​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາລະກິດ ແລະ ທາງເຂົ້າ (10)

ການທີ່ມະນຸດຊາດໄດ້ຄືບໜ້າມາໄກຂະໜາດນີ້ແມ່ນເປັນສະຖານະການທີ່ບໍ່ເຄີຍມີມາກ່ອນ. ພາລະກິດຂອງພຣະເຈົ້າ ແລະ ທາງເຂົ້າຂອງມະນຸດໄດ້ກ້າວໜ້າຢ່າງຄຽງບ່າຄຽງໄຫຼ່ກັນ ແລະ ສະນັ້ນ ພາລະກິດຂອງພຣະເຈົ້າກໍເປັນເຫດການອັນຍິ່ງໃຫຍ່ທີ່ບໍ່ມີຫຍັງທຽບໄດ້ເຊັ່ນກັນ. ທາງເຂົ້າຂອງມະນຸດໃນປັດຈຸບັນຄືສິ່ງມະຫັດສະຈັນທີ່ມະນຸດບໍ່ເຄີຍຈິນຕະນາການມາກ່ອນ. ພາລະກິດຂອງພຣະເຈົ້າໄດ້ໄປເຖິງຈຸດສຸດຍອດ ແລະ ຕໍ່ມາ “ທາງເຂົ້າ”[1] ຂອງມະນຸດກໍໄປເຖິງຈຸດສູງສຸດເຊັ່ນດຽວກັນ. ພຣະເຈົ້າໄດ້ລົດຕົວພຣະອົງເອງລົງຫຼາຍເທົ່າທີ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງບໍ່ເຄີຍປະທ້ວງຕໍ່ມະນຸດຊາດ ຫຼື ສິ່ງທັງປວງໃນຈັກກະວານຈັກເທື່ອ. ໃນຂະນະດຽວກັນ ມະນຸດໄດ້ຢືນຢູ່ເທິງຫົວຂອງພຣະເຈົ້າ, ກົດຂີ່ພຣະອົງຈົນເຖິງທີ່ສຸດ; ທຸກສິ່ງໄດ້ໄປເຖິງຈຸດສູງສຸດ, ມັນເຖິງເວລາສຳລັບມື້ທີ່ຄວາມຊອບທຳຈະປາກົດຂຶ້ນ. ເປັນຫຍັງຈຶ່ງສືບຕໍ່ໃຫ້ຄວາມເສົ້າໝອງປົກຄຸມແຜ່ນດິນ ແລະ ຄວາມມືດມົວປົກຄຸມຜູ້ຄົນທັງປວງ? ພຣະເຈົ້າໄດ້ເຝົ້າເບິ່ງເປັນເວລາສອງສາມພັນປີ, ອາດຈະຮອດຫຼາຍສິບພັນປີ ແລະ ຄວາມອົດກັ້ນຂອງພຣະອົງກໍເຖິງຈຸດສູງສຸດຕັ້ງແຕ່ດົນນານມາແລ້ວ. ພຣະອົງເບິ່ງທຸກການເຄື່ອນໄຫວຂອງມະນຸດຊາດ, ພຣະອົງສັງເກດເບິ່ງວ່າ ຄວາມບໍ່ຊອບທຳຂອງມະນຸດຈະກໍ່ຄວາມວຸ້ນວາຍໄດ້ດົນສໍ່າໃດ ແລະ ເຖິງຢ່າງນັ້ນກໍຕາມ ມະນຸດຜູ້ທີ່ຕາຍດ້ານຕັ້ງແຕ່ດົນແລ້ວກໍຍັງບໍ່ຮູ້ສຶກຫຍັງເລີຍ. ແລ້ວຜູ້ໃດເຄີຍສັງເກດເບິ່ງການກະທຳຂອງພຣະເຈົ້າແດ່? ຜູ້ໃດເຄີຍເຫຼືອກຕາຂອງພວກເຂົາ ແລະ ເບິ່ງໄປທາງໄກ? ຜູ້ໃດເຄີຍຟັງຢ່າງລະມັດລະວັງ? ຜູ້ໃດເຄີຍຢູ່ໃນກໍາມືຂອງຜູ້ຊົງລິດທານຸພາບສູງສຸດແດ່? ທຸກຄົນເສຍຂວັນຍ້ອນຄວາມຢ້ານໃນຈິນຕະນາການ.[2] ກອງຫຍ້າແຫ້ງ ແລະ ເຟືອງຈະມີປະໂຫຍດຫຍັງ? ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືທໍລະມານພຣະເຈົ້າທີ່ມີຊີວິດ ແລະ ບັງເກີດເປັນມະນຸດຈົນຕາຍ. ເຖິງແມ່ນພວກເຂົາເປັນພຽງແຕ່ກອງຫຍ້າແຫ້ງ ແລະ ເຟືອງ, ຍັງມີສິ່ງໜຶ່ງທີ່ພວກເຂົາສາມາດເຮັດ “ໄດ້ດີທີ່ສຸດ”[3] ນັ້ນກໍຄື ການທໍລະມານພຣະເຈົ້າຈົນຕາຍທັງເປັນ ແລະ ຫຼັງຈາກນັ້ນກໍຮ້ອງຂຶ້ນວ່າ “ມັນເຮັດໃຫ້ຫົວໃຈຂອງຜູ້ຄົນປິຕິຍິນດີ.” ຊ່າງເປັນພວກທະຫານກຸ້ງ ແລະ ນາຍພົນປູແທ້ໆ! ຢ່າງໜ້າສັງເກດກໍຄື ໃນທ່າມກາງກະແສທີ່ບໍ່ຢຸດເຊົາຂອງຜູ້ຄົນ, ພວກເຂົາໃສ່ໃຈແຕ່ກັບພຣະເຈົ້າ, ອ້ອມລ້ອມພຣະອົງດ້ວຍສິ່ງປິດກັ້ນທີ່ບໍ່ສາມາດຜ່ານເຂົ້າໄດ້. ຄວາມຮ້ອນຮົນຂອງພວກເຂົາເຜົາໄໝ້ຢ່າງຮ້າຍແຮງຍິ່ງຂຶ້ນ,[4] ພວກເຂົາລຸມພຣະເຈົ້າ ຈົນພຣະອົງບໍ່ສາມາດຍັບໄດ້ແມ່ນແຕ່ນິ້ວດຽວ. ໃນມືຂອງພວກເຂົາ, ພວກເຂົາຖືອາວຸດທຸກປະເພດ ແລະ ຫຼຽວເບິ່ງພຣະເຈົ້າຄືກັບຫຼຽວເບິ່ງສັດຕູ, ຕາຂອງພວກເຂົາເຕັມໄປດ້ວຍຄວາມໃຈຮ້າຍ; ພວກເຂົາປາຖະໜາທີ່ຈະ “ຈີກພຣະເຈົ້າອອກເປັນຊິ້ນເປັນສ່ວນ”. ຊ່າງໜ້າພິດສະຫວົງ: ເປັນຫຍັງມະນຸດ ແລະ ພຣະເຈົ້າຈຶ່ງເປັນສັດຕູທີ່ບໍ່ສາມາດຄືນດີກັນໄດ້? ເປັນໄປໄດ້ບໍວ່າມີຄວາມອາຄາດແຄ້ນລະຫວ່າງພຣະເຈົ້າທີ່ເປັນຕາຮັກທີ່ສຸດ ແລະ ມະນຸດ? ເປັນໄປໄດ້ບໍວ່າການກະທຳຂອງພຣະເຈົ້າບໍ່ມີປະໂຫຍດຫຍັງສໍາລັບມະນຸດເລີຍ? ສິ່ງເຫຼົ່ານັ້ນທຳຮ້າຍມະນຸດບໍ? ມະນຸດຈ້ອງເບິ່ງພຣະເຈົ້າຢ່າງໃກ້ຊິດ, ຢ້ານຢູ່ເລິກໆວ່າພຣະອົງຈະຜ່ານສິ່ງປິດກັ້ນຂອງມະນຸດໄປໄດ້, ກັບຄືນສູ່ສະຫວັນຊັ້ນສາມ ແລະ ໂຍນມະນຸດລົງສູ່ຄຸກໃຕ້ດິນອີກຄັ້ງ. ມະນຸດລະມັດລະວັງພຣະເຈົ້າ, ເຂົາໃຈຂວໍ້າໃຈຫງາຍ ແລະ ດີ້ນໄປດີ້ນມາເທິງພື້ນດິນ ຢູ່ໃນໄລຍະໄກ, ຖື “ປືນກົນ” ໂດຍແນໃສ່ພຣະເຈົ້າທີ່ຢູ່ທ່າມກາງມະນຸດ. ມັນຄືກັບວ່າ ຖ້າມີການກະຕຸ້ນແມ່ນແຕ່ໜ້ອຍດຽວຈາກພຣະເຈົ້າ ມະນຸດຈະທຳລາຍລ້າງທຸກສິ່ງທີ່ກ່ຽວກັບພຣະອົງ, ຮ່າງກາຍທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງນຸ່ງ, ໂດຍບໍ່ປ່ອຍໃຫ້ສິ່ງໃດຫຼົງເຫຼືອເລີຍ. ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດແມ່ນເກີນການແກ້ໄຂ. ມະນຸດບໍ່ສາມາດເຂົ້າໃຈພຣະເຈົ້າໄດ້; ໃນຂະນະດຽວກັນ ມະນຸດກໍຕັ້ງໃຈຫຼັບຕາຂອງເຂົາ ແລະ ຫຼິ້ນກິນໄປວັນໆໆ, ໂດຍບໍ່ເຕັມໃຈທີ່ຈະເຫັນການເປັນຢູ່ຂອງເຮົາທັງສິ້ນ ແລະ ບໍ່ໃຫ້ອະໄພການພິພາກສາຂອງເຮົາ. ສະນັ້ນ ເມື່ອເວລາມະນຸດບໍ່ໄດ້ຄາດຄິດ, ເຮົາກໍຈະລອຍໜີໄປຢ່າງງຽບໆ ແລະ ເຮົາຈະບໍ່ປຽບທຽບກັບມະນຸດອີກຕໍ່ໄປວ່າຜູ້ໃດສູງສົ່ງ ແລະ ຜູ້ໃດຕໍ່າຕ້ອຍ. ມະນຸດຊາດເປັນ “ສັດ” ທີ່ຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງ ແລະ ເຮົາບໍ່ປາຖະໜາທີ່ຈະສົນໃຈເຂົາອີກຕໍ່ໄປ. ເຮົາໄດ້ນໍາຄວາມກະລຸນາທັງໝົດຂອງເຮົາກັບຄືນສູ່ບ່ອນທີ່ເຮົາຢູ່ອາໄສຢ່າງສະຫງົບສຸກແຕ່ດົນມາແລ້ວ; ຍ້ອນມະນຸດບໍ່ເຊື່ອຟັງຫຼາຍ, ເຂົາມີເຫດຜົນຫຍັງທີ່ຈະໄດ້ຮັບຄວາມກະລຸນາທີ່ລໍ້າຄ່າຂອງເຮົາອີກ? ເຮົາບໍ່ເຕັມໃຈທີ່ຈະປະທານຄວາມກະລຸນາຂອງເຮົາໃຫ້ກັບກອງກຳລັງທີ່ບໍ່ເປັນມິດກັບເຮົາຢ່າງໄຮ້ປະໂຫຍດ. ເຮົາຈະມອບໝາກໄມ້ທີ່ລໍ້າຄ່າຂອງເຮົາໃຫ້ກັບຊາວນາແຫ່ງການາອານທີ່ກະຕືລືລົ້ນ ແລະ ຕ້ອນຮັບການກັບມາຂອງເຮົາຢ່າງເອົາຈິງເອົາຈັງ. ເຮົາປາຖະໜາພຽງແຕ່ໃຫ້ສະຫວັນມີຢູ່ຕະຫຼອດໄປ ແລະ ຫຼາຍກວ່ານັ້ນກໍຄື ໃຫ້ມະນຸດບໍ່ເຖົ້າແກ່ຈັກເທື່ອ, ໃຫ້ສະຫວັນ ແລະ ມະນຸດມີສັນຕິສຸກຕະຫຼອດໄປ ແລະ ໃຫ້ “ຕົ້ນແປກ ແລະ ຕົ້ນສົນ” ທີ່ຂຽວຕະຫຼອດປີເຫຼົ່ານັ້ນຢູ່ຮ່ວມກັບພຣະເຈົ້າຕະຫຼອດໄປ ແລະ ຕິດຕາມສະຫວັນໃນການເຂົ້າສູ່ຍຸກແຫ່ງອຸດົມຄະຕິຮ່ວມກັນຕະຫຼອດໄປ.

ເຮົາໃຊ້ເວລາຫຼາຍມື້ ແລະ ຫຼາຍຄືນກັບມະນຸດ, ເຮົາໄດ້ອາໄສໃນໂລກຮ່ວມກັນກັບມະນຸດ ແລະ ເຮົາບໍ່ເຄີຍຮຽກຮ້ອງເພີ່ມຈາກມະນຸດ; ເຮົາພຽງແຕ່ນໍາພາມະນຸດໄປທາງໜ້າ, ເຮົາບໍ່ໄດ້ເຮັດຫຍັງນອກຈາກນໍາພາມະນຸດ ແລະ ຍ້ອນເຫັນແກ່ໂຊກຊະຕາຂອງມະນຸດຊາດ, ເຮົາຈຶ່ງປະຕິບັດພາລະກິດແຫ່ງການປັ້ນແຕ່ງຢ່າງບໍ່ຢຸດເຊົາ. ຜູ້ໃດເຄີຍເຂົ້າໃຈຄວາມປະສົງຂອງພຣະບິດາໃນສະຫວັນແດ່? ມີໃຜເຄີຍຂ້າມຜ່ານລະຫວ່າງສະຫວັນ ແລະ ແຜ່ນດິນໂລກບໍ່? ເຮົາບໍ່ປາຖະໜາທີ່ຈະໃຊ້ “ອາຍຸເຖົ້າແກ່” ຂອງມະນຸດຮ່ວມກັບເຂົາອີກຕໍ່ໄປ, ຍ້ອນມະນຸດເປັນຄົນຫົວໂບຮານເກີນໄປ, ເຂົາບໍ່ເຂົ້າໃຈຫຍັງເລີຍ, ສິ່ງດຽວທີ່ເຂົາຮູ້ກໍຄືກິນໃນງານລ້ຽງທີ່ເຮົາໄດ້ຈັດຂຶ້ນຈົນແໜ້ນທ້ອງ, ບໍ່ຫຍຸ້ງກ່ຽວກັບສິ່ງອື່ນໃດ, ບໍ່ສົນໃຈກັບບັນຫາອື່ນໆເລີຍ. ມະນຸດຊາດຂີ້ຮ້າຍຫຼາຍເກີນໄປ, ວຸ້ນວາຍ, ເສົ້າໝອງ ແລະ ຄວາມອັນຕະລາຍຢູ່ທ່າມກາງມະນຸດແມ່ນສູງເກີນໄປ ແລະ ສະນັ້ນ ເຮົາຈຶ່ງບໍ່ປາຖະໜາທີ່ຈະແບ່ງປັນໝາກໄມ້ທີ່ລໍ້າຄ່າແຫ່ງການເອົາຊະນະໃນຍຸກສຸດທ້າຍ. ໃຫ້ມະນຸດຮັບເອົາພອນທີ່ອຸດົມສົມບູນທີ່ເຂົາເອງໄດ້ສ້າງຂຶ້ນ, ໃນເມື່ອມະນຸດບໍ່ຕ້ອນຮັບເຮົາ, ແລ້ວເຫດໃດເຮົາຈຶ່ງຄວນບັງຄັບໃຫ້ມະນຸດທໍາທ່າຍິ້ມໃຫ້ກັບເຮົາ? ທຸກມຸມໂລກແມ່ນປາສະຈາກຄວາມອົບອຸ່ນ, ບໍ່ມີຮ່ອງຮອຍຂອງລະດູໃບໄມ້ປົ່ງທົ່ວພູມມີປະເທດເທິງແຜ່ນດິນໂລກ, ຍ້ອນເຂົາບໍ່ມີຄວາມອົບອຸ່ນແມ່ນແຕ່ໜ້ອຍດຽວຄືກັບສັດທີ່ອາໄສໃນນໍ້າ, ເຂົາເປັນຄືກັບຊາກສົບ ແລະ ແມ່ນແຕ່ເລືອດທີ່ໄຫຼຜ່ານເສັ້ນເລືອດຂອງເຂົາກໍເປັນຄືກັບນໍ້າກ້ອນແຊ່ເຢັນທີ່ເຢືອກເຢັນໃນຫົວໃຈ. ຄວາມອົບອຸ່ນແມ່ນຢູ່ໃສ? ມະນຸດໄດ້ຄຶງພຣະເຈົ້າເທິງໄມ້ກາງແຂນໂດຍບໍ່ມີເຫດຜົນ ແລະ ຫຼັງຈາກນັ້ນ ເຂົາກໍບໍ່ໄດ້ຮູ້ສຶກຜິດແມ່ນແຕ່ໜ້ອຍດຽວ. ບໍ່ມີໃຜເຄີຍຮູ້ສຶກເສຍໃຈຈັກເທື່ອ ແລະ ທໍລະລາດທີ່ໂຫດຮ້າຍເຫຼົ່ານີ້ກໍຍັງວາງແຜນທີ່ຈະ “ຈັບເປັນ”[5] ບຸດມະນຸດອີກຄັ້ງ ແລະ ນໍາພຣະອົງມາຢູ່ຕໍ່ໜ້າເພັດຊະຄາດ, ເພື່ອນໍາຈຸດຈົບມາສູ່ຄວາມກຽດຊັງທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ. ແມ່ນຫຍັງຄືຜົນປະໂຫຍດຂອງການທີ່ເຮົາຍັງຄົງຢູ່ໃນດິນແດນທີ່ອັນຕະລາຍນີ້? ຖ້າເຮົາຍັງຢູ່, ສິ່ງດຽວທີ່ເຮົາຈະນໍາມາໃຫ້ມະນຸດແມ່ນຄວາມຂັດແຍ່ງ ແລະ ຄວາມຮຸນແຮງ ແລະ ບັນຫາທີ່ບໍ່ຈົບສິ້ນ, ຍ້ອນເຮົາບໍ່ເຄີຍນໍາສັນຕິສຸກມາໃຫ້ມະນຸດ, ມີພຽງແຕ່ສົງຄາມ. ຍຸກສຸດທ້າຍຂອງມະນຸດຊາດຕ້ອງເຕັມໄປດ້ວຍສົງຄາມ ແລະ ຈຸດໝາຍປາຍທາງຂອງມະນຸດຕ້ອງໂຄ່ນລົ້ມຢູ່ທ່າມກາງຄວາມຮຸນແຮງ ແລະ ຄວາມຂັດແຍ່ງ. ເຮົາບໍ່ເຕັມໃຈທີ່ຈະ “ແບ່ງປັນ” ໃນ “ຄວາມພິດສະຫວາດ” ຂອງສົງຄາມ, ເຮົາຈະບໍ່ຢູ່ຮ່ວມໃນການນອງເລືອດ ແລະ ການເສຍສະຫຼະຂອງມະນຸດ, ຍ້ອນການປະຕິເສດຂອງມະນຸດໄດ້ເຮັດໃຫ້ເຮົາ “ທໍ້ຖອຍໃຈ” ແລະ ເຮົາກໍບໍ່ມີຈິດໃຈທີ່ຈະຫຼຽວເບິ່ງສົງຄາມຂອງມະນຸດ, ໃຫ້ມະນຸດຕໍ່ສູ້ກັນຈົນເຂົາພໍໃຈ, ເຮົາປາຖະໜາທີ່ຈະພັກຜ່ອນ, ເຮົາຕ້ອງການນອນ, ໃຫ້ຜີຮ້າຍເປັນເພື່ອນຂອງມະນຸດຊາດໃນລະຫວ່າງຍຸກສຸດທ້າຍຂອງເຂົາ! ຜູ້ໃດຮູ້ຈັກຄວາມປະສົງຂອງເຮົາບໍ່? ເພາະເຮົາບໍ່ຖືກຍອມຮັບໂດຍມະນຸດ ແລະ ເຂົາບໍ່ເຄີຍລໍຖ້າເຮົາຈັກເທື່ອ, ເຮົາຈຶ່ງພຽງແຕ່ໄດ້ບອກອຳລາເຂົາ ແລະ ເຮົາກໍມອບຈຸດໝາຍປາຍທາງຂອງມະນຸດໃຫ້ກັບເຂົາ, ປະຄວາມຮັ່ງມີທຸກຢ່າງຂອງເຮົາໄວ້ໃຫ້ກັບມະນຸດ, ຫວ່ານຊີວິດຂອງເຮົາຢູ່ທ່າມກາງມະນຸດ, ປູກເມັດພືດແຫ່ງຊີວິດຂອງເຮົາໃນທົ່ງນາທີ່ຢູ່ໃນຫົວໃຈຂອງມະນຸດ, ປະຄວາມຊົງຈຳທີ່ບໍ່ຮູ້ຈັກຈົບໄວ້ໃຫ້ກັບເຂົາ, ປະຄວາມຮັກທັງໝົດຂອງເຮົາໄວ້ໃຫ້ກັບມະນຸດຊາດ ແລະ ມອບທຸກສິ່ງທີ່ມະນຸດຊື່ນຊົມໃນຕົວເຮົາໃຫ້ກັບມະນຸດ, ເປັນຂອງຂວັນແຫ່ງຄວາມຮັກທີ່ພວກເຮົາປາຖະໜາເຊິ່ງກັນແລະກັນ. ເຮົາປາຖະໜາໃຫ້ພວກເຂົາຮັກກັນຕະຫຼອດໄປ, ໃຫ້ມື້ວານຂອງພວກເຂົາເປັນສິ່ງສວຍງາມທີ່ພວກເຮົາມອບໃຫ້ກັນແລະກັນ, ຍ້ອນເຮົາໄດ້ມອບທັງໝົດຂອງເຮົາໃຫ້ກັບມະນຸດຊາດແລ້ວ, ມະນຸດຈະສາມາດມີຄຳຕໍ່ວ່າຫຍັງອີກ? ເຮົາໄດ້ປະຊີວິດທັງໝົດຂອງເຮົາໄວ້ໃຫ້ກັບມະນຸດແລ້ວ ແລະ ໄດ້ເຮັດວຽກໜັກເພື່ອໄຖດິນແດນທີ່ສວຍງາມແຫ່ງຄວາມຮັກສຳລັບມະນຸດຊາດ; ເຮົາບໍ່ເຄີຍຮຽກຮ້ອງຈາກມະນຸດຢ່າງເປັນທຳຈັກເທື່ອ ແລະ ບໍ່ໄດ້ເຮັດຫຍັງ ນອກຈາກຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງມະນຸດເທົ່ານັ້ນ ແລະ ສ້າງມື້ອື່ນທີ່ສວຍງາມຂຶ້ນສຳລັບມະນຸດຊາດ.

ເຖິງແມ່ນພາລະກິດຂອງພຣະເຈົ້າອຸດົມສົມບູນ ແລະ ມີຫຼາຍ, ທາງເຂົ້າຂອງມະນຸດກໍຂາດຕົກບົກຜ່ອງຫຼາຍ. ຈາກ “ກິດຈະການ” ຮ່ວມລະຫວ່າງມະນຸດ ແລະ ພຣະເຈົ້າ, ເກືອບທັງໝົດແມ່ນພາລະກິດຂອງພຣະເຈົ້າ; ແຕ່ສຳລັບວ່າມະນຸດໄດ້ເຂົ້າສູ່ຫຼາຍສໍ່າໃດນັ້ນ, ເຂົາເກືອບບໍ່ມີຫຍັງໃຫ້ສະແດງເລີຍ. ແມ່ນແຕ່ມະນຸດ ຜູ້ທີ່ທຸກຍາກ ແລະ ຕາບອດກໍຍັງວັດແທກກຳລັງຂອງເຂົາກັບພຣະເຈົ້າໃນປັດຈຸບັນດ້ວຍ “ອາວຸດໂບຮານ” ໃນມືຂອງເຂົາເລີຍ. “ທະນີປ່າເຖື່ອນ” ເຫຼົ່ານີ້ທີ່ເກືອບຈະຍ່າງສອງຂາບໍ່ໄດ້ ແລະ ບໍ່ມີຢາງອາຍໃນຮ່າງກາຍທີ່ “ເປືອຍ” ຂອງພວກເຂົາ. ພວກເຂົາມີຄຸນສົມບັດຫຍັງທີ່ຈະປະເມີນພາລະກິດຂອງພຣະເຈົ້າ? ສາຍຕາຂອງທະນີສີ່ຂາທັງຫຼາຍເຫຼົ່ານີ້ເຕັມໄປດ້ວຍຄວາມໂກດຮ້າຍ ແລະ ພວກເຂົາພາກັນຕໍ່ສູ້ກັບພຣະເຈົ້າດ້ວຍອາວຸດຍຸກຫີນສະໄໝໂບຮານໃນມືຂອງພວກເຂົາ, ພະຍາຍາມເລີ່ມການຕໍ່ສູ້ຂອງມະນຸດທະນີປະເພດທີ່ໂລກບໍ່ເຄີຍເຫັນມາກ່ອນ, ຈັດການຕໍ່ສູ້ຂອງຍຸກສຸດທ້າຍລະຫວ່າງມະນຸດທະນີ ແລະ ພຣະເຈົ້າເຊິ່ງຈະມີຊື່ສຽງກ້ອງດັງໄປທົ່ວດິນແດນ. ຍິ່ງໄປກວ່ານັ້ນ ມະນຸດທະນີໂບຮານທັງຫຼາຍທີ່ຢືນໄດ້ເຄິ່ງໜຶ່ງເຫຼົ່ານີ້ແມ່ນເຕັມໄປດ້ວຍຄວາມເພິ່ງພໍໃຈໃນຕົນເອງ. ຜົມຂອງພວກເຂົາທີ່ປົກປິດໜ້າຕາຂອງພວກເຂົາກໍເກາະກັນເປັນຫຍ້ອງໆ, ພວກເຂົາເຕັມໄປດ້ວຍເຈດຕະນາທີ່ໂຫດຮ້າຍ ແລະ ຍົກຂາໜ້າຂອງພວກເຂົາຂຶ້ນ. ພວກເຂົາຍັງບໍ່ໄດ້ວິວັດທະນາການກາຍເປັນມະນຸດສະໄໝໃໝ່ຢ່າງສົມບູນ, ສະນັ້ນ ບາງເທື່ອ ພວກເຂົາກໍຢືນສອງຂາ ແລະ ບາງເທື່ອ ພວກເຂົາກໍຄານ, ເມັດເຫື່ອຍ້ອຍປົກຄຸມໜ້າຜາກຂອງພວກເຂົາຄືກັບຢົດນໍ້າຄ້າງທີ່ອັດຍັດເຂົ້າກັນ, ຄວາມກະຕືລືລົ້ນຂອງພວກເຂົາແມ່ນຊັດແຈ້ງໃນຕົວມັນເອງ. ເມື່ອຫຼຽວເບິ່ງມະນຸດທະນີທີ່ເກົ່າແກ່ ແລະ ໂບຮານ, ເພື່ອນຂອງພວກເຂົາ ທີ່ຢືນດ້ວຍຂາທັງສີ່ ໂດຍທີ່ຂາທັງສີ່ນັ້ນໃຫຍ່ ແລະ ຊ້າ ແມ່ນເກືອບຈະບໍ່ສາມາດປັດປ້ອງການໂຈມຕີ ແລະ ປາສະຈາກກຳລັງໃນການຕໍ່ສູ້, ພວກເຂົາເກືອບບໍ່ສາມາດຍັບຍັ້ງຕົນເອງໄດ້. ພາຍໃນຊົ່ວພິບຕາ, ກ່ອນທີ່ຈະມີເວລາໃຫ້ເຫັນສິ່ງທີ່ເກີດຂຶ້ນ, “ວິລະບຸລຸດ” ທີ່ຢູ່ໃນເວທີມວຍກໍລົ້ມລົງພື້ນ ໂດຍທີ່ຂາຊີ້ຂຶ້ນຟ້າ. ຂາເຫຼົ່ານັ້ນທີ່ຕັ້ງຢູ່ເທິງພື້ນດິນຢ່າງຜິດໆເປັນເວລາຫຼາຍປີກໍປີ້ນຢ່າງກະທັນຫັນ ແລະ ມະນຸດທະນີກໍບໍ່ມີຄວາມປາຖະໜາທີ່ຈະຕໍ່ຕ້ານອີກຕໍ່ໄປ. ຈາກເວລານັ້ນເປັນຕົ້ນໄປ, ມະນຸດທະນີທີ່ໂບຮານທີ່ສຸດກໍຖືກກຳຈັດອອກຈາກໜ້າໂລກ, ມັນ “ເສົ້າໃຈ” ແທ້ໆ. ມະນຸດທະນີໂບຮານນີ້ໄດ້ມາເຖິງຈຸດຈົບຢ່າງກະທັນຫັນ. ເປັນຫຍັງມັນຈຶ່ງຟ້າວໄປຈາກໂລກທີ່ມະຫັດສະຈັນຂອງມະນຸດຢ່າງໄວວາແທ້? ເປັນຫຍັງມັນຈຶ່ງບໍ່ສົນທະນາກ່ຽວກັບຂັ້ນຕອນຕໍ່ໄປຂອງຍຸດທະສາດກັບເພື່ອນຂອງມັນ? ເປັນຕາເສຍດາຍທີ່ມັນຕ້ອງອຳລາໂລກໂດຍບໍ່ໄດ້ປະຄວາມລັບໃນການວັດແທກກຳລັງຂອງມະນຸດກັບພຣະເຈົ້າໄວ້! ມັນຊ່າງບໍ່ຄິດເລີຍທີ່ມະນຸດທະນີເຖົ້າຕ້ອງຕາຍໂດຍບໍ່ໄດ້ກະຊິບ, ບໍ່ສົ່ງຕໍ່ “ວັດທະນະທຳ ແລະ ສິລະປະໂບຮານ” ໃຫ້ກັບເສື້ອຊາຍຂອງມັນ. ບໍ່ມີເວລາໃຫ້ມັນເອີ້ນໂຕທີ່ຢູ່ໃກ້ຊິດກັບມັນທີ່ສຸດໃຫ້ມາຢູ່ຂ້າງໆເພື່ອບອກພວກມັນເຖິງຄວາມຮັກຂອງມັນ, ມັນບໍ່ຈາລຶກຂໍ້ຄວາມໄວ້ເທິງແຜ່ນຫີນ, ມັນບໍ່ໄດ້ສັງເກດດວງຕາເວັນຈາກສະຫວັນ ແລະ ບໍ່ໄດ້ເວົ້າເຖິງຄວາມແສນຍາກລໍາບາກນັ້ນເລີຍ. ເມື່ອມັນຫາຍໃຈເປັນຄັ້ງສຸດທ້າຍ, ມັນກໍບໍ່ໄດ້ເອີ້ນໃຫ້ເສື້ອຊາຍຂອງມັນມາຢູ່ທາງຂ້າງຮ່າງກາຍທີ່ກຳລັງຈະຕາຍເພື່ອບອກພວກມັນວ່າ “ຢ່າປີນຂຶ້ນໄປໃນເວທີມວຍເພື່ອທ້າທາຍພຣະເຈົ້າ” ກ່ອນທີ່ມັນຈະຫຼັບຕາຂອງມັນລົງ ໂດຍທີ່ຂາທັງສີ່ຊີ້ຂຶ້ນເທິງຄືກັບງ່າໄມ້ທີ່ຊີ້ຂຶ້ນສູ່ທ້ອງຟ້າຕະຫຼອດໄປ. ເບິ່ງຄືກັບວ່າມັນຕາຍຢ່າງຂົມຂື່ນ…. ທັນໃດນັ້ນ ສຽງຮ້ອງດັງກ້ອງອອກມາຈາກຂ້າງລຸ່ມເວທີມວຍ; ມະນຸດທະນີໂຕໜຶ່ງທີ່ຢືນໄດ້ເຄິ່ງໜຶ່ງກໍຢູ່ທາງຂ້າງຕົວມັນເອງ; ຖື “ໄມ້ຄ້ອນຫີນ” ເພື່ອລ່າເຍືອງ ຫຼື ສັດປ່າອື່ນໆທີ່ຖືກຈັບກິນເປັນອາຫານທີ່ກ້າວໜ້າຫຼາຍກວ່າມະນຸດທະນີໂຕເກົ່າ, ມັນໂດດເຂົ້າສູ່ເວທີມວຍ, ເຕັມໄປດ້ວຍຄວາມໂມໂຫ ໂດຍມີແຜນການຢ່າງຮອບຄອບຢູ່ໃນຄວາມຄິດຂອງມັນ.[6] ຄືກັບວ່າ ມັນໄດ້ເຮັດບາງສິ່ງທີ່ສົມຄວນໄດ້ຮັບການສັນລະເສີນ. ເມື່ອໄດ້ໃຊ້ “ກຳລັງ” ຂອງໄມ້ຄ້ອນຫີນຂອງມະນຸດ ມັນກໍສາມາດຢືນສອງຂາໄດ້ “ສາມນາທີ”. “ກຳລັງ” ຂອງ “ຂາ” ທີສາມນີ້ແມ່ນຊ່າງຍິ່ງໃຫຍ່ແທ້ເດ! ມັນເຮັດໃຫ້ມະນຸດທະນີໃຫຍ່, ເຊີ້ຊ້າ, ໂງ່ຈ້າທີ່ຢືນໄດ້ເຄິ່ງໜຶ່ງເປັນເວລາສາມນາທີ, ບໍ່ແປກໃຈເລີຍວ່າມະນຸດທະນີເຖົ້າທີ່ເປັນຕານັບຖືນີ້[7] ຈຶ່ງມັກຂົ່ມຂູ່ຫຼາຍ. ແລ້ວກໍເປັນເຊັ່ນນັ້ນ ຫີນໂບຮານນໍາໃຊ້ “ກໍເປັນໄປຕາມຊື່ສຽງຂອງມັນ”: ມີດ້າມ, ຄົມ ແລະ ປາຍຂອງມີດ, ຂໍ້ບົກຜ່ອງດຽວກໍຄືການຂາດແສງເຫຼື້ອມແວວວາວໃນຄົມ, ສິ່ງນັ້ນຊ່າງເປັນຕາໂສກເສົ້າແທ້ເດ. ຈົ່ງເບິ່ງ “ວິລະບຸລຸດ” ແຫ່ງໂບຮານອີກຄັ້ງ ເຊິ່ງກຳລັງຢືນຢູ່ໃນເວທີມວຍ ໂດຍຫຼຽວເບິ່ງຄົນທີ່ຢູ່ຂ້າງລຸ່ມດ້ວຍສາຍຕາທີ່ດູຖູກ, ຄືກັບວ່າພວກເຂົາເປັນຄົນຕໍ່າຕ້ອຍທີ່ຂາດຄວາມສາມາດ ແລະ ເບິ່ງຕົນເອງຄືກັບວ່າ ເປັນວິລະບຸລຸດທີ່ສະຫງ່າງາມ. ໃນຫົວໃຈຂອງມັນ, ມັນກຽດຊັງຄົນທີ່ຢູ່ຕໍ່ໜ້າເວທີຢ່າງລັບໆ. “ປະເທດຊາດກຳລັງຢູ່ໃນຄວາມປັ່ນປ່ວນ ແລະ ພວກເຮົາແຕ່ລະຄົນມີຄວາມຮັບຜິດຊອບ, ເປັນຫຍັງພວກເຈົ້າຈຶ່ງຫຼົບຫຼີກ? ເປັນຍ້ອນວ່າພວກເຈົ້າໄດ້ເຫັນປະເທດຊາດກຳລັງຜະເຊີນກັບໄພພິບັດ, ແຕ່ຈະບໍ່ຂໍມີສ່ວນຮ່ວມໃນການສູ້ຮົບຢ່າງນອງເລືອດບໍ? ປະເທດຊາດຢູ່ໃນຂອບຂອງໄພພິບັດ, ເປັນຫຍັງພວກເຈົ້າຈຶ່ງບໍ່ສະແດງຄວາມກັງວົນເປັນສິ່ງທຳອິດ ແລະ ມີຄວາມສຸກກັບຕົນເອງເປັນສິ່ງສຸດທ້າຍ? ພວກເຈົ້າຈະສາມາດຢືນເບິ່ງປະເທດຊາດລົ້ມຈົມ ແລະ ປະຊາຊົນພາຍໃນປະເທດຕົກລົງສູ່ຄວາມເສື່ອມໂຊມໄດ້ແນວໃດ? ພວກເຈົ້າເຕັມໃຈທີ່ຈະແບກຄວາມອັບອາຍແຫ່ງການປາບປາມລະດັບຊາດບໍ? ຊ່າງເປັນພວກທີ່ບໍ່ມີຫຍັງດີເລີຍ!” ຍ້ອນມັນຄິດແບບນີ້, ການຕົບຕີກັນຈຶ່ງເກີດຂຶ້ນຢູ່ໜ້າເວທີ ແລະ ສາຍຕາຂອງມັນກໍເລີ່ມໃຈຮ້າຍຫຼາຍຂຶ້ນ, ຄືກັບວ່າມັນກຳລັງຈະຍິງ[8] ແປວໄຟ. ມັນປາຖະໜາເພື່ອໃຫ້ພຣະເຈົ້າລົ້ມເຫຼວກ່ອນການຕໍ່ສູ້, ຕ້ອງການຢ່າງໃຫຍ່ທີ່ຈະໃຫ້ພຣະເຈົ້າຕາຍເພື່ອເຮັດໃຫ້ຜູ້ຄົນມີຄວາມສຸກ. ແຕ່ມັນຮູ້ໜ້ອຍເກີນໄປ ເຖິງແມ່ນການນໍາໃຊ້ຫີນຂອງມັນແມ່ນມີຊື່ສຽງທີ່ສົມຄວນໄດ້ຮັບ, ມັນກໍບໍ່ສາມາດເຮັດໃຫ້ພຣະເຈົ້າໃຈຮ້າຍຈັກເທື່ອ. ກ່ອນມັນຈະມີເວລາປ້ອງກັນຕົນເອງ, ກ່ອນມັນຈະມີເວລານອນລົງ ແລະ ຢືນດ້ວຍຕີນຂອງມັນ, ມັນກໍເຊຊ້າຍເຊຂວາ, ຕາສອງເບື້ອງຂອງມັນກໍມືດມົວໄປໝົດ. ມັນລົ້ມລົງສູ່ບັນພະບຸລຸດທີ່ເກົ່າແກ່ຂອງມັນ ແລະ ບໍ່ລຸກຂຶ້ນອີກເລີຍ; ຈັບມະນຸດທະນີໂບຮານຢ່າງໜຽວແໜ້ນ, ມັນບໍ່ຮ້ອງຂຶ້ນອີກຕໍ່ໄປ ແລະ ຮັບຮູ້ຄວາມດ້ອຍກວ່າຂອງມັນ, ບໍ່ມີຄວາມປາຖະໜາທີ່ຈະຕໍ່ຕ້ານອີກຕໍ່ໄປ. ມະນຸດທະນີສອງໂຕທີ່ເປັນຕາສົງສານນັ້ນກໍຕາຍຕໍ່ໜ້າເວທີມວຍ. ມັນຊ່າງໂຊກຮ້າຍທີ່ບັນພະບຸລຸດຂອງມະນຸດຊາດ ຜູ້ທີ່ຢູ່ລອດຈົນເຖິງປັດຈຸບັນ ໄດ້ຕາຍຢ່າງໄຮ້ດຽງສາໃນມື້ທີ່ດວງຕາເວັນແຫ່ງຄວາມຊອບທຳໄດ້ປະກົດຂຶ້ນ! ມັນຊ່າງໂງ່ຈ້າທີ່ພວກເຂົາປ່ອຍໃຫ້ພອນທີ່ຍິ່ງໃຫຍ່ດັງກ່າວຜ່ານພວກເຂົາໄປ, ເຊິ່ງໃນມື້ແຫ່ງ ພອນຂອງພວກເຂົາ, ມະນຸດທະນີທີ່ໄດ້ລໍຖ້າເປັນເວລາຫຼາຍພັນປີໄດ້ນໍາເອົາພອນລົງໄປສູ່ແດນມໍລະນາເພື່ອ “ມີຄວາມສຸກ” ຮ່ວມກັບກະສັດຂອງມານຮ້າຍ! ເປັນຫຍັງຈຶ່ງບໍ່ຮັກສາພອນເຫຼົ່ານີ້ຢູ່ໂລກແຫ່ງຊີວິດເພື່ອມີຄວາມສຸກກັບລູກຊາຍ ແລະ ລູກສາວຂອງພວກເຂົາ? ພວກເຂົາພຽງແຕ່ຮຽກຮ້ອງເອົາບັນຫາ! ມັນຊ່າງເປັນຕາເສຍດາຍແທ້ເດ, ຍ້ອນເຫັນແກ່ສະຖານະທີ່ເລັກນ້ອຍ, ຊື່ສຽງ ແລະ ຄວາມທະນົງຕົວ, ພວກເຂົາທົນທຸກກັບຄວາມໂຊກຮ້າຍຂອງການຖືກຂ້າ, ປີນໄຕ່ຂຶ້ນໄປເພື່ອເປີດປະຕູນະຮົກ ແລະ ກາຍເປັນລູກຊາຍຂອງມັນ. ລາຄາດັງກ່າວແມ່ນບໍ່ຈຳເປັນ. ຊ່າງເປັນບັນພະບຸລຸດເຖົ້າແກ່ທີ່ໜ້າສົງສານແທ້ໆ ຜູ້ເຊິ່ງ “ເຕັມໄປດ້ວຍຈິດວິນຍານແຫ່ງຊາດ” ສາມາດ “ເຄັ່ງຄັດກັບຕົນເອງ ແຕ່ອົດກັ້ນກັບຄົນອື່ນ” ກັກຂັງພວກເຂົາໄວ້ໃນນະຮົກ ແລະ ປ່ອຍໃຫ້ຄົນຕໍ່າຕ້ອຍກວ່າໄວ້ດ້ານນອກ. “ຕົວແທນຂອງຜູ້ຄົນ” ແບບນີ້ຈະສາມາດຄົ້ນພົບໄດ້ຢູ່ໃສ? ເພື່ອເຫັນແກ່ “ຄວາມເປັນຢູ່ທີ່ດີຂອງລູກຫຼານຂອງພວກເຂົາ” ແລະ “ຊີວິດທີ່ສະຫງົບສຸກແຫ່ງລຸ້ນອະນາຄົດ”, ພວກເຂົາບໍ່ຍອມໃຫ້ພຣະເຈົ້າແຊກແຊງ ແລະ ດ້ວຍເຫດນັ້ນ ພວກເຂົາບໍ່ໃສ່ໃຈຊີວິດຂອງພວກເຂົາເອງ. ພວກເຂົາອຸທິດຕົນເອງໃຫ້ກັບ “ຜົນປະໂຫຍດຂອງຊາດ” ໂດຍທັງສິ້ນ, ເຂົ້າສູ່ດິນແດນມໍລະນາໂດຍບໍ່ເວົ້າຫຍັງເລີຍ. ຊາດນິຍົມແບບດັ່ງກ່າວຈະຄົ້ນພົບໄດ້ຢູ່ໃສ? ເມື່ອຕໍ່ສູ້ກັບພຣະເຈົ້າ, ພວກເຂົາບໍ່ຢ້ານທີ່ຈະຕາຍ ຫຼື ບໍ່ຢ້ານເລືອດອອກ, ແຮງໄກທີ່ພວກເຂົາຈະກັງວົນກ່ຽວກັບມື້ອື່ນ. ພວກເຂົາພຽງແຕ່ເລີ່ມເຂົ້າສູ່ສະໜາມຮົບ. ຊ່າງເປັນຕາເສຍດາຍທີ່ສິ່ງດຽວທີ່ພວກເຂົາໄດ້ຮັບສຳລັບ “ວິນຍານແຫ່ງການອຸທິດ” ຂອງພວກເຂົາແມ່ນຄວາມເສຍໃຈຊົ່ວນິດນິລັນ ແລະ ຖືກເຜົາຜານດ້ວຍແປວໄຟຈາກນະຮົກທີ່ເຜົາໄໝ້ຢູ່ຕະຫຼອດ.

ຊ່າງເປັນຕາສົນໃຈແທ້ເດ! ເປັນຫຍັງການບັງເກີດເປັນມະນຸດຂອງພຣະເຈົ້າຈຶ່ງຖືກຜູ້ຄົນປະຕິເສດ ແລະ ປະນາມຢູ່ສະເໝີ? ເປັນຫຍັງຜູ້ຄົນຈຶ່ງບໍ່ມີຄວາມເຂົ້າໃຈກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າຈັກເທື່ອ? ເປັນໄປໄດ້ບໍວ່າພຣະເຈົ້າໄດ້ມາຜິດເວລາ? ເປັນໄປໄດ້ບໍວ່າພຣະເຈົ້າໄດ້ມາຜິດບ່ອນ? ເປັນໄປໄດ້ບໍ່ວ່າສິ່ງນີ້ເກີດຂຶ້ນຍ້ອນພຣະເຈົ້າໄດ້ປະຕິບັດພຽງຄົນດຽວ, ໂດຍບໍ່ມີ “ລາຍເຊັນ” ຂອງມະນຸດ? ເປັນຍ້ອນພຣະເຈົ້າໄດ້ຕັດສິນໃຈດ້ວຍຕົວພຣະອົງເອງໂດຍບໍ່ມີການອະນຸຍາດຈາກມະນຸດ? ຄວາມຈິງລະບຸວ່າ ພຣະເຈົ້າບໍ່ໄດ້ແຈ້ງການລ່ວງໜ້າ. ພຣະເຈົ້າບໍ່ໄດ້ເຮັດຫຍັງຜິດໃນການກາຍມາເປັນເນື້ອໜັງ, ພຣະອົງຈຳເປັນຕ້ອງຂໍຄວາມຍິນຍອມຈາກມະນຸດບໍ? ຍິ່ງໄປກວ່ານັ້ນ ພຣະເຈົ້າເຕືອນມະນຸດຕັ້ງແຕ່ດົນແລ້ວ, ບາງເທື່ອ ມະນຸດໄດ້ລືມໄປແລ້ວ. ໂທດພວກເຂົາບໍ່ໄດ້ ຍ້ອນມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຕັ້ງແຕ່ດົນແລ້ວ ຈົນເຂົາບໍ່ສາມາດເຂົ້າໃຈຫຍັງກ່ຽວກັບສິ່ງທີ່ເກີດຂຶ້ນຢູ່ລຸ່ມສະຫວັນ ແລະ ບໍ່ສາມາດເວົ້າຫຍັງກ່ຽວກັບເຫດການທີ່ເກີດຂຶ້ນໃນໂລກຝ່າຍວິນຍານ! ມັນຊ່າງເປັນຕາອັບອາຍທີ່ບັນພະບຸລຸດຂອງມະນຸດ ນັ້ນກໍຄື ມະນຸດທະນີ ໄດ້ຕາຍເທິງເວທີມວຍ, ແຕ່ສິ່ງນີ້ກໍບໍ່ແປກໃຈເລີຍ: ສະຫວັນ ແລະ ແຜ່ນດິນໂລກບໍ່ສາມາດເຂົ້າກັນໄດ້ຈັກເທື່ອ ແລ້ວມະນຸດທະນີ ທີ່ມີຈິດໃຈທີ່ສ້າງດ້ວຍຫີນ ຈະສາມາດຄິດໄດ້ແນວໃດວ່າພຣະເຈົ້າຈະກາຍມາເປັນເນື້ອໜັງອີກຄັ້ງ? ຊ່າງເປັນເລື່ອງເສົ້າໃຈທີ່ມະນຸດເຖົ້າເຊັ່ນນີ້ ຜູ້ທີ່ມີ “ອາຍຸຫົກສິບປີ” ຈະຕາຍໃນມື້ທີ່ພຣະເຈົ້າປາກົດຕົວ, ຈາກລາໂລກໄປໂດຍບໍ່ໄດ້ຮັບພອນໃນມື້ແຫ່ງພອນທີ່ຍິ່ງໃຫຍ່ດັ່ງກ່າວ, ມັນບໍ່ແມ່ນສິ່ງທີ່ໜ້າອັດສະຈັນບໍ? ການບັງເກີດເປັນມະນຸດຂອງພຣະເຈົ້າໄດ້ສົ່ງຄື້ນກະແທກທົ່ວທຸກສາສະໜາ ແລະ ທຸກພາກສ່ວນ, ມັນໄດ້ “ໂຍນຄວາມບໍ່ເປັນລະບຽບ” ໃຫ້ກັບຖັນແຖວດັ່ງເດີມຂອງວົງການສາສະໜາ ແລະ ມັນໄດ້ສັ່ນຄອນຫົວໃຈຂອງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ. ຜູ້ໃດບໍ່ເປັນຕາເຄົາລົບແດ່? ຜູ້ໃດບໍ່ປາຖະໜາທີ່ຈະເຫັນພຣະເຈົ້າແດ່? ພຣະເຈົ້າໄດ້ຢູ່ທ່າມກາງມະນຸດເປັນການສ່ວນຕົວເປັນເວລາຫຼາຍປີ, ແຕ່ມະນຸດບໍ່ເຄີຍຮູ້ເຖິງສິ່ງນີ້ຈັກເທື່ອ. ໃນປັດຈຸບັນ ພຣະເຈົ້າເອງໄດ້ປາກົດຕົວ ແລະ ສະແດງຕົວຕົນຂອງພຣະອົງສູ່ສາທາລະນະຊົນ, ສິ່ງນີ້ຈະບໍ່ນໍາເອົາຄວາມເບີກບານມາສູ່ຫົວໃຈຂອງມະນຸດໄດ້ແນວໃດ? ພຣະເຈົ້າເຄີຍແບ່ງປັນຄວາມສຸກ ແລະ ຄວາມທຸກກັບມະນຸດ ແລະ ໃນປັດຈຸບັນ ພຣະອົງໄດ້ຮ່ວມກັບມະນຸດຊາດຄືນໃໝ່ ແລະ ແບ່ງປັນເລື່ອງລາວໃນອະດີດຮ່ວມກັບເຂົາ. ຫຼັງຈາກທີ່ພຣະອົງຍ່າງອອກຈາກຢູດາຍ ຜູ້ຄົນກໍບໍ່ສາມາດພົບຮ່ອງຮອຍຂອງພຣະອົງໄດ້. ພວກເຂົາປາຖະໜາທີ່ຈະພົບກັບພຣະເຈົ້າອີກຄັ້ງ, ໂດຍບໍ່ຮູ້ແມ່ນແຕ່ໜ້ອຍດຽວວ່າ ໃນປັດຈຸບັນນີ້ ພວກເຂົາໄດ້ພົບກັບພຣະອົງອີກຄັ້ງແລ້ວ ແລະ ໄດ້ຮ່ວມກັບພຣະອົງຄືນໃໝ່ແລ້ວ. ສິ່ງນີ້ບໍ່ກະຕຸ້ນຄວາມຄິດຂອງມື້ວານໄດ້ແນວໃດ? ສອງພັນປີກ່ອນໜ້ານີ້ ຊີໂມນ ບາໂຢນາ ທີ່ເປັນເສື້ອຊາຍຂອງຊາວຢິວໄດ້ເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ພົ້ນ, ລາວໄດ້ນັ່ງກິນເຂົ້າຮ່ວມໂຕະດຽວກັນກັບພຣະອົງ ແລະ ຫຼັງຈາກທີ່ໄດ້ຕິດຕາມພຣະອົງເປັນເວລາຫຼາຍປີ ລາວກໍຮູ້ສຶກຮັກພຣະອົງຢ່າງເລິກເຊິ່ງ, ລາວຮັກພຣະອົງຈົນໝົດຫົວໃຈຂອງລາວ, ລາວຮັກພຣະເຢຊູເຈົ້າຢ່າງເລິກເຊິ່ງ. ຊາວຢິວບໍ່ຮູ້ຫຍັງເລີຍກ່ຽວກັບເດັກນ້ອຍຜົມສີທອງນີ້ ທີ່ເກີດຢູ່ໃນຮາງຫຍ້າທີ່ເຕັມໄປດ້ວຍຄວາມເຢືອກເຢັນຄືຮູບລັກສະນະທຳອິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ພວກເຂົາທຸກຄົນຄິດວ່າພຣະອົງແມ່ນຄືກັນກັບພວກເຂົາ, ບໍ່ມີຜູ້ໃດຄິດແຕກຕ່າງກ່ຽວກັບພຣະອົງ, ແລ້ວຜູ້ຄົນຈະຮັບຮູ້ພຣະເຢຊູທີ່ເປັນຄົນທຳມະດາ ແລະ ປົກກະຕິນີ້ໄດ້ແນວໃດ? ຊາວຢິວຄິດວ່າພຣະອົງເປັນພຽງບຸດຂອງຢິວໃນເວລານັ້ນ. ບໍ່ມີໃຜເບິ່ງພຣະອົງເປັນພຣະເຈົ້າທີ່ສະຫງ່າງາມ ແລະ ຜູ້ຄົນໄດ້ແຕ່ຮຽກຮ້ອງຈາກພຣະອົງຢ່າງຫຼັບຫູຫຼັບຕາ, ຂໍໃຫ້ພຣະອົງມອບຄວາມກະລຸນາ ແລະ ສັນຕິສຸກ ແລະ ຄວາມປິຕິຍິນດີທີ່ອຸດົມສົມບູນ ແລະ ຫຼວງຫຼາຍໃຫ້ກັບພວກເຂົາ. ພວກເຂົາຮູ້ພຽງແຕ່ວ່າ ພຣະອົງມີທຸກສິ່ງຄືກັບເສດຖີເງິນລ້ານທີ່ຄົນໆໜຶ່ງປາຖະໜາ. ແຕ່ຜູ້ຄົນກໍບໍ່ເຄີຍປະຕິບັດຕໍ່ພຣະອົງດັ່ງຜູ້ເປັນທີ່ຮັກ; ຜູ້ຄົນໃນເວລານັ້ນບໍ່ໄດ້ຮັກພຣະອົງ ແລະ ມີແຕ່ຕໍ່ຕ້ານພຣະອົງ ແລະ ຮຽກຮ້ອງຈາກພຣະອົງໂດຍບໍ່ສົມເຫດສົມຜົນ ແລະ ພຣະອົງກໍບໍ່ເຄີຍຂັດຂືນຈັກເທື່ອ, ມອບຄວາມກະລຸນາໃຫ້ກັບມະນຸດຢ່າງສະໝໍ່າສະເໝີ, ເຖິງແມ່ນມະນຸດບໍ່ໄດ້ຮູ້ຈັກພຣະອົງກໍຕາມ. ພຣະອົງບໍ່ໄດ້ເຮັດສິ່ງໃດ ນອກຈາກມອບຄວາມອົບອຸ່ນ, ຄວາມຮັກ ແລະ ຄວາມເມດຕາໃຫ້ກັບມະນຸດຢ່າງງຽບໆ ແລະ ຍິ່ງໄປກວ່ານັ້ນ ພຣະອົງມອບວິທີປະຕິບັດໃໝ່ໃຫ້ກັບມະນຸດ, ນໍາພາມະນຸດໃຫ້ອອກຈາກຄວາມຜູກມັດຂອງກົດໝາຍ. ມະນຸດບໍ່ຮັກພຣະອົງ, ເຂົາພຽງແຕ່ອິດສາພຣະອົງ ແລະ ພຽງແຕ່ຮູ້ຈັກພອນສະຫວັນພິເສດຂອງພຣະອົງ. ມະນຸດຊາດທີ່ຕາບອດຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ພົ້ນອັນເປັນທີ່ຮັກຕ້ອງທົນທຸກກັບຄວາມອັບອາຍຫຼາຍສໍ່າໃດ ໃນຕອນທີ່ພຣະອົງໄດ້ມາຢູ່ທ່າມກາງມະນຸດຊາດ? ບໍ່ມີໃຜຄຳນຶງເຖິງຄວາມເຈັບປວດຂອງພຣະອົງ, ບໍ່ມີໃຜຮູ້ຈັກຄວາມຮັກຂອງພຣະອົງສຳລັບພຣະເຈົ້າພຣະບິດາ ແລະ ບໍ່ມີໃຜສາມາດຮູ້ຈັກເຖິງຄວາມໂດດດ່ຽວຂອງພຣະອົງ; ເຖິງແມ່ນມາຣິອາເປັນມານດາທີ່ໃຫ້ກຳເນີດກັບພຣະອົງ, ນາງຈະສາມາດຮູ້ຈັກຄວາມຄິດທີ່ຢູ່ໃນຫົວໃຈຂອງພຣະເຢຊູເຈົ້າຜູ້ມີເມດຕາໄດ້ແນວໃດ? ມີໃຜແດ່ທີ່ຮູ້ຈັກຄວາມທົນທຸກທີ່ບໍ່ສາມາດບັນຍາຍໄດ້ຂອງບຸດມະນຸດ? ຫຼັງຈາກທີ່ຮຽກຮ້ອງຈາກພຣະອົງ, ຜູ້ຄົນໃນເວລານັ້ນກໍປະພຣະອົງໄວ້ດ້ານຫຼັງແນວຄິດຂອງພວກເຂົາຢ່າງເຢືອກເຢັນ ແລະ ໂຍນພຣະອົງໄວ້ຂ້າງນອກ. ສະນັ້ນພຣະອົງຈຶ່ງໄດ້ພະເນຈອນຕາມທ້ອງຖະໜົນ ມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ, ພະເນຈອນໄປມາເປັນເວລາຫຼາຍປີຈົນພຣະອົງໄດ້ດຳລົງຊີວິດຢູ່ເປັນເວລາສາມສິບສາມປີຢ່າງລຳບາກ ເຊິ່ງເປັນປີທີ່ທັງດົນ ແລະ ສັ້ນ. ເມື່ອຜູ້ຄົນຕ້ອງການພຣະອົງ, ພວກເຂົາກໍຊັກຊວນພຣະອົງເຂົ້າໄປໃນເຮືອນຂອງພວກເຂົາດ້ວຍໃບໜ້າທີ່ຍິ້ມແຍ້ມ, ພະຍາຍາມຮຽກຮ້ອງຈາກພຣະອົງ ແລະ ຫຼັງຈາກທີ່ພຣະອົງປະທານໃຫ້ກັບພວກເຂົາ, ພວກເຂົາກໍໄລ່ພຣະອົງອອກຈາກປະຕູທັນທີ. ຜູ້ຄົນກິນສິ່ງທີ່ປາກຂອງພຣະອົງສະໜອງໃຫ້, ພວກເຂົາດື່ມເລືອດຂອງພຣະອົງ, ພວກເຂົາໄດ້ຮັບຄວາມກະລຸນາທີ່ພຣະອົງປະທານໃຫ້ກັບພວກເຂົາ, ແຕ່ພວກເຂົາກໍຍັງຕໍ່ຕ້ານພຣະອົງ ຍ້ອນພວກເຂົາບໍ່ເຄີຍຮູ້ຈັກວ່າຜູ້ໃດໄດ້ມອບຊີວິດໃຫ້ກັບພວກເຂົາ. ໃນທີ່ສຸດແລ້ວ ພວກເຂົາກໍຄຶງພຣະອົງເທິງໄມ້ກາງແຂນ, ແຕ່ພຣະອົງກໍຍັງບໍ່ໄດ້ຈົ່ມວ່າຫຍັງ. ແມ່ນແຕ່ໃນປັດຈຸບັນ ພຣະອົງກໍຍັງຢູ່ແບບງຽບໆ. ຜູ້ຄົນກິນເນື້ອໜັງຂອງພຣະອົງ, ພວກເຂົາກິນອາຫານທີ່ພຣະອົງປຸງແຕ່ງໃຫ້ກັບພວກເຂົາ, ພວກເຂົາຍ່າງໃນເສັ້ນທາງທີ່ພຣະອົງໄດ້ເປີດອອກໃຫ້ກັບພວກເຂົາ ແລະ ພວກເຂົາດື່ມເລືອດຂອງພຣະອົງ, ແຕ່ພວກເຂົາກໍຍັງຕັ້ງໃຈທີ່ຈະປະຕິເສດພຣະອົງ, ຄວາມຈິງແລ້ວ ພວກເຂົາປະຕິບັດຕໍ່ພຣະເຈົ້າທີ່ໄດ້ມອບຊີວິດໃຫ້ກັບພວກເຂົາຄືກັບສັດຕູ ແລະ ກົງກັນຂ້າມ ພວກເຂົາປະຕິບັດຕໍ່ຄົນທີ່ເປັນທາດຄືກັບພວກເຂົາເໝືອນດັ່ງພຣະບິດາໃນສະຫວັນ. ໃນສິ່ງນີ້, ພວກເຂົາບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະອົງບໍ? ພຣະເຢຊູມາຕາຍຢູ່ເທິງໄມ້ກາງແຂນໄດ້ແນວໃດ? ພວກເຈົ້າຮູ້ບໍ? ພຣະອົງບໍ່ໄດ້ຖືກທໍລະຍົດໂດຍຊາວຢູດາບໍ ຜູ້ທີ່ໃກ້ຊິດກັບພຣະອົງຫຼາຍທີ່ສຸດ ແລະ ໄດ້ກິນພຣະອົງ, ໄດ້ດື່ມພຣະອົງ ແລະ ໄດ້ມີຄວາມສຸກກັບພຣະອົງ? ເຫດຜົນທີ່ຊາວຢູດາທໍລະຍົດບໍ່ແມ່ນຍ້ອນພຣະເຢຊູເປັນພຽງອາຈານນ້ອຍໆທີ່ທຳມະດາບໍ? ຖ້າຜູ້ຄົນໄດ້ເຫັນຢ່າງແທ້ຈິງວ່າ ພຣະເຢຊູພິເສດ ແລະ ເປັນຜູ້ທີ່ມາຈາກສະຫວັນ, ພວກເຂົາຈະຄຶງພຣະອົງທັງເປັນເທິງໄມ້ກາງແຂນເປັນເວລາຊາວສີ່ຊົ່ວໂມງ ຈົນພຣະອົງບໍ່ມີລົມຫາຍໃຈເຫຼືອໃນຮ່າງກາຍຂອງພຣະອົງໄດ້ແນວໃດ? ຜູ້ໃດສາມາດຮູ້ຈັກພຣະເຈົ້າແດ່? ຜູ້ຄົນພຽງມີຄວາມສຸກກັບພຣະເຈົ້າດ້ວຍຄວາມໂລບມາກໂລພາທີ່ບໍ່ຮູ້ຈັກພໍ, ແຕ່ພວກເຂົາບໍ່ເຄີຍຮູ້ຈັກພຣະອົງເລີຍ. ພວກເຂົາໄດ້ຄືບ ແລະ ຢາກເອົາສອກ ແລະ ພວກເຂົາເຮັດໃຫ້ພຣະເຢຊູເຊື່ອຟັງຄຳບັນຊາຂອງພວກເຂົາ, ເຊື່ອຟັງຄຳສັ່ງຂອງພວກເຂົາທັງສິ້ນ. ມີໃຜແດ່ທີ່ເຄີຍສະແດງສິ່ງໃດສິ່ງໜຶ່ງໃນທາງແຫ່ງຄວາມເມດຕາຕໍ່ບຸດມະນຸດຄົນນີ້ ຜູ້ທີ່ບໍ່ມີບ່ອນໃຫ້ວາງຫົວຂອງພຣະອົງ? ຜູ້ໃດແດ່ທີ່ເຄີຍຄິດຮ່ວມກຳລັງກັບພຣະອົງເພື່ອເຮັດໃຫ້ການມອບໝາຍຂອງພຣະເຈົ້າພຣະບິດາສຳເລັດລົງ? ຜູ້ໃດແດ່ທີ່ເຄີຍໃຊ້ຄວາມຄິດສຳລັບພຣະເຈົ້າ? ມີໃຜແດ່ທີ່ເຄີຍຄຳນຶງເຖິງຄວາມລຳບາກຂອງພຣະອົງ? ຫາກປາສະຈາກຄວາມຮັກຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ມະນຸດກໍຈະດຶງພຣະອົງວົກໄປວຽນມາ; ມະນຸດບໍ່ຮູ້ຈັກວ່າແສງສະຫວ່າງ ແລະ ຊີວິດຂອງເຂົາແມ່ນມາຈາກໃສ ແລະ ບໍ່ເຮັດຫຍັງເລີຍ ນອກຈາກວາງແຜນຢ່າງລັບໆກ່ຽວກັບວິທີທີ່ຈະຄຶງພຣະເຢຊູແຫ່ງສອງພັນປີທີ່ຜ່ານມາອີກຄັ້ງ, ຜູ້ທີ່ເຄີຍຜະເຊີນກັບຄວາມເຈັບປວດໃນທ່າມກາງມະນຸດ. ພຣະເຢຊູກະຕຸ້ນຄວາມກຽດຊັງແບບນັ້ນແທ້ບໍ? ທຸກສິ່ງທີ່ພຣະອົງໄດ້ກະທໍາແມ່ນຖືກລືມໄປດົນນານແລ້ວບໍ? ຄວາມກຽດຊັງທີ່ເຊື່ອມຕໍ່ກັນເປັນເວລາຫຼາຍພັນປີຈະຖືກເປີດອອກໃນທີ່ສຸດ. ພວກເຈົ້າຜູ້ທີ່ເປັນຄົນແບບພວກຢິວເອີຍ! ມີເວລາໃດແດ່ທີ່ພຣະເຢຊູບໍ່ເຄີຍເປັນມິດກັບພວກເຈົ້າ, ພວກເຈົ້າຈຶ່ງກຽດຊັງພຣະອົງຫຼາຍແທ້? ພຣະອົງໄດ້ເຮັດຫຼາຍສິ່ງຫຼາຍຢ່າງ ແລະ ກ່າວຫຼາຍຢ່າງ, ມັນບໍ່ມີຫຍັງທີ່ເປັນຜົນປະໂຫຍດສໍາລັບພວກເຈົ້າເລີຍບໍ? ພຣະອົງໄດ້ມອບຊີວິດຂອງພຣະອົງໃຫ້ກັບພວກເຈົ້າໂດຍບໍ່ໄດ້ຮຽກຮ້ອງຫຍັງເປັນການຕອບແທນ, ພຣະອົງໄດ້ມອບທັງໝົດຂອງພຣະອົງໃຫ້ກັບພວກເຈົ້າ, ພວກເຈົ້າຍັງຕ້ອງການກິນພຣະອົງທັງເປັນແທ້ບໍ? ພຣະອົງໄດ້ມອບທັງໝົດຂອງພຣະອົງໃຫ້ກັບພວກເຈົ້າໂດຍບໍ່ໄດ້ຮັກສາຫຍັງໄວ້, ບໍ່ເຄີຍມີຄວາມສຸກກັບສະຫງ່າລາສີເທິງແຜ່ນດິນໂລກ, ບໍ່ເຄີຍມີຄວາມອົບອຸ່ນຢູ່ທ່າມກາງມະນຸດ ແລະ ໄດ້ຮັບຄວາມຮັກທ່າມກາງມະນຸດ ຫຼື ພອນທຸກຢ່າງທ່າມກາງມະນຸດ. ຜູ້ຄົນໃຈດຳກັບພຣະອົງຫຼາຍ, ພຣະອົງບໍ່ເຄີຍໄດ້ຮັບຄວາມຮັ່ງມີທຸກຢ່າງທີ່ຢູ່ເທິງແຜ່ນດິນໂລກ, ພຣະອົງອຸທິດຫົວໃຈທີ່ຈິງໃຈ ແລະ ເລິກເຊິ່ງທັງໝົດຂອງພຣະອົງໃຫ້ກັບມະນຸດ, ພຣະອົງໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດຊາດ ແລະ ຜູ້ໃດເຄີຍມອບຄວາມອົບອຸ່ນໃຫ້ກັບພຣະອົງແດ່? ມີໃຜເຄີຍມອບຄວາມສຸກສະບາຍໃຫ້ກັບພຣະອົງແດ່? ມະນຸດໄດ້ກອງຄວາມກົດດັນທັງໝົດເທິງພຣະອົງ, ເຂົາໄດ້ມອບຄວາມໂຊກຮ້າຍທັງໝົດໃຫ້ກັບພຣະອົງ, ເຂົາໄດ້ບີບບັງຄັບປະສົບການອັນໂຊກຮ້າຍທ່າມກາງມະນຸດໃຫ້ກັບພຣະອົງ, ເຂົາໂທດພຣະອົງຕໍ່ຄວາມບໍ່ຍຸຕິທຳທຸກຢ່າງ ແລະ ພຣະອົງກໍຍອມຮັບເອົາສິ່ງນັ້ນໂດຍປະລິຍາຍ. ພຣະອົງເຄີຍປະທ້ວງຜູ້ໃດຜູ້ໜຶ່ງບໍ? ພຣະອົງເຄີຍຮຽກຮ້ອງການຕອບແທນແມ່ນແຕ່ເລັກນ້ອຍຈາກຄົນໃດຄົນໜຶ່ງບໍ? ຜູ້ໃດເຄີຍເຫັນອົກເຫັນໃຈພຣະອົງແດ່? ໃນຖານະເປັນຄົນປົກກະຕິ, ມີໃຜແດ່ທ່າມກາງພວກເຈົ້າທີ່ບໍ່ເຄີຍມີໄວເດັກແບບເພີ້ຝັນ? ຜູ້ໃດແດ່ທີ່ບໍ່ເຄີຍເປັນໄວໜຸ່ມຢ່າງມີສີສັນ? ຜູ້ໃດແດ່ທີ່ບໍ່ໄດ້ຮັບຄວາມອົບອຸ່ນຈາກຄົນຮັກ? ຜູ້ໃດແດ່ທີ່ປາສະຈາກຄວາມຮັກຈາກຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ? ຜູ້ໃດແດ່ທີ່ບໍ່ໄດ້ຮັບການເຄົາລົບຈາກຄົນອື່ນ? ຜູ້ໃດແດ່ທີ່ປາສະຈາກຄອບຄົວທີ່່ອົບອຸ່ນ? ຜູ້ໃດແດ່ທີ່ປາສະຈາກຄວາມອົບອຸ່ນໃຈຈາກເພື່ອນຊະນິດຂອງພວກເຂົາ? ແລ້ວພຣະອົງເຄີຍໄດ້ຮັບສິ່ງໃດໜຶ່ງທີ່ກ່າວມານີ້ບໍ? ຜູ້ໃດເຄີຍມອບຄວາມອົບອຸ່ນເລັກນ້ອຍໃຫ້ກັບພຣະອົງແດ່? ຜູ້ໃດແດ່ທີ່ເຄີຍມອບເສດສ່ວນຂອງຄວາມອົບອຸ່ນໃຈໃຫ້ກັບພຣະອົງ? ຜູ້ໃດແດ່ທີ່ເຄີຍສະແດງສິນທຳເລັກນ້ອຍຂອງມະນຸດໃຫ້ກັບພຣະອົງ? ຜູ້ໃດແດ່ທີ່ເຄີຍອົດທົນກັບພຣະອົງ? ຜູ້ໃດແດ່ທີ່ເຄີຍຖືກພຣະອົງໃຊ້ໃນລະຫວ່າງເວລາທີ່ລໍາບາກ? ຜູ້ໃດເຄີຍຜ່ານຊີວິດທີ່ລໍາບາກກັບພຣະອົງບໍ່? ມະນຸດບໍ່ເຄີຍຫຼຸດຜ່ອນສິ່ງທີ່ເຂົາຮຽກຮ້ອງຈາກພຣະອົງເລີຍ; ເຂົາໄດ້ແຕ່ຮຽກຮ້ອງຈາກພຣະອົງຢ່າງບໍ່ລັງເລໃຈ, ຄືກັບວ່າເມື່ອພຣະອົງມາເຖິງໂລກຂອງມະນຸດ ພຣະອົງເປັນງົວ ຫຼື ມ້າຂອງເຂົາ, ເປັນນັກໂທດຂອງເຮົາ ແລະ ຕ້ອງມອບທັງໝົດຂອງພຣະອົງໃຫ້ກັບມະນຸດ; ຖ້າບໍ່ດັ່ງນັ້ນ, ມະນຸດຈະບໍ່ໃຫ້ອະໄພພຣະອົງຈັກເທື່ອ, ຈະບໍ່ໃຈເຢັນກັບພຣະອົງ, ຈະບໍ່ເອີ້ນພຣະອົງວ່າພຣະເຈົ້າຈັກເທື່ອ ແລະ ຈະບໍ່ນັບຖືພຣະອົງຢ່າງສູງ. ມະນຸດໂຫດຮ້າຍເກີນໄປໃນທັດສະນະຄະຕິຂອງເຂົາທີ່ມີຕໍ່ພຣະເຈົ້າ, ຄືກັບວ່າເຂົາຕັ້ງໃຈທໍລະມານພຣະເຈົ້າຈົນຕາຍ, ຫຼັງຈາກນັ້ນ ເຂົາຈຶ່ງຈະປ່ອຍສິ່ງທີ່ເຂົາຮຽກຮ້ອງຈາກພຣະເຈົ້າ; ຖ້າບໍ່ດັ່ງນັ້ນ ມະນຸດກໍຈະບໍ່ລົດມາດຕະຖານໃນສິ່ງທີ່ເຂົາຮຽກຮ້ອງຈາກພຣະເຈົ້າຈັກເທື່ອ. ມະນຸດແບບນີ້ຈະບໍ່ຖືກພຣະເຈົ້າລັງກຽດໄດ້ແນວໃດ? ສິ່ງນີ້ບໍ່ແມ່ນໂສກອະນາດຕະກຳໃນປັດຈຸບັນບໍ? ຄວາມສຳນຶກຂອງມະນຸດບໍ່ມີບ່ອນໃຫ້ເຫັນເລີຍ. ເຂົາສືບຕໍ່ເວົ້າວ່າເຂົາຈະຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ເຂົາກໍຜ່າພຣະເຈົ້າອອກ ແລະ ທໍລະມານພຣະອົງຈົນຕາຍ. ນີ້ບໍ່ແມ່ນ “ສູດລັບ” ໃນຄວາມເຊື່ອທີ່ເຂົາມີຕໍ່ພຣະເຈົ້າ ເຊິ່ງຖືກສືບຕໍ່ຈາກບັນພະບຸລຸດຂອງເຂົາບໍ? ບໍ່ມີບ່ອນໃດທີ່ຈະບໍ່ພົບ “ຊາວຢິວ” ແລະ ໃນປັດຈຸບັນ ພວກເຂົາຍັງປະຕິບັດພາລະກິດແບບເກົ່າ, ພວກເຂົາຍັງປະຕິບັດພາລະກິດເດີມໃນການຕໍ່ຕ້ານພຣະເຈົ້າ ແລະ ຍັງເຊື່ອວ່າພວກເຂົາກຳລັງຍົກພຣະເຈົ້າຂຶ້ນສູງ. ສາຍຕາຂອງມະນຸດເອງຈະສາມາດຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດທີ່ດຳລົງຊີວິດໃນເນື້ອໜັງຈະຖືກປະຕິບັດຕໍ່ແບບພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ມາຈາກພຣະວິນຍານໄດ້ແນວໃດ? ຜູ້ໃດແດ່ທ່າມກາງມະນຸດທີ່ຮູ້ຈັກພຣະອົງ? ຄວາມຈິງມີຢູ່ໃສທ່າມກາງມະນຸດ? ຄວາມຊອບທຳທີ່ແທ້ຈິງແມ່ນຢູ່ໃສ? ຜູ້ໃດສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າແດ່? ຜູ້ໃດແດ່ທີ່ສາມາດແຂ່ງຂັນກັບພຣະເຈົ້າທີ່ຢູ່ໃນສະຫວັນ? ບໍ່ແປກໃຈເລີຍວ່າ ເມື່ອພຣະອົງໄດ້ມາຢູ່ທ່າມກາງມະນຸດ, ບໍ່ມີໃຜຮູ້ຈັກພຣະເຈົ້າ ແລະ ພຣະອົງຖືກປະຕິເສດ. ມະນຸດຈະສາມາດອົດທົນຕໍ່ການເປັນຢູ່ຂອງພຣະເຈົ້າໄດ້ແນວໃດ? ເຂົາຈະຍອມໃຫ້ແສງສະຫວ່າງຂັບໄລ່ຄວາມມືດອອກຈາກແຜ່ນດິນໂລກໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນການອຸທິດທີ່ມີກຽດຂອງມະນຸດບໍ? ສິ່ງນີ້ບໍ່ແມ່ນເສັ້ນທາງທີ່ຊື່ສັດຂອງມະນຸດບໍ? ແລ້ວພາລະກິດຂອງພຣະເຈົ້າບໍ່ໄດ້ສຸມໃສ່ທາງເຂົ້າຂອງມະນຸດບໍ? ເຮົາປາຖະໜາໃຫ້ພວກເຈົ້າລວມພາລະກິດຂອງພຣະເຈົ້າກັບທາງເຂົ້າຂອງມະນຸດ ແລະ ຈັດຕັ້ງຄວາມສຳພັນທີ່ດີລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ມະນຸດຄວນປະຕິບັດໃຫ້ສຸດຄວາມສາມາດຂອງເຂົາ. ໃນວິທີນີ້, ພາລະກິດຂອງພຣະເຈົ້າ ໃນທີ່ສຸດ ກໍມາເຖິງຈຸດສິ້ນສຸດ ແລະ ສຳເລັດລົງດ້ວຍສະຫງ່າລາສີຂອງພຣະອົງ!

ໝາຍເຫດ:

1. “‘ທາງເຂົ້າ’ ຂອງມະນຸດ” ໃນທີ່ນີ້ໝາຍເຖິງພຶດຕິກຳທີ່ບໍ່ເຊື່ອຟັງຂອງມະນຸດ. ແທນທີ່ຈະໝາຍເຖິງການທີ່ຜູ້ຄົນເຂົ້າສູ່ຊີວິດ ເຊິ່ງເປັນດ້ານບວກ, ມັນໝາຍເຖິງພຶດຕິກຳ ແລະ ການກະທຳດ້ານລົບຂອງພວກເຂົາ. ໃນຄວາມໝາຍກວ້າງໆ ມັນໝາຍເຖິງການກະທຳທຸກຢ່າງຂອງມະນຸດທີ່ຕໍ່ຕ້ານພຣະເຈົ້າ.

2. “ເສຍຂວັນຍ້ອນຄວາມຢ້ານໃນຈິນຕະນາການ” ແມ່ນໃຊ້ເພື່ອເຍາະເຍີ້ຍຊີວິດແຫ່ງຄວາມເປັນມະນຸດທີ່ຖືກນໍາພາຢ່າງຜິດໆ. ມັນໝາຍເຖິງສະພາວະຊີວິດຂີ້ຮ້າຍຂອງມະນຸດຊາດ ທີ່ຜູ້ຄົນດຳລົງຊີວິດຢູ່ຮ່ວມກັນກັບຜີຮ້າຍ.

3. “ໄດ້ດີທີ່ສຸດ” ແມ່ນເວົ້າເພື່ອເຍາະເຍີ້ຍ.

4. “ຄວາມຮ້ອນຮົນຂອງພວກເຂົາເຜົາໄໝ້ຢ່າງຮ້າຍແຮງຍິ່ງຂຶ້ນ” ແມ່ນເວົ້າເພື່ອເຍາະເຍີ້ຍ ແລະ ໝາຍເຖິງສະພາວະຂີ້ຮ້າຍຂອງມະນຸດ.

5. “ຈັບເປັນ” ໝາຍເຖິງພຶດຕິກຳທີ່ຮຸນແຮງ ແລະ ຊົ່ວຊ້າຂອງມະນຸດ. ມະນຸດໂຫດຮ້າຍ ແລະ ບໍ່ຍົກໂທດໃຫ້ພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ຮຽກຮ້ອງຢ່າງບໍ່ສົມເຫດສົມຜົນຈາກພຣະອົງ.

6. “ໂດຍມີແຜນການຢ່າງຮອບຄອບຢູ່ໃນຄວາມຄິດຂອງມັນ” ແມ່ນເວົ້າເພື່ອເຍາະເຍີ້ຍ ແລະ ສິ່ງນີ້ໝາຍເຖິງວິທີທີ່ຜູ້ຄົນບໍ່ຮູ້ຈັກຕົນເອງ ແລະ ບໍ່ຮູ້ຈັກວຸດທິພາວະທີ່ແທ້ຈິງຂອງພວກເຂົາ. ນີ້ແມ່ນຄຳເວົ້າເພື່ອດູຖູກ.

7. “ເປັນຕານັບຖື” ແມ່ນເວົ້າເພື່ອເຍາະເຍີ້ຍ.

8. “ຍິງ” ບົ່ງບອກເຖິງສະພາວະຂີ້ຮ້າຍຂອງຜູ້ຄົນທີ່ໃຈຮ້າຍຍ້ອນຄວາມໂມໂຫ ເມື່ອພວກເຂົາຖືກພຣະເຈົ້າເອົາຊະນະ. ມັນບົ່ງບອກເຖິງຂອບເຂດການຕໍ່ຕ້ານພຣະເຈົ້າຂອງພວກເຂົາ.

​ກ່ອນ​ນີ້ :ການປະຕິບັດ (2)

ຕໍ່​ໄປ:ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)

ເນື່ອຫາທີ່ກ່ຽວຂ້ອງ