ບົດທີ 24
ການຂ້ຽນຕີຂອງເຮົາໄດ້ມາເຖິງບັນດາຜູ້ຄົນ, ແຕ່ມັນກໍຍັງຄົງຫ່າງໄກຈາກຜູ້ຄົນທັງປວງ. ຊົ່ວຊີວິດຂອງທຸກຄົນແມ່ນເຕັມໄປດ້ວຍຄວາມຮັກ ແລະ ຄວາມກຽດຊັງຕໍ່ເຮົາ ແລະ ບໍ່ມີໃຜເຄີຍຮູ້ຈັກເຮົາ ແລະ ດ້ວຍເຫດນັ້ນ ທ່າທີຂອງມະນຸດທີ່ມີຕໍ່ເຮົາຈຶ່ງເປັນຮ້ອນໆໜາວໆ ແລະ ບໍ່ສາມາດເປັນປົກກະຕິໄດ້. ແຕ່ເຮົາກໍດູແລ ແລະ ປົກປ້ອງມະນຸດຢູ່ສະເໝີ, ມັນເປັນພຽງຍ້ອນຄວາມໂງ່ຂອງເຂົາທີ່ເຮັດໃຫ້ເຂົາບໍ່ສາມາດເຫັນທຸກການກະທຳ ແລະ ເຂົ້າໃຈເຈດຕະນາທີ່ຈິງໃຈຂອງເຮົາ. ເຮົາເປັນຜູ້ທີ່ນໍາພາບັນດາຊາດຕ່າງໆ ແລະ ເຮົາແມ່ນຜູ້ທີ່ສູງສົ່ງທີ່ສຸດໃນທ່າມກາງຜູ້ຄົນ; ມັນເປັນຍ້ອນມະນຸດບໍ່ຮູ້ຈັກເຮົາເທົ່ານັ້ນ. ເປັນເວລາຫຼາຍປີທີ່ເຮົາໄດ້ດຳລົງຊີວິດທ່າມກາງມະນຸດ ແລະ ຜະເຊີນກັບຊີວິດໃນໂລກຂອງມະນຸດ, ແຕ່ເຂົາກໍປະຕິເສດເຮົາຢູ່ສະເໝີ ແລະ ປະຕິບັດຕໍ່ເຮົາຄືກັບສິ່ງມີຊີວິດທີ່ມາຈາກຕ່າງດາວ. ສະນັ້ນຍ້ອນຄວາມແຕກຕ່າງໃນອຸປະນິໄສ ແລະ ພາສາ, ຜູ້ຄົນປະຕິບັດຕໍ່ເຮົາຄືກັບຄົນແປກໜ້າທີ່ຢູໃນຖະໜົນຫົນທາງ. ມັນເບິ່ງຄືກັບວ່າ ເຄື່ອງນຸ່ງຂອງເຮົາຍັງເປັນຮູບລັກສະນະພິເສດເກີນໄປ ເຊິ່ງເປັນຜົນເຮັດໃຫ້ມະນຸດຂາດຄວາມໝັ້ນໃຈທີ່ຈະເຂົ້າຫາເຮົາ. ດ້ວຍເຫດນັ້ນ ເຮົາຈຶ່ງຮູ້ສຶກເຖິງຄວາມໂດດດ່ຽວຂອງຊີວິດມະນຸດ ແລະ ດັ່ງນັ້ນ ເຮົາຈຶ່ງຮູ້ສຶກເຖິງຄວາມບໍ່ຍຸຕິທຳຂອງໂລກມະນຸດ. ເຮົາຍ່າງທ່າມກາງຄົນທີ່ຍ່າງຜ່ານໄປມາ, ສັງເກດໃບໜ້າຂອງພວກເຂົາທັງໝົດ. ມັນເປັນຄືກັບວ່າ ພວກເຂົາດຳລົງຊີວິດຢູ່ທ່າມກາງຄວາມເຈັບປ່ວຍ, ຄວາມເຈັບປ່ວຍທີ່ເຕັມຢູ່ໃບໜ້າຂອງພວກເຂົາເຕັມໄປດ້ວຍຄວາມໂສກເສົ້າ; ແລະ ມັນເປັນຄືກັບວ່າພວກເຂົາດໍາລົງຊີວິດຢູ່ໃນທ່າມກາງການຂ້ຽນຕີເຊັ່ນກັນ ເຊິ່ງບໍ່ໃຫ້ພວກເຮົາຖືກປົດປ່ອຍເປັນອິດສະຫຼະ. ມະນຸດລ່າມໂສ້ຕົນເອງ ແລະ ສະແດງໃຫ້ເຫັນເຖິງຄວາມຖ່ອມຕົວ. ຄົນສ່ວນໃຫຍ່ສ້າງຄວາມປະທັບໃຈຈອມປອມກ່ຽວກັບຕົນເອງເມື່ອຢູ່ຕໍ່ໜ້າເຮົາ ເພື່ອວ່າເຮົາອາດຕົບມືໃຫ້ກັບພວກເຂົາ, ຄົນສ່ວນໃຫຍ່ຕັ້ງໃຈເຮັດໃຫ້ຕົນເອງເບິ່ງຄືເປັນຕາໜ້າສົງສານເມື່ອຢູ່ຕໍ່ໜ້າເຮົາ ເພື່ອວ່າພວກເຂົາອາດໄດ້ຮັບເອົາຄວາມຊ່ວຍເຫຼືອຂອງເຮົາ. ລັບຫຼັງເຮົາ, ຜູ້ຄົນລ້ວນແລ້ວແຕ່ອ້ອນວອນ ແລະ ບໍ່ເຊື່ອຟັງເຮົາ. ເຮົາເວົ້າຖືກບໍ? ສິ່ງນີ້ບໍ່ແມ່ນຍຸດທະສາດການເອົາຕົວລອດຂອງມະນຸດບໍ? ຜູ້ໃດເຄີຍດຳລົງຊີວິດຕາມເຮົາໃນຊີວິດຂອງພວກເຂົາແດ່? ຜູ້ໃດເຄີຍຍົກຍ້ອງເຮົາທ່າມກາງຄົນອື່ນແດ່? ຜູ້ໃດເຄີຍຖືກຜູກມັດຢູ່ຕໍ່ໜ້າພຣະວິນຍານແດ່? ຜູ້ໃດເຄີຍຕັ້ງໝັ້ນໃນຄຳພະຍານຂອງພວກເຂົາໃຫ້ກັບເຮົາ ເມື່ອຢູ່ຕໍ່ໜ້າຊາຕານບໍ່? ຜູ້ໃດເຄີຍເພີ່ມຄວາມເປັນຈິງໃສ່ໃນ “ຄວາມຊື່ສັດ” ທີ່ພວກເຂົາມີຕໍ່ເຮົາແດ່? ຜູ້ໃດເຄີຍຖືກປະຖິ້ມໂດຍມັງກອນແດງໃຫຍ່ຍ້ອນເຮົາບໍ່? ຜູ້ຄົນໄດ້ສ່ຽງທາຍກັບຊາຕານ ແລະ ຕອນນີ້ກີ້ງເກືອກກັບມັນໃນບຶງ; ພວກເຂົາເປັນຜູ້ຊ່ຽວຊານໃນການທ້າທາຍເຮົາ, ພວກເຂົາເປັນຜູ້ປະດິດການຕໍ່ຕ້ານເຮົາ ແລະ ພວກເຂົາເປັນ “ບັນດິດຊັ້ນສູງ” ໃນການປະຕິບັດກັບເຮົາຢ່າງພໍເປັນພິທີ. ຍ້ອນເຫັນແກ່ໂຊກຊະຕາຂອງເຂົາເອງ, ມະນຸດຊອກຫາຢູ່ບ່ອນນີ້ ແລະ ບ່ອນນັ້ນເທິງແຜ່ນດິນໂລກ ແລະ ເມື່ອເຮົາກວັກມືໃຫ້ເຂົາເຂົ້າມາຫາ, ເຂົາກໍຍັງບໍ່ສາມາດຮູ້ສຶກເຖິງຄວາມລໍ້າຄ່າຂອງເຮົາ ແລະ ສືບຕໍ່ມີ “ຄວາມເຊື່ອ” ທີ່ເພິ່ງພາຕົນເອງ, ບໍ່ເຕັມໃຈທີ່ຈະເປັນ “ພາລະ” ໃຫ້ກັບຄົນອື່ນ. “ຄວາມປາຖະໜາ” ຂອງມະນຸດແມ່ນລໍ້າຄ່າ, ແຕ່ບໍ່ເຄີຍມີຄວາມປາຖະໜາຂອງໃຜຈັກຄົນທີ່ໄດ້ຮັບຄະແນນເຕັມຈັກເທື່ອ ນັ້ນກໍຄື ພວກເຂົາລົ້ມລະລາຍຕໍ່ໜ້າເຮົາ, ລົ້ມລົງໂດຍບໍ່ມີສຽງ.
ເຮົາໄດ້ເວົ້າທຸກມື້ ແລະ ເຮົາເຮັດສິ່ງໃໝ່ໆໃນແຕ່ລະມື້. ຖ້າມະນຸດບໍ່ໃຊ້ກຳລັງຂອງເຂົາທັງໝົດ, ແລ້ວເຂົາກໍຈະຟັງສຽງຂອງເຮົາໄດ້ຍາກ ແລະ ເຂົາຈະພົບວ່າມັນຍາກທີ່ຈະເຫັນໃບໜ້າຂອງເຮົາ. ຜູ້ເປັນທີ່ຮັກອາດຈະດີຫຼາຍ ແລະ ຄຳເວົ້າຂອງພຣະອົງອ່ອນໂຍນສຸດໆ, ແຕ່ມະນຸດບໍ່ສາມາດເບິ່ງເຫັນໃບໜ້າທີ່ສະຫງ່າງາມຂອງພຣະອົງ ແລະ ຍິນສຽງຂອງພຣະອົງໄດ້ຢ່າງງ່າຍດາຍ. ທົ່ວຍຸກຕ່າງໆ, ບໍ່ມີໃຜເຄີຍເບິ່ງເຫັນໃບໜ້າຂອງເຮົາໄດ້ຢ່າງງ່າຍດາຍ. ເຮົາເຄີຍເວົ້າກັບເປໂຕ ແລະ “ປະກົດ” ຕໍ່ເປໂຕ ໂດຍບໍ່ໄດ້ປະກົດຕໍ່ຄົນອື່ນອີກ ຍົກເວັ້ນຊາວອິດສະຣາເອນ ທີ່ໄດ້ເຫັນໃບໜ້າຂອງເຮົາຢ່າງແທ້ຈິງ. ໃນປັດຈຸບັນ, ເຮົາໄດ້ມາຢູ່ທ່າມກາງມະນຸດເພື່ອດຳລົງຊີວິດຮ່ວມກັບເຂົາດ້ວຍຕົວເຮົາເອງ. ເປັນໄປໄດ້ບໍວ່າສິ່ງນີ້ເບິ່ງຄືບໍ່ພິເສດ ແລະ ມີຄ່າຕໍ່ພວກເຈົ້າແທ້ໆ? ພວກເຈົ້າບໍ່ປາຖະໜາທີ່ຈະເຮັດໃຫ້ເວລາຂອງພວກເຈົ້າເກີດປະໂຫຍດສູງສຸດບໍ? ພວກເຈົ້າຕ້ອງການທີ່ຈະປ່ອຍໃຫ້ມັນຜ່ານພວກເຈົ້າໄປແບບນີ້ບໍ? ເຂັມໂມງທີ່ຢູ່ໃນຄວາມຄິດຂອງຜູ້ຄົນຈະຢຸດຢ່າງກະທັນຫັນໄດ້ບໍ? ຫຼື ເວລາສາມາດຫວນກັບຄືນໄດ້ບໍ? ຫຼື ມະນຸດສາມາດກາຍເປັນຄົນໜຸ່ມອີກຄັ້ງໄດ້ບໍ? ຊີວິດທີ່ໄດ້ຮັບພອນໃນປັດຈຸບັນຈະກັບມາອີກຄັ້ງໄດ້ບໍ? ເຮົາບໍ່ມອບ “ລາງວັນ” ທີ່ເໝາະສົມໃຫ້ກັບມະນຸດສຳລັບ “ຂີ້ເຫຍື້ອ” ຂອງເຂົາ. ເຮົາພຽງແຕ່ສືບຕໍ່ປະຕິບັດພາລະກິດຂອງເຮົາ, ແຍກອອກຈາກສິ່ງຕ່າງໆ ແລະ ບໍ່ໄດ້ຢຸດກະແສເວລາ ເພາະມະນຸດຫຍຸ້ງວຽກ ຫຼື ຍ້ອນສຽງຮ້ອງໄຫ້ຂອງເຂົາ. ເປັນເວລາຫຼາຍພັນປີ, ບໍ່ມີໃຜສາມາດແບ່ງແຍກກຳລັງຂອງເຮົາ ແລະ ບໍ່ມີໃຜສາມາດລົບກວນແຜນການເດີມຂອງເຮົາໄດ້. ເຮົາຈະຢູ່ເໜືອອາວະກາດ ແລະ ກວມເອົາຍຸກຕ່າງໆ ແລະ ເລີ່ມຕົ້ນພາກສ່ວນສຳຄັນຂອງແຜນການທັງໝົດຂອງເຮົາ ທັງຢູ່ເບື້ອງເທິງ ແລະ ຢູ່ທ່າມກາງທຸກສິ່ງ. ບໍ່ມີໃຜເລີຍທີ່ສາມາດຮັບການປະຕິບັດຢ່າງພິເສດຈາກເຮົາໄດ້ ຫຼື “ລາງວັນ” ຈາກມືຂອງເຮົາໄດ້ເຖິງວ່າພວກເຂົາໄດ້ອ້າປາກຂອງພວກເຂົາ ແລະ ອະທິຖານຂໍສິ່ງເຫຼົ່ານີ້ ແລະ ເຖິງແມ່ນວ່າ ພວກເຂົາໄດ້ເດ່ມືຂອງພວກເຂົາອອກ ແລະ ລືມທຸກສິ່ງ, ຮຽກຮ້ອງສິ່ງເຫຼົ່ານີ້ຈາກເຮົາ. ບໍ່ມີໃຜເລີຍທ່າມກາງພວກເຂົາເຮັດໃຫ້ເຮົາເໜັງ ແລະ ພວກເຂົາລ້ວນແລ້ວແຕ່ຖືກຊຸກຍຸ້ຄືນດ້ວຍສຽງ “ໄຮ້ຫົວໃຈ” ຂອງເຮົາ. ຄົນສ່ວນໃຫຍ່ຍັງເຊື່ອວ່າ ພວກເຂົາ “ໜຸ່ມເກີນໄປ” ແລະ ສະນັ້ນ ພວກເຂົາຈຶ່ງລໍຖ້າໃຫ້ເຮົາສະແດງຄວາມເມດຕາທີ່ຍິ່ງໃຫຍ່, ເຫັນອົກເຫັນໃຈຕໍ່ພວກເຂົາເປັນຄັ້ງທີສອງ ແລະ ພວກເຂົາຂໍຮ້ອງໃຫ້ເຮົາອະນຸຍາດໃຫ້ພວກເຂົາມາຜ່ານປະຕູຫຼັງ. ແຕ່ວ່າ ຈະໃຫ້ເຮົາຢຸດເຊົາແຜນການຂອງເຮົາເປັນບາງຄັ້ງບາງຄາວໄດ້ແນວໃດ? ຈະໃຫ້ເຮົາຢຸດໂລກທີ່ກຳລັງໝູນວຽນ ເພື່ອເຫັນແກ່ຄວາມໜຸ່ມຂອງມະນຸດ ເພື່ອວ່າ ພວກເຂົາຈະໄດ້ດຳລົງຊີວິດຕໍ່ໄປອີກສອງສາມປີເທິງແຜ່ນດິນໂລກແນວບໍ? ສະໝອງຂອງມະນຸດຊັບຊ້ອນຫຼາຍ, ແຕ່ມັນກໍເບິ່ງຄືກັບວ່າ ຍັງມີສິ່ງຕ່າງໆທີ່ມັນຂາດຫາຍໄປ. ດັ່ງນັ້ນ ໃນຄວາມຄິດຂອງມະນຸດຈຶ່ງປາກົດມີ “ຫົນທາງທີ່ມະຫັດສະຈັນ” ໃນການພະຍາຍາມຂັດຂວາງພາລະກິດຂອງເຮົາ.
ເຖິງແມ່ນມີຫຼາຍຄັ້ງທີ່ເຮົາໄດ້ໃຫ້ອະໄພມະນຸດສຳລັບຄວາມຜິດບາບຂອງເຂົາ ແລະ ສະແດງຄວາມນິຍົມຊົມຊອບເປັນພິເສດ ຍ້ອນຄວາມອ່ອນແອຂອງເຂົາ, ຍັງມີຫຼາຍຄັ້ງທີ່ເຮົາປະຕິບັດຕໍ່ເຂົາຢ່າງເໝາະສົມ ຍ້ອນຄວາມໂງ່ຂອງເຂົາ. ມັນເປັນພຽງແຕ່ຍ້ອນມະນຸດບໍ່ເຄີຍຮູ້ຈັກວິທີຊື່ນຊົນຄວາມເມດຕາຂອງເຮົາ ຈົນວ່າເຂົາໄດ້ຈົມລົງສູ່ສະຖານະການຂອງເຂົາໃນປັດຈຸບັນ: ປົກຄຸມດ້ວຍຝຸ່ນ, ເຄື່ອງນຸ່ງຂາດໜ້າຂາດຫຼັງ, ຜົມຫຍ້ອງຄືກັບຝຸ່ມຫຍ້າ, ໃບໜ້າຂອງເຂົາອາບໄປດ້ວຍຮອຍເປື້ອນ, ຕີນຂອງເຂົາໃສ່ເກີບທີ່ຫຍາບ, ເຮັດດ້ວຍຕົວເອງ, ມືຂອງເຂົາຫ້ອຍຕ໋ອງແຕ່ງໄປມາຢູ່ທາງຂ້າງດັ່ງເລັບນົກອິນຊີທີ່ຕາຍແລ້ວ. ເມື່ອເຮົາເປີດຕາຂອງເຮົາອອກ ແລະ ຫຼຽວເບິ່ງ, ມັນເປັນຄືກັບວ່າມະນຸດຫາກໍ່ຄານອອກຈາກຂຸມເລິກທີ່ສຸດ. ເຮົາບໍ່ສາມາດເຮັດຫຍັງໄດ້ ນອກຈາກໃຈຮ້າຍ: ເຮົາທົນຕໍ່ມະນຸດຢູ່ສະເໝີ, ແຕ່ເຮົາຈະຍອມໃຫ້ມານຮ້າຍໄປໆ ແລະ ມາໆໃນອານາຈັກທີ່ບໍລິສຸດຂອງເຮົາຕາມທີ່ມັນພໍໃຈໄດ້ແນວໃດ? ເຮົາຈະຍອມໃຫ້ຄົນຂໍທານກິນອາຫານໃນຄົວເຮືອນຂອງເຮົາລ້າໆໄດ້ແນວໃດ? ເຮົາຈະທົນໃຫ້ຜີຮ້າຍສົກກະປົກເປັນແຂກໃນຄົວເຮືອນຂອງເຮົາໄດ້ແນວໃດ? ມະນຸດ “ເຄັ່ງຄັດກັບຕົນເອງ” ຢູ່ສະເໝີ ແລະ “ບໍ່ເຄັ່ງຄັດຕໍ່ຄົນອື່ນ”, ແຕ່ເຂົາກໍບໍ່ເຄີຍສຸພາບອ່ອນນ້ອມຕໍ່ເຮົາແມ່ນແຕ່ໜ້ອຍດຽວ, ຍ້ອນເຮົາເປັນພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ສະນັ້ນ ເຂົາຈຶ່ງປະຕິບັດຕໍ່ເຮົາແບບແຕກຕ່າງ ແລະ ບໍ່ເຄີຍມີຄວາມຮັກສຳລັບເຮົາແມ່ນແຕ່ໜ້ອຍດຽວ. ມັນເປັນຄືກັບວ່າສາຍຕາຂອງມະນຸດມີໄຫວພິບເປັນພິເສດ: ທັນທີທີ່ເຂົາພົບກັບເຮົາ, ສີໜ້າຂອງເຂົາກໍເລີ່ມປ່ຽນແປງທັນທີ ແລະ ເຂົາກໍເພີ່ມສີໜ້າເລັກນ້ອຍໃສ່ໃນໃບໜ້າທີ່ເຢືອກເຢັນ ແລະ ເສີຍໆຂອງເຂົາ. ເຮົາບໍ່ບັງຄັບໃຊ້ການລົງໂທດທີ່ເໝາະສົມກັບມະນຸດ ຍ້ອນທ່າທີຂອງເຂົາມີຕໍ່ເຮົາ, ພຽງແຕ່ຫຼຽວເບິ່ງທ້ອງຟ້າຈາກຈັກກະວານເບື້ອງເທິງ ແລະ ປະຕິບັດພາລະກິດຂອງເຮົາເທິງແຜ່ນດິນໂລກຈາກບ່ອນນັ້ນ. ໃນຄວາມຊົງຈຳຂອງມະນຸດ, ເຮົາບໍ່ເຄີຍສະແດງຄວາມເມດຕາກັບຄົນໃດຈັກເທື່ອ, ແຕ່ເຮົາກໍບໍ່ເຄີຍທາລຸນຄົນໃດຄົນໜຶ່ງຈັກເທື່ອ. ເພາະມະນຸດບໍ່ປ່ອຍໃຫ້ມີ “ບ່ອນວ່າງ” ໃນຫົວໃຈຂອງເຂົາສຳລັບເຮົາ, ເມື່ອເຮົາທຸ້ມເທທຸກສິ່ງ ແລະ ອາໄສຢູ່ພາຍໃນເຂົາ, ເຂົາກໍບັງຄັບໃຫ້ເຮົາອອກຢ່າງບໍ່ມີພິທີຫຍັງເລີຍ ແລະ ຫຼັງຈາກນັ້ນກໍໃຊ້ການເວົ້າ ແລະ ການປະຈົບປະແຈງທີ່ນິ້ມນວນເປັນຂໍ້ອ້າງ, ເວົ້າວ່າເຂົາກໍຂາດເຂີນເກີນໄປ ແລະ ບໍ່ສາມາດສະໜອງຕົນເອງສຳລັບຄວາມສຸກຂອງເຮົາໄດ້. ເມື່ອເຂົາເວົ້າ, ໃບໜ້າຂອງເຮົາກໍຄື້ມດ້ວຍ “ກ້ອນເມກທີ່ມືດມົວ” ຢູ່ຕະຫຼອດເວລາ, ຄືກັບວ່າໄພພິບັດອາດເກີດຂຶ້ນກັບມະນຸດໄດ້ທຸກເວລາ. ແຕ່ເຂົາກໍຍັງຂໍໃຫ້ເຮົາຈາກໄປ ໂດຍບໍ່ຄຳນຶງເຖິງໄພອັນຕະລາຍທີ່ຈະເກີດຂຶ້ນ. ເຖິງແມ່ນເຮົາມອບພຣະທຳຂອງເຮົາ ແລະ ຄວາມອົບອຸ່ນແຫ່ງການອ້ອມກອດຂອງເຮົາໃຫ້ກັບມະນຸດ, ເຂົາກໍເບິ່ງຄືກັບວ່າ ບໍ່ມີຫູຟັງ ແລະ ສະນັ້ນ ເຂົາຈຶ່ງບໍ່ສົນໃຈສຽງຂອງເຮົາແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ ເຂົາຈັບຫົວຂອງເຂົາຢ່າງແໜ້ນ ເມື່ອເຂົາຫຼົບໜີອອກໄປຢ່າງວ່ອງໄວ. ເຮົາຈາກລາມະນຸດດ້ວຍຄວາມຮູ້ສຶກຜິດຫວັງເລັກນ້ອຍ ແລະ ພ້ອມດ້ວຍຄວາມໂມໂຫເລັກນ້ອຍ. ໃນຂະນະດຽວກັນ, ມະນຸດກໍຫາຍໄປທັນທີໃນທ່າມກາງການໂຈມຕີຂອງລົມພາຍຸໃຫຍ່ ແລະ ຄື້ນໃຫຍ່. ຫຼັງຈາກນັ້ນບໍ່ດົນ ເຂົາກໍຮ້ອງໄຫ້ຫາເຮົາ, ແຕ່ເຂົາຈະກະທົບກັບການເຄື່ອນໄຫວຂອງສາຍລົມ ແລະ ຄື້ນໄດ້ແນວໃດ? ໃນທີ່ສຸດຮ່ອງຮອຍທັງໝົດຂອງມະນຸດກໍສູນເສຍໄປເທື່ອລະໜ້ອຍຈົນບໍ່ສາມາດຄົ້ນພົບເຂົາໄດ້ຢູ່ໃສອີກເລີຍ.
ກ່ອນຍຸກຕ່າງໆ, ເຮົາຫຼຽວເບິ່ງດິນແດນທັງໝົດຈາກຈັກກະວານເບື້ອງເທິງ. ເຮົາວາງແຜນພາລະກິດອັນຍິ່ງໃຫຍ່ເທິງແຜ່ນດິນໂລກ ນັ້ນກໍຄື ການເນລະມິດສ້າງມະນຸດຊາດຕາມໃຈເຮົາເອງ ແລະ ການສ້າງອານາຈັກເທິງແຜ່ນດິນໂລກໃຫ້ຄືກັບອານາຈັກທີ່ຢູ່ໃນສະຫວັນ, ປ່ອຍໃຫ້ລິດອຳນາດຂອງເຮົາເຕັມທ້ອງຟ້າ ແລະ ສະຕິປັນຍາຂອງເຮົາແຜ່ຂະຫຍາຍທົ່ວຈັກກະວານທັງປວງ. ດັ່ງນັ້ນ ໃນປັດຈຸບັນ ເຊິ່ງເປັນເວລາຫຼາຍພັນປີຕໍ່ມາ ເຮົາສືບຕໍ່ແຜນການຂອງເຮົາ. ແຕ່ບໍ່ມີໃຜຮູ້ຈັກແຜນການຂອງເຮົາ ຫຼື ການຄຸ້ມຄອງເທິງແຜ່ນດິນໂລກ ແລ້ວແຮງໄກທີ່ພວກເຂົາຈະເຫັນເຖິງອານາຈັກຂອງເຮົາທີ່ຢູ່ເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ມະນຸດຈຶ່ງໄລ່ຕາມເງົາ ແລະ ມາຢູ່ຕໍ່ໜ້າເຮົາເພື່ອພະຍາຍາມຫຼອກລວງເຮົາ, ຕ້ອງການຈ່າຍ “ລາຄາງຽບໆ” ສຳລັບພອນຂອງເຮົາທີ່ຢູ່ໃນສະຫວັນ. ຜົນຮັບກໍຄື ເຂົາໄດ້ທ້າທາຍຄວາມໂມໂຫຂອງເຮົາ ແລະ ເຮົາຈຶ່ງນໍາການພິພາກສາມາໃຫ້ເຂົາ, ແຕ່ເຂົາກໍຍັງບໍ່ຕື່ນ. ມັນເປັນຄືກັບວ່າ ເຂົາກຳລັງປະຕິບັດພາລະກິດໃຕ້ດິນ, ບໍ່ຮູ້ຈັກສິ່ງທີ່ຢູ່ເທິງດິນຢ່າງແທ້ຈິງ ຍ້ອນວ່າ ເຂົາບໍ່ໄດ້ສະແຫວງຫາຫຍັງເລີຍນອກຈາກໂອກາດຂອງເຂົາເອງ. ໃນບັນດາຜູ້ຄົນທັງປວງ, ເຮົາບໍ່ເຄີຍເຫັນໃຜທີ່ດຳລົງຊີວິດຢູ່ພາຍໃຕ້ແສງສະຫວ່າງຂອງເຮົາ. ພວກເຂົາດຳລົງຊີວິດຢູ່ໃນໂລກແຫ່ງຄວາມມືດມົວ ແລະ ເບິ່ງຄືກັບວ່າ ພວກເຂົາລຶ້ງກັບການດຳລົງຊີວິດຢູ່ທ່າມກາງຄວາມມືດມົວ. ເມື່ອແສງສະຫວ່າງມາ ພວກເຂົາກໍຢູ່ຫ່າງໄກ ແລະ ມັນຄືກັບວ່າແສງສະຫວ່າງໄດ້ລົບກວນພາລະກິດຂອງພວກເຂົາ; ດັ່ງນັ້ນ ພວກເຂົາຈຶ່ງເບິ່ງຄືກັບວ່າລຳຄານເລັກນ້ອຍ, ຄືກັບວ່າແສງສະຫວ່າງໄດ້ພັງທະລາຍຄວາມສະຫງົບສຸກຂອງພວກເຂົາທັງໝົດ ແລະ ເຮັດໃຫ້ພວກເຂົາບໍ່ສາມາດນອນຫຼັບເປັນປົກກະຕິໄດ້. ສະນັ້ນ ມະນຸດຈຶ່ງເອີ້ນເອົາກຳລັງຂອງເຂົາທັງໝົດເພື່ອຂັບໄລ່ແສງສະຫວ່າງ. ແສງສະຫວ່າງກໍເຊັ່ນກັນ ເບິ່ງຄືກັບວ່າຂາດສະຕິ ແລະ ສະນັ້ນ ຈຶ່ງປຸກມະນຸດໃຫ້ຕື່ນນອນ ແລະ ເມື່ອມະນຸດຕື່ນຂຶ້ນ, ເຂົາກໍປິດຕາຂອງເຂົາ ແລະ ປົກຄຸມດ້ວຍຄວາມໂມໂຫ. ເຂົາຄ່ອນຂ້າງບໍ່ພໍໃຈກັບເຮົາ, ແຕ່ໃນຫົວໃຈຂອງເຮົາ ເຮົາຮູ້ຈັກວິທີບັນລຸຜົນ. ເຮົາເຮັດໃຫ້ແສງສະຫວ່າງນັ້ນໃຫຍ່ຂຶ້ນເທື່ອລະໜ້ອຍ, ເຮັດໃຫ້ທຸກຄົນດຳລົງຊີວິດຢູ່ທ່າມກາງແສງສະຫວ່າງຂອງເຮົາ ແລະ ບໍ່ດົນ ພວກເຂົາກໍຊໍານານໃນການພົວພັນກັບແສງສະຫວ່າງ ແລະ ຍິ່ງໄປກວ່ານັ້ນ ທຸກຄົນແມ່ນເຫັນຄຸນຄ່າຂອງແສງສະຫວ່າງ. ໃນເວລານີ້ ອານາຈັກຂອງເຮົາໄດ້ມາຢູ່ທ່າມກາງມະນຸດແລ້ວ, ທຸກຄົນເຕັ້ນລຳດ້ວຍຄວາມປິຕິຍິນດີ ແລະ ສະເຫຼີມສະຫຼອງ, ແຜ່ນດິນໂລກ ທັນທີໃດ ກໍເຕັມໄປດ້ວຍຄວາມຍິນດີ ແລະ ເວລາແຫ່ງຄວາມສະຫງົບໃນສອງສາມພັນປີກໍຖືກທຳລາຍດ້ວຍການມາເຖິງຂອງແສງສະຫວ່າງ...
ວັນທີ 26 ມີນາ 1992