(V) ວິທີການເປັນຄົນຊື່ສັດ
384. ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນແທ້ຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ຕະຫຼອດເວລາ; ນອກຈາກນັ້ນ ການກະທໍາຂອງພຣະອົງບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ, ເຊິ່ງເປັນເຫດຜົນທີ່ພຣະເຈົ້າມັກຄົນທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ສິ່ງທີ່ເຮົາເວົ້າແມ່ນງ່າຍຫຼາຍ ແຕ່ສໍາລັບພວກເຈົ້າ ມັນເປັນສິ່ງທີ່ຍາກລໍາບາກເຖິງສອງເທົ່າ. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນະຮົກແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາຈະມີວິທີການ ຈັດການແບບອື່ນທີ່ກຽມໄວ້ສໍາລັບຄົນທີ່ບໍ່ຊື່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງຄວາມຫຍຸ້ງຍາກລໍາບາກທີ່ພວກເຈົ້າພົບພໍ້ໃນການເປັນຄົນຊື່ສັດ. ເພາະພວກເຈົ້າທຸກຄົນສະຫຼາດ, ຊໍານິຊໍານານຫຼາຍໃນການປະເມີນຜູ້ຄົນດ້ວຍມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ສິ່ງນີ້ເຮັດໃຫ້ພາລະກິດຂອງເຮົາງ່າຍຂຶ້ນຫຼາຍ. ແລ້ວໃນເມື່ອພວກເຈົ້າແຕ່ລະຄົນຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າທີ່ຊື່ສັດ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ ເວົ້າອອກມາດ້ວຍຄວາມໂສກເສົ້າເສຍໃຈວ່າ “ຈິດໃຈຂອງມະນຸດຈັ່ງແມ່ນບໍ່ຈິງໃຈ!” ສະພາບຈິດໃຈຂອງພວກເຈົ້າຈະເປັນຈັ່ງໃດໃນຕອນນີ້? ເຮົາຈິນຕະນາການວ່າ ເຈົ້າຈະບໍ່ອວດອົ່ງທະນົງຕົວເກີນໄປຄືດັ່ງທີ່ເຈົ້າເປັນໃນຕອນນີ້. ແຮງໄກທີ່ພວກເຈົ້າຈະເຮັດເປັນ “ຄົນເລິກເຊິ່ງ ແລະ ຍາກຈະເຂົ້າໃຈ” ຄືດັ່ງທີ່ເປັນໃນຕອນນີ້ເລີຍ. ບາງຄົນປະພຶດຕົນໃນຮູບແບບຮຽບຮ້ອຍ ແລະ ສຸພາບ, ພວກເຂົາຮັບເອົາຄວາມເຈັບປວດເພື່ອໃຫ້ເບິ່ງຄື “ມີມາລະຍາດທີ່ດີ” ແຕ່ພວກເຂົາພັດສະແດງແຂ້ວທີ່ມີພິດຂອງພວກເຂົາ ແລະ ແກວ່ງເລັບມືຂອງພວກເຂົາຕໍ່ໜ້າພຣະວິນຍານ. ພວກເຈົ້າຈະຮັບເອົາຄົນດັ່ງກ່າວລວມເຂົ້າກັບກຸ່ມຄົນທີ່ຊື່ສັດບໍ? ຖ້າເຈົ້າໜ້າຊື່ໃຈຄົດ, ເປັນຄົນທີ່ມີທັກສະ “ການພົວພັນລະຫວ່າງບຸກຄົນ”, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຕໍ່ສູ້ກັບພຣະເຈົ້າຢ່າງແນ່ນອນ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນກຽດຊັງໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ, ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ. ຖ້າການສະແຫວງຫາຫົນທາງແຫ່ງຄວາມຈິງເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ, ແລ້ວເຈົ້າກໍແມ່ນຄົນທີ່ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ຖ້າເຈົ້າມີຄວາມສຸກໃນການເປັນຜູ້ຮັບໃຊ້ໃນເຮືອນຂອງພຣະເຈົ້າ, ໂດຍເຮັດວຽກຢ່າງດຸໝັ່ນ ແລະ ເອົາໃຈໃສ່ໃນທຸກເລື່ອງ, ເປັນຜູ້ໃຫ້ຕະຫຼອດ ແລະ ບໍ່ເຄີຍເປັນຜູ້ຮັບ, ເຮົາຂໍເວົ້າວ່າ ເຈົ້າແມ່ນໄພ່ພົນທີ່ຈົງຮັກພັກດີ ເພາະເຈົ້າບໍ່ໄດ້ສະແຫວງຫາສິ່ງຕອບແທນ ແລະ ເປັນພຽງຄົນທີ່ຊື່ສັດ. ຖ້າເຈົ້າເຕັມໃຈທີ່ຈະເປັນຄົນຈິງຈັງ, ຖ້າເຈົ້າເຕັມໃຈທີ່ຈະສະຫຼະຊີວິດ, ຖ້າເຈົ້າສາມາດເສຍສະຫຼະຊີວິດຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນເປັນພະຍານ, ຖ້າເຈົ້າຊື່ສັດເຖິງຂັ້ນທີ່ເຈົ້າຮູ້ແຕ່ເຮັດໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ບໍ່ໄດ້ຄໍານຶງເຖິງຕົວເອງ ຫຼື ຜົນປະໂຫຍດສ່ວນຕົວ, ແລ້ວເຮົາຂໍເວົ້າວ່າ ຄົນເຫຼົ່ານີ້ແມ່ນຄົນທີ່ຖືກຫຼໍ່ລ້ຽງຈິດໃຈດ້ວຍແສງສະຫວ່າງ ແລະ ເປັນຄົນທີ່ຈະມີຊີວິດຢູ່ໃນອານາຈັກຢ່າງນິລັນດອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້
385. ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ລ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົນ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ
386. ມື້ນີ້, ຜູ້ຄົນສ່ວນຫຼາຍຢ້ານຫຼາຍເກີນໄປທີ່ຈະນຳເອົາການກະທຳຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ; ໃນຂະນະທີ່ເຈົ້າອາດຈະຫຼອກລວງເນື້ອໜັງຂອງພຣະອົງ, ເຈົ້າບໍ່ສາມາດຫຼອກລວງພຣະວິນຍານຂອງພຣະອົງໄດ້. ເລື່ອງໃດກໍ່ຕາມທີ່ບໍ່ສາມາດທົນຕໍ່ການກວດສອບຂອງພຣະເຈົ້າໄດ້ ກໍບໍ່ສອດຄ່ອງກັບຄວາມຈິງ ແລະ ຄວນຖືກໂຍນຖິ້ມ; ບໍ່ດັ່ງນັ້ນມັນກໍຈະເປັນບາບຕໍ່ພຣະເຈົ້າ. ດັ່ງນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າໄວ້ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ເມື່ອເຈົ້າອະທິຖານ, ເມື່ອເຈົ້າເວົ້າ ແລະ ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງເຈົ້າ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການທຸລະກິດຂອງເຈົ້າ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ຕາບໃດທີ່ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ສຳລັບພາລະກິດໃນເຮືອນຂອງພຣະເຈົ້າ, ພຣະອົງຈະຍອມຮັບທຸກສິ່ງທີ່ເຈົ້າເຮັດ; ເຈົ້າຄວນອຸທິດຕົນເອງຢ່າງຈິງຈັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ. ເມື່ອເຈົ້າອະທິຖານ, ຖ້າເຈົ້າມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແຫວງຫາການເບິ່ງແຍງ, ການປົກປ້ອງ ແລະ ການກວດສອບ, ຖ້າສິ່ງເຫຼົ່ານີ້ແມ່ນເຈດຕະນາຂອງເຈົ້າ, ຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບ. ຕົວຢ່າງເຊັ່ນ ເມື່ອເຈົ້າອະທິຖານໃນທີ່ປະຊຸມ, ຖ້າເຈົ້າເປີດໃຈຂອງເຈົ້າ ແລະ ອະທິຖານຫາພຣະເຈົ້າ ແລະ ບອກກັບພຣະອົງສິ່ງທີ່ຢູ່ໃນໃຈຂອງເຈົ້າໂດຍບໍ່ມີການເວົ້າຕົວະ ແລ້ວຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບຢ່າງແນ່ນອນ...
ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ. ຖ້າສິ່ງທີ່ເຈົ້າເຮັດສາມາດນຳມາໄວ້ຕໍ່ໜ້າພຣະວິນຍານຂອງພຣະເຈົ້າ ແຕ່ບໍ່ແມ່ນຕໍ່ໜ້າເນື້ອໜັງຂອງພຣະເຈົ້າແລ້ວ, ນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ມາຢູ່ໃນການກວດສອບຂອງພຣະວິນຍານຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າແມ່ນໃຜ? ໃຜແມ່ນບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້? ພຣະອົງບໍ່ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນສ່ວນໃຫຍ່ເຫັນພຣະອົງເປັນສອງສິ່ງທີ່ແຍກອອກຈາກກັນ, ໂດຍເຊື່ອວ່າ ພຣະວິນຍານຂອງພຣະເຈົ້າແມ່ນພຣະວິນຍານຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ກໍພຽງແຕ່ເປັນມະນຸດ. ແຕ່ເຈົ້າບໍ່ໄດ້ເຂົ້າໃຈຜິດບໍ? ບຸກຄົນນີ້ປະຕິບັດພາລະກິດແທນຜູ້ໃດ? ບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເຂົ້າໃຈຝ່າຍຈິດວິນຍານ. ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງແມ່ນໜຶ່ງດຽວກັນ, ຍ້ອນວ່າພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວໃນເນື້ອໜັງ. ຖ້າບຸກຄົນນີ້ບໍ່ເມດຕາຕໍ່ເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າຈະເມດຕາບໍ? ເຈົ້າບໍ່ສັບສົນບໍ? ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ ການຮັບໃຊ້ຂອງເຈົ້າໂດຍການຮ່ວມມືກັນແມ່ນສາມາດນຳມາວາງໄວ້ຕໍ່ໜ້າພຣະເຈົ້າໃຫ້ຖືກກວດສອບໂດຍພຣະອົງ. ມັນຄືການປະຕິບັດດັ່ງກ່າວທີ່ຈະຊ່ວຍໃຫ້ເຈົ້າບັນລຸການເຕີບໂຕຂຶ້ນໃນຊີວິດ. ຂະບວນການຍອມຮັບການກວດສອບຂອງພຣະເຈົ້າແມ່ນຂະບວນການຂອງການເຮັດໃຫ້ບໍລິສຸດ. ຍິ່ງເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຍິ່ງຖືກເຮັດໃຫ້ບໍລິສຸດຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງສອດຄ່ອງກັບເຈດຕະນາຂອງພຣະເຈົ້າຫຼາຍສໍ່ານັ້ນ, ເພື່ອວ່າເຈົ້າຈະບໍ່ຖືກດຶງເຂົ້າສູ່ຄວາມເສື່ອມຊາມ ແລະ ຫົວໃຈຂອງເຈົ້າກໍຈະດຳລົງຢູ່ຕໍ່ໜ້າຂອງພຣະອົງ. ຍິ່ງເຈົ້າຍອມຮັບການກວດສອບຂອງພຣະອົງຫຼາຍເທົ່າໃດ, ຄວາມອັບອາຍຂອງຊາຕານ ແລະ ຄວາມສາມາດຂອງເຈົ້າທີ່ຈະກະບົດຕໍ່ເນື້ອໜັງກໍຍິ່ງຫຼາຍສໍ່ານັ້ນ. ດັ່ງນັ້ນ, ການຍອມຮັບການກວດສອບຂອງພຣະເຈົ້າແມ່ນເສັ້ນທາງການປະຕິບັດທີ່ທຸກຄົນຄວນປະຕິບັດ. ບໍ່ວ່າເຈົ້າເຮັດສິ່ງໃດ, ແມ່ນແຕ່ໃນເວລາທີ່ສົນທະນາກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍສາມາດນຳເອົາການກະທຳຂອງເຈົ້າວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາການກວດສອບຂອງພຣະອົງ ແລະ ຕັ້ງໃຈທີ່ຈະອ່ອນນ້ອມຕໍ່ພຣະອົງເອງ; ສິ່ງນີ້ຈະເຮັດໃຫ້ສິ່ງທີ່ເຈົ້າປະຕິບັດຍິ່ງຈະຖືກຕ້ອງກວ່າເກົ່າຫຼາຍ. ພຽງແຕ່ຖ້າເຈົ້ານຳເອົາທຸກສິ່ງທີ່ເຈົ້າເຮັດມາວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນໜຶ່ງທີ່ດຳລົງຢູ່ຕໍ່ໜ້າຂອງພຣະເຈົ້າໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເອງສົມບູນ
387. ເມື່ອບາງຄົນໄດ້ຍິນວ່າໃນການເປັນຄົນສັດຊື່ນັ້ນ, ຄົນໆໜຶ່ງຕ້ອງບອກຄວາມຈິງ ແລະ ເວົ້າຈາກໃຈ ແລະ ຖ້າພວກເຂົາຕົວະ ຫຼື ຫຼອກລວງ, ພວກເຂົາຕ້ອງເປີດໃຈ ແລະ ເປີດເຜີຍຕົວເອງ, ພວກເຂົາເວົ້າວ່າ: “ມັນຍາກທີ່ຈະເປັນຄົນສັດຊື່. ຂ້ອຍຕ້ອງເວົ້າທຸກສິ່ງທີ່ຂ້ອຍຄິດກ່ຽວກັບຄົນອື່ນບໍ? ມັນບໍ່ພຽງພໍທີ່ຈະໂອ້ລົມສິ່ງທີ່ເປັນບວກບໍ? ຂ້ອຍບໍ່ຈໍາເປັນຕ້ອງບອກຄົນອື່ນກ່ຽວກັບດ້ານມືດ ຫຼື ດ້ານທີ່ເສື່ອມຊາມຂອງຂ້ອຍ, ບໍ່ແມ່ນບໍ?” ຖ້າເຈົ້າບໍ່ເປີດເຜີຍຕົວເອງກັບຄົນອື່ນ ແລະ ບໍ່ໃຈ້ແຍກຕົວເອງ, ແລ້ວເຈົ້າຈະບໍ່ຮູ້ຈັກຕົວເຈົ້າເອງຈັກເທື່ອ. ເຈົ້າຈະບໍ່ມີວັນຮັບຮູ້ວ່າເຈົ້າເປັນຄົນປະເພດໃດ ແລະ ຄົນອື່ນຈະບໍ່ສາມາດເຊື່ອໃຈເຈົ້າໄດ້ຈັກເທື່ອ. ນີ້ແມ່ນຂໍ້ແທ້ຈິງ. ຖ້າເຈົ້າປາຖະໜາທີ່ຈະໃຫ້ຄົນອື່ນເຊື່ອໃຈເຈົ້າ, ກ່ອນອື່ນ ເຈົ້າຕ້ອງເປັນຄົນສັດຊື່. ເພື່ອເປັນຄົນເຈົ້າເປັນຄົນສັດຊື່, ກ່ອນອື່ນ ເຈົ້າຕ້ອງເປີດເຜີຍຫົວໃຈຂອງເຈົ້າອອກ ເພື່ອວ່າທຸກຄົນຈະສາມາດເບິ່ງເຂົ້າໄປໃນມັນໄດ້, ເຫັນທຸກສິ່ງທີ່ເຈົ້າຄິດ ແລະ ແນມເບິ່ງໃບໜ້າທີ່ແທ້ຈິງຂອງເຈົ້າ. ເຈົ້າຕ້ອງບໍ່ພະຍາຍາມປອມຕົວ ຫຼື ປົກປິດຕົວເອງ. ມີແຕ່ເມື່ອນັ້ນ ຄົນອື່ນຈຶ່ງຈະເຊື່ອໝັ້ນເຈົ້າ ແລະ ຖືວ່າເຈົ້າເປັນຄົນສັດຊື່. ນີ້ແມ່ນການປະຕິບັດທີ່ເປັນພື້ນຖານທີ່ສຸດ ແລະ ເງື່ອນໄຂເບື້ອງຕົ້ນທີ່ຈະເປັນຄົນສັດຊື່. ຖ້າເຈົ້າທໍາທ່າຢູ່ສະເໝີ, ທຳທ່າວ່າມີຄວາມສັກສິດຢູ່ສະເໝີ, ຄວາມສູງສົ່ງ, ຄວາມຍິ່ງໃຫຍ່ ແລະ ບຸກຄະລິກອັນສູງສົ່ງ; ຖ້າເຈົ້າບໍ່ປ່ອຍໃຫ້ຄົນເຫັນຄວາມເສື່ອມຊາມຂອງເຈົ້າ ແລະ ຄວາມບົກຜ່ອງຂອງເຈົ້າ; ຖ້າເຈົ້ານຳສະເໜີພາບລັກຈອມປອມແກ່ຜູ້ຄົນເພື່ອໃຫ້ພວກເຂົາເຊື່ອວ່າເຈົ້າ ມີຄວາມສັດຊື່, ວ່າເຈົ້າເປັນຄົນຍິ່ງໃຫຍ່, ປະຕິເສດຕົວເອງ, ທ່ຽງທຳ ແລະ ບໍ່ເຫັນແກ່ຕົວ, ນີ້ບໍ່ແມ່ນຄວາມຫຼອກລວງ ແລະ ຄວາມຈອມປອມບໍ? ຜູ້ຄົນຈະບໍ່ສາມາດເບິ່ງທະລຸເຈົ້າຕາມເວລາທີ່ກຳນົດໄວ້ບໍ? ດັ່ງນັ້ນ, ຈົ່ງຢ່າໃສ່ເຄື່ອງປອມຕົວ ປົກປິດຕົວເອງ. ກົງກັນຂ້າມ, ຈົ່ງເປີດເຜີຍເຈົ້າເອງ ແລະ ຫົວໃຈຂອງເຈົ້າໃຫ້ຄົນອື່ນເຫັນ. ຖ້າເຈົ້າສາມາດເປີດເຜີຍຫົວໃຈຂອງເຈົ້າອອກໃຫ້ຄົນອື່ນໄດ້ເຫັນ, ຖ້າເຈົ້າສາມາດເປີດເຜີຍຄວາມຄິດ ແລະ ແຜນການທັງໝົດຂອງເຈົ້າ ທັງດ້ານດີ ແລະ ດ້ານລົບ, ນັ້ນບໍ່ແມ່ນຄວາມສັດຊື່ບໍ? ຖ້າເຈົ້າສາມາດເປີດເຜີຍຕົວເອງອອກໃຫ້ຄົນອື່ນເຫັນ, ແລ້ວພຣະເຈົ້າກໍຈະເຫັນເຈົ້າເຊັ່ນກັນ. ພຣະອົງຈະກ່າວວ່າ: “ຖ້າເຈົ້າໄດ້ເປີດເຜີຍຕົວເຈົ້າເອງອອກເພື່ອໃຫ້ຄົນອື່ນເຫັນ, ແລ້ວແນ່ນອນວ່າເຈົ້າກໍເປັນຄົນສັດຊື່ຕໍ່ໜ້າເຮົາ”. ແຕ່ຖ້າເຈົ້າພຽງແຕ່ເປີດເຜີຍຕົວເຈົ້າອອກຕໍ່ພຣະເຈົ້າເມື່ອຢູ່ນອກສາຍຕາຂອງຄົນອື່ນ ແລະ ທຳທ່າເປັນຄົນຍິ່ງໃຫຍ່ ແລະ ສູງສົ່ງຢູ່ສະເໝີ ຫຼື ບໍ່ເຫັນແກ່ຕົວ ເມື່ອຢູ່ກັບໝູ່ເພື່ອນຂອງພວກເຂົາ, ແລ້ວພຣະເຈົ້າຈະຄິດຫຍັງກັບເຈົ້າ? ພຣະອົງຈະເວົ້າຫຍັງ? ພຣະອົງຈະກ່າວວ່າ: “ເຈົ້າເປັນຄົນຫຼອກລວງຢ່າງສິ້ນເຊີງ. ເຈົ້າເປັນຄົນໜ້າຊື່ໃຈຄົດ ແລະ ຊົ່ວຮ້າຍຢ່າງສິ້ນເຊີງ, ເຈົ້າບໍ່ແມ່ນຄົນສັດຊື່”. ສະນັ້ນ ພຣະເຈົ້າຈະກ່າວໂທດພວກເຈົ້າ. ຖ້າເຈົ້າປາຖະໜາທີ່ຈະເປັນຄົນສັດຊື່, ແລ້ວບໍ່ວ່າເຈົ້າຈະຢູ່ຕໍ່ໜ້າພຣະເຈົ້າ ຫຼື ຄົນອື່ນ, ເຈົ້າຄວນສາມາດຈະອະທິບາຍສະພາວະພາຍໃນຂອງເຈົ້າ ແລະ ຄຳເວົ້າໃນໃຈຂອງເຈົ້າຢ່າງບໍລິສຸດ ແລະ ຢ່າງເປີດເຜີຍ. ສິ່ງນີ້ບັນລຸໄດ້ງ່າຍບໍ? ມັນຈຳເປັນຕ້ອງຝຶກຝົນຊົ່ວໄລຍະໜຶ່ງ ພ້ອມທັງອະທິຖານ ແລະ ເພິ່ງພາພຣະເຈົ້າເປັນປະຈຳ. ເຈົ້າຕ້ອງຝຶກຝົນຕົວເອງໃຫ້ເວົ້າຄຳເວົ້າທີ່ຢູ່ໃນໃຈຂອງເຈົ້າຢ່າງລຽບງ່າຍ ແລະ ຢ່າງເປີດເຜີຍໃນທຸກເລື່ອງ. ດ້ວຍການຝຶກຝົນແບບນີ້, ເຈົ້າສາມາດສ້າງຄວາມກ້າວໜ້າໄດ້. ຖ້າເຈົ້າຜະເຊີນກັບຄວາມຫຍຸ້ງຍາກຄັ້ງໃຫຍ່, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ; ເຈົ້າຈຳເປັນຕ້ອງຕໍ່ສູ້ຢູ່ໃນໃຈຂອງເຈົ້າ ແລະ ເອົາຊະນະເນື້ອໜັງ, ຈົນເຈົ້າສາມາດປະຕິບັດຄວາມຈິງໄດ້. ໃນການຝຶກຝົນຕົນເອງແບບນີ້, ຫົວໃຈຂອງເຈົ້າຈະຄ່ອຍໆເປີດອອກເທື່ອລະໜ້ອຍ. ເຈົ້າຈະບໍລິສຸດຫຼາຍຂຶ້ນເລື້ອຍໆ ແລະ ຜົນຈາກຄຳເວົ້າ ແລະ ການກະທຳຂອງເຈົ້າຈະແຕກຕ່າງກັນຈາກເມື່ອກ່ອນ. ຄຳເວົ້າຕົວະ ແລະ ກົນອຸບາຍຂອງເຈົ້າຈະໜ້ອຍລົງເລື້ອຍໆ ແລະ ເຈົ້າຈະສາມາດດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້. ແລ້ວເຈົ້າຈະກາຍເປັນຄົນສັດຊື່ຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນຊື່ສັດ
388. ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ ຖ້າພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ, ມັນກໍຈະເທົ່າກັບວ່າ ພວກເຈົ້າຂາດຈຸດໝາຍປາຍທາງ ແລະ ພວກເຈົ້າກໍໄດ້ທໍາລາຍຄວາມເຊື່ອຂອງຕົນເອງ. ແຕ່ພວກເຈົ້າເຄີຍຄິດຢູ່ບໍວ່າ ຖ້າຄົນໜຶ່ງພະຍາຍາມເສຍສະຫຼະ ເພື່ອພຽງເຫັນແກ່ຈຸດໝາຍປາຍທາງຂອງຕົນ, ຄວາມພະຍາຍາມຂອງເຂົາແມ່ນຈະບໍ່ເກີດຜົນປະໂຫຍດຫຍັງ? ຄວາມພະຍາຍາມດັ່ງກ່າວແມ່ນບໍ່ເປັນຈິງ ນັ້ນກໍຄື ພວກມັນຈອມປອມ ແລະ ຫຼອກລວງ. ຖ້າເປັນແນວນັ້ນ ຄົນທີ່ປະຕິບັດພາລະກິດເພື່ອຈຸດໝາຍປາຍທາງຂອງພວກເຂົາກໍຈະໄດ້ຮັບຄວາມພ່າຍແພ້ຢ່າງແນ່ນອນ ຍ້ອນວ່າ ຄວາມລົ້ມເຫຼວໃນຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າເກີດຂຶ້ນຍ້ອນການຫຼອກລວງ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ມັກທີ່ຜູ້ຄົນມາປະຈົບປະແຈງ ຫຼື ລູບແຂ່ງເລຍຂາ ຫຼື ປະຕິບັດຕໍ່ເຮົາດ້ວຍຄວາມຕື່ນເຕັ້ນດີໃຈຊື່ໆ. ເຮົາມັກຄົນທີ່ຊື່ສັດເພື່ອຕໍ່ສູ້ກັບຄວາມຈິງ ແລະ ຄວາມຄາດຫວັງຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາມັກເວລາທີ່ຄົນສາມາດສະແດງຄວາມລະອຽດອ່ອນທີ່ສຸດ ແລະ ຄຳນຶງເຖິງຫົວໃຈຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍຄື ເຮົາມັກເວລາທີ່ພວກເຂົາສາມາດເສຍສະຫຼະທຸກສິ່ງທຸກຢ່າງເພື່ອເຫັນແກ່ເຮົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ
390. ເຈົ້າຄວນຮູ້ວ່າ ເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ມີຄວາມຈົງຮັກພັກດີທີ່ແທ້ຈິງພາຍໃນຕົວເຈົ້າ ຫຼື ບໍ່, ເຈົ້າມີປະຫວັດການທົນທຸກທໍລະມານເພື່ອພຣະເຈົ້າ ຫຼື ບໍ່ ແລະ ເຈົ້າເຊື່ອຟັງພຣະເຈົ້າທັງໝົດ ຫຼື ບໍ່. ຖ້າເຈົ້າຂາດສິ່ງເຫຼົ່ານີ້, ແລ້ວຍັງມີຄວາມບໍ່ເຊື່ອຟັງ, ການຫຼອກລວງ, ຄວາມໂລບມາກ ແລະ ຄວາມທຸກໃຈ. ເມື່ອຫົວໃຈຂອງເຈົ້າບໍ່ຊື່ສັດ, ເຈົ້າຈະບໍ່ໄດ້ຮັບການຍອມຮັບທີ່ດີຈາກພຣະເຈົ້າ ແລະ ຈະບໍ່ມີຊີວິດໃນແສງສະຫວ່າງຈັກເທື່ອ. ຊາຕາກໍາຂອງບຸກຄົນຈະເປັນແນວໃດໃນຕອນສຸດທ້າຍນັ້ນແມ່ນຂຶ້ນຢູ່ກັບວ່າຄົນນັ້ນມີຫົວໃຈທີ່ຊື່ສັດ ແລະ ມີຫົວໃຈທີ່ບໍລິສຸດ ຫຼື ບໍ່ ແລະ ຄົນນັ້ນຍັງມີຈິດວິນຍານທີ່ບໍລິສຸດ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ບໍ່ມີຄວາມຊື່ສັດຫຍັງເລີຍ, ເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ເປັນຄົນທີ່ມີຈິດວິນຍານທີ່ບໍ່ສະອາດ, ແລ້ວແນ່ນອນ ໃນທີ່ສຸດເຈົ້າກໍ່ຈະຕົກຢູ່ບ່ອນທີ່ມະນຸດຖືກລົງໂທດ ດັ່ງທີ່ໄດ້ຂຽນໄວ້ໃນຊະຕາກໍາຂອງເຈົ້າ. ຖ້າເຈົ້າອ້າງຕົນວ່າເປັນຄົນທີ່ຊື່ສັດຫຼາຍ ແຕ່ບໍ່ເຄີຍປະພຶດຕົນຕາມຄວາມເປັນຈິງ ຫຼື ເວົ້າຄວາມຈິງ, ແລ້ວເຈົ້າຍັງຈະລໍຖ້າພຣະເຈົ້າໃຫ້ພອນແກ່ເຈົ້າບໍ? ເຈົ້າຍັງຫວັງໃຫ້ພຣະເຈົ້າຖືວ່າ ເຈົ້າເປັນບຸກຄົນທີ່ໂປດປານໃນສາຍຕາຂອງພຣະອົງບໍ? ນີ້ບໍ່ແມ່ນວິທີຄິດທີ່ຜິດປົກກະຕິບໍ? ເຈົ້າຫຼອກລວງພຣະເຈົ້າໃນທຸກສິ່ງທຸກຢ່າງ, ແລ້ວເຮືອນຂອງພຣະເຈົ້າຈະສາມາດຮອງຮັບເອົາຄົນແບບເຈົ້າ ທີ່ມີມືບໍ່ສະອາດໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້