ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ

ການກະທຳ ແລະ ການປະຕິບັດທຸກຢ່າງໃນຊີວິດຂອງພວກເຈົ້າສະແດງໃຫ້ເຫັນວ່າ ພວກເຈົ້າຕ້ອງໄດ້ຮັບຂໍ້ພຣະທຳຂອງເຮົາໃນແຕ່ລະມື້ເພື່ອເຕີມເຕັມພວກເຈົ້າ ຍ້ອນພວກເຈົ້າຂາດເຂີນຫຼາຍເກີນໄປ ແລະ ຄວາມຮູ້ ແລະ ຄວາມສາມາດຂອງພວກເຈົ້າທີ່ຈະຮັບກໍມີບໍ່ພຽງພໍ. ໃນຊີວິດປະຈຳວັນຂອງພວກເຈົ້າ, ພວກເຈົ້າດຳລົງຊີວິດທ່າມກາງບັນຍາກາດ ແລະ ສະພາບແວດລ້ອມທີ່ປາສະຈາກຄວາມຈິງ ຫຼື ຄວາມສຳນຶກທີ່ດີ. ພວກເຈົ້າຂາດຕົ້ນທຶນໃນການເອົາຕົວຫຼອດ ແລະ ບໍ່ມີພື້ນຖານທີ່ຈະຮູ້ຈັກເຮົາ ຫຼື ຄວາມຈິງ. ຄວາມເຊື່ອຂອງພວກເຈົ້າແມ່ນບໍ່ໄດ້ຖືກສ້າງຂຶ້ນຈາກຫຍັງເລີຍ ນອກຈາກຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ ຫຼື ຄວາມຮູ້ດ້ານທິດສະດີຢ່າງສູງ ແລະ ພິທີກຳທາງສາສະໜາ. ໃນແຕ່ລະມື້ ເຮົາເບິ່ງການເຄື່ອນໄຫວຂອງພວກເຈົ້າ, ກວດສອບເບິ່ງເຈດຕະນາ ແລະ ໝາກຜົນອັນຊົ່ວຮ້າຍຂອງພວກເຈົ້າ ແລະ ເຮົາບໍ່ເຄີຍພົບໃຜຈັກຄົນທີ່ວາງຫົວໃຈ ແລະ ວິນຍານຂອງເຂົາໄວ້ເທິງແທ່ນບູຊາທີ່ບໍ່ເຄີຍປ່ຽນແປງຂອງເຮົາຢ່າງແທ້ຈິງ. ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ເຕັມໃຈທີ່ຈະເສຍເວລາຖອກເທພຣະທຳທັງໝົດທີ່ເຮົາປາຖະໜາຈະກ່າວໃຫ້ແກ່ມະນຸດຊາດດັ່ງກ່າວ; ແຜນການດຽວໃນຫົວໃຈຂອງເຮົາແມ່ນເພື່ອພາລະກິດທີ່ຍັງບໍ່ສຳເລັດຂອງເຮົາ ແລະ ໃຫ້ຄົນທີ່ຢູ່ທ່າມກາງມະນຸດຊາດທີ່ເຮົາຍັງບໍ່ທັນໄດ້ຊ່ວຍໃຫ້ລອດພົ້ນ. ຢ່າງໃດກໍຕາມ ເຮົາປາຖະໜາໃຫ້ທຸກຄົນທີ່ຕິດຕາມເຮົາຈະໄດ້ຮັບຄວາມລອດພົ້ນຂອງເຮົາ ແລະ ຄວາມຈິງທີ່ພຣະທຳຂອງເຮົາປະທານໃຫ້ແກ່ມະນຸດ. ເຮົາຫວັງວ່າ ມື້ໜຶ່ງເມື່ອເຈົ້າປິດຕາຂອງເຈົ້າ, ເຈົ້າຈະເຫັນອານາຈັກທີ່ມີກິ່ນຫອມເຕັມໄປທົ່ວອາກາດ ແລະ ສາຍນໍ້າແຫ່ງຊີວິດລັ່ງໄຫຼໄປ, ບໍ່ແມ່ນໂລກເຢືອກເຢັນທີ່ວ່າງເປົ່າ ບ່ອນທ່ີເມກມືດປົກຄຸມທ້ອງຟ້າ ແລະ ສຽງຫອນທີ່ບໍ່ມີວັນສິ້ນສຸດ.

ໃນແຕ່ລະມື້, ການກະທຳ ແລະ ຄວາມຄິດຂອງທຸກຄົນແມ່ນໄດ້ຖືກເບິ່ງເຫັນໂດຍສາຍຕາຂອງຜູ້ໜຶ່ງ ແລະ ໃນເວລາດຽວກັນນັ້ນ ກໍຢູ່ໃນການກະກຽມສຳລັບອະນາຄົດຂອງພວກເຂົາເອງ. ນີ້ແມ່ນເສັ້ນທາງທີ່ທຸກສິ່ງທີ່ມີຊີວິດຕ້ອງຍ່າງຕາມ; ມັນຄືເສັ້ນທາງທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າສຳລັບທຸກຄົນແລ້ວ ແລະ ບໍ່ມີໃຜສາມາດຫຼົບໜີຈາກມັນ ຫຼື ໄດ້ຮັບການຍົກເວັ້ນເລີຍ. ພຣະທຳທີ່ເຮົາໄດ້ກ່າວແມ່ນມີຈຳນວນນັບບໍ່ຖ້ວນ ແລະ ຍິ່ງໄປກວ່ານັ້ນ ພາລະກິດທີ່ເຮົາໄດ້ປະຕິບັດແມ່ນບໍ່ສາມາດວັດແທກໄດ້. ທຸກໆມື້ ເຮົາເບິ່ງແຕ່ລະຄົນປະຕິບັດທຸກສິ່ງທີ່ພວກເຂົາຕ້ອງປະຕິບັດໂດຍທໍາມະຊາດຕາມທຳມະຊາດທີ່ຕິດຝັງໃນຕົວຂອງພວກເຂົາ ແລະ ເຫດການທຳມະຊາດຂອງພວກເຂົາ. ຫຼາຍຄົນໄດ້ເຂົ້າສູ້ “ເສັ້ນທາງທີ່ຖືກຕ້ອງ” ໂດຍບໍ່ຮູ້ຕົວ ເຊິ່ງເຮົາໄດ້ຈັດວາງໄວ້ເພື່ອເປີດເຜີຍມະນຸດປະເພດທີ່ແຕກຕ່າງກັນ. ເຮົາໄດ້ວາງມະນຸດປະເພດທີ່ແຕກຕ່າງກັນເຫຼົ່ານີ້ໃນສະພາບແວດລ້ອມທີ່ແຕກຕ່າງກັນຕັ້ງແຕ່ດົນມາແລ້ວ ແລະ ໃນສະຖານທີ່ໃຜລາວຂອງພວກເຂົາ ແຕ່ລະຄົນກໍໄດ້ສະແດງລັກສະນະຕາມທຳມະຊາດຂອງພວກເຂົາ. ບໍ່ມີໃຜທີ່ຈະຜູກມັດພວກເຂົາ, ບໍ່ມີໃຜທີ່ລໍ້ລວງພວກເຂົາ. ພວກເຂົາມີອິດສະຫຼະທັງໝົດ ແລະ ສິ່ງທີ່ພວກເຂົາສະແດງກໍອອກມາຢ່າງທຳມະຊາດ. ມີພຽງສິ່ງດຽວທີ່ຕິດຕາມພວກເຂົາ: ພຣະທຳຂອງເຮົາ. ດ້ວຍເຫດນັ້ນ ບາງຄົນຈຶ່ງອ່ານພຣະທຳຂອງເຮົາແບບບໍ່ເຕັມໃຈ, ບໍ່ເຄີຍປະຕິບັດພຣະທໍາເຫຼົ່ານັ້ນຈັກເທື່ອ ໂດຍເຮັດຢ່າງນັ້ນກໍພຽງແຕ່ເພື່ອຫຼີກຫຼ່ຽງຄວາມຕາຍ; ໃນຂະນະດຽວກັນ ຄົນອື່ນພັດພົບວ່າ ມັນເປັນເລື່ອງຍາກທີ່ຈະອົດທົນຕໍ່ມື້ຕ່າງໆໂດຍບໍ່ມີພຣະທຳຂອງເຮົານໍາພາ ແລະ ກະກຽມໃຫ້ແກ່ພວກເຂົາ ແລະ ສະນັ້ນ ພວກເຂົາຈຶ່ງຍຶດໝັ້ນກັບພຣະທຳຂອງເຮົາຢ່າງເປັນທຳມະຊາດຢູ່ຕະຫຼອດເວລາ. ເມື່ອເວລາຜ່ານໄປ, ພວກເຂົາກໍຄົ້ນພົບຄວາມລັບຂອງຊີວິດມະນຸດ, ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຄຸນຄ່າຂອງການເປັນມະນຸດ. ນີ້ເປັນພຽງການທີ່ມະນຸດຊາດຢູ່ໃນການສະຖິດຂອງເຮົາ ແລະ ເຮົາພຽງແຕ່ປ່ອຍໃຫ້ເລື່ອງລາວຕ່າງໆເປັນໄປຕາມທຳມະຊາດຂອງພວກມັນ. ເຮົາບໍ່ປະຕິບັດພາລະກິດຫຍັງທີ່ບັງຄັບໃຫ້ຜູ້ຄົນເອົາພຣະທຳຂອງເຮົາໄປເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ. ດ້ວຍເຫດນັ້ນ ຄົນທີ່ບໍ່ເຄີຍມີຄວາມສຳນຶກ ຫຼື ຄົນທີ່ມີການເປັນຢູ່ເຊິ່ງບໍ່ເຄີຍມີຄຸນຄ່າ, ປະຖິ້ມພຣະທຳຂອງເຮົາຢ່າງໜ້າດ້ານ ແລະ ເຮັດຕາມທີ່ພວກເຂົາປາຖະໜາຫຼັງຈາກທີ່ສັງເກດວິທີທີ່ສິ່ງຕ່າງໆດຳເນີນໄປຢ່າງງຽບໆ. ພວກເຂົາເລີ່ມເບື່ອໜ່າຍຄວາມຈິງ ແລະ ທຸກສິ່ງທີ່ມາຈາກເຮົາ. ຍິ່ງໄປກວ່ານັ້ນ ພວກເຂົາເບື່ອກັບການຢູ່ໃນເຮືອນຂອງເຮົາ. ເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຂົາ ແລະ ເພື່ອຫຼົບໜີການລົງໂທດ, ຜູ້ຄົນເຫຼົ່ານີ້ອາໄສຢູ່ພາຍໃນເຮືອນຂອງເຮົາຊົ່ວຄາວ ເຖິງແມ່ນວ່າພວກເຂົາຈະໃຫ້ບໍລິການ. ເຖິງຢ່າງໃດກໍຕາມ ເຈດຕະນາ ແລະ ການປະຕິບັດຂອງພວກເຂົາແມ່ນບໍ່ເຄີຍປ່ຽນແປງ. ສິ່ງນີ້ເພີ່ມຄວາມປາຖະໜາຂອງພວກເຂົາເພື່ອໃຫ້ໄດ້ຮັບພອນ ແລະ ເພີ່ມຄວາມປາຖະໜາຂອງພວກເຂົາເພື່ອເຂົ້າສູ່ອານາຈັກເປັນຄັ້ງດຽວ ແລະ ຫຼັງຈາກນັ້ນແມ່ນຄົງຢູ່ໃນນັ້ນຕະຫຼອດໄປ ແມ່ນແຕ່ເພື່ອເຂົ້າສູ່ສະຫວັນຊົ່ວນິດນິລັນ. ຍິ່ງພວກເຂົ້າປາຖະໜາໃຫ້ມື້ຂອງເຮົາມາເຖິງໄວໆ, ພວກເຂົາຍິ່ງຮູ້ສຶກວ່າ ຄວາມຈິງກາຍເປັນອຸປະສັກ ເຊິ່ງເປັນສິ່ງກີດຂວາງໃນເສັ້ນທາງຂອງພວກເຂົາ. ພວກເຂົາເກືອບຈະບໍ່ສາມາດອົດໃຈລໍຖ້າທີ່ຈະກ້າວຂາເຂົ້າໄປໃນອານາຈັກເພື່ອຮັບພອນຈາກອານາຈັກແຫ່ງສະຫວັນຕະຫຼອດໄປ ໂດຍບໍ່ຈໍາເປັນຕ້ອງສະແຫວງຫາຄວາມຈິງ ຫຼື ຍອມຮັບການພິພາກສາ ແລະ ການຂ້ຽນຕີ ແລະ ນອກເໜືອໄປກວ່ານັ້ນ ແມ່ນໂດຍບໍ່ຈໍາເປັນຕ້ອງກິ້ງເກືອກໃນເຮືອນຂອງເຮົາ ແລະ ເຮັດຕາມທີ່ເຮົາສັ່ງ. ຄົນເຫຼົ່ານີ້ເຂົ້າສູ່ເຮືອນຂອງເຮົາບໍ່ແມ່ນເພື່ອປະຕິບັດຕາມຄວາມປາຖະໜາຂອງພວກເຂົາທີ່ສະແຫວງຫາຄວາມຈິງ ຫຼື ຮ່ວມມືກັບການຄຸ້ມຄອງຂອງເຮົາ; ເປົ້າໝາຍຂອງພວກເຂົາແມ່ນພຽງເພື່ອຢູ່ທ່າມກາງຜູ້ຄົນທີ່ບໍ່ຖືກທຳລາຍໃນຍຸກຕໍ່ໄປ. ດ້ວຍເຫດນັ້ນ ຫົວໃຈຂອງພວກເຂົາຈຶ່ງບໍ່ເຄີຍຮູ້ຈັກວ່າ ຄວາມຈິງແມ່ນຫຍັງ ຫຼື ຈະຮັບເອົາຄວາມຈິງໄດ້ແນວໃດ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງຜູ້ຄົນດັ່ງກ່າວຈຶ່ງບໍ່ເຄີຍປະຕິບັດຄວາມຈິງ ຫຼື ຮັບຮູ້ເຖິງຄວາມຮ້າຍແຮງຂອງການເສື່ອມຊາມຂອງພວກເຂົາ ແຕ່ໄດ້ອາໄສຢູ່ໃນເຮືອນຂອງເຮົາດັ່ງ “ຄົນຮັບໃຊ້” ໂດຍຕະຫຼອດມາ. ພວກເຂົາລໍຖ້າການມາຂອງມື້ຂອງເຮົາ “ຢ່າງອົດທົນ” ແລະ ບໍ່ຮູ້ຈັກອິດເມື່ອຍໃນຂະນະທີ່ພວກເຂົາຖືກໂຍນໄປມາດ້ວຍວິທີການຂອງພາລະກິດຂອງເຮົາ. ແຕ່ບໍ່ວ່າພວກເຂົາຈະພະຍາຍາມຫຼາຍພຽງໃດກໍຕາມ ຫຼື ພວກເຂົາໄດ້ຈ່າຍໃນລາຄາຫຍັງກໍຕາມ, ບໍ່ມີຜູ້ໃດເຄີຍເຫັນ ພວກເຂົາທົນທຸກເພື່ອຄວາມຈິງ ຫຼື ມອບສິ່ງໃດສິ່ງໜຶ່ງເພື່ອເຮົາ. ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ສາມາດລໍຖ້າທີ່ຈະເຫັນມື້ທີ່ເຮົານໍາຈຸດສິ້ນສຸດມາສູ່ຍຸກເກົ່າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດລໍຖ້າທີ່ຈະຄົ້ນພົບວ່າ ລິດອຳນາດ ແລະ ສິດອຳນາດຂອງເຮົາຍິ່ງໃຫຍ່ພຽງໃດ. ສິ່ງທີ່ພວກເຂົາບໍ່ເຄີຍຟ້າວເຮັດກໍຄືການປ່ຽນແປງຕົນເອງ ແລະ ການສະແຫວງຫາຄວາມຈິງ. ພວກເຂົາຮັກສິ່ງທີ່ເຮົາເບື່ອໜ່າຍ ແລະ ເບື່ອໜ່າຍໃນສິ່ງທີ່ເຮົາຮັກ. ພວກເຂົາປາຖະໜາໃນສິ່ງທີ່ເຮົາຊັງ ແຕ່ກໍຢ້ານສູນເສຍສິ່ງທີ່ເຮົາລັງກຽດ. ພວກເຂົາໃຊ້ຊີວິດຢູ່ໃນໂລກທີ່ຊົ່ວຮ້າຍນີ້ ໂດຍບໍ່ເຄີຍກຽດຊັງມັນເລີຍ ແລະ ຍັງຢ້ານຢູ່ເລິກໆວ່າເຮົາຈະທຳລາຍມັນອີກ. ໃນທ່າມກາງເຈດຕະນາທີ່ຂັດແຍ່ງກັນຂອງພວກເຂົາ, ພວກເຂົາຮັກໂລກນີ້ທີ່ເຮົາລັງກຽດ ແຕ່ກໍຍັງປາຖະໜາໃຫ້ເຮົາທຳລາຍມັນທັງໝົດຢ່າງຮີບດ່ວນ ເພື່ອພວກເຂົາຈະໄດ້ລອດພົ້ນຈາກຄວາມທົນທຸກແຫ່ງຄວາມພິນາດ ແລະ ປ່ຽນແປງໃຫ້ກາຍເປັນເຈົ້ານາຍໃນຍຸກຕໍ່ໄປ ກ່ອນທີ່ພວກເຂົາຈະຫັນເຫຈາກຫົນທາງທີ່ຖືກຕ້ອງ. ນີ້ກໍຍ້ອນວ່າ ພວກເຂົາບໍ່ໄດ້ຮັກຄວາມຈິງ ແລະ ເບື່ອໜ່າຍກັບທຸກສິ່ງທີ່ມາຈາກເຮົາ. ພວກເຂົາອາດກາຍເປັນ “ຄົນທີ່ເຊື່ອຟັງ” ໃນເວລາສັ້ນໆ ເພື່ອເຫັນແກ່ການບໍ່ສູນເສຍພອນ ແຕ່ຄວາມກະຕືລືລົ້ນຂອງພວກເຂົາເພື່ອຮັບພອນ ແລະ ຄວາມຢ້ານທີ່ຈະຈິບຫາຍ ແລະ ການເຂົ້າສູ່ທະເລສາບແຫ່ງໄຟທີ່ເຜົາຜານ ບໍ່ສາມາດຖືກປິດບັງໄດ້ຈັກເທື່ອ. ເມື່ອມື້ຂອງເຮົາໃກ້ເຂົ້າມາ ຄວາມປາຖະໜາຂອງພວກເຂົາກໍຄ່ອຍໆແຮງກ້າຂຶ້ນຢ່າງຕໍ່ເນື່ອງ. ແລ້ວຍິ່ງໄພພິບັດຍິ່ງໃຫຍ່ຫຼາຍເທົ່າໃດ ມັນກໍຍິ່ງເຮັດໃຫ້ພວກເຂົາຂາດທີ່ເພິ່ງຫຼາຍສໍ່ານັ້ນ ໂດຍບໍ່ຮູ້ວ່າ ຈະເລີ່ມຕົ້ນຈາກໃສເພື່ອເຮັດໃຫ້ເຮົາຍິນດີ ແລະ ຫຼີກເວັ້ນຈາກການສູນເສຍພອນທີ່ພວກເຂົາປາຖະໜາມາເປັນເວລາດົນນານ. ຜູ້ຄົນດັ່ງກ່າວຮ້ອນຮົນທີ່ຈະລົງມືປະຕິບັດຮັບໃຊ້ເປັນແຖວໜ້າ ທັນທີທີ່ມືຂອງເຮົາເລີ່ມຕົ້ນພາລະກິດ. ພວກເຂົາຄິດພຽງແຕ່ທີ່ຈະຫຼັ່ງໄຫຼໄປຢູ່ແນວໜ້າສຸດຂອງກອງທັບ ໂດຍຢ້ານຢ່າງເລິກໆວ່າເຮົາຈະບໍ່ເຫັນພວກເຂົາ. ພວກເຂົາເຮັດ ແລະ ເວົ້າໃນສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ໂດຍບໍ່ເຄີຍຮູ້ວ່າການກະທຳ ແລະ ການປະຕິບັດຂອງພວກເຂົາບໍ່ເຄີຍກ່ຽວຂ້ອງກັບຄວາມຈິງເລີຍ ແລະ ການກະທຳຂອງພວກເຂົາພຽງແຕ່ລົບກວນ ແລະ ແຊກແຊງແຜນການຂອງເຮົາ. ພວກເຂົາອາດພະຍາຍາມຢ່າງເຕັມທີ່ ແລະ ອາດເປັນຈິງໃນຄວາມປະສົງ ແລະ ເຈດຕະນາຂອງພວກເຂົາທີ່ຈະອົດທົນກັບຄວາມຍາກລຳບາກ ແຕ່ໃນສິ່ງທີ່ພວກເຂົາເຮັດແມ່ນບໍ່ມີຫຍັງທີ່ກ່ຽວຂ້ອງກັບເຮົາເລີຍ ຍ້ອນເຮົາບໍ່ເຄີຍເຫັນວ່າ ການກະທຳຂອງພວກເຂົາມາຈາກເຈດຕະນາທີ່ດີ ແລ້ວແຮງໄກທີ່ເຮົາຈະໄດ້ເຫັນພວກເຂົາວາງສິ່ງໃດກໍຕາມເທິງແທ່ນບູຊາຂອງເຮົາ. ສິ່ງດັ່ງກ່າວແມ່ນການກະທຳທີ່ພວກເຂົາໄດ້ເຮັດຢູ່ຕໍ່ໜ້າເຮົາຕະຫຼອດເວລາຫຼາຍປີເຫຼົ່ານີ້.

ໃນຕອນທຳອິດ ເຮົາປາຖະໜາທີ່ຈະສະໜອງຄວາມຈິງຫຼາຍຂຶ້ນໃຫ້ແກ່ພວກເຈົ້າ ແຕ່ເຮົາຕ້ອງຢັບຢັ້ງຈາກການເຮັດເຊັ່ນນີ້ ເພາະທ່າທີ່ຂອງພວກເຈົ້າທີ່ມີຕໍ່ຄວາມຈິງນັ້ນເຢັນຊາ ແລະ ເມີນເສີຍຫຼາຍເກີນໄປ; ເຮົາບໍ່ປາຖະໜາໃຫ້ຄວາມພະຍາຍາມຂອງເຮົາເສຍໄປລ້າໆ ຫຼື ເຮົາບໍ່ປາຖະໜາທີ່ຈະເຫັນຜູ້ຄົນຍຶດຖືໃນພຣະທຳຂອງເຮົາ ແຕ່ເຮັດທຸກສິ່ງທີ່ຕໍ່ຕ້ານເຮົາ, ເວົ້າຮ້າຍໃສ່ເຮົາ ແລະ ໝິ່ນປະໝາດເຮົາ. ຍ້ອນທ່າທີ່ຂອງພວກເຈົ້າ ແລະ ຄວາມເປັນມະນຸດຂອງພວກເຈົ້າ, ເຮົາຈຶ່ງພຽງແຕ່ສະໜອງໃຫ້ແກ່ພວກເຈົ້າດ້ວຍສ່ວນທີ່ເລັກນ້ອຍ ແລະ ທີ່ສຳຄັນຫຼາຍໃນພຣະທຳຂອງເຮົາ ເຊິ່ງເຮັດໜ້າທີ່ເປັນພາລະກິດທົດລອງຂອງເຮົາທ່າມກາງມະນຸດຊາດ. ມີແຕ່ຕອນນີ້ ເຮົາຈຶ່ງໄດ້ຢຶນຢັນວ່າ ການຕັດສິນໃຈ ແລະ ແຜນການທີ່ເຮົາໄດ້ສ້າງຂຶ້ນນັ້ນແມ່ນເໝາະສົມກັບຄວາມຕ້ອງການຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ທ່າທີ່ຂອງເຮົາຕໍ່ມະນຸດຊາດແມ່ນທ່າທີ່ໆຖືກຕ້ອງ. ພຶດຕິກຳເປັນເວລາຫຼາຍປີຂອງພວກເຈົ້າຕໍ່ໜ້າເຮົາໄດ້ມອບຄຳຕອບທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ເຮົາ ແລະ ຄຳຖາມສຳລັບຄຳຕອບນີ້ກໍຄື: “ແມ່ນຫຍັງຄືທ່າທີ່ຂອງມະນຸດຕໍ່ໜ້າຄວາມຈິງ ແລະ ພຣະເຈົ້າທີ່ແທ້ຈິງ?” ຄວາມພະຍາຍາມທີ່ເຮົາທຸ້ມເທໃສ່ມະນຸດໄດ້ພິສູດໃຫ້ເຫັນເຖິງແກ່ນແທ້ຂອງເຮົາໃນການຮັກມະນຸດ ແລະ ການກະທຳທຸກຢ່າງຂອງມະນຸດຕໍ່ໜ້າເຮົາໄດ້ພິສູດໃຫ້ເຫັນເຖິງທາດແທ້ຂອງເຂົາທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານເຮົາ. ຕະຫຼອດເວລາ ເຮົາເປັນຫ່ວງທຸກຄົນທີ່ຕິດຕາມເຮົາ ແຕ່ບໍ່ມີເວລາໃດເລີຍທີ່ຜູ້ຄົນທີ່ຕິດຕາມເຮົານັ້ນຈະສາມາດຮັບພຣະທຳຂອງເຮົາໄດ້; ພວກເຂົາບໍ່ສາມາດຮັບແມ່ນແຕ່ຂໍ້ສະເໜີຕ່າງໆຂອງເຮົາ. ສິ່ງນີ້ເຮັດໃຫ້ເຮົາເສົ້າໃຈຕະຫຼອດເວລາ. ບໍ່ມີຜູ້ໃດສາມາດເຂົ້າໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດສາມາດຍອມຮັບເຮົາໄດ້ ເຖິງແມ່ນວ່າທ່າທີຂອງເຮົາຈະຈິງໃຈ ແລະ ພຣະທຳຂອງເຮົາຈະອ່ອນໂຍນ. ທຸກຄົນພະຍາຍາມປະຕິບັດພາລະກິດທີ່ເຮົາໄດ້ຝາກຝັງໃຫ້ກັບພວກເຂົາຕາມແນວຄວາມຄິດຂອງພວກເຂົາເອງ; ພວກເຂົາບໍ່ໄດ້ສະແຫວງຫາເຈດຕະນາຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະຖາມເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຂົາ. ພວກເຂົາຍັງອ້າງວ່າພວກເຂົາຮັບໃຊ້ເຮົາຢ່າງຊື່ສັດ ໃນຂະນະທີ່ພວກເຂົາພາກັນກະບົດຕໍ່ເຮົາ. ຫຼາຍຄົນເຊື່ອວ່າ ຄວາມຈິງທີ່ພວກເຂົາບໍ່ສາມາດຮັບໄດ້ ຫຼື ສິ່ງທີ່ພວກເຂົາບໍ່ສາມາດນໍາໄປປະຕິບັດຕົວຈິງໄດ້ນັ້ນບໍ່ແມ່ນຄວາມຈິງ. ໃນຜູ້ຄົນດັ່ງກ່າວ, ຄວາມຈິງຂອງເຮົາກາຍເປັນສິ່ງທີ່ຖືກປະຕິເສດ ແລະ ຖືກປະຖິ້ມ. ໃນເວລາດຽວກັນ ຜູ້ຄົນຮັບຮູ້ວ່າເຮົາເປັນພຣະເຈົ້າໃນຄຳເວົ້າ ແຕ່ຍັງເຊື່ອວ່າເຮົາວ່າເປັນຄົນນອກທີ່ບໍ່ແມ່ນຄວາມຈິງ, ແນວທາງ ຫຼື ຊີວິດ. ບໍ່ມີຜູ້ໃດຮູ້ຈັກຄວາມຈິງນີ້: ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີ່ຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເລັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

ວັນທີ 16 ເມສາ 2003

​ກ່ອນ​ນີ້ :ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

ຕໍ່​ໄປ:ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເນື່ອຫາທີ່ກ່ຽວຂ້ອງ