ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເສັ້ນທາງ ... (2)

ອ້າຍເອື້ອຍນ້ອງຂອງພວກເຮົາອາດມີແນວຄິດບາງຢ່າງກ່ຽວກັບລຳດັບ, ບາດກ້າວ ແລະ ວິທີການຂອງພາລະກິດຂອງພຣະເຈົ້າໃນປະເທດຈີນແຜ່ນດິນໃຫຍ່, ແຕ່ເຮົາຍັງຄິດວ່າ ມັນສົມຄວນທີ່ຈະຍ້ອນກັບໄປເບິ່ງສິ່ງເຫຼົ່ານັ້ນ ຫຼື ໃຫ້ຂໍ້ສະຫຼຸບແກ່ເຈົ້າຢ່າງໄວ. ເຮົາຈະໃຊ້ໂອກາດນີ້ເພື່ອເວົ້າເຖິງສິ່ງທີ່ຢູ່ໃນຫົວໃຈຂອງເຮົາເທົ່ານັ້ນ ແລະ ເຮົາຈະບໍ່ເວົ້າເຖິງເລື່ອງຕ່າງໆທີ່ຢູ່ນອກເໜືອພາລະກິດນີ້. ເຮົາຫວັງວ່າ ອ້າຍເອື້ອຍນ້ອງພວກເຮົາຈະສາມາດເຂົ້າໃຈຄວາມຮູ້ສຶກຂອງເຮົາ ແລະ ເຮົາຮຽກຮ້ອງຢ່າງຖ່ອມຕົນໃຫ້ທຸກຄົນທີ່ອ່ານພຣະທຳຂອງເຮົາໄດ້ເຂົ້າໃຈ ແລະ ໃຫ້ອະໄພການມີວຸດທິພາວະຕໍ່າຂອງເຮົາ, ຄວາມບໍ່ພຽງພໍຂອງປະສົບການໃນຊີວິດຂອງເຮົາ ແລະ ຄວາມບໍ່ສາມາດຂອງເຮົາທີ່ຈະພູມໃຈໃນຕົນເອງຢູ່ຕໍ່ໜ້າພຣະເຈົ້າ. ຢ່າງໃດກໍຕາມ, ຄວາມຮູ້ສຶກຂອງເຮົາກໍຄື ສິ່ງເຫຼົ່ານີ້ແມ່ນເຫດຜົນທີ່ເປັນຈິງ. ສະຫຼຸບກໍຄື ບໍ່ວ່າແມ່ນຫຍັງກໍຕາມ, ບໍ່ມີຜູ້ໃດ, ເຫດການໃດ ຫຼື ສິ່ງໃດສາມາດຢຸດພວກເຮົາບໍ່ໃຫ້ສົນທະນາກັນຕໍ່ໜ້າພຣະເຈົ້າ ແລະ ເຮົາຫວັງວ່າອ້າຍເອື້ອຍນ້ອງຂອງພວກເຮົາຈະສາມາດຮ່ວມກັບເຮົາເພື່ອປະຕິບັດພາລະກິດຕໍ່ໜ້າພຣະເຈົ້າໜັກຂຶ້ນ. ເຮົາຕ້ອງການທີ່ຈະຖວາຍຄຳອະທິຖານດັ່ງຕໍ່ໄປນີ້: “ໂອ ພຣະເຈົ້າ! ຂໍໂຜດມີຄວາມເມດຕາຕໍ່ພວກຂ້ານ້ອຍ ເພື່ອວ່າຂ້ານ້ອຍ ແລະ ອ້າຍເອື້ອຍນ້ອງຂອງຂ້ານ້ອຍຈະໄດ້ດີ້ນຮົນໄປພ້ອມກັນພາຍໃຕ້ອຳນາດໃນອຸດົມຄະຕິຂອງພວກຂ້ານ້ອຍ, ຊື່ສັດຕໍ່ພຣະອົງຈົນເຖິງແກ່ຄວາມຕາຍ ແລະ ບໍ່ເສຍໃຈໃດໆເລີຍ!” ພຣະທຳເຫຼົ່ານີ້ຄືຄວາມຕັ້ງໃຈຂອງເຮົາຕໍ່ໜ້າພຣະເຈົ້າ, ແຕ່ມັນຍັງສາມາດເວົ້າໄດ້ວ່າ ພຣະທຳເຫຼົ່ານັ້ນຄືຄະຕິຂອງເຮົາເອງ ໃນຖານະຄົນທີ່ມີເນື້ອໜັງ ທີ່ຖືກໃຊ້ໂດຍພຣະເຈົ້າ. ເຮົາໄດ້ແບ່ງປັນພຣະທຳເຫຼົ່ານີ້ໃນການສົນທະນາກັບອ້າຍເອື້ອຍນ້ອງທີ່ຢູ່ຄຽງຂ້າງເຮົາຫຼາຍຄັ້ງ ແລະ ເຮົາໄດ້ມອບພຣະທຳເຫຼົ່ານັ້ນໃຫ້ແກ່ຄົນທີ່ຢູ່ຄຽງຂ້າງເຮົາເພື່ອເປັນຂໍ້ຄວາມ. ເຮົາບໍ່ຮູ້ວ່າຜູ້ຄົນຄິດແນວໃດກັບພຣະທຳເຫຼົ່ານັ້ນ, ແຕ່ບໍ່ວ່າຫຍັງກໍຕາມ ເຮົາເຊື່ອວ່າພຣະທຳເຫຼົ່ານີ້ບໍ່ພຽງແຕ່ມີລັກສະນະຂອງຄວາມພະຍາຍາມສ່ວນຕົວ, ແຕ່ຍິ່ງໄປກວ່ານັ້ນ ພຣະທຳເຫຼົ່ານັ້ນຍັງມີລັກສະນະຂອງທິດສະດີທີ່ອີງຕາມຄວາມເປັນຈິງ. ຍ້ອນສິ່ງນີ້, ມັນຈຶ່ງອາດເປັນໄປໄດ້ທີ່ບາງຄົນຈະມີຄວາມຄິດເຫັນບາງຢ່າງ ແລະ ມັນຈະດີສຳລັບເຈົ້າທີ່ຈະຖືເອົາພຣະທຳເຫຼົ່ານີ້ເປັນຄະຕິຂອງເຈົ້າ ແລະ ເບິ່ງວ່າແຮງຜັກດັນຂອງເຈົ້າທີ່ຈະຮັກພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ. ບາງຄົນຈະມີແນວຄິດບາງຢ່າງ ເມື່ອພວກເຂົາໄດ້ອ່ານພຣະທຳເຫຼົ່ານີ້ ແລະ ຄິດວ່າ: “ສິ່ງດັ່ງກ່າວທີ່ເກີດຂຶ້ນທຸກມື້ ແລະ ເປັນປົກກະຕິຈະເຮັດໃຫ້ມີແຮງຜັກດັນອັນຍິ່ງໃຫຍ່ແກ່ຜູ້ຄົນເພື່ອຮັກພຣະເຈົ້າຈົນຕາຍໄດ້ແນວໃດ? ແລ້ວມັນບໍ່ກ່ຽວຂ້ອງຫຍັງກັບຫົວຂໍ້ທີ່ພວກເຮົາກຳລັງສົນທະນາກັນ ນັ້ນກໍຄື ‘ເສັ້ນທາງ’”. ເຮົາຮູ້ວ່າພຣະທຳເຫຼົ່ານີ້ອາດບໍ່ຈັບໃຈໂດຍສະເພາະ, ແຕ່ເຮົາຄິດຢູ່ສະເໝີວ່າ ພຣະທຳເຫຼົ່ານີ້ສາມາດນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເຮັດໃຫ້ພວກເຂົາໄດ້ຜ່ານການທົດລອງທຸກປະເພດຕະຫຼອດເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ໂດຍບໍ່ເສຍໃຈ ຫຼື ຖ້ອຍຫຼັງກັບ. ນີ້ຄືເຫດຜົນທີ່ວ່າເປັນຫຍັງເຮົາຈຶ່ງປະຕິບັດຕໍ່ພຣະທຳເຫຼົ່ານີ້ຄືກັບຄະຕິຂອງເຮົາ. ເຮົາຫວັງວ່າ ຜູ້ຄົນກໍຈະຄິດໄຕ່ຕອງພຣະທຳເຫຼົ່ານັ້ນຢ່າງເອົາໃຈໃສ່ເຊັ່ນກັນ. ເຖິງຢ່າງໃດກໍຕາມ, ເຈດຕະນາຂອງເຮົາບໍ່ແມ່ນເພື່ອບັງຄັບໃຫ້ທຸກຄົນຍອມຮັບມຸມມອງຂອງເຮົາເອງ, ນີ້ເປັນພຽງຄຳແນະນຳ. ບໍ່ວ່າຄົນອື່ນຈະຄິດແນວໃດກໍຕາມກ່ຽວກັບເຮົາ, ເຮົາຄິດວ່າພຣະເຈົ້າເຂົ້າໃຈພະລັງທີ່ຢູ່ພາຍໃນພວກເຮົາທຸກຄົນ. ພຣະເຈົ້າປະຕິບັດພາລະກິດໃນພວກເຮົາແຕ່ລະຄົນຢ່າງສະໝໍ່າສະເໝີ ແລະ ພາລະກິດຂອງພຣະອົງກໍບໍ່ຢຸດຢັ້ງ. ເພາະພວກເຮົາທຸກຄົນເກີດໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ພຣະອົງຈຶ່ງປະຕິບັດພາລະກິດໃນພວກເຮົາດ້ວຍວິທີນີ້. ຄົນທີ່ເກີດໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນໂຊກດີທີ່ຈະໄດ້ຮັບພາລະກິດນີ້ຂອງພຣະວິນຍານບໍລິສຸດ. ໃນຖານະທີ່ເຮົາກໍເປັນໜຶ່ງໃນພວກເຂົາ, ເຮົາມີຄວາມຮູ້ສຶກຢ່າງໃຫຍ່ເຖິງຄວາມໜ້າຮັກ, ຄວາມຄຸ້ມຄ່າໃນການເຄົາລົບ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ. ນີ້ຄືການທີ່ພຣະເຈົ້າຫ່ວງໃຍເຮົາ. ການທີ່ຈັກກະພົບທີ່ຫຼ້າຫຼັງ, ຫົວບູຮານ, ສັກດີນາ,​ ງົມງວາຍ ແລະ ຊົ່ວຊ້າຂອງຊົນຊັ້ນກຳມະກອນ ສາມາດໄດ້ຮັບພາລະກິດດັ່ງກ່າວຈາກພຣະເຈົ້າກໍສະແດງໃຫ້ເຫັນວ່າ ພວກເຮົາ ເຊິ່ງເປັນຄົນກຸ່ມນີ້ໃນຍຸກສຸດທ້າຍ ໄດ້ຮັບພອນສໍ່າໃດແລ້ວ. ຍ້ອນເຫດຜົນນີ້ ເຮົາເຊື່ອວ່າອ້າຍເອື້ອຍນ້ອງທຸກຄົນທີ່ໄດ້ມືນຕາຝ່າຍວິນຍານຂອງພວກເຂົາເພື່ອເຫັນພາລະກິດນີ້ຈະຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມປິຕິຍິນດີ. ແລ້ວໃນເວລານັ້ນ ເຈົ້າຈະບໍ່ສະແດງຕົນເອງຕໍ່ພຣະເຈົ້າໂດຍການເຕັ້ນລຳດ້ວຍຄວາມປິຕິຍິນດີບໍ? ເຈົ້າຈະບໍ່ມອບຖວາຍບົດເພງໃນຫົວໃຈຂອງເຈົ້າຕໍ່ພຣະເຈົ້າບໍ? ໃນເວລານັ້ນ, ເຈົ້າຈະບໍ່ສະແດງຄວາມຕັ້ງໃຈຂອງເຈົ້າຕໍ່ພຣະເຈົ້າ ແລະ ສ້າງອີກແຜນການໜຶ່ງຕໍ່ໜ້າພຣະອົງບໍ? ເຮົາຄິດວ່າ ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ເຊື່ອໃນພຣະເຈົ້າຢ່າງຖືກຕ້ອງຄວນເຮັດ. ໃນຖານະມະນຸດ, ເຮົາເຊື່ອວ່າ ພວກເຮົາທຸກຄົນຄວນມີການສະແດງອອກບາງຢ່າງຕໍ່ໜ້າພຣະເຈົ້າ. ນີ້ຄືສິ່ງທີ່ບຸກຄົນໃດໜຶ່ງທີ່ມີຄວາມຮູ້ສຶກຄວນເຮັດ. ສັງເກດເບິ່ງຄວາມສາມາດຂອງທຸກຄົນໃນບັນດາພວກເຮົາ ແລະ ສະຖານທີ່ໆພວກເຮົາເກີດ ນີ້ສະແດງໃຫ້ເຫັນວ່າ ພຣະເຈົ້າຕ້ອງອົດກັ້ນກັບຄວາມອັບອາຍຫຼາຍສໍ່າໃດເພື່ອມາຢູ່ທ່າມກາງພວກເຮົາ. ພວກເຮົາອາດມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າທີ່ຢູ່ພາຍໃນພວກເຮົາ, ແຕ່ສິ່ງທີ່ພວກເຮົາຮູ້ວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ, ສູງສົ່ງຫຼາຍ ແລະ ມີກຽດຫຼາຍ ກໍພຽງພໍທີ່ຈະເນັ້ນວ່າ ການທົນທຸກຂອງພຣະອົງໃນທ່າມກາງມະນຸດຊາດນັ້ນຍິ່ງໃຫຍ່ສໍ່າໃດ. ແຕ່ພຣະທຳເຫຼົ່ານີ້ຂອງເຮົາກໍຍັງບໍ່ຊັດແຈ້ງ ແລະ ຜູ້ຄົນສາມາດພຽງແຕ່ປະຕິບັດຕໍ່ພຣະທຳເຫຼົ່ານີ້ຄືກັບຕົວອັກສອນ ແລະ ທິດສະດີ, ຍ້ອນຜູ້ຄົນທີ່ຢູໃນທ່າມກາງພວກເຮົາແມ່ນໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າເກີນໄປ. ສະນັ້ນ ທາງເລືອກດຽວຂອງເຮົາກໍຄືໃຊ້ຄວາມພະຍາຍາມຫຼາຍຂຶ້ນເພື່ອອະທິບາຍບັນຫານີ້ຕໍ່ອ້າຍເອື້ອຍນ້ອງທຸກຄົນທີ່ຈະຍອມຮັບເອົາມັນ, ເພື່ອວ່າວິນຍານຂອງເຮົາຈະສາມາດຖືກດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ. ຂໍໃຫ້ພຣະເຈົ້າເປີດຕາຝ່າຍວິນຍານຂອງພວກເຮົາ, ເພື່ອວ່າພວກເຮົາຈະໄດ້ເຫັນເຖິງລາຄາທີ່ພຣະເຈົ້າໄດ້ຈ່າຍ, ຄວາມພະຍາຍາມທີ່ພຣະອົງໄດ້ເຮັດ ແລະ ກຳລັງທີ່ພຣະອົງໄດ້ເສຍສະຫຼະເພື່ອພວກເຮົາ.

ໃນຖານະໜຶ່ງໃນບັນດາຄົນທີ່ຢູ່ໃນປະເທດຈີນແຜ່ນດິນໃຫຍ່ທີ່ໄດ້ຍອມຮັບເອົາພຣະວິນຍານຂອງພຣະເຈົ້າ, ເຮົາມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າຄວາມສາມາດຂອງເຮົານັ້ນຂາດເຂີນສໍ່າໃດແທ້. (ເຮົາຫວັງວ່າ ອ້າຍເອື້ອຍນ້ອງຂອງພວກເຮົາບໍ່ຮູ້ສຶກບໍ່ດີຍ້ອນສິ່ງນີ້, ນີ້ຄືຄວາມເປັນຈິງຂອງສະຖານະການ). ໃນຊີວິດທີ່ເປັນຈິງຂອງເຮົາ, ເຮົາໄດ້ເຫັນຢ່າງຊັດເຈນແລ້ວວ່າ ສິ່ງທີ່ພວກເຮົາມີແມ່ນລ້ວນແລ້ວແຕ່ຫຼ້າຫຼັງຫຼາຍ. ໃນດ້ານໃຫຍ່, ມັນແມ່ນວິທີທີ່ພວກເຮົາປະພຶດຕົນເອງໃນຊີວິດຂອງພວກເຮົາ ແລະ ຄວາມສຳພັນຂອງພວກເຮົາກັບພຣະເຈົ້າ ແລະ ໃນດ້ານເລັກນ້ອຍ, ມັນຄືແນວຄິດ ແລະ ຄວາມຄິດທຸກຢ່າງຂອງພວກເຮົາ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ມີຢູ່ຢ່າງຖືກຕ້ອງ ແລະ ພວກມັນແມ່ນຍາກທີ່ຈະປິດບັງດ້ວຍຄຳເວົ້າ ຫຼື ການປອມແປງ. ສະນັ້ນ ເມື່ອເຮົາເວົ້າສິ່ງນີ້, ຄົນສ່ວນໃຫຍ່ກໍງຶກຫົວຂອງພວກເຂົາ ແລະ ຮັບຮູ້ມັນ ແລະ ເຊື່ອໝັ້ນໃນສິ່ງນັ້ນ, ນອກຈາກວ່າພວກເຂົາຈະຂາດເຫດຜົນປົກກະຕິ: ຄົນດັ່ງກ່າວແມ່ນບໍ່ສາມາດຍອມຮັບມຸມມອງເຫຼົ່ານີ້ຂອງເຮົາ. ບາງເທື່ອ ເຮົາບໍ່ສຸພາບເກີນໄປ ທີ່ໜ້າດ້ານກ່າວວ່າຜູ້ຄົນເຫຼົ່ານີ້ເປັນສັດເດຍລະສານ. ນັ້ນກໍຍ້ອນ ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ພວກເຂົາແມ່ນຄົນທີ່ຕໍ່າຕ້ອຍທີ່ສຸດຂອງບັນດາຄົນທີ່ຕ້ອຍຕໍ່າ, ຄືກັບໝູ ຫຼື ໝາ. ບໍ່ມີຜູ້ໃດຈະຂາດຄວາມສາມາດໄປຫຼາຍກວ່ານີ້; ພວກເຂົາບໍ່ສົມຄວນມາຢູ່ຕໍ່ໜ້າພຣະເຈົ້າ. ບາງເທື່ອ ມັນອາດເປັນຍ້ອນພຣະທຳຂອງເຮົາ “ໂອ້ອວດ” ເກີນໄປ. ໃນການເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າທີ່ກຳລັງປະຕິບັດພາລະກິດໃນຕົວເຮົາ, ເຮົາສາບແຊ່ງສິ່ງຖືກສ້າງທີ່ເປັນຄືກັບສັດ ແລະ ສົກກະປົກແບບນີ້ ແລະ ເຮົາຫວັງວ່າ ອ້າຍເອື້ອຍນ້ອງຂອງເຮົາຈະບໍ່ອ່ອນແອຍ້ອນສິ່ງນີ້. ມັນອາດຈະບໍ່ມີຜູ້ຄົນດັ່ງກ່າວຢູ່ທ່າມກາງພວກເຮົາ, ແຕ່ບໍ່ວ່າຄວາມຈິງຈະເປັນແນວໃດກໍຕາມ, ເຮົາເຊື່ອວ່າ ນີ້ຄືວິທີທີ່ຄວນປະຕິບັດກັບຜູ້ຄົນດັ່ງກ່າວ. ເຈົ້າຄິດວ່າແນວໃດ?

ຈັກກະພົບຂອງມັງກອນແດງທີ່ຍິ່ງໃຫຍ່ໄດ້ມີມາເປັນເວລາສອງສາມພັນປີແລະມັນໄດ້ຊົ່ວຊ້າຕະຫຼອດມາແລະຍ້ອນມັນໄດ້ຕໍ່ຕ້ານພຣະເຈົ້າຕະຫຼອດເວລານີ້, ມັນຈຶ່ງໄດ້ພົບກັບຄຳສາບແຊ່ງແລະຄວາມໂກດຮ້າຍຂອງພຣະເຈົ້າແລ້ວຫຼັງຈາກນັ້ນກໍຖືກຂ້ຽນຕີໂດຍພຣະເຈົ້າ. ຖືກສາບແຊ່ງໂດຍພຣະເຈົ້າ, ປະເທດນີ້ຈຶ່ງໄດ້ປະສົບກັບການແບ່ງແຍກດ້ານເຊື້ອຊາດແລະຍັງຄົງຢູ່ໃນສະພາວະທີ່ຫຼ້າຫຼັງ.ຍ້ອນເຫດຜົນນີ້ ປະເທດທີ່ພວກເຮົາເກີດຈຶ່ງເຕັມໄປດ້ວຍຜີຮ້າຍທີ່ສົກກະປົກທຸກປະເພດທີ່ດື້ດ້ານໃນການສະແຫວງຫາອຳນາດຂອງພວກເຂົາ ເຊິ່ງໝາຍຄວາມວ່າພວກມັນໄດ້ທຳລາຍຄົນທີ່ເກີດໃນປະເທດນີ້. ນິໄສ, ປະເພນີ, ຄວາມຄິດແລະແນວຄິດຂອງຜູ້ຄົນແມ່ນຫຼ້າຫຼັງແລະຫົວບູຮານ, ສະນັ້ນພວກເຂົາຈຶ່ງສ້າງແນວຄິດທຸກປະເພດກ່ຽວກັບພຣະເຈົ້າເຊິ່ງພວກເຂົາບໍ່ສາມາດປ່ອຍວາງຈົນເຖິງປັດຈຸບັນນີ້. ໂດຍສະເພາະແລ້ວ, ພວກເຂົາປະຕິບັດຢ່າງໜຶ່ງເມື່ອຢູ່ຕໍ່ໜ້າພຣະເຈົ້າແລະປະຕິບັດອີກຢ່າງລັບຫຼັງພຣະອົງ, ເຂົ້າໃຈຜິດວ່າການບູຊາຊາຕານແມ່ນການຮັບໃຊ້ພຣະເຈົ້າເຊິ່ງສະແດງວ່າພວກເຂົາເປັນຄົນທີ່ຫຼ້າຫຼັງທີ່ສຸດໃນບັນດາຄົນທັງປວງ. ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງໃນປະເທດຈີນແຜ່ນດິນໃຫຍ່ແລະໄດ້ກ່າວພຣະທຳຂອງພຣະອົງຫຼາຍຂໍ້, ແຕ່ຜູ້ຄົນຍັງບໍ່ມີຄວາມຮູ້ສຶກແລະບໍ່ສົນໃຈຫຍັງທັງສິ້ນ. ພວກເຂົາຍັງຕິບັດພາລະກິດທີ່ພວກເຂົາປະຕິບັດມາກ່ອນແລະພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອພຣະເຈົ້າປະກາດວ່າບໍ່ມີອະນາຄົດແລະບໍ່ມີຄວາມຫວັງ, ຄຣິສຕະຈັກທີ່ມີຊີວິດຊີວາດ້ວຍຄວາມຮ້ອນຂອງລະດູຮ້ອນກໍຕົກເປັນລະດູໜາວທີ່ເຢືອກເຢັນທັນທີ. ຕົວຕົນທີ່ແທ້ຈິງຂອງຜູ້ຄົນແມ່ນຖືກເປີດໂປງສູ່ສາທາລະນະແລະຄວາມໝັ້ນໃຈ, ຄວາມຮັກແລະກຳລັງຜ່ານມາຂອງພວກເຂົາກໍຫາຍໄປທັງໝົດໂດຍບໍ່ມີຮ່ອງຮອຍ. ແລ້ວມື້ນີ້ກໍບໍ່ມີຜູ້ໃດໃນບັນດາພວກເຂົາໄດ້ຟື້ນຟູຊີວິດຂອງພວກເຂົາໄດ້ເລີຍ. ພວກເຂົາເວົ້າວ່າພວກເຂົາຮັກພຣະເຈົ້າແລະເຖິງແມ່ນພວກເຂົາບໍ່ກ້າຕໍ່ວ່າໃນຫົວໃຈຂອງພວກເຂົາ, ບໍ່ວ່າຫຍັງກໍຕາມ, ພວກເຂົາກໍບໍ່ໄດ້ມີຄວາມຮັກນັ້ນແທ້ຈິງ. ນັ້ນໝາຍຄວາມວ່າແນວໃດ? ເຮົາຄິດວ່າອ້າຍເອື້ອຍນ້ອງຂອງພວກເຮົາຈະຮັບຮູ້ຂໍ້ແທ້ຈິງນີ້. ຂໍໃຫ້ພຣະເຈົ້າມອບແສງສະຫວ່າງແກ່ພວກເຮົາ, ເພື່ອວ່າພວກເຮົາທຸກຄົນຈະສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະອົງ, ຮັກພຣະເຈົ້າຂອງພວກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຮົາແລະສະແດງຄວາມຮັກຂອງພວກເຮົາຕໍ່ພຣະເຈົ້າໃນມຸມມອງທີ່ແຕກຕ່າງກັນ; ຂໍໃຫ້ພຣະເຈົ້າປະທານຫົວໃຈທີ່ໝັ້ນຄົງທີ່ມີຄວາມຮັກແທ້ຈິງສຳລັບພຣະອົງໃຫ້ແກ່ພວກເຮົາ, ນີ້ຄືສິ່ງທີ່ເຮົາຫວັງ. ເມື່ອໄດ້ເວົ້າສິ່ງນີ້, ເຮົາກໍຮູ້ສຶກເຫັນອົກເຫັນໃຈອ້າຍເອື້ອຍນ້ອງຂອງເຮົາທີ່ເກີດໃນດິນແດນທີ່ສົກກະປົກນີ້ເຊັ່ນກັນແລະສະນັ້ນຄວາມກຽດຊັງຕໍ່ມັງກອນແດງທີ່ຍິ່ງໃຫຍ່ຈຶ່ງເພີ່ມຂຶ້ນພາຍໃນເຮົາ. ມັນໄດ້ກີດຂວາງຄວາມຮັກຂອງພວກເຮົາສຳລັບພຣະເຈົ້າແລະຊັກຈູງຄວາມໂລພາຂອງພວກເຮົາສຳລັບຄວາມຄາດຫວັງໃນອະນາຄົດຂອງພວກເຮົາ. ມັນລໍ້ລວງໃຫ້ພວກເຮົາຄິດລົບ ແລະ ຕໍ່ຕ້ານພຣະເຈົ້າ. ມັນຄືມັງກອນແດງທີ່ຍິ່ງໃຫຍ່ທີ່ໄດ້ລໍ້ລວງພວກເຮົາ, ເຮັດໃຫ້ພວກເຮົາເສື່ອມຊາມແລະທຳລາຍລ້າງພວກເຮົາຈົນເຖິງປັດຈຸບັນ, ຈົນເຖິງຈຸດທີ່ພວກເຮົາບໍ່ສາມາດຕອບແທນຄວາມຮັກຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຮົາ. ພວກເຮົາມີແຮງຜັກດັນໃນຫົວໃຈຂອງພວກເຮົາ, ແມ່ນແຕ່ຕົວພວກເຮົາເອງ, ພວກເຮົາກໍບໍ່ມີອຳນາດ. ພວກເຮົາທຸກຄົນເປັນເຫຍື່ອຂອງມັນ. ຍ້ອນເຫດຜົນນີ້, ເຮົາຈຶ່ງກຽດຊັງມັນຈົນເຂົ້າກະດູກຂອງເຮົາແທ້ໆແລະເຮົາບໍ່ສາມາດລໍຖ້າທີ່ຈະທຳລາຍມັນ. ເຖິງຢ່າງໃດກໍຕາມ, ເມື່ອເຮົາຄິດອີກຄັ້ງ, ສິ່ງນີ້ຈະບໍ່ມີປະໂຫຍດຫຍັງແລະມັນຈະພຽງແຕ່ນໍາບັນຫາມາສູ່ພຣະເຈົ້າ, ສະນັ້ນເຮົາຈຶ່ງກັບຄືນມາສູ່ພຣະທຳເຫຼົ່ານີ້, ເຮົາໄດ້ຕັ້ງໃຈຂອງເຮົາທີ່ຈະປະຕິບັດຄວາມປະສົງຂອງພຣະອົງນັ້ນກໍຄືການຮັກພຣະເຈົ້າ. ນີ້ແມ່ນເສັ້ນທາງທີ່ເຮົາກຳລັງຍ່າງ, ມັນຄືເສັ້ນທາງທີ່ເຮົາຜູ້ທີ່ເປັນໜຶ່ງໃນການເນລະມິດສ້າງຂອງພຣະອົງຄວນຍ່າງ. ມັນຄືວິທີທີ່ເຮົາຄວນໃຊ້ຊີວິດຂອງເຮົາ. ສິ່ງເຫຼົ່ານີ້ແມ່ນພຣະທຳຈາກຫົວໃຈຂອງພວກເຮົາແລະເຮົາຫວັງວ່າອ້າຍເອື້ອຍນ້ອງຂອງເຮົາຈະໄດ້ຮັບການໃຫ້ກໍາຈັງບາງຢ່າງຫຼັງຈາກທີ່ໄດ້ອ່ານພຣະທຳເຫຼົ່ານີ້ເພື່ອວ່າຫົວໃຈຂອງເຮົາຈະສາມາດຮັບເອົາສັນຕິສຸກບາງເລັກນ້ອຍ. ຍ້ອນເປົ້າໝາຍຂອງເຮົາຄືການປະຕິບັດຄວາມປະສົງຂອງພຣະເຈົ້າແລະດຳລົງຊີວິດຢູ່ດ້ວຍຄວາມໝາຍຢ່າງແຈ່ມແຈ້ງແລະສະຫງ່າງາມ. ໃນນີ້, ເຮົາຈຶ່ງຈະສາມາດຕາຍໂດຍບໍ່ເສຍໃຈ, ຕາຍດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມພໍໃຈແລະຄວາມສະບາຍໃຈ. ເຈົ້າຢາກເຮັດສິ່ງນັ້ນບໍ? ເຈົ້າເປັນຄົນທີ່ມີຄວາມຕັ້ງໃຈແບບນັ້ນບໍ?

ການທີ່ພຣະເຈົ້າສາມາດປະຕິບັດພາລະກິດໃນຜູ້ທີ່ເອີ້ນວ່າ “ມະນຸດປ່ວຍແຫ່ງອາຊີຕາເວັນອອກ” ກໍແມ່ນລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງແລ້ວ. ມັນແມ່ນຄວາມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະອົງ. ບໍ່ວ່າພຣະທຳຂອງພຣະອົງ ຫຼື ການຂ້ຽນຕີຕໍ່ພວກເຮົາຈະຮຸນແຮງກໍຕາມ, ພວກເຮົາຄວນສັນລະເສີນພຣະອົງຈາກສ່ວນເລິກຂອງຫົວໃຈຂອງພວກເຮົາສຳລັບຄວາມຖ່ອມຕົນຂອງພຣະອົງ ແລະ ຮັກພຣະອົງຈົນເຖິງທີ່ສຸດສຳລັບສິ່ງນີ້. ຜູ້ຄົນທີ່ຖືກຜູກມັດໂດຍຊາຕານເປັນເວລາສອງສາມພັນປີແມ່ນໄດ້ສືບຕໍ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງມັນ ແລະ ບໍ່ສາມາດປະຖິ້ມສິ່ງນັ້ນ. ພວກເຂົາໄດ້ສືບຕໍ່ງົມຫາ ແລະ ດີ້ນຮົນຢ່າງຂົມຂື່ນ. ໃນອະດີດ ພວກເຂົາຈະຈູດທູບ ແລະ ກົ້ມຂາບບູຊາໆຕານ ແລະ ພວກເຂົາແມ່ນຜູກມັດຢ່າງແໜ້ນກັບຄອບຄົວ ແລະ ໝົກໝຸ້ນກັບທາງໂລກ ພ້ອມທັງມົວເມົາກັບສັງຄົມ. ພວກເຂົາບໍ່ສາມາດປະຖິ້ມສິ່ງເຫຼົ່ານັ້ນໄດ້. ໃນສັງຄົມທີ່ມີການແຂ່ງຂັນກັນແບບນີ້, ຜູ້ໃດຜູ້ໜຶ່ງຈະຄົ້ນຫາຊີວິດທີ່ມີຄວາມໝາຍໄດ້ຢູ່ໃສ? ສິ່ງທີ່ຜູ້ຄົນບັນລະຍາຍໄດ້ກໍຄືຊີວິດແຫ່ງການທົນທຸກ ແລະ ໂຊກດີ ທີ່ພຣະເຈົ້າໄດ້ຊ່ວຍຜູ້ຄົນທີ່ໄຮ້ດຽງສາເຫຼົ່ານີ້ໃຫ້ລອດພົ້ນ ໂດຍວາງຊີວິດຂອງພວກເຮົາຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະອົງ, ເພື່ອວ່າຊີວິດຂອງພວກເຮົາຈະປິຕິຍິນດີ ແລະ ບໍ່ເຕັມໄປດ້ວຍຄວາມກັງວົນອີກຕໍ່ໄປ. ພວກເຮົາໄດ້ສືບຕໍ່ດຳລົງຊີວິດຢູ່ພາຍໃຕ້ຄວາມກະລຸນາຂອງພຣະອົງຈົນເຖິງປັດຈຸບັນ. ນີ້ບໍ່ແມ່ນພອນຂອງພຣະເຈົ້າບໍ? ຜູ້ໃດຜູ້ໜຶ່ງຈະສາມາດກ້າຮຽກຮ້ອງຢ່າງເກີນຂອບເຂດຈາກພຣະເຈົ້າໄດ້ແນວໃດ? ພຣະອົງໄດ້ມອບໃຫ້ແກ່ພວກເຮົາພຽງເລັກໜ້ອຍບໍ? ເຈົ້າຍັງບໍ່ພໍໃຈບໍ? ເຮົາຄິດວ່າ ເວລາທີ່ພວກເຮົາຈະຕອບແທນຄວາມຮັກຂອງພຣະເຈົ້າໄດ້ມາເຖິງແລ້ວ. ພວກເຮົາອາດທົນທຸກກັບການເຍາະເຍີ້ຍ, ການກ່າວຮ້າຍ ແລະ ການຂົ່ມເຫັງບໍ່ແມ່ນໜ້ອຍ ຍ້ອນພວກເຮົາຕິດຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ, ແຕ່ເຮົາເຊື່ອວ່າ ນີ້ຈະເປັນສິ່ງທີ່ມີຄວາມໝາຍ. ມັນເປັນສິ່ງທີ່ມີສະຫງ່າລາສີ, ບໍ່ມີຄວາມອັບອາຍ ແລະ ບໍ່ວ່າຫຍັງກໍຕາມ, ພວກເຮົາຈະໄດ້ຮັບພອນຢ່າງຫຼວງຫຼາຍ. ໃນຄວາມຜິດຫວັງຫຼາຍຄັ້ງຈົນນັບບໍ່ຖ້ວນ, ພຣະທຳຂອງພຣະເຈົ້າໄດ້ໃຫ້ຄວາມສະບາຍໃຈ ແລະ ກ່ອນທີ່ພວກເຮົາຈະຮູ້ຕົວ, ຄວາມໂສກເສົ້າກໍໄດ້ກາຍເປັນຄວາມປິຕິຍິນດີ. ໃນຄວາມຕ້ອງການຫຼາຍຄັ້ງຈົນນັບບໍ່ຖ້ວນ, ພຣະເຈົ້າໄດ້ໃຫ້ພອນ ແລະ ພວກເຮົາໄດ້ຮັບການສະໜອງຜ່ານທາງພຣະທຳຂອງພຣະອົງ. ໃນຄວາມເຈັບປ່ວຍຫຼາຍຄັ້ງຈົນນັບບໍ່ຖ້ວນ, ພຣະທຳຂອງພຣະເຈົ້າໄດ້ໃຫ້ຊີວິດ, ພວກເຮົາໄດ້ຫຼຸດພົ້ນຈາກອັນຕະລາຍ ແລະ ໄດ້ຫັນປ່ຽນຈາກອັນຕະລາຍໄປສູ່ຄວາມປອດໄພ. ເຈົ້າໄດ້ຮັບຫຼາຍສິ່ງຫຼາຍຢ່າງແລ້ວຈາກ ສິ່ງເຫຼົ່ານີ້ ໂດຍບໍ່ຮູ້ຕົວ. ເຈົ້າບໍ່ຈື່ຫຍັງກ່ຽວກັບສິ່ງນີ້ບໍ?

​ກ່ອນ​ນີ້ :ເສັ້ນທາງ ... (1)

ຕໍ່​ໄປ:ເສັ້ນທາງ ... (3)

ເນື່ອຫາທີ່ກ່ຽວຂ້ອງ

  • ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້

    ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່…

  • ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

    ການສໍາຫຼວດເບິ່ງວ່າເຈົ້າຢຶດຖືຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່ ແມ່ນຫຼັກການທາງດ້ານພຶດຕິກໍາຂ…

  • ວິທີເຂົ້າສູ່ສະພາບປົກກະຕິ

    ຍິ່ງຄົນເປີດໃຈຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງຫິວກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາ…

  • ບຸກຄະລິກຂອງພວກເຈົ້າແມ່ນຕໍ່າຕ້ອຍຫຼາຍ!

    ພວກເຈົ້າທຸກຄົນກໍາລັງນັ່ງໃນບ່ອນນັ່ງທີ່ງົດງາມ ໂດຍສັ່ງສອນຄົນລຸ້ນໜຸ່ມທີ່ເປັນຄົນປະເພດດຽວກັນກັບພວກເຈົ້າ ແລະ ໃຫ້ພວກເຂົານັ່ງກັບເຈົ້າ. ພວກເຈົ້າບໍ່ຮູ້ໄດ້ແນວໃດວ…