ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ເຈົ້າຕ້ອງການເຫັນພຣະເຢຊູບໍ່? ເຈົ້າຕ້ອງການດຳລົງຊີວິດຮ່ວມກັບພຣະເຢຊູບໍ່? ເຈົ້າຕ້ອງການໄດ້ຍິນພຣະທຳທີ່ພຣະເຢຊູກ່າວບໍ່? ຖ້າຕ້ອງການ ແລ້ວເຈົ້າຈະຕ້ອນຮັບການກັບມາຂອງພຣະເຢຊູໄດ້ແນວໃດ? ເຈົ້າກຽມພ້ອມຢ່າງຄົບຖ້ວນແລ້ວບໍ່? ເຈົ້າຈະຕ້ອນຮັບການກັບມາຂອງພຣະເຢຊູໃນລັກສະນະໃດ? ເຮົາຄິດວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ເດີນຕາມພຣະເຢຊູຈະໃຫ້ການຕ້ອນຮັບພຣະອົງຢ່າງດີ. ແຕ່ພວກເຈົ້າເຄີຍພິຈາລະນາເລື່ອງນີ້ບໍ່: ເມື່ອພຣະອົງກັບມາ ພວກເຈົ້າຈະຮູ້ຈັກພຣະເຢຊູຢ່າງແທ້ຈິງບໍ່? ພວກເຈົ້າຈະເຂົ້າໃຈທຸກສິ່ງທີ່ພຣະອົງກ່າວຢ່າງແທ້ຈິງບໍ່? ເຈົ້າຈະຍອມຮັບພາລະກິດທັງໝົດທີ່ພຣະອົງປະຕິບັດໂດຍບໍ່ມີເງື່ອນໄຂຢ່າງແທ້ຈິງບໍ່? ຄົນເຫຼົ່ານັ້ນທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກເຖິງການກັບມາຂອງພຣະເຢຊູ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ອ່ານພຣະຄຳພີຢ່າງຕັ້ງອົກຕັ້ງໃຈກໍລໍຖ້າການມາຂອງພຣະອົງ. ພວກເຈົ້າຕັ້ງໃຈໃສ່ໃນການມາເຖິງຂອງຊ່ວງເວລານັ້ນ ແລະ ຄວາມສັດຊື່ຂອງພວກເຈົ້າເປັນຕາສັນລະເສີນ, ຄວາມເຊື່ອຂອງພວກເຈົ້າເປັນຕາອິດສາແທ້ໆ, ແຕ່ເຈົ້າຮູ້ບໍ່ວ່າ ພວກເຈົ້າໄດ້ເຮັດຜິດພາດຢ່າງຮ້າຍແຮງ? ພຣະເຢຊູຈະກັບມາໃນລັກສະນະໃດ? ພວກເຈົ້າເຊື່ອວ່າ ພຣະເຢຊູຈະກັບມາເທິງເມກສີຂາວ ແຕ່ເຮົາຖາມເຈົ້າວ່າ: ເມກສີຂາວນີ້ໝາຍເຖິງຫຍັງ? ມີຜູ້ຕິດຕາມພຣະເຢຊູຫຼາຍຄົນທີ່ກຳລັງລໍຖ້າການກັບມາຂອງພຣະອົງ, ພຣະອົງຈະລົງມາທ່າມກາງຄົນກຸ່ມໃດ? ຖ້າພວກເຈົ້າແມ່ນກຸ່ມທຳອິດທີ່ພຣະເຢຊູຈະລົງມາຫາ ຄົນອື່ນຈະບໍ່ເບິ່ງສິ່ງນີ້ເປັນສິ່ງທີ່ບໍ່ຍຸຕິທຳຢ່າງແຮງບໍ່? ເຮົາຮູ້ວ່າ ພວກເຈົ້າມີຄວາມຈິງໃຈ ແລະ ຄວາມສັດຊື່ທີ່ຍິ່ງໃຫຍ່ໃຫ້ກັບພຣະເຢຊູ ແຕ່ພວກເຈົ້າເຄີຍພົບພຣະເຢຊູບໍ່? ພວກເຈົ້າຮູ້ຈັກຈິດໃຈຂອງພຣະອົງບໍ່? ພວກເຈົ້າເຄີຍດຳລົງຊີວິດຮ່ວມກັບພຣະອົງບໍ່? ພວກເຈົ້າຮູ້ຈັກພຣະອົງແທ້ໆຫຼາຍສໍ່າໃດ? ບາງຄົນຈະເວົ້າວ່າ ຄຳເວົ້າເຫຼົ່ານີ້ເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການລຳບາກທີ່ຕອບຍາກ. ພວກເຂົາຈະເວົ້າວ່າ “ຂ້ານ້ອຍໄດ້ອ່ານພຣະຄຳພີຕັ້ງແຕ່ຕົ້ນຈົນຈົບເປັນເວລາຫຼາຍຄັ້ງ. ຂ້ານ້ອຍຈະບໍ່ຮູ້ຈັກພຣະເຢຊູໄດ້ແນວໃດ? ບໍ່ແມ່ນພຽງແຕ່ຈິດໃຈຂອງພຣະເຢຊູ, ຂ້ານ້ອຍຮູ້ຈັກແມ່ນແຕ່ສີຂອງເສື້ອຜ້າທີ່ພຣະອົງມັກນຸ່ງ. ພຣະອົງບໍ່ໄດ້ດູຖູກຂ້ານ້ອຍບໍ ເມື່ອພຣະອົງເວົ້າວ່າຂ້ານ້ອຍບໍ່ເຂົ້າໃຈພຣະອົງ?” ເຮົາແນະນໍາໃຫ້ເຈົ້າບໍ່ໂຕ້ຖຽງບັນຫາເຫຼົ່ານີ້; ໃຈເຢັນໄວ້ກ່ອນຈະດີກວ່າ ແລະ ຈົ່ງມາສົນທະນາກັນກ່ຽວກັບຄຳຖາມດັ່ງຕໍ່ໄປນີ້: ໜຶ່ງ, ເຈົ້າຮູ້ຈັກບໍ່ວ່າ ແມ່ນຫຍັງຄືຄວາມເປັນຈິງ ແລະ ແມ່ນຫຍັງຄືທິດສະດີ? ສອງ, ເຈົ້າຮູ້ຈັກບໍ່ວ່າ ແນວຄິດແມ່ນຫຍັງ ແລະ ຄວາມຈິງແມ່ນຫຍັງ? ສາມ, ເຈົ້າຮູ້ຈັກບໍ່ວ່າ ແມ່ນຫຍັງຄືສິ່ງທີ່ຈິນຕະນາການ ແລະ ແມ່ນຫຍັງຄືສິ່ງທີ່ເປັນຈິງ?

ບາງຄົນປະຕິເສດຄວາມຈິງທີ່ບອກວ່າ ພວກເຂົາບໍ່ເຂົ້າໃຈພຣະເຢຊູ. ແຕ່ເຮົາເວົ້າວ່າ ພວກເຈົ້າບໍ່ເຂົ້າໃຈພຣະອົງແມ່ນແຕ່ສິ່ງທີ່ເລັກນ້ອຍທີ່ສຸດ ແລະ ບໍ່ເຂົ້າໃຈຂໍ້ພຣະທໍາແມ່ນແຕ່ຂໍ້ດຽວຂອງພຣະເຢຊູ. ນີ້ເປັນຍ້ອນວ່າ ພວກເຈົ້າແຕ່ລະຄົນຕິດຕາມພຣະອົງ ຍ້ອນພຣະຄຳພີ ແລະ ຍ້ອນສິ່ງທີ່ຄົນອື່ນເວົ້າ. ພວກເຈົ້າບໍ່ເຄີຍເຫັນພຣະເຢຊູ ຢ່າວ່າແຕ່ດຳລົງຊີວິດຮ່ວມກັບພຣະອົງເລີຍ ແລະ ພວກເຈົ້າບໍ່ເຄີຍແມ່ນແຕ່ຢູ່ຮ່ວມກັບພຣະອົງໃນເວລາໄລຍະສັ້ນ. ເມື່ອເປັນດັ່ງນັ້ນ ສິ່ງທີ່ພວກເຈົ້າເຂົ້າໃຈກ່ຽວກັບພຣະເຢຊູບໍ່ມີຫຍັງເລີຍ ແຕ່ເປັນພຽງທິດສະດີບໍ່ແມ່ນບໍ? ບໍ່ແມ່ນມັນປາສະຈາກຄວາມເປັນຈິງບໍ? ບາງເທື່ອ ບາງຄົນເຄີຍເຫັນພາບວາດຂອງພຣະເຢຊູ ຫຼື ບາງຄົນເຄີຍຢ້ຽມຢາມເຮືອນຂອງພຣະເຢຊູເປັນການສ່ວນຕົວ. ບາງເທື່ອ ບາງຄົນໄດ້ຈັບຕ້ອງເສື້ອຜ້າຂອງພຣະເຢຊູ, ແຕ່ ເຖິງວ່າເຈົ້າຈະໄດ້ຊີມອາຫານທີ່ພຣະເຢຊູໄດ້ຮັບປະທານເປັນການສ່ວນຕົວກໍຕາມ, ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບພຣະອົງກໍຍັງເປັນພຽງທິດສະດີ ແລະ ບໍ່ແມ່ນຄວາມເປັນຈິງ. ບໍ່ວ່າຈະເປັນກໍລະນີໃດກໍຕາມ ເຈົ້າບໍ່ເຄີຍເຫັນພຣະເຢຊູ ແລະ ຢູ່ຮ່ວມກັບພຣະອົງໃນເວລາທີ່ພຣະອົງຢູ່ໃນຮ່າງຂອງມະນຸດ ແລະ ດ້ວຍເຫດນັ້ນ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບພຣະເຢຊູກໍຈະເປັນທິດສະດີວ່າງເປົ່າສະເໝີ ເຊິ່ງປາສະຈາກຄວາມເປັນຈິງ. ບາງເທື່ອ ຄຳເວົ້າຂອງເຮົາເຮັດໃຫ້ເຈົ້າສົນໃຈພຽງແຕ່ເລັກນ້ອຍ ແຕ່ເຮົາຖາມເຈົ້າສິ່ງນີ້: ເຖິງເຈົ້າອາດໄດ້ອ່ານໜັງສືຫຼາຍເຫຼັ້ມທີ່ຂຽນໂດຍນັກປະພັນທີ່ເຈົ້າເຄົາລົບທີ່ສຸດ ເຈົ້າສາມາດເຂົ້າໃຈລາວຢ່າງເຕັມທີ່ ໂດຍບໍ່ຕ້ອງໃຊ້ເວລາຢູ່ກັບລາວບໍ່? ເຈົ້າຮູ້ບໍ່ວ່າ ບຸກຄະລິກຂອງລາວເປັນແນວໃດ? ເຈົ້າຮູ້ບໍ່ວ່າ ລາວມີຊີວິດແບບໃດ? ເຈົ້າຮູ້ກ່ຽວກັບພາວະທາງອາລົມຂອງລາວບໍ່? ເຈົ້າຍັງບໍ່ສາມາດເຂົ້າໃຈມະນຸດທີ່ເຈົ້ານັບຖືຢ່າງແທ້ຈິງ ແລ້ວເຈົ້າຈະສາມາດເຂົ້າໃຈພຣະເຢຊູຄຣິດໄດ້ແນວໃດ? ທຸກສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບພຣະເຢຊູແມ່ນເຕັມໄປດ້ວຍຈິນຕະນາການ ແລະ ແນວຄິດ ແລະ ບໍ່ມີຄວາມຈິງ ຫຼື ຄວາມເປັນຈິງເລີຍ. ມັນມີກິ່ນເໝັນ ແລະ ເຕັມໄປດ້ວຍເນື້ອໜັງ. ຄວາມເຂົ້າໃຈດັ່ງກ່າວຈະເຮັດໃຫ້ເຈົ້າຕ້ອນຮັບການກັບມາຂອງພຣະເຢຊູໄດ້ແນວໃດ? ພຣະເຢຊູຈະບໍ່ຮັບຄົນເຫຼົ່ານັ້ນທີ່ເຕັມໄປດ້ວຍຄວາມເພີ້ຝັນ ແລະ ແນວຄິດແຫ່ງເນື້ອໜັງ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຢຊູຈະເໝາະແກ່ການເປັນຜູ້ເຊື່ອຂອງພຣະອົງໄດ້ແນວໃດ?

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາຣີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ແກ່ນແທ້ຂອງພວກຟາຣີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ແລ້ວຍ້ອນວ່າພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ, ພວກເຂົາຈຶ່ງຜິດພາດໃນການຍຶດຕິດກັບນາມມະຍົດທີ່ທຳມະດາຂອງພຣະເມຊີອາ ໃນຂະນະທີ່ກຳລັງຕໍ່ຕ້ານແກ່ນແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ແກ່ນແທ້ຂອງພວກຟາຣີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມເຊື່ອນີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອໜ່າຍບໍ? ເຮົາຂໍຖາມພວກເຈົ້າອີກວ່າ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາຣີຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ທຸກຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າຜະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍ່ກ່າວຄຳສາລະພາບຂອງເຈົ້າຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ມັນເປັນທຳມະຊາດຄວາມອວດດີຂອງເຈົ້າບໍທີ່ບໍເຊື່ອຟັງຄວາມຈິງໃດໆ?

ຄວາມຈົງຮັກພັກດີຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ, ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ເຊິ່ງບໍ່ເປັນໄປຕາມຄວາມຄິດຂອງເຈົ້າເອງ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າສຳລັບພຣະເຈົ້າແມ່ນຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຍ້ອນໝາຍສໍາຄັນກໍ່ເປັນປະເພດຄົນທີ່ຈະຖືກທຳລາຍ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດກໍ່ເປັນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງພຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ເປີດເຜີຍຫົນທາງທີ່ແທ້ຈິງ ແລະ ຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເສື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທຸກຄົນຄວນເປັນຄົນທີ່ມີຈິດສຳນຶກ ແລະ ເປັນຄົນຍອມຮັບຄວາມຈິງ. ບາງເທື່ອ ເມື່ອໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ເມື່ອໄດ້ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10.000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10.000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ພວກເຈົ້າຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ເຈົ້າຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ບໍ່ໄດ້ຮັບພອນຢ່າງພຽງພໍເພື່ອກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າຟ້າວໃຈຮ້ອນ ແລະ ຫຸນຫັນ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເຫັນແກ່ຜົນປະໂຫຍດຂອງຈຸດໝາຍປາຍທາງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຄວາມຄາດຫວັງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຊີວິດຂອງເຈົ້າ ແລະ ຢ່າຫຼິ້ນຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?

ກ່ອນນີ້: ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ຕໍ່ໄປ: ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້