ເສັ້ນທາງ... (1)
ໃນຊົ່ວຊີວິດຂອງພວກເຂົາ, ບໍ່ມີຜູ້ໃດຮູ້ວ່າພວກເຂົາຈະຜະເຊີນກັບຄວາມຍາກລໍາບາກແບບໃດ ຫຼື ພວກເຂົາຈະຕົກຢູ່ໃນການຫຼໍ່ຫຼອມແບບໃດ. ສຳລັບບາງຄົນ ມັນແມ່ນຢູ່ໃນວຽກງານຂອງພວກເຂົາ, ສຳລັບບາງຄົນ ມັນແມ່ນຢູ່ໃນຄວາມຄາດຫວັງສຳລັບອະນາຄົດຂອງພວກເຂົາ, ສຳລັບບາງຄົນ ມັນແມ່ນຢູ່ໃນຄອບຄົວທີ່ພວກເຂົາໄດ້ເກີດມາ ແລະ ສຳລັບບາງຄົນ ມັນແມ່ນຢູ່ໃນຊີວິດຄູ່ຂອງພວກເຂົາ. ແຕ່ຄວາມແຕກຕ່າງລະຫວ່າງພວກເຂົາ ແລະ ພວກເຮົາກໍຄື ໃນປັດຈຸບັນ ພວກເຮົາ ເຊິ່ງເປັນຄົນກຸ່ມນີ້ ກຳລັງທົນທຸກຢູ່ໃນທ່າມກາງພຣະທຳຂອງພຣະເຈົ້າ. ນັ້ນກໍຄື ໃນຖານະຄົນຮັບໃຊ້ພຣະເຈົ້າ ພວກເຮົາໄດ້ທົນທຸກກັບຄວາມຍາກລໍາບາກໃນເສັ້ນທາງແຫ່ງການເຊື່ອໃນພຣະອົງ ເຊິ່ງເປັນເສັ້ນທາງທີ່ຜູ້ເຊື່ອທຸກຄົນໄດ້ຍ່າງ ແລະ ຫົນທາງທີ່ຢູ່ພາຍໃຕ້ຕີນຂອງພວກເຮົາທັງໝົດ. ນັບຕັ້ງແຕ່ຈຸດນີ້ເປັນຕົ້ນມາທີ່ ພວກເຮົາໄດ້ເລີ່ມຕົ້ນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າຢ່າງເປັນທາງການ, ເປີດຜ້າກັ້ງໃນຊີວິດຂອງມະນຸດຢ່າງເປັນທາງການ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ. ເວົ້າອີກຢ່າງໜຶ່ງກໍຄື ນີ້ຄືເວລາທີ່ພວກເຮົາກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການທີ່ພຣະເຈົ້າດຳລົງຊີວິດຢູ່ຄຽງຂ້າງມະນຸດ, ເຊິ່ງເປັນເສັ້ນທາງທີ່ຜູ້ຄົນທົ່ວໄປຍ່າງ. ໃນຖານະເປັນຄົນທີ່ຢືນຢູ່ຕໍ່ໜ້າພຣະເຈົ້າ ແລະ ຮັບໃຊ້ພຣະເຈົ້າ, ຄົນທີ່ນຸ່ງເສື້ອຄຸມປະໂລຫິດໃນພຣະວິຫານ ທີ່ ມີກຽດສັກສີ, ມີສິດອຳນາດ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າ, ເຮົາຂໍປະກາດດັ່ງຕໍ່ໄປນີ້ກັບທຸກຄົນໂດຍສະພາະ: ໃບໜ້າທີ່ມີສະຫງ່າລາສີຂອງພຣະເຈົ້າຄືສະຫງ່າລາສີຂອງເຮົາ, ແຜນການຄຸ້ມຄອງຂອງພຣະອົງຄືແກ່ນສຳຄັນຂອງເຮົາ. ເຮົາບໍ່ສະແຫວງຫາເພື່ອຮັບເອົາຮ້ອຍເທົ່າໃນໂລກທີ່ຈະມາເຖິງ, ພຽງແຕ່ປະຕິບັດຄວາມປະສົງຂອງພຣະເຈົ້າໃນໂລກນີ້, ເພື່ອວ່າພຣະອົງຈະໄດ້ຮັບສ່ວນເລັກນ້ອຍສ່ວນໜຶ່ງຈາກສະຫງ່າລາສີຂອງພຣະອົງເທິງແຜ່ນດິນໂລກ ຈາກຄວາມພະຍາຍາມອັນເລັກນ້ອຍທີ່ເຮົາໄດ້ປະຕິບັດໃນເນື້ອໜັງ. ນີ້ແມ່ນຄວາມປາຖະໜາດຽວຂອງເຮົາ. ໃນຄວາມຄິດເຫັນຂອງເຮົາ, ນີ້ຄືອາຫານຝ່າຍວິນຍານຢ່າງດຽວຂອງເຮົາ. ເຮົາເຊື່ອວ່າ ສິ່ງເຫຼົ່ານີ້ຄວນເປັນ “ຄຳເວົ້າສຸດທ້າຍ” ຂອງຜູ້ໃດຜູ້ໜຶ່ງທີ່ດຳລົງຊີວິດໃນເນື້ອໜັງ ແລະ ຜູ້ທີ່ເຕັມໄປດ້ວຍຄວາມຮູ້ສຶກ. ນີ້ຄືເສັ້ນທາງທີ່ຢູ່ພາຍໃຕ້ຕີນຂອງເຮົາໃນມື້ນີ້. ເຮົາເຊື່ອວ່າ ທັດສະນະນີ້ຂອງເຮົາຈະເປັນພຣະທຳສຸດທ້າຍຂອງເຮົາທີ່ຢູ່ໃນເນື້ອໜັງ ແລະ ເຮົາຫວັງວ່າຜູ້ຄົນຈະບໍ່ມີແນວຄິດ ຫຼື ຄວາມຄິດຕ່າງໆກ່ຽວກັບເຮົາ. ເຖິງແມ່ນເຮົາໄດ້ພະຍາຍາມສຸດຄວາມສາມາດຂອງເຮົາ, ເຮົາກໍຍັງບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ເຮົາເສົ້າໃຈເຫຼືອເກີນ. ເຫດໃດສິ່ງນີ້ຈຶ່ງເປັນທາດແທ້ຂອງເນື້ອໜັງ? ສະນັ້ນ ມັນເປັນພຽງຍ້ອນຜົນຕາມມາຂອງສິ່ງຕ່າງໆທີ່ເຮົາໄດ້ເຮັດໃນອະດີດເທົ່ານັ້ນ ແລະ ຍ້ອນພາລະກິດແຫ່ງການເອົາຊະນະທີ່ພຣະເຈົ້າໄດ້ປະຕິບັດໃນຕົວເຮົາ, ເຮົາຈຶ່ງໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງຂຶ້ນກ່ຽວກັບທາດແທ້ຂອງມະນຸດຊາດ. ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ກຳນົດມາດຕະຖານພື້ນຖານທີ່ສຸດສຳລັບຕົນເອງ: ສະແຫວງຫາເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າເທົ່ານັ້ນ, ພະຍາຍາມສຸດຄວາມສາມາດຂອງເຮົາ ແລະ ບໍ່ໃຫ້ມີສິ່ງໃດມາຊັ່ງຊາຄວາມສຳນຶກຂອງເຮົາ. ເຮົາບໍ່ສົນໃຈຕໍ່ສິ່ງທີ່ຄົນອື່ນທີ່ຮັບໃຊ້ພຣະເຈົ້າຮຽກຮ້ອງສຳລັບພວກເຂົາເອງ. ສະຫຼຸບກໍຄື ເຮົາໄດ້ຕັ້ງໃຈຂອງເຮົາເພື່ອປະຕິບັດຄວາມປະສົງຂອງພຣະອົງ. ນີ້ຄືຄຳສາລະພາບຂອງເຮົາໃນຖານະທີ່ເປັນຜູ້ໜຶ່ງໃນການເນລະມິດສ້າງຂອງພຣະອົງ ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະອົງ, ເປັນຄົນທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ເປັນທີ່ຮັກຂອງພຣະເຈົ້າ ແລະ ຜູ້ທີ່ໄດ້ທົນທຸກກັບການໂຈມຕີຂອງພຣະອົງ. ນີ້ຄືຄຳສາລະພາບຂອງຄົນທີ່ຖືກເຝົ້າເບິ່ງ, ຖືກປົກປ້ອງ, ຖືກຮັກ ແລະ ຖືກໃຊ້ຢ່າງຫຼວງຫຼາຍໂດຍພຣະເຈົ້າ. ຕັ້ງແຕ່ນີ້ເປັນຕົ້ນໄປ, ເຮົາຈະສືບຕໍ່ໃນເສັ້ນທາງນີ້ຈົນເຮົາໄດ້ສຳເລັດໜ້າທີ່ສຳຄັນທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບເຮົາ. ແຕ່ໃນຄວາມຄິດເຫັນຂອງເຮົາ, ຈຸດຈົບຂອງເສັ້ນທາງແມ່ນໃກ້ຈະມາເຖິງແລ້ວ, ຍ້ອນພາລະກິດຂອງພຣະອົງໄດ້ສຳເລັດແລ້ວ ແລະ ມາຮອດປັດຈຸບັນນີ້ ຜູ້ຄົນແມ່ນໄດ້ເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໝົດແລ້ວ.
ທາງເຂົ້າຂອງປະເທດຈີນແຜ່ນດິນໃຫຍ່ສູ່ກະແສແຫ່ງການຟື້ນຟູນີ້ໄດ້ເຮັດໃຫ້ເກີດຄຣິສຕະຈັກທ້ອງຖິ່ນ ທີ່ເປັນຈຸດສູນລວມແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງບໍ່ຢຸດເຊົາໃນຄຣິສຕະຈັກທ້ອງຖິ່ນເຫຼົ່ານີ້, ຍ້ອນຄຣິສຕະຈັກທີ່ເກີດໃນເວລານີ້ໄດ້ກາຍມາເປັນແກ່ນສຳຄັນຂອງພຣະເຈົ້າໃນຄອບຄົວຈັກກະພັດທີ່ລົ້ມສະຫຼາຍ. ແນ່ນອນ ພຣະເຈົ້າດີໃຈເຫຼືອເກີນທີ່ໄດ້ສ້າງຕັ້ງຄຣິສຕະຈັກທ້ອງຖິ່ນໃນຄອບຄົວດັ່ງກ່າວ, ຄວາມສຸກຂອງພຣະອົງຄືຄວາມສຸກທີ່ເໜືອຄຳບັນຍາຍ. ຫຼັງຈາກທີ່ໄດ້ສ້າງຕັ້ງຄຣິສຕະຈັກທ້ອງຖິ່ນໃນປະເທດຈີນແຜ່ນດິນໃຫຍ່ ແລະ ເຜີຍແຜ່ຂ່າວດີນີ້ໃຫ້ແກ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກທ້ອງຖິ່ນອື່ນໆທົ່ວແຜ່ນດິນໂລກ, ພຣະເຈົ້າກໍຕື່ນເຕັ້ນຫຼາຍ, ນີ້ຄືບາດກ້າວທຳອິດຂອງພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດໃນປະເທດຈີນແຜ່ນດິນໃຫຍ່. ສາມາດເວົ້າໄດ້ວ່າ ນີ້ຄືການກະທຳຢ່າງທຳອິດ. ແລ້ວຄວາມສາມາດຂອງພຣະອົງທີ່ຈະເລີ່ມຕົ້ນບາດກ້າວທຳອິດຂອງພາລະກິດຂອງພຣະອົງໃນປ້ອມປາການຂອງຜີຮ້າຍດັ່ງກ່າວນີ້ ເຊິ່ງເປັນປ້ອມປາການທີ່ບໍ່ສາມາດໂຈມຕີໄດ້ໂດຍມະນຸດຄົນໃດ ຫຼື ສິ່ງໃດນັ້ນ ບໍ່ແມ່ນລິດອຳນາດຂອງພຣະເຈົ້າບໍ? ມັນຊັດເຈນແລ້ວວ່າ ເພື່ອການຟື້ນຟູຂອງພາລະກິດນີ້, ອ້າຍເອື້ອຍນ້ອງຈຳນວນນັບບໍ່ຖ້ວນໄດ້ຖືກກົດຂີ່ຂົ່ມເຫັງ ແລະ ຕາຍພາຍໃຕ້ມີດປາດຊີ້ນຂອງຜີຮ້າຍ. ມັນເຮັດໃຫ້ເຮົາເຈັບປວດ ແລະ ໃຈຮ້າຍທີ່ນໍາສິ່ງນີ້ຂຶ້ນມາເວົ້າໃນຕອນນີ້, ແຕ່ສຳລັບສ່ວນໃຫຍ່ແລ້ວ, ມື້ແຫ່ງການທົນທຸກແມ່ນໄດ້ຜ່ານໄປແລ້ວ. ການທີ່ເຮົາສາມາດປະຕິບັດພາລະກິດສຳລັບພຣະເຈົ້າໃນປັດຈຸບັນ ແລະ ການທີ່ເຮົາສາມາດໄດ້ມາເຖິງບ່ອນທີ່ເຮົາຢູ່ໃນປັດຈຸບັນ ກໍເນື່ອງຈາກລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າທັງສິ້ນ. ເຮົາຮູ້ສຶກຍ້ອງຍໍຊົມເຊີຍຢ່າງໃຫຍ່ກັບຄົນທີ່ພຣະເຈົ້າໄດ້ເລືອກສຳລັບການເສຍສະຫຼະຊີວິດ; ພວກເຂົາສາມາດປະຕິບັດຄວາມປະສົງຂອງພຣະເຈົ້າ ແລະ ເສຍສະຫຼະຕົນເອງເພື່ອພຣະເຈົ້າ. ເວົ້າຕາມຄວາມຈິງ, ຖ້າມັນບໍ່ແມ່ນຍ້ອນຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າ, ເຮົາກໍຄົງຈະລົ້ມລົງໃນບຶງຂີ້ຕົມຕັ້ງແຕ່ດົນແລ້ວ. ຂອບພຣະຄຸນພຣະເຈົ້າ! ເຮົາປາຖະໜາທີ່ຈະມອບສະຫງ່າລາສີທັງໝົດໃຫ້ແກ່ພຣະເຈົ້າ ເພື່ອວ່າພຣະອົງຈະສາມາດຜັກຜ່ອນໄດ້. ບາງຄົນຖາມເຮົາວ່າ: “ຍ້ອນຕໍາແໜ່ງຂອງພຣະອົງ, ພຣະອົງບໍ່ຄວນຕາຍ. ເປັນຫຍັງພຣະອົງຈຶ່ງມີຄວາມສຸກ ເມື່ອພຣະເຈົ້າກ່າວເຖິງຄວາມຕາຍ?” ແທນທີ່ຈະຕອບໂດຍກົງ, ເຮົາກໍພຽງແຕ່ມອບຮອຍຍິ້ມເລັກນ້ອຍ ແລະ ເວົ້າວ່າ “ນີ້ຄືເສັ້ນທາງທີ່ເຮົາຕ້ອງສະແຫວງຫາ, ທີ່ເຮົາຕ້ອງປະຕິບັດຕາມຢ່າງເດັດຂາດ”. ຜູ້ຄົນສັບສົນຍ້ອນຄຳຕອບຂອງເຮົາ. ພວກເຂົາພຽງແຕ່ສາມາດເບິ່ງເຮົາດ້ວຍຄວາມປະຫຼາດໃຈ, ສົງໄສໃນຕົວເຮົາເລັກນ້ອຍ. ເຖິງຢ່າງໃດກໍຕາມ, ເຮົາເຊື່ອວ່າ ຍ້ອນນີ້ຄືເສັ້ນທາງທີ່ເຮົາໄດ້ເລືອກ ແລະ ມັນຍັງເປັນຄວາມຕັ້ງໃຈທີ່ເຮົາມີຕໍ່ໜ້າພຣະເຈົ້າ, ແລ້ວບໍ່ວ່າຄວາມຫຍຸ້ງຍາກຈະໃຫຍ່ສໍ່າໃດກໍຕາມ, ເຮົາຕ້ອງສືບຕໍ່ຝ່າຟັນໄປຂ້າງໜ້າໃຫ້ໄດ້. ເຮົາຄິດວ່າ ນີ້ຄືສັນຍາທີ່ຄົນຮັບໃຊ້ພຣະເຈົ້າຄວນຍຶດຖື ແລະ ພວກເຂົາຕ້ອງບໍ່ກັບຄຳຂອງຕົນເອງ ແມ່ນແຕ່ໜ້ອຍດຽວ. ນີ້ຍັງເປັນກົດລະບຽບ ແລະ ຂໍ້ກຳນົດທີ່ວາງໄວ້ແຕ່ດົນມາແລ້ວ ໃນຍຸກແຫ່ງພຣະບັນຍັດທີ່ຄົນເຊື່ອໃນພຣະເຈົ້າຄວນເຂົ້າໃຈ. ໃນປະສົບການຂອງເຮົາ, ເຖິງແມ່ນຄວາມຮູ້ຂອງເຮົາກ່ຽວກັບພຣະເຈົ້າບໍ່ໄດ້ມີຫຼາຍ ແລະ ສິ່ງທີ່ເຮົາໄດ້ຜະເຊີນກໍພຽງເລັກໆນ້ອຍໆ, ບໍ່ສົມຄວນທີ່ຈະກ່າວເຖິງ ແລະ ເຮົາບໍ່ມີຄວາມຮູ້ຢ່າງສະຫຼາດໃຫ້ເວົ້າເຖິງ, ພຣະທຳຂອງພຣະເຈົ້າຕ້ອງຖືກຍຶດຖື ແລະ ບໍ່ສາມາດຖືກທ້າທາຍໄດ້. ຄວາມຈິງແລ້ວ, ປະສົບການຕົວຈິງຂອງເຮົາເອງກໍເລັກໆນ້ອຍໆ, ແຕ່ຍ້ອນພຣະເຈົ້າເປັນພະຍານໃຫ້ແກ່ເຮົາ ແລະ ຜູ້ຄົນມີຄວາມເຊື່ອແບບລັບຫູລັບຕາໃນຕົວຕົນທີ່ເຮົາເປັນຢູ່ສະເໝີ, ເຮົາຈະສາມາດເຮັດຫຍັງໄດ້? ແຕ່ເຮົາຍັງຫວັງວ່າ ຜູ້ຄົນຈະແກ້ໄຂມຸມມອງຂອງພວກເຂົາທີ່ກ່ຽວກັບການຮັກພຣະເຈົ້າ. ຕົວຕົນທີ່ເຮົາເປັນບໍ່ມີຄ່າຫຍັງເລີຍ; ສຳລັບເຮົາແລ້ວ ເຮົາກໍສະແຫວງຫາຫົນທາງແຫ່ງຄວາມເຊື່ອໃນພຣະເຈົ້າເຊັ່ນກັນ ແລະ ເສັ້ນທາງທີ່ເຮົາຍ່າງກໍບໍ່ໄດ້ເປັນແນວອື່ນ ນອກຈາກເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າເຊັ່ນກັນ. ຜູ້ໃດຜູ້ໜຶ່ງທີ່ອາດດີ, ແຕ່ບໍ່ຄວນເປັນເປົ້າໝາຍຂອງການນະມັດສະການ, ພວກເຂົາພຽງແຕ່ສາມາດເຮັດໜ້າທີ່ເປັນແບບຢ່າງໃຫ້ຕິດຕາມເທົ່ານັ້ນ. ເຮົາບໍ່ສົນໃຈວ່າຄົນອື່ນເຮັດຫຍັງ, ແຕ່ເຮົາຂໍປະກາດໃຫ້ຜູ້ຄົນຮູ້ວ່າ ເຮົາມອບສະຫງ່າລາສີໃຫ້ແກ່ພຣະເຈົ້າ; ເຮົາບໍ່ມອບສະຫງ່າລາສີຂອງພຣະວິນຍານໃຫ້ແກ່ເນື້ອໜັງ. ເຮົາຫວັງວ່າ ທຸກຄົນຈະສາມາດເຂົ້າໃຈຄວາມຮູ້ສຶກຂອງເຮົາກ່ຽວກັບສິ່ງນີ້. ນີ້ບໍ່ແມ່ນວ່າເຮົາກຳລັງໜີຄວາມຮັບຜິດຊອບຂອງເຮົາ, ມັນຄືເລື່ອງລາວແທ້ຈິງທັງໝົດ. ສິ່ງນີ້ຄວນຈະເຂົ້າໃຈຢ່າງຊັດເຈນ, ດັ່ງນັ້ນ ມັນຈຶ່ງຈະບໍ່ໄດ້ເວົ້າເຖິງອີກ.
ມື້ນີ້, ເຮົາໄດ້ຮັບແສງສະຫວ່າງຕໍ່ໜ້າພຣະເຈົ້າ. ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນພາລະກິດແຫ່ງຄວາມລອດພົ້ນ. ມັນບໍ່ໄດ້ເຈືອປົນໂດຍສິ່ງໃດສິ່ງໜຶ່ງ. ບາງຄົນອາດຄິດແຕກຕ່າງ, ແຕ່ເຮົາຮູ້ສຶກຢູ່ສະເໝີວ່າ ພຣະວິນຍານບໍລິສຸດແມ່ນພຽງປະຕິບັດຂັ້ນຕອນຂອງພາລະກິດເທົ່ານັ້ນ ເຊິ່ງເປັນພາລະກິດແຫ່ງຄວາມລອດພົ້ນ ແລະ ບໍ່ແມ່ນພາລະກິດອື່ນໃດ. ສິ່ງນີ້ຄວນຈະຊັດເຈນ. ມີແຕ່ຕອນນີ້ເທົ່ານັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນປະເທດຈີນແຜ່ນດິນໃຫຍ່ຈຶ່ງຈະຊັດເຈນ. ແລ້ວເປັນຫຍັງພຣະເຈົ້າຈຶ່ງຕ້ອງການເປີດເຜີຍທຸກເສັ້ນທາງ ແລະ ພາລະກິດໃນສະຖານທີ່ເຊັ່ນນີ້ ເຊິ່ງເປັນບ່ອນທີ່ເຕັມໄປດ້ວຍຜີຮ້າຍ. ນີ້ສະແດງວ່າ ຄວາມຈິງແລ້ວ ພຣະເຈົ້າກຳລັງປະຕິບັດພາລະກິດແຫ່ງຄວາມລອດພົ້ນ. ເວົ້າໃຫ້ຊັດເຈນກວ່ານີ້ກໍຄື, ມັນຄືພາລະກິດແຫ່ງການເອົາຊະນະໂດຍສະເພາະ. ນາມຂອງພຣະເຢຊູໄດ້ຖືກເອີ້ນຫາຕັ້ງແຕ່ຕອນເລີ່ມຕົ້ນ. (ບາງເທື່ອ ບາງຄົນບໍ່ໄດ້ຜະເຊີນກັບມັນ, ແຕ່ເຮົາເວົ້າວ່າ ນີ້ຄືບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດ). ນີ້ແມ່ນເພື່ອເປັນການແຍກອອກຈາກພຣະເຢຊູໃນຍຸກແຫ່ງພຣະຄຸນ, ສະນັ້ນ ຜູ້ຄົນສ່ວນໜຶ່ງຈຶ່ງຖືກເລືອກລ່ວງໜ້າ ແລະ ຫຼັງຈາກນັ້ນ ການຄັດເລືອກຈຶ່ງໄດ້ຈໍາກັດສະເພາະບາງຄົນ. ແລ້ວຕໍ່ມາ ຊື່ຂອງພະຍານລີກໍຖືກເອີ້ນຫາໃນປະເທດຈີນແຜ່ນດິນໃຫຍ່ ເຊິ່ງເປັນພາກສ່ວນທີສອງຂອງພາລະກິດແຫ່ງການຟື້ນຟູຂອງພຣະວິນຍານບໍລິສຸດໃນປະເທດຈີນແຜ່ນດິນໃຫຍ່. ນີ້ຄືບາດກ້າວທຳອິດຂອງພາລະກິດທີ່ພຣະວິນຍານບໍລິສຸດເລີ່ມຄັດເລືອກເອົາຜູ້ຄົນ ເຊິ່ງທໍາອິດແມ່ນຮວບຮວມຜູ້ຄົນ ແລະ ລໍຖ້າໃຫ້ຄົນລ້ຽງແກະເບິ່ງແຍງພວກເຂົາ; ຊື່ “ພະຍານລີ” ແມ່ນຖືກໃຊ້ເພື່ອປະຕິບັດໜ້າທີ່ນັ້ນ. ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍຕົນເອງ ຫຼັງຈາກທີ່ໄດ້ປະຈັກພະຍານນາມ “ຜູ້ຊົງລິດອຳນາດ” ແລະ ກ່ອນໜ້ານັ້ນ ພາລະກິດແມ່ນຢູ່ໃນຂັ້ນຕອນການກະກຽມ. ສະນັ້ນ ມັນບໍ່ສຳຄັນວ່າສິ່ງນັ້ນຖືກຕ້ອງ ຫຼື ຜິດ ແລະ ນີ້ບໍ່ແມ່ນບັນຫາຫຼັກທີ່ຢູ່ພາຍໃນແຜນການຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ປະຈັກນາມ “ຜູ້ຊົງລິດອຳນາດ”, ພຣະເຈົ້າຈຶ່ງເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງເອງຢ່າງເປັນທາງການ ແລະ ຫຼັງຈາກນັ້ນ ການກະທຳຂອງພຣະອົງໃນຖານະພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງເລີ່ມຕົ້ນຢ່າງເປັນທາງການ. ຜ່ານນາມ “ພຣະຜູ້ເປັນເຈົ້າທີ່ຊົງລິດອຳນາດ”, ພຣະອົງໄດ້ຄວບຄຸມທຸກຄົນທີ່ກະບົດ ແລະ ບໍ່ເຊື່ອຟັງ. ພວກເຂົາເລີ່ມຍອມຮັບເອົາພາບລັກຂອງຄວາມເປັນມະນຸດ, ດັ່ງທີ່ຜູ້ຄົນເລີ່ມເບິ່ງຄືກັບວ່າ ເປັນຜູ້ໃຫຍ່ ເມື່ອພວກເຂົາອາຍຸຮອດຊາວສາມ ຫຼື ຊາວສີ່ປີ; ນັ້ນກໍຄື ຜູ້ຄົນຫາກໍເລີ່ມມີຊີວິດຂອງມະນຸດປົກກະຕິ. ຜ່ານການທົດລອງຂອງຜູ້ຮັບໃຊ້ບໍລິການ, ພາລະກິດຂອງພຣະເຈົ້າຈຶ່ງປ່ຽນແປງໄປສູ່ໄລຍະຂອງການປະຕິບັດພາລະກິດອັນສັກສິດໂດຍທຳມະຊາດ. ສາມາດເວົ້າໄດ້ວ່າ ມີແຕ່ຂັ້ນຕອນນີ້ຂອງພາລະກິດເທົ່ານັ້ນທີ່ເປັນແກ່ນສຳຄັນໃນພາລະກິດຂອງພຣະອົງ ແລະ ມັນຄືບາດກ້າວຫຼັກໃນພາລະກິດຂອງພຣະອົງ. ຜູ້ຄົນຮູ້ຈັກຕົນເອງ ແລະ ກຽດຊັງຕົນເອງ. ພວກເຂົາໄດ້ໄປເຖິງຈຸດທີ່ພວກເຂົາສາມາດສາບແຊ່ງຕົນເອງ, ພວກເຂົາຍິນດີທີ່ຈະສະຫຼະຊີວິດຂອງພວກເຂົາເອງ ແລະ ພວກເຂົາມີຄວາມຮູ້ສຶກທີ່ເລືອນລາງກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ, ບົນພື້ນຖານນັ້ນ ພວກເຂົາໄດ້ມາຮູ້ຈັກຄວາມໝາຍທີ່ແທ້ຈິງຂອງການເປັນຢູ່ຂອງມະນຸດ, ແລ້ວກໍໄດ້ບັນລຸຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າໃນປະເທດຈີນແຜ່ນດິນໃຫຍ່ກຳລັງໃກ້ຈະສິ້ນສຸດ. ພຣະເຈົ້າໄດ້ດໍາເນີນການກະກຽມຂອງພຣະອົງໃນດິນແດນທີ່ສົກກະປົກນີ້ມາເປັນເວລາຫຼາຍປີ, ແຕ່ຜ່ານມາຜູ້ຄົນບໍ່ເຄີຍບັນລຸເຖິງຈຸດທີ່ພວກເຂົາໄດ້ບັນລຸໃນຕອນນີ້ເລີຍ ເຊິ່ງໝາຍຄວາມວ່າ ມັນແມ່ນຢູ່ໃນປັດຈຸບັນເທົ່ານັ້ນທີ່ ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການ. ບໍ່ຈຳເປັນຕ້ອງປະດັບສິ່ງດ້ວຍລາຍລະອຽດ ຫຼື ຄວາມຊັດເຈນເພີ່ມເຕີມ. ມັນຖືກຕ້ອງໂດຍສິ້ນເຊີງທີ່ຈະເວົ້າວ່າ ພາລະກິດນີ້ແມ່ນຖືກປະຕິບັດຜ່ານຄວາມເປັນພຣະເຈົ້າຂອງພຣະເຈົ້າໂດຍກົງ, ແຕ່ມັນຖືກດໍາເນີນຜ່ານທາງມະນຸດ. ບໍ່ມີຜູ້ໃດສາມາດປະຕິເສດສິ່ງນີ້ໄດ້. ແນ່ນອນ ມັນແມ່ນຍ້ອນລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າເທິງແຜ່ນດິນໂລກທີ່ ພາລະກິດຂອງພຣະອົງຈຶ່ງສາມາດບັນລຸເຖິງຂັ້ນປັດຈຸບັນໃນຜູ້ຄົນແຫ່ງດິນແດນທີ່ໄຮ້ສິນທຳນີ້. ຜົນຂອງພາລະກິດນີ້ສາມາດນໍາໄປໃສກໍໄດ້ເພື່ອຈູງໃຈຜູ້ຄົນ. ບໍ່ມີຜູ້ໃດຈະກ້າຕັດສິນສິ່ງນີ້ ແລະ ປະຕິເສດມັນໄດ້ຢ່າງງ່າຍດາຍ.