​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 23

ເມື່ອສຽງຂອງເຮົາດັງຂຶ້ນ, ເມື່ອຕາຂອງເຮົາພົ່ນໄຟອອກມາ, ເຮົາກຳລັງເຝົ້າເບິ່ງຢູ່ເໜືອໂລກທັງປວງ, ເຮົາກຳລັງສັງເກດຈັກກະວານທັງປວງ. ມະນຸດທຸກຄົນກຳລັງອະທິຖານຫາເຮົາ, ຫຼຽວມາຈ້ອງເບິ່ງເຮົາ, ອ້ອນວອນເຮົາໃຫ້ຢຸດຄວາມໃຈຮ້າຍຂອງເຮົາ ແລະ ສາບານທີ່ຈະບໍ່ກະບົດຕໍ່ເຮົາອີກຕໍ່ໄປ. ແຕ່ນີ້ບໍ່ແມ່ນອະດີດອີກຕໍ່ໄປ; ມັນຄືປັດຈຸບັນ. ຜູ້ໃດສາມາດມອບຄືນຄວາມປະສົງຂອງເຮົາ? ແນ່ນອນ ມັນບໍ່ແມ່ນການພາວະນາທີ່ຢູ່ພາຍໃນຫົວໃຈຂອງມະນຸດ ຫຼື ຄຳເວົ້າທີ່ຢູ່ໃນປາກຂອງພວກເຂົາບໍ? ຜູ້ໃດສາມາດຢູ່ລອດຈົນເຖິງປັດຈຸບັນ ຖ້າບໍ່ແມ່ນຍ້ອນເຮົາ? ຜູ້ໃດຢູ່ລອດໄດ້ ໂດຍບໍ່ມີພຣະທຳທີ່ຢູ່ໃນປາກເຮົາ? ຜູ້ໃດບໍ່ເວົ້າຕົວະໃນສາຍຕາທີ່ຄອຍເຝົ້າເບິ່ງຂອງເຮົາ? ເມື່ອເຮົາປະຕິບັດພາລະກິດໃໝ່ຂອງເຮົາເທິງແຜ່ນດິນໂລກທັງປວງ, ຜູ້ໃດສາມາດຫຼົບໜີຈາກພາລະກິດນັ້ນໄດ້? ເປັນໄປໄດ້ບໍວ່າ ພູເຂົາກໍສາມາດຫຼີກເວັ້ນພາລະກິດນັ້ນ ດ້ວຍຄວາມສູງຂອງມັນ? ເປັນໄປໄດ້ບໍວ່າ ນ່ານນໍ້າ ດ້ວຍຄວາມກວ້າງໃຫຍ່ໄພສານຂອງມັນ ກໍສາມາດປັດເປົ່າພາລະກິດນັ້ນໄດ້? ໃນແຜນການຂອງເຮົາ, ເຮົາບໍ່ເຄີຍປ່ອຍໃຫ້ສິ່ງໃດກໍຕາມຜ່ານໄປຢ່າງງ່າຍດາຍ ແລະ ສະນັ້ນຈຶ່ງບໍ່ເຄີຍມີໃຜ ຫຼື ສິ່ງໃດທີ່ໜີພົ້ນກຳມືຂອງເຮົາ. ໃນປັດຈຸບັນ, ນາມອັນບໍລິສຸດຂອງເຮົາເປັນທີ່ຍົກຍ້ອງໃນບັນດາມະນຸດ ແລະ ອີກຄັ້ງ ຂ່າວແຫ່ງການປະທ້ວງຕໍ່ເຮົາກໍເກີດຂຶ້ນໃນບັນດາມະນຸດ ແລະ ເລື່ອງເລົ່າລືກ່ຽວກັບການທີ່ເຮົາຢູ່ເທິງແຜ່ນດິນໂລກກໍມີຢູ່ທົ່ວໄປໃນບັນດາມະນຸດ. ເຮົາບໍ່ທົນຕໍ່ມະນຸດທີ່ຕັດສິນເຮົາ ຫຼື ເຮົາບໍ່ທົນຕໍ່ການທີ່ພວກເຂົາແຍກຮ່າງກາຍຂອງເຮົາອອກ, ແຮງໄກທີ່ເຮົາຈະທົນຕໍ່ຄໍາປ້ອຍດ່າທີ່ພວກເຂົາໃຊ້ກັບເຮົາ. ເພາະເຂົາບໍ່ເຄີຍຮູ້ຈັກເຮົາຢ່າງແທ້ຈິງ, ມະນຸດຈຶ່ງຕໍ່ຕ້ານ ແລະ ຫຼອກລວງເຮົາຢູ່ສະເໝີ, ບໍ່ສາມາດຊື່ນຊົມພຣະວິນຍານຂອງເຮົາ ຫຼື ເຊີດຊູພຣະທຳຂອງເຮົາ. ສຳລັບການກະທຳ ແລະ ການປະພຶດທຸກຢ່າງຂອງເຂົາ ແລະ ສຳລັບທັດສະນະຄະຕິທີ່ເຂົາມີຕໍ່ເຮົາ, ເຮົາມອບ “ລາງວັນ” ໃຫ້ກັບມະນຸດ ເຊິ່ງເປັນສິ່ງທີ່ເຂົາຄວນຈະໄດ້ຮັບ. ດ້ວຍເຫດນັ້ນ ມະນຸດຈຶ່ງລ້ວນແລ້ວແຕ່ປະຕິບັດໂດຍແນສາຍຕາໄປທີ່ລາງວັນຂອງພວກເຂົາ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ປະຕິບັດພາລະກິດດ້ວຍການເສຍສະຫຼະຕົນເອງ. ມະນຸດບໍ່ເຕັມໃຈທີ່ຈະມອບການອຸທິດຢ່າງບໍ່ເຫັນແກ່ຕົວ, ແຕ່ກົງກັນຂ້າມ ພວກເຂົາຍິນດີກັບລາງວັນທີ່ພວກເຂົາໄດ້ຮັບ ໂດຍບໍ່ຕ້ອງເຮັດຫຍັງເລີຍ. ເຖິງແມ່ນເປໂຕອຸທິດຕົນເອງຕໍ່ໜ້າເຮົາ,​ ນັ້ນກໍບໍ່ແມ່ນເພື່ອເຫັນແກ່ລາງວັນໃນອະນາຄົດ, ແຕ່ເພື່ອເຫັນແກ່ຄວາມຮູ້ໃນປັດຈຸບັນ. ມະນຸດບໍ່ເຄີຍເຂົ້າສູ່ຄວາມເຊື່ອມສຳພັນທີ່ແທ້ຈິງກັບເຮົາ, ແຕ່ຄັ້ງແລ້ວຄັ້ງເລົ່າ ພວກເຂົາໄດ້ປະຕິບັດກັບເຮົາດ້ວຍວິທີການຕື້ນໆ ໂດຍຄິດວ່າ ບໍ່ຕ້ອງມີຄວາມພະຍາຍາມຫຍັງເລີຍ ເພື່ອຮັບເອົາຄວາມເຫັນດີຂອງເຮົາ. ເຮົາເບິ່ງເລິກລົງໄປໃນຫົວໃຈຂອງມະນຸດ, ແລ້ວເຮົາກໍໄດ້ຂຸດພົບຂຸມເລິກທີ່ສຸດ ເຊິ່ງເປັນ “ບໍ່ແຮ່ແຫ່ງຄວາມອຸດົມຮັ່ງມີຫຼາຍປະການ”, ເປັນສິ່ງທີ່ແມ່ນແຕ່ມະນຸດເອງກໍຍັງບໍ່ຮູ້ ແຕ່ເປັນສິ່ງທີ່ເຮົາຄົ້ນພົບໃໝ່. ດ້ວຍເຫດນັ້ນ ມີແຕ່ເມື່ອພວກເຂົາໄດ້ເຫັນເຖິງ “ຫຼັກຖານທາງວັດຖຸ”, ເມື່ອນັ້ນ ມະນຸດຈຶ່ງຈະຍອມຮັບຜິດໃນການອະນົງຕົວ ແລະ ແບມືຍອມຮັບກັບສະພາບທີ່ສົກກະປົກຂອງພວກເຂົາເອງ. ໃນບັນດາມະນຸດ, ຍັງມີຫຼາຍສິ່ງອີກທີ່ໃໝ່ ແລະ ສົດ ເຊິ່ງລໍຖ້າໃຫ້ເຮົາ “ແກະອອກ” ເພື່ອຄວາມສຸກຂອງມະນຸດທັງປວງ. ແທນທີ່ຈະຢຸດພາລະກິດຂອງເຮົາເນື່ອງຈາກຄວາມໄຮ້ສາມາດຂອງມະນຸດ, ເຮົາສືບຕໍ່ແກ້ໄຂ ແລະ ຮັກສາເຂົາຕາມແຜນການເດີມຂອງເຮົາ. ມະນຸດເປັນຄືກັນກັບຕົ້ນໄມ້ເກີດໝາກ: ຫາກປາສະຈາກການເລັມ ແລະ ການຮານ, ຕົ້ນໄມ້ກໍຈະບໍ່ສາມາດເກີດໝາກໄດ້ ແລະ ໃນທີ່ສຸດ ສິ່ງທີ່ເຫັນກໍຄືງ່າໄມ້ແຫ່ວແຫ້ງ, ບໍ່ມີໃບ ແລະ ບໍ່ມີໝາກໃຫ້ຕົກລົງສູ່ພື້ນດິນ.

ເມື່ອເຮົາຕົບແຕ່ງ “ດ້ານໃນ” ຂອງອານາຈັກຂອງເຮົາແຕ່ລະມື້, ບໍ່ມີໃຜໂພ່ເຂົ້າໄປໃນ “ຫ້ອງເຮັດວຽກ” ຂອງເຮົາຢ່າງທັນທີເພື່ອລົບກວນພາລະກິດຂອງເຮົາ. ມະນຸດຊາດທັງປວງກຳລັງເຮັດສຸດຄວາມພະຍາຍາມຂອງພວກເຂົາເພື່ອຮ່ວມມືກັບເຮົາ, ຢ້ານທີ່ຈະຖືກ “ໄລ່ອອກ” ແລະ “ສູນເສຍຕໍາແໜ່ງຂອງພວກເຂົາ” ແລະ ໃນທີ່ສຸດ ກໍໄປເຖິງທາງຕັນໃນຊີວິດຂອງພວກເຂົາ ເຊິ່ງເປັນບ່ອນທີ່ພວກເຂົາຍິ່ງຈະຕົກລົງສູ່ “ທະເລຊາຍ” ທີ່ຊາຕານຄອບຄອງ. ຍ້ອນຄວາມຢ້ານກົວຂອງມະນຸດ, ເຮົາປອບໃຈເຂົາທຸກມື້, ດົນໃຈໃຫ້ຮັກທຸກມື້ ແລະ ຍິ່ງໄປກວ່ານັ້ນກໍຄືມອບຄຳແນະນໍາໃຫ້ກັບເຂົາທ່າມກາງຊີວິດປະຈຳວັນຂອງເຂົາ. ມັນເປັນຄືກັບວ່າ ມະນຸດເປັນທາລົກທັງໝົດທີ່ຫາກໍ່ເກີດ; ຖ້າບໍ່ຈັດຫານົມໃຫ້, ພວກເຂົາຈະຈາກໂລກນີ້ໄປໃນອີກບໍ່ດົນ, ຈະບໍ່ເຫັນອີກຕໍ່ໄປ. ໃນທ່າມກາງການອ້ອນວອນຂອງມະນຸດ, ເຮົາເຂົ້າມາໃນໂລກຂອງມະນຸດ ແລະ ໂດຍບໍ່ຊັກຊ້າ ມະນຸດດຳລົງຊີວິດຢູ່ໃນໂລກແຫ່ງແສງສະຫວ່າງ, ບໍ່ຖືກຂັງໄວ້ໃນ “ຫ້ອງ” ທີ່ພວກເຂົາຮ້ອງໄຫ້ອະທິຖານຫາສະຫວັນອີກຕໍ່ໄປ. ທັນທີທີ່ພວກເຂົາເຫັນເຮົາ, ມະນຸດກໍຮ້ອງໄຫ້ກັບ “ຄວາມທຸກໃຈ” ທີ່ເກັບໄວ້ໃນຫົວໃຈຂອງພວກເຂົາຊໍ້າແລ້ວຊໍ້າອີກ, ເປີດປາກຂອງພວກເຂົາຕໍ່ໜ້າເຮົາເພື່ອຂໍໃຫ້ຖິ້ມອາຫານລົງມາຍັງພວກເຂົາ. ຫຼັງຈາກນັ້ນ “ຄວາມຢ້ານຂອງພວກເຂົາກໍຖືກບັນເທົາ ແລະ ຈິດໃຈກໍກັບຄືນສູ່ສະພາບເດີມ”, ພວກເຂົາບໍ່ຂໍຫຍັງຈາກເຮົາອີກຕໍ່ໄປ, ແຕ່ນອນຫຼັບເປັນປົກກະຕິ ຫຼື ບໍ່ດັ່ງນັ້ນ ກໍປະຕິເສດການເປັນຢູ່ຂອງເຮົາ, ພວກເຂົາມີແຕ່ສົນໃຈກັບວຽກການຂອງພວກເຂົາເອງ. ໃນ “ການປະຖິ້ມ” ຂອງມະນຸດຊາດ, ມັນພິສູດໃຫ້ເຫັນຢ່າງຊັດເຈນແລ້ວວ່າ ມະນຸດທີ່ປາສະຈາກ “ຄວາມຮູ້ສຶກ” ປະຕິບັດ “ຄວາມຍຸຕິທຳທີ່ບໍ່ລໍາອຽງ” ຂອງພວກເຂົາຕໍ່ເຮົາແນວໃດ. ສະນັ້ນ ເມື່ອເຫັນມະນຸດໃນລັກສະນະທີ່ບໍ່ເປັນຕາຮັກຂອງເຂົາ, ເຮົາກໍຈາກໄປຢ່າງງຽບໆ ແລະ ຈະບໍ່ລົງມາອີກຄັ້ງຕາມການອ້ອນວອນຢ່າງຈິງຈັງຂອງເຂົາ. ໂດຍທີ່ເຂົາບໍ່ຮູ້ຕົວ ບັນຫາຂອງມະນຸດແມ່ນຮ້າຍແຮງຂຶ້ນໃນແຕ່ລະມື້ ແລະ ສະນັ້ນ ໃນທ່າມກາງການເຮັດວຽກໜັກຂອງເຂົາ ເມື່ອເຂົາຄົ້ນພົບການເປັນຢູ່ຂອງເຮົາຢ່າງທັນທີ, ເຂົາປະຕິເສດທີ່ຈະຮັບເອົາຄໍາວ່າ “ບໍ່” ເປັນຄຳຕອບ ເຂົາຈັບຄໍເສື້ອເຮົາ ແລະ ພາເຮົາເຂົ້າໄປໃນເຮືອນຂອງເຂົາໃນຖານະແຂກ. ແຕ່ເຖິງແມ່ນເຂົາຈັດກຽມອາຫານຢ່າງຫຼູຫຼາເພື່ອຄວາມສຸກຂອງເຮົາ, ເຂົາກໍບໍ່ເຄີຍພິຈາລະນາໃຫ້ເຮົາເປັນພວກດຽວກັບເຂົາຈັກເທື່ອ, ກົງກັນຂ້າມ ເຂົາປະຕິບັດຕໍ່ເຮົາດັ່ງແຂກເພື່ອຮັບເອົາຄວາມຊ່ວຍເຫຼືອຈຳນວນເລັກນ້ອຍຈາກເຮົາ. ສະນັ້ນ ໃນເວລານີ້, ມະນຸດສະແດງສະພາບໂສກເສົ້າເສຍໃຈຂອງເຂົາຕໍ່ໜ້າເຮົາຢ່າງບໍ່ເປັນທາງການ, ຫວັງທີ່ຈະຮັບເອົາ “ລາຍເຊັນ” ຂອງເຮົາ ຄືດັ່ງຄົນທີ່ຕ້ອງການເງິນກູ້ສຳລັບທຸລະກິດຂອງເຂົາ, ເຂົາຈຶ່ງພະຍາຍາມຄວ້າເອົາເຮົາດ້ວຍກຳລັງທັງໝົດຂອງເຂົາ. ໃນທ່າທາງ ແລະ ການເຄື່ອນໄຫວທຸກຢ່າງຂອງເຂົາ, ພຽງໄລຍະສັ້ນໆເຮົາກໍສາມາດເຫັນເຈດຕະນາຂອງມະນຸດ: ມັນເປັນຄືກັບວ່າ ໃນມຸມມອງຂອງເຂົາ ເຮົາບໍ່ຮູ້ຈັກວິທີອ່ານຄວາມໝາຍທີ່ເຊື່ອງຊ້ອນຢູ່ໃນສີໜ້າຂອງບຸກຄົນໃດໜຶ່ງ ຫຼື ຄວາມໝາຍທີ່ແຝງຢູ່ໃນຄຳເວົ້າຂອງເຂົາ ຫຼື ວິທີເບິ່ງລົງເລິກເຂົ້າໄປໃນຫົວໃຈຂອງບຸກຄົນໃດໜຶ່ງ. ດ້ວຍເຫດນັ້ນ ມະນຸດຈຶ່ງເປີດເຜີຍຕໍ່ເຮົາຢ່າງໝັ້ນໃຈ ກ່ຽວກັບປະສົບການທຸກຢ່າງທີ່ເຂົາພົບພໍ້ໃນທຸກເຫດການ ໂດຍບໍ່ມີຄວາມຜິດພາດ ຫຼື ການລະເວັ້ນ ແລະ ຫຼັງຈາກນັ້ນກໍຕັ້ງຂໍ້ຮຽກຮ້ອງຂອງເຂົາຕໍ່ໜ້າເຮົາ. ເຮົາລັງກຽດ ແລະ ກຽດຊັງການກະທຳ ແລະ ການປະພຶດທຸກຢ່າງຂອງມະນຸດ. ທ່າມກາງມະນຸດ, ບໍ່ເຄີຍມີແມ່ນແຕ່ຄົນດຽວທີ່ໄດ້ປະຕິບັດພາລະກິດທີ່ເຮົາຮັກ ຄືກັບວ່າມະນຸດຕັ້ງໃຈເປັນສັດຕູກັບເຮົາ ແລະ ມີເປົ້າໝາຍທີ່ຈະດຶງດູດຄວາມໂກດຮ້າຍຂອງເຮົາ: ພວກເຂົາລ້ວນແລ້ວແຕ່ແຫ່ຂະບວນໄປມາຢູ່ຕໍ່ໜ້າເຮົາ, ເຮັດຕາມຄວາມປະສົງຂອງພວກເຂົາເອງຢູ່ຕໍ່ໜ້າຕໍ່ຕາເຮົາ. ບໍ່ມີແມ່ນແຕ່ຄົນດຽວທ່າມກາງມະນຸດທີ່ດຳລົງຊີວິດຢູ່ເພື່ອເຫັນແກ່ເຮົາ ແລະ ຜົນຕາມມາກໍຄື ການເປັນຢູ່ຂອງມະນຸດຊາດບໍ່ມີຄຸນຄ່າ ຫຼື ບໍ່ມີຄວາມໝາຍ, ສະນັ້ນ ມະນຸດ ຈຶ່ງດຳລົງຊີວິດຢູ່ໃນຄວາມຫວ່າງເປົ່າ. ເຖິງຢ່າງນັ້ນກໍຕາມ ມະນຸດຍັງປະຕິເສດທີ່ຈະຕື່ນຂຶ້ນ, ແຕ່ສືບຕໍ່ເປັນກະບົດກັບເຮົາ, ສືບຕໍ່ໃນຄວາມທະນົງຕົວຂອງເຂົາ.

ໃນບັນດາການທົດລອງທີ່ພວກເຂົາໄດ້ຜ່ານພົ້ນ, ມະນຸດບໍ່ເຄີຍເຮັດຫຍັງທີ່ພໍໃຈເຮົາຈັກເທື່ອ. ຍ້ອນຄວາມຊົ່ວຮ້າຍທີ່ໂຫດຮ້າຍຂອງພວກເຂົາ, ມະນຸດຊາດບໍ່ຕັ້ງໃຈທີ່ຈະເປັນພະຍານໃຫ້ກັບພຣະນາມຂອງເຮົາ; ກົງກັນຂ້າມ ເຂົາ “ແລ່ນໄປທາງອື່ນ” ໃນຂະນະທີ່ເພິ່ງພາເຮົາສຳລັບການບໍາລຸງຊີບ. ຫົວໃຈຂອງມະນຸດບໍ່ຫັນເຂົ້າຫາເຮົາທັງໝົດ ແລະ ສະນັ້ນ ຊາຕານຈຶ່ງຖິ້ມຂີ້ເຫຍື້ອໃສ່ເຂົາຈົນເຂົາເຕັມໄປດ້ວຍຮອຍບາດແຜຢ່າງໜັກ, ຮ່າງກາຍຂອງເຂົາຄຸມໄປດ້ວຍຄວາມສົກກະປົກ. ແຕ່ມະນຸດຍັງບໍ່ເຂົ້າໃຈວ່າ ສີໜ້າຂອງເຂົາເປັນຕາເບື່ອໜ່າຍຫຼາຍສໍ່າໃດ. ຕະຫຼອດມາ ເຂົາຍັງນະມັດສະການຊາຕານເມື່ອຢູ່ລັບຫຼັງເຮົາ. ຍ້ອນເຫດຜົນນີ້, ເຮົາຈຶ່ງໂຍນມະນຸດລົງສູ່ຂຸມເລິກທີ່ສຸດດ້ວຍຄວາມໂມໂຫ, ເຮັດແບບນັ້ນກໍເພື່ອວ່າ ເຂົາຈະບໍ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະຫຼະອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ໃນທ່າມກາງສຽງຮ້ອງໄຫ້ທີ່ເປັນຕາໜ້າສົງສານຂອງເຂົາ, ມະນຸດຍັງປະຕິເສດທີ່ຈະປ່ຽນແປງຄວາມຄິດຂອງເຂົາ, ຕັ້ງໃຈທີ່ຈະຕໍ່ຕ້ານເຮົາຈົນເຖິງຈຸດຈົບຢ່າງຂົມຂື່ນ ແລະ ຫວັງຢ່າງດື້ດ້ານເພື່ອຈະກໍ່ກວນຄວາມໂມໂຫຂອງເຮົາ. ເນື່ອງຈາກສິ່ງທີ່ເຂົາໄດ້ເຮັດ, ເຮົາປະຕິບັດຕໍ່ເຂົາດັ່ງຄົນບາບ ແລະ ປະຕິເສດທີ່ຈະໃຫ້ຄວາມອົບອຸ່ນແຫ່ງອ້ອມກອດຂອງເຮົາໃຫ້ກັບເຂົາ. ຕັ້ງແຕ່ຕອນທຳອິດ, ທູດສະຫວັນໄດ້ຮັບໃຊ້ເຮົາ ແລະ ເຊື່ອຟັງເຮົາ ໂດຍບໍ່ປ່ຽນແປງ ຫຼື ຍົກເລີກ, ແຕ່ມະນຸດເຮັດກົງກັນຂ້າມສະເໝີ ຄືກັນກັບວ່າເຂົາບໍ່ໄດ້ມາຈາກເຮົາ, ແຕ່ເກີດມາຈາກຊາຕານ. ທູດສະຫວັນໃນຕໍາແໜ່ງຂອງໃຜລາວລ້ວນແລ້ວແຕ່ອຸທິດຕົນໃຫ້ກັບເຮົາຢ່າງທີ່ສຸດ; ບໍ່ແກວ່ງໄກວໂດຍກຳລັງຂອງຊາຕານ, ພວກເຂົາພະຍາຍາມປະຕິບັດຕາມໜ້າທີ່ຂອງພວກເຂົາ. ເມື່ອໄດ້ດູດນໍ້ານົມ ແລະ ຖືກບໍາລຸງລ້ຽງດ້ວຍທູດສະຫວັນ, ລູກຊາຍຂອງເຮົາທັງຫຼາຍ ແລະ ປະຊາຊົນຂອງເຮົາລ້ວນແລ້ວແຕ່ເຂັ້ມແຂງ ແລະ ມີສຸຂະພາບດີ, ບໍ່ມີແມ່ນແຕ່ຄົນດຽວໃນບັນດາພວກເຂົາທີ່ອ່ອນແອ ຫຼື ອ່ອນກຳລັງ. ນີ້ແມ່ນການກະທຳຂອງເຮົາ ແລະ ການອັດສະຈັນຂອງເຮົາ. ການລະດົມຍິງປືນໃຫຍ່ຄັ້ງແລ້ວຄັ້ງເລົ່າ ແມ່ນເລີ່ມສະຫຼອງການສ້າງຕັ້ງອານາຈັກຂອງເຮົາ, ທູດສະຫວັນຍ່າງເປັນຈັງຫວະດົນຕີ ແລ້ວມາຢູ່ຕໍ່ໜ້າແທ່ນຂອງເຮົາເພື່ອຍອມຕໍ່ການກວດສອບຂອງເຮົາ, ເພາະຫົວໃຈຂອງພວກເຂົາແມ່ນປາສະຈາກຄວາມບໍ່ບໍລິສຸດ ແລະ ພະທຽມ ແລະ ພວກເຂົາບໍ່ຫຼີກເວັ້ນການກວດສອບຂອງເຮົາ.

ເມື່ອສຽງລົມພະຍຸພັດມາຢ່າງແຮງ, ສະຫວັນກໍດັນລົງມາທັນທີ, ເຮັດໃຫ້ມະນຸດທຸກຄົນຫາຍໃຈບໍ່ອອກ ເພື່ອວ່າມະນຸດຈະບໍ່ສາມາດເອີ້ນຫາເຮົາຕາມທີ່ພວກເຂົາຕ້ອງການໄດ້ອີກຕໍ່ໄປ. ມະນຸດທຸກຄົນລົ້ມສະຫຼາຍໂດຍບໍ່ຮູ້ຈັກຕົວເລີຍ. ຕົ້ນໄມ້ແກວ່ງໄກວໄປມາໃນສາຍລົມ, ໄດ້ຍິນສຽງງ່າໄມ້ຫັກຄັ້ງແລ້ວຄັ້ງເລົ່າ ແລະ ໃບໄມ້ແຫ່ວແຫ້ງຖືກປັດເປົ່າໄປໝົດ. ທັນທີໃດ ໂລກກໍຮູ້ສຶກເປົ່າປ່ຽວ ແລະ ໂດດດ່ຽວດຽວດາຍ ແລະ ຜູ້ຄົນກອດຕົນເອງຢ່າງແໜ້ນ ເພື່ອກຽມພ້ອມສຳລັບໄພພິບັດຫຼັງຈາກລະດູໃບໄມ້ລົ່ນ ທີ່ຈະຟາດໃສ່ຮ່າງກາຍຂອງພວກເຂົາໄດ້ທຸກເມື່ອ. ນົກທີ່ຢູ່ເທິງພູເຂົາບິນໄປພຸ້ນໄປພີ້ ຄືກັບວ່າຮ້ອງໄຫ້ດ້ວຍຄວາມໂສກເສົ້າໃຫ້ກັບບາງຄົນ; ໃນຖໍ້າພູເຂົາ, ສິງໂຕແຜດສຽງດັງສະນັ່ນ ເຮັດໃຫ້ຜູ້ຄົນຢ້ານກົວດ້ວຍສຽງຈົນໄຂມັນກະດູກຂອງພວກເຂົາແຂງກະດ້າງ, ຢ້ານກົວຈົນຂົນລຸກ ແລະ ເບິ່ງຄືກັບວ່າມີຄວາມຮູ້ສຶກມີລາງຮ້າຍທີ່ສັນຍານບອກເຖິງເວລາສຸດທ້າຍຂອງມະນຸດຊາດ. ຍ້ອນບໍ່ເຕັມໃຈທີ່ຈະລໍຖ້າຄວາມພໍໃຈຂອງເຮົາໃນການກຳຈັດພວກເຂົາ, ມະນຸດທຸກຄົນອະທິຖານຢ່າງງຽບໆຫາພຣະຜູ້ເປັນເຈົ້າທີ່ມີອໍານາດສູງສຸດຢູ່ໃນສະຫວັນ. ແຕ່ລົມພາຍຸຈະຖືກຂັດຂວາງໂດຍສຽງຟົດນັນຂອງນໍ້າທີ່ລັ່ງໄຫຼໃນຫ້ວຍນ້ອຍໄດ້ແນວໃດ? ຢູ່ດີໆ ມັນຈະຖືກເຮັດໃຫ້ຢຸດໂດຍສຽງແຫ່ງການພາວະນາຂອງມະນຸດໄດ້ແນວໃດ? ຄວາມໂມໂຫໃນຫົວໃຈຂອງສຽງຟ້າຮ້ອງຈະຖືກເຮັດໃຫ້ງຽບສະຫງົບໂດຍເຫັນແກ່ຄວາມຂີ້ອາຍຂອງມະນຸດໄດ້ແນວໃດ? ມະນຸດແກວ່ງໄກວໄປມາໃນສາຍລົມ; ເຂົາແລ່ນໄປພຸ້ນໄປພີ້ເພື່ອເຊື່ອງຕົນເອງຈາກຝົນ; ແລະ ພາຍໃຕ້ຄວາມໂມໂຫຂອງເຮົາ, ມະນຸດສັ່ນ ແລະ ເຊັນ, ຢ້ານຢ່າງໜັກວ່າ ເຮົາຈະວາງມືຂອງເຮົາລົງເທິງຮ່າງກາຍຂອງພວກເຂົາ ຄືກັນກັບວ່າເຮົາເປັນປາກກະບອກປືນທີ່ຊີ້ໄປທີ່ໜ້າເອິກຂອງມະນຸດຢູ່ສະເໝີ ແລະ ອີກຄັ້ງ ຄືກັນກັບວ່າເຂົາເປັນສັດຕູຂອງເຮົາ ແລະ ເຂົາຍັງເປັນເພື່ອນຂອງເຮົາ. ມະນຸດບໍ່ເຄີຍຄົ້ນພົບເຈດຕະນາອັນແທ້ຈິງທີ່ເຮົາມີໃຫ້ກັບເຂົາ, ບໍ່ເຄີຍເຂົ້າໃຈຈຸດປະສົງທີ່ແທ້ຈິງຂອງເຮົາ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງລ່ວງເກີນເຮົາໂດຍບໍ່ຮູ້ຕົວ, ເຂົາຈຶ່ງຕໍ່ຕ້ານເຮົາຢ່າງບໍ່ຮູ້ຕົວ ແລະ ເຖິງຢ່າງໃດກໍຕາມ ເຂົາຍັງໄດ້ເຫັນເຖິງຄວາມຮັກຂອງເຮົາໂດຍບໍ່ໄດ້ຕັ້ງໃຈເຫັນ. ມັນຍາກສຳລັບມະນຸດທີ່ຈະໄດ້ເຫັນໃບໜ້າຂອງເຮົາໃນທ່າມກາງຄວາມໂມໂຫຂອງເຮົາ. ເຮົາລີ້ລັບໃນກ້ອນເມກສີດຳແຫ່ງຄວາມໃຈຮ້າຍຂອງເຮົາ ແລະ ເຮົາຢືນຢູ່ທ່າມກາງສຽງຟ້າຮ້ອງ, ເໜືອຈັກກະວານທັງປວງເພື່ອສົ່ງມອບຄວາມເມດຕາຂອງເຮົາລົງມາສູ່ມະນຸດ. ເພາະມະນຸດບໍ່ຮູ້ຈັກເຮົາ, ເຮົາບໍ່ຂ້ຽນຕີເຂົາຍ້ອນເຂົາບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ. ໃນສາຍຕາຂອງມະນຸດ, ເຮົາຈົ່ມວ່າກັບຄວາມໂມໂຫຂອງເຮົາຄັ້ງແລ້ວຄັ້ງເລົ່າ, ເຮົາສະແດງຮອຍຍິ້ມຂອງເຮົາຄັ້ງແລ້ວຄັ້ງເລົ່າ, ແຕ່ເຖິງແມ່ນເຂົາເຫັນເຮົາ, ມະນຸດກໍບໍ່ເຄີຍເຫັນອຸປະນິໄສທັງໝົດຂອງເຮົາຈັກເທື່ອ, ຍັງບໍ່ສາມາດໄດ້ຍິນສຽງແກທີ່ກຶກກ້ອງຢ່າງສະໜຸກສະໜານ, ເພາະເຂົາໄດ້ເລີ່ມຕາຍດ້ານ ແລະ ໄຮ້ຄວາມຮູ້ສຶກ. ມັນເປັນຄືກັບວ່າພາບຫຼັກຂອງເຮົາມີຢູ່ໃນຄວາມຊົງຈຳຂອງມະນຸດ ແລະ ຮູບຮ່າງຂອງເຮົາຢູ່ໃນຄວາມຄິດຂອງເຂົາ. ເຖິງຢ່າງໃດກໍຕາມ, ບໍ່ເຄີຍມີແມ່ນແຕ່ຄົນດຽວທີ່ໄດ້ເຫັນເຮົາແທ້ຕະຫຼອດການວິວັດທະນາການຂອງມະນຸດຊາດ, ເພາະສະໝອງຂອງມະນຸດຂາດເຂີນຫຼາຍເກີນໄປ. ຍ້ອນທຸກສິ່ງທີ່ມະນຸດ “ວິໄຈ”ເຮົາ, ວິທະຍາສາດຂອງຊົນຊາດມະນຸດແມ່ນບູຮານຫຼາຍ ຈົນວ່າເຖິງປັດຈຸບັນແລ້ວ ການຄົ້ນຄວ້າທາງວິທະຍາສາດຂອງເຂົາກໍຍັງບໍ່ເກີດຜົນຫຍັງເລີຍ. ດ້ວຍເຫດນັ້ນ ເລື່ອງກ່ຽວກັບ “ພາບຫຼັກຂອງເຮົາ” ຈຶ່ງເປັນເລື່ອງຫວ່າງເປົ່າສະເໝີ ໂດຍບໍ່ມີໃຜຕື່ມຫຍັງໃສ່, ບໍ່ມີໃຜທຳລາຍບັນທຶກສະຖິຕິໂລກ, ຍ້ອນສຳລັບມະນຸດຊາດແລ້ວ ແມ່ນແຕ່ການສາມາດຮັກສາທີ່ໝັ້ນຂອງເຂົາໃນປັດຈຸບັນກໍເປັນສິ່ງປອບໂຍນທີ່ບໍ່ສາມາດປະເມີນຄ່າໄດ້ແລ້ວ ໃນທ່າມກາງຄວາມໂຊກຮ້າຍຢ່າງໃຫຍ່ພວກເຂົາ.

ວັນທີ 23 ມີນາ 1991

​ກ່ອນ​ນີ້ :ບົດທີ 22

ຕໍ່​ໄປ:ບົດທີ 24

ເນື່ອຫາທີ່ກ່ຽວຂ້ອງ