ເພງຄຣິດສະຕຽນ “ສະຖານະ ແລະ ຕົວຕົນຂອງພຣະເຈົ້າເອງ”

16 ເດືອນມີນາ 2022

ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ.

ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ

ພຣະອົງປົກຄອງທຸກສິ່ງທີ່ມີ ແລະ ພຣະອົງສະໜອງໃຫ້ທຸກສິ່ງທີ່ມີ.

ນັ້ນຄືສະຖານະພາບຂອງພຣະເຈົ້າ ແລະ ຄືຕົວຕົນຂອງພຣະອົງ.

ສຳລັບທຸກສິ່ງ ແລະ ທັງໝົດທີ່ເປັນ

ພ້ອມທັງຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນພຣະຜູ້ຊົງສ້າງ

ແລະ ຜູ້ປົກຄອງການຊົງສ້າງທັງມວນ.

ນັ້ນຄືຕົວຕົນຂອງພຣະເຈົ້າ

ແລະ ພຣະອົງເປັນເອກະລັກທ່າມກາງທຸກສິ່ງ.

ບໍ່ມີສິ່ງໃດໃນສິ່ງຊົງສ້າງຂອງພຣະເຈົ້າ

ບໍ່ວ່າພວກເຂົາຈະຢູ່ທ່າມກາງມະນຸດຊາດ ຫຼື

ໃນໂລກຝ່າຍວິນຍານສາມາດໃຊ້ວິທີການ

ຫຼື ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ

ແລະ ສະຖານະພາບຂອງພຣະເຈົ້າໄດ້

ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ

ແລະ ສະຖານະພາບຂອງພຣະເຈົ້າໄດ້

ຍ້ອນວ່າ ທ່າມກາງທຸກສິ່ງ

ມີພຽງພຣະອົງທີ່ມີຕົວຕົນນີ້ ທີ່ມີ ອຳນາດ

ສິດອຳນາດ ແລະ ຄວາມສາມາດເພື່ອປົກຄອງເໜືອການຊົງສ້າງ

ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ

ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ.

ພຣະອົງອາໄສຢູ່ ແລະ ເຄື່ອນໄຫວທ່າມກາງທຸກສິ່ງ

ພຣະອົງສາມາດຂຶ້ນໄປຍັງສະຖານທີ່ທີ່ສູງທີ່ສຸດ, ເໜືອທຸກສິ່ງ.

ພຣະອົງສາມາດຖ່ອມຕົວພຣະອົງເອງໂດຍການກາຍເປັນມະນຸດ

ກາຍເປັນໜຶ່ງໃນບັນດາຜູ້ທີ່ມີເລືອດ ແລະ ເນື້ອ

ມາຢູ່ຕໍ່ໜ້າຜູ້ຄົນ ແລະ ຮ່ວມສຸກຮ່ວມທຸກກັບພວກເຂົາ

ໃນຂະນະດຽວກັນ ພຣະອົງຊົງບັນຊາທຸກສິ່ງທີ່ມີຢູ່

ກຳນົດໂຊກຊະຕາຂອງທຸກສິ່ງທີ່ມີຢູ່

ແລະ ໃນທິດທາງໃດທີ່ພວກມັນທັງໝົດເຄື່ອນໄປ.

ຍິ່ງໄປກວ່ານັ້ນ, ພຣະອົງຊົງນຳ

ທາງໂຊກຊະຕາຂອງມະນຸດຊາດທັງມວນ

ແລະ ຊີ້ນຳທິດທາງຂອງມວນມະນຸດ.

ພຣະເຈົ້າແບບນີ້ຄວນໄດ້ຮັບການນະມັດສະການ

ເຊື່ອຟັງ ແລະ ຮູ້ຈັກໂດຍທຸກສິ່ງທີ່ມີຊີວິດ.

ສະນັ້ນ, ບໍ່ວ່າເຈົ້າຈະຢູ່ໃນກຸ່ມ ຫຼື ປະເພດໃດທ່າມກາງມະນຸດຊາດ

ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ

ການໃຫ້ຄວາມເຄົາລົບແກ່ພຣະເຈົ້າ

ການຍອມຮັບການປົກຄອງຂອງພຣະອົງ

ແລະ ການຍອມຮັບການຈັດແຈງຂອງພຣະອົງ

ສຳລັບໂຊກຊະຕາຂອງເຈົ້າແມ່ນທາງເລືອກດຽວ

ເປັນທາງເລືອກທີ່ຈຳເປັນສຳລັບທຸກຄົນ ແລະ ທຸກສິ່ງ

ເປັນທາງເລືອກທີ່ຈຳເປັນສຳລັບທຸກຄົນ ແລະ ທຸກສິ່ງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ