ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ
ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າປະຕິບັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.
ໃນຂະນະທີ່ກາງຄືນໃກ້ເຂົ້າມາຢ່າງງຽບສະງັດ ໂດຍມະນຸດບໍ່ຮູ້ສຶກຕົວ, ຍ້ອນຫົວໃຈຂອງມະນຸດບໍ່ສາມາດຮັບຮູ້ໄດ້ວ່າ ກາງຄືນນັ້ນໃກ້ເຂົ້າມາແນວໃດ ຫຼື ມັນມາຈາກໃສ. ເມື່ອກາງຄືນຜ່ານໄປຢ່າງມິດງຽບ ມະນຸດກໍຕ້ອນຮັບແສງສະຫວ່າງຂອງກາງເວັນ ແຕ່ສໍາລັບເລື່ອງທີ່ວ່າ ແສງສະຫວ່າງມາຈາກໃສ ແລະ ມັນຂັບໄລ່ຄວາມມືດຂອງກາງຄືນອອກໄປດ້ວຍວິທີໃດນັ້ນ ມະນຸດແມ່ນແຮງຮູ້ໜ້ອຍ ແລະ ເຖິງກັບບໍ່ຮູ້ເລີຍ. ການຜັດປ່ຽນຂອງກາງເວັນ ແລະ ກາງຄືນ ນໍາພາມະນຸດຈາກໄລຍະໜຶ່ງໄປສູ່ອີກໄລຍະໜຶ່ງ, ຈາກບໍລິບົດປະຫວັດສາດໜຶ່ງໄປສູ່ບໍລິບົດປະຫວັດສາດຂອງຕອນຕໍ່ໄປ, ໃນຂະນະທີ່ຍັງຮັບຮອງວ່າພາລະກິດຂອງພຣະເຈົ້າໃນທຸກໄລຍະ ແລະ ແຜນການຂອງພຣະອົງສຳລັບແຕ່ລະຍຸກຈະຖືກເຮັດໃຫ້ສຳເລັດ. ມະນຸດໄດ້ຍ່າງຜ່ານໄລຍະເວລາເຫຼົ່ານີ້ໄປພ້ອມກັນກັບພຣະເຈົ້າ ແຕ່ເຂົາບໍ່ຮູ້ວ່າ ພຣະເຈົ້າປົກຄອງຊະຕາກໍາຂອງສັບພະທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດ ຫຼື ບໍ່ຮູ້ວ່າພຣະເຈົ້າປັ້ນແຕ່ງ ແລະ ຄວບຄຸມສັບພະສິ່ງທັງປວງແນວໃດ. ນີ້ຄືສິ່ງທີ່ຫຼົບຫຼີກມະນຸດຕັ້ງແຕ່ຍຸກບູຮານຈົນຮອດປັດຈຸບັນ. ສຳລັບເຫດຜົນນັ້ນ, ມັນບໍ່ແມ່ນເປັນຍ້ອນວ່າການກະທຳຂອງພຣະເຈົ້າລີ້ລັບເກີນໄປ ຫຼື ຍ້ອນແຜນການຂອງພຣະເຈົ້າຍັງບໍ່ໄດ້ກາຍເປັນຈິງເທື່ອ, ແຕ່ຍ້ອນຫົວໃຈ ແລະ ວິນຍານຂອງມະນຸດຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ ຈົນຮອດຈຸດທີ່ວ່າ ມະນຸດຍັງຢູ່ໃນການຮັບໃຊ້ຂອງຊາຕານ ເຖິງແມ່ນວ່າເຂົາກໍາລັງຕິດຕາມພຣະເຈົ້າ ແລະ ຍັງບໍ່ຮູ້ຕົວເລີຍ. ບໍ່ມີໃຜທີ່ສະແຫວງຫາບາດກ້າວຂອງພຣະເຈົ້າ ແລະ ການປາກົດຕົວຂອງພຣະອົງຢ່າງຫ້າວຫັນ ແລະ ບໍ່ມີໃຜເຕັມໃຈດໍາລົງຢູ່ພາຍໃຕ້ການດູແລ ແລະ ການຮັກສາຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາປາຖະໜາທີ່ຈະເພິ່ງພາການກັດເຊາະຂອງຊາຕານ ເຊິ່ງເປັນສິ່ງທີ່ຊົ່ວຮ້າຍ ເພື່ອປັບໃຫ້ເຂົ້າກັບໂລກໜ່ວຍນີ້ ແລະ ກົດລະບຽບແຫ່ງການມີຊີວິດຢູ່ທີ່ມະນຸດຊາດທີ່ຊົ່ວຮ້າຍປະຕິບັດຕາມ. ໃນເວລານີ້ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍມາເປັນບັນນາການໃຫ້ກັບຊາຕານ ແລະ ກາຍເປັນອາຫານຂອງຊາຕານ. ຍິ່ງໄປກວ່ານັ້ນ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍເປັນບ່ອນທີ່ຊາຕານສາມາດອາໄສຢູ່ ແລະ ເປັນສະໜາມຫຼິ້ນທີ່ເໝາະສົມຂອງມັນ. ດ້ວຍເຫດນີ້ ມະນຸດຈຶ່ງສູນເສຍຄວາມເຂົ້າໃຈໃນຫຼັກການຂອງການເປັນມະນຸດຂອງເຂົາ ແລະ ຄຸນຄ່າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງມະນຸດຢ່າງບໍ່ຮູ້ຕົວ. ກົດບັນຍັດຂອງພຣະເຈົ້າ ແລະ ພັນທະສັນຍາລະຫວ່າງພຣະເຈົ້າ ແລະ ມະນຸດຈາງຫາຍໄປຈາກຫົວໃຈຂອງມະນຸດເທື່ອລະໜ້ອຍ ແລະ ເຂົາກໍຢຸດທີ່ຈະສະແຫວງຫາ ຫຼື ສົນໃຈຕໍ່ພຣະເຈົ້າ. ເມື່ອເວລາຜ່ານໄປ ມະນຸດບໍ່ເຂົ້າໃຈອີກຕໍ່ໄປວ່າ ເປັນຫຍັງພຣະເຈົ້າຈຶ່ງສ້າງເຂົາ ຫຼື ເຂົາບໍ່ເຂົ້າໃຈພຣະທຳທີ່ມາຈາກປາກຂອງພຣະເຈົ້າ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າ. ແລ້ວມະນຸດກໍເລີ່ມຕໍ່ຕ້ານກົດເກນ ແລະ ບົດບັນຍັດຂອງພຣະເຈົ້າ ແລະ ຫົວໃຈ ແລະ ວິນຍານຂອງເຂົາກໍຕາຍໄປ... ພຣະເຈົ້າສູນເສຍມະນຸດທີ່ພຣະອົງສ້າງດັ່ງເດີມ ແລະ ມະນຸດກໍສູນເສຍຮາກເຫງົ້າທີ່ເຂົາມີໃນເບື້ອງຕົ້ນ: ນີ້ຄືຄວາມໂສກເສົ້າຂອງມະນຸດຊາດນີ້. ໃນຄວາມເປັນຈິງແລ້ວ ນັບຕັ້ງແຕ່ການເລີ່ມຕົ້ນທຳອິດຈົນເຖິງປັດຈຸບັນ ພຣະເຈົ້າໄດ້ຈັດສະແດງໂສກອະນາດຕະກຳໃຫ້ກັບມະນຸດຊາດ ເຊິ່ງມະນຸດເປັນທັງຕົວລະຄອນເອກ ແລະ ຜູ້ຮັບເຄາະ; ແລ້ວບໍ່ມີຜູ້ໃດສາມາດຕອບໄດ້ວ່າ ໃຜກຳກັບໂສກອະນາດຕະກຳນີ້.
ໃນໂລກທີ່ກວ້າງໃຫຍ່ໄພສານ, ມະຫາສະໝຸດຖືກຖົມດ້ວຍຂີ້ຕົມກາຍເປັນທົ່ງຫຍ້າ, ທົ່ງຫຍ້າຖືກນໍ້າຖ້ວມກາຍເປັນມະຫາສະໝຸດຊໍ້າແລ້ວຊໍ້າອີກ. ນອກຈາກພຣະອົງຜູ້ທີ່ປົກຄອງເໜືອທຸກສິ່ງໃນບັນດາສິ່ງທັງປວງ, ບໍ່ມີໃຜສາມາດນໍາພາ ແລະ ຊີ້ນໍາມະນຸດຊາດນີ້ໄດ້. ບໍ່ມີຄົນຍິ່ງໃຫຍ່ຄົນໃດທີ່ສາມາດປະຕິບັດວຽກງານ ຫຼື ຈັດແຈງໃຫ້ກັບມະນຸດຊາດນີ້ ແຮງໄກທີ່ຈະມີໃຜສາມາດນໍາມະນຸດຊາດນີ້ໄປສູ່ຈຸດໝາຍປາຍທາງແຫ່ງແສງສະຫວ່າງ ແລະ ປົດປ່ອຍພວກເຂົາອອກຈາກຄວາມບໍ່ຍຸຕິທຳແຫ່ງແຜ່ນດິນໂລກນີ້ໄດ້. ພຣະເຈົ້າຄໍ່າຄວນເຖິງອານາຄົດຂອງມະນຸດຊາດ, ພຣະອົງໂສກເສົ້າເສຍໃຈກັບການພິນາດຂອງມະນຸດ ແລະ ເຈັບປວດທີ່ມະນຸດຊາດກຳລັງກ້າວໄປສູ່ຄວາມເນົ່າເປື່ອຍເທື່ອລະຂັ້ນ ແລະ ເຂົ້າສູ່ເສັ້ນທາງທີ່ຫວນກັບຄືນບໍ່ໄດ້. ບໍ່ມີຜູ້ໃດເຄີຍຄິດວ່າມະນຸດຊາດດັ່ງກ່າວທີ່ໄດ້ທຳລາຍຫົວໃຈຂອງພຣະເຈົ້າ ແລະ ປະຖິ້ມພຣະອົງເພື່ອສະແຫວງຫາສິ່ງທີ່ຊົ່ວຮ້າຍອາດມຸ່ງໜ້າໄປໃນທິດທາງໃດ. ມັນເປັນຍ້ອນເຫດຜົນນີ້ຢ່າງແນ່ນອນທີ່ບໍ່ມີໃຜຮູ້ສຶກເຖິງຄວາມໂກດຮ້າຍຂອງພຣະເຈົ້າ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ພະຍາຍາມທີ່ຈະເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາເພື່ອເຂົ້າໃຈເຖິງຄວາມໂສກເສົ້າ ແລະ ຄວາມເຈັບປວດຂອງພຣະເຈົ້າເລີຍ. ແມ່ນແຕ່ຫຼັງຈາກທີ່ໄດ້ຍິນສຽງຂອງພຣະເຈົ້າ ມະນຸດກໍຍັງສືບຕໍ່ໃນເສັ້ນທາງຂອງຕົນເອງ, ຢືນຢັນທີ່ຈະອອກຫ່າງຈາກພຣະເຈົ້າ, ຫຼົບຫຼີກພຣະຄຸນ ແລະ ການດູແລຂອງພຣະເຈົ້າ ແລະ ຫຼີກເວັ້ນຄວາມຈິງຂອງພຣະອົງ, ເລືອກທີ່ຈະຂາຍຕົນເອງໃຫ້ກັບຊາຕານ ເຊິ່ງເປັນສັດຕູຂອງພຣະເຈົ້າ. ຜູ້ໃດເຄີຍຄຳນຶງບໍ່ວ່າ ຖ້າມະນຸດຢືນຢັນໃນຄວາມດື້ດ້ານຂອງເຂົາ ແລ້ວພຣະເຈົ້າຈະປະຕິບັດຕໍ່ມະນຸດຊາດນີ້ທີ່ປ່ອຍຖິ້ມພຣະອົງໄປໂດຍບໍ່ຫຼຽວຫຼັງແນວໃດ? ບໍ່ມີໃຜຮູ້ວ່າ ເຫດຜົນສຳລັບການເຕືອນໃຈ ແລະ ການຕັກເຕືອນຊໍ້າແລ້ວຊໍ້າອີກຈາກພຣະເຈົ້າແມ່ນຍ້ອນພຣະອົງໄດ້ກຽມໄພພິບັດທີ່ບໍ່ເຄີຍມີມາກ່ອນໄວ້ໃນມືຂອງພຣະອົງແລ້ວ ເຊິ່ງຈະເປັນໄພພິບັດທີ່ເນື້ອໜັງ ແລະ ວິນຍານຂອງມະນຸດບໍ່ສາມາດທົນໄດ້. ໄພພິບັດນີ້ບໍ່ແມ່ນພຽງແຕ່ເປັນການລົງໂທດເນື້ອໜັງ ແຕ່ເປັນການລົງໂທດວິນຍານອີກດ້ວຍ. ເຈົ້າຈໍາເປັນຕ້ອງຮູ້ສິ່ງນີ້: ເມື່ອແຜນການຂອງພຣະເຈົ້າບໍ່ສຳເລັດ ແລະ ເມື່ອສິ່ງເຕືອນໃຈ ແລະ ການຕັກເຕືອນຂອງພຣະອົງບໍ່ໄດ້ຮັບການຕອບສະໜອງ, ພຣະອົງຈະປ່ອຍຄວາມໂກດຮ້າຍແບບໃດ? ມັນຈະເປັນສິ່ງທີ່ບໍ່ມີສິ່ງຖືກສ້າງໃດໆເຄີຍປະສົບ ຫຼື ໄດ້ຍິນມາກ່ອນ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າ ໄພພິບັດນີ້ແມ່ນບໍ່ເຄີຍມີມາກ່ອນ ແລະ ຈະບໍ່ຖືກເຮັດຊໍ້າອີກຈັກເທື່ອ. ເພາະວ່າ ແຜນການຂອງພຣະເຈົ້າແມ່ນເພື່ອສ້າງມະນຸດຊາດພຽງຄັ້ງດຽວເທົ່ານັ້ນ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນພຽງຄັ້ງດຽວເທົ່ານັ້ນ. ນີ້ຄືຄັ້ງທໍາອິດ ແລະ ມັນຍັງເປັນຄັ້ງສຸດທ້າຍ. ດ້ວຍເຫດນັ້ນ ບໍ່ມີໃຜສາມາດເຂົ້າໃຈເຈດຕະນາຢ່າງພາກພຽນ ແລະ ການຄາດຫວັງຢ່າງໃຫຍ່ຫຼວງທີ່ພຣະເຈົ້າຫວັງຊ່ວຍມະນຸດຊາດໃຫ້ລອດພົ້ນໃນຄັ້ງນີ້.
ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ. ບໍ່ມີໃຜເຄີຍສຳຫຼວດຄວາມລັບທີ່ປົກຄອງຕົ້ນກຳເນີດ ແລະ ການສືບຕໍ່ມີຊີວິດຂອງມະນຸດເລີຍ. ມີພຽງພຣະເຈົ້າ ຜູ້ເຊິ່ງເຂົ້າໃຈສິ່ງນີ້ທັງໝົດ ທີ່ອົດທົນຕໍ່ຄວາມເຈັບປວດ ແລະ ການໂຈມຕີຢ່າງງຽບໆຈາກມະນຸດ ຜູ້ເຊິ່ງໄດ້ຮັບທຸກຢ່າງຈາກພຣະເຈົ້າແຕ່ບໍ່ຮູ້ສໍານຶກບຸນຄຸນ ແລະ ບໍ່ ມອບສິ່ງໃດໃຫ້ກັບພຣະອົງເລີຍ. ມະນຸດມີຄວາມສຸກກັບທຸກສິ່ງທີ່ຊີວິດໄດ້ນໍາມາໂດຍປົກກະຕິ ແລະ ໃນທຳນອງດຽວກັນ ມັນແມ່ນ “ເລື່ອງແທ້ແນ່ນອນ” ທີ່ພຣະເຈົ້າຖືກທໍລະຍົດໂດຍມະນຸດ, ຖືກລືມໂດຍມະນຸດ ແລະ ຖືກບີບບັງຄັບໂດຍມະນຸດ. ເປັນໄປໄດ້ບໍ ທີ່ແຜນການຂອງພຣະເຈົ້າຈະສຳຄັນຂະໜາດນັ້ນແທ້? ເປັນໄປໄດ້ບໍ່ທີ່ມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ມາຈາກມືຂອງພຣະເຈົ້າ ຈະສຳຄັນຂະໜາດນັ້ນແທ້? ແຜນການຂອງພຣະເຈົ້າແມ່ນສຳຄັນຢ່າງແທ້ແນ່ນອນ; ເຖິງຢ່າງໃດກໍຕາມ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍກໍາມືຂອງພຣະເຈົ້າມີຊີວິດຢູ່ກໍເພື່ອແຜນການຂອງພຣະອົງ. ສະນັ້ນ ພຣະເຈົ້າບໍ່ສາມາດສູນເສຍແຜນການຂອງພຣະອົງຍ້ອນຄວາມກຽດຊັງທີ່ມີຕໍ່ມະນຸດຊາດນີ້. ເພື່ອເຫັນແກ່ແຜນການຂອງພຣະອົງ ແລະ ເພື່ອລົມຫາຍໃຈຂອງພຣະອົງ ພຣະເຈົ້າຈຶ່ງອົດທົນຕໍ່ຄວາມທຸກທໍລະມານທຸກຢ່າງ, ບໍ່ແມ່ນເພື່ອເນື້ອໜັງຂອງມະນຸດ ແຕ່ເພື່ອຊີວິດຂອງມະນຸດ. ພຣະອົງເຮັດແບບນັ້ນບໍ່ແມ່ນເພື່ອນໍາເນື້ອໜັງຂອງມະນຸດກັບຄືນມາ ແຕ່ເພື່ອນໍາເອົາຊີວິດທີ່ເກີດຈາກລົມຫາຍໃຈຂອງພຣະອົງນັ້ນຄືນມາ. ນີ້ຄືແຜນການຂອງພຣະອົງ.
ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະຫຼະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນກໍຈະເປັນແບບນີ້ໃນອະນາຄົດ. ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດສໍາລັບທຸກສິ່ງທີ່ຖືກສ້າງແມ່ນມາຈາກພຣະເຈົ້າ ບໍ່ວ່າພວກເຂົາຈະມີລັກສະນະຊີວິດ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ; ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ ເຈົ້າບໍ່ສາມາດຝືນເສັ້ນທາງໂຄຈອນແຫ່ງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້. ຢ່າງໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການຮັກສາ ແລະ ການຈັດກຽມຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄວາມຮູ້ສຶກແຫ່ງຄຸນຄ່າຂອງການມີຊີວິດ ແລະ ຄວາມຮູ້ສຶກຂອງຄວາມໝາຍໃນຊີວິດ. ພຣະເຈົ້າຈະປ່ອຍໃຫ້ມະນຸດ ຜູ້ທີ່ເຮັດໃຫ້ຊີວິດຂອງພຣະເຈົ້າເສຍຄຸນຄ່າຢ່າງໄຮ້ເຫດຜົນ ລອຍນວນຢູ່ໄດ້ແນວໃດ? ດັ່ງທີ່ເຮົາໄດ້ກ່າວໄປກ່ອນໜ້ານີ້: ຢ່າລືມວ່າພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດຂອງເຈົ້າ. ຖ້າມະນຸດລົ້ມເຫຼວທີ່ຈະຖະໜອມທຸກສິ່ງທີ່ພຣະເຈົ້າມອບໃຫ້ ບໍ່ພຽງແຕ່ພຣະເຈົ້າຈະເອົາສິ່ງທີ່ພຣະອົງມອບໃຫ້ໃນເບື້ອງຕົ້ນນັ້ນກັບຄືນ ແຕ່ພຣະອົງຈະເຮັດໃຫ້ມະນຸດຈ່າຍຄືນພຣະອົງສອງເທົ່າຂອງລາຄາທັງໝົດທີ່ພຣະອົງໄດ້ມອບໃຫ້.
ວັນທີ 26 ພຶດສະພາ 2003