1. ພື້ນຖານສຳລັບການບັງເກີດເປັນມະນຸດຂອງພຣະເຈົ້າໃນປະເທດຈີນຕາມຄຳທຳນາຍໃນພຣະຄຳພີ ແລະ ໃນພຣະທຳຂອງພຣະເຈົ້າ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ດ້ວຍວ່າ ແຕ່ຕາເວັນຂຶ້ນຈົນຮອດຕາເວັນຕົກ, ນາມຂອງເຮົາຈະຍິ່ງໃຫຍ່ຢູ່ທ່າມກາງຄົນຕ່າງຊາດ” (ມາລາກີ 1:11).

“ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ. ຈຸດໝາຍທຳອິດຂອງພຣະອົງກໍຄືກຸ່ມນັກປົກຄອງພະເດັດການທີ່ຍິ່ງໃຫຍ່ ນັ້ນກໍຄື: ປະເທດຈີນ ເຊິ່ງເປັນປ້ອມປາການທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານັ້ນ, ພຣະອົງຖືກຕາມລ່າໂດຍພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່ ໂດຍບໍ່ມີບ່ອນວາງຫົວຂອງພຣະອົງ ແລະ ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື: ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ, ພຣະເຈົ້າກໍບໍ່ເຄີຍເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ, ຍ້ອນພຣະເຈົ້າກະທຳທຸກສິ່ງຢ່າງທີ່ພຣະອົງສາມາດກະທຳ ເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍວ່າ ພຣະອົງຈະໄດ້ຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ. ໃນເມື່ອມັນຢູ່ໃນພາກຕະເວັນອອກຂອງແຜ່ນດິນໂລກທີ່ຜູ້ເອົາຊະນະຖືກຮັບເອົາ, ສະນັ້ນ ບ່ອນທີ່ພຣະເຈົ້າສະເດັດມາໃນການບັງເກີດເປັນມະນຸດຄັ້ງທີສອງແມ່ນດິນແດນຊິນິມໂດຍບໍ່ຕ້ອງສົງໄສເລີຍ ເຊິ່ງເປັນບ່ອນດຽວກັນທີ່ມັງກອນແດງໃຫຍ່ນອນຂົດຢູ່. ໃນບ່ອນນັ້ນ ພຣະເຈົ້າຈະຮັບເອົາເຊື້ອສາຍຂອງມັງກອນແດງໃຫຍ່ ເພື່ອວ່າມັນຈະຖືກເອົາຊະນະ ແລະ ຖືກເຮັດໃຫ້ອັບອາຍແທ້ໆ. ພຣະເຈົ້າຕ້ອງການປຸກຄົນເຫຼົ່ານີ້ທີ່ທົນທຸກຫຼາຍ, ປຸກພວກເຂົາຈົນພວກເຂົາຕື່ນໝົດ ແລະ ເຮັດໃຫ້ພວກເຂົາຍ່າງອອກຈາກໝອກ ແລະ ປະຕິເສດມັງກອນແດງໃຫຍ່. ພວກເຂົາຈະຕື່ນຈາກຄວາມຝັນຂອງພວກເຂົາ, ຮູ້ຈັກວ່າມັງກອງແດງໃຫຍ່ແມ່ນຫຍັງກັນແທ້, ສາມາດມອບຫົວໃຈທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ລຸກຂຶ້ນຈາກການກົດຂີ່ຂອງອິດທິພົນມືດ, ຢືນຂຶ້ນໃນພາກຕະເວັນອອກຂອງໂລກ ແລະ ກາຍເປັນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະໄດ້ຮັບຄວາມສະຫງ່າລາສີ. ຍ້ອນເຫດຜົນນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງນໍາພາລະກິດທີ່ຈົບລົງໃນອິດສະຣາເອັນໄປສູ່ດິນແດນທີ່ມັງກອນແດງໃຫຍ່ນອນຂົດ ແລະ ເປັນເວລາເກືອບສອງພັນປີຫຼັງຈາກການຈາກໄປ ພຣະເຈົ້າກໍໄດ້ມາຢູ່ໃນເນື້ອໜັງອີກຄັ້ງເພື່ອສືບຕໍ່ພາລະກິດໃນຍຸກແຫ່ງພຣະຄຸນ. ໃນສາຍຕາເປົ່າຂອງມະນຸດ, ພຣະເຈົ້າກຳລັງເລີ່ມຕົ້ນພາລະກິດໃໝ່ໃນເນື້ອໜັງ. ແຕ່ໃນມຸມມອງຂອງພຣະເຈົ້າແລ້ວ, ພຣະອົງກຳລັງສືບຕໍ່ພາລະກິດໃນຍຸກແຫ່ງພຣະຄຸນ ແຕ່ຫຼັງຈາກໄລຍະເວລາທີ່ບໍ່ມີຜູ້ປົກຄອງເປັນເວລາສອງພັນປີເທົ່ານັ້ນ ແລະ ໂດຍທີ່ມີການປ່ຽນແປງສະຖານທີ່ ແລະ ໂຄງການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (6)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄຳທຳນາຍໄດ້ກ່າວໄວ້ວ່າ ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນຊາດທີ່ບໍ່ແມ່ນຊາວຢິວ ເຊິ່ງມັນຈະແຜ່ຂະຫຍາຍໄປສູ່ຊາດທີ່ບໍ່ແມ່ນຊາວຢິວ. ເປັນຫຍັງຄຳທຳນາຍຈິ່ງກ່າວໄວ້ດັ່ງນັ້ນ? ຖ້າພຣະເຈົ້າພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ພຣະອົງກໍຈະດຳເນີນພາລະກິດຢູ່ໃນອິດສະຣາເອນເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພຣະອົງຈະບໍ່ຂະຫຍາຍພາລະກິດຂອງພຣະອົງ ແລະ ພຣະອົງກໍຈະບໍ່ສ້າງຄຳທຳນາຍນີ້ຂຶ້ນມາ. ຍ້ອນວ່າພຣະອົງໄດ້ສ້າງຄຳທຳນາຍນີ້ຂຶ້ນມາ, ພຣະອົງຈຶ່ງຕ້ອງຂະຫຍາຍພາລະກິດຂອງພຣະອົງໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ໄປສູ່ທຸກຊາດ ແລະ ທຸກແຜ່ນດິນ. ເພາະວ່າພຣະອົງໄດ້ກ່າວໃນສິ່ງນີ້ໄວ້ແລ້ວ, ພຣະອົງຈຶ່ງປະຕິບັດຕາມຄໍາກ່າວຂອງພຣະອົງ. ນີ້ແມ່ນແຜນການຂອງພຣະອົງ, ເພາະພຣະອົງຄືພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ, ສ້າງໂລກມະນຸດ, ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທັງປວງ. ບໍ່ວ່າພຣະອົງຈະດຳເນີນພາລະກິດກັບຊາວອິດສະຣາເອນ ຫຼື ໃນທົ່ວດິນແດນຢູດາຍກໍຕາມ, ພາລະກິດທີ່ພຣະອົງກະທໍາແມ່ນພາລະກິດຂອງທົ່ວຈັກກະວານ ແລະ ເປັນພາລະກິດຂອງມວນມະນຸດທັງໝົດ. ພາລະກິດທີ່ພຣະອົງດໍາເນີນໃນທຸກມື້ນີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືໃນຊາດທີ່ບໍ່ແມ່ນຊາວຢິວ ກໍຍັງແມ່ນພາລະກິດຂອງມວນມະນຸດທັງໝົດ. ອິດສະຣາເອນສາມາດເປັນຖານສຳລັບພາລະກິດຂອງພຣະອົງໃນໂລກ; ໃນທໍານອງດຽວກັນ, ປະເທດຈີນກໍສາມາດກາຍເປັນຖານສຳລັບພາລະກິດຂອງພຣະອົງໃນບັນດາຊາດທີ່ບໍ່ແມ່ນຊາວຢິວໄດ້ເຊັ່ນກັນ. ແລ້ວຕອນນີ້ພຣະອົງບໍ່ແມ່ນປະຕິບັດຕາມຄຳທຳນາຍທີ່ວ່າ “ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນປະເທດທີ່ບໍ່ແມ່ນຊາວຢິວນັ້ນບໍ? ” ຂັ້ນຕອນທຳອິດໃນພາລະກິດຂອງພຣະອົງທີ່ປະຕິບັດໃນບັນດາຊາດທີ່ບໍ່ແມ່ນຊາວຢິວແມ່ນໝາຍເຖິງພາລະກິດນີ້ ພາລະກິດທີ່ພຣະອົງກຳລັງປະຕິບັດໃນຊາດມັງກອນແດງທີ່ຍິ່ງໃຫຍ່ນີ້.

(ຄັດຈາກບົດ “ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມີແຕ່ເມື່ອເຮົາໄດ້ຜ່ານເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກແຫ່ງໃໝ່ ເຮົາຈະເອົາອີກສ່ວນໜຶ່ງຂອງສະຫງ່າລາສີຂອງເຮົາມາເປີດເຜີຍເປັນຄັ້ງທໍາອິດໃນດິນແດນການາອານ, ເຮັດໃຫ້ເກີດມີແສງສະຫວ່າງອ່ອນໆສ່ອງໄປທົ່ວແຜ່ນດິນໂລກ ທີ່ຈົມຢູ່ໃນຄວາມມືດສະນິດແຫ່ງຍາມຄໍ່າຄືນ ເພື່ອເຮັດໃຫ້ແຜ່ນດິນໂລກທັງໝົດມາສູ່ຄວາມສະຫວ່າງ. ໃຫ້ມະນຸດທົ່ວແຜ່ນດິນໂລກໄດ້ດຶງດູດເອົາກໍາລັງຈາກພະລັງແຫ່ງແສງສະຫວ່າງ, ເຮັດໃຫ້ສະຫງ່າລາສີຂອງເຮົາເພີ່ມຂຶ້ນ ແລະ ປາກົດຂຶ້ນໃໝ່ຕໍ່ທຸກຊົນຊາດ. ໃຫ້ມະນຸດຊາດທັງປວງຮັບຮູ້ວ່າເຮົາໄດ້ມາສູ່ໂລກມະນຸດນີ້ແຕ່ດົນນານແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີຂອງເຮົາຈາກອິດສະຣາເອັນໄປສູ່ທິດຕາເວັນອອກຕັ້ງແຕ່ດົນນານແລ້ວ; ຍ້ອນ ສະຫງ່າລາສີຂອງເຮົາໄດ້ສ່ອງແສງຈາກທິດຕາເວັນອອກ ເຊິ່ງເປັນບ່ອນທີ່ມັນຖືກນໍາມາຈາກຍຸກແຫ່ງພຣະຄຸນຈົນເຖິງທຸກວັນນີ້. ແຕ່ມັນຄືອິດສະຣາເອັນທີ່ເຮົາຈາກມາ ແລະ ຈາກທີ່ນັ້ນ ເຮົາຈຶ່ງໄດ້ມາເຖິງທິດຕາເວັນອອກ. ເມື່ອແສງສະຫວ່າງແຫ່ງທິດຕາເວັນອອກຄ່ອຍໆກາຍເປັນສີຂາວ ເມື່ອນັ້ນຄວາມມືດທົ່ວແຜ່ນດິນໂລກກໍຈະເລີ່ມຫັນສູ່ແສງສະຫວ່າງ ແລະ ມີແຕ່ເມື່ອນັ້ນ ມະນຸດກໍຈະຄົ້ນພົບວ່າເຮົາໄດ້ໄປຈາກອິດສະຣາເອັນແຕ່ດົນນານແລ້ວ ແລະ ປາກົດຕົວໃໝ່ອີກຄັ້ງໃນທິດຕາເວັນອອກ. ເມື່ອເຄີຍລົງມາສູ່ດິນແດນອິດສະຣາເອັນຄັ້ງໜຶ່ງແລ້ວ, ເຮົາບໍ່ສາມາດບັງເກີດໃນອິດສະຣາເອັນອີກຄັ້ງ, ເພາະວ່າພາລະກິດຂອງເຮົາຈະນໍາພາຈັກກະວານທັງໝົດ ແລະ ຍິ່ງໄປກວ່ານັ້ນ ຟ້າແມບເຫຼື້ອມສ່ອງແສງຈາກທິດຕາເວັນອອກສູ່ທິດຕາເວັນຕົກໂດຍກົງ. ດ້ວຍເຫດນີ້, ເຮົາໄດ້ລົງມາໃນທິດຕາເວັນອອກ ແລະ ນໍາເອົາການາອານມາສູ່ຜູ້ຄົນໃນທິດຕາເວັນອອກ. ເຮົາປາຖະໜາທີ່ຈະນໍາເອົາຜູ້ຄົນຈາກທົ່ວແຜ່ນດິນໂລກໄປສູ່ດິນແດນຂອງການາອານ ແລະ ດັ່ງນັ້ນ ເຮົາຈະສືບຕໍ່ກ່າວພຣະຄຳໃນດິນແດນຂອງການາອານເພື່ອຄວບຄຸມຈັກກະວານທັງໝົດ. ໃນເວລານີ້ ບໍ່ມີແສງສະຫວ່າງໃນທົ່ວໂລກ ຍົກເວັ້ນຈາກການາອານ ແລະ ມະນຸດທຸກຄົນແມ່ນສ່ຽງຕໍ່ຄວາມອຶດຫິວ ແລະ ຄວາມໜາວ. ເຮົາໄດ້ມອບຄວາມສະຫງ່າລາສີຂອງເຮົາໃຫ້ແກ່ອິດສະຣາແອນ ແລະ ຕໍ່ມາກໍໄດ້ນໍາເອົາມັນອອກໄປ ແລະ ຫຼັງຈາກນັ້ນ ເຮົາໄດ້ນໍາເອົາຊາວອິດສະຣາແອນໄປສູ່ທິດຕາເວັນອອກ ແລະ ມະນຸດທັງໝົດໄປສູ່ທິດຕາເວັນອອກ. ເຮົາໄດ້ນໍາເອົາພວກເຂົາທັງໝົດມາສູ່ຄວາມສະຫວ່າງ ເພື່ອວ່າພວກເຂົາອາດຈະໄດ້ກັບໄປຢູ່ຮ່ວມກັນໃໝ່ ແລະ ມີຄວາມສໍາພັນກັບມັນ ແລະ ບໍ່ຈໍາເປັນຕ້ອງຊອກຫາຄວາມສະຫວ່າງນັ້ນອີກຕໍ່ໄປ. ເຮົາຈະເຮັດໃຫ້ທຸກຄົນທີ່ສະແຫວງຫາໄດ້ເຫັນແສງສະຫວ່າງອີກຄັ້ງ ແລະ ເຫັນຄວາມສະຫງ່າລາສີທີ່ເຮົາເຄີຍມີໃນອິດສະຣາເອັນ; ເຮົາຈະເຮັດໃຫ້ພວກເຂົາເຫັນວ່າ ເຮົາໄດ້ລົງມາເທິງກ້ອນເມກສີຂາວສູ່ທ່າມກາງມະນຸດຊາດແຕ່ດົນນານແລ້ວ, ເຮັດໃຫ້ພວກເຂົາເຫັນກ້ອນເມກສີຂາວຈໍານວນນັບບໍ່ຖ້ວນ ແລະ ເຫັນພົ້ວໝາກໄມ້ທີ່ອຸດົມສົມບູນ ແລະ ຍິ່ງໄປກວ່ານັ້ນ ກໍໃຫ້ພວກເຂົາເຫັນພຣະເຈົ້າພຣະເຢໂຮວາແຫ່ງອິດສະຣາເອັນ. ເຮົາຈະເຮັດໃຫ້ພວກເຂົາເຫັນເຈົ້ານາຍຂອງຄົນຢິວ, ພຣະເມຊີອາທີ່ປາຖະໜາມາເປັນເວລາດົນ ແລະ ການປາກົດຕົວທັງໝົດຂອງເຮົາ ເຊິ່ງເປັນຜູ້ທີ່ຖືກຂົ່ມເຫັງໂດຍກະສັດທັງຫຼາຍຕະຫຼອດຫຼາຍຍຸກຫຼາຍສະໄໝ. ເຮົາຈະປະຕິບັດພາລະກິດໃນຈັກກະວານທັງໝົດ ແລະ ເຮົາຈະປະຕິບັດພາລະກິດທີ່ຍິ່ງໃຫຍ່, ເປີດເຜີຍຄວາມສະຫງ່າລາສີທັງໝົດຂອງເຮົາ ແລະ ການກະທໍາທັງໝົດຂອງເຮົາຕໍ່ມະນຸດໃນຍຸກສຸດທ້າຍ. ເຮົາຈະສະແດງໃບໜ້າທີ່ມີສະຫງ່າລາສີຂອງເຮົາທັງໝົດຕໍ່ຜູ້ຄົນທີ່ໄດ້ລໍຄອຍເຮົາເປັນເວລາຫຼາຍປີ, ຕໍ່ຜູ້ຄົນທີ່ໄດ້ປາຖະໜາໃຫ້ເຮົາມາເທິງກ້ອນເມກສີຂາວ, ຕໍ່ອິດສະຣາເອັນທີ່ໄດ້ປາຖະໜາໃຫ້ເຮົາປາກົດຕົວອີກຄັ້ງ ແລະ ຕໍ່ມະນຸດຊາດທີ່ໄດ້ຂົ່ມເຫັງເຮົາ ເພື່ອວ່າທຸກຄົນຈະຮູ້ວ່າເຮົາໄດ້ເອົາຄວາມສະຫງ່າລາສີອອກຈາກພວກເຂົາແຕ່ດົນແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີນັ້ນກັບມາສູ່ທິດຕາເວັນອອກ ເພື່ອວ່າມັນຈະບໍ່ໄດ້ຢູ່ຢດາຍອີກຕໍ່ໄປ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ!

ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ “ພູເຂົາໝາກກອກ” ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປະກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອັນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!

(ຄັດຈາກບົດ “ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ການຖືກຮັບແມ່ນຫຍັງແທ້ໆ ແລະ ຄົນໆໜຶ່ງຈະສາມາດຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າໄດ້ແນວໃດ

ຕໍ່ໄປ: 2. ເປົ້າໝາຍ ແລະ ຄວາມສຳຄັນຂອງການທີ່ພຣະເຈົ້າບັງເກີດເປັນມະນຸດໃນປະເທດຈີນເພື່ອປະຕິບັດພາລະກິດໃນຍຸກສຸດທ້າຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້