ເພງຄຣິດສະຕຽນ “ຕົວຕົນຂອງພຣະຄຣິດແມ່ນພຣະເຈົ້າເອງ”

28 ເດືອນຕຸລາ 2021

ພວກເຮົາເຊີນຊວນໃຫ້ທ່ານເຂົ້າຊົມເວບໄຊ້ຂອງພວກເຮົາ ບ່ອນທີ່ທ່ານສາມາດອ່ານພຣະຄຳເພີ່ມຕື່ມຂອງພຣະເຈົ້າໄດ້.:https://lo.kingdomsalvation.org/books.html

ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ

ພຣະອົງຈຶ່ງປະຕິບັດພາລະກິດ

ໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ

ຍ້ອນພຣະອົງມາບັງເກີດເປັນມະນຸດ

ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງ

ຄວນປະຕິບັດໂດຍຜ່ານເນື້ອໜັງ.

ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ

ທັງສອງກໍເປັນພຣະເຈົ້າເອງ

ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ

ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.

ບໍ່ວ່າພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ

ພຣະອົງຈະບໍ່ກະທຳໃນທ່າທາງທີ່ບໍ່ເຊື່ອຟັງພຣະເຈົ້າ.

ບໍ່ວ່າພຣະອົງຮຽກຮ້ອງຫຍັງຈາກມະນຸດ

ບໍ່ມີການຮຽກຮ້ອງໃດທີ່ ເໜືອໄປກວ່າສິ່ງທີ່ມະນຸດເຮັດໄດ້.

ທຸກສິ່ງທີ່ພຣະອົງກະທຳແມ່ນການປະຕິບັດ

ຕາມຄວາມປະສົງຂອງພຣະເຈົ້າ

ແລະ ເພື່ອເຫັນແກ່ຜົນປະໂຫຍດ

ແຫ່ງການຄຸ້ມຄອງຂອງພຣະອົງ.

ຄວາມເປັນພຣະເຈົ້າຂອງພຣະຄຣິດຢູ່ເໜືອມະນຸດທຸກຄົນ

ດ້ວຍເຫດນີ້ ພຣະອົງຈຶ່ງມີສິດອຳນາດສູງສຸດ

ເໜືອສິ່ງມີຊີວິດທີ່ຖືກສ້າງທັງໝົດ.

ສິດອຳນາດນີ້ແມ່ນຄວາມເປັນພຣະເຈົ້າຂອງພຣະອົງ

ນັ້ນກໍຄື ອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າເອງ

ເຊິ່ງກຳນົດຕົວຕົນຂອງພຣະອົງ.

ດ້ວຍເຫດນີ້ ບໍ່ວ່າຄວາມເປັນມະນຸດ

ຂອງພຣະອົງຈະທຳມະດາພຽງໃດ

ກໍບໍ່ສາມາດປະຕິເສດໄດ້ວ່າ

ພຣະອົງມີຕົວຕົນຂອງພຣະເຈົ້າເອງ

ບໍ່ວ່າພຣະອົງກ່າວຈາກຈຸດຢືນໃດກໍຕາມ

ແລະ ພຣະອົງເຊື່ອຟັງຄວາມປະສົງ

ຂອງພຣະເຈົ້າແນວໃດກໍຕາມ

ບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ