ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 32

ເມື່ອຜູ້ຄົນເຕົ້າໂຮມກັນກັບເຮົາ, ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມປິຕິຍິນດີ. ທັນໃດນັ້ນ, ເຮົາກໍປະທານພອນທີ່ຢູ່ໃນມືຂອງເຮົາທ່າມກາງມະນຸດ ເພື່ອຜູ້ຄົນຈະສາມາດຊຸມນຸມກັນກັບເຮົາ ແລະ ບໍ່ເປັນສັດຕູທີ່ບໍ່ເຊື່ອຟັງເຮົາ ແຕ່ເປັນເພື່ອນທີ່ສາມາດເຂົ້າກັນກັບເຮົາໄດ້. ສະນັ້ນ ເຮົາຍັງຈິງໃຈຕໍ່ມະນຸດ. ໃນພາລະກິດຂອງເຮົາ, ມະນຸດແມ່ນເບິ່ງຄືກັບເປັນສະມາຊິກຂອງອົງກອນລະດັບສູງ, ສະນັ້ນ ເຮົາຈຶ່ງສົນໃຈເຂົາຫຼາຍຂຶ້ນ, ຍ້ອນເຂົາເປັນເປົ້າໝາຍຂອງພາລະກິດຂອງເຮົາສະເໝີ. ເຮົາໄດ້ສ້າງພື້ນທີ່ຂອງເຮົາໃນຫົວໃຈຂອງຜູ້ຄົນ ເພື່ອວ່າຫົວໃຈຂອງພວກເຂົາອາດຫຼຽວມາທາງເຮົາ, ແຕ່ພວກເຂົາກໍຍັງຂາດຄວາມຮູ້ຢ່າງສິ້ນເຊີງວ່າເປັນຫຍັງເຮົາຈຶ່ງເຮັດສິ່ງນີ້ ແລະ ບໍ່ເຮັດຫຍັງເລີຍນອກຈາກລໍຖ້າ. ເຖິງແມ່ນມີຫ້ອງທີ່ເຮົາໄດ້ສ້າງຂຶ້ນໃນຫົວໃຈຂອງຜູ້ຄົນ, ພວກເຂົາກໍບໍ່ຕ້ອງການໃຫ້ເຮົາອາໄສຢູ່ໃນນັ້ນ. ກົງກັນຂ້າມ, ພວກເຂົາລໍຖ້າ “ຜູ້ສັກສິດ” ໃນຫົວໃຈຂອງພວກເຂົາໃຫ້ມາເຖິງໃນໄວໆ. ຍ້ອນຕົວຕົນຂອງເຮົາ “ຕໍ່າຕ້ອຍ” ເກີນໄປ, ເຮົາຈຶ່ງບໍ່ເໝາະສົມກັບຄວາມຮຽກຮ້ອງຂອງຜູ້ຄົນ ແລະ ສະນັ້ນຈຶ່ງຖືກພວກເຂົາກຳຈັດຖິ້ມ. ຍ້ອນສິ່ງທີ່ພວກເຂົາຕ້ອງການກໍຄືຕົວ “ເຮົາ” ທີ່ສູງສົ່ງ ແລະ ຍິ່ງໃຫຍ່, ແຕ່ເມື່ອເວລາເຮົາມາ, ເຮົາບໍ່ໄດ້ປາກົດໃນລັກສະນະແບບນັ້ນໃຫ້ມະນຸດເຫັນ, ສະນັ້ນ ພວກເຂົາຈຶ່ງສືບຕໍ່ຫຼຽວເບິ່ງໄປໄກໆ, ລໍຖ້າຜູ້ຄົນທີ່ຢູ່ໃນຫົວໃຈຂອງພວກເຂົາ. ເມື່ອເຮົາມາຢູ່ທ່າມກາງຜູ້ຄົນ, ພວກເຂົາປະຕິເສດເຮົາຢູ່ຕໍ່ໜ້າປວງຊົນ. ເຮົາພຽງແຕ່ສາມາດຢືນຢູ່ຂ້າງດຽວ, ລໍຖ້າໃຫ້ມະນຸດ “ຈັດການ”, ໄດ້ແຕ່ຫຼຽວເບິ່ງວ່າ ໃນທີ່ສຸດແລ້ວ ຜູ້ຄົນຈະເຮັດກັບເຮົາແນວໃດ, ນີ້ຄື “ຜະລິດຕະພັນ” ທີ່ຂາດເຂີນ. ເຮົາບໍ່ຫຼຽວເບິ່ງຮອຍແປ້ວຂອງຜູ້ຄົນ, ແຕ່ຫຼຽວເບິ່ງສ່ວນໃດໃນພວກເຂົາທີ່ບໍ່ມີຮອຍແປ້ວ ແລະ ຈາກສິ່ງນີ້ ເຮົາກໍພໍໃຈແລ້ວ. ໃນສາຍຕາຂອງຜູ້ຄົນ, ເຮົາເປັນພຽງ “ດາວດວງນ້ອຍ” ທີ່ໄດ້ລົງມາຈາກທ້ອງຟ້າ, ເຮົາເປັນພຽງບຸກຄົນທີ່ຕໍ່າຕ້ອຍທີ່ສຸດໃນສະຫວັນ ແລະ ການທີ່ເຮົາມາເຖິງແຜ່ນດິນໂລກໃນມື້ນີ້ກໍຍ້ອນໄດ້ຖືກມອບໝາຍໜ້າທີ່ໂດຍພຣະເຈົ້າ. ຜົນຕາມມາກໍຄື ຜູ້ຄົນພາກັນຕີຄວາມໝາຍອອກໄປຕ່າງໆນາໆກ່ຽວກັບຄຳວ່າ “ເຮົາ” ແລະ “ພຣະເຈົ້າ” ໂດຍຢ້ານຢູ່ເລິກໆວ່າຈະພິຈາລະນາວ່າ ພຣະເຈົ້າ ແລະ ເຮົາຈະແມ່ນສິ່ງດຽວກັນ. ຍ້ອນພາບລັກສະນະຂອງເຮົາບໍ່ມີຫຍັງກ່ຽວຂ້ອງກັບລັກສະນະຂອງພຣະເຈົ້າ, ທຸກຄົນຈຶ່ງເຊື່ອວ່າ ເຮົາເປັນຜູ້ຮັບໃຊ້ທີ່ບໍ່ໄດ້ຢູ່ໃນຄອບຄົວຂອງພຣະເຈົ້າ ແລະ ເວົ້າວ່າສິ່ງນີ້ບໍ່ແມ່ນພາບລັກສະນະຂອງພຣະເຈົ້າ. ບາງເທື່ອກໍມີຄົນທີ່ໄດ້ເຫັນພຣະເຈົ້າ, ແຕ່ຍ້ອນການທີ່ເຮົາຂາດຄວາມເຂົ້າໃຈເທິງແຜ່ນດິນໂລກ, ພຣະເຈົ້າຈຶ່ງບໍ່ເຄີຍ “ປາກົດຕົວ” ຕໍ່ເຮົາຈັກເທື່ອ. ບາງເທື່ອ ເຮົາມີ “ຄວາມເຊື່ອ” ໜ້ອຍເກີນໄປ ແລະ ສະນັ້ນ ຜູ້ຄົນຈຶ່ງເບິ່ງເຮົາຕໍ່າຕ້ອຍ. ຜູ້ຄົນຈິນຕະນາການວ່າ ຖ້າຄົນໃດໜຶ່ງເປັນພຣະເຈົ້າແທ້ໆ ແລ້ວເຂົາກໍຈະຊ່ຽວຊານໃນພາສາມະນຸດຢ່າງແນ່ນອນ ເພາະວ່າພຣະເຈົ້າຄືພຣະຜູ້ສ້າງ. ແຕ່ແທ້ຈິງແລ້ວ ຄວາມຈິງແມ່ນກົງກັນຂ້າມ: ບໍ່ແມ່ນພຽງແຕ່ເຮົາບໍ່ເກັ່ງໃນພາສາມະນຸດ, ແຕ່ມີຫຼາຍຄັ້ງທີ່ເຮົາບໍ່ສາມາດແມ່ນແຕ່ “ສະໜອງ” ໃຫ້ກັບ “ຄວາມຂາດເຂີນ” ຂອງເຂົາ. ຜົນຕາມມາກໍຄື ເຮົາຮູ້ສຶກ “ຜິດ” ເລັກນ້ອຍ ຍ້ອນວ່າ ເຮົາບໍ່ໄດ້ກະທໍາຕາມທີ່ຜູ້ຄົນ “ຮຽກຮ້ອງ”, ພຽງແຕ່ຈັດກຽມເຄື່ອງມື ແລະ ປະຕິບັດຕາມສິ່ງທີ່ພວກເຂົາ “ຂາດ”. ຄວາມຕ້ອງການທີ່ເຮົາຮຽກຮ້ອງຈາກມະນຸດແມ່ນບໍ່ຫຼາຍ, ແຕ່ຜູ້ຄົນກໍເຊື່ອອີກແບບໜຶ່ງ. ສະນັ້ນ “ຄວາມຖ່ອມຕົນ” ຂອງພວກເຂົາຈຶ່ງຖືກເປີດເຜີຍຢູ່ໃນການເຄື່ອນໄຫວທຸກຢ່າງຂອງພວກເຂົາ. ພວກເຂົາມັກຮັບຜິດຊອບຍ່າງໄປກ່ອນເຮົາເພື່ອນໍາທາງເຮົາຢູ່ສະເໝີ ໂດຍຢ້ານຢູ່ເລິກໆວ່າເຮົາຈະຫຼົງທາງ, ຢ້ານວ່າເຮົາຈະຍ່າງຫຼົງໄປໃນປ່າເກົ່າແກ່ທີ່ຢູ່ເລິກໃນພູເຂົາ. ຜົນຕາມມາກໍຄື ຜູ້ຄົນນໍາທາງເຮົາໄປຂ້າງໜ້າຢູ່ຕະຫຼອດເວລາ ໂດຍຢ້ານຢ່າງເລິກໆວ່າເຮົາຈະຍ່າງເຂົ້າສູ່ຄຸກມືດໃຕ້ດິນ. ເຮົາຂ້ອນຂ້າງຮູ້ສຶກ “ປະທັບໃຈຢ່າງຫຼາຍ” ກ່ຽວກັບຄວາມເຊື່ອຂອງຜູ້ຄົນ, ຍ້ອນພວກເຂົາໄດ້ “ເຮັດວຽກໜັກ” ເພື່ອເຮົາ ໂດຍບໍ່ໄດ້ຄິດເຖິງອາຫານ ຫຼື ການຫຼັບນອນ, ຈົນເຖິງກັບວ່າ ການເຮັດວຽກໜັກເພື່ອເຮົາໄດ້ເຮັດໃຫ້ພວກເຂົາບໍ່ໄດ້ຫຼັບນອນໝົດມື້ໝົດຄືນ ແລະ ເຖິງກັບຜົມຫງອກ ເຊິ່ງນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຄວາມເຊື່ອຂອງພວກເຂົາ “ຢູ່ເໜືອ” ຈັກກະວານ ແລະ “ເກີນກວ່າ” ອັກຄະສາວົກ ແລະ ຜູ້ປະກາດພຣະທຳຕະຫຼອດຍຸກຕ່າງໆ.

ເຮົາບໍ່ຕົບມືດ້ວຍຄວາມຍິນດີ ຍ້ອນທັກສະຍິ່ງໃຫຍ່ຂອງຜູ້ຄົນ ຫຼື ເຮົາບໍ່ຫຼຽວເບິ່ງພວກເຂົາຢ່າງເຢັນຊາ ຍ້ອນຂໍ້ບົກຜ່ອງຂອງພວກເຂົາ. ເຮົາພຽງແຕ່ເຮັດໃນສິ່ງທີ່ຢູ່ພາຍໃນມືຂອງເຮົາ, ເຮົາບໍ່ປະຕິບັດຕໍ່ຄົນໃດໜຶ່ງຢ່າງພິເສດ, ພຽງແຕ່ປະຕິບັດພາລະກິດຕາມແຜນການຂອງເຮົາເທົ່ານັ້ນ. ແຕ່ຜູ້ຄົນບໍ່ຮູ້ຈັກຄວາມປະສົງຂອງເຮົາ ແລະ ສືບຕໍ່ອະທິຖານສຳລັບສິ່ງຕ່າງໆຈາກເຮົາ, ຄືກັບວ່າຄວາມມັ່ງຄັ້ງທີ່ເຮົາໄດ້ປະທານໃຫ້ກັບພວກເຂົານັ້ນບໍ່ສາມາດສະໜອງຕາມເງື່ອນໄຂຂອງພວກເຂົາໄດ້, ຄືກັບວ່າອຸປະສົງມີຫຼາຍກວ່າອຸປະທານ. ແຕ່ໃນຍຸກປັດຈຸບັນ, ທຸກຄົນຮູ້ສຶກວ່າ “ເງິນເຟີ້” ແລະ ຜົນຕາມມາກໍຄື ມືຂອງພວກເຂົາແມ່ນເຕັມໄປດ້ວຍສິ່ງທີ່ເຮົາໄດ້ມອບໃຫ້ພວກເຂົາເພື່ອຄວາມສຸກ. ມັນເປັນຍ້ອນສິ່ງນີ້ ພວກເຂົາຈຶ່ງເລີ່ມເບື່ອໜ່າຍເຮົາ ແລະ ແລ້ວຊີວິດຂອງພວກເຂົາຈຶ່ງເຕັມໄປດ້ວຍຄວາມສັບສົນ ແລະ ພວກເຂົາຂາດຄວາມຮູ້ໃນສິ່ງທີ່ພວກເຂົາຄວນ ແລະ ບໍ່ຄວນກິນ. ບາງຄົນເຖິງກັບເກາະແໜ້ນໃນສິ່ງຕ່າງໆທີ່ເຮົາໄດ້ມອບໃຫ້ກັບພວກເຂົາເພື່ອຄວາມສຸກ, ຈ້ອງເບິ່ງສິ່ງເຫຼົ່ານັ້ນຢ່າງໃກ້ຊິດ. ເພາະຜູ້ຄົນເຄີຍທົນທຸກກັບຄວາມອົດຢາກ ແລະ ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະໄດ້ຮັບຄວາມສຸກໃນປັດຈຸບັນ, ພວກເຂົາລ້ວນແລ້ວແຕ່ “ສຳນຶກໃນບຸນຄຸນຢ່າງບໍ່ສິ້ນສຸດ” ແລະ ມີການປ່ຽນແປງບາງຢ່າງໃນທ່າທີຂອງພວກເຂົາທີ່ມີຕໍ່ເຮົາ. ພວກເຂົາສືບຕໍ່ຮ້ອງໄຫ້ຕໍ່ໜ້າເຮົາ; ເພາະເຮົາໄດ້ມອບຫຼາຍຢ່າງໃຫ້ກັບພວກເຂົາ, ຕໍ່ໜ້າເຮົາ ພວກເຂົາສືບຕໍ່ຈັບມືຂອງເຮົາ ແລະ ເຮັດ “ສຽງແຫ່ງຄວາມກະຕັນຍູ”. ເຮົາເຄື່ອນໄຫວຢູ່ເໜືອຈັກກະວານ ແລະ ໃນຂະນະທີ່ເຮົາຍ່າງ ເຮົາກໍສັງເກດເບິ່ງຜູ້ຄົນຂອງຈັກກະວານທັງປວງ. ທ່າມກາງຝູງຊົນເທິງແຜ່ນດິນໂລກ, ບໍ່ເຄີຍມີຜູ້ໃດທີ່ເໝາະສົມສຳລັບພາລະກິດຂອງເຮົາ ຫຼື ຄົນທີ່ຮັກເຮົາຢ່າງແທ້ຈິງ. ສະນັ້ນ, ໃນຊ່ວງເວລານີ້ ເຮົາຈຶ່ງຫາຍໃຈໃຫຍ່ດ້ວຍຄວາມຜິດຫວັງ ແລະ ຜູ້ຄົນກໍພາກັນແຕກກະຈາຍໄປທົ່ວດ້ວຍທັນທີທັນໃດ, ບໍ່ຊຸມນຸມກັນອີກຕໍ່ໄປ ໂດຍຢ້ານຢູ່ເລິກໆວ່າເຮົາຈະ “ຈັບພວກເຂົາທັງໝົດດ້ວຍແຫອັນດຽວ”. ເຮົາໃຊ້ໂອກາດນີ້ເພື່ອມາຢູ່ທ່າມກາງມະນຸດ, ເພື່ອປະຕິບັດພາລະກິດຂອງເຮົາ ເຊິ່ງເປັນພາລະກິດທີ່ເໝາະສົມ ທ່າມກາງຜູ້ຄົນທີ່ແຕກກະຈາຍເຫຼົ່ານີ້, ເລືອກເອົາຄົນທີ່ເໝາະສົມເພື່ອປະຕິບັດພາລະກິດ. ເຮົາບໍ່ປາຖະໜາທີ່ຈະ “ກັກຂັງ” ຜູ້ຄົນທ່າມກາງການຂ້ຽນຕີຂອງເຮົາ ແລະ ບໍ່ເຄີຍຫຼົບໜີ. ເຮົາພຽງແຕ່ປະຕິບັດພາລະກິດທີ່ເຮົາຕ້ອງການປະຕິບັດ. ເຮົາໄດ້ມາເພື່ອຂໍ “ຄວາມຊ່ວຍເຫຼືອ” ຈາກມະນຸດ; ຍ້ອນການຄຸ້ມຄອງຂອງເຮົາຂາດການກະທຳຂອງມະນຸດ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດຂອງເຮົາປະສົບຜົນສຳເລັດ ແລະ ມັນເຮັດໃຫ້ພາລະກິດຂອງເຮົາດຳເນີນໄປແບບບໍ່ມີປະສິດຕິພາບ. ເຮົາຫວັງພຽງແຕ່ວ່າໃຫ້ຜູ້ຄົນມີຄວາມຕັ້ງໃຈທີ່ຈະຮ່ວມມືກັບເຮົາ. ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຂົາຄົວອາຫານດີໆໃຫ້ກັບເຮົາກິນ ຫຼື ຈັດກຽມບ່ອນນອນທີ່ເໝາະສົມໃຫ້ເຮົາໄດ້ວາງຫົວນອນ ຫຼື ເຮັດເສື້ອຜ້າທີ່ສວຍງາມໃຫ້ເຮົາໜຸ່ງ, ເຮົາບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ. ເມື່ອຜູ້ຄົນສາມາດເຂົ້າໃຈຄວາມປະສົງຂອງເຮົາ ແລະ ກ້າວໄປກັບເຮົາຂ້າງໆກັນ, ເຮົາກໍຈະພໍໃຈ.

ຜູ້ໃດຢູ່ເທິງແຜ່ນດິນໂລກທີ່ເຄີຍຮັບເອົາເຮົາດ້ວຍຫົວໃຈຂອງພວກເຂົາ? ຜູ້ໃດເຄີຍຮັກເຮົາດ້ວຍຫົວໃຈຂອງພວກເຂົາ? ຄວາມຮັກຂອງຜູ້ຄົນເຈືອປົນຢູ່ສະເໝີ, ແມ່ນແຕ່ເຮົາກໍ “ບໍ່ຮູ້ຈັກ” ວ່າເປັນຫຍັງຄວາມຮັກຂອງພວກເຂົາຈຶ່ງບໍ່ສາມາດເຫືອດແຫ້ງ ແລະ ບໍລິສຸດໄດ້. ສະນັ້ນຈຶ່ງມີ “ຄວາມເລິກລັບ” ຫຼາຍຢ່າງທີ່ປະກອບຢູ່ພາຍໃນມະນຸດ. ທ່າມກາງສິ່ງຖືກສ້າງ, ມະນຸດແມ່ນເບິ່ງຄືວ່າເປັນຄົນທີ່ “ອັດສະຈັນ” ແລະ “ບໍ່ສາມາດຢັ່ງເຖິງໄດ້” ແລະ ສະນັ້ນ ເຂົາຈຶ່ງມີ “ຄຸນນະສົມບັດ” ຕໍ່ໜ້າເຮົາ, ຄືກັບວ່າເຂົາມີສະຖານະເທົ່າທຽມກັບເຮົາ, ແຕ່ເຂົາບໍ່ເຫັນຄວາມແປກປະຫຼາດກ່ຽວກັບ “ສະຖານະ” ນີ້ຂອງເຂົາ. ໃນສິ່ງນີ້, ມັນບໍ່ແມ່ນວ່າເຮົາບໍ່ຍອມໃຫ້ຜູ້ຄົນຢືນຢູ່ໃນຕໍາແໜ່ງນີ້ ແລະ ມີຄວາມສຸກກັບສິ່ງດັ່ງກ່າວ, ແຕ່ເຮົາປາຖະໜາທີ່ຈະໃຫ້ພວກເຂົາມີຄວາມຮູ້ສຶກຢ່າງຖືກຕ້ອງ, ໃຫ້ພວກເຂົາບໍ່ຄິດຢ່າງສູງສົ່ງກ່ຽວກັບພວກເຂົາເອງ, ມັນມີຄວາມຫ່າງໄກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ສໍາລັບລະຫວ່າງພຣະເຈົ້າ ແລະ ມະນຸດ ແມ່ນບໍ່ຕ້ອງເວົ້າເຖິງ. ແລ້ວໄລຍະທາງບໍ່ແມ່ນແຮງໄກຫຼາຍກວ່ານັ້ນລະຫວ່າງພວກເຂົາບໍ? ເທິງແຜ່ນດິນໂລກ, ມະນຸດ ແລະ ເຮົາ “ຢູ່ໃນເຮືອລຳດຽວກັນ” ແລະ ພວກເຮົາ “ຜ່ານຜ່າວິກິດຮ່ວມກັນ”. ຕົວຕົນຂອງເຮົາບໍ່ໄດ້ຍົກເວັ້ນເຮົາຈາກການປະສົບກັບຄວາມລຳບາກຂອງໂລກມະນຸດ ແລະ ມັນເປັນຍ້ອນສິ່ງນີ້ ໃນປັດຈຸບັນ ເຮົາຈຶ່ງຕົກຢູ່ໃນສະຖານະການແບບນີ້. ເຮົາບໍ່ເຄີຍມີທີ່ພັກເທິງແຜ່ນດິນໂລກໃຫ້ອາໄສຢ່າງສະຫງົບສຸກ, ຍ້ອນສາເຫດນີ້ ຜູ້ຄົນຈຶ່ງເວົ້າວ່າ “ບຸດມະນຸດບໍ່ເຄີຍມີບ່ອນໃຫ້ວາງຫົວຂອງພຣະອົງນອນຈັກເທື່ອ”. ຜົນຕາມມາກໍຄື ຜູ້ຄົນຍັງຮ້ອງໄຫ້ເສຍນໍ້າຕາດ້ວຍຄວາມເຫັນໃຈເຮົາ ແລະ ໂຮບໂຮມເງິນຫຼາຍສິບຢວນເພື່ອເປັນ “ເງິນທຶນຊ່ວຍເຫຼືອ” ສຳລັບເຮົາ. ຍ້ອນສິ່ງນີ້ ເຮົາຈຶ່ງມີບ່ອນໃຫ້ພັກເຊົາ; ຖ້າບໍ່ແມ່ນຍ້ອນ “ຄວາມຊ່ວຍເຫຼືອ” ຂອງຜູ້ຄົນ, ຜູ້ໃດຈະຮູ້ໄດ້ວ່າເຮົາຈະເປັນແນວໃດ!

ເມື່ອພາລະກິດຂອງເຮົາສິ້ນສຸດລົງ, ເຮົາຈະບໍ່ສະແຫວງຫາ “ເງິນຊ່ວຍເຫຼືອ” ນີ້ຈາກມະນຸດອີກຕໍ່ໄປ; ກົງກັນຂ້າມ, ເຮົາຈະປະຕິບັດໜ້າທີ່ຕາມທຳມະຊາດຂອງເຮົາ ແລະ ຈະນໍາ “ສິ່ງຕ່າງໆໃນເຮືອນຂອງເຮົາ” ທັງໝົດລົງມາໃຫ້ກັບຜູ້ຄົນເພື່ອຄວາມເບີກບານໃຈຂອງພວກເຂົາ. ໃນປັດຈຸບັນ, ທຸກຄົນແມ່ນຖືກທົດສອບທ່າມກາງການທົດລອງຂອງເຮົາ. ເມື່ອມືຂອງເຮົາມາເຖິງມະນຸດຢ່າງເປັນທາງການ, ຜູ້ຄົນຈະບໍ່ຫຼຽວເບິ່ງເຮົາດ້ວຍສາຍຕາທີ່ຊື່ນຊົມອີກຕໍ່ໄປ, ແຕ່ຈະປະຕິບັດຕໍ່ເຮົາດ້ວຍຄວາມກຽດຊັງ ແລະ ໃນຊ່ວງເວລານີ້ ຫົວໃຈຂອງພວກເຂົາຈະຖືກເຈາະອອກມາທັນທີເພື່ອນໍາເອົາມາເປັນຕົວຢ່າງ. ເຮົາວິເຄາະເບິ່ງຫົວໃຈຂອງມະນຸດພາຍໃຕ້ “ກ້ອງຈຸລະທັດ”, ເຫັນວ່າ ບໍ່ມີຄວາມຮັກທີ່ແທ້ຈິງສຳລັບເຮົາໃນທີ່ນັ້ນເລີຍ. ເປັນເວລາຫຼາຍປີ, ຜູ້ຄົນໄດ້ຫຼອກລວງເຮົາ ແລະ ລໍ້ລວງເຮົາ, ມັນກາຍເປັນວ່າທັງຫ້ອງເທິງເບື້ອງຊ້າຍ ແລະ ຫ້ອງລຸ່ມເບື້ອງຂວາຂອງຫົວໃຈຂອງພວກເຂົາປະກອບດ້ວຍພິດແຫ່ງຄວາມກຽດຊັງຕໍ່ເຮົາ ແລະ ແລ້ວກໍບໍ່ແປກໃຈເລີຍທີ່ວ່າ ເປັນຫຍັງເຮົາຈຶ່ງມີທ່າທີແບບນັ້ນຕໍ່ພວກເຂົາ. ເຖິງຢ່າງໃດກໍຕາມ ພວກເຂົາແມ່ນຍັງຂາດຄວາມຮູ້ໃນສິ່ງນັ້ນແທ້ໆ ຫຼື ພວກເຂົາແມ່ນບໍ່ຍອມຮັບຮູ້ກ່ຽວກັບສິ່ງນັ້ນ. ເມື່ອເຮົາສະແດງຜົນຂອງການກວດສອບຂອງພວກເຂົາ, ພວກເຂົາກໍຍັງບໍ່ຕື່ນຂຶ້ນ; ມັນເປັນຄືກັບວ່າ ໃນຄວາມຄິດຂອງພວກເຂົາ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງໃນອະດີດ ແລະ ບໍ່ຄວນເວົ້າເຖິງໃນປັດຈຸບັນ. ສະນັ້ນ ຜູ້ຄົນພຽງແຕ່ຫຼຽວເບິ່ງ “ຜົນຈາກຫ້ອງທົດລອງ” ດ້ວຍຄວາມເມີນເສີຍ. ພວກເຂົາຍື່ນເຈັ້ຍຂອງການກວດສອບຄືນ ແລະ ຍ່າງໜີ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເວົ້າວ່າ “ສິ່ງເຫຼົ່ານີ້ບໍ່ສຳຄັນ, ມັນບໍ່ມີຜົນກະທົບຕໍ່ສຸຂະພາບຂອງຂ້ານ້ອຍ”. ພວກເຂົາຍິ້ມແບບດູຖູກເລັກນ້ອຍ ແລະ ຫຼັງຈາກນັ້ນກໍເຮັດສາຍຕາຂົ່ມຂູ່ເລັກນ້ອຍ, ຄືກັບໝາຍຄວາມວ່າ ເຮົາບໍ່ຄວນເຮັດໄຮ້ດຽງສາແບບນັ້ນ, ເຮົາຕ້ອງເຮັດພໍເປັນພິທີ. ມັນຄືກັບວ່າ ການທີ່ເຮົາເປີດເຜີຍຄວາມລັບພາຍໃນຂອງພວກເຂົາໄດ້ທຳລາຍ “ກົດເກນ” ຂອງມະນຸດ ແລະ ສະນັ້ນ ພວກເຂົາຈຶ່ງກຽດຊັງເຮົາຫຼາຍຂຶ້ນ. ມີແຕ່ເມື່ອນັ້ນ ເຮົາຈຶ່ງໄດ້ເຫັນແຫຼ່ງທີ່ມາຂອງຄວາມກຽດຊັງຂອງຜູ້ຄົນ. ນີ້ກໍຍ້ອນວ່າ ເມື່ອເຮົາເຟົ້າເບິ່ງ, ເລືອດຂອງພວກເຂົາກໍໄຫຼ ແລະ ຫຼັງຈາກທີ່ໄຫຼຜ່ານເສັ້ນເລືອດໃນຮ່າງກາຍຂອງພວກເຂົາ ມັນກໍເຂົ້າສູ່ຫົວໃຈ ແລະ ໃນເວລານີ້ເອງທີ່ເຮົາໄດ້ “ຄົ້ນພົບ” ສິ່ງໃໝ່. ແຕ່ຜູ້ຄົນບໍ່ໄດ້ຄິດເຖິງສິ່ງນີ້ເລີຍ. ພວກເຂົາບໍ່ລະໝັດລະວັງແທ້ໆ, ພວກເຂົາບໍ່ຄິດໃນສິ່ງທີ່ພວກເຂົາຈະໄດ້ຮັບ ຫຼື ເສຍ ເຊິ່ງນັ້ນກໍພຽງພໍທີ່ສະແດງໃຫ້ເຫັນວ່າວິນຍານແຫ່ງຄວາມອຸທິດຕົນຢ່າງ “ບໍ່ເຫັນແກ່ຕົວ” ຂອງພວກເຂົາແລ້ວ. ພວກເຂົາບໍ່ຄຳນຶງເຖິງສະພາວະສຸຂະພາບຂອງພວກເຂົາເອງ ແລະ “ເຮັດວຽກໜັກ” ເພື່ອເຮົາ. ສິ່ງນີ້ຍັງເປັນ “ຄວາມຊື່ສັດ” ຂອງພວກເຂົາ ແລະ ເປັນສິ່ງທີ່ “ໜ້າສັນລະເສີນ” ກ່ຽວກັບພວກເຂົາ, ສະນັ້ນ ເຮົາຈຶ່ງສົ່ງໜັງສື “ຍ້ອງຍໍ” ໃຫ້ກັບພວກເຂົາອີກຄັ້ງ, ເພື່ອວ່າ ພວກເຂົາອາດຖືກເຮັດໃຫ້ມີຄວາມສຸກອີກຄັ້ງດ້ວຍສິ່ງນີ້. ແຕ່ເມື່ອພວກເຂົາອ່ານ “ໜັງສື” ນີ້, ພວກເຂົາກໍຮູ້ສຶກລຳຄານທັນທີ, ຍ້ອນທຸກສິ່ງທີ່ພວກເຂົາເຮັດແມ່ນຖືກປະຕິເສດໂດຍໜັງສືຂອງເຮົາ. ເຮົາຊີ້ນໍາຜູ້ຄົນໃນເວລາທີ່ພວກເຂົາປະຕິບັດຕົນຢູ່ສະເໝີ, ແຕ່ມັນເບິ່ງຄືກັບວ່າ ພວກເຂົາກຽດຊັງພຣະທຳຂອງເຮົາ; ສະນັ້ນ ທັນທີທີ່ເຮົາອ້າປາກຂອງເຮົາອອກ, ພວກເຂົາກໍຫຼັບຕາຂອງພວກເຂົາຢ່າງສະນິດ ແລະ ເອົາມືອັດຫູຂອງພວກເຂົາໄວ້. ພວກເຂົາບໍ່ເບິ່ງເຮົາດ້ວຍຄວາມເຄົາລົບນັບຖື ຍ້ອນຄວາມຮັກຂອງເຮົາ, ແຕ່ກຽດຊັງເຮົາ ຍ້ອນເຮົາເປີດເຜີຍຂໍ້ບົກຜ່ອງຂອງພວກເຂົາ, ເປີດໂປງສິ່ງຕ່າງໆທີ່ຢູ່ໃນການຄອບຄອງຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຂາດທຶນໃນການເຮັດທຸລະກິດຂອງພວກເຂົາ ເຮັດໃຫ້ພວກເຂົາສູນເສຍຫົນທາງແຫ່ງການດຳລົງຊີວິດຂອງພວກເຂົາ. ດັ່ງນັ້ນ ຄວາມກຽດຊັງທີ່ພວກເຂົາມີຕໍ່ເຮົາຈຶ່ງເພີ່ມຂຶ້ນ.

ວັນທີ 14 ເມສາ 1992

​ກ່ອນ​ນີ້ :ບົດທີ 30

ຕໍ່​ໄປ:ບົດທີ 31

ເນື່ອຫາທີ່ກ່ຽວຂ້ອງ