ເພງຄຣິດສະຕຽນ “ຜົນທີ່ຕາມມາຂອງການທີ່ມະນຸດຊາດສູນເສຍການຊີ້ນຳຂອງພຣະເຈົ້າ”

16 ເດືອນມີນາ 2022

ຈາກຕອນທີ່ມະນຸດໄດ້ມີວິທະຍາສາດສັງຄົມເປັນຄັ້ງທໍາອິດ

ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້.

ແລ້ວວິທະຍາສາດ ແລະ ຄວາມຮູ້ກາຍມາ

ເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ

ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບ

ໃຫ້ມະນຸດນະມັດສະການພຣະເຈົ້າ

ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າ

ດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ.

ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງ

ຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ.

ໂລກໃນຫົວໃຈຂອງມະນຸດເຊິ່ງປາສະ

ຈາກພື້ນທີ່ໃຫ້ກັບພຣະເຈົ້າເປັນໂລກທີ່ມືດ

ວ່າງເປົ່າໂດຍປາສະຈາກຄວາມຫວັງ.

ແລ້ວດ້ວຍເຫດນັ້ນ ຈຶ່ງໄດ້ເກີດມີນັກວິທະຍາ

ສາດສັງຄົມຫຼາຍຄົນ, ນັກປະຫວັດສາດ

ແລະ ນັກການເມືອງເພື່ອອະທິບາຍ

ທິດສະດີແຫ່ງວິທະຍາສາດສັງຄົມ

ທິດສະດີແຫ່ງການວິວັດທະນາການ

ແລະ ທິດສະດີອື່ນໆທີ່ລະເມີດຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ

ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ.

ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ

ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງຫຼາຍຂຶ້ນ.

ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່

ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ

ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາ

ເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ.

ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ

ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ

ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່

ແລະ ມີອຳນາດເໜືອທຸກສິ່ງ.

ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ

ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ.

ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ

ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ...

ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ

ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ທີ່ໃດ

ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ

ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ.

ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດ

ໜ້ອຍລົງທີ່ຈະຍຶດຕິດກັບຄວາມປາຖະໜາຂອງມະນຸດ

ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ

ການດຳລົງຊີວິດແບບນີ້ໃນໂລກ

ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ຈາກໄປ.

ແມ່ນແຕ່ຄົນໃນປະເທດທີ່ເຄີຍມີ

ຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ.

ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ

ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ

ຈະພະຍາຍາມຄົ້ນຄິດຢ່າງໜັກ

ເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ

ມັນກໍບໍ່ມີປະໂຫຍດຫຍັງ.

ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າໃນຫົວໃຈຂອງມະນຸດໄດ້

ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າໃນຫົວໃຈຂອງມະນຸດໄດ້

ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້

ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດ

ໃຫ້ເປັນອິດສະຫຼະຈາກຄວາມວ່າງເປົ່າທີ່ເຂົາທົນທຸກຢູ່.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ