(I) ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ
605. ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ.
ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້:
1) ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ.
2) ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ.
3) ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ ເຈົ້າກໍ່ຈະມີຊີວິດຢູ່ໃນດິນແດນແຫ່ງອິດສະຫຼະພາບ ເຊິ່ງໝາຍຄວາມວ່າ ເຈົ້າຈະມີຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຈາກຄວາມຮັກຂອງພຣະເຈົ້າ. ມີພຽງແຕ່ເມື່ອເຈົ້າມີຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ເຈົ້າຈຶ່ງຈະເປັນຂອງພຣະເຈົ້າ.
4) ພວກເຂົາຕ້ອງຖືກຮັບໂດຍພຣະເຈົ້າ.
5) ພວກເຂົາຕ້ອງກາຍມາເປັນສິ່ງທີ່ສຳແດງເຖິງສະຫງ່າລາສີຂອງພຣະເຈົ້າເທິງແຜ່ນດິນໂລກ.
ຫ້າຫົວຂໍ້ນີ້ແມ່ນການຝາກຝັງຂອງເຮົາສຳລັບເຈົ້າ. ພຣະທຳຂອງເຮົາຖືກກ່າວຕໍ່ປະຊາຊົນຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຕັມໃຈຍອມຮັບເອົາການຝາກຝັງເຫຼົ່ານີ້, ເຮົາຈະບໍ່ບັງຄັບເຈົ້າ ແຕ່ຖ້າເຈົ້າຍອມຮັບສິ່ງເຫຼົ່ານັ້ນຢ່າງແທ້ຈິງ ແລ້ວເຈົ້າກໍ່ຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ໃນປັດຈຸບັນ ເຈົ້າເລີ່ມຍອມຮັບການຝາກຝັງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອກາຍເປັນປະຊາຊົນຂອງອານາຈັກ ແລະ ບັນລຸຕາມມາດຕະຖານທີ່ຈຳເປັນສຳລັບປະຊາຊົນໃນອານາຈັກ. ນີ້ຄືບາດກ້າວທຳອິດຂອງທາງເຂົ້າ. ຖ້າເຈົ້າປາດຖະໜາປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງສົມບູນ ແລ້ວເຈົ້າຕ້ອງຍອມຮັບການຝາກຝັງທັງຫ້າເຫຼົ່ານີ້ ແລະ ຖ້າເຈົ້າສາມາດເຮັດຫ້າຂໍ້ນັ້ນໃຫ້ສຳເລັດໄດ້ ເຈົ້າກໍ່ຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ພຣະເຈົ້າຈະໃຊ້ເຈົ້າໃຫ້ເກີດປະໂຫຍດຢ່າງຍິ່ງໃຫຍ່ແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
606. ສິ່ງທີ່ພວກເຈົ້າໄດ້ສືບທອດໃນມື້ນີ້ດີເກີນກວ່າສິ່ງທີ່ອັກຄະສາວົກ ແລະ ພະສາດສະດາທັງໝົດຕະຫຼອດຍຸກຕ່າງໆໄດ້ຮັບ ແລະ ຍິ່ງໃຫຍ່ກວ່າສິ່ງທີ່ໂມເຊ ແລະ ເປໂຕໄດ້ຮັບ. ບໍ່ສາມາດຮັບເອົາພຣະພອນພາຍໃນໜຶ່ງມື້ ຫຼື ສອງມື້; ສາມາດຮັບເອົາພຣະພອນຜ່ານການເສຍສະຫຼະອັນຍິ່ງໃຫຍ່. ໝາຍຄວາມວ່າ ພວກເຈົ້າຕ້ອງມີຄວາມຮັກທີ່ຜ່ານການເຮັດໃຫ້ບໍລິສຸດ, ພວກເຈົ້າຕ້ອງມີຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ພວກເຈົ້າຕ້ອງມີຄວາມຈິງຫຼາຍໆຢ່າງທີ່ພຣະເຈົ້າຂໍໃຫ້ພວກເຈົ້າຮັບໄວ້; ນອກຈາກນັ້ນ, ພວກເຈົ້າຕ້ອງຫັນຫາຄວາມຍຸຕິທຳໂດຍບໍ່ຢ້ານກົວ ຫຼື ຫຼີກລ້ຽງ ແລະ ຕ້ອງມີຫົວໃຈທີ່ຮັກພຣະເຈົ້າ ເຊິ່ງສິ່ງນັ້ນຄົງຢູ່ຈົນຕາຍ. ພວກເຈົ້າຕ້ອງມີຄວາມເດັດດ່ຽວ, ການປ່ຽນແປງຕ້ອງເກີດຂຶ້ນໃນອຸປະນິໄສຊີວິດຂອງພວກເຈົ້າ; ຄວາມເສື່ອມຊາມຂອງພວກເຈົ້າຕ້ອງຖືກແກ້ໄຂ, ພວກເຈົ້າຕ້ອງຍອມຮັບການຈັດຕຽມທຸກຢ່າງຈາກພຣະເຈົ້າໂດຍບໍ່ຈົ່ມ ແລະ ພວກເຈົ້າຕ້ອງອ່ອນນ້ອມຈົນຕາຍ. ນີ້ຄືສິ່ງທີ່ພວກເຈົ້າຄວນໄດ້ຮັບ, ນີ້ຄືຄວາມປະສົງສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນສິ່ງທີ່ພຣະເຈົ້າຮ້ອງຂໍຈາກຄົນກຸ່ມນີ້. ເມື່ອພຣະອົງປະທານໃຫ້ກັບພວກເຈົ້າ, ພຣະອົງກໍຈະຂໍສິ່ງຕອບແທນຈາກພວກເຈົ້າຢ່າງແນ່ນອນ ແລະ ຈະເຮັດໃຫ້ພວກເຈົ້າເໝາະສົມກັບຄວາມຕ້ອງການນັ້ນຢ່າງແນ່ນອນ. ດັ່ງນັ້ນ, ມີເຫດຜົນໃນທຸກພາລະກິດທີ່ພຣະເຈົ້າປະຕິບັດ ເຊິ່ງສາມາດເຫັນໄດ້ວ່າ ເປັນຫຍັງພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດທີ່ມີມາດຕະຖານສູງ ແລະ ເງື່ອນໄຂທີ່ເຄັ່ງຄັດຊໍ້າແລ້ວຊໍ້າອີກ. ດ້ວຍເຫດນີ້ພວກເຈົ້າຈຶ່ງຄວນມີຄວາມເຊື່ອໃນພຣະເຈົ້າ. ສະຫຼຸບກໍຄື ພາລະກິດທຸກຢ່າງຂອງພຣະເຈົ້າຖືກປະຕິບັດເພື່ອຜົນປະໂຫຍດຂອງພວກເຈົ້າ ເພື່ອພວກເຈົ້າອາດຈະເໝາະສົມທີ່ຈະຮັບມໍລະດົກຂອງພຣະອົງ. ນີ້ບໍ່ແມ່ນເພື່ອຜົນປະໂຫຍດຂອງລັດສະໝີຂອງພຣະເຈົ້າເອງ ແຕ່ເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ທີ່ໄດ້ຮັບຄວາມເຈັບປວດຢ່າງເລິກເຊິ່ງໃນດິນແດນທີ່ບໍ່ບໍລິສຸດມີຄວາມສົມບູນ. ພວກເຈົ້າຄວນເຂົ້າໃຈເຈດຕະນາຂອງພຣະເຈົ້າ. ສະນັ້ນ, ເຮົາກໍຂໍຕັກເຕືອນຜູ້ຄົນທີ່ໂງ່ຈ້າທັງຫຼາຍທີ່ບໍ່ມີຄວາມຮູ້ ແລະ ຄວາມສຳນຶກ: ຢ່າທົດສອບພຣະເຈົ້າ ແລະ ຢ່າຕໍ່ຕ້ານອີກເລີຍ. ພຣະເຈົ້າໄດ້ຜ່ານຄວາມທໍລະມານທັງໝົດທີ່ມະນຸດບໍ່ເຄີຍທົນທຸກມາກ່ອນ ແລະ ທົນທຸກຕໍ່ການເຍາະເຍີ້ຍທີ່ຍິ່ງໃຫຍ່ກວ່າແທນທີ່ຂອງມະນຸດດົນນານມາແລ້ວ. ແມ່ນຫຍັງອີກທີ່ພວກເຈົ້າບໍ່ສາມາດປະຖິ້ມໄດ້? ແມ່ນຫຍັງທີ່ສຳຄັນໄປກວ່າເຈດຕະນາຂອງພຣະເຈົ້າ? ແມ່ນຫຍັງທີ່ສູງສົ່ງກວ່າຄວາມຮັກຂອງພຣະເຈົ້າ? ມັນຍາກພໍແລ້ວສຳລັບພຣະເຈົ້າທີ່ຕ້ອງປະຕິບັດພາລະກິດຂອງພຣະອົງໃນດິນແດນທີ່ບໍ່ບໍລິສຸດນີ້: ຍິ່ງໄປກວ່ານັ້ນ, ຖ້າມະນຸດລະເມີດໂດຍທີ່ຮູ້ ແລະ ຕັ້ງໃຈ, ພາລະກິດຂອງພຣະເຈົ້າກໍຕ້ອງໄດ້ຊັກຊ້າລົງ. ເວົ້າສັ້ນໆກໍ່ຄື, ນີ້ບໍ່ແມ່ນເລື່ອງທີ່ໜ້າສົນໃຈໃຫ້ກັບໃຜເລີຍ ແລະ ບໍ່ມີຜົນປະໂຫຍດໃຫ້ກັບໃຜຄືກັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?
607. ພຣະທໍາທີ່ເຮົາກ່າວແມ່ນຄວາມຈິງທີ່ມີຕໍ່ມະນຸດຊາດທັງປວງ; ພວກເຂົາບໍ່ໄດ້ຖືກນໍາສະເໜີສະເພາະຕໍ່ກັບບຸກຄົນໃດຄົນໜຶ່ງ ຫຼື ຄົນບາງປະເພດເທົ່ານັ້ນ. ດັ່ງນັ້ນ ພວກເຈົ້າຄວນຕັ້ງໃຈທີ່ຈະເຂົ້າໃຈພຣະທໍາຂອງເຮົາຈາກຈຸດຢືນຂອງຄວາມຈິງ ແລະ ຕ້ອງມີທ່າທີ່ມີຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຢ່າງໜັກແໜ້ນ; ບໍ່ເມີນເສີຍຕໍ່ພຣະທໍາແມ່ນແຕ່ຄໍາດຽວ ຫຼື ຄວາມຈິງທີ່ເຮົາເວົ້າ ແລະ ບໍ່ໃຫ້ຖືເບົາໃນພຣະທໍາທັງໝົດຂອງເຮົາ. ໃນຊີວິດຂອງພວກເຈົ້າ ເຮົາເຫັນຫຼາຍຢ່າງທີ່ ພວກເຈົ້າກະທຳທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍຮ້ອງພວກເຈົ້າໂດຍສະເພາະໃຫ້ພວກເຈົ້າເປັນຜູ້ຮັບໃຊ້ຄວາມຈິງ ແລະ ບໍ່ໃຫ້ເປັນທາດແຫ່ງຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດ ແລະ ບໍ່ໃຫ້ພວກເຈົ້າຢຽບຢ່ຳຄວາມຈິງ ຫຼື ເຮັດໃຫ້ມຸມໃດໜຶ່ງຂອງພຣະວິຫານຂອງພຣະເຈົ້າເປິເປື້ອນ. ນີ້ຄືຄໍາພຣະໂອວາດຂອງເຮົາທີ່ມີຕໍ່ພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້
608. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມພຽນພະຍາຍາມຂອງເຮົາຕ້ອງເສຍຖິ້ມ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງເຈດຕະນາອັນພຽນພະຍາຍາມທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາເສຍໃຈຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຈື່ພຣະທຳເຫຼົ່ານັ້ນຂຶ້ນໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ເຮົາຜິດຫວັງໃນໂຕພວກເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນມົວເມົາຢູ່ກັບຊີວິດທີ່ມົວເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າໃຊ້ພຣະທໍາຂອງເຮົາເພື່ອເພີ່ມພູນຫົວໃຈ ແລະ ວິນຍານຂອງພວກເຈົ້າ. ຍ້ອນເຫດຜົນນີ້ ເຮົາຈຶ່ງມີຂໍ້ສະຫຼຸບກ່ຽວກັບໃບໜ້າທີ່ແທ້ຈິງຂອງມະນຸດຊາດວ່າ: ມະນຸດສາມາດທໍລະຍົດຕໍ່ເຮົາໄດ້ທຸກເວລາ ແລະ ບໍ່ມີຜູ້ໃດສາມາດຊື່ສັດກັບພຣະທໍາຂອງເຮົາໄດ້ຢ່າງແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)
609. ສິ່ງທີ່ພຣະເຈົ້າຮຽກຮ້ອງຄືຄວາມຮັກຢ່າງດຽວຈາກມະນຸດ; ສິ່ງທີ່ພຣະອົງຮຽກຮ້ອງກໍ່ຄືໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ ແລະ ເຕັມໄປດ້ວຍຄວາມຮັກໃນຫົວໃຈສຳລັບພຣະອົງ. ການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ການຄົ້ນຫາສິ່ງທີ່ພວກເຂົາຄວນສະແຫວງຫາໃນພຣະທໍາຂອງພຣະອົງ, ການຮັກພຣະເຈົ້າຍ້ອນພຣະທໍາຂອງພຣະອົງ, ການໄລ່ຕາມສຳລັບພຣະທໍາຂອງພຣະເຈົ້າ, ການມີຊີວິດຢູ່ເພື່ອພຣະທໍາຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຄືເປົ້າໝາຍທີ່ມະນຸດຕ້ອງພະຍາຍາມບັນລຸ. ທຸກສິ່ງຕ້ອງຖືກສ້າງຂຶ້ນເທິງພຣະທໍາຂອງພຣະເຈົ້າ; ມີແຕ່ເມື່ອນັ້ນ ມະນຸດຈິ່ງຈະສາມາດຕອບສະໜອງຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ຖ້າມະນຸດບໍ່ປະກອບດ້ວຍພຣະທໍາຂອງພຣະເຈົ້າ, ແລ້ວເຂົາກໍ່ເປັນພຽງໜອນທີ່ຖືກຊາຕານຄອບງຳ! ໃຫ້ຊັ່ງຊາເບິ່ງວ່າ: ພຣະທໍາຂອງພຣະເຈົ້າໄດ້ຝັງຮາກພາຍໃນເຈົ້າຫຼາຍສໍ່າໃດ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະອົງ? ມີສິ່ງໃດແດ່ທີ່ເຈົ້າບໍ່ໄດ້ໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ຖ້າພຣະທຳຂອງພຣະເຈົ້າຍັງບໍ່ໄດ້ຍຶດຄອງຕົວເຈົ້າຢ່າງສົມບູນ, ແລ້ວແມ່ນຫຍັງແທ້ໆທີ່ຄອບງຳຫົວໃຈຂອງເຈົ້າ? ໃນຊີວິດປະຈໍາວັນຂອງເຈົ້າ, ເຈົ້າຖືກຊາຕານຄວບຄຸມ ຫຼື ເຈົ້າຖືກຄອບງຳໂດຍພຣະທຳຂອງພຣະເຈົ້າ? ພຣະທຳຂອງພຣະອົງຄືພື້ນຖານທີ່ຄໍາອະທິຖານຂອງເຈົ້າອີງໃສ່ບໍ? ເຈົ້າໄດ້ອອກມາຈາກສະພາວະທີ່ບໍ່ດີຂອງເຈົ້າຜ່ານແສງສະຫວ່າງໃນພຣະທໍາຂອງພຣະເຈົ້າບໍ? ການຖືເອົາພຣະທໍາຂອງພຣະເຈົ້າເປັນຮາກຖານສຳລັບການເປັນຢູ່ຂອງເຈົ້າ, ນີ້ແມ່ນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ຢູ່ໃນຊີວິດຂອງເຈົ້າ, ແລ້ວເຈົ້າກໍ່ກໍາລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ເຈົ້າກະບົດຕໍ່ພຣະເຈົ້າ, ເຈົ້າຕໍ່ຕ້ານພຣະອົງ ແລະ ເຈົ້າໝິ່ນປະໝາດພຣະນາມຂອງພຣະອົງ; ຄວາມເຊື່ອໃນພຣະເຈົ້າຂອງຄົນດັ່ງກ່າວຄືບັນຫາ ແລະ ຄວາມວຸ້ນວາຍແທ້ໆ. ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ໄດ້ດໍາລົງຊີວິດຕາມພຣະທໍາຂອງພຣະອົງ? ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ບໍ່ໄດ້ດຳລົງຊີວິດຕາມພຣະທໍາຂອງພຣະອົງ? ມີພຣະທຳຫຼາຍສໍ່າໃດໃນບັນດາພຣະທຳທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າທີ່ໄດ້ສໍາເລັດໃນຕົວເຈົ້າ? ມີພຣະທໍາຫຼາຍສໍ່າໃດທີ່ໄດ້ສູນເສຍໃນຕົວເຈົ້າ? ເຈົ້າໄດ້ພິຈາລະນາເບິ່ງສິ່ງເຫຼົ່ານີ້ຢ່າງລະອຽດແລ້ວບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ
610. ພວກເຈົ້າເຕັມໃຈຮັບເອົາພອນຂອງເຮົາຢູ່ເທິງແຜ່ນດິນໂລກບໍ ເຊິ່ງເປັນພອນດຽວກັນກັບພອນໃນສະຫວັນ? ພວກເຈົ້າເຕັມໃຈທີ່ຈະຖະໜອມຄວາມເຂົ້າໃຈກ່ຽວກັບເຮົາ, ຄວາມສຸກຈາກພຣະທໍາຂອງເຮົາ ແລະ ຄວາມຮູ້ກ່ຽວກັບເຮົາດັ່ງສິ່ງທີ່ມີຄ່າ ແລະ ມີຄວາມໝາຍທີ່ສຸດໃນຊີວິດຂອງພວກເຈົ້າບໍ? ພວກເຈົ້າສາມາດອ່ອນນ້ອມຕໍ່ເຮົາຢ່າງສົມບູນໄດ້ຢ່າງແທ້ຈິງບໍ ໂດຍທີ່ບໍ່ຄິດເຖິງອະນາຄົດຂອງພວກເຈົ້າເອງບໍ? ພວກເຈົ້າສາມາດຍອມໃຫ້ຕົວເອງຖືກເຮົາເຮັດໃຫ້ຕາຍ ແລະ ຖືກເຮົານໍາພາຄືກັນກັບໂຕແກະໄດ້ແທ້ບໍ? ມີໃຜແດ່ໃນບັນດາພວກເຈົ້າທີ່ສາມາດເຮັດສໍາເລັດສິ່ງດັ່ງກ່າວນີ້ໄດ້? ເປັນໄປໄດ້ບໍ ທີ່ທຸກຄົນຖືກເຮົາຮັບເອົາ ແລະ ໄດ້ຮັບຄໍາໝັ້ນສັນຍາຈາກເຮົາ ແມ່ນຜູ້ທີ່ໄດ້ຮັບພອນຂອງເຮົາ? ພວກເຈົ້າໄດ້ເຂົ້າໃຈຫຍັງບໍຈາກພຣະທໍາເຫຼົ່ານີ້? ຖ້າເຮົາທົດສອບພວກເຈົ້າ, ພວກເຈົ້າຈະສາມາດເອົາຕົວເອງໄປຢູ່ພາຍໃຕ້ການປັ້ນແຕ່ງຂອງເຮົາໄດ້ແທ້ບໍ ແລະ ໃນທ່າມກາງການທົດສອບເຫຼົ່ານີ້ ພວກເຈົ້າຈະສາມາດຄົ້ນຫາຈຸດປະສົງ ແລະ ເຂົ້າໃຈຫົວໃຈຂອງເຮົາໄດ້ບໍ? ເຮົາບໍ່ໄດ້ຕ້ອງການໃຫ້ເຈົ້າສາມາດເວົ້າດ້ວຍຄໍາເວົ້າທີ່ປະທັບໃຈ ຫຼື ເລົ່າເລື່ອງຕ່າງໆທີ່ໜ້າຕື່ນເຕັ້ນ; ກົງກັນຂ້າມ, ເຮົາຮຽກຮ້ອງໃຫ້ເຈົ້າສາມາດເປັນພະຍານທີ່ດີໃຫ້ແກ່ເຮົາ ແລະ ເພື່ອວ່າ ເຈົ້າຈະໄດ້ເຂົ້າສູ່ຄວາມເປັນຈິງຢ່າງສົມບູນ ແລະ ຢ່າງເລິກເຊິ່ງ. ຖ້າເຮົາບໍ່ເວົ້າໂດຍກົງ ແລ້ວເຈົ້າຈະສາມາດປະຖິ້ມທຸກຢ່າງທີ່ຢູ່ພາຍນອກເຈົ້າ ແລະ ຍອມໃຫ້ເຮົາໃຊ້ເຈົ້າຢູ່ບໍ? ນີ້ບໍ່ແມ່ນຄວາມເປັນຈິງທີ່ເຮົາຕ້ອງການບໍ? ໃຜສາມາດເຂົ້າໃຈຄວາມໝາຍໃນພຣະທໍາຂອງເຮົາແດ່? ເຖິງຢ່າງໃດກໍຕາມ ເຮົາຮຽກຮ້ອງບໍ່ໃຫ້ພວກເຈົ້າຊັ່ງຊາດ້ວຍຄວາມສົງໄສອີກຕໍ່ໄປ ແລະ ຂໍໃຫ້ພວກເຈົ້າຫ້າວຫັນໃນການເຂົ້າສູ່ຂອງພວກເຈົ້າ ແລະ ເຂົ້າໃຈແກ່ນແທ້ຂອງພຣະທໍາຂອງເຮົາ. ສິ່ງນີ້ຈະປ້ອງກັນບໍ່ໃຫ້ເຈົ້າເຂົ້າໃຈພຣະທໍາຂອງເຮົາຜິດ ແລະ ບໍ່ໃຫ້ມີຄວາມບໍ່ຊັດເຈນຕໍ່ຄວາມໝາຍຂອງເຮົາ ເຊິ່ງມັນຈະເຮັດໃຫ້ເຈົ້າລະເມີດຕໍ່ບົດບັນຍັດແຫ່ງການປົກຄອງຂອງເຮົາ. ເຮົາຫວັງວ່າ ພວກເຈົ້າຈະເຂົ້າໃຈເຈດຕະນາໃນພຣະທໍາຂອງເຮົາສໍາລັບພວກເຈົ້າ. ບໍ່ໃຫ້ຄິດເຖິງອະນາຄົດຂອງພວກເຈົ້າເອງອີກຕໍ່ໄປ ແລະ ຈົ່ງປະຕິບັດຕາມທີ່ພວກເຈົ້າໄດ້ຕັ້ງໝັ້ນຢູ່ຕໍ່ໜ້າເຮົາ ເພື່ອອ່ອນນ້ອມຕໍ່ການປັ້ນແຕ່ງເຈົ້າໂດຍພຣະເຈົ້າໃນທຸກສິ່ງ. ທຸກຄົນທີ່ຢືນຢູ່ພາຍໃນຄົວເຮືອນຂອງເຮົາຄວນເຮັດເທົ່າທີ່ພວກເຂົາສາມາດເຮັດໄດ້; ເຈົ້າຄວນຖວາຍສິ່ງທີ່ດີທີ່ສຸດຂອງເຈົ້າເອງໃຫ້ແກ່ຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ເຈົ້າເຕັມໃຈທີ່ຈະນໍາເອົາສິ່ງດັ່ງກ່າວໄປປະຕິບັດຢ່າງແທ້ຈິງບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 4
611. ຕະຫຼອດເວລາ, ປະຊາຊົນຂອງເຮົາຄວນເຝົ້າລະວັງຕໍ່ແຜນຮ້າຍຂອງຊາຕານ, ປົກປ້ອງປະຕູເຮືອນຂອງເຮົາເພື່ອເຮົາ; ພວກເຂົາຄວນສາມາດສະໜັບສະໜູນກັນ ແລະ ກັນ ແລະ ສະໜອງໃຫ້ກັນ ແລະ ກັນ ເພື່ອຫຼີກລ່ຽງການຕິດແຮ້ວຂອງຊາຕານ ເຊິ່ງໃນເວລານັ້ນ ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ເປັນຫຍັງເຮົາຈຶ່ງຕ້ອງເຝິກອົບຮົມພວກເຈົ້າຢ່າງຮີບດ່ວນ? ເປັນຫຍັງເຮົາຈຶ່ງບອກຄວາມຈິງແກ່ພວກເຈົ້າກ່ຽວກັບໂລກວິນຍານ? ເປັນຫຍັງເຮົາຈຶ່ງເຕືອນ ແລະ ແນະນໍາພວກເຈົ້າຊໍ້າແລ້ວຊໍ້າອີກ? ພວກເຈົ້າເຄີຍຄິດກ່ຽວກັບເລື່ອງນີ້ບໍ? ການຄິດຂອງພວກເຈົ້າເຄີຍໄດ້ຮັບຄວາມຊັດເຈນບໍ? ສະນັ້ນ, ພວກເຈົ້າບໍ່ພຽງແຕ່ຈໍາເປັນຕ້ອງມີຄວາມສາມາດໃນການມີປະສົບການຫຼາຍ ໂດຍການສ້າງພື້ນຖານຂອງອະດີດເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນ ແມ່ນເພື່ອຂັບໄລ່ຄວາມບໍ່ບໍລິສຸດພາຍໃນພວກເຈົ້າ ພາຍໃຕ້ການຊີ້ນໍາຂອງພຣະທໍາແຫ່ງປັດຈຸບັນ ໂດຍຍອມໃຫ້ພຣະທໍາຂອງເຮົາແຕ່ລະຂໍ້ມີຮາກຖານ ແລະ ເຕີບໃຫຍ່ພາຍໃນຈິດໃຈຂອງເຈົ້າ ແລະ ທີ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ໄດ້ໝາກຜົນຫຼາຍຂຶ້ນ. ນີ້ກໍເພາະວ່າ ສິ່ງທີ່ເຮົາຂໍບໍ່ແມ່ນດອກໄມ້ທີ່ສົດໃສ ແລະ ຂຽວງາມ ແຕ່ເປັນໝາກໄມ້ທີ່ອຸດົມສົມບູນ ທີ່ບໍ່ສູນເສຍຄວາມສຸກຂອງມັນ. ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງເຮົາບໍ? ເຖິງວ່າ ດອກໄມ້ໃນເຮືອນແກ້ວແມ່ນມີຫຼາຍຄືກັບດວງດາວ ແລະ ດຶງດູດຝູງຊົນທີ່ຊື່ນຊົມ ແຕ່ເມື່ອພວກມັນແຫ່ວ ພວກມັນກໍຈະຖືກຈີກຂາດເປັນສິ້ນໆຄືກັບແຜນອັນຊົ່ວຮ້າຍຂອງຊາຕານ ແລະ ຈະບໍ່ມີໃຜສົນໃຈພວກມັນ. ແຕ່ສໍາລັບຜູ້ທີ່ຖືກລົມພັດ ແລະ ຖືກຕາເວັນເຮັດໃຫ້ແຫ້ງຈົນກອບ ທີ່ເປັນພະຍານໃຫ້ແກ່ເຮົາ, ເຖິງວ່າ ດອກໄມ້ເຫຼົ່ານີ້ຈະບໍ່ເບັ່ງບານຢ່າງສວຍງາມ ແຕ່ພວກມັນກໍຈະມີໝາກໄມ້ ເມື່ອດອກໄມ້ແຫ່ວ ເພາະວ່າ ເຮົາຕ້ອງການໃຫ້ພວກມັນເປັນເຊັ່ນນັ້ນ. ເມື່ອເຮົາກ່າວພຣະທໍາເຫຼົ່ານີ້, ພວກເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດ? ເມື່ອດອກໄມ້ໄດ້ແຫ່ວ ແລະ ອອກໝາກ ແລະ ເມື່ອສາມາດສະໜອງໝາກໄມ້ທັງໝົດນີ້ໃຫ້ກັບຄວາມສຸກຂອງເຮົາ, ເຮົາກໍຈະຈົບສິ້ນພາລະກິດທັງໝົດຂອງເຮົາຢູ່ເທິງແຜ່ນດິນໂລກ ແລະ ຈະເລີ່ມຊື່ນຊົມແກ້ວຜະລຶກແຫ່ງສະຕິປັນຍາຂອງເຮົາ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 3
612. ເປັນເວລາດົນນານ, ຜູ້ຄົນທີ່ເຊື່ອໃນພຣະເຈົ້າໄດ້ຄາດຫວັງຫາຈຸດໝາຍປາຍທາງທີ່ສວຍງາມຢ່າງຈິງໃຈ ແລະ ທຸກຄົນທີ່ເຊື່ອໃນພຣະເຈົ້າຫວັງວ່າໂຊກລາບທີ່ດີຈະມາເຖິງພວກເຂົາທັນທີ. ພວກເຂົາທຸກຄົນກໍຫວັງວ່າ ກ່ອນທີ່ພວກເຂົາຈະຮູ້ເຖິງສິ່ງນັ້ນ ພວກເຂົາຈະເຫັນຕົວເອງນັ່ງຢູ່ບ່ອນໜຶ່ງດ້ວຍຄວາມສະຫງົບສຸກ ຫຼື ອີກບ່ອນໜຶ່ງຢູ່ເທິງສະຫວັນ. ແຕ່ເຮົາຂໍເວົ້າວ່າ ຜູ້ຄົນເຫຼົ່ານີ້ພ້ອມກັບຄວາມຄິດທີ່ສວຍງາມຂອງພວກເຂົາ ແມ່ນບໍ່ເຄີຍຮູ້ຈັກວ່າ ພວກເຂົາມີຄຸນສົມບັດ ຫຼື ບໍ່ ໃນການໄດ້ຮັບໂຊກລາບດັ່ງກ່າວທີ່ຕົກລົງມາຈາກສະຫວັນ ຫຼື ແມ່ນແຕ່ນັ່ງຢູ່ໃນທີ່ນັ້ນ. ພວກເຈົ້າໃນປັດຈຸບັນ ແມ່ນມີຄວາມຮູ້ທີ່ດີກ່ຽວກັບຕົວເອງ ແຕ່ພວກເຈົ້າຍັງຫວັງທີ່ຈະໜີພົ້ນຈາກໄພພິບັດຂອງຍຸກສຸດທ້າຍ ແລະ ມືຂອງອົງຊົງລິດທານຸພາບສູງສຸດ ເມື່ອພຣະອົງລົງໂທດຜູ້ທີ່ຊົ່ວຮ້າຍ. ມັນເບິ່ງຄືວ່າ ການຝັນຫວານ ແລະ ການຕ້ອງການສິ່ງຕ່າງໆດັ່ງທີ່ພວກມັນເປັນແມ່ນລັກສະນະທົ່ວໄປຂອງທຸກຄົນທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນຄວາມອັດສະລິຍະຂອງບາງຄົນ. ເຖິງຢ່າງນັ້ນ ເຮົາກໍຍັງຕ້ອງການຢຸດຕິຄວາມປາດຖະໜາທີ່ເກີນຂອບເຂດຂອງພວກເຈົ້າ ພ້ອມທັງຄວາມກະຕືລືລົ້ນຂອງພວກເຈົ້າໃນການໄດ້ຮັບພອນ. ເນື່ອງຈາກການເຮັດຜິດຂອງພວກເຈົ້າແມ່ນມີຫຼາຍ ແລະ ຂໍ້ແທ້ຈິງກ່ຽວກັບຄວາມກະບົດຂອງພວກເຈົ້າກໍມີຫຼາຍເພີ່ມຂຶ້ນເລື້ອຍໆ ແລ້ວສິ່ງເຫຼົ່ານີ້ຈະເໝາະກັບແຜນການອັນສວຍງາມສໍາລັບອະນາຄົດຂອງພວກເຈົ້າໄດ້ແນວໃດ? ຖ້າຫາກເຈົ້າຕ້ອງການເຮັດຜິດຕາມທີ່ເຈົ້າພໍໃຈໂດຍທີ່ບໍ່ມີຫຍັງດຶງເຈົ້າໄວ້ ແຕ່ກໍຍັງຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ແລ້ວເຮົາກໍຂໍສົ່ງເສີມໃຫ້ເຈົ້າສືບຕໍ່ຢູ່ໃນສະພາບທີ່ບໍ່ຮູ້ສຶກຕົວ ແລະ ບໍ່ໃຫ້ຕື່ນຂຶ້ນມາ ເພາະວ່າ ຄວາມຝັນຂອງເຈົ້າແມ່ນຄວາມຝັນທີ່ວ່າງເປົ່າ ແລະ ຢູ່ຕໍ່ໜ້າພຣະເຈົ້າຜູ້ຊອບທໍາ, ພຣະອົງຈະບໍ່ມີຂໍ້ຍົກເວັ້ນສໍາລັບເຈົ້າ. ຖ້າເຈົ້າພຽງແຕ່ຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ກໍຈົ່ງຢ່າຝັນ; ກົງກັນຂ້າມ ໃຫ້ຜະເຊີນກັບຄວາມຈິງ ແລະ ຄວາມເປັນຈິງຕະຫຼອດໄປ. ນັ້ນແມ່ນວິທີດຽວທີ່ຈະຊ່ວຍໃຫ້ເຈົ້າສາມາດລອດພົ້ນໄດ້. ໃນເລື່ອງຮູບປະທຳ, ຂັ້ນຕອນຕ່າງໆໃນວິທີການນີ້ແມ່ນຫຍັງ?
ກ່ອນອື່ນ, ໃຫ້ພິຈາລະນາເບິ່ງການເຮັດຜິດທັງໝົດຂອງເຈົ້າ ແລະ ກວດສອບພຶດຕິກໍາ ແລະ ຄວາມຄິດໃດໜຶ່ງທີ່ເຈົ້າມີເຊິ່ງບໍ່ສອດຄ່ອງກັບຄວາມຈິງ.
ນີ້ແມ່ນສິ່ງໜຶ່ງທີ່ພວກເຈົ້າສາມາດເຮັດໄດ້ຢ່າງງ່າຍດາຍ ແລະ ເຮົາເຊື່ອວ່າ ທຸກຄົນທີ່ສະຫຼາດກໍ່ສາມາດເຮັດສິ່ງນີ້ໄດ້. ເຖິງຢ່າງໃດກໍຕາມ, ຜູ້ຄົນເຫຼົ່ານັ້ນ ທີ່ບໍ່ເຄີຍຮູ້ຈັກຄວາມໝາຍຂອງການເຮັດຜິດ ແລະ ຄວາມຈິງ ແມ່ນຄົນທີ່ຖືກຍົກເວັ້ນ ຍ້ອນວ່າໂດຍພື້ນຖານແລ້ວ ພວກເຂົາບໍ່ແມ່ນຄົນທີ່ສະຫຼາດ. ເຮົາກໍາລັງເວົ້າເຖິງຜູ້ຄົນທີ່ພຣະເຈົ້າຮອງຮັບ, ຜູ້ທີ່ຊື່ສັດ, ບໍ່ໄດ້ຝ່າຝືນພຣະດໍາລັດຢ່າງຮ້າຍແຮງ ແລະ ສາມາດແຍກແຍະການເຮັດຜິດຂອງພວກເຂົາໄດ້ຢ່າງງ່າຍດາຍ. ເຖິງແມ່ນວ່າ ນີ້ຈະແມ່ນສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ ແຕ່ມັນກໍບໍ່ໄດ້ແມ່ນສິ່ງດຽວເທົ່ານັ້ນທີ່ເຮົາຕ້ອງການຈາກພວກເຈົ້າ. ບໍ່ວ່າໃນຫຍັງກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະບໍ່ຫົວຂວັນລັບໆຕໍ່ຄວາມຕ້ອງການນີ້ ແລະ ຍິ່ງໄປກວ່ານັ້ນກໍຄື ເຈົ້າຈະບໍ່ດູຖູກມັນ ຫຼື ບໍ່ຖືເບົາກັບມັນ. ເຈົ້າຄວນປະຕິບັດກັບມັນດ້ວຍຄວາມຈິງຈັງ ແລະ ບໍ່ເມີນເສີຍຕໍ່ມັນ.
ຢ່າງທີສອງ, ສໍາລັບການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງເຈົ້າແຕ່ລະຄົນ, ເຈົ້າຄວນຊອກຫາຄວາມຈິງທີ່ສອດຄ່ອງ ແລະ ຫຼັງຈາກນັ້ນກໍ່ນໍາໃຊ້ຄວາມຈິງເຫຼົ່ານີ້ເພື່ອແກ້ໄຂພວກມັນ. ຫຼັງຈາກນັ້ນ, ໃຫ້ປ່ຽນການກະທຳທີ່ເຮັດຜິດ ແລະ ຄວາມຄິດທີ່ບໍ່ເຊື່ອຟັງຂອງເຈົ້າ ແລະ ເຮັດດ້ວຍການປະຕິບັດແຫ່ງຄວາມຈິງ.
ຢ່າງທີສາມ, ເຈົ້າຄວນເປັນຄົນທີ່ຊື່ສັດ, ບໍ່ແມ່ນຄົນທີ່ສະຫຼາດ ແລະ ມີເລ່ລ່ຽມຢູ່ສະເໝີ. (ໃນເລື່ອງນີ້ ເຮົາຂໍຮ້ອງພວກເຈົ້າອີກຄັ້ງໃຫ້ເປັນຄົນຊື່ສັດ).
ຖ້າເຈົ້າສາມາດບັນລຸທັງສາມສິ່ງນີ້, ແລ້ວເຈົ້າກໍຈະເປັນໜຶ່ງໃນຄົນໂຊກດີ, ເປັນຄົນທີ່ຄວາມຝັນໄດ້ກາຍເປັນຈິງ ແລະ ເປັນຄົນທີ່ໄດ້ຮັບໂຊກລາບທີ່ດີ. ບາງເທື່ອ ພວກເຈົ້າຈະປະຕິບັດເງື່ອນໄຂທີ່ບໍ່ໜ້າດຶງດູດໃຈທັງສາມເຫຼົ່ານີ້ ຫຼື ບາງເທື່ອ ເຈົ້າຈະປະຕິບັດກັບພວກມັນຢ່າງບໍ່ມີຄວາມຮັບຜິດຊອບ. ເຖິງຢ່າງໃດກໍຕາມ, ຈຸດປະສົງຂອງເຮົາແມ່ນເພື່ອເຮັດໃຫ້ຄວາມຝັນຂອງພວກເຈົ້າເປັນຈິງ ແລະ ເພື່ອນໍາເອົາອຸດົມການຂອງພວກເຈົ້າໄປປະຕິບັດ, ບໍ່ແມ່ນເພື່ອເອົາພວກເຈົ້າມາລໍ້ຫຼິ້ນ ຫຼື ເພື່ອຫຼອກລວງພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຝ່າຝືນຈະນໍາພາມະນຸດໄປສູ່ນະຮົກ
613. ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆອີກ. ຄວາມຫວັງທັງໝົດນີ້ແມ່ນເກີດຈາກຄວາມຂາດເຂີນ ແລະ ຄວາມເສື່ອມຊາມຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງ. ຖ້າບໍ່ມີການສົນທະນາໃດທີ່ເຮົາມີກັບພວກເຈົ້າທີ່ພຽງພໍທີ່ຈະດຶງດູດຄວາມສົນໃຈຂອງພວກເຈົ້າ, ແລ້ວມັນກໍ່ມີແນວໂນ້ມວ່າສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄືບໍ່ເວົ້າຫຍັງອີກ. ຢ່າງໃດກໍຕາມ, ພວກເຈົ້າແມ່ນເຂົ້າໃຈຜົນຮັບຂອງສິ່ງນັ້ນ. ເຮົາບໍ່ຄ່ອຍພັກຜ່ອນຫຼາຍ, ສະນັ້ນ ຖ້າເຮົາບໍ່ເວົ້າ ເຮົາກໍຈະເຮັດບາງສິ່ງເພື່ອໃຫ້ຜູ້ຄົນເບິ່ງ. ເຮົາສາມາດເຮັດໃຫ້ລິ້ນຂອງຄົນເນົ່າເປື່ອຍ ຫຼື ເຮັດໃຫ້ບາງຄົນຕາຍແບບຖືກຕັດອອກເປັນສິ້ນສ່ວນ ຫຼື ເຮັດໃຫ້ເສັ້ນປະສາດຂອງຄົນຜິດປົກກະຕິ ແລະ ເຮັດໃຫ້ພວກເຂົາເບິ່ງໜ້າລັງກຽດໃນຫຼາຍວິທີທາງ. ແລ້ວອີກຄັ້ງ ເຮົາສາມາດເຮັດໃຫ້ຄົນທົນທຸກກັບຄວາມເຈັບປວດທີ່ເຮົາໄດ້ຕົ້ມໄວ້ໂດຍສະເພາະພວກເຂົາ. ດ້ວຍວິທີນີ້ ເຮົາຈະຮູ້ສຶກຍິນດີ, ມີຄວາມສຸກຫຼາຍ ແລະ ພໍໃຈເປັນຢ່າງຍິ່ງ. ມັນຖືກເວົ້າຢູ່ສະເໝີວ່າ “ຄວາມດີແມ່ນຖືກຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ”, ແລ້ວເປັນຫຍັງໃນຕອນນີ້ຈຶ່ງບໍ່ເປັນແບບນັ້ນ? ຖ້າເຈົ້າຕ້ອງການຕໍ່ຕ້ານເຮົາ ແລະ ຕັດສິນບາງຢ່າງກ່ຽວກັບເຮົາ, ແລ້ວເຮົາກໍຈະເຮັດໃຫ້ປາກຂອງເຈົ້າເນົ່າເປື່ອຍ ແລະ ນັ້ນກໍຈະເຮັດໃຫ້ເຮົາດີໃຈຈົນບໍ່ມີສິ້ນສຸດ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ສິ່ງທີ່ເຈົ້າໄດ້ເຮັດບໍ່ແມ່ນຄວາມຈິງ, ແຮງໄກທີ່ມັນກ່ຽວຂ້ອງກັບຊີວິດ, ໃນຂະນະທີ່ທຸກສິ່ງທີ່ເຮົາກະທໍາແມ່ນຄວາມຈິງ; ທຸກການກະທໍາຂອງເຮົາແມ່ນກ່ຽວຂ້ອງກັບຫຼັກການຂອງພາລະກິດຂອງເຮົາ ແລະ ພຣະດໍາລັດປົກຄອງທີ່ເຮົາໄດ້ວາງອອກ. ດັ່ງນັ້ນ, ເຮົາຂໍຊຸກຍູ້ໃຫ້ພວກເຈົ້າແຕ່ລະຄົນຈົ່ງສະສົມຄຸນງາມຄວາມດີ, ຢຸດເຮັດຄວາມຊົ່ວຕ່າງໆ ແລະ ເອົາໃຈໃສ່ກັບການຮຽກຮ້ອງຂອງເຮົາໃນເວລາວ່າງຂອງເຈົ້າ. ເມື່ອນັ້ນເຮົາກໍຈະຮູ້ສຶກປິຕິຍິນດີ. ຖ້າພວກເຈົ້າຕ້ອງປະກອບສ່ວນ (ຫຼື ບໍລິຈາກ) ເຂົ້າໃນຄວາມຈິງແມ່ນແຕ່ໜຶ່ງສ່ວນພັນຂອງຄວາມພະຍາຍາມທີ່ພວກເຈົ້າເຮັດໃຫ້ກັບເນື້ອໜັງ, ເຮົາກໍຂໍເວົ້າວ່າ ເຈົ້າຈະບໍ່ເຮັດຜິດຢູ່ເລື້ອຍໆ ແລະ ບໍ່ມີປາກທີ່ເນົ່າເປື່ອຍ. ສິ່ງນີ້ບໍ່ຊັດເຈນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຝ່າຝືນຈະນໍາພາມະນຸດໄປສູ່ນະຮົກ
614. ໃນຖານະສະມາຊິກຂອງມະນຸດຊາດທີ່ຖືກສ້າງ, ເຈົ້າຕ້ອງຮັກສາຕຳແໜ່ງທີ່ເໝາະສົມຂອງຕົນ ແລະ ປະພຶດຕົນຢ່າງຮຽບຮ້ອຍ. ຈົ່ງຍຶດໝັ້ນໃນສິ່ງທີ່ພຣະຜູ້ສ້າງໄດ້ມອບໝາຍໃຫ້ເຈົ້າຢ່າງມີຄວາມຮັບຜິດຊອບ. ຢ່າກະທຳສິ່ງທີ່ກາຍຖານະ ຫຼື ເຮັດສິ່ງທີ່ເກີນຂອບເຂດຄວາມສາມາດຂອງຕົນ ຫຼື ສິ່ງທີ່ເປັນຕາໜ້າລັງກຽດຕໍ່ພຣະເຈົ້າ. ຢ່າໄລ່ຕາມການເປັນບຸກຄົນທີ່ຍິ່ງໃຫຍ່, ຍອດມະນຸດ ຫຼື ບຸກຄົນທີ່ສູງສົ່ງ ແລະ ຢ່າໄລ່ຕາມການກາຍເປັນພຣະເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມປາຖະໜາທີ່ຜູ້ຄົນບໍ່ຄວນມີ. ການໄລ່ຕາມການເປັນບຸກຄົນທີ່ຍິ່ງໃຫຍ່ ຫຼື ຍອດມະນຸດເປັນເລື່ອງທີ່ໄຮ້ສາລະ. ການໄລ່ຕາມການກາຍເປັນພຣະເຈົ້າແມ່ນຍິ່ງໜ້າອັບອາຍກວ່າ; ໜ້າສະອິດສະອຽນ ແລະ ເປັນທີ່ໜ້າລັງກຽດ. ສິ່ງທີ່ມີຄ່າຢ່າງແທ້ຈິງ ແລະ ສິ່ງທີ່ຖືກສ້າງຄວນຍຶດໝັ້ນຫຼາຍກວ່າສິ່ງອື່ນໃດກໍຄື ການກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງ; ນີ້ຄືເປົ້າໝາຍໜຶ່ງດຽວທີ່ທຸກຄົນຄວນໄລ່ຕາມ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I
615. ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າເອງດ້ວຍຄວາມສາມາດ ແລະ ດ້ວຍຫົວໃຈທີ່ເປີດເຜີຍ, ຊື່ສັດ ແລະ ເຕັມໃຈເຮັດທຸກຢ່າງ. ດັ່ງທີ່ພວກເຈົ້າໄດ້ເວົ້າ ເມື່ອມື້ນັ້ນມາເຖິງ ພຣະເຈົ້າຈະບໍ່ລະເລີຍກັບໃຜກໍຕາມທີ່ໄດ້ທົນທຸກ ຫຼື ເສຍສະຫຼະເພື່ອພຣະອົງ. ຄວາມເຊື່ອໝັ້ນແບບນີ້ແມ່ນສົມຄວນແກ່ການຍຶດໝັ້ນ ແລະ ພວກເຈົ້າບໍ່ຄວນລືມມັນຈັກເທື່ອ. ດ້ວຍວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈກ່ຽວກັບພວກເຈົ້າ. ບໍ່ດັ່ງນັ້ນ ເຮົາຈະບໍ່ສະບາຍໃຈກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຈະເປັນສິ່ງທີ່ເຮົາເບື່ອໜ່າຍຕະຫຼອດໄປ. ຖ້າພວກເຈົ້າທຸກຄົນສາມາດປະຕິບັດຕາມຄວາມສຳນຶກຂອງພວກເຈົ້າ ແລະ ມອບທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃຫ້ກັບເຮົາ, ທຸ້ມເທຄວາມພະຍາຍາມໃຫ້ກັບພາລະກິດຂອງເຮົາ ແລະ ອຸທິດທັງຊີວິດເພື່ອພາລະກິດຂ່າວປະເສີດຂອງເຮົາ, ຖ້າພວກເຈົ້າເຮັດໄດ້ແບບນັ້ນ ແລ້ວຫົວໃຈຂອງເຮົາຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີໃຫ້ກັບພວກເຈົ້າຢູ່ຕະຫຼອດເວລາບໍ? ດ້ວຍວິທີນີ້, ເຮົາຈະສາມາດສະບາຍໃຈກັບພວກເຈົ້າໄດ້ຢ່າງສິ້ນເຊີງ, ບໍ່ແມ່ນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ
616. ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມ ແລະ ມີຄວາມໝາຍຂອງຍຸກນັ້ນບໍ? ເຈົ້າ ຜູ້ທີ່ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ສາມາດບັນຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະບອກສິ່ງທີ່ເຈົ້າໄດ້ເຫັນ ແລະ ປະສົບໃຫ້ແກ່ຜູ້ເຊື່ອສາສະໜາທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທາງປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ໃນຖານະຜູ້ເປັນນາຍແຫ່ງຍຸກຕໍ່ໄປຢ່າງເໝາະສົມໄດ້ແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າຂອງການເປັນນາຍບໍ? ຜູ້ເປັນນາຍຂອງທຸກສິ່ງຄວນຖືກອະທິບາຍແນວໃດ? ມັນແມ່ນນາຍຂອງສິ່ງທີ່ມີຊີວິດທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງແນ່ ເພື່ອຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າລ້ຽງດູພວກເຂົາ ມີຫຼາຍເທົ່າໃດ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ສັບສົນ, ຮ້ອງໄຫ້ຄໍ້າຄວນຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາຈັ່ງແມ່ນໂຫຍຫາແສງສະຫວ່າງ ຄ້າຍຄືກັບດາວຕົກ ໃຫ້ລົງມາກະທັນຫັນ ແລະ ປັດເປົ່າກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ໂຫຍຫາໃນກາງເວັນ ແລະ ກາງຄືນສຳລັບສິ່ງນັ້ນ ຜູ້ໃດສາມາດຮູ້ຈັກສິ່ງນີ້ໄດ້ຢ່າງສົມບູນ? ແມ່ນແຕ່ໃນມື້ທີ່ແສງສະຫວ່າງເຫຼື້ອມຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກ ຍັງຄົງຖືກກັກຂັງໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປໃນເມື່ອໃດ? ຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ ທີ່ບໍ່ເຄີຍໄດ້ຮັບການພັກສະຫງົບນັ້ນຈັ່ງແມ່ນເປັນຕາຢ້ານແທ້, ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດທີ່ໄຮ້ປານີ ແລະ ປະຫວັດສາດທີ່ແຊ່ແຂງ. ຊັ້ນໃຜທີ່ເຄີຍໄດ້ຍິນສຽງຮ້ອງໄຫ້ຄໍ້າຄວນຂອງພວກເຂົາ? ໃຜໄດ້ເຫັນສະພາວະທີ່ທຸກໃຈຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ບໍ່ມີຄວາມຜິດ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ? ທ້າຍທີ່ສຸດ, ມະນຸດເປັນຜູ້ເຄາະຮ້າຍທີ່ຖືກໃສ່ພິດ. ເຖິງແມ່ນວ່າ ມະນຸດຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກວາງຢາພິດໂດຍຜູ້ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ດ້ວຍຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມກອບກູ້ຜູ້ລອດຊີວິດເຫຼົ່ານີ້ທຸກຄົນບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດຄວາມເຂັ້ມແຂງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເຈົ້າຈະເຂົ້າໃຈການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດແທ້ໆ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມເຊື່ອທີ່ຈະດຳລົງຊີວິດຢ່າງມີຄວາມໝາຍຂອງບຸກຄົນເຫຼື້ອມໃສທີ່ຮັບໃຊ້ພຣະເຈົ້າແທ້ໆ ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?
617. ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ ແລະ ເປໂຕ. ໃນໂລກນີ້, ມະນຸດສວມໃສ່ເຄື່ອງນຸ່ງຂອງຜີຮ້າຍ, ກິນອາຫານຈາກຜີຮ້າຍ ແລະ ເຮັດວຽກ ແລະ ຮັບໃຊ້ພາຍໃຕ້ນິ້ວໂປ້ຂອງຜີຮ້າຍ, ຖືກຢຽບຢໍ່າໃນຄວາມສົກກະປົກຂອງມັນຢ່າງສິ້ນເຊີງ. ຖ້າເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຊີວິດ ຫຼື ຮັບເອົາຫົນທາງທີ່ແທ້ຈິງ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດແບບນີ້? ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (2)
618. ພວກເຈົ້າຄວນສະແຫວງຫາຢ່າງສຸດຄວາມສາມາດເພື່ອທີ່ຈະຮັກພຣະເຈົ້າໃນສະພາບແວດລ້ອມທີ່ສະຫງົບສຸກນີ້. ໃນອະນາຄົດ ພວກເຈົ້າຈະບໍ່ມີໂອກາດທີ່ຈະຮັກພຣະເຈົ້າອີກແລ້ວ ຍ້ອນຜູ້ຄົນພຽງແຕ່ມີໂອກາດຮັກພຣະເຈົ້າໃນເນື້ອໜັງເທົ່ານັ້ນ; ເມື່ອພວກເຂົາດຳລົງຊີວິດຢູ່ໃນໂລກອື່ນ ກໍຈະບໍ່ມີຜູ້ໃດເວົ້າເຖິງການຮັກພຣະເຈົ້າອີກ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງຂຶ້ນບໍ? ແລ້ວພວກເຈົ້າຄວນຮັກພຣະເຈົ້າແນວໃດໃນຊ່ວງເວລາທີ່ພວກເຈົ້າຍັງມີຊີວິດຢູ່? ເຈົ້າເຄີຍຄິດເຖິງສິ່ງນີ້ບໍ? ເຈົ້າກຳລັງລໍຖ້າຈົນເຖິງຫຼັງຈາກທີ່ເຈົ້າຕາຍແລ້ວຈຶ່ງຈະຮັກພຣະເຈົ້າບໍ? ນີ້ບໍ່ແມ່ນການສົນທະນາທີ່ວ່າງເປົ່າບໍ? ໃນປັດຈຸບັນ, ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາທີ່ຈະຮັກພຣະເຈົ້າ? ການຮັກພຣະເຈົ້າໃນຂະນະທີ່ກຳລັງຫຍຸ້ງວຽກຈະສາມາດເປັນຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າບໍ? ເຫດຜົນທີ່ວ່າເປັນຫຍັງຈຶ່ງເວົ້າວ່າ ຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າຈະສິ້ນສຸດລົງໃນບໍ່ຊ້າ ກໍຍ້ອນວ່າ ພຣະເຈົ້າໄດ້ມີຄຳພະຍານຕໍ່ໜ້າຊາຕານແລ້ວ. ສະນັ້ນ ຈຶ່ງບໍ່ຈຳເປັນທີ່ຈະໃຫ້ມະນຸດເຮັດຫຍັງອີກເລີຍ; ມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ສະແຫວງຫາເພື່ອຮັກພຣະເຈົ້າໃນຊ່ວງເວລາທີ່ເຂົາມີຊີວິດຢູ່ເທົ່ານັ້ນ. ນີ້ແມ່ນກຸນແຈທີ່ສຳຄັນ. ຍ້ອນເງື່ອນໄຂຂອງພຣະເຈົ້າບໍ່ໄດ້ມີຫຼາຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມກັງວົນທີ່ເຜົາໄໝ້ໃນຫົວໃຈຂອງພຣະອົງ, ພຣະອົງຈຶ່ງໄດ້ເປີດເຜີຍບົດສະຫຼຸບຂອງຂັ້ນຕອນຕໍ່ໄປຂອງພາລະກິດກ່ອນຂັ້ນຕອນຂອງພາລະກິດນີ້ຈະສຳເລັດລົງ ເຊິ່ງສະແດງຢ່າງຊັດເຈນວ່າ ມີເວລາຫຼາຍສໍ່າໃດ; ຖ້າພຣະເຈົ້າບໍ່ກັງວົນໃນຫົວໃຈຂອງພຣະອົງ, ພຣະອົງຈະກ່າວພຣະທຳເຫຼົ່ານີ້ຢ່າງໄວແບບນັ້ນບໍ? ມັນເປັນຍ້ອນວ່າ ພຣະເຈົ້າມີເວລາສັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນລັກສະນະນີ້. ຫວັງວ່າພວກເຈົ້າຈະສາມາດຮັກພຣະເຈົ້າໝົດຫົວໃຈຂອງພວກເຈົ້າ, ໝົດຄວາມຄິດຂອງພວກເຈົ້າ ແລະ ໝົດກຳລັງຂອງພວກເຈົ້າ ຄືກັບພວກເຈົ້າຮັກຊີວິດຂອງພວກເຈົ້າເອງ. ນີ້ບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ? ພວກເຈົ້າຈະສາມາດຄົ້ນພົບຄວາມໝາຍຂອງຊີວິດໄດ້ຢູ່ໃສອີກ? ເຈົ້າບໍ່ແມ່ນຕາບອດເກີນໄປບໍ? ເຈົ້າເຕັມໃຈທີ່ຈະຮັກພຣະເຈົ້າບໍ? ພຣະເຈົ້າສົມຄວນແກ່ຄວາມຮັກຂອງມະນຸດບໍ? ຜູ້ຄົນສົມຄວນແກ່ຄວາມເຫຼື້ອມໃສຂອງມະນຸດບໍ? ແລ້ວເຈົ້າຄວນເຮັດແນວໃດ? ໃຫ້ຮັກພຣະເຈົ້າຢ່າງຈິງຈັງ ໂດຍບໍ່ມີເງື່ອນໄຂ ແລະ ເບິ່ງວ່າພຣະເຈົ້າຈະເຮັດຫຍັງກັບເຈົ້າ. ເບິ່ງວ່າພຣະອົງຈະຂ້າເຈົ້າຖິ້ມ ຫຼື ບໍ່. ສະຫຼຸບກໍຄື ໜ້າທີ່ຂອງການຮັກພຣະເຈົ້າສຳຄັນໄປກວ່າການກ່າຍ ແລະ ການຂຽນສິ່ງຕ່າງໆລົງເພື່ອພຣະເຈົ້າ. ເຈົ້າຄວນໃຫ້ບຸລິມະສິດກັບສິ່ງທີ່ສຳຄັນທີ່ສຸດ ເພື່ອວ່າຊີວິດຂອງເຈົ້າຈະມີຄຸນຄ່າຫຼາຍຂຶ້ນ ແລະ ເຕັມໄປດ້ວຍຄວາມສຸກ ແລະ ຫຼັງຈາກນັ້ນ ເຈົ້າກໍຄວນລໍຖ້າ “ການພິພາກສາ” ຂອງພຣະເຈົ້າສຳລັບເຈົ້າ. ເຮົາສົງໄສວ່າແຜນການຂອງເຈົ້າຈະລວມມີການຮັກພຣະເຈົ້າ ຫຼື ບໍ່, ເຮົາປາຖະໜາໃຫ້ແຜນການຂອງທຸກຄົນກາຍເປັນສິ່ງທີ່ຖືກພຣະເຈົ້າເຮັດໃຫ້ສຳເລັດ ແລະ ສິ່ງເຫຼົ່ານັ້ນທັງໝົດຈະກາຍເປັນຄວາມຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 42
619. ມະນຸດຕ້ອງສະແຫວງຫາເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ບໍ່ຄວນພໍໃຈກັບສະຖານະການໃນປັດຈຸບັນຂອງເຂົາ. ເພື່ອດຳລົງຊີວິດຕາມລັກສະນະຂອງເປໂຕ, ເຂົາຕ້ອງປະກອບດ້ວຍຄວາມຮູ້ ແລະ ປະສົບການຂອງເປໂຕ. ມະນຸດຕ້ອງສະແຫວງຫາສິ່ງຕ່າງໆທີ່ສູງສົ່ງກວ່າເກົ່າ ແລະ ເລິກເຊິ່ງຫຼາຍຍິ່ງຂຶ້ນ. ເຂົາຕ້ອງສະແຫວງຫາຄວາມຮັກພຣະເຈົ້າທີ່ເລິກເຊິ່ງຂຶ້ນ ແລະ ບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊີວິດ; ມີແຕ່ເມື່ອນັ້ນ ມະນຸດຈຶ່ງຈະເປັນເໝືອນກັບເປໂຕ. ເຈົ້າຕ້ອງໃຫ້ຄວາມສຳຄັນກັບການການເຂົ້າສູ່ດ້ານບວກຂອງເຈົ້າ ແລະ ເຈົ້າຕ້ອງບໍ່ປ່ອຍໃຫ້ຕົນເອງຖອຍຫຼັງໂດຍບໍ່ເຮັດຫຍັງເພື່ອຄວາມສະບາຍແບບຊົ່ວຄາວ ໃນຂະນະທີ່ບໍ່ຫົວຊາກັບຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ, ລະອຽດຍິ່ງຂຶ້ນ ແລະ ຕາມຄວາມເປັນຈິງຍິ່ງຂຶ້ນ. ເຈົ້າຕ້ອງມີຄວາມຮັກຢ່າງແທ້ຈິງ ແລະ ເຈົ້າຕ້ອງຄົ້ນຫາຫົນທາງທີ່ເປັນໄປໄດ້ໃນການປົດປ່ອຍຕົນເອງອອກຈາກຊີວິດທີ່ຊົ່ວຊ້ານີ້ ແລະ ມີຊີວິດທີ່ບໍ່ມີຫຍັງກັງວົນທີ່ບໍ່ແຕກຕ່າງຫຍັງຈາກຊີວິດຂອງສັດ. ເຈົ້າຕ້ອງດຳລົງຊີວິດທີ່ມີຄວາມໝາຍ, ຊີວິດທີ່ມີຄຸນຄ່າ ແລະ ເຈົ້າບໍ່ຕ້ອງຫຼອກລວງຕົນເອງ ຫຼື ປະຕິບັດກັບຊີວິດຂອງເຈົ້າເໝືອນກັບເຄື່ອງຫຼິ້ນສຳລັບຫຼິ້ນໄປມາ. ສຳລັບທຸກຄົນທີ່ມີຄວາມເດັດດ່ຽວ ແລະ ຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມເຈດຕະນາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມເດັດດ່ຽວ ແລະ ຄວາມພາກພຽນແບບນີ້ ແລະ ບໍ່ຄວນເປັນຄືກັນກັບຄົນອ່ອນແອທີ່ຂີ້ຢ້ານ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍ່ຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ຫຼັງຈາກນັ້ນ ເຈົ້າຍັງຈະມີໂອກາດແບບນີ້ໃນການຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມເດັດດ່ຽວ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ. ໃນຖານະທີ່ເປັນມະນຸດ ແລະ ເປັນຄົນທີ່ສະແຫວງຫາພຣະເຈົ້າ, ເຈົ້າຕ້ອງສາມາດພິຈາລະນາ ແລະ ປະຕິບັດຕໍ່ກັບຊີວິດໂດຍພິຈາລະນາຢ່າງລະມັດລະວັງວ່າເຈົ້າຄວນຖວາຍຕົນເອງໃຫ້ກັບພຣະເຈົ້າແນວໃດ, ເຈົ້າຄວນມີຄວາມເຊື່ອທີ່ມີຄວາມໝາຍຂຶ້ນຕື່ມໃນພຣະເຈົ້າແນວໃດ ແລະ ໃນເມື່ອເຈົ້າຮັກພຣະເຈົ້າ ເຈົ້າຄວນຮັກພຣະອົງໃນວິທີທາງທີ່ບໍລິສຸດຍິ່ງຂຶ້ນ, ສວຍງາມຍິ່ງຂຶ້ນ ແລະ ດີຍິ່ງຂຶ້ນແນວໃດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການລົງທັນ ແລະ ການພິພາກສາ
620. ຂໍ້ຮຽກຮ້ອງທີ່ຖືກຕ້ອງຂອງພຣະເຈົ້າຕໍ່ມະນຸດ ແລະ ຕໍ່ບັນດາຜູ້ທີ່ຕິດຕາມພຣະເຈົ້າແມ່ນດັ່ງຕໍ່ໄປນີ້, ພຣະອົງຮຽກຮ້ອງຫ້າຢ່າງຈາກຜູ້ທີ່ຕິດຕາມພຣະອົງ: ຄວາມເຊື່ອທີ່ແທ້ຈິງ, ການຕິດຕາມທີ່ຈົງຮັກພັກດີ, ການນອບນ້ອມຢ່າງເດັດຂາດ, ຄວາມຮູ້ທີ່ແທ້ຈິງ ແລະ ຄວາມເຄົາລົບຢ່າງຈິງໃຈ.
ໃນຫ້າຢ່າງນີ້, ພຣະເຈົ້າຮຽກຮ້ອງໃຫ້ຄົນບໍ່ຕັ້ງຄຳຖາມພຣະອົງ ຫຼື ຕິດຕາມພຣະອົງໂດຍໃຊ້ຈິນຕະນາການ ຫຼື ມຸມມອງທີ່ເລື່ອນລອຍ ແລະ ເປັນນາມມະທຳຂອງພວກເຂົາອີກຕໍ່ໄປ; ພວກເຂົາຕ້ອງບໍ່ຕິດຕາມພຣະເຈົ້າອີງຕາມຈິນຕະນາການ ຫຼື ແນວຄິດໃດໆ. ພຣະອົງຮຽກຮ້ອງໃຫ້ທຸກຄົນທີ່ຕິດຕາມພຣະອົງປະຕິບັດຢ່າງຊື່ສັດ, ບໍ່ສອງຈິດສອງໃຈ ຫຼື ບໍ່ມີຄວາມມຸ່ງໝັ້ນ. ເມື່ອພຣະເຈົ້າຮຽກຮ້ອງຫຍັງຈາກເຈົ້າ, ທົດສອບເຈົ້າ, ຕັດສິນເຈົ້າ, ຈັດການເຈົ້າ ແລະ ລິຮານເຈົ້າ ຫຼື ລົງວິໄນ ແລະ ຕີເຈົ້າ, ເຈົ້າຄວນນອບນ້ອມຕໍ່ພຣະອົງຢ່າງເດັດຂາດ. ເຈົ້າບໍ່ຄວນຖາມຫາສາເຫດ ຫຼື ສ້າງເງື່ອນໄຂ, ແລ້ວເຈົ້າຍິ່ງບໍ່ຄວນເວົ້າເຖິງເຫດຜົນເລີຍ. ການເຊື່ອຟັງຂອງເຈົ້າຕ້ອງເດັດຂາດ. ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຂົງເຂດທີ່ຄົນຂາດເຂີນຫຼາຍທີ່ສຸດ. ພວກເຂົາມັກຈະຍັດຍຽດການເວົ້າ, ຄຳເວົ້າ ແລະ ຖ້ອຍຄໍາທີ່ບໍ່ກ່ຽວຂ້ອງກັບພຣະອົງໃຫ້ກັບພຣະອົງ, ເຊື່ອວ່າຄໍາເວົ້າດັ່ງກ່າວແມ່ນນິຍາມຂອງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຖືກຕ້ອງທີ່ສຸດ. ພວກເຂົາບໍ່ຮູ້ເລີຍວ່າຄຳເວົ້າເຫຼົ່ານີ້ເຊິ່ງມາຈາກຈິນຕະນາການຂອງມະນຸດ, ຈາກການໃຫ້ເຫດຜົນຂອງພວກເຂົາ ແລະ ຄວາມຮູ້ຂອງພວກເຂົາເອງບໍ່ໄດ້ມີຄວາມສຳພັນແມ່ນແຕ່ໜ້ອຍດຽວກັບທາດແທ້ຂອງພຣະເຈົ້າ. ສະນັ້ນ, ເຮົາຢາກບອກພວກເຈົ້າວ່າ, ເມື່ອເວົ້າເຖິງຄວາມຮູ້ທີ່ພຣະເຈົ້າປາຖະໜາຢາກໃຫ້ຄົນມີ, ພຣະອົງບໍ່ພຽງແຕ່ຂໍໃຫ້ເຈົ້າຮັບຮູ້ພຣະອົງ ຫຼື ພຣະທຳຂອງພຣະອົງ, ແຕ່ຍັງຂໍໃຫ້ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງນັ້ນຖືກຕ້ອງ. ເຖິງແມ່ນວ່າ ເຈົ້າສາມາດເວົ້າໄດ້ພຽງແຕ່ປະໂຫຍກດຽວເທົ່ານັ້ນ ຫຼື ຮູ້ພຽງເລັກນ້ອຍເທົ່ານັ້ນ, ຄວາມຮັບຮູ້ເລັກນ້ອຍນີ້ກໍໃຫ້ຖືກຕ້ອງ ແລະ ເປັນຄວາມຈິງ ແລະ ສອດຄ່ອງກັບທາດແທ້ຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າພຣະເຈົ້າກຽດຊັງການສັນລະເສີນ ຫຼື ການຍົກຍ້ອງພຣະອົງທີ່ບໍ່ເປັນຈິງ ຫຼື ບໍ່ພິຈາລະນາຢ່າງຮອບຄອບ. ຍິ່ງໄປກວ່ານັ້ນ, ພຣະອົງຊັງມັນເມື່ອຄົນປະຕິບັດຕໍ່ພຣະອົງຄືກັບອາກາດ. ພຣະອົງຊັງມັນເມື່ອຄົນເວົ້າຢ່າງບໍ່ມີຄວາມເຄົາລົບຕໍ່ຄວາມຈິງ, ເວົ້າຕາມໃຈ ແລະ ບໍ່ລັງເລໃຈ, ເວົ້າແນວໃດກໍຕາມທີ່ພວກເຂົາເຫັນວ່າເໝາະສົມໃນລະຫວ່າງການສົນທະນາເຖິງຫົວຂໍ້ຕ່າງໆກ່ຽວກັບພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພຣະອົງຊັງບັນດາຜູ້ທີ່ເຊື່ອວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ອວດອ້າງຄວາມຮູ້ຂອງພວກເຂົາກ່ຽວກັບພຣະອົງ, ສົນທະນາຫົວຂໍ້ທີ່ກ່ຽວຂ້ອງກັບພຣະອົງ ໂດຍບໍ່ມີຂໍ້ຈໍາກັດ ຫຼື ການສະຫງວນໃດໆເລີຍ. ຂໍ້ສຸດທ້າຍໃນບັນດາເງື່ອນໄຂຫ້າຂໍ້ທີ່ໄດ້ກ່າວມານັ້ນ ແມ່ນຄວາມເຄົາລົບນັບຖືຢ່າງຈິງໃຈ: ນີ້ແມ່ນຂໍ້ຮຽກຮ້ອງສູງສຸດຂອງພຣະເຈົ້າຕໍ່ບັນດາຜູ້ທີ່ຕິດຕາມພຣະອົງທັງໝົດ. ເມື່ອບາງຄົນມີຄວາມຮູ້ທີ່ຖືກຕ້ອງ ແລະ ແທ້ຈິງກ່ຽວກັບພຣະເຈົ້າ, ພວກເຂົາກໍຈະສາມາດເຄົາລົບນັບຖືພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງແທ້ຈິງ. ຄວາມເຄົາລົບນັບຖືນີ້ມາຈາກສ່ວນເລິກຂອງຫົວໃຈພວກເຂົາ; ຄວາມເຄົາລົບນັບຖືນີ້ຖືກມອບໃຫ້ຢ່າງເຕັມໃຈ ແລະ ບໍ່ແມ່ນຜົນຂອງການກົດດັນຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າເຮັດຂອງຂວັນຈາກທັດສະນະ, ການປະພຶດ ຫຼື ພຶດຕິກຳທາງພາຍນອກທີ່ດີແກ່ພຣະອົງ; ກົງກັນຂ້າມ, ພຣະອົງຂໍໃຫ້ເຈົ້າເຄົາລົບນັບຖືພຣະອົງ ແລະ ຢຳເກງພຣະອົງໃນສ່ວນເລິກຂອງຫົວໃຈເຈົ້າ. ຄວາມເຄົາລົບນັບຖືດັ່ງກ່າວນັ້ນບັນລຸໄດ້ກໍຍ້ອນຜົນຈາກການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ, ຜົນຈາກການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈຕໍ່ການກະທຳຂອງພຣະເຈົ້າ, ຜົນຈາກການໄດ້ເຂົ້າໃຈທາດແທ້ຂອງພຣະເຈົ້າ ແລະ ຄວາມຮັບຮູ້ຂອງເຈົ້າວ່າ ຄວາມຈິງແລ້ວ ເຈົ້າເປັນໜຶ່ງໃນສິ່ງຊົງສ້າງຂອງພຣະເຈົ້າ. ເພາະສະນັ້ນ, ຈຸດປະສົງຂອງເຮົາໃນການໃຊ້ຄຳວ່າ “ຈິງໃຈ” ເພື່ອໃຫ້ນິຍາມຄວາມເຄົາລົບນັບຖືນັ້ນແມ່ນເພື່ອໃຫ້ມະນຸດເຂົ້າໃຈວ່າ ຄວາມເຄົາລົບນັບຖືຂອງພວກເຂົາຕໍ່ພຣະເຈົ້ານັ້ນຄວນມາຈາກສ່ວນເລິກຂອງຫົວໃຈພວກເຂົາ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X
621. ຕອນນີ້ ພວກເຈົ້າທຸກຄົນຄວນກວດສອບຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດທີ່ມີຕໍ່ເຮົານັ້ນມີຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ. ເຮົາກຳລັງລໍຖ້າການຕອບໂຕ້ຂອງພວກເຈົ້າຢ່າງກະຕືລືລົ້ນ. ຢ່າປະຕິບັດຕໍ່ເຮົາພໍເປັນພິທີ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າວ່າເຮົາຈະເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າແຕ່ລະຄົນຈະເປັນຄົນທີ່ຮັບເອົາພຣະທໍາຂອງເຮົາຢ່າງຈິງຈັງ ແລະ ບໍ່ຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນະວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຂອງເຮົາ ເຊິ່ງມີດັ່ງຕໍ່ໄປນີ້:
1) ຖ້າເຈົ້າແມ່ນຜູ້ໃຫ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດໃຫ້ບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ?
2) ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ໃຫ້ບໍລິການເຮົາຕະຫຼອດຊີວິດບໍ?
3) ຖ້າເຮົາຍັງເຢັນຊາຫຼາຍຕໍ່ເຈົ້າ ເຖິງແມ່ນເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາໂດຍບໍ່ເປັນທີ່ຮູ້ຈັກ ແລະ ໄຮ້ຊື່ສຽງໄດ້ບໍ?
4) ພາຍຫຼັງເຈົ້າໄດ້ຈ່າຍລາຄາເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການຈໍານວນໜຶ່ງຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍ ແລະ ຮ້ອງດ່າບໍ?
5) ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກທໍລະມານກັບຄວາມເຈັບເປັນ, ຄວາມຕຶງຄຽດທາງດ້ານການເງິນ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ ຫຼື ຖ້າເຈົ້າອົດກັ້ນກັບຄວາມໂຊກຮ້າຍອື່ນໆໃນຊີວິດ, ຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາຍັງຈະສືບຕໍ່ຢູ່ບໍ?
6) ຖ້າສິ່ງທີ່ເຈົ້າຈິນຕະນາການໄວ້ໃນຫົວໃຈຂອງເຈົ້າບໍ່ກົງກັບສິ່ງທີ່ເຮົາໄດ້ເຮັດ, ເຈົ້າຄວນຍ່າງຢູ່ເສັ້ນທາງໃນອະນາຄົດຂອງເຈົ້າແນວໃດ?
7) ຖ້າເຈົ້າບໍ່ໄດ້ຮັບສິ່ງທີ່ເຈົ້າຫວັງຈະໄດ້ຮັບ, ເຈົ້າຈະສາມາດສືບຕໍ່ເປັນຜູ້ຕິດຕາມເຮົາຢູ່ບໍ?
8) ຖ້າເຈົ້າບໍ່ເຄີຍເຂົ້າໃຈຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງເຮົາ, ເຈົ້າຈະສາມາດເປັນຄົນທີ່ອ່ອນນ້ອມ ທີ່ບໍ່ຕັດສິນ ແລະ ສະຫຼຸບຕາມອໍາເພີໃຈໄດ້ບໍ?
9) ເຈົ້າສາມາດຖະໜຸຖະໜອມພຣະທໍາທຸກຂໍ້ທີ່ເຮົາໄດ້ກ່າວ ແລະ ພາລະກິດທັງໝົດທີ່ເຮົາໄດ້ເຮັດ ໃນຂະນະທີ່ເຮົາຢູ່ຮ່ວມກັບມະນຸດຊາດບໍ?
10) ເຈົ້າສາມາດເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງເຮົາບໍ ທີ່ເຕັມໃຈທົນທຸກຕະຫຼອດຊີວິດເພື່ອເຮົາ ເຖິງແມ່ນວ່າ ເຈົ້າຈະບໍ່ໄດ້ຮັບຫຍັງກໍຕາມ?
11) ເພື່ອເຫັນແກ່ເຮົາ ເຈົ້າສາມາດທີ່ຈະປະຖິ້ມການພິຈາລະນາ, ການວາງແຜນ ຫຼື ການກະກຽມສຳລັບເສັ້ນທາງແຫ່ງຄວາມຢູ່ລອດໃນອະນາຄົດຂອງເຈົ້າບໍ?
ຄໍາຖາມເຫຼົ່ານີ້ສະແດງເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າເປັນຄັ້ງສຸດທ້າຍ ແລະ ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດຕອບເຮົາໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)
622. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອອ່ອນນ້ອມຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ອ່ອນນ້ອມຕໍ່ເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກີດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າ ເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະຫຼະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?