ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເສັ້ນທາງ ... (3)

ໃນຊີວິດຂອງເຮົາ, ເຮົາຍິນດີຢູ່ສະເໝີທີ່ຈະມອບຄວາມຄິດ ແລະ ຮ່າງກາຍຂອງເຮົາທັງໝົດໃຫ້ແກ່ພຣະເຈົ້າ. ມີແຕ່ເມື່ອນັ້ນ ຄວາມສຳນຶກຂອງເຮົາຈຶ່ງຈະປາສະຈາກການຕໍານິຕິເຕືອນ ແລະ ຂ້ອນຂ້າງສະຫງົບສຸກ. ຄົນທີ່ສະແຫວງຫາຊີວິດຕ້ອງມອບຫົວໃຈທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າກ່ອນ; ນີ້ຄືເງື່ອນໄຂລ່ວງໜ້າ. ເຮົາຢາກໃຫ້ອ້າຍເອື້ອຍນ້ອງຂອງເຮົາອະທິຖານຫາພຣະເຈົ້າພ້ອມກັບເຮົາ: “ໂອ ພຣະເຈົ້າ! ຂໍໃຫ້ພຣະວິນຍານຂອງພຣະອົງທີ່ຢູ່ໃນສະຫວັນປະທານຄວາມກະລຸນາໃຫ້ກັບຜູ້ຄົນເທິງແຜ່ນດິນໂລກ, ເພື່ອວ່າຫົວໃຈຂອງຂ້ານ້ອຍຈະຫັນມາຫາພຣະອົງຢ່າງສົມບູນ, ເພື່ອວ່າພຣະວິນຍານຂອງຂ້ານ້ອຍຈະຖືກດົນບັນດານໂດຍພຣະອົງ, ເພື່ອວ່າຂ້ານ້ອຍຈະໄດ້ເຫັນຄວາມເປັນຕາຮັກຂອງພຣະອົງໃນຫົວໃຈຂອງຂ້ານ້ອຍ ແລະ ໃນພຣະວິນຍານຂອງຂ້ານ້ອຍ ແລະ ເພື່ອວ່າຄົນທີ່ຢູ່ເທິງແຜ່ນດິນໂລກຈະໄດ້ຮັບພອນເພື່ອເຫັນຄວາມສວຍງາມຂອງພຣະອົງ. ພຣະເຈົ້າເອີຍ! ຂໍໃຫ້ພຣະວິນຍານຂອງພຣະອົງດົນບັນດານວິນຍານຂອງພວກຂ້ານ້ອຍອີກຄັ້ງ, ເພື່ອວ່າຄວາມຮັກຂອງພວກຂ້ານ້ອຍຈະເປັນນິດນິລັນ ແລະ ບໍ່ມີວັນປ່ຽນແປງ!” ໃນພວກເຮົາທຸກຄົນ, ພຣະເຈົ້າໄດ້ທົດສອບຫົວໃຈຂອງພວກເຮົາກ່ອນ ແລະ ຫຼັງຈາກທີ່ພວກເຮົາໄດ້ຖອກເທຫົວໃຈຂອງພວກເຮົາໃຫ້ແກ່ພຣະອົງ, ພຣະອົງຈະເລີ່ມດົນບັນດານວິນຍານຂອງພວກເຮົາ. ມັນແມ່ນຢູ່ໃນວິນຍານຂອງພວກເຮົາເທົ່ານັ້ນ ພວກເຮົາຈຶ່ງຈະສາມາດເບິ່ງເຫັນຄວາມເປັນຕາຮັກ, ອຳນາດສູງສຸດ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ. ນີ້ຄືເສັ້ນທາງຂອງພຣະວິນຍານບໍລິສຸດທີ່ຢູ່ໃນມະນຸດ. ເຈົ້າມີຊີວິດແບບນີ້ບໍ? ເຈົ້າໄດ້ຜະເຊີນກັບຊີວິດຂອງພຣະວິນຍານບໍລິສຸດບໍ? ວິນຍານຂອງເຈົ້າຖືກດົນບັນດານໂດຍພຣະເຈົ້າບໍ? ເຈົ້າໄດ້ເຫັນເຖິງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນບໍ? ເຈົ້າໄດ້ມອບຫົວໃຈທັງໝົດຂອງເຈົ້າໃຫ້ແກ່ພຣະເຈົ້າບໍ? ເມື່ອເຈົ້າໄດ້ມອບຫົວໃຈທັງໝົດຂອງເຈົ້າໃຫ້ແກ່ພຣະເຈົ້າ, ເຈົ້າກໍຈະສາມາດຜະເຊີນກັບຊີວິດຂອງພຣະວິນຍານບໍລິສຸດໂດຍກົງ ແລະ ພາລະກິດຂອງພຣະອົງກໍຈະຖືກເຮັດໃຫ້ຊັດແຈ້ງແກ່ເຈົ້າຢ່າງສະໝໍ່າສະເໝີ. ໃນເວລານີ້, ເຈົ້າຈະກາຍມາເປັນຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຈົ້າປາຖະໜາທີ່ຈະກາຍມາເປັນບຸກຄົນດັ່ງກ່າວບໍ? ເຮົາຈື່ໄດ້ວ່າ ເຮົາຖືກດົນບັນດານໂດຍພຣະວິນຍານບໍລິສຸດ ແລະ ມອບຫົວໃຈຂອງເຮົາໃຫ້ແກ່ພຣະເຈົ້າຄັ້ງທຳອິດແນວໃດເມື່ອ ເຮົາລົ້ມລົງຕໍ່ໜ້າພຣະອົງ ແລະ ຮ້ອງໄຫ້ອອກມາວ່າ: “ໂອ ພຣະເຈົ້າ! ພຣະອົງໄດ້ເປີດຕາຂອງຂ້ານ້ອຍ ແລະ ຍອມໃຫ້ຂ້ານ້ອຍໄດ້ຮູ້ຈັກຄວາມລອດພົ້ນຂອງພຣະອົງ. ຂ້ານ້ອຍປາຖະໜາທີ່ຈະມອບຫົວໃຈຂອງຂ້ານ້ອຍໃຫ້ແກ່ພຣະອົງທັງສິ້ນ ແລະ ຂ້ານ້ອຍພຽງແຕ່ຂໍໃຫ້ຄວາມປະສົງຂອງພຣະອົງຖືກປະຕິບັດ, ຂ້ານ້ອຍພຽງແຕ່ປາຖະໜາໃຫ້ຫົວໃຈຂອງຂ້ານ້ອຍໄດ້ຮັບຄວາມເຫັນດີເຫັນພ້ອມຂອງພຣະອົງໃນການສະຖິດຂອງພຣະອົງ ແລະ ຂ້ານ້ອຍພຽງແຕ່ຂໍປະຕິບັດຕາມຄວາມປະສົງຂອງພຣະອົງ”. ເຮົາຈະບໍ່ລືມຄຳອະທິຖານນັ້ນຈັກເທື່ອ; ເຮົາຖືກດົນບັນດານຢ່າງເລິກເຊິ່ງ ແລະ ເຮົາຮ້ອງໄຫ້ອອກມາດ້ວຍຄວາມທຸກທໍລະມານໃຈຕໍ່ໜ້າພຣະເຈົ້າ. ນັ້ນແມ່ນຄຳອະທິຖານທີ່ສຳເລັດເປັນຄັ້ງອຳທິດຂອງເຮົາ ໃນການສະຖິດຂອງພຣະເຈົ້າ ດັ່ງຄົນໆໜຶ່ງທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ມັນເປັນຄວາມປາຖະໜາຢ່າງທຳອິດໃນຫົວໃຈຂອງເຮົາ. ຫຼັງຈາກນັ້ນ, ເຮົາກໍຖືກດົນບັນດານໂດຍພຣະວິນຍານບໍລິສຸດຢູ່ເລື້ອຍໆ. ເຈົ້າມີປະສົບການແບບນີ້ບໍ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວເຈົ້າບໍ? ເຮົາຄິດວ່າ ຈະໃນລະດັບຫຼາຍກວ່າ ຫຼື ໜ້ອຍກວ່າກໍຕາມ, ປະສົບການນີ້ແມ່ນຖືກແບ່ງປັນໂດຍທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ມັນເປັນພຽງແຕ່ວ່າພວກເຂົາໄດ້ລືມແລ້ວ. ຖ້າຜູ້ໃດຜູ້ໜຶ່ງເວົ້າວ່າ ພວກເຂົາບໍ່ມີປະສົບການດັ່ງກ່າວ, ສິ່ງນີ້ກໍພິສູດວ່າ ພວກເຂົາຍັງບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນເທື່ອ ແລະ ພວກເຂົາຍັງຄົງຢູ່ພາຍໃຕ້ອິດທິພົນຂອງຊາຕານ. ພາລະກິດຂອງພຣະວິນຍານບໍລິສຸດທີ່ທຳມະດາຕໍ່ພວກເຮົາທຸກຄົນແມ່ນເສັ້ນທາງຂອງພຣະວິນຍານບໍລິສຸດ ແລະ ມັນຍັງເປັນເສັ້ນທາງຂອງຄົນທີ່ເຊື່ອ ແລະ ສະແຫວງຫາພຣະເຈົ້າ. ບາດກ້າວທຳອິດຂອງພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນຜູ້ຄົນກໍຄືການດົນບັນດານວິນຍານຂອງພວກເຂົາ, ຫຼັງຈາກນັ້ນ ພວກເຂົາກໍຈະເລີ່ມຮັກພຣະເຈົ້າ ແລະ ສະແຫວງຫາຊີວິດ ແລະ ທຸກຄົນທີ່ຍ່າງໃນເສັ້ນທາງນີ້ກໍຈະຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ສິ່ງເຫຼົ່ານີ້ບໍ່ແມ່ນແຕ່ພະລັງຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນປະເທດຈີນແຜ່ນດິນໃຫຍ່, ແຕ່ທົ່ວຈັກກະວານ. ພຣະອົງປະຕິບັດພາລະກິດດັ່ງກ່າວໃນທຸກຄົນ. ຖ້າຜູ້ໃດຜູ້ໜຶ່ງບໍ່ເຄີຍຖືກດົນບັນດານຈັກເທື່ອ, ສິ່ງນີ້ກໍພິສູດວ່າພວກເຂົາຢູ່ນອກກະແສແຫ່ງການຟື້ນຟູ. ໃນຫົວໃຈຂອງເຮົາ, ເຮົາອະທິຖານຫາພຣະເຈົ້າໂດຍບໍ່ຢຸດເຊົາ, ຂໍໃຫ້ພຣະອົງດົນບັນດານທຸກຄົນ, ເພື່ອທຸກຄົນທີ່ຢູ່ພາຍໃຕ້ດວງຕາເວັນຈະຖືກດົນບັນດານໂດຍພຣະອົງ ແລະ ຍ່າງໃນເສັ້ນທາງນີ້. ນີ້ອາດເປັນພຽງການຮຽກຮ້ອງທີ່ບໍ່ມີຄວາມໝາຍຈາກເຮົາຫາພຣະເຈົ້າ, ແຕ່ເຮົາເຊື່ອວ່າ ພຣະອົງຈະເຮັດສິ່ງນີ້. ເຮົາຫວັງວ່າ ອ້າຍເອື້ອຍນ້ອງຂອງເຮົາທຸກຄົນຈະອະທິຖານເພື່ອສິ່ງນີ້, ເພື່ອຄວາມປະສົງຂອງພຣະເຈົ້າຈະຖືກປະຕິບັດ ແລະ ເພື່ອພາລະກິດຂອງພຣະອົງຈະສຳເລັດໃນໄວໆນີ້, ເພື່ອວ່າພຣະວິນຍານຂອງພຣະອົງທີ່ຢູ່ໃນສະຫວັນຈະໄດ້ພັກຜ່ອນ. ນີ້ຄືຄວາມຫວັງເລັກໆນ້ອຍໆຂອງເຮົາເອງ.

ເຮົາເຊື່ອວ່າ ໃນເມື່ອພຣະເຈົ້າສາມາດເລີ່ມຕົ້ນພາລະກິດຂອງພຣະອົງໃນປ້ອມປາການໜຶ່ງຂອງຜີຮ້າຍ, ພຣະອົງກໍຈະສາມາດເຮັດແບບດຽວກັນຕໍ່ຄົນອື່ນອີກນັບບໍ່ຖ້ວນທົ່ວຈັກກະວານຢ່າງແນ່ນອນ. ພວກເຮົາທີ່ຢູ່ໃນຍຸກສຸດທ້າຍແມ່ນຈະໄດ້ເຫັນມື້ແຫ່ງສະຫງ່າລາສີຂອງພຣະເຈົ້າຢ່າງແນ່ນອນ, ດັ່ງທີ່ໄດ້ກ່າວໄວ້ວ່າ “ຄົນທີ່ຕິດຕາມຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ”. ບໍ່ມີຜູ້ໃດສາມາດແທນທີ່ພຣະເຈົ້າໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງໄດ້, ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດປະຕິບັດພາລະກິດນີ້ໄດ້, ຍ້ອນຂັ້ນຕອນນີ້ຂອງພາລະກິດແມ່ນພິເສດ, ມັນເປັນຂັ້ນຕອນຂອງພາລະກິດແຫ່ງການເອົາຊະນະ ແລະ ຜູ້ຄົນບໍ່ສາມາດເອົາຊະນະຄົນອື່ນໄດ້. ຜູ້ຄົນພຽງແຕ່ຖືກເອົາຊະນະໄດ້ເມື່ອພຣະເຈົ້າກ່າວດ້ວຍປາກຂອງພຣະອົງເອງ ແລະ ກະທຳດ້ວຍມືຂອງພຣະອົງເອງ. ໃນຈັກກະວານທັງປວງ, ພຣະເຈົ້າໃຊ້ປະເທດມັງກອນແດງທີ່ຍິ່ງໃຫຍ່ເພື່ອເປັນສະໜາມທົດສອບ, ຫຼັງຈາກນັ້ນ ພຣະອົງຈະເລີ່ມຕົ້ນພາລະກິດນີ້ທົ່ວຈັກກະວານ. ແລ້ວພຣະອົງກໍຈະປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າທົ່ວຈັກກະວານ ແລະ ທຸກຄົນໃນຈັກກະວານຈະໄດ້ຮັບພາລະກິດແຫ່ງການເອົາຊະນະຂອງພຣະອົງ. ຄົນທຸກສາສະໜາ ແລະ ທຸກນິກາຍຈະຕ້ອງຍອມຮັບຂັ້ນຕອນນີ້ຂອງພາລະກິດ. ນີ້ຄືເສັ້ນທາງທີ່ຕ້ອງຍ່າງ, ບໍ່ມີຜູ້ໃດສາມາດຫຼົບໜີມັນໄດ້. ເຈົ້າເຕັມໃຈທີ່ຈະຍອມຮັບເອົາສິ່ງນີ້ທີ່ພຣະເຈົ້າໄດ້ຝາກຝັງໄວ້ກັບເຈົ້າບໍ? ເຮົາຮູ້ສຶກຢູ່ສະເໝີວ່າ ການຍອມຮັບເອົາການຝາກຝັງຂອງພຣະວິນຍານບໍລິສຸດຄືສິ່ງທີ່ມີສະຫງ່າລາສີ. ເຮົາຄິດວ່າ, ນີ້ຄືການຝາກຝັງທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດຊາດ. ເຮົາຫວັງວ່າ ອ້າຍເອື້ອຍນ້ອງຂອງເຮົາຈະເຮັດວຽກໜັກຄຽງຄ້າງເຮົາ ແລະ ຍອມຮັບເອົາການຝາກຝັງນີ້ຈາກພຣະເຈົ້າ, ເພື່ອວ່າພຣະເຈົ້າຈະໄດ້ຮັບສະຫງ່າລາສີທົ່ວຈັກກະວານ ແລະ ໃນອານາຈັກເບື້ອງເທິງ ແລະ ຊີວິດຂອງພວກເຮົາຈະບໍ່ສູນເປົ່າ. ພວກເຮົາຄວນເຮັດບາງສິ່ງສຳລັບພຣະເຈົ້າ ຫຼື ພວກເຮົາຄວນໃຫ້ຄຳສາບານ. ຖ້າຜູ້ຄົນບໍ່ສະແຫວງຫາເປົ້າໝາຍໃດເລີຍ ເມື່ອພວກເຂົາເຊື່ອໃນພຣະເຈົ້າ, ແລ້ວຊີວິດຂອງພວກເຂົາກໍຈະສູນເປົ່າ ແລະ ເມື່ອເຖິງເວລາທີ່ພວກເຂົາຈະຕ້ອງຕາຍ, ພວກເຂົາກໍຈະເຫັນພຽງທ້ອງຟ້າສີຟ້າ ແລະ ໂລກແຫ່ງຂີ້ຝຸ່ນເທົ່ານັ້ນ. ນັ້ນແມ່ນຊີວິດທີ່ມີຄວາມໝາຍບໍ? ຖ້າເຈົ້າສາມາດບັນລຸເງື່ອນໄຂຂອງພຣະເຈົ້າໃນຂະນະທີ່ເຈົ້າມີຊີວິດຢູ່, ນີ້ບໍ່ແມ່ນສິ່ງທີ່ສວຍງາມບໍ? ເປັນຫຍັງເຈົ້າຈຶ່ງນໍາບັນຫາດັ່ງກ່າວມາໃຫ້ຕົນເອງຢູ່ສະເໝີ ແລະ ເປັນຫຍັງເຈົ້າຈຶ່ງທໍ້ຖອຍໃຈແບບນັ້ນຢູ່ສະເໝີ? ເຈົ້າໄດ້ຮັບຫຍັງຈາກພຣະເຈົ້າໂດຍການປະຕິບັດແບບນັ້ນບໍ? ແລ້ວພຣະເຈົ້າຈະໄດ້ຮັບຫຍັງຈາກເຈົ້າ? ໃນຄຳສາບານຂອງເຮົາຕໍ່ພຣະເຈົ້າ, ມີພຽງສັນຍາຂອງຫົວໃຈຂອງເຮົາ; ເຮົາບໍ່ໄດ້ພະຍາຍາມຫຼອກລວງພຣະອົງດ້ວຍຄຳເວົ້າ. ເຮົາຈະບໍ່ເຮັດສິ່ງດັ່ງກ່າວຈັກເທື່ອ, ເຮົາພຽງແຕ່ປາຖະໜາທີ່ຈະປອບໂຍນພຣະເຈົ້າທີ່ເຮົາຮັກດ້ວຍຫົວໃຈຂອງເຮົາ, ເພື່ອວ່າພຣະວິນຍານຂອງພຣະອົງທີ່ຢູ່ໃນສະຫວັນຈະໄດ້ຮັບຄວາມອົບອຸ່ນໃຈ. ຫົວໃຈອາດມີຄ່າ, ແຕ່ຄວາມຮັກລໍ້າຄ່າຍິ່ງກວ່າ. ເຮົາຈະມອບຄວາມຮັກທີ່ລໍ້າຄ່າທີ່ສຸດໃນຫົວໃຈຂອງເຮົາໃຫ້ແກ່ພຣະເຈົ້າ ເພື່ອວ່າພຣະອົງຈະໄດ້ຮັບສິ່ງທີ່ສວຍງາມທີ່ສຸດທີ່ເຮົາມີ ແລະ ເພື່ອວ່າພຣະອົງຈະໄດ້ພໍໃຈດ້ວຍຄວາມຮັກທີ່ເຮົາມອບຖວາຍໃຫ້ແກ່ພຣະອົງ. ເຈົ້າເຕັມໃຈທີ່ຈະມອບຄວາມຮັກຂອງເຈົ້າໃຫ້ແກ່ພຣະເຈົ້າເພື່ອໃຫ້ພຣະອົງໄດ້ຊື່ນຊົມບໍ? ເຈົ້າເຕັມໃຈທີ່ຈະເຮັດໃຫ້ສິ່ງນີ້ເປັນທຶນຂອງການເປັນຢູ່ຂອງເຈົ້າບໍ? ໃນປະສົບການຂອງເຮົາ, ເຮົາໄດ້ເຫັນວ່າ ຍິ່ງເຮົາມອບຄວາມຮັກໃຫ້ກັບພຣະເຈົ້າຫຼາຍສໍ່າໃດ, ເຮົາຍິ່ງຄົ້ນພົບຄວາມປິຕິຍິນດີໃນການດຳລົງຊີວິດຢູ່ຫຼາຍຂຶ້ນສໍ່ານັ້ນ; ຍິ່ງໄປກວ່ານັ້ນ ບໍ່ມີຂີດຈຳກັດໃນກຳລັງຂອງເຮົາ ແລະ ເຮົາຍິນດີມອບຖວາຍຮ່າງກາຍ ແລະ ຈິດໃຈຂອງເຮົາທັງໝົດ ແລະ ເຮົາມີຄວາມຮູ້ສຶກຢູ່ສະເໝີວ່າ ເຮົາບໍ່ສາມາດຮັກພຣະເຈົ້າໄດ້ຢ່າງພຽງພໍ. ແລ້ວຄວາມຮັກຂອງເຈົ້າແມ່ນຄວາມຮັກທີ່ເລັກນ້ອຍບໍ ຫຼື ມັນແມ່ນຄວາມຮັກຢ່າງມະຫາສານທີ່ບໍ່ສາມາດວັດແທກໄດ້? ຖ້າເຈົ້າປາຖະໜາທີ່ຈະຮັກພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະມີຄວາມຮັກຫຼາຍຂຶ້ນທີ່ຈະມອບຄືນກັບພຣະອົງຢູ່ສະເໝີ ແລະ ຖ້ານັ້ນເປັນຄວາມຈິງ, ແລ້ວບຸກຄົນໃດ ຫຼື ສິ່ງໃດຈະສາມາດຂັດຂວາງຫົນທາງແຫ່ງຄວາມຮັກຂອງເຈົ້າສຳລັບພຣະເຈົ້າໄດ້ບໍ?

ພຣະເຈົ້າຖະໜຸຖະໜອມຄວາມຮັກຂອງມະນຸດທຸກຄົນ. ຕໍ່ທຸກຄົນທີ່ຮັກພຣະອົງ, ພອນຂອງພຣະອົງແມ່ນເພີ່ມຂຶ້ນເປັນສອງເທົ່າ, ຍ້ອນຄວາມຮັກຂອງມະນຸດຍາກຫຼາຍທີ່ຈະໄດ້ຮັບ ແລະ ມີພຽງເລັກນ້ອຍ ເຊິ່ງມັນເກືອບບໍ່ສາມາດຮັບຮູ້ໄດ້. ທົ່ວຈັກກະວານ, ພຣະເຈົ້າໄດ້ພະຍາຍາມຮຽກຮ້ອງໃຫ້ຜູ້ຄົນຮັກພຣະອົງຄືນ, ແຕ່ທົ່ວຍຸກຕ່າງໆຈົນເຖິງປັດຈຸບັນ, ມີພຽງໜ້ອຍດຽວ, ກຳມືດຽວ, ທີ່ໄດ້ມອບຄວາມຮັກທີ່ແທ້ຈິງຄືນໃຫ້ກັບພຣະອົງ. ເທົ່າທີ່ເຮົາຈື່ໄດ້, ເປໂຕຄືຄົນໜຶ່ງ, ແຕ່ເພິ່ນຖືກນໍາພາໂດຍພຣະເຢຊູເປັນການສ່ວນຕົວ ແລະ ມັນແມ່ນໃນເວລາທີ່ເພິ່ນຕາຍເທົ່ານັ້ນ ເພິ່ນຈຶ່ງໄດ້ມອບຄວາມຮັກຢ່າງສົມບູນໃຫ້ກັບພຣະເຈົ້າ ແລະ ຫຼັງຈາກນັ້ນ ຊີວິດຂອງເພິ່ນກໍສິ້ນສຸດ. ດ້ວຍເຫດນັ້ນ ພາຍໃຕ້ສະພາບການທີ່ໂຫດຮ້າຍເຫຼົ່ານີ້, ພຣະເຈົ້າໄດ້ເຮັດໃຫ້ຂອບເຂດຂອງພາລະກິດຂອງພຣະອົງໃນຈັກກະວານແຄບລົງ ແລະ ໃຊ້ປະເທດມັງກອນແດງທີ່ຍິ່ງໃຫຍ່ເປັນເຂດສາທິດ ໂດຍສຸມກຳລັງຂອງພຣະອົງ ແລະ ຄວາມພະຍາຍາມຂອງພຣະອົງທັງໝົດໃນບ່ອນດຽວ, ເພື່ອເຮັດໃຫ້ພາລະກິດຂອງພຣະອົງມີປະສິດທິພາບຍິ່ງຂຶ້ນ ແລະ ມີຜົນປະໂຫຍດຕໍ່ຄຳພະຍານຂອງພຣະອົງຍິ່ງຂຶ້ນ. ມັນແມ່ນພາຍໃຕ້ສະພາບການສອງຢ່າງນີ້ ທີ່ພຣະເຈົ້າໄດ້ຖ່າຍທອດພາລະກິດແຫ່ງຈັກກະວານທັງປວງຂອງພຣະອົງໄປສູ່ຜູ້ຄົນເຫຼົ່ານີ້ໃນປະເທດຈີນແຜ່ນດິນໃຫຍ່, ຜູ້ທີ່ມີຄວາມສາມາດຕໍ່າທີ່ສຸດໃນບັນດາຄົນທັງປວງ ແລະ ເລີ່ມພາລະກິດຄວາມຮັກແຫ່ງການເອົາຊະນະຂອງພຣະອົງ. ແລ້ວຫຼັງຈາກທີ່ພຣະອົງໄດ້ເຮັດໃຫ້ພວກເຂົາທຸກຄົນຮັກພຣະອົງ, ພຣະອົງກໍປະຕິບັດບາດກ້າວຕໍ່ໄປຂອງພາລະກິດຂອງພຣະອົງ ເຊິ່ງນັ້ນຄືແຜນການຂອງພຣະເຈົ້າ. ສະນັ້ນ ພາລະກິດຂອງພຣະອົງຈຶ່ງບັນລຸຜົນຢ່າງໃຫຍ່ທີ່ສຸດ. ຂອບເຂດຂອງພາລະກິດຂອງພຣະອົງມີທັງແກ່ນສຳຄັນ ແລະ ຂໍ້ຈຳກັດ. ມັນຊັດເຈນແລ້ວວ່າພຣະເຈົ້າໄດ້ຈ່າຍລາຄາຫຼາຍສໍ່າໃດ ແລະ ພຣະອົງໄດ້ສະຫຼະຄວາມພະຍາຍາມຫຼາຍສໍ່າໃດ ເມື່ອປະຕິບັດພາລະກິດຂອງພຣະອົງໃນພວກເຮົາເພື່ອໃຫ້ມື້ຂອງພວກເຮົາມາເຖິງ. ນີ້ຄືພອນຂອງພວກເຮົາ. ສະນັ້ນ ສິ່ງທີ່ເຮັດໃຫ້ແນວຄິດຂອງຜູ້ຄົນສັບສົນກໍຄືການທີ່ຊາວຕາເວັນຕົກອິດສາພວກເຮົາທີ່ໄດ້ເກີດໃນສະຖານທີ່ໆດີ, ແຕ່ພວກເຮົາທຸກຄົນເຫັນວ່າຕົນເອງຕ້ອຍຕໍ່າ ແລະ ທຳມະດາສາມັນ. ນີ້ບໍ່ແມ່ນພຣະເຈົ້າຍົກພວກເຮົາຂຶ້ນບໍ? ເຊື້ອສາຍຂອງມັງກອນແດງທີ່ຍິ່ງໃຫຍ່ ຜູ້ເຊິ່ງຖືກຢຽບຢໍ່າຢູ່ສະເໝີ ແມ່ນຖືກຊື່ນຊົມໂດຍຊາວຕາເວັນຕົກ, ນີ້ຄືພອນຂອງພວກເຮົາຢ່າງແທ້ຈິງ. ເມື່ອເຮົາຄິດເຖິງສິ່ງນີ້, ເຮົາກໍຖືກເອົາຊະນະໂດຍຄວາມກະລຸນາຂອງພຣະເຈົ້າ ແລະ ໂດຍຄວາມເປັນທີ່ຮັກ ແລະ ຄວາມໃກ້ຊິດຂອງພຣະອົງແລ້ວ. ສິ່ງນີ້ສະແດງວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນບໍ່ສາມາດເຂົ້າກັນໄດ້ກັບແນວຄິດຂອງມະນຸດ. ເຖິງແມ່ນວ່າ ທຸກຄົນເຫຼົ່ານີ້ຈະຖືກສາບແຊ່ງ, ພຣະອົງກໍບໍ່ໄດ້ຈຳກັດດ້ວຍຄວາມເຄັ່ງຄັດຂອງກົດໝາຍ ແລະ ພຣະອົງມີເຈດຕະນາທີ່ຈະຖ່າຍທອດຈຸດສູນລວມຂອງພາລະກິດຂອງພຣະອົງໄປສູ່ໂລກແຫ່ງນີ້. ນີ້ຄືເຫດຜົນທີ່ເຮົາຊື່ນຊົມຍິນດີ, ທີ່ເຮົາຮູ້ສຶກມີຄວາມສຸກເຫຼືອເກີນ. ໃນຖານະເປັນຜູ້ທີ່ໄດ້ຮັບບົດບາດນໍາໃນພາລະກິດ, ຄືກັບຫົວໜ້າປະໂລຫິດທ່າມກາງຊາວອິດສະຣາເອນ, ເຮົາສາມາດປະຕິບັດພາລະກິດຂອງພຣະວິນຍານໂດຍກົງ ແລະ ຮັບໃຊ້ພຣະວິນຍານຂອງພຣະເຈົ້າໂດຍກົງ; ນີ້ຄືພອນຂອງເຮົາ. ຜູ້ໃດຈະກ້າຈິນຕະນາການສິ່ງດັ່ງກ່າວນີ້? ແຕ່ໃນມື້ນີ້, ສິ່ງນີ້ໄດ້ເກີດຂຶ້ນກັບພວກເຮົາຢ່າງບໍ່ໄດ້ຕັ້ງໃຈ. ມັນຄືຄວາມປິຕິຍິນດີອັນໃຫຍ່ຫຼວງທີ່ຄູ່ຄວນກັບການສະເຫຼີມສະຫຼອງຂອງພວກເຮົາແທ້ໆ. ເຮົາຫວັງວ່າພຣະເຈົ້າຈະສືບຕໍ່ອວຍພອນພວກເຮົາ ແລະ ຍົກພວກເຮົາຂຶ້ນ, ເພື່ອວ່າພວກເຮົາທີ່ກຳລັງດຳລົງຊີວິດຢູ່ໃນກອງຂີ້ສັດນີ້ອາດຖືກໃຊ້ເປັນປະໂຫຍດອັນໃຫຍ່ຫຼວງໂດຍພຣະເຈົ້າ ແລະ ໃນທີ່ສຸດກໍຕອບແທນຄວາມຮັກຂອງພຣະອົງ.

ເສັ້ນທາງທີ່ເຮົາຍ່າງໃນຕອນນີ້ແມ່ນເສັ້ນທາງແຫ່ງການຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ເຮົາກໍມີຄວາມຮູ້ສຶກຢູ່ສະເໝີວ່າ ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າ ຫຼື ມັນບໍ່ແມ່ນເສັ້ນທາງທີ່ເຮົາຄວນຍ່າງ. ການຖືກໃຊ້ຢ່າງໃຫຍ່ຫຼວງໂດຍພຣະເຈົ້າຄືຄວາມປະສົງຂອງພຣະເຈົ້າ ແລະ ຄືເສັ້ນທາງຂອງພຣະວິນຍານບໍລິສຸດ. ບາງເທື່ອ ເຮົາເຂົ້າໃຈຜິດ, ແຕ່ເຮົາຄິດວ່າ ນີ້ຄືເສັ້ນທາງຂອງເຮົາ, ຕັ້ງແຕ່ດົນນານມາແລ້ວ ເຮົາສາບານຕໍ່ພຣະເຈົ້າວ່າ ເຮົາປາຖະໜາທີ່ຈະໃຫ້ພຣະອົງນໍາພາເຮົາ, ເພື່ອວ່າເຮົາອາດກ້າວເຂົ້າໄປໃນເສັ້ນທາງທີ່ເຮົາຄວນຍ່າງດ້ວຍຄວາມຟ້າວຟັ່ງ ແລະ ປະຕິບັດຄວາມປະສົງຂອງພຣະເຈົ້າໃຫ້ໄວເທົ່າທີ່ຈະໄວໄດ້. ບໍ່ວ່າຄົນອື່ນຈະຄິດແນວໃດ, ເຮົາເຊື່ອວ່າການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນມີຄວາມສຳຄັນທີ່ສຸດ. ບໍ່ມີຫຍັງທີ່ສຳຄັນກວ່ານີ້ໃນຊີວິດຂອງເຮົາ ແລະ ບໍ່ມີຜູ້ໃດສາມາດປະຕິເສດສິດທິນີ້ຂອງເຮົາໄດ້. ນີ້ຄືມຸມມອງສ່ວນຕົວຂອງເຮົາ ແລະ ບາງເທື່ອ ມີບາງຄົນທີ່ບໍ່ສາມາດເຂົ້າໃຈມັນໄດ້, ແຕ່ເຮົາຄິດວ່າ ເຮົາບໍ່ຈໍາເປັນຕ້ອງພິສູດສິ່ງນີ້ຕໍ່ຜູ້ໃດ. ເຮົາຈະຍ່າງໃນເສັ້ນທາງທີ່ເຮົາຄວນຍ່າງ, ຫຼັງຈາກທີ່ເຮົາໄດ້ຮັບເສັ້ນທາງທີ່ເຮົາຄວນຍ່າງ ເຮົາກໍຈະເລືອກເອົາມັນ ແລະ ຈະບໍ່ຖອຍຄືນ. ສະນັ້ນ ເຮົາຈຶ່ງກັບຄືນມາຫາພຣະທຳເຫຼົ່ານີ້: ເຮົາໄດ້ຕັ້ງໃຈປະຕິບັດຄວາມປະສົງຂອງພຣະເຈົ້າ. ເຮົາແນ່ໃຈວ່າ ອ້າຍເອື້ອຍນ້ອງຂອງເຮົາຈະບໍ່ວິພາກວິຈານເຮົາ! ໂດຍລວມແລ້ວ, ຕາມຄວາມຄິດສ່ວນຕົວຂອງເຮົາ, ຄົນອື່ນສາມາດເວົ້າສິ່ງທີ່ພວກເຂົາມັກ, ແຕ່ເຮົາຮູ້ສຶກວ່າ ການປະຕິບັດຄວາມປະສົງຂອງພຣະເຈົ້າຄືສິ່ງທີ່ສຳຄັນທີ່ສຸດ ແລະ ບໍ່ມີສິ່ງໃດທີ່ຄວນຢັບຢັ້ງເຮົາໃນສິ່ງນີ້. ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນບໍ່ຜິດຈັກເທື່ອ! ແລ້ວມັນບໍ່ແມ່ນການປະຕິບັດເພື່ອຜົນປະໂຫຍດຂອງຜູ້ໃດຜູ້ໜຶ່ງເອງ! ເຮົາເຊື່ອວ່າພຣະເຈົ້າໄດ້ເບິ່ງຢູ່ຂ້າງໃນຫົວໃຈຂອງເຮົາ! ແລ້ວເຈົ້າຄວນເຂົ້າໃຈແນວໃດກ່ຽວກັບສິ່ງນີ້? ເຈົ້າເຕັມໃຈທີ່ຈະມອບຖວາຍຕົນເອງໃຫ້ແກ່ພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ບໍ? ເຈົ້າສາບານທີ່ຈະປະຕິບັດຕາມຄວາມປະສົງຂອງພຣະເຈົ້າບໍ? ເຮົາຫວັງວ່າ ພຣະທຳຂອງເຮົາສາມາດຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຮົາໄດ້ໃນບາງຢ່າງ. ເຖິງແມ່ນບໍ່ມີຫຍັງທີ່ເລິກເຊິ່ງກ່ຽວກັບຄວາມເຂົ້າໃຈຂອງເຮົາ, ເຮົາກໍຍັງບອກເຈົ້າກ່ຽວກັບສິ່ງເຫຼົ່ານັ້ນ, ເພື່ອວ່າພວກເຮົາອາດແບ່ງປັນຄວາມຮູ້ສຶກທີ່ຢູ່ຂ້າງໃນຂອງພວກເຮົາ ໂດຍປາດສະຈາກສິ່ງກີດກັ້ນໃດໆລະຫວ່າງພວກເຮົາ ແລະ ເພື່ອວ່າພຣະເຈົ້າຈະຢູ່ທ່າມກາງພວກເຮົາຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຈາກຫົວໃຈຂອງເຮົາ. ແມ່ນແລ້ວ! ນີ້ຄືທັງໝົດທີ່ເຮົາຕ້ອງການເວົ້າອອກຈາກຫົວໃຈຂອງເຮົາໃນມື້ນີ້. ເຮົາຫວັງວ່າອ້າຍເອື້ອຍນ້ອງຂອງເຮົາຈະສືບຕໍ່ເຮັດວຽກຢ່າງໜັກ ແລະ ເຮົາຫວັງວ່າພຣະວິນຍານຂອງພຣະເຈົ້າຈະເຝົ້າເບິ່ງພວກເຮົາຢູ່ສະເໝີ!

​ກ່ອນ​ນີ້ :ເສັ້ນທາງ ... (2)

ຕໍ່​ໄປ:ເສັ້ນທາງ ... (4)

ເນື່ອຫາທີ່ກ່ຽວຂ້ອງ