ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດປາດຖະໜາຫາພຣະເຈົ້າ ຫຼື ເຄົາລົບນັບຖືພຣະອົງໄດ້ຢ່າງແທ້ຈິງ. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ບູຊາ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການບູຊາ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ຕຶກປາເພື່ອໄດ້ຮັບພອນໃນນໍ້າທີ່ປັ່ນປ່ວນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ເຊື່ອຟັງພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບຄວາມປາຖະໜາຂອງພຣະເຈົ້າ ຫຼື ບໍ. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ມີໃຫ້ມະນຸດຮັກ. ແຕ່ຫຼາຍຄົນທີ່ເຊື່ອໃນພຣະເຈົ້າບໍ່ສາມາດຄົ້ນພົບ “ຄວາມລັບ” ນີ້. ຜູ້ຄົນບໍ່ກ້າຮັກພຣະເຈົ້າ ຫຼື ພວກເຂົາບໍ່ພະຍາຍາມທີ່ຈະຮັກພຣະອົງ. ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ, ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າ ພຣະເຈົ້າເປັນພຣະເຈົ້າທີ່ຮັກມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ມີໃຫ້ມະນຸດຮັກ. ຄວາມເປັນຕາຮັກຂອງພຣະເຈົ້າຖືກສະແດງອອກໃນພາລະກິດຂອງພຣະອົງ ນັ້ນກໍຄື ມີພຽງແຕ່ ເມື່ອພວກເຂົາມີປະສົບການກັບພາລະກິດຂອງພຣະອົງ ຜູ້ຄົນຈຶ່ງສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງໄດ້, ມີພຽງແຕ່ໃນປະສົບການຕາມຄວາມຈິງຂອງພວກເຂົາເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈເຖິງຄວາມເປັນຕາຮັກຂອງພຣະເຈົ້າໄດ້ ແລະ ຫາກປາສະຈາກການເຝົ້າເບິ່ງໃນຊີວິດທີ່ເປັນຈິງ ບໍ່ມີໃຜສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າໄດ້. ມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ ແຕ່ຫາກປາສະຈາກການມີສ່ວນຮ່ວມກັບພຣະເຈົ້າຢ່າງແທ້ຈິງ ຜູ້ຄົນບໍ່ສາມາດຄົ້ນພົບສິ່ງນັ້ນໄດ້. ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ກາຍມາເປັນມະນຸດ ຜູ້ຄົນກໍຈະບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າພວກເຂົາບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ພວກເຂົາກໍຈະບໍ່ສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຈະເປິເປື້ອນໄປດ້ວຍຄວາມເທັດ ແລະ ຈິນຕະນາການຫຼາຍຢ່າງ. ຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງສະຫວັນບໍ່ເປັນຈິງເທົ່າຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ຍ້ອນຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ຢູ່ໃນສະຫວັນແມ່ນສ້າງຂຶ້ນຈາກຈິນຕະນາການຂອງພວກເຂົາ ແທນທີ່ຈະສ້າງຂຶ້ນຈາກສິ່ງພວກເຂົາເຫັນດ້ວຍຕາຂອງຕົນເອງ ແລະ ສິ່ງທີ່ພວກເຂົາມີປະສົບການດ້ວຍຕົວເອງ. ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ຜູ້ຄົນສາມາດເຫັນການກະທຳຢ່າງແທ້ຈິງຂອງພຣະອົງ ແລະ ຄວາມເປັນຕາຮັກຂອງພຣະອົງ ແລະ ພວກເຂົາສາມາດເຫັນທຸກສິ່ງທີ່ມາຈາກອຸປະນິໄສຈິງ ແລະ ປົກກະຕິຂອງພຣະອົງ, ເຊິ່ງທຸກສິ່ງແມ່ນມີຄວາມເປັນຈິງຫຼາຍກວ່າຄວາມຮູ້ກ່ຽວກັບພຣະເຈົ້າໃນສະຫວັນເປັນພັນໆເທົ່າ. ບໍ່ວ່າມະນຸດຈະຮັກພຣະເຈົ້າທີ່ຢູ່ໃນສະຫວັນຫຼາຍສໍ່າໃດ ກໍບໍ່ມີຄວາມຈິງກ່ຽວກັບຄວາມຮັກນີ້ ແລະ ມັນເຕັມໄປດ້ວຍແນວຄິດຂອງມະນຸດ. ບໍ່ວ່າຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າເທິງແຜ່ນດິນໂລກນັ້ນມີໜ້ອຍສໍ່າໃດ ຄວາມຮັກນີ້ແມ່ນເປັນຈິງ; ເຖິງແມ່ນຈະມີພຽງເລັກນ້ອຍ ແຕ່ມັນກໍຍັງເປັນຈິງ. ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກພຣະອົງຜ່ານພາລະກິດທີ່ແທ້ຈິງຂອງພຣະອົງ ແລະ ຜ່ານຄວາມຮູ້ນີ້ ພຣະອົງໄດ້ຮັບຄວາມຮັກຈາກພວກເຂົາ. ຄືກັບເປໂຕ ຖ້າເພິ່ນບໍ່ດຳລົງຊີວິດກັບພຣະເຢຊູ, ມັນກໍຈະເປັນໄປບໍ່ໄດ້ທີ່ເພິ່ນຈະເຄົາລົບພຣະເຢຊູ. ສະນັ້ນ ຄວາມຊື່ສັດທີ່ເພິ່ນມີຕໍ່ພຣະເຢຊູແມ່ນຖືກສ້າງຂຶ້ນບົນຄວາມມີສ່ວນຮ່ວມກັບພຣະເຢຊູເຊັ່ນດຽວກັນ. ເພື່ອເຮັດໃຫ້ມະນຸດຮັກພຣະອົງ ພຣະເຈົ້າໄດ້ລົງມາທ່າມກາງມະນຸດ ແລະ ດຳລົງຊີວິດຮ່ວມກັບມະນຸດ ແລະ ທຸກສິ່ງທີ່ພຣະອົງເຮັດໃຫ້ມະນຸດເຫັນ ແລະ ສຳຜັດ ແມ່ນຄວາມເປັນຈິງຂອງພຣະເຈົ້າ.

ພຣະເຈົ້ານໍາໃຊ້ຄວາມເປັນຈິງ ແລະ ການມາເຖິງຂອງຄວາມຈິງເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳຂອງພຣະເຈົ້າສໍາເລັດສ່ວນໜຶ່ງຂອງການເຮັດໃຫ້ຜູ້ຄົນສົມບູນ ແລະ ນີ້ແມ່ນພາລະກິດແຫ່ງການນໍາພາ ແລະ ການເປີດຫົນທາງ. ໝາຍຄວາມວ່າ ໃນພຣະທຳຂອງພຣະເຈົ້າ ເຈົ້າຕ້ອງພົບເສັ້ນທາງສູ່ການປະຕິບັດ ແລະ ຄວາມຮູ້ກ່ຽວກັບນິມິດ. ໂດຍການເຂົ້າໃຈສິ່ງເຫຼົ່ານີ້ ມະນຸດຈະມີເສັ້ນທາງ ແລະ ນິມິດໃນການປະຕິບັດຕົວຈິງຂອງເຂົາ ແລະ ເຂົາຈະສາມາດໄດ້ຮັບແສງສະຫວ່າງຜ່ານພຣະທຳຂອງພຣະເຈົ້າ, ເຂົາຈະສາມາດເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນມາຈາກພຣະເຈົ້າ ແລະ ສາມາດສັງເກດເຫັນຫຼາຍສິ່ງຫຼາຍຢ່າງ. ຫຼັງຈາກການເຂົ້າໃຈແລ້ວ ມະນຸດຕ້ອງເຂົ້າສູ່ຄວາມເປັນຈິງນີ້ທັນທີ ແລະ ຕ້ອງນໍາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນຊີວິດຄວາມເປັນຈິງຂອງເຂົາ. ພຣະເຈົ້າຈະນໍາພາເຈົ້າທຸກສິ່ງ ແລະ ຈະມອບເສັ້ນທາງສູ່ການປະຕິບັດໃຫ້ກັບພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກວ່າ ພຣະອົງເປັນຕາຮັກໂດຍພິເສດ ແລະ ເຮັດໃຫ້ພວກເຈົ້າເຫັນວ່າ ທຸກບາດກ້າວໃນການດໍາເນີນພາລະກິດຂອງພຣະເຈົ້າແມ່ນເພື່ອຕັ້ງໃຈເຮັດໃຫ້ພວກເຈົ້າສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ ຖ້າເຈົ້າປາຖະໜາທີ່ຈະມີປະສົບການກັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຈົ້າກໍຕ້ອງລົງເລິກສູ່ຄວາມເປັນຈິງ, ເຈົ້າຕ້ອງລົງເລິກສູ່ຊີວິດທີ່ແທ້ຈິງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງປະຕິບັດນັ້ນແມ່ນຄວາມຮັກ ແລະ ຄວາມລອດພົ້ນ ເຊິ່ງທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອເຮັດໃຫ້ຜູ້ຄົນປະຖິ້ມສິ່ງທີ່ບໍ່ເປັນມົນທິນ ແລະ ເພື່ອຫຼໍ່ຫຼອມສິ່ງທີ່ຢູ່ພາຍໃນມະນຸດທີ່ບໍ່ສາມາດເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະເຈົ້າໄດ້. ພຣະເຈົ້ານໍາໃຊ້ພຣະທຳເພື່ອຈັດກຽມໃຫ້ກັບມະນຸດ; ພຣະອົງສ້າງສະພາບແວດລ້ອມໃນຊີວິດທີ່ເປັນຈິງເພື່ອຜູ້ຄົນໄດ້ມີປະສົບການ ແລະ ຖ້າຜູ້ຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂໍ້ ແລ້ວເມື່ອພວກເຂົາໄດ້ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຕົວຈິງ, ພວກເຂົາສາມາດແກ້ໄຂອຸປະສັກທຸກຢ່າງທີ່ຢູ່ໃນຊີວິດຂອງພວກເຂົາໄດ້ ໂດຍໃຊ້ພຣະທຳຫຼາຍຂໍ້ຂອງພຣະເຈົ້າ. ໝາຍຄວາມວ່າ ເຈົ້າຕ້ອງມີພຣະທຳຂອງພຣະເຈົ້າເພື່ອທີ່ຈະລົງເລິກສູ່ຄວາມເປັນຈິງ; ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ປາສະຈາກພາລະກິດຂອງພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມີເສັ້ນທາງໃນຊີວິດທີ່ແທ້ຈິງ. ຖ້າເຈົ້າບໍ່ເຄີຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສັບສົນເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ. ເຈົ້າພຽງແຕ່ຮູ້ຈັກວ່າ ເຈົ້າຄວນຮັກພຣະເຈົ້າ ແຕ່ເຈົ້າບໍ່ສາມາດຈຳແນກຄວາມແຕກຕ່າງຫຍັງເລີຍ ແລະ ບໍ່ມີເສັ້ນທາງສູ່ການປະຕິບັດ; ເຈົ້າສັບສົນ ແລະ ວຸ້ນວາຍ ແລະ ບາງເທື່ອ ເຈົ້າຍິ່ງເຊື່ອວ່າ ການເຮັດໃຫ້ເນື້ອໜັງພໍໃຈນັ້ນ ເຈົ້າກຳລັງເຮັດໃຫ້ພຣະເຈົ້າພໍໃຈ, ທຸກສິ່ງນີ້ຄືຜົນຕາມມາຂອງການບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ໝາຍຄວາມວ່າ ຖ້າເຈົ້າປາສະຈາກຄວາມຊ່ວຍເຫຼືອຈາກພຣະທຳຂອງພຣະເຈົ້າ ແລະ ງົມຫາພາຍໃນຄວາມເປັນຈິງ ແລ້ວເຈົ້າກໍບໍ່ສາມາດພົບເສັ້ນທາງສູ່ການປະຕິບັດຢ່າງແທ້ຈິງ. ຜູ້ຄົນປະເພດນີ້ບໍ່ເຂົ້າໃຈວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າຫຍັງກັນແທ້ ຢ່າວ່າແຕ່ພວກເຂົາເຂົ້າໃຈວ່າ ການຮັກພຣະເຈົ້າໝາຍຄວາມວ່າຫຍັງເລີຍ. ຖ້າເຈົ້າອະທິຖານ, ຄົ້ນຫາ ແລະ ສະແຫວງຫາເລື້ອຍໆໂດຍນໍາໃຊ້ແສງສະຫວ່າງ ແລະ ການນໍາພາແຫ່ງພຣະທຳຂອງພຣະເຈົ້າ ແລະ ຜ່ານສິ່ງນີ້ ເຈົ້າຄົ້ນພົບວ່າ ເຈົ້າຄວນນໍາເຂົ້າສູ່ການປະຕິບັດຕົວຈິງ, ຊອກຫາໂອກາດສຳລັບພາລະກິດຂອງພຣະວິນຍານບໍລິສຸດ, ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ສັບສົນ ແລະ ວຸ້ນວາຍ, ແລ້ວເຈົ້າກໍຈະມີເສັ້ນທາງໃນຊີວິດ ແລະ ຈະເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ. ເມື່ອເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ກໍຈະເກີດມີການນຳພາຂອງພຣະເຈົ້າພາຍໃນຕົວເຈົ້າ ແລະ ເຈົ້າຈະໄດ້ຮັບການອວຍພອນເປັນພິເສດຈາກພຣະເຈົ້າ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກມີຄວາມສຸກ ນັ້ນກໍຄື ເຈົ້າຈະຮູ້ສຶກມີກຽດເປັນພິເສດທີ່ເຈົ້າເຮັດໃຫ້ພຣະເຈົ້າພໍໃຈ, ເຈົ້າຈະຮູ້ສຶກເບີກບານຢູ່ພາຍໃນ ແລະ ໃນຫົວໃຈຂອງເຈົ້າ ເຈົ້າຈະຊັດເຈນ ແລະ ສະຫງົບສຸກ. ຄວາມສຳນຶກຂອງເຈົ້າຈະໄດ້ຮັບການປອບໃຈ ແລະ ປາສະຈາກຄຳກ່າວຫາໃດໆ ແລະ ເຈົ້າຈະຮູ້ສຶກສະບາຍໃຈໃນຂ້າງໃນເມື່ອເວລາທີ່ເຈົ້າເຫັນອ້າຍເອື້ອຍນ້ອງຂອງເຈົ້າ. ນີ້ຄືຄວາມໝາຍຂອງການຮັບຄວາມຮັກຈາກພຣະເຈົ້າ ແລະ ມີພຽງແຕ່ສິ່ງນີ້ເທົ່ານັ້ນຄືການຮັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນທີ່ຮັບເອົາຄວາມຮັກຂອງພຣະເຈົ້າແມ່ນໄດ້ຮັບຜ່ານປະສົບການ ນັ້ນກໍຄື ໄດ້ຜະເຊີນກັບຄວາມລຳບາກ ແລະ ມີປະສົບການກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ, ພວກເຂົາຈຶ່ງໄດ້ຮັບການອວຍພອນຈາກພຣະເຈົ້າ. ຖ້າເຈົ້າພຽງແຕ່ກ່າວວ່າ ພຣະເຈົ້າຮັກເຈົ້າຢ່າງແທ້ຈິງ, ພຣະເຈົ້າໄດ້ຈ່າຍດ້ວຍລາຄາທີ່ໃຫຍ່ຫຼວງຢ່າງແທ້ຈິງເພື່ອຜົນປະໂຫຍດຂອງຜູ້ຄົນ, ພຣະອົງໄດ້ກ່າວພຣະທຳຫຼາຍຂໍ້ຢ່າງອົດທົນ ແລະ ຈິງໃຈ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນຢູ່ສະເໝີ, ການທີ່ເຈົ້າເວົ້າເຖິງພຣະທຳເຫຼົ່ານີ້ກໍເປັນພຽງດ້ານໜຶ່ງໃນການຮັບເອົາພຣະເຈົ້າ. ແຕ່ການຮັບທີ່ຍິ່ງໃຫຍ່ກວ່ານັ້ນ ນັ້ນກໍຄື ການຮັບທີ່ແທ້ຈິງແມ່ນເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດຈິງຂອງພວກເຂົາ, ຫຼັງຈາກນັ້ນ ພວກເຂົາແມ່ນສະຫງົບສຸກ ແລະ ຊັດເຈນໃນຫົວໃຈຂອງພວກເຂົາ. ພວກເຂົາຮູ້ສຶກຊື່ນຊົມຢ່າງໃຫຍ່ຫຼວງ ແລະ ຮູ້ສຶກວ່າ ພຣະເຈົ້າເປັນຕາຮັກທີ່ສຸດ. ເຈົ້າຈະຮູ້ສຶກວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນຍຸຕິທໍາຫຼາຍ. ເມື່ອໄດ້ອົດທົນຢ່າງໃຫຍ່ຫຼວງໃນຄວາມພະຍາຍາມຂອງເຈົ້າ ເຈົ້າຈະເບີກບານເປັນພິເສດໃນຂ້າງໃນ ນັ້ນກໍຄື ເຈົ້າຈະຮູ້ສຶກວ່າ ເຈົ້າກຳລັງໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະເຂົ້າໃຈວ່າ ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນຜູ້ຄົນ, ການຫຼໍ່ຫຼອມຜູ້ຄົນຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ພວກເຂົາບໍລິສຸດ ແລະ ພຣະເຈົ້າທົດລອງຜູ້ຄົນເພື່ອທົດສອບວ່າ ພວກເຂົາຮັກພຣະອົງຢ່າງແທ້ຈິງ ຫຼື ບໍ. ຖ້າເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງເປັນປະຈຳ ແລ້ວເຈົ້າກໍຈະພັດທະນາຄວາມຮູ້ທີ່ຊັດເຈນເທື່ອລະໜ້ອຍກ່ຽວກັບພາລະກິດສ່ວນຫຼາຍຂອງພຣະເຈົ້າ ແລະ ໃນເວລານັ້ນ ເຈົ້າຈະຮູ້ສຶກວ່າ ພຣະທຳຂອງພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າໃສຄືກັບແກ້ວຜະລຶກ. ຖ້າເຈົ້າສາມາດເຂົ້າໃຈຄວາມຈິງຫຼາຍຢ່າງທີ່ຊັດເຈນ ເຈົ້າຈະຮູ້ສຶກວ່າ ບັນຫາທຸກຢ່າງແມ່ນງ່າຍທີ່ຈະນໍາເຂົ້າສູ່ການປະຕິບັດ, ເຈົ້າສາມາດເອົາຊະນະທຸກບັນຫາໄດ້ ແລະ ເອົາຊະນະການທົດລອງໃດໆກໍໄດ້ ແລະ ເຈົ້າຈະບໍ່ເຫັນຫຍັງເປັນບັນຫາສຳລັບເຈົ້າເລີຍ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກຢ່າງຍິ່ງວ່າເປັນອິດສະຫຼະ ແລະ ເຈົ້າຖືກປົດປ່ອຍ. ໃນຊ່ວງເວລານີ້ ເຈົ້າຈະຮັບຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າກໍຈະມາຫາເຈົ້າ. ພຣະເຈົ້າອວຍພອນຄົນທີ່ມີນິມິດ, ຄົນທີ່ມີຄວາມຈິງ, ຄົນທີ່ມີຄວາມຮູ້ ແລະ ຄົນທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າຜູ້ຄົນປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ, ພວກເຂົາຕ້ອງນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດທີ່ແທ້ຈິງ, ພວກເຂົາຕ້ອງເຕັມໃຈທີ່ຈະອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າຈະມີນໍ້າຕາໃນດວງຕາຂອງພວກເຂົາ ພວກເຂົາຍັງຕ້ອງສາມາດເປັນທີ່ພໍໃຈໃນຫົວໃຈຂອງພຣະເຈົ້າໄດ້. ດ້ວຍວິທີນີ້ ພຣະເຈົ້າຈະອວຍພອນເຈົ້າຢ່າງແນ່ນອນ ແລະ ຖ້າເຈົ້າອົດທົນຕໍ່ຄວາມລໍາບາກແບບນີ້, ພາລະກິດຂອງພຣະວິນຍານບໍລິສຸດກໍຈະຕາມມາ. ຜ່ານຊີວິດທີ່ແທ້ຈິງ ແລະ ຜ່ານການມີປະສົບການກັບພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ພຽງແຕ່ເມື່ອພວກເຂົາໄດ້ຊີມລົດຊາດແຫ່ງຄວາມຮັກຂອງພຣະເຈົ້າ ພວກເຂົາຈຶ່ງຈະຮັກພຣະອົງຢ່າງແທ້ຈິງ.

ຄົນທີ່ຮັກພຣະເຈົ້າຄືຄົນທີ່ຮັກຄວາມຈິງ ແລະ ຍິ່ງຄົນທີ່ຮັກຄວາມຈິງນໍາຄວາມຈິງໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະຖືກພຣະເຈົ້າອວຍພອນຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງຄືເຫດຜົນດຽວທີ່ພຣະອົງສົມຄວນໄດ້ຮັບຄວາມຮັກຂອງຜູ້ຄົນບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳຜັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ ສະແຫວງຫາໃນຊີວິດທີ່ແທ້ຈິງ ແລະ ຕ້ອງເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງເຈົ້າເອງ. ເຈົ້າຕ້ອງຕັດສິນໃຈແບບນີ້. ເຈົ້າຕ້ອງເປັນຄົນທີ່ມີຄວາມເດັດດ່ຽວ ເຊິ່ງເປັນຄົນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ ໂດຍບໍ່ຂີ້ຄ້ານ ຫຼື ອິດສາຢາກໄດ້ຄວາມສຸກທາງເນື້ອໜັງ, ບໍ່ແມ່ນການມີຊີວິດຢູ່ເພື່ອເນື້ອໜັງ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າ. ມີຫຼາຍຄັ້ງທີ່ເຈົ້າເຮັດໃຫ້ພຣະເຈົ້າບໍ່ພໍໃຈ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈຄວາມປາຖະໜາຂອງພຣະເຈົ້າ; ສຳລັບຄັ້ງຕໍ່ໄປ ເຖິງແມ່ນມັນຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ, ເຈົ້າກໍຕ້ອງເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງບໍ່ເປັນທີ່ພໍໃຈຂອງເນື້ອໜັງ. ເມື່ອເຈົ້າມີປະສົບການໃນວິທີນີ້ ເຈົ້າຈະຮຽນຮູ້ຈັກພຣະເຈົ້າ. ເຈົ້າຈະເຫັນວ່າ ພຣະເຈົ້າສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ, ພຣະອົງໄດ້ກາຍມາເປັນເນື້ອໜັງເພື່ອຜູ້ຄົນຈະສາມາດເຫັນພຣະອົງຢ່າງແທ້ຈິງ ແລະ ມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງ; ເຈົ້າຈະເຫັນວ່າ ພຣະອົງສາມາດຍ່າງທ່າມກາງມະນຸດໄດ້ ແລະ ພຣະວິນຍານຂອງພຣະອົງສາມາດເຮັດໃຫ້ຜູ້ຄົນສົມບູນໃນຊີວິດທີ່ແທ້ຈິງ ໂດຍເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກ ແລະ ມີປະສົບການກັບການລົງວິໄນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການອວຍພອນຂອງພຣະອົງ. ຖ້າເຈົ້າມີປະສົບການໃນວິທີນີ້ຢູ່ສະເໝີ ເຈົ້າຈະບໍ່ສາມາດແຍກອອກຈາກພຣະເຈົ້າໃນຊີວິດທີ່ແທ້ຈິງໄດ້ ແລະ ຖ້າມື້ໜຶ່ງ ຄວາມສຳພັນຂອງເຈົ້າກັບພຣະເຈົ້າເຊົາຈາກປົກກະຕິ ເຈົ້າກໍຈະໄດ້ຮັບການຕຳນິຕິເຕືອນ ແລະ ຮູ້ສຶກເຖິງຄວາມສຳນຶກຜິດ. ເມື່ອເຈົ້າມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ເຈົ້າຈະບໍ່ປາຖະໜາທີ່ຈະອອກຈາກພຣະອົງຈັກເທື່ອ ແລະ ຖ້າມື້ໜຶ່ງ ພຣະເຈົ້າເວົ້າວ່າ ພຣະອົງຈະປະຖິ້ມເຈົ້າ, ເຈົ້າຈະຢ້ານກົວ ແລະ ຈະເວົ້າວ່າ ເຈົ້າຈະຕາຍດີກວ່າທີ່ຈະຖືກພຣະເຈົ້າປະຖິ້ມ. ທັນທີທີ່ເຈົ້າມີອາລົມເຫຼົ່ານີ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້ ແລະ ດ້ວຍວິທີທາງນີ້ ເຈົ້າຈະມີພື້ນຖານ ແລະ ຈະຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ.

ຜູ້ຄົນມັກເວົ້າເຖິງການໃຫ້ພຣະເຈົ້າເປັນຊີວິດຂອງພວກເຂົາ ແຕ່ປະສົບການຂອງພວກເຂົາຍັງບໍ່ໄດ້ມາເຖິງຈຸດນັ້ນເທື່ອ. ເຈົ້າພຽງແຕ່ເວົ້າວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ພຣະອົງນໍາພາເຈົ້າໃນແຕ່ລະມື້, ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້ ແລະ ເຈົ້າອະທິຖານຫາພຣະເຈົ້າໃນແຕ່ລະມື້, ດ້ວຍເຫດນັ້ນ ພຣະອົງໄດ້ກາຍມາເປັນຊີວິດຂອງເຈົ້າແລ້ວ. ຄວາມຮູ້ຂອງຄົນທີ່ເວົ້າສິ່ງນີ້ແມ່ນຕື້ນພໍສົມຄວນ. ຫຼາຍຄົນແມ່ນບໍ່ມີພື້ນຖານ; ພຣະທຳຂອງພຣະເຈົ້າຖືກປູກຝັງພາຍໃນພວກເຂົາ ແຕ່ພວກເຂົາຍັງບໍ່ທັນແຕກໜໍ່ເທື່ອ ຢ່າວ່າແຕ່ພວກເຂົາຈະເກີດໝາກຜົນເລີຍ. ໃນປັດຈຸບັນ ເຈົ້າໄດ້ມີປະສົບການຮອດຂັ້ນໃດແລ້ວ? ມີພຽງແຕ່ໃນປັດຈຸບັນນີ້ ຫຼັງຈາກທີ່ພຣະອົງໄດ້ບັງຄັບໃຫ້ເຈົ້າມາໄກສໍ່ານີ້ ເຈົ້າຈຶ່ງຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້. ມື້ໜຶ່ງ ເມື່ອປະສົບການຂອງເຈົ້າໄດ້ໄປເຖິງໃນລະດັບໃດໜຶ່ງ ຖ້າພຣະເຈົ້າຕ້ອງເຮັດໃຫ້ເຈົ້າອອກຈາກພຣະອົງ ເຈົ້າກໍຈະບໍ່ສາມາດເຮັດໄດ້. ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດມີຊີວິດຢູ່ຫາກປາສະຈາກພຣະເຈົ້າຢູ່ຂ້າງໃນເຈົ້າ; ເຈົ້າສາມາດມີຊີວິດໂດຍປາສະຈາກສາມີ, ພັນລະຍາ ຫຼື ລູກໆ ຫຼື ປາສະຈາກຄອບຄົວ, ປາສະຈາກມານດາ ຫຼື ບິດາ, ປາສະຈາກຄວາມສຸກທາງເນື້ອໜັງ ແຕ່ເຈົ້າບໍ່ສາມາດມີຊີວິດໂດຍປາສະຈາກພຣະເຈົ້າໄດ້. ການປາສະຈາກພຣະເຈົ້າກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ, ເຈົ້າຈະບໍ່ສາມາດມີຊີວິດຢູ່ ຫາກປາສະຈາກພຣະເຈົ້າ. ເມື່ອເຈົ້າໄດ້ມີປະສົບການຈົນຮອດຈຸດນີ້ແລ້ວ ເຈົ້າກໍຈະສຳເລັດໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ດ້ວຍວິທີນີ້ ພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າ, ພຣະອົງຈະກາຍມາເປັນພື້ນຖານຂອງການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ສາມາດອອກຈາກພຣະເຈົ້າໄດ້ອີກຈັກເທື່ອ. ເມື່ອເຈົ້າມີປະສົບການຈົນຮອດຂັ້ນນີ້ ເຈົ້າຈະໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເມື່ອເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງໃກ້ຊິດ, ພຣະອົງຈະເປັນຊີວິດຂອງເຈົ້າ, ຄວາມຮັກຂອງເຈົ້າ ແລະ ໃນເວລານັ້ນ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດອອກຈາກພຣະອົງໄດ້. ພຣະອົງຄືຊີວິດຂອງຂ້ານ້ອຍ, ຂ້ານ້ອຍສາມາດໄປໂດຍປາສະຈາກສິ່ງອື່ນ ແຕ່ຫາກປາສະຈາກພຣະອົງ ຂ້ານ້ອຍບໍ່ສາມາດມີຊີວິດຢູ່ຕໍ່ໄປໄດ້”. ນີ້ຄືວຸດທິພາວະທີ່ແທ້ຈິງຂອງຜູ້ຄົນ; ມັນຄືຊີວິດທີ່ແທ້ຈິງ. ບາງຄົນຖືກບັງຄັບໃຫ້ມາໄກຈົນຮອດບ່ອນທີ່ພວກເຂົາຢູ່ໃນປັດຈຸບັນ ນັ້ນກໍຄື ພວກເຂົາຕ້ອງຍ່າງໄປຂ້າງໜ້າບໍ່ວ່າພວກເຂົາຕ້ອງການ ຫຼື ບໍ ແລະ ພວກເຂົາຮູ້ສຶກຄືກັບວ່າ ພວກເຂົາຕິດຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກ. ເຈົ້າຕ້ອງມີປະສົບການໃນສິ່ງດັ່ງກ່າວທີ່ວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ໃນສິ່ງດັ່ງກ່າວທີ່ວ່າ ຖ້າພຣະເຈົ້າຖືກນໍາອອກໄປຈາກຫົວໃຈຂອງເຈົ້າ ມັນກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ; ພຣະເຈົ້າຕ້ອງເປັນຊີວິດຂອງເຈົ້າ ແລະ ເຈົ້າຕ້ອງບໍ່ສາມາດອອກຈາກພຣະອົງໄດ້. ດ້ວຍວິທີນີ້ ເຈົ້າຈະມີປະສົບການກັບພຣະເຈົ້າຢ່າງແທ້ຈິງ ແລະ ໃນເວລານີ້ ເມື່ອເຈົ້າຮັກພຣະເຈົ້າ ເຈົ້າກໍຈະຮັກພຣະເຈົ້າຢ່າງແທ້ຈິງ ແລະ ມັນຈະເປັນຄວາມຮັກໜຶ່ງດຽວທີ່ບໍລິສຸດ. ມື້ໜຶ່ງ ເມື່ອປະສົບການດັ່ງກ່າວຂອງພວກເຈົ້າໄດ້ບັນລຸຈຸດໃດໜຶ່ງແລ້ວ ເມື່ອເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະບໍ່ສາມາດອອກຈາກພຣະອົງທີ່ຢູ່ຂ້າງໃນໄດ້ ຫຼື ເຖິງແມ່ນວ່າເຈົ້າຕ້ອງການ ເຈົ້າກໍຈະບໍ່ສາມາດລືມພຣະອົງໄດ້. ພຣະເຈົ້າຈະກາຍມາເປັນຊີວິດຂອງເຈົ້າ; ເຈົ້າສາມາດລືມໂລກໄດ້, ເຈົ້າສາມາດລືມພັນລະຍາ, ສາມີ ຫຼື ລູກໆຂອງເຈົ້າ ແຕ່ເຈົ້າຈະມີບັນຫາໃນການລືມພຣະເຈົ້າ. ມັນເປັນໄປບໍ່ໄດ້ເລີຍ, ນີ້ຄືຊີວິດທີ່ແທ້ຈິງຂອງເຈົ້າ ແລະ ຄວາມຮັກແທ້ຈິງທີ່ເຈົ້າມີໃຫ້ພຣະເຈົ້າ. ເມື່ອຄວາມຮັກທີ່ຜູ້ຄົນມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໃດໜຶ່ງ ບໍ່ມີສິ່ງໃດອື່ນໃນຄວາມຮັກຂອງພວກເຂົາທີ່ຈະທຽບເທົ່າກັບຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າ; ຄວາມຮັກຂອງພວກເຂົາສຳລັບພຣະເຈົ້າມາກ່ອນ. ດ້ວຍວິທີນີ້ ພວກເຂົາສາມາດສະຫຼະສິ່ງອື່ນໆ ແລະ ເຕັມໃຈທີ່ຈະຍອມຮັບການຈັດການ ແລະ ການລິຮານທຸກຢ່າງຈາກພຣະເຈົ້າ. ເມື່ອເຈົ້າໄດ້ບັນລຸຄວາມຮັກທີ່ມີຕໍ່ພຣະເຈົ້າທີ່ຢູ່ເໜືອທຸກສິ່ງທຸກຢ່າງ ເຈົ້າຈະມີຊີວິດໃນຄວາມຈິງ ແລະ ໃນຄວາມຮັກຂອງພຣະເຈົ້າ.

ທັນທີທີ່ພຣະເຈົ້າກາຍມາເປັນຊີວິດພາຍໃນຜູ້ຄົນ ຜູ້ຄົນກໍບໍ່ສາມາດອອກຈາກພຣະເຈົ້າໄດ້. ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າບໍ? ບໍ່ມີຄຳພະຍານທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ! ພຣະເຈົ້າໄດ້ປະຕິບັດພາລະກິດຈົນຮອດຈຸດໃດໜຶ່ງ; ພຣະອົງໄດ້ກ່າວບອກໃຫ້ຜູ້ຄົນປະຕິບັດຮັບໃຊ້, ເພື່ອຖືກຕີສອນ ຫຼື ຕາຍ ແລະ ຜູ້ຄົນກໍຍັງບໍ່ຍອມຖອຍກັບ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາໄດ້ຖືກພຣະເຈົ້າເອົາຊະນະ. ຄົນທີ່ມີຄວາມຈິງແມ່ນຄົນທີ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນປະສົບການທີ່ແທ້ຈິງຂອງພວກເຂົາ, ຍຶດໝັ້ນໃນຕໍາແໜ່ງຂອງພວກເຂົາ, ຢືນຢູ່ຂ້າງພຣະເຈົ້າ ໂດຍບໍ່ຖອຍຈັກເທື່ອ ແລະ ຄົນທີ່ມີຄວາມສຳພັນທີ່ປົກກະຕິກັບຄົນທີ່ຮັກພຣະເຈົ້າ ເຊິ່ງເປັນຄົນທີ່ເວລາມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດເຊື່ອຟັງພຣະເຈົ້າຢ່າງສົມບູນ ແລະ ສາມາດເຊື່ອຟັງພຣະເຈົ້າຈົນເຖິງແກ່ຄວາມຕາຍ. ການປະຕິບັດ ແລະ ການເປີດເຜີຍຂອງພວກເຈົ້າໃນຊີວິດທີ່ແທ້ຈິງແມ່ນຄຳພະຍານຂອງພຣະເຈົ້າ, ມັນຄືການດຳລົງຊີວິດຂອງມະນຸດ ແລະ ຄຳພະຍານຂອງພຣະເຈົ້າ ແລະ ສິ່ງນີ້ແມ່ນການຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ເມື່ອເຈົ້າມີປະສົບການຈົນຮອດຈຸດນີ້ ຜົນຮັບທີ່ເໝາະສົມກໍຈະຖືກບັນລຸຜົນ. ເຈົ້າມີການດຳລົງຊີວິດທີ່ແທ້ຈິງ ແລະ ຄົນອື່ນຈະເຝົ້າເບິ່ງທຸກການກະທຳຂອງເຈົ້າດ້ວຍຄວາມຊົມຊື່ນຍິນດີ. ລັກສະນະພາຍນອກ ແລະ ການນຸ່ງຖືຂອງເຈົ້າແມ່ນທຳມະດາ ແຕ່ເຈົ້າດຳລົງຊີວິດຕາມຊີວິດທີ່ມີຄວາມສັດທາສູງທີ່ສຸດ ແລະ ເມື່ອເຈົ້າສື່ສານດ້ວຍພຣະທຳຂອງພຣະເຈົ້າ ເຈົ້າກໍຈະຖືກພຣະອົງນໍາພາ ແລະ ເຮັດໃຫ້ສະຫວ່າງ. ເຈົ້າສາມາດກ່າວຄວາມປະສົງຂອງພຣະເຈົ້າຜ່ານຄຳເວົ້າຂອງເຈົ້າ, ສື່ສານດ້ວຍຄວາມເປັນຈິງ ແລະ ເຈົ້າເຂົ້າໃຈຫຼາຍຢ່າງກ່ຽວກັບການຮັບໃຊ້ໃນຝ່າຍວິນຍານ. ເຈົ້າກົງໄປກົງມາໃນບົດສົນທະນາຂອງເຈົ້າ, ເຈົ້າເປັນຕານັບຖື ແລະ ຊື່ຕົງ, ບໍ່ປະທະກັນ ແລະ ມີກາລະເທສະ, ສາມາດເຊື່ອຟັງການຈັດແຈງຂອງພຣະເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າເມື່ອມີຫຍັງເກີດຂຶ້ນກັບເຈົ້າ ແລະ ເຈົ້າໃຈເຢັນ ແລະ ສະຫງົບບໍ່ວ່າເຈົ້າກຳລັງຮັບມືກັບຫຍັງກໍຕາມ. ຄົນປະເພດນີ້ໄດ້ເຫັນຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ. ບາງຄົນຍັງໜຸ່ມຢູ່ ແຕ່ພວກເຂົາປະພຶດຕົວຄືກັບຄົນທີ່ຢູ່ໃນໄວກາງຄົນ; ພວກເຂົາເປັນຜູ້ໃຫຍ່, ມີຄວາມຈິງ ແລະ ຖືກຄົນອື່ນເຄົາລົບ ແລະ ນີ້ແມ່ນຄົນທີ່ມີຄຳພະຍານ ແລະ ເປັນການສະແດງອອກຂອງພຣະເຈົ້າ. ໝາຍຄວາມວ່າ ເມື່ອພວກເຂົາມີປະສົບການໃນຈຸດໃດໜຶ່ງ ພວກເຂົາຈະມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ຂ້າງໃນ ແລະ ອຸປະນິໄສພາຍນອກຂອງພວກເຂົາກໍຈະສະໝໍ່າສະເໝີເຊັ່ນດຽວກັນ. ຫຼາຍຄົນບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ບໍ່ຍຶດໝັ້ນໃນຄຳພະຍານຂອງພວກເຂົາ. ບໍ່ມີຄວາມຮັກຕໍ່ພຣະເຈົ້າໃນຄົນປະເພດນີ້ ຫຼື ບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າກຽດຊັງທີ່ສຸດ. ພວກເຂົາອ່ານພຣະທຳຂອງພຣະເຈົ້າໃນການຊຸມນຸມ ແຕ່ສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ ແລະ ນີ້ຄືການບໍ່ໃຫ້ກຽດພຣະເຈົ້າ, ການປະນາມພຣະເຈົ້າ ແລະ ການໝິ່ນປະໝາດພຣະເຈົ້າ. ໃນຜູ້ຄົນດັ່ງກ່າວ, ບໍ່ມີສັນຍານແຫ່ງຄວາມຮັກຂອງພຣະເຈົ້າ ແລະ ພວກເຂົາບໍ່ມີພາລະກິດຂອງພຣະວິນຍານບໍລິສຸດເລີຍ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງຜູ້ຄົນຈຶ່ງເປັນຕົວແທນໃຫ້ແກ່ຊາຕານ. ບໍ່ມີໝາຍສຳຄັນແຫ່ງຄວາມຮັກຂອງພຣະເຈົ້າໃນຄົນປະເພດນີ້; ທຸກສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ. ຖ້າຫົວໃຈຂອງເຈົ້າມີຄວາມສະຫງົບສຸກຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ເຈົ້າໃຫ້ຄວາມໃສ່ໃຈກັບຜູ້ຄົນ ແລະ ສິ່ງທີ່ຢູ່ອ້ອມຂ້າງຕົວເຈົ້າ ແລະ ສິ່ງທີ່ກຳລັງເກີດຂຶ້ນອ້ອມຂ້າງຕົວເຈົ້າ ແລະ ຖ້າເຈົ້າສົນໃຈກັບພາລະຂອງພຣະເຈົ້າ ແລະ ມີຫົວໃຈທີ່ບູຊາພຣະເຈົ້າຢູ່ຕະຫຼອດເວລາ ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສະຫວ່າງຂຶ້ນເລື້ອຍໆຢູ່ພາຍໃນ. ໃນຄຣິດສະຕະຈັກທີ່ມີ “ຜູ້ຄວບຄຸມດູແລ”: ພວກເຂົາມີຈຸດປະສົງຄອຍເບິ່ງຄວາມລົ້ມເຫຼວຂອງຄົນອື່ນ ແລ້ວກໍຮຽນແບບ ແລະ ເຮັດຄືກັບພວກເຂົາ. ພວກເຂົາບໍ່ສາມາດຈໍາແນກຄວາມແຕກຕ່າງໄດ້, ພວກເຂົາບໍ່ກຽດຊັງຄວາມບາບ ແລະ ບໍ່ລັງກຽດ ຫຼື ຮູ້ສຶກເບື່ອໜ່າຍໃນສິ່ງຕ່າງໆຂອງຊາຕານ. ຄົນປະເພດດັ່ງກ່າວເຕັມໄປດ້ວຍສິ່ງຕ່າງໆຂອງຊາຕານ ແລະ ພວກເຂົາຈະຖືກພຣະເຈົ້າປະຖິ້ມຢ່າງສິ້ນເຊີງໄປໃນທີ່ສຸດ. ຫົວໃຈຂອງເຈົ້າຄວນສະແດງຄວາມເຄົາລົບຕໍ່ໜ້າພຣະເຈົ້າສະເໝີ, ເຈົ້າຄວນຫຼຸດຜ່ອນຄຳເວົ້າ ແລະ ການກະທຳຂອງເຈົ້າ ແລະ ບໍ່ປາຖະໜາທີ່ຈະຕໍ່ຕ້ານ ຫຼື ເຮັດໃຫ້ພຣະເຈົ້າເສຍໃຈຈັກເທື່ອ. ເຈົ້າບໍ່ຄວນເຕັມໃຈທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້ານັ້ນເສຍລ້າ ຫຼື ເຮັດໃຫ້ຄວາມລຳບາກທຸກຢ່າງທີ່ເຈົ້າໄດ້ອົດທົນມາ ແລະ ທຸກສິ່ງທີ່ເຈົ້າໄດ້ນໍາເຂົ້າສູ່ການປະຕິບັດນັ້ນລົ້ມເຫຼວ. ເຈົ້າຕ້ອງເຕັມໃຈທີ່ຈະປະຕິບັດພາລະກິດໜັກຂຶ້ນ ແລະ ຮັກພຣະເຈົ້າຫຼາຍຂຶ້ນໃນເສັ້ນທາງທີ່ຢູ່ເບື້ອງໜ້າ. ນີ້ແມ່ນຄົນທີ່ມີນິມິດເປັນພື້ນຖານຂອງພວກເຂົາ. ນີ້ແມ່ນຄົນທີ່ສະແຫວງຫາຄວາມກ້າວໜ້າ.

ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ບູຊາພຣະເຈົ້າ ກໍຈະສາມາດເຫັນຄວາມລອດພົ້ນ ແລະ ຄວາມຮັກຂອງພຣະເຈົ້າໄດ້. ຄົນເຫຼົ່ານີ້ສາມາດເປັນພະຍານໃຫ້ກັບພຣະເຈົ້າ; ພວກເຂົາດຳລົງຊີວິດຕາມຄວາມຈິງ ແລະ ສິ່ງທີ່ພວກເຂົາເປັນພະຍານຕໍ່ກໍແມ່ນຄວາມຈິງ, ແມ່ນສິ່ງທີ່ພຣະເຈົ້າເປັນ ແລະ ແມ່ນອຸປະນິໄສຂອງພຣະເຈົ້າເຊັ່ນດຽວກັນ. ພວກເຂົາດຳລົງຊີວິດທ່າມກາງຄວາມຮັກຂອງພຣະເຈົ້າ ແລະ ໄດ້ເຫັນຄວາມຮັກຂອງພຣະເຈົ້າ. ຖ້າຄົນທີ່ປາຖະໜາຮັກພຣະເຈົ້າ ພວກເຂົາຕ້ອງຊີມລົດຊາດແຫ່ງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນຄວາມເປັນຕາຮັກຂອງພຣະເຈົ້າ; ມີພຽງແຕ່ຕອນນີ້ຈຶ່ງຈະມີການປຸກຫົວໃຈທີ່ຮັກພຣະເຈົ້າໃນຕົວພວກເຂົາ ເຊິ່ງເປັນຫົວໃຈທີ່ດົນບັນດານໃຈຜູ້ຄົນໃຫ້ເສຍສະຫຼະຕົນເອງເພື່ອພຣະເຈົ້າຢ່າງຊື່ສັດ. ພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນຮັກພຣະອົງໂດຍຜ່ານຄຳເວົ້າ ແລະ ການສະແດງອອກ ຫຼື ຜ່ານຈິນຕະນາການຂອງພວກເຂົາ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນຮັກພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພວກເຂົາຮັກພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພຣະອົງປ່ອຍໃຫ້ພວກເຂົາເຫັນຄວາມເປັນຕາຮັກຂອງພຣະອົງໃນພາລະກິດ ແລະ ຖ້ອຍຄຳຂອງພຣະອົງ ຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຮັກຕໍ່ພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນບໍ່ຮັກພຣະເຈົ້າຍ້ອນພວກເຂົາຖືກຄົນອື່ນຍົວະໃຫ້ຮັກພຣະອົງ ຫຼື ຍ້ອນແຮງດົນໃຈທາງອາລົມຊົ່ວຄາວ. ພວກເຂົາຮັກພຣະເຈົ້າຍ້ອນພວກເຂົາໄດ້ເຫັນຄວາມເປັນຕາຮັກຂອງພຣະອົງ, ພວກເຂົາໄດ້ເຫັນວ່າ ມີຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພວກເຂົາໄດ້ເຫັນຄວາມລອດພົ້ນ, ສະຕິປັນຍາ ແລະ ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ; ຜົນຕາມມາກໍຄືພວກເຂົາສັນລະເສີນພຣະເຈົ້າຢ່າງແທ້ຈິງ ແລະ ປາຖະໜາຫາພຣະອົງຢ່າງແທ້ຈິງ ແລະ ມີການກະຕຸ້ນຄວາມຫຼົງໄຫຼດັ່ງກ່າວໃນພວກເຂົາຈົນວ່າພວກເຂົາບໍ່ສາມາດຢູ່ລອດໄດ້ ຫາກປາສະຈາກການໄດ້ຮັບຈາກພຣະເຈົ້າ. ເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດເປັນພະຍານຢ່າງໜັກແໜ້ນໃຫ້ກັບພຣະອົງໄດ້ກໍຍ້ອນຄຳພະຍານຂອງພວກເຂົາແມ່ນຂຶນຢູ່ກັບພື້ນຖານແຫ່ງຄວາມຮູ້ທີ່ແທ້ຈິງ ແລະ ຄວາມປາຖະໜາຫາພຣະເຈົ້າຢ່າງແທ້ຈິງ. ຄໍາພະຍານດັ່ງກ່າວບໍ່ແມ່ນສະແດງອອກຕາມແຮງກະຕຸ້ນທາງອາລົມ ແຕ່ຕາມຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງ. ເພາະພວກເຂົາໄດ້ຮຽນຮູ້ຈັກພຣະເຈົ້າ, ພວກເຂົາຈຶ່ງຮູ້ສຶກວ່າ ພວກເຂົາຕ້ອງເປັນພະຍານໃຫ້ກັບພຣະເຈົ້າຢ່າງແນ່ນອນ ແລະ ເຮັດໃຫ້ທຸກຄົນທີ່ປາຖະໜາຫາພຣະເຈົ້ານັ້ນຮູ້ຈັກພຣະເຈົ້າ ແລະ ຮູ້ຕົວກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄວາມເປັນຈິງຂອງພຣະອົງ. ຄືກັບຄວາມຮັກທີ່ຜູ້ຄົນມີໃຫ້ພຣະເຈົ້າ ຄຳພະຍານຂອງພວກເຂົາກໍບໍ່ໄດ້ຖືກບັງຄັບ; ມັນເປັນຈິງ ແລະ ມີຄວາມສຳຄັນ ແລະ ຄຸນຄ່າທີ່ແທ້ຈິງ. ມັນບໍ່ໄດ້ຢູ່ຊື່ໆ ຫຼື ເປົ່າຫວ່າງ ແລະ ບໍ່ມີຄວາມໝາຍ. ເຫດຜົນທີ່ວ່າ ເປັນຫຍັງມີພຽງແຕ່ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດໃນຊີວິດຂອງພວກເຂົາ, ເຫດຜົນທີ່ພວກເຂົາເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຄືຄົນເຫຼົ່ານີ້ສາມາດດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ສາມາດດຳລົງຊີວິດເພື່ອພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ. ມັນເປັນຍ້ອນວ່າ ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນຄວາມມືດ, ແຕ່ດຳລົງຊີວິດໃນແສງສະຫວ່າງ; ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງໄຮ້ຄວາມໝາຍ ແຕ່ເປັນຊີວິດທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ. ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນມິດສະຫາຍຂອງພຣະເຈົ້າ; ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຣະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າມີໄວ້ເພື່ອໃຫ້ຜູ້ຄົນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກທັງໝົດຂອງທຸກຄົນ ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຖືລິດອຳນາດກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງທຸກປະຊາຊົນຂອງພຣະເຈົ້າທຸກຄົນ. ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ. ພວກເຂົາເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ການເປັນຢູ່ຂອງພວກເຂົາແມ່ນມີຄວາມໝາຍດຽວກັນ; ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ ແລະ ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງພາຍໃນພຣະອົງຕະຫຼອດໄປ.

ກ່ອນນີ້: ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ຕໍ່ໄປ: ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້