ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 31

ເຮົາບໍ່ເຄີຍມີບ່ອນຢູ່ໃນຫົວໃຈຂອງຜູ້ຄົນ. ເມື່ອເຮົາຊອກຫາຜູ້ຄົນຢ່າງແທ້ຈິງ ພວກເຂົາກໍປິດຕາຂອງພວກເຂົາ ແລ້ວເມີນເສີຍຕໍ່ການກະທໍາຂອງເຮົາ ຄືກັບວ່າ ທຸກສິ່ງທີ່ເຮົາເຮັດແມ່ນການພະຍາຍາມເຮັດໃຫ້ພວກເຂົາພໍໃຈ ເຊິ່ງດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ພວກເຂົາລັງກຽດການກະທໍາຂອງເຮົາສະເໝີ. ມັນຄືກັບວ່າ ເຮົາຂາດການຮັບຮູ້ໃດໜຶ່ງ: ເຮົາສະແດງຕົວເຮົາເອງຕໍ່ໜ້າມະນຸດສະເໝີ ເຊິ່ງເຮັດໃຫ້ມະນຸດໂກດຮ້າຍ ນັ້ນກໍຄືຜູ້ທີ່ “ຊື່ສັດ ແລະ ຊອບທໍາ”. ແຕ່ພາຍໃຕ້ສະພາບການທີ່ບໍ່ດີດັ່ງກ່າວ ເຮົາໄດ້ອົດທົນ ແລະ ສືບຕໍ່ເຮັດພາລະກິດຂອງເຮົາ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ເຮົາໄດ້ຊິມລົດຊາດທີ່ຫວານ, ສົ້ມ, ຂົມ ແລະ ຈັດຈາກປະສົບການຂອງມະນຸດ ແລະ ເຮົາໄດ້ມາໃນສາຍລົມ ແລະ ໄປກັບຝົນ, ເຮົາໄດ້ປະສົບກັບການຂົ່ມເຫັງຂອງຄອບຄົວ, ປະສົບກັບການຂຶ້ນ ແລະ ລົງຂອງຊີວິດ ແລະ ປະສົບກັບຄວາມເຈັບປວດກັບການຈາກໄປຂອງຮ່າງກາຍ. ຢ່າງໃດກໍຕາມ, ໃນເວລາທີ່ເຮົາສະເດັດມາເທິງແຜ່ນດິນໂລກ ຜູ້ຄົນກໍໄດ້ປະຕິເສດເຈດຕະນາທີ່ດີຂອງເຮົາ “ຢ່າງສຸພາບ” ແທນທີ່ຈະຍິນດີຕ້ອນຮັບເຮົາ ຍ້ອນຄວາມລໍາບາກທີ່ເຮົາໄດ້ທົນທຸກເພື່ອພວກເຂົາ. ເຮົາຈະບໍ່ເຈັບປວດດ້ວຍສິ່ງນີ້ໄດ້ແນວໃດ? ເຮົາຈະບໍ່ເສົ້າເສຍໃຈໄດ້ແນວໃດ? ເປັນໄປໄດ້ບໍ ທີ່ເຮົາໄດ້ກາຍເປັນເນື້ອໜັງເພື່ອໃຫ້ທຸກສິ່ງຈົບລົງແບບນີ້? ເປັນຫຍັງມະນຸດຈຶ່ງບໍ່ຮັກເຮົາ? ເປັນຫຍັງຄວາມຮັກຂອງເຮົາຈຶ່ງຖືກຕອບແທນດ້ວຍຄວາມກຽດຊັງຂອງມະນຸດ? ເປັນໄປໄດ້ບໍວ່າ ເຮົາຕ້ອງທົນທຸກແບບນີ້? ຜູ້ຄົນໄດ້ເສຍນໍ້າຕາແຫ່ງຄວາມເຫັນອົກເຫັນໃຈ ຍ້ອນຄວາມລໍາບາກຂອງເຮົາຢູ່ເທິງແຜ່ນດິນໂລກ ແລະ ໄດ້ຕໍ່ວ່າຄວາມບໍ່ຍຸຕິທໍາຂອງຄວາມໂຊກຮ້າຍຂອງເຮົາ. ແຕ່ໃຜເຄີຍຮູ້ຈັກໃຈຂອງເຮົາຢ່າງແທ້ຈິງແດ່? ໃຜສາມາດເບິ່ງເຫັນຄວາມຮູ້ສຶກຂອງເຮົາແດ່? ມະນຸດເຄີຍມີຄວາມຮັກທີ່ເລິກເຊິ່ງໃຫ້ກັບເຮົາ ແລະ ເຄີຍປາດຖະໜາເຖິງເຮົາໃນຄວາມຝັນຂອງເຂົາ ແຕ່ຜູ້ຄົນເທິງແຜ່ນດິນໂລກຈະສາມາດເຂົ້າໃຈຄວາມປະສົງຂອງເຮົາໃນສະຫວັນໄດ້ແນວໃດ? ເຖິງວ່າ ຜູ້ຄົນຈະເຄີຍເບິ່ງເຫັນຄວາມຮູ້ສຶກທີ່ໂສກເສົ້າຂອງເຮົາ ແຕ່ມີໃຜທີ່ເຄີຍເຫັນອົກເຫັນໃຈຄວາມທຸກທໍລະມານຂອງເຮົາແດ່ ໃນຖານະເປັນຜູ້ທີ່ທົນທຸກຮ່ວມກັນ? ເປັນໄປໄດ້ບໍ ທີ່ສາມັນສໍານຶກຂອງຜູ້ຄົນເທິງແຜ່ນດິນໂລກສາມາດດົນບັນດານ ແລະ ປ່ຽນແປງຈິດໃຈທີ່ໂສກເສົ້າຂອງເຮົາ? ຜູ້ຄົນເທິງແຜ່ນດິນໂລກບໍ່ສາມາດບອກເຮົາໄດ້ແທ້ບໍ ກ່ຽວກັບຄວາມລໍາບາກທີ່ບໍ່ສາມາດເວົ້າເຖິງພາຍໃນໃຈຂອງພວກເຂົາ? ຈິດໃຈ ແລະ ວິນຍານເຄີຍອາໄສກັນ ແລະ ກັນ ແຕ່ຍ້ອນອຸປະສັກຂອງເນື້ອໜັງ ສະໝອງຂອງຜູ້ຄົນຈຶ່ງໄດ້ “ສູນເສຍການຄວບຄຸມ”. ເຮົາເຄີຍເຕືອນຜູ້ຄົນໃຫ້ມາຢູ່ຕໍ່ໜ້າເຮົາ ແຕ່ການຮຽກຮ້ອງຂອງເຮົາບໍ່ໄດ້ເຮັດໃຫ້ຜູ້ຄົນເຮັດໃນສິ່ງທີ່ເຮົາຂໍ; ພວກເຂົາພຽງແຕ່ເບິ່ງຂຶ້ນໄປເທິງຟ້າ, ຕາເຕັມໄປດ້ວຍນໍ້າຕາ ຄືກັບວ່າ ພວກເຂົາແບກຮັບຄວາມລໍາບາກທີ່ບໍ່ສາມາດບັນຍາຍໄດ້ ແລະ ຄືກັບວ່າ ມີບາງສິ່ງໄດ້ຂວາງທາງພວກເຂົາຢູ່. ດ້ວຍເຫດນັ້ນ, ພວກເຂົາຈຶ່ງໄດ້ພະນົມມືຂອງພວກເຂົາ ແລ້ວກົ້ມລົງຢູ່ກ້ອງສະຫວັນເພື່ອອ້ອນວອນຕໍ່ເຮົາ. ຍ້ອນວ່າ ເຮົາມີຄວາມເມດຕາ ເຮົາຈຶ່ງປະທານພອນຂອງເຮົາໃຫ້ແກ່ມະນຸດ ແລະ ພຽງໃນກະພິບຕາ, ພໍແຕ່ການສະເດັດມາຂອງເຮົາມາເຖິງທ່າມກາງມະນຸດ, ມະນຸດກໍໄດ້ລືມຄໍາສາບານຂອງເຂົາທີ່ມີຕໍ່ສະຫວັນໄປດົນນານແລ້ວ. ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງຂອງມະນຸດແທ້ບໍ? ເປັນຫຍັງມະນຸດຈຶ່ງຕ້ອງທົນທຸກກັບ “ໂລກຄວາມຈໍາເຊື່ອມ” ຕະຫຼອດເລລາ? ເຮົາໄດ້ແທງເຂົາບໍ? ເຮົາໄດ້ຕີຮ່າງກາຍຂອງເຂົາບໍ? ເຮົາບອກມະນຸດ ກ່ຽວກັບຄວາມຮູ້ສຶກທີ່ຢູ່ພາຍໃນໃຈຂອງເຮົາ ແລະ ເປັນຫຍັງເຂົາຈຶ່ງຫຼີກເວັ້ນເຮົາຕະຫຼອດ? ໃນຄວາມຊົງຈໍາຂອງມະນຸດ ມັນຄືກັບວ່າ ພວກເຂົາໄດ້ສູນເສຍບາງຢ່າງ ແລະ ກໍຫາສິ່ງນັ້ນບໍ່ເຫັນ ພ້ອມນັ້ນຍັງຄືກັບວ່າ ຄວາມຊົງຈໍາຂອງພວກເຂົາແມ່ນບໍ່ຖືກຕ້ອງເລີຍ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງທົນທຸກກັບຄວາມຫຼົງລືມໃນຊີວິດຂອງພວກເຂົາຕະຫຼອດ ແລະ ມື້ຕ່າງໆໃນຊີວິດຂອງມະນຸດທຸກຄົນກໍຢູ່ໃນຄວາມສັບສົນ. ແຕ່ກໍບໍ່ມີໃຜຈັດການກັບສິ່ງນີ້, ຜູ້ຄົນບໍ່ເຮັດຫຍັງ ມີແຕ່ຢຽບຍໍ່າກັນ ແລະ ກັນ; ແລະ ຂ້າກັນເອງ ເຊິ່ງໄດ້ນໍາພາໄປສູ່ສະພາບແຫ່ງຄວາມສູນເສຍທີ່ເສຍຫາຍຢ່າງໃຫຍ່ໃນປະຈຸບັນ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ກ້ອງຈັກກະວານຕ້ອງພັງລົງມາສູ່ສາຍນໍ້າ ແລະ ບຶງທີ່ສົກກະປົກ ໂດຍທີ່ບໍ່ມີໂອກາດໄດ້ຮັບຄວາມລອດພົ້ນເລີຍ.

ເວລາທີ່ເຮົາສະເດັດມາຢູ່ທ່າມກາງຜູ້ຄົນທັງໝົດ ແມ່ນເປັນຊ່ວງເວລາທີ່ຜູ້ຄົນໄດ້ຈົງຮັກພັກດີຕໍ່ເຮົາ. ໃນເວລານີ້ ມັງກອນແດງທີ່ຍິ່ງໃຫຍ່ໄດ້ເລີ່ມເອົາມືທີ່ໂຫດຮ້າຍຂອງມັນໄປໃສ່ຜູ້ຄົນ. ເຮົາຍອມຮັບ “ຄໍາເຊີນ” ແລະ ໄດ້ເອົາ “ໜັງສືເຊີນ” ຈາກມະນຸດ ໃນຂະນະທີ່ເຮົາສະເດັດມາ “ນັ່ງໃນໂຕະອາຫານລ້ຽງ” ໃນທ່າມກາງມະນຸດ. ໃນເວລາທີ່ພວກເຂົາເຫັນເຮົາ ຜູ້ຄົນກໍບໍ່ໄດ້ສົນໃຈເຮົາ ເນື່ອງຈາກວ່າ ເຮົາບໍ່ໄດ້ແຕ່ງກາຍໃຫ້ກັບຕົວເອງດ້ວຍເຄື່ອງນຸ່ງແບບຄົນຮັ່ງມີ ແລະ ໄດ້ຖືເອົາແຕ່ “ບັດປະຈໍາຕົວ” ຂອງເຮົາ ເພື່ອນັ່ງຢູ່ໂຕະກັບມະນຸດ. ບໍ່ໄດ້ມີເຄື່ອງແຕ່ງໜ້າທີ່ແພງຢູ່ໃບໜ້າຂອງເຮົາ, ບໍ່ມີມຸງກຸດຢູ່ຫົວຂອງເຮົາ ແລະ ເຮົາໃສ່ເກີບທໍາມະດາທີ່ເຮັດຢູ່ເຮືອນຄູ່ໜຶ່ງ. ສິ່ງທີ່ເຮັດໃຫ້ຜູ້ຄົນຜິດຫວັງຫຼາຍທີ່ສຸດ ແມ່ນການບໍ່ມີລິບສະຕິກຢູ່ປາກຂອງເຮົາ. ນອກຈາກນັ້ນ, ເຮົາບໍ່ໄດ້ເວົ້າແບບສຸະພາບ ແລະ ລິ້ນຂອງເຮົາກໍບໍ່ແມ່ນບິກຂອງນັກຂຽນທີ່ມີຄວາມພ້ອມ ແຕ່ກົງກັນຂ້າມ ພຣະທໍາຂອງເຮົາແຕ່ລະຂໍ້ແມ່ນແທງເຂົ້າໄປໃນສ່ວນເລິກສຸດຂອງຫົວໃຈມະນຸດ ເຊິ່ງມອບຄວາມນຶກຄິດ “ທີ່ດີ” ຫຼາຍຂຶ້ນ ກ່ຽວກັບປາກຂອງເຮົາໃຫ້ແກ່ຜູ້ຄົນ. ສິ່ງທີ່ກ່າວມານັ້ນ ແມ່ນພຽງພໍທີ່ຈະເຮັດໃຫ້ຜູ້ຄົນມອບ “ການປະຕິບັດທີ່ດີ” ໃຫ້ແກ່ເຮົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງປະຕິບັດກັບເຮົາທີ່ເປັນຊາວບ້ານຄືກັນ ທີ່ມາຈາກຊົນນະບົດ ທີ່ບໍ່ມີການຢັ່ງຮູ້ ຫຼື ມີສະຕິປັນຍາ. ແຕ່ໃນເວລາທີ່ທຸກຄົນຍື່ນ “ຂອງຂວັນທີ່ເປັນເງິນ”, ຜູ້ຄົນກໍຍັງບໍ່ຖືວ່າເຮົາເປັນຜູ້ທີ່ເປັນຕາເຄົາລົບນັບຖື,ພວກເຂົາພຽງມາຢູ່ຕໍ່ໜ້າເຮົາ ໂດຍບໍ່ມີຄວາມເຄົາລົບໃດໆ, ມາແບບຊ້າໆ ແລະ ແບບບໍ່ພໍໃຈ. ໃນເວລາທີ່ມືຂອງເຮົາຍື່ນອອກໄປ ພວກເຂົາກໍຕົກຕະລຶງທັນທີ, ພວກເຂົາຄຸເຂົ່າລົງ ແລະ ພວກເຂົາກໍພາກັນຮ້ອງເປັນສຽງດັງຢ່າງພໍໃຈ. ພວກເຂົາເກັບກໍາເອົາ “ຂອງຂວັນທີ່ເປັນເງິນ” ທັງໝົດຂອງເຮົາ. ຍ້ອນວ່າ ເປັນຈໍານວນທີ່ຫຼວງຫຼາຍ ພວກເຂົາເລີຍຄິດທັນທີວ່າ ເຮົາເປັນເສດຖີເງິນລ້ານ ແລະ ໄດ້ຈີກເສື້ອຜ້າທີ່ຂາດອອກຈາກຕົນໂຕຂອງເຮົາໂດຍທີ່ເຮົາບໍ່ໄດ້ຍິນຍອມ ແລ້ວເອົາເຄື່ອງນຸ່ງໃໝ່ມາປ່ຽນແທນ ແຕ່ສິ່ງນີ້ກໍບໍ່ໄດ້ເຮັດໃຫ້ເຮົາດີໃຈ. ຍ້ອນວ່າ ເຮົາບໍ່ລື້ງເຄີຍກັບຊີວິດທີ່ສຸກສະບາຍແບບນັ້ນ ແລະ ບໍ່ມັກການປະຕິບັດແບບ “ຊັ້ນສູງ”, ຍ້ອນວ່າ ເຮົາເກີດຈາກເຮືອນບໍລິສຸດ ແລະ ສາມາດເວົ້າໄດ້ວ່າ ຍ້ອນເຮົາເກີດໃນ “ຄວາມທຸກຍາກ” ເຮົາຈຶ່ງບໍ່ລື້ງກັບຊີວິດທີ່ຫຼູຫຼາ ທີ່ມີຄົນຮັບໃຊ້ເຮົາທັງມື ແລະ ຕີນ. ເຮົາປາດຖະໜາວ່າ ຜູ້ຄົນຈະສາມາດເຂົ້າໃຈຄວາມຮູ້ສຶກໃນໃຈຂອງເຮົາເທົ່ານັ້ນ ແລະ ປາດຖະໜາວ່າ ພວກເຂົາຈະສາມາດທົນທຸກກັບຄວາມລໍາບາກໜ້ອຍໜຶ່ງ ເພື່ອຍອມຮັບເອົາຄວາມຈິງຈາກປາກຂອງເຮົາທີ່ເຮັດໃຫ້ເຂົາບໍ່ສະບາຍໃຈ. ຍ້ອນວ່າ ເຮົາບໍ່ເຄີຍສາມາດເວົ້າກ່ຽວກັບທິດສະດີ ຫຼື ສາມາດໃຊ້ຄວາມລັບຂອງຜູ້ຄົນໃນການເຂົ້າສັງຄົມ ເພື່ອພົວພັນກັບພວກເຂົາ ແລະ ຍ້ອນວ່າ ເຮົາບໍ່ສາມາດສ້າງພຣະທໍາຂອງເຮົາ ຕາມການເຫັນດີ ຫຼື ຕາມຈິດຕະວິທະຍາຂອງພວກເຂົາ ຜູ້ຄົນຈຶ່ງກຽດຊັງເຮົາຕະຫຼອດ, ເຊື່ອວ່າ ເຮົາບໍ່ສົມຄວນທີ່ຈະຕ້ອງພົວພັນນໍາ ແລະ ໄດ້ເວົ້າວ່າ ເຮົາມີລິ້ນທີ່ແຫຼມຄົມ ແລະ ເຮັດໃຫ້ຜູ້ຄົນເຈັບປວດຕະຫຼອດ. ແຕ່ເຮົາບໍ່ມີທາງເລືອກ: ເຮົາເຄີຍ “ສຶກສາ” ຈິດຕະວິທະຍາຂອງມະນຸດ, ເຄີຍ “ຮຽນແບບ” ປັດສະຍາຊີວິດຂອງມະນຸດ ແລະ ເຄີຍໄປເຂົ້າ “ວິທະຍາໄລພາສາ” ເພື່ອຮຽນພາສາຂອງມະນຸດ ເພື່ອວ່າ ເຮົາອາດຊໍານານວິທີການເວົ້າຂອງມະນຸດ ແລະ ເວົ້າໃຫ້ເໝາະສົມກັບຄວາມເຫັນດີຂອງພວກເຂົາ ແຕ່ເຖິງວ່າ ເຮົາຈະໄດ້ໃຊ້ຄວາມພະຍາຍາມຫຼາຍພຽງໃດ ແລະ ໄດ້ຢ້ຽມຢາມ “ຜູ້ຊ່ຽວຊານ” ຫຼາຍຄົນ ແຕ່ທຸກສິ່ງກໍບໍ່ມີປະໂຫຍດຫຍັງ. ບໍ່ເຄີຍມີຈັກຄັ້ງທີ່ຈະມີຄວາມເປັນມະນຸດໃນຕົວເຮົາ. ໃນເວລາຫຼາຍປີຜ່ານມານີ້ ຄວາມພະຍາຍາມຂອງເຮົາບໍ່ເຄີຍໄດ້ຮັບຜົນແມ່ນແຕ່ໜ້ອຍດຽວ, ເຮົາບໍ່ເຄີຍມີຄວາມສາມາດແມ່ນແຕ່ໜ້ອຍດຽວໃນດ້ານພາສາຂອງມະນຸດ. ສະນັ້ນ ຄໍາເວົ້າຂອງມະນຸດທີ່ວ່າ “ຄວາມດຸມັ່ນເຮັດໃຫ້ປະສົບຜົນສໍາເລັດ” ແມ່ນຖືກ “ສະທ້ອນ” ໃນຕົວເຮົາ ແລະ ດ້ວຍເຫດນັ້ນ ຄໍາເວົ້າເຫຼົ່ານີ້ຈະສິ້ນສຸດລົງເທິງແຜ່ນດິນໂລກ. ຜູ້ຄົນແມ່ນບໍ່ຮູ້ເລີຍວ່າ ສຸພາສິດສັ້ນໆນີ້ແມ່ນບໍ່ໄດ້ຮັບການອະນຸມັດຈາກພຣະເຈົ້າຢູ່ສະຫວັນ ເຊິ່ງໄດ້ມີການຢືນຢັນຢ່າງພຽງພໍວ່າ ຄໍາເວົ້າດັ່ງກ່າວບໍ່ເໝາະສົມ. ດ້ວຍເຫດນັ້ນ ເຮົາຈຶ່ງຂໍອະໄພມາຍັງມະນຸດ ແຕ່ມັນກໍເຮັດຫຍັງບໍ່ໄດ້. ແມ່ນໃຜທີ່ເຮັດໃຫ້ເຮົາ “ໂງ່”? ເຮົາບໍ່ສາມາດຮຽນຮູ້ພາສາຂອງມະນຸດ, ມີຄວາມຊໍານານໃນປັດຊະຍາຊີວິດ ແລະ ໃນການເຂົ້າສັງຄົມກັບມະນຸດ. ເຮົາມີແຕ່ແນະນໍາໃຫ້ຜູ້ຄົນອົດທົນ, ອົດກັ້ນຄວາມໃຈຮ້າຍພາຍໃນໃຈຂອງພວກເຂົາ ແລະ ໃຫ້ພວກເຂົາບໍ່ຕ້ອງເຈັບເພື່ອເຮົາເທົ່ານັ້ນ. ແມ່ນໃຜເຮັດໃຫ້ພວກເຮົາພົວພັນກັນ? ແມ່ນໃຜເຮັດໃຫ້ພວກເຮົາມາພົບກັນໃນຊ່ວງເວລານີ້? ແມ່ນໃຜເຮັດໃຫ້ພວກເຮົາມາແບ່ງປັນອຸດົມຄະຕິ?

ອຸປະນິໄສຂອງເຮົາແມ່ນຢູ່ໃນພຣະທໍາທຸກຂໍ້ຂອງເຮົາ ແຕ່ຜູ້ຄົນກໍບໍ່ສາມາດເຂົ້າໃຈໃນພຣະທໍາຂອງເຮົາ. ພວກເຂົາມັກແບ່ງແຍກຄວາມແຕກຕ່າງໃນສິ່ງທີ່ເຮົາກ່າວ ແລ້ວມັນມີປະໂຫຍດຫຍັງ? ແນວຄວາມຄິດຂອງພວກເຂົາກ່ຽວກັບເຮົາຈະສາມາດເຮັດໃຫ້ພວກເຂົາສົມບູນໄດ້ບໍ? ສິ່ງຕ່າງໆຢູ່ເທິງແຜ່ນດິນໂລກຈະສາມາດເຮັດໃຫ້ຄວາມປະສົງຂອງເຮົາສໍາເລັດໄດ້ບໍ? ເຮົາພະຍາຍາມທີ່ຈະສອນຜູ້ຄົນກ່ຽວກັບວິທີເວົ້າພຣະທໍາຂອງເຮົາ ແຕ່ມັນຄືກັບວ່າ ລິ້ນຂອງມະນຸດພັນກັນ ແລະ ເຂົາບໍ່ເຄີຍສາມາດຮຽນຮູ້ວິທີເວົ້າພຣະທໍາຂອງເຮົາດັ່ງທີ່ເຮົາປາດຖະໜາເລີຍ. ເຮົາສອນເຂົາຜ່ານປາກຕໍ່ປາກ ແຕ່ເຂົາບໍ່ເຄີຍສາມາດຮຽນຮູ້ໄດ້. ມີແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຮົາຈຶ່ງໄດ້ຄົ້ນພົບສິ່ງໃໝ່: ຜູ້ຄົນເທິງແຜ່ນດິນໂລກຈະສາມາດເວົ້າພຣະທໍາແຫ່ງສະຫວັນໄດ້ແນວໃດ? ສິ່ງນີ້ບໍ່ເປັນການລະເມີດຕໍ່ກົດເກນແຫ່ງທໍາມະຊາດບໍ? ແຕ່ຍ້ອນຄວາມກະຕືລືລົ້ນ ແລະ ຄວາມຢາກຮູ້ຢາກເຫັນຂອງມະນຸດທີ່ມີຕໍ່ເຮົາ, ເຮົາຈຶ່ງເລີ່ມດໍາປະຕິບັດພາລະກິດບາງສ່ວນຕໍ່ມະນຸດອີກ. ເຮົາບໍ່ເຄີຍເຮັດໃຫ້ມະນຸດອັບອາຍຍ້ອນຄວາມບໍ່ພຽງພໍຂອງເຂົາ ແຕ່ກົງກັນຂ້າມ ແມ່ນໄດ້ສະໜອງໃຫ້ແກ່ມະນຸດ ຕາມສິ່ງທີ່ເຂົາຂາດເຂີນ. ມັນເປັນຍ້ອນສິ່ງນີ້ເທົ່ານັ້ນ ຜູ້ຄົນຈຶ່ງມີຄວາມນຶກຄິດທີ່ດີເລັກນ້ອຍກ່ຽວກັບເຮົາ ແລະ ເຮົາໄດ້ໃຊ້ໂອກາດນີ້ ເພື່ອເຕົ້າໂຮມຜູ້ຄົນມາຮ່ວມກັນອີກຄັ້ງ ແລະ ເພື່ອວ່າ ພວກເຂົາອາດຊື່ນຊົມກັບຄວາມອຸດົມສົມບູນຂອງເຮົາອີກຄັ້ງ. ໃນເວລານີ້ ຜູ້ຄົນແມ່ນໝົກມຸ່ນຢູ່ໃນຄວາມສຸກອີກຄັ້ງ, ສຽງເຊຍ ແລະ ສຽງຫົວແມ່ນລອຍໄປທົ່ວເມກສີກຸຫຼາບໃນທ້ອງຟ້າ. ເຮົາເປີດໃຈຂອງມະນຸດ ແລະ ມະນຸດກໍມີພະລັງທັນທີ ແລະ ເຂົາກໍບໍ່ເຕັມໃຈທີ່ຈະລີ້ຈາກເຮົາອີກຕໍ່ໄປ ເນື່ອງຈາກວ່າ ເຂົາໄດ້ຊີມລົດຊາດຫວານຂອງນໍ້າເຜິ້ງ ແລະ ດ້ວຍເຫດນັ້ນ ເຂົາກໍໄດ້ເອົາເຄື່ອງທີ່ບໍ່ໃຊ້ແລ້ວຂອງເຂົາອອກມາເພື່ອແລກປ່ຽນ ຄືກັບວ່າ ເຮົາໄດ້ກາຍເປັນບ່ອນເກັບຂີ້ເຫຍື້ອ ຫຼື ສະຖານີບໍາບັດເຄື່ອງເສດເຫຼືອ. ສະນັ້ນ, ພາຍຫຼັງທີ່ໄດ້ເຫັນ “ໂຄສະນາ” ທີ່ຖືກຕິດຂຶ້ນ ຜູ້ຄົນກໍມາຢູ່ຕໍ່ໜ້າເຮົາ ແລະ ມີສ່ວນຮ່ວມດ້ວຍຄວາມກະຕືລືລົ້ນ ເນື່ອງຈາກເບິ່ງຄືວ່າ ພວກເຂົາຄິດວ່າ ພວກເຂົາສາມາດໄດ້ຮັບສິ່ງ “ທີ່ລະນຶກ” ດັ່ງນັ້ນ ພວກເຂົາທຸກຄົນກໍໄດ້ສົ່ງ “ຈົດໝາຍ” ເຖິງເຮົາ ເພື່ອວ່າ ພວກເຂົາຈະສາມາດເຂົ້າຮ່ວມໃນງານທີ່ເຮົາໄດ້ຈັດ. ໃນຊ່ວງເວລານີ້ ພວກເຂົາບໍ່ຢ້ານການສູນເສຍ ເພາະວ່າ “ຕົ້ນທຶນ” ຂອງກິດຈະກໍາເຫຼົ່ານີ້ແມ່ນບໍ່ຫຼາຍ ແລະ ດ້ວຍເຫດນັ້ນ ພວກເຂົາກໍເລີຍກ້າທີ່ຈະສ່ຽງເຂົ້າຮ່ວມ. ຖ້າບໍ່ມີເຄື່ອງທີ່ລະນຶກທີ່ໄດ້ມາຈາກການເຂົ້າຮ່ວມ ຜູ້ຄົນກໍຈະອອກຈາກສະໜາມ ແລະ ຂໍເງິນຂອງພວກເຂົາຄືນ ແລະ ຍັງຈະຄິດໄລ່ “ດອກເບ້ຍ” ທີ່ເຮົາຕິດຄ້າງພວກເຂົາອີກ. ມັນເປັນເພາະວ່າ ມາດຕະຖານການດໍາລົງຊີວິດໃນປະຈຸບັນໄດ້ເພີ່ມຂຶ້ນ, ການໄປເຖິງ “ລະດັບຄວາມຮັ່ງມີປານກາງ” ແລະ ການບັນລຸ “ຄວາມທັນສະໄໝ”, “ການໄປເຂດຊົນນະບົດ” ພ້ອມກັບ “ກຸ່ມຄົນຂັ້ນອາວຸໂສທີ່ເປັນແກນສໍາຄັນ” ເພື່ອຈັດກຽມພາລະກິດ, ຄວາມເຊື່ອຂອງຜູ້ຄົນຈຶ່ງທະວີຄູນຂຶ້ນທັນທີເປັນຫຼາຍເທົ່າ ແລະ ເປັນເພາະວ່າ “ການຈັດຕັ້ງ” ຂອງພວກເຂົາແມ່ນດີຂຶ້ນເລື້ອຍໆ ພວກເຂົາກໍເລີຍເບິ່ງເຮົາດ້ວຍຄວາມເຫຼື້ອມໃສ ແລະ ເຕັມໃຈທີ່ຈະພົວພັນກັບເຮົາ ເພື່ອຫວັງໄດ້ຮັບການເຊື່ອໃຈຈາກເຮົາ.

ວັນທີ 11 ເມສາ 1992

​ກ່ອນ​ນີ້ :ບົດທີ 29

ຕໍ່​ໄປ:ບົດທີ 33

ເນື່ອຫາທີ່ກ່ຽວຂ້ອງ