(VI) ກ່ຽວກັບວິທີການປະຕິບັດຄວາມເຊື່ອຟັງຕໍ່ພຣະເຈົ້າ

391. ພຣະເຈົ້າສ້າງມະນຸດ, ພຣະອົງວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ, ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ ແລະ ໃນທີ່ສຸດ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນຈົນຈົບ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງສິ່ງທີ່ຖືກສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ກະບົດຕໍ່ພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຄວາມຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງໄດ້ສູນເສຍໄປ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ໃນທີ່ສຸດແລ້ວ ການທໍາລາຍບຸດຊາຍທີ່ກະບົດເຫຼົ່ານັ້ນຢ່າງສົມບູນກໍເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ນະມັດສະການພຣະອົງ, ຜູ້ທີ່ເຊື່ອຟັງພຣະອົງທັງໝົດ ແລະ ມີຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ກະບົດຕໍ່ພຣະອົງເຫຼົ່ານັ້ນ, ເຊິ່ງພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ຜົນສໍາເລັດທີ່ຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ກະບົດຕໍ່ພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ການພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກຜ່ອນພ້ອມກັນ

392. ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຕໍ່ພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍອ່ອນນ້ອມຕໍ່ພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຄິດວ່າຕົວເອງຍິ່ງໃຫຍ່ທີ່ສຸດຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສຕະຈັກ. ອາດເວົ້າໄດ້ວ່າ “ວິລະບຸລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ? ກະທັ້ງຜູ້ທີ່ອ່ອນນ້ອມເຄິ່ງດຽວຍັງບໍ່ສາມາດເດີນໄປຈົນເຖິງຈຸດສຸດທ້າຍໄດ້, ແລ້ວແຮງໄກທີ່ພວກທໍຣະລາດເຫຼົ່ານີ້ທີ່ບໍ່ມີຄວາມອ່ອນນ້ອມແມ່ນແຕ່ເລັກນ້ອຍຈະມີ! ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ຈະຮັບໄດ້ຢ່າງງ່າຍໂດຍມະນຸດ. ເຖິງວ່າມະນຸດຈະໃຊ້ກໍາລັງທັງໝົດທີ່ພວກເຂົາມີຢູ່ ແຕ່ພວກເຂົາກໍຈະໄດ້ຮັບພຽງສ່ວນນ້ອຍ ເຊິ່ງໃນທີ່ສຸດແລ້ວກໍຈະເຮັດໃຫ້ພວກເຂົາຖືກເຮັດໃຫ້ສົມບູນ. ແລ້ວຜູ້ທີ່ເປັນລູກຂອງທູດສະຫວັນ ທີ່ພະຍາຍາມທຳລາຍພາລະກິດຂອງພຣະເຈົ້າເດ? ພວກເຂົາບໍ່ມີຄວາມຫວັງແມ່ນແຕ່ໜ້ອຍດຽວ ທີ່ຈະຖືກຮັບເອົາໂດຍພຣະເຈົ້າເລີຍແມ່ນບໍ? ຈຸດປະສົງຂອງເຮົາໃນການປະຕິບັດພາລະກິດແຫ່ງການເອົາຊະນະບໍ່ແມ່ນພຽງເພື່ອເອົາຊະນະເພື່ອໃຫ້ໄດ້ໄຊຊະນະເທົ່ານັ້ນ, ແຕ່ເປັນການເອົາຊະນະເພື່ອເປີດເຜີຍຄວາມຊອບທໍາ ແລະ ຄວາມບໍ່ຊອບທຳ ເພື່ອໃຫ້ໄດ້ຫຼັກຖານສໍາລັບການລົງໂທດມະນຸດ, ເພື່ອປະນາມຄົນຊົ່ວ ແລະ ຍິ່ງກວ່ານັ້ນແມ່ນການເອົາຊະນະເພື່ອເຮັດໃຫ້ຄົນທີ່ເຕັມໃຈອ່ອນນ້ອມສົມບູນ. ໃນທີ່ສຸດ, ທຸກຄົນຈະຖືກແຍກອອກໄປຕາມປະເພດ ແລະ ຄົນທີ່ຖືກເຮັດໃຫ້ສົມບູນຈະມີຄວາມຄິດ ແລະ ແນວຄວາມຄິດທີ່ເຕັມໄປດ້ວຍການອ່ອນນ້ອມ. ນີ້ຄືພາລະກິດທີ່ຕ້ອງເຮັດໃຫ້ສຳເລັດໃນທີ່ສຸດ. ໃນຂະນະດຽວກັນນັ້ນ, ຜູ້ທີ່ມີທຸກການກະທໍາທີ່ກະບົດຈະຖືກລົງໂທດ ແລະ ຖືກສົ່ງໄປເຜົາໃນກອງໄຟ ເຊິ່ງເປັນວັດຖຸແຫ່ງການສາບແຊ່ງຕະຫຼອດການ. ເມື່ອເວລານັ້ນມາເຖິງ, ຜູ້ທີ່ເປັນ “ວິລະບຸລຸດທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍພ່າຍແພ້” ໃນອະດີດຜ່ານມາຈະກາຍເປັນ “ຄົນຂີ້ຢ້ານທີ່ອ່ອນແອ ແລະ ໄຮ້ສະມັດຕະພາບ” ທີ່ຕໍ່າຊ້າ ແລະ ຖືກຫຼົບຫຼີກທີ່ສຸດ. ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດສະແດງເຖິງຄວາມທ່ຽງທໍາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງໃນທຸກແງ່ມຸມ ທີ່ມະນຸດບໍ່ສາມາດລ່ວງເກີນໄດ້ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ຈະຢຸດຄວາມກຽດຊັງໃນຈິດໃຈຂອງເຮົາ. ພວກເຈົ້າເຫັນດີນໍາບໍວ່າ ນີ້ສົມເຫດສົມຜົນທີ່ສຸດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

393. ພາລະກິດທີ່ພຣະເຈົ້າກະທໍາແມ່ນແຕກຕ່າງກັນໃນແຕ່ລະໄລຍະ. ຖ້າເຈົ້າມີຄວາມອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນໄລຍະໜຶ່ງ ແຕ່ໃນອີກໄລຍະຕໍ່ໄປຄວາມອ່ອນນ້ອມຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນໜ້ອຍລົງ ຫຼື ເຈົ້າບໍ່ສາມາດມີຄວາມອ່ອນນ້ອມເລີຍ, ພຣະເຈົ້າກໍຈະປະຖິ້ມເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ເຈົ້າກໍຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຜູ້ທີ່ອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຢ່າງສະໝໍ່າສະເໝີ. ເຈົ້າບໍ່ສາມາດພຽງແຕ່ອ່ອນນ້ອມໃນເວລາຄິດຢາກເຊື່ອ ແລະ ບໍ່ອ່ອນນ້ອມເມື່ອບໍ່ຢາກເຊື່ອ. ພຣະເຈົ້າບໍ່ເຫັນດີກັບຄວາມອ່ອນນ້ອມແບບນີ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າສົນທະນາ ແລະ ສືບຕໍ່ຍຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງໃຫ້ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າອ່ອນນ້ອມ ແລະ ຍອມຮັບພຣະທໍາຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ພຣະວິນຍານບໍລິສຸດດຳເນີນໄປຕາມທີ່ເຮົາກ່າວຢ່າງຖືກຕ້ອງ; ຈົ່ງເຮັດຕາມທີ່ເຮົາໄດ້ກ່າວ ແລະ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ, ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ ແລະ ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້ານ້ອຍຈະບໍ່ຍອມເຮັດຕາມທີ່ພຣະອົງບອກ”. ດັ່ງນັ້ນ, ເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ; ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ ແມ່ນບໍ່ມີສິ່ງໃດທີ່ສຳຄັນໄປກວ່າການກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນຈະສໍາເລັດ ແມ່ນໂດຍຜ່ານການອ່ອນນ້ອມຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານບໍລິສຸດ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດໄດ້ຮັບ ແລະ ເຫັນສິ່ງຕ່າງໆ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ນັ້ນສະແດງວ່າພໍມີຫວັງທີ່ຍິ່ງໃຫຍ່ສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບການເປີດເຜີຍໃນທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອປະສົບກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ກໍຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການນີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົບການ; ເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງເຍືອງທາງຂອງຄົນອື່ນ ເຊິ່ງເປັນການເຝິກຝົນກ່ອນທີ່ເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະເຕີບໃຫຍ່. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

394. ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຈິງ ແລະ ຕ້ອງມີການດໍາລົງຢູ່. ການອ່ອນນ້ອມແບບຜິວເຜີນຈະບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ການອ່ອນນ້ອມພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ ໂດຍທີ່ປາສະຈາກການສະແຫວງຫາຄວາມປ່ຽນແປງຈິດໃຈຕົນເອງນັ້ນບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດແມ່ນບໍ່ສາມາດຖືວ່າເປັນຜູ້ທີ່ອ່ອນນ້ອມ ແລ້ວແຮງໄກສໍາລັບຜູ້ທີ່ບໍ່ອ່ອນນ້ອມຢ່າງແທ້ຈິງ ແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ມີແຕ່ຜູ້ຄົນດັ່ງກ່າວທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ ແລະ ປະສົບກັບການປ່ຽນແປງໃໝ່ຈາກພາລະກິດໃໝ່. ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຖືກເຮັດໃຫ້ສົມບູນ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ແມ່ນຜູ້ໄດ້ຮັບການປ່ຽນແປງຈິດໃຈ. ຜູ້ທີ່ໄດ້ຮັບການເຫັນດີຈາກພຣະເຈົ້າແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພຣະທໍາ ແລະ ພາລະກິດຂອງພຣະອົງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ, ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາພຣະເຈົ້າຢ່າງຈິງໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

395. ໃນຊ່ວງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ຄວາມຍອມອ່ອນນ້ອມທີ່ພຣະອົງຮຽກຮ້ອງຈາກຜູ້ຄົນບໍ່ກ່ຽວພັນກັບການຫ້າມບໍ່ໃຫ້ຕັດສິນ ຫຼື ຕໍ່ຕ້ານດັ່ງທີ່ພວກເຂົາຈິນຕະນາການ; ກົງກັນຂ້າມ, ພຣະອົງຮຽກຮ້ອງໃຫ້ຜູ້ຄົນໃຊ້ພຣະທຳຂອງພຣະອົງເປັນຫຼັກການໃນການດຳລົງຊີວິດ ແລະ ເປັນພື້ນຖານຂອງການຢູ່ລອດຂອງພວກເຂົາ, ຮຽກຮ້ອງໃຫ້ພວກເຂົານໍາແກ່ນແທ້ແຫ່ງພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຢ່າງແທ້ຈິງ ແລະ ຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມເຈດຕະນາຂອງພຣະອົງຢ່າງສົມບູນ. ລັກສະນະໜຶ່ງຂອງການຮຽກຮ້ອງໃຫ້ຜູ້ຄົນຍອມອ່ອນນ້ອມຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໝາຍເຖິງການນໍາເອົາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ, ໃນຂະນະທີ່ອີກລັກສະນະໜຶ່ງແມ່ນໝາຍເຖິງການທີ່ສາມາດຍອມອ່ອນນ້ອມຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະອົງ. ທັງສອງສິ່ງນີ້ແມ່ນຕ້ອງເດັດຂາດ. ຄົນທີ່ສາມາດບັນລຸທັງສອງລັກສະນະເຫຼົ່ານີ້ລ້ວນແລ້ວແຕ່ເປັນຄົນທີ່ມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຖືກພຣະເຈົ້າຮັບເອົາ ແລະ ພວກເຂົາລ້ວນແລ້ວແຕ່ຮັກພຣະເຈົ້າດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ...

ກຸ່ມຄົນທີ່ພຣະເຈົ້າທີ່ບັງເກີດເປັນມະນຸດ ຕ້ອງການຮັບເອົາໃນປັດຈຸບັນແມ່ນຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ. ພວກເຂົາຈຳເປັນຕ້ອງຍອມອ່ອນນ້ອມຕໍ່ພາລະກິດຂອງພຣະອົງເທົ່ານັ້ນ ແລະ ຢຸດກັງວົນກັບຄວາມປາດຖະໜາທີ່ກ່ຽວກັບພຣະເຈົ້າຢູ່ໃນສະຫວັນ, ດຳລົງຊີວິດຢູ່ກັບຄວາມບໍ່ຊັດເຈນ ແລະ ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຄົນທີ່ສາມາດອ່ອນນ້ອມຕໍ່ພຣະອົງແມ່ນຄົນທີ່ຟັງພຣະທຳຂອງພຣະອົງ ແລະ ເຊື່ອຟັງການຈັດແຈງຂອງພຣະອົງຢ່າງແທ້ຈິງ. ຄົນດັ່ງກ່າວບໍ່ສົນໃຈເລີຍວ່າພຣະເຈົ້າທີ່ຢູ່ສະຫວັນອາດເປັນແບບໃດແທ້ໆ ຫຼື ພຣະເຈົ້າທີ່ຢູ່ໃນສະຫວັນອາດປະຕິບັດພາລະກິດປະເພດໃດຕໍ່ມະນຸດໃນປັດຈຸບັນ; ພວກເຂົາມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢ່າງສົມບູນ ແລະ ພວກເຂົາວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ. ພວກເຂົາບໍ່ເຄີຍຄໍານຶງເຖິງຄວາມປອດໄພຂອງພວກເຂົາເອງ ຫຼື ພວກເຂົາບໍ່ເຄີຍວິຕົກກັງວົນກັບຄວາມທໍາມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າໃນເນື້ອໜັງສາມາດຖືກພຣະອົງເຮັດໃຫ້ສົມບູນໄດ້. ຄົນທີ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນຈະບໍ່ໄດ້ຮັບຫຍັງເລີຍ. ນີ້ກໍຍ້ອນວ່າ ບໍ່ແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ເປັນພຣະເຈົ້າເທິງແຜ່ນດິນໂລກທີ່ປະທານຄຳສັນຍາ ແລະ ພອນໃຫ້ກັບຜູ້ຄົນ. ຜູ້ຄົນບໍ່ຄວນເຊີດຊູພຣະເຈົ້າທີ່ຢູ່ໃນສະຫວັນວ່າຍິ່ງໃຫຍ່ຢູ່ສະເໝີ ໃນຂະນະທີ່ເຫັນພຣະເຈົ້າເທິງແຜ່ນດິນໂລກເປັນບຸກຄົນທຳມະດາ; ນີ້ບໍ່ຍຸຕິທຳເລີຍ. ພຣະເຈົ້າທີ່ຢູ່ໃນສະຫວັນຍິ່ງໃຫຍ່ ແລະ ມະຫັດສະຈັນໂດຍທີ່ມີສະຕິປັນຍາທີ່ລໍ້າເລີດ, ແຕ່ພຣະເຈົ້າໃນສະຫວັນບໍ່ມີຢູ່ຈິງເລີຍ; ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກເປັນພຣະເຈົ້າທີ່ມີລະດັບປານກາງຍ ແລະ ບໍ່ສຳຄັນເລີຍ ແລະ ຍັງທໍາມະດາຫຼາຍ. ພຣະອົງບໍ່ມີຈິດໃຈເໜືອທໍາມະຊາດ ຫຼື ເຮັດການກະທຳທີ່ສະທ້ານໂລກ; ພຣະອົງພຽງແຕ່ປະຕິບັດພາລະກິດ ແລະ ກ່າວໃນລັກສະນະທີ່ທຳມະດາ ແລະ ເປັນຈິງຫຼາຍ. ໃນຂະນະທີ່ພຣະອົງບໍ່ໄດ້ກ່າວຜ່ານສຽງຟ້າຮ້ອງ ຫຼື ເອີ້ນລົມ ແລະ ຝົນ, ພຣະອົງຄືການບັງເກີດເປັນມະນຸດຂອງພຣະເຈົ້າທີ່ຢູ່ໃນສະຫວັນຢ່າງແທ້ຈິງ ແລະ ພຣະອົງກໍເປັນພຣະເຈົ້າທີ່ດຳລົງຊີວິດຢູ່ທ່າມກາງມະນຸດຢ່າງແທ້ຈິງ. ຜູ້ຄົນຕ້ອງບໍ່ຖືເອົາຄົນທີ່ພວກເຂົາສາມາດເຂົ້າໃຈ ແລະ ຄົນທີ່ສອດຄ່ອງກັບຈິນຕະນາການຂອງພວກເຂົາເອງວ່າເປັນພຣະເຈົ້າ ຫຼື ເຊີດຊູວ່າເປັນຜູ້ທີ່ຍິ່ງໃຫຍ່ ໃນຂະນະທີ່ເຫັນຄົນທີ່ພວກເຂົາບໍ່ສາມາດຍອມຮັບ ແລະ ບໍ່ສາມາດຈິນຕະນາການໄດ້ວ່າເປັນຜູ້ຕ້ອຍຕໍ່າ. ທັງໝົດນີ້ແມ່ນມາຈາກຄວາມກະບົດຂອງຜູ້ຄົນ; ມັນລ້ວນແລ້ວແຕ່ເປັນແຫຼ່ງກໍາເນີດຂອງການຕໍ່ຕ້ານຂອງມະນຸດຊາດຕໍ່ພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນຄົນທີ່ສາມາດຍອມອ່ອນນ້ອມຕໍ່ຄວາມເປັນຈິງຂອງພຣະອົງຢ່າງສິ້ນເຊີງ

396. ກະແຈສູ່ການອ່ອນນ້ອມຕໍ່ພຣະເຈົ້າແມ່ນການຍອມຮັບແສງສະຫວ່າງໃໝ່ ການທີ່ສາມາດຍອມຮັບເອົາແສງສະຫວ່າງນັ້ນ ແລະ ການນໍາເອົາແສງສະຫວ່າງນັ້ນມາປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນແມ່ນຄວາມອ່ອນນ້ອມທີ່ແທ້ຈິງ. ຜູ້ຄົນທີ່ບໍ່ມີຄວາມປາດຖະໜາຈະສະແຫວງຫາພຣະເຈົ້າແມ່ນບໍ່ສາມາດຍອມຕໍ່ພຣະເຈົ້າໂດຍເຈດຕະນາ ແລະ ສາມາດຕໍ່ຕ້ານພຣະເຈົ້າເທົ່ານັ້ນ ເຊິ່ງເປັນມາຈາກຄວາມບໍ່ພໍໃຈຂອງພວກເຂົາກັບສິ່ງທີ່ເປັນຢູ່. ການທີ່ມະນຸດບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າກໍຍ້ອນວ່າເຂົາຖືກຄອບງຳໂດຍສິ່ງທີ່ມາກ່ອນໜ້າ. ສິ່ງທີ່ມາກ່ອນໜ້າໄດ້ເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຈິນຕະນາການທຸກຮູບແບບກ່ຽວກັບພຣະເຈົ້າ ແລະ ສິ່ງເຫຼົ່ານີ້ໄດ້ກາຍເປັນລັກສະນະຂອງພຣະເຈົ້າໃນຄວາມຄິດຂອງພວກເຂົາ. ສະນັ້ນ ສິ່ງທີ່ພວກເຂົາເຊື່ອແມ່ນແນວຄວາມຄິດຂອງພວກເຂົາເອງ ແລະ ມາດຕະຖານໃນຈິນຕະນາການຂອງພວກເຂົາເອງ. ຖ້າເຈົ້າສົມທຽບພຣະເຈົ້າທີ່ເຮັດພາລະກິດຕົວຈິງໃນປັດຈຸບັນ ກັບພຣະເຈົ້າຈາກຈິນຕະນາການຂອງເຈົ້າເອງ ແລ້ວຄວາມເຊື່ອຂອງເຈົ້າແມ່ນມາຈາກຊາຕານ ແລະ ເປິເປື້ອນໄປດ້ວຍຄວາມມັກຂອງເຈົ້າເອງ, ພຣະເຈົ້າບໍ່ໄດ້ຕ້ອງການຄວາມເຊື່ອແບບນີ້. ບໍ່ວ່າຄຸນສົມບັດຂອງພວກເຂົາຈະສູງສົ່ງສໍ່າໃດ, ບໍ່ວ່າພວກເຂົາຈະມີການອຸທິດຕົນ, ເຖິງແມ່ນວ່າພວກເຂົາໄດ້ອຸທິດຄວາມພະຍາຍາມຕະຫຼອດຊີວິດຕໍ່ພາລະກິດຂອງພຣະອົງ ແລະ ໄດ້ຍອມເສຍສະຫຼະເພື່ອຄວາມເຊື່ອຂອງພວກເຂົາ, ພຣະເຈົ້າກໍຈະບໍ່ຍອມຮັບເອົາຄົນທີ່ມີຄວາມເຊື່ອແບບນີ້. ພຣະອົງມີແຕ່ມອບຄວາມກະລຸນາພຽງເລັກນ້ອຍໃຫ້ແກ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາມີຄວາມສຸກກັບສິ່ງນັ້ນພຽງຊົ່ວຄາວ. ຜູ້ຄົນແບບນີ້ບໍ່ສາມາດເອົາຄວາມຈິງມາປະຕິບັດໄດ້. ພຣະວິນຍານບໍລິສຸດຈະບໍ່ດໍາເນີນພາລະກິດພາຍໃນຕົວພວກເຂົາ ແລະ ພຣະເຈົ້າກໍຈະກໍາຈັດພວກເຂົາແຕ່ລະຄົນຕາມລຳດັບ. ບໍ່ວ່າພວກເຂົາຈະເຖົ້າ ຫຼື ໜຸ່ມ ຜູ້ຄົນເຫຼົ່ານັ້ນທີ່ບໍ່ອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາ ແລະ ມີເຈດຕະນາທີ່ຜິດ ແມ່ນຜູ້ຄົນທີ່ຕໍ່ຕ້ານ ແລະ ຂັດຂວາງ ແລະ ຜູ້ຄົນດັ່ງກ່າວຈະຖືກກຳຈັດໂດຍພຣະເຈົ້າໂດຍບໍ່ຕ້ອງສົງໄສ. ຜູ້ທີ່ບໍ່ມີຄວາມອ່ອນນ້ອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ, ຜູ້ທີ່ຮັບຮູ້ພຽງແຕ່ຊື່ຂອງພຣະອົງ ແລະ ຜູ້ທີ່ມີຄວາມຮູ້ສຶກບາງຢ່າງກ່ຽວກັບຄວາມກະລຸນາ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ ແຕ່ບໍ່ເດີນຕາມບາດກ້າວຂອງພຣະວິນຍານບໍລິສຸດ ແລະ ບໍ່ອ່ອນນ້ອມຕໍ່ພາລະກິດປັດຈຸບັນ ແລະ ພຣະທໍາຂອງພຣະວິນຍານບໍລິສຸດ, ຜູ້ຄົນດັ່ງກ່າວແມ່ນດໍາລົງຊີວິດຢູ່ທ່າມກາງຄວາມເມດຕາຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ໄດ້ຖືກຮັບ ຫຼື ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນຜ່ານການອ່ອນນ້ອມຂອງພວກເຂົາ, ຜ່ານການກິນຂອງພວກເຂົາ, ການດື່ມ ແລະ ຜ່ານການຊື່ນຊົມກັບພຣະທໍາຂອງພຣະເຈົ້າ ແລະ ຜ່ານຄວາມທຸກທໍລະມານ ແລະ ການຫຼໍ່ຫຼອມໃນຊີວິດຂອງພວກເຂົາ. ຜ່ານຄວາມເຊື່ອແບບນີ້ເທົ່ານັ້ນ ອຸປະນິໄສຂອງຜູ້ຄົນຈຶ່ງຈະສາມາດປ່ຽນແປງໄດ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈະສາມາດມີເອົາຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າໄດ້. ການບໍ່ພໍໃຈກັບການມີຊີວິດທ່າມກາງຄວາມກະລຸນາຂອງພຣະເຈົ້າ, ການປາຖະໜາຢ່າງຫ້າວຫັນ ແລະ ການຄົ້ນຫາຄວາມຈິງ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ, ນີ້ຄືຄວາມໝາຍໃນການອ່ອນນ້ອມຕໍ່ພຣະເຈົ້າຢ່າງມີສະຕິ ແລະ ນີ້ແມ່ນປະເພດຂອງຄວາມເຊື່ອທີ່ພຣະອົງຕ້ອງການແທ້ໆ. ຜູ້ຄົນທີ່ບໍ່ເຮັດຫຍັງນອກຈາກຊື່ນຊົມກັບຄວາມກະລຸນາຂອງພຣະເຈົ້າແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນແບບ ຫຼື ຖືກປ່ຽນແປງໄດ້; ແລະ ຄວາມອ່ອນນ້ອມ, ຄວາມກະຕັນຍູ, ຄວາມຮັກ ແລະ ຄວາມອົດທົນຂອງພວກເຂົາແມ່ນລ້ວນແລ້ວແຕ່ຢູ່ໃນຜິວເຜີນເທົ່ານັ້ນ. ຜູ້ທີ່ພຽງແຕ່ຊື່ນຊົມກັບຄວາມເມດຕາຂອງພຣະເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນແຕ່ເມື່ອພວກເຂົາຮູ້ຈັກພຣະເຈົ້າ, ຄວາມຮູ້ຂອງພວກເຂົາກໍຈະມີພຽງຜິວເຜີນ ແລະ ພວກເຂົາຈະເວົ້າປະມານວ່າ “ພຣະເຈົ້າຮັກມະນຸດ” ຫຼື “ພຣະເຈົ້າເຫັນອົກເຫັນໃຈມະນຸດ”. ສິ່ງນີ້ບໍ່ໄດ້ເປັນຕົວແທນໃຫ້ແກ່ຊີວິດຂອງມະນຸດ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເມື່ອພຣະທໍາຂອງພຣະເຈົ້າຫຼໍ່ຫຼອມພວກເຂົາ ຫຼື ເມື່ອການທົດລອງຂອງພຣະອົງມາເຖິງພວກເຂົາ, ຖ້າຜູ້ຄົນຍັງບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ, ກົງກັນຂ້າມ ຖ້າພວກເຂົາຍັງສົງໄສ ແລະ ຍັງລົ້ມຢູ່, ແລ້ວ ພວກເຂົາບໍ່ໄດ້ອ່ອນນ້ອມແມ່ນແຕ່ໜ້ອຍດຽວ. ພາຍໃນພວກເຂົາແມ່ນມີກົດລະບຽບ ແລະ ຂໍ້ຈຳກັດຫຼາຍຢ່າງກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ປະສົບການເກົ່າໆທີ່ເປັນຜົນມາຈາກຄວາມເຊື່ອເປັນເວລາຫຼາຍປີ ຫຼື ກົດລະບຽບທີ່ຫຼາກຫຼາຍແມ່ນອີງໃສ່ພຣະຄໍາພີ. ຜູ້ຄົນແບບນີ້ຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ຜູ້ຄົນເຫຼົ່ານີ້ແມ່ນເຕັມໄປດ້ວຍສິ່ງທີ່ເປັນມະນຸດ, ພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ແນວໃດ? “ຄວາມອ່ອນນ້ອມ” ຂອງພວກເຂົາແມ່ນອີງຕາມຄວາມມັກສ່ວນຕົວ, ພຣະເຈົ້າຕ້ອງການຄວາມອ່ອນນ້ອມແບບນີ້ບໍ? ນີ້ບໍ່ແມ່ນການອ່ອນນ້ອມຕໍ່ພຣະເຈົ້າ ແຕ່ເປັນການຍຶດຕິດກົດລະບຽບ; ມັນເປັນການເຮັດໃຫ້ຕົນເອງພໍໃຈ ແລະ ການເອົາໃຈຕົນເອງ. ຖ້າເຈົ້າເວົ້າວ່າ ນີ້ແມ່ນການອ່ອນນ້ອມຕໍ່ພຣະເຈົ້າ, ມັນບໍ່ແມ່ນການດູໝິ່ນພຣະອົງບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ

397. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ ຄໍາອະທິຖານຕໍ່ໜ້າພຣະເຈົ້າ ແລະ ແມ່ນແຕ່ທຸກການກະທໍາຂອງເຈົ້າກໍຈະເປັນສິ່ງທີ່ຕໍ່ຕ້ານພຣະອົງ. ເຈົ້າອາດຈະເປັນຄົນທີ່ເວົ້າອ່ອນໂຍນ ແລະ ມີມາລະຍາດອ່ອນນ້ອມ, ທຸກການກະທໍາ ແລະ ທຸກຖ້ອຍຄໍາຂອງເຈົ້າອາດຈະເບິ່ງຄືຖືກຕ້ອງ ແລະ ເຈົ້າອາດຈະເບິ່ງຄືຄົນທີ່ອ່ອນນ້ອມ ແຕ່ເມື່ອເວົ້າເຖິງເຈດຕະນາຂອງເຈົ້າ ແລະ ຄວາມມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອຕໍ່ພຣະເຈົ້າແລ້ວ ທຸກສິ່ງທີ່ເຈົ້າເຮັດແມ່ນເປັນການຕໍ່ຕ້ານພຣະເຈົ້າ; ທຸກສິ່ງທີ່ເຈົ້າເຮັດແມ່ນເປັນສິ່ງທີ່ຊົ່ວຮ້າຍ. ຜູ້ຄົນທີ່ເບິ່ງຄືຄົນເຊື່ອຟັງ ປຽບເໝືອນດັ່ງໂຕແກະ ແຕ່ພັດມີຫົວໃຈທີ່ມີເຈດຕະນາອັນຊົ່ວຮ້າຍ ຜູ້ຄົນເຫຼົ່ານັ້ນກໍເປັນຄືກັບໝາປ່າທີ່ແຕ່ງກາຍເປັນໂຕແກະ. ພວກເຂົາລ່ວງເກີນພຣະເຈົ້າໂດຍກົງ ແລະ ພຣະເຈົ້າຈະບໍ່ລະເວັ້ນພວກເຂົາແມ່ນແຕ່ຄົນດຽວ. ພຣະວິນຍານບໍລິສຸດຈະເປີດເຜີຍພວກເຂົາແຕ່ລະຄົນ ແລະ ສະແດງໃຫ້ທຸກຄົນສາມາດເຫັນວ່າ ພຣະວິນຍານບໍລິສຸດຈະປະຕິເສດຜູ້ຄົນເຫຼົ່ານັ້ນທີ່ໜ້າຊື່ໃຈຄົດຢ່າງແນ່ນອນ. ບໍ່ຕ້ອງກັງວົນ: ພຣະເຈົ້າຈະຈັດການ ແລະ ແກ້ໄຂພວກເຂົາແຕ່ລະຄົນຕາມລໍາດັບ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ

399. ເມື່ອຜະເຊີນກັບບັນຫາຊີວິດຈິງ, ເຈົ້າຄວນຮູ້ຈັກ ແລະ ເຂົ້າໃຈສິດອຳນາດຂອງພຣະເຈົ້າ ແລະ ອຳນາດອະທິປະໄຕຂອງພຣະອົງແນວໃດ? ເມື່ອເຈົ້າຕ້ອງຜະເຊີນກັບບັນຫາເຫຼົ່ານີ້ ແລະ ບໍ່ຮູ້ວ່າຈະເຂົ້າໃຈ, ຮັບມື ແລະ ປະສົບກັບມັນແນວໃດ, ເຈົ້າຄວນມີທັດສະນະຄະຕິແບບໃດ ເພື່ອສະແດງເຖິງຄວາມຕັ້ງໃຈໃນການຍອມຮັບ, ຄວາມປາດຖະໜາຍອມຮັບ ແລະ ຄວາມເປັນຈິງແຫ່ງການຍອມຮັບເອົາອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ? ກ່ອນອື່ນໝົດ ເຈົ້າຕ້ອງຮຽນຮູ້ການລໍຖ້າ; ຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການສະແຫວງຫາ; ຫຼັງຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການຍອມຮັບ. “ການລໍຖ້າ” ໝາຍເຖິງການລໍຖ້າເວລາຂອງພຣະເຈົ້າ, ການລໍຖ້າຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ຈັດແຈງໄວ້ໃຫ້ເຈົ້າ, ລໍຖ້າຄວາມປະສົງຂອງພຣະອົງທີ່ຄ່ອຍໆເປີດເຜີຍໃຫ້ແກ່ເຈົ້າ. “ການສະແຫວງຫາ” ໝາຍເຖິງການສັງເກດ ແລະ ການເຂົ້າໃຈຄວາມຕັ້ງໃຈອັນຮອບຄອບຂອງພຣະເຈົ້າສຳລັບເຈົ້າໂດຍຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ວາງອອກ, ເຂົ້າໃຈຄວາມຈິງຜ່ານສິ່ງເຫຼົ່ານີ້, ເຂົ້າໃຈສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ ແລະ ເສັ້ນທາງທີ່ພວກເຂົາຕ້ອງຍຶດໝັ້ນ, ເຂົ້າໃຈໃນສິ່ງທີ່ພຣະເຈົ້າຕ້ອງການບັນລຸໃນມະນຸດ ແລະ ແມ່ນຫຍັງຄືຜົນສຳເລັດທີ່ພຣະເຈົ້າຕ້ອງການບັນລຸໃນສິ່ງເຫຼົ່ານີ້. “ການຍອມຮັບ” ແນ່ນອນ ໝາຍເຖິງການຍອມຮັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ປັ້ນແຕ່ງ, ຍອມຮັບອຳນາດອະທິປະໄຕຂອງພຣະອົງ ແລະ ໂດຍຜ່ານສິ່ງນີ້ ມາຮູ້ຈັກວິທີທີ່ພຣະຜູ້ຊົງສ້າງກຳນົດໂຊກຊະຕາມະນຸດ, ວິທີທີ່ພຣະອົງສະໜອງຊີວິດຂອງພຣະອົງໃຫ້ມະນຸດ, ວິທີທີ່ພຣະອົງປະຕິບັດຄວາມຈິງໃນຕົວມະນຸດ. ທຸກສິ່ງທີ່ຢູ່ພາຍໃຕ້ການຈັດແຈງ ແລະ ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າແມ່ນເຊື່ອຟັງກົດເກນທຳມະຊາດ ແລະ ຖ້າເຈົ້າຕັ້ງໃຈປ່ອຍໃຫ້ພຣະເຈົ້າຈັດແຈງ ແລະ ກຳນົດທຸກສິ່ງໃຫ້ເຈົ້າ, ເຈົ້າຄວນຮຽນຮູ້ໃນການລໍຖ້າ, ເຈົ້າຄວນຮຽນຮູ້ຈັກການສະແຫວງຫາ ແລະ ເຈົ້າຄວນຮຽນຮູ້ຈັກການຍອມຮັບ. ນີ້ແມ່ນທັດສະນະຄະຕິທີ່ທຸກຄົນທີ່ຕ້ອງການຍອມຮັບສິດອຳນາດຂອງພຣະເຈົ້າຕ້ອງໄດ້ມີ, ນັ້ນກໍຄື ຄຸນນະພາບພື້ນຖານເຊິ່ງທຸກຄົນທີ່ຕ້ອງການຍອມຮັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຕ້ອງມີ. ເພື່ອໃຫ້ມີທັດສະນະຄະຕິດັ່ງກ່າວ, ເພື່ອໃຫ້ມີຄຸນນະພາບດັ່ງກ່າວ ເຈົ້າຕ້ອງພະຍາຍາມຫຼາຍຂຶ້ນ. ນີ້ແມ່ນຫົນທາງດຽວທີ່ເຈົ້າສາມາດເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

400. ເມື່ອໂນອາເຮັດຕາມທີ່ພຣະເຈົ້າສັ່ງ, ເພິ່ນບໍ່ໄດ້ຮູ້ຄວາມຕັ້ງໃຈຂອງພຣະເຈົ້າ. ເພິ່ນບໍ່ໄດ້ຮູ້ວ່າ ພຣະເຈົ້າຕ້ອງການເຮັດຫຍັງ. ພຣະເຈົ້າພຽງແຕ່ອອກຄຳສັ່ງເພິ່ນ ແລະ ແນະນຳລາວໃຫ້ເຮັດບາງສິ່ງໂດຍບໍ່ໄດ້ໃຫ້ຄຳອະທິບາຍຫຼາຍປານໃດ, ໂນອາໄດ້ລົງມືເຮັດມັນ. ເພິ່ນບໍ່ໄດ້ພະຍາຍາມຄົ້ນຫາຄວາມຕັ້ງໃຈຂອງພຣະເຈົ້າຢ່າງລັບໆ ແລະ ບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຫຼື ສະແດງຄວາມບໍ່ພໍໃຈອອກມາແຕ່ຢ່າງໃດ. ເພິ່ນພຽງແຕ່ລົງມືເຮັດຕາມດ້ວຍຫົວໃຈອັນບໍລິສຸດ ແລະ ລຽບງ່າຍ. ແມ່ນຫຍັງກໍຕາມທີ່ພຣະເຈົ້າໃຫ້ເພິ່ນເຮັດ, ເພິ່ນກໍເຮັດ, ການເຊື່ອຟັງ ແລະ ການຟັງພຣະທຳຂອງພຣະເຈົ້າໄດ້ຊ່ວຍສະໜັບສະໜຸນຄວາມເຊື່ອຂອງເພິ່ນໃນສິ່ງທີ່ເພິ່ນເຮັດ. ນັ້ນແມ່ນວິທີທີ່ເພິ່ນຈັດການກັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ຢ່າງກົງໄປກົງມາ ແລະ ຢ່າງລຽບງ່າຍ. ທາດແທ້ຂອງເພິ່ນ, ທາດແທ້ແຫ່ງການກະທຳຂອງເພິ່ນແມ່ນຄວາມເຊື່ອຟັງ, ບໍ່ຄາດເດົາ, ບໍ່ຕໍ່ຕ້ານ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ຄິດເຖິງຜົນປະໂຫຍດສ່ວນຕົວຂອງເພິ່ນເອງ ຫຼື ຜົນໄດ້ ແລະ ຜົນເສຍຂອງເພິ່ນ. ນອກຈາກນັ້ນ, ເມື່ອພຣະເຈົ້າກ່າວວ່າພຣະອົງຈະທຳລາຍໂລກດ້ວຍນ້ຳຖ້ວມ, ໂນອາບໍ່ໄດ້ຖາມວ່າເມື່ອໃດ ຫຼື ຖາມວ່າຈະເກີດຫຍັງຂຶ້ນ, ແນ່ນອນເພິ່ນບໍ່ໄດ້ຖາມພຣະເຈົ້າວ່າພຣະອົງຈະທຳລາຍໂລກແນວໃດ. ເພິ່ນພຽງແຕ່ເຮັດຕາມທີ່ພຣະເຈົ້າແນະນຳ. ບໍ່ວ່າພຣະເຈົ້າຕ້ອງການໃຫ້ມັນຖືກສ້າງດ້ວຍວິທີໃດ ແລະ ສ້າງດ້ວຍຫຍັງ, ເພິ່ນກໍເຮັດຕາມທີ່ພຣະເຈົ້າຂໍ ແລະ ຍັງໄດ້ເລີ່ມປະຕິບັດທັນທີ. ເພິ່ນປະຕິບັດຕາມຄຳແນະນຳຂອງພຣະເຈົ້າດ້ວຍທັດສະນະທີ່ຢາກເຮັດໃຫ້ພຣະເຈົ້າພໍໃຈ. ເພິ່ນໄດ້ເຮັດມັນເພື່ອຊ່ວຍໃຫ້ຕົວເອງຫຼີກເວັ້ນໄພພິບັດບໍ? ບໍ່. ເພິ່ນໄດ້ຖາມພຣະເຈົ້າບໍວ່າ ມັນຍັງອີກດົນປານໃດກ່ອນທີ່ໂລກຈະຖືກທຳລາຍ? ເພິ່ນບໍ່ໄດ້ຖາມ. ເພິ່ນໄດ້ຖາມພຣະເຈົ້າ ຫຼື ເພິ່ນຮູ້ບໍວ່າມັນຈະໃຊ້ເວລາດົນປານໃດໃນການສ້າງເຮືອສຳເພົາ? ເພິ່ນບໍ່ຮູ້ເລື່ອງນັ້ນເຊັ່ນກັນ. ເພິ່ນພຽງແຕ່ເຊື່ອຟັງ, ຟັງ ແລະ ປະຕິບັດຕາມ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

401. ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອອ່ອນນ້ອມຕໍ່ທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ການຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຫົວໃຈຂອງລາວທີ່ຮັກພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມອ່ອນນ້ອມຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງທີ່ຖືກສ້າງຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດ ແລະ ບໍ່ມີຫຍັງທີ່ປະຕິບັດຕາມເຈດຕະນາຂອງພຣະຜູ້ສ້າງໄດ້ດີກວ່ານີ້. ໃຫ້ຈິນຕະນາການເບິ່ງວ່າ ເຈົ້າສາມາດປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ເຈົ້າບໍ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງໄດ້. ໃນລັກສະນະນີ້ບໍ່ພຽງແຕ່ເຈົ້າບໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງເທົ່ານັ້ນ ແຕ່ເຈົ້າຍັງຈະຖືກພຣະເຈົ້າຕັດສິນ ຍ້ອນເຈົ້າເປັນຄົນທີ່ບໍ່ມີຄວາມຈິງ, ຄົນທີ່ບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ ແລະ ຄົນທີ່ຕໍ່ຕ້ານພຣະເຈົ້າເລີຍ. ເຈົ້າພຽງແຕ່ສົນໃຈກັບການປະຕິບັດພາລະກິດເພື່ອພຣະເຈົ້າ ແລະ ບໍ່ສົນໃຈກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ການຮູ້ຈັກຕົນເອງ. ເຈົ້າບໍ່ເຂົ້າໃຈ ຫຼື ຮູ້ຈັກພຣະຜູ້ສ້າງ ແລະ ບໍ່ອ່ອນນ້ອມ ຫຼື ຮັກພຣະຜູ້ສ້າງ. ເຈົ້າເປັນຄົນທີ່ກະບົດຕໍ່ພຣະເຈົ້າມາຕັ້ງແຕ່ເກີດ, ແລ້ວດ້ວຍເຫດນັ້ນຜູ້ຄົນດັ່ງກ່າວຈຶ່ງບໍ່ເປັນທີ່ຮັກຂອງພຣະຜູ້ສ້າງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງທີ່ມະນຸດຍ່າງ

402. ການເປັນພະຍານຢ່າງກ້ອງກັງວານໃຫ້ແກ່ພຣະເຈົ້າຫຼັກໆແມ່ນກ່ຽວພັນກັບວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ເປັນຈິງ ຫຼື ບໍ່ ແລະ ເຈົ້າສາມາດຍອມອ່ອນນ້ອມຕໍ່ໜ້າບຸກຄົນນີ້ທີ່ບໍ່ພຽງແຕ່ເປັນຄົນທຳມະດາ ແຕ່ຍັງເປັນຄົນປົກກະຕິ ແລະ ຍອມອ່ອນນ້ອມເຖິງແມ່ນຕ້ອງຕາຍ ຫຼື ບໍ່. ໂດຍລັກສະນະການຍອມອ່ອນນ້ອມນີ້, ຖ້າເຈົ້າເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າເຈົ້າໄດ້ຖືກຮັບເອົາໂດຍພຣະເຈົ້າແລ້ວ. ຖ້າເຈົ້າສາມາດຍອມອ່ອນນ້ອມຈົນຕາຍ ແລະ ປາສະຈາກຄຳຕໍ່ວ່າຢູ່ຕໍ່ໜ້າພຣະອົງ, ບໍ່ຕັດສິນ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ມີແນວຄິດໃດໆ ແລະ ບໍ່ມີແຮງຈູງໃຈແອບແຝງ, ໃນລັກສະນະນີ້ ພຣະເຈົ້າກໍຈະໄດ້ຮັບສະຫງ່າລາສີ. ການຍອມອ່ອນນ້ອມຕໍ່ໜ້າບຸກຄົນທຳມະດາທີ່ຖືກມະນຸດດູຖູກ ແລະ ການທີ່ສາມາດຍອມອ່ອນນ້ອມຈົນຕາຍໂດຍບໍ່ມີແນວຄິດໃດໆ, ນີ້ຄືຄຳພະຍານທີ່ແທ້ຈິງ. ຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຂົ້າກໍຄືໃຫ້ເຈົ້າສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະອົງ, ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ, ກົ້ມລົງຕໍ່ໜ້າພຣະເຈົ້າທີ່ເປັນຈິງ ແລະ ຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ, ເປີດຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ໃນທີ່ສຸດກໍຖືກຮັບເອົາໂດຍພຣະອົງຜ່ານພຣະທຳເຫຼົ່ານີ້ຂອງພຣະອົງ. ພຣະເຈົ້າໄດ້ຮັບສະຫງ່າລາສີເມື່ອຖ້ອຍຄຳເຫຼົ່ານີ້ໄດ້ເອົາຊະນະເຈົ້າ ແລະ ເຮັດໃຫ້ເຈົ້າອ່ອນນ້ອມຕໍ່ພຣະອົງຢ່າງສົມບູນ; ພຣະອົງເຮັດໃຫ້ຊາຕານອັບອາຍ ແລະ ສຳເລັດພາລະກິດຂອງພຣະອົງໂດຍຜ່ານສິ່ງນີ້. ເມື່ອເຈົ້າບໍ່ມີແນວຄິດໃດໆກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງນັ້ນກໍຄື ເມື່ອເຈົ້າຍຶດໝັ້ນໃນການທົດສອບນີ້, ເຈົ້າກໍເປັນພະຍານໄດ້ເປັນຢ່າງດີ. ຖ້າມື້ໃດທີ່ເຈົ້າມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າທີ່ເປັນຈິງ ແລະ ສາມາດຍອມອ່ອນນ້ອມຈົນຕາຍຄືກັບເປໂຕ, ເຈົ້າກໍຈະຖືກຮັບເອົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສິ່ງໃດໜຶ່ງທີ່ພຣະເຈົ້າເຮັດເຊິ່ງບໍ່ສອດຄ່ອງກັບແນວຄິດຂອງເຈົ້າແມ່ນການທົດສອບສຳລັບເຈົ້າ. ຖ້າພາລະກິດຂອງພຣະເຈົ້າສອດຄ່ອງກັບແນວຄິດຂອງເຈົ້າ, ມັນກໍຈະບໍ່ຮຽກຮ້ອງໃຫ້ເຈົ້າທົນທຸກ ຫຼື ຖືກຫຼໍ່ຫຼອມ. ມັນເປັນຍ້ອນພາລະກິດຂອງພຣະອົງເປັນຈິງຫຼາຍ ແລະ ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ມັນຈຶ່ງຮຽກຮ້ອງໃຫ້ເຈົ້າປະຖິ້ມແນວຄິດດັ່ງກ່າວ. ນີ້ຄືເຫດຜົນທີ່ມັນເປັນການທົດສອບສຳລັບເຈົ້າ. ມັນເປັນຍ້ອນຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງຢູ່ທ່າມກາງການທົດສອບຕ່າງໆ; ພາລະກິດຂອງພຣະອົງເປັນຈິງ, ບໍ່ໄດ້ຢູ່ເໜືອທຳມະຊາດ. ໂດຍການເຂົ້າໃຈພຣະທຳທີ່ເປັນຈິງຂອງພຣະອົງຢ່າງ ແລະ ຖ້ອຍຄຳທີ່ເປັນຈິງຂອງພຣະອົງຢ່າງຄົບຖ້ວນ ໂດຍບໍ່ມີແນວຄິດໃດໆ ແລະ ການທີ່ສາມາດຮັກພຣະອົງຢ່າງແທ້ຈິງເມື່ອພາລະກິດຂອງພຣະອົງຍິ່ງເປັນຈິງຫຼາຍຂຶ້ນ, ເຈົ້າຈະກໍຖືກຮັບເອົາໂດຍພຣະອົງ. ກຸ່ມຄົນທີ່ພຣະເຈົ້າຈະຮັບເອົາແມ່ນຄົນທີ່ຮູ້ຈັກພຣະເຈົ້າ; ນັ້ນກໍຄື ຄົນທີ່ຮູ້ຈັກຄວາມເປັນຈິງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຄົນທີ່ສາມາດຍອມອ່ອນນ້ອມຕໍ່ພາລະກິດຕົວຈິງຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນຄົນທີ່ສາມາດຍອມອ່ອນນ້ອມຕໍ່ຄວາມເປັນຈິງຂອງພຣະອົງຢ່າງສິ້ນເຊີງ

403. ກ່ອນມະນຸດເຂົ້າສູ່ການພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການອ່ອນນ້ອມຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງກໍຄືທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະຖືກປະຖິ້ມ ແລະ ທໍາລາຍ. ຍິ່ງໄປກວ່ານັ້ນ ທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ ແລະ ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງ ແຕ່ຍັງສະແຫວງຫາພຣະເຈົ້າທີ່ເລື່ອນລອຍ ເຊິ່ງຍິ່ງໄປກວ່ານັ້ນ ກໍຍິ່ງຈະເປັນເປົ້າໝາຍທີ່ຕ້ອງຖືກທຳລາຍຢ່າງແນ່ນອນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ຈົນຮອດເວລາແຫ່ງການພັກເຊົາ. ຄົນທີ່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການກະບົດພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກຜ່ອນພ້ອມກັນ

ກ່ອນນີ້: (V) ວິທີການເປັນຄົນຊື່ສັດ

ຕໍ່ໄປ: (VII) ກ່ຽວກັບການປະຕິບັດໜ້າທີ່ຂອງຄົນຢ່າງພຽງພໍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້