ຜູ້ຄົນທີ່ຖືກເລືອກໃນປະເທດຈີນບໍ່ສາມາດເປັນຕົວແທນຊົນເຜົ່າໃດໃນປະເທດອິດສະຣາເອນ
ຄົວເຮືອນຂອງເດວິດຄືຄອບຄົວດັ່ງເດີມທີ່ຮັບພັນທະສັນຍາ ແລະ ມໍລະດົກຂອງພຣະເຢໂຮວາ. ໃນຕອນດັ່ງເດີມ ພວກເຂົາແມ່ນໜຶ່ງໃນບັນດາຊົນເຜົ່າຂອງອິດສະຣາເອນທີ່ໄດ້ຖືກເລືອກ. ໃນເວລານັ້ນ ພຣະເຢໂຮວາໄດ້ຕັ້ງກົດບັນຍັດສຳລັບຊາວອິດສະຣາເອນວ່າ ຊາວຢິວທຸກຄົນທີ່ຢູ່ໃນຄົວເຮືອນຂອງເດວິດ, ທຸກຄົນທີ່ເກີດໃນຄົວເຮືອນນັ້ນຈະໄດ້ຮັບມໍລະດົກຂອງພຣະອົງ. ພວກເຂົາຈະໄດ້ຮັບເປັນຮ້ອຍເທົ່າ ແລະ ໄດ້ຮັບສະຖານະເປັນລູກຊາຍກົກ. ໃນເວລານັ້ນ ພວກເຂົາເປັນກຸ່ມຄົນທີ່ສູງສົ່ງທີ່ສຸດທ່າມກາງຊາວອິດສະຣາເອນທັງໝົດ ນັ້ນກໍຄື ພວກເຂົາມີຕໍາແໜ່ງສູງສຸດທ່າມກາງປະຊາຊົນທັງໝົດຂອງອິດສະຣາເອນ ແລະ ພວກເຂົາໄດ້ຮັບໃຊ້ພຣະເຢໂຮວາໃນພຣະວິຫານໂດຍກົງ ໂດຍນຸ່ງເສື້ອຄຸມ ແລະ ໃສ່ມົງກຸດຂອງປະໂລຫິດ. ໃນເວລານັ້ນ, ພຣະເຢໂຮວາເອີ້ນພວກເຂົາວ່າ ເປັນຄົນຮັບໃຊ້ທີ່ຊື່ສັດ ແລະ ໃຈບຸນ ແລະ ພວກເຂົາກໍໄດ້ຮັບຄວາມນັບຖືຈາກຊົນເຜົ່າຕ່າງໆໃນອິດສະຣາເອນ. ສະນັ້ນ, ໃນເວລານັ້ນ ພວກເຂົາທຸກຄົນຖືກກ່າວເຖິງໃນຖານະເປັນເຈົ້ານາຍ, ທຸກສິ່ງທັງໝົດນີ້ກໍແມ່ນພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ. ໃນປັດຈຸບັນ ພວກເຂົາຍັງຮັບໃຊ້ພຣະເຢໂຮວາໃນລັກສະນະແບບນີ້ໃນພຣະວິຫານຢູ່, ສະນັ້ນພວກເຂົາຈຶ່ງເປັນກະສັດທີ່ພຣະເຢໂຮວາແຕ່ງຕັ້ງສະເໝີມາ. ບໍ່ມີໃຜທີ່ສາມາດເອົາມົງກຸດຂອງພວກເຂົາໄປໄດ້ ແລະ ບໍ່ມີໃຜທີ່ສາມາດປ່ຽນແປງການຮັບໃຊ້ຂອງພວກເຂົາ ເພາະພວກເຂົາຄືຄົວເຮືອນຂອງເດວິດຕັ້ງແຕ່ຕົ້ນມາ; ນີ້ຄືສິ່ງທີ່ພຣະເຢໂຮວາມອບໃຫ້ກັບພວກເຂົາ. ເຫດຜົນທີ່ພວກເຈົ້າບໍ່ໄດ້ເປັນໜຶ່ງໃນຄົວເຮືອນຂອງເດວິດກໍຍ້ອນວ່າ ພວກເຈົ້າບໍ່ໄດ້ມາຈາກອິດສະຣາເອນ ແຕ່ພວກເຈົ້າເປັນຄອບຄົວຊາວຕ່າງຊາດທີ່ຢູ່ນອກອິດສະຣາເອນ. ອີກຢ່າງ ທຳມະຊາດຂອງພວກເຈົ້າບໍ່ແມ່ນການນະມັດສະການພຣະເຢໂຮວາ ແຕ່ເປັນການຕໍ່ຕ້ານພຣະອົງ ສະນັ້ນພວກເຈົ້າບໍ່ມີຖານະຄືກັບຄົນທີ່ມາຈາກຄົວເຮືອນຂອງເດວິດ ແລະ ພວກເຈົ້າບໍ່ແມ່ນໜຶ່ງໃນກຸ່ມຄົນທີ່ຈະໄດ້ຮັບມໍລະດົກຂອງເຮົາ. ໂດຍສະເພາະແລ້ວ ພວກເຈົ້າບໍ່ແມ່ນຄົນທີ່ຈະໄດ້ຮັບພອນຈາກເຮົາເປັນຮ້ອຍເທົ່າ.
ໃນອິດສະຣາເອນເວລານັ້ນ, ໄດ້ມີຫຼາຍຄົວເຮືອນທີ່ແຕກຕ່າງກັນ ແລະ ຫຼາຍຊົນເຜົ່າທີ່ແຕກຕ່າງກັນ, ແຕ່ພວກເຂົາທັງໝົດກໍເປັນຄົນທີ່ຖືກເລືອກ. ເຖິງຢ່າງໃດກໍຕາມ, ສິ່ງທີ່ແຕກຕ່າງຈາກປະເທດອື່ນກໍຄື ໃນອິດສະຣາເອນນັ້ນ ຜູ້ຄົນຖືກຈັດແບ່ງອອກເປັນຊົນເຜົ່າ, ຕໍາແໜ່ງຂອງພວກເຂົາຢູ່ຕໍ່ໜ້າພຣະເຢໂຮວາກໍແຕກຕ່າງກັນ ແລະ ຂອບເຂດຂອງແຕ່ລະຄົນກໍຖືກວາງອອກຕາມເຜົ່າທີ່ແຕກຕ່າງກັນ. ນອກຈາກໃນອິດສະຣາເອນແລ້ວ ຜູ້ຄົນໃນປະເທດອື່ນບໍ່ສາມາດກ່າວເຖິງຕົນເອງວ່າ ເປັນຄົວເຮືອນຂອງເດວິດ, ຢາໂຄບ ຫຼື ໂມເຊໄດ້. ເພາະວ່າ ສິ່ງນີ້ຂັດກັບຄວາມຈິງ ນັ້ນກໍຄື ຊົນເຜົ່າແຫ່ງອິດສະຣາເອນບໍ່ສາມາດຖືກອ້າງຢ່າງຜິດໆໃນປະເທດອື່ນໄດ້. ຜູ້ຄົນໃຊ້ຊື່ເດວິດ, ອັບຣາຮາມ, ເອຊາວ ແລະ ອື່ນໆຢ່າງຜິດຢູ່ເລື້ອຍໆ ຫຼື ພວກເຂົາເວົ້າວ່າ “ບັດນີ້ ພວກເຮົາໄດ້ຍອມຮັບເອົາພຣະເຈົ້າແລ້ວ ສະນັ້ນພວກເຮົາກໍເປັນຄົນໃນຄົວເຮືອນຢາໂຄບ”. ການເວົ້າສິ່ງເຫຼົ່ານີ້ບໍ່ໄດ້ມີຄວາມໝາຍຫຍັງເລີຍ ນອກຈາກການໃຊ້ເຫດຜົນທີ່ບໍ່ມີຫຼັກຖານຂອງມະນຸດ ແລະ ບໍ່ໄດ້ມາຈາກພຣະເຢໂຮວາໂດຍກົງ ຫຼື ບໍ່ໄດ້ມາຈາກແນວຄິດຂອງເຮົາ. ມັນເປັນເລື່ອງໄຮ້ສາລະຂອງມະນຸດເອງແທ້ໆ! ເໝືອນກັບຜູ້ກ່າວຄຳປາໄສທີ່ເລົ່າເລື່ອງອັນເຫຼືອເຊື່ອ, ຜູ້ຄົນຄິດໄປເອງໂດຍບໍ່ມີເຫດຜົນວ່າຕົນເອງ ເປັນເຊື້ອສາຍຂອງເດວິດ ຫຼື ເປັນສ່ວນໜຶ່ງໃນຄອບຄົວຂອງຢາໂຄບ ແລະ ພວກເຂົາຍັງເຊື່ອວ່າ ພວກເຂົາເໝາະສົມກັບສິ່ງນັ້ນ. ຜູ້ຄົນບໍ່ຮູ້ບໍວ່າ ຄົນທີ່ມາຈາກຄົວເຮືອນຂອງເດວິດແມ່ນໄດ້ຮັບການແຕ່ງຕັ້ງຈາກພຣະເຢໂຮວາເປັນເວລາດົນນານມາແລ້ວ ແລະ ບໍ່ແມ່ນເດວິດທີ່ແຕ່ງຕັ້ງເພິ່ນເອງໃຫ້ເປັນກະສັດ? ເຖິງຢ່າງໃດກໍຕາມ, ມີຫຼາຍຄົນທີ່ອ້າງຕົວເອງໂດຍບໍ່ມີຢາງອາຍວ່າ ເປັນເຊື້ອສາຍທີ່ມາຈາກຕະກຸນເດວິດ, ຜູ້ຄົນຊ່າງໂງ່ຈ້າແທ້ເດ! ຄວາມຈິງກໍຄື ເລື່ອງຂອງອິດສະຣາເອນບໍ່ມີສ່ວນກ່ຽວຂ້ອງຫຍັງກັບຕ່າງຊາດ ນັ້ນກໍຄື ພວກມັນແມ່ນສອງສິ່ງທີ່ແຕກຕ່າງກັນ ແລະ ບໍ່ກ່ຽວຂ້ອງກັນໂດຍສິ້ນເຊີງ. ເລື່ອງຂອງອິດສະຣາເອນແມ່ນເວົ້າເຖິງປະຊາຊົນອິດສະຣາເອນ, ຕ່າງຊາດແມ່ນບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍ ແລະ ພາລະກິດທີ່ດຳເນີນທ່າມກາງຕ່າງຊາດໃນປັດຈຸບັນກໍບໍ່ກ່ຽວຂ້ອງຫຍັງກັບປະຊາຊົນຂອງອິດສະຣາເອນ. ສິ່ງທີ່ເຮົາກ່າວກ່ຽວກັບຕ່າງຊາດແມ່ນສະແດງເຖິງສິ່ງທີ່ເຮົາກຳລັງກ່າວໃນປັດຈຸບັນ ແລະ ພາລະກິດທີ່ດຳເນີນໃນອິດສະຣາເອນຈະບໍ່ມີທາງສາມາດ “ບົ່ງບອກລ່ວງໜ້າ” ເຖິງພາລະກິດທ່າມກາງຕ່າງຊາດໄດ້. ນັ້ນຈະບໍ່ສະແດງວ່າພຣະເຈົ້າຫົວບູຮານເກີນໄປບໍ? ມີພຽງແຕ່ເມື່ອພາລະກິດເລີ່ມຕົ້ນແຜ່ຂະຫຍາຍໃນທ່າມກາງຕ່າງຊາດເທົ່ານັ້ນ ສິ່ງທີ່ເວົ້າກ່ຽວກັບພວກເຂົາ ຫຼື ຜົນໄດ້ຮັບຂອງພວກເຂົາຈຶ່ງຈະຖືກເປີດເຜີຍອອກໄດ້, ສະນັ້ນ ຄຳເວົ້າຂອງຜູ້ຄົນກ່ຽວກັບອະດີດທີ່ວ່າ “ພວກເຮົາເປັນເຊື້ອສາຍຂອງເດວິດ” ຫຼື “ພຣະເຢຊູເປັນບຸດຊາຍຂອງເດວິດ” ກໍຍິ່ງເປັນການເວົ້າທີ່ເປັນຕາຢາກຫົວຫຼາຍທີ່ສຸດ. ພາລະກິດຂອງເຮົາໄດ້ຖືກຈັດແບ່ງອອກເປັນປະເພດໃຜມັນແລ້ວ. ເຮົາຈະບໍ່ກ່າວວ່າ ກວາງເປັນມ້າ; ກົງກັນຂ້າມ, ພາລະກິດແມ່ນແຕກຕ່າງກັນຕາມເຫດການຂອງມັນເອງ.