ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ
ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງສະເດັດມາດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ນັບຕັ້ງແຕ່ເວລາການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະອົງປະຕິບັດພາລະກິດປະເພດນີ້ໃນໄລຍະຍຸກສຸດທ້າຍເທົ່ານັ້ນ. ມີພຽງໄລຍະຍຸກສຸດທ້າຍເທົ່ານັ້ນທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ຄົນຈະພົບວ່າເປັນການຍາກທີ່ຈະທົນໄດ້ ແລະ ເຖິງແມ່ນວ່າພຣະອົງຜູ້ເປັນພຣະເຈົ້າອົງຍິ່ງໃຫຍ່ແຕ່ກໍຍັງມີຄວາມຖ່ອມຕົວເພື່ອກາຍເປັນຄົນທຳມະດາຄົນໜຶ່ງ, ບໍ່ມີພາລະກິດດ້ານໃດຂອງພຣະອົງທີ່ຊັກຊ້າ ແລະ ແຜນການຂອງພຣະອົງກໍບໍ່ໄດ້ຕົກຢູ່ໃນຄວາມສັບສົນເລີຍ. ພຣະອົງກຳລັງປະຕິບັດພາລະກິດຕາມແຜນການເດີມຂອງພຣະອົງ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນເປັນປະຈັກພະຍານໃຫ້ພຣະອົງແນວໃດ. ມັນບໍ່ແມ່ນຄົນດຽວ ຫຼື ສອງຄົນທີ່ຖືກເຮັດໃຫ້ສົມບູນ. ກົງກັນຂ້າມ, ມັນເປັນກຸ່ມທີ່ປະກອບດ້ວຍຄົນຈໍານວນໜ້ອຍໜຶ່ງເທົ່ານັ້ນ. ຜູ້ຄົນທີ່ຢູ່ກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ວັດຖຸປະສົງແຫ່ງການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້ກໍແມ່ນເພື່ອໃຫ້ໄດ້ຄົນກຸ່ມນີ້ມາ, ເພື່ອໃຫ້ໄດ້ຄົນກຸ່ມນີ້ມາເປັນປະຈັກພະຍານໃຫ້ກັບພຣະອົງ ແລະ ເພື່ອໄດ້ຄວາມມີສະຫງ່າລາສີທີ່ພຣະອົງສາມາດໄດ້ຮັບຈາກພວກເຂົາ. ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ ຫຼື ປະຕິບັດພາລະກິດທີ່ບໍ່ມີຄຸນຄ່າ. ສາມາດເວົ້າໄດ້ວ່າ, ໃນການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ພຣະອົງປາດຖະໜາຢາກເຮັດໃຫ້ສົມບູນທັງໝົດສົມບູນ. ນອກຈາກສິ່ງນີ້ແລ້ວ ເມື່ອພຣະອົງມີເວລາຫວ່າງ, ພຣະອົງກໍຈະກຳຈັດບັນດາຄົນຊົ່ວຮ້າຍ. ຮູ້ໄວ້ວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ນີ້ຍ້ອນຄົນຊົ່ວຮ້າຍ; ແຕ່ກົງກັນຂ້າມ, ພຣະອົງມອບທຸກສິ່ງທຸກຢ່າງຂອງພຣະອົງກໍຍ້ອນຄົນຈຳນວນນ້ອຍທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ພາລະກິດທີ່ພຣະອົງປະຕິບັດ, ພຣະທຳທີ່ພຣະອົງກ່າວ, ຄວາມເລິກລັບທີ່ພຣະອົງເປີດເຜີຍ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ທັງໝົດແມ່ນເພື່ອຄົນຈຳນວນນ້ອຍເຫຼົ່ານັ້ນ. ພຣະອົງບໍ່ໄດ້ບັງເກີດເປັນເນື້ອໜັງຍ້ອນບັນດາຄົນຊົ່ວຮ້າຍ ແລະ ແຮງໄກທີ່ຄົນຊົ່ວຮ້າຍເຫຼົ່ານັ້ນຈະຍຸແຍ່ຄວາມໂກດຮ້າຍອັນຍິ່ງໃຫຍ່ໃນຕົວພຣະອົງ. ພຣະອົງກ່າວຄວາມຈິງ ແລະ ເວົ້າເຖິງທາງເຂົ້າສູ່, ຍ້ອນບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນ, ພຣະອົງຈຶ່ງໄດ້ບັງເກີດເປັນເນື້ອໜັງຍ້ອນພວກເຂົາ ແລະ ເປັນຍ້ອນພວກເຂົາ ພຣະອົງຈຶ່ງໄດ້ປະທານຄຳສັນຍາ ແລະ ພອນຂອງພຣະອົງ. ຄວາມຈິງ, ທາງເຂົ້າສູ່ ແລະ ຊີວິດໃນຄວາມເປັນມະນຸດທີ່ພຣະອົງກ່າວເຖິງນັ້ນ ບໍ່ແມ່ນເພື່ອຜົນປະໂຫຍດຂອງບັນດາຄົນຊົ່ວຮ້າຍ. ພຣະອົງຫຼີກເວັ້ນທີ່ຈະເວົ້າກັບບັນດາຄົນຊົ່ວຮ້າຍ ກົງກັນຂ້າມ ປາດຖະໜາທີ່ຈະມອບຄວາມຈິງທັງໝົດໃຫ້ແກ່ບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນ. ແຕ່ສໍາລັບຄວາມຕ້ອງການຂອງພາລະກິດຂອງພຣະອົງໃນຕອນນີ້ ຈຶ່ງອະນຸຍາດໃຫ້ບັນດາຄົນຊົ່ວຮ້າຍໄດ້ຮັບຄວາມອຸດົມສົມບູນບາງຢ່າງຈາກພຣະອົງ. ບັນດາຜູ້ທີ່ບໍ່ປະຕິບັດຄວາມຈິງ, ຜູ້ບໍ່ເຮັດຕາມໃຈພຣະເຈົ້າ ແລະ ຜູ້ທີ່ຂັດຂວາງພາລະກິດຂອງພຣະອົງແມ່ນຄົນຊົ່ວຮ້າຍທັງໝົດ. ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ແລະ ຖືກພຣະເຈົ້າປະຕິເສດ. ກົງກັນຂ້າມ, ຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຜູ້ທີ່ເສຍສະຫຼະຕົນເອງທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າ ແມ່ນຜູ້ທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ບັນດາຜູ້ທີ່ພຣະເຈົ້າປາດຖະໜາໃຫ້ສົມບູນບໍ່ແມ່ນຜູ້ໃດນອກຈາກຄົນກຸ່ມນີ້ ແລະ ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອຄົນເຫຼົ່ານີ້. ຄວາມຈິງທີ່ພຣະອົງກ່າວນັ້ນແນໃສ່ຄົນທີ່ເຕັມໃຈນຳເອົາມັນໄປປະຕິບັດຕາມ. ພຣະອົງບໍ່ໄດ້ກ່າວກັບຄົນທີ່ບໍ່ນຳເອົາຄວາມຈິງໄປປະຕິບັດຕາມ. ການເພີ່ມການຢັ່ງຮູ້ ແລະ ການເຕີບໂຕໃນການແຍກແຍະທີ່ພຣະອົງກ່າວເຖິງ ແມ່ນແນໃສ່ຄົນທີ່ສາມາດປະຕິບັດຄວາມຈິງ. ເມື່ອພຣະອົງກ່າວເຖິງບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນ, ນັ້ນກໍຄືຜູ້ຄົນເຫຼົ່ານີ້ທີ່ພຣະອົງກ່າວເຖິງ. ພາລະກິດຂອງພຣະວິນຍານບໍລິສຸດນັ້ນແນໃສ່ຄົນທີ່ເຕັມໃຈທີ່ຈະປະຕິບັດຕາມຄວາມຈິງ. ສິ່ງຕ່າງໆເຊັ່ນ: ການມີສະຕິປັນຍາ ແລະ ຄວາມເປັນມະນຸດແມ່ນແນໃສ່ຄົນທີ່ເຕັມໃຈນຳເອົາຄວາມຈິງໄປປະຕິບັດ. ບັນດາຜູ້ທີ່ບໍ່ປະຕິບັດຄວາມຈິງອາດໄດ້ຍິນຄວາມຈິງຫຼາຍປະການ, ແຕ່ຍ້ອນວ່າພວກເຂົາເປັນຄົນຊົ່ວຮ້າຍໂດຍທໍາມະຊາດ ແລະ ບໍ່ສົນໃຈໃນຄວາມຈິງ, ສິ່ງທີ່ພວກເຂົາເຂົ້າໃຈແມ່ນເປັນພຽງຫຼັກຄຳສອນ ແລະ ຄໍາເວົ້າເທົ່ານັ້ນ ແລະ ທິດສະດີທີ່ວ່າງເປົ່າ ໂດຍບໍ່ມີຄຸນຄ່າແມ່ນແຕ່ໜ້ອຍດຽວສຳລັບການເຂົ້າສູ່ຊີວິດຂອງພວກເຂົາ. ບໍ່ມີໃຜໃນພວກເຂົາທີ່ພັກດີຕໍ່ພຣະເຈົ້າ; ພວກເຂົາທັງໝົດແມ່ນຄົນທີ່ເຫັນພຣະເຈົ້າ ແຕ່ບໍ່ສາມາດຮັບເອົາພຣະອົງ ແລະ ພວກເຂົາທັງໝົດແມ່ນຖືກພຣະເຈົ້າປະນາມ.
ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ ແລະ ມອບໂອກາດໃຫ້ແຕ່ລະຄົນໄດ້ຖືກເຮັດໃຫ້ສົມບູນ. ຜ່ານຄວາມຄິດລົບຂອງເຈົ້າ, ເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ ແລະ ຫຼັງຈາກນັ້ນ ຜ່ານການໂຍນຄວາມຄິດລົບຖິ້ມ ເຈົ້າຈະພົບເສັ້ນທາງປະຕິບັດ; ສິ່ງທັງໝົດເຫຼົ່ານີ້ຄືວິທີທາງທີ່ຈະເຮັດໃຫ້ເຈົ້າສົມບູນ. ຍິ່ງໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການໃຫ້ແສງເຍືອງທາງຈາກສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ, ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ມີການແຍກແຍະ. ເມື່ອສະພາວະຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ ແລະ ເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ ແລະ ສາມາດເຊື່ອມໂຍງຄຳເທດສະໜາທີ່ເຈົ້າໄດ້ຍິນເຂົ້າກັບສະພາວະຂອງຕົວເຈົ້າເອງ. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງສະຫວ່າງ ແລະ ແສງເຍືອງທາງພາຍໃນຕົວເຈົ້າ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ຄືວິທີທີ່ເຈົ້າຈະຖືກເຮັດໃຫ້ສົມບູນໃນດ້ານບວກ. ໃນສະພາວະດ້ານລົບ, ເຈົ້າອ່ອນແອ ແລະ ຄິດລົບ; ເຈົ້າຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍຍັງໃຫ້ແສງເຍືອງທາງແກ່ເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງປະຕິບັດ. ການອອກມາຈາກສິ່ງນີ້ແມ່ນການບັນລຸຄວາມສົມບູນໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະພາວະທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ ເຫັນວ່າມະນຸດບໍ່ມີຫຍັງ ແລະ ກໍບໍ່ແມ່ນຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍບໍ່ຮູ້ ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທຸກສິ່ງທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອລິຮານອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງລິຮານມະນຸດ, ອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດໂປງມະນຸດ, ຂຸດອອກ ແລະ ເປີດໂປງ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດໂປງສະພາວະຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດໂປງ, ຜ່ານການລິຮານມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.
ແມ່ນຫຍັງຄືສິ່ງທີ່ພວກເຈົ້າສະແຫວງຫາໃນຕອນນີ້? ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ເພື່ອຮູ້ຈັກພຣະເຈົ້າ, ເພື່ອຮັບເອົາພຣະເຈົ້າ ຫຼື ບາງທີພວກເຈົ້າສະແຫວງຫາເພື່ອປະຕິບັດຕົນເອງໃນຮູບແບບເປໂຕແຫ່ງປີ 90 ຫຼື ເພື່ອມີຄວາມສັດທາທີ່ຍິ່ງໃຫຍ່ກວ່າໂຢບ ຫຼື ທາງທີພວກເຈົ້າສະແຫວງຫາເພື່ອໃຫ້ຖືກເອີ້ນວ່າເປັນຄົນຊອບທໍາໂດຍພຣະເຈົ້າ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ຫຼື ເພື່ອຈະສາມາດສະແດງເຖິງພຣະເຈົ້າເທິງແຜ່ນດິນໂລກ ແລະ ເພື່ອເປັນປະຈັກພະຍານທີ່ເຂັ້ມແຂງ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ບໍ່ວ່າພວກເຈົ້າສະແຫວງຫາສິ່ງໃດ, ໂດຍລວມແລ້ວ ພວກເຈົ້າແມ່ນສະແຫວງຫາເພື່ອຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ບໍ່ວ່າເຈົ້າຈະສະແຫວງຫາເພື່ອເປັນຜູ້ຊອບທຳ ຫຼື ເຈົ້າສະແຫວງຫາໃນຮູບແບບຂອງເປໂຕ ຫຼື ຄວາມເຊື່ອຂອງໂຢບ ຫຼື ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ທັງໝົດແມ່ນເພື່ອປະສົບກັບພຣະທຳຂອງພຣະເຈົ້າ, ເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າພໍໃຈ; ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຄົ້ນຫາຄວາມໜ້າຮັກຂອງພຣະເຈົ້າ, ເພື່ອຊອກຫາເສັ້ນທາງສູ່ການປະຕິບັດໃນປະສົບການຕົວຈິງ ໂດຍມີເປົ້າໝາຍໃນການສາມາດທີ່ຈະປະຖິ້ມອຸປະນິໄສກະບົດຂອງເຈົ້າ, ບັນລຸສະພາບປົກກະຕິໃນຕົວເຈົ້າເອງ, ສາມາດມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ, ກາຍເປັນບຸກຄົນທີ່ເໝາະສົມ ແລະ ມີແຮງຈູງໃຈທີ່ຖືກຕ້ອງໃນທຸກສິ່ງທີ່ເຈົ້າເຮັດ. ເຫດຜົນທີ່ເຈົ້າປະສົບກັບສິ່ງຕ່າງໆເຫຼົ່ານີ້ທັງໝົດແມ່ນເພື່ອໄດ້ມາຮູ້ຈັກພຣະເຈົ້າ ແລະ ບັນລຸການຈະເລີນເຕີບໂຕຂອງຊີວິດ. ເຖິງແມ່ນວ່າສິ່ງທີ່ເຈົ້າປະສົບແມ່ນພຣະທຳຂອງພຣະເຈົ້າ, ເຫດການແທ້ຈິງ, ພ້ອມທັງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງຕົວເຈົ້າ, ແຕ່ໃນທີ່ສຸດເຈົ້າຈະສາມາດຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ເພື່ອສະແຫວງຫາທີ່ຈະຍ່າງຕາມທາງຂອງຄົນຊອບທຳ ຫຼື ສະແຫວງຫາເພື່ອນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ: ນີ້ແມ່ນທາງແລ່ນ, ໃນຂະນະທີ່ການຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ ແມ່ນຈຸດໝາຍປາຍທາງ. ບໍ່ວ່າຕອນນີ້ເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່ ຫຼື ສະແຫວງຫາເພື່ອເປັນພະຍານໃຫ້ກັບພຣະເຈົ້າ, ທັງໝົດນັ້ນ, ທ້າຍທີ່ສຸດແລ້ວກໍແມ່ນເພື່ອຮູ້ຈັກພຣະເຈົ້າ; ເພື່ອວ່າພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າຈະບໍ່ໄຮ້ປະໂຫຍດ, ເພື່ອວ່າ ທ້າຍທີ່ສຸດແລ້ວ ເຈົ້າຈະໄດ້ມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ, ຮູ້ຈັກຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ແມ່ນເພື່ອຮູ້ຈັກຄວາມອ່ອນນ້ອມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຈົ້າ ແລະ ເພື່ອຮູ້ຈັກຫຼາກຫຼາຍພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ບັງເກີດເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມທົນທຸກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມທົນທຸກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າກໍກາຍເປັນຈິງໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ໃນດ້ານຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ເຫດຜົນ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນ, ພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ ແລະ ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມທົນທຸກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າສູງສົ່ງຫຼາຍ. ພຣະອົງຊົງສູງສົ່ງທີ່ສຸດ ແລະ ມະນຸດກໍຕ່ຳຕ້ອຍທີ່ສຸດ ແຕ່ພຣະອົງກໍຍັງປະຕິບັດໃນຕົວພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ຮ່ວມກັນກັບຜູ້ຄົນອີກດ້ວຍ. ພຣະເຈົ້າຖ່ອມຕົວຫຼາຍ, ໜ້າຮັກຫຼາຍ. ຖ້າທັນທີໃດທີ່ມີການກ່າວເຖິງຄວາມຮັກຂອງພຣະເຈົ້າ, ທັນທີໃດທີ່ມີການກ່າວເຖິງພຣະຄຸນຂອງພຣະເຈົ້າ, ເຈົ້າກໍທັງຫຼັ່ງນ້ຳຕາທັງເອີ່ຍຄຳສັນລະເສີນທີ່ຍິ່ງໃຫຍ່, ຖ້າເຈົ້າມາເຖິງຂັ້ນນີ້, ເຈົ້າແມ່ນມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າແລ້ວ.
ໃນປັດຈຸບັນ ມີການບ່ຽງເບນໃນການສະແຫວງຫາຂອງຜູ້ຄົນ; ພວກເຂົາພຽງສະແຫວງຫາທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈເທົ່ານັ້ນ, ແຕ່ພວກເຂົາບໍ່ມີຄວາມຮູ້ໃດໆກ່ຽວກັບພຣະອົງ ແລະ ໄດ້ລະເລີຍຕໍ່ຄວາມສະຫວ່າງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າເປັນຮາກຖານ. ໃນວິທີນີ້ ພວກເຂົາຈະສູນເສຍກຳລັງໃຈ ເມື່ອປະສົບການຂອງພວກເຂົາກ້າວໜ້າຂຶ້ນ. ທຸກຄົນທີ່ສະແຫວງຫາເພື່ອມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຢູ່ໃນສະພາບທີ່ດີໃນອະດີດ ແລະ ມັກຈະມີຄວາມຄິດລົບ ແລະ ຄວາມອ່ອນແອ ແລະ ມັກຫຼັ່ງນ້ຳຕາຢູ່ເລື້ອຍໆ, ຮູ້ສຶກທໍ້ແທ້ ແລະ ຜິດຫວັງ; ຕອນນີ້ຄົນເຫຼົ່ານີ້ໄດ້ມີປະສົບການຫຼາຍຂຶ້ນ, ສະພາວະຂອງພວກເຂົາກໍດີຂຶ້ນ. ຫຼັງຈາກການປະສົບກັບການຖືກລິຮານ, ຖືກເຮັດໃຫ້ແຕກຫັກ ແລະ ໄດ້ຜ່ານຂັ້ນຕອນການທົດລອງ ແລະ ການຫຼໍ່ຫຼອມ, ພວກເຂົາໄດ້ກ້າວໜ້າຢ່າງໃຫຍ່. ສະພາວະທີ່ເປັນລົບກໍຫຼຸດລົງ ແລະ ຊີວິດ-ອຸປະນິໄສຂອງພວກເຂົາກໍໄດ້ປ່ຽນແປງໄປໜ້ອຍໜຶ່ງ. ໃນຂະນະທີ່ພວກເຂົາຜ່ານຜ່າກັບການທົດລອງຫຼາຍຂຶ້ນ, ຫົວໃຈຂອງພວກເຂົາກໍເລີ່ມຮັກພຣະເຈົ້າ. ມີກົດສຳລັບການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ເຊິ່ງພຣະອົງສ່ອງແສງສະຫວ່າງເຈົ້າໂດຍໃຊ້ພາກສ່ວນທີ່ເໝາະສົມຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະພາວະດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ເຈົ້າສາມາດຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈຶ່ງຈະສາມາດປະຖິ້ມອຸປະນິໄສອັນເສື່ອມຊາມຂອງຊາຕານນັ້ນໄດ້. ເຈົ້າເປັນຄົນຊື່ຕົງ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ. ແນ່ນອນ ພຣະເຈົ້າຈະອວຍພອນເຈົ້າ, ດັ່ງນັ້ນ ເມື່ອເຈົ້າອ່ອນແອ ແລະ ຄິດລົບ, ພຣະອົງກໍຈະສ່ອງແສງສະຫວ່າງໃຫ້ກັບເຈົ້າເປັນສອງເທົ່າ, ຊ່ວຍເຈົ້າໃຫ້ຮູ້ຈັກຕົວເຈົ້າເອງຫຼາຍຂຶ້ນ, ເຕັມໃຈທີ່ຈະກັບໃຈສໍາລັບຕົວເອງຫຼາຍຂຶ້ນ ແລະ ສາມາດປະຕິບັດສິ່ງທີ່ເຈົ້າຄວນປະຕິບັດໄດ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນຫົວໃຈຂອງເຈົ້າຈຶ່ງຈະມີຄວາມສະຫງົບ ແລະ ສະບາຍໃຈ. ຄົນທີ່ໃຫ້ຄວາມສົນໃຈກັບການຮູ້ຈັກພຣະເຈົ້າເປັນປົກກະຕິ, ຜູ້ທີ່ໃຫ້ຄວາມສົນໃຈກັບການຮູ້ຈັກຕົວພວກເຂົາເອງ, ຜູ້ທີ່ໃຫ້ຄວາມສົນໃຈໃນການປະຕິບັດຂອງພວກເຂົາເອງຈະສາມາດໄດ້ຮັບພາລະກິດຂອງພຣະເຈົ້າຢູ່ເລື້ອຍໆ ພ້ອມທັງໄດ້ຮັບການນຳພາ ແລະ ຄວາມສະຫວ່າງຈາກພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະຢູ່ໃນສະພາວະດ້ານລົບ, ພວກເຂົາກໍສາມາດຫັນປ່ຽນສິ່ງຕ່າງໆທັນທີ, ບໍ່ວ່າຈະເກີດຈາກການກະທໍາດ້ວຍຈິດສໍານຶກ ຫຼື ເກີດຈາກຄວາມສະຫວ່າງຈາກພຣະທຳຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງຈະບັນລຸຜົນສະເໝີເມື່ອພວກເຂົາຮູ້ສະພາວະເປັນຈິງຂອງພວກເຂົາເອງ ແລະ ອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ເຕັມໃຈທີ່ຈະຮູ້ຈັກຕົວພວກເຂົາເອງ ແລະ ເປີດໃຈຈະສາມາດປະຕິບັດຄວາມຈິງໄດ້. ຄົນແບບນີ້ແມ່ນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ບໍ່ວ່າຄວາມເຂົ້າໃຈນີ້ຈະເລິກ ຫຼື ຕື້ນ, ໜ້ອຍ ຫຼື ຫຼາຍກໍຕາມ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ແມ່ນບາງສິ່ງທີ່ຜູ້ຄົນບັນລຸຜົນ, ມັນແມ່ນຜົນປະໂຫຍດຂອງພວກເຂົາເອງ. ຄົນທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຄົນທີ່ມີພື້ນຖານ, ເປັນຄົນທີ່ມີນິມິດ. ຄົນແບບນີ້ແມ່ນໝັ້ນໃຈກ່ຽວກັບເນື້ອໜັງຂອງພຣະເຈົ້າ ແລະ ໝັ້ນໃຈກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະປະຕິບັດ ຫຼື ກ່າວແນວໃດກໍຕາມ ຫຼື ຄົນອື່ນໆຈະລົບກວນພຽງໃດກໍຕາມ, ລາວກໍສາມາດຍຶດໝັ້ນໃນຈຸດຢືນຂອງຕົນ ແລະ ຢືນຢ່າງໝັ້ນຄົງໃນການເປັນພະຍານຂອງລາວໃຫ້ກັບພຣະເຈົ້າໄດ້. ຍິ່ງບຸກຄົນເປັນແບບນີ້ຫຼາຍເທົ່າໃດ ພວກເຂົາກໍຍິ່ງສາມາດປະຕິບັດຄວາມຈິງທີ່ພວກເຂົາເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນວ່າພວກເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ສະເໝີ, ພວກເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເດັດດ່ຽວທີ່ຈະຢືນຢ່າງໝັ້ນຄົງໃນການເປັນພະຍານຂອງເຈົ້າໃຫ້ກັບພຣະເຈົ້າຕະຫຼອດໄປ.
ການມີການແຍກແຍະ, ມີຄວາມອ່ອນນ້ອມ ແລະ ມີຄວາມສາມາດເບິ່ງເລິກເຂົ້າໄປ ເພື່ອທີ່ເຈົ້າຈະມີຄວາມສະຫຼາດຫຼັກແຫຼມໃນວິນຍານ ໝາຍຄວາມວ່າເຈົ້າມີພຣະທຳຂອງພຣະເຈົ້າເປັນແສງເຍືອງທາງ ແລະ ຄວາມສະຫວ່າງແກ່ເຈົ້າຢູ່ພາຍໃນ ທັນທີທີ່ເຈົ້າພົບກັບສິ່ງໃດໜຶ່ງ. ນີ້ແມ່ນການມີຄວາມສະຫຼາດຫຼັກແຫຼມໃນວິນຍານ. ທຸກສິ່ງທີ່ພຣະເຈົ້າປະຕິບັດແມ່ນເພື່ອຊ່ວຍຟື້ນຟູວິນຍານຂອງຄົນ. ເປັນຫຍັງພຣະເຈົ້າຈຶ່ງເວົ້າຢູ່ສະເໝີວ່າຄົນໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າ? ກໍຍ້ອນວ່າວິນຍານຂອງຄົນໄດ້ຕາຍໄປແລ້ວ ແລະ ພວກເຂົາບໍ່ມີຄວາມຮູ້ສຶກຈົນເຖິງຂັ້ນວ່າພວກເຂົາບໍ່ຮູ້ສຶກເຖິງສິ່ງຕ່າງໆຂອງວິນຍານ. ພາລະກິດຂອງພຣະເຈົ້າແມ່ນການເຮັດໃຫ້ຊີວິດຂອງຄົນກ້າວໜ້າ ແລະ ເພື່ອຊ່ວຍໃຫ້ວິນຍານຂອງຄົນກັບມາມີຊີວິດ, ເພື່ອວ່າພວກເຂົາຈະສາມາດເບິ່ງເລິກເຂົ້າໄປໃນວິນຍານ ແລະ ພວກເຂົາຈະສາມາດຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈຢູ່ສະເໝີ. ການມາເຖິງຈຸດນີ້ ສະແດງໃຫ້ເຫັນວ່າວິນຍານຂອງຄົນໄດ້ຖືກຟື້ນຟູແລ້ວ ແລະ ເທື່ອໜ້າເມື່ອພວກເຂົາພົບກັບບາງສິ່ງ, ພວກເຂົາກໍຈະສາມາດມີປະຕິກິລິຍາໄດ້ທັນທີ. ພວກເຂົາຕອບສະໜອງຕໍ່ຄຳເທດສະໜາ ແລະ ມີປະຕິກິລິຍາກັບສະຖານະການຕ່າງໆໄດ້ໂດຍໄວ. ນີ້ແມ່ນການບັນລຸຄວາມສະຫຼາດຫຼັກແຫຼມຂອງວິນຍານ. ມີຫຼາຍຄົນທີ່ມີປະຕິກິລິຍາໂດຍໄວຕໍ່ເຫດການທາງນອກ, ແຕ່ທັນທີເມື່ອເຂົ້າສູ່ຄວາມເປັນຈິງ ຫຼື ເມື່ອກ່າວເຖິງສິ່ງຕ່າງໆຢ່າງລາຍລະອຽດໃນວິນຍານ, ພວກເຂົາກໍກາຍເປັນຄົນຂາດຄວາມຮູ້ສຶກ ແລະ ໂງ່ຈ້າ. ພວກເຂົາເຂົ້າໃຈບາງສິ່ງ ກໍຕໍ່ເມື່ອສິ່ງນັ້ນປາກົດຢູ່ຄາຕາ. ທັງໝົດນີ້ແມ່ນສັນຍານຂອງຄວາມມືນຊາ ແລະ ຄວາມໂງ່ຈ້າທາງດ້ານວິນຍານ ແລະ ການມີປະສົບການພຽງໜ້ອຍດຽວກ່ຽວກັບສິ່ງຕ່າງໆຝ່າຍວິນຍານ. ບາງຄົນມີຄວາມສະຫຼາດຫຼັກແຫຼມທາງວິນຍານ ແລະ ມີການແຍກແຍະ. ທັນທີທີ່ພວກເຂົາໄດ້ຍິນຖ້ອຍຄໍາທີ່ຊີ້ເຖິງສະພາວະຂອງພວກເຂົາ ພວກເຂົາກໍຈະບັນທຶກມັນໂດຍທັນທີ. ຫຼັງຈາກທີ່ພວກເຂົາໄດ້ຍິນຖ້ອຍຄໍາກ່ຽວກັບຫຼັກການຂອງການປະຕິບັດ, ພວກເຂົາກໍສາມາດຮັບເອົາມັນ ແລະ ນຳໃຊ້ມັນກັບປະສົບການຕໍ່ໄປຂອງພວກເຂົາ, ເພື່ອປ່ຽນແປງຕົວພວກເຂົາເອງ. ນີ້ແມ່ນຄົນທີ່ມີຄວາມສະຫຼາດຫຼັກແຫຼມໃນວິນຍານ. ເປັນຫຍັງເຂົາຈຶ່ງສາມາດມີປະຕິກິລິຍາຕອບໂຕ້ໄດ້ໄວຂະໜາດນີ້? ກໍຍ້ອນວ່າເຂົາເນັ້ນໃສ່ສິ່ງຕ່າງໆເຫຼົ່ານີ້ໃນຊີວິດປະຈຳວັນ. ເມື່ອພວກເຂົາອ່ານພຣະທໍາຂອງພຣະເຈົ້າ, ພວກເຂົາກໍສາມາດກວດສອບສະພາບຂອງພວກເຂົາໃສ່ພຣະທໍາເຫຼົ່ານັ້ນ ແລະ ທົບທວນກັບຕົນເອງ. ເມື່ອພວກເຂົາໄດ້ຍິນການສົນທະນາ ແລະ ຄໍາເທດສະໜາ ແລະ ໄດ້ຍິນພຣະທໍາທີ່ພາຄວາມສະຫວ່າງ ແລະ ການໃຫ້ແສງເຍືອງທາງມາສູ່ພວກເຂົາ, ພວກເຂົາກໍສາມາດຮັບເອົາສິ່ງເຫຼົ່ານັ້ນທັນທີ. ມັນຄ້າຍຄືກັບການໃຫ້ອາຫານໃຫ້ແກ່ຄົນທີ່ຫິວເຂົ້າ; ພວກເຂົາສາມາດກິນໄດ້ທັນທີ. ຖ້າເຈົ້າໃຫ້ອາຫານແກ່ບາງຄົນທີ່ບໍ່ຫິວເຂົ້າ, ພວກເຂົາກໍຈະບໍ່ຕອບສະໜອງໂດຍໄວ. ເຈົ້າອະທິຖານຫາພຣະເຈົ້າເລື້ອຍໆ ແລະ ເຈົ້າກໍສາມາດຕອບສະໜອງໄດ້ທັນທີເມື່ອເຈົ້າພົບກັບບາງສິ່ງ: ພຣະເຈົ້າຮຽກຮ້ອງຫຍັງໃນເລື່ອງນີ້ ແລະ ເຈົ້າຄວນປະຕິບັດແນວໃດ. ພຣະເຈົ້າໄດ້ນຳທາງເຈົ້າໃນເລື່ອງນີ້ມາຄັ້ງໜຶ່ງແລ້ວ ແລະ ມື້ນີ້ເມື່ອເຈົ້າພົບກັບສິ່ງດຽວກັນນີ້, ໂດຍທໍາມະຊາດແລ້ວ ເຈົ້າກໍຈະຮູ້ວິທີປະຕິບັດໃນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າປະຕິບັດໃນທາງນີ້ຢູ່ສະເໝີ ແລະ ປະສົບໃນທາງນີ້ຢູ່ສະເໝີ, ເມື່ອເຖິງຈຸດໜຶ່ງ ມັນກໍຈະມາຫາເຈົ້າຢ່າງງ່າຍດາຍ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເຈົ້າຮູ້ວ່າຄົນແບບໃດທີ່ພຣະເຈົ້າກ່າວເຖິງ, ເຈົ້າຮູ້ວ່າສະພາບແບບໃດຂອງວິນຍານທີ່ພຣະອົງເວົ້າເຖິງ ແລະ ເຈົ້າກໍຈະສາມາດກຳຈຸດສຳຄັນນີ້ໄດ້ ແລະ ນຳເອົາໄປປະຕິບັດຕາມ; ນີ້ສະແດງໃຫ້ເຫັນວ່າເຈົ້າສາມາດປະສົບໄດ້. ເປັນຫຍັງບາງຄົນຈຶ່ງຂາດໃນດ້ານນີ້? ກໍຍ້ອນວ່າພວກເຂົາບໍ່ໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພາກປະຕິບັດ. ເຖິງແມ່ນວ່າພວກເຂົາເຕັມໃຈທີ່ຈະນຳເອົາຄວາມຈິງໄປປະຕິບັດຕາມ, ແຕ່ພວກເຂົາກໍບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງໃນລາຍລະອຽດຂອງການຮັບໃຊ້ ແລະ ໃນລາຍລະອຽດຂອງຄວາມຈິງໃນຊີວິດຂອງພວກເຂົາ. ພວກເຂົາສັບສົນເມື່ອບາງສິ່ງເກີດຂຶ້ນ. ໃນວິທີນີ້, ເຈົ້າອາດຖືກນໍາພາໃຫ້ຫຼົງທາງເມື່ອມີຜູ້ເຜີຍພຣະທຳປອມ ຫຼື ສາວົກປອມມານໍາ. ເຈົ້າຕ້ອງສົນທະນາເລື້ອຍໆກ່ຽວກັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ, ດ້ວຍວິທີນີ້ເທົ່ານັ້ນເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງ ແລະ ມີການແຍກແຍະ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ມີການແຍກແຍະ. ຍົກຕົວຢ່າງ: ສິ່ງທີ່ພຣະເຈົ້າກ່າວ, ວິທີທີ່ພຣະເຈົ້າປະຕິບັດພາລະກິດ, ສິ່ງທີ່ພຣະອົງຕ້ອງການຈາກຜູ້ຄົນ, ຄົນປະເພດໃດທີ່ເຈົ້າຄວນຄົບຄ້າສະມາຄົມນໍາ ແລະ ຄົນປະເພດໃດທີ່ເຈົ້າຄວນປະຕິເສດ. ເຈົ້າຕ້ອງສົນທະນາກ່ຽວກັບສິ່ງເຫຼົ່ານີ້ຢູ່ເລື້ອຍໆ. ຖ້າເຈົ້າປະສົບກັບພຣະທໍາຂອງພຣະເຈົ້າໃນທາງນີ້ຢູ່ສະເໝີ, ເຈົ້າຈະເຂົ້າໃຈຄວາມຈິງ ແລະ ເຂົ້າໃຈຫຼາຍສິ່ງຢ່າງລະອຽດ ແລະ ເຈົ້າຍັງຈະມີການແຍກແຍະອີກດ້ວຍ. ແມ່ນຫຍັງຄືການລົງວິໄນຂອງພຣະວິນຍານບໍລິສຸດ, ແມ່ນຫຍັງຄືໂທດກຳເນີດຈາກຄວາມປະສົງຂອງມະນຸດ, ແມ່ນຫຍັງຄືການນຳພາຈາກພຣະວິນຍານບໍລິສຸດ, ແມ່ນຫຍັງຄືການປັ້ນແຕ່ງສະພາບແວດລ້ອມ, ແມ່ນຫຍັງຄືພຣະທຳຂອງພຣະເຈົ້າທີ່ສະຫວ່າງຢູ່ພາຍໃນ? ຖ້າເຈົ້າບໍ່ຈະແຈ້ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າກໍຈະບໍ່ມີການແຍກແຍະ. ເຈົ້າຄວນຮູ້ວ່າແມ່ນຫຍັງທີ່ມາຈາກພຣະວິນຍານບໍລິດສຸດ, ແມ່ນຫຍັງຄືອຸປະນິໄສກະບົດ, ວິທີອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ວິທີປະຖິ້ມຄວາມກະບົດຂອງຕົວເຈົ້າເອງ; ຖ້າເຈົ້າໄດ້ຮັບຄວາມເຂົ້າໃຈໃນສິ່ງເຫຼົ່ານີ້ຜ່ານປະສົບການຂອງເຈົ້າ, ເຈົ້າກໍຈະມີພື້ນຖານ; ເມື່ອບາງສິ່ງເກີດຂຶ້ນ, ເຈົ້າຈະມີຄວາມຈິງທີ່ເໝາະສົມເພື່ອປຽບທຽບກັບມັນໄດ້ ແລະ ນິມິດທີ່ເໝາະສົມເປັນພື້ນຖານ. ເຈົ້າຈະມີຫຼັກການໃນທຸກສິ່ງທີ່ເຈົ້າປະຕິບັດ ແລະ ຈະສາມາດປະຕິບັດຕາມຄວາມຈິງ. ແລ້ວຊີວິດຂອງເຈົ້າກໍຈະເຕັມໄປດ້ວຍຄວາມສະຫວ່າງຂອງພຣະເຈົ້າ, ເຕັມໄປດ້ວຍພອນຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດຢ່າງບໍ່ຍຸຕິທໍາ ຕໍ່ຄົນທີ່ສະແຫວງຫາພຣະອົງດ້ວຍໃຈຈິງ. ພຣະເຈົ້າຈະບໍ່ປະຕິບັດຢ່າງບໍ່ຍຸຕິທໍາຕໍ່ຄົນທີ່ສະແຫວງຫາພຣະອົງຢ່າງຈິງໃຈ ຫຼື ຜູ້ທີ່ດໍາລົງຊີວິດຕາມພຣະອົງ ແລະ ເປັນພະຍານໃຫ້ກັບພຣະອົງ ແລະ ພຣະອົງຈະບໍ່ສາບແຊ່ງຄົນທີ່ສາມາດກະຫາຍຫາຄວາມຈິງຢ່າງຈິງໃຈ. ຖ້າໃນຂະນະທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາດເອົາໃຈໃສ່ໃນການຮູ້ຈັກສະພາວະຕົວຈິງຂອງຕົວເຈົ້າເອງ, ເອົາໃຈໃສ່ຕໍ່ການປະຕິບັດຂອງຕົວເຈົ້າເອງ ແລະ ເອົາໃຈໃສ່ຕໍ່ຄວາມເຂົ້າໃຈຂອງຕົນເອງ, ແລ້ວ ເມື່ອເຈົ້າພົບກັບບັນຫາ, ເຈົ້າຈະໄດ້ຮັບຄວາມສະຫວ່າງ ແລະ ຈະໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງ. ເຈົ້າຈະມີເສັ້ນທາງແຫ່ງການປະຕິບັດ ແລະ ການແຍກແຍະທຸກໆສິ່ງ. ຄົນທີ່ມີຄວາມຈິງບໍ່ໜ້າເປັນໄປໄດ້ທີ່ຈະຖືກຫຼອກລວງ ແລະ ບໍ່ໜ້າເປັນໄປໄດ້ທີ່ຈະປະພຶດຂັດຂວາງ ຫຼື ປະຕິບັດແບບເກີນຄວນ. ຍ້ອນຄວາມຈິງພວກເຂົາຈຶ່ງຖືກປົກປ້ອງ ແລະ ຍ້ອນຄວາມຈິງ ພວກເຂົາຈຶ່ງໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນ. ຍ້ອນຄວາມຈິງພວກເຂົາຈຶ່ງມີເສັ້ນທາງປະຕິບັດຫຼາຍຂຶ້ນ, ໄດ້ຮັບໂອກາດໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາຫຼາຍຂຶ້ນ ແລະ ໂອກາດທີ່ຈະຖືກເຮັດໃຫ້ສົມບູນຫຼາຍຂຶ້ນ.