ບົດທີ 33

ໃນເຮືອນຂອງເຮົາ ຄັ້ງໜຶ່ງເຄີຍມີຄົນສັນລະເສີນຊື່ບໍລິສຸດຂອງເຮົາ ແລະ ຜູ້ທີ່ເຮັດພາລະກິດທີ່ບໍ່ຮູ້ຈັກເມື່ອຍ ເພື່ອວ່າລັດສະໝີຂອງເຮົາຢູ່ເທິງແຜ່ນດິນໂລກຈະມີເຕັມທ້ອງຟ້າ. ເພາະສິ່ງນີ້ ເຮົາຈຶ່ງມີຄວາມສຸກຫຼາຍ ແລະ ໃຈຂອງເຮົາກໍເຕັມໄປດ້ວຍຄວາມເບີກບານ ແຕ່ມີໃຜແດ່ທີ່ສາມາດເຮັດພາລະກິດແທນເຮົາ ແລະ ອົດລັບອົດນອນທັງກາງຄືນ ແລະ ກາງເວັນ? ຄວາມເດັດດ່ຽວຂອງມະນຸດທີ່ຢູ່ຕໍ່ໜ້າເຮົາໄດ້ມອບຄວາມສຸກໃຫ້ແກ່ເຮົາ ແຕ່ຄວາມກະບົດຂອງເຂົາແມ່ນເຮັດໃຫ້ເຮົາໃຈຮ້າຍ ແລະ ດ້ວຍເຫດນັ້ນ ຍ້ອນມະນຸດບໍ່ສາມາດປະຕິບັດຕາມໜ້າທີ່ຂອງຕົນ ເຮົາຈຶ່ງເສຍໃຈກັບພວກເຂົາຫຼາຍທີ່ສຸດ. ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດອຸທິດຕົນເພື່ອເຮົາສະເໝີ? ເປັນຫຍັງພວກເຂົາຈຶ່ງພະຍາຍາມຕໍ່ລອງກັບເຮົາຕະຫຼອດເວລາ? ເຮົາແມ່ນຜູ້ຈັດການທົ່ວໄປຂອງສູນການຄ້າບໍ? ເປັນຫຍັງເຮົາຈຶ່ງຕ້ອງເຮັດສິ່ງທີ່ຜູ້ຄົນຕ້ອງການໃຫ້ສໍາເລັດຢ່າງພໍໃຈ ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ? ເປັນໄປໄດ້ບໍ ທີ່ເຮົາບໍ່ຊໍານານໃນດ້ານທຸລະກິດ ແຕ່ມະນຸດພັດຊໍານານທາງດ້ານນັ້ນ? ເປັນຫຍັງຜູ້ຄົນຈຶ່ງຫຼອກລວງເຮົາດ້ວຍຄໍາເວົ້າທີ່ມີຄາລົມ ແລະ ແບບປະຈົບປະແຈງ? ເປັນຫຍັງຜູ້ຄົນຈຶ່ງມາມອບ “ຂອງຂວັນ” ໃຫ້ເຮົາຕະຫຼອດ ແຕ່ຖາມຫາທາງເຂົ້າດ້ານຫຼັງ? ນີ້ແມ່ນສິ່ງທີ່ເຮົາສອນໃຫ້ມະນຸດບໍ? ເປັນຫຍັງຜູ້ຄົນຈຶ່ງເຮັດສິ່ງດັ່ງກ່າວຢ່າງໄວ ແລະ ສະອາດ? ເປັນຫຍັງຜູ້ຄົນຈຶ່ງມີແຮງຈູງໃຈທີ່ຈະຫຼອກລວງເຮົາ? ໃນເວລາທີ່ເຮົາຢູ່ທ່າມກາງມະນຸດ, ຜູ້ຄົນໄດ້ເບິ່ງເຮົາເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ; ໃນເວລາທີ່ເຮົາຢູ່ສະຫວັນຊັ້ນສາມ ພວກເຂົາກໍຖືເອົາເຮົາເປັນພຣະອົງຜູ້ຊົງລິດທານຸພາບສູງສຸດ ຜູ້ທີ່ປົກຄອງທຸກສິ່ງທຸກຢ່າງ; ໃນເວລາທີ່ເຮົາຢູ່ເທິງຟ້າ ພວກເຂົາແມ່ນເຫັນເຮົາເປັນພຣະວິນຍານທີ່ເຕີມເຕັມທຸກສິ່ງ. ໂດຍລວມແລ້ວ ແມ່ນບໍ່ມີບ່ອນທີ່ເໝາະສົມສໍາລັບເຮົາໃນໃຈຂອງຜູ້ຄົນເລີຍ. ເປັນຄືກັບວ່າ ເຮົາເປັນແຂກທີ່ບໍ່ໄດ້ຖືກຮັບເຊີນ, ຜູ້ຄົນກຽດຊັງເຮົາ ແລະ ດ້ວຍເຫດນັ້ນ ໃນເວລາທີ່ເຮົາຈັບເອົາປີ້ ແລະ ນັ່ງຢູ່ບ່ອນນັ່ງຂອງເຮົາ ພວກເຂົາກໍໄລ່ເຮົາອອກ ແລະ ເວົ້າວ່າ ບໍ່ມີບ່ອນໃຫ້ເຮົານັ່ງຢູ່ນີ້, ເຮົາໄດ້ມາຜິດບ່ອນ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ມີທາງເລືອກ ນອກຈາກຈະອອກໄປດ້ວຍຄວາມໂກດຮ້າຍ. ເຮົາຕັດສິນໃຈທີ່ຈະບໍ່ພົວພັນກັບມະນຸດອີກຕໍ່ໄປ ເນື່ອງຈາກວ່າ ຜູ້ຄົນໃຈແຄບ ແລະ ພວກເຂົາກໍບໍ່ມີຄວາມວ້າງຂວາງ. ເຮົາຈະບໍ່ກິນເຂົ້າຢູ່ໂຕະດຽວກັນກັບພວກເຂົາອີກຕໍ່ໄປ, ເຮົາຈະບໍ່ໃຊ້ເວລາຢູ່ກັບພວກເຂົາຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ແຕ່ໃນເວລາທີ່ເຮົາເວົ້າ ຜູ້ຄົນກໍຕື່ນຕົກໃຈ, ພວກເຂົາຢ້ານວ່າ ເຮົາຈະຈາກໄປ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງໄດ້ກັກຕົວເຮົາໄວ້. ເມື່ອເຫັນການທໍາທ່າຂອງພວກເຂົາ ເຮົາກໍຮູ້ສຶກເສົ້າໝອງ ແລະ ສິ້ນຫວັງທັນທີ. ຜູ້ຄົນແມ່ນຢ້ານວ່າ ເຮົາຈະໜີປະພວກເຂົາ ແລະ ດ້ວຍເຫດນັ້ນ ເມື່ອເຮົາແຍກທາງກັບພວກເຂົາ ຈຶ່ງມີສຽງຮ້ອງໄຫ້ເຕັມໄປທົ່ວດິນແດນທັນທີ ແລະ ໃບໜ້າຂອງຜູ້ຄົນກໍເຕັມໄປດ້ວຍນໍ້າຕາ. ເຮົາເຊັດນໍ້າຕາຂອງພວກເຂົາ, ເຮົາຍົກພວກເຂົາຂຶ້ນອີກຄັ້ງ ແລະ ພວກເຂົາກໍຈ້ອງເບິ່ງເຮົາ, ເບິ່ງຄືວ່າ ສາຍຕາທີ່ອ້ອນວອນຂອງພວກເຂົາແມ່ນກໍາລັງຮ້ອງຂໍບໍ່ໃຫ້ເຮົາໄປ ແລະ ຍ້ອນ “ຄວາມຈິງໃຈ” ຂອງພວກເຂົາ ເຮົາຈຶ່ງຢູ່ກັບພວກເຂົາ. ແຕ່ໃຜສາມາດເຂົ້າໃຈຄວາມເຈັບປວດທີ່ຢູ່ພາຍໃນໃຈຂອງເຮົາໄດ້ແດ່? ມີໃຜສົນໃຈກັບສິ່ງຕ່າງໆທີ່ເຮົາບໍ່ສາມາດກ່າວອອກມາໄດ້ແດ່? ໃນສາຍຕາຂອງຜູ້ຄົນ, ມັນເປັນຄືວ່າ ເຮົາບໍ່ມີຄວາມຮູ້ສຶກ ແລະ ສະນັ້ນ ພວກເຮົາຈຶ່ງມາຈາກສອງຄອບຄົວທີ່ແຕກຕ່າງກັນສະເໝີ. ພວກເຂົາຈະສາມາດເຫັນຄວາມຮູ້ສຶກເສຍໃຈທີ່ຢູ່ພາຍໃນໃຈຂອງເຮົາໄດ້ບໍ? ຜູ້ຄົນມີແຕ່ປາດຖະໜາຫາຄວາມສຸກຂອງຕົວເອງ ແລະ ພວກເຂົາບໍ່ສົນໃຈຄວາມປະສົງຂອງເຮົາ ຍ້ອນວ່າ ຈົນຮອດປັດຈຸບັນ ຜູ້ຄົນຍັງຄົງບໍ່ຮູ້ຈຸດປະສົງຂອງແຜນການຄຸ້ມຄອງຂອງເຮົາ ແລະ ສະນັ້ນ ໃນປັດຈຸບັນ ພວກເຂົາຈຶ່ງຍັງຮ້ອງຂໍແບບງຽບໆ ແລະ ສິ່ງນີ້ມີປະໂຫຍດຫຍັງ?

ໃນເວລາທີ່ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເຮົາມີບ່ອນຢືນຢູ່ໃນໃຈຂອງຜູ້ຄົນ; ຍ້ອນເຮົາປາກົດໃນເນື້ອໜັງ ແລະ ຜູ້ຄົນດໍາລົງຊີວິດໃນເໜືອໜັງແບບເກົ່າ ພວກເຂົາຈຶ່ງປະຕິບັດກັບເຮົາແບບຝ່າຍເນື້ອໜັງຕະຫຼອດ. ຍ້ອນຜູ້ຄົນມີແຕ່ເນື້ອໜັງ ແລະ ບໍ່ມີເຄື່ອງປະກອບເພີ່ມເຕີມ ພວກເຂົາຈຶ່ງໄດ້ “ມອບທຸກສິ່ງທີ່ພວກເຂົາມີ” ໃຫ້ກັບເຮົາ. ແຕ່ພວກເຂົາກໍບໍ່ຮູ້ຫຍັງ, ພວກເຂົາພຽງແຕ່ “ຖວາຍຄວາມອຸທິດຕົນຂອງພວກເຂົາ” ຢູ່ຕໍ່ໜ້າເຮົາ. ສິ່ງທີ່ເຮົາໄດ້ແມ່ນຂີ້ເຫຍື້ອທີ່ບໍ່ມີຄ່າ ແຕ່ຜູ້ຄົນບໍ່ໄດ້ຄິດເຊັ່ນນັ້ນ. ເມື່ອເຮົາສົມທຽບ “ຂອງຂວັນ” ທີ່ພວກເຂົາໄດ້ມອບໃຫ້ ກັບສິ່ງຕ່າງໆຂອງເຮົາ, ຜູ້ຄົນກໍຮູ້ເຖິງຄວາມມີຄ່າຂອງເຮົາທັນທີ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງເຫັນຄວາມບໍ່ມີຂອບເຂດຈໍາກັດຂອງເຮົາ. ເຮົາບໍ່ຮູ້ສຶກພາກພູມໃຈ ຍ້ອນການສັນລະເສີນຂອງພວກເຂົາ ແຕ່ຍັງສືບຕໍ່ປາກົດໃຫ້ມະນຸດເຫັນ ເພື່ອທຸກຄົນອາດຮູ້ຈັກເຮົາຢ່າງສົມບູນ. ໃນເວລາທີ່ເຮົາສະແດງຄວາມສົມບູນຂອງເຮົາໃຫ້ແກ່ພວກເຂົາ, ພວກເຂົາກໍເບິ່ງເຮົາດ້ວຍຕາທີ່ເປີດກວ້າງ, ຢືນຢູ່ຕໍ່ໜ້າເຮົາແບບບໍ່ເໜັງຕີງ ຄືກັບເສົາຫິນເກືອ. ເມື່ອເຮົາເຫັນຄວາມແປກປະຫຼາດຂອງພວກເຂົາ ເຮົາຈຶ່ງເກືອບບໍ່ສາມາດຢຸດຕົວເອງຈາກການຫົວຂວັນ. ຍ້ອນພວກເຂົາກໍາລັງພະຍາຍາມຂໍສິ່ງຕ່າງໆຈາກເຮົາ, ເຮົາຈຶ່ງມອບສິ່ງຕ່າງໆທີ່ຢູ່ໃນມືຂອງເຮົາໃຫ້ແກ່ພວກເຂົາ ແລະ ພວກເຂົາກໍອຸ້ມເອົາສິ່ງເຫຼົ່ານັ້ນໃສ່ເອິກຂອງພວກເຂົາ ຖະໜຸຖະໜອມສິ່ງເຫຼົ່ານັ້ນຄືກັບເດັກເກີດໃໝ່, ນັ້ນຄືສິ່ງທີ່ພວກເຂົາເຮັດ ແຕ່ເຮັດພຽງໃນຊ່ວງໄລຍະໜຶ່ງ. ເມື່ອເຮົາປ່ຽນສະພາບແວດລ້ອມທີ່ພວກເຂົາອາໄສຢູ່ ພວກເຂົາກໍແກວ່ງ “ເດັກເກີດໃໝ່” ໄປຂ້າງນອກທັນທີ ແລະ ແລ່ນໜີພ້ອມກັບເອົາມືງຸມຫົວຂອງຕົວເອງ. ໃນສາຍຕາຂອງຜູ້ຄົນ ເຮົາແມ່ນຜູ້ຊ່ວຍທີ່ປາກົດຢູ່ ບໍ່ວ່າຈະຢູ່ໃນເວລາ ຫຼື ສະຖານທີ່ໃດກໍຕາມ, ມັນເປັນຄືກັບວ່າ ເຮົາແມ່ນພະນັກງານບໍລິການໃນຮ້ານອາຫານ ທີ່ມາທັນທີເມື່ອຖືກເອີ້ນຫາ. ສະນັ້ນ, ຜູ້ຄົນຈຶ່ງໄດ້ “ເຄົາລົບ” ເຮົາສະເໝີ ຄືກັບວ່າ ເຮົາມີພະລັງທີ່ບໍ່ຈໍາກັດ ທີ່ຈະຕໍ່ສູ້ກັບຄວາມຫາຍຍະນະ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຈັບມືຂອງເຮົາສະເໝີ, ນໍາພາເຮົາເດີນທາງໄປທົ່ວທຸກດິນແດນ, ເພື່ອໃຫ້ທຸກສິ່ງອາດເຫັນວ່າ ພວກເຂົາມີຜູ້ປົກຄອງ ແລະ ເພື່ອວ່າ ຈະບໍ່ມີໃຜກ້າຫຼອກລວງພວກເຂົາອີກ. ເຮົາເບິ່ງກົນອຸບາຍຂອງຜູ້ຄົນອອກແຕ່ດົນແລ້ວ ກ່ຽວກັບ “ໝາຈິ້ງຈອກທີ່ສະແດງຕົນເປັນເສືອ” ເນື່ອງຈາກວ່າ ພວກເຂົາທຸກຄົນແມ່ນ “ເລີ່ມສ້າງທຸລະກິດຂອງພວກເຂົາ” ໂດຍປາດຖະໜາທີ່ຈະໄດ້ກໍາໄລຜ່ານການໃຊ້ກົນອຸບາຍ. ເຮົາເບິ່ງເລ່ຫຼ່ຽມ ແລະ ແຜນການຊົ່ວຮ້າຍຂອງພວກເຂົາອອກແຕ່ດົນແລ້ວ ແລະ ມັນເປັນພຽງແຕ່ວ່າ ເຮົາບໍ່ປາດຖະໜາທີ່ຈະເຮັດໃຫ້ສາຍພົວພັນຂອງພວກເຮົາເຈັບປວດເທົ່ານັ້ນເອງ. ເຮົາບໍ່ສ້າງເລື່ອງຈາກສິ່ງທີ່ບໍ່ເປັນເລື່ອງ. ມັນບໍ່ມີຄຸນຄ່າ ຫຼື ຄວາມສໍາຄັນໃນສິ່ງນັ້ນ. ເຮົາພຽງແຕ່ເຮັດພາລະກິດທີ່ເຮົາຕ້ອງເຮັດ ເນື່ອງຈາກຄວາມອ່ອນແອຂອງຜູ້ຄົນ; ຖ້າບໍ່ເຊັ່ນນັ້ນ ເຮົາກໍຈະປ່ຽນແປງພວກເຂົາໃຫ້ເປັນຂີ້ເທົ່າ ແລະ ບໍ່ອະນຸຍາດໃຫ້ພວກເຂົາມີຊີວິດຢູ່ອີກຕໍ່ໄປ. ແຕ່ພາລະກິດທີ່ເຮົາເຮັດແມ່ນມີຄວາມໝາຍ ແລະ ສະນັ້ນ ເຮົາບໍ່ໄດ້ຂ້ຽນຕີມະນຸດແບບເບົາໆ. ມັນເປັນເພາະເຫດຜົນນີ້ ຜູ້ຄົນຈຶ່ງໃຫ້ອິດສະຫຼະແກ່ເນື້ອໜັງຂອງພວກເຂົາຕະຫຼອດເວລາ. ພວກເຂົາບໍ່ສັງເກດເບິ່ງຄວາມປະສົງຂອງເຮົາ ແຕ່ໄດ້ລໍ້ລວງເຮົາຢູ່ຕໍ່ໜ້າບັນລັງພິພາກສາຂອງເຂົາ. ຜູ້ຄົນຈັ່ງແມ່ນກ້າຫານ: ເມື່ອເອົາ “ອຸປະກອນທໍລະມານ” ທັງໝົດມາຂູ່ພວກເຂົາ, ພວກເຂົາກໍບໍ່ສັ່ນເຊັນຈັກດີ້. ເມື່ອຢູ່ຕໍ່ໜ້າຄວາມຈິງ ພວກເຂົາກໍບໍ່ສາມາດລຸກຂຶ້ນມາໃຫ້ຄວາມຈິງ ແລະ ບໍ່ເຮັດຫຍັງ ນອກຈາກຂັດຂືນເຮົາຢ່າງຫົວແຂງ. ເວລາເຮົາຂໍໃຫ້ພວກເຂົາເອົາທຸກສິ່ງທີ່ສົກກະປົກອອກມາ ພວກເຂົາກໍຍັງເອົາມືເປົ່າສອງຂ້າງມາສະແດງໃຫ້ເຮົາເບິ່ງ ແລ້ວຄົນອື່ນຈະບໍ່ສາມາດໃຊ້ສິ່ງນີ້ເປັນ “ຕົວຢ່າງ” ໄດ້ແນວໃດ? ມັນເປັນເພາະວ່າ “ຄວາມເຊື່ອ” ຂອງຜູ້ຄົນແມ່ນຍິ່ງໃຫຍ່ຫຼາຍ ຈົນພວກເຂົາ “ເປັນຕານັບຖື”.

ເຮົາໄດ້ເລີ່ມເຮັດພາລະກິດຂອງເຮົາທົ່ວຈັກກະວານ; ຜູ້ຄົນແຫ່ງຈັກກະວານພາກັນຕື່ນຂຶ້ນທັນທີ ແລະ ເຄື່ອນໄຫວອ້ອມຈຸດກາງພາລະກິດຂອງເຮົາ ແລະ ເມື່ອເຮົາ “ເດີນທາງ” ພາຍໃນພວກເຂົາ ທຸກຄົນກໍໄດ້ໜີພົ້ນຈາກຄວາມເປັນທາດຂອງຊາຕານ ແລະ ບໍ່ຖືກທໍລະມານໃນທ່າມກາງຄວາມເຈັບປວດຂອງຊາຕານອີກ. ຍ້ອນການມາເຖິງມື້ຂອງເຮົາ, ຜູ້ຄົນຈຶ່ງເຕັມໄປດ້ວຍຄວາມສຸກ, ຄວາມໂສກເສົ້າພາຍໃນໃຈຂອງພວກເຂົາແມ່ນຫາຍໄປ, ເມກແຫ່ງຄວາມເສຍໃຈໃນທ້ອງຟ້າກໍກາຍເປັນອົກຊີໃນອາກາດ ແລະ ລອຍຢູ່ເທິງຟ້າ ແລະ ໃນຂະນະນີ້ ເຮົາກໍເພີດເພີນກັບຄວາມສຸກແຫ່ງມິດຕະພາບທີ່ອົບອຸ່ນຮ່ວມກັບມະນຸດ. ການກະທໍາຂອງມະນຸດໄດ້ມອບບາງຢ່າງໃຫ້ເຮົາຊີມລົດຊາດ ແລະ ສະນັ້ນ ເຮົາຈຶ່ງບໍ່ເສຍໃຈອີກຕໍ່ໄປ. ສິ່ງທີ່ມາພ້ອມກັບການມາເຖິງຂອງມື້ຂອງເຮົາກໍຄື ສິ່ງຕ່າງໆຂອງແຜ່ນດິນໂລກທີ່ມີພະລັງໄດ້ຮັບພື້ນຖານຂອງການມີຢູ່ຂອງພວກເຂົາກັບຄືນມາ, ທຸກສິ່ງເທິງແຜ່ນດິນໂລກແມ່ນມີຊີວິດໃໝ່ອີກຄັ້ງ ແລະ ພວກເຂົາຖືເອົາເຮົາເປັນພື້ນຖານຂອງການມີຢູ່ຂອງພວກເຂົາ ເນື່ອງຈາກເຮົາເຮັດໃຫ້ທຸກສິ່ງສ່ອງແສງໄປຂ້າງໜ້າພ້ອມກັບຊີວິດ ແລະ ດ້ວຍເຫດນັ້ນ ເຮົາກໍເຮັດໃຫ້ພວກເຂົາຫາຍໄປຢ່າງງຽບໆເຊັ່ນກັນ. ສະນັ້ນ, ທຸກສິ່ງຈຶ່ງລໍຖ້າຄໍາສັ່ງຈາກປາກຂອງເຮົາ ແລະ ມີຄວາມສຸກກັບສິ່ງທີ່ເຮົາເຮັດ ແລະ ເວົ້າ. ໃນທ່າມກາງທຸກສິ່ງ ເຮົາແມ່ນຜູ້ສູງສົ່ງທີ່ສຸດ ແຕ່ເຮົາຍັງດໍາລົງຊີວິດຢູ່ໃນທ່າມກາງທຸກຄົນ ແລະ ເຮົາໃຊ້ການກະທໍາຂອງມະນຸດເປັນການສະແດງອອກຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງເຮົາ. ໃນເວລາທີ່ຜູ້ຄົນພາກັນໃຫ້ຄວາມຍົກຍ້ອງຢ່າງຍິ່ງໃຫຍ່ຢູ່ຕໍ່ໜ້າເຮົາ, ເຮົາກໍຖືກສັນລະເສີນໃນທ່າມກາງທຸກສິ່ງ ແລະ ສະນັ້ນ ດອກໄມ້ເທິງແຜ່ນດິນໂລກກໍເບັ່ງບານຂຶ້ນພາຍໃຕ້ດວງຕາເວັນທີ່ອົບອຸ່ນ, ຫຍ້າກໍຂຽວງາມຂຶ້ນ ແລະ ເບິ່ງຄືວ່າ ເມກໃນທ້ອງຟ້າກໍເປັນສີຟ້າສົດໃສຫຼາຍຂຶ້ນ. ເພາະສຽງຂອງເຮົາ ຜູ້ຄົນຈຶ່ງແລ່ນໄປບ່ອນນີ້ ແລະ ບ່ອນນັ້ນ; ໃນປັດຈຸບັນ ໃບໜ້າຂອງປະຊາຊົນໃນອານາຈັກຂອງເຮົາແມ່ນເຕັມໄປດ້ວຍຄວາມສຸກ ແລະ ຊີວິດຂອງພວກເຂົາກໍເຕີບໃຫຍ່ຂຶ້ນ. ເຮົາເຮັດພາລະກິດໃນທ່າມກາງທຸກຄົນທີ່ເຮົາເລືອກ ແລະ ບໍ່ຍອມໃຫ້ພາລະກິດຂອງເຮົາມີຮອຍດ່າງຈາກແນວຄິດຂອງມະນຸດ ເນື່ອງຈາກວ່າ ເຮົາປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ. ໃນເວລາທີ່ເຮົາເຮັດພາລະກິດສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນສິ່ງເຫຼົ່ານັ້ນແມ່ນໄດ້ປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່ ແລະ ໃນເວລາທີ່ເຮົາເຮັດພາລະກິດຂອງເຮົາສໍາເລັດ ມະນຸດກໍຈະຖືກສ້າງຂຶ້ນໃໝ່ຢ່າງສົມບູນ ໂດຍທີ່ເຂົາຈະບໍ່ໄດ້ດໍາລົງຊີວິດຢູ່ໃນຄວາມໂສກເສົ້າເສຍໃຈອີກຕໍ່ໄປ ຍ້ອນສິ່ງທີ່ເຮົາຮ້ອງຂໍ, ເນື່ອງຈາກສຽງແຫ່ງຄວາມສຸກແມ່ນດັງໄປທົ່ວແຜ່ນດິນໂລກ ແລະ ເຮົາຖືເອົາໂອກາດນີ້ ເພື່ອປະທານພອນໃຫ້ແກ່ມະນຸດ. ໃນເວລາທີ່ເຮົາເປັນກະສັດຂອງອານາຈັກ ຜູ້ຄົນກໍຢໍາເກງເຮົາ ແຕ່ໃນເວລາທີ່ເຮົາເປັນກະສັດໃນທ່າມກາງມະນຸດ ແລະ ດໍາລົງຊີວິດໃນທ່າມກາງມະນຸດ ຜູ້ຄົນແມ່ນບໍ່ມີຄວາມສຸກກັບເຮົາ ເນື່ອງຈາກວ່າ ແນວຄວາມຄິດຂອງພວກເຂົາທີ່ມີຕໍ່ເຮົາແມ່ນຮ້າຍແຮງຫຼາຍ ທີ່ຖືກຝັງເລິກຈົນຍາກທີ່ຈະຖອນອອກໄດ້. ເພາະການສະແດງອອກຂອງມະນຸດ ເຮົາຈຶ່ງເຮັດພາລະກິດຂອງເຮົາ ເຊິ່ງເໝາະສົມ ແລະ ໃນເວລາທີ່ເຮົາລອຍຂຶ້ນເທິງຟ້າ ແລະ ປ່ອຍຄວາມໂກດຮ້າຍຂອງເຮົາໃສ່ມະນຸດ ຄວາມເຫັນຕ່າງໆຂອງຜູ້ຄົນທີ່ມີຕໍ່ເຮົາກໍຈະກາຍເປັນຂີ້ເທົ່າທັນທີ. ເຮົາຂໍໃຫ້ພວກເຂົາສະແດງແນວຄວາມຄິດຂອງພວກເຂົາທີ່ມີຕໍ່ເຮົາຫຼາຍຂຶ້ນ ແຕ່ພວກເຂົາກໍຕົກຕະລຶງຈົນເວົ້າບໍ່ອອກ ຄືກັບວ່າ ພວກເຂົາບໍ່ມີຫຍັງຈະເວົ້າ ແລະ ຄືກັບວ່າ ພວກເຂົາຖ່ອມຕົວ. ຍິ່ງເຮົາອາໄສຢູ່ໃນແນວຄວາມຄິດຂອງຜູ້ຄົນຫຼາຍເທົ່າໃດ ພວກເຂົາກໍຍິ່ງຮັກເຮົາຫຼາຍຂຶ້ນເທົ່ານັນ ແລະ ຍິ່ງເຮົາອາໄສຢູ່ນອກແນວຄວາມຄິດຂອງຜູ້ຄົນຫຼາຍຊໍ່າໃດ ພວກເຂົາກໍຍິ່ງຫຼີກເວັ້ນເຮົາຫຼາຍຊໍ່ານັ້ນ ແລະ ພວກເຂົາຍິ່ງມີຄວາມເຫັນກ່ຽວກັບເຮົາຫຼາຍຂຶ້ນນັບແຕ່ຕອນທີ່ເຮົາໄດ້ສ້າງໂລກຈົນຮອດປະຈຸບັນ ນັ້ນກໍເປັນເພາະວ່າ ເຮົາໄດ້ອາໄສຢູ່ໃນແນວຄວາມຄິດຂອງຜູ້ຄົນຕະຫຼອດເວລາ. ໃນເວລາທີ່ເຮົາມາຢູ່ໃນທ່າມກາງມະນຸດໃນປັດຈຸບັນ ເຮົາໄດ້ກໍາຈັດແນວຄວາມຄິດຂອງຜູ້ຄົນທັງໝົດ ແລະ ຜູ້ຄົນແມ່ນໄດ້ແຕ່ປະຕິເສດ ແຕ່ເຮົາມີວິທີການຢ່າງເໝາະສົມ ທີ່ຈະຈັດການກັບແນວຄິດຂອງພວກເຂົາ. ຜູ້ຄົນບໍ່ຄວນກັງວົນ ຫຼື ກະວົນກະວາຍ; ເຮົາຈະຊ່ວຍມະນຸດທຸກຄົນໃຫ້ລອດພົ້ນດ້ວຍວິທີການຂອງເຮົາເອງ, ເຮັດໃຫ້ທຸກຄົນຮັກເຮົາ ແລະ ຍອມໃຫ້ພວກເຂົາມີຄວາມສຸກກັບພອນຂອງເຮົາໃນສະຫວັນ.

ວັນທີ 17 ເມສາ 1992

ກ່ອນນີ້: ບົດທີ 32

ຕໍ່ໄປ: ບົດທີ 34

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ຈາກພາຍນອກ, ມັນເບິ່ງຄືວ່າ ຂັ້ນຕອນຂອງພາລະກິດຂອງພຣະເຈົ້າຢູ່ໃນຂັ້ນຕອນປະຈຸບັນນີ້ ໄດ້ສໍາເລັດລົງແລ້ວ ແລະ ມະນຸດຊາດໄດ້ປະສົບກັບການພິພາກສາ, ການຕິສອນ,...

ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້