​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບການອວຍພອນແມ່ນຫຍັງ?

ເຖິງແມ່ນວ່າບັນດາມະນຸດທີ່ເກີດມາໃນຍຸກນີ້ ຈະຖືກຄອບງຳໂດຍຄວາມເສື່ອມຊາມຂອງຊາຕານ ແລະ ຜີສາດຮ້າຍ, ແຕ່ພວກເຂົາກໍ່ໄດ້ຖືກນຳໄປສູ່ຄວາມລອດພົ້ນທີ່ຍິ່ງໃຫຍ່ ເນື່ອງຈາກຄວາມເສື່ອມຊາມນີ້; ຄວາມລອດພົ້ນນີ້ ແມ່ນຍິ່ງໃຫຍ່ເກີນກວ່າທີ່ມີສັດລ້ຽງເຕັມພູເຂົາ ແລະ ທົ່ງພຽງ ແລະ ຄວາມຮັ່ງມີຢ່າງຫຼວງຫຼາຍທີ່ໄດ້ຮັບໂດຍໂຢບ ແລະ ກໍ່ຍັງຍິ່ງໃຫຍ່ເກີນກວ່າພອນຂອງການໄດ້ພົບກັບພຣະເຢໂຮວາທີ່ໂຢບໄດ້ຮັບພາຍຫຼັງການທົດລອງ. ສິ່ງນີ້ໄດ້ເກີດຂື້ນພາຍຫລັງທີ່ໂຢບໄດ້ເຂົ້າສູ່ການທົດລອງຂອງຄວາມຕາຍ ເຊິ່ງລາວໄດ້ຍິນພຣະເຢໂຮວາກ່າວ ແລະ ໄດ້ຍິນສຽງຂອງພຣະອົງມາຕາມສາຍລົມ. ເຖິງຢ່າງໃດກໍຕາມ, ລາວບໍ່ໄດ້ເຫັນໃບໜ້າຂອງພຣະອົງ ແລະ ລາວກໍບໍ່ຮູ້ຈັກອຸປະນິໄສຂອງພຣະອົງ. ສິ່ງທີ່ໂຢບໄດ້ຮັບຄື ຄວາມຮັ່ງມີທາງວັດຖຸພຽງຢ່າງດຽວ ເຊິ່ງມັນເຮັດໃຫ້ໂຢບມີຄວາມສຸກທາງຫ່າງກາຍ ແລະ ມີລູກທີ່ງົດງາມທີ່ສຸດໃນທຸກເມືອງທີ່ອ້ອມຂ້າງ, ໂຢບທັງໄດ້ຮັບການປົກປ້ອງຈາກເຫຼົ່າທູດສະຫວັນເປັນຢ່າງດີ. ລາວບໍ່ເຄີຍເຫັນພຣະເຢໂຮວາ ແລະ ເຖິງແມ່ນວ່າລາວໄດ້ຖືກເອີ້ນວ່າເປັນຜູ້ຊອບທຳ, ລາວກໍບໍ່ເຄີຍຮູ້ຈັກອຸປະນິໄສຂອງພຣະເຢໂຮວາ. ເຖິງແມ່ນວ່າ ປະຊາຊົນທຸກມື້ນີ້ ແມ່ນທົນທຸກພຽງຊົ່ວຄາວໃນດ້ານຄວາມສຸກທາງວັດຖຸ ຫຼື ດຳລົງຊີວິດຢູ່ໃນສະພາບແວດລ້ອມພາຍນອກທີ່ບໍ່ເປັນມິດ, ແຕ່ເຮົາກໍໄດ້ເປີດເຜີຍອຸປະນິໄສຂອງເຮົາແລ້ວ ເຊິ່ງເຮົາບໍ່ເຄີຍສະແດງໃຫ້ມະນຸດຊາດຮູ້ໃນຍຸກທີ່ຜ່ານມາ ແລະ ມັນໄດ້ຖືກປິດເປັນຄວາມລັບມາຕະຫຼອດ, ລວມທັງຄວາມລຶກລັບຂອງເຮົາຕັ້ງແຕ່ກ່ອນຍຸກຕະການ ໃຫ້ກັບຜູ້ຄົນທີ່ຕໍ່າຕ້ອຍເຫຼົ່ານີ້ເຫັນ ແລະ ເປັນຜູ້ທີ່ເຮົາໄດ້ມອບຄວາມລອດພົ້ນອັນຍິ່ງໃຫຍ່ຂອງເຮົາໃຫ້. ຍິ່ງໄປກ່ວານັ້ນ, ນີ້ແມ່ນເທື່ອທຳອິດ ທີ່ເຮົາໄດ້ເປີດເຜີຍໃຫ້ແກ່ພວກເຂົາຮູ້. ເຮົາບໍ່ເຄີຍປະຕິບັດພາລະກິດນີ້ມາກ່ອນ. ເຖິງແມ່ນວ່າພວກເຈົ້າຈະຕໍ່າຕ້ອຍກວ່າໂຢບຫຼາຍ, ແຕ່ສິ່ງທີ່ພວກເຈົ້າໄດ້ຮັບ ແລະ ສິ່ງທີ່ພວກເຈົ້າໄດ້ເຫັນ ແມ່ນເໜືອກວ່າລາວຫຼາຍ. ເຖິງແມ່ນວ່າພວກເຈົ້າໄດ້ຜ່ານຄວາມທົນທຸກທໍລະມານທຸກຊະນິດ ແລະ ໄດ້ຮັບປະສົບການກັບຄວາມທໍລະມານທຸກຮູບແບບ, ແຕ່ຄວາມທໍລະມານນັ້ນ ບໍ່ໄດ້ຄືກັນກັບການທົດລອງຂອງໂຢບທັງໝົດ; ກົງກັນຂ້າມ, ມັນຄືການພິພາກສາ ແລະ ການຕີສອນ ທີ່ຄົນເຫຼົ່ານັ້ນໄດ້ຮັບ ຍ້ອນການທໍລະຍົດຂອງພວກເຂົາ, ຍ້ອນການຕໍ່ຕ້ານຂອງພວກເຂົາ ແລະ ຍ້ອນຈິດໃຈອັນຊອບທຳຂອງເຮົາ; ມັນເປັນການພິພາກສາ, ການຕີສອນ ແລະ ການສາບແຊ່ງທີ່ຊອບທຳ. ໂຢບໄດ້ເປັນບຸກຄົນທີ່ຊອບທຳຄົນໜຶ່ງ ທ່າມກາງຊາວອິດສະຣະເອນ ຜູ້ທີ່ໄດ້ຮັບຄວາມຮັກ ແລະ ຄວາມເມດຕາອັນຍິ່ງໃຫຍ່ຈາກພຣະເຢໂຮວາ. ລາວບໍ່ໄດ້ກະທຳສິ່ງທີ່ຊົ່ວຮ້າຍ ແລະ ລາວກໍ່ບໍ່ໄດ້ຕໍ່ຕ້ານພຣະເຢໂຮວາ; ກົງກັນຂ້າມ, ລາວເປັນຜູ້ທີ່ອຸທິດຕົນຢ່າງສັດຊື່ຕໍ່ພຣະເຢໂຮວາ. ຍ້ອນຄວາມຊອບທຳຂອງລາວ, ລາວຈຶ່ງຖືກທົດລອງ ແລະ ໄດ້ຜ່ານການທົດລອງຢ່າງຮ້າຍແຮງ ເພາະວ່າລາວໄດ້ເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຢໂຮວາ. ຄົນທຸກມື້ນີ້ ຕ້ອງໄດ້ຮັບການພິພາກສາ ແລະ ການສາບແຊ່ງຂອງເຮົາ ຍ້ອນຄວາມສົກກະປົກ ແລະ ຄວາມບໍ່ຊອບທຳຂອງພວກເຂົາ. ເຖິງແມ່ນວ່າຄວາມທົນທຸກຂອງພວກເຂົາບໍ່ມີຫຍັງຖ້າທຽບໃສ່ກັບສິ່ງທີ່ໂຢບໄດ້ປະສົບໃນຕອນທີ່ລາວໄດ້ສູນເສຍສັດລ້ຽງຂອງລາວ, ສູນເສຍຊັບສົມບັດ, ຂ້າໃຊ້, ລູກຫຼານ ແລະ ບັນດາຜູ້ທີ່ລາວຮັກທັງໝົດ, ສິ່ງທີ່ຜູ້ຄົນໃນປັດຈຸບັນທົນທຸກແມ່ນເປັນການຊໍາລະລ້າງ ແລະ ການເຜົາໄໝ້ທີ່ຮ້າຍແຮງ. ພ້ອມນີ້, ຮ້າຍແຮງໄປກວ່າສິ່ງທີ່ໂຢບໄດ້ປະສົບກໍຄືການທົດລອງດັ່ງກ່າວນີ້ບໍ່ມີການຍຸຍານ ຫຼື ຍົກເວັ້ນຍ້ອນຄວາມອ່ອນແອຂອງພວກເຂົາ; ກົງກັນຂ້າມ, ມັນເປັນການທົດລອງຢ່າງຍາວນານ ແລະ ສືບຕໍ່ຈົນເຖິງມື້ສຸດທ້າຍໃນຊີວິດຂອງພວກເຂົາ. ນີ້ຄືການລົງໂທດ, ການພິພາກສາ ແລະ ການສາບແຊ່ງ; ມັນເປັນການເຜົາໄໝ້ທີ່ໄຮ້ຄວາມປານີ ແລະ ຍິ່ງໄປກວ່ານັ້ນ, ມັນຍັງເປັນ “ມໍລະດົກ” ອັນຊອບທໍາຂອງມະນຸດຊາດ. ມັນເປັນສິ່ງທີ່ຄົນສົມຄວນໄດ້ຮັບ ແລະ ມັນກໍ່ເປັນບ່ອນທີ່ເຮົາສະແດງອອກອຸປະນິໄສອັນຊອບທໍາຂອງເຮົາ. ນີ້ຄືຄວາມຈິງທີ່ຄວນຮູ້. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ຄົນໄດ້ຮັບຢ່າງຫຼວງຫຼາຍ ແມ່ນເກີນກວ່າຄວາມທຸກທໍລະມານ ທີ່ພວກເຂົາທົນທຸກໃນປັດຈຸບັນ. ຄວາມທໍລະມານທີ່ພວກເຈົ້າທົນທຸກແມ່ນເປັນພຽງຄວາມຍາກລໍາບາກທີ່ເກີດຈາກຄວາມໂງ່ຈ້າຂອງພວກເຈົ້າເທົ່ານັ້ນ, ແຕ່ວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນ ຍິ່ງໃຫຍ່ກວ່າຄວາມທຸກທໍລະມານຂອງພວກເຈົ້າເປັນຮ້ອຍເທົ່າ. ອີງຕາມພຣະບັນຍັດຂອງອິດສະຣະເອນໃນພັນທະສັນຍາເດີມນັ້ນ, ທຸກຄົນທີ່ຕໍ່ຕ້ານເຮົາ, ທຸກຄົນທີ່ຕັດສິນເຮົາຢ່າງເປີດເຜີຍ ແລະ ທຸກຄົນທີ່ບໍ່ປະຕິບັດຕາມທາງຂອງເຮົາ, ກ້າຖວາຍເຄື່ອງບູຊາທີ່ໝິ່ນປະໝາດເຮົາຈະຖືກທຳລາຍຢ່າງແນ່ນອນ ໂດຍໄຟໃນວິຫານ ຫຼື ຖືກແກວ່ງກ້ອນຫີນໃສ່ຈົນຕາຍໂດຍຄົນທີ່ຖືກເລືອກຂອງເຮົາ ແລະ ແມ່ນແຕ່ບັນດາລູກຫຼານເຜົ່າພັນ ແລະ ຍາດຕິພີ່ນ້ອງຂອງພວກເຂົາເອງ ກໍຈະທົນທຸກທໍລະມານຈາກການສາບແຊ່ງຂອງເຮົາ. ຊີວິດໃນອະນາຄົດຂອງພວກເຂົາກໍຈະບໍ່ເປັນອິດສະລະ, ແຕ່ຈະເປັນທາດຂອງຂ້າທາດຂອງເຮົາ ແລະ ເຮົາຈະຂັບໄລ່ພວກເຂົາໄປຢູ່ນອກປະເທດ ໄປຢູ່ກັບຊາວຕ່າງຊາດ ແລະ ພວກເຂົາຈະບໍ່ສາມາດກັບຄືນມາບ້ານເກີດເມືອງນອນຂອງຕົນເອງໄດ້ອີກ. ອີງຕາມການກະທຳ ແລະ ຄວາມປະພຶດຂອງຄົນໃນທຸກມື້ນີ້, ຄວາມທົນທຸກທໍລະມານຂອງພວກເຂົາຍັງບໍ່ຮ້າຍແຮງເທົ່າກັບການລົງໂທດທີ່ຊາວອິດສະຣະເອນໄດ້ຮັບ. ການເວົ້້າວ່າ ສິ່ງທີ່ພວກເຈົ້າກຳລັງທົນທຸກທໍລະມານໃນປັດຈຸບັນນີ້ແມ່ນເກີດຈາກຜົນການກະທໍາຂອງພວກເຈົ້າເອງນັ້ນ ແມ່ນຖືກຕ້ອງ ແລະ ນີ້ເປັນເພາະວ່າພວກເຈົ້າເຮັດເກີນໄປແທ້ໆ. ຖ້າຫາກພວກເຈົ້າຢູ່ໃນປະເທດອິດສະຣະເອນ, ພວກເຈົ້າຈະກາຍເປັນຄົນບາບຊົ່ວນິລັນດອນ ແລະ ພວກເຈົ້າຈະຖືກສັບເປັນຕ່ອນໆໂດຍຊາວອິດສະຣະເອນແຕ່ດົນແລ້ວ ລວມທັງຖືກເຜົາດ້ວຍໄຟຈາກສະຫວັນໃນວິຫານຂອງພຣະເຢໂຮວາ ແລະ ສິ່ງທີ່ພວກເຈົ້າໄດ້ຮັບໃນປັດຈຸບັນນີ້ແມ່ນຫຍັງ? ແມ່ນຫຍັງທີ່ພວກເຈົ້າໄດ້ຮັບ ແລະ ແມ່ນຫຍັງທີ່ພວກເຈົ້າໄດ້ຊື່ນຊົມ? ເຮົາໄດ້ເປີດເຜີຍອຸປະນິໄສອັນຊອບທຳຂອງເຮົາໃນຕົວພວກເຈົ້າແລ້ວ, ແຕ່ສິ່ງທີ່ສຳຄັນທີ່ສຸດກໍ່ຄື ເຮົາໄດ້ເປີດເຜີຍຄວາມອົດທົນຂອງເຮົາສຳລັບການໄຖ່ບາບມະນຸດຊາດ. ສາມາດກ່າວໄດ້ວ່າ ພາລະກິດດຽວທີ່ເຮົາໄດ້ປະຕິບັດໃນຕົວພວກເຈົ້າກໍຄືພາລະກິດແຫ່ງຄວາມອົດທົນ, ນັ້ນກໍຄືປະຕິບັດເພື່ອປະໂຫຍດໃນການຄຸ້ມຄອງຂອງເຮົາ; ຍິ່ງໄປກວ່ານັ້ນ, ແມ່ນປະຕິບັດເພື່ອຄວາມສຸກຂອງມວນມະນຸດຊາດ.

ເຖິງແມ່ນວ່າໂຢບໄດ້ຜ່ານການທົດລອງຕ່າງໆນາໆຈາກພຣະເຢໂຮວາ, ແຕ່ລາວກໍເປັນພຽງແຕ່ຜູ້ມີຄວາມຊອບທຳຄົນໜຶ່ງທີ່ນະມັດສະການພຣະເຢໂຮວາ. ເຖິງຈະຜ່ານການທົດລອງເຫຼົ່ານີ້, ແຕ່ລາວກໍບໍ່ໄດ້ຕໍ່ວ່າພຣະເຢໂຮວາ ແລະ ລາວປິຕິຍິນດີທີ່ໄດ້ພົບກັບພຣະອົງ. ບໍ່ພຽງແຕ່ຄົນໃນທຸກມື້ນີ້ ທີ່ບໍ່ຊື່ນຊົມຍິນດີກັບການປາກົດຕົວຂອງພຣະເຢໂຮວາ, ແຕ່ພວກເຂົາກັບປະຕິເສດ, ກຽດຊັງ, ຕໍ່ວ່າ ແລະ ເຍາະເຍີ້ຍຮູບລັກຊະນະຂອງພຣະອົງ. ພວກເຈົ້າບໍ່ໄດ້ຮັບຫຼາຍເກີນໄປບໍ່? ຄວາມທຸກທໍລະມານຂອງພວກເຈົ້າຍິ່ງໃຫຍ່ຫລາຍແທ້ບໍ? ພວກເຈົ້າບໍ່ໄດ້ໂຊກດີຫຼາຍກວ່າມາລີ ແລະ ເຈມບໍ? ການຕໍ່ຕ້ານຂອງພວກເຈົ້າເລັກນ້ອຍແທ້ບໍ? ມັນເປັນໄປໄດ້ບໍ່ວ່າ ສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ ແລະ ສິ່ງທີ່ເຮົາຂໍຮ້ອງຈາກພວກເຈົ້າ ແມ່ນຍິ່ງໃຫຍ່ ແລະ ຫຼາຍເກີນໄປ? ຄວາມໂກດຮ້າຍຂອງເຮົາປ່ອຍໃສ່ຊາວອິດສະຣະເອນເຫຼົ່ານັ້ນທີ່ໄດ້ຕໍ່ຕ້ານເຮົາ, ບໍ່ແມ່ນປ່ອຍໃສ່ພວກເຈົ້າໂດຍກົງ ແລະ ສິ່ງທີ່ພວກເຈົ້າໄດ້ຮັບ ແມ່ນພຽງແຕ່ການພິພາກສາໄຮ້ຄວາມປານີ ແລະ ການເປີດເຜີຍຂອງເຮົາເທົ່ານັ້ນ, ລວມທັງການຊໍາລະລ້າງຢ່າງຮ້າຍແຮງແບບບໍ່ຍອມອ່ອນຂໍ້. ເຖິງຂະໜາດນັ້ນ, ຄົນທັງຫຼາຍກໍ່ຍັງສືບຕໍ່ໃນການຕໍ່ຕ້ານ ແລະ ບໍ່ເຫັນດີກັບເຮົາ ໂດຍບໍ່ມີການອ່ອນນ້ອມແມ່ນແຕ່ໜ້ອຍດຽວ. ມີບາງຄົນທີ່ຕີໂຕຫ່າງຈາກເຮົາ ແລະ ປະຕິເສດເຮົາ; ຄົນເຫຼົ່ານີ້ບໍ່ດີໄປກວ່າກຸ່ມກໍຣາ ແລະ ດາທານຜູ້ທີ່ຕໍ່ຕ້ານໂມເຊ. ໃຈຂອງຄົນແຂັງກະດ້າງເກີນໄປ ແລະ ທຳມະຊາດຂອງພວກເຂົາດື້ດ້ານເກີນໄປ. ພວກເຂົາບໍ່ມີວັນທີ່ຈະປ່ຽນແປງເສັ້ນທາງເກົ່າຂອງພວກເຂົາໄດ້. ພວກເຂົາເປັນເໝືອນໂສເພນີທີ່ນອນເປືອຍກາຍໃນເວລາກາງເວັນ ໂດຍການຟັງເທດສະໜາ ແລະ ການກ່າວພຣະທຳຂອງເຮົາ ແມ່ນຍາກເຫຼືອເກີນສໍາລັບພວກເຂົາ ຈົນວ່າພຣະທໍາເຫຼົ່ານັ້ນກາຍເປັນສິ່ງທີ່ “ຫຍາບຄາຍຕໍ່ຫູ,” ຂອງພວກເຂົາ ທີ່ມັນສະແດງເຖິງທາດແທ້ຂອງພວກເຂົາຢ່າງເປີດເຜີຍ. ຢ່າງໃດກໍ່ຕາມ, ພວກເຂົາກໍພຽງແຕ່ງຶກຫົວ, ຫຼັ່ງນ້ຳຕາໜ້ອຍໜຶ່ງ ແລະ ບັງຄັບຕົວເອງໃຫ້ຮູ້ສຶກໂສກເສົ້າໜ້ອຍໜຶ່ງ. ເມື່ອສິ່ງນີ້ໄດ້ຜ່ານໄປແລ້ວ, ພວກເຂົາກໍ່ໂຫດຮ້າຍຄືກັນກັບລາຊາສັດປ່າເທິງພູເຂົາ ແລະ ພວກເຂົາກໍບໍ່ຮັບຮູ້ຫຍັງທັງນັ້ນ. ຜູ້ຄົນທີ່ມີນິໄສແບບນີ້ຈະສາມາດຮູ້ໄດ້ແນວໃດວ່າ ພວກເຂົາມີຄວາມໂຊກດີຫຼາຍກວ່າໂຢບຕັ້ງຮ້ອຍເທົ່າ? ພວກເຂົາຈະສາມາດຄົ້ນພົບໄດ້ແນວໃດວ່າ ສິ່ງທີ່ພວກເຂົາຊື່ນຊົມນັ້ນຄືການອວຍພອນທີ່ບໍ່ຄ່ອຍເຫັນມາກ່ອນໃນຍຸກສະໄໝຜ່ານມາ ແລະ ເປັນສິ່ງທີ່ບໍ່ມີຜູ້ໃດເຄີຍຊື່ນຊົມມາກ່ອນ? ຈິດສຳນຶກຂອງຄົນຈະສາມາດຮູ້ສຶກສຳພັດກັບການອວຍພອນແບບນີ້ທີ່ມາພ້ອມກັບການລົງໂທດໄດ້ແນວໃດ? ເວົ້າຢ່າງກົ່ງໄປກົງມາ, ທັງໝົດທີ່ເຮົາຕ້ອງການຈາກພວກເຈົ້າ ແມ່ນເພື່ອໃຫ້ພວກເຈົ້າສາມາດເປັນຕົ້ນແບບສຳລັບພາລະກິດຂອງເຮົາ ແລະ ເປັນພະຍານສຳລັບອຸປະນິໄສທັງໝົດຂອງເຮົາ ແລະ ກິດຈະການຂອງເຮົາທັງໝົດ ແລະ ເພື່ອໃຫ້ພວກເຈົ້າອາດຖືກປົດປ່ອຍເປັນອິດສະລະຈາກການຄວບຄຸມຂອງຊາຕານ. ເຖິງຢ່າງໃດກໍ່ຕາມ, ພາລະກິດຂອງເຮົາແມ່ນຈະຖືກມະນຸດປະຕິເສດ ແລະ ຕັ້ງຕົນເປັນສັດຕູກັບເຮົາຢ່າງຈົງໃຈສະເໝີ. ແລ້ວຈະບໍ່ໃຫ້ເຮົານຳເອົາກົດບັນຍັດຂອງອິດສະຣະເອນກັບຄືນມາໃຊ້ ແລະ ນຳເອົາຄວາມໂກດຮ້າຍມາສູ່ຜູ້ຄົນເຫຼົ່ານັ້ນຄືກັບທີ່ເຮົາໄດ້ນຳມາສູ່ອິດສະຣະເອນໄດ້ແນວໃດ? ເຖິງແມ່ນວ່າມີຫຼາຍຄົນໃນພວກເຈົ້າ ທີ່ເປັນຜູ້ “ເຊື່ອຟັງ ແລະ ຍອມອ່ອນນ້ອມ” ຕໍ່ເຮົາ, ແຕ່ກໍຍັງມີອີກຫຼາຍຄົນທີ່ເປັນຄືກຸ່ມຕະກູນຄໍຣາທີ່ກ່າວມາແລ້ວນັ້ນ. ເມື່ອເຮົາໄດ້ບັນລຸຄວາມສະຫງ່າລາສີຂອງເຮົາຢ່າງບໍລິບູນແລ້ວ, ເຮົາຈະໃຊ້ໄຟຈາກສະຫວັນເຜົາພວກເຂົາໃຫ້ເປັນເທົ່າຖ່ານ. ພວກເຈົ້າຄວນຮູ້ໄວ້ວ່າ ເຮົາຈະບໍ່ຕີສອນຄົນດ້ວຍຄຳເວົ້າຂອງເຮົາອີກຕໍ່ໄປ; ກົງກັນຂ້າມ, ກ່ອນການປະຕິບັດພາລະກິດຂອງອິດສະຣະເອນ, ເຮົາຈະເຜົາ “ກຸ່ມຄໍຣາ” ຜູ້ທີ່ຕໍ່ຕ້ານເຮົາ ແລະ ເປັນຜູ້ທີ່ເຮົາໄດ້ປ່ອຍປະດົນແລ້ວ. ມະນຸດຊາດຈະບໍ່ມີໂອກາດໄດ້ຊື່ນຊົມເຮົາອີກຕໍ່ໄປ, ແຕ່ສິ່ງດຽວທີ່ພວກເຂົາຈະເຫັນແມ່ນຈະເປັນຄວາມໂກດຮ້າຍຂອງເຮົາ ແລະ ແປວໄຟຂອງເຮົາຈາກສະຫວັນ. ເຮົາຈະເປີດເຜີຍຜົນໄດ້ຮັບທີ່ຫຼາກຫຼາຍຂອງຄົນທຸກປະເພດ ແລະ ເຮົາຈະແບ່ງພວກເຂົາທັງໝົດອອກເປັນໝວດໝູ່. ເຮົາຈະຈົດບັນທຶກທຸກການກະທຳທີ່ດື້ດ້ານຂອງພວກເຂົາ ແລະ ຈາກນັ້ນກໍຈະຈົບສິ້ນພາລະກິດຂອງເຮົາ, ເພື່ອວ່າຜົນການກະທຳຂອງພວກເຂົາຈະຖືກກຳນົດຕາມຄຳຕັດສິນຂອງເຮົາ ໃນເວລາທີ່ຢູ່ເທິງແຜ່ນດິນໂລກ ລວມທັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເຮົາ. ເມື່ອເວລານັ້ນມາເຖິງ, ຈະບໍ່ມີສິ່ງໃດທີ່ສາມາດປ່ຽນແປງຜົນກໍາຂອງພວກເຂົາໄດ້. ຄົນທັງຫຼາຍຈົ່ງເປີດເຜີຍຜົນການກະທໍາຂອງຕົນເອງ! ຫລັງຈາກນັ້ນເຮົາຈະມອບຜົນການກະທໍາຂອງຄົນເຫຼົ່ານັ້ນໃຫ້ກັບພຣະບິດາຂອງເຮົາເທິງສະຫວັນ.

​ກ່ອນ​ນີ້ :ຜູ້ຄົນທີ່ຖືກເລືອກໃນປະເທດຈີນບໍ່ສາມາດເປັນຕົວແທນຊົນເຜົ່າໃດໃນປະເທດອິດສະຣາເອນ

ຕໍ່​ໄປ:ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແນ່?

ເນື່ອຫາທີ່ກ່ຽວຂ້ອງ