​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)

ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີໃຫ້ກັບພຣະເຢຊູ ແລະ ໄດ້ບຸກເບີກຫົນທາງແລ້ວເມື່ອພຣະເຢຊູມາເຖິງ. ກ່ອນໜ້ານີ້ ຂ່າວປະເສີດແຫ່ງອານາຈັກສະຫວັນທີ່ໂຢຮັນເທດສະໜານັ້ນເປັນທີ່ໄດ້ຍິນທົ່ວດິນແດນ ເພື່ອວ່າມັນຈະຂະຫຍາຍທົ່ວແຂວງຢູດາຍ ແລະ ທຸກຄົນກໍເອີ້ນເພິ່ນວ່າ ຜູ້ປະກາດພຣະທຳ. ໃນເວລານັ້ນ, ກະສັດເຮໂຣດປາຖະໜາທີ່ຈະຂ້າໂຢຮັນ ແຕ່ເພິ່ນກໍບໍ່ໄດ້ສົນໃຈ ຍ້ອນຜູ້ຄົນນັບຖືໂຢຮັນໃຫ້ເປັນບຸກຄົນສູງສົ່ງ ແລະ ເຮໂຣດກໍຢ້ານວ່າ ຖ້າເພິ່ນຂ້າໂຢຮັນ ພວກເຂົາກໍຈະການກໍ່ກະບົດຕໍ່ເພິ່ນ. ພາລະກິດທີ່ໂຢຮັນປະຕິບັດໄດ້ວາງຮາກຖານທ່າມກາງຄົນສາມັນ ແລະ ເພິ່ນກໍໄດ້ນໍາຊາວຢິວມາເປັນຜູ້ເຊື່ອ. ເປັນເວລາເຈັດປີທີ່ເພິ່ນໄດ້ບຸກເບີກຫົນທາງໃຫ້ກັບພຣະເຢຊູ, ຈົນເຖິງເວລາທີ່ພຣະເຢຊູໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ແລ້ວດ້ວຍເຫດນັ້ນ ໂຢຮັນຈຶ່ງເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ. ພຣະເຢຊູພຽງແຕ່ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງຫຼັງຈາກທີ່ໂຢຮັນຖືກຂັງຄຸກ. ກ່ອນໜ້າໂຢຮັນ, ບໍ່ເຄີຍມີໃຜເປັນຜູ້ປະກາດພຣະທຳທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າ ເພາະວ່າກ່ອນໜ້າພຣະເຢຊູນັ້ນ ພຣະເຈົ້າບໍ່ເຄີຍມາເປັນມະນຸດຈັກເທື່ອ. ແລ້ວດ້ວຍເຫດນັ້ນ ຈາກຜູ້ປະກາດພຣະທຳທັງໝົດຈົນເຖິງໂຢຮັນ ເພິ່ນຈຶ່ງເປັນພຽງຄົນດຽວທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ດ້ວຍວິທີນັ້ນ ໂຢຮັນກໍກາຍເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດໃນພຣະສັນຍາເດີມ ແລະ ໃໝ່. ໂຢຮັນເລີ່ມເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນເປັນເວລາເຈັດປີກ່ອນການຮັບບັບຕິດສະມາຂອງພຣະເຢຊູ. ສຳລັບປະຊາຊົນແລ້ວ ພາລະກິດທີ່ເພິ່ນປະຕິບັດເບິ່ງຄືຫຼາຍກວ່າພາລະກິດຂອງພຣະເຢຊູທີ່ເກີດຂຶ້ນພາຍຫຼັງ ແຕ່ຢ່າງໃດກໍຕາມ ເພິ່ນກໍຍັງເປັນພຽງຜູ້ປະກາດພຣະທຳເທົ່ານັ້ນ. ເພິ່ນບໍ່ໄດ້ປະຕິບັດພາລະກິດ ແລະ ກ່າວໃນພຣະວິນຍານ ແຕ່ຢູ່ທີ່ເມືອງ ແລະ ໝູ່ບ້ານທີ່ຢູ່ນອກພຣະວິນຍານ. ແນ່ນອນ ເພິ່ນກະທຳສິ່ງນີ້ທ່າມກາງຊົນຊາດຢິວ ໂດຍສະເພາະຄົນທີ່ທຸກຍາກ. ມີໜ້ອຍເທື່ອທີ່ໂຢຮັນຈະຕິດຕໍ່ພົວພັນກັບຄົນຊັ້ນສູງໃນສັງຄົມ ເພິ່ນພຽງແຕ່ເຜີຍແຜ່ຂ່າວປະເສີດທ່າມກາງປະຊາຊົນສາມັນໃນແຂວງຢູດາຍເພື່ອຈັດກຽມຄົນທີ່ເໝາະສົມໃຫ້ກັບພຣະເຢຊູເຈົ້າ ແລະ ຈັດກຽມສະຖານທີ່ເໝາະສົມໃຫ້ພຣະອົງປະຕິບັດພາລະກິດ. ຍ້ອນມີຜູ້ປະກາດພຣະທຳເຊັ່ນ ໂຢຮັນ ທີ່ໄດ້ບຸກເບີກຫົນທາງ, ພຣະເຢຊູເຈົ້າຈຶ່ງສາມາດເລີ່ມລົງມືປະຕິບັດຫົນທາງແຫ່ງໄມ້ກາງແຂນຂອງພຣະອົງທັນທີທີ່ພຣະອົງມາເຖິງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ຈຳເປັນຕ້ອງປະຕິບັດພາລະກິດແຫ່ງການເລືອກເອົາຜູ້ຄົນ ແລະ ບໍ່ຈຳເປັນຕ້ອງສະແຫວງຫາຜູ້ຄົນ ຫຼື ສະຖານທີ່ເພື່ອປະຕິບັດພາລະກິດດ້ວຍຕົວພຣະອົງເອງ. ພຣະອົງບໍ່ໄດ້ປະຕິບັດພາລະກິດດັ່ງກ່າວໃນຕອນທີ່ພຣະອົງສະເດັດມາ; ຄົນທີ່ເໝາະສົມຖືກຈັດກຽມໃຫ້ກັບພຣະອົງແລ້ວ ກ່ອນທີ່ພຣະອົງຈະມາເຖິງ. ໂຢຮັນໄດ້ສຳເລັດພາລະກິດນີ້ແລ້ວກ່ອນທີ່ພຣະເຢຊູເລີ່ມພາລະກິດຂອງພຣະອົງ ຍ້ອນເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ມາເຖິງເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍເລີ່ມປະຕິບັດພາລະກິດໃນຄົນທີ່ລໍຖ້າພຣະອົງເປັນເວລາດົນທັນທີ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອປະຕິບັດພາລະກິດຂອງມະນຸດ ຫຼື ພາລະກິດແຫ່ງການແກ້ໄຂທີ່ຕົກເປັນພາລະຂອງມະນຸດ. ພຣະອົງພຽງແຕ່ສະເດັດມາເພື່ອປະຕິບັດພັນທະກິດທີ່ພຣະອົງຕ້ອງປະຕິບັດ ແລະ ພາລະກິດອື່ນໆກໍບໍ່ມີສ່ວນກ່ຽວຂ້ອງກັບພຣະອົງເລີຍ. ເມື່ອໂຢຮັນມາ, ເພິ່ນບໍ່ໄດ້ເຮັດຫຍັງເລີຍ ນອກຈາກກ່າວເປີດເຜີຍຕໍ່ກຸ່ມຄົນທີ່ຍອມຮັບຂ່າວປະເສີດແຫ່ງອານາຈັກສະຫວັນ ເຊິ່ງຢູ່ນອກພຣະວິນຍານ ແລະ ທ່າມກາງຊາວຢິວ ເພື່ອວ່າພວກເຂົາຈະກາຍເປັນເຄື່ອງມືແຫ່ງພາລະກິດຂອງພຣະເຢຊູເຈົ້າ. ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີ ເຊິ່ງເວົ້າໄດ້ວ່າ ເພິ່ນເຜີຍແຜ່ຂ່າວປະເສີດເປັນເວລາເຈັດປີ. ໃນລະຫວ່າງພາລະກິດຂອງໂຢຮັນ, ເພິ່ນບໍ່ໄດ້ສະແດງອິດທິລິດ, ຍ້ອນພາລະກິດຂອງເພິ່ນແມ່ນການບຸກເບີກຫົນທາງ, ມັນເປັນພາລະກິດແຫ່ງການຈັດກຽມ. ພາລະກິດອື່ນໆ ເຊິ່ງເປັນພາລະກິດທີ່ພຣະເຢຊູກຳລັງຈະປະຕິບັດ ແມ່ນບໍ່ກ່ຽວຂ້ອງກັບເພິ່ນເລີຍ; ເພິ່ນພຽງແຕ່ຮຽກຮ້ອງໃຫ້ມະນຸດສາລະພາບຄວາມຜິດບາບຂອງເຂົາ ແລະ ກັບໃຈໃໝ່ ແລະ ໃຫ້ບັບຕິດສະມາກັບຜູ້ຄົນ ເພື່ອພວກເຂົາຈະໄດ້ລອດພົ້ນ. ເຖິງແມ່ນເພິ່ນປະຕິບັດພາລະກິດໃໝ່ ແລະ ເປີດເສັ້ນທາງທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນຈັກເທື່ອ, ເພິ່ນກໍພຽງແຕ່ບຸກເບີກຫົນທາງໃຫ້ກັບພຣະເຢຊູ. ເພິ່ນເປັນພຽງຜູ້ປະກາດພຣະທຳທີ່ປະຕິບັດພາລະກິດແຫ່ງການຈັດກຽມ ແລະ ບໍ່ສາມາດປະຕິບັດພາລະກິດຂອງພຣະເຢຊູ. ເຖິງແມ່ນວ່າພຣະເຢຊູບໍ່ແມ່ນຜູ້ທຳອິດທີ່ເທດສະໜາກ່ຽວກັບຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ເຖິງແມ່ນພຣະເຢຊູສືບຕໍ່ຕາມເສັ້ນທາງທີ່ໂຢຮັນໄດ້ເລີ່ມຕົ້ນ, ກໍບໍ່ມີຜູ້ໃດທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ພາລະກິດນັ້ນກໍຢູ່ເໜືອພາລະກິດຂອງໂຢຮັນ. ພຣະເຢຊູບໍ່ສາມາດຈັດກຽມຫົນທາງຂອງພຣະອົງເອງ; ພາລະກິດຂອງພຣະອົງແມ່ນຖືກປະຕິບັດແທນພຣະເຈົ້າໂດຍກົງ. ແລ້ວດ້ວຍເຫດນັ້ນ ບໍ່ວ່າໂຢຮັນຈະປະຕິບັດພາລະກິດເທົ່າໃດປີ, ເພິ່ນກໍຍັງເປັນຜູ້ປະກາດພຣະທຳ ແລະ ຍັງເປັນຜູ້ທີ່ບຸກເບີກຫົນທາງ. ພາລະກິດສາມປີທີ່ພຣະເຢຊູປະຕິບັດລື່ນເກີນພາລະກິດເຈັດປີຂອງໂຢຮັນ, ຍ້ອນທາດແທ້ແຫ່ງພາລະກິດຂອງພຣະອົງບໍ່ຄືກັນ. ເມື່ອພຣະເຢຊູເລີ່ມປະຕິບັດພັນທະກິດຂອງພຣະອົງ ເຊິ່ງກໍເປັນຕອນທີ່ພາລະກິດຂອງໂຢຮັນມາເຖິງຈຸດສິ້ນສຸດ, ໂຢຮັນກໍໄດ້ຈັດກຽມຜູ້ຄົນໃຫ້ພຽງພໍ ແລະ ສະຖານທີ່ໆພຣະເຢຊູເຈົ້າຈະນໍາໃຊ້ ແລະ ສິ່ງເຫຼົ່ານັ້ນກໍພຽງພໍທີ່ຈະໃຫ້ພຣະເຢຊູເຈົ້າເລີ່ມພາລະກິດສາມປີ ແລ້ວດ້ວຍເຫດນັ້ນ ທັນທີທີ່ພາລະກິດຂອງໂຢຮັນສຳເລັດລົງ, ພຣະເຢຊູເຈົ້າກໍເລີ່ມພາລະກິດຂອງພຣະອົງເອງຢ່າງເປັນທາງການ ແລະ ຄຳເວົ້າທີ່ໂຢຮັນເວົ້າໄວ້ນັ້ນກໍຖືກປະຖິ້ມໄປ. ນັ້ນກໍຍ້ອນວ່າ ພາລະກິດທີ່ໂຢຮັນກະທຳແມ່ນເພື່ອການປ່ຽນແປງເທົ່ານັ້ນ ແລະ ຄຳເວົ້າຂອງເພິ່ນກໍບໍ່ແມ່ນພຣະທຳແຫ່ງຊີວິດທີ່ຈະຊີ້ນໍາມະນຸດສູ່ການເຕີບໂຕໃໝ່; ໃນທີ່ສຸດແລ້ວ ຄຳເວົ້າຂອງເພິ່ນກໍພຽງແຕ່ເພື່ອນໍາໃຊ້ຊົ່ວຄາວເທົ່ານັ້ນ.

ພາລະກິດທີ່ພຣະເຢຊູປະຕິບັດບໍ່ແມ່ນສິ່ງທີ່ເໜືອທຳມະຊາດ; ມີຂະບວນການໃນພາລະກິດດັ່ງກ່າວ ແລະ ພາລະກິດນັ້ນກໍດຳເນີນໄປຕາມກົດເກນປົກກະຕິຂອງທຸກສິ່ງທຸກຢ່າງ. ໃນຊ່ວງເວລາຫົກເດືອນສຸດທ້າຍຂອງຊີວິດຂອງພຣະອົງ, ພຣະເຢຊູຮູ້ຈັກຢ່າງໝັ້ນໃຈວ່າ ພຣະອົງໄດ້ສະເດັດມາເພື່ອປະຕິບັດພາລະກິດນີ້ ແລະ ຮູ້ຈັກວ່າ ພຣະອົງໄດ້ສະເດັດມາເພື່ອຖືກຄຶງທີ່ໄມ້ກາງແຂນ. ກ່ອນທີ່ພຣະອົງຈະຖືກຄຶງທີ່ໄມ້ກາງແຂນ, ພຣະເຢຊູອະທິຖານຢ່າງຕໍ່ເນື່ອງຫາພຣະເຈົ້າພຣະບິດາ ເໝືອນກັບທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເສມາເນ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ, ພຣະເຢຊູປະຕິບັດພັນທະກິດຂອງພຣະອົງເປັນເວລາສາມປີເຄິ່ງ ແລະ ພາລະກິດທີ່ເປັນທາງການຂອງພຣະອົງກໍກິນເວລາສອງປີເຄິ່ງ. ໃນລະຫວ່າງປີທຳອິດນັ້ນ ພຣະອົງຖືກຊາຕານໃສ່ຄວາມ ແລະ ຖືກມະນຸດລົບກວນ ແລະ ຕ້ອງປະສົບກັບການລໍ້ລວງຂອງມະນຸດ. ພຣະອົງເອົາຊະນະການລໍ້ລວງຫຼາຍຢ່າງໃນເວລາດຽວກັນກັບທີ່ປະຕິບັດພາລະກິດຂອງພຣະອົງ. ໃນຊ່ວງເວລາຫົກເດືອນສຸດທ້າຍ, ເມື່ອພຣະເຢຊູໃກ້ຈະຖືກຄຶງທີ່ໄມ້ກາງແຂນ, ໄດ້ມີຄຳເວົ້າອອກຈາກປາກຂອງເປໂຕວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າຜູ້ຊົງມີຊີວິດຢູ່ ແລະ ພຣະອົງເປັນພຣະຄຣິດ. ພຽງແຕ່ເມື່ອນັ້ນພາລະກິດຂອງພຣະອົງຈຶ່ງເປັນທີ່ຮຸ້ຈັກກັບທຸກຄົນ ແລະ ພຽງແຕ່ເມື່ອນັ້ນທີ່ຕົວຕົນຂອງພຣະອົງຈຶ່ງຖືກເປີດເຜີຍໃຫ້ກັບສາທາລະນະ. ຫຼັງຈາກນັ້ນ, ພຣະເຢຊູກໍບອກສາວົກຂອງພຣະອົງວ່າ ພຣະອົງກຳລັງຈະຖືກຄຶງທີ່ໄມ້ກາງແຂນເພື່ອມະນຸດ ແລະ ໃນວັນຖ້ວນສາມຫຼັງຈາກນັ້ນ ພຣະອົງຈະຟື້ນຄືນມາອີກຄັ້ງ; ພຣະອົງໄດ້ສະເດັດມາເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ພຣະອົງເປັນພຣະຜູ້ໄຖ່. ມີພຽງແຕ່ໃນເວລາຫົກເດືອນສຸດທ້າຍ ພຣະອົງຈຶ່ງເປີດເຜີຍຕົວຕົນຂອງພຣະອົງ ແລະ ພາລະກິດທີ່ພຣະອົງເຈດຕະນາທີ່ຈະກະທຳ. ນີ້ກໍເປັນເວລາຂອງພຣະເຈົ້າເຊັ່ນດຽວກັນ ແລະ ພາລະກິດກໍຄວນໄດ້ຮັບການປະຕິບັດແບບນັ້ນ. ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູກໍສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ ພຣະທຳຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະເຢຊູນໍາໃຊ້ສິ່ງເຫຼົ່ານີ້ເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ພຣະອົງເທດສະໜາໃຫ້ກັບຜູ້ຄົນ ແລະ ສັ່ງສອນພວກເຂົາໃນໂຮງທຳມະເທດສະໜາ ແລະ ພຣະອົງກໍນໍາໃຊ້ການທຳນາຍຂອງພວກຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕຳນິຕິຕຽນພວກຟາລີຊາຍທີ່ເປັນສັດຕູກັບພຣະອົງ ແລະ ນໍາໃຊ້ພຣະທຳໃນພຣະຄຳພີເພື່ອເປີດໂປ່ງຄວາມບໍ່ເຊື່ອຟັງຂອງພວກເຂົາ ແລ້ວກໍກ່າວໂທດພວກເຂົາ. ຍ້ອນພວກເຂົາກຽດຊັງໃນສິ່ງທີ່ພຣະເຢຊູໄດ້ກະທຳ; ໂດຍສະເພາະແລ້ວ ພາລະກິດສ່ວນໃຫຍ່ຂອງພຣະເຢຊູກໍບໍ່ສອດຄ່ອງກັບກົດລະບຽບໃນພຣະຄຳພີ ແລະ ຍິ່ງໄປກວ່ານັ້ນ ສິ່ງທີ່ພຣະອົງສັ່ງສອນກໍສູງສົ່ງກວ່າຄຳເວົ້າຂອງພວກເຂົາເອງ ແລະ ຍິ່ງສູງສົ່ງກວ່າສິ່ງທີ່ພວກຜູ້ປະກາດພຣະທຳໄດ້ທຳນາຍໄວ້ໃນພຣະຄຳພີ. ພາລະກິດຂອງພຣະເຢຊູແມ່ນພຽງແຕ່ເພື່ອການໄຖ່ມະນຸດ ແລະ ການຖືກຄຶງທີ່ໄມ້ກາງແຂນ. ສະນັ້ນຈຶ່ງບໍ່ຈຳເປັນທີ່ຈະກ່າວພຣະທຳເພື່ອເອົາຊະນະມະນຸດຄົນໃດໜຶ່ງເຕີ່ມອີກ. ຫຼາຍສິ່ງທີ່ພຣະອົງສັ່ງສອນມະນຸດກໍອອກມາຈາກພຣະທຳໃນພຣະຄຳພີ ແລະ ເຖິງແມ່ນພາລະກິດຂອງພຣະອົງຈະບໍ່ໄດ້ໃຫຍ່ກວ່າພຣະຄຳພີ, ພຣະອົງກໍຍັງສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ພາລະກິດຂອງພຣະອົງບໍ່ແມ່ນພາລະກິດແຫ່ງພຣະທຳ ຫຼື ບໍ່ແມ່ນເພື່ອເອົາຊະນະມະນຸດຊາດ, ແຕ່ແມ່ນເພື່ອໄຖ່ມະນຸດຊາດ. ພຣະອົງພຽງແຕ່ເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບໃຫ້ກັບມະນຸດຊາດ ແລະ ບໍ່ໄດ້ເຮັດໜ້າທີ່ເປັນບໍ່ເກີດແຫ່ງພຣະທຳສຳລັບມະນຸດຊາດ. ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຊາວຕ່າງຊາດ ເຊິ່ງເປັນພາລະກິດແຫ່ງການເອົາຊະນະມະນຸດ, ແຕ່ປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ, ເຊິ່ງເປັນພາລະກິດທີ່ກະທຳທ່າມກາງຄົນທີ່ເຊື່ອວ່າມີພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງໄດ້ຮັບການປະຕິບັດບົນພື້ນຖານແຫ່ງພຣະຄຳພີ ແລະ ພຣະອົງນໍາໃຊ້ສິ່ງທີ່ພວກຜູ້ປະກາດພຣະທຳທີ່ເກົ່າແກ່ໄດ້ກ່າວໄວ້ລ່ວງໜ້າເພື່ອກ່າວໂທດພວກຟາລີຊາຍ, ນີ້ກໍພຽພໍທີ່ຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະອົງສຳເລັດລົງແລ້ວ. ຖ້າພາລະກິດໃນປັດຈຸບັນຍັງຖືກປະຕິບັດບົນພື້ນຖານຂອງຄຳທຳນາຍຂອງພວກຜູ້ປະກາດພຣະທຳທີ່ເກົ່າແກ່ ເຊິ່ງຢູ່ໃນພຣະຄຳພີ, ແລ້ວມັນກໍເປັນໄປບໍ່ໄດ້ເລີຍທີ່ຈະເອົາຊະນະພວກເຈົ້າ, ຍ້ອນພຣະສັນຍາເດີມບໍ່ໄດ້ມີການບັນທຶກກ່ຽວກັບຄວາມບໍ່ເຊື່ອຟັງ ແລະ ຄວາມຜິດບາບຂອງພວກເຈົ້າ ເຊິ່ງເປັນປະຊາຊົນຈີນ, ບໍ່ມີປະຫວັດສາດກ່ຽວກັບຄວາມຜິດບາບຂອງພວກເຈົ້າເລີຍ. ແລ້ວດ້ວຍເຫດນັ້ນ ຖ້າພາລະກິດນີ້ຍັງຄ້າງຢູ່ໃນພຣະຄຳພີ ພວກເຈົ້າກໍຈະບໍ່ຍອມຕາມຈັກເທື່ອ.​ ພຣະຄໍາພີບັນທຶກແຕ່ປະຫວັດສາດທີ່ຈໍາກັດຂອງປະຊາຊົນອິດສະຣາເອັນ ເຊິ່ງເປັນສິ່ງທີ່ບໍ່ສາມາດພິສູດວ່າພວກເຈົ້າຊົ່ວຮ້າຍ ຫຼື ດີ ຫຼື ບໍ່ສາມາດພິພາກສາພວກເຈົ້າໄດ້. ໃຫ້ຈິນຕະນາການວ່າ ເຮົາຕ້ອງພິພາກສາພວກເຈົ້າຕາມປະຫວັດສາດຂອງປະຊາຊົນອິດສະຣາເອັນ ແລ້ວເຈົ້າຍັງຈະຕິດຕາມເຮົາເໝືອນກັບທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນບໍ? ພວກເຈົ້າຮູ້ຢູ່ບໍວ່າ ພວກເຈົ້າເອົາໃຈຍາກຫຼາຍສໍ່າໃດ? ຖ້າບໍ່ມີພຣະທຳທີ່ຖືກກ່າວໃນລະຫວ່າງຂັ້ນຕອນນີ້ ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງການເອົາຊະນະນັ້ນສຳເລັດລົງ. ເພາະເຮົາບໍ່ໄດ້ສະເດັດມາເພື່ອຖືກຄຶງທີ່ໄມ້ກາງແຂນ, ເຮົາຕ້ອງເວົ້າພຣະທຳທີ່ແຕກຕ່າງຈາກພຣະຄຳພີ ເພື່ອວ່າພວກເຈົ້າອາດຈະຖືກເອົາຊະນະ. ພາລະກິດທີ່ພຣະເຢຊູກະທຳເປັນພຽງຂັ້ນຕອນໜຶ່ງທີ່ສູງສົ່ງກວ່າພຣະສັນຍາເດີມ; ພາລະກິດດັ່ງກ່າວແມ່ນຖືກໃຊ້ເພື່ອເລີ່ມຕົ້ນຍຸກໜຶ່ງ ແລະ ເພື່ອຊີ້ນໍາຍຸກດັ່ງກ່າວ. ເປັນຫຍັງພຣະອົງຈຶ່ງກ່າວວ່າ “ເຮົາບໍ່ໄດ້ມາເພື່ອທຳລາຍພຣະບັນຍັດ ແຕ່ເປັນເຮັດໃຫ້ມັນສຳເລັດ?” ແຕ່ໃນພາລະກິດຂອງພຣະອົງກໍມີຫຼາຍຢ່າງທີ່ແຕກຕ່າງຈາກກົດລະບຽບທີ່ປະຕິບັດນໍາໃຊ້ ແລະ ພຣະບັນຍັດທີ່ປະຊາຊົນອິດສະຣາເອັນແຫ່ງພຣະສັນຍາເດີມໄດ້ຕິດຕາມ, ຍ້ອນພຣະອົງບໍ່ໄດ້ມາເພື່ອເຊື່ອຟັງກົດລະບຽບ ແຕ່ເພື່ອເຮັດໃຫ້ມັນສຳເລັດ. ຂະບວນການທີ່ເຮັດໃຫ້ມັນສຳເລັດລວມມີຫຼາຍສິ່ງທີ່ເປັນຄວາມຈິງ ນັ້ນກໍຄື: ພາລະກິດຂອງພຣະອົງແມ່ນຕາມຄວາມເປັນຈິງ ແລະ ແທ້ຈິງຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ ມັນກໍມີຊີວິດຊີວາ ແລະ ບໍ່ແມ່ນການຍຶດໝັ້ນກັບທິດສະດີຢ່າງຫຼັບຫູຫຼັບຕາ. ປະຊາຊົນອິດສະຣາເອັນບໍ່ໄດ້ຮັກສາວັນຊະບາໂຕບໍ? ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ຮັກສາວັນຊະບາໂຕ ຍ້ອນພຣະອົງກ່າວວ່າ ບຸດມະນຸດເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ ແລະ ເມື່ອພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕສະເດັດມາເຖິງ, ພຣະອົງກໍຈະເຮັດຕາມທີ່ພຣະອົງປາຖະໜາ. ພຣະອົງສະເດັດມາເພື່ອເຮັດໃຫ້ກົດລະບຽບແຫ່ງພຣະສັນຍາເດີມສຳເລັດ ແລະ ເພື່ອປ່ຽນແປງກົດລະບຽບເຫຼົ່ານັ້ນ. ທຸກສິ່ງທີ່ກະທຳໃນປັດຈຸບັນແມ່ນອີງຕາມປັດຈຸບັນ ແຕ່ມັນກໍຍັງຕັ້ງຢູ່ບົນພື້ນຖານແຫ່ງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ແລະ ບໍ່ໄດ້ລະເມີດຂອບເຂດນີ້. ຕົວຢ່າງເຊັ່ນ ການລະມັດລະວັງຄຳເວົ້າຂອງພວກເຈົ້າ ແລະ ບໍ່ລ່ວງເກີນຜົວເມຍຜູ້ອື່ນ, ສິ່ງເຫຼົ່ານີ້ບໍ່ແມ່ນກົດລະບຽບໃນພຣະສັນຍາເດີມບໍ? ໃນປັດຈຸບັນ, ສິ່ງທີ່ຮຽກຮ້ອງຈາກເຈົ້າບໍ່ໄດ້ຖືກຈຳກັດແຕ່ພຽງໃນພຣະບັນຍັດສິບປະການ ແຕ່ປະກອບດ້ວຍພຣະບັນຍັດ ແລະ ກົດລະບຽບທີ່ມີຄຳສັ່ງສູງສົ່ງກວ່າສິ່ງເຫຼົ່ານັ້ນທີ່ກຳນົດກ່ອນໜ້າ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ກຳນົດໄວ້ກ່ອນໜ້ານີ້ແມ່ນຖືກລົບລ້າງ, ຍ້ອນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງຂັ້ນຕອນທີ່ເກີດຂຶ້ນກ່ອນໜ້າ. ສຳລັບສິ່ງທີ່ພຣະເຢໂຮວາແນະນຳໃຫ້ກັບອິດສະຣາເອັນນັ້ນ ເຊັ່ນ: ຮຽກຮ້ອງໃຫ້ປະຊາຊົນຖວາຍເຄື່ອງບູຊາ, ນັບຖືບິດາມານດາ, ບໍ່ນະມັດສະການຮູບເຄົາລົບ, ບໍ່ທຳຮ້າຍ ຫຼື ສາບແຊ່ງຄົນອື່ນ, ບໍ່ລ່ວງເກີນຜົວເມຍຄົນອື່ນ, ບໍ່ສູບຢາ ຫຼື ດື່ມເຫຼົ້າ ແລະ ບໍ່ກິນອາຫານຈາກສິ່ງທີ່ເໜົ່າເປື່ອຍແລ້ວ ຫຼື ດື່ມເລືອດ, ສິ່ງນີ້ບໍ່ໄດ້ປະກອບເປັນພື້ນຖານສຳລັບການປະຕິບັດຂອງເຈົ້າແມ່ນແຕ່ໃນປັດຈຸບັນບໍ? ພາລະກິດໄດ້ຮັບການປະຕິບັດຈົນມາເຖິງປັດຈຸບັນ ໂດຍຢູ່ບົນພື້ນຖານແຫ່ງອະດີດ. ເຖິງແມ່ນວ່າກົດລະບຽບຂອງອະດີດບໍ່ໄດ້ຖືກກ່າວເຖິງອີກຕໍ່ໄປແລ້ວ ແລະ ໄດ້ມີການຮຽກຮ້ອງໃໝ່ສຳລັບພວກເຈົ້າ, ກົດລະບຽບເຫຼົ່ານີ້ກໍບໍ່ໄດ້ຖືກລົບລ້າງເລີຍ ແລະ ກົງກັນຂ້າມ ມັນຖືກຍົກໃຫ້ຢູ່ໃນສະຖານະທີ່ສູງຂຶ້ນ.​ ການທີ່ເວົ້າວ່າກົດລະບຽບເຫຼົ່ານັ້ນຖືກລົບລ້າງແລ້ວ ກໍໝາຍຄວາມວ່າຍຸກທີ່ຜ່ານມາແມ່ນລ້າສະໄໝແລ້ວ ໃນຂະນະທີ່ມີພຣະບັນຍັດບາງຂໍ້ທີ່ພວກເຈົ້າຕ້ອງເຄົາລົບຊົ່ວນິດນິລັນ. ພຣະບັນຍັດໃນອະດີດແມ່ນຖືກນໍາເຂົ້າໃນການປະຕິບັດຕົວຈິງແລ້ວ, ໄດ້ກາຍເປັນການມີຊີວິດຢູ່ຂອງມະນຸດ ແລະ ບໍ່ຈຳເປັນຕ້ອງຢໍ້າເນັ້ນພຣະບັນຍັດທີ່ບໍ່ໃຫ້ສູບຢາ, ບໍ່ໃຫ້ດື່ມເຫຼົ້າ ແລະ ອື່ນໆອີກ. ບົນພື້ນຖານນີ້, ພຣະບັນຍັດໃໝ່ຖືກວາງລົງຕາມຄວາມຕ້ອງການຂອງພວກເຈົ້າໃນປັດຈຸບັນ, ຕາມວຸດທິພາວະຂອງພວກເຈົ້າ ແລະ ຕາມພາລະກິດແຫ່ງປັດຈຸບັນ. ການກຳນົດພຣະບັນຍັດສຳລັບຍຸກໃໝ່ບໍ່ໄດ້ໝາຍຄວາມເຖິງການລົບລ້າງພຣະບັນຍັດໃນຍຸກເກົ່າ, ແຕ່ເປັນການຍົກພຣະບັນຍັດເຫຼົ່ານັ້ນໃຫ້ສູງຂຶ້ນໂດຍຢູ່ບົນພື້ນຖານນີ້, ເພື່ອເຮັດໃຫ້ການກະທຳຂອງມະນຸດສົມບູນຫຼາຍຍິ່ງຂຶ້ນ ແລະ ສອດຄ່ອງກັບຄວາມເປັນຈິງຫຼາຍຍິ່ງຂຶ້ນ. ໃນປັດຈຸບັນ ຖ້າພວກເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດພຣະບັນຍັດ ແລະ ປະຕິບັດຕາມກົດລະບຽບແຫ່ງພຣະສັນຍາເດີມ ໃນລັກສະນະດຽວກັນກັບປະຊາຊົນອິດສະຣາເອັນ ແລະ ຍິ່ງໄປກວ່ານັ້ນ ຖ້າເຈົ້າຖືກຮຽກຮ້ອງໃຫ້ທ່ອງກົດລະບຽບທີ່ພຣະເຢໂຮວາວາງອອກ ມີຄວາມເປັນໄປໄດ້ທີ່ພວກເຈົ້າຈະບໍ່ສາມາດປ່ຽນແປງ. ຖ້າພວກເຈົ້າຕ້ອງປະຕິບັດຕາມພຣະບັນຍັດທີ່ຈຳກັດພຽງແຕ່ໜ້ອຍດຽວ ຫຼື ທ່ອງກົດລະບຽບທີ່ຫຼາຍຈົນນັບບໍ່ຖ້ວນ, ທໍາມະຊາດທີ່ເກົ່າແກ່ຂອງພວກເຈົ້າກໍຈະຍັງຄົງຝັງເລິກ ແລະ ບໍ່ມີທາງທີ່ຈະຖອນຮາກມັນໄດ້ເລີຍ. ສະນັ້ນ ພວກເຈົ້າກໍຍິ່ງຈະຊົ່ວຊ້າຂຶ້ນເລື້ອຍໆ ແລະ ບໍ່ມີພວກເຈົ້າຄົນໜຶ່ງຄົນໃດເລີຍທີ່ຈະເຊື່ອຟັງ. ເວົ້າໄດ້ວ່າ ພຣະບັນຍັດງ່າຍໆຈຳນວນໜ້ອຍດຽວ ຫຼື ກົດລະບຽບທີ່ນັບບໍ່ຖ້ວນນັ້ນບໍ່ສາມາດຊ່ວຍໃຫ້ພວກເຈົ້າຮູ້ຈັກເຖິງການກະທຳຂອງພຣະເຢໂຮວາໄດ້. ພວກເຈົ້າບໍ່ຄືກັບປະຊາຊົນອິດສະຣາເອັນ ນັ້ນກໍຄື: ຜ່ານການປະຕິບັດກົດລະບຽບ ແລະ ທ່ອງພຣະບັນຍັດ, ພວກເຂົາສາມາດເປັນພະຍານເຖິງການກະທໍາຂອງພຣະເຢໂຮວາ ແລະ ອຸທິດພວກເຂົາໃຫ້ກັບພຣະອົງເທົ່ານັ້ນ, ແຕ່ພວກເຈົ້າບໍ່ສາມາດບັນລຸແບບນີ້ໄດ້ ແລະ ພຣະບັນຍັດຈຳນວນໜ້ອຍດຽວໃນຍຸກພຣະສັນຍາເດີມບໍ່ພຽງແຕ່ຈະສາມາດເຮັດໃຫ້ພວກເຈົ້າຍອມມອບຫົວໃຈຂອງພວກເຈົ້າ ຫຼື ປົກປ້ອງພວກເຈົ້າເທົ່ານັ້ນ, ແຕ່ກົງກັນຂ້າມ ມັນຈະເຮັດໃຫ້ພວກເຈົ້າບໍ່ເຄັ່ງຄັດ ແລະ ຈະປ່ອຍໃຫ້ພວກເຈົ້າລົງສູ່ດິນແດນມໍລະນາ. ຍ້ອນພາລະກິດຂອງເຮົາແມ່ນພາລະກິດແຫ່ງການເອົາຊະນະ ແລະ ແນ່ໃສ່ຄວາມບໍ່ເຊື່ອຟັງ ແລະ ທຳມະຊາດທີ່ເກົ່າແກ່ຂອງເຈົ້າ. ພຣະທຳທີ່ກະລຸນາຂອງພຣະເຢໂຮວາ ແລະ ພຣະເຢຊູມີໜ້ອຍກວ່າພຣະທຳທີ່ຮ້າຍແຮງແຫ່ງການພິພາກສາໃນປັດຈຸບັນ. ຫາກປາສະຈາກພຣະທຳທີ່ຮ້າຍແຮງດັ່ງກ່າວ, ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະພວກເຈົ້າ “ຜູ້ຊ່ຽວຊານທັງຫຼາຍ” ຜູ້ເຊິ່ງບໍ່ເຊື່ອຟັງເປັນເວລາຫຼາຍພັນປີ. ກົດລະບຽບໃນພຣະສັນຍາເດີມໄດ້ສູນເສຍລິດອໍານາດໃນພວກເຈົ້າດົນນານມາແລ້ວ ແລະ ການພິພາກສາໃນປັດຈຸບັນກໍຍິ່ງເປັນຕາຢ້ານຫຼາຍກວ່າກົດລະບຽບທີ່ເກົ່າແກ່ເຫຼົ່ານັ້ນ. ສິ່ງທີ່ເໝາະສົມກັບພວກເຈົ້າທີ່ສຸດແມ່ນການພິພາກສາ ແລະ ບໍ່ແມ່ນຂໍ້ກຳນົດຂອງກົດລະບຽບທີ່ບໍ່ສຳຄັນ, ຍ້ອນພວກເຈົ້າບໍ່ແມ່ນມະນຸດຊາດແຫ່ງການເລີ່ມຕົ້ນ, ແຕ່ເປັນມະນຸດຊາດທີ່ເສື່ອມຊາມເປັນເວລາຫຼາຍພັນປີ. ສິ່ງທີ່ມະນຸດຕ້ອງບັນລຸໃນປັດຈຸບັນແມ່ນອີງຕາມສະພາວະທີ່ເປັນຈິງຂອງມະນຸດໃນປັດຈຸບັນ, ອີງຕາມຄວາມສາມາດ ແລະ ວຸດທິພາວະທີ່ແທ້ຈິງຂອງມະນຸດໃນຍຸກປັດຈຸບັນ ແລະ ມັນກໍບໍ່ຈຳເປັນທີ່ເຈົ້າຕ້ອງປະຕິບັດຕາມຄຳສັ່ງສອນ. ມັນເປັນແບບນີ້ກໍເພື່ອວ່າການປ່ຽນແປງອາດໄດ້ຮັບການບັນລຸໃນທຳມະຊາດທີ່ເກົ່າແກ່ຂອງເຈົ້າ ແລະ ເພື່ອໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ. ເຈົ້າຄິດວ່າພຣະບັນຍັດແມ່ນຄຳສັ່ງສອນບໍ? ສາມາດເວົ້າໄດ້ວ່າ ພວກມັນເປັນເງື່ອນໄຂທົ່ວໄປຂອງມະນຸດ. ພວກມັນບໍ່ແມ່ນຄຳສັ່ງສອນທີ່ເຈົ້າຕ້ອງປະຕິບັດຕາມ. ຕົວຢ່າງເຊັ່ນ ການປະຕິບັດຂໍ້ຫ້າມສູບຢາ, ສິ່ງນັ້ນແມ່ນຄຳສັ່ງສອນບໍ? ມັນບໍ່ແມ່ນຄຳສັ່ງສອນ! ມັນເປັນສິ່ງທີ່ຈຳເປັນສຳລັບການເປັນມະນຸດທີ່ປົກກະຕິ; ມັນບໍ່ແມ່ນຄຳສັ່ງສອນ, ແຕ່ເປັນກົດລະບຽບສຳລັບມະນຸດຊາດທັງປວງ. ໃນປັດຈຸບັນ, ພຣະບັນຍັດຈຳນວນຫຼາຍພໍສົມຄວນ ຫຼື ພຣະບັນຍັດດັ່ງກ່າວທີ່ຖືກວາງອອກກໍບໍ່ແມ່ນຄຳສັ່ງສອນ, ແຕ່ເປັນສິ່ງທີ່ຈຳເປັນໃນການບັນລຸຄວາມເປັນມະນຸດທີ່ປົກກະຕິ. ຜູ້ຄົນບໍ່ມີ ຫຼື ຮູ້ຈັກສິ່ງດັ່ງກ່າວໃນອະດີດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຈຳເປັນຕ້ອງບັນລຸພວກມັນໃນປັດຈຸບັນ ເຊິ່ງບໍ່ຖືວ່າເປັນຄຳສັ່ງສອນ. ກົດໝາຍບໍ່ຄືກັນກັບຄຳສັ່ງສອນ. ຄຳສັ່ງສອນທີ່ເຮົາກ່າວເຖິງແມ່ນພິທີກຳ, ພິທີການ ຫຼື ການປະຕິບັດທີ່ຜິດປົກກະຕິ ແລະ ບໍ່ຖືກຕ້ອງຂອງມະນຸດ; ມັນເປັນກົດລະບຽບ ແລະ ລະບຽບການທີ່ຊ່ວຍມະນຸດບໍ່ໄດ້, ບໍ່ໄດ້ໃຫ້ຜົນປະໂຫຍດກັບເຂົາ ແລະ ມັນເປັນວິທີທາງການປະຕິບັດທີ່ບໍ່ມີຄວາມໝາຍເລີຍ. ນີ້ແມ່ນຕົວຢ່າງທີ່ດີສຸດຂອງຄຳສັ່ງສອນ ແລະ ຄຳສັ່ງສອນດັ່ງກ່າວຕ້ອງຖືກໂຍນຖິ້ມ, ຍ້ອນມັນບໍ່ໄດ້ສົ່ງຜົນປະໂຫຍດຫຍັງເລີຍໃຫ້ກັບມະນຸດ. ມີແຕ່ສິ່ງທີ່ເປັນປະໂຫຍດໃຫ້ກັບມະນຸດເທົ່ານັ້ນທີ່ຕ້ອງນໍາເຂົ້າສູ່ການປະຕິບັດ.

​ກ່ອນ​ນີ້ :ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ

ຕໍ່​ໄປ:ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ເນື່ອຫາທີ່ກ່ຽວຂ້ອງ