ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີສິບ)

II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ

4. ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ

ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ໃດໃນການເຕົ້າໂຮມຄັ້ງຫຼ້າສຸດຂອງພວກເຮົາ? (ພຣະເຈົ້າໄດ້ໂອ້ລົມກ່ຽວກັບວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”. ກ່ອນອື່ນ, ພຣະເຈົ້າໄດ້ໂອ້ລົມກ່ຽວກັບວິທີທີ່ພຣະເຈົ້າໃຫ້ນິຍາມຕຳແໜ່ງ “ຜູ້ອອກເຫື່ອແຮງ”. ພຣະເຈົ້າຍັງໄດ້ໂອ້ລົມກ່ຽວກັບຄວາມແຕກຕ່າງລະຫວ່າງຄົນທີ່ໄດ້ປະຖິ້ມສະພາວະຂອງຜູ້ອອກເຫື່ອແຮງໄວ້ເບື້ອງຫຼັງ ແລະ ຄົນທີ່ຍັງເປັນຜູ້ອອກເຫື່ອແຮງຢູ່ ແລະ ສຸດທ້າຍ ພຣະເຈົ້າໄດ້ໄຈ້ແຍກມຸມມອງ ແລະ ການໄລ່ຕາມຂອງຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບຕຳແໜ່ງ “ຜູ້ອອກເຫື່ອແຮງ”.) ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສມີມຸມມອງ ແລະ ທັດສະນະຄະຕິແນວໃດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”? ພວກເຂົາເວົ້າ ແລະ ເຮັດຫຍັງແດ່? (ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ແມ່ນການບໍ່ຍອມຮັບ ແລະ ຄວາມລັງກຽດ. ພວກເຂົາບໍ່ຍອມຮັບຕຳແໜ່ງນີ້ ບໍ່ວ່າມັນຈະມາຈາກໃຜກໍຕາມ ແລະ ພວກເຂົາເຊື່ອວ່າການເປັນຜູ້ອອກເຫື່ອແຮງນັ້ນເປັນການຫຼຸດກຽດ. ພວກເຂົາເຊື່ອວ່າຜູ້ອອກເຫື່ອແຮງບໍ່ໄດ້ຖືກໃຫ້ນິຍາມໂດຍພຣະເຈົ້າ ໂດຍອີງໃສ່ແກ່ນແທ້ຂອງມະນຸດຊາດ ແຕ່ກົງກັນຂ້າມ ມັນເປັນການທີ່ພຣະເຈົ້າທ້າທາຍ ແລະ ດູໝິ່ນຕົວຕົນ ແລະ ຄຸນຄ່າຂອງມະນຸດ.) (ຜູ້ຕໍ່ຕ້ານພຣະຄຣິສເວົ້າວະລີທີ່ຮູ້ຈັກກັນດີນີ້ວ່າ: “ຂ້ອຍຈະບໍ່ເຮັດວຽກໜັກຢູ່ເບື້ອງຫຼັງ ໃນຂະນະທີ່ຄົນອື່ນເປັນສູນກາງຄວາມສົນໃຈ”. ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຕ້ອງການໃຫ້ຄົນອື່ນອອກເຫື່ອແຮງແກ່ພວກເຂົາ ແລະ ພວກເຂົາຄິດວ່າການອອກເຫື່ອແຮງແກ່ພຣະເຈົ້າເປັນສິ່ງທີ່ໜ້າອັບອາຍທີ່ຈະເຮັດ ແລະ ສະນັ້ນ ເມື່ອພວກເຂົາຮັບຮູ້ວ່າພວກເຂົາເອງເປັນຜູ້ອອກເຫື່ອແຮງ ພວກເຂົາກໍບໍ່ຕ້ອງການທີ່ຈະອອກເຫື່ອແຮງໃນເຮືອນຂອງພຣະເຈົ້າຕໍ່ໄປ ແລະ ກັບເລີ່ມຊອກຫາວິທີທີ່ຈະຫຼົບໜີ ແລະ ເຖິງກັບຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮັດສິ່ງທີ່ທຳລາຍ.) ເມື່ອຕັດສິນຈາກທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ”, ພວກເຮົາເຫັນວ່າແກ່ນແທ້ຂອງພວກເຂົາແມ່ນຫຍັງ? (ແກ່ນແທ້ຂອງພວກເຂົາແມ່ນສິ່ງທີ່ເປັນປໍລະປັກຕໍ່ພຣະເຈົ້າ ແລະ ກຽດຊັງຄວາມຈິງ.) ແລ້ວນີ້ແມ່ນອຸປະນິໄສຫຍັງ, ເມື່ອແກ່ນແທ້ຂອງພວກເຂົາແມ່ນສິ່ງທີ່ເປັນປໍລະປັກຕໍ່ພຣະເຈົ້າ ແລະ ຄວາມຈິງ? (ມັນເປັນອຸປະນິໄສທີ່ຊົ່ວຊ້າ ແລະ ໂຫດຮ້າຍ.) ຖືກຕ້ອງ, ມັນເປັນອຸປະນິໄສທີ່ຊົ່ວຊ້າ ແລະ ໂຫດຮ້າຍ. ແຮງຈູງໃຈ ແລະ ເຈດຕະນາທຳອິດຂອງຜູ້ຕໍ່ຕ້ານພຣະຄຣິສໃນຄວາມເຊື່ອຂອງພວກເຂົາທີ່ມີໃນພຣະເຈົ້າແມ່ນຫຍັງ? ພວກເຂົາຕ້ອງການໄດ້ຮັບຫຍັງ? ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາແມ່ນຫຍັງ? ພວກເຂົາມາເພື່ອເປັນຜູ້ອອກເຫື່ອແຮງບໍ? ພວກເຂົາມາໂດຍອີງໃສ່ທັດສະນະຄະຕິຂອງການເປັນຄົນດີ ແລະ ຍ່າງຕາມເສັ້ນທາງທີ່ຖືກຕ້ອງ ຜ່ານການເຊື່ອໃນພຣະເຈົ້າບໍ? (ບໍ່.) ສະນັ້ນ ພວກເຂົາມາເພື່ອຫຍັງ? ເວົ້າໃຫ້ຖືກຕ້ອງແມ່ນ ພວກເຂົາມາເພື່ອພອນ ແລະ ເວົ້າໃຫ້ສະເພາະແມ່ນ ພວກເຂົາສະແຫວງຫາທີ່ຈະປົກຄອງເປັນກະສັດ, ປົກຄອງເປັນກະສັດຮ່ວມກັບພຣະເຈົ້າ ແລະ ພວກເຂົາສະແຫວງຫາສິ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່. ສະນັ້ນ, ເມື່ອພຣະເຈົ້າກ່າວວ່າຜູ້ຄົນເປັນຜູ້ອອກເຫື່ອແຮງ, ສິ່ງນີ້ຂັດແຍ້ງ ແລະ ຕໍ່ຕ້ານກັບຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງ ໃນການສະແຫວງຫາພອນ ແລະ ການປົກຄອງເປັນກະສັດ, ມັນເໜືອຄວາມຄາດຫວັງຂອງພວກເຂົາ ແລະ ພວກເຂົາບໍ່ເຄີຍຄິດວ່າ ພຣະເຈົ້າຈະມອບຕຳແໜ່ງນີ້ໃຫ້ກັບຜູ້ຄົນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບຂໍ້ແທ້ຈິງນີ້ໄດ້. ແລ້ວພວກເຂົາສາມາດເຮັດສິ່ງໃດແດ່ ເມື່ອພວກເຂົາບໍ່ສາມາດຍອມຮັບຂໍ້ແທ້ຈິງນີ້ໄດ້? ພວກເຂົາສະແຫວງຫາທີ່ຈະຍອມຮັບຂໍ້ແທ້ຈິງນີ້ ແລະ ປ່ຽນແປງຕົນເອງບໍ? ພວກເຂົາບໍ່ໄດ້ສະແຫວງຫາທີ່ຈະຍອມຮັບຂໍ້ແທ້ຈິງນີ້ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາທີ່ຈະປ່ຽນແປງຄວາມທະເຍີທະຍານ ແລະ ອຸປະນິໄສຂອງພວກເຂົາ. ດັ່ງນັ້ນ, ຖ້າພວກເຂົາຖືກບອກວ່າພວກເຂົາເປັນຜູ້ອອກເຫື່ອແຮງ ແລະ ເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນຖືກເອົາຈາກໄປ, ພວກເຂົາກໍຈະບໍ່ສາມາດຢືນຢັດໃນຄຣິສຕະຈັກໄດ້ອີກຕໍ່ໄປ. ທັນທີທີ່ພວກເຂົາຮັບຮູ້ຄວາມຈິງ ແລະ ຮູ້ວ່າຄົນແບບພວກເຂົາທີ່ມີການສະແດງອອກດັ່ງກ່າວເປັນຜູ້ອອກເຫື່ອແຮງ, ພວກເຂົາກໍໝົດຫວັງໂດຍສິ້ນເຊີງ ແລະ ເປີດເຜີຍທາດແທ້ຂອງພວກເຂົາ. ພວກເຂົາບໍ່ໄດ້ສະແຫວງຫາທີ່ຈະປ່ຽນແປງສະຖານະການຂອງພວກເຂົາໃນຖານະຜູ້ອອກເຫື່ອແຮງ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາທີ່ຈະປ່ຽນແປງທັດສະນະຄະຕິ ແລະ ມຸມມອງທີ່ຜິດພາດຂອງພວກເຂົາຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ແລະ ຕິດຕາມເສັ້ນທາງໃນການໄລ່ຕາມຄວາມຈິງ. ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າພຣະເຈົ້າຈະດຳເນີນການຈັດແຈງຫຍັງກໍຕາມ, ຄົນດັ່ງກ່າວຈະບໍ່ອ່ອນນ້ອມ ຫຼື ຍອມຮັບພວກມັນ ແລະ ພວກເຂົາຈະບໍ່ໄລ່ຕາມຄວາມຈິງ. ກົງກັນຂ້າມ, ພວກເຂົາໃຊ້ສະໝອງຂອງພວກເຂົາຄິດຢ່າງໜັກ ເພື່ອພະຍາຍາມຄິດຫາວິທີທາງຂອງມະນຸດ ເພື່ອກຳຈັດປ້າຍຊື່ນີ້ອອກຈາກຕົນເອງ ແລະ ພວກເຂົາເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອປະຖິ້ມຕົວຕົນນີ້. ເມື່ອຕັດສິນຈາກການສະແດງອອກນີ້ທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກມາ, ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງເຂົ້າໄປເຖິງກະດູກດຳຂອງພວກເຂົາ. ພວກເຂົາບໍ່ຮັກຄວາມຈິງ, ພວກເຂົາບໍ່ຍອມຮັບຄວາມຈິງ ແລະ ພວກເຂົາມີຄວາມຄິດ ແລະ ຄວາມຄິດຫຼົງຜິດຂອງພວກເຂົາເອງກ່ຽວກັບຄວາມຈິງ, ແຕ່ບໍ່ແມ່ນໃນວິທີທີ່ປົກກະຕິ. ແຕ່ກົງກັນຂ້າມ ພວກເຂົາຮູ້ສຶກເຖິງຄວາມເບື່ອໜ່າຍ, ຄວາມກຽດຊັງ ແລະ ແມ່ນແຕ່ຄວາມບໍ່ເປັນມິດຢ່າງເລິກເຊິ່ງຕໍ່ສິ່ງທີ່ເປັນບວກ ແລະ ຄວາມຈິງຈາກສ່ວນເລິກພາຍໃນຫົວໃຈຂອງພວກເຂົາ, ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.

ຈາກຄຳຕອບຂອງພວກເຈົ້າໃນຕອນນີ້ເອງ, ເຮົາເຫັນວ່າພວກເຈົ້າບໍ່ໄດ້ສະຫຼຸບເນື້ອໃນຂອງການໂອ້ລົມແຕ່ລະຄັ້ງ ແລະ ຫຼັງຈາກນັ້ນ ພວກເຈົ້າກໍບໍ່ໄດ້ອ່ານພ້ອມອະທິຖານ ຫຼື ຄຸ່ນຄິດ. ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບສາມດ້ານຫຼັກ: ດ້ານທຳອິດແມ່ນການໃຫ້ນິຍາມວ່າຜູ້ອອກເຫື່ອແຮງແມ່ນຫຍັງ; ດ້ານທີສອງແມ່ນວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ຫຼື ເວົ້າໃຫ້ສະເພາະແມ່ນ ການສະແດງອອກ ແລະ ພຶດຕິກຳຂອງຄວາມບໍ່ເຕັມໃຈຂອງພວກເຂົາທີ່ຈະເປັນຜູ້ອອກເຫື່ອແຮງແມ່ນຫຍັງກັນແທ້ ແລະ ເຫດຜົນທີ່ຢູ່ເບື້ອງຫຼັງສິ່ງນັ້ນແມ່ນຫຍັງກັນແທ້; ແລະ ດ້ານທີສາມແມ່ນເຈດຕະນາຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ ເນື່ອງຈາກພວກເຂົາບໍ່ເຕັມໃຈທີ່ຈະເປັນຜູ້ອອກເຫື່ອແຮງ, ນັ້ນໝາຍຄວາມວ່າ ພວກເຂົາຕ້ອງການເຮັດຫຍັງ, ຄວາມທະເຍີທະຍານຂອງພວກເຂົາແມ່ນຫຍັງ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າແມ່ນຫຍັງ. ໂດຍພື້ນຖານແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ຍ່ອຍຂອງ “ວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ ‘ຜູ້ອອກເຫື່ອແຮງ’” ຈາກສາມດ້ານເຫຼົ່ານີ້ ແລະ ຜ່ານສາມດ້ານເຫຼົ່ານີ້ ພວກເຮົາໄດ້ໄຈ້ແຍກການປະຕິບັດ ແລະ ພຶດຕິກຳຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສນຳໃຊ້ໃນການປະຕິບັດຕໍ່ຕຳແໜ່ງ “ຜູ້ອອກເຫື່ອແຮງ” ຂອງພວກເຂົາ ພ້ອມທັງຄວາມຄິດ ແລະ ມຸມມອງຂອງພວກເຂົາກ່ຽວກັບມັນ. ພວກເຈົ້າບໍ່ໄດ້ໄຕ່ຕອງເນື້ອໃນຂອງການໂອ້ລົມແຕ່ລະຄັ້ງຫຼັງຈາກທີ່ພວກເຈົ້າໄດ້ຍິນມັນ. ພວກເຈົ້າຈື່ຈຳພຽງແຕ່ສິ່ງເຫຼົ່ານີ້ໃນໄລຍະສັ້ນ ແຕ່ຖ້າເວລາຜ່ານໄປດົນ, ພວກເຈົ້າກໍບໍ່ສາມາດຈື່ຈຳສິ່ງເຫຼົ່ານີ້ໄດ້ເລີຍ. ຖ້າພວກເຈົ້າຕ້ອງການເຂົ້າໃຈ ແລະ ຮັບເອົາຄວາມຈິງ, ແລ້ວພວກເຈົ້າກໍຕ້ອງພະຍາຍາມໃນໃຈຂອງພວກເຈົ້າ ແລະ ອ່ານພ້ອມອະທິຖານ ແລະ ໄຕ່ຕອງຢູ່ເລື້ອຍໆ, ພວກເຈົ້າຕ້ອງມີເລື່ອງເຫຼົ່ານີ້ຢູ່ໃນໃຈຂອງພວກເຈົ້າ. ຖ້າເຈົ້າບໍ່ມີສິ່ງເຫຼົ່ານີ້ໃນໃຈ, ຖ້າເຈົ້າບໍ່ເອົາເລື່ອງເຫຼົ່ານີ້ມາໃສ່ໃຈ ແລະ ບໍ່ພະຍາຍາມ ແລະ ເຈົ້າບໍ່ຄິດກ່ຽວກັບເລື່ອງເຫຼົ່ານີ້ໃນໃຈຂອງເຈົ້າ, ແລ້ວເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ບາງຄົນເວົ້າວ່າ “ເລື່ອງຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຢູ່ໄກຈາກຂ້ອຍຫຼາຍ. ຂ້ອຍບໍ່ໄດ້ວາງແຜນທີ່ຈະເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຂ້ອຍກໍບໍ່ແມ່ນຄົນບໍ່ດີຄືກັບພວກເຂົາ. ຂ້ອຍພຽງແຕ່ຈະເປັນຄົນທີ່ຕ່ຳຕ້ອຍທີ່ສຸດຕາມໜ້າທີ່ ແລະ ຂ້ອຍກໍຍອມຮັບໄດ້. ຂ້ອຍຈະເຮັດແມ່ນຫຍັງກໍຕາມທີ່ຂ້ອຍຖືກຂໍໃຫ້ເຮັດ ແລະ ຂ້ອຍຈະບໍ່ຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າຂ້ອຍຈະມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເລັກໜ້ອຍ, ຂ້ອຍກໍຈະປ່ຽນແປງມັນເທື່ອລະໜ້ອຍເມື່ອເວລາຜ່ານໄປ ແລະ ນັ້ນກໍເປັນພຽງອຸປະນິໄສທີ່ເສື່ອມຊາມທຳມະດາ ແລະ ບໍ່ໄດ້ຮ້າຍແຮງປານນັ້ນ. ບໍ່ມີປະໂຫຍດຫຍັງທີ່ຈະຟັງສິ່ງນີ້”. ມຸມມອງນີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ຖ້າຄົນໃດຄົນໜຶ່ງຕ້ອງການບັນລຸການປ່ຽນແປງອຸປະນິໄສ, ແລ້ວສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາຕ້ອງຈັບໃຈຄວາມໄດ້ວ່າສະພາວະ, ຄວາມຄິດ ແລະ ມຸມມອງຫຍັງ ທີ່ສາມາດເກີດຂຶ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໃນທຸກສະຖານະການ. ມີພຽງແຕ່ການຈັບໃຈຄວາມສິ່ງເຫຼົ່ານີ້ໄດ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮູ້ວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງແມ່ນຫຍັງ, ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ຂັດກັບຄວາມຈິງໃນດ້ານໃດ ແລະ ພວກເຂົາມີສິ່ງໃດແດ່ຢູ່ພາຍໃນເຊິ່ງບໍ່ສອດຄ່ອງກັບຄວາມຈິງ; ຫຼັງຈາກທີ່ພວກເຂົາຮູ້ສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍສາມາດແກ້ໄຂບັນຫາເຫຼົ່ານີ້ ແລະ ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ ແລະ ບັນລຸການເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ຖ້າເຈົ້າບໍ່ມີຄວາມຈັບໃຈຄວາມກ່ຽວກັບອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ຖືກເປີດເຜີຍ ຫຼື ສະພາວະຕ່າງໆທີ່ສາມາດເກີດຂຶ້ນໃນສະຖານະການຕ່າງໆ ແລະ ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບວ່າ ສິ່ງເຫຼົ່ານີ້ຕໍ່ຕ້ານຄວາມຈິງແນວໃດ ຫຼື ບັນຫາເກີດຂຶ້ນຢູ່ໃສ, ແລ້ວເຈົ້າຈະແກ້ໄຂບັນຫາເຫຼົ່ານີ້ໄດ້ແນວໃດ? ຖ້າເຈົ້າຕ້ອງການແກ້ໄຂບັນຫາເຫຼົ່ານີ້, ເຈົ້າຕ້ອງຈັບໃຈຄວາມໃຫ້ໄດ້ກ່ອນວ່າ ແຫຼ່ງທີ່ມາຂອງພວກມັນຢູ່ໃສ, ສະພາວະຂອງພວກມັນແມ່ນຫຍັງ, ບັນຫາສະເພາະເກີດຂຶ້ນຢູ່ບ່ອນໃດ ແລະ ຈາກນັ້ນກໍເລີ່ມລົງມືແກ້ໄຂວິທີທີ່ເຈົ້າຈະເຂົ້າສູ່. ດ້ວຍວິທີນີ້, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ສະພາວະຕ່າງໆທີ່ເກີດຂຶ້ນກໍຈະສາມາດໄດ້ຮັບການແກ້ໄຂໄປເທື່ອລະຢ່າງ. ມັນເບິ່ງຄືວ່າພວກເຈົ້າຍັງບໍ່ຊັດເຈນຫຼາຍກ່ຽວກັບການເຂົ້າສູ່ຄວາມເປັນຈິງຄວາມຈິງ ຫຼື ກ່ຽວກັບການແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ການບັນລຸການປ່ຽນແປງອຸປະນິໄສ; ພວກເຈົ້າຍັງບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ.

5.) ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ສະຖານະຂອງພວກເຂົາໃນຄຣິສຕະຈັກ

ມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບຫົວຂໍ້ສຸດທ້າຍທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ: ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ສະຖານະຂອງພວກເຂົາໃນຄຣິສຕະຈັກ. ເມື່ອເວົ້າເຖິງສະຖານະຂອງພວກເຂົາໃນຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສສະແດງຫຍັງອອກມາ, ພວກເຂົາເຮັດຫຍັງ ແລະ ມຸມມອງ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາແມ່ນຫຍັງ ເມື່ອພວກເຂົາເຮັດສິ່ງເຫຼົ່ານັ້ນ, ພວກເຮົາຈະແບ່ງພວກມັນອອກເປັນສາມດ້ານ ແລະ ໄຈ້ແຍກພວກມັນເທື່ອລະດ້ານ. ດ້ານທຳອິດແມ່ນ “ດ້ວຍການທໍາທ່າ”, ດ້ານທີສອງແມ່ນ “ດ້ວຍການເສແສ່ງແກ່ງທໍາ” ແລະ ດ້ານທີສາມແມ່ນ “ໂດຍການຢູ່ເໜືອທຸກສິ່ງ”. ແຕ່ລະດ້ານໃນສາມດ້ານເຫຼົ່ານີ້ ແມ່ນຖືກຂຽນດ້ວຍຄຳເວົ້າພຽງສອງສາມຄຳ ແລະ ສາມາດຖືວ່າເປັນການຫຍໍ້ຄວາມ, ແຕ່ກໍມີການກະທຳ, ການສະແດງອອກ ແລະ ຄຳເວົ້າຕ່າງໆຫຼາຍຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ ພ້ອມທັງທັດສະນະຄະຕິ ແລະ ອຸປະນິໄສຂອງພວກເຂົາທີ່ລວມຢູ່ໃນແຕ່ລະດ້ານ. ຕອນນີ້ ລອງຄິດເບິ່ງວ່າ ເປັນຫຍັງເຮົາຈຶ່ງກຳນົດສາມດ້ານນີ້ເພື່ອໂອ້ລົມໃນຫົວຂໍ້ຂອງມື້ນີ້. ພວກເຈົ້າກຳນົດຫົວຂໍ້ນີ້ກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ສະຖານະຂອງພວກເຂົາໃນຄຣິສຕະຈັກ ໄວ້ໃນໃຈຂອງພວກເຈົ້າແນວໃດ ຫຼັງຈາກທີ່ພວກເຈົ້າໄດ້ອ່ານມັນ? ພວກເຈົ້າມີຄວາມຄິດແນວໃດແດ່? ສິ່ງທີ່ຄົນສ່ວນໃຫຍ່ຄິດໃນໃຈຂອງພວກເຂົາກໍຄືການກົດຂີ່ຂົ່ມເຫັງຂອງຜູ້ຕໍ່ຕ້ານພຣະຄຣິສ, ການທີ່ພວກເຂົາຢືນຢັນສະຖານະ, ການທີ່ພວກເຂົາດຶງດູດຜູ້ຄົນມາຢູ່ຝ່າຍຕົນ ແລະ ການທີ່ພວກເຂົາຍຶດອຳນາດໃນຄຣິສຕະຈັກ ຢ່າງແນ່ນອນ, ນັ້ນກໍຄື ພວກເຂົາຕ້ອງການເປັນເຈົ້າໜ້າທີ່, ຢືນຢັນສະຖານະຂອງພວກເຂົາ, ຍຶດອຳນາດ ແລະ ຄວບຄຸມຜູ້ຄົນຢູ່ສະເໝີ, ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຄິດເຖິງ. ສິ່ງເຫຼົ່ານີ້ແມ່ນດ້ານທີ່ຂ້ອນຂ້າງຊັດເຈນ ເຊິ່ງຜູ້ຕໍ່ຕ້ານພຣະຄຣິສມັກຈະສະແດງອອກໃນຄຣິສຕະຈັກ, ສະນັ້ນ ນອກເໜືອຈາກສິ່ງເຫຼົ່ານີ້ແລ້ວ, ແມ່ນຫຍັງຄືການສະແດງອອກອື່ນໆທີ່ຜູ້ຄົນບໍ່ສາມາດເບິ່ງເຫັນໄດ້? ຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງອີກແດ່ ເພື່ອໃຫ້ມີຈຸດຢືນທີ່ໝັ້ນຄົງໃນຄຣິສຕະຈັກ, ເພື່ອໃຫ້ໄດ້ຮັບສະຖານະ ແລະ ກຽດຕິຍົດທີ່ສູງສົ່ງ ແລະ ເຖິງກັບຍຶດອຳນາດ ແລະ ຄວບຄຸມຜູ້ຄົນໃຫ້ຫຼາຍຂຶ້ນ? ພວກເຂົາມີການສະແດງອອກອື່ນໃດອີກແດ່? ສິ່ງເຫຼົ່ານີ້ແມ່ນວິທີການ ແລະ ຫົນທາງທີ່ເຮັດໃຫ້ຫຼົງຜິດ, ແຝງອັນຕະລາຍ ແລະ ປິດບັງຫຼາຍກວ່າ ທີ່ຜູ້ຕໍ່ຕ້ານພຣະຄຣິສນຳໃຊ້ ແລະ ຍັງສາມາດຈະເປັນຄວາມຄິດທີ່ບໍ່ມີໃຜຮູ້ ແລະ ເຈດຕະນາ ແລະ ຈຸດປະສົງທີ່ລີ້ລັບຢູ່ໃນສ່ວນເລິກໃນຫົວໃຈຂອງພວກເຂົາ, ແມ່ນບໍ່? ສະນັ້ນ, ໃຫ້ພວກເຮົາໂອ້ລົມກ່ຽວກັບພວກມັນເທື່ອລະຢ່າງ.

ກ. ດ້ວຍການທໍາທ່າ

ດ້ານທຳອິດແມ່ນ “ດ້ວຍການທໍາທ່າ”. ຄວາມໝາຍຕາມຕົວອັກສອນຂອງຄຳວ່າ “ການທໍາທ່າ” ແມ່ນເຂົ້າໃຈງ່າຍ ແລະ ຊັດເຈນວ່າມັນບໍ່ແມ່ນຄຳຍ້ອງຍໍ. ເມື່ອມີຄົນເວົ້າວ່າຄົນໃດຄົນໜຶ່ງເກັ່ງໃນການທໍາທ່າ, ທຸກສິ່ງທີ່ພວກເຂົາເຮັດລ້ວນແຕ່ເປັນການທໍາທ່າ, ທຸກສິ່ງທີ່ພວກເຂົາເຮັດນັ້ນແມ່ນຄົນອື່ນບໍ່ສາມາດເບິ່ງທະລຸໄດ້ ແລະ ພວກເຂົາພຽງແຕ່ກະທຳ ແລະ ເວົ້າໃນລະດັບຜິວເຜີນກັບຄົນອື່ນ, ແລ້ວຄົນທີ່ກະທຳ ແລະ ປະພຶດໃນລັກສະນະດັ່ງກ່າວກໍເປັນຄົນທີ່ມີເລ່ຫຼ່ຽມຫຼາຍຢ່າງແນ່ນອນ. ພວກເຂົາບໍ່ແມ່ນຄົນຊື່ສັດ ແລະ ພວກເຂົາບໍ່ແມ່ນຄົນຮຽບງ່າຍ, ຄົນອ່ອນຕໍ່ໂລກ, ແຕ່ກົງກັນຂ້າມ ພວກເຂົາເກັ່ງຫຼາຍໃນການຫຼິ້ນເກມຈິດຕະສາດ, ພວກເຂົາມີເລ່ຫຼ່ຽມຫຼາຍ ແລະ ພວກເຂົາເກັ່ງຫຼາຍໃນການຫຼອກລວງຄົນອື່ນ. ນີ້ຄືຄວາມເຂົ້າໃຈພື້ນຖານທີ່ສຸດກ່ຽວກັບຄຳວ່າ “ການທໍາທ່າ”. ສະນັ້ນ, ຄວາມສຳພັນລະຫວ່າງພຶດຕິກຳ ແລະ ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພຶດຕິກຳປະເພດນີ້ແມ່ນຫຍັງ? ພວກເຂົາເຮັດຫຍັງທີ່ສະແດງໃຫ້ເຫັນວ່າ ພວກເຂົາມີແກ່ນແທ້ຂອງການທໍາທ່າ? ຈຸດປະສົງຂອງພວກເຂົາໃນການທໍາທ່າແມ່ນຫຍັງກັນແທ້? ເຈດຕະນາຂອງພວກເຂົາແມ່ນຫຍັງກັນແທ້? ເປັນຫຍັງພວກເຂົາຈຶ່ງຕ້ອງທໍາທ່າ? ສິ່ງເຫຼົ່ານີ້ກ່ຽວຂ້ອງຢ່າງໃກ້ຊິດກັບຫົວຂໍ້ທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້.

ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນທີ່ບໍ່ເຕັມໃຈທີ່ຈະຕົກຢູ່ຕາມຫຼັງຄົນອື່ນ. ພວກເຂົາບໍ່ເຕັມໃຈທີ່ຈະເພິ່ງພາອາໄສຄົນອື່ນ, ບໍ່ເຕັມໃຈທີ່ຈະຍອມຮັບຄຳສັ່ງ, ຄຳແນະນໍາ ແລະ ການສັ່ງການຂອງຄົນອື່ນ ແລະ ບໍ່ເຕັມໃຈທີ່ຈະເປັນຄົນທຳມະດາ ແລະ ຖືກຄົນອື່ນດູຖູກ. ກົງກັນຂ້າມ, ພວກເຂົາເປັນຄົນທີ່ປາຖະໜາຢາກມີກຽດຕິຍົດ, ຢາກໃຫ້ຄົນອື່ນເຄົາລົບນັບຖືພວກເຂົາຢ່າງສູງ ແລະ ຢາກໃຫ້ຄົນອື່ນໃຫ້ຄຸນຄ່າແກ່ພວກເຂົາຢ່າງສູງ. ຍິ່ງໄປກວ່ານັ້ນ, ໃນຄຣິສຕະຈັກ ແລະ ໃນທ່າມກາງຄົນອື່ນໆ, ພວກເຂົາຍິ່ງປາຖະໜາທີ່ຈະເປັນຄົນທີ່ອອກຄຳສັ່ງ ແລະ ສັ່ງໃຫ້ຄົນອື່ນເຮັດສິ່ງຕ່າງໆເພື່ອຕົນເອງ. ພວກເຂົາຕ້ອງການປະຕິບັດຄວາມປາຖະໜາຂອງພວກເຂົາ ໂດຍໃຊ້ກຽດຕິຍົດ, ອິດທິພົນ ແລະ ອຳນາດທີ່ພວກເຂົາມີ ແລະ ພວກເຂົາບໍ່ຕ້ອງການເປັນຄົນທຳມະດາທີ່ໃຜໆກໍສາມາດສັ່ງການ ແລະ ສັ່ງໃຫ້ເຮັດສິ່ງຕ່າງໆໄດ້. ສິ່ງເຫຼົ່ານີ້ຄືການໄລ່ຕາມ ແລະ ຄວາມປາຖະໜາທີ່ຜູ້ຕໍ່ຕ້ານພຣະຄຣິສມີໃນທ່າມກາງຄົນອື່ນໆ. ຜູ້ຕໍ່ຕ້ານພຣະຄຣິສຂ້ອນຂ້າງມີຄວາມອ່ອນໄຫວ ເມື່ອເວົ້າເຖິງສະຖານະຂອງພວກເຂົາໃນທ່າມກາງຄົນອື່ນໆ. ເມື່ອຢູ່ໃນກຸ່ມ, ພວກເຂົາບໍ່ເຊື່ອວ່າອາຍຸ ແລະ ສຸຂະພາບຮ່າງກາຍຂອງພວກເຂົາມີຄວາມສຳຄັນໃດໆ. ສິ່ງທີ່ພວກເຂົາເຊື່ອວ່າມີຄວາມສຳຄັນກໍຄື ຄົນສ່ວນໃຫຍ່ເບິ່ງພວກເຂົາແນວໃດ, ຄົນສ່ວນໃຫຍ່ໃຫ້ເວລາແກ່ພວກເຂົາ ແລະ ໃຫ້ພື້ນທີ່ພວກເຂົາໃນການເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ບໍ່, ສະຖານະ ແລະ ຕຳແໜ່ງຂອງພວກເຂົາໃນໃຈຂອງຄົນສ່ວນໃຫຍ່ນັ້ນສູງສົ່ງ ຫຼື ທຳມະດາ, ຄົນສ່ວນໃຫຍ່ເບິ່ງວ່າພວກເຂົາຢູ່ສູງ ຫຼື ທຳມະດາ ຫຼື ບໍ່ມີຫຍັງພິເສດ ແລະ ອື່ນໆ; ສິ່ງທີ່ຄົນສ່ວນໃຫຍ່ຖືວ່າເປັນຄຸນນະວຸດໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ, ຄຳເວົ້າຂອງພວກເຂົາມີນ້ຳໜັກສໍ່າໃດໃນທ່າມກາງຜູ້ຄົນ, ນັ້ນກໍຄື ມີຈັກຄົນທີ່ເຫັນດີນຳພວກເຂົາ, ມີຈັກຄົນທີ່ຍ້ອງຍໍພວກເຂົາ, ຍົກໂປ້ມືໃຫ້ພວກເຂົາ, ຕັ້ງໃຈຟັງ ແລະ ເອົາມາໃສ່ໃຈ ຫຼັງຈາກທີ່ພວກເຂົາເວົ້າບາງສິ່ງບາງຢ່າງ; ຍິ່ງໄປກວ່ານັ້ນ, ຄົນສ່ວນໃຫຍ່ເບິ່ງວ່າພວກເຂົາມີຄວາມເຊື່ອຫຼາຍ ຫຼື ໜ້ອຍ, ຄວາມຕັ້ງໃຈຂອງພວກເຂົາທີ່ຈະອົດທົນຕໍ່ຄວາມທຸກທໍລະມານເປັນແນວໃດ, ພວກເຂົາປະຖິ້ມ ແລະ ເສຍສະລະຫຼາຍສໍ່າໃດ, ການປະກອບສ່ວນຂອງພວກເຂົາຕໍ່ເຮືອນຂອງພຣະເຈົ້າເປັນແນວໃດ, ຕຳແໜ່ງທີ່ພວກເຂົາຖືຢູ່ໃນເຮືອນຂອງພຣະເຈົ້ານັ້ນສູງ ຫຼື ຕ່ຳ, ພວກເຂົາໄດ້ທົນທຸກທໍລະມານຫຍັງແດ່ໃນອະດີດ ແລະ ພວກເຂົາໄດ້ເຮັດສິ່ງສຳຄັນຫຍັງແດ່, ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາກັງວົນທີ່ສຸດ. ຜູ້ຕໍ່ຕ້ານພຣະຄຣິສມັກຈະຈັດອັນດັບຕຳແໜ່ງ ແລະ ລຳດັບໃນໃຈຂອງພວກເຂົາ, ມັກຈະປຽບທຽບວ່າໃຜມີພອນສະຫວັນທີ່ສຸດໃນຄຣິສຕະຈັກ, ໃຜເວົ້າເກັ່ງ ແລະ ມີວາທະສິນທີ່ສຸດໃນຄຣິສຕະຈັກ, ໃຜເກັ່ງໃນທັກສະວິຊາຊີບ ແລະ ຊຳນານທີ່ສຸດໃນເຕັກໂນໂລຊີ. ໃນຂະນະທີ່ພວກເຂົາປຽບທຽບສິ່ງເຫຼົ່ານີ້, ພວກເຂົາກໍໃຊ້ຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອສຶກສາທັກສະວິຊາຊີບຕ່າງໆ, ດີ້ນຮົນເພື່ອໃຫ້ສາມາດຊຳນານ ແລະ ມີຄວາມຊ່ຽວຊານໃນທັກສະເຫຼົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສຈົດຈໍ່ກັບການໃຊ້ຄວາມພະຍາຍາມໃນການໃຫ້ຄຳເທດສະໜາເປັນຫຼັກ ແລະ ວິທີການອະທິບາຍພຣະທຳຂອງພຣະເຈົ້າໃນວິທີທີ່ໂອ້ອວດຕົນເອງ ແລະ ເຮັດໃຫ້ຄົນອື່ນຊື່ນຊົມພວກເຂົາ. ໃນຂະນະທີ່ພວກເຂົາກຳລັງໃຊ້ຄວາມພະຍາຍາມນີ້, ພວກເຂົາບໍ່ໄດ້ສະແຫວງຫາວິທີທີ່ຈະເຂົ້າໃຈຄວາມຈິງ ຫຼື ວິທີທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງ, ແຕ່ພວກເຂົາກຳລັງໄຕ່ຕອງວິທີທີ່ຈະຈື່ຈຳຄຳເວົ້າເຫຼົ່ານີ້, ວິທີທີ່ພວກເຂົາສາມາດໂອ້ອວດຈຸດແຂງຂອງພວກເຂົາໃຫ້ອີກຫຼາຍຄົນເຫັນ, ເພື່ອວ່າອີກຫຼາຍຄົນຈະມາຮູ້ຫຼາຍຂຶ້ນວ່າພວກເຂົາບໍ່ທຳມະດາແທ້ໆ, ພວກເຂົາບໍ່ແມ່ນຄົນປົກກະຕິແທ້ໆ, ພວກເຂົາມີຄວາມສາມາດ ແລະ ພວກເຂົາຢູ່ສູງກວ່າຄົນທຳມະດາ. ເມື່ອແອບມີຄວາມຄິດ, ເຈດຕະນາ ແລະ ມຸມມອງປະເພດເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນໂດຍການເຮັດສິ່ງທີ່ແຕກຕ່າງກັນທຸກປະເພດ. ເພາະວ່າພວກເຂົາມີມຸມມອງເຫຼົ່ານີ້ ແລະ ເພາະວ່າພວກເຂົາມີການໄລ່ຕາມ ແລະ ຄວາມທະເຍີທະຍານເຫຼົ່ານີ້, ພວກເຂົາຈຶ່ງອົດບໍ່ໄດ້ທີ່ຈະມີພຶດຕິກຳທີ່ດີ, ຄຳເວົ້າທີ່ຖືກຕ້ອງ ແລະ ການກະທຳທີ່ດີທຸກປະເພດ, ທັງໃຫຍ່ ແລະ ນ້ອຍ. ພຶດຕິກຳ ແລະ ການກະທຳເຫຼົ່ານີ້ເຮັດໃຫ້ຄົນເຫຼົ່ານັ້ນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ຄົນທີ່ໂດຍພື້ນຖານແລ້ວບໍ່ໄດ້ໄລ່ຕາມຄວາມຈິງ ແລະ ຄົນທີ່ຈົດຈໍ່ກັບພຽງແຕ່ການມີພຶດຕິກຳທີ່ດີ ເກີດອິດສາ ແລະ ຊື່ນຊົມຜູ້ຕໍ່ຕ້ານພຣະຄຣິສ ແລະ ເຖິງກັບຮຽນແບບ ແລະ ຕິດຕາມພວກເຂົາ ແລະ ດ້ວຍວິທີນີ້, ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງສຳເລັດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສແອບມີເຈດຕະນາ ແລະ ຄວາມທະເຍີທະຍານດັ່ງກ່າວ, ພວກເຂົາປະພຶດຕົນແນວໃດ? ນີ້ຄືສິ່ງທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້. ມັນເປັນຫົວຂໍ້ທີ່ຄຸ້ມຄ່າແກ່ການໂອ້ລົມ ແລະ ຍິ່ງໄປກວ່ານັ້ນ ມັນເປັນຫົວຂໍ້ທີ່ຄຸ້ມຄ່າໃຫ້ຈົດຈໍ່ ແລະ ຮູ້ຈັກສຳລັບພວກເຈົ້າແຕ່ລະຄົນ.

ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ, ພວກເຂົາບໍ່ຍອມຮັບຄວາມຈິງເລີຍ, ເຊິ່ງສະແດງໃຫ້ເຫັນຂໍ້ແທ້ຈິງຢ່າງໜຶ່ງຢ່າງຊັດເຈນ: ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍກະທຳຕາມຫຼັກການຄວາມຈິງ, ພວກເຂົາບໍ່ເຄີຍປະຕິບັດຄວາມຈິງ, ເຊິ່ງເປັນການສະແດງອອກທີ່ຊັດເຈນທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສ. ນອກເໜືອຈາກຊື່ສຽງ ແລະ ສະຖານະ ແລະ ການໄດ້ຮັບພອນ ແລະ ລາງວັນແລ້ວ, ອີກສິ່ງໜຶ່ງທີ່ພວກເຂົາໄລ່ຕາມກໍຄືການເພີດເພີນກັບຄວາມສະດວກສະບາຍຂອງເນື້ອໜັງ ແລະ ຜົນປະໂຫຍດຈາກສະຖານະ; ແລະ ເມື່ອເປັນແນວນີ້, ພວກເຂົາຈຶ່ງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢ່າງເປັນທຳມະຊາດ. ຂໍ້ແທ້ຈິງເຫຼົ່ານີ້ສະແດງໃຫ້ເຫັນວ່າ ສິ່ງທີ່ພວກເຂົາໄລ່ຕາມ ແລະ ພຶດຕິກຳ ແລະ ການສະແດງອອກຂອງພວກເຂົາບໍ່ເປັນທີ່ຮັກໂດຍພຣະເຈົ້າ. ນອກຈາກນັ້ນ, ສິ່ງເຫຼົ່ານີ້ກໍບໍ່ແມ່ນການກະທຳ ແລະ ພຶດຕິກຳຂອງຄົນທີ່ສະແຫວງຫາຄວາມຈິງຢ່າງແນ່ນອນ. ຕົວຢ່າງ: ຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເປັນຄືກັບໂປໂລ ມີຄວາມຕັ້ງໃຈທີ່ຈະທົນທຸກ ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດອົດນອນໝົດຄືນ ແລະ ອົດອາຫານເມື່ອເຮັດວຽກຂອງພວກເຂົາ, ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາເອງ, ສາມາດເອົາຊະນະຄວາມເຈັບປ່ວຍ ແລະ ຄວາມບໍ່ສະບາຍໃດໆ. ແລ້ວຈຸດປະສົງຂອງພວກເຂົາໃນການເຮັດສິ່ງທັງໝົດນີ້ແມ່ນຫຍັງ? ມັນແມ່ນເພື່ອສະແດງໃຫ້ທຸກຄົນເຫັນວ່າພວກເຂົາສາມາດປ່ອຍວາງຕົນເອງໄດ້, ປະຖິ້ມຕົນເອງ ເມື່ອເວົ້າເຖິງການຝາກຝັງຂອງພຣະເຈົ້າ; ສຳລັບພວກເຂົາແລ້ວ, ມີພຽງແຕ່ໜ້າທີ່ເທົ່ານັ້ນ. ພວກເຂົາສະແດງສິ່ງທັງໝົດນີ້ຕໍ່ໜ້າຄົນອື່ນ. ເມື່ອມີຄົນຢູ່ອ້ອມຂ້າງ, ພວກເຂົາບໍ່ພັກຜ່ອນເມື່ອພວກເຂົາຄວນພັກ, ເຖິງກັບຕັ້ງໃຈຂະຫຍາຍຊົ່ວໂມງເຮັດວຽກຂອງພວກເຂົາ, ຕື່ນແຕ່ເຊົ້າ ແລະ ນອນເດິກ. ແຕ່ປະສິດທິພາບໃນການເຮັດວຽກ ແລະ ປະສິດທິຜົນຂອງໜ້າທີ່ຂອງພວກເຂົາເປັນແນວໃດ ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດວຽກໜັກແບບນີ້ຕັ້ງແຕ່ເຊົ້າຈົນຮອດກາງຄືນ? ສິ່ງເຫຼົ່ານີ້ຢູ່ນອກເໜືອຂອບເຂດການພິຈາລະນາຂອງພວກເຂົາ. ພວກເຂົາພຽງແຕ່ພະຍາຍາມເຮັດສິ່ງທັງໝົດນີ້ຕໍ່ໜ້າຄົນອື່ນ, ເພື່ອໃຫ້ຄົນອື່ນສາມາດເຫັນພວກເຂົາທົນທຸກ ແລະ ເຫັນວ່າພວກເຂົາເສຍສະລະເພື່ອພຣະເຈົ້າແນວໃດ ໂດຍບໍ່ຄິດເຖິງຕົນເອງເລີຍ. ສ່ວນເລື່ອງທີ່ວ່າໜ້າທີ່ທີ່ພວກເຂົາເຮັດ ແລະ ວຽກງານທີ່ພວກເຂົາກຳລັງເຮັດນັ້ນ ຖືກດຳເນີນການຕາມຫຼັກການຄວາມຈິງ ຫຼື ບໍ່, ພວກເຂົາບໍ່ໄດ້ຄິດເຖິງເລື່ອງນີ້ເລີຍ. ສິ່ງດຽວທີ່ພວກເຂົາຄິດເຖິງກໍຄື ພຶດຕິກຳທີ່ດີພາຍນອກຂອງພວກເຂົາຖືກທຸກຄົນເຫັນແລ້ວ ຫຼື ບໍ່, ທຸກຄົນຮັບຮູ້ມັນ ຫຼື ບໍ່, ພວກເຂົາໄດ້ສ້າງຄວາມປະທັບໃຈໃຫ້ກັບທຸກຄົນ ຫຼື ບໍ່ ແລະ ຄວາມປະທັບໃຈນີ້ຈະກະຕຸ້ນຄວາມຊື່ນຊົມ ແລະ ການຮັບຮອງໃນຕົວພວກເຂົາ ຫຼື ບໍ່, ຄົນເຫຼົ່ານີ້ຈະຍົກໂປ້ມືໃຫ້ພວກເຂົາຢູ່ລັບຫຼັງພວກເຂົາ ແລະ ຍ້ອງຍໍພວກເຂົາໂດຍເວົ້າວ່າ “ພວກເຂົາສາມາດອົດທົນຕໍ່ຄວາມຍາກລຳບາກໄດ້ແທ້ໆ, ຈິດໃຈແຫ່ງການອົດທົນ ແລະ ຄວາມພາກພຽນອັນພິເສດຂອງພວກເຂົານັ້ນເໜືອກວ່າພວກເຮົາທຸກຄົນ. ນີ້ຄືຄົນທີ່ໄລ່ຕາມຄວາມຈິງ, ຄົນທີ່ສາມາດທົນທຸກ ແລະ ອົດທົນຕໍ່ພາລະອັນໜັກໜ່ວງ, ພວກເຂົາເປັນເສົາຫຼັກໃນຄຣິສຕະຈັກ” ຫຼື ບໍ່. ເມື່ອໄດ້ຍິນດັ່ງນີ້, ຜູ້ຕໍ່ຕ້ານພຣະຄຣິສກໍພໍໃຈ. ໃນໃຈຂອງພວກເຂົາ ພວກເຂົາຄິດວ່າ: “ຂ້ອຍສະຫຼາດຫຼາຍທີ່ທໍາທ່າເປັນແບບນັ້ນ, ຂ້ອຍສະຫຼາດຫຼາຍທີ່ເຮັດແບບນີ້! ຂ້ອຍຮູ້ວ່າທຸກຄົນຈະເບິ່ງແຕ່ພາຍນອກເທົ່ານັ້ນ ແລະ ພວກເຂົາມັກພຶດຕິກຳທີ່ດີເຫຼົ່ານີ້. ຂ້ອຍຮູ້ວ່າຖ້າຂ້ອຍເຮັດແບບນີ້, ມັນຈະໄດ້ຮັບການຮັບຮອງຈາກຜູ້ຄົນ, ມັນຈະເຮັດໃຫ້ພວກເຂົາຍົກໂປ້ມືໃຫ້ຂ້ອຍ, ມັນຈະເຮັດໃຫ້ພວກເຂົາຊື່ນຊົມຂ້ອຍໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ເຮັດໃຫ້ພວກເຂົາເບິ່ງຂ້ອຍໃນມຸມມອງໃໝ່ໂດຍສິ້ນເຊີງ ແລະ ຈະບໍ່ມີໃຜດູຖູກຂ້ອຍອີກຕໍ່ໄປ. ນອກຈາກນັ້ນ ຖ້າມີມື້ໜຶ່ງມາຮອດ ທີ່ເບື້ອງເທິງຄົ້ນພົບວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ ແລະ ໄລ່ຂ້ອຍອອກ, ກໍຈະມີຫຼາຍຄົນອອກໜ້າແທນຂ້ອຍ, ຮ້ອງໄຫ້ເພື່ອຂ້ອຍ ແລະ ຊຸກຍູ້ໃຫ້ຂ້ອຍຢູ່ຕໍ່ ແລະ ເວົ້າແທນຂ້ອຍຢ່າງແນ່ນອນ”. ພວກເຂົາຍິນດີຢ່າງລັບໆກັບພຶດຕິກຳຈອມປອມຂອງພວກເຂົາ ແລະ ຄວາມຍິນດີນີ້ບໍ່ໄດ້ເປີດເຜີຍທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນບໍ? ແລ້ວນີ້ແມ່ນແກ່ນແທ້ຫຍັງ? (ຄວາມຊົ່ວຊ້າ.) ຖືກຕ້ອງ, ນີ້ຄືແກ່ນແທ້ຂອງຄວາມຊົ່ວຊ້າ. ຍ້ອນຖືກຄອບງຳດ້ວຍແກ່ນແທ້ຂອງຄວາມຊົ່ວຊ້ານີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສ້າງສະພາວະຂອງຄວາມເພິ່ງພໍໃຈ ແລະ ການຊື່ນຊົມຕົນເອງ ເຊິ່ງເຮັດໃຫ້ພວກເຂົາຮ້ອງທ້າທາຍ ແລະ ຕໍ່ຕ້ານພຣະເຈົ້າຢ່າງລັບໆໃນໃຈຂອງພວກເຂົາ. ໃນຜິວເຜີນ, ພວກເຂົາເບິ່ງຄືວ່າຈ່າຍລາຄາຢ່າງຫຼວງຫຼາຍ ແລະ ເນື້ອໜັງຂອງພວກເຂົາກໍທົນທຸກທໍລະມານຫຼາຍ, ແຕ່ພວກເຂົາຄຳນຶງເຖິງພາລະຂອງພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາເສຍສະລະຕົນເອງເພື່ອພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີໄດ້ບໍ? ບໍ່, ພວກເຂົາເຮັດບໍ່ໄດ້. ໃນໃຈຂອງພວກເຂົາ, ພວກເຂົາແຂ່ງຂັນກັບພຣະເຈົ້າຢ່າງລັບໆ, ໂດຍຄິດວ່າ “ພຣະອົງບໍ່ໄດ້ເວົ້າບໍວ່າ ຂ້ານ້ອຍປາສະຈາກຄວາມຈິງ? ພຣະອົງບໍ່ໄດ້ເວົ້າບໍວ່າ ຂ້ານ້ອຍມີອຸປະນິໄສທີ່ເສື່ອມຊາມ? ພຣະອົງບໍ່ໄດ້ເວົ້າບໍວ່າ ຂ້ານ້ອຍອວດດີ ແລະ ທະນົງໂຕ ແລະ ຂ້ານ້ອຍພະຍາຍາມສ້າງອານາຈັກຂອງຂ້ານ້ອຍເອງ? ພຣະອົງບໍ່ໄດ້ເວົ້າບໍວ່າ ຂ້ານ້ອຍບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ຂ້ານ້ອຍບໍ່ເຂົ້າໃຈຄວາມຈິງ ແລະ ດັ່ງນັ້ນຈຶ່ງເປັນຜູ້ອອກເຫື່ອແຮງ? ຂ້ານ້ອຍຈະສະແດງໃຫ້ພຣະອົງເຫັນວ່າຂ້ານ້ອຍອອກເຫື່ອແຮງແນວໃດ ແລະ ອ້າຍເອື້ອຍນ້ອງຄິດແນວໃດກັບຂ້ານ້ອຍ ເມື່ອຂ້ານ້ອຍໃຫ້ບໍລິການແບບນີ້ ແລະ ຂ້ານ້ອຍເຮັດແບບນີ້. ຂ້ານ້ອຍຈະສະແດງໃຫ້ພຣະອົງເຫັນວ່າຂ້ານ້ອຍສາມາດໄດ້ຮັບຄວາມຊື່ນຊົມຈາກອີກຫຼາຍຄົນ ໂດຍການເຮັດແບບນີ້ ຫຼື ບໍ່. ນອກຈາກນັ້ນ ມື້ໜຶ່ງເມື່ອພຣະອົງຕ້ອງການສົ່ງຂ້ານ້ອຍໜີ ແລະ ຕັດສິນລົງໂທດຂ້ານ້ອຍ, ແລ້ວຂ້ານ້ອຍຈະເບິ່ງວ່າພຣະອົງຈະຈັດການກັບເລື່ອງນັ້ນແນວໃດກັນແທ້!” ຜູ້ຕໍ່ຕ້ານພຣະຄຣິສແຂ່ງຂັນກັບພຣະເຈົ້າດ້ວຍວິທີນີ້ໃນໃຈຂອງພວກເຂົາ ແລະ ພວກເຂົາພະຍາຍາມປ່ຽນແທນການໄລ່ຕາມຄວາມຈິງດ້ວຍພຶດຕິກຳທີ່ດີເຫຼົ່ານີ້. ໃນການເຮັດເຊັ່ນນັ້ນ, ພວກເຂົາພະຍາຍາມປະຕິເສດຜົນກະທົບທີ່ສຳພັນກັບຊີວິດຈິງຂອງການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ນຳພາຜູ້ຄົນໃຫ້ປະຕິບັດຄວາມຈິງ ເພື່ອໃຫ້ພວກເຂົາບັນລຸການປ່ຽນແປງອຸປະນິໄສ. ໂດຍແກ່ນແທ້ແລ້ວ, ພວກເຂົາໃຊ້ການຕີຄວາມໝາຍນີ້ເພື່ອປະຕິເສດ ແລະ ຕັດສິນລົງໂທດພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນຜ່ານການພິພາກສາ ແລະ ການລົງທັນ ແລະ ພວກເຂົາເຊື່ອວ່າມັນຜິດ ແລະ ບໍ່ມີປະສິດທິຜົນສຳລັບພຣະເຈົ້າທີ່ຈະພິພາກສາຜູ້ຄົນ. ຄວາມຄິດ ແລະ ມຸມມອງເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສມີນັ້ນຊົ່ວຊ້າ, ແຝງອັນຕະລາຍ, ຕໍ່ຕ້ານພຣະເຈົ້າ ແລະ ຂັດກັບພຣະເຈົ້າ. ເມື່ອພຣະເຈົ້າຍັງບໍ່ໄດ້ກ່າວໂທດພວກເຂົາຢ່າງຊັດເຈນ, ພວກເຂົາກໍເລີ່ມແຂ່ງຂັນກັບພຣະເຈົ້າໃນໃຈຂອງພວກເຂົາ; ເມື່ອພຣະເຈົ້າຍັງບໍ່ໄດ້ເປີດໂປງພວກເຂົາ ແລະ ກ່າວໂທດພຶດຕິກຳຂອງພວກເຂົາ, ພວກເຂົາກໍເລີ່ມໃຊ້ການທໍາທ່າເພື່ອເຮັດໃຫ້ຄົນອື່ນຫຼົງຜິດ ແລະ ເອົາຊະນະໃຈຜູ້ຄົນ ເພື່ອປະຕິເສດພຣະທຳຂອງພຣະເຈົ້າ ແລະ ປະຕິເສດຂໍ້ແທ້ຈິງທີ່ວ່າມີພຽງແຕ່ການໄລ່ຕາມຄວາມຈິງເທົ່ານັ້ນ ທີ່ສາມາດນຳໄປສູ່ການປ່ຽນແປງອຸປະນິໄສ ແລະ ການຕອບສະໜອງເຈດຕະນາຂອງພຣະເຈົ້າ. ນີ້ບໍ່ແມ່ນແກ່ນແທ້ໃນການຕີຄວາມໝາຍຂອງພວກເຂົາບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ມີອຸປະນິໄສທີ່ຊົ່ວຊ້າບໍ? ຢູ່ເບື້ອງຫຼັງຄວາມທຸກທໍລະມານຂອງພວກເຂົາ, ພວກເຂົາແອບມີຄວາມທະເຍີທະຍານ ແລະ ສິ່ງເຈືອປົນດັ່ງກ່າວ ແລະ ນັ້ນຄືເຫດຜົນທີ່ພຣະເຈົ້າລັງກຽດຄົນດັ່ງກ່າວ ແລະ ອຸປະນິໄສດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍເຫັນ ຫຼື ຮັບຮູ້ຂໍ້ແທ້ຈິງນີ້. ພຣະເຈົ້າກວດສອບສ່ວນເລິກໃນຫົວໃຈຂອງມະນຸດ, ໃນຂະນະທີ່ມະນຸດເຫັນພຽງແຕ່ຮູບລັກສະນະພາຍນອກຂອງມະນຸດເທົ່ານັ້ນ, ສິ່ງທີ່ໂງ່ຈ້າທີ່ສຸດກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົາບໍ່ຮັບຮູ້ຂໍ້ແທ້ຈິງນີ້ ແລະ ພວກເຂົາກໍບໍ່ສາມາດເບິ່ງເຫັນມັນໄດ້. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຮັດທຸກຢ່າງທີ່ສາມາດເຮັດໄດ້ ເພື່ອໃຊ້ພຶດຕິກຳທີ່ດີເພື່ອຫຸ້ມຫໍ່ ແລະ ເຮັດໃຫ້ຕົນເອງໜ້າດຶງດູດ ເພື່ອໃຫ້ຄົນອື່ນຄິດວ່າພວກເຂົາສາມາດທົນທຸກ ແລະ ອົດທົນຕໍ່ຄວາມຍາກລຳບາກ, ອົດທົນຕໍ່ຄວາມທຸກທໍລະມານທີ່ຄົນທຳມະດາບໍ່ສາມາດເຮັດໄດ້, ເຮັດວຽກທີ່ຄົນທຳມະດາບໍ່ສາມາດເຮັດໄດ້, ເພື່ອໃຫ້ຄົນອື່ນຄິດວ່າພວກເຂົາມີແຮງກາຍ, ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາເອງ ແລະ ພວກເຂົາບໍ່ຄຳນຶງເຖິງຜົນປະໂຫຍດ ຫຼື ຄວາມເພີດເພີນທາງເນື້ອໜັງຂອງພວກເຂົາເອງ. ບາງຄັ້ງພວກເຂົາເຖິງກັບຕັ້ງໃຈນຸ່ງເຄື່ອງຂອງພວກເຂົາຈົນກວ່າມັນຈະເປື້ອນເລັກໜ້ອຍ ແລະ ບໍ່ຊັກພວກມັນ, ບໍ່ຊັກພວກມັນເຖິງແມ່ນໃນເວລາທີ່ພວກມັນເລີ່ມມີກິ່ນເໝັນ; ພວກເຂົາເຮັດທຸກຢ່າງທີ່ເຮັດໃຫ້ຄົນອື່ນເຄົາລົບບູຊາພວກເຂົາ. ຍິ່ງພວກເຂົາຢູ່ຕໍ່ໜ້າຄົນອື່ນຫຼາຍເທົ່າໃດ, ພວກເຂົາກໍຍິ່ງເຮັດທຸກຢ່າງທີ່ສາມາດເຮັດໄດ້ ເພື່ອສະແດງຕົນເອງ ເພື່ອໃຫ້ຄົນອື່ນເຫັນວ່າພວກເຂົາແຕກຕ່າງຈາກຄົນທຳມະດາ, ຄວາມປາຖະໜາຂອງພວກເຂົາທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້ານັ້ນຍິ່ງໃຫຍ່ກວ່າຂອງຄົນທຳມະດາ, ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກນັ້ນຍິ່ງໃຫຍ່ກວ່າຂອງຄົນທຳມະດາ ແລະ ແຮງກາຍຂອງພວກເຂົາສຳລັບການອົດທົນຕໍ່ຄວາມທຸກທໍລະມານນັ້ນຍິ່ງໃຫຍ່ກວ່າຂອງຄົນທຳມະດາ. ຜູ້ຕໍ່ຕ້ານພຣະຄຣິສສ້າງພຶດຕິກຳດັ່ງກ່າວໃນສະຖານະການປະເພດເຫຼົ່ານີ້ ແລະ ຢູ່ເບື້ອງຫຼັງພຶດຕິກຳເຫຼົ່ານີ້ກໍຄືຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສໃນສ່ວນເລິກຂອງຫົວໃຈຂອງພວກເຂົາທີ່ຢາກໃຫ້ຜູ້ຄົນເຄົາລົບບູຊາ ແລະ ຊື່ນຊົມພວກເຂົາ. ນອກຈາກນັ້ນ ເມື່ອພວກເຂົາບັນລຸເປົ້າໝາຍຂອງພວກເຂົາ, ເມື່ອພວກເຂົາໄດ້ຍິນຄຳຍ້ອງຍໍຂອງຜູ້ຄົນ ແລະ ເມື່ອພວກເຂົາເຫັນຜູ້ຄົນສົ່ງສາຍຕາທີ່ອິດສາ, ຊື່ນຊົມ ແລະ ຍົກຍ້ອງມາຫາພວກເຂົາ, ນັ້ນຄືຕອນທີ່ພວກເຂົາຮູ້ສຶກມີຄວາມສຸກ ແລະ ພໍໃຈໃນໃຈຂອງພວກເຂົາ.

ຄວາມແຕກຕ່າງລະຫວ່າງພຶດຕິກຳທີ່ດີແບບຜິວເຜີນຂອງຜູ້ຕໍ່ຕ້ານພຣະຄຣິສ ໃນການອົດທົນຕໍ່ຄວາມທຸກທໍລະມານ ແລະ ການຈ່າຍລາຄາ ກັບການຄຳນຶງເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ການມີຄວາມຈົງຮັກພັກດີ ແລະ ການເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈແມ່ນຫຍັງ? (ເຈດຕະນາແຕກຕ່າງກັນ. ຄົນທີ່ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງແທ້ຈິງຈະຈົດຈໍ່ກັບການສະແຫວງຫາຫຼັກການ, ຜົນຂອງວຽກງານ ແລະ ປະສິດທິພາບໃນການເຮັດວຽກ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄືວ່າເສຍສະລະຕົນເອງເພື່ອພຣະເຈົ້າໃນທາງຜິວເຜີນ, ແຕ່ມັນເປັນພຽງເພື່ອໃຫ້ຄົນອື່ນເຄົາລົບນັບຖືພວກເຂົາຢ່າງສູງເທົ່ານັ້ນ. ພວກເຂົາບໍ່ໄດ້ພິຈາລະນາປະສິດທິພາບໃນການເຮັດວຽກ ຫຼື ຜົນຂອງວຽກງານເລີຍ.) ຖືກຕ້ອງ, ມີຄວາມແຕກຕ່າງໃນເຈດຕະນາ, ແຮງຈູງໃຈ ແລະ ແຫຼ່ງທີ່ມາຂອງຄຳເວົ້າ ແລະ ການກະທຳຂອງພວກເຂົາ, ມັນແຕກຕ່າງກັນຢ່າງສິ້ນເຊີງ. ຄົນທີ່ອົດທົນຕໍ່ຄວາມທຸກທໍລະມານຄືກັບທີ່ພວກເຂົາເຮັດ ແລະ ໄລ່ຕາມຄວາມຈິງ ຈະສະແຫວງຫາຫຼັກການໃນລະຫວ່າງຄວາມທຸກທໍລະມານນີ້. ການສະແຫວງຫາຫຼັກການສະແດງໃຫ້ເຫັນຢ່າງໜ້ອຍທີ່ສຸດວ່າ ພວກເຂົາມີຈິດໃຈແຫ່ງການອ່ອນນ້ອມ; ພວກເຂົາບໍ່ພະຍາຍາມເຮັດສິ່ງຕ່າງໆຂອງພວກເຂົາເອງ ຫຼື ພະຍາຍາມເຮັດສິ່ງຕ່າງໆເພື່ອຕົນເອງ, ພວກເຂົາມີການອ່ອນນ້ອມ ແລະ ຫົວໃຈທີ່ຢຳເກງພຣະເຈົ້າໃນການກະທຳຂອງພວກເຂົາ ແລະ ພວກເຂົາຮູ້ຢ່າງຊັດເຈນຫຼາຍວ່າ ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ໄດ້ມີສ່ວນຮ່ວມໃນກິດຈະການຂອງມະນຸດ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະເບິ່ງຄືວ່າອົດທົນຕໍ່ຄວາມທຸກທໍລະມານເຊັ່ນດຽວກັນ, ພວກເຂົາພຽງແຕ່ເຮັດພໍເປັນພິທີ ແລະ ສ້າງພາບພົດໃຫ້ຜູ້ຄົນເຫັນເທົ່ານັ້ນ; ພວກເຂົາບໍ່ໄດ້ສະແຫວງຫາຫຼັກການຄວາມຈິງ, ພວກເຂົາບໍ່ມີການອ່ອນນ້ອມ ຫຼື ຫົວໃຈທີ່ຢຳເກງພຣະເຈົ້າໃນການກະທຳຂອງພວກເຂົາ, ຫົວໃຈຂອງພວກເຂົາບໍ່ໄດ້ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ພວກເຂົາພະຍາຍາມໃຊ້ພຶດຕິກຳ ແລະ ການສະແດງອອກດັ່ງກ່າວ ເພື່ອດຶງດູດຜູ້ຄົນມາຢູ່ຝ່າຍຕົນ ແລະ ຊື້ໃຈຜູ້ຄົນ. ມັນມີຄວາມແຕກຕ່າງຢູ່ບ່ອນນີ້, ແມ່ນບໍ? ຖ້າຕັດສິນຈາກແກ່ນແທ້ຂອງພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຮົາສາມາດເວົ້າໄດ້ບໍວ່າການອົດທົນກັບຄວາມທຸກທໍລະມານຂອງພວກເຂົາແມ່ນການທໍາທ່າ? (ແມ່ນແລ້ວ.) ສິ່ງນີ້ພຽງພໍທີ່ຈະພິສູດວ່າພຶດຕິກຳ ແລະ ການສະແດງອອກເຖິງການອົດທົນກັບຄວາມທຸກທໍລະມານຂອງພວກເຂົາເປັນພຽງການທີ່ພວກເຂົາເຮັດພໍເປັນພິທີ ແລະ ສ້າງພາບພົດໃຫ້ຜູ້ຄົນເຫັນເທົ່ານັ້ນ, ພວກເຂົາບໍ່ໄດ້ກະທຳຢູ່ຕໍ່ໜ້າພຣະເຈົ້າ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ບໍ່ມີໃຜຊຳນານໃນການທໍາທ່າ ແລະ ການຫຼອກລວງໄປກວ່າຜູ້ຕໍ່ຕ້ານພຣະຄຣິສ, ດັ່ງນັ້ນ ພວກເຂົາຈຶ່ງສາມາດປັບຕົວໄດ້ສູງ ແລະ ມັກຈະນຳໃຊ້ວິທີການທີ່ມີເລ່ຫຼ່ຽມບາງຢ່າງ ເພື່ອເຮັດໃຫ້ຫຼົງຜິດ ແລະ ຫຼອກລວງຜູ້ຄົນ ເພື່ອບັນລຸຈຸດປະສົງຂອງພວກເຂົາໃນການເຮັດໃຫ້ຜູ້ຄົນເຄົາລົບບູຊາພວກເຂົາ. ນີ້ຄືສິ່ງທີ່ພວກເຂົາເຮັດໄດ້ດີທີ່ສຸດ, ມັນຢູ່ໃນກະດູກຂອງພວກເຂົາ, ພວກເຂົາມີແກ່ນແທ້ທີ່ມີເລ່ຫຼ່ຽມ ແລະ ປ່ຽນແປງໄດ້ນີ້ມາແຕ່ກຳເນີດ. ຕົວຢ່າງ: ມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາເບິ່ງຄືວ່າໃຈດີ ແລະ ຖ່ອມຕົວຫຼາຍ, ເປັນຄົນທີ່ບໍ່ເຄີຍເປີດໂປງຄວາມອ່ອນແອຂອງຄົນອື່ນ, ຄົນທີ່ໃຫ້ພື້ນທີ່ແກ່ຄົນອື່ນ, ຄົນທີ່ບໍ່ຟ້າວຕັດສິນ ຫຼື ກ່າວໂທດຄົນອື່ນ, ຄົນທີ່ຍື່ນມືເຂົ້າຊ່ວຍເຫຼືອທັນທີ ເມື່ອຜູ້ຄົນຄິດລົບ ແລະ ອ່ອນແອ. ພວກເຂົາໃຫ້ຄວາມປະທັບໃຈວ່າເປັນຄົນທີ່ມີນ້ຳໃຈ ແລະ ໃຈດີ, ເປັນຄົນດີ. ເມື່ອຜູ້ຄົນຕົກຢູ່ໃນຄວາມຫຍຸ້ງຍາກ, ບາງຄັ້ງພວກເຂົາກໍຊ່ວຍເຫຼືອດ້ວຍຄຳເວົ້າ ແລະ ບາງຄັ້ງກໍດ້ວຍການກະທຳສອງສາມຢ່າງ; ເຖິງກັບມີບາງຄັ້ງທີ່ພວກເຂົາບໍລິຈາກເງິນ ຫຼື ສິ່ງຂອງບາງຢ່າງເພື່ອຊ່ວຍເຫຼືອພວກເຂົາ. ໃນພາຍນອກ, ການກະທຳຂອງພວກເຂົາເບິ່ງຄືວ່າດີ. ໃນຄວາມຄິດຂອງຄົນສ່ວນໃຫຍ່, ນີ້ຄືຄົນປະເພດທີ່ພວກເຂົາຕ້ອງການພົບ ແລະ ຄົບຫາສະມາຄົມນຳ; ຄົນດັ່ງກ່າວຈະບໍ່ຄຸກຄາມ ຫຼື ລົບກວນພວກເຂົາ ແລະ ພວກເຂົາສາມາດໄດ້ຮັບຄວາມຊ່ວຍເຫຼືອຫຼາຍຢ່າງຈາກພວກເຂົາ, ຕົວຢ່າງເຊັ່ນ: ການຊ່ວຍເຫຼືອທາງດ້ານວັດຖຸ ຫຼື ຈິດໃຈ, ເຖິງກັບຊ່ວຍເຫຼືອດ້ວຍທິດສະດີທາງວິນຍານທີ່ສູງຂຶ້ນ ແລະ ອື່ນໆອີກ. ໃນພາຍນອກ, ຄົນດັ່ງກ່າວບໍ່ໄດ້ເຮັດສິ່ງທີ່ບໍ່ດີ: ພວກເຂົາບໍ່ໄດ້ຂັດຂວາງ ຫຼື ລົບກວນໃນຄຣິສຕະຈັກ ແລະ ເບິ່ງຄືວ່າຈະນຳຄວາມກົມກຽວມາສູ່ກຸ່ມໃດກໍຕາມທີ່ພວກເຂົາຢູ່; ພາຍໃຕ້ການດຳເນີນງານ ແລະ ການໄກ່ເກ່ຍຂອງພວກເຂົາ, ທຸກຄົນເບິ່ງຄືວ່າມີຄວາມສຸກ, ຜູ້ຄົນເຂົ້າກັນໄດ້ ແລະ ບໍ່ມີການຜິດຖຽງກັນ ຫຼື ຂໍ້ຂັດແຍ່ງກັນ. ເມື່ອພວກເຂົາຢູ່ທີ່ນັ້ນ, ທຸກຄົນຮູ້ສຶກວ່າພວກເຂົາເຂົ້າກັນໄດ້ດີສໍ່າໃດ, ພວກເຂົາໃກ້ຊິດກັນສໍ່າໃດ. ເມື່ອພວກເຂົາຈາກໄປ, ບາງຄົນກໍເລີ່ມນິນທາກັນ, ກີດກັນກັນ, ອິດສາກັນ ແລະ ຂັດແຍ່ງກັນ; ມີພຽງແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຢູ່ທ່າມກາງພວກເຂົາ ແລະ ຮຽກຮ້ອງຄວາມສະຫງົບເທົ່ານັ້ນ ທຸກຄົນຈຶ່ງຢຸດຖຽງກັນ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເບິ່ງຄືວ່າມີຄວາມສາມາດຫຼາຍໃນວຽກງານຂອງພວກເຂົາ, ແຕ່ມີສິ່ງໜຶ່ງທີ່ສະແດງໃຫ້ເຫັນວ່າພວກເຂົາກຳລັງເຮັດຫຍັງຢູ່ແທ້ໆ: ທຸກຄົນທີ່ພວກເຂົາສັ່ງສອນ ແລະ ນຳພາສາມາດກ່າວຄຳເວົ້າ ແລະ ຫຼັກຄຳສອນໄດ້, ພວກເຂົາທຸກຄົນຮູ້ວິທີວາງທ່າສູງສົ່ງ ແລະ ສັ່ງສອນຄົນອື່ນ, ພວກເຂົາທຸກຄົນຮູ້ວິທີຍົກຍໍປໍປັ້ນຜູ້ຄົນ ແລະ ປະຈົບປະແຈງພວກເຂົາ, ພວກເຂົາຮູ້ວິທີທີ່ຈະມີເລ່ຫຼ່ຽມ ແລະ ຫຼອກລວງ, ພວກເຂົາຮູ້ວ່າຈະເວົ້າຫຍັງກັບຄົນໃດ, ພວກເຂົາກາຍເປັນຄົນປະຈົບປະແຈງ ແລະ ໃນພາຍນອກ, ເບິ່ງຄືວ່າສະຫງົບສຸກຢ່າງສົມບູນ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄດ້ເຮັດໃຫ້ຄຣິສຕະຈັກກາຍເປັນຫຍັງ? ກາຍເປັນອົງການຈັດຕັ້ງທາງສາສະໜາ. ແລ້ວຜົນກໍຄື? ຜູ້ຄົນດຳລົງຊີວິດດ້ວຍປັດຊະຍາແບບຊາຕານຂອງພວກເຂົາ ແລະ ບໍ່ເຕັມໃຈທີ່ຈະໄລ່ຕາມຄວາມຈິງ ແລະ ບໍ່ມີການເຂົ້າສູ່ຊີວິດ ແລະ ໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດໄປຢ່າງສິ້ນເຊີງ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສນຳເອົາອັນຕະລາຍມາສູ່ອ້າຍເອື້ອຍນ້ອງ ແລະ ນຳພາພວກເຂົາໄປສູ່ຄວາມພິນາດ, ແຕ່ເຖິງຢ່າງນັ້ນ ພວກເຂົາກໍຍັງຄິດວ່າພວກເຂົາໄດ້ປະກອບສ່ວນອັນຍິ່ງໃຫຍ່, ພວກເຂົາໄດ້ເຮັດສິ່ງທີ່ຍິ່ງໃຫຍ່ສຳລັບອ້າຍເອື້ອຍນ້ອງ ແລະ ນຳເອົາພອນອັນຍິ່ງໃຫຍ່ມາໃຫ້ພວກເຂົາ. ພວກເຂົາມັກຈະສັ່ງສອນອ້າຍເອື້ອຍນ້ອງໃຫ້ຖ່ອມຕົວ ແລະ ໃຈເຢັນ, ໃຫ້ມີຄວາມອົດກັ້ນ ແລະ ເຫັນອົກເຫັນໃຈຢູ່ເລື້ອຍໆ ເມື່ອພວກເຂົາເຫັນວ່າອ້າຍ ຫຼື ເອື້ອຍນ້ອງມີບັນຫາ, ບໍ່ໃຫ້ເວົ້າຈາຫຍາບຄາຍ ຫຼື ເຮັດໃຫ້ຄົນອື່ນເຈັບປວດ ແລະ ພວກເຂົາແນະນຳຄົນອື່ນວ່າຄວນປັບໃຊ້ທ່າທາງແນວໃດເມື່ອນັ່ງ ຫຼື ຢືນ ຫຼື ຄວນນຸ່ງເຄື່ອງແນວໃດ. ສິ່ງທີ່ພວກເຂົາມັກຈະສັ່ງສອນອ້າຍເອື້ອຍນ້ອງບໍ່ແມ່ນວິທີການເຂົ້າໃຈຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງຄວາມຈິງ, ແຕ່ແມ່ນວິທີການປະຕິບັດຕາມກົດລະບຽບ ແລະ ປະພຶດຕົນໃຫ້ດີ. ພາຍໃຕ້ການສັ່ງສອນຂອງພວກເຂົາ, ການປະຕິສຳພັນຂອງຜູ້ຄົນບໍ່ໄດ້ອີງໃສ່ພຣະທຳຂອງພຣະເຈົ້າ, ບໍ່ໄດ້ອີງໃສ່ຫຼັກການຄວາມຈິງ, ແຕ່ອີງໃສ່ປັດຊະຍາການດຳລົງຊີວິດທາງໂລກຂອງການເປັນຄົນປະຈົບປະແຈງ. ໃນພາຍນອກ, ບໍ່ມີໃຜເຮັດໃຫ້ກັນເຈັບປວດ, ບໍ່ມີໃຜຊີ້ໃຫ້ເຫັນເຖິງຄວາມລົ້ມເຫຼວຂອງຄົນອື່ນ, ແຕ່ບໍ່ມີໃຜບອກໃຜວ່າພວກເຂົາກຳລັງຄິດຫຍັງຢູ່ແທ້ໆ ແລະ ພວກເຂົາບໍ່ໄດ້ເປີດໃຈ ແລະ ໂອ້ລົມກ່ຽວກັບຄວາມເສື່ອມຊາມ, ຄວາມກະບົດ, ຂໍ້ບົກຜ່ອງ ແລະ ການຝ່າຝືນຂອງພວກເຂົາ. ກົງກັນຂ້າມ, ໃນລະດັບຜິວເຜີນ, ພວກເຂົາພຽງແຕ່ເວົ້າກ່ຽວກັບວ່າໃຜໄດ້ທົນທຸກ ແລະ ຈ່າຍລາຄາ, ໃຜມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາ, ໃຜເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ, ໃຜໄດ້ປະກອບສ່ວນຢ່າງຫຼວງຫຼາຍໃນເຮືອນຂອງພຣະເຈົ້າ, ໃຜຖືກຈັບກຸມ ແລະ ຖືກຕັດສິນລົງໂທດຍ້ອນການເທດສະໜາພຣະກິດຕິຄຸນ, ນັ້ນຄືທັງໝົດທີ່ພວກເຂົາເວົ້າເຖິງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ໃຊ້ພຶດຕິກຳທີ່ດີ ນັ້ນກໍຄື ການຖ່ອມຕົວ, ຄວາມອົດທົນ, ຄວາມອົດກັ້ນ ແລະ ການຊ່ວຍເຫຼືອໃນພາຍນອກ ເພື່ອຫຸ້ມຫໍ່ ແລະ ປິດບັງພວກເຂົາເອງເທົ່ານັ້ນ; ພວກເຂົາຍັງພະຍາຍາມເປັນແບບຢ່າງສ່ວນຕົວເພື່ອແຜ່ເຊື້ອພຶດຕິກຳທີ່ດີນີ້ໃຫ້ກັບຄົນອື່ນ ແລະ ຊຸກຍູ້ໃຫ້ພວກເຂົາຮຽນແບບມັນ. ຈຸດປະສົງທີ່ຢູ່ເບື້ອງຫຼັງພຶດຕິກຳທີ່ດີຂອງພວກເຂົາບໍ່ມີຫຍັງນອກຈາກການເຮັດໃຫ້ຕົນເອງກາຍເປັນຈຸດສົນໃຈຂອງຜູ້ຄົນ, ເພື່ອເຮັດໃຫ້ຜູ້ຄົນຊື່ນຊົມພວກເຂົາ. ເມື່ອຜູ້ຄົນທີ່ພຣະເຈົ້າເລືອກເວົ້າເຖິງຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາ ແລະ ໄຈ້ແຍກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ພວກເຂົາກໍມິດງຽບ ແລະ ບໍ່ພະຍາຍາມທີ່ຈະໄຈ້ແຍກຄວາມເສື່ອມຊາມຂອງພວກເຂົາເອງເລີຍ. ເມື່ອອ້າຍເອື້ອຍນ້ອງເປີດໂປງ ແລະ ລິຮານການເປີດເຜີຍຄວາມເສື່ອມຊາມນໍາກັນ, ຜູ້ຕໍ່ຕ້ານພຣະຄຣິສເປັນພຽງຄົນດຽວທີ່ປະຕິບັດຄວາມຖ່ອມຕົວ, ຄວາມອົດທົນ ແລະ ຄວາມອົດກັ້ນຕໍ່ທຸກຄົນ; ພວກເຂົາບໍ່ເປີດໂປງຄວາມເສື່ອມຊາມທີ່ໃຜກໍຕາມກໍເປີດເຜີຍອອກມາ ແລະ ເຖິງກັບຍົກຍ້ອງ ແລະ ຊົມເຊີຍອ້າຍເອື້ອຍນ້ອງສຳລັບພຶດຕິກຳທີ່ດີຂອງພວກເຂົາ ແລະ ສຳລັບການປ່ຽນແປງ; ພວກເຂົາເຮັດບົດບາດຂອງຄົນປະຈົບປະແຈງ, ສະແດງທ່າທາງວ່າເປັນຄົນທີ່ມີຄວາມຮັກ, ເຫັນອົກເຫັນໃຈ, ອົດກັ້ນ ແລະ ປອບໃຈ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຊຳນານທີ່ສຸດໃນການທໍາທ່າ ແລະ ການຫຼອກລວງ ແລະ ການເຮັດໃຫ້ຜູ້ຄົນຫຼົງຜິດ.

ຈາກການສະແດງອອກພາຍນອກ, ຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສເບິ່ງຄືວ່າໃຈດີ, ສຸພາບ ແລະ ມີມາລະຍາດດີເປັນພິເສດ. ບໍ່ວ່າໃຜຈະລະເມີດຫຼັກການ ຫຼື ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຄີຍເປີດໂປງ ຫຼື ວິພາກວິຈານພວກເຂົາ ແລະ ພວກເຂົາກໍຫຼັບຫູຫຼັບຕາໃສ່, ເຮັດໃຫ້ຜູ້ຄົນຄິດວ່າພວກເຂົາເປັນຄົນໃຈກວ້າງໃນທຸກເລື່ອງ. ບໍ່ວ່າຜູ້ຄົນຈະເປີດເຜີຍຄວາມເສື່ອມຊາມຫຍັງແດ່ ແລະ ພວກເຂົາຈະມີການກະທຳທີ່ຊົ່ວຮ້າຍຫຍັງແດ່ກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍເຂົ້າໃຈ ແລະ ອົດທົນ ແລະ ບໍ່ຄຽດແຄ້ນ ຫຼື ໃຈຮ້າຍສຸດໆ. ພວກເຂົາບໍ່ໃຈຮ້າຍ ແລະ ບໍ່ຕຳນິຜູ້ຄົນ ເມື່ອພວກເຂົາເຮັດບາງສິ່ງທີ່ຜິດພາດ ແລະ ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ບໍ່ວ່າໃຜຈະເຮັດສິ່ງຊົ່ວຮ້າຍ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ສົນໃຈ, ຄືກັບວ່າສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ ແລະ ພວກເຂົາກໍບໍ່ເຄີຍເຮັດຜິດໃຈຜູ້ຄົນຍ້ອນສິ່ງນັ້ນ. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສກັງວົນນໍາທີ່ສຸດແມ່ນຫຍັງ? ແມ່ນມີເທົ່າໃດຄົນທີ່ນັບຖືພວກເຂົາເປັນຢ່າງສູງ ແລະ ມີເທົ່າໃດຄົນທີ່ເຫັນພວກເຂົາເມື່ອພວກເຂົາທົນທຸກ ແລະ ຮັບຮອງພວກເຂົາຈາກໃຈ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ ການທົນທຸກຕ້ອງບໍ່ເສຍຖິ້ມຢ່າງເດັດຂາດ; ບໍ່ວ່າພວກເຂົາຈະອົດທົນຕໍ່ຄວາມຍາກລຳບາກຫຍັງແດ່, ພວກເຂົາຈະຈ່າຍລາຄາຫຍັງແດ່, ພວກເຂົາຈະເຮັດສິ່ງທີ່ດີຫຍັງແດ່, ພວກເຂົາຈະຫ່ວງໃຍ, ເອົາໃຈໃສ່ ແລະ ຮັກແພງຄົນອື່ນຫຼາຍສໍ່າໃດກໍຕາມ, ທັງໝົດນີ້ຕ້ອງຖືກປະຕິບັດຕໍ່ໜ້າຄົນອື່ນ ເພື່ອໃຫ້ອີກຫຼາຍຄົນສາມາດເຫັນມັນໄດ້. ແລ້ວຈຸດປະສົງຂອງພວກເຂົາໃນການກະທຳແບບນີ້ແມ່ນຫຍັງ? ເພື່ອຊື້ໃຈຜູ້ຄົນ, ເພື່ອເຮັດໃຫ້ອີກຫຼາຍຄົນຮັບຮອງການກະທຳຂອງພວກເຂົາ, ການປະພຶດຂອງພວກເຂົາ ແລະ ລັກສະນະຂອງພວກເຂົາໃນໃຈຂອງພວກເຂົາ ແລະ ຍົກໂປ້ໃຫ້ພວກເຂົາ. ເຖິງກັບມີຜູ້ຕໍ່ຕ້ານພຣະຄຣິສທີ່ພະຍາຍາມສ້າງພາບລັກຂອງຕົນເອງວ່າເປັນ “ຄົນດີ” ຜ່ານພຶດຕິກຳທີ່ດີພາຍນອກຂອງພວກເຂົາ, ເພື່ອໃຫ້ອີກຫຼາຍຄົນມາຫາພວກເຂົາເພື່ອສະແຫວງຫາຄວາມຊ່ວຍເຫຼືອ. ຕົວຢ່າງ: ຄົນໃດຄົນໜຶ່ງກາຍເປັນຄົນອ່ອນແອ ແລະ ເຊື່ອວ່າຄົນສ່ວນໃຫຍ່ບໍ່ມີຄວາມຮັກ, ພວກເຂົາເຫັນແກ່ຕົວຫຼາຍ ແລະ ພວກເຂົາບໍ່ມັກຊ່ວຍເຫຼືອຄົນອື່ນ ແລະ ບໍ່ມີນໍ້າໃຈ, ແລ້ວພວກເຂົາກໍຄິດຫາ “ຄົນດີ” ຄົນນັ້ນ ເຊິ່ງທີ່ຈິງແລ້ວແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຫຼື ຄົນໃດຄົນໜຶ່ງພົບພໍ້ກັບຄວາມຫຍຸ້ງຍາກໃນວຽກງານຂອງພວກເຂົາ ແລະ ບໍ່ຮູ້ວ່າຈະແກ້ໄຂມັນແນວໃດ. ພວກເຂົາຄິດບໍ່ອອກວ່າໃຜຈະສາມາດຊ່ວຍໄດ້ ແລະ ຄົນທຳອິດທີ່ພວກເຂົາຄິດຫາກໍຄື “ຄົນດີ” ຄົນນີ້ ເຊິ່ງທີ່ຈິງແລ້ວແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຄົນໃດຄົນໜຶ່ງບໍ່ຢາກປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ, ພວກເຂົາຢາກໄລ່ຕາມໂລກ, ໄລ່ຕາມອຳນາດ ແລະ ຄວາມຮັ່ງມີ ແລະ ດຳລົງຊີວິດຂອງພວກເຂົາເອງ ແລະ ເຖິງແມ່ນວ່າພວກເຂົາຈະກາຍເປັນຄົນທີ່ຄິດລົບ ແລະ ອ່ອນແອຫຼາຍ, ພວກເຂົາກໍບໍ່ອະທິຖານຕໍ່ພຣະເຈົ້າ ຫຼື ໂອ້ລົມກັບໃຜເລີຍ ແລະ ໃນສະຖານະການນີ້ ພວກເຂົາກໍຄິດຫາ “ຄົນດີ” ຄົນນັ້ນ ເຊິ່ງທີ່ຈິງແລ້ວແມ່ນຜູ້ຕໍ່ຕ້ານພຣະຄຣິສ. ເມື່ອສິ່ງຕ່າງໆດຳເນີນໄປໃນລັກສະນະນີ້, ຄົນເຫຼົ່ານີ້ກໍບໍ່ອະທິຖານຫາພຣະເຈົ້າ ຫຼື ອ່ານພຣະທຳຂອງພຣະເຈົ້າອີກຕໍ່ໄປ ເມື່ອພວກເຂົາພົບພໍ້ກັບບັນຫາ ແຕ່ພັດຢາກເພິ່ງພາ “ຄົນດີ” ຄົນນີ້ ເຊິ່ງທີ່ຈິງແລ້ວແມ່ນຜູ້ຕໍ່ຕ້ານພຣະຄຣິສ ເພື່ອຊ່ວຍເຫຼືອພວກເຂົາ. ພວກເຂົາພຽງແຕ່ເປີດໃຈຂອງພວກເຂົາ ແລະ ເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຂົາກັບຄົນປະຈົບປະແຈງຄົນນີ້ ໂດຍຂໍໃຫ້ຄົນປະຈົບປະແຈງຄົນນີ້ແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ; ພວກເຂົາຢືນຢັນ ແລະ ຕິດຕາມຜູ້ຕໍ່ຕ້ານພຣະຄຣິສຄົນນີ້. ແລ້ວຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ບັນລຸຜົນຍ້ອນສິ່ງນັ້ນບໍ? ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ບັນລຸຈຸດປະສົງຂອງພວກເຂົາແລ້ວ, ສະຖານະຂອງພວກເຂົາໃນຄຣິສຕະຈັກບໍ່ໄດ້ສູງກວ່າສະຖານະຂອງຄົນທຳມະດາບໍ? ແລ້ວເມື່ອພວກເຂົາສາມາດເປັນອັນດັບໜຶ່ງ ແລະ ກາຍເປັນຄົນໃຫຍ່ຄົນໂຕໃນຄຣິສຕະຈັກ, ພວກເຂົາພໍໃຈແທ້ໆບໍ? ບໍ່, ພວກເຂົາບໍ່ພໍໃຈ. ພວກເຂົາຕ້ອງການບັນລຸຈຸດປະສົງຫຍັງ? ພວກເຂົາຕ້ອງການໃຫ້ອີກຫຼາຍຄົນຮັບຮອງພວກເຂົາ, ຍົກຍ້ອງພວກເຂົາຢ່າງສູງ ແລະ ເຄົາລົບບູຊາພວກເຂົາ, ເພື່ອຄອບຄອງຕຳແໜ່ງໃນໃຈຂອງຜູ້ຄົນ ແລະ ໂດຍສະເພາະແມ່ນເພື່ອໃຫ້ຜູ້ຄົນອາໄສພວກເຂົາ, ເພິ່ງພາພວກເຂົາ ແລະ ຕິດຕາມພວກເຂົາ ເມື່ອຄົນເຫຼົ່ານັ້ນພົບພໍ້ກັບຄວາມຫຍຸ້ງຍາກໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ບໍ່ມີບ່ອນເພິ່ງພາ. ສິ່ງນີ້ຮ້າຍແຮງກວ່າການທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການເປັນອັນດັບໜຶ່ງ ແລະ ເປັນຄົນໃຫຍ່ຄົນໂຕໃນຄຣິສຕະຈັກຫຼາຍ. ມັນຮ້າຍແຮງແນວໃດ? (ພວກເຂົາແຂ່ງຂັນກັບພຣະເຈົ້າເພື່ອຄອບຄອງຕຳແໜ່ງໃນໃຈຂອງຜູ້ຄົນ. ພວກເຂົາຕ້ອງການແທນທີ່ພຣະເຈົ້າໂດຍກົງ.) (ຄົນແບບນີ້ຍາກທີ່ຈະແຍກແຍະ. ພວກເຂົາໃຊ້ພຶດຕິກຳທີ່ດີແບບຜິວເຜີນເພື່ອເຮັດໃຫ້ຄົນອື່ນຫຼົງຜິດ, ເຊິ່ງນຳໄປສູ່ການທີ່ຄົນອື່ນບໍ່ສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງອີກຕໍ່ໄປ ເມື່ອພວກເຂົາມີບັນຫາ ແຕ່ພັດເພິ່ງພາ ແລະ ອາໄສຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ໃຫ້ຜູ້ຕໍ່ຕ້ານພຣະຄຣິສແກ້ໄຂບັນຫາຂອງພວກເຂົາ ແລະ ຖືວ່າຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສເຂົາເປັນຄວາມຈິງ, ສົ່ງຜົນໃຫ້ຄົນເຫຼົ່ານີ້ນັບມື້ນັບຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນ. ນີ້ຄືວິທີການທີ່ແຝງອັນຕະລາຍ ແລະ ປະສົງຮ້າຍຫຼາຍກວ່າ.) ຖືກຕ້ອງ, ພວກເຈົ້າທຸກຄົນໄດ້ເຂົ້າໃຈ ແລະ ໄດ້ກ່າວເຖິງຈຸດສຳຄັນແລ້ວ, ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສຄອບຄອງຕຳແໜ່ງ ແລະ ຢັ່ງຮາກລົງໃນໃຈຂອງຜູ້ຄົນ ແລະ ຕ້ອງການແທນທີ່ພຣະເຈົ້າ. ບາງຄົນເວົ້າວ່າ “ຖ້າຂ້ອຍໄປຊອກຫາພຣະເຈົ້າ, ຂ້ອຍກໍບໍ່ສາມາດພົບພຣະອົງ; ຂ້ອຍບໍ່ສາມາດເຫັນພຣະອົງ. ຖ້າຂ້ອຍຊອກຫາພຣະທຳຂອງພຣະເຈົ້າ, ໜັງສືກໍໜາຫຼາຍ, ມີຄຳເວົ້າຫຼາຍເກີນໄປ ແລະ ມັນກໍຍາກທີ່ຈະຊອກຫາຄຳຕອບ. ແຕ່ຖ້າຂ້ອຍໄປຫາຄົນຜູ້ນີ້, ຂ້ອຍກໍຈະໄດ້ຮັບຄຳຕອບທັນທີ; ມັນທັງສະດວກ ແລະ ເປັນປະໂຫຍດ”. ເຈົ້າເຫັນບໍ, ການກະທຳຂອງພວກເຂົາໄດ້ເຮັດໃຫ້ຜູ້ຄົນບໍ່ພຽງແຕ່ເຄົາລົບນັບຖືພວກເຂົາໃນໃຈຂອງພວກເຂົາເທົ່ານັ້ນ ແຕ່ຍັງໃຫ້ພື້ນທີ່ພວກເຂົາອີກດ້ວຍ. ພວກເຂົາຕ້ອງການແທນທີ່ພຣະເຈົ້າ, ນີ້ຄືຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດສິ່ງເຫຼົ່ານີ້. ມັນເຫັນໄດ້ຢ່າງຊັດເຈນວ່າ ໂດຍການເຮັດສິ່ງເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຄວາມສຳເລັດໃນເບື້ອງຕົ້ນແລ້ວ; ມີພື້ນທີ່ສຳລັບຜູ້ຕໍ່ຕ້ານພຣະຄຣິສຄົນນີ້ໃນໃຈຂອງຄົນທີ່ບໍ່ມີການແຍກແຍະເຫຼົ່ານີ້ແລ້ວ ແລະ ບາງຄົນກໍບູຊາ ແລະ ເຄົາລົບນັບຖືພວກເຂົາແລ້ວ. ນີ້ຄືຈຸດປະສົງທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການບັນລຸ. ຖ້າຄົນໃດຄົນໜຶ່ງມີບັນຫາ ແລະ ອະທິຖານຫາພຣະເຈົ້າ ແທນທີ່ຈະສະແຫວງຫານຳຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະບໍ່ພໍໃຈ ແລະ ຄິດວ່າ “ເປັນຫຍັງເຈົ້າຈຶ່ງໄປຫາພຣະເຈົ້າຢູ່ສະເໝີ? ເປັນຫຍັງເຈົ້າຈຶ່ງຄິດຫາພຣະເຈົ້າຢູ່ສະເໝີ? ເປັນຫຍັງເຈົ້າຈຶ່ງບໍ່ເຫັນຂ້ອຍ ຫຼື ຄິດຫາຂ້ອຍ? ຂ້ອຍຖ່ອມຕົວ ແລະ ໃຈເຢັນຫຼາຍ, ຂ້ອຍສາມາດປະຖິ້ມສິ່ງຕ່າງໆ ແລະ ເສຍສະລະຕົນເອງໄດ້ຫຼາຍຂະໜາດນີ້ ແລະ ຂ້ອຍກໍບໍລິຈາກໃຫ້ການກຸສົນ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ມາຫາຂ້ອຍ? ຂ້ອຍຊ່ວຍເຫຼືອເຈົ້າຫຼາຍຂະໜາດນີ້. ເປັນຫຍັງເຈົ້າຈຶ່ງບໍ່ມີສໍານຶກເລີຍ?” ພວກເຂົາຮູ້ສຶກບໍ່ມີຄວາມສຸກ ແລະ ອຶດອັດໃຈ ແລະ ພວກເຂົາກໍຮູ້ສຶກໃຈຮ້າຍ, ໃຈຮ້າຍໃສ່ຄົນຜູ້ນັ້ນ ແລະ ໃຈຮ້າຍໃສ່ພຣະເຈົ້າ. ເພື່ອບັນລຸຈຸດປະສົງສຸດທ້າຍຂອງພວກເຂົາ, ພວກເຂົາສືບຕໍ່ທຳທ່າ, ພວກເຂົາສືບຕໍ່ບໍລິຈາກໃຫ້ການກຸສົນ ແລະ ຍັງຄົງໃຈເຢັນ ແລະ ອົດທົນ, ພວກເຂົາເບິ່ງຄືວ່າຖ່ອມຕົວ, ພວກເຂົາເວົ້າຈາດ້ວຍຄວາມເມດຕາ, ພວກເຂົາບໍ່ເຄີຍທຳຮ້າຍຄົນອື່ນ ແລະ ພວກເຂົາມັກຈະໃຫ້ການປອບໂຍນ ເມື່ອຜູ້ຄົນພະຍາຍາມຮູ້ຈັກຕົນເອງ. ຄົນໃດຄົນໜຶ່ງເວົ້າວ່າ: “ຂ້ອຍເປັນຄົນກະບົດ; ຂ້ອຍເປັນມານຮ້າຍ ແລະ ເປັນຊາຕານ”. ພວກເຂົາຕອບວ່າ “ເຈົ້າບໍ່ແມ່ນມານຮ້າຍ ຫຼື ຊາຕານດອກ. ນີ້ເປັນພຽງບັນຫານ້ອຍໆ. ຢ່າດູຖູກຕົນເອງຫຼາຍເກີນໄປ ແລະ ຢ່າປະເມີນຕົນເອງຕໍ່າເກີນໄປ. ພຣະເຈົ້າໄດ້ຍົກພວກເຮົາຂຶ້ນແລ້ວ; ພວກເຮົາບໍ່ແມ່ນຄົນທຳມະດາ ແລະ ເຈົ້າຕ້ອງບໍ່ດູຖູກຕົນເອງ. ເຈົ້າດີກວ່າຂ້ອຍຫຼາຍ; ຂ້ອຍເສື່ອມຊາມກວ່າເຈົ້າອີກ. ຖ້າເຈົ້າເປັນມານຮ້າຍ, ຂ້ອຍກໍເປັນມານຮ້າຍທີ່ຊົ່ວຮ້າຍ. ຖ້າເຈົ້າເປັນມານຮ້າຍທີ່ຊົ່ວຮ້າຍ, ຂ້ອຍກໍຕ້ອງລົງໄປໃນນະຮົກ ແລະ ທົນທຸກກັບຄວາມຫາຍະນະ”. ນີ້ຄືວິທີທີ່ພວກເຂົາຊ່ວຍເຫຼືອຜູ້ຄົນ. ຖ້າຄົນໃດຄົນໜຶ່ງຍອມຮັບວ່າໄດ້ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ຕໍ່ວຽກງານຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເວົ້າກັບພວກເຂົາວ່າ “ການກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ ແລະ ຫຼົງທາງໄປໜ້ອຍໜຶ່ງນັ້ນບໍ່ແມ່ນເລື່ອງໃຫຍ່ດອກ. ກ່ອນໜ້ານີ້ຂ້ອຍເຄີຍກໍ່ໃຫ້ເກີດຄວາມເສຍຫາຍຫຼາຍກວ່າເຈົ້າອີກ ແລະ ຂ້ອຍເຄີຍຍ່າງໃນເສັ້ນທາງທີ່ຄົດລ້ຽວກວ່າ. ພຽງແຕ່ປ່ຽນວິທີທີ່ເຈົ້າເຮັດສິ່ງຕ່າງໆໃນອະນາຄົດກໍພໍ, ມັນບໍ່ແມ່ນບັນຫາ. ຖ້າເຈົ້າຮູ້ສຶກວ່າຄວາມສໍານຶກຂອງເຈົ້າຮັບບໍ່ໄຫວ, ຂ້ອຍມີເງິນແດ່ໜ້ອຍໜຶ່ງ ແລະ ຂ້ອຍຈະຊົດເຊີຍຄວາມເສຍຫາຍນັ້ນໃຫ້ເຈົ້າເອງ, ສະນັ້ນ ຢ່າເສຍໃຈໄປເລີຍ. ຖ້າເຈົ້າມີບັນຫາຫຍັງໃນອະນາຄົດ, ກໍພຽງແຕ່ມາຫາຂ້ອຍ ແລະ ຂ້ອຍຈະເຮັດທຸກຢ່າງທີ່ເຮັດໄດ້ເພື່ອຊ່ວຍເຫຼືອເຈົ້າ ແລະ ສິ່ງໃດທີ່ຂ້ອຍສາມາດເຮັດໄດ້, ຂ້ອຍກໍຈະເຮັດທັນທີ”. ພວກເຂົາມີຄວາມຮູ້ສຶກ “ຄວາມຈົງຮັກພັກດີແບບສ່ວນຕົວ” ນີ້ ແຕ່ທີ່ຈິງແລ້ວພວກເຂົາເຮັດສິ່ງນີ້ເພື່ອຫຍັງ? ພວກເຂົາກຳລັງຊ່ວຍເຫຼືອເຈົ້າແທ້ໆບໍ? ພວກເຂົາກຳລັງທຳຮ້າຍເຈົ້າ, ນຳພາເຈົ້າລົງຂຸມ, ເຈົ້າໄດ້ຕົກລົງສູ່ການລອງໃຈຂອງຊາຕານແລ້ວ. ພວກເຂົາຂຸດຂຸມໄວ້ໃຫ້ເຈົ້າ ແລະ ເຈົ້າກໍໂດດລົງໄປເລີຍ; ເຈົ້າຕົກລົງໄປໃນກັບດັກ ແລະ ຍັງຄິດວ່າມັນດີຫຼາຍຢູ່ບ່ອນນັ້ນ ແລະ ເຈົ້າກໍຖືກຜູ້ຕໍ່ຕ້ານພຣະຄຣິສຄົນນີ້ທຳລາຍໂດຍບໍ່ຮູ້ຕົວເລີຍ. ຈັ່ງແມ່ນໂງ່ຈ້າແທ້ໆ! ນີ້ຄືວິທີທີ່ຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສປະຕິບັດ, ເຮັດໃຫ້ຫຼົງຜິດ ແລະ ທຳຮ້າຍຜູ້ຄົນ. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ: “ມັນບໍ່ເປັນຫຍັງດອກ ຖ້າເຈົ້າພຽງແຕ່ພິຈາລະນາເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໜ້ອຍໜຶ່ງ ແລະ ລະມັດລະວັງຂຶ້ນອີກໜ້ອຍໜຶ່ງໃນອະນາຄົດ. ເລື່ອງນີ້ສາມາດແກ້ໄຂໄດ້, ບໍ່ມີໃຜຕັ້ງໃຈເຮັດດອກ. ໃນທ່າມກາງພວກເຮົາ ມີໃຜແດ່ທີ່ສາມາດເປັນຄົນສົມບູນແບບໄດ້? ບໍ່ມີໃຜໃນພວກເຮົາທີ່ສົມບູນແບບດອກ; ພວກເຮົາທຸກຄົນລ້ວນແຕ່ເສື່ອມຊາມ. ຂ້ອຍເຄີຍຊົ່ວຮ້າຍກວ່າເຈົ້າຫຼາຍ. ໃຫ້ພວກເຮົາຕັກເຕືອນກັນໃນອະນາຄົດເທາະ. ນອກຈາກນີ້, ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະໄດ້ຮັບຄວາມເສຍຫາຍພໍສົມຄວນ, ພຣະເຈົ້າກໍຈະບໍ່ຈື່ຈຳພວກມັນດອກ. ພຣະເຈົ້າຊົງໃຫ້ອະໄພ ແລະ ອົດທົນກັບມະນຸດຫຼາຍ. ຖ້າພວກເຮົາສາມາດສະແດງຄວາມອົດທົນໃຫ້ກັນ, ພຣະເຈົ້າຈະຍິ່ງບໍ່ສາມາດອົດທົນໄດ້ຫຼາຍກວ່າບໍ? ຖ້າພຣະເຈົ້າກ່າວວ່າພຣະອົງຈະບໍ່ຈື່ຈຳການຝ່າຝືນຂອງພວກເຮົາ, ແລ້ວພວກເຮົາກໍບໍ່ມີການຝ່າຝືນໃດໆອີກຕໍ່ໄປ”. ບໍ່ວ່າຄົນໃດຄົນໜຶ່ງຈະເຮັດຄວາມຜິດພາດໃຫຍ່ຫຼວງສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍພຽງແຕ່ເຮັດໃຫ້ມັນເປັນເລື່ອງຕະຫຼົກ ແລະ ປ່ອຍມັນຜ່ານໄປ, ເຊິ່ງສະແດງໃຫ້ເຫັນວ່າຫົວໃຈຂອງພວກເຂົາໃຫຍ່ສໍ່າໃດ ແລະ ພວກເຂົາມີເມດຕາ, ຍິ່ງໃຫຍ່ ແລະ ອົດທົນສໍ່າໃດ. ໃນທາງກັບກັນ, ສິ່ງນີ້ເຮັດໃຫ້ຜູ້ຄົນເຊື່ອຢ່າງຜິດໆວ່າ ພຣະເຈົ້າເປີດໂປງຜູ້ຄົນໃນພຣະຄຳຂອງພຣະອົງຢູ່ສະເໝີ, ເຮັດໃຫ້ເປັນເລື່ອງໃຫຍ່ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຢູ່ສະເໝີ ແລະ ຈັບຜິດຜູ້ຄົນຢູ່ສະເໝີ. ຖ້າຄົນໃດຄົນໜຶ່ງໄດ້ຝ່າຝືນ ຫຼື ກະບົດ, ພຣະເຈົ້າກໍລິຮານ, ພິພາກສາ ແລະ ລົງທັນພວກເຂົາ ແລະ ມັນເບິ່ງຄືວ່າພຣະອົງບໍ່ຄຳນຶງເຖິງຜູ້ຄົນເລີຍ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສສາມາດອົດທົນ ແລະ ໃຫ້ອະໄພຜູ້ຄົນໄດ້ໃນທຸກສະຖານະການ; ພວກເຂົາຍິ່ງໃຫຍ່ ແລະ ໄດ້ຮັບການເຄົາລົບນັບຖືແທ້ໆ. ມັນບໍ່ແມ່ນແບບນີ້ບໍ? ຍັງມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເວົ້າວ່າ “ຄົນທີ່ບໍ່ເຊື່ອມີຄຳເວົ້ານີ້ວ່າ: ‘ໃນຄົວເຮືອນໃຫຍ່ທີ່ມີຊັບສິນຫຼາຍ, ການສິ້ນເປືອງໜ້ອຍໜຶ່ງກໍບໍ່ແມ່ນເລື່ອງໃຫຍ່ຫຍັງ’. ເຮືອນຂອງພຣະເຈົ້າໃຫຍ່ຫຼາຍ ແລະ ພຣະເຈົ້າກໍປະທານພອນອັນອຸດົມສົມບູນ. ມັນບໍ່ແມ່ນເລື່ອງໃຫຍ່ທີ່ຈະສິ້ນເປືອງໜ້ອຍໜຶ່ງ; ພຣະເຈົ້າປະທານໃຫ້ພວກເຮົາຫຼາຍຂະໜາດນີ້. ພວກເຮົາບໍ່ໄດ້ສິ້ນເປືອງໄປຫຼາຍແລ້ວບໍ? ແລ້ວພຣະເຈົ້າໄດ້ເຮັດຫຍັງໃຫ້ພວກເຮົາແດ່? ພຣະເຈົ້າບໍ່ໄດ້ອົດທົນຕໍ່ທຸກສິ່ງນີ້ບໍ? ມະນຸດອ່ອນແອ ແລະ ເສື່ອມຊາມ ແລະ ພຣະເຈົ້າກໍເຫັນສິ່ງນີ້ມາດົນແລ້ວ, ສະນັ້ນ ຖ້າພຣະອົງເຫັນແລ້ວ ເປັນຫຍັງພຣະອົງຈຶ່ງບໍ່ລົງໂທດພວກເຮົາ? ສິ່ງນີ້ພິສູດວ່າພຣະເຈົ້າຊົງອົດທົນ ແລະ ເມດຕາ!” ນີ້ແມ່ນຄຳເວົ້າປະເພດໃດກັນ? ພວກເຂົາໃຊ້ຄຳເວົ້າທີ່ເບິ່ງຄືວ່າຖືກຕ້ອງ ແລະ ສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ພວກເຂົາຕົກລົງສູ່ການລອງໃຈ ເພື່ອລົບກວນວິໄສທັດຂອງພວກເຂົາ ແລະ ນຳພາພວກເຂົາຢ່າງຜິດໆ ແລະ ເພື່ອເຮັດໃຫ້ພວກເຂົາເຂົ້າໃຈພຣະເຈົ້າຜິດ, ຈົນພວກເຂົາບໍ່ມີແມ່ນແຕ່ຄວາມປາຖະໜາ ຫຼື ຄວາມຕ້ອງການແມ່ນແຕ່ໜ້ອຍດຽວທີ່ຈະອ່ອນນ້ອມຕໍ່ພຣະອົງເລີຍ. ເມື່ອຖືກຍຸຍົງ, ເຮັດໃຫ້ຫຼົງຜິດ ແລະ ນຳພາຢ່າງຜິດໆໂດຍຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຄົນກໍສູນເສຍຄວາມສໍານຶກໜ້ອຍໜຶ່ງທີ່ພວກເຂົາມີ ແລະ ພວກເຂົາທຸກຄົນກໍເລີ່ມເຊື່ອຟັງ ແລະ ອ່ອນນ້ອມຕໍ່ຜູ້ຕໍ່ຕ້ານພຣະຄຣິສ.

ຜູ້ຕໍ່ຕ້ານພຣະຄຣິສເກັ່ງເປັນພິເສດໃນການທຳທ່າເມື່ອຢູ່ອ້ອມຮອບຄົນອື່ນ. ຄືກັນກັບພວກຟາຣີຊາຍ, ຈາກພາຍນອກພວກເຂົາເບິ່ງຄືວ່າອົດທົນກັບຜູ້ຄົນ ແລະ ໃຈເຢັນ, ຖ່ອມຕົວ ແລະ ມີນິໄສດີຫຼາຍ, ພວກເຂົາເບິ່ງຄືວ່າຜ່ອນຜັນ ແລະ ອົດທົນກັບທຸກຄົນຫຼາຍ. ເມື່ອຈັດການກັບບັນຫາ, ພວກເຂົາມັກຈະສະແດງໃຫ້ເຫັນສະເໝີວ່າພວກເຂົາອົດທົນກັບຜູ້ຄົນຫຼາຍສໍ່າໃດຈາກຕຳແໜ່ງສະຖານະຂອງພວກເຂົາ ແລະ ໃນທຸກດ້ານພວກເຂົາເບິ່ງຄືວ່າໃຈກວ້າງ ແລະ ມີນໍ້າໃຈ, ບໍ່ຄິດເລັກຄິດນ້ອຍກັບຄົນອື່ນ ແລະ ສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາຍິ່ງໃຫຍ່ ແລະ ໃຈດີສໍ່າໃດ. ໃນຄວາມເປັນຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສມີແກ່ນແທ້ເຫຼົ່ານີ້ແທ້ໆບໍ? ພວກເຂົາປະຕິບັດຕໍ່ຄົນອື່ນດ້ວຍຄວາມເມດຕາ, ອົດທົນກັບຜູ້ຄົນ ແລະ ສາມາດຊ່ວຍເຫຼືອຜູ້ຄົນໄດ້ໃນທຸກສະຖານະການ ແຕ່ແຮງຈູງໃຈທີ່ແອບແຝງຂອງພວກເຂົາໃນການເຮັດສິ່ງເຫຼົ່ານີ້ແມ່ນຫຍັງ? ພວກເຂົາຍັງຈະເຮັດສິ່ງເຫຼົ່ານີ້ຢູ່ບໍ ຖ້າພວກເຂົາບໍ່ໄດ້ພະຍາຍາມເອົາຊະນະໃຈຜູ້ຄົນ ແລະ ຊື້ໃຈຜູ້ຄົນ? ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນແທ້ໆບໍເມື່ອຢູ່ລັບຫຼັງຄົນອື່ນ? ພວກເຂົາເປັນຄືກັບທີ່ພວກເຂົາສະແດງອອກເມື່ອຢູ່ຕໍ່ໜ້າຄົນອື່ນແທ້ໆບໍ, ຖ່ອມຕົວ ແລະ ອົດທົນ, ໃຈກວ້າງຕໍ່ຄົນອື່ນ ແລະ ຊ່ວຍເຫຼືອຄົນອື່ນດ້ວຍຄວາມຮັກ? ພວກເຂົາມີແກ່ນແທ້ ແລະ ອຸປະນິໄສແບບນັ້ນບໍ? ນີ້ຄືລັກສະນະຂອງພວກເຂົາບໍ? ບໍ່ແມ່ນເລີຍ. ທຸກສິ່ງທີ່ພວກເຂົາເຮັດແມ່ນການເສແສ້ງ ແລະ ເຮັດໄປເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊື້ໃຈຜູ້ຄົນ ເພື່ອໃຫ້ຄົນຈຳນວນຫຼາຍຂຶ້ນມີຄວາມຮູ້ສຶກທີ່ດີຕໍ່ພວກເຂົາໃນໃຈຂອງພວກເຂົາ ແລະ ເພື່ອໃຫ້ຜູ້ຄົນຄິດເຖິງພວກເຂົາກ່ອນ ແລະ ສະແຫວງຫາຄວາມຊ່ວຍເຫຼືອຈາກພວກເຂົາເມື່ອພວກເຂົາມີບັນຫາ. ເພື່ອບັນລຸຈຸດປະສົງນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງວາງແຜນຢ່າງຕັ້ງໃຈເພື່ອອວດອ້າງເມື່ອຢູ່ອ້ອມຮອບຄົນອື່ນ, ເພື່ອເວົ້າ ແລະ ເຮັດໃນສິ່ງທີ່ຖືກຕ້ອງ. ກ່ອນທີ່ພວກເຂົາຈະເວົ້າ, ໃຜຮູ້ແດ່ວ່າພວກເຂົາຈະກັ່ນຕອງ ຫຼື ປະມວນຜົນຄຳເວົ້າຂອງພວກເຂົາໃນໃຈຂອງພວກເຂົາຈັກຄັ້ງ. ພວກເຂົາຈະວາງແຜນຢ່າງຕັ້ງໃຈ ແລະ ລະດົມສະໝອງຄິດຢ່າງໜັກ, ໄຕ່ຕອງກ່ຽວກັບການໃຊ້ຄຳເວົ້າ, ສຳນວນ, ລະດັບສຽງ, ການເປັ່ງສຽງ ແລະ ແມ່ນແຕ່ສາຍຕາທີ່ພວກເຂົາເບິ່ງຜູ້ຄົນ ແລະ ນໍ້າສຽງທີ່ພວກເຂົາເວົ້າ. ພວກເຂົາຈະໄຕ່ຕອງວ່າພວກເຂົາກຳລັງເວົ້າກັບໃຜ, ຄົນຜູ້ນັ້ນເຖົ້າ ຫຼື ໜຸ່ມ, ສະຖານະຂອງຄົນຜູ້ນັ້ນສູງ ຫຼື ຕໍ່າກວ່າສະຖານະຂອງພວກເຂົາເອງ, ຄົນຜູ້ນັ້ນເຄົາລົບນັບຖືພວກເຂົາຢ່າງສູງ ຫຼື ບໍ່, ຄົນຜູ້ນັ້ນບໍ່ພໍໃຈພວກເຂົາເປັນການສ່ວນຕົວ ຫຼື ບໍ່, ບຸກຄະລິກຂອງຄົນຜູ້ນັ້ນເຂົ້າກັບພວກເຂົາໄດ້ ຫຼື ບໍ່, ຄົນຜູ້ນັ້ນປະຕິບັດໜ້າທີ່ຫຍັງ ແລະ ຕຳແໜ່ງຂອງຄົນຜູ້ນັ້ນໃນຄຣິສຕະຈັກ ແລະ ໃນໃຈຂອງອ້າຍເອື້ອຍນ້ອງເປັນແນວໃດ. ພວກເຂົາຈະສັງເກດຢ່າງຮອບຄອບ ແລະ ໄຕ່ຕອງສິ່ງເຫຼົ່ານີ້ຢ່າງໃສ່ໃຈ ແລະ ຫຼັງຈາກທີ່ພວກເຂົາໄດ້ໄຕ່ຕອງແລ້ວ, ພວກເຂົາກໍຈະຄິດຫາວິທີທີ່ຈະປະຕິບັດຕໍ່ຄົນທຸກປະເພດ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະປະຕິບັດຕໍ່ຄົນປະເພດຕ່າງໆດ້ວຍວິທີໃດກໍຕາມ, ຈຸດປະສົງຂອງພວກເຂົາກໍບໍ່ມີຫຍັງນອກຈາກການເຮັດໃຫ້ຜູ້ຄົນເຄົາລົບນັບຖືພວກເຂົາຢ່າງສູງ, ເຮັດໃຫ້ຜູ້ຄົນບໍ່ເບິ່ງພວກເຂົາວ່າເທົ່າທຽມກັນອີກຕໍ່ໄປ ແຕ່ພັດນັບຖືພວກເຂົາ, ເພື່ອໃຫ້ອີກຫຼາຍຄົນຍົກຍ້ອງ ແລະ ນັບຖືພວກເຂົາເມື່ອພວກເຂົາເວົ້າ, ເຫັນດ້ວຍ ແລະ ຕິດຕາມພວກເຂົາເມື່ອພວກເຂົາເຮັດສິ່ງຕ່າງໆ ແລະ ແກ້ຕົວ ແລະ ປົກປ້ອງພວກເຂົາເມື່ອພວກເຂົາເຮັດຜິດພາດ ແລະ ເພື່ອໃຫ້ອີກຫຼາຍຄົນຕໍ່ສູ້ເພື່ອພວກເຂົາ, ຮ້ອງທຸກດ້ວຍຄວາມຂົມຂື່ນແທນພວກເຂົາ ແລະ ຢືນຢັດທີ່ຈະໂຕ້ຖຽງ ແລະ ຕໍ່ຕ້ານພຣະເຈົ້າເມື່ອພວກເຂົາຖືກເປີດເຜີຍ ແລະ ຖືກປະຕິເສດ. ເມື່ອພວກເຂົາໝົດອຳນາດ, ພວກເຂົາກໍສາມາດມີອີກຫຼາຍຄົນມາຊ່ວຍເຫຼືອ, ສະແດງການສະໜັບສະໜູນ ແລະ ປົກປ້ອງພວກເຂົາ, ເຊິ່ງສະແດງໃຫ້ເຫັນວ່າສະຖານະ ແລະ ອຳນາດທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ວາງແຜນຢ່າງຕັ້ງໃຈເພື່ອບົ່ມເພາະໃນຄຣິສຕະຈັກນັ້ນ ໄດ້ຢັ່ງຮາກເລິກລົງໃນໃຈຂອງຜູ້ຄົນແລ້ວ ແລະ “ຄວາມພຽນພະຍາຍາມ” ຂອງພວກເຂົາກໍບໍ່ໄດ້ສູນເປົ່າ.

ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຈັດການ ແລະ ປະຕິບັດຕໍ່ສະຖານະ, ຊື່ສຽງ, ກຽດຕິຍົດ ແລະ ສິດອຳນາດຂອງພວກເຂົາໃນທ່າມກາງຜູ້ຄົນຢ່າງສຸດຄວາມສາມາດຂອງພວກເຂົາ ນັ້ນກໍຄື ພວກເຂົາຈະບໍ່ຂີ້ຄ້ານ, ບໍ່ໃຈອ່ອນ ແລະ ພວກເຂົາຍິ່ງຈະບໍ່ປະໝາດເລີຍ. ພວກເຂົາສັງເກດການສະແດງອອກໃນສາຍຕາຂອງຄົນອື່ນທຸກຄົນ, ບຸກຄະລິກຂອງພວກເຂົາ, ກິດຈະວັດປະຈຳວັນຂອງພວກເຂົາ, ການໄລ່ຕາມຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ແລະ ຍິ່ງໄປກວ່ານັ້ນ ພວກເຂົາສັງເກດຄວາມເຊື່ອ ແລະ ຄວາມຈົງຮັກພັກດີຂອງຄົນອື່ນທຸກຄົນໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ການເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ອື່ນໆອີກ, ພວກເຂົາໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນສິ່ງເຫຼົ່ານີ້. ສະນັ້ນ, ໂດຍອີງໃສ່ທັດສະນະຄະຕິນີ້ທີ່ພວກເຂົາມີ, ພວກເຂົາຈຶ່ງຫຼີກລ່ຽງ ແລະ ປ້ອງກັນຕົນເອງຈາກຄົນທີ່ໄລ່ຕາມຄວາມຈິງ ແລະ ຄົນທີ່ສາມາດແຍກແຍະພວກເຂົາໄດ້ ແລະ ພວກເຂົາເວົ້າ ແລະ ກະທຳຢ່າງລະມັດລະວັງເມື່ອຢູ່ອ້ອມຮອບຄົນແບບນັ້ນ. ເມື່ອຢູ່ອ້ອມຮອບຄົນທີ່ມີບຸກຄະລິກອ່ອນແອພໍສົມຄວນ, ເຊິ່ງມັກຈະຄິດລົບ ແລະ ບໍ່ເຂົ້າໃຈຄວາມຈິງ ແລະ ຄົນບາງຄົນທີ່ໂງ່ຈ້າ ແລະ ມີຄວາມສາມາດໃນການຈັບໃຈຄວາມຄວາມຈິງທີ່ບໍ່ດີ, ພວກເຂົາມັກຈະເຮັດທຸກຢ່າງທີ່ເຮັດໄດ້ເພື່ອອວດອ້າງຕົນເອງ, ສະແດງຄືກັບການສະແດງລະຄອນສັດຢູ່ຕະຫຼອດເວລາ ແລະ ຍາດແຍ່ງທຸກໂອກາດເພື່ອສະແດງ. ຕົວຢ່າງ: ເມື່ອຢູ່ທີ່ການເຕົ້າໂຮມ, ຄົນສ່ວນໃຫຍ່ຮັບຮອງພວກເຂົາ, ຄົນສ່ວນໜ້ອຍຮູ້ສຶກລັງກຽດພວກເຂົາ ແລະ ອີກຫຼາຍຄົນບໍ່ມີການແຍກແຍະພວກເຂົາເລີຍ, ແລ້ວດ້ວຍເຫດນັ້ນ ພວກເຂົາຈຶ່ງເລີ່ມສະແດງ ແລະ ຊອກຫາໂອກາດທີ່ຈະໂອ້ລົມ. ພວກເຂົາໂອ້ລົມກ່ຽວກັບປະສົບການຂອງພວກເຂົາເອງ, ກ່ຽວກັບ “ປະຫວັດສາດອັນຮຸ່ງເຮືອງ” ໃນອະດີດຂອງພວກເຂົາ, ກ່ຽວກັບຄຸນງາມຄວາມດີທີ່ພວກເຂົາໄດ້ບັນລຸໃນເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ກ່ຽວກັບວ່າ ເບື້ອງເທິງໄດ້ຊື່ນຊົມພວກເຂົາ ແລະ ໄດ້ລິຮານພວກເຂົາເປັນການສ່ວນຕົວແນວໃດ, ພວກເຂົາບໍ່ສາມາດປ່ອຍໃຫ້ໂອກາດແບບນີ້ຜ່ານໄປໄດ້ແມ່ນແຕ່ຄັ້ງດຽວ. ບໍ່ວ່າພວກເຂົາຈະຢູ່ກັບໃຜ ຫຼື ໃນໂອກາດໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ເຮັດສິ່ງດຽວເທົ່ານັ້ນຄື: ພວກເຂົາສະແດງ, ນັ້ນກໍຄື ພວກເຂົາສ້າງຄວາມສົນໃຈເພື່ອໃຫ້ຄົນຍົກຍ້ອງ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາເບື່ອໜ່າຍຄວາມຈິງ, ຊົ່ວຊ້າ ແລະ ໄຮ້ຢາງອາຍ. ພວກເຂົາສະແດງຮອດຂັ້ນໃດ? ບາງທີພວກເຈົ້າອາດຈະເຄີຍເຫັນບາງຄົນດ້ວຍຕົນເອງແລ້ວ. ສາມາດເຫັນໄດ້ຢ່າງຊັດເຈນວ່າພວກເຂົາບາງຄົນກຳລັງສະແດງ, ກຳລັງອວດອ້າງ, ກຳລັງເອົາຊະນະໃຈຜູ້ຄົນ ແລະ ກຳລັງຍາດແຍ່ງໂອກາດເພື່ອເຮັດໃຫ້ຄົນອື່ນນັບຖືພວກເຂົາເປັນຢ່າງສູງ. ບາງຄົນລັງກຽດພວກເຂົາ, ບາງຄົນບໍ່ສົນໃຈພວກເຂົາ ແລະ ເຖິງກັບເຍາະເຍີ້ຍພວກເຂົາ ແຕ່ພວກເຂົາກໍບໍ່ສົນໃຈ. ພວກເຂົາສົນໃຈຫຍັງ? ສິ່ງທີ່ພວກເຂົາສົນໃຈກໍຄືການສະແດງຂອງພວກເຂົາໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ຜູ້ຄົນ, ເຮັດໃຫ້ຜູ້ຄົນເຫັນວ່າພວກເຂົາກ້າເວົ້າສິ່ງຕ່າງໆແນວໃດ, ເຫັນວ່າພວກເຂົາມີຄວາມກ້າຫານ, ມີຮູບແບບຄວາມເປັນຜູ້ນຳ, ມີພອນສະຫວັນຄວາມເປັນຜູ້ນຳ, ມີຄວາມກ້າຫານທີ່ຈະບໍ່ຕື່ນເຕັ້ນເມື່ອຢູ່ຕໍ່ໜ້າທຸກຄົນ ແລະ ຍິ່ງໄປກວ່ານັ້ນຄືມີຄວາມສາມາດໃນການຈັດການກັບສິ່ງຕ່າງໆໂດຍບໍ່ຕື່ນຕົກໃຈ. ພວກເຂົາຮູ້ສຶກພໍໃຈເມື່ອພວກເຂົາເຮັດໃຫ້ຜູ້ຄົນເຂົ້າໃຈ ແລະ ເຫັນສິ່ງເຫຼົ່ານີ້ ແລະ ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພວກເຂົາເຮັດທຸກຢ່າງທີ່ເຮັດໄດ້ ເພື່ອສະແດງໃນທັນທີທີ່ພວກເຂົາໄດ້ຮັບໂອກາດທີ່ຈະເຮັດເຊັ່ນນັ້ນ ແລະ ພວກເຂົາສະແດງຢ່າງບໍ່ຢັບຢັ້ງຊັ່ງໃຈ, ໂດຍບໍ່ຮູ້ສຶກຜິດ ແລະ ໂດຍບໍ່ມີຄວາມລະອາຍໃດໆ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ຖ້າເຮົາໂອ້ລົມກ່ຽວກັບຫົວຂໍ້ຫຼັກໃນການເຕົ້າໂຮມຢູ່ສະເໝີ, ບາງຄົນກໍຈະງ້ວງນອນໃນຂະນະທີ່ພວກເຂົາຟັງເຮົາເວົ້າ. ຫຼື ບໍ່ດັ່ງນັ້ນ ເມື່ອເຮົາໂອ້ລົມກ່ຽວກັບຫົວຂໍ້ຫຼັກ, ຈິດໃຈຂອງຜູ້ຄົນກໍຍັງຄົງຢູ່ກັບສິ່ງອື່ນ ແລະ ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະໃສ່ໃຈກັບສິ່ງທີ່ເຮົາກຳລັງເວົ້າ. ໃນສະຖານະການແບບນີ້, ເຮົາກໍລົມຫຼິ້ນເລັກໜ້ອຍ, ເລົ່າເລື່ອງລາວ ຫຼື ເລົ່າເລື່ອງຕະຫຼົກ. ສິ່ງເຫຼົ່ານີ້ ແລະ ເລື່ອງລາວເຫຼົ່ານີ້ມັກຈະກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມບາງຢ່າງ ແລະ ສະພາວະທີ່ຜູ້ຄົນເປີດເຜີຍໃນຊີວິດຂອງພວກເຂົາ. ເຮົາໃຊ້ເລື່ອງລາວ ຫຼື ເລົ່າເລື່ອງຕະຫຼົກເພື່ອປຸກຜູ້ຄົນໃຫ້ຕື່ນຂຶ້ນເລັກໜ້ອຍ ເພື່ອໃຫ້ພວກເຂົາສາມາດເຂົ້າໃຈໄດ້ດີຂຶ້ນເລັກໜ້ອຍ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້, ພວກເຂົາກໍຄິດວ່າ “ພຣະອົງເລົ່າເລື່ອງຕະຫຼົກໃນຄຳເທດສະໜາຂອງພຣະອົງໃນການເຕົ້າໂຮມ. ຂ້ານ້ອຍກໍເຮັດໄດ້ຄືກັນ, ຂ້ານ້ອຍກໍເກັ່ງຄືກັບພຣະອົງນັ້ນແຫຼະ. ຂ້ານ້ອຍພຽງແຕ່ຈະເລົ່າເລື່ອງຕະຫຼົກຝືດແບບສະບາຍໆ ແລະ ເຮັດໃຫ້ທຸກຄົນຫົວຈົນເຈັບທ້ອງ ແລະ ທຸກຄົນກໍຈະເພີດເພີນກັບມັນ, ມັນຈະດີສໍ່າໃດ! ຂ້ານ້ອຍພຽງແຕ່ຈະເລົ່າເລື່ອງລາວແບບສະບາຍໆ ແລ້ວກໍຈະບໍ່ມີໃຜຢາກເຂົ້າຮ່ວມການເຕົ້າໂຮມອີກຕໍ່ໄປ, ພວກເຂົາພຽງແຕ່ຢາກຟັງເລື່ອງລາວຂອງຂ້ານ້ອຍເທົ່ານັ້ນ”. ພວກເຂົາແຂ່ງຂັນກັບເຮົາໃນເລື່ອງນີ້. ມັນມີປະໂຫຍດຫຍັງບໍທີ່ພວກເຂົາຈະແຂ່ງຂັນກັບເຮົາໃນເລື່ອງນີ້? ເປັນຫຍັງເຮົາຈຶ່ງເລົ່າເລື່ອງລາວ? ເປັນຫຍັງເຮົາຈຶ່ງລົມຫຼິ້ນ? ຜູ້ຄົນສາມາດເຂົ້າໃຈບາງສິ່ງບາງຢ່າງຈາກການລົມຫຼິ້ນ ແລະ ເລື່ອງລາວຂອງເຮົາ ແລະ ສິ່ງນີ້ກໍຊ່ວຍໃຫ້ພວກເຂົາເຂົ້າໃຈຄວາມຈິງໃນວິທີທີ່ຜ່ອນຄາຍ, ນີ້ຄືຈຸດປະສົງຂອງເຮົາ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສພັດຈັບເອົາຈຸດນີ້ ແລະ ພະຍາຍາມສວຍໃຊ້ປະໂຫຍດຈາກມັນ ໂດຍເວົ້າວ່າ “ໃນການເຕົ້າໂຮມ, ໃນຊ່ວງເວລາທີ່ສຳຄັນ ແລະ ຈຳເປັນຫຼາຍນັ້ນ, ພຣະອົງພຽງແຕ່ລົມຫຼິ້ນ, ສະນັ້ນ ຂ້ານ້ອຍກໍຈະເຮັດຄືກັນ”. ການລົມຫຼິ້ນຄືກັນສະເໝີບໍ? ຜູ້ຕໍ່ຕ້ານພຣະຄຣິສ, ພວກຂີ້ເຫຍື້ອເຫຼົ່ານີ້, ເຖິງກັບບໍ່ເຂົ້າໃຈຄວາມຈິງເລີຍ, ແລ້ວຈະມີຫຍັງເກີດຂຶ້ນຈາກການລົມຫຼິ້ນຂອງພວກເຂົາ? ຈະມີຫຍັງເກີດຂຶ້ນຈາກເລື່ອງລາວ ຫຼື ເລື່ອງຕະຫຼົກຂອງພວກເຂົາ? ສັດເດຍລະສານທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານເຫຼົ່ານີ້ຖືເອົາເລື່ອງສຳຄັນຂອງການໂອ້ລົມກ່ຽວກັບຄວາມຈິງ ແລະ ການເລົ່າເລື່ອງລາວຢ່າງຜິວເຜີນ ແລະ ແບບສະບາຍເກີນໄປ. ຄົນປະເພດໃດທີ່ເຮັດແບບນີ້? ຜູ້ຕໍ່ຕ້ານພຣະຄຣິສ, ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄົນທີ່ບໍ່ສະແຫວງຫາຄວາມຈິງມັກເຮັດສິ່ງຕ່າງໆແບບນີ້.

ສາຍຕາຂອງອ້າຍເອື້ອຍນ້ອງ, ສາຍຕາຂອງຄົນສ່ວນໃຫຍ່, ເກືອບຈະບໍ່ສາມາດຈັບຜິດການກະທຳທີ່ເປັນການທຳທ່າ ເຊິ່ງຜູ້ຕໍ່ຕ້ານພຣະຄຣິສເຮັດໄດ້ເລີຍ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນເພາະວ່າຜູ້ຕໍ່ຕ້ານພຣະຄຣິສປົກປິດ ແລະ ເຊື່ອງຄວາມຜິດຂອງພວກເຂົາ ແລະ ຈະບໍ່ຍອມໃຫ້ເຈົ້າເຫັນພວກມັນ; ພວກເຂົາເຊື່ອງດ້ານທີ່ຊົ່ວຊ້າຂອງພວກເຂົາ, ດ້ານທີ່ມົ້ວສຸມທາງເພດຂອງພວກເຂົາ ແລະ ດ້ານທີ່ບໍ່ດີຂອງພວກເຂົາໄວ້ຢູ່ລັບຫຼັງຜູ້ຄົນ. “ຢູ່ລັບຫຼັງຜູ້ຄົນ” ແມ່ນຢູ່ໃສ? ມັນຄືບ່ອນທີ່ເຈົ້າບໍ່ສາມາດເຫັນໄດ້, ນັ້ນກໍຄື ໃນເຮືອນຂອງພວກເຂົາ, ໃນສັງຄົມ, ໃນບ່ອນເຮັດວຽກຂອງພວກເຂົາ, ຕໍ່ໜ້າຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງພວກເຂົາ, ບ່ອນເຫຼົ່ານີ້ຄືພື້ນທີ່ທີ່ເຈົ້າບໍ່ສາມາດເຫັນ ຫຼື ສຳຜັດໄດ້. ຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາທີ່ເຈົ້າສາມາດເຫັນ ແລະ ສຳຜັດໄດ້ນັ້ນລ້ວນແຕ່ເປັນດ້ານທີ່ພວກເຂົາທຳທ່າເຮັດ, ເປັນດ້ານຂອງພວກເຂົາທີ່ຜ່ານການປຸງແຕ່ງ. ດ້ານຂອງພວກເຂົາທີ່ເຈົ້າບໍ່ສາມາດເຫັນໄດ້ນັ້ນຄືແກ່ນແທ້ທີ່ແທ້ຈິງຂອງພວກເຂົາ, ໃບໜ້າທີ່ແທ້ຈິງຂອງພວກເຂົາ. ແລ້ວໃບໜ້າທີ່ແທ້ຈິງຂອງພວກເຂົາແມ່ນຫຍັງ? ເມື່ອຢູ່ກັບຄອບຄົວທີ່ບໍ່ເຊື່ອຂອງພວກເຂົາ, ພວກເຂົາກ່າວຄຳເວົ້າທີ່ບໍ່ດີທຸກປະເພດ ເຊັ່ນ: ຄຳຈົ່ມວ່າ, ຄຳເວົ້າທີ່ຄຽດແຄ້ນ ແລະ ຄຳເວົ້າທີ່ເປັນປໍລະປັກຕໍ່ຄົນອື່ນ, ຄຳເວົ້າທີ່ຕັດສິນ ແລະ ກ່າວໂທດອ້າຍເອື້ອຍນ້ອງ, ຄຳຈົ່ມວ່າກ່ຽວກັບການທີ່ເຮືອນຂອງພຣະເຈົ້າບໍ່ຊອບທຳ, ພວກເຂົາເວົ້າທຸກສິ່ງເຫຼົ່ານີ້ ໂດຍບໍ່ຈົ່ງໄວ້ແມ່ນແຕ່ຢ່າງດຽວ ແລະ ບໍ່ຢັບຢັ້ງແມ່ນແຕ່ໜ້ອຍດຽວ. ເມື່ອຢູ່ກັບຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງພວກເຂົາ, ພວກເຂົາສົນທະນາກ່ຽວກັບເລື່ອງທາງໂລກ ແລະ ນິນທາກ່ຽວກັບຄອບຄົວຂອງຄົນອື່ນ, ພວກເຂົາເຂົ້າຮ່ວມໃນກິດຈະກຳທາງໂລກທັງໝົດຂອງຄົນທີ່ບໍ່ເຊື່ອ ແລະ ເຖິງກັບເຂົ້າຮ່ວມງານແຕ່ງດອງ ແລະ ງານສົບຢ່າງຫ້າວຫັນ. ພວກເຂົານິນທາກັບຄົນທີ່ບໍ່ເຊື່ອ, ພວກເຂົາຕັດສິນ ແລະ ສາບແຊ່ງຄົນອື່ນ, ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບຜູ້ຄົນ ແລະ ໃສ່ຮ້າຍປ້າຍສີພວກເຂົາຢູ່ລັບຫຼັງ, ພວກເຂົາເວົ້າສິ່ງເຫຼົ່ານີ້ທັງໝົດ. ເມື່ອຢູ່ທ່າມກາງຄົນທີ່ບໍ່ເຊື່ອ, ໃນຂະນະທີ່ພົວພັນກັບຄົນອື່ນ, ພວກເຂົາຫຼອກລວງຜູ້ຄົນ, ພວກເຂົາສ້າງພັກສ້າງພວກ, ພວກເຂົາໂຈມຕີຜູ້ຄົນ ແລະ ໃນບ່ອນເຮັດວຽກ ພວກເຂົາສາມາດໃສ່ຮ້າຍຄົນອື່ນ, ຟ້ອງຢູ່ລັບຫຼັງຄົນອື່ນ ແລະ ຢຽບຢໍ່າຄົນອື່ນເພື່ອໃຫ້ໄດ້ຕຳແໜ່ງທີ່ສູງຂຶ້ນ, ພວກເຂົາສາມາດເຮັດທຸກສິ່ງເຫຼົ່ານີ້ໄດ້ເຊັ່ນກັນ. ເມື່ອຢູ່ກັບຄອບຄົວຂອງພວກເຂົາ ຫຼື ຄົນທີ່ບໍ່ເຊື່ອ, ພວກເຂົາບໍ່ໃຈເຢັນ, ອົດທົນ ຫຼື ບໍ່ຖ່ອມຕົວ ແຕ່ພວກເຂົາພັດເປີດເຜີຍທາດແທ້ຂອງພວກເຂົາອອກມາຢ່າງສົມບູນ. ໃນເຮືອນຂອງພຣະເຈົ້າ, ພວກເຂົາເປັນໝາປ່າໃນຄາບແກະ ແລະ ເມື່ອຢູ່ທ່າມກາງຄົນທີ່ບໍ່ເຊື່ອ, ຄົນທີ່ບໍ່ເຊື່ອໃນພຣະເຈົ້າ, ພວກເຂົາກໍເປີດເຜີຍໃບໜ້າໝາປ່າຂອງພວກເຂົາໃຫ້ທຸກຄົນໄດ້ເຫັນ; ພວກເຂົາຕໍ່ສູ້ກັບຄົນທີ່ບໍ່ເຊື່ອເພື່ອຜົນປະໂຫຍດຂອງພວກເຂົາ, ເພື່ອຄຳເວົ້າຄຳໜຶ່ງ, ເພື່ອປະໂຫຍກໜຶ່ງ ແລະ ຈະໂຕ້ຖຽງຢ່າງບໍ່ມີທີ່ສິ້ນສຸດສຳລັບຜົນປະໂຫຍດທີ່ນ້ອຍທີ່ສຸດກັບຄົນທີ່ບໍ່ເຊື່ອຈົນໜ້າດຳໜ້າແດງ. ຖ້າພວກເຂົາບໍ່ໄດ້ຮັບຜົນປະໂຫຍດໃດໆ ຫຼື ຖືກລິຮານໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຈະກັບບ້ານ ແລະ ກໍ່ຄວາມວຸ້ນວາຍ, ພວກເຂົາສ້າງບັນຫາ ແລະ ກະທຳໃນວິທີທີ່ເຮັດໃຫ້ຄອບຄົວຂອງພວກເຂົາຢ້ານກົວພວກເຂົາ. ໃນທ່າມກາງຄົນທີ່ບໍ່ເຊື່ອ, ພວກເຂົາບໍ່ມີຄວາມເໝາະສົມແບບຊາວຄຣິສເລີຍ ແລະ ພວກເຂົາກໍບໍ່ໄດ້ເປັນພະຍານຄືກັບທີ່ຊາວຄຣິສຄວນຈະເປັນ, ພວກເຂົາເປັນໝາປ່າຢ່າງແທ້ຈິງ, ບໍ່ແມ່ນມະນຸດດ້ວຍຊໍ້າ. ໃນເຮືອນຂອງພຣະເຈົ້າ ແລະ ຕໍ່ໜ້າອ້າຍເອື້ອຍນ້ອງ, ພວກເຂົາໃຫ້ຄຳສັນຍາ, ພວກເຂົາສາບານ, ສະແດງຄວາມຕັ້ງໃຈຂອງພວກເຂົາ ແລະ ພວກເຂົາເບິ່ງຄືວ່າເຕັມໃຈທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ເບິ່ງຄືວ່າມີຄວາມເຊື່ອໃນພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາມາຢູ່ທ່າມກາງຄົນທີ່ບໍ່ເຊື່ອ, ການໄລ່ຕາມ ແລະ ຄວາມເຊື່ອຂອງພວກເຂົາກໍຄືກັນກັບຂອງຄົນທີ່ບໍ່ເຊື່ອ. ບາງຄົນເຖິງກັບຕິດຕາມຄົນມີຊື່ສຽງຄືກັບທີ່ຄົນທີ່ບໍ່ເຊື່ອເຮັດ ແລະ ຮຽນແບບສິ່ງທີ່ຄົນມີຊື່ສຽງນຸ່ງທຸກມື້, ເປີດເຜີຍຮ່າງກາຍສ່ວນເທິງຂອງພວກເຂົາ, ມີຜົມທີ່ຫຍຸ້ງເຫຍີງ ແລະ ແຕ່ງໜ້າເຂັ້ມ, ພວກເຂົາເບິ່ງບໍ່ຄືມະນຸດ ແລະ ບໍ່ຄືຜີ. ພວກເຂົານຸ່ງເຄື່ອງທີ່ທັນຕາມແຟຊັນ ແລະ ກ້າວທັນຍຸກສະໄໝທຸກມື້, ໂດຍຮູ້ສຶກວ່າຊີວິດຊ່າງເຕັມໄປດ້ວຍລົດຊາດ ແລະ ເລິກລົງໄປໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາບໍ່ຮູ້ສຶກລັງກຽດຕໍ່ວິທີທີ່ຄົນທີ່ບໍ່ເຊື່ອດຳລົງຊີວິດເລີຍ. ຜູ້ຕໍ່ຕ້ານພຣະຄຣິສເຮັດຫຼາຍສິ່ງຫຼາຍຢ່າງ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັບປະກັນຕຳແໜ່ງຂອງພວກເຂົາໃນຄຣິສຕະຈັກ ແລະ ມີຊື່ສຽງ ແລະ ສະຖານະໃນໃຈຂອງຜູ້ຄົນ. ຄວາມພະຍາຍາມນີ້ຖືກເຮັດໄປທັງໝົດ ເພື່ອບັນລຸຈຸດປະສົງຂອງພວກເຂົາ ແລະ ເພື່ອເຮັດໃຫ້ຄົນອື່ນນັບຖືເປັນຢ່າງສູງ ແລະ ເຄົາລົບບູຊາພວກເຂົາ. ພຶດຕິກຳ, ວິທີການ ແລະ ການສະແດງອອກພາຍນອກເຫຼົ່ານີ້ກົງກັນຂ້າມຢ່າງຊັດເຈນກັບວິທີທີ່ພວກເຂົາດຳລົງຊີວິດຢູ່ລັບຫຼັງ ແລະ ການກະທຳ ແລະ ພຶດຕິກຳຂອງພວກເຂົາຢູ່ລັບຫຼັງຜູ້ຄົນນັ້ນບໍ່ແມ່ນສິ່ງທີ່ຊາວຄຣິສຄວນເຮັດຢ່າງແທ້ຈິງ. ດ້ວຍການປຽບທຽບທີ່ຊັດເຈນແບບນີ້, ພວກເຮົາສາມາດກຳນົດໄດ້ວ່າ ທຸກສິ່ງທີ່ພວກເຂົາເຮັດ ແລະ ເປີດເຜີຍເມື່ອຢູ່ອ້ອມຮອບອ້າຍເອື້ອຍນ້ອງນັ້ນລ້ວນແຕ່ເປັນການທຳທ່າ, ມັນບໍ່ແມ່ນຄວາມຈິງ ແລະ ບໍ່ແມ່ນການເປີດເຜີຍທີ່ເປັນທຳມະຊາດ. ຜູ້ຕໍ່ຕ້ານພຣະຄຣິສທຳທ່າພຽງແຕ່ເພື່ອບັນລຸຈຸດປະສົງຂອງພວກເຂົາເທົ່ານັ້ນ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະບໍ່ມີທາງປະນີປະນອມທີ່ຈະເຮັດສິ່ງເຫຼົ່ານີ້ຢ່າງເດັດຂາດ. ເມື່ອຕັດສິນຈາກສິ່ງທີ່ພວກເຂົາເຮັດ ແລະ ການເປີດເຜີຍອຸປະນິໄສຂອງພວກເຂົາຢູ່ລັບຫຼັງ ພ້ອມທັງຈາກການໄລ່ຕາມຂອງພວກເຂົາເອງ, ພວກເຂົາບໍ່ຮັກຄວາມຈິງ, ພວກເຂົາບໍ່ຮັກສິ່ງທີ່ເປັນບວກ, ພວກເຂົາບໍ່ຮັກຄວາມເໝາະສົມ ແລະ ຄວາມຊື່ກົງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຮັກການອົດທົນກັບຄວາມທຸກທໍລະມານ ແລະ ການຈ່າຍລາຄາ ຫຼື ການຕິດຕາມເສັ້ນທາງຂອງຊາວຄຣິສ. ດັ່ງນັ້ນ, ພຶດຕິກຳທີ່ດີເຫຼົ່ານີ້ທີ່ພວກເຂົາສະແດງອອກມາຈຶ່ງບໍ່ໄດ້ເກີດຈາກໃຈຂອງພວກເຂົາ, ພວກມັນບໍ່ໄດ້ມາຈາກຄວາມສະໝັກໃຈ, ບໍ່ແມ່ນຄວາມຈິງ ແຕ່ກົງກັນຂ້າມ ພວກມັນພັດຂັດກັບຄວາມປາຖະໜາຂອງພວກເຂົາເອງ, ຖືກເຮັດໄປເພື່ອໃຫ້ຄົນອື່ນເຫັນ ແລະ ຖືກເຮັດໄປເພື່ອເອົາຊະນະໃຈ ແລະ ຊື້ໃຈຜູ້ຄົນ. ບາງຄົນເວົ້າວ່າ “ພວກເຂົາໄດ້ຮັບຜົນປະໂຫຍດຫຍັງຈາກການຊື້ໃຈຜູ້ຄົນ?” ນີ້ຄືບ່ອນທີ່ຜູ້ຕໍ່ຕ້ານພຣະຄຣິສແຕກຕ່າງຈາກຄົນທຳມະດາ; ຜົນປະໂຫຍດນີ້ມີຄວາມສຳຄັນຕໍ່ພວກເຂົາຫຼາຍ. ແລ້ວຜົນປະໂຫຍດນີ້ແມ່ນຫຍັງ? ມັນກໍຄື ເມື່ອພວກເຂົາຢືນຢູ່ທ່າມກາງຜູ້ຄົນ, ບໍ່ມີໃຜທີ່ບໍ່ຮູ້ຈັກພວກເຂົາ, ບໍ່ມີໃຜທີ່ບໍ່ຍົກໂປ້ໃຫ້ພວກເຂົາ, ບໍ່ມີໃຜທີ່ບໍ່ຍົກຍ້ອງພວກເຂົາ, ບໍ່ມີໃຜທີ່ບໍ່ນະມັດສະການພວກເຂົາ. ຜູ້ຄົນສະແຫວງຫານຳຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາມີບັນຫາ ແທນທີ່ຈະສະແຫວງຫາ ແລະ ອະທິຖານຫາພຣະເຈົ້າ. ແລ້ວເມື່ອທຸກຄົນເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສ ແລະ ໝູນອ້ອມພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກແນວໃດ? ພວກເຂົາຮູ້ສຶກວ່າພວກເຂົາເປັນຄືກັບພຣະເຈົ້າ ຫຼື ເປັນຄົນພິເສດ ແລະ ພວກເຂົາຮູ້ສຶກຄືກັບວ່າພວກເຂົາກຳລັງລອຍຢູ່ເທິງເມກ, ມີຄວາມສຸກກັບຕົນເອງທີ່ສຸດ, ເຊິ່ງແຕກຕ່າງຈາກວິທີທີ່ຄົນທຳມະດາດຳລົງຊີວິດ. ເມື່ອພວກເຂົາຢູ່ທ່າມກາງຜູ້ຄົນ, ທຸກຄົນກໍຍົກຍ້ອງ ແລະ ຊື່ນຊົມພວກເຂົາຢ່າງຫຼວງຫຼາຍ ແລະ ຍົກຍ້ອງພວກເຂົາຄືກັບດວງດາວທີ່ອ້ອມຮອບດວງເດືອນ, ມັນຊ່າງເປັນຄວາມຮູ້ສຶກທີ່ດີແທ້ໆ ແລະ ມີຄວາມເພີດເພີນ, ຄວາມປອບໂຍນ ແລະ ຄວາມສຸກຫຼາຍສໍ່າໃດໃນໃຈຂອງພວກເຂົາ! ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ຖ້າບໍ່ມີໃຜໃນກຸ່ມຄົນສົນໃຈຜູ້ຕໍ່ຕ້ານພຣະຄຣິສເລີຍ, ຖ້າມີຄົນຮູ້ຈັກຊື່ຂອງພວກເຂົາໜ້ອຍຫຼາຍ, ຖ້າບໍ່ມີໃຜຮູ້ຈັກຈຸດແຂງຂອງພວກເຂົາ, ຖ້າພວກເຂົາຖືກຖືວ່າເປັນຄົນທຳມະດາໃນຄວາມຄິດຂອງຄົນສ່ວນໃຫຍ່, ເປັນຄົນທີ່ບໍ່ມີລັກສະນະພິເສດໃດໆ, ບໍ່ມີຈຸດແຂງໃດໆ, ບໍ່ມີຫຍັງພິເສດກ່ຽວກັບພວກເຂົາ, ບໍ່ມີຫຍັງໃຫ້ຄົນອື່ນເຄົາລົບ ຫຼື ນັບຖື ຫຼື ບໍ່ມີຫຍັງໃຫ້ໃຜເວົ້າເຖິງດ້ວຍຄວາມຊື່ນຊົມເລີຍ, ແລ້ວສິ່ງນີ້ກໍຈະເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກບໍ່ສະບາຍໃຈ ແລະ ຮູ້ສຶກບໍ່ດີໃນໃຈຂອງພວກເຂົາ; ພວກເຂົາບໍ່ຮູ້ສຶກຄືກັບເປັນເທບພຣະເຈົ້າ ຫຼື ຄືກັບວ່າພວກເຂົາກຳລັງລອຍຢູ່ເທິງເມກ. ສຳລັບພວກເຂົາແລ້ວ, ການດຳລົງຊີວິດແບບນີ້ໜ້າເບື່ອເກີນໄປ, ບໍ່ສະບາຍໃຈເກີນໄປ, ອຶດອັດເກີນໄປ, ບໍ່ເຕັມອີ່ມເກີນໄປ ແລະ ບໍ່ຄຸ້ມຄ່າເລີຍ. ພວກເຂົາຄິດວ່າ ຖ້າພວກເຂົາຕ້ອງເປັນພຽງຄົນທຳມະດາໄປຕະຫຼອດຊີວິດ, ປະຕິບັດໜ້າທີ່ບາງຢ່າງ ແລະ ກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ແລ້ວຊີວິດແບບນັ້ນຈະມີຄວາມສຸກຫຍັງ? ການເຊື່ອໃນພຣະເຈົ້າຈະມີຄວາມສຸກໜ້ອຍຂະໜາດນີ້ໄດ້ແນວໃດ? ສຳລັບພວກເຂົາແລ້ວ, ນີ້ເປັນມາດຕະຖານທີ່ຕໍ່າເກີນໄປ ແລະ ມັນຈຳເປັນຕ້ອງຖືກຍົກລະດັບຂຶ້ນ. ແຕ່ມັນຈະຖືກຍົກລະດັບຂຶ້ນໄດ້ແນວໃດ? ພວກເຂົາຕ້ອງເພີ່ມຄວາມນິຍົມຂອງພວກເຂົາ ເພື່ອໃຫ້ຜູ້ຄົນເຄົາລົບພວກເຂົາ ແລະ ນັບຖືພວກເຂົາເປັນຢ່າງສູງ ແລະ ພວກເຂົາກໍຈະສາມາດດຳລົງຊີວິດທີ່ສະຫງ່າງາມໄດ້. ນັ້ນຄືເຫດຜົນທີ່ວ່າ ເມື່ອພວກເຂົາອະທິຖານ, ພວກເຂົາບໍ່ໄດ້ອະທິຖານຢູ່ບ້ານດ້ວຍຕົນເອງ ແຕ່ພັດຕ້ອງໄປອະທິຖານຢູ່ຄຣິສຕະຈັກ, ອະທິຖານເມື່ອເຕົ້າໂຮມກັນກັບອ້າຍເອື້ອຍນ້ອງ, ອະທິຖານສຽງດັງ, ອະທິຖານໂດຍໃຊ້ຄຳເວົ້າທີ່ສະຫຼວຍ, ຢ່າງມີເຫດຜົນ, ຢ່າງເປັນລະບຽບ ແລະ ຢ່າງຮອບຄອບ, ອະທິຖານເພື່ອໃຫ້ທຸກຄົນທີ່ຢູ່ທີ່ນັ້ນສາມາດໄດ້ຍິນ, ເພື່ອໃຫ້ທຸກຄົນທີ່ຢູ່ທີ່ນັ້ນສາມາດໄດ້ຍິນຄວາມຄ່ອງແຄ້ວ ແລະ ຄວາມຄິດທີ່ຊັດເຈນຂອງພວກເຂົາ ແລະ ຮູ້ວ່າພວກເຂົາມີການໄລ່ຕາມຂອງພວກເຂົາເອງ. ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ໄດ້ອ່ານພຣະທຳເຫຼົ່ານັ້ນຄົນດຽວຢູ່ເຮືອນເຊັ່ນກັນ. ກ່ອນອື່ນ, ພວກເຂົາກຽມຕົວຢູ່ເຮືອນ ແລະ ຈາກນັ້ນພວກເຂົາກໍອ່ານໃຫ້ຄົນອື່ນຟັງ ເພື່ອໃຫ້ຄົນອື່ນເຫັນວ່າພຣະທຳຂອງພຣະເຈົ້າທີ່ພວກເຂົາອ່ານນັ້ນລ້ວນແຕ່ສຳຄັນ, ລ້ວນແຕ່ຈຳເປັນຢ່າງຍິ່ງ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາມັກຈະກຽມຕົວຢູ່ລັບຫຼັງສະເໝີ ແລະ ພຽງແຕ່ເມື່ອພວກເຂົາກຽມພ້ອມແລ້ວ, ເມື່ອຄົນອື່ນຄິດວ່າພວກເຂົາໜ້າເຄົາລົບ ແລະ ຮັບຮອງພວກເຂົາ, ພວກເຂົາຈຶ່ງຈະມາປາກົດຕົວຕໍ່ໜ້າຄົນອື່ນ. ເຖິງກັບມີບາງຄົນທີ່ຊ້ອມ ແລະ ກຽມຕົວຢູ່ບ້ານຕໍ່ໜ້າແວ່ນແຍງ ກ່ອນທີ່ຈະນຳມັນມາສະແດງຕໍ່ໜ້າຄົນອື່ນ. ເມື່ອພວກເຂົານຳມັນມາສະແດງຕໍ່ໜ້າຄົນອື່ນ, ມັນບໍ່ໄດ້ຢູ່ໃນສະພາບເດີມທີ່ສຸດຂອງມັນ ແຕ່ໄດ້ຜ່ານການປຸງແຕ່ງມາແລ້ວຫຼາຍຄັ້ງ, ຖືກປຸງແຕ່ງຜ່ານຄວາມຄິດ, ມຸມມອງ, ອຸປະນິໄສທີ່ເສື່ອມຊາມ, ແຜນການທີ່ເຈົ້າເລ່ ແລະ ວິທີການທີ່ລັບຫຼັງຂອງຜູ້ຕໍ່ຕ້ານພຣະຄຣິສ. ເພື່ອບັນລຸຈຸດປະສົງຂອງພວກເຂົາໃນການມີສະຖານະ ແລະ ຄວາມນິຍົມໃນຄຣິສຕະຈັກ ແລະ ໃນທ່າມກາງຜູ້ຄົນ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ລັງເລທີ່ຈະຍອມຈ່າຍທຸກລາຄາເພື່ອເຮັດສິ່ງເຫຼົ່ານີ້. ດັ່ງນັ້ນ, ສິ່ງທັງໝົດເຫຼົ່ານີ້ເອີ້ນວ່າຫຍັງ? ພວກມັນເປັນການເປີດເຜີຍທີ່ແທ້ຈິງບໍ? ພວກມັນເປັນການປະຕິບັດທີ່ຜູ້ທີ່ໄລ່ຕາມການປ່ຽນແປງອຸປະນິໄສຄວນມີສ່ວນຮ່ວມບໍ? (ບໍ່.) ພວກມັນທັງໝົດລ້ວນແຕ່ເກີດຈາກການທຳທ່າ; ຜູ້ຕໍ່ຕ້ານພຣະຄຣິສທຳທ່າເຮັດຫຼາຍຈົນໜ້າຂີ້ດຽດ!

ບາງຄົນຈະບໍ່ໂອ້ລົມໃນການເຕົ້າໂຮມ ຖ້າພວກເຂົາບໍ່ໄດ້ກຽມບົດຮ່າງໄວ້ກ່ອນ. ພວກເຂົາຕ້ອງກຽມບົດຮ່າງຢູ່ລັບຫຼັງກ່ອນ, ແກ້ໄຂມັນຫຼາຍຄັ້ງ, ປຸງແຕ່ງມັນ, ຂັດເກົາມັນ ແລະ ພຽງແຕ່ເມື່ອມັນພ້ອມແລ້ວ ພວກເຂົາຈຶ່ງຈະໂອ້ລົມຕໍ່ໜ້າອ້າຍເອື້ອຍນ້ອງ. ບາງຄົນເວົ້າກັບພວກເຂົາວ່າ “ພວກເຮົາທຸກຄົນເປັນອ້າຍເອື້ອຍນ້ອງກັນຢູ່ທີ່ນີ້. ພຽງແຕ່ເວົ້າຢ່າງຊື່ສັດ ແລະ ຈິງໃຈຢູ່ໃນການເຕົ້າໂຮມ. ພຽງແຕ່ເວົ້າແມ່ນຫຍັງກໍຕາມທີ່ຄິດອອກມາ. ນັ້ນຄືວິທີທີ່ດີທີ່ສຸດ”. ພວກເຂົາຕອບວ່າ “ບໍ່, ຂ້ອຍເຮັດບໍ່ໄດ້. ຖ້າຂ້ອຍເຮັດແບບນັ້ນ, ແລ້ວອ້າຍເອື້ອຍນ້ອງກໍຈະດູຖູກຂ້ານ້ອຍ”. ເຈົ້າເຫັນບໍ, ພວກເຂົາເວົ້າສິ່ງທີ່ເປັນຈິງບາງຢ່າງອອກມາໂດຍບໍ່ຮູ້ຕົວ. ໃນທຸກດ້ານ, ພວກເຂົາເຮັດສິ່ງຕ່າງໆເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາ. ບາງຄົນທີ່ເປັນຜູ້ມີພອນສະຫວັນທີ່ໂດດເດັ່ນ, ສາດສະດາຈານ, ນັກສຶກສາມະຫາວິທະຍາໄລ, ນັກສຶກສາປະລິນຍາເອກ ຫຼື ນັກຄົ້ນຄວ້າວິທະຍາສາດໃນສັງຄົມກໍໃຊ້ພຶດຕິກຳການທຳທ່າບາງຢ່າງ ແລະ ພຶດຕິກຳທີ່ຜ່ານການປຸງແຕ່ງມາແລ້ວເພື່ອພົວພັນກັບຜູ້ຄົນ ເພື່ອພິສູດຕົນເອງ ແລະ ປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາ. ນັ້ນກໍຄື ພວກເຂົາໃສ່ໜ້າກາກເພື່ອພົວພັນກັບຜູ້ຄົນ ແລະ ຜູ້ຄົນກໍບໍ່ເຄີຍຮູ້ວ່າພວກເຂົາກຳລັງສະແຫວງຫາຫຍັງກັນແທ້, ພວກເຂົາມີຈຸດອ່ອນໃດໆ ຫຼື ບໍ່, ພວກເຂົາເຮັດຫຍັງແທ້ຢູ່ລັບຫຼັງ ແລະ ມີຄວາມສົງໄສຢູ່ເລັກນ້ອຍສະເໝີ, ມີເຄື່ອງໝາຍຄຳຖາມຢູ່ສະເໝີ ເມື່ອເວົ້າເຖິງຊີວິດສ່ວນຕົວຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນ ແລະ ຈັດການກັບໂລກ. ຄົນເຫຼົ່ານີ້ບໍ່ໄດ້ທຳທ່າຢ່າງຮຸນແຮງບໍ? ສະນັ້ນ, ພວກເຈົ້າຄວນປະຕິບັດຕໍ່ຄົນເຫຼົ່ານີ້ແນວໃດ? ມັນຄວນຈະເປັນວ່າ ເພາະພວກເຂົາເສແສ້ງໃສ່ເຈົ້າ, ເຈົ້າກໍເສແສ້ງໃສ່ພວກເຂົາບໍ? ຕົວຢ່າງ: ພວກເຂົາເວົ້າພຽງແຕ່ຄຳເວົ້າທີ່ສຸພາບອ່ອນຫວານເມື່ອພວກເຂົາພົບເຈົ້າ, ສະນັ້ນ ເຈົ້າກໍພຽງແຕ່ສຸພາບກັບພວກເຂົາຢູ່ຕະຫຼອດເວລາເຊັ່ນກັນ, ແບບນີ້ຮັບໄດ້ບໍ? (ບໍ່.) ແລ້ວວິທີທີ່ເໝາະສົມໃນການພົວພັນກັບພວກເຂົາແມ່ນຫຍັງ? (ເມື່ອຄົນໃດຄົນໜຶ່ງຄົ້ນພົບວ່າພວກເຂົາກຳລັງມີການສະແດງອອກເຫຼົ່ານີ້, ກ່ອນອື່ນໝົດ ຄົນໃດຄົນໜຶ່ງຄວນເປີດໂປງພວກເຂົາ, ໂອ້ລົມກັບພວກເຂົາກ່ຽວກັບວ່າທຳມະຊາດ-ແກ່ນແທ້ຂອງອຸປະນິໄສປະເພດນີ້ແມ່ນຫຍັງ ແລະ ມັນຖືກຄວບຄຸມໂດຍເຈດຕະນາໃດ. ຖ້າພວກເຂົາບໍ່ຍອມຮັບສິ່ງທີ່ຄົນໃດຄົນໜຶ່ງເວົ້າ, ແລ້ວຄົນໆນັ້ນກໍບໍ່ຄວນໂອ້ລົມກັບພວກເຂົາອີກຕໍ່ໄປ.) ພວກເຈົ້າຕ້ອງເປີດໂປງພວກເຂົາ ແລະ ຖ້າພວກເຂົາບໍ່ຍອມຮັບສິ່ງທີ່ພວກເຈົ້າເວົ້າ, ແລ້ວກໍຈົ່ງຫຼີກລ່ຽງພວກເຂົາ. ໃນທ່າມກາງພວກເຈົ້າມີໃຜແດ່ທີ່ຍັງສາມາດຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ເຄົາລົບບູຊາພວກເຂົາໄດ້? ດ້ວຍວຸດທິພາວະທີ່ພວກເຈົ້າມີໃນຕອນນີ້, ໂດຍພື້ນຖານແລ້ວ ພວກເຈົ້າສາມາດເບິ່ງທະລຸພວກຟາຣີຊາຍທີ່ເຫັນໄດ້ຊັດເຈນເຫຼົ່ານີ້ໄດ້ເລັກໜ້ອຍ, ແຕ່ຖ້າພວກເຈົ້າພົບພໍ້ກັບຄົນທີ່ມີຄວາມສາມາດຫຼາຍກວ່າ, ຄົນທີ່ສາມາດທຳທ່າໄດ້, ຄົນທີ່ເຮັດໃຫ້ຕົນເອງລີ້ລັບຢ່າງເລິກເຊິ່ງ, ພວກເຈົ້າຈະສາມາດເບິ່ງທະລຸພວກເຂົາໄດ້ບໍ? ຖ້າພວກເຂົາພຽງແຕ່ເວົ້າ ແລະ ເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ, ຖ້າພວກເຂົາເບິ່ງຄືວ່າບໍ່ມີຄວາມຜິດ ແລະ ບໍ່ເຄີຍເຮັດຜິດພາດ, ຖ້າບາງຄັ້ງເຈົ້າກາຍເປັນຄົນຄິດລົບ ແລະ ອ່ອນແອໃນບາງເລື່ອງ ແຕ່ພວກເຂົາບໍ່ເຄີຍເປັນ ແລະ ຖ້າພວກເຂົາເປັນ ແລ້ວພວກເຂົາກໍສາມາດແກ້ໄຂມັນໄດ້ດ້ວຍຕົນເອງ ແລະ ອອກມາຈາກມັນໄດ້ຢ່າງໄວວາ ແຕ່ເຈົ້າເຮັດບໍ່ໄດ້, ແລ້ວເມື່ອເຈົ້າພົບພໍ້ກັບຄົນແບບນັ້ນ ເຈົ້າກໍຈະຮັບຮອງ ແລະ ເຄົາລົບບູຊາພວກເຂົາ ແລະ ເຈົ້າກໍຈະຮຽນຮູ້ຈາກພວກເຂົາ ແລະ ຕິດຕາມພວກເຂົາ; ຖ້າເຈົ້າບໍ່ສາມາດແຍກແຍະຄົນແບບນັ້ນໄດ້, ແລ້ວມັນກໍຍາກທີ່ຈະເວົ້າໄດ້ວ່າເຈົ້າຈະຖືກພວກເຂົາເຮັດໃຫ້ຫຼົງຜິດ ຫຼື ບໍ່.

ພວກເຮົາໄດ້ໂອ້ລົມກັນຈັກດ້ານແລ້ວກ່ຽວກັບຫົວຂໍ້ການທຳທ່ານີ້? ດ້ານໜຶ່ງກໍຄື ພວກເຂົາໃຊ້ການອົດທົນກັບຄວາມທຸກທໍລະມານເປັນການທຳທ່າ. ໃນໃຈຂອງພວກເຂົາ, ພວກເຂົາບໍ່ຢາກອົດທົນກັບຄວາມທຸກທໍລະມານແທ້ໆ ແລະ ພວກເຂົາກໍຮູ້ສຶກຕໍ່ຕ້ານມັນຫຼາຍ, ແຕ່ພວກເຂົາກໍອົດທົນກັບຄວາມທຸກທໍລະມານ, ປະຖິ້ມສິ່ງຕ່າງໆ ແລະ ຈ່າຍລາຄາຢ່າງບໍ່ເຕັມໃຈ ເພື່ອບັນລຸຈຸດປະສົງຂອງພວກເຂົາ. ຫຼັງຈາກທີ່ພວກເຂົາໄດ້ທົນທຸກແລ້ວ, ພວກເຂົາກໍຍັງບໍ່ຍອມຈຳນົນຕໍ່ມັນ ແລະ ຮູ້ສຶກວ່າຄວາມທຸກທໍລະມານນີ້ບໍ່ຄຸ້ມຄ່າ ເພາະວ່າຫຼາຍຄົນບໍ່ຮັບຮູ້ເລື່ອງນີ້. ດັ່ງນັ້ນ ພວກເຂົາຈຶ່ງໄປເຜີຍແຜ່ມັນຢູ່ທົ່ວທຸກແຫ່ງ, ບອກໃຫ້ຫຼາຍຄົນທີ່ບໍ່ຮູ້ເລື່ອງນີ້. ໃນທີ່ສຸດ, ບາງຄົນກໍມາຮູ້ວ່າເກີດຫຍັງຂຶ້ນ ແລະ ມີຄວາມປະທັບໃຈອັນເລິກເຊິ່ງຕໍ່ພວກເຂົາ, ນັບຖືພວກເຂົາເປັນຢ່າງສູງ ແລະ ເຄົາລົບບູຊາພວກເຂົາ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງບັນລຸຈຸດປະສົງຂອງພວກເຂົາ. ຍັງມີບາງຄົນທີ່ໂຄສະນາຕົນເອງວ່າເປັນຄົນດີ, ເປັນຄົນທີ່ປະພຶດຕົນດີ ແລະ ປະຕິບັດໜ້າທີ່, ໂດຍຕ້ອງການພົວພັນກັບຜູ້ຄົນໂດຍໃຊ້ພາບລັກ, ຕົວຕົນ ແລະ ບຸກຄະລິກປະເພດນີ້ ເພື່ອໃຫ້ຜູ້ຄົນເຊື່ອວ່າພວກເຂົາເປັນຄົນດີ ແລະ ເຂົ້າໃກ້ພວກເຂົາ. ພວກເຂົາຖືເອົາການເປັນຄົນດີແບບນີ້ເປັນຈຸດປະສົງຂອງພວກເຂົາ ເພື່ອໄດ້ຮັບຄວາມຊົມເຊີຍຈາກອີກຫຼາຍຄົນ, ເພື່ອໃຫ້ຜູ້ຄົນນັບຖືພວກເຂົາເປັນຢ່າງສູງ ແລະ ພວກເຂົາກໍຈະສາມາດເພີ່ມຄວາມນິຍົມຂອງພວກເຂົາໄດ້. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ໂດຍການໃຊ້ວິທີການບາງຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້, ພວກເຮົາຫາກໍໄດ້ເປີດໂປງ ແລະ ໄຈ້ແຍກຈຸດປະສົງທີ່ແອບແຝງທີ່ຢູ່ເບື້ອງຫຼັງພຶດຕິກຳການທຳທ່າຂອງພວກເຂົາ ແລະ ແກ່ນແທ້ຂອງການທຳທ່າຂອງພວກເຂົາ, ສິ່ງທີ່ພວກເຂົາເຮັດ ແລະ ເວົ້າ ແລະ ການສະແດງອອກທີ່ພວກເຂົາສະແດງອອກ ເຊິ່ງພິສູດວ່າພວກເຂົາກຳລັງທຳທ່າ. ພວກເຮົາຈະໂອ້ລົມກ່ຽວກັບດ້ານນີ້ຈົບພຽງເທົ່ານີ້.

ຂ. ດ້ວຍການເສແສ່ງແກ່ງທໍາ

ຕອນນີ້ ພວກເຮົາຈະໂອ້ລົມກ່ຽວກັບດ້ານທີສອງ. ຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ຄວາມໜ້າຊື່ໃຈຄົດ ເພື່ອໃຫ້ໄດ້ຮັບສະຖານະ; ພວກເຂົາເວົ້າບາງສິ່ງທີ່ຜູ້ຄົນມັກຟັງ ແລະ ສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ ແລະ ພວກເຂົາເຮັດບາງສິ່ງບາງຢ່າງຢ່າງຜິວເຜີນ ເຊິ່ງເຮັດໃຫ້ຜູ້ຄົນຮັບຮອງ ແລະ ຊື່ນຊົມພວກເຂົາ, ດ້ວຍເຫດນັ້ນຈຶ່ງເປັນການເພີ່ມຄວາມນິຍົມຂອງພວກເຂົາ, ນີ້ຄືອີກວິທີໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ. ມີຄວາມແຕກຕ່າງລະຫວ່າງການເສແສ່ງແກ່ງທໍາ ແລະ ການທຳທ່າບໍ? ໃນເລື່ອງພຶດຕິກຳພາຍນອກ, ການທຳທ່າ ແລະ ການເສແສ່ງແກ່ງທໍາມັກຈະເປັນສະພາວະດຽວກັນ; ພວກມັນກ່ຽວຂ້ອງກັນ. ພວກເຮົາຈະໂອ້ລົມກ່ຽວກັບພວກມັນແຍກກັນ ເພື່ອໃຫ້ພວກມັນຟັງເບິ່ງຊັດເຈນຂຶ້ນສຳລັບຜູ້ຄົນ ແລະ ເພື່ອໃຫ້ຜູ້ຄົນສາມາດຮູ້ຈັກພວກມັນໄດ້ຢ່າງຊັດເຈນຫຼາຍຂຶ້ນ. ຄວາມໝາຍຫຼັກຂອງ “ການເສແສ່ງແກ່ງທໍາ” ບໍ່ແມ່ນຄວາມຈອມປອມ, ແຕ່ເປັນການສວມຮອຍ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເສແສ່ງແກ່ງທໍາ? ແນ່ນອນວ່າ ພວກເຂົາມີຈຸດປະສົງບາງຢ່າງ: ຜູ້ຕໍ່ຕ້ານພຣະຄຣິສເສແສ່ງແກ່ງທໍາເພື່ອໃຫ້ໄດ້ຮັບສະຖານະ ແລະ ກຽດຕິຍົດ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ມີທາງເສແສ່ງແກ່ງທໍາ, ພວກເຂົາຈະບໍ່ມີທາງເຮັດສິ່ງທີ່ໂງ່ຈ້າແບບນັ້ນ. ສິ່ງນີ້ສາມາດເຫັນໄດ້ຢ່າງຊັດເຈນໂດຍຜູ້ທີ່ມີສາຍຕາທີ່ແຍກແຍະໄດ້. ຖ້າຜູ້ຄົນມັກເສແສ່ງແກ່ງທໍາ, ໂດຍທຳມະຊາດແລ້ວ ພວກເຂົາກໍຈະໄດ້ຮັບຄວາມລັງກຽດ, ຄວາມກຽດຊັງ ແລະ ການປະນາມຈາກຄົນອື່ນ, ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຍັງເຮັດຄືກັບທີ່ພວກເຂົາເຮັດ? ນີ້ເປັນພຽງທຳມະຊາດຂອງພວກເຂົາ: ພວກເຂົາບໍ່ສົນໃຈວ່າຈະຕ້ອງແລກກັບຫຍັງເພື່ອໃຫ້ໄດ້ຮັບຊື່ສຽງ ແລະ ສະຖານະ, ພວກເຂົາຂາດຄວາມຮູ້ສຶກລະອາຍໃຈຢູ່ແລ້ວ. ເພື່ອໃຫ້ໄດ້ຮັບສະຖານະໃນຈິດໃຈຂອງຜູ້ຄົນ, ສິ່ງທຳອິດທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດກໍຄືການເຮັດໃຫ້ຜູ້ຄົນໄວ້ວາງໃຈພວກເຂົາ, ນັບຖືພວກເຂົາເປັນຢ່າງສູງ, ເຄົາລົບບູຊາພວກເຂົາ. ແລ້ວພວກເຂົາບັນລຸຈຸດປະສົງນີ້ໄດ້ແນວໃດ? ນອກເໜືອຈາກການທຳທ່າເຮັດພຶດຕິກຳທີ່ດີບາງຢ່າງ ແລະ ການສະແດງອອກທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນແລ້ວ, ພວກເຂົາຍັງວາງຕົວເອງຕາມບຸກຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງ, ຮຽນແບບວິທີທີ່ພວກເຂົາເວົ້າ, ເພື່ອເຮັດໃຫ້ຜູ້ຄົນຮັບຖືພວກເຂົາເປັນຢ່າງສູງ ແລະ ເຄົາລົບພວກເຂົາ. ດ້ວຍວິທີນີ້, ພວກເຂົາເລີ່ມຖືກເຄົາລົບບູຊາ, ຖືກຍົກຍໍປໍປັ້ນ ແລະ ຖືກສະໜັບສະໜູນໂດຍຄົນບາງຄົນໃນຄຣິສຕະຈັກຢ່າງບໍ່ຮູ້ຕົວ, ພວກເຂົາເບິ່ງຜູ້ຕໍ່ຕ້ານພຣະຄຣິສຄືກັບບຸກຄົນຝ່າຍວິນຍານ ຫຼື ຄົນທີ່ມີຊື່ສຽງບາງຄົນ, ເຊິ່ງໝາຍຄວາມວ່າໃນຄຣິສຕະຈັກ ແລະ ໃນໃຈຂອງຄົນຈຳນວນໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບການຊື່ນຊົມ ແລະ ເຄົາລົບນັບຖືໃນຖານະບຸກຄົນຝ່າຍວິນຍານ. ນີ້ກໍຍ້ອນວ່າຄົນສ່ວນໃຫຍ່ບໍ່ມີການແຍກແຍະໂດຍສິ້ນເຊີງ ແລະ ພວກເຂົາເຄົາລົບບູຊາ ແລະ ເຄົາລົບນັບຖືຜູ້ໃດກໍຕາມທີ່ໃຈຂອງພວກເຂົາມັກ ແລະ ຊື່ນຊົມ. ໃນຄຣິສຕະຈັກ, ໂດຍຫຼັກແລ້ວ ຜູ້ຕໍ່ຕ້ານພຣະຄຣິສສວມຮອຍເປັນຄົນປະເພດໃດ? ພວກເຂົາສວມຮອຍເປັນບຸກຄົນຝ່າຍວິນຍານ, ເພາະວ່າຄົນສ່ວນໃຫຍ່ເຄົາລົບບູຊາບຸກຄົນຝ່າຍວິນຍານ. ໃນສາສະໜາຢູດາ, ພວກຟາຣີຊາຍແມ່ນບຸກຄົນຝ່າຍວິນຍານທີ່ຜູ້ຄົນເຄົາລົບບູຊາ, ຜູ້ຄົນເຄົາລົບບູຊາພວກເຂົາສຳລັບຄວາມຮູ້, ຄວາມເຫຼື້ອມໃສທີ່ຈອມປອມ ແລະ ພຶດຕິກຳທີ່ດີຂອງພວກເຂົາ; ແລ້ວດ້ວຍເຫດນັ້ນ, ໃນສາສະໜາຢູດາ, ພວກຟາຣີຊາຍຈຶ່ງໄດ້ຮັບຄວາມນິຍົມຫຼາຍ, ພວກເຂົາໄດ້ຮັບການຊື່ນຊົມຫຼາຍ. ທຸກມື້ນີ້, ມີບາງຄົນໃນຄຣິສຕະຈັກທີ່ມັກເຄົາລົບບູຊາບຸກຄົນຝ່າຍວິນຍານເຊັ່ນກັນ. ກ່ອນອື່ນໝົດ, ພວກເຂົາເຄົາລົບບູຊາຄົນທີ່ຢູ່ໃນຄຣິສຕະຈັກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ຄົນທີ່ມີສິ່ງທີ່ເອີ້ນວ່າປະສົບການ ແລະ ຄຳພະຍານຝ່າຍວິນຍານບາງຢ່າງ, ຄົນທີ່ໄດ້ຮັບພຣະຄຸນ ແລະ ພອນຂອງພຣະເຈົ້າ, ຄົນທີ່ໄດ້ເຫັນວິໄສທັດອັນຍິ່ງໃຫຍ່, ຄົນທີ່ມີປະສົບການທີ່ພິເສດບາງຢ່າງ. ນອກຈາກນີ້, ຍັງມີຄົນທີ່ມັກໂອ້ອວດ ແລະ ປາກຫວານເມື່ອພວກເຂົາຢູ່ອ້ອມຮອບຜູ້ຄົນ, ເຊິ່ງສ້າງແຮງບັນດານໃຈໃຫ້ເກີດການເຄົາລົບບູຊາ ແລະ ຄວາມຊື່ນຊົມໃນຕົວຄົນອື່ນ. ມີຄົນອື່ນໆທີ່ວິທີການ, ຫົນທາງ ແລະ ຫຼັກການທີ່ພວກເຂົາກະທຳນັ້ນສອດຄ່ອງກັບກົດລະບຽບຂອງຄຣິສຕະຈັກ, ເຊິ່ງພຶດຕິກຳພາຍນອກຂອງພວກເຂົາເບິ່ງຄືວ່າມີຄວາມເຫຼື້ອມໃສ. ຍັງມີຄົນອື່ນໆທີ່ເບິ່ງຄືວ່າມີສັດທາອັນຍິ່ງໃຫຍ່ໃນພຣະເຈົ້າ. ຄົນເຫຼົ່ານີ້ລ້ວນແຕ່ໄດ້ຮັບຕຳແໜ່ງວ່າເປັນຄົນຝ່າຍວິນຍານ. ແລ້ວຜູ້ຕໍ່ຕ້ານພຣະຄຣິສສວມຮອຍເປັນຄົນຝ່າຍວິນຍານໄດ້ແນວໃດ? ສິ່ງທີ່ພວກເຂົາເຮັດ, ງ່າຍໆກໍຄື ການເວົ້າໃນສິ່ງທີ່ຄົນຝ່າຍວິນຍານເວົ້າ ແລະ ເຮັດໃນສິ່ງທີ່ຄົນຝ່າຍວິນຍານເຮັດ, ເພື່ອເຮັດໃຫ້ຜູ້ຄົນເບິ່ງພວກເຂົາວ່າເປັນຄົນຝ່າຍວິນຍານ. ແຕ່ພວກເຂົາເວົ້າ ແລະ ເຮັດສິ່ງເຫຼົ່ານີ້ຈາກໃຈບໍ? ບໍ່: ນີ້ຄືການຮຽນແບບ, ເປັນການປະຕິບັດຕາມກົດລະບຽບ, ພວກເຂົາພຽງແຕ່ເຮັດໃຫ້ຄົນອື່ນເຫັນເທົ່ານັ້ນ. ຕົວຢ່າງ: ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາກໍອະທິຖານທັນທີ, ແຕ່ພວກເຂົາບໍ່ໄດ້ສະແຫວງຫາຢ່າງແທ້ຈິງ ຫຼື ອະທິຖານຢ່າງແທ້ຈິງ, ພວກເຂົາພຽງແຕ່ເຮັດພໍເປັນພິທີ, ສະແດງລະຄອນເພື່ອໃຫ້ຜູ້ຄົນເວົ້າວ່າພວກເຂົາຮັກພຣະເຈົ້າຫຼາຍ ແລະ ມີຄວາມຢຳເກງຕໍ່ພຣະເຈົ້າຢ່າງຍິ່ງ. ຍິ່ງໄປກວ່ານັ້ນ, ເມື່ອຄວາມເຈັບປ່ວຍມາເຖິງພວກເຂົາ ແລະ ພວກເຂົາຕ້ອງການການປິ່ນປົວ, ພວກເຂົາກໍບໍ່ໄປຮັບການປິ່ນປົວ ຫຼື ກິນຢາທີ່ພວກເຂົາຄວນກິນ. ຜູ້ຄົນເວົ້າວ່າ “ຖ້າເຈົ້າບໍ່ກິນຢາ, ຄວາມເຈັບປ່ວຍຂອງເຈົ້າອາດຈະຮ້າຍແຮງຂຶ້ນ. ມີເວລາສຳລັບການກິນຢາ ແລະ ມີເວລາສຳລັບການອະທິຖານ. ເຈົ້າພຽງແຕ່ຕ້ອງປະຕິບັດຕາມສັດທາຂອງເຈົ້າ ແລະ ບໍ່ປະຖິ້ມໜ້າທີ່ຂອງເຈົ້າ”. ພວກເຂົາຕອບວ່າ “ບໍ່ເປັນຫຍັງ, ພຣະເຈົ້າສະຖິດຢູ່ກັບຂ້ອຍ, ຂ້ອຍບໍ່ຢ້ານ!” ພາຍນອກ, ພວກເຂົາທຳທ່າເປັນຄົນໃຈເຢັນ, ບໍ່ຢ້ານກົວ ແລະ ເຕັມໄປດ້ວຍຄວາມເຊື່ອ, ແຕ່ພາຍໃນ, ພວກເຂົາຢ້ານກົວຫຼາຍ ແລະ ລັກແລ່ນໄປຫາໝໍທັນທີທີ່ພວກເຂົາຮູ້ສຶກບໍ່ສະບາຍ. ແລະ ຖ້າມີຄົນພົບເຫັນວ່າພວກເຂົາໄປຫາໝໍ ແລະ ກິນຢາ, ພວກເຂົາກໍພະຍາຍາມຊອກຫາເຫດຜົນ ຫຼື ຂໍ້ອ້າງເພື່ອປົກປິດມັນ. ພວກເຂົາຍັງມັກຈະເວົ້າວ່າ “ຄວາມເຈັບປ່ວຍຄືການທົດສອບຈາກພຣະເຈົ້າ. ເມື່ອເຈົ້າໃຊ້ຊີວິດກັບຄວາມເຈັບປ່ວຍ, ເຈົ້າກໍຈະເຈັບປ່ວຍ; ເມື່ອເຈົ້າດຳລົງຊີວິດຢູ່ໃນພຣະທຳຂອງພຣະເຈົ້າ, ເຈົ້າກໍຈະບໍ່ມີຄວາມເຈັບປ່ວຍ. ພວກເຮົາຕ້ອງບໍ່ໃຊ້ຊີວິດກັບຄວາມເຈັບປ່ວຍ, ຖ້າພວກເຮົາດຳລົງຊີວິດຢູ່ໃນພຣະທຳຂອງພຣະເຈົ້າ, ພະຍາດນີ້ກໍຈະຫາຍໄປ”. ເມື່ອເບິ່ງຢ່າງຜິວເຜີນ ນີ້ຄືສິ່ງທີ່ພວກເຂົາມັກຈະສັ່ງສອນຜູ້ຄົນ, ພວກເຂົາໃຊ້ພຣະທຳຂອງພຣະເຈົ້າເພື່ອຊ່ວຍເຫຼືອຜູ້ຄົນ; ແຕ່ຢ່າງລັບໆ, ພວກເຂົາແກ້ໄຂຄວາມເຈັບປ່ວຍຂອງພວກເຂົາໂດຍໃຊ້ວິທີການຂອງມະນຸດ. ຕໍ່ໜ້າຄົນອື່ນ, ພວກເຂົາເວົ້າວ່າພວກເຂົາເພິ່ງພາພຣະເຈົ້າ ແລະ ທຸກສິ່ງຢູ່ໃນພຣະຫັດຂອງພຣະເຈົ້າ, ພວກເຂົາເວົ້າວ່າພວກເຂົາບໍ່ຢ້ານຄວາມເຈັບປ່ວຍ ຫຼື ຄວາມຕາຍ; ແຕ່ໃນໃຈຂອງພວກເຂົາ, ພວກເຂົາຢ້ານກວ່າທຸກຄົນ, ພວກເຂົາຢ້ານການເຈັບປ່ວຍ ແລະ ການໄປໂຮງໝໍ ແລະ ຍິ່ງຢ້ານຄວາມຕາຍຫຼາຍກວ່ານັ້ນອີກ. ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງເລີຍ. ຕໍ່ໜ້າຄົນອື່ນ, ພວກເຂົາອະທິຖານ ແລະ ເວົ້າວ່າ: “ຂ້ອຍຍິນດີອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ທຸກສິ່ງມາຈາກພຣະເຈົ້າ ແລະ ຜູ້ຄົນບໍ່ຄວນຈົ່ມວ່າ”. ໃນຂະນະດຽວກັນ, ໃນໃຈຂອງພວກເຂົາ ພວກເຂົາກຳລັງຄິດວ່າ: “ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍຢ່າງຈົງຮັກພັກດີຫຼາຍ, ຄວາມເຈັບປ່ວຍນີ້ມາເກີດຂຶ້ນກັບຂ້ອຍໄດ້ແນວໃດ? ແລະ ເປັນຫຍັງຄົນອື່ນຈຶ່ງບໍ່ເປັນ? ພຣະເຈົ້າກຳລັງໃຊ້ສິ່ງນີ້ເພື່ອເປີດເຜີຍຂ້ອຍ, ເພື່ອຢຸດຂ້ອຍຈາກການປະຕິບັດໜ້າທີ່ນີ້ບໍ? ພຣະເຈົ້າລັງກຽດຂ້ອຍບໍ? ແລະ ຖ້າພຣະອົງລັງກຽດຂ້ອຍ, ຂ້ອຍເປັນຜູ້ອອກເຫື່ອແຮງບໍ? ພຣະເຈົ້າກຳລັງໃຊ້ຂ້ອຍເພື່ອອອກເຫື່ອແຮງບໍ? ຂ້ອຍຈະມີຈຸດຈົບໃນອະນາຄົດບໍ?” ພວກເຂົາບໍ່ກ້າຈົ່ມວ່າອອກມາສຽງດັງ, ແຕ່ໃນໃຈຂອງພວກເຂົາ, ຄວາມສົງໄສກ່ຽວກັບພຣະເຈົ້າໄດ້ປາກົດຂຶ້ນ, ພວກເຂົາຄິດກັບຕົນເອງວ່າ ບໍ່ແມ່ນທຸກສິ່ງທີ່ພຣະເຈົ້າເຮັດຈະຖືກຕ້ອງສະເໝີໄປ. ເຖິງຢ່າງໃດກໍຕາມ, ພາຍນອກ ພວກເຂົາທຳທ່າຄືກັບວ່າບໍ່ມີຫຍັງຜິດປົກກະຕິ, ພວກເຂົາສະແດງໃຫ້ເຫັນພາບລັກວ່າ ເຖິງແມ່ນວ່າພວກເຂົາຈະລົ້ມປ່ວຍ ມັນກໍບໍ່ສາມາດຢຸດຢັ້ງພວກເຂົາໄດ້ ແລະ ພວກເຂົາຍັງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ ແລະ ອ່ອນນ້ອມ ແລະ ຈົງຮັກພັກດີ, ພວກເຂົາຍັງສາມາດເສຍສະລະເພື່ອພຣະເຈົ້າໄດ້. ນີ້ບໍ່ແມ່ນການທຳທ່າ ແລະ ການເສແສ່ງແກ່ງທໍາບໍ? ສັດທາ ແລະ ການອ່ອນນ້ອມຂອງພວກເຂົາແມ່ນຂອງປອມ; ຄວາມຈົງຮັກພັກດີຂອງພວກເຂົາກໍເປັນຂອງປອມ. ບໍ່ມີການອ່ອນນ້ອມທີ່ແທ້ຈິງຢູ່ບ່ອນນີ້, ບໍ່ມີຄວາມເຊື່ອທີ່ແທ້ຈິງ, ແຮງໄກທີ່ຈະມີການເພິ່ງພາ ແລະ ການຍອມຈຳນົນຢ່າງແທ້ຈິງ. ພວກເຂົາບໍ່ສະແຫວງຫາເຈດຕະນາຂອງພຣະເຈົ້າ, ພວກເຂົາບໍ່ກວດສອບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ພວກເຂົາກໍບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາເອງ. ສິ່ງດຽວທີ່ພວກເຂົາຄິດເຖິງໃນໃຈຂອງພວກເຂົາກໍຄືຜົນປະໂຫຍດທາງເນື້ອໜັງ, ຈຸດຈົບ ແລະ ຈຸດໝາຍປາຍທາງຂອງພວກເຂົາ; ໃຈຂອງພວກເຂົາເຕັມໄປດ້ວຍການຈົ່ມວ່າ, ຄວາມເຂົ້າໃຈຜິດ ແລະ ຄວາມສົງໄສກ່ຽວກັບພຣະເຈົ້າ, ແຕ່ພາຍນອກ, ພວກເຂົາສະແດງໃຫ້ເຫັນພາບລັກວ່າເປັນບຸກຄົນຝ່າຍວິນຍານປະເພດໜຶ່ງ ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາ ພວກເຂົາກໍເວົ້າວ່າ “ມີເຈດຕະນາດີຂອງພຣະເຈົ້າ, ຂ້ອຍຕ້ອງບໍ່ຈົ່ມວ່າ”. ປາກຂອງພວກເຂົາບໍ່ຈົ່ມວ່າ, ແຕ່ໃຈຂອງພວກເຂົາກຳລັງປັ່ນປ່ວນ: ການຈົ່ມວ່າ, ຄວາມເຂົ້າໃຈຜິດ ແລະ ຄວາມສົງໄສຂອງພວກເຂົາກ່ຽວກັບພຣະເຈົ້າຍັງຄົງປັ່ນປ່ວນຢູ່ໃນໃຈຂອງພວກເຂົາ. ຈາກການສະແດງອອກທັງໝົດ, ພວກເຂົາມັກຈະອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ຊັກຊ້າໃນການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ໃນໃຈຂອງພວກເຂົາ, ພວກເຂົາໄດ້ຍອມແພ້ຕໍ່ໜ້າທີ່ຂອງພວກເຂົາແລ້ວ. ນີ້ບໍ່ແມ່ນຄວາມໝາຍຂອງການເສແສ່ງແກ່ງທໍາບໍ? ນີ້ຄືການເສແສ່ງແກ່ງທໍາ.

ຜູ້ຕໍ່ຕ້ານພຣະຄຣິສຈະເສແສ່ງແກ່ງທໍາຢູ່ສະເໝີ, ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ; ພວກເຂົາບໍ່ແຍກແຍະໂອກາດ. ຕົວຢ່າງ: ເມື່ອເຂົ້າຮ່ວມການເຕົ້າໂຮມ, ອ້າຍເອື້ອຍນ້ອງບາງຄົນກໍທັກທາຍກັນ. ຜູ້ຕໍ່ຕ້ານພຣະຄຣິສຮັບມີເລື່ອງນີ້ແນວໃດ? ພວກເຂົາເວົ້າວ່າ “ຢຸດລົມກັນຫຼິ້ນໄດ້ແລ້ວ, ພວກເຮົາກຳລັງຢູ່ທີ່ການເຕົ້າໂຮມ! ພວກເຈົ້າຄິດວ່າພວກເຈົ້າຢູ່ໃສຈຶ່ງມາລົມກັນຫຼິ້ນກ່ຽວກັບເລື່ອງປະເພດນີ້? ພວກເຈົ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເລີຍ. ຈິງຈັງແດ່!” ບາງຄົນພັກຜ່ອນເມື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້, ພວກເຂົາກໍເວົ້າວ່າ “ເຮັດພໍແລ້ວມືແລ້ວຕີນອີກແລ້ວ, ແມ່ນບໍ? ຊັ້ນເຈົ້າກໍຄວນອ່ານພຣະທຳຂອງພຣະເຈົ້າທັນທີ ແລະ ມາຢູ່ຕໍ່ໜ້າພຣະອົງເພື່ອອະທິຖານ”. ເມື່ອອ້າຍເອື້ອຍນ້ອງແລກປ່ຽນມຸມມອງເພື່ອຮຽນຮູ້ທັກສະວິຊາຊີບນຳກັນ, ພວກເຂົາກໍຈະເວົ້າວ່າ “ພວກເຈົ້າຄວນໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ອະທິຖານກ່ອນ ແລະ ຈາກນັ້ນຈຶ່ງແລກປ່ຽນມຸມມອງ ແລະ ແນວຄິດໃນພາຍຫຼັງ”. ຖ້າຄົນໃດຄົນໜຶ່ງບໍ່ໄດ້ອະທິຖານກ່ອນທີ່ການເຕົ້າໂຮມຈະເລີ່ມຕົ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຕຳນິພວກເຂົາ, ກຳນົດວ່າພວກເຂົາເປັນຄົນປະເພດໃດປະເພດໜຶ່ງ ແລະ ມີບາງສິ່ງບາງຢ່າງທີ່ຈະເວົ້າກ່ຽວກັບພວກເຂົາ. ໃນທຸກໆດ້ານ, ພວກເຂົາເຮັດໃຫ້ຄົນອື່ນເຫັນວ່າພວກເຂົາເປັນຄົນຝ່າຍວິນຍານຫຼາຍ, ຈິງຈັງຫຼາຍ, ພວກເຂົາລະມັດລະວັງຫຼາຍກັບຄວາມຈິງ ແລະ ພະຍາຍາມຢ່າງໜັກເພື່ອໄລ່ຕາມມັນ, ພວກເຂົາມີຄວາມຮັບຜິດຊອບຫຼາຍຕໍ່ໜ້າທີ່ຂອງພວກເຂົາ, ພວກເຂົາສາມາດອ່ານພຣະທຳຂອງພຣະເຈົ້າເປັນປະຈຳທຸກມື້, ພວກເຂົາມີຊີວິດຝ່າຍວິນຍານທີ່ປົກກະຕິ, ພວກເຂົາເຂົ້າຮ່ວມການເຕົ້າໂຮມເປັນປະຈຳ, ເມື່ອພວກເຂົາເຂົ້າຮ່ວມການເຕົ້າໂຮມ ພວກເຂົາກໍອະທິຖານ, ອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຕາມວິທີທີ່ກຳນົດໄວ້ ແລະ ພວກເຂົາບໍ່ເຄີຍລົມກັນຫຼິ້ນ ຫຼື ເວົ້າກ່ຽວກັບເລື່ອງໃນຄອບຄົວເລີຍ. ຖ້າມີຄົນເວົ້າກັບພວກເຂົາວ່າ “ຜົມຂອງເຈົ້າຍາວແລ້ວເດ. ເຈົ້າຄວນໄປຕັດມັນອອກ. ຕອນນີ້ອາກາດຮ້ອນ, ສະນັ້ນ ເຈົ້າຈະຮູ້ສຶກເຢັນຂຶ້ນ ຖ້າເຈົ້າຕັດຜົມຂອງເຈົ້າ”, ພວກເຂົາກໍຕອບວ່າ “ບໍ່ເປັນຫຍັງດອກທີ່ຜົມຂອງຂ້ອຍຈະຍາວຂຶ້ນໜ້ອຍໜຶ່ງ. ວຽກງານເປັນສິ່ງສຳຄັນ. ຄວາມຮ້ອນຈະບໍ່ສ້າງບັນຫາໃດໆໃຫ້ຂ້ອຍ ຖ້າຂ້ອຍປ່ອຍໃຫ້ຜົມຍາວຕໍ່ໄປອີກສອງສາມມື້”. ມີຄົນເວົ້າວ່າ “ເຄື່ອງນຸ່ງຂອງເຈົ້າຂາດແລ້ວ. ຖ້າເຈົ້າຍັງນຸ່ງມັນຕໍ່ໄປ, ຜູ້ຄົນກໍຈະຫົວຂວັນເຈົ້າ”. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ບໍ່ເປັນຫຍັງດອກ. ພວກເຮົາທີ່ເປັນຜູ້ເຊື່ອໃນພຣະເຈົ້າ ກັງວົນກ່ຽວກັບການຖືກຫົວຂວັນບໍ? ພວກເຮົາທຸກຄົນທົນທຸກມາຫຼາຍແລ້ວ ແລະ ພວກເຮົາກໍໄດ້ອົດທົນກັບການຂົ່ມເຫັງຂອງພະຍານາກໃຫຍ່ສີແດງມາຕະຫຼອດ. ພວກເຮົາໄດ້ຍ່າງໃນເສັ້ນທາງແຫ່ງການຖືກປະຕິເສດໂດຍຄົນທາງໂລກ. ແລ້ວຈະເປັນແນວໃດຖ້າຜູ້ຄົນຫົວຂວັນຂ້ອຍຍ້ອນເຄື່ອງນຸ່ງທີ່ຂາດໆຂອງຂ້ອຍ? ຕາບໃດທີ່ພຣະເຈົ້າຍອມຮັບຂ້ອຍ, ນັ້ນກໍຄືສິ່ງສຳຄັນທີ່ສຸດແລ້ວ”. ນີ້ເປັນສິ່ງທີ່ດີທີ່ຈະເວົ້າບໍ? (ພວກເຂົາກຳລັງທຳທ່າເປັນຄົນຝ່າຍວິນຍານ.) ບາງຄົນເຫັນວ່າເຮົາຕັ້ງຄຳຖາມ ແລະ ໃຫ້ທຸກຄົນໂອ້ລົມກ່ຽວກັບຄຳຖາມເຫຼົ່ານັ້ນຫຼັງຈາກການເທດສະໜາ, ແຕ່ຜູ້ຄົນບໍ່ສາມາດຕອບຄຳຖາມເຫຼົ່ານັ້ນໃນການໂອ້ລົມໄດ້, ສະນັ້ນ ພວກເຂົາຈຶ່ງສະຫຼຸບວ່າ: “ຂ້ອຍຫາກໍເຂົ້າໃຈບາງຢ່າງໃນທີ່ນີ້. ພຣະເຈົ້າບໍ່ເຄີຍກິນຫຍັງລ້າໆ, ແຕ່ພວກເຮົາແມ່ນແຕ່ກິນຜັກກາດຂາວກໍຍັງກິນລ້າໆ”. ພວກເຈົ້າເຄີຍໄດ້ຍິນຄຳເວົ້ານີ້ມາກ່ອນບໍ? (ບໍ່ເຄີຍ.) ພວກເຂົາເວົ້າວ່າພຣະເຈົ້າບໍ່ເຄີຍກິນຫຍັງລ້າໆ, ເຊິ່ງໝາຍຄວາມວ່າພຣະເຈົ້າເທດສະໜາໃຫ້ຜູ້ຄົນຟັງ ແລະ ດັ່ງນັ້ນພຣະອົງຈຶ່ງໄດ້ຮັບອາຫານຂອງພຣະອົງ. ພວກເຮົາບໍ່ສາມາດໂອ້ລົມກ່ຽວກັບຫຍັງໄດ້ເລີຍ, ສະນັ້ນ ພວກເຮົາແມ່ນແຕ່ກິນຜັກກາດຂາວກໍຍັງກິນລ້າໆ. ບາງຄົນທີ່ບໍ່ມີການແຍກແຍະກໍຖືເອົາສິ່ງນີ້ເປັນຄວາມຈິງ ແລະ ໄປບອກເລົ່າຢູ່ທຸກບ່ອນ. ພວກເຂົາບໍ່ເຊື່ອວ່າການໂອ້ລົມກ່ຽວກັບການຮູ້ຈັກຕົນເອງ, ການສະແຫວງຫາທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ຮັກພຣະເຈົ້າ ແລະ ຫົວຂໍ້ທົ່ວໄປອື່ນໆທີ່ຜູ້ຄົນມັກຈະສົນທະນາກັນນັ້ນ ສາມາດຖືວ່າເປັນເລື່ອງຝ່າຍວິນຍານ, ສູງສົ່ງ ຫຼື ເປັນແສງສະຫວ່າງໃໝ່ໄດ້. ສຳລັບພວກເຂົາແລ້ວ, ມີພຽງແຕ່ສິ່ງທີ່ຄົນນັ້ນເວົ້າເທົ່ານັ້ນທີ່ເປັນແສງສະຫວ່າງໃໝ່ ແລະ ສູງສົ່ງ! ສິ່ງທີ່ຄົນນັ້ນເວົ້າຟັງເບິ່ງຄືວ່າຖືກຕ້ອງ, ແຕ່ເມື່ອພິຈາລະນາຢ່າງລະມັດລະວັງແລ້ວ, ມັນກໍຮູ້ສຶກໜ້າລັງກຽດ ແລະ ເປັນສິ່ງທີ່ໄຮ້ສາລະທີ່ຈະເວົ້າ. ນີ້ຄືສິ່ງທີ່ຖືກສ້າງຂຶ້ນໂດຍຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ແຕ່ກໍຍັງຢາກທຳທ່າເປັນຄົນຝ່າຍວິນຍານ, ທຳທ່າວ່າມີຄວາມຮູ້ກ່ຽວກັບຄວາມຈິງ ແລະ ທຳທ່າວ່າພວກເຂົາເຂົ້າໃຈຄວາມຈິງ, ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? (ແມ່ນແລ້ວ.) ພວກເຂົາຊ່ຽວຊານໃນການຮຽນຮູ້ທີ່ຈະເວົ້າຄຳເວົ້າ ແລະ ຫຼັກຄຳສອນທີ່ໂອ້ອວດ ແລະ ວ່າງເປົ່າ ແລະ ພວກເຂົາບໍ່ໃຫ້ຄວາມສຳຄັນກັບການປະຕິບັດຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງເລີຍ. ນັ້ນຄືເຫດຜົນທີ່ພວກເຂົາຊ່ຽວຊານໃນການຮຽນຮູ້ທີ່ຈະເວົ້າຫຼັກຄຳສອນຝ່າຍວິນຍານ ແລະ ພວກເຂົາບໍ່ເຄີຍໄຈ້ແຍກຕົນເອງ ເພື່ອເບິ່ງວ່າພວກເຂົາມີຄວາມເປັນຈິງຄວາມຈິງ ຫຼື ບໍ່, ຄົນເຫຼົ່ານີ້ບໍ່ແມ່ນຄົນໜ້າຊື່ໃຈຄົດບໍ? ພຣະເຈົ້າກຽດຊັງຄົນແບບນີ້ຫຼາຍທີ່ສຸດ.

ເມື່ອຄົນທີ່ອ້າງວ່າເປັນຄົນຝ່າຍວິນຍານເຫຼົ່ານີ້ມາຢູ່ຮ່ວມກັນ, ພວກເຂົາກໍສົນທະນາເລື່ອງປັດຊະຍາ, ສົນທະນາກ່ຽວກັບຄວາມເລິກລັບ, ເວົ້າກ່ຽວກັບການຮູ້ຈັກຕົນເອງ ແລະ ການຮູ້ຈັກພຣະເຈົ້າ. ສິ່ງທີ່ພວກເຂົາເວົ້າເຖິງນັ້ນສູງສົ່ງຫຼາຍ ແລະ ມັນບໍ່ຟັງເບິ່ງຄືກັບຄຳເວົ້າທາງໂລກເລີຍ. ພວກເຂົາເວົ້າແລ້ວເວົ້າອີກ, ຫຼົງທາງໄປ ແລະ ເວົ້າກ່ຽວກັບສິ່ງທີ່ບໍ່ກ່ຽວຂ້ອງກັນທັງສິ້ນ. “ການເວົ້າກ່ຽວກັບສິ່ງທີ່ບໍ່ກ່ຽວຂ້ອງກັນທັງສິ້ນ” ໝາຍຄວາມວ່າແນວໃດ? ພວກເຂົາເວົ້າແລ້ວເວົ້າອີກຈົນກວ່າພວກເຂົາຈະເລີ່ມເວົ້າເລື່ອງໄຮ້ສາລະຢ່າງສິ້ນເຊີງ, ພວກເຂົາແຂ່ງຂັນກັນເພື່ອເບິ່ງວ່າໃຜໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍກວ່າກັນ ແລະ ພວກເຂົາສາມາດຈື່ຈຳ ແລະ ເທດສະໜາພຣະທຳຂອງພຣະເຈົ້າໄດ້ຈັກບົດ, ໃຜສາມາດເທດສະໜາດ້ວຍວິທີທີ່ສູງສົ່ງ ແລະ ເລິກເຊິ່ງກວ່າຄົນອື່ນ ແລະ ໃຜສາມາດເທດສະໜາດ້ວຍວິທີທີ່ນຳແສງສະຫວ່າງມາໃຫ້ຫຼາຍກວ່າຄົນອື່ນ. ພວກເຂົາແຂ່ງຂັນກັນດ້ວຍສິ່ງເຫຼົ່ານີ້ ແລະ ສິ່ງນີ້ເອີ້ນວ່າ “ການແຂ່ງຂັນກັນໃນເລື່ອງຝ່າຍວິນຍານ”. ບາງຄັ້ງຜູ້ຄົນກໍລົມກັນ, ເວົ້າກ່ຽວກັບວ່າຊ່ວງນີ້ພວກເຂົາເປັນແນວໃດ ຫຼື ເລື່ອງພາຍນອກບາງຢ່າງ. ຈາກນັ້ນ “ບຸກຄົນຝ່າຍວິນຍານ” ກໍຍ່າງເຂົ້າມາ ແລະ ເມື່ອພວກເຂົາໄດ້ຍິນທຸກຄົນລົມກັນກ່ຽວກັບເລື່ອງເຫຼົ່ານີ້, ພວກເຂົາກໍເອົາໜັງສືພຣະທຳຂອງພຣະເຈົ້າຂອງພວກເຂົາໄປ ແລະ ໄປຊອກຫາມຸມໃດມຸມໜຶ່ງເພື່ອອ່ານມັນ. ຄົນແບບນັ້ນບໍ່ເບິ່ງຄືວ່າບໍ່ເຂົ້າສັງຄົມ ແລະ ແປກປະຫຼາດບໍ? ເມື່ອເຮົາໂອ້ລົມກັບບາງຄົນກ່ຽວກັບຫົວຂໍ້ຫຼັກ, ພວກເຮົາກໍຈະພັກຜ່ອນໃນລະຫວ່າງກາງ ແລະ ລົມກັນກ່ຽວກັບເລື່ອງພາຍນອກ, ນັ້ນບໍ່ແມ່ນເລື່ອງປົກກະຕິບໍ? ໃນລະຫວ່າງການລົມກັນນີ້, ບາງຄົນກໍບໍ່ສົ່ງສຽງຫຍັງເລີຍ. ສິ່ງທີ່ພວກເຂົາໝາຍເຖິງໂດຍການເຮັດແບບນີ້ກໍຄື “ຂ້ອຍຈະຟັງເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງ, ແຕ່ຖ້າເຈົ້າເລີ່ມລົມກັນເລື່ອງອື່ນ ຂ້ອຍກໍຈະຢຸດຟັງ. ຖ້າເຈົ້າຍັງລົມກັນຕໍ່ໄປເປັນເວລາດົນ, ຂ້ອຍກໍຈະໜີໄປ”. ພວກເຂົາໄປໃສ? ພວກເຂົາໄປຊອກຫາບ່ອນໃດບ່ອນໜຶ່ງເພື່ອອະທິຖານ ແລະ ພວກເຂົາເວົ້າຢ່າງໝັ້ນໃຈວ່າ “ໂອ້ ພຣະເຈົ້າ, ຂໍຊົງຮັບເອົາຫົວໃຈຂອງຂ້ານ້ອຍກັບຄືນໄປ. ຂໍໃຫ້ຂ້ານ້ອຍໄດ້ງຽບສະຫງົບຢູ່ຕໍ່ໜ້າພຣະອົງ, ຂໍຢ່າໃຫ້ຂ້ານ້ອຍຖືກດຶງດູດ ແລະ ຖືກຄອບງຳໂດຍເລື່ອງຂອງໂລກທີ່ບໍ່ເຊື່ອ ແລະ ຂໍຢ່າໃຫ້ຂ້ານ້ອຍຖືກພັດພາໄປໂດຍກະແສຂອງໂລກ”. ນັ້ນເປັນເລື່ອງຝ່າຍວິນຍານຫຼາຍບໍ? ພວກເຂົາເຊື່ອວ່າມັນເປັນແນວນັ້ນ. ເມື່ອເຈົ້າລົມກັນກ່ຽວກັບເລື່ອງໃນຄອບຄົວ ແລະ ສະພາວະຂອງເຈົ້າໃນຊ່ວງນີ້ເປັນແນວໃດ, ພວກເຂົາກໍຄິດວ່ານີ້ບໍ່ແມ່ນການໂອ້ລົມກ່ຽວກັບຄວາມຈິງ, ບໍ່ມີການກ່າວເຖິງພຣະທຳຂອງພຣະເຈົ້າເລີຍ ແລະ ດັ່ງນັ້ນ ພວກເຂົາຈຶ່ງຈາກໄປ ແລະ ຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ. ນັ້ນບໍ່ແປກໜ້ອຍໜຶ່ງບໍ? ນີ້ຄືການເສແສ່ງແກ່ງທໍາຂອງຄົນທີ່ສະແຫວງຫາການເປັນຄົນຝ່າຍວິນຍານ, ພວກເຂົາເກັ່ງຫຼາຍໃນການເສແສ່ງແກ່ງທໍາ! ຈຸດປະສົງຂອງພວກເຂົາໃນການເສແສ່ງແກ່ງທໍາກໍຄື ເພື່ອໃຫ້ຄົນອື່ນເຫັນວ່າພວກເຂົາເປັນຄົນຝ່າຍວິນຍານ, ພວກເຂົາຕັ້ງໃຈໃນການໄລ່ຕາມຂອງພວກເຂົາ, ພວກເຂົາດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າສະເໝີ, ມີແສງສະຫວ່າງໃນຄຳເວົ້າຂອງພວກເຂົາ, ພວກເຂົາໄລ່ຕາມຄວາມຈິງ, ພວກເຂົາບໍ່ຖືກບີບຄັ້ນໂດຍໂລກພາຍນອກ ຫຼື ໂດຍຄວາມຜູກພັນກັນໃນຄອບຄົວ, ພວກເຂົາບໍ່ມີຄວາມຕ້ອງການທາງເນື້ອໜັງແບບນັ້ນ, ພວກເຂົາແຕກຕ່າງຈາກຄົນປົກກະຕິ, ພວກເຂົາໄດ້ປະຖິ້ມໂລກ ແລະ ລົດນິຍົມທີ່ຕ່ຳຊ້າແບບນັ້ນແລ້ວ. ເມື່ອຄົນບາງຄົນເວົ້າສອງສາມຄຳກັບຜູ້ບໍ່ມີຄວາມເຊື່ອ, ພວກເຂົາກໍເວົ້າວ່າ “ນັ້ນບໍ່ຖືກຕ້ອງ. ຄົນບໍ່ມີຄວາມເຊື່ອເຫຼົ່ານີ້ເປັນຄົນບໍ່ດີ. ທັນທີທີ່ເຈົ້າເວົ້າກັບພວກເຂົາ ແລະ ເຂົ້າໄປຫຍຸ້ງກ່ຽວກັບເລື່ອງຂອງພວກເຂົາ, ເຈົ້າກໍຈະຮູ້ສຶກຖືກລົບກວນຢູ່ພາຍໃນ ແລະ ຕ້ອງຟ້າວໄປຢູ່ຕໍ່ໜ້າພຣະເຈົ້າເພື່ອສາລະພາບ ແລະ ອະທິຖານ. ເຈົ້າຕ້ອງຟ້າວອ່ານພຣະທຳຂອງພຣະເຈົ້າ, ໃຫ້ພຣະທຳຂອງພຣະອົງຄອບຄອງເຈົ້າ ແລະ ເຕີມເຕັມເຈົ້າ”. ແລ້ວດ້ວຍເຫດນັ້ນ, ເມື່ອພວກເຂົາເຫັນຜູ້ບໍ່ມີຄວາມເຊື່ອ, ຄົນທີ່ບໍ່ເຊື່ອໃນພຣະເຈົ້າ, ພວກເຂົາກໍຈະຫຼີກລ່ຽງພວກເຂົາ ແລະ ຈະບໍ່ເວົ້າກັບພວກເຂົາ. ພວກເຂົາຈະບໍ່ມີແມ່ນແຕ່ການປະຕິສຳພັນຕາມປົກກະຕິ ແລະ ຜູ້ຄົນກໍຄິດວ່າພວກເຂົາແປກປະຫຼາດ. ພື້ນຖານຂອງພວກເຂົາສຳລັບການກະທຳແບບນີ້ກໍຄື “ຜູ້ບໍ່ມີຄວາມເຊື່ອລ້ວນແຕ່ເປັນມານຮ້າຍ ແລະ ພວກເຮົາຕ້ອງບໍ່ເວົ້າກັບພວກເຂົາ. ພຣະເຈົ້າກຽດຊັງມານຮ້າຍ, ສະນັ້ນ ຖ້າພວກເຮົາຄົບຫາກັບມານຮ້າຍ ແລະ ໃກ້ຊິດກັບພວກເຂົາ, ແລ້ວພຣະເຈົ້າກໍຈະກຽດຊັງມັນເຊັ່ນກັນ. ພວກເຮົາຄວນກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ ແລະ ພວກເຮົາຄວນປະຕິເສດສິ່ງທີ່ພຣະເຈົ້າປະຕິເສດ”. ຖ້າພວກເຂົາເຫັນອ້າຍເອື້ອຍນ້ອງກຳລັງເວົ້າລົມ, ເປີດໃຈ ຫຼື ລົມກັນກ່ຽວກັບເລື່ອງໃນຄອບຄົວກັບສະມາຊິກໃນຄອບຄົວ ຫຼື ໝູ່ເພື່ອນທີ່ບໍ່ມີຄວາມເຊື່ອ, ພວກເຂົາກໍຈະຕັດສິນຄົນເຫຼົ່ານັ້ນ ໂດຍຄິດວ່າ “ພວກເຂົາເປັນຜູ້ເຊື່ອທີ່ມີປະສົບການ ເຊິ່ງເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ. ພວກເຂົາບໍ່ພະຍາຍາມຫຼີກລ່ຽງຜູ້ບໍ່ມີຄວາມເຊື່ອ, ແຕ່ພັດໄປໃກ້ຊິດກັບພວກເຂົາຫຼາຍ. ນີ້ຄືການທີ່ພວກເຂົາທໍລະຍົດພຣະເຈົ້າ ແລະ ເມື່ອພວກເຂົາພົບພໍ້ກັບບັນຫາ, ພວກເຂົາກໍຈະກາຍເປັນຢູດາຢ່າງແນ່ນອນ”. ພວກເຂົາຈັດປະເພດໃຫ້ຄົນແບບນັ້ນ. ບາງຄົນມີພໍ່ແມ່ທີ່ບໍ່ເຊື່ອໃນພຣະເຈົ້າ, ແຕ່ພວກເພິ່ນກໍບໍ່ໄດ້ຄັດຄ້ານທີ່ລູກຂອງພວກເພິ່ນເຊື່ອໃນພຣະເຈົ້າ. ພວກເຂົາໂທຫາພໍ່ແມ່ເປັນບາງຄັ້ງຄາວເພື່ອຖາມໄຖ່ວ່າພວກເພິ່ນເປັນແນວໃດ ຫຼື ເມື່ອພວກເພິ່ນເຈັບປ່ວຍ, ພວກເຂົາກໍກັບບ້ານເພື່ອໄປເບິ່ງແຍງພວກເພິ່ນ, ນີ້ເປັນເລື່ອງປົກກະຕິໂດຍສິ້ນເຊີງ ແລະ ພຣະເຈົ້າກໍບໍ່ໄດ້ກ່າວໂທດເລື່ອງນັ້ນ. ແລ້ວບຸກຄົນຝ່າຍວິນຍານເຫຼົ່ານີ້ ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ເຮັດຫຍັງ? ນີ້ຄືວິທີທີ່ພວກເຂົາເບິ່ງສິ່ງຕ່າງໆບໍ? ພວກເຂົາເຮັດໃຫ້ເປັນເລື່ອງໃຫຍ່ໂຕ ໂດຍເວົ້າວ່າ “ປົກກະຕິແລ້ວເຈົ້າເວົ້າໄດ້ດີຫຼາຍ ແລະ ເຈົ້າກໍເຮັດໃຫ້ຄົນອື່ນປ່ອຍວາງຄວາມຜູກພັນຂອງພວກເຂົາ ແລະ ບໍ່ຖືກບີບຄັ້ນໂດຍພວກມັນ. ແຕ່ຂ້ອຍເຫັນວ່າຄວາມຜູກພັນຂອງເຈົ້າຍິ່ງແຮງກວ່າ. ພໍ່ແມ່ຂອງເຈົ້າບໍ່ເຊື່ອໃນພຣະເຈົ້າ, ສະນັ້ນ ເຈົ້າຕ້ອງປະຕິເສດພວກເພິ່ນ”. ອີກຄົນໜຶ່ງຕອບວ່າ “ພໍ່ແມ່ຂອງຂ້ອຍບໍ່ເຊື່ອໃນພຣະເຈົ້າ ແຕ່ພວກເພິ່ນກໍບໍ່ໄດ້ຂັດຂວາງຂ້ອຍຄືກັນ. ພວກເພິ່ນສະໜັບສະໜູນຂ້ອຍຫຼາຍ”. ຜູ້ຕໍ່ຕ້ານພຣະຄຣິສຕອບວ່າ “ເຖິງແມ່ນວ່າພວກເພິ່ນຈະສະໜັບສະໜູນເຈົ້າ, ມັນກໍຍອມຮັບບໍ່ໄດ້ ແລະ ພວກເພິ່ນກໍຍັງເປັນມານຮ້າຍຢູ່ດີ. ເຈົ້າຍັງສາມາດແຕ່ງກິນໃຫ້ພວກເພິ່ນໄດ້ແນວໃດ?” ອີກຄົນໜຶ່ງເວົ້າວ່າ “ນີ້ບໍ່ແມ່ນຄວາມຜູກພັນຂອງມະນຸດທີ່ປົກກະຕິບໍ? ມັນບໍ່ແມ່ນເລື່ອງປົກກະຕິບໍທີ່ຈະແຕ່ງກິນສອງສາມຄາບໃຫ້ພໍ່ແມ່ຂອງຕົນ ແລະ ສະແດງຄວາມຮັກແບບລູກກະຕັນຍູຕໍ່ພວກເພິ່ນ? ພຣະເຈົ້າບໍ່ໄດ້ກ່າວໂທດມັນ, ແລ້ວເຈົ້າຈະກ່າວໂທດມັນເພື່ອຫຍັງ?” ຜູ້ຕໍ່ຕ້ານພຣະຄຣິສຕອບວ່າ “ພຣະເຈົ້າຈະບໍ່ເຂົ້າໄປຫຍຸ້ງກັບເລື່ອງເລັກນ້ອຍແບບນີ້ດອກ! ເນື່ອງຈາກພຣະເຈົ້າຈະບໍ່ເຂົ້າໄປຫຍຸ້ງກັບເລື່ອງນັ້ນ, ພວກເຮົາກໍຄວນສະແດງຈຸດຢືນ ແລະ ຍຶດໝັ້ນໃນການເປັນພະຍານຂອງພວກເຮົາ. ເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແຕ່ເຈົ້າກໍຍັງບໍ່ມີການແຍກແຍະ ຫຼື ວຸດທິພາວະ ແລະ ເຈົ້າສາມາດປະຕິບັດຕໍ່ມານຮ້າຍໄດ້ດີຫຼາຍ, ຄວາມຜູກພັນຂອງເຈົ້າແຮງເກີນໄປແລ້ວ!” ພວກເຂົາກ່າວໂທດແມ່ນແຕ່ເລື່ອງນີ້! ບໍ່ວ່າຄົນອື່ນຈະເຮັດຫຍັງກໍຕາມ, ພວກເຂົາກໍຕັດສິນລົງໂທດ ແລະ ຈັດປະເພດໃຫ້ພວກເຂົາ ເພື່ອສະແດງໃຫ້ເຫັນວ່າພວກເຂົາມີວຸດທິພາວະ, ພວກເຂົາຈິງຈັງໃນການໄລ່ຕາມຂອງພວກເຂົາ, ພວກເຂົາມີຄວາມເຊື່ອ, ແຕ່ໃນທີ່ສຸດ ເມື່ອສະມາຊິກໃນຄອບຄົວຂອງພວກເຂົາເອງຕາຍ, ພວກເຂົາກໍຮ້ອງໄຫ້ຫຼາຍມື້ຈົນພວກເຂົາລຸກຈາກຕຽງບໍ່ໄດ້ ແລະ ເຖິງຂັ້ນຢາກປະຖິ້ມສັດທາຂອງພວກເຂົາ. ມີຄົນເວົ້າກັບພວກເຂົາວ່າ “ເຈົ້າບໍ່ແມ່ນຄົນຝ່າຍວິນຍານບໍ?” ພວກເຂົາຕອບວ່າ “ຄົນຝ່າຍວິນຍານອ່ອນແອບໍ່ໄດ້ບໍ? ຂ້ອຍອ່ອນແອຈັກໜ້ອຍໜຶ່ງບໍ່ໄດ້ບໍ?” ນີ້ບໍ່ແມ່ນການໃຫ້ເຫດຜົນຢ່າງຊານສະຫຼາດບໍ? ຄົນຝ່າຍວິນຍານຈອມປອມສາມາດທຳທ່າໄດ້ ແລະ ສິ່ງນີ້ເອີ້ນວ່າການເສແສ່ງແກ່ງທໍາ. ພວກເຂົາທຳທ່າວ່າບໍ່ມີຄວາມອ່ອນແອ, ອ່ອນນ້ອມ, ມີຄວາມເຊື່ອໃນພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ, ສາມາດຮັກສາຄຳສາບານຂອງພວກເຂົາໄດ້, ສາມາດອົດທົນກັບຄວາມທຸກລຳບາກ ແລະ ເສຍສະລະຕົນເອງໄດ້, ໂດຍບໍ່ປະພຶດໃນວິທີໃດກໍຕາມທີ່ຜູ້ຄົນອາດຈະຄິດວ່າບໍ່ເໝາະສົມ ຫຼື ບໍ່ສົມບູນແບບ. ເມື່ອຕັດສິນຈາກພຶດຕິກຳພາຍນອກຂອງພວກເຂົາ, ຜູ້ຄົນກໍຮັບຮອງພວກເຂົາ ແລະ ບໍ່ສາມາດຈັບຜິດຫຍັງໄດ້, ໂດຍພື້ນຖານແລ້ວ ພວກເຂົາເບິ່ງຄືວ່າສອດຄ່ອງກັບຄວາມເໝາະສົມຂອງຊາວຄຣິສ ແລະ ພວກເຂົາກໍບໍ່ເບິ່ງຄືວ່າຈະກາຍເປັນລົບ ຫຼື ອ່ອນແອເລີຍ. ເມື່ອພວກເຂົາເຫັນຄົນໃດໜຶ່ງຮູ້ສຶກອ່ອນແອ ແລະ ເປັນລົບ, ພວກເຂົາມັກຈະຕຳນິຄົນນັ້ນຢ່າງຮຸນແຮງ ໂດຍເວົ້າວ່າ, “ເຈົ້າກາຍເປັນຄົນອ່ອນແອຍ້ອນເລື່ອງເລັກນ້ອຍແບບນີ້, ນັ້ນບໍ່ເຮັດໃຫ້ພຣະເຈົ້າເຈັບປວດຫຼາຍບໍ? ເຈົ້າຮູ້ບໍວ່າຕອນນີ້ແມ່ນເວລາໃດແລ້ວ? ພຣະເຈົ້າໄດ້ກ່າວພຣະຄຳຫຼາຍຢ່າງກັບພວກເຮົາ, ແລ້ວເຈົ້າຍັງກາຍເປັນຄົນອ່ອນແອໄດ້ແນວໃດ? ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າໜ້ອຍຂະໜາດນັ້ນໄດ້ແນວໃດ? ບໍ່ວ່າເຈົ້າຈະພົບພໍ້ກັບບັນຫາໃດກໍຕາມ, ເຈົ້າຕ້ອງໄປຢູ່ຕໍ່ໜ້າພຣະເຈົ້າສະເໝີເພື່ອອະທິຖານ, ຮຽນຮູ້ທີ່ຈະຮັກພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງ ແລະ ເຈົ້າຕ້ອງອ່ອນນ້ອມ ແລະ ບໍ່ກາຍເປັນຄົນອ່ອນແອ. ຖ້າເຈົ້າຄຳນຶງເຖິງເນື້ອໜັງຂອງເຈົ້າຢູ່ສະເໝີ, ເຈົ້າບໍ່ໄດ້ກຳລັງກະບົດຕໍ່ພຣະເຈົ້າບໍ?” ມັນບໍ່ຟັງເບິ່ງຄືວ່າມີບັນຫາໃດໆກັບສິ່ງສະເພາະເຈາະຈົງທີ່ພວກເຂົາເວົ້າຢູ່ນີ້, ແຕ່ມັນລ້ວນແຕ່ວ່າງເປົ່າ ແລະ ບໍ່ສາມາດແກ້ໄຂບັນຫາຂອງຜູ້ຄົນໄດ້. ພວກເຂົາເວົ້າວ່າ “ເຈົ້າຮູ້ບໍວ່າຕອນນີ້ແມ່ນເວລາໃດແລ້ວ?” ນັ້ນມີຫຍັງກ່ຽວຂ້ອງກັບການທີ່ຜູ້ຄົນຮູ້ສຶກອ່ອນແອບໍ? ມັນມີຫຍັງກ່ຽວຂ້ອງກັບການກະບົດບໍ? ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ດຳລົງຊີວິດຢູ່ພາຍໃນເນື້ອໜັງຂອງພວກເຂົາ ແລະ ຜູ້ຄົນກໍສາມາດກາຍເປັນຄົນອ່ອນແອ ແລະ ກະບົດໄດ້ສະເໝີ.

ຜູ້ຕໍ່ຕ້ານພຣະຄຣິສຕ້ອງການເຮັດບົດບາດເປັນບຸກຄົນຝ່າຍວິນຍານ, ເປັນຄົນທີ່ດີທີ່ສຸດໃນທ່າມກາງອ້າຍເອື້ອຍນ້ອງ ແລະ ເປັນຄົນທີ່ເຂົ້າໃຈຄວາມຈິງ ແລະ ສາມາດຊ່ວຍເຫຼືອຜູ້ທີ່ອ່ອນແອ ແລະ ຍັງບໍ່ເຕີບໂຕ. ຈຸດປະສົງຂອງພວກເຂົາໃນການເຮັດບົດບາດນີ້ແມ່ນຫຍັງ? ກ່ອນອື່ນໝົດ, ພວກເຂົາເຊື່ອວ່າພວກເຂົາໄດ້ກ້າວຂ້າມເນື້ອໜັງ ແລະ ໂລກໄປແລ້ວ, ພວກເຂົາໄດ້ປະຖິ້ມຄວາມອ່ອນແອຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ປົດປ່ອຍຕົນເອງຈາກຄວາມຕ້ອງການທາງເນື້ອໜັງຂອງຄວາມເປັນມະນຸດທີ່ປົກກະຕິແລ້ວ. ພວກເຂົາເຊື່ອວ່າພວກເຂົາຄືຄົນທີ່ຢູ່ໃນເຮືອນຂອງພຣະເຈົ້າ ທີ່ສາມາດຮັບຜິດຊອບໜ້າວຽກທີ່ສຳຄັນ, ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເປັນຜູ້ທີ່ຫົວໃຈເຕັມໄປດ້ວຍພຣະທຳຂອງພຣະເຈົ້າ. ພວກເຂົາຍົກຍ້ອງຕົນເອງທີ່ໄດ້ບັນລຸຂໍ້ກຳນົດຂອງພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍພຣະໄທແລ້ວ, ທີ່ສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ທີ່ສາມາດໄດ້ຮັບຈຸດໝາຍປາຍທາງອັນອັດສະຈັນທີ່ພຣະເຈົ້າໄດ້ສັນຍາໄວ້. ດັ່ງນັ້ນ ພວກເຂົາຈຶ່ງມັກຈະຮູ້ສຶກສະບາຍໃຈຫຼາຍ ແລະ ຄິດວ່າພວກເຂົາເໜືອກວ່າຄົນອື່ນ. ພວກເຂົາໃຊ້ຄຳເວົ້າທີ່ພວກເຂົາສາມາດຈື່ຈຳ ແລະ ເຂົ້າໃຈດ້ວຍຄວາມຄິດຂອງພວກເຂົາ ເພື່ອສັ່ງສອນຄົນອື່ນ ແລະ ເພື່ອກ່າວໂທດ ແລະ ຕັດສິນຄົນອື່ນ. ພວກເຂົາຍັງມັກຈະໃຊ້ວິທີການ ແລະ ຄຳເວົ້າບາງຢ່າງທີ່ພວກເຂົາຈິນຕະນາການຂຶ້ນໃນຄວາມຄິດຫຼົງຜິດຂອງພວກເຂົາເພື່ອກຳນົດ ແລະ ສັ່ງສອນຄົນອື່ນ, ເຮັດໃຫ້ຄົນອື່ນຮັກສາກົດລະບຽບ ແລະ ເຊື່ອຟັງພວກເຂົາ, ເພື່ອທີ່ພວກເຂົາຈະສາມາດປົກປ້ອງສະຖານະຂອງພວກເຂົາໃນຄຣິສຕະຈັກໄດ້. ພວກເຂົາເຊື່ອວ່າ ຕາບໃດທີ່ພວກເຂົາສາມາດເທດສະໜາຫຼັກຄຳສອນຝ່າຍວິນຍານຊຸດໜຶ່ງ, ຮ້ອງຄຳຂວັນທີ່ເປັນທີ່ນິຍົມ, ນໍາທາງ, ເຕັມໃຈທີ່ຈະກ້າວອອກມາ ແລະ ຮັບຜິດຊອບວຽກງານ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ແລ້ວພວກເຂົາກໍຈະເປັນບຸກຄົນຝ່າຍວິນຍານ ແລະ ສະຖານະຂອງພວກເຂົາກໍຈະໝັ້ນຄົງ. ດັ່ງນັ້ນ ພວກເຂົາຈຶ່ງທຳທ່າວ່າຕົນເອງເປັນບຸກຄົນຝ່າຍວິນຍານ ແລະ ຍົກຍ້ອງຕົນເອງທີ່ເປັນແບບນັ້ນ, ໃນຂະນະດຽວກັນ ພວກເຂົາກໍທຳທ່າວ່າຕົນເອງເປັນຜູ້ທີ່ສາມາດເຮັດໄດ້ທຸກຢ່າງ, ມີຄວາມສາມາດຢ່າງຄົບຖ້ວນ ແລະ ເປັນຄົນທີ່ສົມບູນແບບ. ຕົວຢ່າງ: ຖ້າເຈົ້າຖາມພວກເຂົາວ່າພວກເຂົາພິມດີດເປັນບໍ, ພວກເຂົາກໍເວົ້າວ່າ “ເປັນ, ການພິມດີດບໍ່ແມ່ນເລື່ອງຍາກສຳລັບຂ້ອຍ”. ເຈົ້າຖາມພວກເຂົາວ່າ “ເຈົ້າແປງເຄື່ອງຈັກເປັນບໍ?” ພວກເຂົາເວົ້າວ່າ “ຫຼັກການຂອງເຄື່ອງຈັກທັງໝົດກໍຄືກັນ. ແມ່ນແລ້ວ, ຂ້ອຍແປງພວກມັນໄດ້”. ເຈົ້າຖາມວ່າ “ເຈົ້າແປງລົດໄຖນາເປັນບໍ?” ພວກເຂົາເວົ້າວ່າ “ການແປງເຄື່ອງຈັກທີ່ຫຼ້າຫຼັງແບບນັ້ນນັບວ່າເປັນການແປງເຄື່ອງຈັກເປັນນຳບໍ?” ເຈົ້າຖາມພວກເຂົາວ່າ “ເຈົ້າແຕ່ງກິນເປັນບໍ?” ພວກເຂົາເວົ້າວ່າ “ຂ້ອຍກິນເຂົ້າ, ສະນັ້ນ ແນ່ນອນວ່າຂ້ອຍສາມາດແຕ່ງກິນໄດ້!” ເຈົ້າຖາມວ່າ “ເຈົ້າຂັບຍົນເປັນບໍ?” ພວກເຂົາເວົ້າວ່າ “ຂ້ອຍບໍ່ເຄີຍຮຽນ, ແຕ່ຖ້າຂ້ອຍຮຽນ ຂ້ອຍກໍເຮັດໄດ້. ຂ້ອຍສາມາດເປັນຫົວໜ້າຄວບຄຸມຍົນໄດ້, ບໍ່ມີບັນຫາ”. ພວກເຂົາຄິດວ່າພວກເຂົາສາມາດເຮັດໄດ້ທຸກຢ່າງ, ພວກເຂົາເກັ່ງໃນທຸກເລື່ອງ. ຄອມພິວເຕີຂອງຄົນໆໜຶ່ງເພ ແລະ ພວກເຂົາກໍຂໍໃຫ້ຄົນເຫຼົ່ານີ້ແປງໃຫ້. ພວກເຂົາເວົ້າວ່າພວກເຂົາສາມາດແປງມັນໄດ້ຢ່າງງ່າຍດາຍ, ແຕ່ຄວາມຈິງແລ້ວ ພວກເຂົາບໍ່ຮູ້ເລື່ອງຫຍັງເລີຍ ແລະ ບໍ່ຮູ້ວິທີແປງມັນ ແລະ ໃນທີ່ສຸດ ຫຼັງຈາກທີ່ພະຍາຍາມແປງມັນຊ້ຳແລ້ວຊ້ຳອີກ, ພວກເຂົາກໍຈົບລົງດ້ວຍການລຶບຂໍ້ມູນທັງໝົດໃນຄອມພິວເຕີຖິ້ມ. ເຈົ້າຂອງຄອມພິວເຕີຖາມພວກເຂົາວ່າ “ເຈົ້າແປງມັນໄດ້ ຫຼື ບໍ່?” ແລະ ພວກເຂົາກໍຕອບວ່າ “ຂ້ອຍເຄີຍແປງຄອມພິວເຕີມາກ່ອນ, ແຕ່ຕອນນີ້ຂ້ອຍພັດລືມວິທີເຮັດມັນໄປແລ້ວ. ເຈົ້າຄວນໄປຂໍໃຫ້ຄົນອື່ນແປງໃຫ້ຈະດີກວ່າ”. ພວກເຂົາເກັ່ງຫຼາຍໃນການທຳທ່າ, ແມ່ນບໍ? ຄົນແບບນີ້ມີອຸປະນິໄສຂອງຫົວໜ້າທູດສະຫວັນ; ພວກເຂົາບໍ່ມີທາງເວົ້າວ່າ “ຂ້ອຍບໍ່ຮູ້ວິທີເຮັດ” ຫຼື “ຂ້ອຍເຮັດບໍ່ໄດ້” ຫຼື “ຂ້ອຍເຮັດບໍ່ເກັ່ງ” ຫຼື “ຂ້ອຍບໍ່ເຄີຍເຫັນສິ່ງນັ້ນມາກ່ອນ” ຫຼື “ຂ້ອຍບໍ່ຮູ້”, ພວກເຂົາບໍ່ມີທາງເວົ້າຄຳເວົ້າແບບນັ້ນ. ບໍ່ວ່າເລື່ອງນັ້ນຈະເປັນຫຍັງກໍຕາມ, ຖ້າເຈົ້າຖາມພວກເຂົາກ່ຽວກັບມັນ, ແລ້ວເຖິງແມ່ນວ່າພວກເຂົາຈະບໍ່ຮູ້ວິທີເຮັດມັນ ແລະ ບໍ່ເຄີຍເຫັນມັນມາກ່ອນ, ພວກເຂົາກໍຍັງຕ້ອງຫາເຫດຜົນ ແລະ ຂໍ້ອ້າງ ເພື່ອໃຫ້ເຈົ້າເຂົ້າໃຈຜິດວ່າພວກເຂົາເກັ່ງໃນທຸກເລື່ອງ, ຮູ້ວິທີເຮັດທຸກຢ່າງ, ສາມາດເຮັດໄດ້ທຸກຢ່າງ ແລະ ທຸກຢ່າງສາມາດເຮັດສຳເລັດໄດ້. ພວກເຂົາຕ້ອງການເປັນຄົນປະເພດໃດ? (ສຸດຍອດມະນຸດ, ຄົນທີ່ມີຄວາມສາມາດຢ່າງຄົບຖ້ວນ.) ພວກເຂົາຕ້ອງການເປັນຄົນທີ່ມີຄວາມສາມາດຢ່າງຄົບຖ້ວນ, ເພື່ອທຳທ່າວ່າຕົນເອງເປັນທູດສະຫວັນແຫ່ງຄວາມສະຫວ່າງ, ພວກເຂົາບໍ່ແມ່ນສິ່ງຂອງປະເພດນີ້ບໍ? ເນື່ອງຈາກຜູ້ຕໍ່ຕ້ານພຣະຄຣິສຕ້ອງການທຳທ່າຢູ່ສະເໝີວ່າພວກເຂົາເກັ່ງໃນທຸກເລື່ອງ, ເມື່ອເຈົ້າຂໍໃຫ້ພວກເຂົາຮ່ວມມືກັບຄົນອື່ນ, ເພື່ອແລກປ່ຽນມຸມມອງ, ສົນທະນາ, ໂອ້ລົມ ແລະ ສື່ສານກັບຄົນອື່ນກ່ຽວກັບບັນຫາຕ່າງໆ, ພວກເຂົາກໍເຮັດບໍ່ໄດ້. ພວກເຂົາເວົ້າວ່າ “ຂ້ອຍບໍ່ຕ້ອງການໃຫ້ໃຜມາຮ່ວມມືກັບຂ້ານ້ອຍ. ຂ້ອຍບໍ່ຕ້ອງການຜູ້ຊ່ວຍ. ຂ້ອຍບໍ່ຕ້ອງການຄວາມຊ່ວຍເຫຼືອຈາກໃຜເພື່ອເຮັດສິ່ງໃດສິ່ງໜຶ່ງ. ຂ້ອຍສາມາດເຮັດມັນໄດ້ດ້ວຍຕົວເອງ, ຂ້ອຍຮູ້ວິທີເຮັດທຸກຢ່າງ, ຂ້ອຍມີຄວາມສາມາດຢ່າງຄົບຖ້ວນ ແລະ ບໍ່ມີຫຍັງທີ່ຂ້ອຍເຮັດບໍ່ໄດ້, ບໍ່ມີຫຍັງທີ່ຂ້ອຍບັນລຸບໍ່ໄດ້ ແລະ ບໍ່ມີຫຍັງທີ່ຂ້ອຍເຮັດໃຫ້ສຳເລັດບໍ່ໄດ້. ຂ້ອຍແມ່ນໃຜ? ພວກເຈົ້າບໍ່ຮູ້ວິທີເຮັດຫຍັງເລີຍ ແລະ ເຖິງແມ່ນວ່າພວກເຈົ້າຈະຮູ້ວິທີເຮັດບາງສິ່ງບາງຢ່າງ, ພວກເຈົ້າກໍບໍ່ຊຳນານໃນສິ່ງນັ້ນ. ເຖິງແມ່ນວ່າຂ້ອຍຈະຮຽນຮູ້ວິທີເຮັດພຽງສິ່ງດຽວ, ຂ້ອຍກໍຮູ້ວິທີເຮັດທຸກຢ່າງ. ຖ້າຂ້ອຍຊຳນານໃນສິ່ງໜຶ່ງ, ແລ້ວຂ້ອຍກໍຊຳນານໃນທຸກສິ່ງ. ຂ້ອຍຮູ້ວິທີຂຽນບົດຄວາມ ແລະ ສາມາດເວົ້າພາສາຕ່າງປະເທດໄດ້. ເຖິງແມ່ນວ່າຕອນນີ້ຂ້ອຍຈະບໍ່ສາມາດເວົ້າພາສາຕ່າງປະເທດໃດໆໄດ້, ແຕ່ຖ້າຂ້ອຍຮຽນ, ມັນກໍຈະບໍ່ມີບັນຫາສຳລັບຂ້ອຍທີ່ຈະຮຽນຮູ້ຫ້າພາສາຕ່າງປະເທດ”. ມີຄົນຖາມພວກເຂົາວ່າພວກເຂົາສາມາດສະແດງໜັງ, ຮ້ອງເພງ ແລະ ເຕັ້ນໄດ້ບໍ ແລະ ພວກເຂົາກໍເວົ້າວ່າພວກເຂົາສາມາດເຮັດສິ່ງເຫຼົ່ານັ້ນໄດ້ທັງໝົດ. ພວກເຂົາເກັ່ງຫຼາຍໃນການໂອ້ອວດ, ແມ່ນບໍ? ພວກເຂົາທຳທ່າວ່າພວກເຂົາສາມາດເຮັດໄດ້ທຸກຢ່າງ ແລະ ຮູ້ວິທີເຮັດທຸກຢ່າງ, ພວກເຂົາມີທຳມະຊາດຂອງຫົວໜ້າທູດສະຫວັນແທ້ໆ! ມີຄົນຖາມພວກເຂົາວ່າພວກເຂົາເຄີຍກາຍເປັນຄົນອ່ອນແອບໍໃນຊ່ວງຫຼາຍປີທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ພວກເຂົາກໍຕອບວ່າ “ມີຫຍັງໃຫ້ຕ້ອງກາຍເປັນຄົນອ່ອນແອ? ພຣະທຳຂອງພຣະເຈົ້າຖືກກ່າວໄວ້ຢ່າງຊັດເຈນຫຼາຍ. ພວກເຮົາຕ້ອງບໍ່ກາຍເປັນຄົນອ່ອນແອ. ຖ້າພວກເຮົາເປັນແນວນັ້ນ, ແລ້ວພວກເຮົາກໍກຳລັງເຮັດໃຫ້ພຣະເຈົ້າຜິດຫວັງ. ພວກເຮົາຄວນພະຍາຍາມ 120 ເປີເຊັນເພື່ອຕອບແທນຄວາມຮັກຂອງພຣະເຈົ້າ!” ອີກຄົນໜຶ່ງຖາມວ່າ “ເຈົ້າເຄີຍຄິດຮອດບ້ານບໍ ຫຼັງຈາກທີ່ຈາກບ້ານມາຫຼາຍປີຂະໜາດນັ້ນ? ເຈົ້າຮ້ອງໄຫ້ບໍ ເມື່ອເຈົ້າຄິດຮອດບ້ານ?” ພວກເຂົາຕອບວ່າ “ມີຫຍັງໃຫ້ຕ້ອງຮ້ອງໄຫ້? ພຣະເຈົ້າສະຖິດຢູ່ໃນໃຈຂອງຂ້ອຍ. ເມື່ອຂ້ອຍຄິດຫາພຣະເຈົ້າ, ຂ້ອຍກໍບໍ່ຄິດຮອດບ້ານອີກຕໍ່ໄປ. ສະມາຊິກໃນຄອບຄົວທີ່ບໍ່ມີຄວາມເຊື່ອທັງໝົດຂອງຂ້ອຍລ້ວນແຕ່ເປັນມານຮ້າຍ ແລະ ຊາຕານ. ຂ້ອຍອະທິຖານຂໍໃຫ້ພວກເຂົາຖືກສາບແຊ່ງ”. ອີກຄົນໜຶ່ງຖາມພວກເຂົາວ່າ “ເຈົ້າເຄີຍຫຼົງທາງບໍໃນຊ່ວງຫຼາຍປີແຫ່ງຄວາມເຊື່ອຂອງເຈົ້າ?” ພວກເຂົາຕອບວ່າ “ພຣະທຳຂອງພຣະເຈົ້າຖືກກ່າວໄວ້ຢ່າງຊັດເຈນຫຼາຍ, ຄົນເຮົາຈະຫຼົງທາງໄດ້ແນວໃດ? ຄົນທີ່ຫຼົງທາງແມ່ນຄົນທີ່ຫຼົງຜິດເຊິ່ງບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ຄົນທີ່ມີຄວາມສາມາດຄືກັບຂ້ອຍຈະຫຼົງທາງໄດ້ບໍ? ຂ້ອຍຈະຍ່າງຜິດທາງໄດ້ບໍ? ບໍ່ມີທາງ”. ພວກເຂົາເຊື່ອວ່າພວກເຂົາເກັ່ງໃນທຸກເລື່ອງ, ພວກເຂົາດີກວ່າຄົນອື່ນໆທັງໝົດ. ພວກເຂົາຄິດແນວໃດກັບຄົນທີ່ກາຍເປັນລົບ ແລະ ອ່ອນແອ? ພວກເຂົາເວົ້າວ່າ “ຄົນທີ່ກາຍເປັນຄົນຄິດລົບ ແລະ ອ່ອນແອພຽງແຕ່ບໍ່ມີຫຍັງທີ່ດີກວ່ານັ້ນໃຫ້ເຮັດ”. ມັນເປັນແບບນີ້ແທ້ໆບໍ? ຄວາມເປັນລົບ ແລະ ຄວາມອ່ອນແອບາງຢ່າງເປັນເລື່ອງປົກກະຕິ, ໃນຂະນະທີ່ມີເຫດຜົນຢູ່ເບື້ອງຫຼັງຄວາມເປັນລົບ ແລະ ຄວາມອ່ອນແອບາງຢ່າງ, ແລ້ວພວກເຂົາຈະສາມາດອະທິບາຍບັນຫານີ້ໂດຍການເວົ້າວ່າຄົນເຫຼົ່ານີ້ “ບໍ່ມີຫຍັງທີ່ດີກວ່ານັ້ນໃຫ້ເຮັດ” ໄດ້ແນວໃດ? ຜູ້ຕໍ່ຕ້ານພຣະຄຣິສທຳທ່າເປັນຄົນຝ່າຍວິນຍານດ້ວຍວິທີນີ້, ພວກເຂົາທຳທ່າວ່າສາມາດເຮັດໄດ້ທຸກຢ່າງ, ພວກເຂົາທຳທ່າວ່າບໍ່ມີຂໍ້ບົກຜ່ອງ ຫຼື ຄວາມອ່ອນແອ ແລະ ຍິ່ງໄປກວ່ານັ້ນ ພວກເຂົາທຳທ່າວ່າບໍ່ເປັນຄົນກະບົດ ແລະ ພວກເຂົາບໍ່ເຄີຍກະທຳການຝ່າຝືນໃດໆເລີຍ.

ບໍ່ວ່າຈະຢູ່ໃນບໍລິບົດໃດກໍຕາມ, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຈະພະຍາຍາມສ້າງຄວາມປະທັບໃຈວ່າພວກເຂົາບໍ່ໄດ້ອ່ອນແອ, ພວກເຂົາເຂັ້ມແຂງຢູ່ສະເໝີ, ເຕັມໄປດ້ວຍຄວາມສັດທາ ແລະ ບໍ່ເຄີຍຄິດໃນແງ່ລົບ, ເພື່ອບໍ່ໃຫ້ຜູ້ຄົນເຫັນວຸດທິພາວະທີ່ແທ້ຈິງ ຫຼື ທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາເຊື່ອແທ້ໆບໍວ່າ ບໍ່ມີສິ່ງໃດທີ່ພວກເຂົາເຮັດບໍ່ໄດ້? ພວກເຂົາເຊື່ອຢ່າງແທ້ຈິງບໍວ່າ ພວກເຂົາປາສະຈາກຄວາມອ່ອນແອ, ຄວາມເປັນລົບ ຫຼື ການເປີດເຜີຍຄວາມເສື່ອມຊາມ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາເກັ່ງໃນການສະແດງລະຄອນ, ຊຳນານໃນການປິດບັງສິ່ງຕ່າງໆ. ພວກເຂົາມັກສະແດງໃຫ້ຜູ້ຄົນເຫັນດ້ານທີ່ເຂັ້ມແຂງ ແລະ ດີເລີດຂອງພວກເຂົາ; ພວກເຂົາບໍ່ຕ້ອງການໃຫ້ຜູ້ຄົນເຫັນດ້ານທີ່ອ່ອນແອ ແລະ ແທ້ຈິງຂອງພວກເຂົາ. ຈຸດປະສົງຂອງພວກເຂົາແມ່ນຊັດເຈນ: ມັນເປັນພຽງການຮັກສາຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງພວກເຂົາ, ເພື່ອປົກປ້ອງຕຳແໜ່ງທີ່ພວກເຂົາມີຢູ່ໃນຫົວໃຈຂອງຜູ້ຄົນ. ພວກເຂົາຄິດວ່າ ຖ້າພວກເຂົາເປີດໃຈຕໍ່ໜ້າຄົນອື່ນກ່ຽວກັບຄວາມເປັນລົບ ແລະ ຄວາມອ່ອນແອຂອງພວກເຂົາເອງ ແລະ ກ່ຽວກັບດ້ານທີ່ກະບົດ ແລະ ເສື່ອມຊາມຂອງພວກເຂົາ, ສິ່ງນີ້ຈະທຳລາຍສະຖານະ ແລະ ຊື່ສຽງຂອງພວກເຂົາຢ່າງຮ້າຍແຮງ ແລະ ຈະໄດ້ບໍ່ຄຸ້ມເສຍ. ດັ່ງນັ້ນ ພວກເຂົາຍອມຕາຍດີກວ່າທີ່ຈະຍອມຮັບວ່າ ມີບາງເວລາທີ່ພວກເຂົາອ່ອນແອ, ກະບົດ ແລະ ມີຄວາມເປັນລົບ. ເຖິງແມ່ນວ່າມື້ໜຶ່ງທຸກຄົນຈະເຫັນດ້ານທີ່ອ່ອນແອ ແລະ ກະບົດຂອງພວກເຂົາ, ເມື່ອທຸກຄົນເຫັນວ່າພວກເຂົາເສື່ອມຊາມ ແລະ ບໍ່ໄດ້ປ່ຽນແປງເລີຍ, ພວກເຂົາກໍຍັງຈະສືບຕໍ່ສະແດງລະຄອນຕໍ່ໄປ. ພວກເຂົາຄິດວ່າ ຖ້າພວກເຂົາຍອມຮັບວ່າມີອຸປະນິໄສທີ່ເສື່ອມຊາມ, ຍອມຮັບວ່າເປັນຄົນທຳມະດາ, ເປັນຄົນທີ່ບໍ່ສຳຄັນ, ແລ້ວພວກເຂົາກໍຈະສູນເສຍຕຳແໜ່ງຂອງພວກເຂົາໃນຫົວໃຈຂອງຜູ້ຄົນ, ຈະສູນເສຍການເຄົາລົບບູຊາ ແລະ ການຍົກຍ້ອງຈາກທຸກຄົນ ແລະ ດ້ວຍເຫດນັ້ນຈຶ່ງຖືວ່າລົ້ມເຫຼວຢ່າງສິ້ນເຊີງ. ດັ່ງນັ້ນ, ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ພວກເຂົາຈະບໍ່ເປີດໃຈກັບຜູ້ຄົນແບບບໍ່ມີເລ່ຫຼ່ຽມ; ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ພວກເຂົາຈະບໍ່ຍອມສະຫຼະອຳນາດ ແລະ ສະຖານະຂອງພວກເຂົາໃຫ້ກັບຄົນອື່ນ; ໃນທາງກົງກັນຂ້າມ, ພວກເຂົາຈະພະຍາຍາມຢ່າງໜັກເທົ່າທີ່ຈະເຮັດໄດ້ ເພື່ອແຂ່ງຂັນ ແລະ ຈະບໍ່ຍອມແພ້ເດັດຂາດ. ເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບບັນຫາ, ພວກເຂົາຈະເປັນຝ່າຍລິເລີ່ມກ້າວອອກມາເປັນຈຸດສົນໃຈ ແລະ ສະແດງ ແລະ ໂອ້ອວດຕົນເອງ. ທັນທີທີ່ບັນຫາເກີດຂຶ້ນ ແລະ ມີຜົນທີ່ຕາມມາ, ພວກເຂົາກໍຈະຟ້າວໜີໄປລີ້ ຫຼື ພະຍາຍາມໂຍນຄວາມຮັບຜິດຊອບໃຫ້ຄົນອື່ນ. ຖ້າພວກເຂົາພົບພໍ້ກັບບັນຫາທີ່ພວກເຂົາເຂົ້າໃຈ, ພວກເຂົາກໍຈະໂອ້ອວດສິ່ງທີ່ພວກເຂົາສາມາດເຮັດໄດ້ທັນທີ ແລະ ຍາດແຍ່ງໂອກາດໃນການເຮັດໃຫ້ຄົນອື່ນຮູ້ຈັກພວກເຂົາ, ເພື່ອໃຫ້ຜູ້ຄົນເຫັນວ່າພວກເຂົາມີພອນສະຫວັນ ແລະ ທັກສະພິເສດ ແລະ ສາມາດຍົກຍ້ອງ ແລະ ເຄົາລົບບູຊາພວກເຂົາ. ຖ້າມີເຫດການສຳຄັນເກີດຂຶ້ນ ແລະ ມີຄົນຖາມພວກເຂົາກ່ຽວກັບຄວາມເຂົ້າໃຈຂອງພວກເຂົາຕໍ່ເຫດການນັ້ນ, ພວກເຂົາກໍຈະລັງເລທີ່ຈະເປີດເຜີຍມຸມມອງຂອງພວກເຂົາ, ແຕ່ຈະປ່ອຍໃຫ້ຄົນອື່ນເວົ້າກ່ອນ. ຄວາມລັງເລຂອງພວກເຂົາມີເຫດຜົນຂອງມັນ: ບໍ່ແມ່ນວ່າພວກເຂົາບໍ່ມີມຸມມອງ, ແຕ່ພວກເຂົາຢ້ານວ່າມຸມມອງຂອງພວກເຂົາຈະຜິດ, ຖ້າພວກເຂົາເວົ້າອອກມາ, ຄົນອື່ນຈະໂຕ້ແຍ້ງ, ເຮັດໃຫ້ພວກເຂົາຮູ້ສຶກອັບອາຍ ແລະ ນັ້ນຄືເຫດຜົນທີ່ພວກເຂົາບໍ່ເວົ້າມັນອອກມາ ຫຼື ພວກເຂົາບໍ່ມີມຸມມອງ ແລະ ບໍ່ສາມາດຮັບຮູ້ເລື່ອງນັ້ນໄດ້ຢ່າງຊັດເຈນ, ພວກເຂົາຈຶ່ງບໍ່ກ້າເວົ້າຕາມໃຈ, ເພາະຢ້ານວ່າຜູ້ຄົນຈະຫົວຂວັນຄວາມຜິດພາດຂອງພວກເຂົາ, ສະນັ້ນ ຄວາມງຽບຈຶ່ງເປັນທາງເລືອກດຽວຂອງພວກເຂົາ. ສະຫຼຸບແລ້ວ, ພວກເຂົາບໍ່ພ້ອມທີ່ຈະເວົ້າ ເພື່ອສະແດງມຸມມອງຂອງພວກເຂົາ ເພາະພວກເຂົາຢ້ານທີ່ຈະເປີດເຜີຍຕົວຕົນທີ່ແທ້ຈິງຂອງພວກເຂົາ, ຢ້ານທີ່ຈະໃຫ້ຜູ້ຄົນເຫັນວ່າພວກເຂົາທຸກຍາກ ແລະ ໜ້າເວດທະນາ, ເຊິ່ງຈະສົ່ງຜົນກະທົບຕໍ່ພາບລັກທີ່ຄົນອື່ນມີຕໍ່ພວກເຂົາ. ສະນັ້ນ, ຫຼັງຈາກທີ່ຄົນອື່ນໆໄດ້ໂອ້ລົມກ່ຽວກັບມຸມມອງ, ຄວາມຄິດ ແລະ ຄວາມຮູ້ຂອງພວກເຂົາຈົບແລ້ວ, ພວກເຂົາກໍຈະຍຶດເອົາຄຳກ່າວອ້າງທີ່ສູງສົ່ງກວ່າ ແລະ ມີເຫດຜົນກວ່າ, ເຊິ່ງພວກເຂົານຳສະເໜີອອກມາວ່າເປັນມຸມມອງ ແລະ ຄວາມເຂົ້າໃຈຂອງພວກເຂົາເອງ. ພວກເຂົາສະຫຼຸບ ແລະ ໂອ້ລົມສິ່ງເຫຼົ່ານັ້ນໃຫ້ທຸກຄົນຟັງ, ດ້ວຍເຫດນັ້ນຈຶ່ງໄດ້ຮັບສະຖານະທີ່ສູງສົ່ງໃນຫົວໃຈຂອງຄົນອື່ນ. ຜູ້ຕໍ່ຕ້ານພຣະຄຣິສມີເລ່ຫຼ່ຽມຢ່າງເຖິງທີ່ສຸດ: ເມື່ອເຖິງເວລາທີ່ຈະຕ້ອງສະແດງມຸມມອງ, ພວກເຂົາບໍ່ເຄີຍເປີດໃຈ ແລະ ສະແດງໃຫ້ຄົນອື່ນເຫັນເຖິງສະພາວະທີ່ແທ້ຈິງຂອງພວກເຂົາ ຫຼື ໃຫ້ຜູ້ຄົນຮູ້ວ່າພວກເຂົາຄິດແນວໃດແທ້ໆ, ຄວາມສາມາດຂອງພວກເຂົາເປັນແນວໃດ, ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ຄວາມສາມາດໃນການເຂົ້າໃຈຂອງພວກເຂົາເປັນແນວໃດ ແລະ ພວກເຂົາມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມຈິງ ຫຼື ບໍ່. ດັ່ງນັ້ນ, ໃນຂະນະດຽວກັນກັບການໂອ້ອວດ ແລະ ທຳທ່າວ່າເປັນຄົນຝ່າຍວິນຍານ ແລະ ເປັນຄົນທີ່ສົມບູນແບບ, ພວກເຂົາກໍເຮັດສຸດຄວາມສາມາດເພື່ອປົກປິດໃບໜ້າທີ່ແທ້ຈິງ ແລະ ວຸດທິພາວະທີ່ແທ້ຈິງຂອງພວກເຂົາ. ພວກເຂົາບໍ່ເຄີຍເປີດເຜີຍຄວາມອ່ອນແອຂອງພວກເຂົາຕໍ່ອ້າຍເອື້ອຍນ້ອງ ແລະ ພວກເຂົາກໍບໍ່ເຄີຍພະຍາຍາມທີ່ຈະຮູ້ຈັກຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງພວກເຂົາເອງ; ໃນທາງກົງກັນຂ້າມ, ພວກເຂົາເຮັດສຸດຄວາມສາມາດເພື່ອປົກປິດສິ່ງເຫຼົ່ານັ້ນ. ຜູ້ຄົນຖາມພວກເຂົາວ່າ “ເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ເຈົ້າເຄີຍມີຄວາມສົງໄສໃດໜຶ່ງກ່ຽວກັບພຣະເຈົ້າບໍ?” ພວກເຂົາຕອບວ່າ “ບໍ່”. ພວກເຂົາຖືກຖາມວ່າ “ເຈົ້າເຄີຍເສຍໃຈທີ່ໄດ້ປະຖິ້ມທຸກສິ່ງເພື່ອເສຍສະລະໃຫ້ແກ່ພຣະເຈົ້າບໍ?” ພວກເຂົາຕອບວ່າ “ບໍ່”. “ເມື່ອເຈົ້າປ່ວຍ, ເຈົ້າຮູ້ສຶກເສຍໃຈ ແລະ ຄິດຮອດບ້ານບໍ?” ແລະ ພວກເຂົາຕອບວ່າ “ບໍ່ເຄີຍ”. ສະນັ້ນ ເຈົ້າເຫັນບໍ່ວ່າ, ຜູ້ຕໍ່ຕ້ານພຣະຄຣິສສ້າງພາບລັກໃຫ້ຕົນເອງເປັນຄົນທີໝັ້ນຄົງ, ມີຄວາມຕັ້ງໃຈທີ່ໜັກແໜ້ນ ແລະ ສາມາດປະຖິ້ມ ແລະ ທົນທຸກໄດ້, ເປັນຄົນທີ່ໄຮ້ທີ່ຕິ ແລະ ບໍ່ມີຂໍ້ບົກຜ່ອງ ຫຼື ບັນຫາໃດກໍຕາມເລີຍ. ຖ້າມີຄົນຊີ້ໃຫ້ເຫັນຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງພວກເຂົາ, ປະຕິບັດຕໍ່ພວກເຂົາຢ່າງເທົ່າທຽມກັນ, ໃນຖານະອ້າຍເອື້ອຍນ້ອງປົກກະຕິ ແລະ ເປີດໃຈ ແລະ ໂອ້ລົມກັບພວກເຂົາ, ພວກເຂົາຈະຈັດການກັບເລື່ອງນີ້ແນວໃດ? ພວກເຂົາເຮັດສຸດຄວາມສາມາດເພື່ອແກ້ຕົວ ແລະ ຫາເຫດຜົນເຂົ້າຂ້າງຕົນເອງ, ເພື່ອພິສູດວ່າພວກເຂົາຖືກຕ້ອງ ແລະ ໃນທີ່ສຸດກໍເພື່ອເຮັດໃຫ້ຜູ້ຄົນເຫັນວ່າພວກເຂົາບໍ່ໄດ້ມີບັນຫາ ແລະ ພວກເຂົາເປັນຄົນທີ່ສົມບູນແບບ, ເປັນຄົນຝ່າຍວິນຍານ. ທັງໝົດນີ້ບໍ່ແມ່ນການຫຼອກລວງບໍ? ຜູ້ໃດກໍຕາມທີ່ຄິດວ່າຕົນເອງໄຮ້ທີ່ຕິ ແລະ ບໍລິສຸດ ລ້ວນແຕ່ເປັນຄົນຫຼອກລວງ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາທຸກຄົນເປັນຄົນຫຼອກລວງ? ບອກເຮົາເບິ່ງ, ມີໃຜແດ່ທີ່ໄຮ້ທີ່ຕິໃນທ່າມກາງມະນຸດຊາດທີ່ເສື່ອມຊາມ? ມີໃຜແດ່ທີ່ບໍລິສຸດຢ່າງແທ້ຈິງ? (ບໍ່ມີ.) ບໍ່ມີຢ່າງແນ່ນອນ. ມະນຸດຈະສາມາດບັນລຸຄວາມໄຮ້ທີ່ຕິໄດ້ແນວໃດ ໃນເມື່ອລາວຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໂດຍຊາຕານ ແລະ ນອກຈາກນີ້, ຍັງບໍ່ໄດ້ຄອບຄອງຄວາມຈິງມາແຕ່ກຳເນີດ? ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ບໍລິສຸດ; ມະນຸດຊາດທີ່ເສື່ອມຊາມທັງໝົດລ້ວນແຕ່ເປິເປື້ອນ. ຖ້າຄົນໃດໜຶ່ງຫຼອກລວງວ່າເປັນຄົນທີ່ບໍລິສຸດ, ໂດຍເວົ້າວ່າພວກເຂົາໄຮ້ທີ່ຕິ, ຄົນຜູ້ນັ້ນຈະເປັນຫຍັງ? ພວກເຂົາກໍຈະເປັນມານຮ້າຍ, ເປັນຊາຕານ, ເປັນຫົວໜ້າທູດສະຫວັນ, ພວກເຂົາກໍຈະເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ຈະອ້າງວ່າເປັນຄົນທີ່ໄຮ້ທີ່ຕິ ແລະ ບໍລິສຸດ. ຜູ້ຕໍ່ຕ້ານພຣະຄຣິສຮູ້ຈັກຕົນເອງບໍ? (ບໍ່.) ແລະ ໃນເມື່ອພວກເຂົາບໍ່ຮູ້ຈັກຕົນເອງ, ພວກເຂົາຈະໂອ້ລົມກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາບໍ? (ບໍ່.) ມີຜູ້ຕໍ່ຕ້ານພຣະຄຣິສທີ່ຈະໂອ້ລົມກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາບໍ? (ມີ.) ຄົນປະເພດໃດທີ່ເຮັດແບບນີ້? (ຄົນໜ້າຊື່ໃຈຄົດ.) ຖືກຕ້ອງແລ້ວ. ຄົນເຫຼົ່ານີ້ທຳທ່າວ່າຮູ້ຈັກຕົນເອງ ແລະ ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ ແລະ ຕິດປ້າຍຊື່ໃຫຍ່ໆຫຼາຍອັນໃຫ້ກັບຕົນເອງ, ໂດຍເວົ້າວ່າພວກເຂົາເປັນຊາຕານ ແລະ ຜີຮ້າຍ, ທຳທ່າວ່າພວກເຂົາມີຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຕົນເອງ. ພວກເຂົາເປັນຄົນຝ່າຍວິນຍານທີ່ຈອມປອມ, ແມ່ນບໍ? ພວກເຂົາບໍ່ແມ່ນຄົນໜ້າຊື່ໃຈຄົດບໍ? ເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາ, ພວກເຂົາຮູ້ຈັກຕົນເອງແທ້ໆບໍ? (ບໍ່.) ແລ້ວພວກເຂົາເວົ້າຫຍັງແດ່ກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາ? (ເມື່ອຜູ້ຕໍ່ຕ້ານພຣະຄຣິສເວົ້າກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາ, ພວກເຂົາບໍ່ໄດ້ເວົ້າກ່ຽວກັບສະຖານະການຕົວຈິງຂອງພວກເຂົາ, ພວກເຂົາພຽງແຕ່ເວົ້າຄຳເວົ້າທີ່ໄຮ້ຄວາມໝາຍ ແລະ ຄຳເວົ້າທີ່ເປັນຫຼັກຄຳສອນ, ເຊິ່ງບໍ່ສອດຄ່ອງກັບຄວາມເປັນຈິງເລີຍ; ພວກເຂົາເບິ່ງຄືວ່າມີຄວາມຮູ້ທີ່ເລິກເຊິ່ງຫຼາຍ ແຕ່ບໍ່ໄດ້ມີຮ່ອງຮອຍຂອງຄວາມສຳນຶກຜິດເລີຍ.) ນີ້ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງບໍ? ບໍ່ໄດ້ມີຄວາມສຳນຶກຜິດທີ່ແທ້ຈິງ, ແລ້ວພວກເຂົາບັນລຸຜົນໃນການກຽດຊັງຕົນເອງແລ້ວບໍ? ເມື່ອບໍ່ໄດ້ມີຄວາມສຳນຶກຜິດ ແລະ ບໍ່ມີຄວາມກຽດຊັງຕົນເອງ, ພວກເຂົາກໍບໍ່ຮູ້ຈັກຕົນເອງຢ່າງແທ້ຈິງ. ຄວາມຮູ້ກ່ຽວກັບຕົນເອງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າເຖິງນັ້ນລວມມີພຽງແຕ່ສິ່ງທີ່ທຸກຄົນຮູ້ກ່ຽວກັບພວກເຂົາ, ສິ່ງທີ່ທຸກຄົນເຫັນເທົ່ານັ້ນ. ພວກເຂົາຍັງໃຊ້ການໃຫ້ເຫດຜົນແບບຜິດໆ ແລະ ການຫາເຫດຜົນເຂົ້າຂ້າງຕົນເອງ ເພື່ອເຮັດໃຫ້ທຸກຄົນຮູ້ສຶກວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ ແລະ ເຖິງຢ່າງໃດກໍຕາມກໍຍັງສາມາດເວົ້າກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາໄດ້, ເພື່ອໃຫ້ຜູ້ຄົນຍົກຍ້ອງພວກເຂົາສູງຫຼາຍຂຶ້ນ. ເມື່ອເຫັນວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ ແຕ່ກໍຍັງໄຕ່ຕອງກ່ຽວກັບຕົນເອງ ແລະ ພະຍາຍາມທີ່ຈະຮູ້ຈັກຕົນເອງ, ສິ່ງທີ່ຜູ້ຄົນຄິດກໍຄື “ຖ້າລາວເຮັດບາງສິ່ງບາງຢ່າງຜິດແທ້ໆ, ລາວກໍຍິ່ງຈະຮູ້ຈັກຕົນເອງຫຼາຍຂຶ້ນ. ລາວຊ່າງເປັນຄົນທີ່ເຄັ່ງສາສະໜາແທ້ໆ!” ຜົນຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດແບບນີ້ແມ່ນຫຍັງ? ພວກເຂົາເຮັດໃຫ້ຜູ້ຄົນຫຼົງຜິດ. ພວກເຂົາບໍ່ໄດ້ໄຈ້ແຍກ ຫຼື ເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງຢ່າງແທ້ຈິງ ເພື່ອໃຫ້ຄົນອື່ນສາມາດຮຽນຮູ້ບົດຮຽນຈາກສິ່ງນີ້; ໃນທາງກົງກັນຂ້າມ, ພວກເຂົາໃຊ້ການໂອ້ລົມກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາ ເພື່ອເຮັດໃຫ້ຄົນອື່ນຍົກຍ້ອງພວກເຂົາສູງຫຼາຍຂຶ້ນ. ທຳມະຊາດຂອງການກະທຳນີ້ແມ່ນຫຍັງ? (ການເປັນພະຍານໃຫ້ກັບຕົນເອງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ.) ຖືກຕ້ອງແລ້ວ. ພວກເຂົາກຳລັງເຮັດໃຫ້ຜູ້ຄົນຫຼົງຜິດ. ສິ່ງນີ້ຈະນັບວ່າເປັນການຮູ້ຈັກຕົນເອງໄດ້ແນວໃດ? ນີ້ຄືການຫຼອກລວງຢ່າງແທ້ຈິງ. ພວກເຂົາກຳລັງໃຊ້ການເວົ້າກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອເຮັດໃຫ້ຜູ້ຄົນຄິດວ່າພວກເຂົາເປັນຄົນຝ່າຍວິນຍານ ແລະ ພວກເຂົາຮູ້ຈັກຕົນເອງ, ເພື່ອເຮັດໃຫ້ຜູ້ຄົນຄິດວ່າພວກເຂົາສູງສົ່ງ ແລະ ເຄົາລົບບູຊາພວກເຂົາ. ນີ້ຄືການປະຕິບັດທີ່ໜ້າລັງກຽດ ແລະ ຕ່ຳຊ້າ ແລະ ມັນຄືຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ.

ມີບາງຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກ ເຊິ່ງເຫັນໄດ້ຊັດເຈນວ່າບໍ່ສາມາດຮັບມືກັບວຽກທີ່ຕ້ອງການຄວາມຊ່ຽວຊານທາງດ້ານເຕັກນິກສູງໄດ້ ແຕ່ພວກເຂົາກໍຍັງຢືນຢັນທີ່ຈະຢູ່ໃນທີມ. ພວກເຂົາເຊື່ອວ່າພວກເຂົາເຄີຍຮຽນຮູ້ທັກສະທາງວິຊາຊີບທີ່ກ່ຽວຂ້ອງມາກ່ອນ, ພວກເຂົາເຂົ້າໃຈຄວາມຊ່ຽວຊານສະເພາະດ້ານນີ້, ພວກເຂົາຮູ້ຈັກຂັ້ນຕອນການເຮັດວຽກ ດັ່ງນັ້ນ ພວກເຂົາຈຶ່ງຢືນຢັນທີ່ຈະຮັບເຮັດວຽກງານນີ້. ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຍິ່ງໄປກວ່ານັ້ນ, ບົນພື້ນຖານຂອງການທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ໄດ້ໂອ້ລົມ ຫຼື ເຮັດວຽກຮ່ວມກັບຄົນອື່ນ, ຍິ່ງໄປກວ່ານັ້ນພວກເຂົາບໍ່ໄດ້ສະແຫວງຫາຫຼັກການຄວາມຈິງ, ໂດຍການຢືນຢັນວ່າພວກເຂົາເຂົ້າໃຈ ແລະ ຮູ້ກ່ຽວກັບມັນ. ສະນັ້ນ, ມັນມີຄວາມແຕກຕ່າງກັນບໍ ລະຫວ່າງການຮູ້ຈັກທັກສະທາງວິຊາຊີບ ແລະ ການຮູ້ຂັ້ນຕອນການເຮັດວຽກດ້ານໜຶ່ງ ກັບການເຂົ້າໃຈຫຼັກການຄວາມຈິງໃນອີກດ້ານໜຶ່ງ? ໂດຍການຮູ້ຈັກທັກສະທາງວິຊາຊີບ ແລະ ການຮູ້ຈັກຂັ້ນຕອນການເຮັດວຽກ, ນັ້ນໝາຍຄວາມວ່າຄົນໃດໜຶ່ງເຂົ້າໃຈຫຼັກການຄວາມຈິງບໍ? (ບໍ່.) ຄົນເຫຼົ່ານີ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານເຊື່ອວ່າ ການຮູ້ຈັກທັກສະທາງວິຊາຊີບໝາຍຄວາມວ່າພວກເຂົາເຂົ້າໃຈຫຼັກການຄວາມຈິງ ດັ່ງນັ້ນ ພວກເຂົາຈຶ່ງສາມາດລົງມືເຮັດວຽກຢ່າງກ້າຫານດ້ວຍຄວາມເປັນອິດສະຫຼະ, ບໍ່ຟັງໃຜ ແລະ ບໍ່ຈຳເປັນຕ້ອງເຮັດວຽກຕາມກົດລະບຽບຂອງເຮືອນຂອງພຣະເຈົ້າ. ພວກເຂົາເຊື່ອວ່ານີ້ແມ່ນທຸລະກິດຂອງພວກເຂົາ ແລະ ບໍ່ມີໃຜສາມາດແຊກແຊງ ຫຼື ສອບຖາມພວກເຂົາກ່ຽວກັບເລື່ອງນີ້ໄດ້, ວຽກງານຈະເປັນໄປຕາມທີ່ພວກເຂົາເຮັດ ແລະ ສິ່ງທີ່ພວກເຂົາເຮັດກໍຖືໄດ້ວ່າເປັນມາດຕະຖານ. ນີ້ບໍ່ແມ່ນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະພຶດບໍ? ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? ຖ້າຄົນໃດໜຶ່ງຮູ້ພຽງແຕ່ທັກສະທາງວິຊາຊີບ ແລະ ບໍ່ເຂົ້າໃຈຄວາມຈິງ, ຜົນສະທ້ອນອັນໃດທີ່ຈະເກີດຂຶ້ນຈາກການທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ? (ພວກເຂົາຈະກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ.) ພຽງແຕ່ການລົບກວນບໍ? ພວກເຂົາຈະບໍ່ກາຍເປັນຄົນອວດດີ ແລະ ທະນົງໂຕບໍ? ພວກເຂົາຈະບໍ່ເຮັດສິ່ງທີ່ນຳຄວາມອັບອາຍມາສູ່ພຣະເຈົ້າບໍ? (ແມ່ນແລ້ວ.) ຜ່ານການປະຕິບັດໜ້າທີ່ຂອງເຈົ້າ, ຜົນທີ່ເຈົ້າຕ້ອງບັນລຸແມ່ນການເປັນພະຍານໃຫ້ກັບພຣະເຈົ້າ; ເຈົ້າບໍ່ໄດ້ພຽງແຕ່ປະກອບອາຊີບໃດໜຶ່ງເທົ່ານັ້ນ ແຕ່ເຈົ້າໄດ້ບັນລຸຜົນຂອງການເປັນພະຍານໃຫ້ກັບພຣະເຈົ້າຜ່ານການປະຕິບັດໜ້າທີ່ຂອງເຈົ້າ ດັ່ງນັ້ນ ທັກສະທາງວິຊາຊີບນີ້ຈຶ່ງເປັນພຽງການຮັບໃຊ້ສຳລັບໜ້າທີ່ທີ່ເຈົ້າກຳລັງປະຕິບັດຢູ່. ທັກສະທາງວິຊາຊີບບໍ່ໄດ້ເປັນຕົວແທນຂອງຄວາມຈິງ ແລະ ການມີຄວາມຊຳນານໃນທັກສະທາງວິຊາຊີບກໍບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງ ຫຼື ເຈົ້າສາມາດເຮັດວຽກໄດ້ສອດຄ່ອງກັບຫຼັກການຄວາມຈິງ. ບາງຄົນຄັດຄ້ານເລື່ອງນີ້, ໂດຍເວົ້າວ່າ “ຂ້ອຍມາທີ່ເຮືອນຂອງພຣະເຈົ້າ, ຂ້ອຍຮູ້ຈັກທັກສະທາງວິຊາຊີບນີ້, ຂ້ອຍຮູ້ຈັກຂັ້ນຕອນການເຮັດວຽກ, ສະນັ້ນ ເຮືອນຂອງພຣະເຈົ້າຄວນມອບໝາຍໜ້າວຽກທີ່ມີຄວາມສຳຄັນໃຫ້ຂ້ອຍ ແລະ ຍົກຍ້ອງຂ້ອຍ. ມັນບໍ່ຄວນເຮັດໃຫ້ຂ້ອຍອັບອາຍ ຫຼື ເຂົ້າມາຫຍຸ້ງກ່ຽວກັບສິ່ງໃດກໍຕາມທີ່ຢູ່ໃນຂອບເຂດທັກສະທາງວິຊາຊີບຂອງຂ້ອຍ. ຂ້ອຍຄວນເປັນຄົນທີ່ສອນຄົນອື່ນ. ເຮືອນຂອງພຣະເຈົ້າບໍ່ຄວນຈັດແຈງໃຫ້ຄົນທີ່ບໍ່ຮູ້ຈັກຂັ້ນຕອນການເຮັດວຽກມາຮ່ວມມືກັບຂ້ອຍ. ຄົນເຫຼົ່ານີ້ບໍ່ສົມຄວນທີ່ຈະຮ່ວມມືກັບຂ້ອຍ”. ນີ້ເປັນວິທີຄິດທີ່ຖືກຕ້ອງບໍ? (ບໍ່.) ຄົນອື່ນບໍ່ສົມຄວນທີ່ຈະຮ່ວມມືກັບພວກເຂົາ, ນີ້ບໍ່ແມ່ນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດບໍ? ຖ້າບໍ່ມີໃຜໃນເຮືອນຂອງພຣະເຈົ້າທີ່ສົມຄວນທີ່ຈະຮ່ວມມືກັບເຈົ້າ, ແລ້ວເຈົ້າສົມຄວນທີ່ຈະປະຕິບັດໜ້າທີ່ນີ້ບໍ? ເຈົ້າຄິດວ່າເຈົ້າເປັນໃຜ? ເຈົ້າຖືກເຮັດໃຫ້ສົມບູນແບບແລ້ວບໍ? ເຈົ້າບໍ່ສົມຄວນທີ່ຈະປະຕິບັດໜ້າທີ່ນີ້! ພຽງແຕ່ຍ້ອນວ່າພຣະເຈົ້າຍົກຍ້ອງເຈົ້າ ເຈົ້າຈຶ່ງມີໂອກາດໄດ້ປະຕິບັດໜ້າທີ່ນີ້. ເຈົ້າຄວນເຂົ້າໃຈຫຼັກການຂອງການປະຕິບັດໜ້າທີ່ຂອງເຈົ້າ. ຕອນນີ້ເຈົ້າກຳລັງເປັນພະຍານໃຫ້ກັບພຣະເຈົ້າ, ບໍ່ແມ່ນກຳລັງປະກອບອາຊີບໃດໜຶ່ງ. ທັກສະທາງວິຊາຊີບເລັກນ້ອຍທີ່ເຈົ້າຮູ້ຈັກນັ້ນຖືກໃຊ້ພຽງແຕ່ເພື່ອໃຫ້ບໍລິການ ແລະ ໃຊ້ໃນການຮັບໃຊ້ສຳລັບໜ້າທີ່ນີ້. ດັ່ງນັ້ນ, ບໍ່ວ່າໜ້າທີ່ທີ່ເຈົ້າປະຕິບັດຈະຕ້ອງການຄວາມຊຳນານທາງດ້ານເຕັກນິກສູງສໍ່າໃດກໍຕາມ, ເຈົ້າຕ້ອງໃສ່ໃຈກັບຫຼັກການຄວາມຈິງໃນທຸກພາກສ່ວນຂອງມັນຢູ່ສະເໝີ ເພື່ອໃຫ້ເຈົ້າສາມາດບັນລຸຜົນຂອງການເປັນພະຍານໃຫ້ກັບພຣະເຈົ້າໄດ້. ຖ້າເຈົ້າບໍ່ສາມາດບັນລຸຜົນນີ້ໄດ້ ແລະ ໜ້າທີ່ທີ່ເຈົ້າປະຕິບັດນຳຄວາມອັບອາຍມາສູ່ພຣະເຈົ້າ, ແລ້ວຄວາມສາມາດທາງເຕັກນິກຂອງເຈົ້າຈະມີປະໂຫຍດຫຍັງ? ພວກມັນຈະມີຄຸນຄ່າອັນໃດບໍ? ບໍ່, ພວກມັນຈະບໍ່ມີຄຸນຄ່າ. ດັ່ງນັ້ນ, ຢ່າຖືເອົາທັກສະທາງວິຊາຊີບ ແລະ ຄວາມສາມາດທາງເຕັກນິກເລັກນ້ອຍນັ້ນວ່າເປັນຄວາມຈິງ, ສິ່ງເຫຼົ່ານັ້ນບໍ່ແມ່ນຄວາມຈິງ ແລະ ບໍ່ຄຸ້ມຄ່າທີ່ຈະທະນຸຖະໜອມ. ຖ້າເຮືອນຂອງພຣະເຈົ້າບໍ່ໄດ້ໃຊ້ງານເຈົ້າ, ຖ້າພຣະເຈົ້າບໍ່ໄດ້ຍົກຍ້ອງເຈົ້າ, ທັກສະທາງວິຊາຊີບ ແລະ ຄວາມສາມາດທາງເຕັກນິກເລັກນ້ອຍຂອງເຈົ້າກໍຈະບໍ່ມີຄວາມໝາຍຫຍັງເລີຍ. ເມື່ອປຽບທຽບກັບຄວາມຈິງແລ້ວ, ສິ່ງເຫຼົ່ານັ້ນບໍ່ມີຄ່າແມ່ນແຕ່ໜ້ອຍດຽວ!

ສາມາດເວົ້າໄດ້ວ່າ ການຫຼອກລວງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນວິທີການທີ່ພວກເຂົາໃຊ້ ເພື່ອໃຫ້ມີຕຳແໜ່ງໃນຫົວໃຈຂອງຜູ້ຄົນ, ພວກເຂົາໃຊ້ວິທີການຫຼອກລວງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊີ້ນຳຢ່າງຜິດໆ. ການທີ່ຄົນເຫຼົ່ານີ້ສາມາດມີສ່ວນຮ່ວມໃນການຫຼອກລວງ ບໍ່ພຽງແຕ່ສະແດງໃຫ້ເຫັນວ່າ ໂດຍພື້ນຖານແລ້ວພວກເຂົາບໍ່ຍອມຮັບ ຫຼື ຮັບຮູ້ຄວາມຈິງເທົ່ານັ້ນ ແຕ່ຍັງມີການຕີຄວາມໝາຍທີ່ສອດຄ່ອງກັບຄວາມເປັນຈິງຍິ່ງກວ່າທີ່ສາມາດນຳໃຊ້ກັບຄົນເຫຼົ່ານີ້ໄດ້: ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. “ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ. ແລະ ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຮູ້ເລີຍວ່າພຣະເຈົ້າຮັກຄົນປະເພດໃດ ດັ່ງນັ້ນ ພວກເຂົາຈຶ່ງຈິນຕະນາການເຖິງຄົນຝ່າຍວິນຍານປະເພດນີ້ ແລ້ວກໍມີສ່ວນຮ່ວມໃນການຫຼອກລວງ ແລະ ການທຳທ່າ. ພວກເຂົາປະພຶດຕົວຄືກັບຄົນປະເພດນີ້, ໂດຍເຊື່ອວ່າການເຮັດເຊັ່ນນັ້ນ ພວກເຂົາຈະສາມາດເຮັດໃຫ້ພຣະເຈົ້າ ແລະ ຄົນອື່ນໆມັກພວກເຂົາໄດ້. ໃນຄວາມເປັນຈິງແລ້ວ, ສິ່ງທີ່ກົງກັນຂ້າມກໍໄດ້ເກີດຂຶ້ນ, ເພາະຄົນແບບນີ້ແມ່ນຄົນທີ່ພຣະເຈົ້າລັງກຽດ ແລະ ປະນາມຢ່າງແທ້ຈິງ. ສະນັ້ນ ຢ່າເປັນຄົນແບບນີ້. ຖ້າເຈົ້າຢາກເປັນຄົນແບບນີ້ຄືກັນ, ຖ້າເຈົ້າມັກຈະມີສ່ວນຮ່ວມໃນການຫຼອກລວງ ແລະ ການທຳທ່າແບບນີ້ ແລະ ເຈົ້າເຮັດໃຫ້ຜູ້ຄົນຫຼົງຜິດດ້ວຍວິທີນີ້, ແລ້ວເຈົ້າກໍກຳລັງຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າຕ້ອງຮຽນຮູ້ທີ່ຈະເວົ້າວ່າ “ຂ້ານ້ອຍມີຄວາມອ່ອນແອ, ຂ້ານ້ອຍມີຄວາມເປັນລົບ, ຂ້ານ້ອຍມີອຸປະນິໄສທີ່ເສື່ອມຊາມ. ຂ້ານ້ອຍເປັນຄົນທຳມະດາ, ຂ້ານ້ອຍບໍ່ມີຫຍັງພິເສດ. ມີຫຼາຍສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ ແລະ ບໍ່ຮູ້ວິທີເຮັດ. ຂ້ານ້ອຍມັກຈະອ່ອນແອ ແລະ ຖືກຊາຕານເຮັດໃຫ້ຫຼົງຜິດ ຈົນຂ້ານ້ອຍຕົກເຂົ້າສູ່ການລອງໃຈຂອງຊາຕານ. ໃນແງ່ຂອງການສຶກສາທັກສະທາງເຕັກນິກ, ຂ້ານ້ອຍສາມາດມີຄວາມຊຳນານໄດ້ຫຼາຍທີ່ສຸດໜຶ່ງ ຫຼື ສອງຢ່າງ ແລະ ຂ້ານ້ອຍສາມາດຮຽນຮູ້ວິທີເຮັດພວກມັນໄດ້ໂດຍທົ່ວໄປ. ຂ້ານ້ອຍຮູ້ວິທີເຮັດທັກສະທາງວິຊາຊີບເລັກນ້ອຍນີ້ ແລະ ຂ້ານ້ອຍມີທັກສະພິເສດເລັກນ້ອຍນີ້. ຂ້ານ້ອຍເປັນຄົນທຳມະດາ, ຂ້ານ້ອຍບໍ່ໄດ້ມີຄວາມສາມາດທີ່ສູງ ແລະ ການຮັບຮູ້ຂອງຂ້ານ້ອຍກໍທຳມະດາ. ໃນແງ່ຂອງຄວາມຈິງ, ຂ້ານ້ອຍເຂົ້າໃຈພຽງແຕ່ສໍ່າທີ່ພຣະເຈົ້າປະທານໃຫ້ໃນການໂອ້ລົມເທົ່ານັ້ນ. ຂ້ານ້ອຍບໍ່ສາມາດເຂົ້າໃຈສິ່ງໃດກໍຕາມທີ່ພຣະເຈົ້າບໍ່ໄດ້ເປີດເຜີຍ ຫຼື ອະທິບາຍຢ່າງຊັດເຈນ ແລະ ຄວາມສາມາດຂອງຂ້ານ້ອຍກໍທຳມະດາ. ອ້າຍເອື້ອຍນ້ອງເລືອກຂ້ານ້ອຍໃຫ້ເປັນຜູ້ນໍາຄຣິສຕະຈັກ ຫຼື ຫົວໜ້າທີມ ແລະ ນີ້ຄືການທີ່ພຣະເຈົ້າຍົກຍ້ອງຂ້ານ້ອຍ ແລະ ມັນບໍ່ແມ່ນຍ້ອນວ່າຂ້ານ້ອຍດີກວ່າຄົນອື່ນ. ຂ້ານ້ອຍບໍ່ມີຫຍັງທີ່ຈະໂອ້ອວດ”. ພວກເຈົ້າສາມາດເວົ້າສິ່ງດັ່ງກ່າວໄດ້ບໍ? ພວກເຈົ້າເຄີຍເວົ້າສິ່ງດັ່ງກ່າວບໍ? ພວກເຈົ້າຄິດແບບນີ້ໃນຫົວໃຈຂອງພວກເຈົ້າບໍ? ຖ້າເຈົ້າຮູ້ສຶກໃນຫົວໃຈສະເໝີວ່າເຈົ້າຍິ່ງໃຫຍ່, ມະຫັດສະຈັນ, ເໜືອກວ່າຄົນອື່ນ, ເປັນໜຶ່ງໃນລ້ານ, ວ່າເຈົ້າພິເສດໃນທຸກກຸ່ມທີ່ເຈົ້າຢູ່, ວ່າເຈົ້າເປັນອັນດັບໜຶ່ງ, ວ່າຖ້າເຈົ້າໃຊ້ເວລາໜຶ່ງ ຫຼື ສອງເດືອນໃນກຸ່ມຄົນ ທີ່ມີທັກສະພິເສດ, ພອນສະຫວັນ, ຄວາມສາມາດ ແລະ ການຮັບຮູ້ຂອງເຈົ້າສາມາດເປັນທີ່ປະຈັກແກ່ທຸກຄົນ ແລະ ຖືກເບິ່ງວ່າດີກວ່າຄົນທຳມະດາ, ຖ້າເຈົ້າວັດແທກ ແລະ ວາງຕຳແໜ່ງຕົນເອງໃນຫົວໃຈຂອງເຈົ້າແບບນີ້ຢູ່ສະເໝີ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ ແລະ ມີບັນຫາຫຼາຍຢ່າງ.

ມີໜ້ອຍຄົນຫຼາຍໃນທ່າມກາງມະນຸດຊາດທັງໝົດທີ່ສາມາດເຂົ້າໃຈຄວາມຈິງໄດ້ຢ່າງແທ້ຈິງ, ຍິ່ງບໍ່ມີຄົນທີ່ສົມບູນແບບ ຫຼື ຄົນທີ່ສາມາດເຮັດຫຍັງກໍໄດ້, ທຸກຄົນລ້ວນແຕ່ເປັນຄົນທຳມະດາ. ບາງຄົນຄິດວ່າພວກເຂົາບໍ່ທຳມະດາ, ແລ້ວແນວຄິດນີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນຈາກການທີ່ພວກເຂົາມີບາງສິ່ງທີ່ພວກເຂົາເຮັດໄດ້ດີ; ບາງຄົນເກັ່ງໃນການຮ້ອງເພງ, ບາງຄົນເກັ່ງໃນການສະແດງ, ບາງຄົນເກັ່ງໃນທັກສະທາງເຕັກນິກ, ບາງຄົນເກັ່ງໃນການອອກແຮງງານທາງກາຍະພາບ, ບາງຄົນເກັ່ງໃນການພົວພັນທາງສັງຄົມ, ບາງຄົນເກັ່ງໃນເລື່ອງການເມືອງ, ບາງຄົນເກັ່ງໃນເລື່ອງທຸລະກິດ ແລະ ອື່ນໆ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງເລີຍ, ແຕ່ສິ່ງເຫຼົ່ານັ້ນມັກຈະເຮັດໃຫ້ເຈົ້າເຂົ້າໃຈຜິດ ແລະ ເຮັດໃຫ້ເຈົ້າຄິດຜິດວ່າເຈົ້າເໜືອກວ່າຄົນອື່ນ. ເປັນຫຍັງການທີ່ສິ່ງເຫຼົ່ານີ້ເຮັດໃຫ້ເຈົ້າເຂົ້າໃຈຜິດວ່າເຈົ້າເໜືອກວ່າຄົນອື່ນຈຶ່ງເປັນເລື່ອງທີ່ຜິດ? ສິ່ງເຫຼົ່ານີ້ທີ່ເຈົ້າເຮັດໄດ້ດີ ແລະ ສິ່ງທີ່ເອີ້ນວ່າ “ເໜືອກວ່າຄົນອື່ນ” ບໍ່ໄດ້ໝາຍຄວາມວ່າເຈົ້າສາມາດເຂົ້າໃຈຄວາມຈິງ, ວ່າເຈົ້າສາມາດເໜືອກວ່າຄົນທຳມະດາໃນແງ່ຂອງການເຂົ້າໃຈຄວາມຈິງ ຫຼື ວ່າເຈົ້າມີເງື່ອນໄຂທີ່ເອື້ອອຳນວຍໃນແງ່ຂອງການໄລ່ຕາມຄວາມລອດພົ້ນຂອງພຣະເຈົ້າ ແລະ ການຖືກເຮັດໃຫ້ສົມບູນແບບ, ພວກມັນບໍ່ໄດ້ໝາຍຄວາມເຖິງສິ່ງເຫຼົ່ານີ້. ພວກເຈົ້າຕ້ອງຮັບຮູ້ເລື່ອງນີ້ຢ່າງຊັດເຈນ! ນັບຕັ້ງແຕ່ເວລາທີ່ພຣະເຈົ້າເລີ່ມເປັ່ງພຣະທຳຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງຈົນເຖິງປັດຈຸບັນ, ພຣະອົງໄດ້ກ່າວພຣະທຳນັບບໍ່ຖ້ວນ ແລະ ປະຕິບັດພາລະກິດນັບບໍ່ຖ້ວນ ແລະ ມີແມ່ນແຕ່ຄົນດຽວໃນທ່າມກາງມະນຸດຊາດທີ່ເສື່ອມຊາມທັງໝົດທີ່ເຫັນໃນພຣະຄຳຂອງພຣະເຈົ້າວ່າພຣະອົງເປັນພຣະຜູ້ສ້າງ ແລະ ພຣະທຳທີ່ພຣະອົງກ່າວແມ່ນຄວາມຈິງບໍ? ມີແມ່ນແຕ່ຄົນດຽວທີ່ສາມາດເຫັນຕົວຕົນ ແລະ ສະຖານະຂອງພຣະອົງໃນພຣະທຳຂອງພຣະເຈົ້າ ແລ້ວລຸກຂຶ້ນເພື່ອເປັນພະຍານໃຫ້ກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າບໍ? ບໍ່ມີແມ່ນແຕ່ຄົນດຽວ! ຂໍ້ເທັດຈິງນີ້ພິສູດວ່າ, ໃນແງ່ຂອງຄວາມສາມາດ, ຈິດໃຈ ແລະ ການຮັບຮູ້ຂອງມະນຸດຊາດທັງໝົດ, ພວກເຂົາບໍ່ມີເງື່ອນໄຂທີ່ຈຳເປັນສຳລັບການຢັ່ງຮູ້ຄວາມຈິງ, ບໍ່ຕ້ອງເວົ້າເຖິງຄວາມຈິງທີ່ວ່າມະນຸດທຸກຄົນມີອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ບາງຄົນເວົ້າວ່າ “ຖ້າພວກເຮົາບໍ່ມີເງື່ອນໄຂທີ່ຈຳເປັນສຳລັບການຢັ່ງຮູ້ຄວາມຈິງ, ແລ້ວເປັນຫຍັງພວກເຮົາຈຶ່ງເຂົ້າໃຈຄວາມຈິງເລັກນ້ອຍໃນຕອນນີ້?” ນັ້ນບໍ່ແມ່ນຍ້ອນວ່າເຮົາໄດ້ເວົ້າກ່ຽວກັບມັນຫຼາຍແລ້ວບໍ? ເຮົາໄດ້ເວົ້າຫຼາຍຈົນເຮົາບໍ່ຢາກເວົ້າອີກຕໍ່ໄປ ແລະ ເບື່ອໜ່າຍທີ່ຈະເວົ້າ. ທຸກຄັ້ງທີ່ເຮົາເວົ້າ ແລະ ໂອ້ລົມກັບພວກເຈົ້າ, ເຮົາຕ້ອງແຍກຫົວຂໍ້ອອກເປັນຫົວຂໍ້ຫຼັກ, ຫົວຂໍ້ກາງ ແລະ ຫົວຂໍ້ຍ່ອຍ, ອະທິບາຍສິ່ງຕ່າງໆຢ່າງລະອຽດຢູ່ສະເໝີ ແລະ ພວກເຈົ້າກໍຍັງບໍ່ເຂົ້າໃຈ, ແລ້ວຄວາມສາມາດຂອງພວກເຈົ້າຕ້ອງເປັນແນວໃດ? ບາງຄົນກໍຍັງອວດດີ ແລະ ຖືຕົນວ່າຊອບທຳຢ່າງເຖິງທີ່ສຸດ, ແຕ່ເຈົ້າມີຫຍັງໃຫ້ຕ້ອງອວດດີ? ເຮົາເຫັນວ່າບໍ່ມີຫຍັງທີ່ໜ້າຊື່ນຊົມກ່ຽວກັບພວກເຈົ້າສ່ວນໃຫຍ່ເລີຍ. ຫຼັງຈາກທີ່ປະຕິບັດວຽກທາງເຕັກນິກມາຫຼາຍປີ, ມີຈັກຄົນໃນທ່າມກາງພວກເຈົ້າທີ່ເຂົ້າໃຈຫຼັກການຄວາມຈິງຢ່າງແທ້ຈິງ, ສາມາດປະຕິບັດຕາມຫຼັກການຄວາມຈິງ ແລະ ສາມາດປະຕິບັດວຽກຂອງພວກເຈົ້າໃຫ້ສອດຄ່ອງກັບຫຼັກການຄວາມຈິງໄດ້? ພວກເຈົ້າບໍ່ໄດ້ເຮັດວຽກໃດໄດ້ດີເລີຍ, ບໍ່ວ່າມັນຈະເປັນວຽກຫຍັງກໍຕາມ ແລະ ເບື້ອງເທິງກໍຕ້ອງແນະນຳພວກເຈົ້າດ້ວຍຕົນເອງຢູ່ສະເໝີວ່າຕ້ອງເຮັດສິ່ງຕ່າງໆແນວໃດ. ຖ້າບໍ່ດັ່ງນັ້ນ, ກໍຈະບໍ່ມີຫຍັງອອກມາຖືກຕ້ອງ ແລະ ຖ້າວຽກໃດໜຶ່ງດຳເນີນໄປໂດຍທີ່ເບື້ອງເທິງບໍ່ໄດ້ຕິດຕາມມັນ ແລະ ແນະນຳພວກເຈົ້າວ່າຕ້ອງເຮັດແນວໃດ, ບັນຫາກໍຈະເກີດຂຶ້ນ. ບອກເຮົາເບິ່ງ, ຄົນເຊັ່ນນີ້ມີຫຍັງໃຫ້ໂອ້ອວດບໍ? ບໍ່, ພວກເຂົາບໍ່ມີ, ແຕ່ພວກເຂົາກໍຍັງທຳທ່າໃນທຸກດ້ານວ່າເປັນຄົນທີ່ສົມບູນແບບ, ເປັນຄົນຝ່າຍວິນຍານ, ເປັນຄົນທີ່ຍິ່ງໃຫຍ່ ແລະ ສູງສົ່ງ, ພວກເຂົາບໍ່ຮູ້ຈັກອາຍບໍ? ພວກເຈົ້າຊ່າງເປັນຕົວສ້າງບັນຫາແທ້ໆ! ບໍ່ວ່າເຮົາຈະໂອ້ລົມໃນຫົວຂໍ້ໃດກໍຕາມ, ເຮົາກໍຕ້ອງເຮັດຢ່າງລະອຽດ, ຍິ່ງລະອຽດຫຼາຍເທົ່າໃດກໍຍິ່ງດີ. ມັນຈະບໍ່ໄດ້ຜົນຖ້າຕ້ອງໄດ້ອະທິບາຍສິ່ງຕ່າງໆໃຫ້ງ່າຍຂຶ້ນອີກເລັກໜ້ອຍ. ນີ້ຄືລະດັບຄວາມສາມາດ ແລະ ການຮັບຮູ້ເລັກນ້ອຍຂອງຜູ້ຄົນ; ພວກເຂົາໜ້າສົງສານຢ່າງເຖິງທີ່ສຸດ ແຕ່ພວກເຂົາກໍຍັງເຊື່ອວ່າພວກເຂົາຍິ່ງໃຫຍ່. ເຮົາຈະຈົບການໂອ້ລົມຂອງເຮົາໃນດ້ານນີ້ໄວ້ພຽງເທົ່ານີ້.

ຄ. ໂດຍການຢູ່ເໜືອທຸກສິ່ງ

ຕອນນີ້ ພວກເຮົາຈະໂອ້ລົມກ່ຽວກັບດ້ານທີສາມ: ໂດຍການຢູ່ເໜືອທຸກສິ່ງ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ພວກເຂົາມັກຈະຕ້ອງການຢູ່ເໜືອທຸກສິ່ງຢູ່ສະເໝີ, ນີ້ຄືການສະແດງອອກທີ່ໂດດເດັ່ນທີ່ສຸດຂອງທຳມະຊາດຂອງພວກເຂົາ. ເມື່ອໃຜກໍຕາມຕ້ອງການຢູ່ເໜືອທຸກສິ່ງ, ບັນຫານີ້ກໍເປັນບັນຫາທີ່ຮ້າຍແຮງຫຼາຍ ແລະ ຄົນເຊັ່ນນີ້ລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. “ການຢູ່ເໜືອທຸກສິ່ງ” ໝາຍຄວາມວ່າແນວໃດ? ຜູ້ຕໍ່ຕ້ານພຣະຄຣິສຄອບຄອງແກ່ນແທ້ຂອງຊາຕານ, ຫົວໜ້າທູດສະຫວັນ; ພວກເຂົາບໍ່ເຕັມໃຈທີ່ຈະເປັນຄົນປົກກະຕິ ຫຼື ຄົນທຳມະດາໂດຍກຳເນີດ. ຖ້າພວກເຂົາຖືກເຮັດໃຫ້ເປັນຄົນທຳມະດາ, ໃຫ້ດຳລົງຊີວິດແບບທຳມະດາ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະເຮັດແບບນັ້ນ ແລະ ຮູ້ສຶກບໍ່ພໍໃຈກ່ຽວກັບເລື່ອງນີ້ ແລະ ພວກເຂົາກໍຈະຢູ່ໃນການຕໍ່ສູ້ດີ້ນຮົນຢູ່ຕະຫຼອດເວລາ. ເປັນຫຍັງພວກເຂົາຈຶ່ງຈະຢູ່ໃນການຕໍ່ສູ້ດີ້ນຮົນຢູ່ຕະຫຼອດເວລາ? ເພາະວ່າພວກເຂົາຕ້ອງການສ້າງຄວາມວຸ້ນວາຍ ແລະ ສະແດງເລ່ຫຼ່ຽມບາງຢ່າງໃຫ້ຄົນອື່ນເຫັນ, ເພື່ອໃຫ້ຄົນອື່ນຮູ້ວ່າມີຜູ້ຍິ່ງໃຫຍ່ຄືກັບພວກເຂົາຢູ່ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ພວກເຂົາຕ້ອງການສ້າງຊື່ສຽງໃຫ້ກັບຕົນເອງ, ເພື່ອໃຫ້ຄົນອື່ນຮູ້ວ່າພວກເຂົາເປັນປາທີ່ໃຫຍ່ເກີນກວ່າຈະຢູ່ໃນໜອງ, ຄືກັບທີ່ຜູ້ບໍ່ມີຄວາມເຊື່ອເວົ້າ. ປາທີ່ໃຫຍ່ເກີນກວ່າຈະຢູ່ໃນໜອງເຫຼົ່ານີ້ແມ່ນສິ່ງປະເພດໃດ? ພວກມັນຄືວິນຍານທີ່ຊົ່ວຮ້າຍ, ວິນຍານທີ່ບໍ່ສະອາດ, ຫົວໜ້າທູດສະຫວັນ, ຊາຕານ ແລະ ມານຮ້າຍ. ໂດຍທຳມະຊາດແລ້ວ ຜູ້ຕໍ່ຕ້ານພຣະຄຣິສບໍ່ປາຖະໜາທີ່ຈະໃຊ້ເວລາໃນແຕ່ລະມື້ຂອງພວກເຂົາໄປກັບການພໍໃຈໃນສິ່ງທີ່ຕົນມີໃນຊີວິດ, ດຳລົງຊີວິດແບບຄົນທຳມະດາ; ພວກເຂົາບໍ່ຍອມເຮັດໜ້າທີ່ຂອງຕົນເອງຢ່າງງຽບໆ ຫຼື ກະທຳຄືກັບຄົນທຳມະດາທີ່ປະພຶດຕົວດີ, ພວກເຂົາບໍ່ພໍໃຈທີ່ຈະເປັນແບບນັ້ນ. ດັ່ງນັ້ນ, ບໍ່ວ່າພວກເຂົາຈະປະພຶດຕົວແນວໃດທາງພາຍນອກ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ພວກເຂົາມັກຈະຮູ້ສຶກບໍ່ມີຄວາມສຸກກັບສິ່ງທີ່ຕົນມີໃນຊີວິດຢູ່ສະເໝີ ແລະ ພວກເຂົາກໍຈະເຮັດບາງສິ່ງບາງຢ່າງ. ສິ່ງໃດແດ່? ພວກເຂົາຈະເຮັດບາງສິ່ງບາງຢ່າງທີ່ຄົນປົກກະຕິບໍ່ມີທາງຄິດອອກໄດ້. ພວກເຂົາມັກຈະເປັນຈຸດສົນໃຈ ແລະ ພວກເຂົາຈະບໍ່ລັງເລທີ່ຈະອົດທົນຕໍ່ຄວາມທຸກລຳບາກບາງຢ່າງ ແລະ ຈ່າຍລາຄາເລັກນ້ອຍ. ມີຄຳເວົ້າໜຶ່ງທີ່ກ່າວວ່າ: “ເຈົ້າໜ້າທີ່ໃໝ່ມັກຈະກະຕືລືລົ້ນທີ່ຈະສ້າງຄວາມປະທັບໃຈ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນຳ, ພວກເຂົາກໍຮູ້ສຶກວ່າພວກເຂົາຕ້ອງສະແດງສິ່ງມະຫັດສະຈັນບາງຢ່າງ ແລະ ສ້າງ “ຄວາມສຳເລັດໃນອາຊີບຂອງພວກເຂົາ” ບາງຢ່າງ ເພື່ອພິສູດວ່າພວກເຂົາບໍ່ແມ່ນຄົນທຳມະດາ. ບັນຫາທີ່ຮ້າຍແຮງທີ່ສຸດຢູ່ໃນທີ່ນີ້ແມ່ນຫຍັງ? ເຖິງແມ່ນວ່າພວກເຂົາກຳລັງເຮັດສິ່ງຕ່າງໆໃນຄຣິສຕະຈັກ ແລະ ເຖິງແມ່ນວ່າພວກເຂົາຈະເຮັດທຳທ່າວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍບໍ່ເຄີຍສະແຫວງຫາຈາກພຣະເຈົ້າກ່ຽວກັບວິທີປະຕິບັດໜ້າທີ່ຂອງພວກເຂົາ ຫຼື ວິທີເຮັດວຽກງານຂອງຄຣິສຕະຈັກໃຫ້ດີ, ທັງບໍ່ໄດ້ພະຍາຍາມຢ່າງຈິງຈັງເພື່ອຄົ້ນຫາວ່າກົດລະບຽບຂອງເຮືອນຂອງພຣະເຈົ້າແມ່ນຫຍັງ, ຫຼັກການຄວາມຈິງແມ່ນຫຍັງ ຫຼື ວິທີການກະທຳໃນວິທີທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງ, ບໍ່ນຳຄວາມອັບອາຍມາສູ່ພຣະເຈົ້າ, ເປັນພະຍານໃຫ້ກັບພຣະເຈົ້າ, ເຮັດໃຫ້ວຽກງານຂອງຄຣິສຕະຈັກສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ຮັບປະກັນວ່າບໍ່ມີຄວາມຜິດພາດທີ່ເກີດຈາກຄວາມບໍ່ເອົາໃຈໃສ່ປາກົດຂຶ້ນໃນວຽກງານຂອງພວກເຂົາ. ພວກເຂົາບໍ່ເຄີຍຖາມກ່ຽວກັບສິ່ງເຫຼົ່ານີ້ ແລະ ພວກເຂົາກໍບໍ່ເຄີຍສອບຖາມກ່ຽວກັບສິ່ງເຫຼົ່ານີ້, ພວກເຂົາບໍ່ມີສິ່ງເຫຼົ່ານີ້ຢູ່ໃນຫົວໃຈຂອງພວກເຂົາ, ຫົວໃຈຂອງພວກເຂົາບໍ່ໄດ້ເຕັມໄປດ້ວຍສິ່ງເຫຼົ່ານີ້. ແລ້ວພວກເຂົາສອບຖາມກ່ຽວກັບຫຍັງ? ຫົວໃຈຂອງພວກເຂົາເຕັມໄປດ້ວຍສິ່ງໃດ? ມັນເຕັມໄປດ້ວຍຄວາມຄິດກ່ຽວກັບວິທີທີ່ພວກເຂົາສາມາດໂອ້ອວດຄວາມສາມາດພິເສດຂອງພວກເຂົາ ແລະ ສະແດງໃຫ້ເຫັນວ່າພວກເຂົາແຕກຕ່າງຈາກຄົນອື່ນໆ ແລະ ໂອ້ອວດຮູບແບບຄວາມເປັນຜູ້ນຳຂອງພວກເຂົາໃນຄຣິສຕະຈັກ, ເພື່ອໃຫ້ຄົນອື່ນສາມາດເຫັນໄດ້ວ່າພວກເຂົາເປັນເສົາຫຼັກຂອງຄຣິສຕະຈັກ ແລະ ເຫັນວ່າຄຣິສຕະຈັກບໍ່ສາມາດຂາດພວກເຂົາໄດ້ ແລະ ເຫັນວ່າມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະເຮັດໃຫ້ວຽກງານທັງໝົດຂອງຄຣິສຕະຈັກສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ. ເມື່ອຕັດສິນຈາກການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ແຮງຈູງໃຈ ແລະ ແຮງຊຸກຍູ້ດັ້ງເດີມຂອງການກະທຳຂອງພວກເຂົາ, ພວກເຂົາໄດ້ວາງຕົນເອງໄວ້ໃນຕຳແໜ່ງໃດ? ພວກເຂົາວາງຕົນເອງໃຫ້ຢູ່ເໜືອທຸກສິ່ງ. ແລະ ສິ່ງນີ້ສະແດງອອກແນວໃດ? (ພວກເຂົາບໍ່ຍອມໃຜ ແລະ ຕ້ອງການເປັນຜູ້ຕັດສິນໃຈຂັ້ນສຸດທ້າຍຢູ່ສະເໝີ ແລະ ເຮັດໃຫ້ຄົນອື່ນເຮັດຕາມທີ່ພວກເຂົາເວົ້າ.) ມີບັນຫາໃນການທີ່ພວກເຂົາບໍ່ຍອມໃຜ; ມີຄວາມໝາຍທີ່ເຊື່ອງຊ້ອນຢູ່ພາຍໃນສິ່ງນີ້. ນັ້ນກໍຄື, ເມື່ອພວກເຂົາເຮັດວຽກງານຂອງຄຣິສຕະຈັກ, ພວກເຂົາບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ທັງບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ດັ່ງນັ້ນ ພວກເຂົາຈຶ່ງບໍ່ຮູ້ສຶກວ່າມີຄວາມຈຳເປັນອັນໃດທີ່ຈະຕ້ອງສະແຫວງຫາຫຼັກການຄວາມຈິງ, ທີ່ຈະຕ້ອງລຳບາກຄົ້ນຫາວ່າກົດລະບຽບຂອງຄຣິສຕະຈັກແມ່ນຫຍັງ ຫຼື ຫຼັກການໃດທີ່ເຮືອນຂອງພຣະເຈົ້າຕ້ອງການ, ພວກເຂົາບໍ່ແມ່ນແຕ່ຈະໃສ່ໃຈກັບສິ່ງໃດກໍຕາມທີ່ເຮົາເວົ້າ. ພວກເຂົາຍຶດໝັ້ນໃນຫຼັກການໃດ? ພວກເຂົາຍຶດໝັ້ນໃນຫຼັກການ ແລະ ແຮງຈູງໃຈ ເຊັ່ນ: ການຮັບໃຊ້ຄຣິສຕະຈັກ ແລະ ການຮັບໃຊ້ອ້າຍເອື້ອຍນ້ອງ ເພື່ອດຳເນີນກິດຈະການຂອງຕົວເອງ. ຕາບໃດທີ່ພວກເຂົາສາມາດມີຈຸດຢືນໃນຄຣິສຕະຈັກ ແລະ ໃນໝູ່ອ້າຍເອື້ອຍນ້ອງ ແລະ ກາຍເປັນຄົນທີ່ມີກຽດຕິຍົດ ແລະ ມີອຳນາດໃນການສັ່ງການ, ນັ້ນກໍພຽງພໍແລ້ວ ແລະ ພວກເຂົາກໍຈະບັນລຸສິ່ງທີ່ພວກເຂົາເອີ້ນວ່າ “ຜົນໄດ້ຮັບ” ໃນການປະຕິບັດໜ້າທີ່ຂອງພວກເຂົາ. ຈຸດປະສົງຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ ຫຼື ເພື່ອຄຳນຶງເຖິງພາລະຂອງພຣະເຈົ້າ, ແຕ່ເປັນການຮັບໃຊ້ຄຣິສຕະຈັກ ແລະ ຮັບໃຊ້ອ້າຍເອື້ອຍນ້ອງ ແລະ ໃນຂະນະທີ່ເຮັດສິ່ງນີ້, ກໍເພື່ອຄວບຄຸມສິ່ງທັງໝົດເຫຼົ່ານີ້. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາຕ້ອງການຄວບຄຸມສິ່ງທັງໝົດເຫຼົ່ານີ້? ເພາະວ່າເມື່ອພວກເຂົາກຳລັງເຮັດສິ່ງຕ່າງໆ, ກ່ອນອື່ນ ພວກເຂົາກໍມາເພື່ອໃຫ້ໄດ້ຈຸດຢືນສຳລັບຕົນເອງ, ເພື່ອໃຫ້ໄດ້ຊື່ສຽງບາງຢ່າງ, ຊື່ສຽງຂອງພວກເຂົາເພີ່ມຂຶ້ນ, ພວກເຂົາກາຍເປັນຄົນທີ່ມີອຳນາດໃນການສັ່ງການ ແລະ ຕັດສິນໃຈ ແລະ ຈາກນັ້ນ ພວກເຂົາກໍສາມາດເຮັດໃຫ້ພຣະເຈົ້າເປັນພຽງຫຸ່ນເຊີດ ແລະ ເຂົ້າມາແທນທີ່ພຣະເຈົ້າ. ພາຍໃນຂອບເຂດອິດທິພົນຂອງພວກເຂົາ, ພວກເຂົາເຮັດໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດກາຍເປັນພຽງຫຸ່ນເຊີດ, ເປັນຫຸ່ນກະບອກ ແລະ ນີ້ຄືຄວາມໝາຍຂອງ “ການຢູ່ເໜືອທຸກສິ່ງ”. ນີ້ບໍ່ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະພຶດ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ໂອກາດໃນການປະຕິບັດໜ້າທີ່ຂອງພວກເຂົາ ເພື່ອສະແດງພອນສະຫວັນ ແລະ ຄວາມສາມາດພິເສດຂອງພວກເຂົາຢ່າງເຕັມທີ່ ແລະ ສະແດງຄວາມຄິດ ແລະ ການກະທຳທີ່ເປັນເອກະລັກຂອງພວກເຂົາ, ເພື່ອເອົາຊະນະໃຈຜູ້ຄົນ ແລະ ໄດ້ຮັບການສັງເກດເຫັນຈາກຜູ້ຄົນຫຼາຍຂຶ້ນ. ຈາກນັ້ນ ພວກເຂົາກໍໄດ້ຮັບອຳນາດໃນການສັ່ງການ, ໃນການຕັດສິນໃຈ ແລະ ໃນການຄວບຄຸມສິ່ງຕ່າງໆໃນຄຣິສຕະຈັກ ແລະ ສິ່ງນີ້ນຳໄປສູ່ການທີ່ຜູ້ຄົນຈຳນວນຫຼາຍເຊື່ອຟັງພວກເຂົາ ແລະ ອ່ອນນ້ອມຕໍ່ພວກເຂົາ ແລະ ພຣະເຈົ້າກໍກາຍເປັນຄົນນອກ, ນີ້ບໍ່ແມ່ນການທີ່ພວກເຂົາເຮັດໃຫ້ພຣະເຈົ້າກາຍເປັນພຽງຫຸ່ນເຊີດບໍ? ນີ້ຄືຈຸດປະສົງທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການບັນລຸດ້ວຍການກະທຳຂອງພວກເຂົາ ແລະ ນີ້ຄືສິ່ງທີ່ເກີດຂຶ້ນໃນທີ່ສຸດກັບສະຖານທີ່ໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສປົກຄອງ.

ຖ້າຄຣິສຕະຈັກໃດໜຶ່ງມີຜູ້ຕໍ່ຕ້ານພຣະຄຣິສກຳອຳນາດຢູ່, ອ້າຍເອື້ອຍນ້ອງຢູ່ທີ່ນັ້ນຈະຢູ່ໃນສະພາວະໃດ? ພວກເຂົາຈະເຮັດພຽງແຕ່ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ, ພວກເຂົາຈະພຽງແຕ່ຍຶດຕິດກັບກົດລະບຽບໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາຈະບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຈະບໍ່ສະແຫວງຫາຄວາມຈິງ. ບໍ່ວ່າພວກເຂົາຈະທົນທຸກຫຼາຍສໍ່າໃດ ຫຼື ຈ່າຍລາຄາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີຄວາມຄືບໜ້າໃດກໍຕາມເລີຍໃນການເຂົ້າສູ່ຊີວິດ. ແມ່ນແຕ່ເຮົາກໍຈະຖືກປະຕິເສດໃນຄຣິສຕະຈັກເຊັ່ນນີ້ ເມື່ອເຮົາໄປທີ່ນັ້ນ. ໃນບັນດາພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຜູ້ນີ້ເປັນຜູ້ນຳພຽງແຕ່ໃນນາມເທົ່ານັ້ນ, ແຕ່ຄວາມຈິງແລ້ວ ຜູ້ຕໍ່ຕ້ານພຣະຄຣິສໄດ້ກາຍເປັນນາຍຂອງພວກເຂົາ ແລະ ເປັນພຣະເຈົ້າຂອງພວກເຂົາແລ້ວ. ໃນຄຣິສຕະຈັກໃດກໍຕາມທີ່ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ, ຄວາມຈິງ ແລະ ພຣະເຈົ້າຈະຖືກປ່ຽນໃຫ້ກາຍເປັນພຽງຫຸ່ນເຊີດ. ນີ້ຄືຄວາມໝາຍຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຢູ່ເໜືອທຸກສິ່ງ. ນີ້ບໍ່ແມ່ນສິ່ງທີ່ຮ້າຍແຮງບໍ? ເມື່ອຜູ້ຄົນໃນຄຣິສຕະຈັກຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນພາຍນອກໄປເຮັດວຽກຢູ່ທີ່ນັ້ນ, ຄົນເຫຼົ່ານີ້ຈະບໍ່ຕ້ອງເບິ່ງສັນຍານຈາກນາຍຂອງພວກເຂົາທຸກຄັ້ງທີ່ພວກເຂົາເວົ້າ ແລະ ກະທຳບໍ? ພວກເຂົາຢູ່ພາຍໃຕ້ການສັ່ງການທີ່ເປັນເອກະພາບກັນ, ພວກເຂົາກະທຳຢ່າງພ້ອມພຽງກັນ ແລະ ບໍ່ມີໃຜກ້າເວົ້າໂດຍບໍ່ໄດ້ຮັບອະນຸຍາດ. ຫຼັງຈາກທີ່ນາຍຂອງພວກເຂົາເບິ່ງພຽງຄັ້ງດຽວ, ຄົນເຫຼົ່ານີ້ກໍຮູ້ວ່າມັນໝາຍຄວາມວ່າແນວໃດ ແລະ ຈາກນັ້ນ ພວກເຂົາກໍປະຕິບັດຕາມນັ້ນ. ຖ້າເຮົາຖາມບາງສິ່ງບາງຢ່າງກັບພວກເຂົາ, ພວກເຂົາກໍຈະລົມກັນດ້ວຍພາສາທ້ອງຖິ່ນຂອງພວກເຂົາເອງ. ນີ້ໝາຍຄວາມວ່າພວກເຂົາບໍ່ຕ້ອງການໃຫ້ເຮົາຮູ້ວ່າພວກເຂົາກຳລັງເວົ້າຫຍັງ, ພວກເຂົາຕ້ອງການຫຼີກລ່ຽງເຮົາ ແລະ ພວກເຂົາຄິດວ່າເຮົາເປັນຄົນນອກ. ນີ້ບໍ່ແມ່ນບັນຫາບໍ? ທຳມະຊາດຂອງການທີ່ພວກເຂົາຕ້ອງການຫຼີກລ່ຽງເຮົາແມ່ນຫຍັງ? ນີ້ຄືອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຕ້ອງການຄວບຄຸມຄຣິສຕະຈັກ ແລະ ຄວບຄຸມຜູ້ຄົນ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ພວກເຂົາຈະບໍ່ເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງຢ່າງເດັດຂາດ, ຍິ່ງໄປກວ່ານັ້ນພວກເຂົາຈະບໍ່ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ພວກເຂົາກຳລັງພະຍາຍາມສ້າງອານາຈັກຂອງພວກເຂົາເອງ ແລະ ດຳເນີນກິດຈະການຂອງຕົວເອງ. ນີ້ເປັນການປະຕິບັດໜ້າທີ່ຂອງພວກເຂົາໄດ້ແນວໃດ? ນີ້ຄືການທີ່ພວກເຂົາສ້າງອານາຈັກຂອງພວກເຂົາເອງພາຍໃຕ້ການເຮັດທຳທ່າວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ເນື່ອງຈາກຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດປະເພດນີ້, ເຖິງແມ່ນວ່າພວກເຂົາຈະບໍ່ເວົ້າວ່າພວກເຂົາຮັກສະຖານະ ແລະ ຕ້ອງການສະຖານະຢ່າງເປັນອັດຕະວິໄສກໍຕາມ, ທັນທີທີ່ພວກເຂົາເຮັດບາງສິ່ງບາງຢ່າງ ແລະ ຍື່ນມືຂອງພວກເຂົາອອກໄປ, ພວກເຂົາກໍຈະຟ້າວຍ່າງລົງໄປໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ທຳມະຊາດແບບມານຮ້າຍຂອງພວກເຂົາກໍຈະຖືກເປີດເຜີຍ ແລະ ພວກເຂົາກໍຈະພະຍາຍາມສ້າງອານາຈັກຂອງພວກເຂົາເອງ. ທັນທີທີ່ພວກເຂົາເຮັດສິ່ງໃດກໍຕາມ, ພວກເຂົາກໍຈະພະຍາຍາມເຂົ້າໄປກ່ຽວຂ້ອງກັບກິດຈະການຂອງພວກເຂົາເອງ. ທັນທີທີ່ພວກເຂົາເຮັດສິ່ງໃດກໍຕາມ, ພວກເຂົາຈະພະຍາຍາມດຳເນີນໄປຕາມວິທີການ ແລະ ແນວທາງຂອງພວກເຂົາເອງເມື່ອເບື້ອງເທິງຈັດແຈງບາງສິ່ງບາງຢ່າງ ແລະ ມັນໄປເຖິງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ຈັດຕັ້ງປະຕິບັດມັນ, ແຕ່ພວກເຂົາພັດສຶກສາມັນ, ພິຈາລະນາມັນ ແລະ ໂອ້ລົມກ່ຽວກັບມັນ. ຈຸດປະສົງຂອງພວກເຂົາໃນການໂອ້ລົມກ່ຽວກັບມັນແມ່ນຫຍັງ? ເພື່ອໃຫ້ທຸກຄົນສົນທະນາກ່ຽວກັບມັນ ເພື່ອເບິ່ງວ່າມັນຈະຖືກນຳໄປໃຊ້ ຫຼື ບໍ່ ແລະ ມັນສາມາດໃຊ້ງານໄດ້ ຫຼື ບໍ່, ບໍ່ແມ່ນເພື່ອຈັດຕັ້ງປະຕິບັດມັນ. ທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳລ້ວນແຕ່ເປັນຄວາມຈິງ, ແຕ່ສິ່ງນີ້ຈະປ່ຽນໄປເມື່ອມັນໄປເຖິງຜູ້ຕໍ່ຕ້ານພຣະຄຣິສ, ມັນຈະປ່ຽນເປັນບາງສິ່ງບາງຢ່າງໃຫ້ພວກເຂົາສຶກສາ. ພວກເຂົາສຶກສາ, ວິເຄາະ ແລະ ສົນທະນາກ່ຽວກັບມັນ ແລະ ໃນທີ່ສຸດ, ພວກເຂົາກໍເຮັດໃຫ້ທຸກຄົນປະຕິເສດຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ການຈັດແຈງຂອງພຣະເຈົ້າ. ໃນຫົວໃຈຂອງພວກເຂົາ, ພວກເຂົາຄິດວ່າ “ເຈົ້າບໍ່ແມ່ນຄວາມຈິງ, ເຈົ້າເປັນພຽງຄົນທຳມະດາ. ສິ່ງທີ່ເຈົ້າເວົ້າບໍ່ມີຄວາມໝາຍຫຍັງເລີຍ ແລະ ຖ້າເຈົ້າຕ້ອງການເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນເຂດອຳນາດຂອງຂ້ອຍ, ເຈົ້າກໍລືມມັນໄປໄດ້ເລີຍ! ຕອນນີ້ຂ້ອຍເປັນຜູ້ຮັບຜິດຊອບຢູ່ທີ່ນີ້ ສະນັ້ນ ທຸກຄົນຕ້ອງເຮັດຕາມທີ່ຂ້ອຍເວົ້າ. ຂ້ອຍມີອຳນາດເດັດຂາດໃນການສັ່ງການ ແລະ ຕັດສິນໃຈ ແລະ ເຈົ້າສາມາດເປັນໄດ້ພຽງຫຸ່ນເຊີດຢູ່ທີ່ນີ້ເທົ່ານັ້ນ. ຂ້ອຍຕ້ອງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນທຸກສິ່ງພາຍໃນຂອບເຂດວຽກງານ ແລະ ອິດທິພົນຂອງຂ້ອຍ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈຄວາມຈິງ ແລະ ທຸກສິ່ງທີ່ເຈົ້າເວົ້າເປັນຄວາມຈິງ, ສິ່ງນັ້ນກໍຈະໃຊ້ບໍ່ໄດ້ຜົນກັບຂ້ອຍ!” ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ ແລະ ມານຮ້າຍ, ແມ່ນບໍ? ດັ່ງນັ້ນ, ເມື່ອສິ່ງເຫຼົ່ານັ້ນໄປເຖິງອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສ, ການຈັດແຈງວຽກງານຂອງຄຣິສຕະຈັກ, ຂໍ້ກຳນົດຂອງເບື້ອງເທິງ ແລະ ຫຼັກການຄວາມຈິງກໍຈະບໍ່ໄດ້ຮັບການຈັດຕັ້ງປະຕິບັດເລີຍ. ຈະສາມາດເຮັດຫຍັງໄດ້ແດ່ກ່ຽວກັບການທີ່ສິ່ງເຫຼົ່ານີ້ບໍ່ໄດ້ຮັບການຈັດຕັ້ງປະຕິບັດ? ເມື່ອຄຣິສຕະຈັກໃດໜຶ່ງບໍ່ຈັດຕັ້ງປະຕິບັດພວກມັນ, ນີ້ກໍໝາຍຄວາມວ່າມີບາງສິ່ງບາງຢ່າງຜິດປົກກະຕິກ່ຽວກັບຜູ້ນຳ ແລະ ຜູ້ເຮັດວຽກຢູ່ທີ່ນັ້ນ ແລະ ສິ່ງກີດຂວາງ ແລະ ອຸປະສັກເຫຼົ່ານີ້ກໍຄວນໄດ້ຮັບການຈັດການ. ເຈົ້າຄິດວ່າເຮືອນຂອງພຣະເຈົ້າບໍ່ສາມາດເຮັດຫຍັງກັບເຈົ້າໄດ້ບໍ? ຖ້າເຮືອນຂອງພຣະເຈົ້າສາມາດໃຊ້ງານເຈົ້າໄດ້, ມັນກໍສາມາດຈັດການກັບເຈົ້າໄດ້ເຊັ່ນກັນ. ເຈົ້າຄິດວ່ານີ້ຄືໂລກບໍ? ເຈົ້າຄິດວ່າຖ້າເຈົ້າມີອິດທິພົນ, ເຮັດຕົວຄືກັບທໍຣະຣາດ ແລະ ຖ້າເຈົ້າຮ້າຍກາດ, ໃຊ້ອຳນາດບາດໃຫຍ່ ແລະ ໂຫດຮ້າຍພຽງພໍ, ກໍຈະບໍ່ມີໃຜສາມາດເຮັດຫຍັງກັບເຈົ້າໄດ້ບໍ? ຖ້າເປັນແນວນັ້ນ, ເຈົ້າກໍຄິດຜິດແລ້ວ! ນີ້ຄືເຮືອນຂອງພຣະເຈົ້າ, ເຮືອນຂອງພຣະເຈົ້າຖືກປົກຄອງໂດຍຄວາມຈິງ ແລະ ມັນປະຕິບັດຕໍ່ຜູ້ຄົນຢ່າງມີຫຼັກການ. ເຮືອນຂອງພຣະເຈົ້າອາດຈະໃຊ້ງານເຈົ້າ ແລະ ເຮືອນຂອງພຣະເຈົ້າອາດຈະບໍ່ໃຊ້ງານເຈົ້າ ແລະ ກຳຈັດເຈົ້າຖິ້ມ, ບໍ່ວ່າເຈົ້າຈະຖືກໃຊ້ງານ ຫຼື ບໍ່ກໍຕາມນັ້ນແມ່ນຖືກຕັດສິນໂດຍພຣະທຳຈາກພຣະເຈົ້າ. ຖ້າເຈົ້າກໍ່ໃຫ້ເກີດການລົບກວນ ແລະ ຂັດຂວາງສິ່ງຕ່າງໆຢ່າງບໍ່ສົມເຫດສົມຜົນຢູ່ທີ່ນີ້, ແລ້ວໃນທີ່ສຸດເຈົ້າກໍຈະຖືກກຳຈັດຖິ້ມ; ຖ້າເຈົ້າພະຍາຍາມໃຫ້ບໍລິການ, ຖ້າເຈົ້າຢູ່ທີ່ນີ້ ແລະ ຮູ້ຈັກສະຖານະຂອງຕົນເອງ ແລະ ປະພຶດຕົວດີ, ແລ້ວເຮືອນຂອງພຣະເຈົ້າກໍຈະເກັບເຈົ້າໄວ້ເພື່ອໃຫ້ບໍລິການ ແລະ ເບິ່ງວ່າການໃຫ້ບໍລິການຂອງເຈົ້າຈະອອກມາເປັນແນວໃດ.

ແກ່ນແທ້ຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສສ້າງອານາຈັກຂອງພວກເຂົາເອງກໍຄືການຢູ່ເໜືອທຸກສິ່ງ, ການບໍ່ສົນໃຈພຣະເຈົ້າ, ການບໍ່ສົນໃຈຄວາມຈິງ ແລະ ການບໍ່ສົນໃຈກົດລະບຽບຂອງຄຣິສຕະຈັກ. ພວກເຂົາພຽງແຕ່ຮັບໃຊ້ຊື່ “ຄຣິສຕະຈັກ”, ພວກເຂົາພຽງແຕ່ຮັບໃຊ້ຕຳແໜ່ງ “ເຮືອນຂອງພຣະເຈົ້າ”, ພວກເຂົາພຽງແຕ່ຮັບໃຊ້ກຸ່ມຄົນທີ່ເອີ້ນວ່າ “ອ້າຍເອື້ອຍນ້ອງ” ແລະ ພວກເຂົາບໍ່ເຄີຍປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງເລີຍ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ຕິດຕາມພຣະເຈົ້າ ຫຼື ອ່ອນນ້ອມຕໍ່ພຣະທຳຂອງພຣະອົງ, ນີ້ຄືການທີ່ພວກເຂົາສ້າງອານາຈັກຂອງພວກເຂົາເອງ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ແກ່ນແທ້ນີ້ກໍຄືການຢູ່ເໜືອທຸກສິ່ງ. ຕອນນີ້, ແກ່ນແທ້ນີ້ຖືກປະນາມ ຫຼື ໄດ້ຮັບການຍອມຮັບ? (ຖືກປະນາມ.) ແລະ ເນື່ອງຈາກມັນຖືກປະນາມ, ຄົນເຫຼົ່ານີ້ກໍຄວນຖືກປະຕິເສດໃນບັນດາພວກເຈົ້າ. ຄົນທີ່ເບົາປັນຍາ, ໂງ່ຈ້າ ແລະ ຕາບອດບາງຄົນກໍຕິດຕາມ, ຍົກຍ້ອງ, ຊື່ນຊົມ ແລະ ເຄົາລົບບູຊາຄົນເຊັ່ນນີ້ເມື່ອພວກເຂົາໄດ້ເຫັນ ແລະ ພວກເຂົາເຖິງຂັ້ນຢາກກົ້ມຫົວໃຫ້ກັບຄົນເຫຼົ່ານັ້ນ, ພວກເຂົາຊ່າງໂງ່ຈ້າແທ້ໆ! ຜູ້ຕໍ່ຕ້ານພຣະຄຣິສສາມາດນຳພາເຈົ້າໄປໃສໄດ້? ເມື່ອພວກເຂົານຳພາເຈົ້າ, ມັນກໍຄືກັບມັງກອນແດງທີ່ຍິ່ງໃຫຍ່ກຳລັງນຳພາເຈົ້າ ແລະ ພວກເຂົາຈະບໍ່ຢຸດຈົນກວ່າພວກເຂົາຈະນຳພາເຈົ້າລົງໄປໃນຮ່ອງນ້ຳ ຫຼື ຂຸມເລິກ. ເມື່ອພວກເຂົາທຳລາຍເຈົ້າຈົນພັງພິນາດແລ້ວ, ພວກເຂົາກໍຈະເຕະເຈົ້າຖິ້ມ; ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ ແລະ ເຈົ້າກໍຈະເຊື່ອໃນພຣະເຈົ້າຢ່າງສູນເປົ່າ. ຖ້າພວກເຈົ້າຕາບອດ ແລະ ບໍ່ສາມາດເບິ່ງທະລຸຄົນເຫຼົ່ານີ້ໄດ້ ແລະ ພວກເຈົ້າເຊື່ອຟັງ, ອ່ອນນ້ອມຕໍ່ ແລະ ຕິດຕາມຄົນເຫຼົ່ານີ້, ແລ້ວພວກເຈົ້າກໍໂງ່ຈ້າຢ່າງຮ້າຍແຮງ ແລະ ພວກເຈົ້າກໍສົມຄວນຕາຍ. ດັ່ງນັ້ນ, ພວກເຈົ້າຄວນເຮັດແນວໃດຖ້າພວກເຈົ້າພົບພໍ້ກັບຄົນແບບນັ້ນ? ເມື່ອພວກເຈົ້າພົບພໍ້ກັບຄົນໃດໜຶ່ງໃນຄຣິສຕະຈັກທີ່ເຮັດທຳທ່າ ແລະ ຫຼອກລວງ, ຜູ້ທີ່ຢູ່ເໜືອທຸກສິ່ງເມື່ອເຮັດສິ່ງໃດກໍຕາມ, ຜູ້ທີ່ດູຖູກຄວາມຈິງ, ດູຖູກພຣະເຈົ້າ ແລະ ດູຖູກກົດລະບຽບຂອງຄຣິສຕະຈັກ, ທຸກຄົນກໍຄວນສະແດງຈຸດຢືນເພື່ອລິຮານພວກເຂົາ ແລະ ປະຕິເສດພວກເຂົາ. ຖ້າພວກເຂົາສາມາດອອກເຫື່ອແຮງໃນເຮືອນຂອງພຣະເຈົ້າດ້ວຍພຶດຕິກຳທີ່ດີໄດ້, ກໍຈົ່ງເກັບພວກເຂົາໄວ້ເພື່ອອອກເຫື່ອແຮງ; ຖ້າພວກເຂົາປະພຶດຕົວບໍ່ດີ ແລະ ມັກຈະຂັດຂວາງສິ່ງຕ່າງໆຢ່າງບໍ່ສົມເຫດສົມຜົນຢູ່ສະເໝີ, ແລ້ວພວກເຈົ້າກໍຄວນຈັດຕັ້ງປະຕິບັດກົດການປົກຄອງຂອງເຮືອນຂອງພຣະເຈົ້າ ແລະ ຊຳລະລ້າງພວກເຂົາອອກໄປ.

ວັນທີ 23 ພຶດສະພາ 2020

ກ່ອນນີ້: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີເກົ້າ)

ຕໍ່ໄປ: ລາຍການທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້