮັບໃຊ້” ຖິ້ມ. ເປັນຫຍັງຈຶ່ງຍາກທີ່ຈະສະຫຼັດຖິ້ມ? ສິ່ງນີ້ມີຫຍັງກ່ຽວຂ້ອງກັບຄຳນິຍາມຂອງພຣະເຈົ້າກ່ຽວກັບຕຳແໜ່ງນີ້ບໍ? ແມ່ນແລ້ວ, ມັນກ່ຽວຂ້ອງຢ່າງແນ່ນອນ. ມັນງ່າຍຫຼາຍສຳລັບຜູ້ຄົນທີ່ຈະອອກເຫື່ອແຮງເລັກໜ້ອຍ ແລະ ເຮັດສິ່ງຕ່າງໆຕາມຄວາມສາມາດທາງທຳມະຊາດ ແລະ ພອນສະຫວັນ ແລະ ຄວາມຄິດຂອງພວກເຂົາ, ແຕ່ການດຳລົງຊີວິດໂດຍຄວາມຈິງ, ການເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ການກະທຳທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້ານັ້ນແມ່ນຍາກລຳບາກຫຼາຍ; ມັນຮຽກຮ້ອງໃຫ້ມີເວລາ, ການນຳພາຂອງພຣະເຈົ້າ, ຄວາມຮູ້ແຈ້ງຂອງພຣະເຈົ້າ ແລະ ການລົງວິໄນຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມັນຮຽກຮ້ອງໃຫ້ມີການຍອມຮັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ, ໃນຂະນະທີ່ຜູ້ຄົນກຳລັງເຮັດວຽກ ເພື່ອໃຫ້ບັນລຸເປົ້າໝາຍເຫຼົ່ານີ້, ສິ່ງທີ່ຄົນສ່ວນໃຫຍ່ສາມາດເຮັດ ແລະ ມອບໃຫ້ໄດ້ກໍຄືສິ່ງທີ່ຫາກໍກ່າວເຖິງໄປ: ການເປັນເປົ້າໝາຍແຫ່ງພຣະທຳຂອງພຣະເຈົ້າ, ການມີພອນສະຫວັນບາງຢ່າງ ແລະ ເປັນປະໂຫຍດບາງຢ່າງໃນເຮືອນຂອງພຣະເຈົ້າ, ການມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ສາມາດຢັ່ງຮູ້ ແລະ ປະຕິບັດວຽກໃດກໍຕາມທີ່ພວກເຂົາຖືກແນະນຳໃຫ້ເຮັດ, ການມີທັກສະບາງຢ່າງ ແລະ ສາມາດນຳໃຊ້ຄວາມສາມາດພິເສດຂອງເຈົ້າໃນໜ້າວຽກໃດໜຶ່ງໃນເຮືອນຂອງພຣະເຈົ້າ ແລະ ທີ່ສຳຄັນທີ່ສຸດກໍຄື ເຈົ້າມີຄວາມປາຖະໜາທີ່ຈະເຊື່ອຟັງ ແລະ ອ່ອນນ້ອມ. ເມື່ອເຈົ້າກຳລັງຮັບໃຊ້ໃນເຮືອນຂອງພຣະເຈົ້າ, ເມື່ອເຈົ້າກຳລັງເຮັດວຽກໜັກເພື່ອເຫັນແກ່ພາລະກິດຂອງພຣະເຈົ້າ, ຖ້າເຈົ້າມີຄວາມປາຖະໜາທີ່ຈະເຊື່ອຟັງ ແລະ ອ່ອນນ້ອມພຽງເລັກໜ້ອຍ, ເຈົ້າກໍຈະບໍ່ກາຍເປັນຄົນຄິດລົບ ແລະ ຂີ້ຄ້ານ. ໃນທາງກົງກັນຂ້າມ, ເຈົ້າຈະເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ ເພື່ອພະຍາຍາມຢັບຢັ້ງຕົນເອງ ແລະ ເຮັດສິ່ງທີ່ບໍ່ດີໃຫ້ໜ້ອຍລົງ ໃນຂະນະທີ່ເຮັດສິ່ງທີ່ດີໃຫ້ຫຼາຍຂຶ້ນ. ນີ້ບໍ່ແມ່ນສະພາວະ ແລະ ສະພາບທີ່ຄົນສ່ວນໃຫຍ່ເປັນຢູ່ບໍ? ແນ່ນອນວ່າມີຄົນກຸ່ມນ້ອຍຫຼາຍໃນທ່າມກາງພວກເຈົ້າທຸກຄົນທີ່ໄດ້ກ້າວອອກຈາກສະພາບ ແລະ ຂອບເຂດນີ້ແລ້ວ. ແລ້ວສ່ວນຫຼາຍຄົນກຸ່ມນ້ອຍນີ້ໄດ້ມີຫຍັງແດ່? ພວກເຂົາໄດ້ມາເຂົ້າໃຈຄວາມຈິງ, ມີຄວາມເປັນຈິງຄວາມຈິງ. ເມື່ອພວກເຂົາພົບພໍ້ກັບບັນຫາ, ພວກເຂົາສາມາດອະທິຖານ ແລະ ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາສາມາດກະທຳການທີ່ສອດຄ່ອງກັບຫຼັກການຄວາມຈິງ. ຄວາມປາຖະໜາຂອງພວກເຂົາທີ່ຈະເຊື່ອຟັງ ແລະ ອ່ອນນ້ອມບໍ່ໄດ້ຢຸດຢູ່ພຽງແຕ່ລະດັບຂອງຄວາມຕັ້ງໃຈອີກຕໍ່ໄປ, ແຕ່ພວກເຂົາສາມາດປະຕິບັດພຣະທຳຂອງພຣະເຈົ້າໄດ້ຢ່າງຫ້າວຫັນ, ກະທຳຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າເມື່ອພົບພໍ້ກັບບັນຫາ. ພວກເຂົາບໍ່ເວົ້າ ຫຼື ກະທຳຢ່າງບໍ່ຄິດ ແລະ ໃນທາງກົງກັນຂ້າມ ພວກເຂົາລະມັດລະວັງ ແລະ ຮອບຄອບ. ໂດຍສະເພາະເມື່ອການຖືກລິຮານຂອງພວກເຂົາຂັດແຍ້ງກັບແນວຄິດຂອງພວກເຂົາເອງ, ພວກເຂົາກໍບໍ່ຕັດສິນພຣະເຈົ້າ, ພວກເຂົາບໍ່ໂຕ້ຖຽງກັບພຣະອົງ ແລະ ພວກເຂົາກໍບໍ່ຮູ້ສຶກເຖິງການຕໍ່ຕ້ານໃນຫົວໃຈຂອງພວກເຂົາ. ຈາກສ່ວນເລິກໃນຫົວໃຈຂອງພວກເຂົາ, ພວກເຂົາຍອມຮັບຕົວຕົນ, ສະຖານະ ແລະ ແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ. ມີຄວາມແຕກຕ່າງອັນໃດລະຫວ່າງຄົນເຫຼົ່ານີ້ກັບຜູ້ຮັບໃຊ້ບໍ? ຄວາມແຕກຕ່າງເຫຼົ່ານັ້ນແມ່ນຫຍັງ? ຄວາມແຕກຕ່າງຢ່າງທີໜຶ່ງກໍຄື ພວກເຂົາເຂົ້າໃຈຄວາມຈິງ ແລະ ຢ່າງທີສອງກໍຄື ພວກເຂົາສາມາດນຳເອົາຄວາມຈິງບາງຢ່າງໄປປະຕິບັດໄດ້. ຢ່າງທີສາມ, ພວກເຂົາມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ ແລະ ຢ່າງທີສີ່, ການເຊື່ອຟັງ ແລະ ການອ່ອນນ້ອມຂອງພວກເຂົາບໍ່ແມ່ນພຽງແຕ່ຄວາມປາຖະໜາອີກຕໍ່ໄປ, ແຕ່ໄດ້ປ່ຽນເປັນທັດສະນະຄະຕິທາງອັດຕະວິໄສ, ພວກເຂົາໄດ້ກາຍເປັນຜູ້ທີ່ອ່ອນນ້ອມຢ່າງແທ້ຈິງ. ຢ່າງທີຫ້າ ແລະ ນີ້ຄືປະເດັນທີ່ສຳຄັນທີ່ສຸດ ແລະ ມີຄຸນຄ່າທີ່ສຸດໃນບັນດາປະເດັນເຫຼົ່ານີ້, ນັ້ນກໍຄື ຫົວໃຈທີ່ຢຳເກງພຣະເຈົ້າໄດ້ປາກົດຂຶ້ນພາຍໃນພວກເຂົາ. ອາດເວົ້າໄດ້ວ່າຜູ້ທີ່ມີສິ່ງເຫຼົ່ານີ້ໄດ້ສະຫຼັດຕຳແໜ່ງ “ຜູ້ຮັບໃຊ້” ຖິ້ມແລ້ວ. ນີ້ກໍຍ້ອນວ່າ, ເມື່ອຕັດສິນຈາກການເຂົ້າສູ່ໃນດ້ານຕ່າງໆຂອງພວກເຂົາ, ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ລະດັບຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ, ມັນບໍ່ແມ່ນເລື່ອງງ່າຍຄືກັບການທີ່ພວກເຂົາເຮັດໜ້າວຽກວິຊາຊີບດຽວໃນເຮືອນຂອງພຣະເຈົ້າອີກຕໍ່ໄປ ແລະ ພວກເຂົາກໍບໍ່ແມ່ນຜູ້ເຮັດວຽກຊົ່ວຄາວທີ່ຖືກເອີ້ນມາຊົ່ວຄາວ ເພື່ອເຮັດວຽກເລັກໜ້ອຍອີກຕໍ່ໄປ. ນັ້ນກໍຄື, ຄົນເຫຼົ່ານີ້ບໍ່ໄດ້ມາທີ່ນີ້ເພື່ອໄດ້ຄ່າຕອບແທນແບບຊົ່ວຄາວ; ພວກເຂົາບໍ່ໄດ້ຖືກຮັບສະໝັກມາເພື່ອໃຊ້ງານຊົ່ວຄາວ ແລະ ຖືກສັງເກດການໃນຊ່ວງເວລາທີ່ພວກເຂົາຖືກໃຊ້ງານ ເພື່ອເບິ່ງວ່າພວກເຂົາສາມາດຮັບວຽກນີ້ໃນໄລຍະຍາວໄດ້ ຫຼື ບໍ່. ໃນທາງກົງກັນຂ້າມ, ພວກເຂົາສາມາດປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ. ສະນັ້ນ, ຄົນເຫຼົ່ານີ້ຈຶ່ງໄດ້ສະຫຼັດຕຳແໜ່ງ, ຊື່ເອີ້ນ “ຜູ້ຮັບໃຊ້” ຖິ້ມແລ້ວ. ພວກເຈົ້າເຄີຍເຫັນຄົນເຊັ່ນນີ້ບໍ? ມີຄົນເຊັ່ນນີ້ໃນຄຣິສຕະຈັກ. ພວກເຈົ້າປາຖະໜາຢາກຮູ້ວ່າຄົນເຫຼົ່ານີ້ແມ່ນໃຜ ແລະ ມີຈຳນວນເທົ່າໃດ, ແຕ່ເຮົາບໍ່ສາມາດບອກໄດ້ໃນຕອນນີ້; ເມື່ອພວກເຈົ້າເຂົ້າໃຈຄວາມຈິງ, ພວກເຈົ້າກໍຈະສາມາດແຍກແຍະພວກເຂົາໄດ້. ສິ່ງທີ່ພວກເຈົ້າຄວນຮູ້ກໍຄື ພວກເຈົ້າຢູ່ໃນສະພາບແບບໃດ, ເສັ້ນທາງໃດທີ່ຢູ່ຂ້າງໜ້າພວກເຈົ້າທີ່ພວກເຈົ້າກຳລັງຍ່າງຕາມຢູ່ ແລະ ເສັ້ນທາງໃດທີ່ພວກເຈົ້າຄວນຍ່າງຕາມ, ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຈົ້າຄວນຮູ້.
ຕອນນີ້, ພຣະເຈົ້າກຳນົດຕຳແໜ່ງ “ຜູ້ອອກເຫື່ອແຮງ” ໃຫ້ຜູ້ຄົນບໍ? ພຣະເຈົ້າໃຊ້ຕຳແໜ່ງນີ້ເພື່ອດູຖູກຜູ້ຄົນ, ເພື່ອຈັດປະເພດ ແລະ ຈັດລະດັບຜູ້ຄົນບໍ? (ບໍ່.) ແລ້ວພຣະເຈົ້າໄດ້ໃຫ້ນິຍາມຕຳແໜ່ງນີ້ວ່າແນວໃດ? ການທີ່ພຣະເຈົ້າໃຫ້ຕຳແໜ່ງແກ່ຜູ້ຄົນ ບໍ່ແມ່ນການທີ່ພຣະອົງໃຫ້ຊື່ຫຼິ້ນແກ່ພວກເຂົາແບບສຸ່ມໆ ແລະ ພຣະອົງບໍ່ໄດ້ໃຫ້ນິຍາມມັນ ໂດຍອີງໃສ່ຮູບລັກສະນະພາຍນອກ; ຕຳແໜ່ງນີ້ບໍ່ແມ່ນພຽງແຕ່ຕຳແໜ່ງເທົ່ານັ້ນ. ຊື່ຂອງຄົນໃດຄົນໜຶ່ງເປັນພຽງແຕ່ຊື່ເອີ້ນ, ເປັນການຕັ້ງຊື່ ເຊິ່ງບໍ່ມີຄວາມໝາຍທີ່ແທ້ຈິງຫຍັງເລີຍ. ຕົວຢ່າງ: ພໍ່ແມ່ຄົນຈີນບາງຄົນຫວັງວ່າລູກສາວຂອງພວກເຂົາຈະສະຫຼາດ ແລະ ໜ້າຮັກ, ດັ່ງນັ້ນ ພວກເຂົາຈຶ່ງໃຊ້ຕົວອັກສອນ “ໜ້າຮັກ” ໃນຊື່ຂອງລາວ ແຕ່ນັ້ນເປັນພຽງຄວາມຫວັງ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບແກ່ນແທ້ຂອງລາວເລີຍ. ລາວອາດຈະໂງ່ຫຼາຍ ແລະ ໃຫຍ່ຂຶ້ນມາກໍບໍ່ໜ້າດຶງດູດ, ແລ້ວການເອີ້ນລາວວ່າ “ໜ້າຮັກ” ຈະມີປະໂຫຍດຫຍັງ? ຍັງມີເດັກຊາຍບາງຄົນທີ່ຖືກຕັ້ງຊື່ວ່າ “ເສິງລົງ” ຫຼື “ເສິງຫູ”, ໂດຍໃຊ້ຕົວອັກສອນທີ່ມີຄວາມໝາຍວ່າ ຄືກັບມັງກອນ ຫຼື ເສືອ, ພວກເຂົາໜ້າເກງຂາມແທ້ໆບໍ ເມື່ອຖືກເອີ້ນດ້ວຍຊື່ດັ່ງກ່າວ? ພວກເຂົາອາດຈະເປັນຄົນຂີ້ຢ້ານ ຫຼື ຄົນທີ່ບໍ່ມີຫຍັງດີ. ສິ່ງເຫຼົ່ານີ້ເປັນພຽງຄວາມຫວັງທີ່ພໍ່ແມ່ມີສຳລັບລູກອງພວກເຂົາ; ພວກເຂົາໃຫ້ຊື່ເຫຼົ່ານີ້ແກ່ພວກເຂົາ ແລະ ຊື່ເຫຼົ່ານີ້ບໍ່ມີຄວາມກ່ຽວຂ້ອງຫຍັງກັບແກ່ນແທ້ຂອງພວກເຂົາເລີຍ. ສະນັ້ນ, ຊື່ ແລະ ຕຳແໜ່ງຂອງຜູ້ຄົນຈຶ່ງມີຈິນຕະນາການ ແລະ ຄວາມປາຖະໜາດີຂອງຜູ້ຄົນຢູ່ ແຕ່ພວກມັນກໍເປັນພຽງການຕັ້ງຊື່ ແລະ ຊື່ເອີ້ນ ແລະ ບໍ່ໄດ້ໃຫ້ໂດຍອີງໃສ່ແກ່ນແທ້ຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຕຳແໜ່ງ ແລະ ຊື່ທີ່ພຣະເຈົ້າກຳນົດນັ້ນ ບໍ່ໄດ້ໃຫ້ໂດຍອີງໃສ່ຮູບລັກສະນະພາຍນອກຂອງຜູ້ຄົນຢ່າງແນ່ນອນ ແລະ ແນ່ນອນວ່າພວກມັນກໍບໍ່ໄດ້ອີງໃສ່ຄວາມປາຖະໜາຂອງພຣະເຈົ້າເອງເຊັ່ນກັນ. ພຣະເຈົ້າຕ້ອງການໃຫ້ຜູ້ຄົນເປັນຜູ້ອອກເຫື່ອແຮງບໍ? (ບໍ່.) ພວກເຈົ້າເຄີຍອ່ານໃນພຣະທຳຂອງພຣະເຈົ້າທີ່ພຣະອົງກ່າວວ່າ “ເຮົາຕ້ອງການໃຫ້ທຸກຄົນກາຍເປັນຜູ້ອອກເຫື່ອແຮງ ແລະ ເຮົາບໍ່ຕ້ອງການໃຫ້ຜູ້ໃດລອດພົ້ນ” ບໍ? (ບໍ່.) ແລ້ວສິ່ງທີ່ພຣະເຈົ້າຕ້ອງການແມ່ນຫຍັງ? ຜູ້ຄົນເຄີຍເວົ້າກ່ອນໜ້ານີ້ວ່າ “ພຣະເຈົ້າຕ້ອງການໃຫ້ທຸກຄົນລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດທົນທຸກຕໍ່ຄວາມຫາຍະນະ”. ນີ້ຄືຄວາມປາຖະໜາ. ເຖິງຢ່າງໃດກໍຕາມ, ຕຳແໜ່ງ “ຜູ້ອອກເຫື່ອແຮງ” ບໍ່ໄດ້ມາຈາກຄວາມຫວ່າງເປົ່າ. ມັນເປັນຄືກັບທີ່ພຣະເຈົ້າກຳນົດຊື່ “ຕົ້ນໄມ້” ແລະ “ຫຍ້າ”. ຕົ້ນໄມ້ເປັນສິ່ງທີ່ໃຫຍ່ ແລະ ສູງ ແລະ ເມື່ອຜູ້ໃດກ່າວເຖິງຕົ້ນໄມ້, ທຸກຄົນກໍຮູ້ວ່າຕົ້ນໄມ້ໃຫຍ່ ແລະ ສູງ ແລະ ເມື່ອຜູ້ໃດກ່າວເຖິງຫຍ້າ, ທຸກຄົນກໍຮູ້ວ່າຫຍ້ານ້ອຍ ແລະ ເຕ້ຍ, ແມ່ນບໍ? (ແມ່ນແລ້ວ.) ແລ້ວຕຳແໜ່ງ “ຜູ້ອອກເຫື່ອແຮງ” ເດ? ຕຳແໜ່ງເອີ້ນນີ້ເກີດຂຶ້ນຕາມແກ່ນແທ້ ແລະ ການສະແດງອອກຂອງມະນຸດ ແລະ ຕາມຂັ້ນຕອນໃນພາລະກິດຂອງພຣະເຈົ້າ. ຖ້າຜູ້ຄົນສາມາດຄ່ອຍໆເຂົ້າໃຈຄວາມຈິງໄປຕາມບາດກ້າວໃນພາລະກິດຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ບັນລຸການອ່ອນນ້ອມ ແລະ ການຢຳເກງພຣະເຈົ້າ, ແລ້ວໃນເວລານີ້ ຕຳແໜ່ງນີ້ກໍປ່ຽນໄປ. ສະນັ້ນ, ເຖິງແມ່ນວ່າເຈົ້າຈະເປັນໜຶ່ງໃນຜູ້ອອກເຫື່ອແຮງ, ມັນກໍບໍ່ໄດ້ສົ່ງຜົນກະທົບຕໍ່ການທີ່ເຈົ້າປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ໄລ່ຕາມ ແລະ ປະຕິບັດຄວາມຈິງ ແລະ ຍິ່ງບໍ່ສົ່ງຜົນກະທົບຕໍ່ການທີ່ເຈົ້າອ່ອນນ້ອມ ແລະ ການຢຳເກງພຣະເຈົ້າ.
ມີຄົນທີ່ຈະບໍ່ສະຫຼັດຕຳແໜ່ງ “ຜູ້ອອກເຫື່ອແຮງ” ຖິ້ມຈັກເທື່ອບໍ? (ມີ.) ຄົນປະເພດໃດ? ມັນຄືຄົນປະເພດທີ່ບໍ່ໄລ່ຕາມຄວາມຈິງ, ຄົນທີ່ອາດຈະເຂົ້າໃຈຄວາມຈິງ ແຕ່ບໍ່ປະຕິບັດມັນ, ຍິ່ງບໍ່ຕ້ອງເວົ້າເຖິງເລື່ອງທີ່ພວກເຂົາຮັກຄວາມຈິງ ແລະ ພວກເຂົາເຖິງກັບຮູ້ສຶກລັງກຽດ ແລະ ເບື່ອໜ່າຍຄວາມຈິງໃນໃຈຂອງພວກເຂົາຢູ່ເລື້ອຍໆ. ເປັນຫຍັງພວກເຂົາຈຶ່ງຍັງຢູ່ໃນເຮືອນຂອງພຣະເຈົ້າ ຖ້າພວກເຂົາເບື່ອໜ່າຍຄວາມຈິງ? ພວກເຂົາຕ້ອງການໄດ້ຮັບຜົນປະໂຫຍດບາງຢ່າງ, ພວກເຂົາພະຍາຍາມບາງສ່ວນ ແລະ ສະແດງພຶດຕິກຳທີ່ດີບາງຢ່າງພ້ອມກັບຄວາມຫວັງລົມໆແລ້ງໆໃນເຮືອນຂອງພຣະເຈົ້າ. ພວກເຂົາໃຊ້ລາຄາທີ່ພວກເຂົາຈ່າຍ, ການໃຫ້ ແລະ ການເສຍສະລະຕົນເອງ ພ້ອມທັງການປ່ອຍຄວາມໜຸ່ມບາງສ່ວນໃຫ້ຜ່ານໄປ ແລະ ການໃຊ້ເວລາບາງສ່ວນຂອງພວກເຂົາ ເພື່ອແລກກັບຜົນປະໂຫຍດໃດກໍຕາມທີ່ພວກເຂົາຕ້ອງການໄດ້ຮັບ. ຍ້ອນເສັ້ນທາງທີ່ຄົນເຫຼົ່ານີ້ຕິດຕາມ, ໃນທີ່ສຸດ ພວກເຂົາຈຶ່ງບໍ່ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງ, ພວກເຂົາບໍ່ສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງວ່າພວກເຂົາຈະສາມາດບັນລຸການຢຳເກງພຣະເຈົ້າ, ພວກເຂົາຈະຖືກກຳນົດລັກສະນະໃຫ້ເປັນຜູ້ອອກເຫື່ອແຮງຕະຫຼອດໄປ. ມີບາງຄົນໃນທ່າມກາງຄົນປະເພດນີ້ໃນເຮືອນຂອງພຣະເຈົ້າທີ່ສາມາດໃຫ້ບໍລິການຈົນເຖິງທີ່ສຸດ ແລະ ບາງຄົນກໍບໍ່ສາມາດເຮັດໄດ້ ແລະ ມີຄວາມແຕກຕ່າງກັນເລັກນ້ອຍໃນຄວາມເປັນມະນຸດ ລະຫວ່າງຜູ້ທີ່ສາມາດໃຫ້ບໍລິການໄປຈົນເຖິງທີ່ສຸດ ແລະ ຜູ້ທີ່ບໍ່ສາມາດເຮັດໄດ້. ຜູ້ທີ່ບໍ່ໄລ່ຕາມຄວາມຈິງແຕ່ສາມາດໃຫ້ບໍລິການໄປຈົນເຖິງທີ່ສຸດ ນັ້ນກໍຄື ຜູ້ທີ່ສາມາດອຸທິດຄວາມພະຍາຍາມບາງຢ່າງໃນເຮືອນຂອງພຣະເຈົ້າສຳລັບພາລະກິດຂອງພຣະເຈົ້າ ໃນຂະນະທີ່ວຽກງານແຜນການຄຸ້ມຄອງຂອງພຣະເຈົ້າກຳລັງດຳເນີນຢູ່ ລ້ວນແລ້ວແຕ່ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ ແລະ ມີເມດຕາ. ພວກເຂົາບໍ່ເຮັດຄວາມຊົ່ວ, ພວກເຂົາບໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ໃນຂະນະທີ່ພວກເຂົາໃຫ້ບໍລິການ ແລະ ພວກເຂົາບໍ່ຖືກກຳຈັດອອກຈາກຄຣິສຕະຈັກ. ຄົນແບບນັ້ນສາມາດໃຫ້ບໍລິການໄປຈົນເຖິງທີ່ສຸດ ແລະ ຄົນເຫຼົ່ານີ້ຄືຜູ້ທີ່ຈະເປັນຜູ້ອອກເຫື່ອແຮງຢູ່ສະເໝີ. ສຳລັບຄົນອື່ນໆ, ຍ້ອນວ່າຄວາມເປັນມະນຸດຂອງພວກເຂົາບໍ່ດີຫຼາຍ, ຍ້ອນວ່າພວກເຂົາມີລັກສະນະ ແລະ ຄວາມຊື່ສັດທີ່ຕໍ່າຕ້ອຍ, ພວກເຂົາມັກຈະລົບກວນ ແລະ ຂັດຂວາງວຽກງານຕ່າງໆໃນເຮືອນຂອງພຣະເຈົ້າຢູ່ເລື້ອຍໆ ໃນຂະນະທີ່ພວກເຂົາໃຫ້ບໍລິການ ແລະ ພວກເຂົາກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຫຼາຍຢ່າງຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ຮູ້ຈັກກັບໃຈ ເມື່ອພວກເຂົາຖືກລິຮານ ຫຼື ຖືກແຍກອອກຄັ້ງແລ້ວຄັ້ງເລົ່າ ແລະ ພວກເຂົາພຽງແຕ່ກັບໄປສູ່ຫົນທາງທີ່ຊົ່ວຮ້າຍແບບເດີມຂອງພວກເຂົາ; ພວກເຂົາບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ພວກເຂົາບໍ່ຍອມຮັບຄວາມຈິງ ແຕ່ພັດກະທຳການຕາມອຳເພີໃຈ ແລະ ຄົນແບບນັ້ນກໍຖືກກຳຈັດ. ເປັນຫຍັງພວກເຂົາຈຶ່ງຖືກກຳຈັດ? ຄົນແບບນີ້ບໍ່ສາມາດແມ່ນແຕ່ໃຫ້ບໍລິການໄດ້. ພວກເຂົາບໍ່ສາມາດເຮັດວຽກໄດ້ດີ ເມື່ອພວກເຂົາໃຊ້ຄວາມພະຍາຍາມບາງຢ່າງໃນເຮືອນຂອງພຣະເຈົ້າ ແລະ ໃນຂະນະທີ່ພວກເຂົາກຳລັງໃຊ້ຄວາມພະຍາຍາມ, ພວກເຂົາກໍຍັງເຮັດຄວາມຊົ່ວ ແລະ ພວກເຂົາເຮັດໃຫ້ເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງຕ້ອງຈ່າຍລາຄາ. ການໃຊ້ຄົນແບບນັ້ນບໍ່ຄຸ້ມຄ່າກັບຄວາມເສຍຫາຍເລີຍ. ພວກເຂົາໄດ້ຮັບໂອກາດໃຫ້ໄຕ່ຕອງຄັ້ງແລ້ວຄັ້ງເລົ່າ ແຕ່ໃນທີ່ສຸດທຳມະຊາດຂອງພວກເຂົາກໍຍັງບໍ່ປ່ຽນແປງ ແລະ ພວກເຂົາບໍ່ຟັງສິ່ງທີ່ໃຜເວົ້າເລີຍ. ຄົນແບບນັ້ນບໍ່ສົມຄວນແມ່ນແຕ່ຈະໃຫ້ບໍລິການເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ມີຄວາມສາມາດທີ່ຈະເຮັດມັນໄດ້, ແລ້ວດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກສະລ້າງອອກໄປ.
ຕອນນີ້ ໂດຍທົ່ວໄປແລ້ວ ພວກເຈົ້າພໍຈະເຂົ້າໃຈຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ແລ້ວບໍ? “ຜູ້ອອກເຫື່ອແຮງ” ແມ່ນຕຳແໜ່ງຈຳແນກເຊິ່ງພຣະເຈົ້າມອບໃຫ້ມະນຸດຊາດບໍ? ພຣະເຈົ້າຕັ້ງໃຈໃຊ້ຕຳແໜ່ງນີ້ເພື່ອດູຖູກຜູ້ຄົນບໍ? ພຣະເຈົ້າໃຊ້ຕຳແໜ່ງນີ້ເພື່ອເປີດເຜີຍ ແລະ ທົດລອງຜູ້ຄົນບໍ? ພຣະເຈົ້າໃຊ້ຕຳແໜ່ງນີ້ເພື່ອເຮັດໃຫ້ຜູ້ຄົນຮູ້ຢ່າງແນ່ນອນວ່າມະນຸດແມ່ນຫຍັງບໍ? ພຣະເຈົ້າໝາຍຄວາມເຖິງສິ່ງເຫຼົ່ານີ້ບໍ? ຄວາມຈິງແລ້ວ, ພຣະເຈົ້າບໍ່ໄດ້ໝາຍຄວາມເຖິງສິ່ງເຫຼົ່ານີ້ເລີຍ. ພຣະເຈົ້າບໍ່ໄດ້ໝາຍຄວາມວ່າຈະເປີດເຜີຍຜູ້ຄົນ ຫຼື ດູຖູກ ແລະ ເຍາະເຍີ້ຍຜູ້ຄົນ ແລະ ພຣະອົງບໍ່ໄດ້ໝາຍຄວາມວ່າຈະໃຊ້ຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ເພື່ອທົດລອງຜູ້ຄົນ. ຄວາມໝາຍພຽງຢ່າງດຽວທີ່ພຣະເຈົ້າມີສຳລັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ນັ້ນກໍຄື ພຣະອົງກຳນົດລັກສະນະ ແລະ ສ້າງຕຳແໜ່ງນີ້ຂຶ້ນຕາມການກະທຳ ແລະ ແກ່ນແທ້ຂອງຜູ້ຄົນ, ອີງຕາມບົດບາດທີ່ຜູ້ຄົນປະຕິບັດໃນລະຫວ່າງພາລະກິດຂອງພຣະເຈົ້າ ພ້ອມທັງສິ່ງທີ່ຜູ້ຄົນສາມາດເຮັດໄດ້ ແລະ ສິ່ງທີ່ພວກເຂົາສາມາດຮ່ວມມືໄດ້. ຈາກຄວາມໝາຍນີ້, ພວກເຮົາເຫັນວ່າທຸກຄົນໃນເຮືອນຂອງພຣະເຈົ້າກຳລັງໃຫ້ບໍລິການສຳລັບແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເຄີຍຢູ່ໃນບົດບາດຂອງຜູ້ອອກເຫື່ອແຮງນີ້ໃນຈຸດໃດໜຶ່ງ. ພວກເຮົາສາມາດເວົ້າແບບນີ້ໄດ້ບໍ? (ແມ່ນແລ້ວ.) ພວກເຮົາສາມາດເວົ້າໄດ້ແທ້ໆ ແລະ ຕອນນີ້ພວກເຈົ້າທຸກຄົນກໍສາມາດເຂົ້າໃຈສິ່ງນີ້ແລ້ວ. ພຣະເຈົ້າບໍ່ຕ້ອງການໃຊ້ຕຳແໜ່ງນີ້ເພື່ອເຮັດໃຫ້ຜູ້ຄົນທໍ້ແທ້ ຫຼື ທົດລອງຄວາມເຊື່ອຂອງຜູ້ຄົນ, ແຮງບໍ່ຕ້ອງເວົ້າເຖິງວ່າດູຖູກພວກເຂົາ ຫຼື ເຮັດໃຫ້ພວກເຂົາປະພຶດຕົວດີຂຶ້ນ ແລະ ເຊື່ອຟັງຫຼາຍຂຶ້ນ ຫຼື ໃຫ້ພວກເຂົາຮູ້ວ່າຕົວຕົນ ແລະ ຕຳແໜ່ງຂອງພວກເຂົາແມ່ນຫຍັງ ແລະ ຍິ່ງບໍ່ຕ້ອງເວົ້າເຖິງເລື່ອງທີ່ພຣະເຈົ້າຕ້ອງການໃຊ້ຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ເພື່ອພາກເອົາສິດຂອງຜູ້ຄົນໃນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ຕຳແໜ່ງນີ້ຖືກກຳນົດຕາມອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ຜູ້ຄົນເປີດເຜີຍ ແລະ ສະພາວະທີ່ແທ້ຈິງຂອງຜູ້ຄົນໂດຍສິ້ນເຊີງ ໃນຂະນະທີ່ພວກເຂົາກຳລັງຕິດຕາມພຣະເຈົ້າ. ສະນັ້ນ, ຕຳແໜ່ງນີ້ຈຶ່ງບໍ່ມີຫຍັງກ່ຽວຂ້ອງເລີຍກັບຕົວຕົນ, ສະຖານະ, ຕຳແໜ່ງ ແລະ ຈຸດໝາຍປາຍທາງຂອງຜູ້ຄົນ ຫຼັງຈາກທີ່ວຽກງານຄຸ້ມຄອງຂອງພຣະເຈົ້າສິ້ນສຸດລົງ. ຕຳແໜ່ງນີ້ມາຈາກຄວາມຕ້ອງການຂອງແຜນການຄຸ້ມຄອງ ແລະ ວຽກງານຄຸ້ມຄອງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ມັນເປັນສະພາບທີ່ແທ້ຈິງຂອງມະນຸດຊາດທີ່ເສື່ອມຊາມໃນວຽກງານຄຸ້ມຄອງຂອງພຣະເຈົ້າ. ສຳລັບຜູ້ຄົນທີ່ສະໜອງການຮັບໃຊ້ໃຫ້ແກ່ເຮືອນຂອງພຣະເຈົ້າໃນຖານະຜູ້ອອກເຫື່ອແຮງ ແລະ ຖືກນຳໃຊ້ຄືກັບເຄື່ອງຈັກນັ້ນ, ສະພາບນີ້ຈະຍັງຄົງຢູ່ຈົນເຖິງທີ່ສຸດ ຫຼື ສາມາດປ່ຽນແປງໄປໃນທາງທີ່ດີຂຶ້ນໃນເສັ້ນທາງການຕິດຕາມພຣະເຈົ້າຂອງພວກເຂົານັ້ນ ແມ່ນຂຶ້ນຢູ່ກັບການໄລ່ຕາມຂອງພວກເຂົາ. ຖ້າຄົນໃດຄົນໜຶ່ງສະແຫວງຫາຄວາມຈິງ ແລະ ສາມາດບັນລຸການປ່ຽນແປງທາງອຸປະນິໄສ ແລະ ການອ່ອນນ້ອມ ແລະ ການຢຳເກງພຣະເຈົ້າ, ແລ້ວພວກເຂົາກໍຈະປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ຢ່າງສິ້ນເຊີງ. ແລ້ວຜູ້ຄົນຈະກາຍເປັນຫຍັງ ເມື່ອພວກເຂົາປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ແລ້ວ? ພວກເຂົາກາຍເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຈົ້າ, ປະຊາຊົນຂອງພຣະເຈົ້າ ແລະ ປະຊາຊົນຂອງອານາຈັກ, ນັ້ນກໍຄືພວກເຂົາກາຍເປັນປະຊາຊົນຂອງອານາຈັກຂອງພຣະເຈົ້າ. ຖ້າໃນຂະນະທີ່ເຈົ້າກຳລັງຕິດຕາມພຣະເຈົ້າ, ເຈົ້າພໍໃຈກັບພຽງແຕ່ການເຮັດວຽກໜັກ, ການທົນທຸກ ແລະ ການຈ່າຍລາຄາ, ເຈົ້າບໍ່ໄລ່ຕາມຄວາມຈິງ ຫຼື ນຳເອົາຄວາມຈິງມາປະຕິບັດ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ປ່ຽນແປງເລີຍ, ເຈົ້າບໍ່ເຄີຍເຮັດສິ່ງຕ່າງໆຕາມຫຼັກການຂອງເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດເຈົ້າກໍບໍ່ສາມາດບັນລຸການອ່ອນນ້ອມ ແລະ ການຢຳເກງພຣະເຈົ້າ, ແລ້ວຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້, “ມົງກຸດ” ນີ້ກໍຈະເໝາະສົມກັບເຈົ້າທີ່ສຸດ, ພໍດີຢ່າງສົມບູນ ແລະ ເຈົ້າກໍຈະບໍ່ມີວັນສະຫຼັດມັນຖິ້ມໄດ້. ຖ້າເຈົ້າຍັງຄົງຢູ່ໃນສະພາວະນີ້ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ ແລະ ອຸປະນິໄສຂອງເຈົ້າຍັງບໍ່ປ່ຽນແປງ, ແລ້ວຕຳແໜ່ງ “ປະຊາຊົນຂອງອານາຈັກຂອງພຣະເຈົ້າ” ກໍຈະບໍ່ມີສ່ວນກ່ຽວຂ້ອງກັບເຈົ້າເລີຍ ແລະ ເຈົ້າກໍຈະເປັນຜູ້ອອກເຫື່ອແຮງຕະຫຼອດໄປ. ເຈົ້າຈະສາມາດເຂົ້າໃຈພຣະທຳເຫຼົ່ານີ້ໄດ້ແນວໃດ? ພວກເຈົ້າຄວນເຂົ້າໃຈວ່າທັນທີທີ່ພາລະກິດຂອງພຣະເຈົ້າສິ້ນສຸດລົງ, ນັ້ນກໍຄື ເມື່ອທຸກຄົນທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນໄດ້ຮັບຄວາມລອດພົ້ນແລ້ວ, ເມື່ອພາລະກິດທີ່ພຣະເຈົ້າຕ້ອງການເຮັດໄດ້ບັນລຸຜົນ ແລະ ເປົ້າໝາຍຂອງມັນຢ່າງຄົບຖ້ວນແລ້ວ, ພຣະເຈົ້າກໍຈະບໍ່ກ່າວ ຫຼື ນໍາພາຜູ້ຄົນອີກຕໍ່ໄປ, ພຣະອົງຈະບໍ່ເຮັດພາລະກິດແຫ່ງຄວາມລອດພົ້ນໃດໆຕໍ່ມະນຸດອີກຕໍ່ໄປ ແລະ ພາລະກິດຂອງພຣະອົງກໍຈະສິ້ນສຸດລົງຢູ່ບ່ອນນັ້ນ, ເຊັ່ນດຽວກັບເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າທີ່ແຕ່ລະຄົນຕິດຕາມກໍຈະສິ້ນສຸດລົງ. ມີຂໍ້ພຣະຄຳພີຂໍ້ນີ້ໃນພຣະຄຳພີທີ່ວ່າ: “ຄົນທີ່ບໍ່ຊອບທຳ ກໍ່ປ່ອຍໃຫ້ເຂົາບໍ່ຊອບທຳຕໍ່ໄປ: ແລະ ຄົນທີ່ສົກກະປົກ ກໍ່ປ່ອຍໃຫ້ເຂົາສົກກະປົກຕໍ່ໄປ: ແລະ ຄົນທີ່ຊອບທຳ ກໍ່ປ່ອຍໃຫ້ເຂົາຊອບທຳຕໍ່ໄປ: ແລະ ຄົນທີ່ບໍລິສຸດ ກໍ່ປ່ອຍໃຫ້ເຂົາບໍລິສຸດຕໍ່ໄປ” (ພຣະນິມິດ 22:11). ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທັນທີທີ່ພຣະເຈົ້າກ່າວວ່າພາລະກິດຂອງພຣະອົງສິ້ນສຸດລົງແລ້ວ, ສິ່ງນີ້ບົ່ງບອກວ່າພຣະເຈົ້າຈະບໍ່ປະຕິບັດພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນ ແລະ ການລົງທັນ ແລະ ການພິພາກສາມະນຸດອີກຕໍ່ໄປ, ພຣະເຈົ້າຈະບໍ່ໃຫ້ຄວາມຮູ້ແຈ້ງ ຫຼື ນໍາພາມະນຸດອີກຕໍ່ໄປ ແລະ ພຣະອົງຈະບໍ່ກ່າວພຣະທຳຕໍ່ມະນຸດເພື່ອຕັກເຕືອນລາວ ຫຼື ລິຮານລາວຢ່າງພຽນພະຍາຍາມ ແລະ ຢ່າງກະຕືລືລົ້ນອີກຕໍ່ໄປ, ພຣະເຈົ້າຈະບໍ່ປະຕິບັດພາລະກິດນີ້ອີກຕໍ່ໄປ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຈຸດຈົບຂອງທຸກສິ່ງຈະຖືກເປີດເຜີຍໃນເວລານັ້ນ, ຈຸດຈົບຂອງຜູ້ຄົນຈະຖືກກຳນົດໄວ້ໃນເວລານັ້ນ ແລະ ຈະບໍ່ມີໃຜສາມາດປ່ຽນແປງມັນໄດ້ ແລະ ຈະບໍ່ມີໂອກາດອີກຕໍ່ໄປສຳລັບຜູ້ຄົນທີ່ຈະໄດ້ຮັບຄວາມລອດພົ້ນ. ນີ້ຄືຄວາມໝາຍຂອງມັນ.
ເມື່ອຄົນໃດຄົນໜຶ່ງປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ໃນຕອນທ້າຍຂອງພາລະກິດຂອງພຣະເຈົ້າ, ເມື່ອພວກເຂົາປະຖິ້ມຊື່ເອີ້ນນີ້, ສະພາບການນີ້, ມັນບົ່ງບອກວ່າຄົນຜູ້ນີ້ບໍ່ແມ່ນຄົນນອກ ຫຼື ຜູ້ບໍ່ມີຄວາມເຊື່ອໃນສາຍພຣະເນດຂອງພຣະເຈົ້າອີກຕໍ່ໄປ ແຕ່ເປັນຄົນຂອງເຮືອນຂອງພຣະເຈົ້າ ແລະ ອານາຈັກຂອງພຣະເຈົ້າ. ແລ້ວຕຳແໜ່ງ “ຄົນຂອງເຮືອນຂອງພຣະເຈົ້າ ແລະ ອານາຈັກຂອງພຣະເຈົ້າ” ນີ້ເກີດຂຶ້ນມາໄດ້ແນວໃດ? ຜູ້ຄົນໄດ້ຮັບຕຳແໜ່ງນີ້ໄດ້ແນວໃດ? ເຈົ້າກາຍເປັນຄົນຂອງເຮືອນຂອງພຣະເຈົ້າ ຜ່ານການໄລ່ຕາມຄວາມຈິງ, ການເຂົ້າໃຈຄວາມຈິງ, ການທົນທຸກ ແລະ ການຈ່າຍລາຄາ ແລະ ດ້ວຍເຫດນັ້ນ ຈຶ່ງປະຕິບັດໜ້າທີ່ຂອງເຈົ້າໄດ້ດີ, ບັນລຸການປ່ຽນແປງທາງອຸປະນິໄສໃນລະດັບໃດໜຶ່ງ ແລະ ສາມາດອ່ອນນ້ອມ ແລະ ຢຳເກງພຣະເຈົ້າ. ເຊັ່ນດຽວກັບໂຢບ ແລະ ເປໂຕ, ເຈົ້າຈະບໍ່ຖືກທຳຮ້າຍ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານອີກຕໍ່ໄປ, ເຈົ້າສາມາດດຳລົງຊີວິດຢ່າງອິດສະຫຼະໃນອານາຈັກຂອງພຣະເຈົ້າ ແລະ ໃນເຮືອນຂອງພຣະເຈົ້າ, ເຈົ້າບໍ່ຈຳເປັນຕ້ອງດິ້ນຮົນກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າອີກຕໍ່ໄປ ແລະ ໃນສາຍພຣະເນດຂອງພຣະເຈົ້າ ເຈົ້າແມ່ນສິ່ງທີ່ຖືກສ້າງທີ່ແທ້ຈິງ, ເປັນມະນຸດທີ່ແທ້ຈິງ. ນັ້ນບໍ່ແມ່ນສິ່ງທີ່ຄວນສະເຫຼີມສະຫຼອງດ້ວຍຄວາມຍິນດີບໍ? ມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຊີວິດແຫ່ງຄວາມທົນທຸກ ແລະ ຄວາມຍາກລຳບາກຂອງຄົນທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານນັ້ນໄດ້ມາເຖິງຈຸດສິ້ນສຸດໂດຍສິ້ນເຊີງແລ້ວ ແລະ ພວກເຂົາເລີ່ມດຳລົງຊີວິດທີ່ມີຄວາມຍິນດີ, ສັນຕິສຸກ ແລະ ຄວາມສຸກ. ພວກເຂົາສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງພຣະພັກຂອງພຣະຜູ້ສ້າງ, ດຳລົງຊີວິດຮ່ວມກັບພຣະເຈົ້າ ແລະ ນີ້ຄືສິ່ງທີ່ຄວນສະເຫຼີມສະຫຼອງດ້ວຍຄວາມຍິນດີ. ເຖິງຢ່າງໃດກໍຕາມ, ສຳລັບຄົນອີກປະເພດໜຶ່ງທີ່ບໍ່ສາມາດປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ໄດ້ໃນຕອນທ້າຍນັ້ນ, ມັນໝາຍຄວາມວ່າແນວໃດສຳລັບພວກເຂົາ ຖ້າພວກເຂົາຍັງບໍ່ໄດ້ເອົາຕຳແໜ່ງນີ້, “ມົງກຸດ” ນີ້ອອກຈາກຫົວຂອງພວກເຂົາ ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ? ມັນໝາຍຄວາມວ່າພວກເຂົາຍັງຄົງເປັນຄົນນອກ ແລະ ພວກເຂົາຍັງຄົງເປັນຜູ້ບໍ່ມີຄວາມເຊື່ອໃນສາຍພຣະເນດຂອງພຣະເຈົ້າ. ເຫດຜົນສຳລັບສິ່ງນີ້ກໍຄື ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ປະຕິບັດຄວາມຈິງເລີຍ, ພວກເຂົາບໍ່ໄດ້ບັນລຸການປ່ຽນແປງທາງອຸປະນິໄສ, ພວກເຂົາບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ຄົນເຫຼົ່ານີ້ຄວນຖືກກຳຈັດອອກຈາກເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ມີບ່ອນຢູ່ແຫ່ງໃດໃນອານາຈັກຂອງພຣະເຈົ້າ. ຖ້າບໍ່ມີບ່ອນຢູ່ສຳລັບພວກເຂົາໃນອານາຈັກຂອງພຣະເຈົ້າ, ພວກເຂົາຢູ່ໃສ? ພວກເຂົາຢູ່ພາຍນອກອານາຈັກຂອງພຣະເຈົ້າ ແລະ ເປັນກຸ່ມຄົນທີ່ຖືກແຍກອອກຈາກປະຊາຊົນຂອງພຣະເຈົ້າ. ຄົນແບບນີ້ຍັງຄົງຖືກເອີ້ນວ່າ “ຜູ້ອອກເຫື່ອແຮງ” ແລະ ສິ່ງນີ້ບົ່ງບອກວ່າພວກເຂົາບໍ່ໄດ້ກາຍເປັນຄົນຂອງເຮືອນຂອງພຣະເຈົ້າ, ພວກເຂົາຈະບໍ່ມີວັນເປັນຜູ້ຕິດຕາມພຣະເຈົ້າ, ພຣະເຈົ້າບໍ່ຮັບຮູ້ພວກເຂົາ ແລະ ພວກເຂົາຈະບໍ່ມີວັນໄດ້ຮັບພອນ ຫຼື ພຣະຄຸນຈາກພຣະເຈົ້າອີກຕໍ່ໄປ. ແນ່ນອນ, ມັນຍັງບົ່ງບອກອີກວ່າພວກເຂົາບໍ່ມີໂອກາດທີ່ຈະເພີດເພີນກັບພອນອັນດີງາມຮ່ວມກັບພຣະເຈົ້າໃນອານາຈັກຂອງພຣະອົງ ຫຼື ໄດ້ຮັບສັນຕິສຸກ ແລະ ຄວາມຍິນດີ, ໂອກາດນີ້ໄດ້ສູນສິ້ນໄປແລ້ວ. ດັ່ງນັ້ນ, ສຳລັບພວກເຂົາແລ້ວ ຊ່ວງເວລານີ້ແມ່ນສິ່ງທີ່ຄວນສະເຫຼີມສະຫຼອງດ້ວຍຄວາມຍິນດີ ຫຼື ມັນເປັນເຫດການທີ່ໂສກເສົ້າ? ນີ້ຄືເຫດການທີ່ໂສກເສົ້າ. ແລ້ວສຳລັບລາງວັນທີ່ພວກເຂົາຈະໄດ້ຮັບຈາກການແບກຮັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ຢູ່ນອກເຮືອນຂອງພຣະເຈົ້າ ແລະ ນອກອານາຈັກຂອງພຣະເຈົ້າຈະເປັນແນວໃດນັ້ນ, ນັ້ນເປັນເລື່ອງຂອງພາຍຫຼັງ. ບໍ່ວ່າຈະກໍລະນີໃດກໍຕາມ, ຄວາມແຕກຕ່າງລະຫວ່າງລາງວັນທີ່ມອບໃຫ້ແກ່ຜູ້ອອກເຫື່ອແຮງ ແລະ ລາງວັນທີ່ມອບໃຫ້ແກ່ປະຊາຊົນຂອງອານາຈັກຂອງພຣະເຈົ້ານັ້ນແມ່ນໃຫຍ່ຫຼວງຫຼາຍ, ມີຄວາມແຕກຕ່າງກັນໃນຕຳແໜ່ງ, ໃນລາງວັນ ແລະ ໃນດ້ານອື່ນໆເຊັ່ນນັ້ນ. ມັນບໍ່ເປັນຕາສົງສານບໍທີ່ຄົນແບບນີ້ບໍ່ໄດ້ຮັບຄວາມຈິງ ແລະ ບໍ່ສາມາດບັນລຸການປ່ຽນແປງທາງອຸປະນິໄສ ໃນຂະນະທີ່ພຣະເຈົ້າກຳລັງປະຕິບັດພາລະກິດຂອງພຣະອົງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ? ມັນຊ່າງເປັນຕາສົງສານຫຼາຍ! ສິ່ງເຫຼົ່ານີ້ແມ່ນພຣະທຳຈຳນວນໜຶ່ງກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ”.
ມີບາງຄົນທີ່ເວົ້າວ່າ “ຂ້ອຍຮູ້ສຶກຕໍ່ຕ້ານ ເມື່ອມີການກ່າວເຖິງຜູ້ອອກເຫື່ອແຮງ. ຂ້ອຍບໍ່ຕ້ອງການເປັນຜູ້ອອກເຫື່ອແຮງ ແລະ ຂ້ອຍບໍ່ມີຄວາມສຸກທີ່ໄດ້ເປັນຜູ້ອອກເຫື່ອແຮງ. ຖ້າຂ້ອຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ແລ້ວຂ້ອຍກໍສາມາດຍອມຮັບໄດ້ ເຖິງແມ່ນວ່າຂ້ອຍຈະເປັນຄົນທີ່ຕ່ຳຕ້ອຍທີ່ສຸດໃນທ່າມກາງພວກເຂົາກໍຕາມ ແລະ ມັນກໍບໍ່ເປັນຫຍັງ ຕາບໃດທີ່ຂ້ອຍບໍ່ໄດ້ເປັນຜູ້ອອກເຫື່ອແຮງ. ຂ້ອຍບໍ່ມີການໄລ່ຕາມໃດອີກ ແລະ ບໍ່ແອບມີຄວາມປາຖະໜາໃດອີກໃນຊີວິດນີ້; ຂ້ອຍພຽງແຕ່ລໍຄອຍທີ່ຈະກຳຈັດຕຳແໜ່ງເອີ້ນ ‘ຜູ້ອອກເຫື່ອແຮງ’ ຖິ້ມ. ຂ້ອຍບໍ່ໄດ້ຂໍຫຍັງຫຼາຍ”. ພວກເຈົ້າຄິດແນວໃດກັບຄົນແບບນີ້? ນີ້ແມ່ນທັດສະນະຄະຕິຂອງຄົນທີ່ໄລ່ຕາມຄວາມຈິງບໍ? (ບໍ່.) ນີ້ແມ່ນທັດສະນະຄະຕິແບບໃດ? ມັນບໍ່ແມ່ນທັດສະນະຄະຕິທີ່ເປັນລົບບໍ? (ແມ່ນແລ້ວ.) ເມື່ອເວົ້າເຖິງຕຳແໜ່ງເອີ້ນ “ຜູ້ອອກເຫື່ອແຮງ”, ເຈົ້າບໍ່ຈຳເປັນຕ້ອງພະຍາຍາມທີ່ຈະສະຫຼັດມັນຖິ້ມ, ເພາະວ່າຕຳແໜ່ງນີ້ຖືກມອບໃຫ້ ໂດຍອີງໃສ່ລະດັບຄວາມກ້າວໜ້າທີ່ເຈົ້າສ້າງຂຶ້ນໃນຊີວິດຂອງເຈົ້າ ແລະ ບໍ່ສາມາດຕັດສິນໄດ້ໂດຍສິ່ງທີ່ເຈົ້າຕ້ອງການ. ມັນບໍ່ໄດ້ຂຶ້ນຢູ່ກັບສິ່ງທີ່ເຈົ້າຕ້ອງການ, ແຕ່ມັນຂຶ້ນຢູ່ກັບເສັ້ນທາງທີ່ເຈົ້າຕິດຕາມ ແລະ ອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ ຫຼື ບໍ່. ຖ້າເປົ້າໝາຍຂອງເຈົ້າແມ່ນພຽງແຕ່ໄລ່ຕາມການທີ່ຈະສາມາດປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້, ແລ້ວເຮົາຂໍບອກຄວາມຈິງແກ່ເຈົ້າວ່າ: ເຈົ້າຈະບໍ່ມີວັນສາມາດສະຫຼັດມັນຖິ້ມໄດ້ເລີຍ ຕາບໃດທີ່ເຈົ້າຍັງມີຊີວິດຢູ່. ຖ້າເຈົ້າຈົດຈໍ່ກັບການໄລ່ຕາມຄວາມຈິງ ແລະ ສາມາດບັນລຸການປ່ຽນແປງທາງອຸປະນິໄສ, ແລ້ວຕຳແໜ່ງນີ້ກໍຈະຄ່ອຍໆປ່ຽນໄປ. ເມື່ອເບິ່ງຈາກສອງຈຸດນີ້ແລ້ວ, ພຣະເຈົ້າກຳນົດຕຳແໜ່ງ “ຜູ້ອອກເຫື່ອແຮງ” ໃຫ້ຜູ້ຄົນບໍ? ບໍ່ແມ່ນຢ່າງແນ່ນອນ! ມັນບໍ່ແມ່ນຕຳແໜ່ງທີ່ພຣະເຈົ້າກຳນົດໃຫ້ຜູ້ຄົນ ແລະ ມັນກໍບໍ່ແມ່ນຊື່ເອີ້ນ, ມັນຄືຕຳແໜ່ງທີ່ມອບໃຫ້ ໂດຍອີງໃສ່ລະດັບຄວາມກ້າວໜ້າທີ່ຜູ້ຄົນສ້າງຂຶ້ນໃນຊີວິດຂອງພວກເຂົາ. ການເປັນຜູ້ອອກເຫື່ອແຮງຂອງເຈົ້າຈະຫຼຸດລົງຕາມຄວາມກ້າວໜ້າທີ່ເຈົ້າສ້າງຂຶ້ນໃນຊີວິດ ແລະ ການປ່ຽນແປງທາງອຸປະນິໄສຂອງເຈົ້າມີຫຼາຍສໍ່າໃດ. ເມື່ອມື້ໜຶ່ງທີ່ເຈົ້າສາມາດບັນລຸການອ່ອນນ້ອມ ແລະ ການຢຳເກງພຣະເຈົ້າໄດ້, ແລ້ວເຖິງແມ່ນວ່າເຈົ້າຈະເຕັມໃຈເປັນຜູ້ອອກເຫື່ອແຮງ, ເຈົ້າກໍຈະບໍ່ເປັນຜູ້ອອກເຫື່ອແຮງອີກຕໍ່ໄປ ແລະ ສິ່ງນີ້ຖືກຕັດສິນໂດຍການໄລ່ຕາມຂອງເຈົ້າ, ທັດສະນະຄະຕິທີ່ເຈົ້າມີຕໍ່ຄວາມຈິງ ແລະ ເສັ້ນທາງທີ່ເຈົ້ານ່າງຕາມ. ຍັງມີຄົນທີ່ເວົ້າວ່າ “ຂ້ອຍຕ້ອງການສະຫຼັດຕຳແໜ່ງ ‘ຜູ້ອອກເຫື່ອແຮງ’ ນີ້ຖິ້ມ ແລະ ຂ້ອຍບໍ່ຕ້ອງການເປັນຜູ້ອອກເຫື່ອແຮງ, ແຕ່ຂ້ອຍບໍ່ເຂົ້າໃຈຄວາມຈິງ ແລະ ຂ້ອຍບໍ່ເຕັມໃຈທີ່ຈະໄລ່ຕາມຄວາມຈິງ. ແລ້ວຂ້ອຍຈະເຮັດແນວໃດໄດ້?” ມີວິທີກແກ້ບໍ? ພຣະເຈົ້າກຳນົດຈຸດຈົບຂອງຄົນທຸກປະເພດໂດຍອີງໃສ່ພຣະທຳຂອງພຣະອົງ ແລະ ຄວາມຈິງ, ບໍ່ມີພື້ນທີ່ໃຫ້ປະນີປະນອມ. ຖ້າເຈົ້າຮັກຄວາມຈິງ ແລະ ສາມາດເລີ່ມຍ່າງໃນເສັ້ນທາງໃນການໄລ່ຕາມຄວາມຈິງ, ແລ້ວສິ່ງນີ້ກໍເປັນສິ່ງທີ່ໜ້າຍິນດີ; ຖ້າເຈົ້າເບື່ອໜ່າຍຄວາມຈິງ ແລະ ເລືອກທີ່ຈະບໍ່ຕິດຕາມເສັ້ນທາງໃນການໄລ່ຕາມຄວາມຈິງ, ແລ້ວສິ່ງນີ້ກໍເປັນສາເຫດຂອງຄວາມໂສກເສົ້າ. ນີ້ຄືພຽງສອງເສັ້ນທາງເທົ່ານັ້ນ, ບໍ່ມີທາງສາຍກາງໃຫ້ເລືອກ. ພຣະຄຳທີ່ພຣະເຈົ້າກ່າວຈະບໍ່ມີວັນຜ່ານພົ້ນໄປ; ເຖິງແມ່ນວ່າທຸກສິ່ງຈະຜ່ານພົ້ນໄປ, ກໍບໍ່ມີພຣະຄຳຂອງພຣະເຈົ້າແມ່ນແຕ່ຂໍ້ດຽວທີ່ຈະຜ່ານພົ້ນໄປໄດ້. ພຣະທຳຂອງພຣະເຈົ້າເປັນເກນສຳລັບການພິພາກສາ ແລະ ການຕັດສິນຕໍ່ທຸກສິ່ງ; ພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ຈະບໍ່ມີວັນຜ່ານພົ້ນໄປ. ເມື່ອໂລກນີ້, ມະນຸດຊາດ ແລະ ທຸກສິ່ງປ່ຽນແປງ ແລະ ຜ່ານພົ້ນໄປ, ຈະບໍ່ມີພຣະທຳຂອງພຣະເຈົ້າແມ່ນແຕ່ຂໍ້ດຽວທີ່ຈະຜ່ານພົ້ນໄປ, ໃນທາງກົງກັນຂ້າມ ພຣະທຳທັງໝົດຂອງພຣະອົງຈະສຳເລັດເປັນຈິງ. ຈຸດຈົບຂອງມະນຸດຊາດ ແລະ ຂອງທຸກສິ່ງຖືກກຳນົດ ແລະ ຖືກເປີດເຜີຍຍ້ອນພຣະທຳຂອງພຣະເຈົ້າ, ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ບໍ່ສາມາດມີການສົນທະນາກ່ຽວກັບເລື່ອງນີ້ໄດ້. ສະນັ້ນ, ເມື່ອເວົ້າເຖິງການທີ່ພຣະເຈົ້າມີອຳນາດສູງສຸດ ແລະ ກຳນົດຈຸດຈົບຂອງຜູ້ຄົນ, ຖ້າຜູ້ຄົນຫຼົງໄຫຼໃນຄວາມຫວັງລົມໆແລ້ງໆ, ແລ້ວພວກເຂົາກໍເປັນຄົນໂງ່ໂດຍສິ້ນເຊີງ. ບໍ່ມີເສັ້ນທາງທີສອງໃຫ້ພວກເຂົາເລືອກໃນເລື່ອງນີ້, ຍ້ອນວ່າພຣະເຈົ້າບໍ່ໄດ້ໃຫ້ເສັ້ນທາງທີສອງແກ່ຜູ້ຄົນ. ນີ້ຄືອຸປະນິໄສຂອງພຣະເຈົ້າ, ນີ້ຄືຄວາມຊອບທຳຂອງພຣະເຈົ້າ ແລະ ຜູ້ຄົນບໍ່ສາມາດເຂົ້າແຊກແຊງໃນເລື່ອງນີ້ໄດ້ ເຖິງແມ່ນວ່າພວກເຂົາຈະຕ້ອງການກໍຕາມ. ເຈົ້າຄິດວ່າເຈົ້າຢູ່ໃນໂລກທີ່ບໍ່ເຊື່ອ, ບ່ອນທີ່ຜູ້ຄົນສາມາດໃຊ້ເງິນຈຳນວນໜຶ່ງ ແລະ ໃຊ້ເສັ້ນສາຍຂອງພວກເຂົາເພື່ອຈັດການເລື່ອງຕ່າງໆໄດ້, ແຕ່ນັ້ນໃຊ້ບໍ່ໄດ້ຜົນກັບພຣະເຈົ້າ. ຈົ່ງຈື່ໄວ້ວ່າ: ສິ່ງນີ້ຈະບໍ່ມີທາງໃຊ້ໄດ້ຜົນກັບພຣະເຈົ້າເລີຍ!
ຂ. ວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”
ຫົວຂໍ້ສຳລັບການໂອ້ລົມໃນມື້ນີ້ແມ່ນການໄຈ້ແຍກທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”. ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບຄຳນິຍາມຂອງຕຳແໜ່ງ “ຜູ້ອອກເຫື່ອແຮງ” ຈົບແລ້ວ, ຄົນສ່ວນໃຫຍ່ບໍ່ໄດ້ມີຄວາມເຂົ້າໃຈທີ່ເປັນບວກກ່ຽວກັບຕຳແໜ່ງນີ້ບໍ? ພວກເຈົ້າຍັງຮູ້ສຶກເຖິງການຕໍ່ຕ້ານ ຫຼື ຄວາມບໍ່ເຕັມໃຈຕໍ່ຕຳແໜ່ງນີ້ຢູ່ບໍ? (ບໍ່.) ສະນັ້ນ, ຕອນນີ້ໃຫ້ພວກເຮົາມາເບິ່ງວ່າຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ແນວໃດ ແລະ ພວກເຂົາມີທັດສະນະຄະຕິແນວໃດຕໍ່ຕຳແໜ່ງນີ້. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໃຫ້ຄຸນຄ່າຫຼາຍທີ່ສຸດກໍຄືຕຳແໜ່ງທີ່ສູງ, ກຽດຕິຍົດທີ່ສູງ ແລະ ອຳນາດເດັດຂາດ. ເມື່ອເວົ້າເຖິງຕຳແໜ່ງທີ່ທຳມະດາຫຼາຍ, ຕຳແໜ່ງລະດັບຮາກຫຍ້າ ແລະ ຕຳແໜ່ງລະດັບລຸ່ມບາງຕຳແໜ່ງ ພ້ອມທັງຕຳແໜ່ງອື່ນໆທີ່ຜູ້ຄົນເບິ່ງວ່າຂ້ອນຂ້າງໜ້າອັບອາຍ, ຜູ້ຕໍ່ຕ້ານພຣະຄຣິສຈະຮູ້ສຶກເຖິງການຕໍ່ຕ້ານ ແລະ ການດູຖູກຢ່າງຮຸນແຮງໃນຫົວໃຈຂອງພວກເຂົາ ແລະ ພວກເຂົາຮູ້ສຶກແບບນີ້ຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ເປັນພິເສດ. ບໍ່ວ່າພຣະເຈົ້າຈະອົດທົນ ແລະ ໃຈເຢັນສໍ່າໃດຕໍ່ກຸ່ມຄົນທີ່ຮູ້ຈັກກັນໃນນາມຜູ້ອອກເຫື່ອແຮງນີ້ ແລະ ບໍ່ວ່າຄຳອະທິບາຍ ແລະ ການຕີຄວາມໝາຍຂອງພຣະເຈົ້າກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ຈະເປັນແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງຄົງດູຖູກຕຳແໜ່ງນີ້ຢູ່ເລິກໆໃນຫົວໃຈຂອງພວກເຂົາ. ພວກເຂົາຄິດວ່າຕຳແໜ່ງນີ້ຕໍ່າຕ້ອຍເກີນໄປ ແລະ ຖ້າພວກເຂົາເອງເປັນຜູ້ອອກເຫື່ອແຮງ, ພວກເຂົາກໍຈະອັບອາຍເກີນກວ່າທີ່ຈະອອກໜ້າອອກຕາໄດ້. ພວກເຂົາຄິດວ່າທັນທີທີ່ພວກເຂົາໄດ້ຮັບຕຳແໜ່ງນີ້, ຄວາມສຸດຈະລິດ, ກຽດສັກສີ ແລະ ຊື່ສຽງຂອງພວກເຂົາກໍກຳລັງຖືກທ້າທາຍ ແລະ ຖືກດູຖູກ, ຄຸນຄ່າຂອງພວກເຂົາກໍຕົກຕໍ່າລົງຢ່າງໜັກ ແລະ ຊີວິດກໍບໍ່ມີຄວາມໝາຍອີກຕໍ່ໄປ. ດ້ວຍເຫດນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຮັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ຖ້າເຈົ້າຂໍໃຫ້ພວກເຂົາໄປທີ່ເຮືອນຂອງພຣະເຈົ້າ ແລະ ໃຫ້ບໍລິການສຳລັບວຽກງານຂອງພຣະເຈົ້າ, ພວກເຂົາກໍຈະເວົ້າວ່າ: “ຕຳແໜ່ງ ‘ຜູ້ອອກເຫື່ອແຮງ’ ນັ້ນໜ້າອັບອາຍເກີນໄປ ແລະ ຂ້ອຍກໍບໍ່ເຕັມໃຈທີ່ຈະເປັນຜູ້ອອກເຫື່ອແຮງຢູ່ແລ້ວ. ການທີ່ເຈົ້າຂໍໃຫ້ຂ້ອຍເປັນຜູ້ອອກເຫື່ອແຮງນັ້ນ, ເຈົ້າກຳລັງດູຖູກຂ້ອຍ. ຂ້ອຍບໍ່ໄດ້ມາເຊື່ອໃນພຣະເຈົ້າເພື່ອໃຫ້ເຈົ້າສາມາດດູຖູກຂ້ອຍໄດ້, ຂ້ອຍມາເພື່ອຮັບພອນ. ຖ້າບໍ່ດັ່ງນັ້ນ, ຂ້ອຍຈະປະຖິ້ມຄອບຄົວຂອງຂ້ອຍ, ອອກຈາກວຽກຂອງຂ້ອຍ ແລະ ຍອມປະຖິ້ມອະນາຄົດທາງໂລກຂອງຂ້ອຍໄປເພື່ອຫຍັງ? ຂ້ອຍບໍ່ໄດ້ມາເພື່ອເປັນຜູ້ອອກເຫື່ອແຮງ; ຂ້ອຍບໍ່ໄດ້ມາເພື່ອເຮັດວຽກໃຫ້ເຈົ້າ ແລະ ຮັບໃຊ້ເຈົ້າ. ຖ້າເຈົ້າບອກໃຫ້ຂ້ອຍເປັນຜູ້ອອກເຫື່ອແຮງ, ຂ້ອຍຍອມບໍ່ເຊື່ອເລີຍດີກວ່າ!” ນີ້ບໍ່ແມ່ນທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ແມ່ນແຕ່ມີຜູ້ຕໍ່ຕ້ານພຣະຄຣິສບາງຄົນກໍເວົ້າວ່າ: “ຖ້າເຈົ້າບອກໃຫ້ຂ້ອຍເປັນຜູ້ອອກເຫື່ອແຮງໃນເຮືອນຂອງພຣະເຈົ້າ, ແລ້ວຈຸດປະສົງທີ່ຂ້ອຍເຊື່ອໃນພຣະເຈົ້າແມ່ນຫຍັງ? ມັນຍັງມີຄວາມໝາຍຫຍັງອີກ?” ດ້ວຍເຫດນັ້ນ, ເມື່ອພວກເຂົາຮັບຜິດຊອບວຽກງານໃດໜຶ່ງ ແລະ ຍອມຮັບພຣະບັນຊາ ຫຼື ໜ້າວຽກໃນເຮືອນຂອງພຣະເຈົ້າ, ກ່ອນອື່ນພວກເຂົາຕ້ອງການຄົ້ນຫາສິ່ງຕໍ່ໄປນີ້: “ຫຼັງຈາກທີ່ຂ້ອຍຮັບວຽກນີ້ແລ້ວ, ຂ້ອຍຈະໄດ້ເປັນຜູ້ນຳຄຣິສຕະຈັກ ຫຼື ຫົວໜ້າທີມ ຫຼື ຂ້ອຍຈະເປັນພຽງລູກນ້ອງທີ່ຄອຍຮັບໃຊ້ ແລະ ເຮັດວຽກໃຫ້ຄົນອື່ນ?” ກ່ອນທີ່ຈະຮູ້ເລື່ອງນີ້ຢ່າງຊັດເຈນ, ພວກເຂົາກໍລົງມືເຮັດວຽກໄປກ່ອນ. ໃນຊ່ວງເວລານີ້, ພວກເຂົາສັງເກດຄຳເວົ້າ ແລະ ການສະແດງອອກຂອງຜູ້ຄົນ, ເປີດຫູເປີດຕາໃຫ້ກວ້າງ ແລະ ສອບຖາມຂໍ້ມູນຈາກແຫຼ່ງຕ່າງໆ. ພວກເຂົາຕ້ອງການຮູ້ວ່າພວກເຂົາພຽງແຕ່ໃຫ້ບໍລິການຢູ່ບ່ອນນີ້ຊົ່ວຄາວ ຫຼື ພວກເຂົາສາມາດເຮັດວຽກນີ້ໃນໄລຍະຍາວໄດ້, ພວກເຂົາເປັນຄົນທີ່ສາມາດໄດ້ຮັບການບົ່ມເພາະ ຫຼື ເປັນພຽງຄົນທີ່ຖືກໃຊ້ງານຊົ່ວຄາວ ເພື່ອຕື່ມເຕັມຕຳແໜ່ງທີ່ວ່າງຢູ່. ຖ້າພວກເຂົາພຽງແຕ່ຖືກໃຊ້ງານ ເພື່ອຕື່ມເຕັມຕຳແໜ່ງທີ່ວ່າງຢູ່ ແລະ ພວກເຂົາຖືກຂໍໃຫ້ຮັບໃຊ້ເພື່ອຜົນງານຂອງຄົນອື່ນ ພ້ອມທັງເພື່ອຕຳແໜ່ງ ແລະ ອຳນາດຂອງຄົນອື່ນ, ພວກເຂົາກໍຈະບໍ່ເຮັດມັນຢ່າງເດັດຂາດ. ພວກເຂົາບໍ່ສົນໃຈວ່າເຮືອນຂອງພຣະເຈົ້າຕ້ອງການໃຫ້ພວກເຂົາປະຕິບັດໜ້າທີ່ ຫຼື ບໍ່ ຫຼື ໜ້າທີ່ທີ່ພວກເຂົາປະຕິບັດນັ້ນມີຄວາມສຳຄັນສໍ່າໃດສຳລັບວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ສົນໃຈກ່ຽວກັບສິ່ງເຫຼົ່ານີ້. ເມື່ອພວກເຂົາຮັບຮູ້ວ່າພວກເຂົາກຳລັງໃຫ້ບໍລິການຢູ່ບ່ອນນີ້ ໂດຍບໍ່ມີອຳນາດໃນການສັ່ງການ ແລະ ຕັດສິນໃຈ, ພວກເຂົາກໍຈະເຮັດພໍແລ້ວມືແລ້ວຕີນໃນການກະທຳຂອງພວກເຂົາ, ພວກເຂົາລະເລີຍໜ້າທີ່ຂອງພວກເຂົາ, ພວກເຂົາກະທຳໂດຍບໍ່ຄິດໃຫ້ດີ, ພວກເຂົາຍັງກາຍເປັນຄົນຜະເດັດການ ແລະ ພວກເຂົາເຖິງກັບສາມາດຫັນຫຼັງໃຫ້ກັບໜ້າທີ່ຂອງພວກເຂົາ ແລະ ຈາກໄປໄດ້ຕະຫຼອດເວລາ; ພວກເຂົາປະຕິບັດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາເອງຄືກັບວ່າມັນເປັນເລື່ອງຫຼິ້ນໆຂອງເດັກນ້ອຍ. ພວກເຂົາມີຄະຕິປະຈຳໃຈທີ່ວ່າ: “ຂ້ອຍຈະບໍ່ເຮັດວຽກໜັກຢູ່ເບື້ອງຫຼັງ ໃນຂະນະທີ່ຄົນອື່ນໄດ້ຮັບຄວາມໂດດເດັ່ນ”. ພວກເຂົາຄິດວ່າ “ຂ້ອຍເກີດມາເພື່ອເປັນຜູ້ນຳ. ຂ້ອຍເກີດມາພ້ອມກັບອຳນາດໃນການສັ່ງການ ແລະ ຕັດສິນໃຈ. ຖ້າຂ້ອຍຕ້ອງສູນເສຍສອງສິ່ງນັ້ນໄປ, ແລ້ວການມີຊີວິດຢູ່ຈະມີຄວາມໝາຍຫຍັງອີກ? ການເຊື່ອໃນພຣະເຈົ້າຈະມີຄວາມໝາຍຫຍັງອີກຕໍ່ໄປ? ຂ້ອຍເຊື່ອໃນພຣະເຈົ້າໄປເພື່ອຫຍັງ? ຂ້ອຍບໍ່ໄດ້ຍອມປະຖິ້ມຜົນປະໂຫຍດເລັກນ້ອຍ ເພື່ອຮັບພອນອັນຍິ່ງໃຫຍ່ບໍ? ຖ້າຄວາມປາຖະໜານີ້ບໍ່ສາມາດເຮັດໃຫ້ສຳເລັດໄດ້, ຂ້ອຍກໍຈະຍອມເຮັດຕາມກະແສຂອງໂລກ ແລະ ລົງນະຮົກໄປເລີຍດີກວ່າຢ່າງບໍ່ຕ້ອງສົງໄສ!” ສຸພາສິດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? “ບໍ່ມີທາງທີ່ຂ້ອຍຈະຍອມໃຫ້ໃຜມາສະແຫວງຫາຜົນປະໂຫຍດ ເພື່ອຢຽບຂຶ້ນໄປສູ່ຈຸດສູງສຸດຂອງພວກເຂົາ; ຂ້ອຍຕ່າງຫາກທີ່ເປັນຄົນຢຽບຄົນອື່ນຂຶ້ນໄປ. ຖ້າຜູ້ຄົນໄດ້ຮັບລາງວັນຕາມການປະກອບສ່ວນຂອງພວກເຂົາ, ຂ້ອຍກໍຄວນຈະຢູ່ໃນອັນດັບສູງສຸດຂອງລາຍຊື່. ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ຂ້ອຍຈະເຮັດວຽກຢ່າງແຂງຂັນ ແລະ ທຸ່ມເທສຸດຄວາມສາມາດ, ຖ້າບໍ່ດັ່ງນັ້ນ ເຈົ້າກໍລືມເລື່ອງທີ່ຈະໃຫ້ຂ້ອຍເຮັດແບບນັ້ນໄປໄດ້ເລີຍ. ຖ້າເຈົ້າຂໍໃຫ້ຂ້ອຍພະຍາຍາມຢ່າງໜັກ, ໃຫ້ຄຳແນະນຳແກ່ເຈົ້າ ແລະ ເຮັດວຽກດ້ວຍສຸດຈິດສຸດໃຈຂອງຂ້ອຍ, ແຕ່ໃນທີ່ສຸດ, ເມື່ອເຖິງເວລາທີ່ຜູ້ຄົນຈະໄດ້ຮັບລາງວັນຕາມການປະກອບສ່ວນຂອງພວກເຂົາ, ຂ້ອຍພັດບໍ່ໄດ້ຮັບຫຍັງເລີຍ, ເຈົ້າກໍລືມເລື່ອງທີ່ຈະຂໍໃຫ້ຂ້ອຍເຮັດວຽກໃຫ້ພວກເຈົ້າ, ອອກແຮງເພື່ອພວກເຈົ້າ ແລະ ຮັບໃຊ້ພວກເຈົ້າໄປໄດ້ເລີຍ!” ນີ້ບໍ່ແມ່ນການເປີດເຜີຍ ແລະ ການສະແດງອອກທີ່ແທ້ຈິງຂອງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ເຖິງແມ່ນວ່າພວກເຂົາບໍ່ໄດ້ຕັ້ງໃຈທີ່ຈະສະຫຼັດຕຳແໜ່ງ “ຜູ້ອອກເຫື່ອແຮງ” ຖິ້ມ, ແຕ່ໃນແງ່ຂອງອຸປະນິໄສ-ແກ່ນແທ້ຂອງພວກເຂົາ, ພວກເຂົາກຳລັງສະຫຼັດຕຳແໜ່ງນີ້ຖິ້ມຢູ່ຕະຫຼອດເວລາ ແລະ ຕໍ່ສູ້, ເຮັດວຽກໜັກ ແລະ ດີ້ນລົນຢູ່ຕະຫຼອດເວລາ ເພື່ອກຳຈັດຕຳແໜ່ງນີ້ອອກໄປຈາກຕົນເອງ. ຖ້າໃນເວລາທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່ຂອງຕົນ, ພວກເຂົາມີໂອກາດທີ່ຈະໂດດເດັ່ນ ແລະ ກາຍເປັນຈຸດສົນໃຈ ຫຼື ຖ້າພວກເຂົາມີອຳນາດໃນການຕັດສິນໃຈຂັ້ນສຸດທ້າຍ ແລະ ສັ່ງການ, ກາຍເປັນຜູ້ນຳ, ມີຕຳແໜ່ງ, ມີອິດທິພົນ ແລະ ມີກຽດຕິຍົດ ພ້ອມທັງມີຄົນຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ, ພວກເຂົາກໍຈະຮູ້ສຶກພໍໃຈຫຼາຍ. ຖ້າມື້ໜຶ່ງມີຄົນເປີດໂປງບັນຫາຂອງພວກເຂົາ ແລະ ລິຮານພວກເຂົາ ໂດຍເວົ້າວ່າ “ມີຫຼາຍສິ່ງທີ່ເຈົ້າບໍ່ໄດ້ຈັດການຕາມຫຼັກການ ແຕ່ພັດຈັດການຕາມທີ່ເຈົ້າຕ້ອງການ. ນີ້ຄືພຶດຕິກຳຂອງຄົນທີ່ພຽງແຕ່ໃຫ້ບໍລິການຢ່າງແທ້ຈິງ; ເຈົ້າບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງເຈົ້າ”, ຜູ້ຕໍ່ຕ້ານພຣະຄຣິສຈະສາມາດຍອມຮັບສິ່ງນັ້ນໄດ້ບໍ? (ບໍ່.) ກ່ອນອື່ນ, ພວກເຂົາຈະອ້າງເຖິງຄວາມບໍລິສຸດຂອງພວກເຂົາ, ອະທິບາຍເພື່ອແກ້ຕົວ ແລະ ໂຕ້ແຍ້ງເພື່ອຕົນເອງ ແລະ ອັນດັບທີສອງ, ພວກເຂົາຈະຮູ້ສຶກເຖິງຄວາມບໍ່ພໍໃຈ ແລະ ການຕໍ່ຕ້ານໃນທັນທີຕໍ່ຄຳວ່າ “ໃຫ້ບໍລິການ” ແລະ ຈະບໍ່ຍອມຮັບຄຳນັ້ນຢ່າງເດັດຂາດ. ພວກເຂົາຈະເວົ້າວ່າ “ຂ້ອຍໄດ້ຈ່າຍລາຄາທີ່ສູງຫຼາຍ ແລະ ທົນທຸກຫຼາຍ. ຂ້ອຍເລີ່ມວຽກແຕ່ເຊົ້າ ແລະ ເລີກວຽກເດິກດື່ນທ່ຽງຄືນ ແລະ ຂ້ອຍອົດຫຼັບອົດນອນ ແລະ ລືມກິນເຂົ້າ ແຕ່ພວກເຈົ້າຍັງເວົ້າວ່າຂ້ອຍກຳລັງໃຫ້ບໍລິການບໍ? ມີຄົນທີ່ໃຫ້ບໍລິການແບບນີ້ແທ້ໆບໍ? ຂ້ອຍໄດ້ຈ່າຍລາຄາທີ່ສູງຫຼາຍ ແລະ ສິ່ງດຽວທີ່ຂ້ອຍໄດ້ຮັບກໍຄືຕຳແໜ່ງນີ້, ຄຳຈຳກັດຄວາມນີ້, ທີ່ວ່າ ‘ຜູ້ອອກເຫື່ອແຮງ’. ແລ້ວຈະມີຫຍັງໃຫ້ຂ້ອຍລໍຄອຍອີກ? ການເຊື່ອໃນພຣະເຈົ້າມີຄວາມໝາຍຫຍັງ? ມີແຮງຈູງໃຈຫຍັງແດ່? ບໍ່ເຊື່ອໃນພຣະເຈົ້າປະເພດນີ້ດີກວ່າ!” ພວກເຂົາສູນເສຍຄວາມກະຕືລືລົ້ນຂອງພວກເຂົາ. ຫຼັງຈາກທີ່ຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບມັນເທົ່ານັ້ນ, ພວກເຂົາຍັງຮູ້ສຶກເຖິງການຕໍ່ຕ້ານ ແລະ ເກີດຄວາມເບື່ອໜ່າຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງສ້າງຄວາມເຂົ້າໃຈຜິດອີກດ້ວຍ. ເມື່ອພວກເຂົາເຮັດວຽກ ແລະ ປະຕິບັດໜ້າທີ່ຂອງພວກເຂົາຫຼັງຈາກນັ້ນ, ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປ ແລະ ພວກເຂົາຄິດວ່າ “ຕອນນີ້ຂ້ອຍເປັນຜູ້ອອກເຫື່ອແຮງແລ້ວ ບໍ່ວ່າຂ້ອຍຈະເຮັດຫຍັງກໍຕາມ, ສະນັ້ນ ເມື່ອຂ້ອຍເຮັດວຽກງານນີ້ ຂ້ອຍຄວນຈະຢັ້ງໄວ້ດີກວ່າ, ຈົ່ງທາງຖອຍໃຫ້ຕົນເອງ ແລະ ບໍ່ທຸ່ມເທສຸດຄວາມສາມາດ. ທຸກຄົນເວົ້າວ່າພຣະເຈົ້າຊອບທຳ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຫັນສິ່ງນັ້ນໄດ້? ພຣະເຈົ້າຊອບທຳແນວໃດ? ໃນເມື່ອຂ້ອຍເປັນຜູ້ອອກເຫື່ອແຮງບໍ່ວ່າຂ້ອຍຈະເຮັດຫຍັງກໍຕາມ, ແລ້ວນັບຕັ້ງແຕ່ນີ້ໄປ ຂ້ອຍຈະປ່ຽນວິທີທີ່ຂ້ອຍເຊື່ອໃນພຣະເຈົ້າ; ຂ້ອຍຈະພຽງແຕ່ໃຫ້ບໍລິການ ແລະ ພວກເຮົາຈະມາເບິ່ງກັນວ່າໃຜຢ້ານໃຜ. ໃນເມື່ອຂ້ອຍຈະບໍ່ໄດ້ຮັບການຍົກຍ້ອງ ຫຼື ຖືກຍອມຮັບສຳລັບສິ່ງໃດກໍຕາມທີ່ຂ້ອຍເຮັດແລ້ວ, ກໍປ່ອຍມັນໄປ, ຂ້ອຍຈະປ່ຽນວິທີການດຳລົງຊີວິດຂອງຂ້ອຍ ແລະ ວິທີການເຮັດສິ່ງຕ່າງໆຂອງຂ້ອຍ. ຂ້ອຍຈະເຮັດທຸກຢ່າງທີ່ເຈົ້າຂໍໃຫ້ຂ້ອຍເຮັດ ແລະ ຂ້ອຍຈະບໍ່ເວົ້າອອກມາ ຖ້າຂ້ອຍມີຄວາມຄິດໃດໜຶ່ງ, ໃຜຢາກເວົ້າກໍເວົ້າໄປ. ຖ້າມີຄົນລິຮານຂ້ອຍ, ຂ້ອຍກໍຈະສະແດງອອກວ່າເຫັນດີກັບພວກເຂົາພຽງແຕ່ເປືອກນອກ ແລະ ຖ້າໃຜເຮັດຜິດພາດໃນວຽກງານຂອງພວກເຂົາ, ຂ້ອຍກໍຈະບໍ່ເວົ້າຫຍັງ ເຖິງແມ່ນວ່າຂ້ອຍຈະສັງເກດເຫັນກໍຕາມ. ຖ້າຄົນໃດໜຶ່ງກະທຳໂດຍບໍ່ມີຄວາມເຂົ້າໃຈກ່ຽວກັບຫຼັກການ, ຂ້ອຍກໍຈະບໍ່ບອກຫຼັກການໃຫ້ແກ່ພວກເຂົາ ເຖິງແມ່ນວ່າຂ້ອຍຈະເຂົ້າໃຈຫຼັກການເຫຼົ່ານັ້ນກໍຕາມ. ຂ້ອຍຈະພຽງແຕ່ເບິ່ງພວກເຂົາເຮັດຕົວຄືກັບຄົນໂງ່, ປ່ອຍໃຫ້ພວກເຂົາເຮັດຜິດພາດ ເພື່ອທີ່ພວກເຂົາຈະໄດ້ຖືກລິຮານຄືກັບຂ້ອຍ ແລະ ເບິ່ງວ່າພວກເຂົາຈະສາມາດຮັບມືກັບລົດຊາດຂອງຄວາມຮູ້ສຶກທີ່ຖືກກຳນົດລັກສະນະວ່າເປັນຜູ້ອອກເຫື່ອແຮງໄດ້ ຫຼື ບໍ່. ໃນເມື່ອພວກເຈົ້າເຮັດໃຫ້ຂ້ອຍໄດ້ຮັບຄວາມລຳບາກ, ຂ້ອຍກໍຈະເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບພວກເຈົ້າ ແລະ ຈະບໍ່ປ່ອຍໃຫ້ພວກເຈົ້າຜ່ານໄປໄດ້ງ່າຍໆຄືກັນ!” ພຽງແຕ່ຖືກລິຮານ ແລະ ຖືກລົງວິໄນກໍເຮັດໃຫ້ພວກເຂົາຮູ້ສຶກເຖິງອາລົມ ແລະ ຄວາມຮູ້ສຶກຕໍ່ຕ້ານທີ່ຮຸນແຮງແບບນີ້ແລ້ວ, ນີ້ແມ່ນທັດສະນະຄະຕິຂອງການຍອມຮັບຄວາມຈິງບໍ? (ບໍ່.) ການໃຫ້ບໍລິການມັນຜິດບ່ອນໃດ? ການໃຫ້ບໍລິການແກ່ພຣະເຈົ້າມັນບໍ່ດີບໍ? ການໃຫ້ບໍລິການແກ່ພຣະເຈົ້າທຳລາຍກຽດສັກສີຂອງເຈົ້າບໍ? ພຣະເຈົ້າບໍ່ສົມຄວນທີ່ຈະໃຫ້ເຈົ້າໃຫ້ບໍລິການແກ່ພຣະອົງບໍ? ແລ້ວເຈົ້າມີຄ່າຄູ່ຄວນທີ່ຈະໃຫ້ພຣະເຈົ້າເຮັດຫຍັງໃຫ້ເຈົ້າ? ເປັນຫຍັງເຈົ້າຈຶ່ງອ່ອນໄຫວ ແລະ ຕໍ່ຕ້ານຄຳເວົ້າເຫຼົ່ານີ້ຫຼາຍແທ້? ພຣະຜູ້ສ້າງໄດ້ຖ່ອມຕົວພຣະອົງເອງລົງມາກາຍເປັນຄົນທີ່ອາໄສຢູ່ທ່າມກາງມະນຸດ ແລະ ຮັບໃຊ້ມະນຸດທີ່ເສື່ອມຊາມທຸກຄົນ, ມະນຸດຜູ້ທີ່ຕໍ່ຕ້ານ ແລະ ປະຕິເສດພຣະອົງ. ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດໃຫ້ບໍລິການພຽງເລັກນ້ອຍເພື່ອເຫັນແກ່ແຜນການຄຸ້ມຄອງຂອງພຣະເຈົ້າໄດ້? ການເຮັດແບບນີ້ມັນຜິດບ່ອນໃດ? ມັນມີບາງສິ່ງທີ່ເຮັດໃຫ້ເສື່ອມເສຍຊື່ສຽງກ່ຽວກັບການໃຫ້ບໍລິການບໍ? ມັນມີບາງສິ່ງທີ່ບໍ່ສາມາດເວົ້າອອກມາໄດ້ກ່ຽວກັບການໃຫ້ບໍລິການບໍ? ເມື່ອປຽບທຽບກັບຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າແລ້ວ, ມະນຸດຈະຍັງຄົງໜ້າລັງກຽດ ແລະ ຂີ້ຮ້າຍຕະຫຼອດໄປ. ມັນບໍ່ແມ່ນແບບນັ້ນບໍ?
ຜູ້ຄົນທີ່ເສື່ອມຊາມທີ່ໄລ່ຕາມຄວາມຈິງອາດຈະຮູ້ສຶກອາລົມບໍ່ດີພຽງຊົ່ວຄາວ ເມື່ອພວກເຂົາໄດ້ຍິນຕຳແໜ່ງ “ຜູ້ອອກເຫື່ອແຮງ”, ແຕ່ນີ້ສາມາດກາຍເປັນປັດໄຈກະຕຸ້ນທີ່ສາມາດສ້າງແຮງບັນດານໃຈໃຫ້ພວກເຂົາໄລ່ຕາມຄວາມຈິງ ເພື່ອບັນລຸການອ່ອນນ້ອມຕໍ່ພຣະເຈົ້າ; ພວກເຂົາບໍ່ໄດ້ອ່ອນໄຫວຫຼາຍຕໍ່ຕຳແໜ່ງນີ້ທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນ. ແຕ່ນີ້ບໍ່ແມ່ນກໍລະນີຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາມັກຈະຄິດເລັກຄິດນ້ອຍຢູ່ສະເໝີກ່ຽວກັບຕຳແໜ່ງທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນ ແລະ ເກັບພວກມັນມາໃສ່ໃຈ. ມັນງ່າຍຫຼາຍທີ່ວະລີໜຶ່ງທີ່ພຣະເຈົ້າກ່າວຈະລະເມີດຜົນປະໂຫຍດຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາເຈັບປວດ ແລະ ເມື່ອບາງສິ່ງທີ່ພຣະເຈົ້າກ່າວຂັດກັບເຈດຕະນາ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາ, ມັນກໍໄດ້ທຳຮ້າຍຄວາມເຄົາລົບຕົນເອງຂອງພວກເຂົາ. ໃນເວລາທີ່ຄວາມເຄົາລົບຕົນເອງ ແລະ ກຽດສັກສີຂອງພວກເຂົາຖືກທຳຮ້າຍ, ພວກເຂົາກໍຈະຕັດສິນ, ປະຕິເສດ ແລະ ທໍລະຍົດພຣະເຈົ້າ; ພວກເຂົາຕ້ອງການທີ່ຈະຈາກພຣະເຈົ້າໄປ, ພວກເຂົາບໍ່ເຕັມໃຈທີ່ຈະສືບຕໍ່ປະຕິບັດໜ້າທີ່ຂອງຕົນ, ໃນຂະນະດຽວກັນ ພວກເຂົາກໍສາບແຊ່ງພຣະເຈົ້າທີ່ບໍ່ຊອບທຳ ແລະ ບໍ່ເຫັນອົກເຫັນໃຈຜູ້ຄົນ. ບາງຄົນເຖິງກັບເວົ້າວ່າພຣະເຈົ້ານັ້ນເອົາໃຈຍາກເກີນໄປ ແລະ ບໍ່ມີສິ່ງໃດທີ່ພວກເຂົາເຮັດແລ້ວຖືກຕ້ອງເລີຍ. ຄຳເວົ້າ, ຄວາມຮູ້ສຶກ ແລະ ອຸປະນິໄສເຫຼົ່ານີ້ລ້ວນແຕ່ມາຈາກຜູ້ຕໍ່ຕ້ານພຣະຄຣິສ. ນອກເໜືອຈາກທີ່ບໍ່ມີທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າຢ່າງສິ້ນເຊີງແລ້ວ, ພວກເຂົາຍັງຈັບຜິດເມື່ອເວົ້າເຖິງສິ່ງຕ່າງໆທີ່ພຣະເຈົ້າກ່າວ ແລະ ພວກເຂົາກໍບໍ່ສົນໃຈ ແລະ ເມີນເສີຍຕໍ່ຂໍ້ກຳນົດຕ່າງໆຂອງພຣະເຈົ້າ. ພວກເຂົາຕໍ່ຕ້ານຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ຢູ່ຕະຫຼອດເວລາ ແລະ ບໍ່ມີເຈດຕະນາທີ່ຈະຍອມຮັບ ຫຼື ອ່ອນນ້ອມ, ຍິ່ງໄປກວ່ານັ້ນກໍບໍ່ມີເຈດຕະນາອັນໃດໃນການເຂົ້າໃຈເຈດຕະນາຂອງພຣະເຈົ້າ. ສິ່ງດຽວທີ່ພວກເຂົາເຮັດກໍຄືການສະແຫວງຫາຢ່າງບໍ່ລົດລະທີ່ຈະສະຫຼັດການກຳນົດລັກສະນະ ແລະ ຕົວຕົນນີ້, ສະຖານະ ແລະ ຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ຖິ້ມ ແລະ ພວກເຂົາບໍ່ໄດ້ສະແຫວງຫາວິທີທີ່ຈະຮ່ວມມືກັບພຣະເຈົ້າ ເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ ຫຼື ວິທີທີ່ຈະບັນລຸການປ່ຽນແປງທາງອຸປະນິໄສ, ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ໄດ້ໄລ່ຕາມສິ່ງທີ່ເປັນບວກເຫຼົ່ານີ້ເລີຍ ແລະ ເຖິງແມ່ນວ່າໃນຕອນທີ່ພວກເຂົາຖືກເປີດໂປງວ່າເປັນຜູ້ອອກເຫື່ອແຮງ, ຄວາມຄຽດແຄ້ນ ແລະ ຄວາມຫົວຮ້ອນທີ່ພວກເຂົາຮູ້ສຶກກໍລະເບີດອອກມາພ້ອມກັນໃນທັນທີ. ສິ່ງນີ້ສາມາດຮ້າຍແຮງໄດ້ສໍ່າໃດ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນລັກສາບແຊ່ງພຣະເຈົ້າໃນສະຖານທີ່ສາທາລະນະ ໃນຂະນະທີ່ສາບແຊ່ງພຣະອົງສຽງດັງ ເມື່ອຢູ່ຫຼັງປະຕູທີ່ປິດໄວ້ ໂດຍເວົ້າວ່າ “ພຣະເຈົ້າບໍ່ຊອບທຳ. ຂ້ອຍຍອມບໍ່ເຊື່ອໃນພຣະເຈົ້າປະເພດນີ້ດີກວ່າ!” ພວກເຂົາຮ້ອງທ້າທາຍ ແລະ ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ພຽງແຕ່ຄຳວ່າ “ຜູ້ອອກເຫື່ອແຮງ” ນີ້ກໍເຮັດໃຫ້ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຕໍ່ຕ້ານພຣະເຈົ້າ ແລະ ເບື່ອໜ່າຍຄວາມຈິງຖືກເປີດເຜີຍອອກມາແລ້ວ. ໃບໜ້າທີ່ຊົ່ວຊ້າຂອງພວກເຂົາຖືກເປີດໂປງຢ່າງສິ້ນເຊີງຕໍ່ໜ້າຄຳວ່າ “ຜູ້ອອກເຫື່ອແຮງ” ແລະ ພວກເຂົາກໍຖືກເປີດເຜີຍຢ່າງໝົດຈົດ. ສິ່ງທີ່ຖືກເປີດເຜີຍຢ່າງໝົດຈົດນັ້ນແມ່ນຫຍັງກັນແທ້? ມັນກໍຄື ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າ ເພື່ອຍອມຮັບຄວາມລອດພົ້ນຂອງພຣະອົງ ຫຼື ເພື່ອຍອມຮັບຄວາມຈິງ ແລະ ພວກເຂົາກໍບໍ່ໄດ້ເຊື່ອໃນພຣະເຈົ້າເພາະວ່າພຣະເຈົ້າເປັນຄວາມຈິງ ຫຼື ເພາະວ່າພຣະເຈົ້າເປັນຜູ້ຊົງອຳນາດສູງສຸດເໜືອທຸກຊັບພະສິ່ງ. ແຕ່ພວກເຂົາເຊື່ອໃນພຣະເຈົ້າເພາະວ່າພວກເຂົາຕ້ອງການບາງສິ່ງຈາກພຣະອົງ. ພວກເຂົາຍອມບັງຄັບຕົນເອງໃຫ້ມາທີ່ເຮືອນຂອງພຣະເຈົ້າກໍເພື່ອເຫັນແກ່ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງ. ພວກເຂົາຄິດເພີ້ຝັນທີ່ຈະໂດດເດັ່ນຈາກຝູງຊົນ ແລະ ໄດ້ຮັບພອນຜ່ານວິທີການ, ຄວາມພະຍາຍາມ, ການເຮັດວຽກໜັກ ແລະ ການດີ້ນລົນຂອງພວກເຂົາເອງ ຫຼື ຖ້າຈະໃຫ້ດີກວ່ານັ້ນ ບາງທີອາດຈະໄດ້ຮັບລາງວັນທີ່ຍິ່ງໃຫຍ່ກວ່າໃນຊາດໜ້າຂອງພວກເຂົາ. ສະນັ້ນ, ໃນສາຍຕາຂອງພວກເຂົາ, ຄຳວ່າ “ຜູ້ອອກເຫື່ອແຮງ” ຈຶ່ງເປັນສິ່ງທີ່ລົດຄຸນຄ່າ ແລະ ເປັນຄຳສັບທີ່ດູຖູກຕະຫຼອດໄປ ເຊິ່ງເປັນສິ່ງທີ່ພວກເຂົາບໍ່ມີວັນຍອມຮັບໄດ້. ອ້າຍເອື້ອຍນ້ອງບາງຄົນຄິດວ່າ “ການໃຫ້ບໍລິການແກ່ພຣະເຈົ້າແມ່ນພອນຂອງພວກເຮົາ. ມັນເປັນສິ່ງທີ່ດີ, ເປັນສິ່ງທີ່ມີກຽດ”. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບຂໍ້ເທັດຈິງນີ້ ແລະ ເວົ້າວ່າ “ການໃຫ້ບໍລິການແກ່ພຣະເຈົ້າແມ່ນພອນຂອງພວກເຮົາບໍ? ນັ້ນເປັນຄຳເວົ້າປະເພດໃດກັນ? ຊ່າງເປັນເລື່ອງໄຮ້ສາລະແທ້ໆ! ມັນມີພອນຢູ່ບ່ອນໃດໃນການເຮັດແບບນັ້ນ? ມັນມີຄວາມສຸກຢູ່ບ່ອນໃດ? ຈະໄດ້ຮັບຫຍັງຈາກການໃຫ້ບໍລິການແກ່ພຣະເຈົ້າ? ເຈົ້າສາມາດໄດ້ຮັບເງິນ, ຄຳ ຫຼື ຊັບສົມບັດຈາກການໃຫ້ບໍລິການບໍ? ຫຼື ເຈົ້າສາມາດໄດ້ຮັບເຮືອນ ແລະ ລົດບໍ? ທຸກຄົນທີ່ໃຫ້ບໍລິການຈະຖືກກຳຈັດ; ມີຜູ້ອອກເຫື່ອແຮງຄົນໃດແດ່ທີ່ເປັນຄົນດີ? ບໍ່ມີໃຜທີ່ໃຫ້ບໍລິການແລ້ວຈະໄດ້ຮັບຫຍັງເລີຍ”. ພວກເຂົາບໍ່ຍອມຮັບຂໍ້ເທັດຈິງທີ່ອ້າຍເອື້ອຍນ້ອງໄດ້ໂອ້ລົມກັນທີ່ວ່າ “ການໃຫ້ບໍລິການແກ່ພຣະເຈົ້າແມ່ນພອນສຳລັບມະນຸດຊາດ” ແລະ ພວກເຂົາຮູ້ສຶກເຖິງການຕໍ່ຕ້ານ ແລະ ຄວາມລັງກຽດຕໍ່ສິ່ງເຫຼົ່ານັ້ນ; ພວກເຂົາຍອມຟັງສິ່ງອື່ນໃດກໍຕາມດີກວ່າ.
ຜູ້ຕໍ່ຕ້ານພຣະຄຣິສສາມາດອອກແຮງ, ຮັບໃຊ້ ແລະ ລິນເຄື່ອງດື່ມໃຫ້ກັບເຈົ້າໜ້າທີ່ ຫຼື ໃຜກໍຕາມທີ່ມີຕຳແໜ່ງ ແລະ ກຽດຕິຍົດໃນໂລກ ແລະ ເຖິງກັບຈະຍອມຮັບການໃຫ້ບໍລິການແກ່ຄົນເຫຼົ່ານີ້ ແລະ ເຕັມໃຈທີ່ສຸດທີ່ຈະເຮັດມັນ. ມີພຽງແຕ່ເມື່ອພວກເຂົາມາໃຫ້ບໍລິການແກ່ພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງກາຍເປັນຄົນທີ່ບໍ່ເຕັມໃຈ ແລະ ລັງເລ, ເຕັມໄປດ້ວຍການຈົ່ມວ່າ, ການຕໍ່ຕ້ານ ແລະ ຄວາມຮູ້ສຶກ. ຄົນເຫຼົ່ານີ້ແມ່ນສິ່ງມີຊີວິດຫຍັງກັນແທ້? ສິ່ງເຫຼົ່ານີ້ແມ່ນການສະແດງອອກທີ່ຜູ້ຕິດຕາມພຣະເຈົ້າຄວນມີບໍ? ສິ່ງເຫຼົ່ານີ້ແມ່ນການສະແດງອອກເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງຊັດເຈນ. ຖ້າຜູ້ຕໍ່ຕ້ານພຣະຄຣິສຕ້ອງອອກໄປໃນໂລກ ເພື່ອຮັບໃຊ້ເຈົ້າເມືອງ, ເຈົ້າແຂວງ ຫຼື ນັກການເມືອງທີ່ມີຊື່ສຽງໃດໜິ່ງ, ພວກເຂົາກໍຈະຄິດວ່າສິ່ງນີ້ເປັນສະຫງ່າລາສີໃຫ້ກັບວົງຕະກຸນຂອງພວກເຂົາ ແລະ ເຮັດໃຫ້ຄອບຄົວຂອງພວກເຂົາພາກພູມໃຈ. ພວກເຂົາຈະດີໃຈຈົນບໍ່ສາມາດພັນລະນາໄດ້; ຖ້າມີໃຜຖາມພວກເຂົາວ່າວຽກຂອງພວກເຂົາແມ່ນຫຍັງ, ພວກເຂົາກໍຈະເວົ້າວ່າ “ຂ້ອຍຮັບໃຊ້ເຈົ້າເມືອງ. ຂ້ອຍເປັນຜູ້ຊ່ວຍຄົນສະໜິດຂອງເຈົ້າເມືອງ, ເປັນຜູ້ຄຸ້ມກັນສ່ວນຕົວຂອງລາວ!” ຫຼື ພວກເຂົາຈະເວົ້າວ່າ “ຂ້ອຍດູແລຄວາມຕ້ອງການປະຈຳວັນຂອງປະທານາທິບໍດີ!” ພວກເຂົາຈະເວົ້າສິ່ງນີ້ດ້ວຍຄວາມພາກພູມໃຈຫຼາຍ. ພວກເຂົາຈະຄິດວ່ານີ້ເປັນວຽກທີ່ດີ ແລະ ຄອບຄົວທັງໝົດຂອງພວກເຂົາກໍຈະມີສ່ວນຮ່ວມໃນຄວາມມີສະຫງ່າລາສີຂອງມັນ. ພວກເຂົາຈະນອນຫຼັບຝັນດີໃນຕອນກາງຄືນ ແລະ ຕື່ນຂຶ້ນມາດ້ວຍຄວາມສຸກ ແລະ ພວກເຂົາຈະບໍ່ປິດບັງສິ່ງທີ່ພວກເຂົາເຮັດບໍ່ວ່າພວກເຂົາຈະໄປໃສກໍຕາມ. ເປັນຫຍັງຈຶ່ງເປັນແນວນັ້ນ? ພວກເຂົາຈະບໍ່ເບິ່ງວ່າວຽກຂອງພວກເຂົາເປັນສິ່ງທີ່ໜ້າອັບອາຍ; ພວກເຂົາຈະຮູ້ສຶກວ່າມັນເປັນສິ່ງທີ່ມີກຽດ, ເປັນວຽກທີ່ເຮັດໃຫ້ພວກເຂົາຢູ່ເໜືອຄົນອື່ນ, ເປັນວຽກທີ່ສວມລັດສະໝີໄວ້ເທິງຫົວຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ຄົນແບບນີ້ມາເຊື່ອໃນພຣະເຈົ້າ, ຖ້າພວກເຂົາຖືກຂໍໃຫ້ໃຫ້ບໍລິການແກ່ພຣະອົງ, ພວກເຂົາພັດບໍ່ເຕັມໃຈທີ່ຈະເຮັດມັນ, ພວກເຂົາຮູ້ສຶກຕໍ່ຕ້ານ ແລະ ຈົ່ມວ່າ ແລະ ສາບແຊ່ງພຣະເຈົ້າ ແລະ ພວກເຂົາຍັງສາມາດທໍລະຍົດ ແລະ ປະຕິເສດພຣະເຈົ້າໄດ້ອີກດ້ວຍ. ເມື່ອປຽບທຽບສອງສິ່ງນີ້, ພວກເຮົາສາມາດເຫັນໄດ້ວ່າ ຜູ້ຕໍ່ຕ້ານພຣະຄຣິສກໍຄືຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາເປັນພັກພວກຂອງຊາຕານ. ບໍ່ວ່າພວກເຂົາຈະຮັບໃຊ້ຊາຕານແນວໃດ ແລະ ບໍ່ວ່າວຽກນັ້ນຈະສົກກະປົກ, ອິດເມື່ອຍ ຫຼື ລົດຄຸນຄ່າລົງສໍ່າໃດກໍຕາມ, ພວກເຂົາກໍຖືວ່າມັນເປັນສິ່ງທີ່ມີກຽດ. ເຖິງຢ່າງໃດກໍຕາມ, ເມື່ອເຮັດສິ່ງຕ່າງໆສຳລັບພຣະເຈົ້າໃນເຮືອນຂອງພຣະອົງ, ບໍ່ວ່າສິ່ງທີ່ພວກເຂົາເຮັດນັ້ນຈະມີຄວາມໝາຍ, ມີຄຸນຄ່າ ຫຼື ສູງສົ່ງສໍ່າໃດກໍຕາມ ຫຼື ພວກເຂົາຈະຖືກຍົກຍ້ອງສໍ່າໃດຈາກການເຮັດສິ່ງເຫຼົ່ານັ້ນ, ພວກເຂົາກໍມັກຈະຖືວ່າສິ່ງເຫຼົ່ານີ້ບໍ່ຄຸ້ມຄ່າທີ່ຈະກ່າວເຖິງຢູ່ສະເໝີ. ບໍ່ວ່າມັນຈະເປັນພອນອັນຍິ່ງໃຫຍ່ສໍ່າໃດ ແລະ ເປັນສິ່ງທີ່ມີກຽດສໍ່າໃດໃນການໃຫ້ບໍລິການແກ່ພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າ ແລະ ມັນເປັນໂອກາດທີ່ລໍ້າຄ່າສໍ່າໃດສຳລັບມະນຸດຊາດ, ພວກເຂົາກໍບໍ່ສາມາດມີຄວາມສຸກກັບມັນໄດ້ເລີຍ. ເປັນຫຍັງຈຶ່ງເປັນແນວນີ້? ມີພຽງເຫດຜົນດຽວເທົ່ານັ້ນ: ຜູ້ຕໍ່ຕ້ານພຣະຄຣິສເປັນພັກພວກຂອງຊາຕານ, ພວກເຂົາເປັນຂອງຊາຕານ ແລະ ເປັນຊາຕານທີ່ມີຊີວິດ ເຊິ່ງເປັນປໍລະປັກຕໍ່ພຣະເຈົ້າໂດຍທຳມະຊາດ. ຖ້າພວກເຂົາຖືກຂໍໃຫ້ຮັບໃຊ້ພຣະເຈົ້າ ແລະ ໃຫ້ບໍລິການແກ່ພຣະເຈົ້າ, ພວກເຂົາກໍບໍ່ສາມາດມີຄວາມສຸກກັບການໃຫ້ບໍລິການໄດ້ເລີຍ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບຄວາມຈິງກັບຜູ້ຄົນແນວໃດ ຫຼື ພະຍາຍາມເຮັດໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດຍອມຮັບມັນຈາກພຣະເຈົ້າ ຫຼື ຍອມຮັບຄວາມຈິງໃດກໍຕາມທີ່ກ່ຽວຂ້ອງກັບມັນໄດ້, ຍິ່ງໄປກວ່ານັ້ນກໍບໍ່ໄດ້ຍອມຮັບຄວາມຈິງ ຫຼື ຂໍ້ເທັດຈິງທີ່ວ່າ ສິ່ງທີ່ຖືກສ້າງທີ່ໃຫ້ບໍລິການແກ່ພຣະຜູ້ສ້າງນັ້ນເປັນສິ່ງທີ່ມີກຽດ, ມີຄຸນຄ່າ ແລະ ມີຄວາມໝາຍ, ນີ້ຄືທັດສະນະຄະຕິທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”. ເມື່ອປະເຊີນກັບຕຳແໜ່ງນີ້ ແລະ ປະເຊີນກັບຂໍ້ເທັດຈິງທີ່ວ່າຜູ້ຄົນໃຫ້ບໍລິການແກ່ພຣະເຈົ້າ, ສິ່ງດຽວທີ່ຜູ້ຕໍ່ຕ້ານພຣະຄຣິສເຄີຍເຮັດກໍຄືການພະຍາຍາມທີ່ຈະສະຫຼັດຕຳແໜ່ງນີ້ຖິ້ມ ແລະ ຫຼີກລ່ຽງຂໍ້ເທັດຈິງນີ້, ແທນທີ່ຈະຍອມຮັບຄວາມຈິງ, ຍອມຮັບຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ຈາກພຣະເຈົ້າ ແລະ ຈາກນັ້ນກໍໄລ່ຕາມຄວາມຈິງ, ຮັບຟັງພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມ ແລະ ຢຳເກງພຣະເຈົ້າ. ເມື່ອຕັດສິນຈາກການສະແດງອອກທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ສະແດງອອກຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”, ຕ້ອງເວົ້າເລີຍວ່າຜູ້ຕໍ່ຕ້ານພຣະຄຣິສແມ່ນພວກດຽວກັນກັບຊາຕານ, ພວກເຂົາເປັນສ່ວນໜຶ່ງຂອງອຳນາດທີ່ເປັນປໍລະປັກຂອງຊາຕານ ແລະ ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າ, ຕໍ່ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກທັງໝົດ.
ທັດສະນະຄະຕິທີ່ຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ແມ່ນການບໍ່ຍອມຮັບ, ການຕໍ່ຕ້ານ, ການກີດກັນ ແລະ ຄວາມກຽດຊັງ. ບໍ່ວ່າຕຳແໜ່ງນີ້ຈະມາຈາກໃຜກໍຕາມ, ພວກເຂົາຮູ້ສຶກເຖິງການຕໍ່ຕ້ານຕໍ່ມັນຢູ່ຕະຫຼອດເວລາ ແລະ ບໍ່ຍອມຮັບມັນ, ໂດຍເຊື່ອວ່າການເປັນຜູ້ອອກເຫື່ອແຮງນັ້ນຕໍ່າຕ້ອຍ ແລະ ມັນກໍຕໍ່າຕ້ອຍຢູ່ສະເໝີ ບໍ່ວ່າພວກເຂົາຈະໃຫ້ບໍລິການສຳລັບໃຜກໍຕາມ. ພວກເຂົາຄິດວ່າ “ຜູ້ອອກເຫື່ອແຮງ” ບໍ່ແມ່ນການກຳນົດລັກສະນະທີ່ພຣະເຈົ້າປະທານໃຫ້ແກ່ມະນຸດ ໂດຍອີງໃສ່ແກ່ນແທ້ຂອງມະນຸດ, ແຕ່ເປັນການທ້າທາຍ ແລະ ການສະແດງຄວາມດູຖູກຕໍ່ຕົວຕົນ ແລະ ຄຸນຄ່າຂອງມະນຸດ, ນີ້ຄືມຸມມອງຫຼັກທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”. ຈາກທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ພວກເຮົາສາມາດເຫັນໄດ້ວ່າພວກເຂົາບໍ່ໄດ້ຖືວ່າພຣະທຳຂອງພຣະເຈົ້າເປັນເກນ ຫຼື ເປັນຄວາມຈິງ, ແຕ່ພັດຖືວ່າມັນເປັນສິ່ງທີ່ພວກເຂົາຕ້ອງກວດສອບ ແລະ ວິເຄາະ. ນັ້ນກໍຄື ພວກເຂົາບໍ່ໄດ້ຍອມຮັບພຣະທຳຂອງພຣະເຈົ້າບົນພື້ນຖານຂອງການເຂົ້າໃຈຄວາມຈິງ ຫຼື ການຍອມຮັບວ່າພຣະເຈົ້າເປັນພຣະຜູ້ສ້າງ, ແຕ່ພັດເຂົ້າຫາພຣະທຳຂອງພຣະເຈົ້າບົນພື້ນຖານຂອງການກວດສອບ, ການຮູ້ສຶກຕໍ່ຕ້ານ ແລະ ການຢືນຢູ່ຝ່າຍກົງກັນຂ້າມ. ສຳລັບພວກເຂົາແລ້ວ, ທຸກພຣະທຳທີ່ພຣະເຈົ້າກ່າວ ແລະ ທຸກຄຳເວົ້າທີ່ພຣະອົງເປັ່ງອອກມາລ້ວນແຕ່ເປັນເປົ້າໝາຍສຳລັບການກວດສອບ ແລະ ຕຳແໜ່ງ “ຜູ້ອອກເຫື່ອແຮງ” ກໍບໍ່ມີຂໍ້ຍົກເວັ້ນ. ພວກເຂົາທຸ່ມເທຄວາມພະຍາຍາມໃນການກວດສອບ ແລະ ໄຕ່ຕອງຄຳວ່າ “ຜູ້ອອກເຫື່ອແຮງ” ແລະ ໃນພຣະທຳຂອງພຣະເຈົ້າ ພວກເຂົາເຫັນວ່າພຣະເຈົ້າບໍ່ໄດ້ຖືວ່າຜູ້ອອກເຫື່ອແຮງເປັນຄົນດີ, ແຕ່ພັດຖືວ່າເປັນຄົນຕໍ່າຕ້ອຍ, ດ້ອຍຄ່າ, ໄຮ້ຄ່າ, ເປັນຄົນທີ່ພຣະເຈົ້າບໍ່ຮັກ ແລະ ເປັນຄົນທີ່ພຣະເຈົ້າກຽດຊັງ. ເຖິງແມ່ນວ່ານີ້ຈະເປັນທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”, ມັນກໍມີບໍລິບົດ ແລະ ເຫດຜົນທີ່ພຣະອົງມີທັດສະນະຄະຕິເຊັ່ນນີ້, ມັນອີງໃສ່ແກ່ນແທ້ຂອງມະນຸດ. ຍັງມີຄວາມຈິງອີກປະການໜຶ່ງທີ່ພວກເຂົາບໍ່ເຫັນ: ບໍ່ວ່າພຣະເຈົ້າຈະລັງກຽດ ແລະ ກຽດຊັງມະນຸດຊາດທີ່ເສື່ອມຊາມຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ເຄີຍຍອມແພ້ໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ພຣະອົງກໍບໍ່ເຄີຍຢຸດວຽກງານໃນແຜນການຄຸ້ມຄອງຂອງພຣະອົງ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອຂໍ້ເທັດຈິງນີ້ ແລະ ພວກເຂົາກໍບໍ່ຍອມຮັບ ຫຼື ເບິ່ງເຫັນມັນ. ພວກເຂົາພຽງແຕ່ຈົດຈໍ່ຢູ່ກັບສິ່ງທີ່ພຣະເຈົ້າກ່າວກ່ຽວກັບຈຸດຈົບຂອງຄົນປະເພດຕ່າງໆ ແລະ ໂດຍສະເພາະກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ”, ພວກເຂົາມີທັດສະນະຄະຕິທີ່ອ່ອນໄຫວຢ່າງຍິ່ງ. ພວກເຂົາບໍ່ຕ້ອງການເປັນຜູ້ອອກເຫື່ອແຮງ ແລະ ພວກເຂົາບໍ່ຕ້ອງການຖືກນິຍາມວ່າເປັນຜູ້ອອກເຫື່ອແຮງໂດຍພຣະເຈົ້າ, ຍິ່ງໄປກວ່ານັ້ນກໍຈະບໍ່ໃຫ້ບໍລິການແກ່ພຣະເຈົ້າໂດຍສວມຕຳແໜ່ງ “ຜູ້ອອກເຫື່ອແຮງ”. ນັ້ນຄືເຫດຜົນທີ່ວ່າ ເມື່ອຜູ້ຕໍ່ຕ້ານພຣະຄຣິສມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາຈະສອບຖາມໃນຫຼາຍໆກຸ່ມທີ່ແຕກຕ່າງກັນ ໂດຍຖາມວ່າພວກເຂົາເອງເປັນຜູ້ອອກເຫື່ອແຮງ ຫຼື ບໍ່ ແລະ ຈາກພຣະທຳຂອງພຣະເຈົ້າ ພ້ອມທັງສິ່ງທີ່ຜູ້ຄົນເວົ້າກ່ຽວກັບພວກເຂົາ, ພວກເຂົາຕ້ອງການໄດ້ຍິນຄຳເວົ້າທີ່ແທ້ຈິງ ແລະ ເຂົ້າເຖິງຄວາມຈິງຂອງເລື່ອງນີ້, ພວກເຂົາເປັນຜູ້ອອກເຫື່ອແຮງ ຫຼື ບໍ່? ຖ້າພວກເຂົາເປັນ, ພວກເຂົາກໍຈະຍ່າງໜີໄປໃນທັນທີທັນໃດ; ພວກເຂົາຈະບໍ່ໃຫ້ບໍລິການແກ່ພຣະເຈົ້າ ຫຼື ສຳລັບເຮືອນຂອງພຣະເຈົ້າ. ພວກເຂົາມີປະຕິກິລິຍາຕໍ່ຕ້ານຢ່າງຮຸນແຮງຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ແລະ ມັນກໍເຫັນໄດ້ຊັດເຈນວ່າ ຕົວຕົນ, ຕຳແໜ່ງ, ອະນາຄົດ, ຊະຕາກຳ ແລະ ຈຸດໝາຍປາຍທາງນັ້ນ, ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ແມ່ນສິ່ງທີ່ຕ້ອງໄລ່ຕາມແບບຖາວອນ ແລະ ເປັນຜົນປະໂຫຍດທີ່ບໍ່ເຄີຍຖືກປະຖິ້ມ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຜູ້ໃຫ້ບໍລິການຈັດຢູ່ໃນອັນດັບຕໍ່າສຸດໃນໝູ່ມະນຸດຊາດຕາມທີ່ພຣະເຈົ້າໄດ້ກຳນົດໄວ້. ບໍ່ວ່າເຈົ້າຈະເວົ້າຫຍັງ ຫຼື ມີຈັກຄົນທີ່ຍອມຮັບຄວາມຈິງນີ້ ແລະ ຕຳແໜ່ງນີ້, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ຍອມຮັບມັນຢ່າງເດັດຂາດ. ເມື່ອເຮັດວຽກ, ພວກເຂົາພຽງແຕ່ຮຽກຮ້ອງໃຫ້ຄົນອື່ນໃຫ້ບໍລິການແກ່ພວກເຂົາ, ເຊື່ອຟັງພວກເຂົາ, ອ່ອນນ້ອມຕໍ່ພວກເຂົາ ແລະ ໝູນອ້ອມພວກເຂົາ ແລະ ພວກເຂົາບໍ່ເຄີຍຮຽກຮ້ອງໃຫ້ຕົນເອງໃຫ້ຄວາມຮ່ວມມື ຫຼື ປຶກສາຫາລືສິ່ງຕ່າງໆກັບຄົນອື່ນ ຫຼື ຂໍຄວາມຄິດເຫັນຈາກຄົນອື່ນ, ປຶກສາເຈດຕະນາຂອງພຣະເຈົ້າ ຫຼື ສະແຫວງຫາຫຼັກການຄວາມຈິງ. ພວກເຂົາຄິດວ່າ “ຖ້າຂ້ອຍຕ້ອງຮ່ວມມື ແລະ ປຶກສາຫາລືສິ່ງຕ່າງໆກັບຄົນອື່ນ ແລະ ສະແຫວງຫາຫຼັກການຄວາມຈິງເມື່ອຂ້ອຍເຮັດສິ່ງຕ່າງໆແລ້ວ, ຂ້ອຍກໍຈະຖືກລົດຄຸນຄ່າຂອງຕົນເອງ ແລະ ສູນເສຍຄວາມເປັນຕົວຂອງຕົວເອງໄປ ແລະ ນັ້ນຈະບໍ່ແມ່ນການໃຫ້ບໍລິການບໍ? ຂ້ອຍຈະບໍ່ໄດ້ເຮັດວຽກໜັກຢູ່ເບື້ອງຫຼັງ ໃນຂະນະທີ່ຄົນອື່ນໄດ້ຮັບຄວາມໂດດເດັ່ນບໍ? ຂ້ອຍຈະບໍ່ໄດ້ເບິ່ງແຍງ ແລະ ຮັບໃຊ້ຄົນອື່ນບໍ?” ນີ້ຄືສິ່ງທີ່ພວກເຂົາບໍ່ຕ້ອງການເຮັດຢ່າງເດັດຂາດ. ພວກເຂົາພຽງແຕ່ຮຽກຮ້ອງໃຫ້ຄົນອື່ນເບິ່ງແຍງພວກເຂົາ, ຍອມຈຳນົນຕໍ່ພວກເຂົາ, ເຊື່ອຟັງພວກເຂົາ, ຊື່ນຊົມພວກເຂົາ, ຍົກຍ້ອງພວກເຂົາຢ່າງສູງ, ເຮັດໃຫ້ພວກເຂົາເບິ່ງຄືວ່າດີໃນທຸກສິ່ງ, ຈົ່ງບ່ອນວ່າງໄວ້ໃຫ້ພວກເຂົາ, ຮັບໃຊ້ພວກເຂົາ ແລະ ເຮັດວຽກໃຫ້ພວກເຂົາ ແລະ ເຖິງກັບຮຽກຮ້ອງໃຫ້ພຣະເຈົ້າປະທານລາງວັນທີ່ເໝາະສົມ ແລະ ມົງກຸດທີ່ຄູ່ຄວນໃຫ້ແກ່ພວກເຂົາຕາມສິ່ງທີ່ພວກເຂົາໄດ້ເຮັດ. ເຖິງແມ່ນວ່າເມື່ອມີໃຜກ່າວເຖິງວ່າ ພຣະເຈົ້າໄດ້ຈ່າຍລາຄາທີ່ຍິ່ງໃຫຍ່ສໍ່າໃດ ແລະ ພຣະອົງໄດ້ທົນທຸກຫຼາຍສໍ່າໃດສຳລັບຄວາມລອດພົ້ນຂອງມະນຸດຊາດ, ພຣະອົງໄດ້ຖ່ອມຕົວພຣະອົງເອງລົງແນວໃດ ແລະ ພຣະອົງໄດ້ຈັດກຽມສິ່ງຕ່າງໆໃຫ້ມະນຸດຊາດຫຼາຍສໍ່າໃດກໍຕາມ, ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນຄຳເວົ້າເຫຼົ່ານີ້ ແລະ ເຫັນຂໍ້ເທັດຈິງເຫຼົ່ານີ້, ພວກເຂົາກໍຍັງຄົງເມີນເສີຍ ແລະ ຖືວ່າເປັນສິ່ງທີ່ສົມຄວນແລ້ວ. ຜູ້ຕໍ່ຕ້ານພຣະຄຣິສຕີຄວາມໝາຍສິ່ງເຊັ່ນນີ້ແນວໃດ? ພວກເຂົາເວົ້າວ່າ: “ພຣະເຈົ້າສົມຄວນທີ່ຈະເຮັດທຸກຢ່າງເພື່ອມະນຸດ ແລະ ສົມຄວນທີ່ຈະປະທານສິ່ງທີ່ດີທີ່ສຸດໃຫ້ແກ່ມະນຸດ, ປະທານພອນ ແລະ ພຣະຄຸນ ແລະ ປະທານຄວາມສະຫງົບສຸກ ແລະ ຄວາມຍິນດີໃຫ້ແກ່ມະນຸດ. ພຣະອົງສົມຄວນທີ່ຈະອຸທິດສິ່ງທັງໝົດນີ້ໃຫ້ແກ່ມະນຸດ; ມັນເປັນພັນທະຂອງພຣະອົງ. ແລະ ເມື່ອຜູ້ຄົນປະຖິ້ມສິ່ງຕ່າງໆ, ເສຍສະລະຕົນເອງ ແລະ ຈ່າຍລາຄາສຳລັບພຣະເຈົ້າ, ເມື່ອພວກເຂົາຖວາຍທຸກສິ່ງໃຫ້ແກ່ພຣະເຈົ້າ, ພວກເຂົາກໍສົມຄວນທີ່ຈະໄດ້ຮັບລາງວັນຈາກພຣະເຈົ້າ ແລະ ໄດ້ຮັບບາງສິ່ງທີ່ດີກວ່າ. ນັ້ນບໍ່ແມ່ນການແລກປ່ຽນທີ່ຍຸຕິທຳບໍ? ເປັນການແລກປ່ຽນທີ່ເທົ່າທຽມກັນບໍ? ມີຫຍັງໃຫ້ຕ້ອງເວົ້າກ່ຽວກັບເລື່ອງນີ້ອີກ? ພຣະເຈົ້າມີຄວາມດີຄວາມຊອບຫຍັງແດ່? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນຄວາມດີຄວາມຊອບອັນໃດຂອງພຣະເຈົ້າເລີຍ? ພຣະເຈົ້າປະທານສິ່ງຕ່າງໆໃຫ້ແກ່ມະນຸດ, ສະນັ້ນ ມັນບໍ່ເປັນເລື່ອງທຳມະຊາດບໍທີ່ມະນຸດສົມຄວນໄດ້ຮັບສິ່ງເຫຼົ່ານັ້ນ? ຜູ້ຄົນໄດ້ຈ່າຍລາຄາໄປແລ້ວ!” ພວກເຂົາບໍ່ເຊື່ອວ່າສິ່ງທັງໝົດນີ້ທີ່ພຣະເຈົ້າເຮັດເພື່ອມະນຸດແມ່ນພຣະຄຸນອັນຍິ່ງໃຫຍ່ທີ່ສຸດສຳລັບມະນຸດ; ພວກເຂົາບໍ່ຮູ້ບຸນຄຸນ ແລະ ພວກເຂົາບໍ່ຄິດທີ່ຈະຕອບແທນພຣະເຈົ້າ. ໃນທາງກົງກັນຂ້າມ, ພວກເຂົາຕ້ອງການແລກປ່ຽນລາຄາທີ່ພວກເຂົາຈ່າຍກັບຈຸດໝາຍປາຍທາງອັນສວຍງາມທີ່ພຣະເຈົ້າໄດ້ສັນຍາໄວ້ກັບມະນຸດຊາດ ແລະ ໂດຍທຳມະຊາດແລ້ວ ພວກເຂົາເຊື່ອວ່າມັນເປັນເລື່ອງທີ່ເໝາະສົມສຳລັບພວກເຂົາທີ່ຈະປາຖະໜາພອນ ແລະ ເກັບຊ່ອນເຈດຕະນາທັງໝົດເຫຼົ່ານີ້ໄວ້ ແລະ ດັ່ງນັ້ນ ບໍ່ວ່າຈະເບິ່ງໃນມຸມໃດກໍຕາມ, ພຣະເຈົ້າກໍບໍ່ຄວນເຮັດໃຫ້ຜູ້ຄົນກາຍເປັນຜູ້ອອກເຫື່ອແຮງຂອງພຣະອົງ. ພວກເຂົາເຊື່ອວ່າຜູ້ຄົນມີກຽດສັກສີ ແລະ ຄວາມສຸດຈະລິດ ແລະ ຖ້າຜູ້ຄົນທີ່ມີຄວາມຮັກອັນຍິ່ງໃຫຍ່ເຊັ່ນນີ້ ແລະ ຜູ້ທີ່ສາມາດໃຫ້ທານ, ເສຍສະລະຕົນເອງ ແລະ ປະຖິ້ມສິ່ງຕ່າງໆ ເພື່ອຕ້ອງໃຫ້ບໍລິການແກ່ພຣະເຈົ້າ, ພວກເຂົາກໍກຳລັງຖືກເຮັດໃຫ້ອັບອາຍຢ່າງຮ້າຍແຮງ ແລະ ຖືກປະຕິບັດຢ່າງບໍ່ຍຸຕິທຳເກີນໄປ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ສິ່ງທັງໝົດນີ້ທີ່ພຣະເຈົ້າເຮັດແມ່ນບໍ່ຄຸ້ມຄ່າທີ່ຈະກ່າວເຖິງ. ໃນທາງກົງກັນຂ້າມ, ພວກເຂົາຂະຫຍາຍສິ່ງທີ່ພວກເຂົາເຮັດເອງຢ່າງບໍ່ມີຂີດຈຳກັດ, ເຖິງແມ່ນວ່າມັນຈະເປັນສິ່ງທີ່ນ້ອຍຫຼາຍກໍຕາມ ແລະ ປະຕິບັດຕໍ່ສິ່ງເຫຼົ່ານີ້ເປັນຕົ້ນທຶນ ເພື່ອໃຫ້ພວກເຂົາໄດ້ຮັບພອນ.
ບາງຄົນບໍ່ເຄີຍເຮັດຫຍັງໄດ້ດີເລີຍ ເມື່ອປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກ. ຖ້າອ້າຍເອື້ອຍນ້ອງບໍ່ຍອມຮັບສິ່ງທີ່ພວກເຂົາເຮັດ, ທັກສະ ແລະ ຄວາມສາມາດພິເສດທີ່ພວກເຂົາສະໜອງໃຫ້ ຫຼື ແນວຄິດ ແລະ ຄຳແນະນຳທີ່ພວກເຂົາສະເໜີ, ແລ້ວພວກເຂົາກໍຈະປະຕິເສດທີ່ຈະເຮັດວຽກຕໍ່ໄປ ແລະ ຕ້ອງການລົ້ມເລີກໜ້າທີ່ຂອງພວກເຂົາ ແລະ ຍ່າງໜີໄປ, ພວກເຂົາຈະຕ້ອງການປະຖິ້ມພຣະເຈົ້າ. ຖ້າເຈົ້າຂໍໃຫ້ພວກເຂົາຮ່ວມມືກັບໃຜຈັກຄົນ, ພວກເຂົາກໍຈະບໍ່ເຮັດ ແລະ ຖ້າເຈົ້າຂໍໃຫ້ພວກເຂົາເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຈະບໍ່ເຮັດເຊັ່ນກັນ. ພວກເຂົາພຽງແຕ່ຈະອອກຄຳສັ່ງຊ້າຍ ແລະ ຂວາ, ເຮັດໃຫ້ຄົນອື່ນຟັງພວກເຂົາ ແລະ ເຮັດໃຫ້ຜູ້ຄົນມາຮັບໃຊ້ພວກເຂົາ, ກາຍເປັນຜູ້ອອກເຫື່ອແຮງຂອງພວກເຂົາ ແລະ ຮັບໃຊ້ພວກເຂົາ ແທນທີ່ຈະປະຕິບັດໜ້າທີ່ຂອງພວກເຂົາເອງໃນເຮືອນຂອງພຣະເຈົ້າ. ແລ້ວຖ້າພວກເຂົາບໍ່ໄດ້ຮັບການປະຕິບັດແບບນີ້ ຫຼື ຖ້າພວກເຂົາສູນເສຍການປະຕິບັດແບບນີ້, ການປະຕິບັດນີ້ທີ່ຄອຍໃຫ້ຄົນອື່ນມາຮັບໃຊ້ພວກເຂົາ, ເຮັດວຽກໃຫ້ພວກເຂົາ ແລະ ເຮັດຕາມຄຳສັ່ງຂອງພວກເຂົາ, ແລ້ວພວກເຂົາກໍຕ້ອງການລົ້ມເລີກ ແລະ ຍ່າງໜີໄປ; ພວກເຂົາເຊື່ອວ່າພຣະເຈົ້າບໍ່ຊອບທຳ, ຫົວໃຈຂອງພວກເຂົາເຕັມໄປດ້ວຍການຈົ່ມຕໍ່ວ່າ ແລະ ຄວາມໃຈຮ້າຍຕໍ່ພຣະເຈົ້າ ແລະ ເກີດຄວາມກຽດຊັງຕໍ່ອ້າຍເອື້ອຍນ້ອງ ແລະ ບໍ່ມີໃຜສາມາດຊ່ວຍພວກເຂົາໄດ້. ພວກເຂົາບໍ່ສາມາດຮ່ວມມືຢ່າງກົມກຽວກັບໃຜໄດ້ ແລະ ບໍ່ສາມາດຄົບຫາກັບໃຜໃນຖານະທີ່ເທົ່າທຽມກັນໄດ້. ກົດລະບຽບຂອງພວກເຂົາໃນການຄົບຫາກັບຄົນອື່ນກໍຄື ຕ້ອງເປັນພວກເຂົາເທົ່ານັ້ນທີ່ຢືນຢູ່ເໜືອຄົນອື່ນ ເມື່ອເວົ້າ ແລະ ກະທຳ, ເບິ່ງຄົນອື່ນເຮັດທຸກຢ່າງໃຫ້ພວກເຂົາ ແລະ ເຮັດຕາມທຸກຄຳສັ່ງ ແລະ ຄຳຂວັນທີ່ພວກເຂົາເປັ່ງອອກມາ; ບໍ່ມີໃຜສົມຄວນທີ່ຈະຮ່ວມມືກັບພວກເຂົາ ແລະ ບໍ່ມີໃຜມີຄຸນສົມບັດທີ່ຈະຄົບຫາກັບພວກເຂົາໃນຖານະທີ່ເທົ່າທຽມກັນ. ຖ້າມີຄົນປະຕິບັດຕໍ່ພວກເຂົາຄືກັບໝູ່ເພື່ອນ ຫຼື ຄືກັບອ້າຍເອື້ອຍນ້ອງທຳມະດາ ແລະ ເວົ້າກັບພວກເຂົາ, ສົນທະນາວຽກງານກັບພວກເຂົາ ແລະ ໂອ້ລົມກ່ຽວກັບຄວາມເຂົ້າໃຈກັບພວກເຂົາຄືກັບວ່າພວກເຂົາເທົ່າທຽມກັນ, ແລ້ວພວກເຂົາກໍຈະຖືວ່າສິ່ງນີ້ເປັນການດູຖູກຢ່າງຮ້າຍແຮງ ແລະ ເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ກຽດສັກສີຂອງພວກເຂົາ. ໃນໃຈຂອງພວກເຂົາ, ພວກເຂົາກຽດຊັງ ແລະ ຮູ້ສຶກເຖິງຄວາມບໍ່ເປັນມິດຕໍ່ຄົນດັ່ງກ່າວ ແລະ ພວກເຂົາຈະຊອກຫາໂອກາດເພື່ອແກ້ແຄ້ນໃຜກໍຕາມທີ່ປະຕິບັດຕໍ່ພວກເຂົາຢ່າງເທົ່າທຽມກັນ ຫຼື ຜູ້ທີ່ບໍ່ຖືວ່າພວກເຂົາສຳຄັນ. ນີ້ບໍ່ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? ນີ້ຄືມຸມມອງແບບລຳດັບຊັ້ນທີ່ຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍ ເມື່ອເວົ້າເຖິງການຄົບຫາກັບຄົນອື່ນ. ແນ່ນອນ, ສິ່ງນີ້ກ່ຽວຂ້ອງກັບຄວາມຄິດເຫັນ ແລະ ທັດສະນະຄະຕິທີ່ແທ້ຈິງທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”. ພວກເຂົາບໍ່ສາມາດຍອມຮັບແມ່ນແຕ່ຕຳແໜ່ງທີ່ພຣະເຈົ້າປະທານໃຫ້ແກ່ມະນຸດຊາດ, ແລ້ວພວກເຂົາຈະສາມາດຍອມຮັບການກ່າວໂທດ, ການເປີດໂປງ ແລະ ການປະເມີນຈາກຄົນອື່ນໄດ້ບໍ? ພວກເຂົາຍິ່ງບໍ່ສາມາດຍອມຮັບສິ່ງເຫຼົ່ານີ້ໄດ້. ໃນດ້ານໜຶ່ງ, ພວກເຂົາຮູ້ສຶກເຖິງຄວາມບໍ່ເປັນມິດ ແລະ ການຕໍ່ຕ້ານຕໍ່ຕຳແໜ່ງ ແລະ ແກ່ນແທ້ຂອງ “ຜູ້ອອກເຫື່ອແຮງ”, ແຕ່ໃນອີກດ້ານໜຶ່ງ, ພວກເຂົາກໍດຶງດູດຜູ້ຄົນເຂົ້າມາຫຼາຍຂຶ້ນຢ່າງບໍ່ຮູ້ອິດບໍ່ເມື່ອຍ ແລະ ນຳພາພວກເຂົາເຂົ້າມາເພື່ອໃຫ້ບໍລິການແກ່ພວກເຂົາ, ຮັບໃຊ້ພວກເຂົາ, ເບິ່ງແຍງພວກເຂົາ ແລະ ເຊື່ອຟັງພວກເຂົາ. ສິ່ງນີ້ບໍ່ໜ້າລັງກຽດບໍ? ແກ່ນແທ້ຂອງຄົນດັ່ງກ່າວແມ່ນຊົ່ວຊ້າ ແລະ ນັ້ນກໍເປັນຄວາມຈິງທີ່ສຸດ. ພວກເຂົາປາຖະໜາທີ່ຈະຄວບຄຸມຄົນອື່ນ. ຕົວພວກເຂົາເອງເຫັນໄດ້ຊັດເຈນວ່າໄຮ້ຄ່າ ແລະ ບໍ່ສາມາດເຮັດຫຍັງໄດ້; ພວກເຂົາເປັນພຽງຂີ້ເຫຍື້ອໃນເຮືອນຂອງພຣະເຈົ້າ, ພວກເຂົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຂົາບໍ່ສາມາດຄົບຫາກັບຄົນອື່ນໄດ້ຕາມປົກກະຕິ, ແຮງໄກທີ່ຈະມີເຫດຜົນທີ່ປົກກະຕິໃດໆ. ພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ, ພວກເຂົາບໍ່ໄດ້ຮັບຄວາມຮູ້ແຈ້ງກ່ຽວກັບຄວາມຈິງ, ພວກເຂົາພຽງແຕ່ມີຄວາມຮູ້ທາງວິຊາຊີບເລັກໜ້ອຍ ແລະ ກຳແໜ້ນທັກສະສອງສາມຢ່າງ ແລະ ພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ດີ. ແຕ່ເຖິງຢ່າງນັ້ນ, ພວກເຂົາກໍບໍ່ປະພຶດຕົວດີ ແລະ ຕ້ອງການຍຶດອຳນາດ ແລະ ເມື່ອພວກເຂົາບໍ່ສາມາດຍຶດອຳນາດໄດ້, ພວກເຂົາກໍຮູ້ສຶກວ່າພວກເຂົາຈົບສິ້ນແລ້ວ, ໂດຍຄິດວ່າ “ຂ້ອຍຕ້ອງໄດ້ໃຫ້ບໍລິການແນ່ນອນຕອນທີ່ຂ້ອຍເຮັດສິ່ງເຫຼົ່ານັ້ນໃນເມື່ອກ່ອນ. ຂ້ອຍບໍ່ເຕັມໃຈທີ່ຈະໃຫ້ບໍລິການ. ຂ້ອຍຟ້າວໜີໄປຕອນນີ້ດີກວ່າ ກ່ອນທີ່ຂ້ອຍຈະໃຊ້ຄວາມພະຍາຍາມຫຼາຍເກີນໄປ ຫຼື ສູນເສຍຫຼາຍເກີນໄປ”. ນີ້ຄືຄວາມຄິດທີ່ພວກເຂົາມີ. ພວກເຂົາມັກຈະຕັດສິນໃຈແບບນັ້ນ ແລະ ລົງເອີຍດ້ວຍການຕັດສິນໃຈແບບນັ້ນຢູ່ສະເໝີ; ພວກເຂົາສາມາດຢຸດເຊື່ອ ແລະ ຈາກໄປໄດ້ທຸກເວລາ, ຖິ້ມໜ້າທີ່ຂອງພວກເຂົາໄດ້ທຸກເວລາ ແລະ ຫຼົບໜີໄປ, ກັບຄືນສູ່ອ້ອມກອດຂອງຊາຕານ ແລະ ເປັນຄູ່ຫູຂອງມັນໃນການເຮັດຄວາມຊົ່ວ. ມີຄົນແບບນີ້ບໍ? (ມີ.) ເມື່ອເວົ້າເຖິງບາງດ້ານຂອງວຽກງານວິຊາຊີບ, ພວກເຂົາອາດຈະເຂົ້າໃຈເລັກໜ້ອຍ, ແຕ່ໃນແງ່ຂອງຫຼັກການຄວາມຈິງທີ່ພວກເຂົາຕ້ອງກຳແໜ້ນສຳລັບວຽກງານວິຊາຊີບດ້ານນັ້ນ, ພວກເຂົາພັດບໍ່ຮູ້ຫຍັງທັງສິ້ນ; ເມື່ອເວົ້າເຖິງດ້ານຄວາມຮູ້ ຫຼື ຄວາມສາມາດພິເສດ, ພວກເຂົາອາດຈະມີສິ່ງເຫຼົ່ານີ້ບາງຢ່າງ, ແຕ່ເມື່ອເວົ້າເຖິງຫຼັກການຄວາມຈິງທີ່ພວກເຂົາຕ້ອງເຂົ້າໃຈເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຍັງບໍ່ຮູ້ຫຍັງເລີຍອີກຄັ້ງ ແລະ ຄວາມເຂົ້າໃຈຂອງພວກເຂົາກໍບິດເບືອນ. ພວກເຂົາບໍ່ສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນໄດ້ ແລະ ພວກເຂົາບໍ່ໄດ້ເວົ້າພາສາດຽວກັນກັບຄົນອື່ນເມື່ອໂອ້ລົມຮ່ວມກັນ. ຄົນແບບນີ້ເໝາະສົມກັບຫຍັງ? ຖ້າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢ່າງແທ້ຈິງ, ແລ້ວພວກເຂົາກໍຈະສາມາດປະຕິບັດຕໍ່ຄົນອື່ນໄດ້ຢ່າງຖືກຕ້ອງ ແລະ ເມື່ອຜູ້ຄົນເວົ້າສິ່ງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ພວກເຂົາກໍຈະສາມາດຍອມຮັບສິ່ງເຫຼົ່ານັ້ນໄດ້, ພວກເຂົາຈະອ່ອນນ້ອມຢ່າງເຕັມໃຈ ແລະ ພວກເຂົາຈະສາມາດກະບົດຕໍ່ເນື້ອໜັງຂອງພວກເຂົາໄດ້. ພວກເຂົາບໍ່ຄວນຕ້ອງການທີ່ຈະໂດດເດັ່ນເໜືອຝູງຊົນ, ນຳພາຄົນອື່ນ ແລະ ຄວບຄຸມຄົນອື່ນຢູ່ສະເໝີ; ກົງກັນຂ້າມ, ພວກເຂົາຄວນປ່ອຍວາງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະດີເດັ່ນກວ່າຄົນອື່ນ ແລະ ເຕັມໃຈທີ່ຈະເປັນຄົນທີ່ຕ່ຳຕ້ອຍທີ່ສຸດ, ເຖິງແມ່ນວ່າມັນຈະກ່ຽວຂ້ອງກັບການໃຫ້ບໍລິການກໍຕາມ, ພວກເຂົາກໍຄວນເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້. ຕົວພວກເຂົາເອງເປັນຄົນທຳມະດາ, ສະນັ້ນ ພວກເຂົາຄວນກັບຄືນສູ່ຕຳແໜ່ງຂອງຄົນທຳມະດາ, ເຮັດໃຫ້ດີທີ່ສຸດເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ປະພຶດຕົນຢ່າງຖ່ອມຕົວ. ຄົນແບບນີ້ຈະສາມາດຢືນຢັດໄດ້ໃນທີ່ສຸດ. ຖ້າພວກເຂົາບໍ່ເລືອກເສັ້ນທາງນີ້ ແລະ ກັບຄິດວ່າຕົນເອງຍິ່ງໃຫຍ່ ແລະ ສູງສົ່ງ, ຖ້າບໍ່ມີໃຜສາມາດແຕະຕ້ອງພວກເຂົາ ຫຼື ເຂົ້າເຖິງພວກເຂົາໄດ້ ແລະ ຖ້າພວກເຂົາຕ້ອງການເປັນນັກເລງທ້ອງຖິ່ນ, ເປັນຜູ້ກົດຂີ່ຂົ່ມເຫັງ ແລະ ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວພວກເຂົາກໍຖືກກຳນົດໃຫ້ເປັນຄົນຊົ່ວຮ້າຍ. ຖ້າພວກເຂົາບໍ່ເຕັມໃຈທີ່ຈະເປັນຄົນທີ່ຕ່ຳຕ້ອຍທີ່ສຸດ, ບໍ່ເປັນທີ່ຮູ້ຈັກເລີຍ ຫຼື ຢູ່ຫ່າງຈາກຈຸດສົນໃຈ ຫຼື ທຸ່ມເທທຸກຢ່າງທີ່ພວກເຂົາມີ, ແລ້ວພວກເຂົາກໍເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ນີ້ຄືສິ່ງທີ່ອັນຕະລາຍສຳລັບພວກເຂົາ. ຖ້າຄົນແບບນີ້ສາມາດໄຕ່ຕອງກ່ຽວກັບຕົນເອງ, ມີການຮັບຮູ້ຕົວເອງ, ຍອມຮັບອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າ, ຮັບເອົາຕຳແໜ່ງທີ່ເໝາະສົມຂອງພວກເຂົາ, ເປັນຄົນທຳມະດາ ແລະ ບໍ່ທຳທ່າອີກຕໍ່ໄປ, ແລ້ວພວກເຂົາກໍຈະມີໂອກາດໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າຕ້ອງການກົດຂີ່ຂົ່ມເຫັງ ແລະ ໄຮ້ເຫດຜົນຢູ່ສະເໝີ ແລະ ສະແດງຕົນເອງວ່າເປັນບຸກຄົນທີ່ມີອໍານາດ, ແລ້ວນັ້ນກໍໄຮ້ປະໂຫຍດ. ເຮືອນຂອງພຣະເຈົ້າເຕັມໄປດ້ວຍປະຊາຊົນທີ່ພຣະເຈົ້າເລືອກ ແລະ ບໍ່ວ່າເຈົ້າຈະໜ້າເກງຂາມ, ດຸຮ້າຍ ຫຼື ຊົ່ວຊ້າສໍ່າໃດ, ມັນກໍບໍ່ມີປະໂຫຍດ. ເຮືອນຂອງພຣະເຈົ້າບໍ່ແມ່ນສະໜາມຕໍ່ສູ້, ສະນັ້ນ ຖ້າເຈົ້າຢາກຕໍ່ສູ້, ກໍຈົ່ງໄປເຮັດຢູ່ສະໜາມຂອງໂລກ. ບໍ່ມີໃຜໃນເຮືອນຂອງພຣະເຈົ້າຢາກຕໍ່ສູ້ກັບເຈົ້າ; ບໍ່ມີໃຜສົນໃຈມັນ ຫຼື ມີເວລາຫວ່າງສຳລັບມັນ. ເຮືອນຂອງພຣະເຈົ້າເປັນສະຖານທີ່ທີ່ເທດສະໜາຄວາມຈິງ, ສະຖານທີ່ທີ່ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ນຳເອົາຄວາມຈິງມາປະຕິບັດ. ຖ້າເຈົ້າບໍ່ສາມາດປະຕິບັດຄວາມຈິງໄດ້, ແລ້ວນັ້ນກໍເປັນເລື່ອງທີ່ຈັດການໄດ້ຍາກ ແລະ ມັນພຽງແຕ່ສະແດງໃຫ້ເຫັນວ່າທີ່ນີ້ບໍ່ແມ່ນບ່ອນຂອງເຈົ້າ. ຖ້າເຈົ້າຕ້ອງການຕໍ່ສູ້ຢູ່ສະເໝີ, ເຈົ້າຕ້ອງການດຸຮ້າຍຢູ່ສະເໝີ, ເຈົ້າຕ້ອງການໄຮ້ປານີຢູ່ສະເໝີ ແລະ ເຈົ້າຕ້ອງການກົດຂີ່ຂົ່ມເຫັງ ແລະ ໄຮ້ເຫດຜົນຢູ່ສະເໝີ, ແລ້ວຄຣິສຕະຈັກກໍບໍ່ແມ່ນສະຖານທີ່ທີ່ເໝາະສົມສຳລັບເຈົ້າ. ຄົນສ່ວນໃຫຍ່ໃນເຮືອນຂອງພຣະເຈົ້າຮັກຄວາມຈິງ; ພວກເຂົາຕ້ອງການຕິດຕາມພຣະເຈົ້າ ແລະ ໄດ້ຮັບຊີວິດ ແລະ ພວກເຂົາບໍ່ມັກການວາງແຜນການລັບ ແລະ ການຕໍ່ສູ້ກັບມານຮ້າຍ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ມັກການຕໍ່ສູ້ໄປທົ່ວ ແລະ ການແຂ່ງຂັນເພື່ອອຳນາດ ແລະ ຜົນປະໂຫຍດ ແລະ ນັ້ນຄືເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຢືນຢັດໃນເຮືອນຂອງພຣະເຈົ້າໄດ້.
ມີຄົນປະເພດໜຶ່ງທີ່ອ່ອນໄຫວຢ່າງບໍ່ໜ້າເຊື່ອຕໍ່ສິ່ງຕ່າງໆ ເຊັ່ນ: ຕົວຕົນ, ຕຳແໜ່ງ ແລະ ສະຖານະ ແລະ ຜູ້ທີ່ຮູ້ສຶກເຖິງການຕໍ່ຕ້ານ ແລະ ການລັງກຽດຢ່າງໃຫຍ່ຫຼວງຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ໂດຍສະເພາະ ແລະ ບໍ່ສາມາດຍອມຮັບມັນໄດ້ຢ່າງເດັດຂາດ, ຄົນດັ່ງກ່າວແມ່ນຜູ້ຕໍ່ຕ້ານພຣະຄຣິສ. ບໍ່ພຽງແຕ່ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ເບື່ອໜ່າຍຄວາມຈິງ, ແຕ່ພວກເຂົາຍັງເບື່ອໜ່າຍການຖືກເອີ້ນວ່າ “ຜູ້ອອກເຫື່ອແຮງ” ອີກດ້ວຍ. ຜູ້ທີ່ເບື່ອໜ່າຍຕຳແໜ່ງ “ຜູ້ອອກເຫື່ອແຮງ” ທີ່ຈິງແລ້ວຄວນໄລ່ຕາມຄວາມຈິງ, ຖ້າພວກເຂົາສາມາດໄລ່ຕາມຄວາມຈິງໄດ້, ແລ້ວພວກເຂົາຈະບໍ່ໄດ້ປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ໄປແລ້ວບໍ? ແຕ່ນີ້ຄືບັນຫາແທ້ໆ. ເພາະວ່າພວກເຂົາເບື່ອໜ່າຍຄວາມຈິງຢ່າງສຸດຂີດ, ພວກເຂົາຈະບໍ່ມີວັນເດີນໃນເສັ້ນທາງຂອງການໄລ່ຕາມ ແລະ ການປະຕິບັດມັນ. ນັ້ນຄືເຫດຜົນທີ່ວ່າ ໃນວຽກງານແຜນການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາຈະຮັບບົດບາດເປັນຜູ້ອອກເຫື່ອແຮງຕະຫຼອດໄປ. ແນ່ນອນ, ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ການທີ່ສາມາດເຮັດໜ້າທີ່ເປັນຜູ້ອອກເຫື່ອແຮງໃນແຜນການຄຸ້ມຄອງຂອງພຣະເຈົ້າໄດ້ກໍຍັງເປັນພອນ; ມັນເປັນໂອກາດໃຫ້ພວກເຂົາໄດ້ເຫັນການກະທຳຂອງພຣະຜູ້ສ້າງ, ໄດ້ຍິນພຣະຜູ້ສ້າງສະແດງອອກເຖິງຄວາມຈິງ ແລະ ແບ່ງປັນຄວາມຄິດໃນສ່ວນເລິກທີ່ສຸດຂອງພຣະອົງກັບມະນຸດຊາດ ແລະ ເພື່ອຊື່ນຊົມສະຕິປັນຍາ ແລະ ການກະທຳອັນຊົງລິດທານຸພາບສູງສຸດຂອງພຣະຜູ້ສ້າງ. ສຳລັບພວກເຂົາ, ມັນບໍ່ແມ່ນສິ່ງທີ່ບໍ່ດີທີ່ຈະເປັນຜູ້ອອກເຫື່ອແຮງຂອງພຣະຜູ້ສ້າງ ແລະ ບໍ່ວ່າພວກເຂົາຈະສາມາດເຂົ້າໃຈໄດ້ ຫຼື ບໍ່, ການເປັນຜູ້ອອກເຫື່ອແຮງຂອງພຣະເຈົ້າ ແລະ ການໃຫ້ບໍລິການໃນເຮືອນຂອງພຣະເຈົ້າກໍຄວນເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄູ່ຫູຂອງຊາຕານເຫຼົ່ານີ້ຈະຈື່ຈຳໄວ້ສະເໝີ, ເຖິງແມ່ນວ່າວຽກງານຂອງພຣະເຈົ້າຈະສິ້ນສຸດລົງໃນພາຍຫຼັງກໍຕາມ. ຕະຫຼອດຂະບວນການທັງໝົດຂອງການທີ່ມະນຸດຊາດທີ່ເສື່ອມຊາມເປັນປໍລະປັກກັບພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍໄດ້ຮັບໃຊ້ແຜນການຄຸ້ມຄອງຂອງພຣະເຈົ້າໂດຍບໍ່ຮູ້ຕົວ ແລະ ນີ້ຄືຄຸນຄ່າເລັກນ້ອຍໃນການມີຢູ່ຂອງຜູ້ຕໍ່ຕ້ານພຣະຄຣິສແຕ່ລະຄົນ, ນີ້ຄືຂໍ້ແທ້ຈິງ. ຜູ້ຕໍ່ຕ້ານພຣະຄຣິສປະກອບສ່ວນຂອງພວກເຂົາ ໂດຍການອະນຸຍາດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດແຍກແຍະ ແລະ ຈຳແນກຜູ້ຕໍ່ຕ້ານພຣະຄຣິສໄດ້ຈາກດ້ານລົບ. ບໍ່ວ່າພວກເຂົາຈະເຕັມໃຈທີ່ຈະຍອມຮັບຄວາມຈິງນີ້ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຈະເຕັມໃຈ, ຍິນດີ ແລະ ມີຄວາມສຸກທີ່ຈະເປັນຜູ້ອອກເຫື່ອແຮງ ຫຼື ບໍ່, ໃນກໍລະນີໃດກໍຕາມ, ການໃຫ້ບໍລິການແກ່ວຽກງານຂອງພຣະເຈົ້າໃນຖານະຜູ້ອອກເຫື່ອແຮງ ແລະ ການຮັບບົດບາດນີ້ກໍເປັນສິ່ງທີ່ຄຸ້ມຄ່າ, ນີ້ຄືການທີ່ພຣະເຈົ້າຍົກພວກເຂົາໃຫ້ສູງຂຶ້ນ. ບາງຄົນເວົ້າວ່າ “ພຣະເຈົ້າຍົກຜູ້ຕໍ່ຕ້ານພຣະຄຣິສໃຫ້ສູງຂຶ້ນຄືກັນບໍ?” ມັນຜິດບ່ອນໃດ? ພວກເຂົາເປັນສິ່ງທີ່ຖືກສ້າງ; ພຣະເຈົ້າບໍ່ສາມາດຍົກພວກເຂົາໃຫ້ສູງຂຶ້ນບໍ? ສິ່ງທີ່ເຮົາເວົ້ານັ້ນເປັນຈິງ. ຕອນນີ້, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກແນວໃດເມື່ອພວກເຂົາໄດ້ຍິນຄຳເວົ້າເຫຼົ່ານີ້? ພວກເຂົາບໍ່ຄວນພະຍາຍາມຈັບຜິດ ແລະ ຄວນໄດ້ຮັບການປອບໃຈບາງຢ່າງ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍໄດ້ປະກອບສ່ວນຄວາມພະຍາຍາມສ່ວນໜຶ່ງເຂົ້າໃນເລື່ອງທີ່ຍິ່ງໃຫຍ່ຂອງແຜນການຄຸ້ມຄອງຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະເຮັດສິ່ງນີ້ໂດຍເຕັມໃຈ ຫຼື ບໍ່ ຫຼື ພວກເຂົາຈະເຮັດມັນຢ່າງຫ້າວຫັນ ຫຼື ຢ່າງເສື່ອຍຊາ, ໃນກໍລະນີໃດກໍຕາມ, ນີ້ກໍຄືການທີ່ພຣະເຈົ້າຍົກພວກເຂົາໃຫ້ສູງຂຶ້ນ ແລະ ພວກເຂົາຄວນຍອມຮັບສິ່ງນີ້ດ້ວຍຄວາມຍິນດີ ແລະ ບໍ່ຕໍ່ຕ້ານມັນ. ຖ້າຜູ້ຕໍ່ຕ້ານພຣະຄຣິສສາມາດກະບົດຕໍ່ບັນພະບຸລຸດຂອງພວກເຂົາ, ກະບົດຕໍ່ຊາຕານ ແລະ ໄລ່ຕາມຄວາມຈິງ ແລະ ໄລ່ຕາມການອ່ອນນ້ອມຕໍ່ພຣະຜູ້ສ້າງ, ແລ້ວບອກເຮົາມາ, ພຣະເຈົ້າຈະພໍພຣະໄທບໍ? (ແມ່ນແລ້ວ, ພຣະອົງຈະພໍພຣະໄທ.) ນີ້ກໍເປັນໂຊກດີສຳລັບຜູ້ຄົນທີ່ພຣະເຈົ້າເລືອກເຊັ່ນກັນ ແລະ ພວກເຂົາກໍຄວນມີຄວາມສຸກເຊັ່ນກັນ, ນີ້ເປັນສິ່ງທີ່ດີ. ບໍ່ວ່າຂໍ້ແທ້ຈິງນີ້ຈະສາມາດຢັ້ງຢືນໄດ້ ຫຼື ບໍ່, ໃນກໍລະນີໃດກໍຕາມ, ຖ້າຜູ້ຕໍ່ຕ້ານພຣະຄຣິສສາມາດປ່ຽນເສັ້ນທາງ ແລະ ຍ່າງໃນເສັ້ນທາງຂອງການກັບໃຈໄດ້, ແລ້ວນັ້ນກໍເປັນສິ່ງທີ່ດີແນ່ນອນ. ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າ ນີ້ເປັນໂຊກດີສຳລັບປະຊາຊົນທີ່ພຣະເຈົ້າເລືອກ? ຖ້າຜູ້ຕໍ່ຕ້ານພຣະຄຣິສຮັບໃຊ້ໂດຍເຕັມໃຈ, ຈະບໍ່ມີໄພຮ້າຍໃນເຮືອນຂອງພຣະເຈົ້າໜ້ອຍລົງໜຶ່ງຢ່າງບໍ? ຖ້າພວກເຈົ້າມີມານຮ້າຍໃນທ່າມກາງພວກເຈົ້າໜ້ອຍລົງໜຶ່ງໂຕ, ມີຜູ້ລົບກວນ ແລະ ຜູ້ກໍ່ບັນຫາໜ້ອຍລົງໜຶ່ງຄົນ, ວັນເວລາຂອງພວກເຈົ້າຈະບໍ່ສະຫງົບສຸກຫຼາຍຂຶ້ນບໍ? ເມື່ອເບິ່ງຈາກມຸມມອງນີ້, ຖ້າຜູ້ຕໍ່ຕ້ານພຣະຄຣິສເຕັມໃຈທີ່ຈະຮັບໃຊ້ຢ່າງແທ້ຈິງ, ແລ້ວນັ້ນກໍຈະເປັນສິ່ງທີ່ດີທີ່ສົມຄວນແກ່ການສະເຫຼີມສະຫຼອງເຊັ່ນກັນ. ພວກເຈົ້າຕ້ອງໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອພວກເຂົາ ແລະ ບໍ່ແມ່ນການໄລ່ພວກເຂົາອອກໄປຢ່າງສິ້ນເຊີງ. ຖ້າເຈົ້າມີເຈດຕະນາດີ ແລະ ປ່ອຍໃຫ້ພວກເຂົາຢູ່, ແຕ່ການໃຫ້ບໍລິການຂອງພວກເຂົາສ້າງບັນຫາຫຼາຍກວ່າສ້າງປະໂຫຍດ ແລະ ນຳໄປສູ່ໄພພິບັດ, ແລ້ວໃຫ້ຈັດການພວກເຂົາຕາມຫຼັກການ. ນີ້ບໍ່ແມ່ນວິທີການເຮັດສິ່ງຕ່າງໆທີ່ດີບໍ? (ແມ່ນແລ້ວ, ມັນແມ່ນແບບນັ້ນ.)
ມີຄົນອີກປະເພດໜຶ່ງທີ່ຄູ່ຄວນແກ່ການກ່າວເຖິງ. ມີບາງຄົນທີ່ສາມາດທົນທຸກ ແລະ ຈ່າຍລາຄາຕະຫຼອດການປະຕິບັດໜ້າທີ່ຂອງພວກເຂົາ ແລະ ບາງຄັ້ງພວກເຂົາກໍສາມາດເຊື່ອຟັງ ແລະ ອ່ອນນ້ອມ ຫຼື ຈັດການເລື່ອງຕ່າງໆຕາມຫຼັກການ. ຄວາມປາຖະໜາໃນໃຈຂອງພວກເຂົາແມ່ນເພື່ອຍ່າງໃນເສັ້ນທາງຂອງການໄລ່ຕາມຄວາມຈິງ, ພວກເຂົາສາມາດອ່ອນນ້ອມຕໍ່ທຸກສິ່ງທີ່ເບື້ອງເທິງ ຫຼື ຄຣິສຕະຈັກຈັດແຈງໄດ້ສະເໝີ ແລະ ພວກເຂົາສາມາດເຮັດໜ້າວຽກໃຫ້ສຳເລັດຕາມເວລາໄດ້ສະເໝີ. ພວກເຂົາບໍ່ໄດ້ກໍ່ການຂັດຂວາງ ແລະ ການລົບກວນໃນເຮືອນຂອງພຣະເຈົ້າ ແລະ ວຽກງານທີ່ພວກເຂົາເຮັດ ແລະ ໜ້າທີ່ທີ່ພວກເຂົາຮັບຜິດຊອບກໍນຳເອົາຜົນປະໂຫຍດ ແລະ ຂໍ້ດີຫຼາຍຢ່າງມາສູ່ອ້າຍເອື້ອຍນ້ອງ. ຈາກພາຍນອກ, ເຖິງແມ່ນວ່າພວກເຂົາບໍ່ໄດ້ເຮັດຄວາມຊົ່ວໃດໆ, ພວກເຂົາບໍ່ໄດ້ຂັດຂວາງ ຫຼື ລົບກວນ ແລະ ພວກເຂົາເບິ່ງຄືວ່າບໍ່ແມ່ນຄົນຊົ່ວຮ້າຍ, ພວກເຂົາເຮັດບາງສິ່ງທີ່ຄົນທຳມະດາບໍ່ສາມາດເຮັດໄດ້ ແລະ ບໍ່ເຮັດ ແລະ ນັ້ນກໍຄື ພວກເຂົາມັກສ້າງອິດທິພົນຂອງພວກເຂົາ ແລະ ສ້າງຕັ້ງອານາຈັກອິດສະຫຼະຂອງຕົນເອງ. ເມື່ອພວກເຂົາຖືກມອບໝາຍໃຫ້ເຮັດໜ້າວຽກບາງຢ່າງ, ທັນທີທີ່ພວກເຂົາກາຍເປັນຜູ້ຮັບຜິດຊອບວຽກງານນັ້ນ, ພວກເຂົາກໍສາມາດເລີ່ມສ້າງຕັ້ງອານາຈັກອິດສະຫຼະຂອງຕົນເອງ ແລະ ສາມາດເລີ່ມສ້າງອຳນາດ ແລະ ສາຍສຳພັນຂອງພວກເຂົາໂດຍບໍ່ຮູ້ຕົວພາຍໃນຂອບເຂດອິດທິພົນຂອງພວກເຂົາ. ພາຍໃນຂອບເຂດນີ້, ທຸກຄົນຖືກພວກເຂົາຊື້ໃຈໝົດສິ້ນ ແລະ ຜູ້ຄົນກໍສັນລະເສີນຢ່າງກ້ອງກັງວານ ແລະ ຊື່ນຊົມຢ່າງຍິ່ງຕໍ່ທຸກສິ່ງທີ່ພວກເຂົາເຮັດ, ທຸກສິ່ງທີ່ພວກເຂົາເວົ້າ ແລະ ລາຄາທີ່ພວກເຂົາຈ່າຍໄປ. ພວກເຂົາຖືວ່າຂອບເຂດການຄຸ້ມຄອງຂອງພວກເຂົາເປັນຄອບຄົວນ້ອຍໆຂອງພວກເຂົາເອງພາຍໃນຄອບຄົວຂອງພຣະເຈົ້າ. ຈາກພາຍນອກ, ພວກເຂົາເບິ່ງຄືວ່າສາມາດຈ່າຍລາຄາ, ທົນທຸກ ແລະ ແບກຮັບຄວາມຮັບຜິດຊອບໄດ້, ເບິ່ງຄືວ່າບໍ່ມີບັນຫາຫຍັງ. ເຖິງຢ່າງໃດກໍຕາມ, ໃນຊ່ວງເວລາທີ່ສຳຄັນ, ພວກເຂົາກໍສາມາດທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້. ເພື່ອປົກປ້ອງຊື່ສຽງຂອງຕົນເອງ ແລະ ສະຖານະຂອງພວກເຂົາຢູ່ເທິງພູເຂົາ ແລະ ເພື່ອປົກປ້ອງຕຳແໜ່ງ, ກຽດສັກສີ ແລະ ອຳນາດທີ່ເດັດຂາດຂອງພວກເຂົາໃນຄຣິສຕະຈັກ, ພວກເຂົາບໍ່ເຮັດໃຫ້ໃຜຜິດໃຈ ຫຼື ທຳຮ້າຍໃຜ. ເຖິງແມ່ນວ່າຄົນໃດໜຶ່ງຈະທຳຮ້າຍ ຫຼື ທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າຄົນໃດໜຶ່ງຈະລົບກວນ ຫຼື ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ເອົາເລື່ອງນັ້ນ, ພວກເຂົາບໍ່ໃສ່ໃຈມັນ ແລະ ພວກເຂົາສາມາດທົນຕໍ່ມັນໄດ້. ຕາບໃດທີ່ຄົນນັ້ນບໍ່ໄດ້ຄຸກຄາມຕຳແໜ່ງຂອງພວກເຂົາ ແລະ ຍັງຄົງເຮັດວຽກຮັບໃຊ້ພວກເຂົາພາຍໃນຂອບເຂດອິດທິພົນຂອງພວກເຂົາ, ແລ້ວນັ້ນກໍບໍ່ເປັນຫຍັງ, ນີ້ຄືເກນສູງສຸດຂອງພວກເຂົາ. ບໍ່ວ່າຄົນນັ້ນຈະກໍ່ການລົບກວນຫຍັງກໍຕາມ, ພວກເຂົາກໍບໍ່ເຫັນ, ພວກເຂົາບໍ່ສັງເກດ ແລະ ພວກເຂົາບໍ່ລິຮານ ຫຼື ຕຳນິຄົນນັ້ນ, ຍິ່ງບໍ່ຕ້ອງເວົ້າເຖິງການຈັດການຄົນນັ້ນເລີຍ. ຄົນດັ່ງກ່າວແມ່ນອົງປະກອບທີ່ອັນຕະລາຍ. ພວກເຂົາເປັນຄົນທີ່ຄົນທົ່ວໄປແຍກແຍະໄດ້ຍາກ ແລະ ບາງທີເຈົ້າອາດຈະບໍ່ສາມາດສັງເກດເຫັນສິ່ງຜິດປົກກະຕິໃດໆກັບພວກເຂົາໄດ້ ເມື່ອພວກເຂົາບໍ່ມີຕຳແໜ່ງ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາມີຕຳແໜ່ງ, ທຳມະຊາດ-ແກ່ນແທ້ຂອງພວກເຂົາກໍຖືກເປີດໂປງໂດຍສິ້ນເຊີງ. ແລ້ວສິ່ງທີ່ຖືກເປີດໂປງແມ່ນຫຍັງແທ້? ມັນຄືການທີ່ມີຈຸດປະສົງໃນລາຄາທີ່ພວກເຂົາຈ່າຍໄປ ແລະ ທຸກສິ່ງທີ່ພວກເຂົາເຮັດ; ພວກເຂົາບໍ່ໄດ້ເຮັດສິ່ງເຫຼົ່ານີ້ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາຢ່າງແທ້ຈິງ ແລະ ພວກເຂົາບໍ່ໄດ້ເຮັດສິ່ງທັງໝົດເຫຼົ່ານີ້ເພື່ອໃຫ້ພຣະເຈົ້າເຫັນ, ແຕ່ເພື່ອໃຫ້ຜູ້ຄົນເຫັນ. ພວກເຂົາຕ້ອງການດຶງດູດສາຍຕາ, ແວວຕາ ແລະ ຄວາມສົນໃຈຂອງຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຕ້ອງການເຮັດໃຫ້ໃຈຂອງຜູ້ຄົນຫຼົງຜິດ ເພື່ອໃຫ້ຜູ້ຄົນນັບຖື, ຊື່ນຊົມ ແລະ ສັນລະເສີນພວກເຂົາ. ນັ້ນຄືເຫດຜົນທີ່ພວກເຂົາບໍ່ສົນໃຈວ່າພຣະເຈົ້າເຫັນ ຫຼື ປະຕິບັດຕໍ່ພວກເຂົາແນວໃດ; ຖ້າພຣະເຈົ້າກ່າວວ່າພວກເຂົາຢູ່ທີ່ນັ້ນພຽງເພື່ອຮັບໃຊ້, ພວກເຂົາກໍເສີຍເມີຍ. ຕາບໃດທີ່ຜູ້ຄົນສາມາດຄຸເຂົ່າລົງຕໍ່ໜ້າພວກເຂົາ ແລະ ກົ້ມຂາບພວກເຂົາ, ແລ້ວນັ້ນກໍບໍ່ເປັນຫຍັງ. ຄົນເຫຼົ່ານີ້ແມ່ນອົງປະກອບທີ່ອັນຕະລາຍ ແລະ ບໍ່ໄດ້ມີໃຈດຽວກັນກັບພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍບໍ່ຄືກັນກັບຫົວໃຈຂອງປະຊາຊົນທີ່ພຣະເຈົ້າເລືອກ ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ. ພວກເຂົາກຳລັງສ້າງອິດທິພົນໃຫ້ຕົນເອງ ແລະ ກຳລັງສ້າງອິດທິພົນໃຫ້ຊາຕານເຊັ່ນກັນ. ເມື່ອຕັດສິນຈາກການສະແດງອອກຕ່າງໆຂອງພວກເຂົາ, ໜ້າທີ່ທີ່ພວກເຂົາເຮັດ ແລະ ທຸກສິ່ງທີ່ພວກເຂົາເຮັດລ້ວນແຕ່ເປັນວິທີການເພື່ອອວດອ້າງຕົນເອງ ແລະ ປະຈົບປະແຈງຄົນອື່ນໃຫ້ຫຼາຍເທົ່າທີ່ສາມາດເຮັດໄດ້.
ຜູ້ຕໍ່ຕ້ານພຣະຄຣິສສາມາດໃຫ້ບໍລິການບາງຢ່າງໃນເຮືອນຂອງພຣະເຈົ້າ ແລະ ໃນວຽກງານແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ໃນໄລຍະໜຶ່ງພວກເຂົາອາດຈະເປັນຜູ້ອອກເຫື່ອແຮງທີ່ດີ. ເຖິງຢ່າງໃດກໍຕາມ, ຍ້ອນເສັ້ນທາງທີ່ພວກເຂົາຍ່າງ ແລະ ຍ້ອນຈຸດປະສົງ ແລະ ທິດທາງທີ່ພວກເຂົາເລືອກ, ພ້ອມທັງຄວາມປາຖະໜາໃນຕຳແໜ່ງ ແລະ ອຳນາດ ແລະ ຄວາມໂຫຍຫາໃນຊື່ສຽງ ແລະ ຜົນປະໂຫຍດທີ່ພວກເຂົາມີຢູ່ພາຍໃນພວກເຂົາ, ພວກເຂົາຈຶ່ງບໍ່ສາມາດປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ໄດ້ເລີຍ, ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ, ພວກເຂົາບໍ່ສາມາດຢັ່ງເຖິງວ່າຄວາມຈິງຄວາມເປັນຈິງແມ່ນຫຍັງ ຫຼື ເຂົ້າສູ່ມັນ, ພວກເຂົາບໍ່ສາມາດປະຕິບັດຄວາມຈິງ, ພວກເຂົາບໍ່ສາມາດບັນລຸການອ່ອນນ້ອມທີ່ແທ້ຈິງ ແລະ ພວກເຂົາບໍ່ສາມາດບັນລຸການຢຳເກງພຣະເຈົ້າ. ຄົນດັ່ງກ່າວແມ່ນອົງປະກອບທີ່ອັນຕະລາຍ. ພວກເຂົາມີປັດຊະຍາທີ່ເລິກເຊິ່ງສຳລັບການກະທຳທາງໂລກ, ມີວິທີການທີ່ສະຫຼາດຫຼາຍໃນການປະພຶດຕົນ ແລະ ການຈັດການກັບໂລກ, ໃສ່ໃຈເປັນພິເສດຕໍ່ວິທີການທີ່ພວກເຂົາເວົ້າ ແລະ ການໃຊ້ຄຳສັບຂອງພວກເຂົາເມື່ອເວົ້າກັບຄົນອື່ນ ແລະ ຍັງໃສ່ໃຈຢ່າງໃກ້ຊິດຕໍ່ວິທີການທີ່ພວກເຂົາໃຊ້ເມື່ອຄົບຫາກັບຜູ້ຄົນ. ເຖິງແມ່ນວ່າພວກເຂົາອາດຈະເບິ່ງຄືວ່າບໍ່ມີເລ່ຫຼ່ຽມ ແລະ ຊົ່ວຊ້າຢູ່ພາຍນອກ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍແນວຄິດ, ຄວາມຄິດ ແລະ ທັດສະນະທີ່ຊົ່ວຮ້າຍ ແລະ ແມ່ນແຕ່ຄວາມຄິດຫຼົງຜິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບຄວາມຈິງ ແລະ ຄວາມລົ້ມເຫຼວທີ່ຈະເຂົ້າໃຈພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນບໍ່ສາມາດເຫັນວ່າຄົນເຫຼົ່ານີ້ຊົ່ວຮ້າຍບ່ອນໃດ ຫຼື ເຫັນວ່າພວກເຂົາເປັນຄົນຊົ່ວຮ້າຍ, ເພາະວ່າແກ່ນແທ້ຂອງພວກເຂົາຊົ່ວຊ້າຫຼາຍ ແລະ ເພາະວ່າພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ສອດຄ່ອງກັບຫຼັກການຄວາມຈິງ ຫຼື ຍ່າງໃນເສັ້ນທາງຂອງການໄລ່ຕາມຄວາມຈິງ ແລະ ບັນລຸການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າໄດ້ເລີຍ, ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດປະຖິ້ມຕຳແໜ່ງ “ຜູ້ອອກເຫື່ອແຮງ” ນີ້ໄດ້ຕະຫຼອດໄປ. ຄົນເຫຼົ່ານີ້ມີເລ່ຫຼ່ຽມຫຼາຍກວ່າ ແລະ ສາມາດເຮັດໃຫ້ຄົນອື່ນຫຼົງຜິດໄດ້ຫຼາຍກວ່າຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍທີ່ເຫັນໄດ້ຊັດເຈນ. ຈາກພາຍນອກ, ພວກເຂົາເບິ່ງຄືວ່າບໍ່ມີຄວາມຄິດເຫັນ ແລະ ບໍ່ແອບມີທັດສະນະຄະຕິໃດໆຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”, ພວກເຂົາແຮງບໍ່ມີຮູ້ສຶກຕໍ່ຕ້ານມັນເລີຍ. ເຖິງຢ່າງໃດກໍຕາມ, ຂໍ້ແທ້ຈິງກໍຄື ເມື່ອຕັດສິນຈາກແກ່ນແທ້ຂອງພວກເຂົາ, ເຖິງແມ່ນວ່າພວກເຂົາຈະໃຫ້ບໍລິການແກ່ພຣະເຈົ້າ, ພວກເຂົາກໍຍັງແອບມີເຈດຕະນາ ແລະ ເປົ້າໝາຍ; ພວກເຂົາບໍ່ໄດ້ຮັບໃຊ້ໂດຍບໍ່ມີເງື່ອນໄຂ ແລະ ພວກເຂົາບໍ່ໄດ້ເຮັດມັນເພື່ອໃຫ້ໄດ້ຄວາມຈິງ. ເພາະວ່າຄົນເຫຼົ່ານີ້ຊົ່ວຊ້າ ແລະ ມີເລ່ຫຼ່ຽມຢູ່ພາຍໃນ, ມັນຈຶ່ງບໍ່ງ່າຍທີ່ຄົນອື່ນຈະແຍກແຍະພວກເຂົາໄດ້. ມີພຽງແຕ່ໃນເລື່ອງທີ່ສຳຄັນ ແລະ ໃນຊ່ວງເວລາທີ່ສຳຄັນເທົ່ານັ້ນທີ່ທຳມະຊາດ-ແກ່ນແທ້, ຄວາມຄິດ, ທັດສະນະ ແລະ ເສັ້ນທາງທີ່ພວກເຂົາຍ່າງຈະຖືກເປີດເຜີຍ. ເມື່ອເປັນເຊັ່ນນີ້ຕໍ່ໄປ, ຖ້າຄົນເຫຼົ່ານີ້ເລືອກວິທີການສະແຫວງຫານີ້ ແລະ ເລືອກທີ່ຈະເດີນໃນເສັ້ນທາງດັ່ງກ່າວ, ແລ້ວກໍສາມາດຈິນຕະນາການໄດ້ວ່າຄົນດັ່ງກ່າວຈະບໍ່ສາມາດບັນລຸຄວາມລອດພົ້ນໄດ້. ພວກເຂົາໃຊ້ຄວາມໄວ້ວາງໃຈທີ່ເຮືອນຂອງພຣະເຈົ້າວາງໄວ້ໃນພວກເຂົາ ແລະ ໂອກາດຂອງວຽກງານຂອງພຣະເຈົ້າເພື່ອວາງແຜນເພື່ອຜົນປະໂຫຍດຂອງຕົນເອງ, ເພື່ອຄວບຄຸມ ແລະ ທໍລະມານຜູ້ຄົນ ແລະ ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຕົນເອງ. ໃນທີ່ສຸດ, ພວກເຂົາບໍ່ໄດ້ຮັບຄວາມຈິງ, ແຕ່ກັບຖືກເປີດເຜີຍຍ້ອນໄດ້ເຮັດຄວາມຊົ່ວທຸກປະເພດ. ເມື່ອພວກເຂົາຖືກເປີດເຜີຍ, ມັນກໍຈະກາຍເປັນທີ່ຊັດເຈນວ່າຄົນເຫຼົ່ານີ້ບໍ່ໄດ້ໄລ່ຕາມຄວາມຈິງ ແລະ ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອການໄລ່ຕາມຄວາມຈິງ ແລະ ການບັນລຸຄວາມລອດພົ້ນ. ຫຼັງຈາກທີ່ໄດ້ຟັງພຣະທຳຂອງພຣະເຈົ້າ ແລະ ການເປີດໂປງຂອງພຣະອົງຕໍ່ຄົນທຸກປະເພດ, ຖ້າຄົນເຫຼົ່ານີ້ຍັງຄົງໃຊ້ຫຼັກການ, ວິທີການ ແລະ ແນວທາງຂອງການຈັດການກັບໂລກເພື່ອປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ, ແລ້ວກໍຈະມີຜົນສຸດທ້າຍພຽງຢ່າງດຽວຄື: ພວກເຂົາຕ້ອງຮັບບົດບາດເປັນຜູ້ອອກເຫື່ອແຮງໃນວຽກງານການຄຸ້ມຄອງຂອງພຣະເຈົ້າ ແລະ ໃນທີ່ສຸດກໍຖືກເປີດເຜີຍ ແລະ ຖືກກຳຈັດອອກ, ນີ້ຄືຂໍ້ແທ້ຈິງ. ພວກເຈົ້າເຄີຍມີປະສົບການກັບຄົນດັ່ງກ່າວດ້ວຍຕົນເອງມາກ່ອນບໍ? ເມື່ອພວກເຂົາຖືກເປີດເຜີຍ ແລະ ຖືກຂັບໄລ່ອອກ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນກໍກາຍເປັນຜູ້ບັນຊາການທີ່ບໍ່ມີກອງທັບ. ຄວາມຊົ່ວທີ່ພວກເຂົາໄດ້ເຮັດນັ້ນມີຫຼາຍເກີນໄປ ແລະ ໃຫຍ່ຫຼວງເກີນໄປ ແລະ ອ້າຍເອື້ອຍນ້ອງກໍລັງກຽດພວກເຂົາ ແລະ ປະຖິ້ມພວກເຂົາ. ຍັງມີຄົນອີກປະເພດໜຶ່ງທີ່ ເມື່ອພວກເຂົາຖືກເປີດເຜີຍ ແລະ ເມື່ອພວກເຂົາຖືກກ່າວໂທດ ແລະ ປະຕິເສດໂດຍຄຣິສຕະຈັກ, ກໍມີຜູ້ສົມຮູ້ຮ່ວມຄິດ ແລະ ຜູ້ຊ່ວຍເຫຼືອຫຼາຍຄົນທີ່ເວົ້າແທນພວກເຂົາ, ຕໍ່ສູ້ເພື່ອພວກເຂົາ ແລະ ໂວຍວາຍຕໍ່ຕ້ານພຣະເຈົ້າ. ຄົນປະເພດນີ້ບໍ່ສາມາດເຮັດໃຫ້ຄົນອື່ນຫຼົງຜິດໄດ້ຫຼາຍກວ່າບໍ? ຄົນດັ່ງກ່າວຍິ່ງເປັນອັນຕະລາຍກວ່າ. ສຳລັບເລື່ອງທີ່ວ່າຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ແນວໃດ ແລະ ພວກເຂົາສະແດງອອກເຖິງການປະຕິບັດ, ແນວຄິດ ແລະ ການສະແດງອອກທີ່ຢູ່ເບື້ອງຫຼັງອັນໃດນັ້ນ, ພວກເຮົາຈະຂໍຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ກ່ອນສຳລັບຕອນນີ້.
ຄ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ເຕັມໃຈທີ່ຈະເປັນຜູ້ໃຫ້ບໍລິການ
ຜູ້ຕໍ່ຕ້ານພຣະຄຣິສບໍ່ເຕັມໃຈທີ່ຈະເປັນຜູ້ອອກເຫື່ອແຮງ ແລະ ບໍ່ຍິນຍອມທີ່ຈະເປັນຜູ້ອອກເຫື່ອແຮງ. ພວກເຂົາຄິດວ່າ ໂດຍການເປັນຜູ້ອອກເຫື່ອແຮງ, ພວກເຂົາຈະຕ້ອງທົນທຸກຕໍ່ການດູຖູກ ແລະ ການເລືອກປະຕິບັດຢ່າງຮຸນແຮງ. ສະນັ້ນ, ພວກເຂົາຕ້ອງການເປັນຫຍັງກັນແທ້? ຈຸດປະສົງຂອງພວກເຂົາແມ່ນຫຍັງ ເມື່ອພວກເຂົາເລີ່ມເຊື່ອໃນພຣະເຈົ້າ ແລະ ເຂົ້າມາໃນເຮືອນຂອງພຣະເຈົ້າ? ພວກເຂົາເຕັມໃຈທີ່ຈະເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ຜູ້ຕິດຕາມຂອງພຣະເຈົ້າບໍ? ພວກເຂົາເຕັມໃຈທີ່ຈະເປັນຄົນທີ່ຖືກເຮັດໃຫ້ສົມບູນບໍ? ພວກເຂົາມີຄວາມສຸກທີ່ຈະເປັນຄືກັບເປໂຕ ແລະ ໂຢບ ແລະ ຍອມຮັບວ່າມັນຄຸ້ມຄ່າແລ້ວບໍ? (ບໍ່.) ມີໃຜເວົ້າແດ່ວ່າ ພວກເຂົາມີຄວາມສຸກທີ່ໄດ້ເປັນໜຶ່ງໃນປະຊາກອນທີ່ພຣະເຈົ້າເລືອກໃນຄວາມເຊື່ອຂອງພວກເຂົາທີ່ມີໃນພຣະເຈົ້າ, ເວົ້າວ່າສິ່ງນັ້ນພຽງພໍແລ້ວສຳລັບພວກເຂົາ? ມີໃຜເຕັມໃຈທີ່ຈະເປັນຂອງຫຼິ້ນໃນພຣະຫັດຂອງພຣະເຈົ້າບໍ? ບໍ່, ຜູ້ຄົນແຮງບໍ່ເຕັມໃຈທີ່ຈະເປັນສິ່ງນີ້. ເມື່ອຄົນໃດຄົນໜຶ່ງເຂົ້າມາໃນເຮືອນຂອງພຣະເຈົ້າ, ພວກເຂົາມາເພື່ອຊອກຫາຜົນປະໂຫຍດ, ພອນ, ລາງວັນ ແລະ ມົງກຸດ. ໃນຂະນະທີ່ພວກເຂົາຍອມຮັບການຖືກເປີດໂປງ ແລະ ພິພາກສາໂດຍພຣະທຳຂອງພຣະເຈົ້າ, ພວກເຂົາກໍໄດ້ມາຮູ້ວ່າ ໂດຍການແອບມີເຈດຕະນາດັ່ງນັ້ນໄວ້ໃນຄວາມເຊື່ອຂອງພວກເຂົາທີ່ມີໃນພຣະເຈົ້າ, ພວກເຂົາຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້ ແລະ ໃນທີ່ສຸດແລ້ວ ກໍຈະບໍ່ສາມາດໄດ້ຮັບຄວາມລອດພົ້ນ. ສະນັ້ນ, ຫຼາຍຄົນຈຶ່ງເລືອກທີ່ຈະປ່ອຍວາງຄວາມປາຖະໜາຂອງພວກເຂົາສຳລັບພອນ ແລະ ຄວາມປາຖະໜາຂອງພວກເຂົາສຳລັບມົງກຸດ ແລະ ລາງວັນ, ປ່ອຍວາງຜົນປະໂຫຍດທັງໝົດນີ້ ແລະ ຟັງສິ່ງທີ່ພຣະເຈົ້າກຳລັງກ່າວ, ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດ ແລະ ສິ່ງທີ່ພຣະອົງຕ້ອງເວົ້າກັບມະນຸດກ່ອນ. ຫຼາຍຄົນທີ່ຟັງພຣະທຳຂອງພຣະເຈົ້າຮູ້ສຶກເຖິງຄວາມຍິນດີຢ່າງລັບໆໃນຫົວໃຈຂອງພວກເຂົາ ໂດຍກ່າວວ່າ: “ພຣະເຈົ້າເປີດໂປງຄວາມເສື່ອມຊາມຂອງພວກເຮົາ, ພຣະອົງເປີດໂປງທາດແທ້ທີ່ເປັນຕາຂີ້ດຽດຂອງພວກເຮົາ ແລະ ພຣະອົງເປີດໂປງແກ່ນແທ້ແຫ່ງການຕໍ່ຕ້ານພຣະເຈົ້າຂອງພວກເຮົາ ແລະ ຄວາມເບື່ອໜ່າຍຕໍ່ຄວາມຈິງ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນຂໍ້ແທ້ຈິງ. ໂຊກດີສຳລັບຂ້ອຍ, ຂ້ອຍບໍ່ໄດ້ຮີບຮ້ອນເດມືຂອງຂ້ອຍໄປຫາພຣະເຈົ້າ ເພື່ອຂໍຄວາມໂຊກດີ, ພຣະຄຸນ ແລະ ພອນ; ໂຊກດີທີ່ຂ້ອຍປ່ອຍວາງສິ່ງເຫຼົ່ານີ້ກ່ອນ. ຖ້າຂ້ອຍບໍ່ໄດ້ປ່ອຍວາງສິ່ງເຫຼົ່ານີ້, ຂ້ອຍຈະບໍ່ເຮັດໃຫ້ຕົນເອງກາຍເປັນຄົນໂງ່ຈ້າບໍ? ທຸກສິ່ງທີ່ພຣະເຈົ້າກ່າວລ້ວນແຕ່ເປີດໂປງທຳມະຊາດ ແລະ ແກ່ນແທ້ຂອງມະນຸດ, ແລ້ວຂ້ອຍຈະສາມາດປະຖິ້ມສິ່ງເຫຼົ່ານັ້ນໄດ້ແນວໃດ? ພຣະເຈົ້າໄດ້ກ່າວວ່າ ຜູ້ຄົນຕ້ອງເລີ່ມຕົ້ນປະຕິບັດໜ້າທີ່ຂອງພວກເຂົາກ່ອນ ແລະ ຮ່ວມມືກັບວຽກງານທີ່ຢູ່ພາຍໃນແຜນການຄຸ້ມຄອງຂອງພຣະເຈົ້າ. ໃນລະຫວ່າງຂະບວນການນີ້, ຖ້າຜູ້ຄົນສາມາດກ້າວເດີນໄປໃນເສັ້ນທາງແຫ່ງການເຂົ້າໃຈ ແລະ ການຍອມຮັບຄວາມຈິງ, ແລ້ວພວກເຂົາກໍຈະມີຄວາມຫວັງໃນການໄດ້ຮັບຄວາມລອດພົ້ນ ແລະ ສາມາດໄດ້ຮັບຜົນປະໂຫຍດຫຼາຍຢ່າງໃນອະນາຄົດ”. ໃນຈຸດນີ້, ຫຼາຍຄົນກໍເຊົາຄິດກ່ຽວກັບສິ່ງເຫຼົ່ານັ້ນ. ຄວາມປາຖະໜາທີ່ໜ້າອັດສະຈັນຂອງພວກເຂົາ, ຄວາມຫິວໂຫຍ ແລະ ຄວາມຫວັງຂອງພວກເຂົາສຳລັບອະນາຄົດ ເບິ່ງຄືວ່າບໍ່ເປັນຈິງອີກຕໍ່ໄປ. ພວກເຂົາຮູ້ສຶກວ່າ ໃນຊ່ວງເວລານີ້, ວິທີການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ວິທີການປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ວິທີການເຂົ້າໃຈຄວາມຈິງ ແລະ ຍຶດໝັ້ນນັ້ນ ເປັນຈິງ, ສຳຄັນ ແລະ ຈຳເປັນຫຼາຍກວ່າຄວາມປາຖະໜາ ແລະ ຄວາມທະເຍີທະຍານເຫຼົ່ານັ້ນ. ສະນັ້ນ, ໃນຈຸດທີ່ສຳຄັນນີ້, ຄົນສ່ວນໃຫຍ່ຈຶ່ງເລືອກທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ, ມີປະສົບການກັບພາລະກິດຂອງພຣະເຈົ້າ, ຮັບເອົາຄວາມຈິງ, ອຸທິດເວລາ ແລະ ຄວາມໜຸ່ມຂອງພວກເຂົາ ແລະ ປະຖິ້ມຄອບຄົວຂອງພວກເຂົາ, ໜ້າທີ່ການງານຂອງພວກເຂົາ ແລະ ອະນາຄົດທາງໂລກຂອງພວກເຂົາເພື່ອພຣະເຈົ້າ ແລະ ເພື່ອການປະຕິບັດໜ້າທີ່ຂອງພວກເຂົາ ແລະ ບາງຄົນເຖິງກັບປະຖິ້ມການແຕ່ງດອງຂອງພວກເຂົາເພື່ອສິ່ງນີ້. ການສະແດງອອກ, ພຶດຕິກຳ ແລະ ການກະທຳປະເພດເຫຼົ່ານີ້ທີ່ຜູ້ຄົນມີ ແມ່ນທັດສະນະຄະຕິແຫ່ງການເຊື່ອຟັງ ແລະ ອ່ອນນ້ອມຕໍ່ສິ່ງທີ່ເປັນບວກ ແລະ ຕໍ່ຂໍ້ກຳນົດທັງໝົດທີ່ພຣະເຈົ້າກ່າວເຖິງ ໂດຍບໍ່ຕ້ອງສົງໄສ ແລະ ມັນກໍແມ່ນທັດສະນະຄະຕິນີ້ເອງທີ່ເປັນເງື່ອນໄຂຈຳເປັນທີ່ຜູ້ຄົນຕ້ອງມີ ເພື່ອທີ່ຈະສາມາດເຂົ້າໃຈຄວາມຈິງ, ປະຕິບັດຄວາມຈິງ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ໃນທີ່ສຸດກໍໄດ້ຮັບຄວາມລອດພົ້ນ. ສິ່ງເຫຼົ່ານີ້ຄືຫຼາກຫຼາຍການສະແດງອອກ ແລະ ແນວຄິດທີ່ ຄົນປົກກະຕິທຸກຄົນມີ ກ່ອນທີ່ພວກເຂົາຈະເຂົ້າມາໃນເຮືອນຂອງພຣະເຈົ້າ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ນັບຕັ້ງແຕ່ເວລາທີ່ຄົນເຫຼົ່ານີ້ເລີ່ມເຊື່ອໃນພຣະເຈົ້າຄັ້ງທຳອິດຈົນມາເຖິງປັດຈຸບັນນີ້, ຄວາມຄິດ ແລະ ມຸມມອງຂອງພວກເຂົາກຳລັງຜ່ານການປ່ຽນແປງຢ່າງຕໍ່ເນື່ອງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ພຣະເຈົ້າ ກໍກຳລັງຜ່ານການປ່ຽນແປງຢ່າງຕໍ່ເນື່ອງເຊັ່ນກັນ. ໃນເວລາດຽວກັນກັບທີ່ຄວາມປາຖະໜາ ແລະ ຄວາມທະເຍີທະຍານໃນກ່ອນໜ້ານີ້ຂອງມະນຸດກຳລັງພັງທະລາຍລົງຢ່າງຕໍ່ເນື່ອງ, ພວກເຂົາກໍປ່ອຍວາງສິ່ງເຫຼົ່ານີ້ ແລະ ລົ້ມເລີກພວກມັນຢ່າງຄ່ອຍເປັນຄ່ອຍໄປ ແລະ ຢ່າງຫ້າວຫັນ. ນີ້ຄືໝາກຜົນອັນດີງາມທີ່ໃນທີ່ສຸດແລ້ວ ກໍເກີດຈາກຄວາມປາຖະໜາຂອງຜູ້ຄົນທີ່ຈະຮ່ວມມື ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ມັນເປັນການສະແດງອອກທີ່ເປັນບວກ ແລະ ດີງາມ ແລະ ມັນເປັນຜົນໄດ້ຮັບທີ່ດີ. ໃນຂະນະທີ່ຜູ້ຄົນກຳລັງກ້າວໜ້າຢ່າງຕໍ່ເນື່ອງ, ຜູ້ທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງກໍເກືອບຈະປ່ອຍວາງຄວາມປາຖະໜາ ແລະ ເຈດຕະນາຂອງພວກເຂົາທີ່ຈະໄດ້ຮັບພອນແລ້ວ ແລະ ດັ່ງນັ້ນ ຄົນສ່ວນໃຫຍ່ໂດຍພື້ນຖານແລ້ວຈຶ່ງບໍ່ຄ່ອຍອ່ອນໄຫວ ຫຼື ສົນໃຈໃນຄຳສັນຍາຕ່າງໆ ທີ່ພຣະເຈົ້າໄດ້ໃຫ້ໄວ້ກັບມະນຸດໃນກ່ອນໜ້ານີ້ປານໃດ. ນີ້ກໍຍ້ອນວ່າ ເມື່ອວັດແທກຕາມເຫດຜົນຂອງຄົນປົກກະຕິແລ້ວ, ຖ້າຄົນໃດຄົນໜຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍວິທີທີ່ໄດ້ມາດຕະຖານ ແລະ ລົ້ມເຫຼວທີ່ຈະເຂົ້າໃຈຄວາມຈິງ, ພວກເຂົາກໍຈະພາດໂອກາດທີ່ຈະໄດ້ຮັບພອນທັງໝົດທີ່ພຣະເຈົ້າສັນຍາໄວ້ ແລະ ຈະບໍ່ມີຫຍັງກ່ຽວຂ້ອງກັບພອນເຫຼົ່ານັ້ນເລີຍ. ທຸກຄົນຄວນເຂົ້າໃຈເຫດຜົນທີ່ງ່າຍດາຍທີ່ສຸດນີ້. ແນ່ນອນວ່າ, ຕອນນີ້ມີຫຼາຍຄົນທີ່ເຂົ້າໃຈຂໍ້ແທ້ຈິງດັ່ງກ່າວແລ້ວ, ພ້ອມທັງຮັບຮູ້ ແລະ ຍອມຮັບຂໍ້ແທ້ຈິງນີ້; ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ບໍ່ຍອມຮັບມັນ. ເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບມັນ? ມັນກໍເປັນຍ້ອນວ່າພວກເຂົາແມ່ນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ຍອມຮັບຂໍ້ແທ້ຈິງນີ້, ແລ້ວສະນັ້ນ ພວກເຂົາຕ້ອງການເຮັດຫຍັງ? ເມື່ອພວກເຂົາເຂົ້າມາໃນເຮືອນຂອງພຣະເຈົ້າ, ພວກເຂົາກວດສອບພຣະທຳຂອງພຣະເຈົ້າ ແລະ ຊອກຫານາມມະຍົດ ແລະ ສະຖານະຕ່າງໆ ເຊັ່ນ: “ຕົວຕົນຂອງພຣະເຈົ້າ”, “ບຸດຊາຍຄົນທຳອິດ”, “ບຸດຊາຍຂອງພຣະເຈົ້າ”, “ປະຊາຊົນຂອງພຣະເຈົ້າ” ແລະ “ຜູ້ອອກເຫື່ອແຮງ” ໃນພຣະທຳເຫຼົ່ານັ້ນ ແລະ ສາຍຕາຂອງພວກເຂົາກໍເປັ່ງປະກາຍຂຶ້ນມາ. ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາໄດ້ຮັບການຕອບສະໜອງຢ່າງໄວວາ ແລະ ພວກເຂົາກໍຄິດວ່າ “ການເປັນໜຶ່ງໃນບຸດຊາຍຂອງພຣະເຈົ້ານັ້ນທຳມະດາເກີນໄປ; ຄົນສ່ວນໃຫຍ່ກໍລ້ວນແຕ່ເປັນບຸດຊາຍຂອງພຣະເຈົ້າ. ການເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ ໝາຍເຖິງການເປັນຄົນທຳມະດາ, ເປັນສ່ວນໜຶ່ງຂອງຝູງຊົນ, ເປັນພຽງຄົນປົກກະຕິທີ່ບໍ່ມີອຳນາດ ຫຼື ອິດທິພົນ. ແລ້ວຢ່າໄດ້ຄິດແມ່ນແຕ່ຈະໃຫ້ຂ້ອຍເປັນຜູ້ອອກເຫື່ອແຮງ. ຂ້ອຍຈະບໍ່ມີວັນກ່ຽວຂ້ອງກັບການເປັນຜູ້ອອກເຫື່ອແຮງຕາບໃດທີ່ຂ້ອຍມີຊີວິດຢູ່; ມັນບໍ່ກ່ຽວຂ້ອງຫຍັງກັບຂ້ອຍທັງສິ້ນ”. ແລ້ວດ້ວຍເຫດນັ້ນ, ພວກເຂົາຈຶ່ງຈັບຈ້ອງສາຍຕາໄປທີ່ສອງນາມມະຍົດນັ້ນກໍຄື “ຕົວຕົນຂອງພຣະເຈົ້າ” ແລະ “ບຸດຊາຍຄົນທຳອິດ”. ໃນຄວາມຄິດຫຼົງຜິດຂອງພວກເຂົາ, ພວກເຂົາເຊື່ອວ່າ “ຕົວຕົນຂອງພຣະເຈົ້າ” ແມ່ນພຣະເຈົ້າເອງ, ສ່ວນ “ບຸດຊາຍຄົນທຳອິດ” ແມ່ນບຸດຊາຍຄົນທຳອິດຂອງພຣະເຈົ້າ ແລະ ທັງສອງຢ່າງນີ້ນຳມາເຊິ່ງອຳນາດ ແລະ ອິດທິພົນ ແລະ ສາມາດປົກຄອງເປັນກະສັດໃນທ່າມກາງມະນຸດຊາດ, ຄວບຄຸມຜູ້ຄົນ, ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ, ມີອຳນາດເດັດຂາດ ແລະ ມີອຳນາດໃນການສັ່ງການ, ມີອຳນາດໃນການເປັນຜູ້ນໍາ ແລະ ມີອຳນາດໃນການຈັດວາງຜູ້ຄົນ ແລະ ຕັດສິນວ່າຜູ້ຄົນຈະຢູ່ ຫຼື ຕາຍ, ພວກເຂົາເຊື່ອວ່າອຳນາດເຫຼົ່ານີ້ຍິ່ງໃຫຍ່ຫຼາຍ. ນັ້ນຄືເຫດຜົນທີ່ມັນເປັນໄປບໍ່ໄດ້ທີ່ຈະໃຫ້ພວກເຂົາເປັນຜູ້ອອກເຫື່ອແຮງ. ຖ້າພວກເຂົາໄດ້ຮັບອະນຸຍາດໃຫ້ເລືອກດ້ວຍຕົນເອງ, ພວກເຂົາກໍຈະເລືອກທີ່ຈະເປັນບຸດຊາຍຄົນທຳອິດ ຫຼື ຄົນຂອງພຣະເຈົ້າ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະເຊົາເຊື່ອໃນພຣະເຈົ້າ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ຫຼື ເຮັດໜ້າທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າ, ພວກເຂົາກະທຳ, ຈ່າຍລາຄາ, ທົນທຸກ ແລະ ແລ່ນໄປມາເພື່ອສະແຫວງຫາສອງເປົ້າໝາຍນີ້. ໃນລະຫວ່າງເວລານີ້, ພວກເຂົາຄິດຄຳນວນຢ່າງຕໍ່ເນື່ອງວ່າ ພວກເຂົາໄປໄດ້ໄກສໍ່າໃດໃນຂະນະທີ່ແລ່ນວຸ້ນໄປມາ, ພວກເຂົາໄດ້ຈັກຄົນເມື່ອເທດສະໜາພຣະກິດຕິຄຸນ, ມີຈັກຄົນທີ່ເຄົາລົບ ແລະ ນັບຖືພວກເຂົາ, ອ້າຍເອື້ອຍນ້ອງທີ່ກຳລັງຮັບມືກັບບັນຫາຈະໄປຫາຄົນອື່ນ ຫຼື ມາຫາພວກເຂົາ ເມື່ອພວກເຂົານໍາພາຄຣິສຕະຈັກ ແລະ ພວກເຂົາຈະສາມາດຄວບຄຸມ ແລະ ຊັກຈູງແນວຄິດ ແລະ ມຸມມອງຂອງຄົນອື່ນໄດ້ ຫຼື ບໍ່. ພວກເຂົາຄິດຄຳນວນ, ຊັ່ງຊາ ແລະ ສັງເກດເບິ່ງສິ່ງເຫຼົ່ານີ້ຢ່າງຕໍ່ເນື່ອງ, ໂດຍມີເປົ້າໝາຍທີ່ຈະບັນລຸສິ່ງທີ່ພວກເຂົາຕ້ອງການ: ການປົກຄອງເປັນກະສັດໃນເຮືອນຂອງພຣະເຈົ້າ. ຫຼັງຈາກທີ່ເຂົ້າມາໃນເຮືອນຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງ, ຄົນສ່ວນໃຫຍ່ສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໄດ້ຕາມປົກກະຕິ, ແຕ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ່ໄດ້. ພວກເຂົາເຊື່ອວ່າພວກເຂົາມາຈາກສາຍເລືອດທີ່ສູງສົ່ງ, ພວກເຂົາເປັນສ່ວນໜຶ່ງຂອງກຸ່ມຄົນທີ່ສູງສົ່ງ ແລະ ພິເສດ ແລະ ພວກເຂົາຕ້ອງຖືກເອີ້ນວ່າເປັນຄົນຍິ່ງໃຫຍ່ໃນເຮືອນຂອງພຣະເຈົ້າ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ເຊື່ອໃນພຣະເຈົ້າ. ຖ້າພວກເຂົາຈະເຊື່ອໃນພຣະເຈົ້າ, ແລ້ວພວກເຂົາກໍຕ້ອງໄດ້ຮັບການຍົກຍ້ອງວ່າເປັນຄົນຍິ່ງໃຫຍ່ໃນເຮືອນຂອງພຣະເຈົ້າ ແລະ ເປັນຄົນທີ່ມີອຳນາດສູງສຸດ. ໃນຂະນະດຽວກັນ, ພວກເຂົາຍັງຄິດຄຳນວນ ແລະ ຄິດໄຕ່ຕອງວ່າພວກເຂົາມີຄຸນງາມຄວາມດີຫຼາຍສໍ່າໃດໃນປຶ້ມບັນທຶກຂອງພຣະເຈົ້າ ແລະ ພວກເຂົາຈະມີຄຸນສົມບັດພຽງພໍທີ່ຈະປົກຄອງເປັນກະສັດຄຽງຂ້າງພຣະເຈົ້າ ຫຼື ບໍ່. ສະນັ້ນ, ແຫຼ່ງທີ່ມາ, ຈຸດເລີ່ມຕົ້ນ ແລະ ແຮງຈູງໃຈສຳລັບຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອປະຕິບັດໜ້າທີ່ຂອງພວກເຂົາກໍຄື ການເຂົ້າມາໃນເຮືອນຂອງພຣະອົງເພື່ອປົກຄອງເປັນກະສັດ. ພວກເຂົາບໍ່ເຕັມໃຈຢ່າງແນ່ນອນທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ພຽງເພື່ອທີ່ຈະເປັນຜູ້ຕິດຕາມທີ່ທຳມະດາ ແລະ ບໍ່ສຳຄັນທີ່ສຸດ ແລະ ທັນທີທີ່ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຖືກດັບສູນ, ພວກເຂົາກໍກາຍເປັນປໍລະປັກໃນທັນໃດ ແລະ ປະຕິເສດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ.
ຕອນນີ້ມີບາງຄົນໃນເຮືອນຂອງພຣະເຈົ້າທີ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາມາເປັນເວລາຫຼາຍປີ, ເຮັດທຸກຢ່າງໄດ້ບໍ່ດີ ແລະ ຖືກກຳຈັດອອກ ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາຢູ່ໃສກໍຕາມ. ເພາະວ່າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີຫຼາຍ ແລະ ມີຄວາມຊື່ສັດຕໍ່າ, ບໍ່ໄລ່ຕາມຄວາມຈິງ ແລະ ມີອຸປະນິໄສທີ່ໂຫດຮ້າຍ ແລະ ຊົ່ວຊ້າທີ່ເບື່ອໜ່າຍຄວາມຈິງ, ໃນທີ່ສຸດແລ້ວ ພວກເຂົາຈຶ່ງຖືກປະຕິເສດໂດຍອ້າຍເອື້ອຍນ້ອງ. ທັນທີທີ່ພວກເຂົາເຫັນວ່າຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນກຳລັງຈະຫາຍໄປກັບໝອກຄວັນ ແລະ ຄວາມຝັນຂອງພວກເຂົາທີ່ຈະປົກຄອງເປັນກະສັດ ແລະ ໂດດເດັ່ນໃນເຮືອນຂອງພຣະເຈົ້າບໍ່ສາມາດກາຍເປັນຈິງໄດ້ອີກຕໍ່ໄປ, ພວກເຂົາດຳລົງຊີວິດໃນຊີວິດສ່ວນຕົວຂອງພວກເຂົາແນວໃດ? ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ຟັງເພງສັນລະເສີນ, ພວກເຂົາບໍ່ເຂົ້າຮ່ວມການເຕົ້າໂຮມ, ພວກເຂົາບໍ່ໃສ່ໃຈເຮືອນຂອງພຣະເຈົ້າ ເມື່ອຖືກຂໍໃຫ້ປະຕິບັດໜ້າທີ່ ແລະ ອ້າຍເອື້ອຍນ້ອງເຖິງກັບຕ້ອງໂທຫາພວກເຂົາ, ເຊີນພວກເຂົາ ແລະ ເຕືອນພວກເຂົາເມື່ອຮອດເວລາເຂົ້າຮ່ວມການເຕົ້າໂຮມ. ພວກເຂົາບາງຄົນກໍຍັງຄົງເຂົ້າຮ່ວມການເຕົ້າໂຮມຢ່າງບໍ່ເຕັມໃຈ, ແຕ່ໃນລະຫວ່າງການເຕົ້າໂຮມ ພວກເຂົາບໍ່ເວົ້າຫຍັງຈັກຄຳ, ພວກເຂົາບໍ່ໂອ້ລົມ ແລະ ພວກເຂົາຮູ້ສຶກລັງກຽດທຸກສິ່ງທີ່ຄົນອື່ນເວົ້າ ແລະ ບໍ່ຢາກຟັງ. ເມື່ອອ້າຍເອື້ອຍນ້ອງອະທິຖານ, ພວກເຂົາກໍຫຼັບຕາຂອງພວກເຂົາຄືກັນ, ແຕ່ພວກເຂົາບໍ່ເວົ້າຫຍັງ, ພວກເຂົາບໍ່ມີຫຍັງຈະເວົ້າກັບພຣະເຈົ້າ. ແລ້ວຄົນອື່ນບາງຄົນເຮັດຫຍັງໃນລະຫວ່າງການເຕົ້າໂຮມ, ເມື່ອຟັງຄຳເທດສະໜາ ຫຼື ເມື່ອອ້າຍເອື້ອຍນ້ອງກຳລັງໂອ້ລົມກ່ຽວກັບຄວາມຈິງ? ບາງຄົນໄປນອນ, ບາງຄົນເບິ່ງໂທລະສັບຂອງພວກເຂົາ ແລະ ອ່ານຂ່າວ, ບາງຄົນສົນທະນາກັບຄົນອື່ນ ແລະ ບາງຄົນຫຼິ້ນເກມອອນລາຍ. ເມື່ອເຊື່ອໃນພຣະເຈົ້າ, ພວກເຂົາຄິດວ່າໃນເຮືອນຂອງພຣະເຈົ້າ, ຖ້າພວກເຂົາບໍ່ສາມາດເປັນທີ່ຮັກແພງ, ບໍ່ສາມາດໄດ້ຮັບການຍອມຮັບຈາກຄົນອື່ນ, ບໍ່ມີຜູ້ສະໜັບສະໜູນຢູ່ອ້ອມລ້ອມພວກເຂົາ ແລະ ບໍ່ສາມາດໄດ້ຮັບການມອບໝາຍໜ້າທີ່ສຳຄັນ, ແລ້ວພວກເຂົາກໍຈະບໍ່ສາມາດປົກຄອງເປັນກະສັດກັບພຣະເຈົ້າໄດ້ໃນອະນາຄົດ ແລະ ສະນັ້ນ, ພຣະເຈົ້າຈຶ່ງບໍ່ມີຕົວຕົນສຳລັບພວກເຂົາ. ບໍ່ວ່າພຣະເຈົ້າຈະມີຕົວຕົນ ຫຼື ບໍ່, ສຳລັບພວກເຂົາແລ້ວ, ມັນກ່ຽວຂ້ອງກັບວ່າພວກເຂົາຈະສາມາດໄດ້ຮັບພອນ ຫຼື ບໍ່. ນີ້ບໍ່ແມ່ນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາເຊື່ອວ່າ ຖ້າພຣະເຈົ້າອົງໜຶ່ງບໍ່ສາມາດເຮັດໃຫ້ພວກເຂົາໄດ້ຮັບພອນ, ແລ້ວພຣະອົງກໍບໍ່ແມ່ນພຣະເຈົ້າ ແລະ ພຣະອົງກໍບໍ່ມີຄວາມຈິງ ແລະ ມີພຽງແຕ່ພຣະເຈົ້າທີ່ສາມາດເຮັດໃຫ້ພວກເຂົາກະທຳການຕາມອຳເພີໃຈ, ຍຶດອຳນາດໃນຄຣິສຕະຈັກ ແລະ ປົກຄອງເປັນກະສັດໃນອະນາຄົດເທົ່ານັ້ນທີ່ເປັນພຣະເຈົ້າ. ນີ້ຄືຫຼັກເຫດຜົນຂອງຊາຕານ, ມັນຄືການເຮັດໃຫ້ສັບສົນກັນລະຫວ່າງສິ່ງທີ່ຜິດ ແລະ ຖືກ ແລະ ການບິດເບືອນຄວາມຈິງ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ເຫດຜົນທີ່ພວກເຂົາບໍ່ສາມາດຕິດຕາມຮອຍພຣະບາດຂອງພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາກໍຄື ພວກເຂົາເບື່ອໜ່າຍຄວາມຈິງ, ໃນໃຈຂອງພວກເຂົາ ພວກເຂົາເຄົາລົບນັບຖືພຽງແຕ່ປັດຊະຍາຂອງຊາຕານ, ຄວາມຮູ້, ຊື່ສຽງ, ຜົນປະໂຫຍດ ແລະ ຕຳແໜ່ງ. ພວກເຂົາປະຕິເສດວ່າພຣະເຈົ້າຄືຄວາມຈິງ, ພວກເຂົາບໍ່ໃສ່ໃຈພາລະກິດຂອງພຣະເຈົ້າ ແລະ ນັ້ນຄືເຫດຜົນທີ່ໃນການເຕົ້າໂຮມ ພວກເຂົາຈຶ່ງເບິ່ງໂທລະສັບຂອງພວກເຂົາ, ຫຼິ້ນເກມ, ກິນເຂົ້າໜົມ ແລະ ລົມກັນຕາມໃຈມັກ, ພວກເຂົາເຮັດທຸກຢ່າງທີ່ພວກເຂົາຕ້ອງການ ແລະ ຍັງຄົງຮູ້ສຶກພໍໃຈກັບຕົນເອງ. ທັນທີທີ່ຄວາມຫວັງຂອງພວກເຂົາທີ່ຈະໄດ້ຮັບພອນພັງທະລາຍ, ພວກເຂົາກໍບໍ່ເຫັນຄວາມໝາຍຂອງການເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ເມື່ອພວກເຂົາບໍ່ເຫັນຄວາມໝາຍຂອງການເຊື່ອໃນພຣະເຈົ້າ, ພວກເຂົາກໍຖືວ່າຄຣິສຕະຈັກ ນັ້ນກໍຄື ສະຖານທີ່ທີ່ອ້າຍເອື້ອຍນ້ອງເຕົ້າໂຮມກັນ, ເປັນສະໜາມເດັກຫຼິ້ນ, ພວກເຂົາຖືວ່າເວລາຂອງການເຕົ້າໂຮມກັນເປັນເວລາຫວ່າງ ແລະ ພວກເຂົາຄິດວ່າການເຕົ້າໂຮມ ແລະ ການຟັງຄຳເທດສະໜາເປັນສິ່ງທີ່ໜ້າທຸກໃຈ, ບໍ່ມີຊີວິດຊີວາ ແລະ ໜ້າເບື່ອ. ພວກເຂົາຖືວ່າຄຳເທດສະໜາທີ່ອ້າຍເອື້ອຍນ້ອງຟັງ ແລະ ຄວາມຈິງເປັນຫຍັງ? ພວກເຂົາຖືວ່າມັນເປັນຄຳຂວັນ, ເປັນເລື່ອງໄຮ້ສາລະທີ່ບໍ່ມີມູນຄວາມຈິງ ແລະ ພວກເຂົາຖືວ່າເວລາທີ່ໃຊ້ໃນການເຕົ້າໂຮມກັນກັບອ້າຍເອື້ອຍນ້ອງເປັນເວລາທີ່ສິ້ນເປືອງ. ຄົນເຫຼົ່ານີ້ບໍ່ໄດ້ຖືກເປີດເຜີຍແລ້ວບໍ? ພວກເຂົານຳເອົາຄວາມທະເຍີທະຍານຂອງພວກເຂົາ, ຄວາມປາຖະໜາຂອງພວກເຂົາ ແລະ ພາບລວງຕາຂອງພວກເຂົາມາສູ່ຄວາມເຊື່ອຂອງພວກເຂົາທີ່ມີໃນພຣະເຈົ້າ ແລະ ນີ້ກໍເປັນສັນຍານທີ່ກຳນົດວ່າພວກເຂົາຈະບໍ່ສາມາດຕິດຕາມເສັ້ນທາງໄປຈົນເຖິງທີ່ສຸດໄດ້ ແລະ ພວກເຂົາບໍ່ຄູ່ຄວນແມ່ນແຕ່ຈະອອກເຫື່ອແຮງເພື່ອພາລະກິດຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າ. ພວກເຂົາດູຖູກຜູ້ທີ່ຟັງຄຳເທດສະໜາ ແລະ ອ້າຍເອື້ອຍນ້ອງທີ່ໄລ່ຕາມຄວາມຈິງ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາປະຕິເສດພາລະກິດຂອງພຣະເຈົ້າ, ການມີຕົວຕົນຂອງພຣະເຈົ້າ ແລະ ການມີຢູ່ຂອງຂໍ້ແທ້ຈິງແຫ່ງພາລະກິດຂອງແຜນການຄຸ້ມຄອງຂອງພຣະເຈົ້າ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ຄົນເຫຼົ່ານັ້ນທີ່ເບື່ອໜ່າຍຄວາມຈິງ ເລີ່ມຄິດວ່າການເຊື່ອໃນພຣະເຈົ້າຈະບໍ່ນຳເອົາຜົນປະໂຫຍດໃດໆມາໃຫ້ພວກເຂົາ, ທາດແທ້ຂອງມານຮ້າຍກໍເປີດເຜີຍອອກມາ. ຜູ້ຕໍ່ຕ້ານພຣະຄຣິສເພດຍິງບາງຄົນແຕ່ງໜ້າຢູ່ເຮືອນຈົນພວກເຂົາເບິ່ງຄືກັບຜີ. ພວກເຂົານຸ່ງແມ່ນຫຍັງກໍຕາມທີ່ກຳລັງເປັນທີ່ນິຍົມ ຫຼື ດຶງດູດເພດກົງກັນຂ້າມ ແລະ ບາງຄົນເຖິງກັບລັກຫຼິ້ນໄພ້ນົກກະຈອກ, ຫຼິ້ນການພະນັນ ແລະ ສູບຢາ, ຄົນເຫຼົ່ານີ້ເປັນຕາຢ້ານ ແລະ ໜ້າລັງກຽດເກີນໄປ. ພວກເຂົາມາທີ່ເຮືອນຂອງພຣະເຈົ້າດ້ວຍການທຳທ່າ ແລະ ໃນທີ່ສຸດແລ້ວເກີດຫຍັງຂຶ້ນ? ພວກເຂົາບໍ່ສາມາດຮັກສາມັນໄວ້ໄດ້, ແມ່ນບໍ? ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດເປີດເຜີຍຜູ້ຄົນໄດ້ ແລະ ຖ້າຄົນໃດຄົນໜຶ່ງບໍ່ຮັກຄວາມຈິງ, ເບື່ອໜ່າຍຄວາມຈິງ ແລະ ມີອຸປະນິໄສທີ່ໂຫດຮ້າຍ, ແລ້ວພວກເຂົາກໍຖືກກຳນົດໃຫ້ເປັນປໍລະປັກຕໍ່ຄວາມຈິງ ແລະ ບໍ່ສາມາດຍຶດໝັ້ນໄດ້. ຄຣິສຕະຈັກຍັງຈຳເປັນຕ້ອງກຳຈັດຄົນແບບນັ້ນອອກອີກບໍ? ພຣະເຈົ້າຍັງຈຳເປັນຕ້ອງປະນາມພວກເຂົາອີກບໍ? ພຣະເຈົ້າຍັງຈຳເປັນຕ້ອງປະຕິເສດຄົນແບບນັ້ນອີກບໍ? ບໍ່, ພຣະເຈົ້າບໍ່ໃສ່ໃຈພວກເຂົາເລີຍ. ສຳລັບພຣະເຈົ້າແລ້ວ, ຄົນເຫຼົ່ານີ້ເປັນພຽງແມງໄມ້, ບໍ່ສົມຄວນແມ່ນແຕ່ຈະເປັນຜູ້ອອກເຫື່ອແຮງ, ພວກເຂົາພຽງແຕ່ບໍ່ສາມາດເປັນໄດ້. ເມື່ອພວກເຂົາມີທັດສະນະຄະຕິທີ່ດູຖູກຕໍ່ການເຕົ້າໂຮມ, ຊີວິດຄຣິສຕະຈັກ ແລະ ໜ້າທີ່ຂອງພວກເຂົາ, ສິ່ງນີ້ພິສູດໃຫ້ເຫັນຫຍັງ? ພຣະເຈົ້າບໍ່ໄດ້ເຝົ້າເບິ່ງ ຫຼື ປົກປ້ອງພວກເຂົາ ແລະ ພຣະອົງກໍບໍ່ໄດ້ນໍາພາພວກເຂົາ. ພຣະອົງບໍ່ໄດ້ປະຕິບັດພາລະກິດໃດໆໃນການໃຫ້ຄວາມຮູ້ແຈ້ງ, ການຊີ້ນໍາ ຫຼື ການລົງວິໄນພວກເຂົາ ແລະ ສະນັ້ນ ພວກເຂົາຈຶ່ງດຳລົງຊີວິດທີ່ບໍ່ໜ້າພໍໃຈ ແລະ ໜ້າກຽດຊັງແບບນັ້ນ. ເຖິງຢ່າງໃດກໍຕາມ, ພວກເຂົາເອງກໍຄິດວ່າ “ຂ້ອຍບໍ່ເຊື່ອໃນພຣະເຈົ້າ; ຂ້ອຍມີອິດສະຫຼະ. ພວກເຈົ້າທີ່ເຊື່ອໃນພຣະເຈົ້າ, ພວກເຈົ້າຕ້ອງທົນທຸກ ແລະ ຈ່າຍລາຄາ, ປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຈົ້າ, ໃນຂະນະທີ່ຂ້ອຍບໍ່ຕ້ອງທົນທຸກຫຍັງເລີຍ. ຂ້ອຍສາມາດເພີດເພີນກັບການພັກຜ່ອນຢູ່ເຮືອນ, ສະໜຸກສະໜານກັບຄວາມສຸກຂອງເນື້ອໜັງ ແລະ ເພີດເພີນກັບຄວາມປິຕິຍິນດີໃນຊີວິດ”. ພວກເຂົາເຊື່ອວ່າພວກເຂົາໄດ້ຮັບຄວາມສຸກ ແລະ ອິດສະຫຼະພາບ. ພຣະເຈົ້າໃສ່ໃຈພວກເຂົາບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ສຳລັບພຣະເຈົ້າແລ້ວ, ຄົນເຫຼົ່ານີ້ເປັນແມງໄມ້, ບໍ່ແມ່ນມະນຸດ ແລະ ພວກເຂົາບໍ່ສົມຄວນໄດ້ຮັບຄວາມສົນໃຈຈາກພຣະອົງ. ຖ້າພຣະເຈົ້າບໍ່ໃສ່ໃຈພວກເຂົາ, ພຣະອົງຈະຍັງຊ່ວຍໃຫ້ພວກເຂົາລອດພົ້ນຢູ່ບໍ? ເນື່ອງຈາກພຣະເຈົ້າຈະບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ, ສິ່ງທີ່ພວກເຂົາເຮັດນັ້ນກ່ຽວຂ້ອງຫຍັງກັບພຣະເຈົ້າບໍ? ມັນກ່ຽວຂ້ອງຫຍັງກັບພຣະດຳລັດຂອງເຮືອນຂອງພຣະເຈົ້າບໍ? ບໍ່, ບໍ່ກ່ຽວຂ້ອງ. ສະນັ້ນ, ພາຍນອກພວກເຂົາຈຶ່ງເບິ່ງຄືວ່າດຳລົງຊີວິດຢ່າງສະດວກສະບາຍ, ມີອິດສະຫຼະ ແລະ ບໍ່ມີກົດເກນ, ຂ້ອນຂ້າງມີຄວາມສຸກຫຼາຍໃນແຕ່ລະມື້. ເຈົ້າຄິດວ່າສິ່ງນັ້ນເປັນສິ່ງທີ່ດີບໍ? ລອງເຫຼືອບເບິ່ງສິ່ງທີ່ພວກເຂົາດຳເນີນຊີວິດຕາມ ແລະ ເສັ້ນທາງທີ່ພວກເຂົາຕິດຕາມ, ເຈົ້າກໍຈະຮູ້ວ່າພວກເຂົາຈົບສິ້ນແລ້ວ, ພຣະເຈົ້າບໍ່ຕ້ອງການພວກເຂົາອີກຕໍ່ໄປ. ພວກແມງໄມ້ເຫຼົ່ານີ້ເໝັນແທ້ໆ! ພຣະເຈົ້າບໍ່ໃສ່ໃຈຄົນແບບນັ້ນເລີຍ.
ບໍ່ວ່າສະພາບແວດລ້ອມ ແລະ ສະຖານະການຈະເປັນແນວໃດກໍຕາມ, ຄົນທີ່ພະຍາຍາມເທົ່າທີ່ພວກເຂົາສາມາດເຮັດໄດ້ເພື່ອປົກຄອງເປັນກະສັດ ແລະ ມີຖານະທຽບເທົ່າກັບພຣະເຈົ້າໃນໂລກທີ່ຈະມາເຖິງນັ້ນ ແມ່ນພວກທີ່ດື້ດ້ານແບບແກ້ໄຂບໍ່ໄດ້ໃນທ່າມກາງຜູ້ຕໍ່ຕ້ານພຣະຄຣິສ. ຄົນແບບນັ້ນກໍຄືກັບໂປໂລ; ພວກເຂົາມີໜາມໃນເນື້ອໜັງຂອງພວກເຂົາ, ພວກເຂົາແອບມີຄວາມສົງໄສກ່ຽວກັບພຣະເຈົ້າ, ພວກເຂົາຕໍ່ຕ້ານ ແລະ ຂົ່ມຂູ່ພຣະເຈົ້າ ແລະ ພວກເຂົາສະແດງຄວາມບໍ່ເຕັມໃຈຢ່າງຍິ່ງເມື່ອພວກເຂົາເຮັດວຽກ, ເສຍສະຫຼະຕົນເອງ, ອົດທົນກັບຄວາມຍາກລຳບາກ ແລະ ຈ່າຍລາຄາ. ພວກເຂົາເຮັດສິ່ງເຫຼົ່ານີ້ພຽງເພື່ອແລກກັບມົງກຸດ ແລະ ເພື່ອແລກກັບການສາມາດປົກຄອງເປັນກະສັດໃນໂລກທີ່ຈະມາເຖິງ. ຂະບວນການທັງໝົດນີ້ບໍ່ໄດ້ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຟັງເບິ່ງໜ້າສົງສານຫຼາຍບໍ? ຄວາມຈິງແລ້ວ, ພວກເຂົາບໍ່ໜ້າສົງສານ. ບໍ່ພຽງແຕ່ພວກເຂົາບໍ່ໜ້າສົງສານ, ແຕ່ທີ່ຈິງແລ້ວພວກເຂົາຍັງເປັນຕາຫົວອີກດ້ວຍ. ຫຼັງຈາກທີ່ພຣະເຈົ້າໄດ້ກ່າວຫຼາຍ, ຖ້າພວກເຂົາຍັງບໍ່ເຂົ້າໃຈຄວາມຈິງ ກໍລືມມັນໄປສາ; ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຂົ້າໃຈພາສາມະນຸດໄດ້ເລີຍ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຂົ້າໃຈຫຼັກການງ່າຍໆແບບນັ້ນ? ຖ້າເຈົ້າບໍ່ປະຕິບັດຄວາມຈິງ, ເຈົ້າກໍຈະບໍ່ສາມາດບັນລຸການປ່ຽນແປງທາງດ້ານອຸປະນິໄສ ຫຼື ໄດ້ຮັບຄວາມລອດພົ້ນ; ແລະ ເຖິງແມ່ນວ່າພຣະເຈົ້າໄດ້ໃຫ້ຄຳສັນຍາກັບເຈົ້າ, ເຈົ້າກໍຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ຄຳສັນຍາໃດໆທີ່ພຣະເຈົ້າໃຫ້ກັບມະນຸດລ້ວນແຕ່ມີເງື່ອນໄຂ; ພຣະອົງບໍ່ໄດ້ໃຫ້ຄຳສັນຍາກັບຜູ້ຄົນໂດຍບໍ່ມີເຫດຜົນ ຫຼື ເງື່ອນໄຂ. ພຣະເຈົ້າມີຂໍ້ກຳນົດຂອງພຣະອົງຕໍ່ມະນຸດ ແລະ ຂໍ້ກຳນົດເຫຼົ່ານີ້ບໍ່ເຄີຍປ່ຽນແປງໃນເວລາໃດໆ. ພຣະເຈົ້າຈະບໍ່ລະເມີດຄວາມຈິງ ແລະ ພຣະອົງກໍຈະບໍ່ປ່ຽນແປງເຈດຕະນາຂອງພຣະອົງ. ຖ້າເຈົ້າເຂົ້າໃຈຈຸດນີ້, ເຈົ້າຈະຍັງຄົງຍຶດໝັ້ນກັບຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງເຈົ້າຢ່າງດື້ດ້ານຢູ່ບໍ? ມີພຽງແຕ່ຄົນໂງ່ ແລະ ຄົນທີ່ບໍ່ມີເຫດຜົນເທົ່ານັ້ນທີ່ຈະຍຶດໝັ້ນກັບສິ່ງເຫຼົ່ານີ້ຢ່າງດື້ດ້ານ. ຜູ້ທີ່ມີເຫດຜົນຈຳນວນໜຶ່ງທີ່ປົກກະຕິ ແລະ ຄວາມເປັນມະນຸດທີ່ປົກກະຕິຄວນປ່ອຍວາງສິ່ງເຫຼົ່ານີ້ ແລະ ໄລ່ຕາມສິ່ງທີ່ພວກເຂົາຄວນໄລ່ຕາມ, ບັນລຸ ແລະ ເຂົ້າສູ່ ນັ້ນກໍຄື ພວກເຂົາຄວນຕອບສະໜອງຂໍ້ກຳນົດຂອງພຣະເຈົ້າກ່ອນ. ສອງ, ຜູ້ຄົນທີ່ມີເຫດຜົນທີ່ປົກກະຕິຄວນເຂົ້າໃຈຫຍັງອີກ? ມີຄຳທຳນວາຍໃນພຣະຄຳພີທີ່ກ່າວວ່າ ພວກເຮົາຈະປົກຄອງເປັນກະສັດກັບພຣະເຈົ້າຕະຫຼອດໄປເປັນນິດ ແລະ ໃນພາລະກິດປັດຈຸບັນຂອງພຣະເຈົ້າ, ພຣະອົງຍັງກ່າວເຖິງຄົນຂອງພຣະເຈົ້າ, ບຸດຊາຍຄົນທຳອິດ, ບຸດຊາຍຂອງພຣະເຈົ້າ, ປະຊາຊົນຂອງພຣະເຈົ້າ ແລະ ອື່ນໆອີກ, ໂດຍຈັດແບ່ງປະເພດ ແລະ ນາມມະຍົດຕ່າງໆໃຫ້ກັບຜູ້ຄົນ. ເນື່ອງຈາກພຣະເຈົ້າໄດ້ສັນຍາສິ່ງເຫຼົ່ານີ້ກັບມະນຸດ, ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດໄລ່ຕາມສິ່ງເຫຼົ່ານັ້ນໄດ້? ສະນັ້ນ, ຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ແນວທາງທີ່ຖືກຕ້ອງຄວນເປັນແນວໃດ? ຖ້າຄົນໃດຄົນໜຶ່ງຖືວ່າການປົກຄອງເປັນກະສັດ ແລະ ຄຳສັນຍາທີ່ພຣະເຈົ້າໃຫ້ໄວ້ເປັນເປົ້າໝາຍໃຫ້ໄລ່ຕາມ, ນີ້ແມ່ນເສັ້ນທາງທີ່ຖືກຕ້ອງບໍ? ແນ່ນອນວ່າມັນບໍ່ແມ່ນ; ສິ່ງນີ້ບໍ່ແມ່ນສິ່ງທີ່ເປັນບວກ, ມັນຖືກປົນເປື້ອນໂດຍເຈດຕະນາຂອງມະນຸດຫຼາຍເກີນໄປ ແລະ ເສັ້ນທາງນີ້ກໍຂັດກັບຄວາມຈິງ. ບາງຄົນເວົ້າວ່າ “ເນື່ອງຈາກພຣະອົງໄດ້ໃຫ້ຄຳສັນຍານີ້, ເປັນຫຍັງພຣະອົງຈຶ່ງບໍ່ອະນຸຍາດໃຫ້ພວກຂ້ານ້ອຍໄດ້ຮັບມັນ? ເນື່ອງຈາກພຣະອົງໄດ້ກ່າວສິ່ງທັງໝົດເຫຼົ່ານີ້ ແລະ ປະກາດຕໍ່ມະນຸດຊາດທັງປວງຢ່າງເປີດເຜີຍ, ເປັນຫຍັງພຣະອົງຈຶ່ງບໍ່ອະນຸຍາດໃຫ້ພວກຂ້ານ້ອຍສະແຫວງຫາສິ່ງນີ້?” ສິ່ງນີ້ກ່ຽວຂ້ອງກັບຄວາມຈິງ; ບໍ່ມີໃຜເຄີຍເຂົ້າໃຈສິ່ງນີ້ຢ່າງຖືກຕ້ອງຕັ້ງແຕ່ຕົ້ນຈົນເຖິງປັດຈຸບັນ. ສິ່ງນີ້ກ່ຽວຂ້ອງກັບຄວາມຈິງດ້ານໃດ? ເຈົ້າຕ້ອງເບິ່ງມັນໃນລັກສະນະນີ້: ພຣະເຈົ້າໄດ້ໃຫ້ຄຳສັນຍາກັບມະນຸດ ແລະ ຈາກພຣະເຈົ້າ, ມະນຸດກໍໄດ້ຮັບຮູ້ເຖິງແນວຄິດຂອງການປົກຄອງເປັນກະສັດ, ພ້ອມທັງນາມມະຍົດຕ່າງໆ ເຊັ່ນ: “ຄົນຂອງພຣະເຈົ້າ”, “ບຸດຊາຍຄົນທຳອິດ”, “ບຸດຊາຍຂອງພຣະເຈົ້າ” ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານີ້ເປັນພຽງນາມມະຍົດ. ສ່ວນນາມມະຍົດໃດຈະເປັນຂອງຄົນໃດນັ້ນ ຂຶ້ນຢູ່ກັບການໄລ່ຕາມ ແລະ ການປະຕິບັດຂອງແຕ່ລະບຸກຄົນ. ບໍ່ວ່າພຣະຜູ້ສ້າງຈະໃຫ້ນາມມະຍົດໃດກັບເຈົ້າ, ນັ້ນກໍຄືສິ່ງທີ່ເຈົ້າເປັນ. ຖ້າພຣະອົງບໍ່ໃຫ້ນາມມະຍົດໃດໆກັບເຈົ້າ, ແລ້ວເຈົ້າກໍບໍ່ມີຕົວຕົນຫຍັງເລີຍ; ມັນເປັນພຽງຄຳສັນຍາຈາກພຣະເຈົ້າ, ບໍ່ແມ່ນສິ່ງທີ່ຜູ້ຄົນມີສິດໄດ້ຮັບ ຫຼື ສົມຄວນໄດ້ຮັບ. ແນ່ນອນວ່າ ຄຳສັນຍານີ້ເປັນເປົ້າໝາຍທີ່ຜູ້ຄົນປາຖະໜາ, ແຕ່ເປົ້າໝາຍນີ້ບໍ່ແມ່ນເສັ້ນທາງທີ່ມະນຸດຄວນຍ່າງຕາມ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບເສັ້ນທາງທີ່ຜູ້ຄົນຍ່າງຕາມ. ໃຜມີສິດໃນການຕັດສິນໃຈໃນເລື່ອງນີ້? (ພຣະເຈົ້າ.) ຖືກຕ້ອງ, ຜູ້ຄົນຕ້ອງເຂົ້າໃຈສິ່ງນີ້. ຖ້າພຣະເຈົ້າກ່າວວ່າພຣະອົງກຳລັງໃຫ້ບາງສິ່ງກັບເຈົ້າ, ແລ້ວເຈົ້າກໍມີບາງສິ່ງ; ຖ້າພຣະອົງກ່າວວ່າພຣະອົງກຳລັງເອົາມັນໄປຈາກເຈົ້າ, ແລ້ວເຈົ້າກໍບໍ່ມີຫຍັງ, ເຈົ້າກໍບໍ່ມີຕົວຕົນຫຍັງເລີຍ. ຖ້າເຈົ້າເວົ້າວ່າ “ຂ້ອຍຈະໄລ່ຕາມສິ່ງນີ້ ເຖິງແມ່ນວ່າພຣະເຈົ້າຈະບໍ່ໃຫ້ມັນກັບຂ້ອຍ ແລະ ຖ້າພຣະເຈົ້າໃຫ້ມັນກັບຂ້ອຍ, ແລ້ວຂ້ອຍກໍຈະຍອມຮັບມັນຕາມທີ່ຄວນຈະເປັນ”, ແລ້ວສິ່ງນີ້ກໍຜິດ. ເປັນຫຍັງມັນຈຶ່ງຜິດ? ມັນລະເມີດຂໍ້ຫ້າມທີ່ຮ້າຍແຮງ. ເຈົ້າບໍ່ຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະເຈົ້າຈະເປັນພຣະເຈົ້າສະເໝີ ແລະ ມະນຸດກໍຈະເປັນມະນຸດສະເໝີ, ນີ້ຄືເຫດຜົນທີ່ມັນຜິດ. ບາງຄົນເວົ້າວ່າ “ມັນຖືກທຳນວາຍໄວ້ໃນພຣະຄຳພີ. ໃນຫຼາຍບ່ອນ, ພຣະຄຳພີກ່າວວ່າ ພວກເຮົາຈະປົກຄອງເປັນກະສັດກັບພຣະເຈົ້າຕະຫຼອດໄປເປັນນິດ. ເປັນຫຍັງພຣະເຈົ້າຈຶ່ງສາມາດກ່າວສິ່ງນີ້ໄດ້ ແຕ່ພວກເຮົາຈຶ່ງບໍ່ສາມາດສະແຫວງຫາມັນໄດ້?” ນີ້ແມ່ນເຫດຜົນທີ່ສິ່ງທີ່ຖືກສ້າງຄວນມີບໍ? ເຈົ້າເຫັນຄຳສັນຍາຂອງພຣະເຈົ້າທີ່ໃຫ້ຜູ້ຄົນປົກຄອງເປັນກະສັດວ່າເປັນສິ່ງທີ່ດີ ແລະ ເຈົ້າກໍໄລ່ຕາມມັນ, ແຕ່ພຣະເຈົ້າກໍໄດ້ກ່າວກ່ຽວກັບຜູ້ອອກເຫື່ອແຮງເຊັ່ນກັນ, ເຈົ້າໄລ່ຕາມການອອກເຫື່ອແຮງໃຫ້ດີເພື່ອພຣະເຈົ້າບໍ? ເຈົ້າໄລ່ຕາມການເປັນຜູ້ອອກເຫື່ອແຮງທີ່ໄດ້ມາດຕະຖານບໍ? ພຣະເຈົ້າຍັງຮຽກຮ້ອງໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາ ນັ້ນກໍຄື ເຈົ້າຮຽກຮ້ອງໃຫ້ຕົນເອງປະຕິບັດໜ້າທີ່ຂອງເຈົ້າໃຫ້ດີບໍ? ພຣະເຈົ້າຍັງຮຽກຮ້ອງໃຫ້ຜູ້ຄົນກະທຳຕົນເປັນສິ່ງທີ່ຖືກສ້າງ ແລະ ເຈົ້າເຮັດຫຍັງ? ເຈົ້າຖືວ່າການເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານເປັນເປົ້າໝາຍຂອງເຈົ້າ ແລະ ໄລ່ຕາມມັນບໍ? ການທີ່ພຣະເຈົ້າກ່າວວ່າຜູ້ຄົນຈະປົກຄອງເປັນກະສັດນັ້ນ ເປັນຄຳສັນຍາທີ່ພຣະອົງໃຫ້ໄວ້ກັບມະນຸດ ແລະ ມີຫຼັກຖານ ແລະ ບໍລິບົດຕໍ່ຄຳສັນຍານີ້: ເຈົ້າຕ້ອງເປັນສິ່ງທີ່ຖືກສ້າງທີ່ດີ, ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ດີ, ປະຖິ້ມບົດບາດຂອງຜູ້ອອກເຫື່ອແຮງ, ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຢຳເກງພຣະຜູ້ສ້າງ. ພຣະເຈົ້າໄດ້ກ່າວວ່າ ເມື່ອພວກເຈົ້າບັນລຸທັງໝົດນີ້, ແລ້ວພວກເຈົ້າກໍຈະສາມາດປົກຄອງເປັນກະສັດກັບພຣະເຈົ້າຕະຫຼອດໄປ, ນີ້ຄືບໍລິບົດທີ່ພຣະທຳເຫຼົ່ານີ້ຖືກກ່າວ. ຜູ້ຄົນຂາດເຫດຜົນ. ທັນທີທີ່ພວກເຂົາໄດ້ຍິນສິ່ງນີ້, ພວກເຂົາກໍຄິດວ່າ “ມັນດີຫຼາຍທີ່ພວກເຮົາສາມາດປົກຄອງເປັນກະສັດກັບພຣະເຈົ້າໄດ້! ສິ່ງນີ້ຈະເກີດຂຶ້ນເມື່ອໃດ? ພວກເຮົາຈະປົກຄອງເປັນກະສັດແນວໃດ? ພວກເຮົາຈະມີຖານະທຽບເທົ່າກັບພຣະເຈົ້າໄດ້ແນວໃດ? ພວກເຮົາຈະເປັນກະສັດຂອງໃຜ? ພວກເຮົາຈະປົກຄອງໃຜ? ພວກເຮົາຈະປົກຄອງແນວໃດ? ພວກເຮົາຈະເປັນກະສັດແນວໃດ?” ຜູ້ຄົນຂາດເຫດຜົນບໍ່ແມ່ນບໍ? ເຖິງແມ່ນວ່ານີ້ເປັນຄຳສັນຍາທີ່ພຣະເຈົ້າໃຫ້ໄວ້ກັບມະນຸດ, ເປັນສິ່ງທີ່ຖືກກ່າວເພື່ອໃຫ້ມະນຸດໄດ້ຍິນ, ເຮັດໃຫ້ຜູ້ຄົນຮູ້ວ່າມີສິ່ງທີ່ອັດສະຈັນ, ເຈົ້າກໍຄວນຊັ່ງຊາຕົນເອງ, ເຈົ້າແມ່ນໃຜ? ພຣະເຈົ້າມີແນວຄິດນີ້ ແລະ ເຕັມໃຈທີ່ຈະອະນຸຍາດໃຫ້ມະນຸດດຳລົງຊີວິດໃນລັກສະນະນີ້ກັບພຣະອົງ, ແຕ່ເຈົ້າມີຄຸນສົມບັດທີ່ຈະບັນລຸມັນບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖາມພຣະເຈົ້າວ່າ “ກ່ອນທີ່ພວກເຮົາຈະບັນລຸຄຳສັນຍານີ້, ພຣະອົງມີຂໍ້ກຳນົດຫຍັງສຳລັບພວກເຮົາ? ມີສິ່ງໃດທີ່ພຣະອົງຕ້ອງການໃຫ້ພວກເຮົາເຮັດບໍ? ພວກເຮົາຕ້ອງບັນລຸສິ່ງໃດກ່ອນທີ່ພວກເຮົາຈະສາມາດບັນລຸຄຳສັນຍານີ້ໄດ້?” ເຈົ້າບໍ່ຖາມສິ່ງເຫຼົ່ານີ້, ເຈົ້າພຽງແຕ່ຮຽກຮ້ອງມັນ. ນີ້ບໍ່ແມ່ນການຂາດເຫດຜົນບໍ? ມະນຸດຂາດເຫດຜົນປະເພດນີ້. ເມື່ອຜູ້ຄົນເຫັນສິ່ງທີ່ມີປະໂຫຍດ, ພວກເຂົາກໍເດມືອອກໄປຂໍ ແລະ ໄຄວ່ຄວ້າເອົາ. ຜູ້ຄົນກໍຄືກັບອັນຕະພານ; ຖ້າເຈົ້າບໍ່ໃຫ້ສິ່ງທີ່ພວກເຂົາຕ້ອງການ, ພວກເຂົາກໍຈະໃຈຮ້າຍ, ພວກເຂົາກໍຈະກາຍເປັນປໍລະປັກ ແລະ ພວກເຂົາກໍຈະເລີ່ມຮ້ອງດ່າ. ຜູ້ຄົນເປັນແບບນີ້ບໍ່ແມ່ນບໍ? ນີ້ຄືຄວາມຕໍ່າຊ້າຂອງມະນຸດຊາດ.
ເຫດຜົນໜຶ່ງທີ່ມະນຸດຂາດເຫດຜົນກໍຄື ຜູ້ຄົນຍັງບໍ່ເຂົ້າໃຈຄວາມຈິງ; ມັນບໍ່ມີຫຍັງກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ແຕ່ເມື່ອພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາຕ້ອງການ, ພວກເຂົາກໍໃຈຮ້າຍ, ຮ້ອງດ່າ, ກຽດຊັງ ແລະ ແກ້ແຄ້ນ, ນີ້ແມ່ນຫຍັງ? ນີ້ຄືໂສມໜ້າມານຮ້າຍຂອງຊາຕານທີ່ປາກົດອອກມາ; ມັນຄືອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ. ສະນັ້ນ, ສຳລັບຄຳສັນຍາທີ່ພຣະເຈົ້າໃຫ້ໄວ້ກັບມະນຸດຊາດ, ສິ່ງທີ່ແຕ່ລະຄົນສະແດງອອກຕໍ່ໜ້າພຣະເຈົ້າກໍບໍ່ເປັນທີ່ພໍພຣະໄທຂອງພຣະເຈົ້າ. ຜູ້ຄົນເດມືຂອງພວກເຂົາອອກໄປທັນທີ, ຕ້ອງການໂດຍບໍ່ຮູ້ຈັກຂີດຈຳກັດຂອງພວກເຂົາເອງ, ຮຽກຮ້ອງທັນທີ ແລະ ຖ້າພວກເຂົາບໍ່ສາມາດໄດ້ຮັບສິ່ງທີ່ພວກເຂົາຮຽກຮ້ອງ, ພວກເຂົາກໍຈະໄຕ່ຕອງວ່າພວກເຂົາສາມາດໃຊ້ອັນໃດເພື່ອແລກປ່ຽນເອົາມັນ. ພວກເຂົາປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ, ພວກເຂົາທົນທຸກ ແລະ ຈ່າຍລາຄາ, ພວກເຂົາແລ່ນໄປມາ ແລະ ເສຍສະຫຼະຕົນເອງ, ພວກເຂົາເທດສະໜາພຣະກິດຕິຄຸນ ແລະ ໄດ້ຮັບອີກຫຼາຍຄົນ, ພວກເຂົາເຮັດວຽກຫຼາຍຂຶ້ນ ແລະ ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອແລກປ່ຽນກັບສິ່ງທີ່ພວກເຂົາຕ້ອງການ. ຖ້າພວກເຂົາບໍ່ສາມາດແລກປ່ຽນສິ່ງເຫຼົ່ານີ້ກັບສິ່ງທີ່ພວກເຂົາຕ້ອງການໄດ້, ພວກເຂົາກໍຈະໂມໂຫ, ຄວາມກຽດຊັງຈະເຕັມຫົວໃຈຂອງພວກເຂົາ ແລະ ພວກເຂົາຈະເລີ່ມເບື່ອໜ່າຍທຸກສິ່ງທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ຖ້າພວກເຂົາຮູ້ສຶກວ່າພວກເຂົາສາມາດແລກປ່ຽນສິ່ງເຫຼົ່ານີ້ກັບສິ່ງທີ່ພວກເຂົາຕ້ອງການໄດ້, ແລ້ວທຸກມື້ ພວກເຂົາກໍຈະປາຖະໜາໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງໂດຍໄວ, ໃຫ້ພຣະເຈົ້າທຳລາຍຊາຕານໂດຍໄວ, ໃຫ້ສິ້ນສຸດມະນຸດຊາດໂດຍໄວ, ໃຫ້ນຳເອົາຄວາມຫາຍະນະມາໂດຍໄວ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະຮູ້ສຶກວ່າພວກເຂົາບໍ່ສາມາດຍຶດໝັ້ນໄດ້. ແຕ່ລະຄົນເປີດເຜີຍຫຍັງຕໍ່ໜ້າຄວາມຈິງ? ພວກເຂົາເປີດເຜີຍອຸປະນິໄສ ເຊັ່ນ: ການເບື່ອໜ່າຍຄວາມຈິງ ແລະ ຄວາມໂຫດຮ້າຍ. ເມື່ອເບິ່ງໃນຕອນນີ້, ຄວາມອວດດີ, ຄວາມເລ່ຫຼ່ຽມ ແລະ ຄວາມຫົວແຂງເປັນບາງຄັ້ງຄາວຂອງຜູ້ຄົນສາມາດຖືວ່າເປັນເລື່ອງເລັກນ້ອຍ ແລະ ບໍ່ຮ້າຍແຮງຫຼາຍໃນທ່າມກາງອຸປະນິໄສທີ່ເສື່ອມຊາມທັງໝົດຂອງມະນຸດຊາດ. ອຸປະນິໄສທີ່ເສື່ອມຊາມທີ່ມະນຸດຊາດມີຫຼາຍກວ່າ, ທີ່ຮ້າຍແຮງກວ່າ ແລະ ເລິກເຊິ່ງກວ່າກໍຄື ຄວາມຊົ່ວຊ້າ, ການເບື່ອໜ່າຍຄວາມຈິງ ແລະ ຄວາມໂຫດຮ້າຍ, ສິ່ງເຫຼົ່ານີ້ຄືອົງປະກອບທີ່ເປັນອັນຕະລາຍເຖິງຕາຍໃນທ່າມກາງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ແນ່ນອນວ່າ ເມື່ອເວົ້າເຖິງຜູ້ຕໍ່ຕ້ານພຣະຄຣິສ, ອຸປະນິໄສເຫຼົ່ານີ້ຍິ່ງຮ້າຍແຮງກວ່າ ແລະ ເມື່ອພວກເຂົາເປີດເຜີຍພວກມັນ, ພວກເຂົາກໍບໍ່ຈິງຈັງກັບພວກມັນ, ພວກເຂົາບໍ່ກວດສອບພວກມັນ, ພວກເຂົາບໍ່ຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າເລີຍ, ແຮງໄກທີ່ພວກເຂົາຈະຮູ້ສຶກວ່າພວກເຂົາມີບັນຫາໃດໆ; ພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ຮູ້ຈັກຕົນເອງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ພວກເຂົາຈະກັບໃຈ. ສະນັ້ນ, ບໍ່ວ່າສະຖານະການ, ສະພາບແວດລ້ອມ ຫຼື ບໍລິບົດຈະເປັນແນວໃດກໍຕາມ, ພວກເຂົາກໍຖືວ່າການປົກຄອງເປັນກະສັດ ນັ້ນກໍຄື ຄຳສັນຍາທີ່ສູງສົ່ງທີ່ສຸດ ແລະ ດີທີ່ສຸດທີ່ພຣະເຈົ້າໄດ້ກ່າວ, ເປັນເປົ້າໝາຍຂອງພວກເຂົາທີ່ຈະໄລ່ຕາມ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ປ່ອຍວາງການໄລ່ຕາມນີ້, ແຕ່ຈະຍຶດໝັ້ນໃນການຕິດຕາມເສັ້ນທາງຂອງພວກເຂົາ ແລະ ສິ່ງນີ້ກໍເຮັດໃຫ້ພວກເຂົາເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້. ຄົນເຫຼົ່ານີ້ຊ່າງເປັນຕາຢ້ານຫຼາຍ! ຈາກສິ່ງທີ່ຄົນເຫຼົ່ານີ້ເປີດເຜີຍ, ເຈົ້າສາມາດເຫັນໄດ້ຢ່າງແນ່ນອນວ່າອຸປະນິໄສ ແລະ ໃບໜ້າທີ່ແທ້ຈິງຂອງຊາຕານແມ່ນຫຍັງ. ຄວາມຈິງຫຼາຍຢ່າງໄດ້ຖືກໂອ້ລົມກັນ ແລະ ຄົນທີ່ມີເຫດຜົນ, ຄົນທີ່ສາມາດຍອມຮັບຄວາມຈິງ ແລະ ຄົນທີ່ມີຄວາມປາຖະໜາທີ່ຈະເຊື່ອຟັງ ແລະ ຍອມອ່ອນນ້ອມກໍເຂົ້າໃຈຢ່າງແນ່ນອນວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງກັນແທ້. ພວກເຂົາບໍ່ໄລ່ຕາມຕຳແໜ່ງ, ອະນາຄົດ ແລະ ຊະຕາກຳຢ່າງດື້ດ້ານອີກຕໍ່ໄປ, ແຕ່ເຕັມໃຈທີ່ຈະກັບໃຈພາຍໃຕ້ການເປີດໂປງຂອງພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ເຕັມໃຈທີ່ຈະປ່ອຍວາງຄວາມປາຖະໜາຂອງພວກເຂົາທີ່ຢາກໄດ້ຮັບພອນ, ໄລ່ຕາມຄວາມຈິງ, ສະແຫວງຫາທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ພະຍາຍາມທີ່ຈະໄດ້ຮັບຄວາມລອດພົ້ນ. ເມື່ອເບິ່ງຄວາມປາຖະໜາພາຍໃນຂອງຄົນສ່ວນໃຫຍ່ໃນຕອນນີ້, ເປົ້າໝາຍທີ່ພວກເຂົາສະແຫວງຫາກໍໄດ້ຮັບການປ່ຽນແປງໂດຍພື້ນຖານ; ພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ໄດ້ມາດຕະຖານ, ພວກເຂົາເຕັມໃຈທີ່ຈະເປັນສິ່ງທີ່ຖືກສ້າງຢ່າງແທ້ຈິງ ແລະ ພວກເຂົາເຕັມໃຈທີ່ຈະໄດ້ຮັບຄວາມລອດພົ້ນ. ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາເພື່ອໄດ້ຮັບພອນ ແລະ ພວກເຂົາບໍ່ໄດ້ຢູ່ໄປວັນໆໃນເຮືອນຂອງພຣະເຈົ້າເພື່ອເຫັນແກ່ການໄດ້ຮັບພອນ. ນອກຈາກຜູ້ຕໍ່ຕ້ານພຣະຄຣິສ, ຄົນທີ່ຕ້ອງການປົກຄອງເປັນກະສັດຢູ່ສະເໝີ, ຄົນສ່ວນໃຫຍ່ກໍເຕັມໃຈທີ່ຈະສະແຫວງຫາຄວາມຈິງ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ຖືວ່າການໄລ່ຕາມອະນາຄົດ, ພອນ ແລະ ການປົກຄອງເປັນກະສັດເປັນເປົ້າໝາຍ ແລະ ເປັນໝາກຜົນທີ່ຈະໄດ້ຮັບໃນທີ່ສຸດໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ. ພວກເຂົາຈະບໍ່ປ່ອຍວາງສິ່ງເຫຼົ່ານີ້ ຫຼື ປ່ຽນເສັ້ນທາງ ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພວກເຂົາບໍ່ໄດ້ຢູ່ໃນບັນຫາໃຫຍ່ບໍ? ພວກເຂົາຮູ້ດີທີ່ສຸດວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ພວກເຂົາພຽງແຕ່ບໍ່ຍອມຮັບມັນ, ສະນັ້ນ ຈຶ່ງບໍ່ມີຫຍັງທີ່ສາມາດປ່ຽນແປງພວກເຂົາໄດ້; ພວກເຂົາສາມາດຖືກກຳຈັດອອກ ແລະ ລົງໂທດເທົ່ານັ້ນ. ນີ້ຄືຜົນສຸດທ້າຍຂອງຄວາມເຊື່ອໃນພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສ.
ຕອນນີ້ເຮົາໄດ້ໂອ້ລົມກັນຢ່າງແຈ່ມແຈ້ງແລ້ວບໍກ່ຽວກັບເລື່ອງທີ່ຜູ້ຄົນສະແຫວງຫາທີ່ຈະປົກຄອງເປັນກະສັດ? ພວກເຈົ້າໄດ້ຮັບຄວາມເຂົ້າໃຈໃໝ່ແລ້ວບໍ? ເສັ້ນທາງແຫ່ງການໄລ່ຕາມການປົກຄອງເປັນກະສັດນີ້ຖືກຕ້ອງບໍ? (ບໍ່.) ແລ້ວຜູ້ຄົນຄວນເຂົ້າຫາເລື່ອງນີ້ແນວໃດ? ໃນເລື່ອງນີ້, ຄວນເຂົ້າໃຈຄວາມຈິງຫຍັງເພື່ອທີ່ຈະຮູ້ຈັກແກ່ນແທ້ຂອງມະນຸດ? ມັນຂຶ້ນຢູ່ກັບພຣະເຈົ້າທີ່ຈະພິພາກສາວ່າແກ່ນແທ້ ແລະ ພຶດຕິກຳຂອງຄົນໃດຄົນໜຶ່ງເປັນແນວໃດຢ່າງແທ້ຈິງ. ພຣະເຈົ້າອີງໃສ່ຫຍັງໃນການພິພາກສາທັງໝົດນີ້? ພຣະອົງອີງໃສ່ຄວາມຈິງ. ສະນັ້ນ, ຈຸດຈົບ ຫຼື ຈຸດໝາຍປາຍທາງຂອງຄົນໃດໜຶ່ງບໍ່ໄດ້ຖືກກຳນົດໂດຍເຈດຕະນາຂອງພວກເຂົາເອງ, ທັງບໍ່ແມ່ນໂດຍຄວາມມັກ ຫຼື ຈິນຕະນາການຂອງພວກເຂົາເອງ. ພຣະຜູ້ສ້າງ, ພຣະເຈົ້າ, ເປັນຜູ້ຕັດສິນຂັ້ນສຸດທ້າຍ. ຜູ້ຄົນຄວນຮ່ວມມືໃນເລື່ອງນີ້ແນວໃດ? ຜູ້ຄົນມີພຽງເສັ້ນທາງດຽວທີ່ພວກເຂົາສາມາດເລືອກໄດ້: ມີພຽງແຕ່ຖ້າພວກເຂົາສະແຫວງຫາຄວາມຈິງ, ເຂົ້າໃຈຄວາມຈິງ, ເຊື່ອຟັງພຣະທຳຂອງພຣະເຈົ້າ, ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນເທົ່ານັ້ນ ພວກເຂົາຈຶ່ງມີຈຸດຈົບທີ່ດີ ແລະ ຊະຕາກຳທີ່ດີໃນທີ່ສຸດ. ມັນບໍ່ຍາກທີ່ຈະຈິນຕະນາການເຖິງອະນາຄົດ ແລະ ໂຊກຊະຕາຂອງຜູ້ຄົນ ຖ້າພວກເຂົາເຮັດກົງກັນຂ້າມ. ແລ້ວດ້ວຍເຫດນັ້ນ, ໃນເລື່ອງນີ້, ຢ່າເບິ່ງສິ່ງທີ່ພຣະເຈົ້າໄດ້ສັນຍາກັບມະນຸດ, ສິ່ງທີ່ພຣະເຈົ້າກ່າວກ່ຽວກັບຈຸດຈົບຂອງມະນຸດຊາດ, ສິ່ງທີ່ພຣະເຈົ້າໄດ້ກະກຽມໄວ້ໃຫ້ມະນຸດຊາດ. ສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ, ມັນເປັນທຸລະຂອງພຣະເຈົ້າ, ມັນບໍ່ສາມາດໄດ້ມາໂດຍການຍາດຊີງ, ການຮ້ອງຂໍ ຫຼື ການຕໍ່ລອງເພື່ອໃຫ້ໄດ້ມັນມາ. ໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ເຈົ້າຄວນເຮັດຫຍັງ? ເຈົ້າຄວນປະຕິບັດໜ້າທີ່ຂອງເຈົ້າໃຫ້ສຳເລັດ, ເຮັດສິ່ງທີ່ເຈົ້າຄວນເຮັດດ້ວຍສຸດໃຈ, ສຸດຄວາມຄິດ ແລະ ສຸດກຳລັງຂອງເຈົ້າ. ສ່ວນທີ່ເຫຼືອ, ສິ່ງທີ່ກ່ຽວຂ້ອງກັບອະນາຄົດ ແລະ ຊະຕາກຳ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເຈົ້າສາມາດຕັດສິນໃຈໄດ້, ພວກມັນຢູ່ໃນພຣະຫັດຂອງພຣະເຈົ້າ; ທັງໝົດນີ້ຕົກຢູ່ພາຍໃຕ້ອຳນາດສູງສຸດຂອງພຣະຜູ້ສ້າງ, ມັນຖືກຈັດວາງໂດຍພຣະອົງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ຖືກສ້າງໃດໆ. ບາງຄົນເວົ້າວ່າ “ເປັນຫຍັງຈຶ່ງບອກພວກເຮົາເລື່ອງນີ້ ຖ້າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາ?” ເຖິງແມ່ນວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຈົ້າ, ແຕ່ມັນກ່ຽວຂ້ອງກັບພຣະເຈົ້າ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ສິ່ງເຫຼົ່ານີ້, ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດກ່າວເຖິງສິ່ງເຫຼົ່ານີ້ໄດ້ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີສິດທີ່ຈະສັນຍາສິ່ງເຫຼົ່ານີ້ກັບມະນຸດຊາດ. ແລ້ວຖ້າພຣະເຈົ້າຮູ້ສິ່ງເຫຼົ່ານັ້ນ, ພຣະເຈົ້າບໍ່ຄວນກ່າວເຖິງສິ່ງເຫຼົ່ານັ້ນບໍ? ການຍັງຄົງໄລ່ຕາມອະນາຄົດ ແລະ ຊະຕາກຳຂອງເຈົ້າ ເມື່ອເຈົ້າບໍ່ຮູ້ວ່າມັນແມ່ນຫຍັງນັ້ນ ຖືເປັນຄວາມຜິດພາດ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າໄລ່ຕາມສິ່ງນີ້, ພຣະອົງພຽງແຕ່ກຳລັງເຮັດໃຫ້ເຈົ້າຮູ້; ຖ້າເຈົ້າເຊື່ອຢ່າງຜິດໆວ່າ ນີ້ຄືການທີ່ພຣະເຈົ້າກຳລັງບອກໃຫ້ເຈົ້າເຮັດໃຫ້ມັນເປັນເປົ້າໝາຍຂອງການໄລ່ຕາມຂອງເຈົ້າ, ແລ້ວເຈົ້າກໍຂາດເຫດຜົນຢ່າງສິ້ນເຊີງ ແລະ ບໍ່ມີຈິດໃຈຂອງຄວາມເປັນມະນຸດທີ່ປົກກະຕິ. ມັນພຽງພໍແລ້ວທີ່ຈະຮັບຮູ້ທຸກສິ່ງທີ່ພຣະເຈົ້າສັນຍາ. ເຈົ້າຕ້ອງຮັບຮູ້ຂໍ້ແທ້ຈິງໜຶ່ງຢ່າງ: ບໍ່ວ່າຈະເປັນຄຳສັນຍາປະເພດໃດ, ບໍ່ວ່າມັນຈະດີ ຫຼື ທຳມະດາ, ບໍ່ວ່າມັນຈະເປັນສິ່ງທີ່ຜູ້ຄົນມັກ ຫຼື ສິ່ງທີ່ພວກເຂົາບໍ່ຄ່ອຍສົນໃຈ, ທັງໝົດລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດ, ການຈັດວາງ ແລະ ການກຳນົດຂອງພຣະຜູ້ສ້າງ. ມີພຽງແຕ່ການຕິດຕາມ ແລະ ການມີສ່ວນຮ່ວມໃນການສະແຫວງຫາຕາມທິດທາງ ແລະ ເສັ້ນທາງທີ່ຖືກຕ້ອງທີ່ພຣະຜູ້ສ້າງຊີ້ບອກເທົ່ານັ້ນທີ່ເປັນໜ້າທີ່ ແລະ ພັນທະຂອງສິ່ງທີ່ຖືກສ້າງ. ສ່ວນສິ່ງທີ່ເຈົ້າຈະໄດ້ຮັບໃນທີ່ສຸດ ແລະ ຄຳສັນຍາໃດຂອງພຣະເຈົ້າທີ່ເຈົ້າມີສ່ວນຮ່ວມນັ້ນ, ທັງໝົດນີ້ລ້ວນແຕ່ອີງໃສ່ການໄລ່ຕາມຂອງເຈົ້າ, ເສັ້ນທາງທີ່ເຈົ້າຍ່າງ ແລະ ອຳນາດສູງສຸດຂອງພຣະຜູ້ສ້າງ. ຕອນນີ້ພຣະທຳເຫຼົ່ານີ້ແຈ່ມແຈ້ງສຳລັບເຈົ້າແລ້ວບໍ? (ແມ່ນແລ້ວ.) ແລ້ວພຣະທຳເຫຼົ່ານີ້ຈະຊ່ວຍໃຫ້ພວກເຈົ້າບັນລຸຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຈົ້າ ຫຼື ຈະຊ່ວຍໃຫ້ພວກເຈົ້າຕິດຕາມເສັ້ນທາງທີ່ຖືກຕ້ອງໃນຊີວິດໃນການໄລ່ຕາມຄວາມຈິງ? (ພຣະທຳເຫຼົ່ານັ້ນຈະຊ່ວຍໃຫ້ພວກເຮົາໄລ່ຕາມຄວາມຈິງ ແລະ ຕິດຕາມເສັ້ນທາງທີ່ຖືກຕ້ອງໃນຊີວິດ.) ສຳລັບຄົນທີ່ມີຄວາມເປັນມະນຸດ ແລະ ເຫດຜົນທີ່ປົກກະຕິ, ຄົນທີ່ຮັກສິ່ງທີ່ເປັນບວກ ແລະ ຄວາມຈິງ, ບໍ່ພຽງແຕ່ພວກເຂົາບໍ່ຜິດຫວັງເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານີ້, ແຕ່ພວກເຂົາຍັງສາມາດໝັ້ນຄົງໃນຄວາມເຊື່ອຂອງພວກເຂົາທີ່ຈະໄລ່ຕາມຄວາມຈິງ ແລະ ຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ມີເຫດຜົນທີ່ປົກກະຕິ, ຄົນທີ່ຜິດປົກກະຕິເຫຼົ່ານັ້ນທີ່ໄລ່ຕາມພອນ, ຜົນປະໂຫຍດທາງເນື້ອໜັງ ແລະ ການຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຢ່າງດື້ດ້ານ, ອາດຈະສູນເສຍຄວາມກະຕືລືລົ້ນ ເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານີ້ ແລະ ສູນເສຍຄວາມສົນໃຈໃນການເຊື່ອໃນພຣະເຈົ້າ. ແນ່ນອນວ່າ ຍັງມີບາງຄົນທີ່ບໍ່ຮູ້ວ່າຈະເຊື່ອແນວໃດເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານີ້. ມັນບໍ່ສຳຄັນຫຼາຍບໍທີ່ຜູ້ຄົນຈະເຂົ້າໃຈຄວາມຈິງ? ຄວາມຈິງບໍ່ສາມາດນໍາພາຜູ້ຄົນໃຫ້ຕິດຕາມເສັ້ນທາງທີ່ຖືກຕ້ອງ ແລະ ເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ດີກວ່າບໍ? (ແມ່ນແລ້ວ.) ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດເຮັດໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນ; ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວໃນເສັ້ນທາງສູ່ຄວາມລອດພົ້ນ ເຈົ້າກໍຈະຫຼົງທາງ, ເຮັດຜິດພາດ ແລະ ໄດ້ຮັບຄວາມເສຍຫາຍເລື້ອຍໆ ແລະ ເມື່ອເຈົ້າມາເຖິງຈຸດສິ້ນສຸດຂອງເສັ້ນທາງໃນຄວາມເຊື່ອຂອງເຈົ້າ, ເຈົ້າກໍຈະບໍ່ມີຄວາມເປັນຈິງຄວາມຈິງໃດໆເລີຍ ແລະ ກາຍເປັນຜູ້ອອກເຫື່ອແຮງຢ່າງແທ້ຈິງ. ຖ້າເຈົ້າຮັບບົດບາດເປັນຜູ້ອອກເຫື່ອແຮງຕະຫຼອດຫຼາຍປີຂອງການເຊື່ອໃນພຣະເຈົ້າ ແລະ ບໍ່ສາມາດກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານໃນທີ່ສຸດ, ແລ້ວນັ້ນກໍເປັນໂສກກະນາດຕະກຳ.
ວັນທີ 9 ພຶດສະພາ 2020