ບົດທີ 43

ບາງເທື່ອ ມັນເປັນຍ້ອນບົດບັນຍັດບໍລິຫານຂອງເຮົາເທົ່ານັ້ນ ຜູ້ຄົນຈຶ່ງ “ສົນໃຈຢ່າງໃຫຍ່” ໃນພຣະທຳຂອງເຮົາ. ຖ້າພວກເຂົາບໍ່ໄດ້ຖືກປົກຄອງດ້ວຍບົດບັນຍັດບໍລິຫານຂອງເຮົາ, ພວກເຂົາທຸກຄົນກໍຈະສົ່ງສຽງຄາງຄືກັບເສືອທີ່ຫາກໍຖືກລົບກວນ. ໃນແຕ່ລະມື້ ເຮົາພະເນຈອນຢູ່ເໜືອກ້ອນເມກ ໂດຍເຝົ້າເບິ່ງມະນຸດທີ່ປົກຄຸມແຜ່ນດິນໂລກໃນຂະນະທີ່ພວກເຂົາວຸ້ນວາຍຢູ່ບໍ່ຢຸດ, ຖືກເຮົາຄວບຄຸມໂດຍວິທີການແຫ່ງບົດບັນຍັດບໍລິຫານຂອງເຮົາ. ໃນວິທີນີ້ ມະນຸດຊາດແມ່ນຖືກຮັກສາໃນສະພາວະທີ່ເປັນລະບົບລະບຽບ ແລະ ສະນັ້ນ ເຮົາຈຶ່ງເຮັດໃຫ້ບົດບັນຍັດບໍລິຫານຂອງເຮົາເປັນຢູ່ຢ່າງຖາວອນ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ຄົນທີ່ຢູ່ເທິງແຜ່ນດິນໂລກຮັບການຂ້ຽນຕີທຸກຮູບແບບເນື່ອງຈາກບົດບັນຍັດບໍລິຫານຂອງເຮົາ ແລະ ເມື່ອການຂ້ຽນຕີເຫຼົ່ານີ້ລົງມາເທິງພວກເຂົາ ມະນຸດທຸກຄົນສົ່ງສຽງດັງໂວຍວາຍ ແລະ ແຕກໜີໄປທົ່ວທຸກສາລະທິດ. ໃນຊ່ວງເວລານີ້, ປະຊາຊາດເທິງແຜ່ນດິນໂລກຈະດັບສະຫຼາຍໄປທັນທີ, ຊາຍແດນລະຫວ່າງປະຊາຊາດກໍຈະບໍ່ມີ, ສະຖານທີ່ໃດໜຶ່ງຈະບໍ່ຖືກແບ່ງແຍກອອກຈາກສະຖານທີ່ແຫ່ງໜຶ່ງອີກຕໍ່ໄປ ແລະ ບໍ່ມີຫຍັງທີ່ຈະຕັດມະນຸດຂາດອອກຈາກກັນ. ເຮົາເລີ່ມຕົ້ນເຮັດ “ພາລະກິດຕາມອຸດົມຄະຕິ” ໃນທ່າມກາງມະນຸດ, ເພື່ອວ່າມະນຸດຈະຢູ່ຮ່ວມນໍາກັນຢ່າງສັນຕິສຸກ, ບໍ່ຕໍ່ສູ້ກັນອີກຕໍ່ໄປ ແລະ ເມື່ອເຮົາສ້າງຂົວ ແລະ ສ້າງຄວາມສຳພັນໃນທ່າມກາງມະນຸດຊາດ, ຜູ້ຄົນກໍຈະສາມັກຄີກັນ. ເຮົາຈະເຮັດໃຫ້ສະຫວັນວິມານເຕັມໄປດ້ວຍການສະແດງອອກເຖິງພາລະກິດຂອງເຮົາ, ເພື່ອວ່າທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະກົ້ມລົງຂາບຢູ່ພາຍໃຕ້ລິດອຳນາດຂອງເຮົາ, ນໍາແຜນການຂອງເຮົາໄປປະຕິບັດເພື່ອ “ຄວາມສາມັກຄີທົ່ວໂລກ” ແລະ ເຮັດໃຫ້ຄວາມປາຖະໜາໜຶ່ງດຽວຂອງເຮົານີ້ໃຫ້ເກີດໝາກຜົນ ແລະ ເພື່ອວ່າມະນຸດຈະບໍ່ “ທ່ອງທ່ຽວໄປມາ” ເທິງໂລກອີກຕໍ່ໄປ ແຕ່ຈະຄົ້ນພົບຈຸດໝາຍປາຍທາງທີ່ເໝາະສົມໂດຍບໍ່ຊັກຊ້າ. ເຮົາຄຳນຶງເຖິງມະນຸດຊາດໃນທຸກໆວິທີ, ນັ້ນກໍເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢູ່ໃນດິນແດນແຫ່ງສັນຕິສຸກ ແລະ ຄວາມສຸກໂດຍໄວ, ເພື່ອວ່າມື້ແຫ່ງຊີວິດຂອງພວກເຂົາຈະບໍ່ໂສກເສົ້າ ແລະ ໂດດດ່ຽວອີກຕໍ່ໄປ ແລະ ເພື່ອວ່າແຜນການຂອງເຮົາຈະບໍ່ສູນເປົ່າເທິງແຜ່ນດິນໂລກ. ເພາະມະນຸດຢູ່ໃນທີ່ນັ້ນ, ເຮົາຈະສ້າງປະຊາຊາດຂອງເຮົາເທິງແຜ່ນດິນໂລກ, ຍ້ອນວ່າ ສ່ວນໜຶ່ງຂອງການສະແດງອອກເຖິງສະຫງ່າລາສີຂອງເຮົາແມ່ນຢູ່ເທິງແຜ່ນດິນໂລກ. ໃນສະຫວັນເບື້ອງເທິງ, ເຮົາຈະສ້າງຕັ້ງນະຄອນຂອງເຮົາໃຫ້ດີຂຶ້ນ ແລະ ເຮັດໃຫ້ທຸກສິ່ງໃໝ່ທັງຢູ່ເບື້ອງເທິງ ແລະ ເບື້ອງລຸ່ມ. ເຮົາຈະເຮັດໃຫ້ທຸກສິ່ງຢູ່ທັງເບື້ອງເທິງ ແລະ ເບື້ອງລຸ່ມສະຫວັນຮ່ວມກັນເປັນໜຶ່ງດຽວ, ເພື່ອວ່າທຸກສິ່ງເທິງແຜ່ນດິນໂລກຈະຮ່ວມກັນກັບທຸກສິ່ງທີ່ຢູ່ໃນສະຫວັນ. ນີ້ແມ່ນແຜນການຂອງເຮົາ, ມັນແມ່ນສິ່ງທີ່ເຮົາຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ, ບໍ່ໃຫ້ຜູ້ໃດຜູ້ໜຶ່ງແຊກແຊງກັບພາກສ່ວນນີ້ຂອງພາລະກິດຂອງເຮົາ! ການຂະຫຍາຍພາລະກິດຂອງເຮົາໄປສູ່ປະຊາຊາດຂອງຄົນຕ່າງຊາດແມ່ນພາກສ່ວນສຸດທ້າຍຂອງພາລະກິດຂອງເຮົາເທິງແຜ່ນດິນໂລກ. ບໍ່ມີໃຜສາມາດຢັ່ງເຖິງພາລະກິດທີ່ເຮົາຈະປະຕິບັດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງສົບສົນທີ່ສຸດ. ຍ້ອນເຮົາຫຍຸ້ງກັບພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກ, ຜູ້ຄົນຈຶ່ງຖຶໂອກາດ “ເຮັດຫຼິ້ນໆ”. ເພື່ອບໍ່ໃຫ້ພວກເຂົາຄວບຄຸມຍາກ, ກ່ອນອື່ນ ເຮົາໄດ້ວາງພວກເຂົາໄວ້ພາຍໃຕ້ການຂ້ຽນຕີຂອງເຮົາເພື່ອອົດກັ້ນກັບການລົງວິໄນຈາກທະເລສາບແຫ່ງໄຟ. ນີ້ແມ່ນໜຶ່ງບາດກ້າວໃນພາລະກິດຂອງເຮົາ ແລະ ເຮົາຈະໃຊ້ກຳລັງຂອງທະເລສາບແຫ່ງໄຟເພື່ອເຮັດໃຫ້ພາລະກິດນີ້ຂອງເຮົາສຳເລັດລົງ, ບໍ່ດັ່ງນັ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະປະຕິບັດພາລະກິດຂອງເຮົາ. ເຮົາຈະເຮັດໃຫ້ມະນຸດທົ່ວທັງຈັກກະວານຍອມຢູ່ພາຍໃຕ້ບັນລັງຂອງເຮົາ, ແບ່ງພວກເຂົາອອກເປັນປະເພດທີ່ແຕກຕ່າງກັນຕາມການພິພາກສາຂອງເຮົາ, ຈັດປະເພດພວກເຂົາຕາມປະເພດເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນກໍຄືຈັດລຽງພວກເຂົາເຂົ້າສູ່ຄອບຄົວຂອງພວກເຂົາ, ເພື່ອວ່າມະນຸດທັງປວງຈະເຊົາບໍ່ເຊື່ອຟັງເຮົາ, ກົງກັນຂ້າມ ພວກເຂົາຈະຕົກລົງໃນການຈັດແຈງທີ່ຮຽບຮ້ອຍ ແລະ ເປັນລະບົບລະບຽບຕາມປະເພດຕ່າງໆທີ່ເຮົາໄດ້ຕັ້ງຊື່ໄວ້, ບໍ່ໃຫ້ຜູ້ໃດເຄື່ອນຍ້າຍໄປມາຕາມອຳເພີໃຈ! ທົ່ວທັງຈັກກະວານ, ເຮົາໄດ້ສ້າງພາລະກິດໃໝ່ຂຶ້ນ; ທົ່ວທັງຈັກກະວານ, ມະນຸດທຸກຄົນມຶນງົງ ແລະ ຕົກຕະລຶງຈົນເວົ້າຫຍັງບໍ່ອອກຍ້ອນການປາກົດຕົວຢ່າງກະທັນຫັນຂອງເຮົາ, ຂອບເຂດຂອງພວກເຂົາລະເບີດອອກຢ່າງບໍ່ເຄີຍເປັນມາກ່ອນຍ້ອນການປາກົດຕົວຢ່າງເປີດເຜີຍຂອງເຮົາ. ປັດຈຸບັນບໍ່ແມ່ນແບບນີ້ແທ້ບໍ?

ເຮົາໄດ້ຍ່າງກ້າວທຳອິດ ແລະ ເລີ່ມຕົ້ນສ່ວນທຳອິດຂອງພາລະກິດຂອງເຮົາທ່າມກາງບັນດາປະຊາຊາດ ແລະ ປະຊາຊົນທັງປວງ. ເຮົາຈະບໍ່ທຳລາຍແຜນການຂອງເຮົາເພື່ອເລີ່ມຕົ້ນໃໝ່: ລຳດັບຂອງພາລະກິດທີ່ຢູ່ທ່າມກາງປະຊາຊາດຂອງຄົນຕ່າງຊາດໄດ້ຖືກສ້າງຂຶ້ນຕາມຂະບວນການຂອງພາລະກິດຂອງເຮົາທີ່ຢູ່ໃນສະຫວັນ. ເມື່ອມະນຸດທຸກຄົນຫຼຽວເບິ່ງທ່າທາງ ແລະ ການກະທຳທຸກຢ່າງຂອງເຮົາ, ນັ້ນແມ່ນຕອນທີ່ເຮົາໄດ້ໂຍນໝອກລົງມາເທິງແຜ່ນດິນໂລກ. ຕາຂອງມະນຸດມືດມົວທັນທີ, ພວກເຂົາບໍ່ສາມາດເຫັນທິດທາງໄດ້ຢ່າງຊັດເຈນ ຄືກັບແກະທີ່ຢູ່ໃນທະເລຊາຍທີ່ແຫ້ງແລ້ງ ແລະ ເມື່ອສຽງລົມພາຍຸແຮງເລີ່ມດັງຂຶ້ນ, ສຽງຮ້ອງໄຫ້ຂອງພວກເຂົາກໍຈົມຢູ່ໃນລົມທີ່ພັດມາຢ່າງແຮງ. ທ່າມກາງຄື້ນລົມ, ຮູບຮ່າງຂອງມະນຸດແມ່ນສາມາດເຫັນໄດ້ພຽງເລັກນ້ອຍ, ແຕ່ສຽງຂອງມະນຸດແມ່ນບໍ່ສາມາດໄດ້ຍິນເລີຍ, ເຖິງແມ່ນມະນຸດກຳລັງຮ້ອງຂຶ້ນສຸດແຮງ, ຄວາມພະຍາຍາມນັ້ນກໍໄຮ້ປະໂຫຍດ. ໃນເວລານີ້, ມະນຸດຮ້ອງໄຫ້ ແລະ ຄໍ່າຄວນຢ່າງແຮງ, ຫວັງວ່າຜູ້ຊ່ວຍໃຫ້ພົ້ນຈະຕົກລົງມາຈາກທ້ອງຟ້າເພື່ອນໍາພາພວກເຂົາອອກຈາກທະເລຊາຍທີ່ກວ້າງໃຫຍ່ນີ້. ແຕ່ບໍ່ວ່າຄວາມເຊື່ອຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຜູ້ຊ່ວຍໃຫ້ພົ້ນກໍຍັງບໍ່ມີທ່າທີຈະເຄື່ອນໄຫວຫຍັງ ແລະ ຄວາມຫວັງຂອງມະນຸດກໍແຕກກະຈາຍ: ໄຟແຫ່ງຄວາມເຊື່ອທີ່ຖືກຈູດຂຶ້ນກໍຖືກເປົ່າໃຫ້ດັບໂດຍລົມພາຍຸທີ່ມາຈາກທະເລຊາຍ ແລະ ມະນຸດກໍນອນອ່ອນເພຍຢູ່ໃນສະຖານທີ່ໆແຫ້ງແລ້ງ ແລະ ບໍ່ມີຄົນຢູ່, ບໍ່ສາມາດຍົກກະບອງທີ່ເຜົາໄໝ້ຂຶ້ນໄດ້ອີກຕໍ່ໄປ ແລະ ລົ້ມລົງໝົດສະຕິໄປ... ເຮົາສວຍໂອກາດເອົາຊ່ວງເວລາດັ່ງກ່າວເຮັດໃຫ້ໜອງນໍ້າໃນທະເລຊາຍປາກົດຂຶ້ນຕໍ່ຕາຂອງມະນຸດ. ແຕ່ໃນຂະນະທີ່ຫົວໃຈຂອງເຂົາອາດດີໃຈຫຼາຍ, ຮ່າງກາຍຂອງມະນຸດກໍອ່ອນແອເກີນໄປທີ່ຈະຕອບໂຕ້ໄດ້, ນອນອ່ອນເພຍຢ່າງທີ່ສຸດ; ເຖິງແມ່ນເຂົາເຫັນໝາກໄມ້ທີ່ສວຍງານກຳລັງເຕີບໃຫຍ່ຂຶ້ນໃນໜອງນໍ້າໃນທະເລຊາຍ, ເຂົາກໍຂາດກຳລັງທີ່ຈະເດັດໝາກໄມ້ເຫຼົ່ານັ້ນ, ຍ້ອນ “ຊັບພະຍາກອນພາຍໃນ” ຂອງມະນຸດແມ່ນຖືກທຳລາຍໄປໝົດທຸກຢ່າງຈົນບໍ່ມີຫຍັງຫຼົງເຫຼືອຢູ່ແລ້ວ. ເຮົາເອົາສິ່ງທີ່ມະນຸດຕ້ອງການ ແລະ ສະເໜີມອບສິ່ງເຫຼົ່ານັ້ນໃຫ້ກັບເຂົາ, ແຕ່ສິ່ງທີ່ເຂົາເຮັດກໍມີພຽງຍິ້ມຊົ່ວໄລຍະສັ້ນໆ, ໜ້າຂອງເຂົາບໍ່ຊື່ນບານແທ້ໆ: ທຸກກຳລັງນ້ອຍໆຂອງເຂົາໄດ້ຫາຍໄປໂດຍບໍ່ມີຮ່ອງຮອຍ, ຫາຍໄປພ້ອມກັບອາກາດ. ດ້ວຍເຫດຜົນນີ້, ໃບໜ້າຂອງມະນຸດແມ່ນປາສະຈາກສີໜ້າໂດຍສິ້ນເຊີງ, ມີພຽງແຕ່ແສງເລັກນ້ອຍຂອງຄວາມຮັກທີ່ປະກາຍອອກມາຈາກຕາທີ່ມີຮອຍເລືອດຂອງເຂົາເທົ່ານັ້ນ, ພ້ອມກັບຄວາມເມດຕາກະລຸນາອັນອ່ອນໂຍນຄືກັບຜູ້ເປັນແມ່ທີ່ກຳລັງເຝົ້າເບິ່ງລູກຂອງເຂົາ. ຄັ້ງແລ້ວຄັ້ງເລົ່າ, ສົບທີ່ແຫ້ງ ແລະ ແຕກຂອງມະນຸດສະແດງທ່າທາງເໜັງຕີງ, ຄືກັບວ່າກຳລັງຈະເວົ້າແຕ່ຂາດກຳລັງທີ່ຈະເວົ້າ. ເຮົາໄດ້ມອບນໍ້າໃຫ້ກັບມະນຸດ, ແຕ່ສິ່ງທີ່ເຂົາເຮັດກໍຄືສັ່ນຫົວຂອງເຂົາເທົ່ານັ້ນ. ຈາກການກະທຳທີ່ບໍ່ປົກກະຕິ ແລະ ຄາດການບໍ່ໄດ້ເຫຼົ່ານີ້, ເຮົາຮຽນຮູ້ວ່າມະນຸດໄດ້ສູນເສຍຄວາມຫວັງທຸກຢ່າງໃນຕົວເຂົາເອງແລ້ວ ແລະ ພຽງແຕ່ເຝົ້າເບິ່ງເຮົາດ້ວຍສີໜ້າແຫ່ງການອ້ອນວອນໃນສາຍຕາຂອງເຂົາ, ຄືກັບວ່າກຳລັງອ້ອນວອນຂໍບາງສິ່ງ. ແຕ່ຍ້ອນບໍ່ຮູ້ຈັກປະເພນີ ແລະ ວັດທະນະທຳຂອງມະນຸດຊາດ, ເຮົາຈຶ່ງສັບສົນກັບສີໜ້າ ແລະ ການກະທຳຂອງມະນຸດ. ມັນຄືຊ່ວງເວລານີ້ທີ່ເຮົາຄົ້ນພົບທັນທີທັນໃດວ່າ ມື້ແຫ່ງການເປັນຢູ່ຂອງມະນຸດກຳລັງມາເຖິງຕອນຈົບຢ່າງໄວວາ ແລະ ເຮົາໄດ້ຈ້ອງເບິ່ງເຂົາຢ່າງເຫັນອົກເຫັນໃຈ. ແລ້ວມັນຄືຊ່ວງເວລານີ້ທີ່ມະນຸດສະແດງຮອຍຍິ້ມແຫ່ງຄວາມສຸກ, ງຶກຫົວຂອງເຂົາໃສ່ເຮົາ, ຄືກັບວ່າເຂົາໄດ້ຈົບສິ້ນຄວາມປາຖະໜາທຸກຢ່າງຂອງເຂົາແລ້ວ. ມະນຸດບໍ່ໂສກເສົ້າອີກຕໍ່ໄປ; ເທິງແຜ່ນດິນໂລກ ຜູ້ຄົນບໍ່ຕໍ່ວ່າກ່ຽວກັບຄວາມວ່າງເປົ່າໃນຊີວິດອີກຕໍ່ໄປ ແລະ ຢຸດຈາກຄວາມສຳພັນທຸກຢ່າງກັບ “ຊີວິດ”. ຈາກນັ້ນມາ, ຈະບໍ່ມີການຖອນຫັນໃຈເທິງແຜ່ນດິນໂລກອີກຕໍ່ໄປ ແລະ ມື້ທີ່ມະນຸດຊາດຈະດຳລົງຊີວິດຢູ່ກໍເຕັມໄປດ້ວຍຄວາມຍິນດີ...

ເຮົາຈະເປີດໂປງວຽກງານຂອງມະນຸດຢ່າງເໝາະສົມກ່ອນທີ່ຈະເລີ່ມຕົ້ນພາລະກິດຂອງເຮົາເອງ, ເພື່ອບໍ່ໃຫ້ມະນຸດສືບຕໍ່ລ່ວງລໍ້າພາລະກິດຂອງເຮົາ. ວຽກງານຂອງມະນຸດບໍ່ແມ່ນໃຈຄວາມສຳຄັນຂອງເຮົາ, ວຽກງານຂອງມະນຸດຊາດແມ່ນເລັກນ້ອຍເກີນໄປ. ເພາະວ່າຈິດວິນຍານຂອງມະນຸດນ້ອຍຫຼາຍເກີນໄປ, ມັນຈຶ່ງປາກົດວ່າມະນຸດບໍ່ເຕັມໃຈທີ່ຈະສະແດງຄວາມເມດຕາແມ່ນແຕ່ກັບມົດ ຫຼື ມົດເປັນສັດຕູຂອງມະນຸດຊາດ, ມີສຽງອຶກກະທຶກຄຶກໂຄມເກີດຂຶ້ນທ່າມກາງມະນຸດຢູ່ສະເໝີ. ເມື່ອໄດ້ຟັງສຽງອຶກກະທຶກຄຶກໂຄມທີ່ມະນຸດສ້າງຂຶ້ນ, ເຮົາຈຶ່ງຈາກໄປອີກຄັ້ງໜຶ່ງ ແລະ ບໍ່ໃສ່ໃຈກັບເລື່ອງລາວຂອງພວກເຂົາອີກຕໍ່ໄປ. ໃນສາຍຕາຂອງມະນຸດ, ເຮົາເປັນ “ກຳມະການຂອງຜູ້ຢູ່ອາໄສ” ເຊິ່ງຊ່ຽວຊານໃນການແກ້ໄຂ “ຂໍ້ຂັດແຍ່ງໃນຄອບຄົວ” ທີ່ຢູ່ທ່າມກາງ “ຜູ້ຢູ່ອາໄສ”. ເມື່ອຜູ້ຄົນມາຢູ່ຕໍ່ໜ້າເຮົາ, ພວກເຂົາກໍນໍາເຫດຜົນສ່ວນຕົວມາພ້ອມກັບພວກເຂົາຢູ່ສະເໝີ ແລະ ເລົ່າເລື່ອງ “ປະສົບການທີ່ບໍ່ທຳມະດາ” ຂອງພວກເຂົາເອງດ້ວຍຄວາມກະຕືລືລົ້ນຢ່າງສູງ, ໂດຍເພີ່ມຄຳບັນຍາຍຂອງພວກເຂົາເອງໄປພ້ອມໆກັນ. ເຮົາຫຼຽວເບິ່ງການປະພຶດຕົວຢ່າງພິເສດຂອງມະນຸດ: ໃບໜ້າຂອງພວກເຂົາຖືກປົກຄຸມດ້ວຍຂີ້ຝຸ່ນ ເຊິ່ງເປັນຂີ້ຝຸ່ນທີ່ສູນເສຍ “ຄວາມເປັນອິດສະຫຼະ” ຂອງມັນພາຍໃຕ້ “ການຫຼັ່ງໄຫຼ” ຂອງເຫື່ອ, ໃນຂະນະທີ່ມັນເຮັດໃຫ້ເກີດສານປະສົມກັບເຫື່ອ, ຈົນໜ້າຂອງມະນຸດ “ອຸດົມສົມບູນ” ຂຶ້ນຕື່ມ, ຄືກັບດິນຊາຍທີ່ຢູ່ເທິງຫາດຊາຍແຄມທະເລ, ເຊິ່ງສາມາດເຫັນຮອຍຕີນໄດ້ໃນບາງຄັ້ງຄາວ.ຜົມຂອງພວກເຂົາຄ້າຍກັນກັບຜົມຂອງວິນຍານຂອງຄົນທີ່ຕາຍແລ້ວ, ປາສະຈາກແສງເຫຼື້ອມແວວວາວ, ຢືນກົງຄືກັບເຟືອງຈຳນວນນ້ອຍໆທີ່ຢູ່ໃນແຜ່ນທີ່ໜ່ວຍໂລກ. ຍ້ອນອາລົມຂອງເຂົາຮ້ອນເກີນໄປ, ຈົນເຖິງຈຸດທີ່ວ່າເຂົາເຮັດໃຫ້ຕົນເອງເຮັດວຽກຢ່າງໜັກໜ່ວງຫຼາຍ, ໜ້າຂອງເຂົາປ່ອຍ “ອາຍ” ອອກມາເປັນບາງຄັ້ງບາງຄາວ,​ ຄືກັບ “ເຮັດໃຫ້ເຫື່ອຟົດ”. ເມື່ອໄດ້ວິເຄາະເຂົາຢ່າງໃກ້ຊິດ, ເຮົາເຫັນວ່າໜ້າຂອງມະນຸດແມ່ນເຕັມໄປດ້ວຍ “ແປວໄຟ” ຄືກັບດວງຕາເວັນທີ່ເຜົາໄໝ້ ເຊິ່ງນັ້ນກໍຄືເຫດຜົນທີ່ວ່າເປັນຫຍັງຈຶ່ງມີຄວັນແກັດອອກມາຈາກໜ້າ ແລະ ເຮົາກໍກັງວົນແທ້ໆວ່າຄວາມໃຈຮ້າຍຂອງເຂົາອາດຈະເຜົາໄໝ້ໜ້າຂອງເຂົາ, ເຖິງແມ່ນເຂົາເອງບໍ່ໄດ້ສົນໃຈ. ໃນຕອນນີ້, ເຮົາກະຕຸ້ນໃຫ້ມະນຸດຜ່ອນອາລົມຂອງເຂົາລົງໜ້ອຍໜຶ່ງ, ຍ້ອນສິ່ງນີ້ຈະມີປະໂຫຍດຫຍັງແດ່? ເປັນຫຍັງຈຶ່ງເປັນແບບນີ້? ຍ້ອນໃຈຮ້າຍ, ກ້ານເຟືອງທີ່ຢູ່ເທິງໜ້າຂອງ “ແຜ່ນທີ່ໜ່ວຍໂລກ” ນີ້ແມ່ນຖືກເຜົາໄໝ້ດ້ວຍແປວໄຟຂອງດວງຕາເວັນ; ໃນສະຖານະການແບບນີ້, ແມ່ນແຕ່ “ດວງເດືອນ” ກໍກາຍເປັນສີແດງ. ເຮົາກະຕຸ້ນໃຫ້ມະນຸດຫຼຸດຜ່ອນອາລົມຂອງເຂົາລົງ, ມັນສຳຄັນທີ່ຈະປົກປ້ອງສຸຂະພາບຂອງເຂົາ. ແຕ່ມະນຸດບໍ່ຟັງຄຳແນະນໍາຂອງເຮົາ; ກົງກັນຂ້າມ ເຂົາສືບຕໍ່ “ມອບຄຳຕໍ່ວ່າ” ໃຫ້ກັບເຮົາ, ມັນຈະມີປະໂຫຍດຫຍັງ? ແນ່ນອນ ມັນບໍ່ແມ່ນວ່າຄວາມໃຈບຸນຂອງເຮົາບໍ່ພຽງພໍສຳລັບຄວາມສຸກຂອງມະນຸດ ແມ່ນບໍ? ຫຼື ເປັນຍ້ອນເຂົາປະຕິເສດສິ່ງທີ່ເຮົາໄດ້ມອບໃຫ້ກັບເຂົາບໍ? ເມື່ອໃຈຮ້າຍຢ່າງກະທັນຫັນ, ເຮົາປີ້ນໂຕະ ເຊິ່ງມະນຸດບໍ່ກ້າບັນຍາຍເພິ່ມເຕີມສິ່ງທີ່ເປັນຕາຕື່ນເຕັ້ນຈາກເລື່ອງລາວຂອງເຂົາອີກຕໍ່ໄປ ແລະ ໂດຍຢ້ານວ່າເຮົາຈະນໍາພາເຂົາເຂົ້າສູ່ “ສູນກັກຂັງ” ເພື່ອເຮັດໃຫ້ສົ້ນນ່ອງຂອງເຂົາເຢັນລົງຈັກສອງສາມມື້,​ ເຂົາສວຍໂອກາດທີ່ເຮົາໂກດຮ້າຍເພື່ອຫຼົບໜີໄປຢ່າງງຽບໆ. ບໍ່ດັ່ງນັ້ນ ມະນຸດຈະບໍ່ເຕັມໃຈປ່ອຍໃຫ້ເລື່ອງລາວມັນຈົບສິ້ນລົງຈັກເທື່ອ, ແຕ່ຈະສືບຕໍ່ເວົ້າຊັກຊວນໃຈຄົນໄປເລື້ອຍໆ, ເຮົາເມື່ອຍກັບການກະທໍາແບບນັ້ນແທ້ໆ.ເປັນຫຍັງມະນຸດຈຶ່ງສັບສົນຫຼາຍໃນສ່ວນເລິກຂອງຫົວໃຈຂອງພວກເຂົາ? ເປັນໄປໄດ້ບໍວ່າຍ້ອນເຮົາໄດ້ໃສ່ “ເຄື່ອງອາໄຫຼ່” ຫຼາຍເກີນໄປໃນສິ່ງປະກອບຂອງມະນຸດ? ເປັນຫຍັງເຂົາຈຶ່ງທຳທ່າສະແດງເມື່ອຢູ່ຕໍ່ໜ້າເຮົາຢູ່ສະເໝີ? ແນ່ນອນ ມັນບໍ່ແມ່ນວ່າເຮົາເປັນ “ທີ່ປຶກສາ” ເພື່ອແກ້ໄຂ “ຂໍ້ຂັດແຍ່ງໃນສັງຄົມ” ແມ່ນບໍ? ເຮົາຂໍໃຫ້ມະນຸດມາຫາເຮົາບໍ? ແນ່ນອນ ເຮົາບໍ່ແມ່ນຜູ້ພິພາກສາຂອງເຂດປົກຄອງໃດໜຶ່ງແມ່ນບໍ? ເປັນຫຍັງເລື່ອງລາວຕ່າງໆທີ່ຢູ່ທ່າມກາງຜູ້ຄົນຈຶ່ງຖືກລາຍງານຕໍ່ໜ້າເຮົາຢູ່ສະເໝີ? ຄວາມຫວັງຂອງເຮົາກໍຄືມະນຸດຈະເຫັນເຖິງຄວາມເໝາະສົມໃນການຄວບຄຸມຕົນເອງ ແລະ ບໍ່ລ່ວງລໍ້າເຮົາ, ເພາະເຮົາກໍມີພາລະກິດຫຼາຍຢ່າງໃຫ້ປະຕິບັດເຊັ່ນກັນ.

ວັນທີ 18 ພຶດສະພາ 1992

ກ່ອນນີ້: ບົດທີ 42

ຕໍ່ໄປ: ບົດທີ 44

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ກ້າວເຂົ້າມາ. ໃນແຕ່ລະປີ ແລະ ແຕ່ລະວັນ ພຣະເຈົ້າໄດ້ກະທໍາການຫຼາຍຢ່າງ. ພຣະອົງໄດ້ສະເດັດມາຍັງໂລກ ແລະ ຈາກໄປ....

ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ

ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້