ບົດທີ 44

ຜູ້ຄົນປະຕິບັດຕໍ່ພາລະກິດຂອງເຮົາເປັນພຽງສິ່ງປະກອບ; ພວກເຂົາບໍ່ໄດ້ສະຫຼະອາຫານ ຫຼື ການຫຼັບນອນເພື່ອເຫັນແກ່ພາລະກິດຂອງເຮົາ, ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ມີທາງເລືອກ ນອກຈາກຮຽກຮ້ອງຢ່າງເໝາະສົມຈາກມະນຸດຕາມຄວາມເໝາະສົມຕໍ່ທັດສະນະຄະຕິທີ່ເຂົາມີຕໍ່ເຮົາ. ເຮົາຈື່ໄດ້ວ່າ ຄັ້ງໜຶ່ງ ເຮົາໄດ້ມອບພຣະຄຸນ ແລະ ພອນຢ່າງຫຼວງຫຼາຍໃຫ້ແກ່ມະນຸດ ແຕ່ຫຼັງຈາກທີ່ໄດ້ຄວ້າເອົາສິ່ງເຫຼົ່ານີ້ແລ້ວ ເຂົາກໍຈາກເຮົາໄປໃນທັນທີ. ມັນເປັນຄືກັບວ່າ ເຮົາໄດ້ມອບສິ່ງເຫຼົ່ານັ້ນໃຫ້ກັບເຂົາໂດຍບໍ່ຮູ້ສຶກຕົວ. ດ້ວຍເຫດນັ້ນ ມະນຸດຈຶ່ງຮັກເຮົາດ້ວຍວິທີການແນວຄິດຂອງພວກເອງຢູ່ສະເໝີ. ເຮົາຕ້ອງການໃຫ້ມະນຸດຮັກເຮົາຢ່າງແທ້ຈິງ; ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຜູ້ຄົນຍັງຊັກຊ້າເສຍເວລາ ໂດຍບໍ່ສາມາດມອບຄວາມຮັກຢ່າງແທ້ຈິງຂອງພວກເຂົາໃຫ້ກັບເຮົາ. ໃນຈິນຕະນາການຂອງພວກເຂົາ, ພວກເຂົາເຊື່ອວ່າ ຖ້າພວກເຂົາມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ ພວກເຂົາຈະບໍ່ມີຫຍັງເຫຼືອເລີຍ. ເມື່ອເຮົາຄັດຄ້ານ, ຮ່າງກາຍທັງໝົດຂອງພວກເຂົາກໍສັ່ນເຊັນດ້ວຍຄວາມຢ້ານກົວ, ແຕ່ພວກເຂົາຍັງບໍ່ເຕັມໃຈທີ່ຈະມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ. ມັນເປັນຄືກັບວ່າ ພວກເຂົາກໍາລັງລໍຖ້າບາງຢ່າງ, ດ້ວຍເຫດນັ້ນ ພວກເຂົາຈຶ່ງເບິ່ງໄປທາງໜ້າ ໂດຍບໍ່ເຄີຍບອກຄວາມຈິງຂອງສິ່ງທີ່ກຳລັງເກີດຂຶ້ນຕໍ່ເຮົາ. ມັນຄ້າຍຄືກັບວ່າ ມີເທັບຕິດປາກຂອງພວກເຂົາ ດັ່ງນັ້ນ ການເວົ້າຂອງພວກເຂົາຈຶ່ງລັງເລຢູ່ຕະຫຼອດເວລາ. ມັນເບິ່ງຄືກັບວ່າ ເຮົາໄດ້ກາຍເປັນນາຍທຶນທີ່ໂຫດຮ້າຍຢູ່ຕໍ່ໜ້າມະນຸດ. ຜູ້ຄົນແມ່ນຢ້ານເຮົາສະເໝີ: ເມື່ອເຫັນເຮົາ, ພວກເຂົາຈະຫາຍໄປທັນທີຢ່າງບໍ່ມີຮ່ອງຮອຍ ໂດຍຢ້ານວ່າເຮົາຈະຖາມພວກເຂົາກ່ຽວກັບສະຖານະການຂອງພວກເຂົາ. ເຮົາບໍ່ຮູ້ເຫດຜົນວ່າ ເປັນຫຍັງຜູ້ຄົນຈຶ່ງສາມາດຮັກ “ຄົນບ້ານດຽວກັນ” ຂອງພວກເຂົາຢ່າງຈິງໃຈ ແຕ່ບໍ່ສາມາດຮັກເຮົາ ຜູ້ທີ່ມີຈິດໃຈທີ່ທ່ຽງທໍາ. ຍ້ອນສິ່ງນີ້ ເຮົາຈຶ່ງຖອນຫາຍໃຈ: ເປັນຫຍັງຜູ້ຄົນຈຶ່ງປ່ອຍຄວາມຮັກຂອງພວກເຂົາຢູ່ໃນໂລກມະນຸດຕະຫຼອດເວລາ? ເປັນຫຍັງເຮົາຈຶ່ງບໍ່ສາມາດຊິມລົດຊາດຄວາມຮັກຂອງມະນຸດ? ມັນເປັນຍ້ອນວ່າ ເຮົາບໍ່ແມ່ນໜຶ່ງໃນມະນຸດບໍ? ຜູ້ຄົນປະຕິບັດຕໍ່ເຮົາຄືກັບເປັນສິ່ງທີ່ປ່າເຖື່ອນຈາກພູເຂົາຕະຫຼອດເວລາ. ມັນເປັນຄືກັບວ່າ ເຮົາຂາດສ່ວນປະກອບທັງໝົດທີ່ສ້າງໃຫ້ເປັນຄົນປົກກະຕິ ແລະ ດ້ວຍເຫດນັ້ນ ເມື່ອຢູ່ຕໍ່ໜ້າເຮົາ ຜູ້ຄົນເວົ້າດ້ວຍນໍ້າສຽງທີ່ມີສິນທຳຢ່າງສູງຢູ່ສະເໝີ. ພວກເຂົາມັກດຶງເຮົາໄປຢູ່ຕໍ່ໜ້າພວກເຂົາ ເພື່ອຕໍານິເຮົາ, ຮ້າຍເຮົາປານກັບຮ້າຍເດັກນ້ອຍນັກຮຽນອະນຸບານ; ຜູ້ຄົນເຮັດບົດບາດໃນການເປັນຜູ້ໃຫ້ການສຶກສາຕໍ່ໜ້າເຮົາຢູ່ສະເໝີ ຍ້ອນວ່າໃນຄວາມຊົງຈໍາຂອງພວກເຂົາ ເຮົາເປັນຄົນທີ່ບໍ່ມີເຫດຜົນ ແລະ ບໍ່ມີການສຶກສາ. ເຮົາບໍ່ຂ້ຽນຕີຜູ້ຄົນຍ້ອນຄວາມລົ້ມເຫຼວຂອງພວກເຂົາ ແຕ່ໃຫ້ການຊ່ວຍເຫຼືອທີ່ເໝາະສົມແກ່ພວກເຂົາ ແລ້ວເຮັດໃຫ້ພວກເຂົາໄດ້ຮັບ “ການຊ່ວຍເຫຼືອດ້ານເສດຖະກິດ” ທີ່ເປັນປົກກະຕິ. ຍ້ອນມະນຸດດໍາລົງຊີວິດໃນທ່າມກາງໄພພິບັດຕະຫຼອດ ແລະ ພົບເຫັນວ່າ ມັນລໍາບາກທີ່ຈະຫຼົບໜີ ແລະ ໃນທ່າມກາງຄວາມພິນາດນີ້ ເຂົາໄດ້ເອີ້ນຫາເຮົາຕະຫຼອດ, ເຮົາມອບ “ສະບຽງເຂົ້າສານ” ໃສ່ມືຂອງເຂົາໄດ້ທັນເວລາ ເຮັດໃຫ້ທຸກຄົນດໍາລົງຊີວິດໃນຄອບຄົວທີ່ດີຂອງຍຸກໃໝ່ ແລະ ປະສົບກັບຄວາມອົບອຸ່ນໃນຄອບຄົວທີ່ດີ. ເມື່ອເຮົາສັງເກດເບິ່ງພາລະກິດໃນທ່າມກາງມະນຸດ ເຮົາໄດ້ຄົ້ນພົບຂໍ້ບົກຜ່ອງຂອງມະນຸດຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໃຫ້ຄວາມຊ່ວຍເຫຼືອແກ່ເຂົາ. ແມ່ນແຕ່ໃນເວລານີ້ ຍັງມີຄວາມທຸກຍາກຢ່າງໃຫຍ່ຫຼວງໃນທ່າມກາງມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ມອບການເບິ່ງແຍງຢ່າງເໝາະສົມສຳລັບ “ພື້ນທີ່ດ້ອຍພັດທະນາ” ໂດຍຍົກພວກເຂົາຂຶ້ນຈາກຄວາມທຸກຍາກ. ນີ້ແມ່ນວິທີການທີ່ເຮົາປະຕິບັດພາລະກິດ ໂດຍເຮັດໃຫ້ທຸກຄົນມີຄວາມສຸກກັບພຣະຄຸນຂອງເຮົາໃຫ້ຫຼາຍທີ່ສຸດເທົ່າທີ່ພວກເຂົາຈະສາມາດມີໄດ້.

ຜູ້ຄົນເທິງແຜ່ນດິນໂລກແມ່ນທົນທຸກກັບການຂ້ຽນຕີໂດຍບໍ່ຮູ້ຕົວ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງອ້າມືອັນຍິ່ງໃຫຍ່ຂອງເຮົາອອກ ແລະ ດຶງພວກເຂົາມາຢູ່ຂ້າງເຮົາ ໂດຍເຮັດໃຫ້ພວກເຂົາໄດ້ຮັບໂອກາດທີ່ດີເພື່ອມີຄວາມສຸກກັບພຣະຄຸນຂອງເຮົາຢູ່ເທິງແຜ່ນດິນໂລກ. ເທິງແຜ່ນດິນໂລກ ມີສິ່ງໃດແດ່ທີ່ບໍ່ເປົ່າວ່າງ ແລະ ປາສະຈາກຄຸນຄ່າ? ເຮົາຍ່າງໃນທຸກຫົນແຫ່ງໃນໂລກມະນຸດ ແລະ ເຖິງແມ່ນວ່າ ຈະມີອານຸສາວະລີທີ່ໂດ່ງດັງ ແລະ ທິວທັດທໍາມະຊາດທີ່ໜ້າພໍໃຈຢ່າງຫຼວງຫຼາຍ ທຸກບ່ອນທີ່ເຮົາໄປແມ່ນໄດ້ສູນເສຍພະລັງແຫ່ງຊີວິດແຕ່ດົນນານແລ້ວ. ໃນເມື່ອນັ້ນເອງ ເຮົາຈຶ່ງຮູ້ສຶກວ່າໂລກເສົ້າໝອງ ແລະ ສິ້ນຫວັງ: ເທິງແຜ່ນດິນໂລກ ຊີວິດໄດ້ຫາຍໄປແຕ່ດົນນານແລ້ວ, ຍັງເຫຼືອພຽງແຕ່ກິ່ນອາຍແຫ່ງຄວາມຕາຍ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ຮຽກຮ້ອງໃຫ້ມະນຸດຮີບຟ້າວອອກຈາກດິນແດນແຫ່ງຄວາມເຈັບປວດນີ້. ສິ່ງທີ່ເຮົາເຫັນແມ່ນມີພຽງແຕ່ກິ່ນອາຍແຫ່ງຄວາມວ່າງເປົ່າ. ເຮົາຖືເອົາໂອກາດນີ້ໂຍນຊີວິດທີ່ຢູ່ໃນມືຂອງເຮົາໃຫ້ຜູ້ທີ່ເຮົາໄດ້ເລືອກ; ທັນທີທັນໃດກໍມີພື້ນທີ່ສີຂຽວຢູ່ເທິງດິນແດນ. ຜູ້ຄົນແມ່ນເຕັມໃຈທີ່ຈະມີຄວາມສຸກກັບສິ່ງທີ່ມີຊີວິດຊີວາເທິງແຜ່ນດິນໂລກ ແຕ່ເຮົາບໍ່ພົບເຫັນຄວາມສຸກໃນສິ່ງນີ້; ຜູ້ຄົນຖະໜຸຖະໜອມສິ່ງຕ່າງໆເທິງແຜ່ນດິນໂລກ ແລະ ບໍ່ເຄີຍເຫັນຄວາມເປົ່າວ່າງຂອງຕົວເອງ ຈົນມາເຖິງຈຸດນີ້ໃນປັດຈຸບັນ ພວກເຂົາກໍຍັງບໍ່ເຂົ້າໃຈວ່າ ເປັນຫຍັງຈຶ່ງບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ. ໃນປັດຈຸບັນນີ້ ໃນຂະນະທີ່ເຮົາຍ່າງພາຍໃນຈັກກະວານ ຜູ້ຄົນແມ່ນສາມາດມີຄວາມສຸກກັບພຣະຄຸນຂອງເຮົາໃນສະຖານທີ່ໆເຮົາອາໄສຢູ່ ແລະ ພວກເຂົາຖືເອົາສິ່ງນີ້ເປັນຊັບສິນໂດຍບໍ່ເຄີຍສະແຫວງຫາແຫຼ່ງທີ່ມາຂອງຊີວິດຈັກເທື່ອ. ພວກເຂົາທຸກຄົນໃຊ້ສິ່ງທີ່ເຮົາມອບໃຫ້ເປັນຊັບສິນ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາ ພະຍາຍາມປະຕິບັດໜ້າທີ່ດັ້ງເດີມທີ່ມີຊີວິດຊີວາ. ພວກເຂົາບໍ່ຮູ້ຈັກວິທີໃຊ້ ຫຼື ພັດທະນາຊັບພະຍາກອນທໍາມະຊາດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກປ່ອຍໃຫ້ສິ້ນຫວັງ. ເຮົາອາໄສໃນທ່າມກາງມະນຸດ, ເຮົາດໍາລົງຊີວິດໃນທ່າມກາງມະນຸດ ແຕ່ໃນປັດຈຸບັນ ມະນຸດຍັງບໍ່ຮູ້ຈັກເຮົາ. ເຖິງແມ່ນວ່າ ຜູ້ຄົນໄດ້ໃຫ້ການຊ່ວຍເຫຼືອຫຼາຍຢ່າງແກ່ເຮົາ ຍ້ອນວ່າເຮົາຢູ່ຫ່າງໄກຈາກເຮືອນຊານ, ມັນກໍຄືກັບວ່າ ເຮົາຍັງບໍ່ໄດ້ສ້າງມິດຕະພາບທີ່ຖືກຕ້ອງກັບມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງຍັງຮູ້ສຶກເຖິງຄວາມບໍ່ຍຸຕິທໍາຂອງໂລກມະນຸດ; ໃນທີ່ສຸດແລ້ວ ໃນສາຍຕາຂອງເຮົາ ມະນຸດຊາດແມ່ນເປົ່າວ່າງ ແລະ ບໍ່ມີສິ່ງທີ່ມີຄຸນຄ່າໃດໆໃນທ່າມກາງມະນຸດ. ເຮົາບໍ່ຮູ້ວ່າ ຜູ້ຄົນມີມຸມມອງແນວໃດກ່ຽວກັບຊີວິດຂອງມະນຸດ ແຕ່ໂດຍລວມແລ້ວ ມຸມມອງຂອງເຮົາແມ່ນບໍ່ສາມາດແຍກອອກຈາກຄໍາວ່າ “ເປົ່າວ່າງ” ໄດ້. ເຮົາຫວັງວ່າ ຜູ້ຄົນຈະບໍ່ຄິດໃນທາງທີ່ບໍ່ດີກ່ຽວກັບເຮົາຍ້ອນສິ່ງນີ້, ຍ້ອນເຮົາກົງໄປກົງມາ ແລະ ເຮົາບໍ່ພະຍາຍາມເປັນຄົນສຸພາບ. ແຕ່ຢ່າງໃດກໍຕາມ ເຮົາຂໍແນະນໍາຜູ້ຄົນໃຫ້ເອົາໃຈໃສ່ຫຼາຍຂຶ້ນຕໍ່ສິ່ງທີ່ເຮົາຄິດ ເນື່ອງຈາກວ່າ ໃນທີ່ສຸດແລ້ວ ພຣະທໍາຂອງເຮົາແມ່ນມີປະໂຫຍດກັບພວກເຂົາ. ເຮົາບໍ່ຮູ້ວ່າ ຜູ້ຄົນມີຄວາມເຂົ້າໃຈຫຍັງແດ່ກ່ຽວກັບ “ຄວາມເປົ່າວ່າງ”. ຄວາມຫວັງຂອງເຮົາກໍຄື ໃຫ້ພວກເຂົາໃຊ້ຄວາມພະຍາຍາມໜ້ອຍໜຶ່ງກັບພາລະກິດນີ້. ພວກເຂົາຈະປະສົບກັບຊີວິດໃນລັກສະນະຕົວຈິງໄດ້ເປັນຢ່າງດີ ແລະ ເບິ່ງວ່າ ພວກເຂົາຈະສາມາດພົບເຫັນ “ແຮ່ທາດ” ທີ່ມີຄ່າໃນສິ່ງນີ້ໄດ້ ຫຼື ບໍ່. ເຮົາບໍ່ໄດ້ພະຍາຍາມຂັດຂວາງຄວາມຄິດບວກຂອງຜູ້ຄົນ; ເຮົາພຽງແຕ່ຕ້ອງການໃຫ້ພວກເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບພຣະທໍາຂອງເຮົາ. ເຮົາຟ້າວເຮັດນັ້ນເຮັດນີ້ເພື່ອເຫັນແກ່ເລື່ອງຂອງມະນຸດສະເໝີ ແຕ່ໃນຕອນນີ້ເມື່ອທຸກສິ່ງເປັນແບບນີ້, ຜູ້ຄົນກໍຍັງບໍ່ໄດ້ກ່າວຄໍາຂອບໃຈ ຄືກັບວ່າ ພວກເຂົາຫຍຸ້ງເກີນໄປ ແລະ ໄດ້ລືມສິ່ງນີ້ໄປແລ້ວ. ແມ່ນແຕ່ໃນປັດຈຸບັນ ເຮົາຍັງບໍ່ເຂົ້າໃຈວ່າ ການຫຍຸ້ງວຽກໝົດມື້ຂອງມະນຸດແມ່ນມີຜົນປະໂຫຍດຫຍັງແດ່. ຈົນຮອດປັດຈຸບັນ ເຮົາຍັງບໍ່ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ຄິດຫຼາຍອີກຄັ້ງ. ເຮົາໄດ້ເລີ່ມຕັ້ງໃຈທີ່ຈະເຮັດພາລະກິດເພື່ອຄົ້ນຄວ້າກ່ຽວກັບສາເຫດທີ່ວ່າ “ເປັນຫຍັງຜູ້ຄົນຈຶ່ງບໍ່ມີຫົວໃຈທີ່ຮັກເຮົາຢ່າງແທ້ຈິງ”. ເຮົາຈະຍົກມະນຸດຂຶ້ນໃສ່ “ໂຕະຜ່າຕັດ”, ເຮົາຈະຜ່າແຍກ “ຫົວໃຈ” ຂອງເຂົາຢ່າງລະອຽດ ແລະ ເບິ່ງສິ່ງທີ່ກີດກັ້ນຫົວໃຈຂອງເຂົາ ແລະ ສິ່ງທີ່ຢຸດເຂົາບໍ່ໃຫ້ຮັກເຮົາຢ່າງແທ້ຈິງ. ເມື່ອຢູ່ພາຍໃຕ້ລິດຂອງ “ມີດ”, ຜູ້ຄົນຫຼັບຕາລົງສະໜິດ, ລໍຖ້າໃຫ້ເຮົາເລີ່ມລົງມື ຍ້ອນວ່າ ໃນຕອນນີ້ ພວກເຂົາໄດ້ຍອມຈໍານົນຢ່າງສິ້ນເຊີງ; ໃນຫົວໃຈຂອງພວກເຂົາ ເຮົາໄດ້ພົບເຫັນສິ່ງເຈືອປົນອື່ນຈໍານວນຫຼາຍ. ສິ່ງຫຼັກໆແມ່ນສິ່ງຕ່າງໆຂອງພວກເຂົາເອງ. ເຖິງແມ່ນວ່າ ພວກເຂົາອາດຈະມີສິ່ງຂອງໜ້ອຍໜຶ່ງນອກຮ່າງກາຍຂອງພວກເຂົາ, ສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນຮ່າງກາຍຂອງພວກເຂົາແມ່ນຫຼາຍຈົນນັບບໍ່ຖ້ວນ. ມັນເປັນຄືກັບວ່າ ຫົວໃຈຂອງມະນຸດແມ່ນກ່ອງເກັບເຄື່ອງທີ່ໃຫຍ່ຫຼາຍ, ເຕັມໄປດ້ວຍຄວາມຮັ່ງມີ ແລະ ທຸກສິ່ງທີ່ຜູ້ຄົນຕ້ອງການ. ໃນຊ່ວງເວລານີ້ເອງ ເຮົາຈຶ່ງເຂົ້າໃຈວ່າ ເປັນຫຍັງຜູ້ຄົນຈຶ່ງບໍ່ເຄີຍນັບຖືເຮົາ: ມັນເປັນຍ້ອນວ່າ ພວກເຂົາມີຄວາມພຽງພໍໃນຕົນເອງຫຼາຍ, ແລ້ວພວກເຂົາມີຄວາມຈໍາເປັນຫຍັງສຳລັບການຊ່ວຍເຫຼືອຂອງເຮົາ? ດ້ວຍເຫດນັ້ນ ເຮົາຈຶ່ງຈາກມະນຸດໄປ ເນື່ອງຈາກຜູ້ຄົນບໍ່ມີຄວາມຈໍາເປັນສຳລັບການຊ່ວຍເຫຼືອຂອງເຮົາ; ເຫດໃດເຮົາຄວນ “ປະພຶດຢ່າງບໍ່ມີຢາງອາຍ” ແລະ ເຮັດໃຫ້ພວກເຂົາຊັງເຮົາ?

ມີໃຜຮູ້ແດ່ວ່າ ເປັນຫຍັງເຮົາຈຶ່ງເຕັມໃຈເວົ້າໃນທ່າມກາງມະນຸດສະເໝີ ຄືກັບວ່າເຮົາບໍ່ສາມາດຊ່ວຍຕົນເອງໄດ້. ສະນັ້ນ, ຜູ້ຄົນຈຶ່ງເບິ່ງເຮົາຄືກັບວ່າບໍ່ມີຄ່າ ແລະ ພວກເຂົາປະຕິບັດຕໍ່ເຮົາຄືກັບວ່າເຮົາມີຄຸນຄ່າໜ້ອຍກວ່າຫຼຽນທອງແດງ; ພວກເຂົາບໍ່ໄດ້ປະຕິບັດຕໍ່ເຮົາຄືກັບເປັນສິ່ງທີ່ຕ້ອງເຄົາລົບນັບຖື. ພວກເຂົາບໍ່ຖະໜຸຖະໜອມເຮົາ ແລະ ພວກເຂົາດຶງເຮົາເມືອເຮືອນໃນເວລາໃດກໍໄດ້ທີ່ພວກເຂົາຕ້ອງການ ແລະ ຫຼັງຈາກນັ້ນກໍໂຍນເຮົາຖິ້ມອີກຄັ້ງໂດຍ “ເປີດໂປງ” ເຮົາຕໍ່ໜ້າສາທາລະນະຊົນ. ເຮົາມີຄວາມກຽດຊັງທີ່ສຸດຕໍ່ພຶດຕິກໍາທີ່ຕໍ່າຊ້າຂອງມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າຢ່າງຈະແຈ້ງວ່າ ມະນຸດບໍ່ມີສາມັນສໍານຶກ. ແຕ່ຜູ້ຄົນຫົວແຂງ; ພວກເຂົາຈັບເອົາ “ດາບ ແລະ ຫອກ” ຂອງພວກເຂົາ ແລະ ຕໍ່ສູ້ກັບເຮົາ ໂດຍເວົ້າວ່າ ພຣະທໍາຂອງເຮົາຂັດກັບຄວາມເປັນຈິງ, ເວົ້າວ່າເຮົາປະນາມພວກເຂົາ ແຕ່ເຮົາກໍບໍ່ໄດ້ນໍາຜົນກໍາມາສູ່ພວກເຂົາຍ້ອນພຶດຕິກໍາທີ່ຮຸນແຮງເຫຼົ່ານີ້ຂອງພວກເຂົາ. ເຮົາພຽງແຕ່ໃຊ້ຄວາມຈິງຂອງເຮົາ ເພື່ອເອົາຊະນະຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາຮູ້ສຶກອັບອາຍກ່ຽວກັບຕົວເອງ ເຊິ່ງຫຼັງຈາກນັ້ນ ພວກເຂົາກໍຖອຍກັບຢ່າງງຽບໆ. ເຮົາບໍ່ຕໍ່ສູ້ກັບມະນຸດ ເນື່ອງຈາກວ່າ ບໍ່ມີປະໂຫຍດຫຍັງທີ່ຈະເຮັດແບບນັ້ນ. ເຮົາຈະປະຕິບັດຕາມໜ້າທີ່ຂອງເຮົາ ແລະ ເຮົາຫວັງວ່າ ມະນຸດຍັງຈະສາມາດປະຕິບັດຕາມໜ້າທີ່ຂອງເຂົາ ແລະ ຈະບໍ່ຕໍ່ຕ້ານເຮົາ. ມັນຈະບໍ່ດີກວ່າບໍ ທີ່ຈະເປັນມິດກັນຢ່າງສັນຕິແບບນີ້? ເປັນຫຍັງຕ້ອງເຮັດໃຫ້ຄວາມສໍາພັນຂອງພວກເຮົາເຈັບປວດ? ພວກເຮົາເປັນມິດກັນໃນຫຼາຍປີທີ່ຜ່ານມາ ແລ້ວມີຄວາມຈໍາເປັນຫຍັງທີ່ຈະຕ້ອງສ້າງຄວາມວຸ້ນວາຍໃຫ້ກັບພວກເຮົາທັງສອງຝ່າຍ? ສິ່ງນັ້ນຈະບໍ່ມີປະໂຫຍດຫຍັງຕໍ່ຊື່ສຽງຂອງພວກເຮົາຢ່າງສິ້ນເຊີງ ບໍ່ແມ່ນບໍ? ມິດຕະພາບຂອງພວກເຮົາແມ່ນ “ມິດຕະພາບທີ່ເກົ່າແກ່” ແລະ ເປັນ “ເພື່ອນມິດທີ່ເກົ່າແກ່” ນັບຫຼາຍປີ ແລ້ວມີຄວາມຈໍາເປັນຫຍັງ ທີ່ຈະຕ້ອງຈາກກັນດ້ວຍຄວາມເຈັບແສບ? ມີຫຍັງທີ່ເປັນປະໂຫຍດຕໍ່ສິ່ງນີ້ບໍ? ເຮົາຫວັງວ່າ ຜູ້ຄົນຈະເອົາໃຈໃສ່ຕໍ່ຜົນກະທົບ ແລະ ຫວັງວ່າ ພວກເຂົາຈະຮູ້ວ່າສິ່ງໃດດີຕໍ່ພວກເຂົາ. ທັດສະນະຄະຕິຂອງເຮົາທີ່ມີຕໍ່ມະນຸດໃນປັດຈຸບັນແມ່ນພຽງພໍສໍາລັບການປຶກສາຫາລືກັນຕະຫຼອດຊີວິດຂອງເຂົາ, ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຮູ້ເຖິງຄວາມເມດຕາຂອງເຮົາສະເໝີ? ເປັນຍ້ອນວ່າ ພວກເຂົາຂາດກຳລັງໃນການສະແດງອອກບໍ? ພວກເຂົາຂາດຄໍາສັບທີ່ພຽງພໍບໍ? ເປັນຫຍັງພວກເຂົາຈຶ່ງເວົ້າບໍ່ອອກຕະຫຼອດ? ມີໃຜແດ່ທີ່ບໍ່ຮູ້ຈັກວິທີທີ່ເຮົາປະພຶດຕົນເອງ? ຜູ້ຄົນແມ່ນຮັບຮູ້ເຖິງການກະທໍາຂອງເຮົາຢ່າງສົມບູນ, ມັນເປັນພຽງແຕ່ວ່າ ພວກເຂົາມັກເອົາປຽບຄົນອື່ນຕະຫຼອດເວລາ, ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ຍອມປ່ອຍວາງຜົນປະໂຫຍດຂອງຕົວເອງ. ຖ້າພຣະທໍາໜຶ່ງວະລີໄດ້ແຕະຕ້ອງຜົນປະໂຫຍດຂອງພວກເຂົາ ພວກເຂົາກໍຈະບໍ່ຍອມຈົນກວ່າພວກເຂົາຈະໄດ້ປຽບ, ແລ້ວສິ່ງນັ້ນມີປະໂຫຍດຫຍັງ? ຜູ້ຄົນບໍ່ສາມາດແຂ່ງຂັນກັນເພື່ອເອົາສິ່ງທີ່ພວກເຂົາສາມາດປະກອບສ່ວນ, ແຕ່ຕໍ່ສູ້ກັນເພື່ອເອົາສິ່ງທີ່ພວກເຂົາສາມາດຮັບເອົາໄດ້. ເຖິງແມ່ນວ່າ ຈະບໍ່ມີຄວາມສຸກໃນສະຖານະຂອງພວກເຂົາ ແຕ່ພວກເຂົາກໍຖະໜຸຖະໜອມມັນຫຼາຍ, ເຖິງກັບຖືມັນເປັນຊັບສົມບັດອັນລໍ້າຄ່າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຍອມທົນທຸກກັບການຂ້ຽນຕີຂອງເຮົາແທນທີ່ຈະຍອມສະຫຼະຜົນປະໂຫຍດຈາກສະຖານະ. ຜູ້ຄົນຄິດວ່າ ຕົວເອງສູງສົ່ງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຍອມປ່ອຍວາງຕົວເອງ. ບາງເທື່ອ ມີຄວາມບໍ່ຖືກຕ້ອງບາງຢ່າງເລັກໆນ້ອຍໆໃນການປະເມີນມະນຸດຂອງເຮົາ ຫຼື ບາງເທື່ອ ເຮົາໄດ້ຕິດປ້າຍສະຫຼາກບໍ່ໄດ້ຮຸນແຮງ ຫຼື ຜ່ອນຜັນໃສ່ເຂົາ ແຕ່ ໂດຍລວມແລ້ວ ຄວາມຫວັງຂອງເຮົາກໍຄື ຜູ້ຄົນຈະຮັບເອົາສິ່ງນີ້ເປັນການຕັກເຕືອນ.

ວັນທີ 21 ພຶດສະພາ 1992

ກ່ອນນີ້: ບົດທີ 43

ຕໍ່ໄປ: ບົດທີ 45

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້