​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

ທໍາມະຊາດຂອງມະນຸດແມ່ນແຕກຕ່າງຈາກແກ່ນແທ້ຂອງເຮົາຢ່າງສິ້ນເຊີງ; ນີ້ກໍຍ້ອນວ່າ ທໍາມະຊາດທີ່ເສື່ອມຊາມທັງໝົດຂອງມະນຸດແມ່ນເກີດມາຈາກຊາຕານ ແລະ ທໍາມະຊາດຂອງມະນຸດແມ່ນຖືກຊາຕານຄອບງໍາ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດແມ່ນຢູ່ລອດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຕົວເອງ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ບໍ່ໄດ້ອາໄສຢູ່ໃນແສງສະຫວ່າງ. ດັ່ງນັ້ນ, ມັນເປັນໄປບໍ່ໄດ້ ທີ່ຄວາມຈິງຈະມີຢູ່ພາຍໃນທໍາມະຊາດຂອງແຕ່ລະຄົນຕັ້ງແຕ່ເກີດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດເກີດມາພ້ອມກັບທາດແທ້ທີ່ຢໍາເກງພຣະເຈົ້າ ແລະ ທາດແທ້ໃນການເຊື່ອຟັງພຣະເຈົ້າ. ໃນທາງກົງກັນຂ້າມ, ພວກເຂົາມີທໍາມະຊາດທີ່ຕໍ່ຕ້ານພຣະເຈົ້າ, ບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ມີຄວາມຮັກຕໍ່ຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການເວົ້າເຖິງ ເຊິ່ງກໍຄືການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການຕໍ່ຕ້ານພຣະເຈົ້າຂອງມະນຸດ. ນີ້ແມ່ນບັນຫາທີ່ມີໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມຄໍາຖາມແບບນີ້: ໃນເມື່ອພວກເຂົາທັງໝົດດໍາເນີນຊີວິດໃນໂລກຂອງມະນຸດ ແລ້ວເປັນຫຍັງມະນຸດທຸກຄົນຈິ່ງມີທໍາມະຊາດທີ່ທໍລະຍົດຕໍ່ພຣະເຈົ້າ ແຕ່ພຣະຄຣິສພັດບໍ່ມີ? ນີ້ແມ່ນຄໍາຖາມທີ່ຕ້ອງໄດ້ອະທິບາຍໃຫ້ພວກເຈົ້າເຂົ້າໃຈຢ່າງຊັດເຈນ.

ການເປັນຢູ່ຂອງມະນຸດຊາດ ແມ່ນອີງຕາມການໝູນວຽນມາເກີດຂອງວິນຍານຕາມລໍາດັບ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກຮ່າງກາຍຂອງຄົນເຮົາເກີດຂຶ້ນມາ, ຊີວິດນັ້ນແມ່ນສືບຕໍ່ຈົນເຖິງຂັ້ນຈໍາກັດສູງສຸດຂອງເນື້ອໜັງ ນັ້ນກໍຄືວາລະສຸດທ້າຍທີ່ວິນຍານຈະຕ້ອງອອກຈາກເນື້ອໜັງນັ້ນ. ຂັ້ນຕອນນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກກັບການໝູນວຽນຕາຍເກີດຂອງວິນຍານຂອງຄົນ, ເຊິ່ງດ້ວຍເຫດນັ້ນ ຈຶ່ງເປັນການຮັກສາການດໍາລົງຢູ່ຂອງມະນຸດຊາດທັງໝົດ. ຊີວິດຂອງເນື້ອໜັງຍັງແມ່ນຊີວິດຂອງວິນຍານຂອງມະນຸດ ແລະ ວິນຍານຂອງມະນຸດແມ່ນສະໜັບສະໜູນການມີຢູ່ຂອງເນື້ອໜັງຂອງມະນຸດ. ນັ້ນໝາຍຄວາມວ່າ ຊີວິດຂອງແຕ່ລະຄົນແມ່ນມາຈາກວິນຍານຂອງພວກເຂົາ; ບໍ່ແມ່ນເນື້ອໜັງຂອງພວກເຂົາທີ່ມີຊີວິດແຕ່ດັ່ງເດີມ. ດັ່ງນັ້ນ, ທໍາມະຊາດຂອງມະນຸດແມ່ນມາຈາກວິນຍານຂອງພວກເຂົາ ແລະ ບໍ່ແມ່ນມາຈາກເນື້ອໜັງຂອງພວກເຂົາ. ມີພຽງແຕ່ວິນຍານຂອງແຕ່ລະຄົນເທົ່ານັ້ນ ທີ່ຮູ້ຈັກວ່າ ພວກເຂົາໄດ້ປະສົບກັບການລໍ້ລວງ, ຄວາມເຈັບປວດ ແລະ ຄວາມເສື່ອມຊາມຂອງຊາຕານ. ເນື້ອໜັງຂອງມະນຸດບໍ່ສາມາດຮູ້ຈັກສິ່ງເຫຼົ່ານີ້ໄດ້. ດັ່ງນັ້ນ,​ ມະນຸດຊາດແມ່ນໄດ້ກາຍເປັນສິ່ງທີ່ສົກກະປົກ, ຊົ່ວຮ້າຍ ແລະ ມືດມົວຫຼາຍຂຶ້ນ ແລະ ຫຼາຍຂຶ້ນໂດຍບໍ່ໄດ້ເຈດຕະນາ ໃນຂະນະທີ່ໄລຍະຫ່າງ ລະຫວ່າງ ເຮົາ ແລະ ມະນຸດແມ່ນໄກອອກ ແລະ ໄກອອກ ແລະ ກາງເວັນຂອງມະນຸດແມ່ນມືດຂຶ້ນ ແລະ ມືດຂຶ້ນ. ວິນຍານຂອງມະນຸດທັງໝົດແມ່ນຢູ່ໃນກໍາມືຂອງຊາຕານ. ສະນັ້ນ,​ ມັນເຫັນໄດ້ຢ່າງຊັດເຈນວ່າ ເນື້ອໜັງຂອງມະນຸດຍັງຖືກຊາຕານຄອບງໍາຢູ່. ແລ້ວເນື້ອໜັງແບບນີ້ ແລະ ມະນຸດແບບນີ້ຈະບໍ່ຕໍ່ຕ້ານພຣະເຈົ້າ ແລະ ໂດຍກໍາເນີດແລ້ວຈະເຂົ້າກັບພຣະອົງໄດ້ແນວໃດ? ເຫດຜົນທີ່ຊາຕານຖືກເຮົາທໍາລາຍຈົນຫາຍໄປໃນອາກາດແມ່ນຍ້ອນວ່າ ມັນໄດ້ທໍລະຍົດເຮົາ ແລ້ວມະນຸດຈະເຮັດໃຫ້ຕົວເອງຫຼຸດພົ້ນຈາກຜົນຂອງການກະທໍານີ້ໄດ້ແນວໃດ? ນີ້ແມ່ນເຫດຜົນທີ່ວ່າ ທໍາມະຊາດຂອງມະນຸດກໍຄືການທໍລະຍົດ. ເຮົາເຊື່ອວ່າ ເມື່ອພວກເຈົ້າເຂົ້າໃຈເຫດຜົນດັ່ງກ່າວນີ້ແລ້ວ ພວກເຈົ້າກໍຄວນມີຄວາມເຊື່ອໃນແກ່ນແທ້ຂອງພຣະຄຣິສນໍາ. ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າແມ່ນຍິ່ງໃຫຍ່ທີ່ສຸດ; ພຣະອົງແມ່ນຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງຍັງຍິ່ງໃຫຍ່ທີ່ສຸດ, ຊົງລິດທານຸພາບສູງສຸດ ແລະ ຊອບທໍາ. ເນື້ອໜັງແບບນັ້ນແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ຮຸ່ງເຮືອງ ແລະ ຊົງພະລັງ ແລະ ບໍ່ສາມາດເຮັດສິ່ງທີ່ເປັນການລະເມີດຄວາມຈິງ ຫຼື ສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ຈະເຮັດໃນສິ່ງຕ່າງໆທີ່ເປັນການທໍລະຍົດຕໍ່ພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າແມ່ນບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈິ່ງບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງແມ່ນມີທາດແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ມັນແມ່ນມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນພຣະເຈົ້າ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ ແຕ່ມີພຽງມະນຸດເທົ່ານັ້ນທີ່ຖືກຊາຕານຄອບງໍາ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່ຄວາມເສື່ອມຊາມຂອງຊາຕານຢ່າງຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ມີວັນທີ່ຈະສາມາດຂຶ້ນໄປຢູ່ບ່ອນທີ່ສູງສົ່ງ ແລະ ຈະບໍ່ມີວັນທີ່ຈະສາມາດເຂົ້າໃກ້ພຣະເຈົ້າໄດ້. ໃນປັດຈຸບັນ, ພວກເຈົ້າທຸກຄົນຄວນເຂົ້າໃຈວ່າ ມີແຕ່ມະນຸດເທົ່ານັ້ນ ທີ່ຖືກຊາຕານເຮັດໃຫ່ເສື່ອມຊາມ ຜູ້ທີ່ທໍລະຍົດຕໍ່ເຮົາ ແລະ ບັນຫາດັ່ງກ່າວນີ້ຈະບໍ່ກ່ຽວຂ້ອງກັບພຣະຄຣິດສະເໝີ.

ວິນຍານທຸກດວງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແມ່ນຢູ່ພາຍໃຕ້ການຄວບຄຸມຂອງອໍານາດຂອງຊາຕານ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະຄຣິດເທົ່ານັ້ນ ທີ່ຖືກແຍກອອກມາ, ຊ່ວຍໃຫ້ລອດພົ້ນຈາກອໍານາດຂອງຊາຕານ ແລະ ຖືກນໍາເຂົ້າມາສູ່ອານາຈັກໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ໄດ້ດໍາລົງຊີວິດພາຍໃຕ້ອິດທິພົນຂອງຊາຕານອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ທໍາມະຊາດຂອງມະນຸດກໍຍັງຝັງເລິກຢູ່ໃນເນື້ອໜັງຂອງມະນຸດ. ເຖິງແມ່ນວ່າ ວິນຍານຂອງພວກເຈົ້າຈະຖືກຊ່ວຍໃຫ້ລອດພົ້ນ ແຕ່ທໍາມະຊາດຂອງພວກເຈົ້າກໍຍັງມີຮູບລັກສະນະແບບເກົ່າໆ ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີອັດຕາໜຶ່ງສ່ວນຮ້ອຍຢູ່. ນັ້ນກໍຄືເຫດຜົນທີ່ພາລະກິດຂອງເຮົາແມ່ນຍາວນານ ຍ້ອນວ່າ ທໍາມະຊາດຂອງພວກເຈົ້າບໍ່ໝັ້ນຄົງຫຼາຍ. ຕອນນີ້ ພວກເຈົ້າທຸກຄົນແມ່ນກໍາລັງທົນທຸກທໍລະມານຢ່າງຫຼາຍ ເທົ່າທີ່ພວກເຈົ້າຈະສາມາດທົນທຸກໄດ້ ເພື່ອເຮັດໜ້າທີ່ຂອງພວກເຈົ້າໃຫ້ສໍາເລັດ ແຕ່ຄວາມຈິງທີ່ບໍ່ສາມາດປະຕິເສດໄດ້ກໍຄືສິ່ງນີ້: ພວກເຈົ້າແຕ່ລະຄົນແມ່ນສາມາດທໍລະຍົດເຮົາ ແລະ ກັບຄືນໄປຢູ່ໃນອໍານາດຂອງຊາຕານ, ໃນຄ້າຍຂອງມັນ ແລະ ກັບໄປໃຊ້ຊີວິດແບບເກົ່າຂອງພວກເຈົ້າ. ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ທີ່ພວກເຈົ້າຈະປະຖິ້ມຄວາມເປັນມະນຸດ ຫຼື ຮູບລັກສະນະຂອງມະນຸດທີ່ພວກເຈົ້າມີໃນປັດຈຸບັນ. ໃນກໍລະນີທີ່ຮ້າຍແຮງ ພວກເຈົ້າຈະຖືກທໍາລາຍ ແລະ ຍິ່ງໄປກວ່ານັ້ນ ກໍຈະພິນາດຕະຫຼອດການ ໂດຍຈະບໍ່ໄດ້ເກີດເປັນມະນຸດອີກຕໍ່ໄປ ແຕ່ຈະຖືກລົງໂທດຢ່າງຮ້າຍແຮງ. ນີ້ແມ່ນບັນຫາທີ່ຖືກວາງຢູ່ຕໍ່ໜ້າພວກເຈົ້າ. ເຮົາກໍາລັງເຕືອນພວກເຈົ້າດ້ວຍວິທີນີ້ ເພື່ອວ່າ: ຢ່າງທີໜຶ່ງ, ພາລະກິດຂອງເຮົາຈະບໍ່ເສຍຖິ້ມໂດຍບໍ່ມີປະໂຫຍດ ແລະ ຢ່າງທີສອງ, ພວກເຈົ້າທຸກຄົນຈະສາມາດດໍາເນີນຊີວິດໃນແສງສະຫວ່າງ. ທີ່ຈິງແລ້ວ, ບໍ່ວ່າພາລະກິດຂອງເຮົາຈະເສຍຖິ້ມໂດຍບໍ່ມີປະໂຫຍດຫຍັງກໍຕາມ ບໍ່ແມ່ນບັນຫາທີ່ຮ້າຍແຮງ. ປັດໃຈສໍາຄັນແມ່ນໃຫ້ພວກເຈົ້າສາມາດມີຊີວິດທີ່ມີຄວາມສຸກ ແລະ ອະນາຄົດທີ່ດີເລີດ. ພາລະກິດຂອງເຮົາແມ່ນພາລະກິດຂອງການຊ່ວຍວິນຍານຂອງຜູ້ຄົນໃຫ້ລອດພົ້ນ. ຖ້າວິນຍານຂອງເຈົ້າຕົກໄປຢູ່ໃນມືຂອງຊາຕານ, ຮ່າງກາຍຂອງເຈົ້າກໍຈະບໍ່ມີມື້ທີ່ສະຫງົບສຸກ. ຖ້າເຮົາປົກປ້ອງຮ່າງກາຍຂອງເຈົ້າ, ວິນຍານຂອງເຈົ້າກໍຈະຢູ່ພາຍໃຕ້ການເບິ່ງແຍງຂອງເຮົາຢ່າງແນ່ນອນ. ຖ້າເຮົາລັງກຽດເຈົ້າ, ຮ່າງກາຍ ແລະ ວິນຍານຂອງເຈົ້າກໍຈະຕົກໄປຢູ່ໃນມືຂອງຊາຕານທັນທີ. ເຈົ້າສາມາດຈິນຕະນາການໄດ້ບໍວ່າ ສະຖານະການຂອງເຈົ້າຈະເປັນແນວໃດໃນຕອນນັ້ນ? ຖ້າມື້ໜຶ່ງພຣະທໍາຂອງເຮົາແມ່ນສູນເສຍໃນຕົວພວກເຈົ້າ, ເຮົາກໍຈະມອບພວກເຈົ້າທຸກຄົນໃຫ້ແກ່ຊາຕານ ເພື່ອທໍລະມານພວກເຈົ້າເຖິງສອງເທົ່າຈົນກວ່າຄວາມໃຈຮ້າຍຂອງເຮົາຈະຫາຍໄປຈົນໝົດ ຫຼື ເຮົາເອງຈະເປັນຜູ້ລົງໂທດພວກເຈົ້າ ເຊິ່ງເປັນມະນຸດທີ່ບໍ່ສາມາດແກ້ໄຂໄດ້ ຍ້ອນວ່າ ຫົວໃຈຂອງພວກເຈົ້າທີ່ທໍລະຍົດເຮົາບໍ່ເຄີຍປ່ຽນແປງ.

ຕອນນີ້ ພວກເຈົ້າທຸກຄົນຄວນເບິ່ງຕົວເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ວ່າ ອຸປະນິໄສຂອງພວກເຈົ້າຍັງທໍລະຍົດຕໍ່ເຮົາໄດ້ຊໍ່າໃດ. ເຮົາຈະບໍ່ອົດທົນລໍຖ້າຄໍາຕອບຂອງພວກເຈົ້າ. ຢ່າປະຕິເສດເຮົາ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າເຖິງມັນ ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດເປັນຜູ້ຄົນທີ່ຮັບເອົາພຣະທໍາຂອງເຮົາດ້ວຍຄວາມຈິງໃຈ ແລະ ຈົ່ງຢ່າຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນາວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຕ່າງໆຈາກເຮົາ: 1. ຖ້າເຈົ້າແມ່ນຜູ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາດສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ? 2. ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ບໍລິການເຮົາຕະຫຼອດຊີວິດບໍ? 3. ຖ້າເຈົ້າໃຊ້ຄວາມພະຍາຍາມຫຼາຍ ແຕ່ເຮົາຍັງແຂງກະດ້າງກັບເຈົ້າ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາດ້ວຍຄວາມສັບສົນໃຈຢູ່ບໍ? 4. ພາຍຫຼັງເຈົ້າໄດ້ເສຍສະລະບາງຢ່າງເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການອັນເລັກນ້ອຍຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍຢ່າງຮຸນແຮງ ແລະ ຮ້າຍດາເຮົາບໍ? 5. ຖ້າຕະຫຼອດເວລາ ເຈົ້າຈົງຮັກພັກດີ ແລະ ມີຄວາມຮັກຕໍ່ເຮົາຫຼາຍ ແຕ່ເຈົ້າຕ້ອງທົນທຸກກັບຄວາມເຈັບປວດຈາກໂລກໄພໄຂ້ເຈັບ,​ ຄວາມທຸກຍາກຂອງຊີວິດ ແລະ ການຖືກໝູ່ ແລະ ຍາດຕິພີ່ນ້ອງປະຖິ້ມ ຫຼື ການອົດທົນຕໍ່ໂຊກຮ້າຍອື່ນໆທີ່ເກີດຂຶ້ນໃນຊີວິດ, ຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາຍັງຈະສືບຕໍ່ຢູ່ບໍ? 6. ຖ້າສິ່ງທີ່ເຈົ້າຈິນຕະນາການໄວ້ບໍ່ກົງກັບສິ່ງທີ່ເຮົາໄດ້ເຮັດ, ເຈົ້າຈະຍ່າງຢູ່ເສັ້ນທາງໃນອະນາຄົດຂອງເຈົ້າໄດ້ແນວໃດ? 7. ຖ້າເຈົ້າບໍ່ໄດ້ຮັບສິ່ງທີ່ເຈົ້າຫວັງຈະໄດ້ຮັບ, ເຈົ້າຈະສາມາດສືບຕໍ່ເປັນຜູ້ຕິດຕາມເຮົາຢູ່ບໍ? 8. ຖ້າເຈົ້າບໍ່ເຄີຍເຂົ້າໃຈຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງເຮົາ, ເຈົ້າຈະສາມາດເປັນຄົນທີ່ເຊື່ອຟັງ ທີ່ບໍ່ເຮັດການຕັດສິນ ແລະ ການສະຫຼຸບຕາມອໍາພັງໃຈໄດ້ຢູ່ບໍ? 9. ເຈົ້າສາມາດເຫັນຄຸນຄ່າຂອງພຣະທໍາທຸກຂໍ້ທີ່ເຮົາໄດ້ເວົ້າ ແລະ ພາລະກິດທັງໝົດທີ່ເຮົາໄດ້ເຮັດບໍ ໃນເວລາທີ່ເຮົາຢູ່ຮ່ວມກັບມະນຸດ? 10. ເຈົ້າສາມາດເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງເຮົາບໍ ທີ່ເຕັມໃຈທົນທຸກເພື່ອເຮົາຕະຫຼອດຊີວິດ ເຖິງແມ່ນວ່າ ເຈົ້າຈະບໍ່ໄດ້ຮັບຫຍັງກໍຕາມ? 11. ເຈົ້າສາມາດທີ່ຈະບໍ່ພິຈາລະນາ, ວາງແຜນ ຫຼື ກະກຽມເສັ້ນທາງຂອງການຢູ່ລອດໃນອະນາຄົດຂອງເຈົ້າເພື່ອປະໂຫຍດຂອງເຮົາໄດ້ບໍ? ຄໍາຖາມເຫຼົ່ານີ້ແມ່ນຄວາມຕ້ອງການສຸດທ້າຍຂອງເຮົາຈາກພວກເຈົ້າ ແລະ ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດຕອບເຮົາໄດ້. ຖ້າເຈົ້າເຮັດໜຶ່ງຢ່າງ ຫຼື ສອງຢ່າງຈາກຄໍາຖາມເຫຼົ່ານີ້ໄດ້ສໍາເລັດ, ເຈົ້າກໍຍັງຈໍາເປັນຕ້ອງໄດ້ສືບຕໍ່ເຮັດວຽກໜັກ. ຖ້າເຈົ້າບໍ່ສາມາດເຮັດສໍາເລັດແມ່ນແຕ່ໜຶ່ງຂໍ້ຂອງຄວາມຕ້ອງການເຫຼົ່ານີ້,​ ເຈົ້າກໍແມ່ນປະເພດທີ່ຈະຖືກສົ່ງໄປນາຮົກຢ່າງແນ່ນອນ. ເຮົາບໍ່ຈໍາເປັນຕ້ອງເວົ້າຫຍັງເພີ່ມອີກກັບຜູ້ຄົນແບບນີ້. ນີ້ກໍຍ້ອນວ່າ ພວກເຂົາບໍ່ແມ່ນຜູ້ຄົນທີ່ສາມາດເຂົ້າກັບເຮົາໄດ້ຢ່າງແທ້ຈິງ. ເຮົາຈະສາມາດຮັກສາບາງຄົນ ທີ່ທໍລະຍົດເຮົາພາຍໃຕ້ສະຖານະການໃດກໍໄດ້ ຢູ່ໃນເຮືອນຂອງເຮົາໄດ້ແນວໃດ? ສໍາລັບຄົນທີ່ຍັງສາມາດທໍລະຍົດເຮົາພາຍໃຕ້ສະຖານະການສ່ວນໃຫຍ່, ເຮົາຈະສັງເກດເບິ່ງການປະຕິບັດຂອງພວກເຂົາກ່ອນເຮັດການຈັດແຈງອື່ນໆ. ຢ່າງໃດກໍຕາມ, ຕາບໃດທີ່ພວກເຂົາຍັງແມ່ນຜູ້ຄົນທີ່ສາມາດທໍລະຍົດເຮົາ ບໍ່ວ່າຈະຢູ່ພາຍໃຕ້ສະພາບການໃດກໍຕາມ, ເຮົາຈະບໍ່ມີວັນລືມ ແລະ ເຮົາຈະຈື່ພວກເຂົາໄວ້ໃນໃຈຂອງເຮົາ ໃນຂະນະທີ່ລໍຖ້າໂອກາດທີ່ຈະຕອບແທນການກະທໍາອັນຊົ່ວຮ້າຍຂອງພວກເຂົາ. ຄວາມຕ້ອງການທີ່ເຮົາໄດ້ຍົກຂຶ້ນແມ່ນບັນຫາທັງໝົດທີ່ພວກເຈົ້າຄວນໃຊ້ກວດກາຕົວເອງ. ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດພິຈາລະນາບັນຫາເຫຼົ່ານັ້ນໂດຍເອົາໃຈໃສ່ ແລະ ຫວັງວ່າ ພວກເຈົ້າຈະບໍ່ພົວພັນກັບເຮົາແບບພໍເປັນພິທີ. ໃນອະນາຄົດອັນໃກ້, ເຮົາຈະກວດຄໍາຕອບທີ່ພວກເຈົ້າຕອບເຮົາ ແລ້ວສົມທຽບໃສ່ກັບຄວາມຕ້ອງການຂອງເຮົາ. ເມື່ອເຖິງເວລານັ້ນ, ເຮົາຈະບໍ່ຕ້ອງການຫຍັງເພີ່ມຈາກພວກເຈົ້າ ແລະ ຈະບໍ່ມີການຕັກເຕືອນຢ່າງຈິງຈັງເພີ່ມເຕີມໃຫ້ແກ່ພວກເຈົ້າອີກ. ກົງກັນຂ້າມ,​ ເຮົາຈະນໍາໃຊ້ອໍານາດຂອງເຮົາ. ຄົນທີ່ຄວນຖືກເກັບຮັກສາໄວ້ຈະຖືກເກັບຮັກສາໄວ້, ຄົນທີ່ຄວນໄດ້ຮັບລາງວັນຈະໄດ້ຮັບລາງວັນ,​ ຄົນທີ່ຄວນຖືກມອບໃຫ້ຊາຕານຈະຖືກມອບໃຫ້ຊາຕານ,​ ຄົນທີ່ຄວນໄດ້ຮັບການລົງໂທດຢ່າງໜັກຈະໄດ້ຮັບການລົງໂທດຢ່າງໜັກ ແລະ ຄົນທີ່ຄວນດັບສູນຈະຖືກທໍາລາຍ. ດ້ວຍວິທີນັ້ນ ມັນກໍຈະບໍ່ມີໃຜທີ່ຈະລົບກວນເຮົາໃນມື້ຂອງເຮົາ. ເຈົ້າເຊື່ອພຣະທໍາຂອງເຮົາບໍ? ເຈົ້າເຊື່ອໃນຜົນກໍາບໍ? ເຈົ້າເຊື່ອບໍ່ວ່າ ເຮົາຈະລົງໂທດຜູ້ທີ່ຊົ່ວຮ້າຍທຸກຄົນ ທີ່ໄດ້ຫຼອກລວງ ແລະ ທໍລະຍົດເຮົາ? ເຈົ້າຫວັງໃຫ້ມື້ນັ້ນມາຮອດໄວໆ ຫຼື ໃຫ້ມັນນານມາຮອດ? ເຈົ້າແມ່ນຄົນທີ່ຢ້ານກົວຫຼາຍຕໍ່ການລົງໂທດບໍ ຫຼື ແມ່ນຄົນທີ່ຈະຕໍ່ຕ້ານເຮົາແທນ ເຖິງແມ່ນວ່າ ພວກເຂົາຈະຕ້ອງທົນທຸກກັບການລົງໂທດກໍຕາມ? ເມື່ອມື້ນັ້ນມາຮອດ, ເຈົ້າຈະສາມາດຈິນຕະນາການໄດ້ບໍວ່າ ເຈົ້າຈະດໍາລົງຊີວິດໃນທ່າມກາງສຽງໂຮ່ຮ້ອງດີໃຈ ແລະ ສຽງຫົວເຫຼາະ ຫຼື ສຽງຮ້ອງໄຫ້ ແລະ ສຽງກັດແຂ້ວຂອງເຈົ້າ? ຈຸດຈົບປະເພດໃດທີ່ເຈົ້າຫວັງຈະມີ? ເຈົ້າເຄີຍພິຈາລະນາດ້ວຍຄວາມຈິງໃຈບໍວ່າ ເຈົ້າເຊື່ອໃນຕົວເຮົາໃນອັດຕາໜຶ່ງສ່ວນຮ້ອຍ ຫຼື ສົງໄສໃນຕົວເຮົາໃນອັດຕາສ່ວນຮ້ອຍ? ເຈົ້າເຄີຍພິຈາລະນາດ້ວຍຄວາມລະມັດລະວັງບໍວ່າ ຜົນຕາມມາ ແລະ ຈຸດຈົບປະເພດໃດ ທີ່ການກະທໍາ ແລະ ພຶດຕິກໍາຂອງເຈົ້າຈະນໍາມາສູ່ເຈົ້າ? ເຈົ້າຫວັງວ່າ ພຣະທໍາຂອງເຮົາທຸກຂໍ້ຈະຖືກເຮັດໃຫ້ບັນລຸເທື່ອລະຂໍ້ແທ້ບໍ ຫຼື ເຈົ້າຢ້ານຫຼາຍກວ່າ ວ່າພຣະທໍາຂອງເຮົາຈະຖືກເຮັດໃຫ້ສໍາເລັດເທື່ອລະຂໍ້? ຖ້າເຈົ້າຫວັງໃຫ້ເຮົາໜີໄປໂດຍໄວ ເພື່ອບັນລຸພຣະທໍາຂອງເຮົາ ແລ້ວເຈົ້າຈະປະຕິບັດຕໍ່ຄໍາເວົ້າ ແລະ ການກະທໍາຂອງເຈົ້າໄດ້ແນວໃດ? ຖ້າເຈົ້າບໍ່ຫວັງໃຫ້ເຮົາໜີອອກໄປ ແລະ ບໍ່ຫວັງໄດ້ຮັບພຣະທໍາຂອງເຮົາ ເພື່ອເຮັດໃຫ້ທຸກຂໍ້ມີການບັນລຸທັນທີ ແລ້ວເປັນຫຍັງເຈົ້າຈິ່ງເຊື່ອໃນຕົວເຮົາ? ເຈົ້າຮູ້ບໍ່ວ່າ ເປັນຫຍັງເຈົ້າຈິ່ງຕິດຕາມເຮົາ? ຖ້າມັນເປັນພຽງເພື່ອຂະຫຍາຍຂອບເຂດຄວາມຮູ້ຂອງເຈົ້າໃຫ້ກວ້າງຂຶ້ນ, ເຈົ້າກໍບໍ່ຈໍາເປັນຕ້ອງທົນກັບຄວາມທຸກດັ່ງກ່າວ. ຖ້າມັນເປັນພຽງເພື່ອວ່າ ເຈົ້າສາມາດໄດ້ຮັບພອນ ແລະ ຫຼີກເວັ້ນໄພພິບັດໃນອະນາຄົດ ແລ້ວເປັນຫຍັງເຈົ້າຈິ່ງບໍ່ສົນກັບການປະຕິບັດຂອງຕົນເອງ? ເປັນຫຍັງເຈົ້າຈຶ່ງບໍ່ຖາມຕົວເອງວ່າ ເຈົ້າສາມາດຕອບສະໜອງຄວາມຕ້ອງການຂອງເຮົາໄດ້ບໍ? ເປັນຫຍັງເຈົ້າຈິ່ງບໍ່ຖາມຕົວເອງວ່າ ເຈົ້າມີຄຸນສົມບັດທີ່ຈະໄດ້ຮັບພອນໃນອະນາຄົດຈາກເຮົາ ຫຼື ບໍ?

​ກ່ອນ​ນີ້ :ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ຕໍ່​ໄປ:ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

ເນື່ອຫາທີ່ກ່ຽວຂ້ອງ