I ພຣະທຳກ່ຽວກັບພາລະກິດສາມຂັ້ນຕອນຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ

1. ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ (ເຊິ່ງເປັນຍຸກທຳອິດ), ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປ ກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ປົກຄອງທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕ່ຳສຸດຂອງຄວາມຕ່ຳ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້, ມວນມະນຸດຊາດທີ່ຂາດສະຕິປັນຍາຈະສາມາດເປັນພະຍານໃຫ້ເຮົາວ່າມັນບໍ່ແມ່ນເຮົາເປັນຜູ້ເຮັດໃຫ້ມວນມະນຸດເສື່ອມໂຊມ ແລະ ມີພຽງແຕ່ເຮົາ ນັ້ນກໍຄື ພຣະຜູ້ສ້າງໂລກສາມາດຊ່ວຍມວນມະນຸດຊາດໃຫ້ພົ້ນໄດ້, ສາມາດສະໜອງສັບພະສິ່ງໃຫ້ມວນມະນຸດ ເພື່ອໃຫ້ເກີດຄວາມສຸກແກ່ພວກເຂົາ; ແລະ ພວກເຂົາຈະຮັບຮູ້ວ່າ ເຮົາເປັນຜູ້ປົກຄອງທຸກສິ່ງ ແລະ ຊາຕານເປັນພຽງແຕ່ຫນຶ່ງໃນຊີວິດທີ່ເຮົາສ້າງຂຶ້ນ ເຊິ່ງຕໍ່ມາມັນຫັນມາຕໍ່ຕ້ານເຮົາ. ແຜນການຄຸ້ມຄອງຫົກພັນປີຂອງເຮົາຖືກແບ່ງອອກເປັນສາມໄລຍະ ເພື່ອບັນລຸຜົນຮັບ ດັ່ງຕໍ່ໄປນີ້: ເພື່ອເຮັດໃຫ້ການສ້າງຂອງເຮົາກາຍເປັນພະຍານຝ່າຍເຮົາ, ເພື່ອໃຫ້ພວກເຂົາເຂົ້າໃຈຄວາມປະສົງຂອງເຮົາ ແລະ ຮູ້ວ່າເຮົາຄືຄວາມຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ

2. ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນ ເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ມະນຸດຊາດໄດ້ມາເຖິງຈຸດສິ້ນສຸດຂອງການເດີນທາງຂອງເຂົາແລ້ວ. ຖ້າປາດສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ. “ການຄຸ້ມຄອງມະນຸດຊາດ” ບໍ່ໄດ້ໝາຍເຖິງການນໍາພາຊີວິດຂອງມະນຸດຊາດທີ່ຫາກໍຖືກສ້າງຂຶ້ນໃໝ່ເທິງແຜ່ນດິນໂລກ (ເຊິ່ງເວົ້າໄດ້ວ່າ ມະນຸດຊາດທີ່ຍັງບໍ່ໄດ້ເສື່ອມຊາມເທື່ອ). ກົງກັນຂ້າມ, ມັນເປັນຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ເຊິ່ງເວົ້າໄດ້ວ່າ ມັນເປັນການປ່ຽນແປງມະນຸດຊາດທີ່ເສື່ອມຊາມ. ນີ້ຄືຄວາມໝາຍຂອງການຄຸ້ມຄອງມະນຸດ. ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍບໍ່ໄດ້ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ພຽງແຕ່ລວມເຖິງພາລະກິດສາມຂັ້ນຕອນທີ່ແຕກຕ່າງຈາກການສ້າງໂລກ. ເພື່ອທີ່ຈະເຂົ້າໃຈພາລະກິດແຫ່ງການຄຸ້ມຄອງມະນຸດຊາດ, ມັນຈຳເປັນທີ່ຈະຕ້ອງຮັບຮູ້ກ່ຽວກັບປະຫວັດສາດຂອງພາລະກິດສາມຂັ້ນຕອນ ເຊິ່ງນີ້ກໍຄືສິ່ງທີ່ທຸກຄົນຕ້ອງຮັບຮູ້ເພື່ອຈະໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນ. ໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ, ພວກເຈົ້າຄວນຮັບຮູ້ວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນຮັບຮູ້ເຖິງແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ກໍຄວນຮັບຮູ້ເຖິງຂະບວນການແຫ່ງຄວາມລອດພົ້ນຂອງມະນຸດ. ຖ້າພວກເຈົ້າພຽງແຕ່ຮູ້ວິທີການປະຕິບັດໂດຍອີງຕາມຫຼັກການ ເພື່ອຮັບຄວາມກະລຸນາຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກແມ່ນແຕ່ໜ້ອຍດຽວວ່າ ພຣະເຈົ້າຊ່ວຍຊີວິດມະນຸດຊາດແນວໃດ ຫຼື ແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລ້ວນີ້ກໍຄືສິ່ງທີ່ພວກເຈົ້າຂາດໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ. ເຈົ້າບໍ່ຄວນພຽງແຕ່ພໍໃຈກັບການເຂົ້າໃຈຄວາມຈິງເຫຼົ່ານັ້ນ ເຊິ່ງເປັນສິ່ງທີ່ເຈົ້າສາມາດນໍາເຂົ້າສູ່ການປະຕິບັດຕົວຈິງໄດ້ ໃນຂະນະທີ່ເມີນເສີຍຕໍ່ຂອບເຂດຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າທີ່ກວ້າງຂຶ້ນ ເຊິ່ງຖ້າມັນເປັນແນວນີ້ ເຈົ້າກໍຈະຄິດວ່າຕົນເອງຖືກຕະຫຼອດເວລາ. ພາລະກິດສາມຂັ້ນຕອນແມ່ນເບື້ອງໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ, ການກໍາເນີດພຣະກິດຕິຄຸນທົ່ວຈັກກະວານ, ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ ແລະ ຍັງເປັນພື້ນຖານຂອງການເຜີຍແຜ່ຂ່າວປະເສີດ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມເຂົ້າໃຈຄວາມຈິງເລັກນ້ອຍທີ່ກ່ຽວຂ້ອງກັບຊີວິດຂອງເຈົ້າ ແລະ ບໍ່ຮູ້ກ່ຽວກັບສິ່ງນີ້, ບັນດາຄວາມລຶກລັບ ແລະ ນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລ້ວຊີວິດຂອງເຈົ້າຈະບໍ່ຄືກັບຜົນຜະລິດທີ່ບໍ່ສົມບູນບໍ ເຊິ່ງບໍ່ມີຫຍັງດີເລີຍ ນອກຈາກໄດ້ແຕ່ເບິ່ງ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

3. ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນກ່ອນການເອົາຊະນະຊາຕານຄັ້ງດຽວ ແລະ ສໍາລັບທຸກຄົນ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ. ຄວາມຈິງກໍຄື ການຕໍ່ສູ້ກັບຊາຕານບໍ່ແມ່ນການໃຊ້ອາວຸດສູ້ຮົບກັບຊາຕານ ແຕ່ເປັນຄວາມລອດພົ້ນຂອງມະນຸດ, ການປະຕິບັດພາລະກິດເພື່ອຊີວິດຂອງມະນຸດ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ເພື່ອມະນຸດຈະໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ແມ່ນວິທີເອົາຊະນະຊາຕານ. ຊາຕານຜ່າຍແພ້ຍ້ອນການປ່ຽນແປງຈິດໃຈອັນເສື່ອມຊາມຂອງມະນຸດ. ເມື່ອຊາຕານໄດ້ຖືກເອົາຊະນະ ເຊິ່ງນັ້ນກໍຄື ເມື່ອມະນຸດໄດ້ລອດພົ້ນຢ່າງສົມບູນ ແລ້ວເມື່ອນັ້ນຊາຕານທີ່ອັບອາຍໃຈກໍຈະຖືກຜູກມັດໄວ້ຢ່າງສົມບູນ ແລະ ດ້ວຍວິທີນີ້ ມະນຸດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສະນັ້ນ ທາດແທ້ຂອງຄວາມລອດພົ້ນຂອງມະນຸດກໍຄື ການເຮັດສົງຄາມກັບຊາຕານ ແລະ ໂດຍສ່ວນໃຫຍ່ແລ້ວ ສົງຄາມນີ້ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

4. ຈຸດປະສົງຂອງພາລະກິດສາມຂັ້ນຕອນແມ່ນຄວາມລອດພົ້ນຂອງບັນດາມວນມະນຸດ ເຊິ່ງໝາຍເຖິງການໄຖ່ບາຍທີ່ສົມບູນຂອງມະນຸດຈາກອຳນາດຂອງຊາຕານ. ເຖິງແມ່ນວ່າ ແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນແມ່ນມີຈຸດປະສົງ ແລະ ຄວາມສຳຄັນທີ່ແຕກຕ່າງກັນ ແຕ່ວ່າແຕ່ລະຂັ້ນຕອນກໍເປັນສ່ວນໜຶ່ງຂອງພາລະກິດແຫ່ງການໄຖ່ມະນຸດ ແລະ ແຕກຕ່າງຈາກພາລະກິດແຫ່ງຄວາມລອດພົ້ນທີ່ຖືກນໍາໄປປະຕິບັດໂດຍອີງຕາມຄວາມຕ້ອງການຂອງມະນຸດຊາດ. ເມື່ອເຈົ້າຮູ້ກ່ຽວກັບຈຸດປະສົງຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ເຈົ້າກໍຈະມີສະຕິເພື່ອເຂົ້າໃຈເຖິງຄວາມສຳຄັນຂອງແຕ່ລະຂັ້ນຕອນຂອງພາລະກິດ ແລະ ຈະຮັບຮູ້ວີທີການປະຕິບັດ ເພື່ອເປັນທີ່ພໍໃຈຂອງຄວາມຕ້ອງການຂອງພຣະເຈົ້າ. ຖ້າເຈົ້າສາມາດມາຮອດຈຸດນີ້ໄດ້, ສິ່ງນີ້ ເຊິ່ງກໍຄືນິມິດທີ່ຍິ່ງໃຫຍ່ທີ່ສຸດກໍຈະກາຍເປັນພື້ນຖານຂອງຄວາມເຊື່ອຂອງເຈົ້າທີ່ມີຄໍ່ພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

5. ສິ່ງອັນສຳຄັນຂອງສາມຂັ້ນຕອນຂອງພາລະກິດເຫຼົ່ານີ້ແມ່ນການໄຖ່ບາບໃຫ້ມະນຸດ, ເຊັ່ນ: ການເຮັດໃຫ້ສັບພະສິ່ງທັງປວງບູຊາພຣະຜູ້ເປັນເຈົ້າຜູ້ເຮັດການເນລະມິດສ້າງ. ສະນັ້ນ, ທຸກຂັ້ນຕອນຂອງພາລະກິດດັ່ງກ່າວນີ້ຈິ່ງມີຄວາມໝາຍສຳຄັນຫຼາຍ; ພຣະເຈົ້າຈະບໍ່ເຮັດໃນສິ່ງທີ່ທີ່ບໍ່ມີຄວາມໝາຍ ຫຼື ບໍ່ມີຄຸນຄ່າຢ່າງເດັດຂາດ. ໃນທາງກົງກັນຂ້າມ, ຂັ້ນຕອນພາລະກິດນີ້ປະກອບດ້ວຍການເປີດຍຸກໃໝ່ ແລະ ການສິ້ນສຸດສອງຍຸກທີ່ຜ່ານມາ; ໃນອີກດ້ານໜຶ່ງ ກໍປະກອບດ້ວຍການລົບລ້າງຄວາມເຊື່ອຂອງມະນຸດ ແລະ ລົບລ້າງຄວາມເຊື່ອ ແລະ ຄວາມເຂົ້າໃຈດັ່ງເດີມຂອງມະນຸດທັງໝົດ. ພາລະກິດຂອງສອງຂັ້ນຕອນໃນເມື່ອກ່ອນແມ່ນຖືກດຳເນີນໂດຍອີງຕາມຄວາມເຊື່ອຂອງມະນຸດໃນຍຸກນັ້ນ. ຢ່າງໃດກໍຕາມ, ຂັ້ນຕອນນີ້ແມ່ນເພື່ອລົບລ້າງຄວາມເຊື່ອຂອງມະນຸດໃຫ້ໝົດສິ້ນ ເພື່ອເອົາຊະນະໃຈຂອງມະນຸດຊາດທັງໝົດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ

6. ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ເປັນພາລະກິດຂອງພຣະວິນຍານອົງດຽວທັງໝົດ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລິ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ບັດນີ້, ມັນຈໍາປັນສໍາລັບເຈົ້າທີ່ຕ້ອງເຂົ້າໃຈວ່າພາລະກິດທັງໝົດຕັ້ງແຕ່ຂັ້ນຕອນທຳອິດຈົນເຖິງປັດຈຸບັນແມ່ນພາລະກິດຂອງພຣະເຈົ້າອົງດຽວ, ເປັນພາລະກິດຂອງພຣະວິນຍານອົງດຽວ. ເລື່ອງນີ້ບໍ່ຈຳເປັນຕ້ອງສົງໄສ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

7. ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້-ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

8. ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນບໍ່ສາມາດຮັບຮູ້ວ່າ ພຣະເຈົ້າສຳແດງອຸປະນິໄສຂອງພຣະອົງແນວໃດ ຫຼື ພວກເຂົາບໍ່ຮູ້ເຖິງສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ ແລະ ພວກເຂົາກໍຍັງເມີນເສີຍຕໍ່ຫຼາຍໆວິທີທີ່ພຣະອົງຊ່ວຍຊີວິດຂອງມະນຸດຊາດ ແລະ ຄວາມປະສົງຂອງພຣະອົງສຳລັບບັນດາມວນມະນຸດຊາດ. ພາລະກິດສາມຂັ້ນຕອນແມ່ນການສຳແດງທີ່ສົມບູນຂອງພາລະກິດແຫ່ງການໄຖ່ມະນຸດຊາດ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຈະເມີນເສີຍຕໍ່ວິທີການ ແລະ ຫຼັກການຫຼາຍຢ່າງຂອງພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານັ້ນທີ່ພຽງແຕ່ຍຶດຕິດຢ່າງໜຽວແໜ້ນກັບຫຼັກການທີ່ຄົງມາຈາກຂັ້ນຕອນໜຶ່ງຂອງພາລະກິດແມ່ນຄົນທີ່ຈຳກັດພຣະເຈົ້າໃຫ້ຢູ່ໃນຫຼັກການ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍເລື່ອນລອຍ ແລະ ບໍ່ແນ່ນອນ. ຄົນດັ່ງກ່າວຈະບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຈັກເທື່ອ. ມີພຽງແຕ່ພາລະກິດສາມຂັ້ນຕອນຂອງພຣະເຈົ້າທີ່ສາມາດສຳແດງຄວາມສົມບູນຂອງອຸປະນິໄສຂອງພຣະເຈົ້າແທ້ໆ ແລະ ສຳແດງຄວາມປະສົງຂອງພຣະເຈົ້າໃນການໄຖ່ບັນດາມວນມະນຸດຊາດຢ່າງສົມບູນ ແລະ ຂະບວນການທັງໝົດຂອງຄວາມລອດພົ້ນຂອງມະນຸດ. ນີ້ຄືຫຼັກຖານທີ່ພິສູດວ່າ ພຣະອົງໄດ້ເອົາຊະນະຊາຕານ ແລະ ໄດ້ຮັບເອົາມະນຸດຊາດ, ມັນແມ່ນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ ແລະ ແມ່ນການສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເຂົ້າໃຈພຽງແຕ່ໜຶ່ງຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າພຽງແຕ່ຮູ້ຈັກສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ໃນແນວຄວາມຄິດຂອງມະນຸດ, ມັນງ່າຍທີ່ຈະໃຫ້ຂັ້ນຕອນອັນດຽວຂອງພາລະກິດນີ້ກາຍມາເປັນຫຼັກການ, ມັນມີຄວາມເປັນໄປໄດ້ວ່າ ມະນຸດຈະສ້າງຕັ້ງກົດລະບຽບກ່ຽວກັບພຣະເຈົ້າ ແລະ ມະນຸດແມ່ນນໍາໃຊ້ອຸປະນິໄສພຽງສ່ວນໜຶ່ງຂອງພຣະເຈົ້າເພື່ອໃຫ້ເປັນຕົວແທນອຸປະນິໄສທັງໝົດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຈິນຕະນາການສ່ວນຫຼາຍຂອງມະນຸດກໍປະສົມຢູ່ໃນນັ້ນ ໂດຍທີ່ເຂົາຈຳກັດອຸປະນິໄສ, ຄວາມເປັນຢູ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງຫຼັກການພາລະກິດຂອງພຣະເຈົ້າໃຫ້ຢູ່ພາຍໃນຂອບເຂດທີ່ຈຳກັດ ໂດຍເຊື່ອວ່າ ຖ້າພຣະເຈົ້າເຄີຍເປັນແບບນີ້ ແລ້ວພຣະອົງກໍຈະຄົງເປັນຢູ່ຄືເກົ່າຕະຫຼອດເວລາ ແລະ ຈະບໍ່ປ່ຽນແປງຈັກເທື່ອ. ມີພຽງແຕ່ຄົນເຫຼົ່ານັ້ນທີ່ຮູ້ຈັກ ແລະ ຮູ້ຄຸ່ນຄ່າຂອງພາລະກິດສາມຂັ້ນຕອນຈຶ່ງສາມາດເຂົ້າໃຈພຣະເຈົ້າຢ່າງສົມບູນ ແລະ ຖືກຕ້ອງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະບໍ່ນິຍາມພຣະເຈົ້າໃຫ້ເປັນພຣະເຈົ້າຂອງຊາວອິດສະຣາແອນ ຫຼື ຊາວຢິວ ແລະ ບໍ່ເຫັນພຣະອົງເປັນພຣະເຈົ້າທີ່ຖືກຕຶງດ້ວຍຕະປູທີ່ໄມ້ກາງແຂນໂດຍເຫັນແກ່ຜົນປະໂຫຍດຂອງມະນຸດຢູ່ສະເໝີ. ຖ້າເຈົ້າພຽງແຕ່ມາຮູ້ຈັກພຣະເຈົ້າຈາກໜຶ່ງຂັ້ນຕອນຂອງພາລະກິດຂອງພຣະອົງ, ສະນັ້ນ ຄວາມຮູ້ຂອງເຈົ້າກໍໜ້ອຍ ແລະ ໜ້ອຍຫຼາຍ. ຄວາມຮູ້ຂອງເຈົ້າກໍເປັນພຽງນໍ້າຢອດໜຶ່ງໃນມະຫາສະໝຸດ. ຖ້າບໍ່ແມ່ນ ແລ້ວເປັນຫຍັງທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາຫຼາຍຄົນຈຶ່ງຕຶງພຣະເຈົ້າດ້ວຍຕະປູເທິງໄມ້ກາງແຂນໂດຍທີ່ຍັງມີຊີວິດຢູ່? ມັນບໍ່ແມ່ນຍ້ອນມະນຸດກັກຂັງພຣະເຈົ້າພາຍໃນຂອບເຂດທີ່ແນ່ນອນບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

9. ພາລະກິດສາມຂັ້ນຕອນເປັນການບັນທຶກຂອງພາລະກິດທັງໝົດຂອງພຣະເຈົ້າ, ພວກມັນແມ່ນການບັນທຶກຂອງການໄຖ່ບາບໃຫ້ແກ່ມະນຸດຊາດຂອງພຣະເຈົ້າ ແລະ ພວກມັນບໍ່ແມ່ນເລື່ອງທີ່ຈະຈິນຕະນາການໄດ້. ຖ້າພວກເຈົ້າຕ້ອງການສະແຫວງຫາຄວາມຮູ້ຂອງອຸປະນິໄສທັງໝົດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຕ້ອງຮູ້ຈັກພາລະກິດສາມຂັ້ນຕອນທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຕ້ອງບໍ່ລືມຂັ້ນຕອນໃດໜຶ່ງ. ນີ້ແມ່ນສິ່ງເລັກໜ້ອຍທີ່ສຸດ ທີ່ຄົນເຫຼົ່ານັ້ນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າຕ້ອງຈະໄດ້ຮັບ. ມະນຸດເອງບໍ່ສາມາດສະເໜີຂໍ້ຄິດເຫັນກ່ຽວກັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ມັນບໍ່ແມ່ນບາງຢ່າງທີ່ມະນຸດສາມາດຈິນຕະນາການໄດ້ ຫຼື ມັນບໍ່ແມ່ນຜົນຕາມມາຂອງຄວາມກະລຸນາຂອງພຣະວິນຍານບໍລິສຸດທີ່ມີໃຫ້ກັບຄົນໃດໜຶ່ງ. ກົງກັນຂ້າມ, ມັນແມ່ນຄວາມຮູ້ທີ່ເກີດຫຼັງຈາກທີ່ມະນຸດໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນແມ່ນຄວາມຮູ້ຂອງພຣະເຈົ້າທີ່ພຽງແຕ່ເກີດຂຶ້ນຫຼັງຈາກທີ່ໄດ້ປະສົບກັບຄວາມຈິງຂອງພາລະກິດຂອງພຣະເຈົ້າ. ຄວາມຮູ້ດັ່ງກ່າວບໍ່ສາມາດໄດ້ຮັບຕາມຄວາມອຳເພີໃຈ ຫຼື ມັນບໍ່ແມ່ນສິ່ງທີ່ສາມາດສອນໄດ້. ມັນກ່ຽວຂ້ອງກັບປະສົບການສ່ວນຕົວທັງໝົດ. ການໄຖ່ບາບໃຫ້ມະນຸດຊາດຂອງພຣະເຈົ້າແມ່ນໃຈຄວາມສຳຄັນຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ແຕ່ປະກອບມີວິທີການປະຕິບັດພາລະກິດ ແລະ ວິທີທາງທີ່ສຳແດງເຖິງອຸປະນິໄສຂອງພຣະເຈົ້າພາຍໃນພາລະກິດແຫ່ງຄວາມລອດພົ້ນ. ນີ້ແມ່ນສິ່ງທີ່ຍາກທີ່ສຸດທີ່ມະນຸດຕ້ອງຈຳແນກ ແລະ ເປັນສິ່ງທີ່ຍາກທີ່ມະນຸດຕ້ອງເຂົ້າໃຈ. ການແບ່ງແຍກລະຫວ່າງຍຸກ, ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ການປ່ຽນແປງໃນສະຖານທີ່ຂອງພາລະກິດ, ການປ່ຽນແປງຂອງຄົນທີ່ຮັບພາລະກິດນີ້ ແລະ ສິ່ງອື່ນໆ-ສິ່ງເຫຼົ່ານີ້ຖືກລວມໄວ້ໃນພາລະກິດສາມຂັ້ນຕອນ. ໂດຍສະເພາະແລ້ວ, ຄວາມແຕກຕ່າງຂອງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ລວມທັງການດັດແປງຂອງອຸປະນິໄສ, ພາບລັກ, ຊື່, ຕົວຕົນຂອງພຣະເຈົ້າ ຫຼື ການປ່ຽນແປງອື່ນໆ ທັງໝົດແມ່ນສ່ວນຕ່າງໆໃນພາລະກິດສາມຂັ້ນຕອນ. ຂັ້ນຕອນໜຶ່ງຂອງພາລະກິດສາມາດພຽງແຕ່ເປັນຕົວແທນໃຫ້ກັບໜຶ່ງສ່ວນ ແລະ ມີຄວາມຈຳກັດພາຍໃນເຂດເຂດທີ່ແນ່ນອນ. ມັນບໍ່ໄດ້ກ່ຽວຂ້ອງກັບການແບ່ງແຍກຂອງຍຸກ ຫຼື ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ຢ່າວ່າແຕ່ລັກສະນະອື່ນໆເລີຍ. ນີ້ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການໄຖ່ມະນຸດຊາດ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ ແລະ ຖ້າປາດສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

10. ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

11. ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດທີ່ພຣະອົງປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດເທົ່ານັ້ນ. ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະລະພຣະອົງເອງ ແລະ ຍອມຖືກຄືງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

12. ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜັນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄືງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູ້ງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫິນແຫ່ງພາລະກິດການໄຖບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖຶກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສະມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

13. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່, ອຸປະນິໄສ ແລະ ສະຕິປັນຍາຂອງພຣະເຈົ້າຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ, ບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຮະອົງ; ບໍ່ແມ່ນທຸກຂັ້ນຕອນຂອງພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ, ພາລະກິດແຫ່ງຄວາມລອດພົ້ນຈຶ່ງພຽງແຕ່ສາມາດເຮັດໃຫ້ສິ້ນສຸດລົງເມື່ອທັງພາລະກິດສາມຂັ້ນຕອນສຳເລັດລົງແລ້ວ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບຄວາມສົມບູນຂອງພຣະເຈົ້າຈຶ່ງບໍ່ສາມາດແຍກອອກຈາກພາລະກິດສາມຂັ້ນຕອນຂອງພຣະເຈົ້າໄດ້. ສິ່ງທີ່ມະນຸດໄດ້ຮັບຈາກໜຶ່ງຂັ້ນຕອນຂອງພາລະກິດເປັນພຽງອຸປະນິໄສຂອງພຣະເຈົ້າທີ່ຖືກສຳແດງອອກມາຜ່ານສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ມັນບໍ່ສາມາດແທນອຸປະນິໄສ ແລະ ການເປັນຢູ່ ເຊິ່ງສຳແດງອອກໃນຂັ້ນຕອນກ່ອນໜ້າ ຫຼື ຕໍ່ມາໄດ້. ນັ້ນກໍຍ້ອນວ່າ ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ສາມາດເຮັດໃຫ້ສຳເລັດລົງທັນທີໃນລະຫວ່າງຊ່ວງໄລຍະໃດໜຶ່ງ ຫຼື ໃນສະຖານທີ່ແຫ່ງໜຶ່ງ ແຕ່ມັນຈະເລິກເຊິ່ງລົງເທື່ອລະໜ້ອຍໂດຍອີງຕາມລະດັບການພັດທະນາຂອງມະນຸດໃນແຕ່ລະເວລາ ແລະ ສະຖານທີ່. ມັນແມ່ນພາລະກິດທີ່ປະຕິບັດໃນຂັ້ນຕອນທັງໝົດ ແລະ ບໍ່ສຳເລັດໄດ້ໃນພຽງຂັ້ນຕອນດຽວ. ດ້ວຍເຫດນັ້ນ, ສະຕິປັນຍາທັງໝົດຂອງພຣະເຈົ້າຈຶ່ງຖືກຫຼໍ່ເປັນແກ້ວພະລຶກໃນທັງສາມຂັ້ນຕອນ ແທນທີ່ຈະຢູ່ໃນຂັ້ນຕອນໃດໜຶ່ງ. ການເປັນຢູ່ ແລະ ສະຕິປັນຍາທັງໝົດຂອງພຣະອົງຖືກວາງລົງໃນທັງສາມຂັ້ນຕອນນີ້ ແລະ ແຕ່ລະຂັ້ນຕອນກໍປະກອບດ້ວຍການເປັນຢູ່ຂອງພຣະອົງ ແລະ ເປັນການບັນທຶກຂອງສະຕິປັນຍາຂອງພາລະກິດຂອງພຣະອົງ. ມະນຸດຄວນຮູ້ຈັກອຸປະນິໄສທັງໝົດຂອງພຣະເຈົ້າທີ່ສຳແດງອອກຜ່ານທັງສາມຂັ້ນຕອນນີ້. ການເປັນຢູ່ຂອງພຣະເຈົ້າທັງໝົດແມ່ນສິ່ງທີ່ສຳຄັນທີ່ສຸດໃຫ້ກັບບັນດາມວນມະນຸດຊາດ ແລະ ຖ້າມະນຸດບໍ່ມີຄວາມຮູ້ນີ້ ເມື່ອພວກເຂົານະມັດສະການພຣະເຈົ້າ, ພວກເຂົາກໍຈະບໍ່ໄດ້ແຕກຕ່າງຈາກຄົນເຫຼົ່ານັ້ນທີ່ນະມັດສະການພຣະພຸດທະເຈົ້າ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ປະເພດຂອງພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

14. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຍຸກ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ແມ່ນປະກອບດ້ວຍມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ການປາກົດແຫ່ງພຣະທໍາໃນເນື້ອຫນັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເງື່ອນໄຂຂອງມະນຸດໃນການເປັນປະຈັກພະຍານກໍຈະສູງຂຶ້ນເຊັ່ນກັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ເຂົາກໍຍິ່ງສັນລະເສີນພຣະເຈົ້າຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ ແລະ ເມື່ອພາລະກີດຂອງພຣະເຈົ້າເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດກໍຈະເຖິງຈຸດສູງສຸດ. ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ໃນປັດຈຸບັນ ມະນຸດຕ້ອງເຊື່ອຟັງ ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ໃນທີ່ສຸດ ບໍ່ວ່າຈະຢູ່ໃນສະພາບທຸກຍາກລໍ່າບາກພຽງໃດກໍຕາມ ເຂົາກໍ ຕ້ອງຍັງຮັກພຣະເຈົ້າສະເໝີ. ສາມຍຸກເຫຼົ່ານີ້ແມ່ນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເທື່ອລະບາດກ້າວ ຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງ. ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າເກົ່າ ແລະ ເງື່ອນໄຂຂອງມະນຸດໃນແຕ່ລະຂັ້ນຕອນກໍເລິກເຊິ່ງຂຶ້ນກວ່າເກົ່າ. ດ້ວຍວິທີນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ມັນແມ່ນຍ້ອນເງື່ອນໄຂຂອງມະນຸດສູງຂຶ້ນທີ່ເຮັດໃຫ້ອຸປະນິໄສຂອງມະນູດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງເລີ່ມຄ່ອຍໆຫຼຸດພົ້ນອອກຈາກອິທິພົນຂອງຊາຕານ, ຈົນກວ່າເມື່ອພາລະກິດຂອງພຣະເຈົ້າຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິທິພົນຂອງຊາຕານໄດ້. ເມື່ອເວລານັ້ນມາເຖິງ, ພາລະກິດຂອງພຣະເຈົ້າກໍຈະເຖິງຈຸດສິ້ນສຸດ ແລະ ການຮ່ວມມືຂອງມະນຸດກັບພຣະເຈົ້າເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາກໍຈະບໍ່ມີຢູ່ອີກ ແລະ ມະນຸດຊາດທັງປວງກໍຈະດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ຈາກນັ້ນເປັນຕົ້ນໄປ ກໍຈະບໍ່ມີການກະບົດ ຫຼື ການຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດອີກ ແລະ ຈະມີການຮ່ວມມືຢ່າງປອງດອງລະຫວ່າງມະນຸດ ແລະ ພຣະເຈົ້າຫຼາຍຂຶ້ນ ເຊິ່ງຈະເປັນຊີວິດຂອງມະນຸດ ແລະ ພຣະເຈົ້າຢູ່ຮ່ວມກັນ, ຊີວິດທີ່ມາຈາກການຄຸ້ມຄອງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສຳເລັດຢ່າງສົມບູນ ແລະ ຫຼັງຈາກທີ່ມະນຸດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຈາກການຈັບກຸມຂອງຊາຕານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

15. ສິ່ງດັ່ງກ່າວແມ່ນການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ຫຼັງຈາກນັ້ນ ພຣະເຈົ້າກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລຶ່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມທັງໝົດ ຄືກັບອາດາມ ແລະ ເອວາບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກສິ່ງທີ່ຂີ້ຮ້າຍ ແລະ ມັນແຕກຕ່າງຈາກສິ່ງທີ່ບໍລິສຸດແນວໃດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ປະຕິບັດພາລະກິດສຳລັບຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ໃນລະຫວ່າງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຊາດຄືເປັນທັງເປົ້າໝາຍຂອງຄວາມເສື່ອມຊາມຂອງຊາຕານ ແລະ ຄວາມລອດພົ້ນຂອງພຣະເຈົ້າ ແລະ ມະນຸດຄືຜົນທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

16. ເມື່ອການຄຸ້ມຄອງຂອງພຣະເຈົ້າທັງໝົດໃກ້ເຖິງຈຸດສິ້ນສຸດ, ພຣະເຈົ້າຈະຈັດແບ່ງສິ່ງທັງໝົດຕາມແຕ່ລະປະເພດ. ມະນຸດຖືກສ້າງໂດຍມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພຣະອົງຕ້ອງນໍາມະນຸດກັບມາຄືນສູ່ອຳນາດຂອງພຣະອົງຢ່າງສົມບູນ; ນີ້ຄືການສິ້ນສຸດຂອງພາລະກິດສາມຂັ້ນຕອນ. ຂັ້ນຕອນຂອງພາລະກິດຂອງຍຸກສຸດທ້າຍ ແລະ ສອງຂັ້ນຕອນກ່ອນໜ້າໃນປະເທດອິດສະຣາແອນ ແລະ ຢູເດຍແມ່ນແຜນການຄຸ້ມຄອງຂອງພຣະເຈົ້າໃນຈັກກະວານທັງໝົດ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ແລະ ມັນເປັນຄວາມຈິງຂອງພາລະກິດຂອງພຣະເຈົ້າ. ເຖິງແມ່ນວ່າ ມະນຸດຍັງບໍ່ໄດ້ປະເຊີນ ຫຼື ພົບພໍ້ຫຼາຍສິ່ງຫຼາຍຢ່າງຂອງພາລະກິດນີ້, ຄວາມຈິງກໍຍັງເປັນຄວາມຈິງ ແລະ ມະນຸດຄົນໃດບໍ່ສາມາດປະຕິເສດສິ່ງນີ້ໄດ້. ຄົນທີ່ເຊື່ອໃນພຣະເຈົ້າໃນທຸກດິນແດນແຫ່ງຈັກກະວານຈະຍອມຮັບພາລະກິດສາມຂັ້ນຕອນທັງໝົດ. ຖ້າເຈົ້າພຽງແຕ່ຮູ້ຈັກຂັ້ນຕອນໃດໜຶ່ງຂອງພາລະກິດ ແລະ ບໍ່ເຂົ້າໃຈອີກສອງຂັ້ນຕອນຂອງພາລະກິດ, ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າໃນອະດີດ ເຈົ້າກໍຈະບໍ່ສາມາດກ່າວຄວາມຈິງທັງໝົດຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າໄດ້ ແລະ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍມີແຕ່ດ້ານດຽວ ຍ້ອນໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ເຈົ້າບໍ່ໄດ້ຮູ້ຈັກພຣະອົງ ຫຼື ບໍ່ເຂົ້າໃຈພຣະອົງ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າຄວາມຮູ້ໃນປັດຈຸບັນຂອງເຈົ້າກ່ຽວກັບສິ່ງເຫຼົ່ານີ້ຈະເລິກເຊິ່ງ ຫຼື ບໍ່ສຳຄັນ, ໃນທີ່ສຸດ ພວກເຈົ້າຕ້ອງມີຄວາມຮູ້ ແລະ ຕ້ອງໝັ້ນໃຈຢ່າງຮອບຄອບ ແລະ ທຸກຄົນຈະເຫັນຄວາມສົມບູນຂອງພາລະກິດຂອງພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ໃນຕອນສຸດທ້າຍຂອງພາລະກິດນີ້, ທຸກສາສະໜາຈະກາຍເປັນໜຶ່ງດຽວ, ທຸກສິ່ງທີ່ຖືກສ້າງຈະກັບຄືນສູ່ອຳນາດຂອງພຣະຜູ້ສ້າງ, ທຸກສິ່ງທີ່ຖືກສ້າງຈະນະມັດສະການພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ສາສະໜາທີ່ຊົ່ວຮ້າຍທັງໝົດຈະຫາຍໄປ ໂດຍທີ່ຈະບໍ່ປະກົດຂຶ້ນອີກຈັກເທື່ອ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

17. ເປັນຫຍັງຕ້ອງອ້າງເຖິງພາລະກິດສາມຂັ້ນຕອນຢ່າງຕໍ່ເນື່ອງ? ການຜ່ານໄປຂອງຍຸກ, ການພັດທະນາຂອງສັງຄົມ ແລະ ເບື້ອງໜ້າທັງໝົດທີ່ປ່ຽນໄປຂອງທຳມະຊາດລ້ວນແລ້ວແຕ່ສືບເນື່ອງຈາກການປ່ຽນແປງໃນພາລະກິດສາມຂັ້ນຕອນ. ມະນຸດຊາດປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າ ແລະ ບໍ່ພັດທະນາດ້ວຍຕົວມັນເອງ. ການກ່າວເຖິງພາລະກິດສາມຂັ້ນຕອນຂອງພຣະເຈົ້າກໍເພື່ອນໍາສິ່ງທີ່ມີຊີວິດທຸກຢ່າງ ແລະ ມະນຸດທົ່ວທັງທຸກສາສະໜາ ແລະ ນິກາຍໃຫ້ມາຢູ່ພາຍໃຕ້ອຳນາດຂອງພຣະເຈົ້າອົງດຽວ. ບໍ່ວ່າເຈົ້າຈະນັບຖືສາດສະໜາໃດກໍຕາມໃນທີ່ສຸດ, ພວກເຈົ້າທັງໝົດກໍຈະຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດນີ້ໄດ້; ຫົວໜ້າທາງສາສະໜາໃດໜຶ່ງບໍ່ສາມາດປະຕິບັດໄດ້. ມີຫຼາຍສາສະໜາຫຼັກໆໃນໂລກ ແລະ ແຕ່ລະສາສະໜາກໍມີຫົວໜ້າ ຫຼື ຜູ້ນໍາ ແລະ ຜູ້ຕິດຕາມກໍແຜ່ກະຈາຍໄປທົ່ວທຸກປະເທດທີ່ແຕກຕ່າງກັນ ແລະ ອານາເຂດທົ່ວແຜ່ນດິນໂລກ; ທຸກປະເທດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ແມ່ນມີສາສະໜາທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະມີສາສະໜາຫຼາຍສໍ່າໃດທົ່ວເທິງໂລກນີ້, ໃນທີ່ສຸດ ທຸກຄົນທີ່ຢູ່ໃນຈັກກະວານກໍຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າອົງດຽວ ແລະ ການເປັນຢູ່ຂອງພວກເຂົາກໍບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາ. ເຊິ່ງເວົ້າໄດ້ວ່າ ມະນຸດຊາດບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາໃດໜຶ່ງ; ກົງກັນຂ້າມ, ບັນດາມວນມະນຸດຊາດຖືກນໍາພາໂດຍພຣະຜູ້ສ້າງ ເຊິ່ງເປັນຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ຍັງສ້າງມະນຸດຊາດ ແລະ ນີ້ກໍຄືຄວາມຈິງ. ເຖິງແມ່ນວ່າ ໂລກມີຫຼາຍສາສະໜາໃຫຍ່ໆທີ່ຫຼາກຫຼາຍກັນ ບໍ່ວ່າພວກມັນຈະຍິ່ງໃຫຍ່ສໍ່າໃດ ແຕ່ພວກມັນທັງໝົດກໍຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ ແລະ ພວກເຂົາບໍ່ມີໃຜເລີຍທີ່ສາມາດຢູ່ເໜືອຂອບເຂດອຳນາດນີ້ໄດ້. ການພັດທະນາຂອງມະນຸດຊາດ, ຄວາມກ້າວໜ້າຂອງສັງຄົມ, ການພັດທະນາຂອງວິທະຍາສາດທຳມະຊາ-ແຕ່ລະຢ່າງບໍ່ສາມາດແຍກໄດ້ຈາກການຈັດກຽມຂອງພຣະຜູ້ສ້າງ ແລະ ພາລະກິດນີ້ບໍ່ແມ່ນສິ່ງທີ່ຫົວໜ້າທາງສາສະໜາໃດໜຶ່ງຈະສາມາດປະຕິບັດໄດ້. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາໃນສາສະໜາໃດໜຶ່ງ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ ຫຼື ເປັນຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ. ຫົວໜ້າທາງສາສະໜາສາມາດນໍາຄົນເຫຼົ່ານັ້ນທັງໝົດທີ່ຢູ່ພາຍໃນສາສະໜາທັງໝົດ ແຕ່ບໍ່ສາມາດສັ່ງສິ່ງທີ່ມີຊີວິດທັງໝົດທີ່ຢູ່ພາຍໃຕ້ສະຫວັນ-ນີ້ຄືຄວາມຈິງທີ່ເປັນທີ່ຍອມຮັບທົ່ວໆໄປ. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາ ແລະ ບໍ່ສາມາດຢືນໄດ້ຢ່າງເທົ່າທຽມກັບພຣະເຈົ້າ (ພຣະຜູ້ສ້າງ). ສິ່ງທັງໝົດຢູ່ໃນມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພວກເຂົາທັງໝົດຈະກັບຄືນສູ່ມືຂອງພຣະຜູ້ສ້າງ. ໂດຍດັ້ງເດີມ, ມະນຸດຊາດຖືກສ້າງໂດຍພຣະເຈົ້າ ແລະ ບໍ່ວ່າຈະເປັນສາສະໜາໃດກໍຕາມ, ທຸກໆຄົນຈະກັບຄືນໄປຢູພາຍໃຕ້ອຳນາດຂອງພຣະເຈົ້າ-ນີ້ຄືສິ່ງທີ່ຫຼິກຫຼ່ຽງບໍ່ໄດ້. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ເປັນພຣະເຈົ້າທີ່ສູງສຸດທ່າມກາງທຸກສິ່ງຢ່າງ ແລະ ຜູ້ປົກຄອງທີ່ສູງສຸດທ່າມກາງສິ່ງທີ່ມີຊີວິດຍັງຕ້ອງໄດ້ກັບຄືນໄປສູ່ອຳນາດຂອງພຣະອົງ. ບໍ່ວ່າມະນຸດຢູ່ໃນສະຖານະສູງສໍ່າໃດ, ເຂົາບໍ່ສາມາດນໍາມະນຸດຊາດໃຫ້ໄປສູ່ຈຸດໝາຍທີ່ເໝາະສົມໄດ້ ແລະ ບໍ່ມີໃຜສາມາດຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດໄດ້. ພຣະເຢໂຮວາ ພຣະອົງເອງໄດ້ສ້າງມະນຸດຊາດ ແລະ ຈັດແບ່ງແຕ່ລະຢ່າງອອກເປັນແຕ່ລະປະເພດ ແລະ ເມື່ອເວລາສຸດທ້າຍມາເຖິງ ພຣະອົງຍັງຈະປະຕິບັດພາລະກິດຂອງພຣະອົງເອງດ້ວຍຕົນເອງ ຄືການຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດ-ແລະ ບໍ່ມີໃຜສາມາດປະຕິບັດສິ່ງນີ້ໄດ້ຍົກເວ້ນພຣະເຈົ້າ. ພາລະກິດສາມຂັ້ນຕ້ອນທີ່ປະຕິບັດຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນແມ່ນຖືກປະຕິບັດໂດຍພຣະເຈົ້າພຣະອົງເອງ ແລະ ຖືກປະຕິບັດໂດຍພຣະເຈົ້າອົງດຽວ. ຄວາມຈິງຂອງພາລະກິດສາມຂັ້ນຕອນນີ້ແມ່ນຄວາມຈິງຂອງຄວາມເປັນຜູ້ນໍາບັນດາມວນມະນຸດຂອງພຣະເຈົ້າ ເຊິ່ງເປັນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ໃນຕອນສຸດທ້າຍຂອງພາລະກິດສາມຂັ້ນຕອນ, ທຸກສິ່ງຢ່າງຈະຖືກຈັດແບ່ງອອກເປັນແຕ່ລະປະເພດ ແລະ ກັບຄືນສູ່ອຳນາດຂອງພຣະເຈົ້າ ຍ້ອນວ່າ ທົ່ວທັງຈັກກະວານທັງໝົດ ມີພຽງພຣະເຈົ້າອົງນີ້ອົງດຽວ ແລະ ບໍ່ມີສາສະໜາອື່ນໆອີກເລີຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

18. ບາງເທື່ອ ເມື່ອປິດສະໜາຂອງພາລະກິດສາມຂັ້ນຕອນຖືກເຮັດໃຫ້ມະນຸດຮັບຮູ້ ກໍຈະປະກົດມີກຸ່ມຄົນທີ່ມີຄວາມສາມາດທີ່ຮູ້ຈັກພຣະເຈົ້າຕາມມາ. ແນ່ນອນ ເຮົາຫວັງວ່າ ມັນຈະເປັນແບບນັ້ນ ແລະ ຍິ່ງໄປກວ່ານັ້ນ ເຮົາຢູ່ໃນຂະບວນການປະຕິບັດພາລະກິດນີ້ ແລະ ຫວັງທີ່ຈະໄດ້ເຫັນການປະກົດຕົວຂອງຄົນທີ່ມີຄວາມສາມາດດັ່ງກ່າວໃນອະນາຄົດທີ່ໃກ້ໆນີ້. ພວກເຂົາຈະກາຍມາເປັນຄົນເຫຼົ່ານັ້ນທີ່ເປັນພະຍານໃຫ້ກັບຄວາມຈິງກ່ຽວກັບພາລະກິດສາມຂັ້ນຕອນເຫຼົ່ານີ້ ແລະ ແນ່ນອນ ຈະເປັນຄົນທຳອິດທີ່ເປັນພະຍານໃຫ້ກັບພາລະກິດສາມຂັ້ນຕອນເຫຼົ່ານີ້. ຖ້າບໍ່ມີຄົນທີ່ມີຄວາມສາມາດດັ່ງກ່າວ, ໃນມື້ທີ່ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງ ຫຼື ມີພຽງແຕ່ໜຶ່ງ ຫຼື ສອງຄົນ ແລະ ພວກເຂົາໄດ້ຍອມຮັບດ້ວຍຕົວເອງ ເພື່ອໃຫ້ພຣະເຈົ້າຜູ້ທີ່ມາບັງເກີດເປັນມະນຸດເຮັດໃຫ້ສົມບູນ, ມັນກໍຈະບໍ່ມີຫຍັງທີ່ເປັນຕາເສົ້າໃຈ ແລະ ເປັນຕາເສຍໃຈກວ່າສິ່ງນີ້-ເຖິງແມ່ນວ່າ ມັນເປັນກໍລະນີທີ່ຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນກໍຕາມ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ເຮົາຍັງຫວັງວ່າ ຄົນເຫຼົ່ານັ້ນທີ່ສະແຫວງຫາຢ່າງແທ້ຈິງຈະໄດ້ຮັບພຣະພອນນີ້. ຕັ້ງແຕ່ການເລີ່ມຕົ້ນຂອງເວລາ, ຍັງບໍ່ມີພາລະກິດທີ່ເປັນແບບນີ້ມາກ່ອນ, ພາລະໜ້າທີ່ດັ່ງກ່າວບໍ່ເຄີຍປະກົດມີໃນປະຫວັດສາດຂອງການພັດທະນາມະນຸດຈັກເທື່ອ. ຖ້າເຈົ້າສາມາດກາຍມາເປັນໜຶ່ງໃນກຸ່ມຄົນທຳອິດທີ່ຮູ້ຈັກພຮະເຈົ້າ, ສິ່ງນີ້ຈະບໍ່ເປັນກຽດຕິຍົດອັນສູງສຸດຂອງສິ່ງທີ່ມີຊີວິດທັງໝົດບໍ? ພຣະເຈົ້າຈະຍົກຍ້ອງສິ່ງທີ່ມີຊີວິດອື່ນໆທີ່ຢູ່ທ່າມກາງມະນຸດຊາດຫຼາຍກວ່າບໍ? ພາລະກິດດັ່ງກ່າວບໍ່ງ່າຍທີ່ຈະເຮັດໃຫ້ສຳເລັດ ແຕ່ໃນທີ່ສຸດກໍຍັງຈະໄດ້ຮັບຜົນຕອບແທນ. ບໍ່ວ່າຈະເປັນເພດໃດ ຫຼື ສັນຊາດໃດກໍຕາມ, ທຸກຄົນເຫຼົ່ານັ້ນທີ່ສາມາດໄດ້ຮັບຄວາມຮູ້ຂອງພຣະເຈົ້າຈະໄດ້ຮັບກຽດຕິຍົດທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າໃນທີ່ສຸດ ແລະ ຈະເປັນພຽງຄົນດຽວທີ່ມີສິດອຳນາດຂອງພຣະອົງ. ນີ້ຄືພາລະກິດໃນປັດຈຸບັນ ແລະ ເປັນພາລະກິດສຳລັບອະນາຄົດເຊັ່ນກັນ; ມັນເປັນພາລະກິດສຸດທ້າຍ ແລະ ສູງສົ່ງທີ່ສຸດທີ່ຈະຖືກເຮັດໃຫ້ສຳເລັດໃນຊ່ວງເວລາ 6.000 ປີແຫ່ງພາລະກິດ ແລະ ເປັນວິທີການປະຕິບັດພາລະກິດທີ່ເປີດເຜີຍມະນຸດແຕ່ລະປະເພດ. ຜ່ານພາລະກິດທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ລະດັບຊັ້ນທີ່ແຕກຕ່າງກັນຂອງມະນຸດແມ່ນຖືກເປີດເຜີຍອອກ: ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຄຸນສົມບັດໃນການໄດ້ຮັບພຣະພອນຈາກພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ ໃນຂະນະທີ່ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ມີຄຸນສົມບັດໃນການຮັບພຣະພອນຂອງພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ. ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຜູ້ໃກ້ຊິດຂອງພຣະເຈົ້າ ແລະ ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ສາມາດເອີ້ນໄດ້ວ່າເປັນຜູ້ໃກ້ຊິດຂອງພຣະເຈົ້າ; ຜູ້ໃກ້ຊິດຂອງພຮະເຈົ້າສາມາດຮັບພຣະພອນຂອງພຣະເຈົ້າ ແຕ່ຄົນເຫຼົ່ານັ້ນທີ່ບໍ່ແມ່ນຜູ້ໃກ້ຊິດຂອງພຣະອົງບໍ່ສົມຄວນໄດ້ຮັບພາລະກິດໃດໆຂອງພຣະອົງ. ບໍ່ວ່າຈະເປັນການແກ້ແຄ້ນ, ການກັ່ນຕອງ ຫຼື ການພິພາກສາ, ທຸກຢ່າງກໍມີເພື່ອໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຂອງພຣະເຈົ້າໃນທີ່ສຸດ ແລະ ເພື່ອມະນຸດຈະຍອມຢູ່ພາຍໃຕ້ພຣະເຈົ້າ. ນີ້ເປັນພຽງຜົນສະທ້ອນທີ່ຈະເຮັດໃຫ້ສຳເລັດໃນທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

19. ເມື່ອເວລາສາມຂັ້ນຕອນຂອງພາລະກິດສິ້ນສຸດລົງກໍຈະມີກຸ່ມຜູ້ທີ່ເປັນພະຍານຕໍ່ພຣະເຈົ້າ ແລະ ກຸ່ມຜູ້ທີ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ທັງໝົດຈະຮູ້ຈັກພຣະເຈົ້າ ແລະ ຈະສາມາດນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງໄດ້. ພວກເຂົາຈະມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກ ແລະ ທຸກຄົນຈະຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນພາລະກິດທີ່ຈະໄດ້ຮັບຜົນສໍາເລັດໃນຕອນສຸດທ້າຍ ແລະ ຜູ້ຄົນເຫຼົ່ານີ້ແມ່ນແກ້ວພະລຶກແຫ່ງພາລະກິດ 6.000 ປີ ໃນການຄຸ້ມຄອງ ແລະ ເປັນພະຍານທີ່ຊົງພະລັງທີ່ສຸດໃນການເອົາຊະນະຊາຕານ. ບັນດາຜູ້ທີ່ສາມາດເປັນພະຍານຕໍ່ພຣະເຈົ້າ ຈະສາມາດຮັບຄໍາສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ຈະເປັນກຸ່ມທີ່ຄົງຢູ່ຕະຫຼອດຈົນເຖິງຕອນສຸດທ້າຍ ເຊິ່ງໄດ້ຮັບພຣະພອນອໍານາດຈາກພຣະເຈົ້າ ແລະ ເປັນພະຍານຕໍ່ພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

20. ຫຼັງຈາກປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍທີ່ເປົ້າໝາຍຫຼັກໆແມ່ນເພື່ອເອົາຊະນະຊາຕານ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ແລະ ທຸກສັບພະສິ່ງແຫ່ງການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ປະຈັກທຸກການກະທໍາຂອງພຣະອົງ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກການກະທໍາຂອງພຣະອົງ ແລະ ຮ້ອງຫານາມອັນບໍລິສຸດຂອງພຣະອົງ. ນີ້ແມ່ນຂໍ້ພິສູດການເອົາຊະນະຂອງພຣະອົງເໜືອຊາຕານ; ເປັນຫຼັກຖານຊີ້ບອກເຖິງການທໍາລາຍລ້າງຊາຕານ. ສໍາຄັນໄປກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງ. ການຊົງສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ເຊິ່ງດ້ວຍເຫດນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາຫົກພັນປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ຝູງທູດສະຫວັນທັງໝົດຈະເຫັນທຸກສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມະນຸດສັນລະເສີນພຣະອົງ, ດ້ວຍວິທີນີ້ ພຣະອົງຈະປະສົບຜົນສໍາເລັດທັງສອງດ້ານໃນພາລະກິດຂອງພຣະອົງ. ໃນທີ່ສຸດ ມະນຸດຊາດທັງໝົດຈະຖືກປົກຄອງໂດຍພຣະອົງ ແລະ ພຣະອົງຈະກວາດລ້າງທຸກຄົນທີ່ຂັດຂືນ ຫຼື ຕໍ່ຕ້ານ: ເວົ້າອີກຢ່າງໜຶ່ງກໍຄື ພຣະອົງຈະກຳຈັດທຸກຄົນທີ່ເປັນຄົນຂອງຊາຕານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ຕໍ່ໄປ: (I) ການເປີດເຜີຍຂອງພຣະເຈົ້າກ່ຽວກັບພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້