​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແນ່?

ຄົນເຮົາເຊື່ອໃນພຣະເຈົ້າເປັນເວລາດົນນານມາແລ້ວ, ແຕ່ເຖິງຢ່າງນັ້ນ ຄົນສ່ວນໃຫຍ່ກໍ່ຍັງບໍ່ເຂົ້າໃຈຄຳວ່າ “ພຣະເຈົ້າ”. ພວກເຂົາພຽງແຕ່ເຝົ້າຕິດຕາມດ້ວຍຄວາມສັບສົນ. ພວກເຂົາບໍ່ຮູ້ຫຍັງເລີຍວ່າ ຍ້ອນຫຍັງແທ້ ມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ ຫຼື ພຣະເຈົ້າແມ່ນຫຍັງກັນແທ້. ຖ້າຫາກມະນຸດຮູ້ແຕ່ເຊື່ອ ແລະ ຕິດຕາມພຣະເຈົ້າເທົ່ານັ້ນ, ແຕ່ບໍ່ຮູ້ວ່າ ພຣະເຈົ້າແມ່ນຫຍັງ ຫຼື ພວກເຂົາບໍ່ເຂົ້າໃຈພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງທີ່ຕາຫຼົກທີ່ສຸດໃນໂລກບໍ່? ເຖິງແມ່ນວ່າ ຈົນເຖິງປະຈຸບັນນີ້ ຄົນເຮົາໄດ້ພົບເຫັນຄວາມລຶກລັບຈາກສວງສະຫວັນຢ່າງຫຼວງຫຼາຍ ແລະ ໄດ້ຮັບຄວາມຮູ້ຢ່າງເລິກເຊິ່ງທີ່ມະນຸດບໍ່ເຄີຍເຂົ້າໃຈມາກ່ອນ ແຕ່ພວກເຂົາບໍ່ເຂົ້າໃຈເຖິງຄວາມເປັນຈິງທີ່ສ່ວນໃຫຍ່ເປັນຂັ້ນພື້ນຖານ ທີ່ບໍ່ໄດ້ຮັບການຕຶກຕອງ. ບາງຄົນອາດເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແລ້ວ. ພວກເຮົາຈະບໍ່ຮູ້ວ່າ ພຣະເຈົ້າແມ່ນຫຍັງໄດ້ແນວໃດ? ແລ້ວນີ້ບໍ່ໄດ້ເຮັດໃຫ້ພວກເຮົາມີຄວາມສໍາຄັນໜ້ອຍລົງບໍ?” ແຕ່ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າໃນປັດຈຸບັນທຸກຄົນຈະຕິດຕາມເຮົາ, ແຕ່ບໍ່ມີໃຜທີ່ມີຄວາມເຂົ້າໃຈກ່ຽວກັບພາລະກິດທັງໝົດນີ້. ພວກເຂົາປະຖິ້ມແມ່ນແຕ່ຄຳຖາມທີ່ທຳມະດາ ແລະ ງ່າຍດາຍທີ່ສຸດ ໂດຍທີ່ຍັງບໍ່ທັນເວົ້າເຖິງຄຳຖາມທີ່ສັບຊ້ອນກ່ຽວກັບ “ພຣະເຈົ້າ”. ເຈົ້າຄວນຮູ້ວ່າ ຄຳຖາມເຫຼົ່ານັ້ນ ທີ່ພວກເຈົ້າບໍ່ສົນໃຈ ແລະ ບໍ່ສາມາດຄົ້ນພົບນັ້ນ ແມ່ນຄຳຖາມທີ່ເຈົ້່າຄວນເຂົ້າໃຈເປັນຢ່າງຍິ່ງ ເພາະພວກເຈົ້າຮູ້ພຽງແຕ່ເຮັດຕາມຄົນອື່ນໆ ໂດຍບໍ່ໃສ່ໃຈ ແລະ ບໍ່ສົນໃຈຕໍ່ສິ່ງທີ່ເຈົ້າຄວນກຽມພ້ອມໃຫ້ແກ່ຕົນເອງ. ເຈົ້າຮູ້ແທ້ບໍ່ວ່າ ເປັນຫຍັງເຈົ້າຈຶ່ງຄວນມີສັດທາໃນພຣະເຈົ້າ? ເຈົ້າຮູ້ແທ້ບໍ່ວ່າ ພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ແທ້ບໍ່ວ່າ ມະນຸດແມ່ນຫຍັງ? ໃນຖານະເປັນຜູ້ທີ່ມີສັດທາໃນພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຈະບໍ່ສູນເສຍສັກສີຂອງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພາລະກິດຂອງເຮົາໃນປັດຈຸບັນແມ່ນມີດັ່ງນີ້: ເພື່ອໃຫ້ຜູ້ຄົນເຂົ້າໃຈທາດແທ້ຂອງພວກເຂົາ, ເຂົ້າໃຈທຸກສິ່ງທີ່ເຮົາປະຕິບັດ ແລະ ຮູ້ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ນີ້ຄືການກະທໍາຂັ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ, ເປັນຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາ. ດ້ວຍເຫດນັ້ນ, ເຮົາຈຶ່ງຈະບອກພວກເຈົ້າຮູ້ລ່ວງໜ້າ ກ່ຽວກັບຄວາມລີ້ລັບທັງໝົດຂອງຊີວິດ ເພື່ອວ່າ ພວກເຈົ້າທຸກຄົນຈະສາມາດຮັບເອົາຄວາມລີ້ລັບນີ້ຈາກເຮົາໄດ້. ເນື່ອງຈາກວ່າ ນີ້ຄືພາລະກິດໃນຍຸກສຸດທ້າຍ, ເຮົາຈຶ່ງຕ້ອງໄດ້ບອກພວກເຈົ້າຄວາມຈິງທັງໝົດ ກ່ຽວກັບຊີວິດທີ່ພວກເຈົ້າບໍ່ເຄີຍໄດ້ຮູ້ມາກ່ອນ, ເຖິງແມ່ນວ່າ ພວກເຈົ້າຈະບໍ່ສາມາດເຊື່ອມຊຶມເອົາໄດ້ທັງໝົດ ແລະ ບໍ່ສາມາດຮັບເອົາໄດ້ທັງໝົດ ຍ້ອນວ່າ ພວກເຈົ້າອ່ອນແອເກີນໄປ ແລະ ບໍ່ມີຄວາມກຽມພ້ອມໃຫ້ດີ. ເຮົາຕ້ອງການສະຫຼຸບພາລະກິດຂອງເຮົາ ເພື່ອໃຫ້ພາລະກິດນັ້ນສໍາເລັດລົງ ແລະ ເພື່ອແຈ້ງໃຫ້ພວກເຈົ້າຮູ້ທຸກຢ່າງ ກ່ຽວກັບສິ່ງທີ່ເຮົາມອບໝາຍໃຫ້ພວກເຈົ້າເຮັດ ເພື່ອບໍ່ໃຫ້ພວກເຈົ້າຫຼົງທາງອີກ ແລະ ຫຼົງເຊື່ອຄຳຫຼອກລວງຂອງຄົນຊົ່ວຮ້າຍ ເມື່ອມີຄວາມມືດລົງມາຄອບງຳ. ຍັງມີຫຼາຍວິທີທີ່ນອກເໜືອໄປກວ່າຄວາມເຂົ້າໃຈຂອງພວກເຈົ້າ ແລະ ຫຼາຍເລື່ອງທີ່ພວກເຈົ້າບໍ່ເຂົ້າໃຈ. ພວກເຈົ້າຈັ່ງແມ່ນບໍ່ຮູ້ຫຍັງເລີຍ. ເຮົາຮູ້ຄວາມສາມາດ ແລະ ຂໍ້ບົກຜ່ອງຂອງພວກເຈົ້າດີ. ສະນັ້ນ, ເຖິງແມ່ນວ່າ ຈະມີພຣະທໍາຫຼາຍຄໍາ ທີ່ພວກເຈົ້າບໍ່ສາມາດເຊື່ອມຊືມໄດ້ ແຕ່ເຮົາຍັງຕ້ອງການທີ່ຈະບອກຄວາມຈິງເຫຼົ່ານີ້ ທີ່ພວກເຈົ້າບໍ່ເຄີຍໄດ້ຮັບຮູ້ມາກ່ອນ, ຍ້ອນວ່າເຮົາເປັນຫ່ວງຢູ່ສະເໝີວ່າ ພວກເຈົ້າຈະສາມາດຢືນເປັນພະຍານໃຫ້ເຮົາໄດ້ ຫຼື ບໍ່ ຕາມຄວາມສາມາດທີ່ພວກເຈົ້າມີໃນຕອນນີ້. ບໍ່ແມ່ນວ່າ ເຮົາດູຖູກພວກເຈົ້າ. ພວກເຈົ້າທຸກຄົນແມ່ນເປັນສັດຮ້າຍ ທີ່ຍັງບໍ່ໄດ້ຜ່ານການເຝິກຝົນຢ່າງເປັນທາງການຈາກເຮົາ ແລະ ຍັງມີຂໍ້ສົງໃສຢູ່ວ່າ ພວກເຈົ້າມີກຽດສັກສີຫຼາຍປານໃດໃນຕົວພວກເຈົ້າ. ເຖິງວ່າ ເຮົາໄດ້ໃຊ້ເຮື່ອແຮງຢ່າງຫຼວງຫຼາຍ ໃນການເຮັດພາລະກິດໃນຕົວພວກເຈົ້າ, ແຕ່ປາກົດວ່າ ອົງປະກອບດ້ານບວກໃນຕົວພວກເຈົ້າແມ່ນບໍ່ມີເລີຍ, ໃນຂະນະທີ່ອົງປະກອບດ້ານລົບສາມາດນັບດ້ວຍນິ້ວມືນິ້ວດຽວໄດ້ ແລະ ພວກເຈົ້າພຽງອຸທິດຕົນເປັນພະຍານເພື່ອໃຫ້ຊາຕານອັບອາຍເທົ່ານັ້ນ. ສິ່ງທີ່ຢູ່ໃນຕົວພວກເຈົ້າເກືອບທັງໝົດແມ່ນພິດຂອງຊາຕານ. ເຮົາເບິ່ງພວກເຈົ້າ ຄ້າຍຄືວ່າ ພວກເຈົ້າຈະບໍ່ສາມາດໄດ້ຮັບການໄຖ່ບາບໄດ້. ສະນັ້ນ, ຕາມສະພາບໃນປະຈຸບັນ, ເຮົາເບິ່ງການປະພຶດ ທີ່ຫຼາກຫຼາຍຂອງພວກເຈົ້າ ແລະ ສຸດທ້າຍເຮົາກໍ່ຮູ້ຄວາມສາມາດທີ່ແທ້ຈິງຂອງພວກເຈົ້າ. ດ້ວຍເຫດນີ້ ເຮົາຈຶ່ງເປັນຫ່ວງພວກເຈົ້າຢູ່ສະເໝີວ່າ: ຖ້າຖືກປະປ່ອຍໃຫ້ດຳລົງຊີວິດຕາມລຳພັງ, ມະນຸດຈະໄດ້ດີກວ່າ ຫຼື ໄດ້ເທົ່າທຽມ ກັບສິ່ງທີ່ເຂົາເປັນຢູ່ໃນປັດຈຸບັນນີ້ ຫຼື ບໍ່? ພວກເຈົ້າບໍ່ກັງວົນກັບຄວາມສາມາດລະດັບເດັກນ້ອຍຂອງພວກເຈົ້າບໍ? ພວກເຈົ້າສາມາດເປັນຄືຄົນອິດສະຣາເອນທີ່ຖືກເລືອກໄດ້ແທ້ບໍ ທີ່ຈົງຮັກພັກດີຕໍ່ເຮົາ ແລະ ເຮົາຜູ້ດຽວພາຍໃຕ້ທຸກສະຖານະການເທົ່ານັ້ນ? ສິ່ງທີ່ພວກເຈົ້າສະແດງອອກນີ້ ບໍ່ແມ່ນຄວາມດື້ຂອງເດັກນ້ອຍ ທີ່ພົ້ນຈາກສາຍຕາພໍ່ແມ່ຂອງພວກເຂົາ, ແຕ່ແມ່ນຄວາມໂຫດຮ້າຍທີ່ອອກມາຈາກສັດ ທີ່ຢູ່ໄກຈາກແສ້ຂອງເຈົ້ານາຍຂອງພວກມັນ. ພວກເຈົ້າຄວນຮູ້ທຳມະຊາດຂອງພວກເຈົ້າເອງ, ເຊິ່ງເປັນຈຸດອ່ອນ ທີ່ພວກເຈົ້າທຸກຄົນມີ, ຈຸດບົກຜ່ອງທົ່ວໄປຂອງພວກເຈົ້າ. ສະນັ້ນ, ຄໍາແນະນໍາພຽງຢ່າງດຽວຂອງເຮົາ ທີ່ຈະໃຫ້ກັບພວກເຈົ້າ ແມ່ນຈົ່ງໃຫ້ຢືນເປັນພະຍານໃຫ້ແກ່ເຮົາ. ຈົ່ງຢ່າປ່ອຍໃຫ້ຄວາມອ່ອນແອໃນເມື່ອກ່ອນກັບຄືນມາອີກຄັ້ງ. ສິ່ງທີ່ສຳຄັນທີ່ສຸດກໍ່ຄືການຢືນເປັນພະຍານ. ນັ້ນແມ່ນຫົວໃຈສຳຄັນໃນພາລະກິດຂອງເຮົາ. ພວກເຈົ້າຄວນຍອມຮັບພຣະທໍາຂອງເຮົາ ຄືດັ່ງພຣະແມ່ແມຣີໄດ້ຍອມຮັບການເປີດເຜີຍຂອງພຣະເຢໂຮວາ ທີ່ມາປາກົດໃນຄວາມຝັນຂອງພຣະນາງ ໂດຍທີ່ພຣະນາງໄດ້ເຊື່ອ ແລະ ປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນ ທີ່ມີຄຸນນະສົມບັດເປັນຄວາມບໍລິສຸດທີ່ແທ້ຈິງ. ເນື່ອງຈາກວ່າ ພວກເຈົ້າເປັນຜູ້ທີ່ໄດ້ຍິນພຣະທໍາຂອງເຮົາຫຼາຍທີ່ສຸດ, ເປັນຜູ້ທີ່ໄດ້ຮັບພອນຈາກເຮົາຫຼາຍທີ່ສຸດ. ເຮົາໄດ້ມອບສິ່ງທີ່ມີຄຸນຄ່າທີ່ສຸດທີ່ເຮົາມີໃຫ້ພວກເຈົ້່າ ໂດຍມອບທຸກສິ່ງທຸກຢ່າງໃຫ້ພວກເຈົ້າ. ຢ່າງໃດກໍ່ຕາມ, ສະຖານະຂອງພວກເຈົ້າ ແລະ ສະຖານະຂອງຜູ້ຄົນຂອງອິດສະຣາເອນແມ່ນມີຄວາມແຕກຕ່າງກັນຫຼາຍ ຄືວ່າຢູ່ຄົນລະໂລກ. ແຕ່ເມື່ອທຽບກັບພວກເຂົາແລ້ວ, ພວກເຈົ້າແມ່ນໄດ້ຮັບຫຼາຍກວ່າພວກເຂົາຫຼາຍເທົ່າ. ໃນຂະນະທີ່ພວກເຂົາລໍຖ້າຢ່າງໝົດຫວັງ ຕໍ່ການປາກົດຕົວຂອງເຮົາ, ພວກເຈົ້າພັດໃຊ້ເວລາຢ່າງມີຄວາມສຸກກັບເຮົາ ໂດຍແບ່ງປັນຄວາມອຸດົມສົມບູນຈາກເຮົາ. ຖ້າທຽບກັນແລ້ວ, ພວກເຈົ້າມີສິດຫຍັງ ທີ່ຈະມາຈົ່ມ ແລະ ຖຽງກັນກັບເຮົາ ແລະ ຮຽກຮ້ອງເອົາສ່ວນແບ່ງຈາກຊັບສິນຂອງເຮົາ? ພວກເຈົ້າຍັງໄດ້ບໍ່ພໍອີກບໍ? ເຮົາເອົາໃຫ້ພວກເຈົ້າຫຼາຍແລ້ວ ແຕ່ສິ່ງທີ່ພວກເຈົ້າໃຫ້ເຮົາເພື່ອເປັນການຕອບແທນຄືຄວາມໂສກເສົ້່າເສຍໃຈ ແລະ ຄວາມວິຕົກກັງວົນ ແລະ ຄວາມແຄ້ນໃຈ ແລະ ຄວາມບໍ່ພໍໃຈ ທີ່ບໍ່ສາມາດທົນໄດ້. ພວກເຈົ້າໜ້າລັງກຽດເກີນໄປ, ແຕ່ພວກເຈົ້າກໍ່ຍັງເຮັດໃຫ້ມີຄວາມສົງສານອີກ. ສະນັ້ນ, ເຮົາບໍ່ມີທາງເລືອກ ນອກຈາກອົນທົນກັບຄວາມແຄ້ນໃຈ ແລະ ປະທ້ວງພວກເຈົ້າຕໍ່ໄປເລື້ອຍໆ. ຫຼາຍພັນປີກັບການດໍາເນີນພາລະກິດ, ເຮົາບໍ່ເຄີຍຄັດຄ້ານມະນຸດມາກ່ອນ ຍ້ອນວ່າ ເຮົາໄດ້ຄົ້ນພົບວ່າ ໃນປະຫວັດສາດຂອງການພັດທະນາຂອງມະນຸດຊາດ, ມີແຕ່ຄົນຫຼອກລວງໃນບັນດາພວກເຈົ້າເທົ່ານັ້ນ ທີ່ເປັນຄົນມີຊື່ສຽງຫຼາຍທີ່ສຸດ. ການຫຼອກລວງປຽບເໝືອນມໍລະດົກທີ່ລ້ຳຄ່າ ທີ່ບັນພະບູລຸດທີ່ມີຊື່ສຽງໃນຍຸກບູຮານ ໄດ້ປະໄວ້ໃຫ້ພວກເຈົ້າ. ຈັ່ງແມ່ນເຮົາກຽດຊັງພວກໝູ ແລະ ໝາ ທີ່ບໍ່ມີຄວາມເປັນມະນຸດນີ້ເດ. ພວກເຈົ້າຂາດຈິດສຳນຶກຫຼາຍ! ນິດໃສຂອງພວກເຈົ້າຕ່ຳຊາມເກີນໄປ! ຫົວໃຈຂອງພວກເຈົ້າແຂງກະດ້າງເກີນໄປ! ຖ້າເຮົາຕ້ອງເອົາພຣະທໍາຂອງເຮົາ ແລະ ພາລະກິດດັ່ງກ່າວນີ້ຂອງເຮົາໄປອິດສະຣາເອນ, ເຮົາຄືຊິໄດ້ຮັບຄວາມສະຫງ່າລາສີແຕ່ດົນນານແລ້ວ. ແຕ່ວ່າກັບບັນດາພວກເຈົ້າພັດບໍ່ເປັນແບບນັ້ນ. ໃນບັນດາພວກເຈົ້າແມ່ນມີແຕ່ຄວາມບໍ່ສົນໃຈທີ່ໂຫດຮ້າຍ, ຫົວໃຈທີ່ເຢັນຊາ ແລະ ຄຳແກ້ໂຕ. ພວກເຈົ້າຂາດຄວາມຮູ້ສຶກ ແລະ ບໍ່ມີຄຸນຄ່າຫຍັງເລີຍ!

ພວກເຈົ້າຕ້ອງມອບທຸກສິ່ງໃຫ້ແກ່ພາລະກິດຂອງເຮົາ. ພວກເຈົ້າຕ້ອງເຮັດພາລະກິດທີ່ເປັນປະໂຫຍດແກ່ເຮົາ. ເຮົາຢາກບອກພວກເຈົ້າ ກ່ຽວກັບທຸກສິ່ງທຸກຢ່າງ ທີ່ພວກເຈົ້າຍັງບໍ່ເຂົ້າໃຈ ເພື່ອພວກເຈົ້າຈະສາມາດໄດ້ຮັບສິ່ງທີ່ພວກເຈົ້າຍັງບໍ່ໄດ້ຈາກເຮົາ. ເຖິງແມ່ນວ່າຄວາມບົກຜ່ອງຂອງພວກເຈົ້າຈະມີຫຼາຍຈົນນັບບໍ່ໄດ້, ເຮົາກໍ່ເຕັມໃຈທີ່ຈະສືບຕໍ່ເຮັດພາລະກິດ ທີ່ເຮົາຄວນເຮັດໃນພວກເຈົ້າ ໂດຍມອບຄວາມເມດຕາຄັ້ງສຸດທ້າຍໃຫ້ພວກເຈົ້າ ເພື່ອພວກເຈົ້າຈະສາມາດໄດ້ຮັບປະໂຫຍດຈາກເຮົາ ແລະ ໄດ້ຮັບການສັນລະເສີນ ທີ່ບໍ່ມີໃນຕົວຂອງພວກເຈົ້າ ແລະ ເປັນສິ່ງທີ່ໂລກຍັງບໍ່ເຄີຍເຫັນ. ເຮົາໄດ້ເຮັດພາລະກິດເປັນເວລາຫຼາຍປີ ແຕ່ກໍ່ບໍ່ມີມະນຸດຜູ້ໃດທີ່ຮູ້ຈັກເຮົາ. ເຮົາຕ້ອງການບອກພວກເຈົ້າ ກ່ຽວກັບຄວາມລັບ ທີ່ເຮົາບໍ່ເຄີຍບອກໃຜມາກ່ອນ.

ໃນບັນດາມະນຸດທັງຫຼາຍ, ເຮົາແມ່ນພຣະວິຍານ ທີ່ພວກເຂົາບໍ່ສາມາດແນມເຫັນໄດ້, ເປັນພຣະວິນຍານ ທີ່ພວກເຂົາຈະບໍ່ສາມາດສໍາພັດໄດ້. ຍ້ອນພາລະກິດຂອງເຮົາທັງສາມຂັ້ນຕອນໃນໂລກນີ້ (ການສ້າງໂລກ, ການໄຖ່ບາບ ແລະ ການທຳລາຍລ້າງ), ເຮົາຈຶ່ງໄດ້ປາກົດໃນທ່າມກາງພວກເຂົາໃນເວລາທີ່ແຕກຕ່າງກັນ (ບໍ່ເຄີຍປາກົດຢ່າງເປີດເຜີຍ) ເພື່ອເຮັດພາລະກິດຂອງເຮົາໃນມະນຸດ. ຄັ້ງທຳອິດທີ່ເຮົາປາກົດໃນທ່າມກາງມະນຸດແມ່ນຢູ່ໃນຍຸກແຫ່ງການໄຖ່ບາບ. ແນ່ນອນຢູ່ແລ້ວທີ່ເຮົາປາກົດໃນຄອບຄົວຂອງຊາວຢິວ; ສະນັ້ນ, ຄົນທຳອິດທີ່ໄດ້ເຫັນພຣະເຈົ້າສະເດັດລົງມາສູ່ໂລກແມ່ນປະຊາຊົນຊາວຢິວ. ເຫດຜົນທີ່ເຮົາເຮັດພາລະກິດດັ່ງກ່າວດ້ວຍຕົນເອງກໍ່ເພາະວ່າ ເຮົາຕ້ອງການໃຊ້ການບັງເກີດເປັນເນື້ອໜັງແບບມະນຸດຂອງເຮົາ ເພື່ອເປັນເຄື່ອງບູຊາໃນການໄຖ່ບາບໃນພາລະກິດການໄຖ່ບາບຂອງເຮົາ. ສະນັ້ນ, ຜູ້ທີ່ເຫັນເຮົາເປັນຜູ້ທຳອິດຈຶ່ງແມ່ນຊາວຢິວໃນຍຸກແຫ່ງພຣະກະລຸນາ. ນັ້ນເປັນຄັ້ງທຳອິດທີ່ເຮົາເຮັດພາລະກິດໃນເນື້ອໜັງຂອງມະນຸດ. ໃນຍຸກແຫ່ງອານາຈັກ, ພາລະກິດຂອງເຮົາແມ່ນເພື່ອປົກຄອງ ແລະ ເຮັດໃຫ້ສົມບູບແບບ,​ ສະນັ້ນ, ເຮົາຈຶ່ງໄດ້ເຮັດພາລະກິດຄຸ້ມຄອງໃນເນື້ອໜັງຂອງມະນຸດ. ນີ້ແມ່ນເທື່ອທີ່ສອງທີ່ເຮົາໄດ້ເຮັດພາລະກິດໃນເນື້ອໜັງຂອງມະນຸດ. ໃນສອງຄັ້ງສຸດທ້າຍໃນການເຮັດພາລະກິດ, ສິ່ງທີ່ມະນຸດໄດ້ສຳພັດ ບໍ່ແມ່ນວິນຍານທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງບໍ່ໄດ້ອີກຕໍ່ໄປ ແຕ່ແມ່ນຄົນ ເຊິ່ງເປັນພຣະວິນຍານທີ່ໄດ້ກາຍເປັນເນື້ອໜັງ. ສະນັ້ນ, ໃນສາຍຕາຂອງມະນຸດ, ເຮົາໄດ້ກາຍເປັນຄົນທີ່ບໍ່ມີຄວາມຄ້າຍຄື ແລະ ບໍ່ມີຄວາມຮູ້ສຶກຄືພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພຣະເຈົ້າທີ່ຜູ້ຄົນໄດ້ເຫັນບໍ່ແມ່ນມີແຕ່ເພດຊາຍເທົ່ານັ້ນ, ແຕ່ຍັງມີເພດຍິງນໍາ ເຊິ່ງເປັນສິ່ງທີ່ເຮັດໃຫ້ພວກເຂົາປະຫຼາດໃຈ ແລະ ເຂົ້າໃຈຍາກ. ຫຼາຍຄັ້ງຫຼາຍຄາວ, ພາລະກິດອັນພິເສດຂອງເຮົາໄດ້ທຳລາຍຄວາມເຊື່ອເກົ່າໆ ທີ່ຄົນຢຶດຖືເປັນເວລາຫຼາຍປີ. ມະນຸດແມ່ນຕ້ອງຕົກຕະລຶງ! ພຣະເຈົ້າບໍ່ພຽງແຕ່ແມ່ນພຣະວິນຍານບໍລິສຸດ, ແຕ່ຍັງເປັນພຣວິຍານທີ່ມີຄວາມຮຸນແຮງຫຼາຍຂຶ້ນເຖິງເຈັດເທົ່າ ແຕ່ກໍ່ຍັງແມ່ນຄົນນໍາ, ແມ່ນຄົນທໍາມະດາ, ຄົນທຳມະດາສາມັນນຳອີກ. ພຣະອົງບໍ່ພຽງແຕ່ເປັນເພດຊາຍເທົ່ານັ້ນ, ແຕ່ຍັງເປັນເພດຍິງອີກດ້ວຍ. ພວກພຣະອົງຄ້າຍຄືກັນຢູ່ບ່ອນທີ່ວ່າ ພວກພຣະອົງເກີດຈາກມະນຸດ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າ ພຣະອົງໜຶ່ງເກີດຈາກພຣະວິນຍານບໍລິສຸດ ແລະ ອີກພຣະອົງໜຶ່ງເກີດຈາກມະນຸດ ແຕ່ກໍ່ມາຈາກພຣະວິນຍານໂດຍກົງ. ທັງສອງມີຄວາມຄ້າຍຄືກັນຢູ່ບ່ອນວ່າ ທັງສອງບັງເກີດເປັນມະນຸດຈາກພຣະເຈົ້າ ເຊິ່ງເຮັດພາລະກິດຂອງພຣະເຈົ້າ ຜູ້ທີ່ເປັນພຣະບິດາ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າ ພຣະອົງໜຶ່ງປະຕິບັດພາລະກິດດ້ານການໄຖ່ບາບ ແລະ ອີກພຣະອົງໜຶ່ງປະຕິບັດພາລະກິດດ້ານການປົກຄອງ. ທັງສອງເປັນຕົວແທນຂອງພຣະເຈົ້າ ແຕ່ຝ່າຍໜຶ່ງແມ່ນພຣະຜູ້ເປັນເຈົ້າແຫ່ງການໄຖ່ບາບ ທີ່ເຕັມໄປດ້ວຍຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາປານີ ແລະ ອີກຝ່າຍໜຶ່ງແມ່ນພຣະເຈົ້າແຫ່ງຄວາມຖືກຕ້ອງ ທີ່ເຕັມໄປດ້ວຍຄວາມໂກດຮ້າຍ ແລະ ການຕັດສິນພິພາກສາ. ຝ່າຍໜຶ່ງແມ່ນຜູ້ບັນຊາການສູງສຸດ ເພື່ອດໍາເນີນພາລະກິດໄຖ່ບາບ ແລະ ອີກຝ່າຍໜຶ່ງແມ່ນພຣະເຈົ້າແຫ່ງຄວາມຖືກຕ້ອງ ເພື່ອເຮັດສຳເລັດພາລະກິດໃນການປົກຄອງ. ຝ່າຍໜຶ່ງແມ່ນຈຸດເລີ່ມຕົ້ນ ແລະ ອີກຝ່າຍໜຶ່ງແມ່ນຈຸດຈົບ. ຝ່າຍໜຶ່ງແມ່ນເນື້ອໜັງທີ່ບໍ່ມີບາບ, ສ່ວນອີກຝ່າຍໜຶ່ງແມ່ນເນື້ອໜັງທີ່ໄຖ່ບາບສຳເລັດ, ສືບຕໍ່ພາລະກິດ ແລະ ບໍ່ເຄີຍມີບາບຈັກເທື່ອ. ທັງສອງແມ່ນພຣະວິນຍານອັນດຽວ ແຕ່ສະຖິດຢູ່ໃນເນື້ອໜັງທີ່ແຕກຕ່າງກັນ ແລະ ເກີດຢູ່ໃນສະຖານທີ່ແຕກຕ່າງກັນ. ພວກພຣະອົງຖືກແຍກອອກຈາກກັນດ້ວຍການເວລາຫຼາຍພັນປີ. ແຕ່ພາລະກິດທັງໝົດຂອງພວກພຣະອົງກໍ່ຍັງສອດຄ່ອງກັນ ໂດຍບໍ່ເຄີຍຂັດແຍ່ງກັນ ແລະ ສາມາດເວົ້າເຖິງຈາກລົມຫາຍໃຈອັນດຽວກັນ. ທັງສອງແມ່ນຄົນ ແຕ່ຝ່າຍໜຶ່ງແມ່ນເດັກທາລົກຊາຍ ແລະ ອີກຝ່າຍໜຶ່ງແມ່ນເດັກອ່ອນທີ່ເປັນເພດຍິງ. ສຳລັບເວລາຫຼາຍປີມານີ້, ສິ່ງທີ່ຜູ້ຄົນໄດ້ເຫັນ ບໍ່ແມ່ນພຽງແຕ່ພຣະວິນຍານ ແລະ ບໍ່ແມ່ນພຽງແຕ່ມະນຸດຄົນໜຶ່ງ ເຊິ່ງເປັນເພດຊາຍ, ແຕ່ຍັງແມ່ນຫຼາຍສິ່ງຫຼາຍຢ່າງ ທີ່ບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈເຮົາໄດ້ຢ່າງເຕັມທີ່. ພວກເຂົາຍັງຄົງເຊື່ອເຮົາເຄິ່ງໜຶ່ງ ແລະ ສົງໃສເຮົາເຄິ່ງໜຶ່ງ ຄືດັ່ງວ່າ ເຮົາມີຕົວຕົນ ແຕ່ກໍຍັງເປັນພາບລວງໃນຄວາມຝັນ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງຈົນມາຮອດປັດຈຸບັນ. ເຈົ້າສາມາດສະຫຼຸບເປັນປະໂຫຍກສັ້ນໆໃຫ້ເຮົາໄດ້ບໍ່? ເຈົ້າກ້າເວົ້າແທ້ບໍ່ວ່າ “ພຣະເຢຊູບໍ່ແມ່ນພຣະເຈົ້າ ແລະ ພຣະເຈົ້າບໍ່ແມ່ນພຣະເຢຊູ?” ເຈົ້າກ້າແທ້ບໍທີ່ຈະເວົ້າວ່າ “ພຣະເຈົ້າບໍ່ແມ່ນພຣະວິນຍານ ແລະ ພຣະວິນຍານບໍ່ແມ່ນພຣະເຈົ້າ?” ເຈົ້າເວົ້າໄດ້ຢ່າງສະບາຍບໍວ່າ “ພຣະເຈົ້າພຽງແຕ່ເປັນຄົນທີ່ຮົ່ມເນື້ອໜັງມະນຸດ?” ເຈົ້າມີຄວາມກ້າຫານເວົ້າບໍວ່າ “ພາບລັກຂອງພຣະເຢຊູເປັນພຽງພາບລັກອັນຍິ່ງໃຫຍ່ຂອງພຣະເຈົ້າ”? ເຈົ້າສາມາດອະທິບາຍເຖິງຈິດໃຈ ແລະ ພາບລັກຂອງພຣະເຈົ້າຢ່າງລະອຽດ ດ້ວຍພອນສະຫວັນດ້ານຄຳເວົ້າຂອງເຈົ້າທີ່ເປັນຈຸດເດັ່ນໄດ້ບໍ? ເຈົ້າກ້າເວົ້າແທ້ບໍວ່າ “ພຣະເຈົ້າໄດ້ສ້າງເພດຊາຍເທົ່ານັ້ນ ໂດຍບໍ່ມີເພດຍິງ ຕາມພາບລັກຂອງພຣະອົງເອງ”? ຖ້າເຈົ້າເວົ້າແບບນີ້, ກໍ່ຈະບໍ່ມີແມ່ຍິງໃນບັນດາຜູ້ທີ່ເຮົາໄດ້ເລືອກ ແລະ ຍິ່ງໄປກ່າວນັ້ນ ແມ່ຍິງກໍ່ຈະບໍ່ມີໃນມະນຸດຊາດ. ຕອນນີ້ ເຈົ້າຮູ້ແທ້ແລ້ວບໍວ່າ ພຣະເຈົ້າແມ່ນຫຍັງ? ພຣະເຈົ້າແມ່ນມະນຸດບໍ? ພຣະເຈົ້າເປັນພຣະວິນຍານບໍ? ພຣະເຈົ້າເປັນຜູ້ຊາຍແທ້ບໍ? ມີພຽງພຣະເຢຊູເທົ່ານັ້ນບໍ ທີ່ສາມາດເຮັດສໍາເລັດພາລະກິດທີ່ເຮົາຢາກເຮັດ? ຖ້າເຈົ້າເລືອກເອົາພຽງໜຶ່ງຂໍ້ຈາກຂ້າງເທິງນີ້ ເພື່ອສະຫຼຸບໃຈຄວາມຂອງເຮົາ, ເຈົ້າກໍ່ຈະເປັນຜູ້ເຊື່ອທີ່ມີຄວາມສັດທາຢ່າງໄຮ້ດຽງສາ. ຖ້າເຮົາເຮັດພາລະກິດໂດຍບັງເກີດເປັນເນື້ອໜັງມະນຸດຄັ້ງໜຶ່ງ ແລະ ພຽງຄັ້ງດຽວເທົ່ານັ້ນ, ພວກເຈົ້າຈະກີດກັ້ນເຮົາບໍ? ເຈົ້າສາມາດເຂົ້າໃຈເຮົາຢ່າງຖີ່ຖ້ວນໂດຍແນມເບິ່ງພຽງຄັ້ງດຽວໄດ້ບໍ? ເຈົ້າສາມາດຕັດສິນເຮົາໄດ້ຢ່າງຄົບຖ້ວນ ຍ້ອນສິ່ງທີ່ເປີດເຜີຍໃຫ້ເຈົ້າ ໃນຊ່ວງເວລາທີ່ເຈົ້າມີຊີວິດໄດ້ບໍ? ຖ້າເຮົາໄດ້ເຮັດພາລະກິດທີ່ຄ້າຍຄືກັນ ໃນການບັງເກີດເປັນມະນຸດຂອງເຮົາທັງສອງຄັ້ງ, ແລ້ວພວກເຈົ້າຈະສັງເກດເຫັນເຮົາໄດ້ແນວໃດ? ເຈົ້າຈະປ່ອຍໃຫ້ເຮົາຖືກຕອກຢູ່ເທິງໄມ້ກັງແຂນຕະຫຼອດການບໍ? ພຣະເຈົ້າເປັນສິ່ງທີ່ງ່າຍດາຍຄືເຈົ້າເວົ້າບໍ?​

ເຖິງແມ່ນວ່າຄວາມສັດທາຂອງເຈົ້າຈະເປັນສິ່ງທີ່ຈິງໃຈຫຼາຍ, ບໍ່ມີຜູ້ໃດໃນບັນດາພວກເຈົ້າ ທີ່ສາມາດອະທິບາຍໃຫ້ເຮົາຢ່າງລະອຽດ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າ ທີ່ສາມາດຢືນຢັນເປັນພະຍານຕໍ່ຄວາມເປັນຈິງທີ່ພວກເຈົ້າເຫັນ. ໃຫ້ຄິດລອງເບິ່ງ. ໃນຂະນະນີ້ ພວກເຈົ້າເກືອບໝົດທຸກຄົນໄດ້ປະຖິ້ມໜ້າທີ່ຂອງພວກເຈົ້າ ໂດຍແລ່ນນຳສິ່ງທີ່ເປັນເນື້ອໜັງ, ເພິ່ງພໍໃຈກັບເນື້ອໜັງ ແລະ ເພີດເພິນຢ່າງໂລບມາກໂລພາກັບເນື້ອໜັງ. ພວກເຈົ້າມີຄວາມຈິງພຽງໜ້ອຍດຽວ. ແລ້ວພວກເຈົ້າຈະສາມາດເປັນພະຍານ ໃນສິ່ງທີ່ພວກເຈົ້າໄດ້ເຫັນທັງໝົດໄດ້ແນວໃດ? ພວກເຈົ້າໝັ້ນໃຈແທ້ບໍວ່າ ພວກເຈົ້າສາມາດເປັນສັກຂີພະຍານໃຫ້ເຮົາໄດ້? ຖ້າມື້ໜຶ່ງ ເຈົ້າບໍ່ສາມາດເປັນພະຍານໃຫ້ກັບທຸກສິ່ງທີ່ເຈົ້າເຫັນໃນມື້ນີ້ໄດ້, ແລ້ວເຈົ້າຈະສູນເສຍໜ້າທີ່ຂອງການຖືກສ້າງໃຫ້ເປັນຄົນ. ການດໍາລົງຢູ່ຂອງເຈົ້າຈະບໍ່ມີຄວາມໝາຍຫຍັງ. ເຈົ້າຈະບໍ່ມີຄຸນຄ່າຂອງຄວາມເປັນມະນຸດ. ອາດຈະເວົ້າໄດ້ວ່າ ເຈົ້າຈະບໍ່ແມ່ນມະນຸດ! ເຮົາໄດ້ເຮັດພາລະກິດໃນຕົວເຈົ້າເປັນຈໍານວນຫຼາຍຈົນນັບບໍ່ໄດ້. ແຕ່ຍ້ອນວ່າ ປັດຈຸບັນນີ້ ເຈົ້າບໍ່ໄດ້ຮຽນຮູ້ຫຍັງ, ບໍ່ຮູ້ຫຍັງເລີຍ ແລະ ເຮັດວຽກໂດຍບໍ່ມີປະໂຫຍດ. ໃນເວລາເຮົາຕ້ອງການຜັນຂະຫຍາຍພາລະກິດຂອງເຮົາ ເຈົ້າກໍ່ຈະແນມເບິ່ງດ້ວຍຄວາມວ່າງເປົ່າ, ລີ້ນພັນກັນ ແລະ ບໍ່ມີປະໂຫຍດທີ່ສຸດ. ແລ້ວນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນບາບຕະຫຼອດເວລາບໍ? ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຮູ້ສຶກກິນແໜງຢ່າງສຸດບໍ? ເຈົ້າຈະບໍ່ຈົມຢູ່ກັບຄວາມຜິດຫວັງບໍ? ເຮົາບໍ່ໄດ້ເຮັດພາລະກິດທັງໝົດນີ້ຍ້ອນຄວາມເບື່ອໜ່າຍ ແຕ່ເພື່ອວາງຮາກຖານໃຫ້ແກ່ພາລະກິດຂອງເຮົາໃນອະນາຄົດ. ບໍ່ແມ່ນວ່າ ເຮົາຈົນຕາແຈ ແລະ ຕ້ອງໄດ້ຄິດຫາສິ່ງໃໝ່ມາເຮັດ. ເຈົ້າຄວນເຂົ້າໃຈວ່າ ພາລະກິດທີ່ເຮົາເຮັດຢູ່ນີ້ບໍ່ແມ່ນການຫຼິ້ນຂອງເດັກນ້ອຍ[ກ] ແຕ່ແມ່ນຕົວແທນຂອງພຣະບິດາຂອງເຮົາ. ເຈົ້າຄວນຮູ້ວ່າ ບໍ່ແມ່ນມີແຕ່ເຮົາ ທີ່ເຮັດພາລະກິດນີ້ດ້ວຍຕົນເອງ. ແຕ່ເຮົາເປັນຕົວແທນໃຫ້ແກ່ພຣະບິດາຂອງເຮົາ. ໃນຂະນະດຽວກັນ, ບົດບາດຂອງເຈົ້າແມ່ນການຕິດຕາມ, ເຊື່ອຟັງ, ປ່ຽນແປງ ແລະ ເປັນພະຍານຢ່າງເຄັ່ງຄັດ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈແມ່ນເຫດຜົນທີ່ພວກເຈົ້າຄວນເຊື່ອໃນຕົວເຮົາ. ນີ້ແມ່ນຄຳຖາມທີ່ສຳຄັນທີ່ສຸດ ສຳລັບພວກເຈົ້າແຕ່ລະຄົນ ທີ່ຈະຕ້ອງເຂົ້າໃຈ. ພຣະບິດາຂອງເຮົາ ໄດ້ກຳນົດຊາຕາຂອງພວກເຈົ້່າທັງໝົດໃຫ້ແກ່ເຮົາ ນັບແຕ່ເວລາທີ່ພຣະອົງຊົງສ້າງໂລກ ເພື່ອປະໂຫຍດໃນການສັນລະເສີນພຣະອົງ. ພຣະອົງໄດ້ກໍານົດຊາຕາກໍາຂອງພວກເຈົ້າລ່ວງໜ້າ ບໍ່ແມ່ນເພື່ອສິ່ງໃດ ນອກເໜືອຈາກເພື່ອປະໂຫຍດຂອງພາລະກິດຂອງເຮົາ ແລະ ເພື່ອປະໂຫຍດຂອງການສັນລະເສີນພຣະອົງ. ຍ້ອນພວກເຈົ້າເຊື່ອໃນພຣະບິດາຂອງເຮົາ; ຍ້ອນພຣະບິດາຂອງເຮົາໄດ້ກຳນົດຊາຕາກຳລ່ວງໜ້າໃຫ້ພວກເຈົ້າຕິດຕາມເຮົາ. ບໍ່ມີສິ່ງໃດທີ່ພວກເຈົ້າເລືອກເຮັດດ້ວຍຕົວເອງ. ສິ່ງທີ່ສຳຄັນໄປກວ່ານັ້ນ ແມ່ນພວກເຈົ້າຕ້ອງເຂົ້າໃຈວ່າ ພວກເຈົ້າແມ່ນສິ່ງທີ່່ພຣະບິດາຂອງເຮົາມອບໃຫ້ເຮົາ ເພື່ືອເປັນພະຍານໃຫ້ແກ່ເຮົາ. ຍ້ອນວ່າ ພຣະອົງໄດ້ມອບພວກເຈົ້າໃຫ້ແກ່ເຮົາ, ພວກເຈົ້າກໍ່ຄວນປະຕິບັດຕາມວິທີທີ່ເຮົາມອບໃຫ້ພວກເຈົ້າ ແລະ ຕາມເສັ້ນທາງ ແລະ ພຣະທໍາທີ່ເຮົາສອນໃຫ້ພວກເຈົ້າ ເພາະມັນແມ່ນໜ້າທີ່ຂອງພວກເຈົ້າ ທີ່ຈະຕ້ອງປະຕິບັດຕາມແນວທາງຂອງເຮົາ. ນີ້ຄືຈຸດປະສົງແທ້ຈິງໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາ. ສະນັ້ນ, ເຮົາຂໍເວົ້າກັບພວກເຈົ້າວ່າ ພວກເຈົ້າເປັນພຽງຄົນ ທີ່ພຣະບິດາຂອງເຮົາມອບໃຫ້ເຮົາ ເພື່ອໃຫ້ປະຕິບັດຕາມແນວທາງຂອງເຮົາ. ຢ່າງໃດກໍ່ຕາມ, ພວກເຈົ້າແມ່ນເຊື່ອໃນຕົວເຮົາເທົ່ານັ້ນ; ພວກເຈົ້າບໍ່ໄດ້ມາຈາກເຮົາຍ້ອນວ່າ ພວກເຈົ້າບໍ່ໄດ້ມາຈາກຄອບຄົວຊາວອິດສະຣາເອນ ແຕ່ພັດແມ່ນມາຈາກງູພິດຈາກຍຸກບູຮານ. ສິ່ງທີ່ເຮົາຂໍໃຫ້ພວກເຈົ້າເຮັດໃຫ້ ແມ່ນການເປັນພະຍານໃຫ້ເຮົາ ແຕ່ເວລານີ້ ພວກເຈົ້າຕ້ອງເຮັດຕາມວິທີທາງຂອງເຮົາ. ທັງໝົດນີ້ກໍ່ແມ່ນເພື່ອປະໂຫຍດຂອງການເປັນພະຍານໃນອະນາຄົດ. ຖ້າພວກເຮົາເຮັດໜ້າທີ່ເປັນພຽງແຕ່ຄົນທີ່ຮັບຟັງແນວທາງຂອງເຮົາເທົ່ານັ້ນ, ພວກເຈົ້າກໍ່ຈະບໍ່ມີຄຸນຄ່າ ແລະ ຄວາມສຳຄັນຈາກການທີ່ພຣະບິດາຂອງເຮົາໄດ້ມອບພວກເຈົ້າໃຫ້ແກ່ເຮົາກໍ່ຈະສູນເສຍໄປ. ສິ່ງທີ່ເຮົາຢືນຢັນຢາກບອກພວກເຈົ້າກໍ່ຄື: “ພວກເຈົ້າຄວນເດີນຕາມແນວທາງຂອງເຮົາ.”

ໝາຍເຫດ:

ກ. ຕົ້ນສະບັບໄດ້ກ່າວໄວ້ວ່າ “ເດັກນ້ອຍຫຼິ້ນຢູ່ຖະໜົນ.”

​ກ່ອນ​ນີ້ :ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບການອວຍພອນແມ່ນຫຍັງ?

ຕໍ່​ໄປ:ການເປັນມະນຸດແທ້ຈິງໝາຍເຖິງຫຍັງ

ເນື່ອຫາທີ່ກ່ຽວຂ້ອງ