ບົດທີ 22
ມະນຸດດຳລົງຊີວິດທ່າມກາງແສງສະຫວ່າງ ແຕ່ເຂົາກໍບໍ່ຮູ້ເຖິງຄວາມລໍ້າຄ່າຂອງແສງສະຫວ່າງນັ້ນ. ເຂົາບໍ່ໃສ່ໃຈຕໍ່ແກ່ນແທ້ຂອງແສງສະຫວ່າງ ແລະ ແຫຼ່ງກຳເນີດແສງສະຫວ່າງ ແລະ ຍິ່ງໄປກວ່ານັ້ນ ເຂົາບໍ່ໃສ່ໃຈວ່າ ແສງສະຫວ່າງນັ້ນເປັນຂອງໃຜ. ເມື່ອເຮົາມອບແສງສະຫວ່າງທ່າມກາງມະນຸດ, ເຮົາກວດສອບສະພາບການຕ່າງໆໃນທ່າມກາງມະນຸດທັນທີ: ຍ້ອນແສງສະຫວ່າງ, ທຸກຄົນໄດ້ປ່ຽນແປງ ແລະ ເຕີບໃຫຍ່ ແລະ ໄດ້ອອກຈາກຄວາມມືດ. ເຮົາເຝົ້າເບິ່ງຈັກກະວານໃນທຸກມຸມ ແລະ ເຫັນວ່າໝອກໄດ້ປົກຫຸ້ມພູເຂົາ, ແມ່ນໍ້າກາຍເປັນນໍ້າກ້ອນໃນຄວາມເຢືອກເຢັນ ແລະ ຍ້ອນການກັບມາຂອງແສງສະຫວ່າງ, ຜູ້ຄົນຈຶ່ງເບິ່ງໄປທາງທິດຕະເວັນອອກເພື່ອວ່າພວກເຂົາອາດຈະຄົ້ນພົບບາງສິ່ງທີ່ມີຄ່າ, ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເບິ່ງເຫັນທິດທາງຢ່າງຈະແຈ້ງໃນຄວາມມືດມົວໄດ້. ເພາະໂລກທັງໝົດຖືກປົກຄຸມດ້ວຍໝອກ, ເມື່ອເຮົາຫຼຽວເບິ່ງຈາກກ້ອນເມກ, ບໍ່ເຄີຍມີມະນຸດຄົນໃດທີ່ຄົ້ນພົບການເປັນຢູ່ຂອງເຮົາຈັກເທື່ອ. ມະນຸດຊອກຫາບາງສິ່ງຢູ່ເທິງແຜ່ນດິນໂລກ; ເບິ່ງຄືກັບວ່າ ເຂົາກຳລັງຫາອາຫານ; ເບິ່ງຄືກັບວ່າ ເຂົາເຈດຕະນາທີ່ຈະລໍຖ້າການມາເຖິງຂອງເຮົາ, ແຕ່ເຂົາບໍ່ຮູ້ມື້ຂອງເຮົາ ແລະ ພຽງແຕ່ສາມາດຫຼຽວເບິ່ງແສງຮິບຮີ່ທີ່ຢູ່ທາງທິດຕະເວັນອອກເລື້ອຍໆເທົ່ານັ້ນ. ໃນບັນດາຜູ້ຄົນທັງປວງ, ເຮົາສະແຫວງຫາຄົນທີ່ສອດຄ່ອງກັບຫົວໃຈເຮົາຢ່າງແທ້ຈິງ. ເຮົາຍ່າງທ່າມກາງບັນດາຜູ້ຄົນ ແລະ ດຳລົງຊີວິດຢູ່ທ່າມກາງຜູ້ຄົນທັງປວງ, ແຕ່ມະນຸດເທິງແຜ່ນດິນໂລກມີຄວາມປອດໄພ ແລະ ໝັ້ນຄົງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ສອດຄ່ອງກັບຫົວໃຈເຮົາຢ່າງແທ້ຈິງ. ຜູ້ຄົນບໍ່ຮູ້ຈັກວິທີເອົາໃຈໃສ່ຄວາມປະສົງຂອງເຮົາ, ພວກເຂົາບໍ່ສາມາດເຫັນການກະທຳຂອງເຮົາ ແລະ ພວກເຂົາບໍ່ສາມາດເຄື່ອນໄຫວຢູ່ໃນແສງສະຫວ່າງ ແລະ ຖືກແສງສະຫວ່າງສ່ອງລົງໃສ່. ເຖິງແມ່ນມະນຸດເຊີດຊູພຣະທຳຂອງເຮົາ, ເຂົາກໍບໍ່ສາມາດເບິ່ງຜ່ານກົນອຸບາຍທີ່ລໍ້ລວງຂອງຊາຕານໄດ້; ເພາະວ່າ ວຸດທິພາວະຂອງມະນຸດແມ່ນມີຕໍ່າເກີນໄປ, ເຂົາຈຶ່ງບໍ່ສາມາດເຮັດຕາມໃຈປາຖະໜາຂອງເຂົາ. ມະນຸດບໍ່ເຄີຍຮັກເຮົາຢ່າງຈິງໃຈຈັກເທື່ອ. ເມື່ອເຮົາຍົກຍ້ອງເຂົາ, ເຂົາກໍຮູ້ສຶກວ່າຕົນເອງບໍ່ສົມຄວນ, ແຕ່ສິ່ງນີ້ບໍ່ເຮັດໃຫ້ເຂົາພະຍາຍາມເຮັດໃຫ້ເຮົາພໍໃຈ. ເຂົາພຽງແຕ່ຍຶດເອົາ “ຕໍາແໜ່ງ” ທີ່ເຮົາມອບໃຫ້ເຂົານັ້ນໄວ້ຢູ່ໃນກໍາມືຂອງເຂົາ ແລະ ກວດເບິ່ງມັນຢ່າງໃກ້ຊິດ; ເຂົາເສີຍເມີຍຕໍ່ຄວາມເປັນຕາຮັກຂອງເຮົາ, ກົງກັນຂ້າມ ເຂົາສືບຕໍ່ມົກມຸ້ນຢູ່ກັບຜົນປະໂຫຍດຈາກຕໍາແໜ່ງຂອງເຂົາ. ນີ້ບໍ່ແມ່ນຄວາມບົກຜ່ອງຂອງມະນຸດບໍ? ເມື່ອພູເຂົາເໜັງຕີງ, ພວກມັນສາມາດລ້ຽວຫຼົບໜີຍ້ອນເຫັນແກ່ຕໍາແໜ່ງຂອງເຈົ້າບໍ? ເມື່ອແມ່ນໍ້າໄຫຼ, ພວກມັນສາມາດເຊົາໄຫຼເມື່ອຢູ່ຕໍ່ໜ້າຕໍາແໜ່ງຂອງມະນຸດບໍ? ສະຫວັນ ແລະ ແຜ່ນດິນໂລກສາມາດຖອຍຫຼັງກັບຍ້ອນຕໍາແໜ່ງຂອງມະນຸດບໍ? ຄັ້ງໜຶ່ງ ເຮົາເຄີຍເມດຕາຕໍ່ມະນຸດ ຄັ້ງແລ້ວຄັ້ງເລົ່າ, ແຕ່ບໍ່ມີໃຜຊື່ນຊົມ ຫຼື ເຊີດຊູສິ່ງນີ້ເລີຍ. ພວກເຂົາພຽງແຕ່ຟັງສິ່ງນັ້ນຄືກັບວ່າເປັນເລື່ອງເລົ່າ ຫຼື ອ່ານມັນຄືກັບວ່າເປັນນິຍາຍ. ພຣະທຳຂອງເຮົາບໍ່ໄດ້ດົນໃຈມະນຸດແທ້ບໍ? ຖ້ອຍຄຳຂອງເຮົາບໍ່ມີຜົນຫຍັງແທ້ບໍ? ເປັນໄປໄດ້ບໍວ່າ ບໍ່ມີໃຜເຊື່ອໃນການເປັນຢູ່ຂອງເຮົາເລີຍ? ມະນຸດບໍ່ຮັກຕົນເອງ; ກົງກັນຂ້າມ ເຂົາເຂົ້າຮ່ວມກັບຊາຕານເພື່ອໂຈມຕີເຮົາ ແລະ ໃຊ້ຊາຕານເປັນ “ເຄື່ອງມື” ເພື່ອຮັບໃຊ້ເຮົາ. ເຮົາຈະແຊກຊຶມເຂົ້າໄປໃນກົນອຸບາຍທີ່ຫຼອກລວງທຸກຢ່າງຂອງຊາຕານ ແລະ ຢຸດຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກຈາກການຮັບເອົາການລໍ້ລວງຂອງຊາຕານອີກຕໍ່ໄປ ເພື່ອວ່າ ພວກເຂົາຈະບໍ່ຕໍ່ຕ້ານເຮົາ ຍ້ອນການເປັນຢູ່ຂອງມັນອີກ.
ໃນອານາຈັກ, ເຮົາເປັນກະສັດ ແຕ່ແທນທີ່ຈະປະຕິບັດຕໍ່ເຮົາຄືກັບກະສັດຂອງເຂົາ ມະນຸດກັບປະຕິບັດຕໍ່ເຮົາຄືກັບພຣະຜູ້ຊ່ວຍໃຫ້ລອດທີ່ລົງມາຈາກສະຫວັນ. ຜົນຕາມມາກໍຄື ເຂົາປາຖະໜາທີ່ຈະໃຫ້ເຮົາຖວາຍທານໃຫ້ເຂົາ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບຕົວເຮົາເລີຍ. ຫຼາຍຄົນໄດ້ຮ້ອງໄຫ້ຢູ່ຕໍ່ໜ້າເຮົາຄືກັບເປັນຄົນຂໍທານ; ຫຼາຍຄົນໄດ້ເປີດ “ຖົງ” ຂອງພວກເຂົາຕໍ່ເຮົາ ແລະ ອ້ອນວອນຂໍໃຫ້ເຮົາມອບອາຫານໃຫ້ພວກເຂົາເພື່ອຢູ່ລອດ; ຫຼາຍຄົນຈ້ອງຕາທີ່ໂລພາຂອງພວກເຂົາໃສ່ເຮົາ ຄືກັນກັບໝາປ່າທີ່ຫິວໂຫຍ ໂດຍຫວັງວ່າພວກເຂົາຈະສາມາດກືນກິນເຮົາ ແລະ ອີ່ມທ້ອງພວກເຂົາ; ຫຼາຍຄົນໄດ້ກົ້ມຫົວຂອງພວກເຂົາລົງຢ່າງງຽບໆ ຍ້ອນວ່າພວກເຂົາໄດ້ຝ່າຝືນ ແລະ ຮູ້ສຶກອັບອາຍ, ອະທິຖານຫາຄວາມເມດຕາກະລຸນາຂອງເຮົາ ຫຼື ເຕັມໃຈຮັບເອົາການຂ້ຽນຕີຂອງເຮົາ. ເມື່ອເຮົາກ່າວພຣະຄຳຂອງເຮົາອອກມາ, ຫຼາກຫຼາຍຄວາມໂງ່ຂອງມະນຸດປະກົດວ່າເປັນຕາຢາກຫົວ ແລະ ຮູບຮ່າງທີ່ແທ້ຈິງຂອງເຂົາແມ່ນຖືກເປີດໂປງໃນບ່ອນແຈ້ງ ແລະ ໃນແສງສະຫວ່າງນັ້ນ, ມະນຸດບໍ່ສາມາດໃຫ້ອະໄພຕົນເອງໄດ້. ສະນັ້ນ ເຂົາຈຶ່ງຟ້າວມາຢູ່ຕໍ່ໜ້າເຮົາເພື່ອກົ້ມລົງ ແລະ ສາລະພາບຄວາມບາບຂອງເຂົາ. ຍ້ອນ “ຄວາມຊື່ສັດ” ຂອງມະນຸດ, ເຮົາຈຶ່ງດຶງເຂົາຂຶ້ນເທິງລົດມ້າແຫ່ງຄວາມລອດພົ້ນອີກຄັ້ງ ແລະ ດ້ວຍເຫດນີ້ ເຂົາກໍຮູ້ບຸນຄຸນເຮົາ ແລະ ສະແດງສີໜ້າອັນເປັນຕາຮັກຕໍ່ເຮົາ. ແຕ່ເຂົາກໍຍັງບໍ່ເຕັມໃຈທີ່ຈະລີ້ໄພໃນຕົວເຮົາຢ່າງແທ້ຈິງ ແລະ ເຂົາຍັງບໍ່ໄດ້ມອບຫົວໃຈຂອງເຂົາໃຫ້ກັບເຮົາຢ່າງສົມບູນ. ເຂົາພຽງແຕ່ໂອ້ອວດເຖິງເຮົາ, ແຕ່ເຂົາບໍ່ໄດ້ຮັກເຮົາຢ່າງແທ້ຈິງ ຍ້ອນເຂົາບໍ່ໄດ້ຫັນຄວາມຄິດຂອງເຂົາເຂົ້າຫາເຮົາ; ຮ່າງກາຍຂອງເຂົາແມ່ນຢູ່ຕໍ່ໜ້າເຮົາ, ແຕ່ຫົວໃຈຂອງເຮົາແມ່ນຢູ່ຂ້າງຫຼັງເຮົາ. ເພາະຄວາມເຂົ້າໃຈຂອງມະນຸດກ່ຽວກັບກົດເກນແມ່ນຕື້ນເຂີນຫຼາຍ ແລະ ເຂົາບໍ່ສົນໃຈທີ່ຈະມາຢູ່ຕໍ່ໜ້າເຮົາ, ເຮົາຈຶ່ງສະໜອງເຂົາຢ່າງເໝາະສົມ ເພື່ອວ່າເຂົາອາດຫັນມາຫາເຮົາ ແລ້ວອອກຈາກຄວາມໂງ່ຈ້າທີ່ດື້ດຶງຂອງເຂົາ. ນີ້ແມ່ນຄວາມເມດຕາທີ່ເຮົາມອບໃຫ້ກັບມະນຸດ ແລະ ເປັນວິທີການທີ່ເຮົາພະຍາຍາມຊ່ວຍເຂົາໃຫ້ລອດພົ້ນ.
ຜູ້ຄົນທົ່ວທັງຈັກກະວານສະຫຼອງການມາເຖິງຂອງມື້ຂອງເຮົາ ແລະ ທູດສະຫວັນກໍຍ່າງທ່າມກາງປະຊາຊົນທັງໝົດຂອງເຮົາ. ເມື່ອຊາຕານສ້າງບັນຫາ, ທູດສະຫວັນກໍຈະຊ່ວຍຄົນຂອງເຮົາຢູ່ສະເໝີຍ້ອນການຮັບໃຊ້ຂອງພວກເຂົາທີ່ຢູ່ໃນສະຫວັນ. ພວກເຂົາບໍ່ໄດ້ຖືກລໍ້ລວງໂດຍມານຮ້າຍຍ້ອນຄວາມອ່ອນແອຂອງມະນຸດ ແຕ່ຍ້ອນການໂຈມຕີຢ່າງຕໍ່ເນື່ອງຈາກອໍານາດແຫ່ງຄວາມມືດ ພວກເຂົາຍິ່ງພະຍາຍາມຫຼາຍກວ່າເດີມເພື່ອສຳພັດກັບຊີວິດຂອງມະນຸດຜ່ານເມກໝອກ. ຄົນຂອງເຮົາທຸກຄົນຍອມຢູ່ພາຍໃຕ້ພຣະນາມຂອງເຮົາ ແລະ ບໍ່ມີໃຜເຄີຍລຸກຂຶ້ນເພື່ອຕໍ່ຕ້ານເຮົາຢ່າງເປີດເຜີຍຈັກເທື່ອ. ຍ້ອນຄວາມພະຍາຍາມຢ່າງໜັກຂອງທູດສະຫວັນ, ມະນຸດຈຶ່ງຍອມຮັບພຣະນາມຂອງເຮົາ ແລະ ທຸກຄົນຈຶ່ງຢູ່ທ່າມກາງກະແສແຫ່ງພາລະກິດຂອງເຮົາ. ແຜ່ນດິນໂລກກຳລັງຫຼົ້ມຈົມ! ບາບີໂລນກຳລັງເປັນອຳມະພາດ! ໂອ ໂລກແຫ່ງສາສະໜາເອີຍ! ມັນຈະບໍ່ຖືກທຳລາຍດ້ວຍລິດອຳນາດຂອງເຮົາຢູ່ເທິງໂລກໄດ້ແນວໃດ? ຜູ້ໃດຍັງກ້າບໍ່ເຊື່ອຟັງ ແລະ ກ້າຕໍ່ຕ້ານເຮົາ? ພວກທຳມະຈານບໍ? ເຈົ້າໜ້າທີ່ສາສະໜາທຸກຄົນບໍ? ຜູ້ປົກຄອງ ແລະ ຜູ້ມີອຳນາດເທິງແຜ່ນດິນໂລກບໍ? ທູດສະຫວັນບໍ? ຜູ້ໃດບໍ່ສະຫຼອງຄວາມສົມບູນ ແລະ ຄວາມບໍລິບູນໃນຮ່າງກາຍຂອງເຮົາ? ໃນບັນດາຜູ້ຄົນທັງປວງ, ແມ່ນໃຜບໍ່ຮ້ອງສັນລະເສີນເຮົາຢ່າງບໍ່ສິ້ນສຸດ, ແມ່ນໃຜທີ່ບໍ່ມີຄວາມສຸກຕະຫຼອດການ? ເຮົາດຳລົງຊີວິດຢູ່ໃນດິນແດນທີ່ເປັນບ່ອນຫຼົບຊ້ອນຂອງມັງກອນແດງທີ່ຍິ່ງໃຫຍ່, ແຕ່ສິ່ງນີ້ບໍ່ໄດ້ເຮັດໃຫ້ເຮົາສັ່ນຢ້ານ ຫຼື ແລ່ນໜີ, ຍ້ອນທຸກຄົນທີ່ຢູ່ໃນທີ່ນັ້ນກໍເລີ່ມເບື່ອກັບມັນແລ້ວ. ບໍ່ເຄີຍມີສິ່ງໃດໃນ “ໜ້າທີ່” ຂອງມັນໄດ້ຖືກປະຕິບັດຕໍ່ໜ້າມັງກອນເພື່ອເຫັນແກ່ມັງກອງຈັກເທື່ອ; ກົງກັນຂ້າມ, ທຸກສິ່ງທີ່ປະຕິບັດຄືສິ່ງທີ່ພວກເຂົາເຫັນວ່າເໝາະສົມ ແລະ ແຕ່ລະຢ່າງກໍໄປຕາມເສັ້ນທາງຂອງມັນເອງ. ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ຈິບຫາຍໄດ້ແນວໃດ? ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ລົ້ມສະຫຼາຍໄດ້ແນວໃດ? ປະຊາຊົນຂອງເຮົາຈະບໍ່ຮ້ອງໂຮໄດ້ແນວໃດ? ພວກເຂົາຈະບໍ່ຮ້ອງດ້ວຍຄວາມປິຕິຍິນດີໄດ້ແນວໃດ? ນີ້ແມ່ນພາລະກິດຂອງມະນຸດບໍ? ມັນເປັນການກະທຳດ້ວຍມືຂອງມະນຸດບໍ? ເຮົາປະທານແຫຼ່ງກໍາເນີດແຫ່ງການເປັນຢູ່ຂອງມະນຸດ ແລະ ຈັດແຈງໃຫ້ເຂົາດ້ວຍວັດຖຸສິ່ງຂອງຕ່າງໆ ແຕ່ເຂົາກໍບໍ່ພໍໃຈກັບສະພາບການໃນປັດຈຸບັນຂອງເຂົາ ແລະ ຮຽກຮ້ອງໃຫ້ໄດ້ເຂົ້າສູ່ອານາຈັກຂອງເຮົາ. ແຕ່ເຂົາຈະເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍ ໂດຍບໍ່ຕ້ອງຈ່າຍລາຄາ, ໂດຍບໍ່ເຕັມໃຈທີ່ຈະຖວາຍຄວາມອຸທິດຕົນຢ່າງບໍ່ເຫັນແກ່ຕົວໄດ້ແນວໃດ? ແທນທີ່ຈະຮຽກຮ້ອງສິ່ງໃດໜຶ່ງຈາກມະນຸດ, ເຮົາສ້າງເງື່ອນໄຂສຳລັບເຂົາ ເພື່ອວ່າອານາຈັກຂອງເຮົາທີ່ຢູ່ເທິງແຜ່ນດິນໂລກຈະເຕັມໄປດ້ວຍສະຫງ່າລາສີ. ມະນຸດຖືກເຮົານຳພາຈົນມາເຖິງຍຸກປັດຈຸບັນ, ເຂົາເປັນຢູ່ໃນສະພາບແບບນີ້ ແລະ ເຂົາດຳລົງຊີວິດຢູ່ທ່າມກາງການນໍາພາໂດຍແສງສະຫວ່າງຂອງເຮົາ. ຖ້າມັນບໍ່ເປັນແບບນັ້ນ, ແມ່ນໃຜທ່າມກາງຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກຈະຮູ້ຈັກໂອກາດຂອງພວກເຂົາໄດ້? ຜູ້ໃດຈະເຂົ້າໃຈຄວາມປະສົງຂອງເຮົາ? ເຮົາເພີ່ມກົດບັນຍັດຂອງເຮົາເຂົ້າໃສ່ເງື່ອນໄຂຂອງມະນຸດ; ແລ້ວນີ້ບໍ່ແມ່ນສອດຄ່ອງກັບກົດເກນແຫ່ງທຳມະຊາດບໍ?
ມື້ວານນີ້ ເຈົ້າດຳລົງຊີວິດຢູ່ທ່າມກາງລົມ ແລະ ຝົນ; ມື້ນີ້ ເຈົ້າໄດ້ເຂົ້າສູ່ອານາຈັກຂອງເຮົາ ແລະ ກາຍເປັນປະຊາຊົນໃນອານາຈັກນັ້ນ ແລະ ມື້ອື່ນ ເຈົ້າຈະໄດ້ຮັບພອນຈາກເຮົາ. ຜູ້ໃດຈະຈິນຕະນາການເຖິງສິ່ງເຫຼົ່ານັ້ນໄດ້? ເຈົ້າຈະຜະເຊີນກັບຄວາມລໍາບາກ ແລະ ຄວາມຫຍຸ້ງຍາກຫຼາຍສໍ່າໃດໃນຊີວິດຂອງເຈົ້າ, ພວກເຈົ້າຮູ້ບໍ? ເຮົາກ້າວໄປຂ້າງໜ້າທ່າມກາງລົມ ແລະ ຝົນ ແລະ ໄດ້ໃຊ້ເວລາປີແລ້ວປີເລົ່າທ່າມກາງມະນຸດຈົນເຖິງປັດຈຸບັນ. ສິ່ງເຫຼົ່ານີ້ບໍ່ແມ່ນບາດກ້າວໃນແຜນການຄຸ້ມຄອງຂອງເຮົາບໍ? ຜູ້ໃດເຄີຍເພີ່ມຫຍັງເຂົ້າໃນແຜນການຂອງເຮົາບໍ່? ຜູ້ໃດສາມາດໜີຈາກຂັ້ນຕອນຕ່າງໆທີ່ຢູ່ໃນແຜນການຂອງເຮົາບໍ່? ເຮົາດຳລົງຊີວິດຢູ່ໃນຫົວໃຈຂອງຫຼາຍຮ້ອຍລ້ານຄົນ, ເຮົາເປັນກະສັດທີ່ຢູ່ທ່າມກາງຫຼາຍຮ້ອຍລ້ານຄົນ ແລະ ເຮົາຖືກປະຕິເສດ ແລະ ຖືກໃສ່ຮ້າຍປ້າຍສີໂດຍຫຼາຍຮ້ອຍລ້ານຄົນ. ພາບລັກຂອງເຮົາບໍ່ໄດ້ຢູ່ພາຍໃນຫົວໃຈຂອງມະນຸດຢ່າງແທ້ຈິງເລີຍ. ມະນຸດພຽງແຕ່ຮັບຮູ້ໃບໜ້າແຫ່ງສະຫງ່າລາສີຂອງເຮົາທີ່ຢູ່ໃນພຣະທຳຂອງເຮົາຢ່າງມືດມົວ, ແຕ່ຍ້ອນມີການແຊກແຊງໃນຄວາມຄິດຂອງເຂົາ, ເຂົາບໍ່ໄວ້ໃຈຄວາມຮູ້ສຶກຂອງເຂົາເອງ; ມີພຽງແຕ່ເຮົາໃນຮູບພາບເລື່ອນລອຍຝັງຢູ່ໃນຫົວໃຈຂອງເຂົາ, ແຕ່ມັນຈະບໍ່ຄົງຢູ່ແບບນັ້ນຕະຫຼອດໄປ. ດ້ວຍເຫດນັ້ນ ຄວາມຮັກທີ່ເຂົາມີສຳລັບເຮົາຈຶ່ງເປັນດັ່ງນີ້: ຄວາມຮັກຂອງເຂົາທີ່ຢູ່ຕໍ່ໜ້າເຮົາເບິ່ງຄືກັບວ່າບໍ່ໝັ້ນຄົງ, ຄືກັບວ່າມະນຸດແຕ່ລະຄົນຮັກເຮົາຕາມອາລົມຂອງເຂົາເອງ, ຄືກັບວ່າຄວາມຮັກຂອງເຂົາໄດ້ກະພິບເຂົ້າ ແລະ ອອກຈາກສາຍຕາພາຍໃຕ້ແສງເດືອນທີ່ມືດມົວ. ໃນປັດຈຸບັນ, ມັນເປັນພຽງຍ້ອນຄວາມຮັກຂອງເຮົາທີ່ເຮັດໃຫ້ມະນຸດຄົງຢູ່ ແລະ ມີໂອກາດທີ່ຈະຢູ່ລອດ. ຖ້າມັນບໍ່ເປັນແບບນັ້ນ, ຜູ້ໃດທ່າມກາງມະນຸດຈະບໍ່ຖືກຕັດຂາດໂດຍເລເຊີ ຍ້ອນຮ່າງກາຍທີ່ຈ່ອຍເຫຼືອງຂອງພວກເຂົາ? ມະນຸດຍັງບໍ່ຮູ້ຈັກຕົນເອງ. ເຂົາໂອ້ອວດຕໍ່ໜ້າເຮົາ ແລະ ເວົ້າໂອ້ອວດຢູ່ລັບຫຼັງເຮົາ, ແຕ່ບໍ່ມີໃຜກ້າ “ຕໍ່ຕ້ານ” ເຮົາ ເມື່ອຢູ່ຕໍ່ໜ້າເຮົາ. ເຖິງຢ່າງໃດກໍຕາມ, ມະນຸດບໍ່ຮູ້ຈັກຄວາມໝາຍຂອງການຕໍ່ຕ້ານທີ່ເຮົາກ່າວເຖິງ; ກົງກັນຂ້າມ ເຂົາສືບຕໍ່ພະຍາຍາມລໍ້ລວງເຮົາ ແລະ ສືບຕໍ່ຍົກຍ້ອງເຂົາເອງໃນເລື່ອງນີ້, ເຂົາບໍ່ໄດ້ຕໍ່ຕ້ານເຮົາຢ່າງເປີດເຜີຍບໍ? ເຮົາອົດກັ້ນຕໍ່ຄວາມອ່ອນແອຂອງມະນຸດ, ແຕ່ເຮົາບໍ່ຜ່ອນຜັນແມ່ນແຕ່ໜ້ອຍດຽວກັບການຕໍ່ຕ້ານທີ່ເຂົາເປັນຜູ້ສ້າງຂຶ້ນເອງ. ເຖິງແມ່ນເຂົາຮູ້ຈັກຄວາມໝາຍຂອງມັນ, ເຂົາກໍບໍ່ເຕັມໃຈທີ່ຈະປະຕິບັດຕາມຄວາມໝາຍນີ້ ແລະ ພຽງແຕ່ເຮັດຕາມຄວາມມັກຂອງເຂົາ ໂດຍຫຼອກລວງເຮົາ. ເຮົາສະແດງອຸປະນິໄສຂອງເຮົາຢ່າງຊັດເຈນຢູ່ໃນພຣະທຳຂອງເຮົາຕະຫຼອດເວລາ, ແຕ່ມະນຸດກໍບໍ່ຍອມຮັບໃນຄວາມພ່າຍແພ້, ໃນເວລາດຽວກັນ ເຂົາໄດ້ເປີດເຜີຍອຸປະນິໄສຂອງເຂົາ. ໃນທ່າມກາງການພິພາກສາຂອງເຮົາ ມະນຸດຈະເຊື່ອຢ່າງແທ້ຈິງ ແລະ ໃນທ່າມກາງການຂ້ຽນຕີຂອງເຮົາ, ເຂົາຈະດຳລົງຊີວິດຕາມພາບລັກຂອງເຮົາໃນທີ່ສຸດ ແລະ ກາຍມາເປັນການສະແດງອອກຂອງເຮົາຢູ່ເທິງແຜ່ນດິນໂລກ!
ວັນທີ 22 ມີນາ 1992