​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ

ພວກເຈົ້າເຂົ້າໃຈແນວໃດ ໂດຍສະເພາະກ່ຽວກັບວິນຍານ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືສິ່ງທີ່ສະແດງໃຫ້ເຫັນເຖິງພາລະກິດນີ້? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ? ແລ້ວເຈົ້າຄວນເຊື່ອຟັງມັນບໍ ຫຼື ປະຕິເສດມັນ? ການປະຕິບັດຕົວຈິງຂອງມະນຸດກໍ່ໃຫ້ເກີດຫຼາຍສິ່ງທີ່ເປັນຄວາມຕັ້ງໃຈຂອງມະນຸດ ແຕ່ເປັນສິ່ງທີ່ມະນຸດເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ມັນເກີດຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ມະນຸດຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະເຊື່ອຟັງ ເຊິ່ງໃນຄວາມເປັນຈິງແລ້ວ ສິ່ງນັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ຫາກປາດສະຈາກການຈຳແນກ ກໍບໍ່ມີທາງທີ່ຈະໄດ້ຮັບປະສົບການ ໃນເມື່ອປະສົບການດັ່ງກ່າວກຳລັງເກີດຂຶ້ນກັບພວກເຈົ້າແທ້ໆ ແລະ ຫາກປາດສະຈາກການຈຳແນກ ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງທີ່ມາຈາກຄວາມຕ້ອງການຂອງມະນຸດ? ແມ່ນຫຍັງທີ່ເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງກົດເກນຂອງພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດ, ແລ້ວເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ຈຳແນກໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ, ເຈົ້າຈະບໍ່ສັບສົນໃນການເຊື່ອຟັງ ຫຼື ການສະແຫວງຫາຂອງເຈົ້າ ແລະ ເຈົ້າຈະກາຍເປັນຄົນທີ່ມີຄວາມຄິດທີ່ແຈ່ມແຈ້ງ ແລະ ເປັນຄົນທີ່ເຊື່ອຟັງພາລະກິດຂອງພຣະວິນຍານບໍລິສຸດ.

ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຮູບແບບຂອງການນໍາພາຢ່າງຫ້າວຫັນ ແລະ ຄວາມສະຫວ່າງໃນທາງທີ່ດີ. ພາລະກິດຂອງພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດຢູ່ຊື່ໆ. ພາລະກິດດັ່ງກ່າວນໍາສິ່ງປອບໃຈມາສູ່ພວກເຂົາ, ມອບຄວາມເຊື່ອ ແລະ ການຕັດສິນໃຈໃຫ້ກັບພວກເຂົາ ແລະ ພາລະກິດດັ່ງກ່າວເຮັດໃຫ້ພວກເຂົາສາມາດສະແຫວງຫາຫົນທາງສູ່ຄວາມສົມບູນຂອງພຣະເຈົ້າ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ ມະນຸດສາມາດເຂົ້າຫາຢ່າງຂະຫຍັນຂັນແຂງ; ພວກເຂົາບໍ່ຢູ່ຊື່ໆ ຫຼື ຖືກບັງຄັບ ແຕ່ຫ້າວຫັນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ ມະນຸດຍິນດີ ແລະ ເຕັມໃຈ ແລະ ພວກເຂົາເຕັມໃຈທີ່ຈະເຊື່ອຟັງ ແລະ ຍິນດີຖ່ອມຕົວພວກເຂົາເອງ ແລະ ເຖິງແມ່ນວ່າ ພວກເຂົາເຈັບປວດ ແລະ ອ່ອນແອຂ້າງໃນ, ພວກເຂົາມີຄວາມຕັ້ງໃຈທີ່ຈະຮ່ວມມື, ພວກເຂົາອົດທົນດ້ວຍຄວາມຍິນດີ, ພວກເຂົາສາມາດເຊື່ອຟັງ ແລະ ພວກເຂົາບໍ່ມີມົນທິນຈາກຄວາມຕ້ອງການຂອງມະນຸດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ ແລະ ບໍ່ມີມົນທິນຈາກຄວາມປາຖະໜາ ແລະ ແຮງບັນດານໃຈຂອງມະນຸດຢ່າງແນ່ນອນ.​ ເມື່ອມະນຸດມີປະສົບການໃນພາລະກິດຂອງພຣະວິນຍານບໍລິສຸດ ດ້ານໃນຂອງພວກເຂົາກໍບໍລິສຸດເປັນພິເສດ. ຄົນທີ່ຢູ່ພາຍໃຕ້ພາລະກິດຂອງພຣະວິນຍານບໍລິສຸດດຳລົງຊີວິດດ້ວຍຄວາມຮັກຂອງພຣະເຈົ້າ, ຄວາມຮັກຂອງອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ຊື່ນຊົມໃນສິ່ງທີ່ພຣະເຈົ້າຊື່ນຊົມ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ຄົນທີ່ຖືກສຳພັດໂດຍພາລະກິດຂອງພຣະວິນຍານບໍລິສຸດມີຄວາມເປັນມະນຸດທີ່ທຳມະດາ ແລະ ພວກເຂົາສະແຫວ່ງຫາຄວາມຈິງຢ່າງຕໍ່ເນື່ອງ ແລະ ຢູ່ພາຍໃຕ້ຄວາມເປັນມະນຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດ ສະພາບຂອງພວກເຂົາກໍດີຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມເປັນມະນຸດຂອງພວກເຂົາກໍທຳມະດາຂຶ້ນເລື້ອຍໆ ແລະ ເຖິງແມ່ນວ່າ ການຮ່ວມມືບາງຢ່າງຂອງພວກເຂົາອາດໂງ່ຈ້າ, ແຮງບັນດານໃຈຂອງພວກເຂົາກໍຖືກຕ້ອງ, ການເຂົ້າຫາຂອງພວກເຂົາກໍເປັນໄປໃນທາງທີ່ດີ, ພວກເຂົາບໍ່ພະຍາຍາມຂັດຂວາງ ແລະ ບໍ່ມີຄວາມຄິດຮ້າຍໃນໃຈພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນທຳມະດາ ແລະ ເປັນຈິງ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດໂດຍອີງຕາມກົດເກນຂອງຊີວິດທຳມະດາຂອງມະນຸດ ແລະ ພຣະອົງໃຫ້ຄວາມສະຫວ່າງ ແລະ ນໍາພາມະນຸດໂດຍອີງຕາມການສະແຫວງຫາທີ່ແທ້ຈິງຂອງມະນຸດທຳມະດາ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດ ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງມະນຸດທຳມະດາ, ພຣະອົງສະໜອງໃຫ້ກັບພວກເຂົາໂດຍອີງຕາມສິ່ງທີ່ພວກເຂົາຕ້ອງການ ແລະ ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໄປໃນທາງທີ່ດີ ໂດຍອີງຕາມສິ່ງທີ່ພວກເຂົາຂາດ ແລະ ຄວາມຂາດເຂີນຂອງພວກເຂົາ; ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ພາລະກິດກໍສອດຄ່ອງກັບກົດເກນຂອງຊີວິດທຳມະດາຂອງມະນຸດ ແລະ ມີພຽງແຕ່ໃນຊີວິດຈິງເທົ່ານັ້ນທີ່ມະນຸດສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໄດ້. ໃນຊີວິດປະຈຳວັນຂອງພວກເຂົາ ຖ້າມະນຸດຢູ່ໃນສະພາວະທີ່ດີ ແລະ ມີຊີວິດຝ່າຍວິນຍານທຳມະດາ ແລ້ວພວກເຂົາກໍຢູ່ພາຍໃຕ້ພາລະກິດຂອງພຣະວິນຍານບໍລິສຸດ. ໃນສະພາວະດັ່ງກ່າວ ເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ພວກເຂົາກໍຈະມີຄວາມເຊື່ອ. ເມື່ອພວກເຂົາອະທິຖານ ພວກເຂົາຈະໄດ້ຮັບການດົນບັນດານໃຈ, ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ ພວກເຂົາບໍ່ຢູ່ຊື່ໆ ແລະ ຍ້ອນສິ່ງນັ້ນກຳລັງເກີດຂຶ້ນກັບພວກເຂົາ ພວກເຂົາຈຶ່ງສາມາດເຫັນບົດຮຽນທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາຮຽນຮູ້ ແລະ ພວກເຂົາກໍບໍ່ຢູ່ຊື່ໆ ຫຼື ອ່ອນແອ ແລະ ເຖິງແມ່ນວ່າ ພວກເຂົາມີຄວາມຫຍຸ້ງຍາກຢ່າງແທ້ຈິງ, ພວກເຂົາກໍເຕັມໃຈທີ່ຈະເຊື່ອຟັງການຈັດແຈງທຸກຢ່າງຂອງພຣະເຈົ້າ.

ແມ່ນຫຍັງຄືຜົນທີ່ຈະໄດ້ຮັບຈາກພາລະກິດຂອງພຣະວິນຍານບໍລິສຸດ? ເຈົ້າອາດເປັນຄົນໂງ່ຈ້າ ແລະ ບໍ່ມີຮູ້ຈັກແຍກແຍະຊົ່ວດີ, ແຕ່ພຣະວິນຍານບໍລິສຸດຈະປະຕິບັດພາລະກິດເພື່ອເຮັດໃຫ້ເຈົ້າມີຄວາມເຊື່ອ, ເພື່ອເຈົ້າຈະໄດ້ຮູ້ສຶກວ່າ ເຈົ້າບໍ່ອາດສາມາດຮັກພຣະເຈົ້າໄດ້ຢ່າງພຽງພໍ, ເພື່ອເຈົ້າຈະໄດ້ເຕັມໃຈຮ່ວມມື ແລະ ເຕັມໃຈຮ່ວມມີບໍ່ວ່າຄວາມຫຍຸ້ງຍາກຂ້າງໜ້າຈະຍິ່ງໃຫຍ່ພຽງໃດ. ສິ່ງຕ່າງໆຈະເກີດຂຶ້ນກັບເຈົ້າ ແລະ ສິ່ງນັ້ນຈະບໍ່ຈະແຈ້ງສໍາລັບເຈົ້າ ວ່າມັນມາຈາກພຣະເຈົ້າ ຫຼື ຈາກຊາຕານ, ແຕ່ເຈົ້າຈະສາມາດລໍຖ້າ ແລະ ເຈົ້າຈະບໍ່ກຽດຄ້ານ ຫຼື ເລີ່ນເລີ້ຕໍ່ໜ້າທີ່. ສິ່ງນີ້ແມ່ນພາລະກິດທຳມະດາຂອງພຣະວິນຍານບໍລິສຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ ມະນຸດຍັງຜະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ, ບາງເທື່ອພວກເຂົາຮ້ອງໄຫ້ ແລະ ບາງເທື່ອ ມີສິ່ງທີ່ພວກເຂົາບໍ່ສາມາດເອົາຊະນະໄດ້, ແຕ່ທຸກສິ່ງລ້ວນແລ້ວແຕ່ເປັນຂັ້ນຕອນຂອງພາລະກິດທຳມະດາຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າພວກເຂົາບໍ່ເອົາຊະນະສິ່ງເຫຼົ່ານັ້ນ ແລະ ເຖິງແມ່ນວ່າ ໃນເວລານັ້ນ ພວກເຂົາອ່ອນແອ ແລະ ມັກຈົ່ມຕໍ່ວ່າຕໍ່ຂານ, ແຕ່ໃນທີ່ສຸດ ພວກເຂົາຍັງສາມາດຮັກພຣະເຈົ້າດ້ວຍຄວາມເຊື່ອຢ່າງແທ້ຈິງໄດ້. ຄວາມບໍ່ດີ້ນລົນຂອງພວກເຂົາບໍ່ສາມາດຢຸດພວກເຂົາຈາກການມີປະສົບການທຳມະດາ ແລະ ບໍ່ວ່າຄົນອື່ນເວົ້າແນວໃດກໍຕາມ ຫຼື ພວກເຂົາຖືກໂຈມຕີແນວໃດກໍຕາມ ພວກເຂົາຍັງສາມາດຮັກພຣະເຈົ້າໄດ້. ໃນຄຳອະທິຖານ ພວກເຂົາຮູ້ສຶກວ່າ ພວກເຂົາເຄີຍເປັນໜີ້ບຸນຄຸນພຣະເຈົ້າຢູ່ສະເໝີ ແລະ ພວກເຂົາຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ປະຖິ້ມເນື້ອໜັງເມື່ອພວກເຂົາຜະເຊີນກັບສິ່ງດັ່ງກ່າວນັ້ນອີກ. ຈຸດເດັ່ນນີ້ສະແດງໃຫ້ເຫັນວ່າ ມີພາລະກິດຂອງພຣະວິນຍານບໍລິສຸດຢູ່ໃນຕົວພວກເຂົາ ແລະ ສິ່ງນີ້ແມ່ນສະພາວະທຳມະດາຂອງພາລະກິດຂອງພຣະວິນຍານບໍລິສຸດ.

ພາລະກິດຫຍັງທີ່ມາຈາກຊາຕານ? ໃນພາລະກິດທີ່ມາຈາກຊາຕານ, ນິມິດໃນມະນຸດເປັນສິ່ງທີ່ບໍ່ຊັດເຈນ ແລະ ບໍ່ສາມາດຈັບຕ້ອງໄດ້, ພວກເຂົາບໍ່ມີຄວາມເປັນມະນຸດທີ່ທຳມະດາ, ແຮງຈູງໃຈທີ່ເປັນເບື້ອງຫຼັງການກະທຳຂອງພວກເຂົາກໍຜິດ ແລະ ເຖິງແມ່ນວ່າ ພວກເຂົາປາດຖະໜາທີ່ຈະຮັກພຣະເຈົ້າ, ແຕ່ກໍມີຂໍ້ອ້າງໃນຕົວພວກເຂົາສະເໝີ ແລະ ຄວາມຄິດເຫຼົ່ານີ້ກຳລັງແຊກແຊງໃນຕົວພວກເຂົາ ໂດຍຈຳກັດການເຕີບໂຕຂອງຊີວິດພວກເຂົາ ແລະ ຫ້າມພວກເຂົາຈາກການມີສະພາບການທີ່ທຳມະດາຕໍ່ໜ້າພຣະເຈົ້າ.​ ເຊິ່ງເວົ້າໄດ້ວ່າ ເມື່ອມີພາລະກິດຂອງຊາຕານໃນມະນຸດ, ຫົວໃຈຂອງພວກເຂົາກໍບໍ່ສາມາດຢູ່ຕໍ່ໜ້າພຣະເຈົ້າຢ່າງສະຫງົບ, ພວກເຂົາບໍ່ຮູ້ວ່າຈະເຮັດຫຍັງກັບຕົວເອງ, ການເຫັນການຊຸມນຸມເຮັດໃຫ້ພວກເຂົາຢາກແລ່ນໜີ ແລະ ພວກເຂົາບໍ່ສາມາດຫຼັບຕາຂອງພວກເຂົາ ໃນເວລາທີ່ຄົນອື່ນອະທິຖານ. ພາລະກິດຂອງວິນຍານຊົ່ວຮ້າຍທຳລາຍຄວາມສຳພັນທຳມະດາລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ລົບກວນນິມິດຜ່ານມາຂອງມະນຸດ ຫຼື ຫົນທາງແຫ່ງການເຂົ້າສູ່ຊີວິດທີ່ຜ່ານມາຂອງພວກເຂົາ, ໃນຫົວໃຈຂອງພວກເຂົາ ພວກເຂົາບໍ່ສາມາດເຂົ້າໃກ້ພຣະເຈົ້າໄດ້, ຫຼາຍສິ່ງເກີດຂຶ້ນຕະຫຼອດເພື່ອສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຂົາ ແລະ ເປັນຫ່ວງໂສ້ຜູກມັດພວກເຂົາ ແລະ ຫົວໃຈຂອງພວກເຂົາບໍ່ສາມາດຄົ້ນພົບຄວາມສະຫງົບສຸກໄດ້, ບໍ່ມີກຳລັງໃຈໃຫ້ກັບຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້່າ ແລະ ເຮັດໃຫ້ວິນຍານຂອງພວກເຂົາຈົມລົງ. ສິ່ງດັ່ງກ່າວແມ່ນການສະແດງອອກຂອງພາລະກິດຂອງຊາຕານ. ພາລະກິດຂອງຊາຕານແມ່ນສະແດງອອກດັ່ງຕໍ່ໄປນີ້: ບໍ່ສາມາດມີຈຸດຢືນຂອງຕົວເອງ ແລະ ຢືນເປັນພະຍານ, ເຮັດໃຫ້ເຈົ້າກາຍເປັນຄົນທີ່ບົກຜ່ອງຕໍ່ໜ້າພຣະເຈົ້າ ແລະ ເປັນຄົນທີ່ບໍ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ເມື່ອຊາຕານເຂົ້າມາແຊກແຊງ ເຈົ້າສູນເສຍຄວາມຮັກ ແລະ ຄວາມຊື່ສັດໃນຕົວເຈົ້າທີ່ມີຕໍ່ພຣະເຈົ້າ, ຄວາມສຳພັນທີ່ທຳມະດາລະຫວ່າງເຈົ້າກັບພຣະເຈົ້າຖືກຮື້ອອກ, ເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ປັບປຸງຕົວເອງ, ເຈົ້າຖອຍຫຼັງ ແລະ ເຈົ້າບໍ່ດີ້ນລົນ, ເຈົ້າເຮັດຕາມໃຈຕົນເອງ, ເຈົ້າໃຫ້ອິດສະລະກັບຄວາມບາບໃນການແຜ່ຂະຫຍາຍ ແລະ ບໍ່ກຽດຊັງຄວາມບາບເລີຍ; ຍິ່ງໄປກວ່ານັ້ນ ການແຊກແຊງຂອງຊາຕານເຮັດໃຫ້ເຈົ້າຂາດສິນທໍາ, ສິ່ງນັ້ນເຮັດໃຫ້ການສຳພັດຂອງພຣະເຈົ້າຫາຍໄປຈາກເຈົ້າ ແລະ ເຮັດໃຫ້ເຈົ້າຈົ່ມຕໍ່ວ່າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ພາໃຫ້ເຈົ້າຕັ້ງຄຳຖາມກັບພຣະເຈົ້າ ແລະ ມີຄວາມສ່ຽງທີ່ເຈົ້າຈະປະຖິ້ມພຣະເຈົ້າ. ທັງໝົດນີ້ແມ່ນພາລະກິດຂອງຊາຕານ.

ເມື່ອບາງສິ່ງເກີດຂຶ້ນກັບຊິວິດປະຈຳວັນຂອງເຈົ້າ, ເຈົ້າຄວນຈຳແນກວ່າມັນມາຈາພາລະກິດຂອງພຣະເຈົ້າ ຫຼື ຈາກພາລະກິດຂອງຊາຕານແນວໃດ? ເມື່ອສະພາບການຂອງມະນຸດເປັນປົກກະຕິ, ຊີວິດຝ່າຍວິນຍານຂອງພວກເຂົາ ແລະ ຊີວິດຝ່າຍເນື້ອໜັງຂອງພວກເຂົາກໍປົກກະຕິ ແລະ ເຫດຜົນຂອງພວກເຂົາກໍປົກກະຕິ ແລະ ເປັນລະບຽບ; ໂດຍທົ່ວໄປແລ້ວ ສິ່ງທີ່ພວກເຂົາຜະເຊີນ ແລະ ມາຮູ້ຈັກພາຍໃນຕົວພວກເຂົາເອງໃນເວລານີ້ ສາມາດເວົ້າໄດ້ວ່າມາຈາກການສຳພັດຂອງພຣະວິນຍານບໍລິສຸດ (ມີຄວາມເຂົ້າໃຈ ຫຼື ມີຄວາມຮູ້ຕື້ນບາງຢ່າງເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ຊື່ສັດເມື່ອມີຫຼາຍສິ່ງເກີດຂຶ້ນກັບພວກເຂົາ ຫຼື ມີກຳລັງທີ່ຈະຮັກພຣະເຈົ້າເມື່ອມີຫຼາຍສິ່ງເກີດຂຶ້ນ; ທຸກສິ່ງເຫຼົ່ານີ້ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ). ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດໂດຍສະເພາະແລ້ວກໍທໍາມະດາ; ມະນຸດບໍ່ສາມາດຮູ້ສຶກໄດ້ ແລະ ຄືກັບວ່າ ພາລະກິດດັ່ງກ່າວຜ່ານຕົວມະນຸດເອງ, ແຕ່ໃນຄວາມເປັນຈິງແລ້ວ ນັ້ນຄືພາລະກິດຂອງພຣະວິນຍານບໍລິສຸດ. ໃນຊີວິດປະຈຳວັນ, ພຣະວິນຍານບໍລິສຸດປະຕິບັດພາລະກິດທັງຍິ່ງໃຫຍ່ ແລະ ເລັກນ້ອຍໃນແຕ່ລະຄົນ, ພຽງແຕ່ຂະໜາດຂອງພາລະກິດດັ່ງກ່າວແຕກຕ່າງກັນ. ບາງຄົນມີຄວາມສາມາດດີ, ພວກເຂົາເຂົ້າໃຈຫຼາຍສິ່ງຢ່າງວ່ອງໄວ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດກໍຍິ່ງໃຫຍ່ເປັນພິເສດໃນຕົວພວກເຂົາ; ບາງຄົນມີຄວາມສາມາດຕໍ່າ ແລະ ພວກເຂົາໃຊ້ເວລາດົນກວ່າໃນການເຂົ້າໃຈຫຼາຍສິ່ງ, ແຕ່ພຣະວິນຍານຈະສຳພັດພວກເຂົາຈາກພາຍໃນ​ ແລະ ພວກເຂົາກໍຈະສາມາດມອບຄວາມຊື່ສັດໃຫ້ກັບພຣະເຈົ້າໄດ້, ເພາະວ່າຣະວິນຍານບໍລິສຸດປະຕິບັດພາລະກິດໃນທຸກຄົນທີ່ສະແຫວງຫາພຣະເຈົ້າ. ໃນຊີວິດປະຈຳວັນ ເມື່ອມະນຸດບໍ່ຕໍ່ຕ້ານພຣະເຈົ້າ ຫຼື ກະບົດຕໍ່ພຣະອົງ, ບໍ່ເຮັດສິ່ງທີ່ບໍ່ຖືກກັບການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ແຊກແຊງກັບພາລະກິດຂອງພຣະເຈົ້າ, ໃນພາລະກິດແຕ່ລະຢ່າງນັ້ນ ພຣະວິນຍານຂອງພຣະເຈົ້າປະຕິບັດໃນຂະໜາດທີ່ຍິ່ງໃຫຍ່ກວ່າ ຫຼື ເລັກໜ້ອຍລົງ ເພື່ອສຳພັດພວກເຂົາ, ໃຫ້ແສງສະຫວ່າງແກ່ພວກເຂົາ, ມອບຄວາມເຊື່ອໃຫ້ກັບພວກເຂົາ, ໃຫ້ກໍາລັງແກ່ພວກເຂົາ ແລະ ນໍາພວກເຂົາເຂົ້າສູ່ຢ່າງຫ້າວຫັນ, ບໍ່ຂີ້ຄ້ານ ຫຼື ຕ້ອງການຄວາມສຸກທາງເນື້ອໜັງ; ເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ໃຝ່ຫາພຣະທຳຂອງພຣະເຈົ້າ ເຊິ່ງທຸກສິ່ງນີ້ແມ່ນພາລະກິດທີ່ມາຈາກພຣະວິນຍານບໍລິສຸດ.

ເມື່ອສະພາວະຂອງມະນຸດບໍ່ປົກກະຕິ, ພວກເຂົາກໍຈະຖືກປະຖິ້ມໂດຍພຣະວິນຍານບໍລິສຸດ, ມີການຈົ່ມພຶມພຳຈາກພວກເຂົາ, ແຮງຜັກດັນຂອງພວກເຂົາກໍຜິດ, ພວກເຂົາຂີ້ຄ້ານ, ພວກເຂົາເຮັດຕາມໃຈເນື້ອໜັງ, ຫົວໃຈຂອງພວກເຂົາກະບົດຕໍ່ຄວາມຈິງ ແລະ ທຸກສິ່ງນີ້ແມ່ນມາຈາກຊາຕານ. ເມື່ອສະພາວະຂອງມະນຸດບໍ່ປົກກະຕິ, ເມື່ອພວກເຂົາມືດບອດຢູ່ຂ້າງໃນ ແລະ ສູນເສຍເຫດຜົນທີ່ເປັນປົກກະຕິຂອງພວກເຂົາ, ຖືກພຣະວິນຍານບໍລິສຸດປະຖິ້ມ ແລະ ບໍ່ສາມາດສຳພັດພຣະເຈົ້າຢູ່ໃນຕົວພວກເຂົາໄດ້, ສິ່ງນີ້ເກີດຂຶ້ນເມື່ອຊາຕານກຳລັງປະຕິບັດພາລະກິດໃນຕົວພວກເຂົາ. ຖ້າມະນຸດມີກຳລັງໃນຕົວພວກເຂົາຕະຫຼອດ ແລະ ຮັກພຣະເຈົ້າຢູ່ສະເໝີ ໂດຍທົ່ວໄປແລ້ວ ເມື່ອຫຼາຍສິ່ງເກີດຂຶ້ນກັບພວກເຂົາ ສິ່ງເຫຼົ່ານັ້ນແມ່ນມາຈາກພຣະວິນຍານບໍລິສຸດ ແລະ ໃຜກໍຕາມທີ່ພວກເຂົາພົບປະແມ່ນຜົນຂອງການຈັດແຈງຂອງພຣະເຈົ້າ. ເຊິ່ງເວົ້າໄດ້ວ່າ ເມື່ອສະພາບການຂອງເຈົ້າປົກກະຕິ, ເມື່ອເຈົ້າຢູ່ໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ແລ້ວມັນເປັນໄປບໍ່ໄດ້ທີ່ຊາຕານຈະເຮັດໃຫ້ເຈົ້າລັ່ງເລໃຈ; ໂດຍພື້ນຖານນີ້ແລ້ວ ສາມາດເວົ້າໄດ້ວ່າ ທຸກສິ່ງມາຈາກພຣະວິນຍານບໍລິສຸດ ແລະ ເຖິງແມ່ນວ່າ ເຈົ້າອາດມີຄວາມຄິດທີ່ບໍ່ຖືກຕ້ອງ, ເຈົ້າສາມາດປະຖິ້ມພວກມັນໄດ້ ແລະ ບໍ່ປະຕິບັດຕາມ. ທັງໝົດນີ້ມາຈາກພາລະກີດຂອງພຣະວິນຍານບໍລິສຸດ. ໃນກໍລະນີໃດທີ່ຊາຕານແຊກແຊງ? ເມື່ອສະພາບການຂອງເຈົ້າບໍ່ປົກກະຕິ ເມື່ອເຈົ້າບໍ່ໄດ້ຮັບການສຳພັດຈາກພຣະເຈົ້າ, ແລະ ປາດສະຈາກພາລະກິດຂອງພຣະເຈົ້າ, ເຈົ້າກໍເຫືອດແຫ້ງ ແລະ ແຫ້ງແລ້ງຢູ່ພາຍໃນ, ເມື່ອເຈົ້າອະທິຖານຫາພຣະເຈົ້າ ແຕ່ບໍ່ເຂົ້າໃຈຫຍັງເລີຍ; ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ບໍ່ໄດ້ຮັບຄວາມສະຫວ່າງ ຫຼື ແສງເຍືອງທາງ, ໃນເວລາດັ່ງກ່າວ ແມ່ນງ່າຍທີ່ຊາຕານຈະປະຕິບັດພາລະກິດໃນຕົວເຈົ້າ. ເວົ້າອີກແນວໜຶ່ງກໍຄື ເມື່ອພຣະວິນຍານບໍລິສຸດປະຖິ້ມເຈົ້າ ແລະ ເຈົ້າບໍ່ສາມາດສຳພັດພຣະເຈົ້າໄດ້, ໃນກໍລະນີດັ່ງກ່າວຫຼາຍສິ່ງທີ່ເກີດຂຶ້ນກັບເຈົ້າແມ່ນມາຈາກການທົດລອງຂອງຊາຕານ. ຊາຕານປະຕິບັດພາລະກິດໃນເວລາດຽວກັນກັບທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ ແລະ ແຊກແຊງມະນຸດໃນເວລາດຽວກັນກັບທີ່ພຣະວິນຍານບໍລິສຸດສຳພັດມະນຸດຈາກພາຍໃນ; ເຖິງຢ່າງໃດກໍຕາມ ໃນເວລາດັ່ງກ່າວ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ຕໍາແໜ່ງນໍາໜ້າ, ມະນຸດທີ່ມີສະພາບການປົກກະຕິສາມາດເອົາຊະນະໄດ້ ເຊິ່ງເປັນໄຊຊະນະແຫ່ງພາລະກິດຂອງພຣະວິນຍານບໍລິສຸດເໜືອພາລະກິດຂອງຊາຕານ. ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ ຊາຕານກໍປະຕິບັດພາລະກິດພຽງແຕ່ເລັກນ້ອຍ; ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ ມະນຸດກໍຍັງມີນິໄສທີ່ບໍ່ເຊື່ອຟັງ ແລະ ທຸກສິ່ງທີ່ຢູ່ໃນຕົວພວກເຂົາມາຕັ້ງແຕ່ເດີມກໍຍັງຢູ່ໃນນັ້ນຄືເກົ່າ, ແຕ່ຍ້ອນວ່າມີພາລະກິດຂອງພຣະວິນຍານບໍລິສຸດ ມັນຈຶ່ງງ່າຍສຳລັບມະນຸດທີ່ຈະເຂົ້າໃຈສິ່ງສຳຄັນກ່ຽວກັບຕົວພວກເຂົາ ແລະ ເຂົ້າໃຈເຖິງນິໄສກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາກໍພຽງແຕ່ສາມາດກໍາຈັດສິ່ງເຫຼົ່ານັ້ນໃຫ້ອອກໄປຈາກພວກເຂົາໃນລະຫວ່າງທີ່ພຣະວິນຍານບໍລິສຸດຄ່ອຍໆປະຕິບັດພາລະກິດຂອງພຣະອົງ. ພາລະກິດຂອງພຣະວິນຍານບໍລິສຸດ ແມ່ນໂດຍສະເພາະທຳມະດາ ແລະ ເມື່ອພຣະອົງປະຕິບັດພາລະກິດໃນມະນຸດ ພວກເຂົາກໍຍັງມີຄວາມຫຍຸງຍາກຢູ່, ພວກເຂົາຍັງຮ້ອງໄຫ້, ພວກເຂົາຍັງທໍລະມານ, ພວກເຂົາຍັງອ່ອນແອ ແລະ ມີຫຼາຍສິ່ງທີ່ບໍ່ຊັດເຈນກັບພວກເຂົາ, ແຕ່ໃນສະພາວະແບບນັ້ນ ພວກເຂົາສາມາດຫ້າມຕົວເອງຈາກການຖອຍຫຼັງ ແລະ ສາມາດຮັກພຣະເຈົ້າໄດ້ ແລະ ເຖິງແມ່ນວ່າ ພວກເຂົາຈະຮ້ອງໄຫ້ ແລະ ໂສກເສົ້າພາຍໃນ, ພວກເຂົາຍັງສາມາດສັນລະເສີນພຣະເຈົ້າໄດ້; ພາລະກິດຂອງພຣະວິນຍານບໍລິສຸດແມ່ນໂດຍສະເພາະທຳມະດາ ແລະ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ. ຄົນສ່ວນຫຼາຍເຊື່ອວ່າ ພໍແຕ່ພຣະວິນຍານບໍລິສຸດເລີ່ມຕົ້ນປະຕິບັດພາລະກິດ, ການປ່ຽນແປງກໍເກີດຂຶ້ນໃນສະພາວະຂອງມະນຸດ ແລະ ສິ່ງທີ່ສຳຄັນກ່ຽວກັບພວກເຂົາກໍຖືກກຳຈັດອອກ. ຄວາມເຊື່ອດັ່ງກ່າວແມ່ນຄວາມເຊື່ອທີ່ຜິດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດ, ຄວາມບໍ່ດີ້ນລົນຂອງມະນຸດກໍຍັງຢູ່ໃນນັ້ນ ແລະ ຄວາມສາມາດຂອງເຂົາກໍສໍ່າເກົ່າ, ແຕ່ເຂົາມີແສງເຍືອງທາງ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ສະພາວະຂອງເຂົາກໍແຮງກ້າຫຼາຍຂຶ້ນ, ສະພາບການທີ່ຢູ່ໃນຕົວເຂົາກໍເປັນປົກກະຕິ ແລະ ເຂົາປ່ຽນແປງຢ່າງໄວວາ. ໃນປະສົບການທີ່ແທ້ຈິງຂອງມະນຸດ, ພວກເຂົາສ່ວນໃຫຍ່ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຊາຕານ ແລະ ຖ້າພວກເຂົາບໍ່ສາມາດຄວບຄຸມ ແລະ ຈໍາແນກສະພາວະເຫຼົ່ານີ້ໄດ້, ແລ້ວປະສົບການຕົວຈິງກໍບໍ່ຕ້ອງຖາມເຖິງເລີຍ ແລະ ກໍບໍ່ຕ້ອງເວົ້າເຖິງການປ່ຽນແປງໃນອຸປະນິໄສ. ດ້ວຍເຫດນັ້ນ ກະແຈສໍາຄັນໃນການມີປະສົບການກັບພາລະກິດຂອງພຣະເຈົ້າແມ່ນການສາມາດເບິ່ງຜ່ານສິ່ງດັ່ງກ່າວ; ດ້ວຍວິທີນີ້ ມັນຈະງ່າຍທີ່ພວກເຂົາຈະມີປະສົບການ.

ພາລະກິດຂອງພຣະວິນຍານບໍລິສຸດແມ່ນການພັດທະນາຢ່າງຫ້າວຫັນ, ໃນຂະນະທີ່ພາລະກິດຂອງຊາຕານແມ່ນການຖອຍຫຼັງ ແລະ ຄວາມບໍ່ດີ້ນລົນ, ຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າ, ການຕໍ່ຕ້ານພຣະເຈົ້າ, ການສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ຄວາມບໍ່ເຕັມໃຈແມ່ນແຕ່ຈະຮ້ອງເພງສັນລະເສີນ ຫຼື ລຸກຂຶ້ນເຕັ້ນ. ສິ່ງທີ່ມາຈາກຄວາມສະຫວ່າງຂອງພຣະວິນຍານບໍລິສຸດບໍ່ໄດ້ບັງຄັບໃຫ້ເຈົ້າປະຕິບັດຕາມ, ແຕ່ເປັນທຳມະຊາດໂດຍສະເພາະ. ຖ້າເຈົ້າປະຕິບັດຕາມ ເຈົ້າຈະມີຄວາມຈິງ ແລະ ຖ້າເຈົ້າບໍ່ປະຕິບັດຕາມ ແລ້ວໃນທີ່ສຸດກໍຈະຖືກປະນາມ. ຖ້າມັນເປັນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ, ແລ້ວບໍ່ມີສິ່ງໃດທີ່ເຈົ້າເຮັດຈະຖືກແຊກແຊງ ຫຼື ບັງຄັບ, ເຈົ້າຈະເປັນອິດສະລະ, ຈະມີຫົນທາງໃນການປະຕິບັດຕໍ່ການກະທຳຂອງເຈົ້າ ແລະ ເຈົ້າຈະບໍ່ຖືກບັງຄັບຈາກສິ່ງໃດ ແລະ ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງຊາຕານນໍາຫຼາຍສິ່ງທີ່ແຊກແຊງເຈົ້າ, ມັນເຮັດໃຫ້ເຈົ້າບໍ່ເຕັມໃຈທີ່ຈະອະທິຖານ, ຂີ້ຄ້ານທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ບໍ່ເຕັມໃຈທີ່ຈະດຳເນີນຕາມການດຳລົງຊີວິດຂອງຄຣິສຕະຈັກ ແລະ ມັນເຮັດໃຫ້ເຈົ້າຫ່າງເຫີນຈາກຊີວິດຝ່າຍວິນຍານ. ພາລະກິດຂອງພຣະວິນຍານບໍລິສຸດບໍ່ແຊກແຊງກັບຊີວິດປະຈຳວັນຂອງເຈົ້າ ແລະ ບໍ່ແຊກແຊງກັບການເຂົ້າສູ່ຊີວິດຝ່າຍວິນຍານທຳມະດາຂອງເຈົ້າ. ໃນຫຼາຍສິ່ງທີ່ເກີດຂຶ້ນກັບເຈົ້າ ເຈົ້າບໍ່ສາມາດຈຳແນກໃນເວລານັ້ນ. ເຖິງຢ່າງໃດກໍຕາມ ຫຼັງຈາກສອງສາມມື້ ເຈົ້າຈະດຳເນີນຊີວິດຕາມສິ່ງນັ້ນເລັກນ້ອຍ ແລະ ສະແດງອອກເລັກນ້ອຍ ແລະ ມີກິລິຍາທ່າທີບາງຢ່າງໃນຕົວເຈົ້າ ເຊິ່ງຜ່ານການສະແດງອອກເຫຼົ່ານີ້ ເຈົ້າສາມາດບອກໄດ້ວ່າ ຄວາມຄິດທີ່ຢູ່ໃນໃຈເຈົ້າມາຈາກພຣະເຈົ້າ ຫຼື ຈາກຊາຕານ. ບາງຢ່າງເຮັດໃຫ້ເຈົ້າຕໍ່ຕ້ານພຣະເຈົ້າຢ່າງຊັດເຈນ ແລະ ກຳບົດຕໍ່ພຣະເຈົ້າ ຫຼື ຫ້າມເຈົ້າຈາກການນໍາໃຊ້ພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຕົວຈິງ ແລະ ສິ່ງເຫຼົ່ານີ້ແມ່ນມາຈາກຊາຕານທັງໝົດ. ບາງສິ່ງກໍບໍ່ສາມາດເຫັນໄດ້ກັບຕາ ແລະ ເຈົ້າບໍ່ສາມາດບອກໄດ້ວ່າສິ່ງນັ້ນແມ່ນຫຍັງໃນເວລານັ້ນ; ແຕ່ໃນທີ່ສຸດ ເຈົ້າກໍສາມາດເຫັນການສະແດງອອກຂອງສິ່ງນັ້ນ ແລ້ວກໍຝຶກນໍາໃຊ້ຄວາມສາມາດໃນການເບິ່ງອອກ. ຖ້າເຈົ້າສາມາດເບິ່ງອອກຢ່າງຊັດເຈນວ່າ ສິ່ງໃດມາຈາກຊາຕານ ແລະ ສິ່ງໃດຖືກນໍາພາໂດຍພຣະວິນຍານບໍລິສຸດ, ແລ້ວເຈົ້າຈະບໍ່ຖືກນໍາພາໄປທາງທີ່ຜິດໃນປະສົບການຂອງເຈົ້າຢ່າງງ່າຍດາຍ. ບາງເທື່ອ ເມື່ອສະພາບການຂອງເຈົ້າບໍ່ດີ ເຈົ້າມີຄວາມຄິດບາງຢ່າງທີ່ນໍາເອົາເຈົ້າອອກຈາກສະພາວະທີ່ບໍ່ດີ້ນລົນ, ເຊິ່ງສະແດງໃຫ້ເຫັນວ່າ ເມື່ອສະພາບການຂອງເຈົ້າບໍ່ອຳນວຍ, ຄວາມຄິດບາງຢ່າງຂອງເຈົ້າສາມາດມາຈາກພຣະວິນຍານບໍລິສຸດໄດ້ເຊັ່ນກັນ. ແຕ່ມັນບໍ່ແມ່ນກໍລະນີທີ່ວ່າ ເມື່ອເຈົ້າບໍ່ດີ້ນລົນ, ຄວາມຄິດທັງໝົດຂອງເຈົ້າແມ່ນມາຈາກຊາຕານ; ຖ້ານັ້ນເປັນຄວາມຈິງ ແລ້ວເມື່ອໃດເຈົ້າຈະສາມາດກັບຄືນສູ່ສະພາວະທີ່ດີໄດ້? ເຖິງບໍ່ໄດ້ດີ້ນລົນມາໃນໄລຍະເວລາໃດໜຶ່ງ, ພຣະວິນຍານບໍລິສຸດກໍຈະໃຫ້ເຈົ້າມີໂອກາດຖືກເຮັດໃຫ້ສົມບຸນແບບ, ພຣະອົງສຳພັດເຈົ້າ ແລະ ນໍາເຈົ້າອອກຈາກສະພາວະທີ່ບໍ່ດີ້ນລົນຂອງເຈົ້າ.

ການຮູ້ຈັກວ່າ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ ແລະ ພາລະກິດຂອງຊາຕານແມ່ນຫຍັງ, ເຈົ້າສາມາດປຽບທຽບສິ່ງເຫຼົ່ານີ້ກັບສະພາວະຂອງເຈົ້າເອງໃນລະຫວ່າງການປະສົບການຂອງເຈົ້າ ແລະ ປຽບທຽບກັບປະສົບການຂອງເຈົ້າເອງ. ດ້ວຍວິທີນີ້ ຈະມີຄວາມຈິງຫຼາຍຢ່າງທີ່ກ່ຽວຂ້ອງກັບຫຼັກການໃນປະສົບການຂອງເຈົ້າ. ເມື່ອເຂົ້າໃຈເຖິງສິ່ງເຫຼົ່ານີ້ແລ້ວ ເຈົ້າຈະສາມາດຄວບຄຸມສະພາວະທີ່ແທ້ຈິງຂອງເຈົ້າ ແລະ ຈະມີຄວາມສາມາດໃນການເບິ່ງມະນຸດອອກ ແລະ ເບິ່ງສິ່ງທີ່ເກີດຂຶ້ນກັບເຈົ້າ[ກ] ແລະ ເຈົ້າຈະບໍ່ໄດ້ໃຊ້ຄວາມພະຍາຍາມຫຼາຍໃນການຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ແນ່ນອນ, ນັ້ນກໍຂຶ້ນຢູ່ກັບວ່າ ແຮງຜັກດັນຂອງເຈົ້າຈະຖືກຕ້ອງ ແລະ ເຈົ້າຈະເຕັມໃຈສະແຫວງຫາ ແລະ ນໍາໄປປະຕິບັດ. ພາສາເຊັ່ນນີ້, ພາສາທີ່ກ່ຽວຂ້ອງກັບຫຼັກການ ຄວນເປັນຈຸດເດັນໃນປະສົບການຂອງເຈົ້າ. ຫາກປາດສະຈາກມັນ, ປະສົບການຂອງເຈົ້າຈະເຕັມໄປດ້ວຍການແຊກແຊງຂອງຊາຕານ ແລະ ເຕັມໄປດ້ວຍຄວາມຮູ້ທີ່ໂງ່ຈ້າ. ຖ້າເຈົ້າບໍ່ສາມາດເຂົ້າໃຈວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ເຈົ້າຈະເຂົ້າສູ່ພາລະກິດນັ້ນແນວໃດ ແລະ ຖ້າເຈົ້າບໍ່ເຂົ້າໃຈວ່າ ຊາຕານປະຕິບັດພາລະກິດແນວໃດ, ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ເຈົ້າຕ້ອງເອົາໃຈໃສ່ຕໍ່ບາດກ້າວຂອງເຈົ້າແນວໃດ. ມະນຸດຄວນເຂົ້າໃຈທັງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີການປະຕິບັດພາລະກິດຂອງຊາຕານ; ທັງສອງພາລະກິດເປັນສ່ວນທີ່ຂາດບໍ່ໄດ້ໃນປະສົບການຂອງມະນຸດ.

ເຖິງແມ່ນວ່າ ເຈົ້າບໍ່ເຊື່ອໃນສິ່ງໃດເລີຍ ນອກຈາກພຣະເຈົ້າ, ເຈົ້າມີຄວາມສຳພັນທີ່ທໍາມະດາກັບພຣະອົງບໍ? ບາງຄົນກ່າວວ່າ ສິ່ງທີ່ສຳຄັນກໍຄື ພວກເຂົາໄດ້ມີຄວາມສຳພັນທີ່ທໍາມະາດກັບພຣະເຈົ້າ ແລະ ພວກເຂົາບໍ່ສົນໃຈກັບຄວາມສຳພັນທີ່ພວກເຂົາມີຕໍ່ຄົນອື່ນ. ແຕ່ຄວາມສຳພັນທຳມະດາກັບພຣະເຈົ້າແມ່ນສະແດງອອກມາແນວໃດ? ມະນຸດປະເພດດັ່ງກ່າວບໍ່ມີແມ່ນແຕ່ຄວາມຮູ້ທີ່ແທ້ຈິງບໍ? ເປັນຫຍັງຈຶ່ງເວົ້າວ່າ ຂອບເຂດຂອງການຕັດສິນໃຈຂອງເຈົ້າເພື່ອຮັກພຣະເຈົ້າ ແລະ ເຈົ້າໄດ້ປະຖິ້ມເນື້ອໜັງຢ່າງແທ້ຈິງ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບວ່າ ເຈົ້າມີອະຄະຕິກັບອ້າຍເອື້ອຍນ້ອງຂອງເຈົ້າ ຫຼື ບໍ ແລະ ຂຶ້ນກັບວ່າ ຖ້າເຈົ້າມີອະຄະຕິ ເຈົ້າຈະສາມາດປ່ອຍວາງອະຄະຕິນັ້ນໄດ້ ຫຼື ບໍ. ເຊິ່ງເວົ້າໄດ້ວ່າ ເມື່ອຄວາມສຳພັນລະຫວ່າງເຈົ້າກັບອ້າຍເອື້ຍອນ້ອງຂອງເຈົ້າທຳມະດາ, ແລ້ວສະພາບການຂອງເຈົ້າຕໍ່ໜ້າພຣະເຈົ້າກໍທຳມະດາເຊັ່ນກັນ. ເມື່ອອ້າຍເອື້ອຍນ້ອງຄົນໃດຄົນໜຶ່ງຂອງເຈົ້າອ່ອນແອ ເຈົ້າຈະບໍ່ກຽດຊັງພວກເຂົາ, ດູໝິ່ນພວກເຂົາ, ຫົວຂວັນພວກເຂົາ ຫຼື ເຮັດເມີນເສີຍໃສ່ພວກເຂົາ. ຖ້າເຈົ້າສາມາດຊ່ວຍພວກເຂົາໄດ້ ໃຫ້ເຈົ້າລົມກັບພວກເຂົາ ແລະ ເວົ້າວ່າ “ຂ້ອຍເຄີຍບໍ່ດີ້ນລົນ ແລະ ອ່ອນແອ. ຄວາມຈິງແລ້ວ ຂ້ອຍບໍ່ໄດ້ຢາກເຂົ້າຮ່ວມການຊຸມນຸມ ແຕ່ມີບາງສິ່ງເກີດຂຶ້ນ ເຊິ່ງພຣະເຈົ້າໄດ້ໃຫ້ຄວາມສະຫວ່າງກັບຂ້ອຍຢູ່ພາຍໃນ ແລະ ຕີສອນຂ້ອຍ; ຂ້ອຍເຄີຍຖືກປະນາມຂ້າງໃນ, ຂ້ອຍຮູ້ສຶກອັບອາຍຫຼາຍ ແລະ ຂ້ອຍຮູ້ສຶກວ່າ ຂ້ອຍເຮັດໃຫ້ພຣະເຈົ້າຜິດຫວັງຢູ່ສະເໝີ ແລະ ຕໍ່ໄປນີ້ ຂ້ອຍຕ້ອງດຳເນີນຕາມຊີວິດຂອງຄຣິສຕະຈັກຢ່າງແທ້ຈິງ. ຍິ່ງຂ້ອຍມີຄວາມຜູກພັນກັບອ້າຍເອື້ອຍນ້ອງຂອງຂ້ອຍຫຼາຍພຽງໃດ ຂ້ອຍຍິ່ງຮູ້ສຶກວ່າຂ້ອຍບໍ່ສາມາດເຮັດຫຍັງໄດ້ຫາກປາດສະຈາກພຣະເຈົ້າຫຼາຍພຽງນັ້ນ. ເມື່ອຂ້ອຍຢູ່ກັບພວກເຂົາ ຂ້ອຍບໍ່ຮູ້ສຶກດຽວດາຍ; ເມື່ອຂ້ອຍໝົກຢູ່ໃນຫ້ອງ ຂ້ອຍຮູ້ສຶກໂດດດ່ຽວ ແລະ ບໍ່ມີເພື່ອນ, ຂ້ອຍຮູ້ສຶກວ່າ ຊີວິດຂອງຂ້ອຍຫວ່າງເປົ່າ ແລະ ຄວາມຄິດຂອງຂ້ອຍກໍຄິດເຖິງແຕ່ເລື່ອງຕາຍ. ບັດນີ້ ຂ້ອຍໄດ້ຢູ່ກັບອ້າຍເອື້ອຍນ້ອງຂອງຂ້ອຍ, ຊາຕານບໍ່ກ້າປະຕິບັດພາລະກິດຂອງມັນ ແລະ ຂ້ອຍກໍບໍ່ຮູ້ສຶກໂດດດ່ຽວອີກຕໍ່ໄປ. ເມື່ອຂ້ອຍໄດ້ເຫັນ ຄວາມຮັກທີ່ແຮງກ້າຂອງອ້າຍເອື້ອຍນ້ອງຂອງຂ້ອຍມີຕໍ່ພຣະເຈົ້າ, ຂ້ອຍກໍໄດ້ຮັບການດົນໃຈ ແລະ ດ້ວຍເຫດນັ້ນ ຂ້ອຍຈຶ່ງຢູ່ກັບອ້າຍເອື້ອຍນ້ອງຂອງຂ້ອຍຢູ່ສະເໝີ ແລະ ສະພາວທີ່ບໍ່ດີ້ນລົນຂອງຂ້ອຍກໍໄດ້ຫາຍໄປໂດຍທຳມະຊາດ.” ເມື່ອໄດ້ຟັງແບບນີ້ ພວກເຂົາຮູ້ສຶກວ່າ ການອະທິຖານຢູ່ເຮືອນແມ່ນບໍ່ມີປະໂຫຍດ, ພວກເຂົາຍັງຮູ້ສຶກວ່າ ບໍ່ມີຄວາມຮັກລະຫວ່າງອ້າຍເອື້ອຍນ້ອງຂອງພວກເຂົາ, ຊີວິດຂອງພວກເຂົາຫວ່າງເປົ່າ, ພວກເຂົາບໍ່ມີໃຜທີ່ເພິ່ງພາໄດ້ ແລະ ການອະທິຖານເທົ່ານັ້ນແມ່ນບໍ່ພຽງພໍ. ຖ້າເຈົ້າລົມກັບພວກເຂົາດ້ວຍວິທີນີ້ ແລ້ວພວກເຂົາຈະມີຫົນທາງນໍາໄປປະຕິບັດໄດ້. ຖ້າເຈົ້າຮູ້ສຶກວ່າ ເຈົ້າບໍ່ສາມາດຕອບສະໜອງພວກເຂົາໄດ້, ເຈົ້າກໍສາມາດໄປຢ້ຽມຢາມພວກເຂົາໄດ້. ສິ່ງນີ້ບໍ່ຈຳເປັນຕ້ອງລົງມືເຮັດໂດຍຜູ້ນໍາຄຣິສຕະຈັກ, ມັນຄືຄວາມຮັບຜິດຊອບຂອງອ້າຍເອື້ອຍນ້ອງທຸກຄົນທີ່ປະຕິບັດພາລະກິດນີ້. ຖ້າເຈົ້າເຫັນວ່າ ອ້າຍເອື້ອຍນ້ອງຢູ່ໃນສະພາບທີ່ບໍ່ດີ, ເຈົ້າຄວນໄປຢ້ຽມຢາມພວກເຂົາ. ນີ້ຄືຄວາມຮັບຜິດຊອບຂອງພວກເຈົ້າທຸກໆຄົນ.

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ລະບຸມີວະລີ “ທີ່ເກີດຂຶ້ນກັບເຈົ້າ.”

​ກ່ອນ​ນີ້ :ມີພຽງບັນດາຜູ້ທີ່ເນັ້ນໃສ່ການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນແບບໄດ້

ຕໍ່​ໄປ:ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ເນື່ອຫາທີ່ກ່ຽວຂ້ອງ