ພາລະກິດ ແລະ ທາງເຂົ້າ (9)
ປະເພນີຂອງຊົນເຜົ່າທີ່ຝັງແໜ້ນ ແລະ ທັດສະນະທາງດ້ານຈິດໃຈ ແມ່ນໄດ້ປົກຄຸມຈິດໃຈຂອງມະນຸດທີ່ບໍລິສຸດ ແລະ ຄືເດັກນ້ອຍ ແລະ ສິ່ງເຫຼົ່ານັ້ນໄດ້ໂຈມຕີຈິດໃຈຂອງມະນຸດ ໂດຍບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍ ຄືກັບວ່າ ບໍ່ມີສະຕິ ຫຼື ຄວາມຮູ້ສຶກກ່ຽວກັບຕົວເອງ. ວິທີການທີ່ພວກຜີສາດເຫຼົ່ານີ້ແມ່ນໂຫດຮ້າຍທີ່ສຸດ ແລະ ມັນຄືກັບວ່າ “ການສຶກສາ” ແລະ “ການລໍ່ລ້ຽງ” ໄດ້ກາຍເປັນວິທີການທີ່ເກົ່າແກ່ ທີ່ກະສັດຂອງພວກມານຮ້າຍໃຊ້ຂ້າມະນຸດ. ມັນປົກປິດຈິດໃຈທີ່ຊົ່ວຮ້າຍຂອງມັນ ໂດຍນໍາໃຊ້ “ຄໍາສັ່ງສອນທີ່ເລິກເຊິ່ງ” ຂອງມັນ, ແຕ່ງກາຍໃນເຄື່ອງນຸ່ງຫົ່ມຂອງແກະ ເພື່ອໄດ້ຮັບຄວາມໄວ້ວາງໃຈຈາກມະນຸດ ແລ້ວກໍຄວ້າເອົາໂອກາດໃນເວລາທີ່ມະນຸດນອນຫຼັບໃນຄວາມບໍ່ມີເຫື່ອບໍ່ມີແຮງ ເພື່ອກິນເຂົາທັງໝົດ. ມະນຸດຊາດທີ່ໜ້າສັງເວດເອີຍ. ພວກເຂົາຈະສາມາດຮູ້ໄດ້ແນວໃດວ່າ ດິນແດນທີ່ພວກເຂົາຖືກລ້ຽງແມ່ນດິນແດນຂອງມານຮ້າຍ ເຊິ່ງຜູ້ທີ່ລ້ຽງພວກເຂົາ ທີ່ຈິງແລ້ວກໍແມ່ນສັດຕູທີ່ເຮັດໃຫ້ພວກເຂົາເຈັບປວດ. ແຕ່ມະນຸດກໍຍັງບໍ່ຕື່ນເທື່ອ; ເມື່ອໄດ້ເຮັດໃຫ້ຄວາມຫິວ ແລະ ຄວາມກະຫາຍຂອງພວກເຂົາອິ່ມຈົນພໍໃຈ ເຂົາກໍກຽມຕອບແທນ “ຄວາມເມດຕາ” ຂອງ “ພໍ່ແມ່” ຂອງເຂົາຕໍ່ການລ້ຽງດູເຂົາ. ມະນຸດແມ່ນເປັນແນວນັ້ນ. ໃນປັດຈຸບັນ ເຂົາຍັງບໍ່ຮູ້ວ່າ ກະສັດທີ່ລ້ຽງເຂົາແມ່ນສັດຕູຂອງເຂົາ. ແຜ່ນດິນໂລກແມ່ນເຕັມໄປດ້ວຍກະດູກຂອງຄົນຕາຍ, ມານຮ້າຍແມ່ນມ່ວນຊື່ນຢ່າງບ້າປ່ວງ ໂດຍທີ່ບໍ່ຢຸດເຊົາ ແລະ ສືບຕໍ່ກິນເນື້ອໜັງຂອງມະນຸດໃນ “ໂລກນະຮົກ” ໂດຍທີ່ແບ່ງປັນຂຸມຝັງສົບກັບກະດູກມະນຸດ ແລະ ພະຍາຍາມຢ່າງໄຮ້ປະໂຫຍດ ເພື່ອກືນກິນເສດສ່ວນສຸດທ້າຍຂອງຮ່າງກາຍມະນຸດທີ່ຈີກຂາດໄປແລ້ວ. ແຕ່ມະນຸດກໍຍັງໂງ່ຈ້າ ແລະ ບໍ່ເຄີຍປະຕິບັດກັບມານຮ້າຍເປັນຄືກັບສັດຕູຂອງເຂົາ ແຕ່ກົງກັນຂ້າມ ພັດຮັບໃຊ້ມັນຢ່າງໝົດໃຈຂອງເຂົາ. ຜູ້ຄົນທີ່ຊົ່ວຊ້າແບບນີ້ແມ່ນບໍ່ສາມາດຮູ້ຈັກພຣະເຈົ້າໄດ້ຢ່າງແທ້ຈິງ. ມັນງ່າຍບໍ ທີ່ຈະໃຫ້ພຣະເຈົ້າກາຍເປັນເນື້ອໜັງ ແລະ ມາຢູ່ທ່າມກາງພວກເຂົາ ໂດຍປະຕິບັດພາລະກິດແຫ່ງຄວາມລອດພົ້ນທັງໝົດຂອງພຣະອົງ? ມະນຸດທີ່ໄດ້ຕົກໄປຢູ່ໃນແດນມໍລະນາຈະສາມາດເຮັດໃຫ້ຄວາມຕ້ອງການຂອງພຣະເຈົ້າເປັນທີ່ໜ້າພໍໃຈໄດ້ແນວໃດ? ພຣະເຈົ້າຕ້ອງອົດທົນຕໍ່ຫຼາຍໆຄໍ່າຄືນທີ່ອຶດຫຼັບອຶດນອນ ເພື່ອພາລະກິດຂອງມະນຸດຊາດ. ຈາກຈຸດສູງຫາຈຸດຕໍ່າສຸດ, ພຣະອົງໄດ້ສະເດັດລົງມາສູ່ນະຮົກເທິງດິນທີ່ມະນຸດອາໄສຢູ່ ເພື່ອໃຊ້ເວລາຂອງພຣະອົງຢູ່ກັບມະນຸດ ໂດຍທີ່ພຣະອົງບໍ່ເຄີຍຈົ່ມກ່ຽວກັບຄວາມຊົ່ວຊ້າໃນທ່າມກາງມະນຸດ ແລະ ພຣະອົງບໍ່ເຄີຍຕໍານິຕິເຕືອນມະນຸດຍ້ອນຄວາມບໍ່ເຊື່ອຟັງຂອງເຂົາ ແຕ່ໄດ້ອົດທົນຕໍ່ຄວາມອັບອາຍທີ່ສຸດ ໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ພຣະເຈົ້າຈະເປັນຂອງນະຮົກໄດ້ແນວໃດ? ພຣະອົງຈະສາມາດໃຊ້ຊີວິດຂອງພຣະອົງຢູ່ນະຮົກໄດ້ແນວໃດ? ແຕ່ເພື່ອເຫັນແກ່ມະນຸດຊາດທັງໝົດ ເພື່ອວ່າ ມະນຸດຊາດທັງມວນຈະສາມາດຊອກຫາຄວາມສະຫງົບໃຫ້ໄວຂຶ້ນ, ພຣະອົງຈຶ່ງໄດ້ອົດທົນຕໍ່ຄວາມອັບອາຍ ແລະ ໄດ້ທົນທຸກຕໍ່ຄວາມບໍ່ຍຸຕິທໍາໃນການສະເດັດມາແຜ່ນດິນໂລກ ແລະ ໄດ້ເຂົ້າໄປໃນ “ນະຮົກ” ແລະ “ແດນມໍລະນາ” ດ້ວຍຕົວພຣະອົງເອງ ແລະ ໄດ້ເຂົ້າໄປໃນຖໍ້າເສືອ ເພື່ອຊ່ວຍມະນຸດໃຫ້ພົ້ນ. ແລ້ວມະນຸດມີຄຸນສົມບັດຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ເຂົາມີເຫດຜົນຫຍັງ ທີ່ຈະຈົ່ມວ່າກ່ຽວກັບພຣະເຈົ້າ? ເຂົາສາມາດກ້າທີ່ຈະເບິ່ງພຣະເຈົ້າໄດ້ແນວໃດ? ພຣະເຈົ້າແຫ່ງສະຫວັນໄດ້ສະເດັດມາດິນແດນແຫ່ງຄວາມຊົ້ວຮ້າຍທີ່ສົກກະປົກທີ່ສຸດແຫ່ງນີ້ ແລະ ບໍ່ເຄີຍລະບາຍຄວາມບໍ່ພໍໃຈຂອງພຣະອົງ ຫຼື ຈົ່ມວ່າກ່ຽວກັບມະນຸດເລີຍ ແຕ່ກົງກັນຂ້າມ ພັດຍອມຮັບເອົາການທໍາລາຍລ້າງ[1] ແລະ ການກົດຂີ່ຂອງມະນຸດຢ່າງງຽບໆ. ພຣະອົງບໍ່ເຄີຍທີ່ຈະຕອບໂຕ້ຄວາມຮຽກຮ້ອງຕ້ອງການທີ່ບໍ່ສົມເຫດສົມຜົນຂອງມະນຸດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຫຼາຍເກີນໄປ ແລະ ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຢ່າງບໍ່ສົມເຫດສົມຜົນ; ພຣະອົງພຽງແຕ່ປະຕິບັດພາລະກິດທັງໝົດທີ່ມະນຸດຕ້ອງການໂດຍບໍ່ມີການຈົ່ມວ່າ: ການສັ່ງສອນ, ການໃຫ້ແສງສະຫວ່າງ, ການຕໍານິຕິເຕືອນ, ການເຮັດໃຫ້ພຣະທໍາບໍລິສຸດ, ການກ່າວເຕືອນ, ການແນະນໍາ, ການປອບໃຈ, ການຕັດສິນ ແລະ ການເປີດເຜີຍ. ມີບາດກ້າວໃດແດ່ຂອງພຣະອົງທີ່ບໍ່ໄດ້ເຮັດເພື່ອຊີວິດຂອງມະນຸດ? ເຖິງວ່າ ພຣະອົງຈະໄດ້ກໍາຈັດໂອກາດ ແລະ ຊາຕາກໍາຂອງມະນຸດ ແຕ່ມີບາດກ້າວໃດແດ່ທີ່ພຣະເຈົ້າປະຕິບັດ ບໍ່ແມ່ນເພື່ອຊາຕາກໍາຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການຢູ່ລອດຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການປົດປ່ອຍມະນຸດຈາກຄວາມທຸກທໍລະມານນີ້ ແລະ ຈາກການກົດຂີ່ຂອງອໍານາດມືດ ທີ່ມືດດໍາຄືກັບກາງຄືນ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ແມ່ນເພື່ອມະນຸດ? ໃຜສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ເຊິ່ງຄືກັນກັບຫົວໃຈຂອງມານດາທີ່ຮັກແພງ? ໃຜສາມາດເຂົ້າໃຈຫົວໃຈທີ່ກະຕືລືລົ້ນຂອງພຣະເຈົ້າ? ໃຈທີ່ເຕັມໄປດ້ວຍຄວາມຈິງໃຈ ແລະ ຄວາມຄາດຫວັງອັນແຮງກ້າຂອງພຣະເຈົ້າ ແມ່ນຖືກຕອບແທນດ້ວຍຈິດໃຈທີ່ເຢັນຊາ, ຄວາມກະດ້າງ, ສາຍຕາທີ່ເມີນເສີຍ ແລະ ດ້ວຍການຕໍານິ ແລະ ການດູຖູກຊໍ້າແລ້ວຊໍ້າອີກຂອງມະນຸດ; ສິ່ງເຫຼົ່ານັ້ນແມ່ນຖືກຕອບແທນດ້ວຍຄໍາເວົ້າທີ່ບາດໃຈ, ແດກດັນ ແລະ ການດູຖູກ; ສິ່ງເຫຼົ່ານັ້ນແມ່ນຖືກຕອບແທນດ້ວຍການເຍາະເຍີ້ຍຂອງມະນຸດ, ການຢຽບຢ່ຳ ແລະ ການປະຕິເສດຂອງເຂົາ, ດ້ວຍການເຂົ້າໃຈຜິດຂອງເຂົາ, ການຈົ່ມວ່າ, ການແບ່ງແຍກ ແລະ ການຫຼີກເວັ້ນ ແລະ ໂດຍທີ່ບໍ່ມີຫຍັງ ນອກຈາກຄວາມຫຼອກລວງ, ການໂຈມຕີ ແລະ ຄວາມຂົມຂື່ນ. ພຣະທໍາທີ່ອົບອຸ່ນໄດ້ຮັບການຍິກຄິ້ວໃສ່ແບບດຸຮ້າຍ ແລະ ການຄັດຄ້ານຢ່າງເຢັນຊາຂອງນິ້ວມືພັນນິ້ວທີ່ແກວ່ງໄປມາ. ພຣະເຈົ້າສາມາດອົດທົນ, ກົ້ມຫົວ ແລະ ຮັບໃຊ້ຜູ້ຄົນຄືກັນກັບງົວທີ່ເຕັມໃຈ[2]. ມີຕາເວັນ ແລະ ເດືອນຫຼາຍດວງ, ມີຫຼາຍຄັ້ງທີ່ພຣະອົງໄດ້ຜະເຊີນກັບດວງດາວ, ມີຫຼາຍຄັ້ງເທື່ອທີ່ພຣະອົງໄດ້ໜີໄປໃນຍາມຕາເວັນຂຶ້ນ ແລະ ກັບຄືນມາໃນເວລາຕາເວັນຕົກ, ແກວ່ງໄປມາ ແລະ ປີ້ນຂຶ້ນລົງ, ທົນທຸກກັບຄວາມທໍລະມານ ທີ່ມີຫຼາຍກວ່າຄວາມເຈັບປວດຈາກການທີ່ພຣະອົງໜີອອກຈາກພຣະບິດາຂອງພຣະອົງຫຼາຍພັນຄັ້ງ, ອົນທົນຕໍ່ການໂຈມຕີ ແລະ ການທໍາລາຍຂອງມະນຸດ ແລະ ການຈັດການ ແລະ ການລິຮານຂອງມະນຸດ. ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ ແມ່ນໄດ້ຮັບການຕອບແທນດ້ວຍອະຄະຕິ[3] ຂອງມະນຸດ, ດ້ວຍທັດສະນະ ແລະ ການປະຕິບັດຕໍ່ທີ່ບໍ່ຍຸຕິທໍາຂອງມະນຸດທີ່ບໍ່ຍຸຕິທໍາ ແລະ ວິທີທີ່ພຣະເຈົ້າປະຕິບັດພາລະກິດໃນຄວາມບໍ່ແຈ່ມແຈ້ງຢ່າງງຽບໆ, ຄວາມອົດກັ້ນຂອງພຣະອົງ ແລະ ຄວາມອົດທົນຂອງພຣະອົງ ແມ່ນໄດ້ຮັບການຕອບແທນດ້ວຍສາຍຕາຈ້ອງເບິ່ງຢ່າງໂລບມາກໂລພາຂອງມະນຸດ; ມະນຸດພະຍາຍາມຢຽບຢ່ຳພຣະເຈົ້າໃຫ້ຕາຍ ໂດຍທີ່ບໍ່ມີຄວາມເສຍໃຈ ແລະ ພະຍາຍາມຢຽບຢ່ຳພຣະເຈົ້າເຂົ້າໄປໃນພື້ນດິນ. ທັດສະນະຄະຕິຂອງມະນຸດໃນການປະຕິບັດຂອງເຂົາທີ່ມີຕໍ່ພຣະເຈົ້າ ແມ່ນສິ່ງໜຶ່ງຂອງ “ຄວາມສະຫຼາດທີ່ຫາຍາກ” ແລະ ພຣະເຈົ້າທີ່ຖືກຂົ່ມເຫັງ ແລະ ດູຖຸກໂດຍມະນຸດ ແມ່ນຖືກໜີບຈົນແປຢູ່ກ້ອງຕີນຂອງຜູ້ຄົນຫຼາຍສິບພັນຄົນ ໃນຂະນະທີ່ມະນຸດເອງຢືນຢູ່ຈຸດທີ່ສູງ ຄືກັບວ່າ ເຂົາຈະເປັນກະສັດແຫ່ງເນີນພູ, ຄືກັບວ່າ ເຂົາຕ້ອງການເອົາອໍານາດຢ່າງສົມບູນ[4] ເພື່ອຖືອໍານາດຕຸລາການຢູ່ເບື້ອງຫຼັງໜ້າຈໍ, ເພື່ອເຮັດໃຫ້ພຣະເຈົ້າເປັນຜູ້ກໍາກັບຢ່າງຕັ້ງໃຈ ແລະ ເຮັດຕາມກົດເກນຢູ່ເບື້ອງຫຼັງສາກ ເຊິ່ງເປັນຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຕອບໂຕ້ ຫຼື ສ້າງຄວາມວຸ້ນວາຍ; ພຣະເຈົ້າຕ້ອງຫຼິ້ນບົດບາດຂອງຈັກກະພັດອົງສຸດທ້າຍ, ພຣະອົງຕ້ອງເປັນຫຸ່ນເຊີດ[5] ທີ່ປາສະຈາກອິດສະຫຼະເສລີທັງມວນ. ການກະທໍາຂອງມະນຸດແມ່ນບໍ່ສາມາດເວົ້າໄດ້ ແລ້ວເຂົາຈະມີຄຸນສົມບັດຮຽກຮ້ອງສິ່ງນີ້ ຫຼື ສິ່ງນັ້ນຈາກພຣະເຈົ້າໄດ້ແນວໃດ? ເຂົາຈະມີຄຸນສົມບັດໃຫ້ຄໍາສະເໜີແນະແກ່ພຣະເຈົ້າໄດ້ແນວໃດ? ເຂົາຈະມີຄຸນສົມບັດຮຽກຮ້ອງໃຫ້ພຣະເຈົ້າເຫັນອົກເຫັນໃຈກັບຄວາມອ່ອນແອຂອງເຂົາໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບຄວາມເມດຕາຈາກພຣະເຈົ້າໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບຄວາມເອື້ອເຟື້ອເພື່ອແຜ່ຈາກພຣະເຈົ້າຊໍ້າແລ້ວຊໍ້າອີກໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບການໃຫ້ອະໄພຈາກພຣະເຈົ້າຊໍ້າແລ້ວຊໍ້າອີກໄດ້ແນວໃດ? ສາມັນສໍານຶກຂອງເຂົາຢູ່ໃສ? ເຂົາເຮັດໃຫ້ຫົວໃຈຂອງພຣະເຈົ້າແຕກສະຫຼາຍແຕ່ດົນນານ ແລະ ເຂົາໄດ້ປະຖິ້ມໃຫ້ຫົວໃຈຂອງພຣະເຈົ້າແຕກເປັນຊິ້ນໆແຕ່ດົນນານແລ້ວ. ພຣະເຈົ້າໄດ້ສະເດັດມາຢູ່ທ່າມກາງມະນຸດດ້ວຍຄວາມກະຕືລືລົ້ນ ໂດຍຫວັງວ່າ ມະນຸດຈະມີຄວາມໃຈບຸນຕໍ່ພຣະອົງ ເຖິງແມ່ນຈະເປັນຄວາມອົບອຸ່ນເລັກນ້ອຍກໍຍັງດີ. ແຕ່ໃຈຂອງພຣະເຈົ້າແມ່ນໄດ້ຮັບການປອບໃຈຈາກມະນຸດຊ້າຫຼາຍ ແລະ ສິ່ງດຽວທີ່ພຣະອົງໄດ້ຮັບກໍຄື ການໂຈມຕີໂດຍການແກວ່ງກ້ອນຫິມະ[6] ແລະ ການທໍລະມານ. ໃຈຂອງມະນຸດແມ່ນໂລບມາກໂລພາ, ຄວາມປາດຖະໜາຂອງເຂົາແມ່ນມີຫຼາຍ, ເຂົາບໍ່ເຄີຍພໍໃຈ, ເຂົາເປັນໂຕອັນຕະລາຍ ແລະ ບ້າປ່ວງ, ເຂົາບໍ່ເຄີຍຍອມໃຫ້ພຣະເຈົ້າມີອິດສະຫຼະ ຫຼື ສິດໃນການເວົ້າ ແລະ ປະໃຫ້ພຣະເຈົ້າບໍ່ມີທາງເລືອກ ນອກຈາກຍອມຮັບຄວາມອັບອາຍ ແລະ ຍອມໃຫ້ມະນຸດຄວບຄຸມພຣະອົງຕາມທີ່ເຂົາປາດຖະໜາ.
ຈາກການຊົງສ້າງຈົນຮອດປັດຈຸບັນ ພຣະເຈົ້າໄດ້ອົດທົນຕໍ່ຄວາມເຈັບປວດຢ່າງຫຼວງຫຼາຍ ແລະ ໄດ້ທົນທຸກຕໍ່ການໂຈມຕີຢ່າງມະຫາສານ. ເຖິງຢ່າງໃດກໍຕາມ ແມ່ນແຕ່ໃນປັດຈຸບັນ ມະນຸດກໍຍັງບໍ່ຫຼຸດຜ່ອນຄວາມຮຽກຮ້ອງຕ້ອງການຂອງເຂົາທີ່ມີຕໍ່ພຣະເຈົ້າ, ເຂົາຍັງກວດສອບພຣະເຈົ້າຢ່າງຖີຖ້ວນ, ເຂົາຍັງບໍ່ມີຄວາມອົດທົນຕໍ່ພຣະອົງ ແລະ ບໍ່ເຮັດຫຍັງ ນອກຈາກໃຫ້ຄໍາແນະນໍາແກ່ພຣະອົງ ແລະ ວິພາກວິຈານພຣະອົງ ແລະ ລົງວິໄນພຣະອົງ ຄືກັບວ່າ ມີຄວາມຢ້ານກວ່າຢູ່ເລິກໆວ່າ ພຣະເຈົ້າຈະເລືອກເສັ້ນທາງທີ່ຜິດ, ວ່າພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກແມ່ນໂຫດຮ້າຍ ແລະ ບໍ່ສົມເຫດສົມຜົນ ຫຼື ສ້າງຄວາມບໍ່ສະຫງົບ ຫຼື ພຣະອົງຈະບໍ່ມີຜົນລວມຫຍັງ. ມະນຸດມີທັດສະນະຄະຕິແບບນີ້ຕໍ່ພຣະເຈົ້າສະເໝີ. ແລ້ວມັນຈະບໍ່ເຮັດໃຫ້ພຣະເຈົ້າເສຍໃຈໄດ້ແນວໃດ? ໃນການກາຍເປັນເນື້ອໜັງ, ພຣະເຈົ້າໄດ້ອົດທົນຕໍ່ຄວາມເຈັບປວດ ແລະ ຄວາມອັບອາຍຢ່າງມະຫາສານ; ແລ້ວມັນຕ້ອງຮ້າຍແຮງສໍ່າໃດ ເພື່ອເຮັດໃຫ້ພຣະເຈົ້າຍອມຮັບເອົາຄໍາສັ່ງສອນຂອງມະນຸດ? ການສະເດັດມາຮອດຂອງພຣະອົງໃນທ່າມກາງມະນຸດ ແມ່ນໄດ້ຍາດເອົາຄວາມອິດສະຫຼະທັງໝົດອອກຈາກພຣະອົງ ຄືກັບວ່າ ພຣະອົງຖືກກັກຂັງໃນແດນມໍລະນາ ແລະ ພຣະອົງໄດ້ຍອມໃຫ້ມະນຸດວິເຄາະ ໂດຍບໍ່ຂັດຂືນແມ່ນແຕ່ໜ້ອຍດຽວ. ສິ່ງນີ້ບໍ່ເປັນຕາອັບອາຍບໍ? ໃນການສະເດັດມາຢູ່ໃນທ່າມກາງຄອບຄົວຂອງມະນຸດທໍາມະດາ, “ພຣະເຢຊູ” ໄດ້ທົນທຸກຕໍ່ຄວາມບໍ່ຍຸຕິທໍາຢ່າງຫຼວງຫຼາຍທີ່ສຸດ. ຍິ່ງອັບອາຍໄປຫຼາຍກວ່ານັ້ນ ແມ່ນພຣະອົງຕ້ອງໄດ້ສະເດັດມາສູ່ໂລກແຫ່ງຂີ້ຝຸ່ນນີ້ ແລະ ຕ້ອງໄດ້ຖ່ອມຕົວເອງໃຫ້ໄປຢູ່ໃນຈຸດທີ່ຕໍ່າຕ້ອຍທີ່ສຸດ ແລະ ຮັບເອົາເນື້ອໜັງຂອງຄົນທໍາມະດາສາມັນທີ່ສຸດ. ພຣະເຈົ້າທີ່ສູງສົ່ງທີ່ສຸດແມ່ນບໍ່ຕ້ອງທົນທຸກຕໍ່ຄວາມລໍາບາກບໍ ໃນການກາຍເປັນມະນຸດທີ່ທຸກຍາກ? ສິ່ງນີ້ບໍ່ແມ່ນເພື່ອມະນຸກຊາດທັງໝົດບໍ? ເຄີຍມີເວລາໃດບໍ ທີ່ພຣະອົງຄິດເພື່ອຕົວພຣະອົງເອງ? ພາຍຫຼັງທີ່ພຣະອົງຖືກປະຕິເສດ ແລະ ຖືກຂ້າຕາຍໂດຍຊາວຢິວ ແລະ ຖືກຫົວຂວັນ ແລະ ເຍາະເຍີ້ຍໂດຍຜູ້ຄົນ, ພຣະອົງກໍບໍ່ເຄີຍຕໍ່ວ່າສະຫວັນ ຫຼື ປະທ້ວງແຜ່ນດິນໂລກ. ໃນປັດຈຸບັນ ເຫດການທີ່ເສົ້າສະຫຼົດແຫ່ງພັນປີນີ້ ໄດ້ປາກົດຂຶ້ນອີກຄັ້ງໃນທ່າມກາງຜູ້ຄົນທີ່ຄ້າຍຄືກັບຊາວຢິວ. ພວກເຂົາບໍ່ໄດ້ເຮັດບາບຄືກັນບໍ? ສິ່ງໃດທີ່ເຮັດໃຫ້ມະນຸດມີຄຸນສົມບັດໄດ້ຮັບຄໍາໝັ້ນສັນຍາຈາກພຣະເຈົ້າ? ເຂົາບໍ່ແມ່ນຕໍ່ຕ້ານພຣະເຈົ້າ ແລ້ວຫຼັງຈາກນັ້ນກໍຍອມຮັບເອົາພອນຂອງພຣະອົງບໍ? ເປັນຫຍັງມະນຸດຈຶ່ງບໍ່ເຄີຍຜະເຊີນກັບຄວາມຍຸຕິທໍາ ຫຼື ຊອກຫາຄວາມຈິງ? ເປັນຫຍັງເຂົາຈຶ່ງບໍ່ເຄີຍສົນໃຈໃນສິ່ງພຣະເຈົ້າເຮັດ? ຄວາມຊອບທໍາຂອງເຂົາຢູ່ໃສ? ຄວາມຍຸຕິທໍາຂອງເຂົາຢູ່ໃສ? ເຂົາກ້າທີ່ຈະຕາງໜ້າໃຫ້ພຣະເຈົ້າບໍ? ຄວາມສໍານຶກແຫ່ງຄວາມຍຸຕິທໍາຂອງເຂົາຢູ່ໃສ? ສິ່ງທີ່ເປັນທີ່ຮັກຂອງມະນຸດແມ່ນເປັນທີ່ຮັກຂອງພຣະເຈົ້າຫຼາຍສໍ່າໃດ? ມະນຸດບໍ່ສາມາດບອກເຖິງຄວາມແຕກຕ່າງລະຫວ່າງສໍຂາວ ແລະ ເນີຍ[7], ເຂົາສັບສົນລະຫວ່າງດໍາ ແລະ ຂາວ[8] ສະເໝີ, ເຂົາຢຸດຄວາມຍຸຕິທໍາ ແລະ ຄວາມຈິງ ແລະ ຍົກຄວາມບໍ່ຍຸຕິທໍາ ແລະ ຄວາມບໍ່ຊອບທໍາໃຫ້ຢູ່ເທິງອາກາດ. ເຂົາຂັບໄລ່ແສງສະຫວ່າງ ແລະ ກະໂດດໄປມາໃນທ່າມກາງຄວາມມືດ. ຜູ້ທີ່ສະແຫວງຫາຄວາມຈິງ ແລະ ຄວາມຍຸຕິທໍາ ແມ່ນໄດ້ໄລ່ແສງສະຫວ່າງໜີແທນ, ຜູ້ທີ່ສະແຫວງຫາພຣະເຈົ້າ ແມ່ນໄດ້ຢຽບຢ່ຳພຣະອົງຢູ່ກ້ອງຕີນຂອງພວກເຂົາ ແລະ ຍົກຕົວເອງຂຶ້ນສູ່ເທິງຟ້າ. ມະນຸດແມ່ນບໍ່ແຕກຕ່າງຈາກໂຈນ[9]. ເຫດຜົນຂອງເຂົາຢູ່ໃສ? ມີໃຜແນ່ທີ່ສາມາດບອກໄດ້ວ່າ ຖືກ ຫຼື ຜິດ? ມີໃຜແນ່ທີ່ສາມາດຍົກສູງຄວາມຍຸຕິທໍາ? ມີໃຜແນ່ທີ່ເຕັມໃຈທີ່ຈະທົນທຸກເພື່ອຄວາມຈິງ? ຜູ້ຄົນແມ່ນໂຫດຮ້າຍ ແລະ ຊົ່ວຮ້າຍ! ເມື່ອໄດ້ຕອກພຣະເຈົ້າໃສ່ໄມ້ກາງແຂນ ພວກເຂົາກໍຕົບມື ແລະ ຮ້ອງໂຮ ຢ່າງປ່າເຖື່ອນໂດຍບໍ່ຢຸດຢັ້ງ. ພວກເຂົາຄືໂຕໄກ່ ແລະ ໂຕໝາ, ພວກເຂົາສົມຮູ້ຮ່ວມຄິດ ແລະ ເປັນໃຈກັນ, ພວກເຂົາໄດ້ສ້າງຕັ້ງອານາຈັກຂອງຕົວເອງ, ການກ້າວກ່າຍຂອງພວກເຂົາໄດ້ເຮັດໃຫ້ແຕ່ລະບ່ອນບໍ່ມີຄວາມສະຫງົບ, ພວກເຂົາປິດຕາຂອງພວກເຂົາ ແລະ ສົ່ງສຽງຫອນປານຜີບ້າຢ່າງບໍ່ຢຸດຢັ້ງ, ທຸກຄົນແມ່ນຖືກຂັງໄວ້ຮ່ວມກັນ ແລະ ບັນຍາກາດທີ່ສັບສົນກໍແຜ່ລາມໄປທົ່ວຢ່າງວຸ້ນວາຍ ແລະ ຮຸນແຮງ ແລະ ຜູ້ທີ່ເອົາຕົວເອງໄປຍຶດຕິດກັບຜູ້ອື່ນກໍປາກົດອອກມາເລື້ອຍໆ ໂດຍທຸກຄົນຈັບຖືຊື່ “ທີ່ໂດ່ງດັງ” ຂອງບັນພະບຸລຸດຂອງພວກເຂົາ. ໝາ ແລະ ໄກ່ເຫຼົ່ານີ້ແມ່ນໄດ້ເອົາພຣະເຈົ້າໄວ້ດ້ານຫຼັງຂອງຈິດໃຈຂອງພວກເຂົາແຕ່ດົນນານມາແລ້ວ ແລະ ບໍ່ເຄີຍສົນໃຈກັບສະພາບຈິດໃຈຂອງພຣະເຈົ້າ. ບໍ່ເປັນຕາແປກໃຈເລີຍທີ່ພຣະເຈົ້າໄດ້ກ່າວວ່າ ມະນຸດຄືໂຕໝາ ແລະ ໂຕໄກ່, ເປັນໝາໂຕໜຶ່ງທີ່ເຫົ່າ ທີ່ເຮັດໃຫ້ໝາອີກຮ້ອຍໂຕຫອນ; ດ້ວຍວິທີນີ້ ພ້ອມກັບສຽງຟົດນັນ ເຂົາກໍໄດ້ນໍາເອົາພາລະກິດຂອງພຣະເຈົ້າມາສູ່ຍຸກປັດຈຸບັນ ໂດຍທີ່ບໍ່ສົນໃຈວ່າ ພາລະກິດຂອງພຣະເຈົ້າແມ່ນເປັນແບບໃດ, ມີຄວາມຍຸຕິທໍາ ຫຼື ບໍ່, ພຣະເຈົ້າມີບ່ອນທີ່ວາງຕີນຂອງພຣະອົງລົງ ຫຼື ບໍ່, ມື້ອື່ນຊິເປັນແນວໃດ ເຊິ່ງກ່ຽວກັບຄວາມຕໍ່າຕ້ອຍຂອງເຂົາເອງ ແລະ ຄວາມສົກກະປົກຂອງເຂົາເອງ. ມະນຸດບໍ່ເຄີຍຄິດກ່ຽວກັບສິ່ງຕ່າງໆຫຼາຍປານນັ້ນ, ເຂົາບໍ່ເຄີຍກັງວົນເຖິງຕົວເອງກ່ຽວກັບເລື່ອງຂອງມື້ອື່ນ ແລະ ໄດ້ເກັບເອົາທຸກສິ່ງທີ່ເປັນປະໂຫຍດ ແລະ ມີຄ່າຕໍ່ການໄດ້ຮັບຂອງຕົວເອງ ໂດຍທີ່ບໍ່ຈົ່ງຫຍັງໄວ້ໃຫ້ພຣະເຈົ້າ ນອກຈາກຂອງເສດ ແລະ ຂອງເຫຼືອ[10]. ມະນຸດຊາດຈັ່ງແມ່ນໂຫດຮ້າຍຫຼາຍ! ເຂົາບໍ່ມີຄວາມຮູ້ສຶກໃຫ້ແກ່ພຣະເຈົ້າ ແລະ ຫຼັງຈາກທີ່ໄດ້ກືນກິນທຸກຢ່າງທີ່ເປັນຂອງພຣະເຈົ້າຢ່າງງຽບໆ ເຂົາກໍໄດ້ໂຍນພຣະເຈົ້າໄປທາງຫຼັງໃຫ້ໄກໆ ໂດຍທີ່ບໍ່ສົນໃຈກ່ຽວກັບການເປັນຢູ່ຂອງພຣະອົງອີກ. ເຂົາຊື່ນຊົມພຣະເຈົ້າ ແຕ່ກໍຍັງຕໍ່ຕ້ານພຣະເຈົ້າ ແລະ ຢຽບຢ່ຳພຣະອົງຢູ່ພື້ນຕີນ ໃນຂະນະທີ່ໃນປາກຂອງເຂົາຂອບໃຈ ແລະ ສັນລະເສີນພຣະເຈົ້າ; ເຂົາອະທິຖານເຖິງພຣະເຈົ້າ ແລະ ອາໄສພຣະເຈົ້າ ໃນຂະນະດຽວກັນກໍຫຼອກລວງພຣະເຈົ້າ; ເຂົາ “ສັນລະເສີນ” ຊື່ສຽງຂອງພຣະເຈົ້າ ແລະ ແຫງນເບິ່ງໃບໜ້າຂອງພຣະເຈົ້າ ແຕ່ເຂົາກໍຍັງນັ່ງຢູ່ບັນລັງຂອງພຣະເຈົ້າຢ່າງໜ້າດ້ານ ແລະ ບໍ່ມີຢາງອາຍ ແລະ ໄດ້ພິພາກສາ “ຄວາມບໍ່ຊອບທໍາ” ຂອງພຣະເຈົ້າ; ຈາກປາກຂອງເຂົາ ແມ່ນຄໍາເວົ້າທີ່ວ່າ ເຂົາເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ແລະ ເຂົາເບິ່ງພຣະທໍາຂອງພຣະເຈົ້າ ແຕ່ໃນໃຈຂອງເຂົາ ເຂົາກໍກ່າວຄໍາຫຍາບຄາຍໃສ່ພຣະເຈົ້າ; ເຂົາ “ອົດທົນ” ຕໍ່ພຣະເຈົ້າ ແຕ່ກໍກົດຂີ່ພຣະເຈົ້າ ແລະ ປາກຂອງເຂົາກໍເວົ້າວ່າ ເຂົາເວົ້າສິ່ງນັ້ນເພື່ອພຣະເຈົ້າ; ໃນມືຂອງເຂົາ ເຂົາຖືສິ່ງຕ່າງໆທີ່ເປັນຂອງພຣະເຈົ້າ ແລະ ໃນປາກຂອງເຂົາ ເຂົາຫຍໍ້າອາຫານທີ່ພຣະເຈົ້າເອົາໃຫ້ເຂົາ ແຕ່ສາຍຕາຂອງເຂົາແມ່ນຈ້ອງເບິ່ງພຣະເຈົ້າດ້ວຍຄວາມເຢັນຊາ ແລະ ບໍ່ມີຄວາມຮູ້ສຶກຫຍັງ ຄືກັບວ່າ ເຂົາປາດຖະໜາທີ່ຈະກືນກິນພຣະອົງທັງໝົດ; ເຂົາເບິ່ງຄວາມຈິງ ແຕ່ກໍຢືນຢັນໃນຄໍາເວົ້າທີ່ວ່າ ມັນແມ່ນເລ່ກົນຂອງຊາຕານ; ເຂົາເບິ່ງຄວາມຍຸຕິທໍາ ແຕ່ກໍບັງຄັບໃຫ້ຄວາມຍຸຕິທໍາກາຍເປັນການປະຕິເສດຕົວເອງ; ເຂົາເບິ່ງການກະທໍາຂອງມະນຸດ ແລະ ຢືນຢັນວ່າ ເຂົາແມ່ນສິ່ງທີ່ພຣະເຈົ້າເປັນ; ເຂົາເບິ່ງພອນສະຫວັນຂອງມະນຸດ ແລະ ຢືນຢັນວ່າ ພອນສະຫວັນນັ້ນແມ່ນຄວາມຈິງ; ເຂົາເບິ່ງການກະທໍາຂອງພຣະເຈົ້າ ແລະ ຢືນຢັນວ່າ ການກະທໍານັ້ນແມ່ນຄວາມຈອງຫອງ ແລະ ຄວາມອວດດີ, ການເວົ້າໃຫຍ່ ແລະ ການຄິດວ່າຕົວເອງເປັນຝ່າຍຖືກຕ້ອງສະເໝີ; ເມື່ອມະນຸດເບິ່ງພຣະເຈົ້າ ເຂົາກໍຢືນຢັນວ່າ ພຣະອົງເປັນມະນຸດ ແລະ ພະຍາຍາມຫຼາຍທີ່ຈະເອົາພຣະອົງໄປວາງໃສ່ບ່ອນນັ່ງຂອງສິ່ງທີ່ຖືກສ້າງຂຶ້ນ ເຊິ່ງເປັນຜູ້ທີ່ຮ່ວມຫົວກັນກັບຊາຕານ; ເຂົາຮູ້ເປັນຢ່າງດີວ່າ ພວກເຂົາແມ່ນພະຄໍາຂອງພຣະເຈົ້າ ແຕ່ກໍຈະບໍ່ເອີ້ນສິ່ງນັ້ນເປັນຢ່າງອື່ນ ນອກຈາກເປັນສິ່ງທີ່ຂີດຂຽນກ່ຽວກັບມະນຸດ; ເຂົາຮູ້ເປັນຢ່າງດີວ່າ ພຣະວິນຍານແມ່ນມີຢູ່ໃນເນື້ອໜັງ, ພຣະເຈົ້າໄດ້ກາຍເປັນເນື້ອໜັງ ແຕ່ກໍເວົ້າວ່າ ເນື້ອໜັງນີ້ແມ່ນລູກຫຼານຂອງຊາຕານເທົ່ານັ້ນ; ເຂົາຮູ້ເປັນຢ່າງດີວ່າ ພຣະເຈົ້າອ່ອນນ້ອມ ແລະ ລີ້ລັບ ແຕ່ກໍເວົ້າວ່າ ຊາຕານຖືກເຮັດໃຫ້ອັບອາຍເທົ່ານັ້ນ ແລະ ພຣະເຈົ້າກໍໄດ້ຊະນະແລ້ວ. ຈັ່ງແມ່ນບໍ່ມີປະໂຫຍດຫຍັງ! ມະນຸດບໍ່ຄູ່ຄວນແມ່ນແຕ່ຊິຮັບໃຊ້ໝາເຝົ້າຍາມ! ເຂົາບໍ່ຈໍາແນກລະຫວ່າງສີດໍາ ແລະ ສີຂາວ ແລະ ເຖິງກັບບິດເບືອນສີດໍາເປັນສີຂາວຢ່າງເຈດຕະນາ. ກໍາລັງຂອງມະນຸດ ແລະ ການໂຈມຕີຂອງມະນຸດສາມາດທົນຕໍ່ມື້ແຫ່ງການປົດແອກຂອງພຣະເຈົ້າໄດ້ບໍ? ພາຍຫຼັງທີ່ເຈດຕະນາຕໍ່ຕ້ານພຣະເຈົ້າ, ມະນຸດແມ່ນບໍ່ສົນໃຈ ຫຼື ເຖິງກັບຂັ້ນສັງຫານພຣະອົງ ໂດຍບໍ່ອະນຸຍາດໃຫ້ພຣະເຈົ້າສະແດງຕົນ. ຄວາມຊອບທໍາຢູ່ໃສ? ຄວາມຮັກຢູ່ໃສ? ເຂົານັ່ງຢູ່ທາງຂ້າງພຣະເຈົ້າ ແລະ ຊຸກພຣະເຈົ້າໃຫ້ຄຸເຂົ່າເພື່ອອ້ອນວອນຂໍໃຫ້ອະໄພ, ເພື່ອເຊື່ອຟັງການຈັດກຽມທັງໝົດຂອງເຂົາ, ເພື່ອຍອມເຮັດຕາມແຜນການທັງໝົດຂອງເຂົາ ແລະ ເຂົາໄດ້ເຮັດໃຫ້ພຣະເຈົ້າຮັບເອົາບົດບາດຂອງພຣະອົງຈາກເຂົາ ໃນທຸກສິ່ງທີ່ພຣະອົງຊົງເຮັດ ຫຼື ບໍ່ດັ່ງນັ້ນ ເຂົາກໍຈະໃຈຮ້າຍ[11] ແລະ ໂມໂຫຢ່າງໜັກ. ພຣະເຈົ້າຈະບໍ່ເສົ້າໃຈໄດ້ແນວໃດ ພາຍໃຕ້ອິດທິພົນແຫ່ງຄວາມມືດດັ່ງກ່າວ ເຊິ່ງໄດ້ບິດເບືອນສີດໍາເປັນສີຂາວ? ພຣະອົງຈະບໍ່ກັງວົນໄດ້ແນວໃດ? ເປັນຫຍັງຈຶ່ງມີການເວົ້າວ່າ ເມື່ອພຣະເຈົ້າເລີ່ມພາລະກິດຫຼ້າສຸດຂອງພຣະອົງ ມັນກໍຈະຄືກັນກັບພາລະກິດໃນການສ້າງສະຫວັນ ແລະ ແຜ່ນດິນໂລກ? ການກະທໍາຂອງມະນຸດແມ່ນ “ອຸດົມສົມບູນ”, “ຕົ້ນນໍ້າຂອງນໍ້າແຫ່ງຊີວິດທີ່ໄຫຼຕະຫຼອດ” ແມ່ນ “ເຕີມເຕັມ” ຈິດໃຈຂອງມະນຸດຢ່າງບໍ່ຢຸດຢັ້ງ ໃນຂະນະທີ່ “ຕົ້ນນໍ້າຂອງນໍ້າແຫ່ງຊີວິດ” ຂອງມະນຸດແມ່ນແຂ່ງຂັນກັບພຣະເຈົ້າໂດຍບໍ່ຄໍານຶງເຖິງສິນທໍາ[12]; ສອງຢ່າງນີ້ແມ່ນເຂົ້າກັນບໍ່ໄດ້ ແລະ ມັນໄດ້ສະໜອງໃຫ້ແກ່ຜູ້ຄົນແທນທີ່ພຣະເຈົ້າ ພ້ອມກັບການພົ້ນໂທດ ໃນຂະນະທີ່ມະນຸດຮ່ວມມືກັບມັນ ໂດຍທີ່ບໍ່ຄໍານຶງເຖິງຄວາມອັນຕະລາຍໃດໆທີ່ກ່ຽວຂ້ອງ. ເພື່ອຜົນຫຍັງ? ເຂົາປະຖິ້ມພຣະເຈົ້າໄວ້ທາງຂ້າງຢ່າງເຢັນຊາ ແລະ ວາງພຣະອົງໄວ້ຢູ່ບ່ອນໄກໆ ກໍຄືບ່ອນທີ່ຜູ້ຄົນຈະບໍ່ສົນໃຈພຣະອົງ ໂດຍທີ່ມີຄວາມຢ້ານຢູ່ຢ່າງເລິກໆວ່າ ພຣະອົງຈະດຶງດູດຄວາມສົນໃຈຂອງພວກເຂົາ ແລະ ກໍຢ້ານຢູ່ເລິກໆວ່າ ຕົ້ນນໍ້າຂອງນໍ້າແຫ່ງຊີວິດຂອງພຣະເຈົ້າຈະລໍ້ມະນຸດ ແລະ ຮັບເອົາມະນຸດ. ສະນັ້ນ, ພາຍຫຼັງປະສົບກັບຄວາມກັງວົນທາງໂລກເປັນເວລາຫຼາຍປີ ເຂົາກໍຮ່ວມມືກັນ ແລະ ຄົບຄິດກັນຕໍ່ຕ້ານພຣະເຈົ້າ ແລະ ເຖິງກັບເຮັດໃຫ້ພຣະເຈົ້າເປັນເປົ້າໝາຍຂອງການລົງໂທດຂອງເຂົາ. ມັນຄືກັບວ່າ ພຣະເຈົ້າໄດ້ກາຍເປັນທ່ອນໄມ້ໃນສາຍຕາຂອງເຂົາ ແລະ ເຂົາກໍຕ້ອງການທີ່ຈະຈັບເອົາພຣະເຈົ້າ ແລະ ເອົາພຣະອົງໄປວາງໃສ່ກອງໄຟ ເພື່ອເຮັດໃຫ້ບໍລິສຸດ ແລະ ສະອາດ. ເມື່ອເຫັນຄວາມບໍ່ສະບາຍຂອງພຣະເຈົ້າ ມະນຸດກໍຕີເອິກຂອງເຂົາ ແລະ ຫົວຂວັນ, ເຂົາເຕັ້ນລໍາດ້ວຍຄວາມມ່ວນຊື່ນ ແລະ ເວົ້າວ່າ ພຣະເຈົ້າຍັງຕົກລົງໄປສູ່ການຫຼໍ່ຫຼອມເຮັດໃຫ້ບໍລິສຸດ ແລະ ເວົ້າວ່າ ເຂົາຈະຈູດເຜົາຄວາມບໍ່ບໍລິສຸດທີ່ສົກກະປົກຂອງພຣະເຈົ້າໃຫ້ສະອາດ ຄືກັບວ່ານີ້ແມ່ນສິ່ງທີ່ມີເຫດຜົນ ແລະ ເໝາະສົມທີ່ສຸດ ແລະ ຄືກັບວ່າ ສິ່ງເຫຼົ່ານີ້ແມ່ນວິທີການແຫ່ງຍຸຕິທໍາ ແລະ ສົມເຫດສົມຜົນຂອງສະຫວັນເທົ່ານັ້ນ. ການປະພຶດທີ່ຮຸນແຮງຂອງມະນຸດນີ້ ເບິ່ງຄືກັບວ່າ ທັງເຈດຕະນາ ແລະ ບໍ່ມີສະຕິ. ມະນຸດໄດ້ເປີດເຜີຍໃບໜ້າທີ່ຂີ້ຮ້າຍຂອງເຂົາ ແລະ ຈິດວິນຍານທີ່ເປັນຕາຢ້ານ ແລະ ສົກກະປົກຂອງເຂົາ ພ້ອມກັບລັກສະນະທ່າທາງທີ່ເປັນຕາສັງເວດຂອງຄົນຂໍທານ; ພາຍຫຼັງອາລະວາດຢູ່ທຸກຫົນທຸກແຫ່ງ ເຂົາກໍມີຮູບຮ່າງທີ່ເປັນຕາເວດທະນາ ແລະ ໄດ້ອ້ອນວອນຂໍການໃຫ້ອະໄພຈາກສະຫວັນ ເຊິ່ງຄ້າຍຄືກັນກັບໝານ້ອຍທີ່ເປັນຕາສັງສານທີ່ສຸດ. ມະນຸດປະຕິບັດໃນທາງທີ່ບໍ່ຄາດຄິດສະເໝີ, ເຂົາ “ຂີ່ຫຼັງເສືອເພື່ອເຮັດໃຫ້ຜູ້ອື່ນຢ້ານ”[ກ] ສະເໝີ, ເຂົາປະຕິບັດສ່ວນໜຶ່ງສະເໝີ, ເຂົາບໍ່ພິຈາລະນາເຖິງໃຈຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ເຂົາບໍ່ສົມທຽບສະຖານະຂອງຕົວເອງເລີຍ. ເຂົາພຽງແຕ່ຕໍ່ຕ້ານພຣະເຈົ້າຢ່າງງຽບໆ ຄືກັບວ່າ ພຣະເຈົ້າໄດ້ເຮັດຜິດຕໍ່ເຂົາ ແລະ ບໍ່ຄວນປະຕິບັດກັບເຂົາແບບນັ້ນ ແລະ ຄືກັບວ່າ ສະຫວັນບໍ່ມີຕາ ແລະ ເຈດຕະນາເຮັດໃຫ້ສິ່ງຕ່າງໆລໍາບາກສໍາລັບເຂົາ. ສະນັ້ນ ມະນຸດຈຶ່ງປະຕິບັດແຜນການທີ່ຊົ່ວຮ້າຍຢ່າງລັບໆ ແລະ ເຂົາບໍ່ຫຼຸດຜ່ອນຄວາມຕ້ອງການຂອງເຂົາທີ່ມີຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ ໂດຍແນມເບິ່ງດ້ວຍສາຍຕາຂອງສັດລ່າເຫຍື່ອ, ກຶ້ງຕາຢ່າງໃຈຮ້າຍໃສ່ທຸກການກະທໍາຂອງພຣະເຈົ້າ, ບໍ່ເຄີຍຄິດວ່າ ເຂົາເປັນສັດຕູຂອງພຣະເຈົ້າ ແລະ ຫວັງວ່າ ມື້ທີ່ພຣະເຈົ້າອອກຈາກໝອກຈະມາເຖິງ ແລະ ເຮັດໃຫ້ສິ່ງຕ່າງໆແຈ່ມແຈ້ງຂຶ້ນ ແລະ ຊ່ວຍເຂົາຈາກ “ປາກເສືອ” ແລະ ແກ້ແຄ້ນແທນເຂົາ. ແມ່ນແຕ່ໃນປັດຈຸບັນ ຜູ້ຄົນຍັງບໍ່ຄິດວ່າ ພວກເຂົາກໍາລັງຫຼິ້ນບົດບາດໃນການຕໍ່ຕ້ານພຣະເຈົ້າ ທີ່ຫຼາຍຄົນໄດ້ຫຼິ້ນໃນທຸກໆຍຸກ; ໃນທຸກສິ່ງທີ່ພວກເຂົາເຮັດ ພວກເຂົາຈະສາມາດຮູ້ສິ່ງນັ້ນໄດ້ແນວໃດວ່າ ພວກເຂົາໄດ້ຫຼົງທາງແຕ່ດົນນານແລ້ວ ແລະ ສິ່ງດຽວທີ່ພວກເຂົາເຂົ້າໃຈແມ່ນຖືກທະເລດູດກືນໄປດົນນານແລ້ວ.
ມີໃຜແນ່ທີ່ເຄີຍຍອມຮັບຄວາມຈິງ? ມີໃຜແນ່ທີ່ເຄີຍຕ້ອນຮັບພຣະເຈົ້າແບບອ້າແຂນຮັບ? ມີໃຜແນ່ທີ່ເຄີຍປາດຖະໜາຢ່າງມີຄວາມສຸກຕໍ່ການປາກົດຕົວຂອງພຣະເຈົ້າ? ການປະພຶດຂອງມະນຸດແມ່ນເນົ່າເປື່ອຍແຕ່ດົນນານແລ້ວ ແລະ ຄວາມສົກກະປົກຂອງເຂົາກໍໄດ້ອອກຈາກພຣະວິຫານຂອງພຣະເຈົ້າແຕ່ດົນນານແລ້ວຈົນຈື່ບໍ່ໄດ້. ໃນຂະນະດຽວກັນ ມະນຸດຍັງປະຕິບັດພາລະກິດຂອງຕົວເອງ ໂດຍດູຖູກພຣະເຈົ້າ. ມັນຄືກັບວ່າ ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນຖືກແກະສະຫຼັກໃສ່ກ້ອນຫີນ ແລະ ຍາກທີ່ຈະປ່ຽນແປງໄດ້ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງເລືອກທີ່ຈະຖືກສາບແຊ່ງ ແທນທີ່ຈະຕ້ອງທົນທຸກກັບການທາລຸນດ້ວຍຄໍາເວົ້າ ແລະ ການກະທໍາຂອງເຂົາເພີ່ມຂຶ້ນ. ຜູ້ຄົນແບບນີ້ຈະສາມາດຮູ້ຈັກພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດຊອກຫາຄວາມສະຫງົບກັບພຣະເຈົ້າໄດ້ແນວໃດ? ພວກເຂົາຈະຄູ່ຄວນທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າໄດ້ແນວໃດ? ແນ່ນອນ ມັນບໍ່ມີຫຍັງຜິດກັບການອຸທິດຕົນເພື່ອແຜນການຄຸ້ມຄອງຂອງພຣະເຈົ້າ ແຕ່ເປັນຫຍັງຜູ້ຄົນຈຶ່ງເອົາພາລະກິດຂອງພຣະເຈົ້າ ແລະ ພຣະເຈົ້າທັງໝົດໄປໄວ້ຢູ່ດ້ານຫຼັງຈິດໃຈຂອງພວກເຂົາຕະຫຼອດເວລາ ໃນຂະນະດຽວກັນ ກໍອຸທິດເລືອດ ແລະ ນໍ້າຕາຂອງພວກເຂົາຢ່າງບໍ່ເຫັນແກ່ຕົວ? ແນ່ນອນ ຈິດວິນຍານແຫ່ງການອຸທິດຕົນຢ່າງບໍ່ເຫັນແກ່ຕົວຂອງມະນຸດແມ່ນມີຄ່າຫຼາຍ ແຕ່ພວກເຂົາຈະສາມາດຮູ້ໄດ້ແນວໃດວ່າ “ເສັ້ນໄໝ” ທີ່ພວກເຂົາປັ່ນຢູ່ນັ້ນບໍ່ສາມາດເປັນຕົວແທນໃຫ້ແກ່ສິ່ງທີ່ພຣະເຈົ້າເປັນຢ່າງແທ້ຈິງ? ເຈດຕະນາດີຂອງຜູ້ຄົນແມ່ນມີຄ່າ ແລະ ຫາຍາກໂດຍທີ່ບໍ່ຕ້ອງສົງໄສ ແຕ່ພວກເຂົາຈະສາມາດກືນ “ຊັບສົມບັດທີ່ລໍ້າຄ່າ”[13] ໄດ້ແນວໃດ? ພວກເຈົ້າແຕ່ລະຄົນຄວນຄິດກ່ຽວກັບອະດີດຂອງຕົວເອງ: ເປັນຫຍັງພວກເຈົ້າຈຶ່ງບໍ່ເຄີຍແຍກອອກຈາກການຂ້ຽນຕີ ແລະ ການສາບແຊ່ງທີ່ໂຫດຮ້າຍ? ເປັນຫຍັງຜູ້ຄົນຈຶ່ງມີ “ຄໍາສັບທີ່ຄຸ້ນເຄີຍ” ກັບຄໍາເວົ້າທີ່ສະຫງ່າງາມ ແລະ ການພິພາກສາທີ່ຊອບທໍາ? ພຣະເຈົ້າກໍາລັງທົດສອບພວກເຂົາແທ້ບໍ? ພຣະເຈົ້າກໍາລັງເຮັດໃຫ້ພວກເຂົາບໍລິສຸດໂດຍເຈດຕະນາບໍ? ແລ້ວຜູ້ຄົນຈະເຂົ້າສູ່ການຫຼໍ່ຫຼອມເຮັດໃຫ້ບໍລິສຸດໄດ້ແນວໃດ? ພວກເຂົາຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ບົດຮຽນຫຍັງທີ່ຜູ້ຄົນໄດ້ຮຽນຮູ້ຈາກພາລະກິດຂອງພຣະເຈົ້າ ແລະ ທາງເຂົ້າຂອງພວກເຂົາ? ຂໍໃຫ້ຜູ້ຄົນຈົ່ງລືມການແນະນໍາຂອງພຣະເຈົ້າ, ແລະ ຂໍໃຫ້ພວກເຂົາຈົ່ງຢັ່ງຮູ້ເຖິງພາລະກິດຂອງພຣະເຈົ້າ ໂດຍລະຍຸເຖິງສິ່ງນີ້ຢ່າງຊັດເຈນ ແລະ ຈັດການກັບທາງເຂົ້າຂອງພວກເຂົາຢ່າງຖືກຕ້ອງ.
ໝາຍເຫດ:
1. “ການທໍາລາຍລ້າງ” ແມ່ນຖືກໃຊ້ເພື່ອເປີດເຜີຍຄວາມບໍ່ເຊື່ອຟັງຂອງມະນຸດຊາດ.
2. “ໄດ້ຮັບການຍິກຄິ້ວໃສ່ແບບດຸຮ້າຍ ແລະ ການຄັດຄ້ານຢ່າງເຢັນຊາຂອງນິ້ວມືພັນນິ້ວທີ່ແກວ່ງໄປມາ, ກົ້ມຫົວ ແລະ ຮັບໃຊ້ຜູ້ຄົນຄືກັນກັບງົວທີ່ເຕັມໃຈ” ແມ່ນປະໂຫຍກດຽວແຕ່ຕົ້ນ ແຕ່ຢູ່ໃນນີ້ແມ່ນຖືກແຍກອອກເປັນສອງ ເພື່ອເຮັດໃຫ້ສິ່ງຕ່າງໆມີຄວາມຊັດເຈນ. ປະໂຫຍກທີໜຶ່ງໝາຍເຖິງການກະທໍາຂອງມະນຸດ ໃນຂະນະປະໂຫຍກທີສອງບົ່ງບອກເຖິງການທົນທຸກທີ່ພຣະເຈົ້າປະສົບ ແລະ ພຣະເຈົ້າແມ່ນອ່ອນນ້ອມ ແລະ ລີ້ລັບ.
3. “ອະຄະຕິ” ໝາຍເຖິງພຶດຕິກໍາທີ່ບໍ່ເຊື່ອຟັງຂອງຜູ້ຄົນ.
4. “ເອົາອໍານາດຢ່າງສົມບູນ” ໝາຍເຖິງພຶດຕິກໍາທີ່ບໍ່ເຊື່ອຟັງຂອງຜູ້ຄົນ. ພວກເຂົາຍົກສູງຕົວເອງ, ລ່າມໂສ້ຜູ້ອື່ນ, ເຮັດໃຫ້ຜູ້ອື່ນຕິດຕາມພວກເຂົາ ແລະ ທົນທຸກເພື່ອພວກເຂົາ. ພວກເຂົາແມ່ນອໍານາດ ທີ່ເປັນສັດຕູກັບພຣະເຈົ້າ.
5. “ຫຸ່ນເຊີດ” ແມ່ນຖືກໃຊ້ເພື່ອເຍາະເຍີ້ຍຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ.
6. “ແກວ່ງກ້ອນຫິມະ” ແມ່ນຖືກໃຊ້ເພື່ອບົ່ງບອກເຖິງພຶດຕິກໍາທີ່ຕໍ່າຕ້ອຍຂອງຜູ້ຄົນ.
7. “ບໍ່ສາມາດບອກເຖິງຄວາມແຕກຕ່າງລະຫວ່າງສໍຂາວ ແລະ ເນີຍ” ໝາຍເຖິງ ເມື່ອຜູ້ຄົນບິດເບືອນຄວາມປະສົງຂອງພຣະເຈົ້າໃຫ້ເປັນສິ່ງທີ່ຄ້າຍຄືກັບຊາຕານ, ຄວາມໝາຍລວມກໍຄື ພຶດຕິກໍາທີ່ຜູ້ຄົນປະຕິເສດພຣະເຈົ້າ.
8. “ສັບສົນລະຫວ່າງດໍາ ແລະ ຂາວ” ໝາຍເຖິງການປະປົນຄວາມຈິງກັບພາບລວງຕາ ແລະ ຄວາມຊອບທໍາກັບຄວາມຊົ່ວຮ້າຍ.
9. “ໂຈນ” ແມ່ນຖືກໃຊ້ເພື່ອບົ່ງບອກວ່າ ຜູ້ຄົນບໍ່ມີສະຕິ ແລະ ຂາດການຢັ່ງຮູ້.
10. “ຂອງເສດ ແລະ ຂອງເຫຼືອ” ແມ່ນຖືກໃຊ້ເພື່ອບົ່ງບອກເຖິງພຶດຕິກໍາໃນການທີ່ຜູ້ຄົນກົດຂີ່ພຣະເຈົ້າ.
11. “ໃຈຮ້າຍ” ໝາຍເຖິງໃບໜ້າຂອງມະນຸດທີ່ຂີ້ຮ້າຍ ທີ່ໃຈຮ້າຍ ແລະ ມີຄວາມໂມໂຫ.
12. “ໂດຍບໍ່ຄໍານຶງເຖິງສິນທໍາ” ໝາຍເຖິງເວລາທີ່ຜູ້ຄົນບໍ່ລະວັງ ແລະ ບໍ່ເຄົາລົບບູຊາພຣະເຈົ້າແມ່ນແຕ່ໜ້ອຍດຽວ.
13. “ຊັບສົມບັດທີ່ລໍ້າຄ່າ” ໝາຍເຖິງພຣະເຈົ້າທັງໝົດ.
ກ. ການແປແມ່ນອີງໃສ່ຕົ້ນສະບັບ “hú jiǎ hǔ wēi”, ເຊິ່ງເປັນສຸພາສິດພາສາຈີນ. ມັນອີງໃສ່ນິທານ ທີ່ໝາຈອກໄດ້ເຮັດໃຫ້ສັດໂຕອື່ນໆຢ້ານ ໂດຍການຍ່າງຄຽງຂ້າງໂຕເສືອ ເຊິ່ງດ້ວຍເຫດນັ້ນ ກໍເປັນການ “ຢືມ” ຄວາມຢ້ານ ແລະ ຊື່ສຽງ ທີ່ໂຕເສືອມີ. ນີ້ແມ່ນການອຸປະມາ ທີ່ຖືກນໍາໃຊ້ຢູ່ໃນນີ້ ເພື່ອອ້າງອີງເຖິງຜູ້ຄົນທີ່ “ຢືມ” ຊື່ສຽງຂອງຜູ້ອື່ນ ເພື່ອເຮັດໃຫ້ຜູ້ອື່ນຢ້ານ ຫຼື ຂົມເຫັ່ງພວກເຂົາ.