ພາລະກິດ ແລະ ທາງເຂົ້າ (8)
ເຮົາໄດ້ກ່າວຫຼາຍຄັ້ງແລ້ວວ່າ ພາລະກິດຂອງພຣະເຈົ້າຂອງຍຸກສຸດທ້າຍ ແມ່ນຖຶກປະຕິບັດເພື່ອປ່ຽນແປງຈິດໃຈຂອງແຕ່ລະຄົນ ແລະ ເພື່ອປ່ຽນແປງຈິດວິນຍານຂອງແຕ່ລະຄົນ ເພື່ອວ່າ ຫົວໃຈຂອງພວກເຂົາທີ່ໄດ້ທົນທຸກກັບຄວາມເຈັບປວດຢ່າງມະຫາສານຈະໄດ້ຖືກປ່ຽນແປງ ແລະ ດ້ວຍເຫດນີ້ ກໍຈະເປັນການຊ່ວຍຈິດໃຈຂອງພວກເຂົາທີ່ຖືກເຮັດໃຫ້ເຈັບປວດດ້ວຍຄວາມຊົ່ວຮ້າຍ; ເພື່ອປຸກຈິດວິນຍານຂອງຜູ້ຄົນ, ເພື່ອລະລາຍຫົວໃຈທີ່ເຢັນຊາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາຟື້ນຄືນອີກຄັ້ງ. ນີ້ຄືຄວາມປະສົງທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ. ຈົ່ງຢຸດການເວົ້າເຖິງຄວາມສູງສົ່ງ ຫຼື ຄວາມເລິກເຊິ່ງຂອງຊີວິດ ແລະ ປະສົບການຂອງມະນຸດ; ເມື່ອໃຈຂອງຜູ້ຄົນຖືກປຸກໃຫ້ຕື່ນຂຶ້ນ, ເມື່ອພວກເຂົາຖືກປຸກໃຫ້ຕື່ນຈາກຄວາມຝັນຂອງພວກເຂົາ ແລະ ໄດ້ຮູ້ຈັກໄພອັນຕະລາຍທີ່ມັງກອນແດງທີ່ຍິ່ງໃຫຍ່ໄດ້ສ້າງຂຶ້ນເປັນຢ່າງດີ ການປະຕິບັດພັນທະກິດຂອງພຣະເຈົ້າກໍຈະສໍາເລັດລົງ. ມື້ທີ່ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດຍັງເປັນມື້ທີ່ມະນຸດໄດ້ເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າຢ່າງເປັນທາງການ. ໃນເວລານີ້ ພັນທະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ: ພາລະກິດຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈະສໍາເລັດຢ່າງສົມບູນ ແລະ ມະນຸດຈະເລີ່ມປະຕິບັດໜ້າທີ່ ທີ່ເຂົາຄວນປະຕິບັດຢ່າງເປັນທາງການ ນັ້ນກໍຄື ເຂົາຈະປະຕິບັດພັນທະກິດຂອງຕົນເອງ. ນີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ສະນັ້ນ, ພວກເຈົ້າຄວນຊອກຫາເສັ້ນທາງຂອງພວກເຈົ້າ ເພື່ອເຂົ້າສູ່ພື້ນຖານໃນການຮູ້ຈັກສິ່ງເຫຼົ່ານີ້. ທັງໝົດນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ການເຂົ້າສູ່ຂອງມະນຸດຈະດີຂຶ້ນ ເມື່ອມີການປ່ຽນແປງເກີດຂຶ້ນພາຍໃນໃຈຂອງເຂົາເທົ່ານັ້ນ ຍ້ອນວ່າ ພາລະກິດຂອງພຣະເຈົ້າແມ່ນຄວາມລອດພົ້ນທີ່ສົມບູນຂອງມະນຸດ ນັ້ນກໍຄື ມະນຸດທີ່ຖືກໄຖ່ບາບ, ຜູ້ທີ່ຍັງອາໄສຢູ່ພາຍໃຕ້ອໍານາດແຫ່ງຄວາມມືດ ແລະ ຜູ້ທີ່ບໍ່ໄດ້ປຸກຕົວເອງໃຫ້ຕື່ນຈາກບ່ອນເຕົ້າໂຮມແຫ່ງນີ້ຂອງພວກຜີສາດ; ເພື່ອວ່າ ມະນຸດອາດຈະລອດພົ້ນຈາກພັນປີແຫ່ງຄວາມບາບ ແລະ ເປັນທີ່ຮັກຂອງພຣະເຈົ້າ, ໂຈມຕີມັງກອນແດງທີ່ຍິ່ງໃຫຍ່ໃຫ້ລົ້ມຢ່າງສົມບູນ, ສ້າງຕັ້ງອານາຈັກຂອງພຣະເຈົ້າ ແລະ ນໍາເອົາຄວາມສະຫງົບມາສູ່ໃຈຂອງພຣະເຈົ້າໃຫ້ໄວຂຶ້ນກວ່າເກົ່າ; ເພື່ອເປັນການລະບາຍ ໂດຍບໍ່ມີຂໍ້ຈໍາກັດ ຕໍ່ຄວາມກຽດຊັງທີ່ບອບຊໍ້າຢູ່ໃນເອິກຂອງພວກເຈົ້າ, ເພື່ອກໍາຈັດແມ່ພະຍາດເຊື້ອລາເຫຼົ່ານັ້ນ, ເພື່ອຍອມໃຫ້ພວກເຈົ້າປະຖິ້ມຊີວິດນີ້ ທີ່ບໍ່ແຕກຕ່າງຈາກຊີວິດຂອງງົວ ຫຼື ມ້າ, ເພື່ອບໍ່ເປັນຂ້າທາດອີກຕໍ່ໄປ, ເພື່ອບໍ່ຖືກຢຽບຢ່ຳຢ່າງອໍາພັງໃຈອີກຕໍ່ໄປ ຫຼື ຖືກສັ່ງການໂດຍມັງກອນແດງທີ່ຍິ່ງໃຫຍ່; ພວກເຈົ້າຈະບໍ່ແມ່ນຄົນຂອງປະເທດຊາດທີ່ລົ້ມເຫຼວນີ້ອີກຕໍ່ໄປ, ບໍ່ເປັນຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ຊົ່ວຮ້າຍ ແລະ ພວກເຈົ້າຈະບໍ່ຖືກມັນຈັບໄປເປັນທາດອີກຕໍ່ໄປ. ຮັງຂອງພວກຜີສາດຈະຖືກທໍາລາຍເປັນຊິ້ນສ່ວນຢ່າງແນ່ນອນ ແລະ ພວກເຈົ້າຈະຢືນຄຽງຂ້າງພຣະເຈົ້າ. ພວກເຈົ້າເປັນຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຂອງຈັກກະພັດແຫ່ງຂ້າທາດດັ່ງກ່າວນີ້. ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ກຽດຊັງສັງຄົມມືດຈົນເຂົ້າກະດູກດໍາຂອງພຣະອົງ. ພຣະອົງກັດແຂ້ວຂອງພຣະອົງ, ຕ້ອງການທີ່ຈະເອົາຕີນຂອງພຣະອົງຢຽບເຖົ້າໂຕໃຫຍ່ອັນຊົ່ວຮ້າຍ ແລະ ຮ້າຍກາດນີ້ທີ່ສຸດ ເພື່ອວ່າ ມັນຈະບໍ່ສາມາດລຸກຂຶ້ນມາອີກຄັ້ງ ແລະ ຈະບໍ່ມີວັນຂົ່ມເຫັງມະນຸດອີກ; ພຣະອົງຈະບໍ່ຍົກໂທດໃຫ້ການກະທໍາຂອງມັນໃນອະດີດ, ພຣະອົງຈະບໍ່ອົດທົນຕໍ່ການຫຼອກລວງຂອງມັນທີ່ມີຕໍ່ມະນຸດ ແລະ ພຣະອົງຈະແກ້ແຄ້ນໃຫ້ທຸກຄົນທີ່ໄດ້ຮັບຄວາມຜິດບາບຈາກມັນຕະຫຼອດຍຸກຕ່າງໆ; ພຣະເຈົ້າຈະບໍ່ປ່ອຍຫົວໜ້າຂອງຄວາມຊົ່ວຮ້າຍທັງມວນນີ້[1] ຫຼຸດພົ້ນແມ່ນແຕ່ໜ້ອຍ ໂດຍທີ່ພຣະອົງຈະທໍາລາຍມັນຢ່າງສິ້ນເຊີງ.
ເປັນເວລາຫຼາຍພັນປີ ດິນແດນແຫ່ງນີ້ໄດ້ເປັນດິນແດນແຫ່ງຄວາມສົກກະປົກ. ມັນເປື້ອນເຖິງຂັ້ນຮັບບໍ່ໄດ້, ມີຄວາມທຸກທໍລະມານຫຼາຍ, ຜີສາງແລ່ນອາລະວາດທຸກບ່ອນ ທັງໃຊ້ອຸບາຍ ແລະ ຫຼອກລວງ, ກ່າວຫາໂດຍບໍ່ມີຫຼັກຖານ[2], ມີຄວາມອໍາມະຫິດ ແລະ ໂຫດຮ້າຍ, ຢຽບຢ່ຳເມືອງຮ້າງແຫ່ງນີ້ ແລະ ປະໃຫ້ມັນເຕັມໄປດ້ວຍຊາກສົບ; ກິ່ນເໝັນຈາກຄວາມເນົ່າເປື່ອຍປົກຄຸມທົ່ວດິນແດນ ແລະ ແຜ່ລາມທົ່ວເທິງອາກາດ ແລະ ດິນແດນແຫ່ງນີ້ແມ່ນມີການເຝົ້າຍາມຢ່າງໜ້າແໜ້ນ[3]. ໃຜສາມາດເຫັນໂລກທີ່ຢູ່ເໜືອທ້ອງຟ້າ? ຜີຮ້າຍໄດ້ມັດຮ່າງກາຍຂອງມະນຸດທຸກຄົນຢ່າງຫັດແໜ້ນ, ມັນປິດຕາທັງສອງຂອງເຂົາ ແລະ ປິດປາກຂອງເຂົາຢ່າງແໜ້ນ. ກະສັດຂອງພວກຜີຮ້າຍໄດ້ອາລະວາດເປັນເວລາຫຼາຍພັນປີ ຈົນຮອດປັດຈຸບັນ ໃນເວລາທີ່ມັນຍັງເຝົ້າເບິ່ງເມືອງຮ້າງ ດັ່ງກັບວ່າ ມັນເປັນພະລາຊະວັງຂອງພວກຜີຮ້າຍທີ່ບໍ່ສາມາດບຸກລຸກເຂົ້າໄດ້; ໃນຂະນະດຽວກັນ ຝູງໝາເຝົ້າຍາມນີ້ກໍຈ້ອງເບິ່ງດ້ວຍສາຍຕາວາດລະແວງ, ມີຄວາມຢ້ານກົວວ່າ ພຣະເຈົ້າຈະຈັບພວກມັນໂດຍທີ່ບໍ່ຮູ້ສຶກຕົວ ແລະ ຈະກວາດລ້າງພວກມັນທັງໝົດ ເຮັດໃຫ້ພວກມັນບໍ່ມີບ່ອນຢູສະຫງົບ ແລະ ມີຄວາມສຸກ. ຜູ້ຄົນຂອງເມືອງຮ້າງແບບນີ້ຈະເຄີຍເຫັນພຣະເຈົ້າໄດ້ແນວໃດ? ພວກເຂົາເຄີຍມີຄວາມສຸກກັບຄວາມເປັນທີ່ຮັກ ແລະ ຄວາມໜ້າຮັກຂອງພຣະເຈົ້າບໍ? ພວກເຂົາສໍານຶກບຸນຄຸນຫຍັງແນ່ ຕໍ່ເລື່ອງຕ່າງໆຂອງໂລກມະນຸດ? ຜູ້ໃດໃນບັນດາພວກເຂົາທີ່ສາມາດເຂົ້າໃຈຄວາມປະສົງອັນແຮງກ້າຂອງພຣະເຈົ້າ? ສະນັ້ນ, ໜ້ອຍຄົນຈິງສົງໄສວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຍັງຖືກເຊື່ອງຊ້ອນໄວ້ຢ່າງມິດຊິດ: ໃນສັງຄົມມືດແບບນີ້ ເຊິ່ງເປັນບ່ອນທີ່ພວກຜີສາດມີຄວາມໂຫດຮ້າຍ ແລະ ປ່າເຖື່ອນ, ກະສັດຂອງພວກຜີສາດ ທີ່ໄດ້ຂ້າຄົນໂດຍບໍ່ໄດ້ພິບຕາ ຈະທົນຕໍ່ການມີຢູ່ຂອງພຣະເຈົ້າ ຜູ້ທີ່ໜ້າຮັກ, ໃຈດີ ແລະ ຍັງບໍລິສຸດໄດ້ແນວໃດ? ມັນຈະຕົບມື ແລະ ຮ້ອງເຊຍການສະເດັດມາເຖິງຂອງພຣະເຈົ້າໄດ້ແນວໃດ? ພວກຂີ້ຂ້າເຫຼົ່ານີ້ເອີຍ! ພວກເຂົາຕອບແທນຄວາມໃຈດີດ້ວຍຄວາມກຽດຊັງ, ພວກເຂົາເລີ່ມປະຕິບັດກັບພຣະເຈົ້າວ່າເປັນສັດຕູແຕ່ດົນນານແລ້ວ, ພວກເຂົາຂົ່ມເຫັງພຣະເຈົ້າ, ພວກເຂົາປ່າເຖື່ອນທີ່ສຸດ, ພວກເຂົາບໍ່ນັບຖືພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາລັກ ແລະ ປຸ້ນ, ພວກເຂົາໄດ້ສູນເສຍສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ຕໍ່ຕ້ານສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ລໍ້ລວງໃຫ້ຄົນບໍລິສຸດຂາດສະຕິ. ນີ້ແມ່ນບັນພະບຸລຸດຂອງຄົນສະໄໝບູຮານບໍ? ຜູ້ນໍາທີ່ເປັນທີ່ຮັກບໍ? ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ! ການກ້າວກ່າຍຂອງພວກເຂົາໄດ້ເຮັດໃຫ້ທຸກຄົນທີ່ຢູ່ກ້ອງສະຫວັນຕ້ອງຕົກຢູ່ໃນສະພາບແຫ່ງຄວາມມືດ ແລະ ຄວາມສົນລະວົນ! ນີ້ແມ່ນອິດສະຫຼະທາງສາສະໜາບໍ? ນີ້ແມ່ນສິດທີ່ຖືກຕ້ອງຕາມກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນບໍ? ສິ່ງເຫຼົ່ານີ້ແມ່ນກົນລວງເພື່ອປົກປິດບາບ! ແມ່ນໃຜໄດ້ຮັບເອົາພາລະກິດຂອງພຣະເຈົ້າ? ແມ່ນໃຜໄດ້ມອບຊີວິດຂອງພວກເຂົາ ຫຼື ສະຫຼະເລືອດຂອງຕົວເອງເພື່ອພາລະກິດຂອງພຣະເຈົ້າ? ຫຼາຍຊົ່ວອາຍຸຄົນ ນັບຈາກພໍ່ແມ່ຫາລູກ, ມະນຸດທີ່ຖືກຈັບໄປເປັນທາດໄດ້ຈັບພຣະເຈົ້າໄປເປັນທາດແບບບໍ່ມີພິທີລີຕອງ ແລ້ວນີ້ຈະບໍ່ເຮັດໃຫ້ມີຄວາມໂມໂຫໄດ້ແນວໃດ? ພັນປີແຫ່ງຄວາມກຽດຊັງແມ່ນຝັງເລິກຢູ່ໃນຫົວໃຈ, ຄວາມບາບໜາເປັນພັນປີແມ່ນຖືກຈາລຶກໃສ່ຫົວໃຈ ແລ້ວນີ້ຈະບໍ່ເຮັດໃຫ້ເກີດມີຄວາມກຽດຊັງໄດ້ແນວໃດ? ຈົ່ງແກ້ແຄ້ນໃຫ້ກັບພຣະເຈົ້າ, ເຮັດໃຫ້ສັດຕູຂອງພຣະອົງດັບສູນໃຫ້ໝົດ, ຢ່າຍອມໃຫ້ມັນແລ່ນອາລະວາດອີກຕໍ່ໄປ ແລະ ຢ່າຍອມໃຫ້ມັນສ້າງຄວາມວຸ້ນວາຍຕາມຄວາມຕ້ອງການຂອງມັນອີກຕໍ່ໄປ! ດຽວນີ້ແມ່ນເຖິງເວລາແລ້ວ: ແຕ່ດົນນານ ມະນຸດໄດ້ເຕົ້າໂຮມກໍາລັງທັງໝົດຂອງເຂົາ, ເຂົາໄດ້ອຸທິດຄວາມພະຍາຍາມທັງໝົດຂອງເຂົາ ແລະ ເສຍສະຫຼະທຸກຢ່າງເພື່ອສິ່ງນີ້, ເພື່ອຈີກໃບໜ້າທີ່ເປັນຕາຢ້ານຂອງຜີສາດນີ້ ແລະ ເຮັດໃຫ້ຜູ້ຄົນ ທີ່ຖືກບັງຕາ ແລະ ຜູ້ທີ່ໄດ້ທົນຕໍ່ຄວາມທຸກທໍລະມານ ແລະ ຄວາມລໍາບາກໃນທຸກຮູບແບບ ໄດ້ລຸກຂຶ້ນຈາກຄວາມເຈັບປວດຂອງພວກເຂົາ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຜີສາດເຖົ້າທີ່ຊົ່ວຮ້າຍນີ້. ເປັນຫຍັງຈິ່ງສ້າງອຸປະສັກທີ່ບໍ່ສາມາດແກ້ໄຂຕໍ່ພາລະກິດຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ເລ່ກົນເພື່ອຫຼອກລວງຄົນຂອງພຣະເຈົ້າ? ອິດສະຫຼະທີ່ແທ້ຈິງ ແລະ ສິດ ແລະ ສິດຜົນປະໂຫຍດທີ່ຖືກຕ້ອງມີຢູ່ໃສ? ຄວາມຍຸຕິທໍາຢູ່ໃສ? ຄວາມສຸກສະບາຍຢູ່ໃສ? ຄວາມອົບອຸ່ນຢູ່ໃສ? ເປັນຫຍັງຈິ່ງໃຊ້ອຸບາຍຫຼອກລວງເພື່ອຕົວະຄົນຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ກໍາລັງເພື່ອຢັບຢັ້ງການສະເດັດມາຂອງພຣະເຈົ້າ? ເປັນຫຍັງຈິ່ງບໍ່ຍອມໃຫ້ພຣະເຈົ້າຄະເນຈອນຢູ່ເທິງແຜ່ນດິນໂລກທີ່ພຣະອົງຊົງສ້າງຂຶ້ນຢ່າງເປັນອິດສະຫຼະ? ເປັນຫຍັງຈິ່ງລົບກວນພຣະເຈົ້າຈົນພຣະອົງບໍ່ມີບ່ອນທີ່ຈະພັກຫົວຂອງພຣະອົງລົງ? ຄວາມອົບອຸ່ນໃນທ່າມກາງມະນຸດຢູ່ໃສ? ການຕ້ອນຮັບໃນທ່າມກາງມະນຸດຢູ່ໃສ? ເປັນຫຍັງຈິ່ງສະແຫວງຫາພຣະເຈົ້າແບບບໍ່ມີຫວັງ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າຮ້ອງອອກມາຊໍ້າແລ້ວຊໍ້າອີກ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າກັງວົນກັບບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ? ໃນສັງຄົມມືດນີ້ ເປັນຫຍັງໝາເຝົ້າຍາມທີ່ເປັນຕາສົມເພດຂອງມັນບໍ່ຍອມໃຫ້ພຣະເຈົ້າສະເດັດໄປໆມາໆຢ່າງອິດສະຫຼະທົ່ວໂລກທີ່ພຣະອົງຊົງສ້າງ? ເປັນຫຍັງມະນຸດ ທີ່ດໍາລົງຊີວິດໃນທ່າມກາງຄວາມເຈັບປວດ ແລະ ຄວາມທຸກທໍລະມານຈິ່ງບໍ່ເຂົ້າໃຈ? ເພື່ອພວກເຈົ້າແລ້ວ, ພຣະເຈົ້າໄດ້ອົດທົນຕໍ່ຄວາມທໍລະມານຢ່າງໃຫຍ່ຫຼວງ, ໄດ້ປະທານບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ, ເນື້ອໜັງ ແລະ ເລືອດຂອງພຣະອົງໃຫ້ພວກເຈົ້າດ້ວຍຄວາມເຈັບປວດ ແລ້ວເປັນຫຍັງພວກເຈົ້າຈິ່ງຍັງເມີນເສີຍຢູ່? ໃນລັກສະນະລວມຂອງທຸກຄົນ, ພວກເຈົ້າໄດ້ປະຕິເສດການສະເດັດມາຮອດຂອງພຣະເຈົ້າ ແລະ ໄດ້ປະຕິເສດມິດຕະພາບຂອງພຣະເຈົ້າ. ເປັນຫຍັງຈິ່ງບໍ່ມີສາມັນສໍານຶກເຖິງຂະໜາດນັ້ນ? ພວກເຈົ້າເຕັມໃຈບໍ ທີ່ຈະທົນຕໍ່ຄວາມບໍ່ຍຸຕິທໍາໃນສັງຄົມມືດແບບນີ້? ແທນທີ່ຈະຍັດທ້ອງຂອງພວກເຈົ້າໃຫ້ອີ່ມກັບຄວາມກຽດຊັງນັບພັນປີ, ເປັນຫຍັງພວກເຈົ້າຈິ່ງຍັດທ້ອງຕົນເອງດ້ວຍ “ຂີ້” ຂອງກະສັດຂອງພວກຜີຮ້າຍ?
ພາລະກິດຂອງພຣະເຈົ້າແມ່ນມີອຸປະສັກຫຼາຍສໍ່າໃດ? ມີໃຜເຄີຍຮູ້ແນ່? ໃນເມື່ອຜູ້ຄົນຖືກກັກຂັງໂດຍສີແຫ່ງຄວາມງົມງວາຍຢ່າງຝັງເລິກ ແລ້ວມີໃຜທີ່ມີຄວາມສາມາດໃນການຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ? ດ້ວຍຄວາມຮູ້ທາງວັດທະນະທໍາທີ່ຫຼ້າຫຼັງ ພ້ອມທັງຕື້ນ ແລະ ບໍ່ສົມເຫດສົມຜົນນີ້ ພວກເຂົາຈະສາມາດເຂົ້າໃຈພຣະທໍາທີ່ກ່າວໂດຍພຣະເຈົ້າຢ່າງຄົບຖ້ວນໄດ້ແນວໃດ? ແມ່ນແຕ່ໃນເວລາທີ່ມີການເວົ້າກັບພວກເຂົາເຊິ່ງໆໜ້າ ແລະ ຖືກບໍາລຸງລ້ຽງປາກຕໍ່ປາກ, ພວກເຂົາຈະສາມາດເຂົ້າໃຈໄດ້ແນວໃດ? ບາງຄັ້ງ ມັນຄືກັບວ່າ ພຣະທໍາຂອງພຣະເຈົ້າໄດ້ຖືກຟັງດ້ວຍຫູໜວກ: ຜູ້ຄົນບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ, ພວກເຂົາພາກັນແກວ່ງຫົວ ແລະ ບໍ່ເຂົ້າໃຈຫຍັງເລີຍ. ແລ້ວນີ້ຈະບໍ່ໃຫ້ກັງວົນໃຈໄດ້ແນວໃດ? “ໄລຍະຫ່າງ[4], ຂອງປະຫວັດສາດທາງວັດທະນະທໍາບູຮານ ແລະ ຄວາມຮູ້ທາງວັດທະນະທໍານີ້” ໄດ້ສັ່ງສອນກຸ່ມຄົນທີ່ບໍ່ມີປະໂຫຍດຫຍັງ. ວັດທະນະທໍາບູຮານນີ້ ນັ້ນກໍຄືມໍລະດົນອັນລໍ້າຄ່ານີ້ ແມ່ນກອງຂີ້ເຫຍື້ອ! ມັນໄດ້ກາຍເປັນຄວາມອັບອາຍຕະຫຼອດການແຕ່ດົນນານແລ້ວ ແລະ ກໍບໍ່ຄຸ້ມທີ່ຈະກ່າວເຖິງ! ມັນໄດ້ສອນເລ່ກົນ ແລະ ເຕັກນິກໃນການຕໍ່ຕ້ານພຣະເຈົ້າໃຫ້ກັບຜູ້ຄົນ ແລະ “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ”[5] ຂອງລະບົບການສຶກສາແຫ່ງຊາດທີ່ເຮັດໃຫ້ຜູ້ຄົນຍິ່ງບໍ່ເຊື່ອຟັງພຣະເຈົ້າ. ພາລະກິດຂອງພຣະເຈົ້າແຕ່ລະສ່ວນແມ່ນມີຄວາມຍາກລໍາບາກຫຼາຍ ແລະ ທຸກຂັ້ນຕອນຂອງພາລະກິດຂອງພຣະອົງຕໍ່ແຜ່ນດິນໂລກກໍເປັນຕາເສົ້າໃຈສໍາລັບພຣະເຈົ້າ. ພາລະກິດຂອງພຣະອົງເທິງແຜ່ນດິນໂລກຊ່າງມາຍາກລໍາບາກແທ້ເດ! ຂັ້ນຕອນຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນປະກອບດ້ວຍຄວາມຍຸ້ງຍາກຫຼາຍ: ເນື່ອງຈາກຄວາມອ່ອນແອ, ຄວາມຂາດເຂີນ, ການປະພຶດຕົວຄືເດັກນ້ອຍ, ຄວາມໂງ່ຂອງມະນຸດ ແລະ ທຸກສິ່ງທີ່ເປັນຂອງມະນຸດ, ພຣະເຈົ້າຈຶ່ງສ້າງແຜນຂຶ້ນຢ່າງລະອຽດ ແລະ ມີການພິຈາລະນາຢ່າງຮອບຄອບ. ມະນຸດແມ່ນຄ້າຍຄືກັບເສືອເຈັ້ຍ ທີ່ຄົນເຮົາບໍ່ກ້າທີ່ຈະລໍ້ ຫຼື ຍົວະ; ພຽງແຕ່ໄປຈັບຕ້ອງບາຍໜ້ອຍໜຶ່ງ ເຂົາກໍຈະກັດ ຫຼື ບໍ່ຊັ້ນກໍລົ້ມລົງ ແລ້ວກໍບໍ່ຮູ້ຈະເຮັດຫຍັງອີກຕໍ່ໄປ ແລະ ຄືກັບວ່າ ຖ້າມີການເສຍສະມາທິແມ່ນແຕ່ໜ້ອຍໜຶ່ງ ເຂົາກໍຈະກັບຄືນສູ່ສະພາບເດີມ ຫຼື ບໍ່ຊັ້ນກໍຈະເມີນເສີຍຕໍ່ພຣະເຈົ້າ ຫຼື ແລ່ນໄປຫາພໍ່ແມ່ໝູ ແລະ ໝາຂອງເຂົາ ເພື່ອເພີດເພີນໃນສິ່ງທີ່ເປິເປື້ອນຂອງຮ່າງກາຍຂອງພວກເຂົາ. ຈັງແມ່ນເປັນອຸປະສັກທີ່ໃຫຍ່ຫຼວງແທ້ໆ! ໃນພາກປະຕິບັດໃນທຸກຂັ້ນຕອນຂອງພາລະກິດຂອງພຣະອົງ, ພຣະເຈົ້າແມ່ນຖືກລໍ້ລວງ ແລະ ໃນເກືອບທຸກຂັ້ນຕອນ ພຣະເຈົ້າແມ່ນມີຄວາມສ່ຽງຈາກໄພອັນຕະລາຍຢ່າງມະຫາສານ. ພຣະທໍາຂອງພຣະອົງແມ່ນຈິງໃຈ ແລະ ສັດຊື່ ໂດຍທີ່ບໍ່ມີເຈດຕະນາຮ້າຍ ແຕ່ມີໃຜແດ່ທີ່ເຕັມໃຈຍອມເອົາພຣະທໍາເຫຼົ່ານັ້ນ? ແມ່ນໃຜເຕັມໃຈທີ່ຈະຍອມເຮັດຕາມຢ່າງເຕັມທີ່? ມັນເຮັດໃຫ້ຫົວໃຈຂອງພຣະເຈົ້າແຕກຫັກ. ພຣະອົງເຮັດພາລະກິດຢ່າງໜັກທັງຕອນກາງເວັນ ແລະ ກາງຄືນເພື່ອມະນຸດ, ພຣະອົງຖືກລົບກວນດ້ວຍຄວາມກະວົນກະວາຍໃຈທີ່ມີຕໍ່ຊີວິດຂອງມະນຸດ ແລະ ພຣະອົງເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດ. ພຣະອົງໄດ້ອົດທົນກັບການພິກໄປພິກມາໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງ, ເພື່ອພຣະທໍາທຸກຂໍ້ທີ່ພຣະອົງກ່າວ; ພຣະອົງແມ່ນຢູ່ລະຫວ່າງກ້ອນຫີນ ແລະ ບ່ອນແຂງຕະຫຼອດ ແລະ ຄິດເຖິງຄວາມອ່ອນແອ, ຄວາມບໍ່ເຊື່ອຟັງ, ການປະພຶດຕົວຄືເດັກນ້ອຍ ແລະ ຄວາມບອບບາງຂອງມະນຸດ... ທັງກາງເວັນກາງຄືນຊໍ້າແລ້ວຊໍ້າອີກ. ແມ່ນໃຜທີ່ເຄີຍຮູ້ຈັກສິ່ງນີ້ແດ່? ແມ່ນໃຜທີ່ສາມາດເປີດເຜີຍຄວາມລັບໄດ້? ແມ່ນໃຜທີ່ຈະສາມາດເຂົ້າໃຈ? ພຣະອົງກຽດຊັງຄວາມບາບຂອງມະນຸດ, ການຂາດຄວາມກ້າ ແລະ ການບໍ່ມີຄວາມເຂັ້ມແຂງຂອງມະນຸດ ແລະ ພຣະອົງເປັນຫ່ວງຕໍ່ຄວາມບອບບາງຂອງມະນຸດຢູ່ສະເໝີ ແລະ ພິຈາລະນາເສັ້ນທາງອະນາຄົດຂອງມະນຸດ. ໃນຂະນະທີ່ພຣະອົງສັງເກດເບິ່ງຄໍາເວົ້າ ແລະ ການກະທໍາຂອງມະນຸດ ພຣະອົງກໍເຕັມໄປດ້ວຍຄວາມເມດຕາ ແລະ ຄວາມໂມໂຫຕະຫຼອດເວລາ ແລະ ການເຫັນສິ່ງເຫຼົ່ານີ້ແມ່ນນໍາເອົາຄວາມເຈັບປວດມາສູ່ໃຈຂອງພຣະອົງ. ຢ່າງໃດກໍຕາມ ຜູ້ບໍລິສຸດກໍຈະແຂງກະດ້າງ; ເປັນຫຍັງພຣະເຈົ້າຈິ່ງຕ້ອງເຮັດສິ່ງຕ່າງໆໃຫ້ຍາກສໍາລັບພວກເຂົາຢູ່ຕະຫຼອດເວລາ? ມະນຸດທີ່ອ່ອນແອແມ່ນສູນເສຍຄວາມອົດທົນ; ເປັນຫຍັງພຣະເຈົ້າຈິ່ງມີຄວາມໂກດຮ້າຍຢູ່ເລື້ອຍໆກັບພວກເຂົາເຫຼົ່ານີ້? ມະນຸດທີ່ອ່ອນແອ ແລະ ບໍ່ມີພະລັງແມ່ນບໍ່ມີກໍາລັງອີກຕໍ່ໄປ; ເປັນຫຍັງພຣະເຈົ້າຈິ່ງຄວນຮ້າຍພວກເຂົາຕະຫຼອດສໍາລັບຄວາມບໍ່ເຊື່ອຟັງຂອງພວກເຂົາ? ແມ່ນໃຜທີ່ສາມາດຕ້ານທານຄວາມເປັນຕາຢ້ານຂອງພຣະເຈົ້າໃນສະຫວັນໄດ້ແດ່? ຢ່າງໃດກໍຕາມ, ມະນຸດແມ່ນອ່ອນແອ ແລະ ຢູ່ໃນສະພາບຍາກລໍາບາກຢ່າງສິ້ນຫວັງ ເຊິ່ງພຣະເຈົ້າໄດ້ອົດກັ້ນຄວາມໂກດຮ້າຍຂອງພຣະອົງໄວ້ຢູ່ໃນສ່ວນເລິກຂອງຫົວໃຈຂອພຣະອົງ ເພື່ອວ່າ ມະນຸດຈະຄ່ອຍໆໄຕ່ຕອງຕົວເອງ. ແຕ່ມະນຸດ ຜູ້ທີ່ຢູ່ໃນຄວາມລໍາບາກທີ່ຮ້າຍແຮງ ແມ່ນບໍ່ຮູ້ບຸນຄຸນຕໍ່ຄວາມປະສົງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ມະນຸດຖືກກະສັດເຖົ້າຂອງພວກຜີຮ້າຍຢຽບຢ່ຳຢູ່ກ້ອງຕີນໂດຍທີ່ເຂົາບໍ່ຮູ້ສຶກຕົວ, ເຂົາເອົາຕົວເອງໄປຕໍ່ຕ້ານພຣະເຈົ້າ ຫຼື ບໍ່ຊັ້ນເຂົາກໍບໍ່ຮູ້ຮ້ອນບໍ່ຮູ້ໜາວຕໍ່ພຣະເຈົ້າ. ພຣະເຈົ້າໄດ້ກ່າວພຣະທໍາຫຼາຍຂໍ້ ແຕ່ໃຜໄດ້ຖືເອົາພຣະທໍາເຫຼົ່ານັ້ນຢ່າງຈິງຈັງແດ່? ມະນຸດບໍ່ເຂົ້າໃຈພຣະທໍາຂອງພຣະເຈົ້າ ແຕ່ເຂົາຍັງສະບາຍໃຈ ແລະ ບໍ່ມີຄວາມປາຖະໜາຫຍັງ ແລະ ບໍ່ເຄີຍຮູ້ຈັກແກ່ນແທ້ຂອງຜີສາດເຖົ້າຢ່າງແທ້ຈິງ. ຜູ້ຄົນອາໄສຢູ່ແດນມໍລະນາ, ໃນນະຮົກ ແຕ່ເຊື່ອວ່າ ພວກເຂົາອາໄສຢູ່ໃນພະລາຊະວັງແຫ່ງພື້ນທະເລ; ພວກເຂົາຖືກຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່ ແຕ່ກໍຄິດວ່າ ຕົນເອງ “ຖືກຍົກຍ້ອງ”[6] ໂດຍປະເທດຊາດ; ພວກເຂົາຖືກເຍາະເຍີ້ຍໂດຍຜີຮ້າຍ ແຕ່ກໍຄິດວ່າ ພວກເຂົາມີຄວາມສຸກກັບຄວາມສາມາດສູງສຸດທາງດ້ານສີລະປະຂອງເນື້ອໜັງ. ຈັງແມ່ນພວກເຂົາຊ່າງເປັນຄົນຊົ່ວທີ່ສົກກະປົກ ແລະ ຕໍ່າຕ້ອຍແທ້ໆ! ມະນຸດໄດ້ພົບກັບຄວາມໂຊກຮ້າຍ ແຕ່ພວກເຂົາບໍ່ຮູ້ສຶກຕົວ ແລະ ໃນສັງຄົມມືດແຫ່ງນີ້ ເຂົາໄດ້ທົນທຸກກັບເຄາະຮ້າຍຢ່າງຊໍ້າແລ້ວຊໍ້າອີກ[7] ແຕ່ບໍ່ເຄີຍຕື່ນຈາກສິ່ງນີ້. ເມື່ອໃດເຂົາຈະປະຖິ້ມຄວາມໃສ່ໃຈກັບຕົວເອງ ແລະ ອຸປະນິໄສທີ່ຄ້າຍຄືທາດ? ເປັນຫຍັງເຂົາຄືບໍ່ສົນໃຈຫົວໃຈຂອງພຣະເຈົ້າ? ເຂົາຍອມຮັບເອົາການກົດຂີ່ ແລະ ຄວາມທຸກທໍລະມານນີ້ຢ່າງງຽບໆບໍ? ເຂົາບໍ່ປາດຖະໜາເຖິງມື້ທີ່ເຂົາຈະສາມາດປ່ຽນຄວາມມືດເປັນແສງສະຫວ່າງບໍ? ເຂົາບໍ່ປາດຖະໜາທີ່ຈະແກ້ໄຂຄວາມບໍ່ຍຸຕິທໍາທີ່ມີຕໍ່ຄວາມຊອບທໍາ ແລະ ຄວາມຈິງອີກຄັ້ງບໍ? ເຂົາເຕັມໃຈທີ່ຈະເບິ່ງ ແລະ ບໍ່ເຮັດຫຍັງບໍ ໃນຂະນະທີ່ຜູ້ຄົນປະຖິ້ມຄວາມຈິງ ແລະ ບິດເບືອນຄວາມຈິງ? ເຂົາມີຄວາມສຸກບໍ ກັບການອົດທົນຕໍ່ການກົດຂີ່ຂົ່ມເຫັງນີ້? ເຂົາເຕັມໃຈທີ່ຈະເປັນທາດບໍ? ເຂົາເຕັມໃຈທີ່ຈະດັບສະຫຼາຍດ້ວຍມືຂອງພຣະເຈົ້າ ໄປພ້ອມກັບທາດຂອງລັດທີ່ລົ້ມເຫຼວນີ້ບໍ? ຄວາມຕັ້ງໃຈຂອງເຈົ້າຢູ່ໃສ? ຄວາມທະເຍີທະຍານຂອງເຈົ້າຢູ່ໃສ? ກຽດສັກສີຂອງເຈົ້າຢູ່ໃສ? ຄວາມຊື່ສັດຂອງເຈົ້າຢູ່ໃສ? ອິດສະຫຼະຂອງເຈົ້າຢູ່ໃສ? ເຈົ້າເຕັມໃຈທີ່ຈະເສຍສະຫຼະທັງຊີວິດ[8] ຂອງເຈົ້າເພື່ອມັງກອນແດງທີ່ຍິ່ງໃຫຍ່ ນັ້ນກໍຄື ກະສັດຂອງພວກຜີຮ້າຍເຫຼົ່ານັ້ນບໍ? ເຈົ້າມີຄວາມສຸກບໍ ທີ່ໃຫ້ມັນທໍລະມານເຈົ້າຈົນຕາຍ? ມະຫາສະໝຸດອັນກວ້າງໃຫຍ່ໄພສານເຕັມໄປດ້ວຍຄວາມສົນລະວົນ ແລະ ຄວາມມືດ ໃນຂະນະທີ່ຄົນທົ່ວໄປແມ່ນທົນທຸກກັບຄວາມທຸກທໍລະມານດັ່ງກ່າວ ພາກັນຮ້ອງໄຫ້ຕໍ່ສະຫວັນ ແລະ ຕໍານິແຜ່ນດິນໂລກ. ເມື່ອໃດມະນຸດຈິ່ງຈະສາມາດພູມໃຈໃນຕົວເອງ? ມະນຸດແມ່ນຈ່ອຍເຫຼືອງ ແລະ ຊຸດໂຊມຫຼາຍ ແລ້ວເຂົາຈະສາມາດຕໍ່ສູ້ກັບຜີສາດທີ່ໂຫດຮ້າຍ ແລະ ພະເດັດການນີ້ໄດ້ແນວໃດ? ເປັນຫຍັງເຂົາຄືບໍ່ມອບຊີວິດຂອງເຂົາໃຫ້ແກ່ພຣະເຈົ້າໃຫ້ໄວທີ່ສຸດເທົ່າທີ່ເຂົາຈະສາມາດເຮັດໄດ້? ເປັນຫຍັງເຂົາຈິ່ງຍັງລັງເລໃຈ? ເມື່ອໃດເຂົາຈິ່ງຈະສາມາດເຮັດພາລະກິດຂອງພຣະເຈົ້າໄດ້ສໍາເລັດ? ຍ້ອນຖືກຂົ່ມເຫັງ ແລະ ກົດຂີ່ຢ່າງບໍ່ມີເປົ້າໝາຍ, ດ້ວຍເຫດນັ້ນ ໃນທີ່ສຸດແລ້ວ ຊີວິດທັງໝົດຂອງເຂົາກໍຈະຖືກດໍາລົງຢູ່ໂດຍບໍ່ມີປະໂຫຍດຫຍັງ; ເປັນຫຍັງເຂົາຈິ່ງຟ້າວມາ ແລະ ຟ້າວໜີໄປ? ເປັນຫຍັງເຂົາຈິ່ງບໍ່ເກັບບາງສິ່ງທີ່ມີຄ່າເພື່ອມອບໃຫ້ພຣະເຈົ້າ? ເຂົາໄດ້ລືມຄວາມກຽດຊັງນັບເປັນພັນປີແລ້ວບໍ?
ບາງເທື່ອ ຫຼາຍຄົນກຽດຊັງພຣະທໍາບາງຂໍ້ຂອງພຣະເຈົ້າ ຫຼື ບາງເທື່ອ ພວກເຂົາບໍ່ໄດ້ກຽດຊັງພຣະທໍາເຫຼົ່ານັ້ນ ແລະ ບໍ່ໄດ້ມີຄວາມສົນໃຈພຣະທໍາເຫຼົ່ານັ້ນ. ຢ່າງໃດກໍຕາມ, ຄວາມຈິງບໍ່ສາມາດກາຍເປັນການໃຫ້ເຫດຜົນທີ່ບໍ່ສົມເຫດສົມຜົນ; ບໍ່ມີໃຜອາດເວົ້າຄໍາເວົ້າທີ່ຂັດແຍ້ງກັບຄວາມຈິງ. ພຣະເຈົ້າໄດ້ກາຍເປັນເນື້ອໜັງໃນເວລານີ້ ເພື່ອເຮັດພາລະກິດດັ່ງກ່າວ ເພື່ອສິ້ນສຸດພາລະກິດທີ່ພຣະອົງຍັງເຮັດບໍ່ສໍາເລັດ, ເພື່ອປິດຍຸກນີ້ລົງ, ເພື່ອພິພາກສາຍຸກນີ້, ເພື່ອຊ່ວຍຜູ້ທີ່ບາບໜາຈາກໂລກຂອງທະເລແຫ່ງຄວາມທົນທຸກໃຫ້ພົ້ນ ແລະ ປ່ຽນແປງພວກເຂົາຢ່າງສິ້ນເຊີງ. ຊາວຢິວໄດ້ຕອກພຣະເຈົ້າໃສ່ໄມ້ກາງແຂນ ເຊິ່ງດ້ວຍເຫດນັ້ນ ກໍເປັນການຢຸດຕິການເດີນທາງຂອງພຣະເຈົ້າຢູ່ທີ່ຢູເດຍ. ຫຼັງຈາກນັ້ນບໍ່ດົນ ພຣະເຈົ້າໄດ້ສະເດັດມາທ່າມກາງມະນຸດດ້ວຍຕົວເອງອີກຄັ້ງ ໂດຍໄດ້ສະເດັດມາເຖິງປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຢ່າງງຽບໆ. ທີ່ຈິ່ງແລ້ວ ຊຸມຊົນທາງສາສະໜາຂອງລັດຢິວໄດ້ຫ້ອຍຮູບພາບຂອງພຣະເຢຊູຢູ່ເທິງຝາເຮືອນຂອງພວກເຂົາແຕ່ດົນນານແລ້ວ ແລະ ຈາກປາກຂອງພວກເຂົາ ຜູ້ຄົນກໍພາກັນຮ້ອງອອກວ່າ “ພຣະເຢຊູຄຣິດເຈົ້າ”. ພວກເຂົາບໍ່ຮູ້ເລີຍວ່າ ແຕ່ດົນນານມາແລ້ວ ພຣະເຢຊູໄດ້ຍອມຮັບເອົາຄໍາສັ່ງຂອງພຣະບິດາຂອງພຣະອົງ ເພື່ອກັບຄືນໄປຢູ່ທ່າມກາງມະນຸດ ເພື່ອສໍາເລັດຂັ້ນຕອນທີສອງຂອງພາລະກິດທີ່ຍັງບໍ່ສໍາເລັດຂອງພຣະອົງ. ດ້ວຍເຫດນັ້ນ ຜູ້ຄົນຈິ່ງຕົກໃຈ ເມື່ອພວກເຂົາແນມເບິ່ງພຣະອົງ: ພຣະອົງໄດ້ເກີດໃນທ່າມກາງໂລກ ທີ່ຫຼາຍຍຸກສະໄໝໄດ້ຜ່ານພົ້ນໄປ ແລະ ພຣະອົງປາກົດໃນທ່າມກາງມະນຸດດ້ວຍຮູບຮ່າງໜ້າຕາຂອງຄົນທີ່ທໍາມະດາທີ່ສຸດ. ທີ່ຈິງແລ້ວ ເມື່ອຍຸກສະໄໝໄດ້ຜ່ານພົ້ນໄປ ເຄື່ອງນຸ່ງ ແລະ ຮູບຮ່າງທັງໝົດຂອງພຣະອົງກໍໄດ້ປ່ຽນແປງໄປເຊັ່ນກັນ ຄືກັບວ່າ ພຣະອົງໄດ້ເກີດໃໝ່. ຜູ້ຄົນຈະສາມາດຮູ້ໄດ້ແນວໃດວ່າ ພຣະອົງແມ່ນພຣະເຢຊູຄຣິດເຈົ້າຜູ້ເກົ່າ ທີ່ໄດ້ສະເດັດມາຈາກໄມ້ກາງແຂນ ແລະ ຟື້ນຄືນຊີບຂຶ້ນມາໃໝ່? ພຣະອົງບໍ່ມີຮ່ອງຮອຍຂອງການບາດເຈັບແມ່ນແຕ່ໜ້ອຍດຽວ ຄືກັນກັບວ່າ ພຣະເຢຊູບໍ່ມີຄວາມຄ້າຍຄືກັບພຣະເຢໂຮວາເລີຍ. ພຣະເຢຊູໃນປັດຈຸບັນ ແມ່ນບໍ່ໄດ້ມີກິລິຍາທ່າທາງເໝືອນດັ່ງໃນອະດີດ. ແລ້ວຜູ້ຄົນຈະຮູ້ຈັກພຣະອົງໄດ້ແນວໃດ? “ໂທມາ” ຜູ້ຫຼອກລວງໄດ້ສົງໄສຕະຫຼອດວ່າ ພຣະອົງແມ່ນພຣະເຢຊູທີ່ຟື້ນຄືນຊີບມາບໍ ແລະ ລາວຕ້ອງການເບິ່ງຮອຍແປ້ວຈາກຕະປູທີ່ຕອກໃສ່ມືຂອງພຣະເຢຊູຕະຫຼອດ ກ່ອນລາວຈະເຊົາສົງໄສ; ຖ້າບໍ່ເຫັນສິ່ງເຫຼົ່ານັ້ນ ລາວກໍຈະຢືນຢູ່ເທິງກ້ອນເມກແຫ່ງຄວາມສົງໄສຕະຫຼອດໄປ ແລະ ບໍ່ສາມາດວາງຕີນຂອງລາວລົງໃສ່ພື້ນດິນ ແລະ ຕິດຕາມພຣະເຢຊູໄດ້. “ໂທມາ” ຜູ້ໜ້າສັງເວດເອີຍ. ລາວຈະສາມາດຮູ້ໄດ້ແນວໃດວ່າ ພຣະເຢຊູໄດ້ສະເດັດມາເພື່ອປະຕິບັດພາລະກິດທີ່ມອບໝາຍໃຫ້ໂດຍພຣະເຈົ້າພຣະບິດາ? ເປັນຫຍັງພຣະເຢຊູຈິ່ງຕ້ອງມີຮອຍແປ້ວຈາກການຖືກຄຶງຢູ່ເທິງໄມ້ກາງແຂນ? ຮອຍແປ້ວຈາກການຖືກຄຶງຢູ່ເທິງໄມ້ກາງແຂນແມ່ນຮອຍຂອງພຣະເຢຊູບໍ? ພຣະອົງໄດ້ສະເດັດມາປະຕິບັດພາລະກິດ ເພື່ອຄວາມປະສົງຂອງພຣະບິດາຂອງພຣະອົງ; ເປັນຫຍັງພຣະອົງຈິ່ງຈໍາເປັນຕ້ອງສະເດັດມາໂດຍແຕ່ງກາຍ ແລະ ຕົບແຕ່ງຄືກັບຊາວຢິວໃນຍຸກຫຼາຍພັນປີກ່ອນ? ຮູບຮ່າງທີ່ພຣະເຈົ້າຮັບເອົາໃນເນື້ອໜັງແມ່ນສາມາດຂັດຂວາງພາລະກິດຂອງພຣະເຈົ້າບໍ? ນີ້ແມ່ນທິດສະດີຂອງໃຜ? ໃນເວລາທີ່ພຣະເຈົ້າປະຕິບັດພາລະກິດ ເປັນຫຍັງຈິ່ງຕ້ອງເປັນໄປຕາມຈິນຕະນາການຂອງມະນຸດ? ສິ່ງດຽວທີ່ພຣະເຈົ້າສຸມໃສ່ໃນພາລະກິດຂອງພຣະອົງ ແມ່ນເພື່ອໃຫ້ພາລະກິດມີຜົນ. ພຣະອົງບໍ່ໄດ້ປະຕິບັດຕາມກົດເກນ ແລະ ບໍ່ມີກົດລະບຽບຕໍ່ພາລະກິດຂອງພຣະອົງ ແລ້ວມະນຸດຈະສາມາດເຂົ້າໃຈພາລະກິດໄດ້ແນວໃດ? ມະນຸດຈະສາມາດເບິ່ງເຫັນພາລະກິດຂອງພຣະເຈົ້າຢ່າງລະອຽດໂດຍອາໄສແນວຄວາມຄິດ ແລະ ຈິນຕະນາການຂອງເຂົາໄດ້ແນວໃດ? ສະນັ້ນ ພວກເຈົ້າຄວນມີຈຸດໝຸ້ງໝັ້ນທີ່ຖືກຕ້ອງ: ຈົ່ງຢ່າກັງວົນກັບເລື່ອງທີ່ບໍ່ສໍາຄັນ ແລະ ຈົ່ງຢ່າສ້າງເລື່ອງຕ່າງໆທີ່ໃໝ່ຕໍ່ພວກເຈົ້າໃຫ້ເປັນເລື່ອງໃຫຍ່ ເຊິ່ງນີ້ຈະເຮັດໃຫ້ເຈົ້າເຊົາເປັນຕົວຕະຫຼົກ ແລະ ເຮັດໃຫ້ຜູ້ຄົນຫົວຂວັນເຈົ້າ. ເຈົ້າໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ເຈົ້າກໍຍັງບໍ່ຮູ້ຈັກພຣະເຈົ້າ. ໃນທີ່ສຸດແລ້ວ ເຈົ້າຈະຕົກຢູ່ໃນການຂ້ຽນຕີ ແລະ ເຈົ້າຜູ້ທີ່ຖືກຈັດ “ຢູ່ໃນອັນດັບໜຶ່ງຂອງຫ້ອງຮຽນ”[9] ແມ່ນຖືກຈັດຢູ່ໃນລະດັບຂອງຜູ້ທີ່ຖືກຂ້ຽນຕີ. ເຈົ້າບໍ່ຄວນໃຊ້ວິທີການທີ່ສະຫຼາດ ເພື່ອສະແດງກົນອຸບາຍເລັກນ້ອຍຂອງເຈົ້າ; ສາຍຕາສັ້ນຂອງເຈົ້າຈະສາມາດແນມເຫັນພຣະເຈົ້າຜູ້ທີ່ເຫັນແຈ້ງຈາກນິລັນເຖິງນິລັນດອນໄດ້ຢ່າງແທ້ຈິງໄດ້ບໍ? ປະສົບການແບບຜິວເຜີນຂອງເຈົ້າຈະເຮັດໃຫ້ເຈົ້າເບິ່ງຄວາມປະສົງຂອງພຣະເຈົ້າອອກຢ່າງຄົບຖ້ວນໄດ້ບໍ? ຈົ່ງຢ່າອວດດີ. ແທ້ຈິງແລ້ວ ພຣະເຈົ້າບໍ່ແມ່ນຂອງໂລກນີ້ ສະນັ້ນ ພາລະກິດຂອງພຣະອົງຈະສາມາດເປັນໄປຕາມທີ່ເຈົ້າຄາດຫວັງໄວ້ໄດ້ແນວໃດ?
ໝາຍເຫດ:
1. “ຫົວໜ້າຂອງຄວາມຊົ່ວຮ້າຍທັງມວນນີ້” ໝາຍເຖິງຜີສາດເຖົ້າ. ວະລີນີ້ແມ່ນສະແດງໃຫ້ເຫັນເຖິງຄວາມກຽດຊັງທີ່ສຸດ.
2. “ກ່າວຫາໂດຍບໍ່ມີຫຼັກຖານ” ໝາຍເຖິງວິທີການທີ່ຜີສາດຮ້າຍທໍາລາຍຜູ້ຄົນ.
3. “ເຝົ້າຍາມຢ່າງໜ້າແໜ້ນ” ໝາຍເຖິງວິທີການທີຜີສາດຮ້າຍໃຊ້ກັບຜູ້ຄົນ ແມ່ນໂຫດຮ້າຍຢ່າງຍິ່ງ ແລະ ຄວບຄຸມຜູ້ຄົນຢ່າງຮຸນແຮງຈົນພວກເຂົາບໍ່ສາມາດເຄື່ອນໄຫວໄດ້.
4. “ໄລຍະຫ່າງ” ແມ່ນຖືກໃຊ້ເພື່ອເປັນການເຍາະເຍີ້ຍ.
5. “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ” ແມ່ນຖືກໃຊ້ເພື່ອເປັນການເຍາະເຍີ້ຍ.
6. “ຖືກຍົກຍ້ອງ” ແມ່ນໃຊ້ເພື່ອເຍາະເຍີ້ຍຜູ້ຄົນ ທີ່ແຂງກະດ້າງ ແລະ ບໍ່ຮັບຮູ້ຕົວເອງ.
7. “ທົນທຸກກັບເຄາະຮ້າຍຢ່າງຊໍ້າແລ້ວຊໍ້າອີກ” ໝາຍເຖິງຜູ້ຄົນເກີດໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ພວກເຂົາບໍ່ສາມາດມີຄວາມພາກພູມໃຈໃນຕົວເອງໄດ້.
8. “ເສຍສະຫຼະທັງຊີວິດ” ແມ່ນມີຄວາມໝາຍໃນທາງທີ່ເສື່ອມເສຍ.
9. “ຢູ່ໃນອັນດັບໜຶ່ງຂອງຫ້ອງຮຽນ” ແມ່ນຖືກໃຊ້ເພື່ອເຍາະເຍີ້ຍຄົນທີ່ສະແຫວງຫາພຣະເຈົ້າຢ່າງກະຕືລືລົ້ນ.