ບົດທີ 45
ຄັ້ງໜຶ່ງ ເຮົາເຄີຍເລືອກສິ່ງຂອງທີ່ດີເພື່ອເກັບໄວ້ໃນເຮືອນຂອງເຮົາ ເພື່ອວ່າ ພາຍໃນສິ່ງນີ້ຈະມີຄວາມອຸດົມສົມບູນທີ່ບໍ່ມີສິ່ງໃດທຽບເທົ່າໄດ້ ແລະ ດ້ວຍເຫດນັ້ນ ມັນກໍຈະຖືກຕົກແຕ່ງຂຶ້ນ ແລະ ເຮົາກໍຈະໄດ້ຮັບຄວາມສຸກຈາກສິ່ງນີ້ໄປນໍາ. ແຕ່ຍ້ອນທັດສະນະຄະຕິຂອງມະນຸດທີ່ມີຕໍ່ເຮົາ ແລະ ຍ້ອນແຮງຈູງໃຈຂອງຜູ້ຄົນ ເຮົາຈຶ່ງບໍ່ມີທາງເລືອກ ນອກຈາກວາງພາລະກິດນີ້ໄວ້ທາງຂ້າງ ແລະ ເຮັດພາລະກິດອື່ນ. ເຮົາຈະໃຊ້ແຮງຈູງໃຈຂອງມະນຸດເພື່ອບັນລຸພາລະກິດຂອງເຮົາ, ເຮົາຈະເຮັດໃຫ້ທຸກສິ່ງມາຮັບໃຊ້ເຮົາ ແລະ ດ້ວຍເຫດນັ້ນ ກໍຈະເຮັດໃຫ້ເຮືອນຂອງເຮົາບໍ່ມົວໝອງ ແລະ ເປົ່າປ່ຽວອີກຕໍ່ໄປ. ເຮົາຄັ້ງໜຶ່ງເຄີຍເບິ່ງທ່າມກາງມະນຸດ: ທຸກສິ່ງທີ່ເປັນເນື້ອໜັງ ແລະ ເລືອດແມ່ນຢູ່ໃນຄວາມມືດມົວ ແລະ ບໍ່ມີສິ່ງໃດໄດ້ຮັບພອນຂອງການມີຢູ່ຂອງເຮົາ. ຜູ້ຄົນດໍາລົງຊີວິດໃນທ່າມກາງການອວຍພອນ ແຕ່ພວກເຂົາບໍ່ຮູ້ວ່າ ຕົວເອງໄດ້ຮັບພອນເຫຼົ່ານັ້ນ. ຖ້າພອນຂອງເຮົາທີ່ມີຕໍ່ມະນຸດຊາດບໍ່ໄດ້ສືບເນື່ອງຈົນຮອດປັດຈຸບັນ ແລ້ວແມ່ນໃຜໃນທ່າມກາງມະນຸດຊາດທີ່ຈະມີຊີວິດຢູ່ຈົນຮອດປັດຈຸບັນ ແລະ ບໍ່ໄດ້ດັບສະຫຼາຍໄປ? ການທີ່ມະນຸດດໍາລົງຊີວິດແມ່ນພອນຂອງເຮົາ ແລະ ນັ້ນໝາຍຄວາມວ່າ ເຂົາດໍາລົງຊີວິດໃນທ່າມກາງການອວຍພອນຂອງເຮົາ ເພາະເຂົາບໍ່ມີຫຍັງແຕ່ຕົ້ນ ແລະ ເພາະເຂົາບໍ່ມີຕົ້ນທຶນທີ່ຈະດໍາລົງຊີວິດເທິງແຜ່ນດິນໂລກ ແລະ ພາຍໃຕ້ສະຫວັນມາແຕ່ຕົ້ນ; ໃນປັດຈຸບັນ ເຮົາສືບຕໍ່ຊ່ວຍມະນຸດ ແລະ ຍ້ອນສິ່ງນີ້ເທົ່ານັ້ນ ມະນຸດຈຶ່ງຢືນຢູ່ຕໍ່ໜ້າເຮົາ ແລະ ໂຊກດີທີ່ໄດ້ຫຼົບໜີຄວາມຕາຍ. ຜູ້ຄົນສະຫຼຸບຄວາມລັບຂອງການມີຢູ່ຂອງມະນຸດ ແຕ່ບໍ່ມີໃຜເຄີຍເຫັນວ່າ ນີ້ແມ່ນພອນຂອງເຮົາ. ດ້ວຍເຫດນັ້ນ ທຸກຄົນຈຶ່ງໄດ້ສາບແຊ່ງຄວາມບໍ່ຍຸຕິທໍາພາຍໃນໂລກ ແລະ ພວກເຂົາທຸກຄົນຈົ່ມກ່ຽວກັບເຮົາ ຍ້ອນຄວາມທຸກໃນຊີວິດຂອງພວກເຂົາ. ຖ້າບໍ່ແມ່ນຍ້ອນພອນຂອງເຮົາ ແລ້ວແມ່ນໃຜຈະໄດ້ເຫັນປັດຈຸບັນ? ທຸກຄົນຕໍານິເຮົາ ຍ້ອນພວກເຂົາບໍ່ສາມາດດໍາລົງຊີວິດໃນທ່າມກາງຄວາມສະບາຍ. ຖ້າຊີວິດຂອງມະນຸດແຈ່ມໃສ ແລະ ສົດໃສ, ຖ້າ “ລົມແຫ່ງລະດູໃບໄມ້ປົ່ງ” ທີ່ອົບອຸ່ນຖືກສົ່ງເຂົ້າສູ່ຫົວໃຈຂອງມະນຸດ, ເຮັດໃຫ້ເຂົາມີຄວາມສົດໃສໃນຮ່າງກາຍຂອງເຂົາ ແລະ ເຮັດໃຫ້ເຂົາບໍ່ມີຄວາມເຈັບປວດແມ່ນແຕ່ໜ້ອຍດຽວ ແລ້ວແມ່ນໃຜໃນທ່າມກາງມະນຸດທີ່ຈະຕາຍດ້ວຍຄວາມຈົ່ມວ່າ? ເຮົາມີຄວາມລໍາບາກຫຼາຍທີ່ຈະໄດ້ຮັບຄວາມຈິງໃຈຢ່າງເດັດຂາດຈາກມະນຸດ ເນື່ອງຈາກຜູ້ຄົນມີແຜນການລໍ້ລວງຫຼາຍ ເຊິ່ງເວົ້າງ່າຍໆກໍຄື ພຽງພໍທີ່ຈະເຮັດໃຫ້ຫົວຂອງຄົນປິ່ນໄດ້. ແຕ່ເມື່ອເຮົາຍົກຂໍ້ຄັດຄ້ານຕໍ່ພວກເຂົາ, ພວກເຂົາກໍເຮັດເມີນເສີຍຕໍ່ເຮົາ ແລະ ພວກເຂົາກໍບໍ່ສົນໃຈເຮົາ ເນື່ອງຈາກວ່າ ການຄັດຄ້ານຂອງເຮົາໄດ້ແທງຈິດໃຈຂອງພວກເຂົາ ເຊິ່ງເຮັດໃຫ້ພວກເຂົາບໍ່ສາມາດຖືກສັ່ງສອນໄດ້ຈາກຫົວຮອດຕີນ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງກຽດຊັງການມີຢູ່ຂອງເຮົາ ເນື່ອງຈາກເຮົາຮັກທີ່ຈະ “ທໍລະມານ” ພວກເຂົາຕະຫຼອດ. ຍ້ອນພຣະທໍາຂອງເຮົາ ຜູ້ຄົນຈຶ່ງຮ້ອງເພງ ແລະ ເຕັ້ນລໍາ, ຍ້ອນພຣະທໍາຂອງເຮົາ ພວກເຂົາຈຶ່ງກົ້ມຫົວຂອງພວກເຂົາລົງຢ່າງງຽບໆ ແລະ ຍ້ອນພຣະທໍາຂອງເຮົາ ພວກເຂົາຈຶ່ງຮ້ອງໄຫ້ສຽງດັງ. ໃນພຣະທໍາຂອງເຮົາ ຜູ້ຄົນແມ່ນໂສກເສົ້າ, ໃນພຣະທໍາຂອງເຮົາ ພວກເຂົາໄດ້ຮັບແສງສະຫວ່າງເພື່ອການຢູ່ລອດ. ຍ້ອນພຣະທໍາຂອງເຮົາ ພວກເຂົານອນບໍ່ຫຼັບ ພິກໄປພິກມາທັງກາງເວັນ ແລະ ກາງຄືນ ແລະ ຍ້ອນພຣະທໍາຂອງເຮົາ ພວກເຂົາສົນລະວົນໄປມາຢູ່ທົ່ວທຸກບ່ອນ. ພຣະທໍາຂອງເຮົາໂຍນຜູ້ຄົນລົງສູ່ແດນມໍລະນາ ແລ້ວຫຼັງຈາກນັ້ນກໍໂຍນພວກເຂົາເຂົ້າໄປສູ່ການຂ້ຽນຕີ ແຕ່ຜູ້ຄົນກໍຍັງມີຄວາມສຸກກັບພອນຂອງເຮົາໂດຍທີ່ບໍ່ຮູ້ສຶກຕົວ. ມະນຸດສາມາດບັນລຸສິ່ງນີ້ໄດ້ບໍ? ມັນສາມາດແລກປ່ຽນກັບຄວາມພະຍາຍາມຢ່າງບໍ່ອິດເມື່ອຍຂອງຜູ້ຄົນໄດ້ບໍ? ແມ່ນໃຜສາມາດຫຼົບໜີຈາກການປັ້ນແຕ່ງຂອງພຣະທໍາຂອງເຮົາ? ສະນັ້ນ, ຍ້ອນຄວາມລົ້ມເຫຼວຂອງມະນຸດ ເຮົາຈຶ່ງປະທານພຣະທໍາຂອງເຮົາໃຫ້ແກ່ມະນຸດຊາດ, ເຮັດໃຫ້ຂໍ້ບົກຜ່ອງຂອງມະນຸດຖືກຫຼໍ່ລ້ຽງດ້ວຍພຣະທໍາຂອງເຮົາ ແລະ ນໍາເອົາຄວາມອຸດົມສົມບູນທີ່ຫາສິ່ງໃດປຽບທຽບໄດ້ມາສູ່ຊີວິດຂອງມະນຸດຊາດ.
ເຮົາພິຈາລະນາຄໍາເວົ້າ ແລະ ການກະທໍາຂອງຜູ້ຄົນຢ່າງຖີ່ຖ້ວນເປັນປະຈໍາ. ໃນພຶດຕິກໍາ ແລະ ການສະແດງອອກທາງໃບໜ້າຂອງພວກເຂົາ ເຮົາໄດ້ຄົ້ນພົບ “ຄວາມລຶກລັບ” ຫຼາຍປະການ. ໃນການພົວພັນລະຫວ່າງຜູ້ຄົນ, ແທ້ຈິງແລ້ວ “ສຸດລັບ” ແມ່ນຈຸດເດັ່ນທີ່ສຸດ ແລະ ດ້ວຍເຫດນັ້ນ ເມື່ອເຮົາພົວພັນກັບມະນຸດ ສິ່ງທີ່ເຮົາໄດ້ຮັບແມ່ນ “ສູດລັບຂອງການພົວພັນຂອງມະນຸດ” ເຊິ່ງສະແດງໃຫ້ເຫັນວ່າ ມະນຸດບໍ່ໄດ້ຮັກເຮົາ. ເຮົາຕໍານິມະນຸດຍ້ອນຄວາມລົ້ມເຫຼວຂອງເຂົາສະເໝີ ແຕ່ເຮົາກໍບໍ່ສາມາດໄດ້ຮັບຄວາມເຊື່ອໃຈຈາກເຂົາ. ມະນຸດບໍ່ເຕັມໃຈທີ່ຈະຍອມໃຫ້ເຮົາຂ້າເຂົາ ເນື່ອງຈາກໃນ “ສູດລັບຂອງການພົວພັນຂອງມະນຸດ” ແມ່ນບໍ່ເຄີຍມີການຄົ້ນພົບວ່າ ມະນຸດໄດ້ທົນທຸກກັບໄພພິບັດທີ່ເຮັດໃຫ້ເຖິງຕາຍ. ເຂົາພຽງແຕ່ທົນທຸກກັບຄວາມລົ້ມເຫຼວໜ້ອຍໜຶ່ງໃນໄລຍະເວລາແຫ່ງຄວາມໂຊກຮ້າຍ. ຜູ້ຄົນຮ້ອງໄຫ້ອອກມາຍ້ອນພຣະທໍາຂອງເຮົາ ແລະ ຄໍາອ້ອນວອນຂອງພວກເຂົາແມ່ນການຈົ່ມວ່າກ່ຽວກັບຄວາມບໍ່ມີເມດຕາຂອງເຮົາ. ມັນເປັນຄືກັບວ່າ ພວກເຂົາກໍາລັງຊອກຫາ “ຄວາມຮັກ” ທີ່ແທ້ຈິງຂອງເຮົາທີ່ມີຕໍ່ມະນຸດ ແຕ່ພວກເຂົາຈະສາມາດຊອກຫາຄວາມຮັກຂອງເຮົາໃນພຣະທໍາທີ່ເຂັ້ມງວດຂອງເຮົາໄດ້ແນວໃດ? ດ້ວຍເຫດນັ້ນ ພວກເຂົາຈຶ່ງສູນເສຍຄວາມຫວັງຕະຫຼອດຍ້ອນພຣະທໍາຂອງເຮົາ. ທັນທີທີ່ພວກເຂົາໄດ້ອ່ານພຣະທໍາຂອງເຮົາ, ມັນກໍຄືກັບວ່າ ພວກເຂົາໄດ້ເຫັນ “ມັດຈຸລາດ” ແລະ ດ້ວຍເຫດນັ້ນ ຈຶ່ງສັ່ນດ້ວຍຄວາມຢ້ານກົວ. ນີ້ເຮັດໃຫ້ເຮົາບໍ່ດີໃຈເລີຍ. ເປັນຫຍັງຜູ້ຄົນທີ່ມີເນື້ອໜັງ ຜູ້ທີ່ດໍາລົງຊີວິດໃນທ່າມກາງຄວາມຕາຍຈຶ່ງຢ້ານຄວາມຕາຍຕະຫຼອດ? ມະນຸດ ແລະ ຄວາມຕາຍແມ່ນສັດຕູທີ່ຂົມຂື່ນບໍ? ເປັນຫຍັງຄວາມຢ້ານຕໍ່ຄວາມຕາຍຈຶ່ງເຮັດໃຫ້ຜູ້ຄົນມີຄວາມທຸກໃຈ? ຕະຫຼອດປະສົບການທີ່ “ພິເສດ” ຂອງຊີວິດຂອງພວກເຂົາ, ພວກເຂົາປະສົບກັບຄວາມຕາຍໜ້ອຍໜຶ່ງເທົ່ານັ້ນບໍ? ໃນສິ່ງທີ່ພວກເຂົາເວົ້າ ເປັນຫຍັງຜູ້ຄົນຈຶ່ງຈົ່ມກ່ຽວກັບເຮົາຕະຫຼອດ? ສະນັ້ນ, ເຮົາຈຶ່ງສະຫຼຸບຄະຕິພົດບົດທີສີ່ສໍາລັບຊີວິດມະນຸດດັ່ງນີ້: ຜູ້ຄົນມີຄວາມເຊື່ອຟັງພຽງແຕ່ໜ້ອຍດຽວຕໍ່ເຮົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງກຽດຊັງເຮົາຕະຫຼອດ. ຍ້ອນມະນຸດຊັງເຮົາ, ເຮົາຈຶ່ງຈາກໄປ. ເຫດໃດເຮົາຕ້ອງຍອມຢູ່ພາຍໃຕ້ສິ່ງນີ້? ເປັນຫຍັງເຮົາຕ້ອງສ້າງຄວາມກຽດຊັງໃນຜູ້ຄົນຕະຫຼອດ? ໃນເມື່ອຜູ້ຄົນບໍ່ຕ້ອນຮັບການມີຢູ່ຂອງເຮົາ ແລ້ວເປັນຫຍັງເຮົາຕ້ອງດຳລົງຊີວິດຢູ່ໃນເຮືອນຂອງມະນຸດຢ່າງໄຮ້ຢາງອາຍ? ເຮົາບໍ່ມີທາງເລືອກ ນອກຈາກເອົາ “ກະເປົາ” ຂອງເຮົາ ແລະ ໄປຈາກມະນຸດ. ແຕ່ຜູ້ຄົນບໍ່ຍອມໃຫ້ເຮົາຈາກໄປ ແລະ ພວກເຂົາບໍ່ເຄີຍຕ້ອງການໃຫ້ເຮົາຈາກໄປ. ພວກເຂົາຮ້ອງໄຫ້ ແລະ ສະອຶກສະອື້ນ ໂດຍທີ່ມີຄວາມຢ້ານຢູ່ເລິກໆວ່າ ເຮົາຈະຈາກໄປ ແລະ ດ້ວຍເຫດນັ້ນ ພວກເຂົາຈະສູນເສຍສິ່ງທີ່ພວກເຂົາເພິ່ງພາໃນການມີຊີວິດ. ເມື່ອເຫັນການຈ້ອງເບິ່ງດ້ວຍຄວາມອ້ອນວອນຂອງພວກເຂົາ ໃຈຂອງເຮົາກໍອ່ອນລົງ. ໃນທ່າມກາງມະຫາສະໝຸດທັງໝົດຂອງໂລກ ແມ່ນໃຜສາມາດຮັກເຮົາ? ມະນຸດແມ່ນຖືກປົກຄຸມໄປດ້ວຍນໍ້າສົກກະປົກ ຖືກກືນກິນດ້ວຍພະລັງຂອງທະເລ. ເຮົາກຽດຊັງຄວາມບໍ່ເຊື່ອຟັງຂອງມະນຸດ ແຕ່ເຮົາກໍຍັງຮູ້ສຶກເຫັນອົກເຫັນໃຈຕໍ່ຄວາມໂຊກຮ້າຍຂອງມະນຸດທຸກຄົນ ເນື່ອງຈາກວ່າ ບໍ່ວ່າຈະຢ່າງໃດກໍຕາມ ມະນຸດກໍຍັງແມ່ນຜູ້ເຄາະຮ້າຍ. ເຮົາຈະສາມາດຖິ້ມມະນຸດລົງໄປສູ່ນໍ້າໄດ້ແນວໃດ ເມື່ອເຂົາອ່ອນແອ ແລະ ຂາດກໍາລັງ? ເຮົາໂຫດຮ້າຍຫຼາຍແທ້ບໍທີ່ຈະເຕະເຂົາເວລາທີ່ເຂົາລົ້ມລົງ? ໃຈຂອງເຮົາແມ່ນອໍາມະຫິດຫຼາຍບໍ? ມັນເປັນຍ້ອນ ທັດສະນະຄະຕິຂອງເຮົາທີ່ມີຕໍ່ມະນຸດຊາດ ມະນຸດຈຶ່ງໄດ້ເຂົ້າສູ່ຍຸກນີ້ພ້ອມກັບເຮົາ, ແລະ ມັນເປັນຍ້ອນສິ່ງນີ້ ເຂົາຈຶ່ງໄດ້ຜ່ານກາງເວັນ ແລະ ກາງຄືນທີ່ພິເສດເຫຼົ່ານີ້ພ້ອມກັບເຮົາ. ໃນປັດຈຸບັນ ຜູ້ຄົນແມ່ນຢູ່ໃນຄວາມເຈັບປວດແຫ່ງຄວາມສຸກ, ພວກເຂົາມີຄວາມຮູ້ສຶກຫຼາຍເຖິງຄວາມຮັກຂອງເຮົາ ແລະ ພວກເຂົາຮັກເຮົາດ້ວຍຄວາມແຂງແກ່ນຫຼາຍ, ຍ້ອນມີພະລັງໃນຊີວິດຂອງພວກເຂົາ ແລະ ພວກເຂົາໄດ້ຢຸດເປັນບຸດຊາຍທີ່ຟຸ້ມເຟືອຍ ແລະ ລ້ອນເລ້ພະເນຈອນໄປທົ່ວແຜ່ນດິນໂລກ.
ໃນມື້ທີ່ເຮົາອາໄສຢູ່ກັບມະນຸດ ຜູ້ຄົນແມ່ນອາໄສເຮົາ ແລະ ຍ້ອນເຮົາເຫັນອົກເຫັນໃຈມະນຸດໃນທຸກສິ່ງ ແລະ ເຮົາພິຖີພິຖັນກັບການເບິ່ງແຍງເຂົາ ຜູ້ຄົນຈຶ່ງອາໄສຢູ່ໃນອ້ອມກອດທີ່ອົບອຸ່ນຂອງເຮົາຕະຫຼອດ, ບໍ່ໄດ້ທົນຕໍ່ລົມພັດເຢັນໃດໆ, ບໍ່ວ່າຝົນຈະຕົກ ຫຼື ແດດຈະເຜົາໄໝ້ ຜູ້ຄົນດໍາລົງຊີວິດໃນທ່າມກາງຄວາມສຸກ ແລະ ປະຕິບັດກັບເຮົາດັ່ງເປັນແມ່ທີ່ຮັກ. ຜູ້ຄົນແມ່ນຄືດອກໄມ້ໃນເຮືອນແກ້ວ ທີ່ບໍ່ສາມາດທົນຕໍ່ການໂຈມຕີຂອງ “ໄພທໍາມະຊາດ” ໄດ້ເລີຍ ແລະ ບໍ່ເຄີຍສາມາດຢືນຢ່າງໝັ້ນຄົງໄດ້. ສະນັ້ນ ເຮົາຈຶ່ງວາງພວກເຂົາໄວ້ໃນທ່າມກາງການທົດລອງຂອງທະເລຄື້ນຍັກ ແລະ ພວກເຂົາບໍ່ສາມາດເຮັດຫຍັງໄດ້ ນອກຈາກຖືກ “ຄື້ນພັດໄປມາ” ຢ່າງບໍ່ຢຸດຢັ້ງ. ພວກເຂົາແມ່ນບໍ່ມີອໍານາດທີ່ຈະຂັດຂືນເລີຍ ແລະ ຍ້ອນວຸດທິພາວະຂອງພວກເຂົາຂາດແຄນຫຼາຍ ແລະ ຮ່າງກາຍຂອງພວກເຂົາອ່ອນແອຫຼາຍ ເຮົາຈຶ່ງຮູ້ສຶກເຖິງຄວາມຍາກລໍາບາກຂອງພວກເຂົາ. ສະນັ້ນ, ຜູ້ຄົນຈຶ່ງຍອມຢູ່ພາຍໃຕ້ການທົດລອງຂອງເຮົາໂດຍທີ່ບໍ່ຮູ້ສຶກຕົວ ຍ້ອນພວກເຂົາບອບບາງຫຼາຍ ແລະ ບໍ່ສາມາດທົນຕໍ່ລົມພັດທີ່ແຮງ ແລະ ແສງແດດທີ່ເຜົາໄໝ້. ນີ້ບໍ່ແມ່ນພາລະກິດຂອງເຮົາໃນປັດຈຸບັນບໍ? ເມື່ອຜະເຊີນກັບການທົດລອງຂອງເຮົາ ເປັນຫຍັງຜູ້ຄົນຈຶ່ງຮ້ອງໄຫ້ອອກມາຕະຫຼອດ? ເຮົາເຮັດໃນສິ່ງທີ່ບໍ່ຍຸຕິທໍາຕໍ່ພວກເຂົາບໍ? ເຮົາຈົງໃຈຂ້າພວກເຂົາບໍ? ເປັນຫຍັງສະພາບຂອງມະນຸດທີ່ໜ້າຮັກຕ້ອງຕາຍ ໂດຍບໍ່ມີວັນໄດ້ຟື້ນຄືນຊີບອີກ? ຜູ້ຄົນຈັບເຮົາໄວ້ຕະຫຼອດ ແລະ ບໍ່ປ່ອຍໄປ; ຍ້ອນພວກເຂົາບໍ່ເຄີຍສາມາດດໍາລົງຊີວິດດ້ວຍຕົວເອງ ພວກເຂົາຈຶ່ງປ່ອຍໃຫ້ຕົວເອງຖືກນໍາພາດ້ວຍກໍາມືຂອງເຮົາຕະຫຼອດເວລາໂດຍມີຄວາມຢ້ານກົວຢູ່ເລິກໆວ່າ ຈະຖືກຄົນອື່ນເອົາໄປ. ຊີວິດທັງໝົດຂອງພວກເຂົາບໍ່ຖືກເຮົານໍາພາບໍ? ໃນຊີວິດທີ່ວຸ້ນວາຍຂອງພວກເຂົາ, ໃນຂະນະທີ່ພວກເຂົາຂ້າມຍອດພູ ແລະ ຮ່ອມພູ ພວກເຂົາໄດ້ມີປະສົບການທີ່ສັບສົນ ແລ້ວສິ່ງນີ້ບໍ່ໄດ້ມາຈາກມືຂອງເຮົາບໍ? ເປັນຫຍັງຜູ້ຄົນບໍ່ສາມາດເຂົ້າໃຈຫົວໃຈຂອງເຮົາ? ເປັນຫຍັງພວກເຂົາຈຶ່ງເຂົ້າໃຈເຈດຕະນາທີ່ດີຂອງເຮົາຜິດຕະຫຼອດ? ເປັນຫຍັງພາລະກິດຂອງເຮົາບໍ່ຖືກເລີ່ມດໍາເນີນຢ່າງລາບລື່ນເທິງແຜ່ນດິນໂລກ? ຍ້ອນຄວາມອ່ອນແອຂອງມະນຸດ ເຮົາຈຶ່ງຫຼົບຫຼີກມະນຸດ ທີ່ເຮັດໃຫ້ເຮົາມີຄວາມໂສກເສົ້າສະເໝີ: ເປັນຫຍັງຂັ້ນຕອນຕໍ່ໄປໃນການເຮັດພາລະກິດຂອງເຮົາບໍ່ສາມາດດໍາເນີນໃນມະນຸດ? ສະນັ້ນ, ເຮົາຈຶ່ງມິດງຽບ ໂດຍພິຈາລະນາເຂົາຢ່າງລະອຽດ: ເປັນຫຍັງເຮົາຈຶ່ງຖືກຈໍາກັດໂດຍຄວາມບົກຜ່ອງຂອງມະນຸດ? ເປັນຫຍັງຈຶ່ງມີສິ່ງກີດຂວາງພາລະກິດຂອງເຮົາຕະຫຼອດເວລາ? ໃນປັດຈຸບັນ ເຮົາຍັງບໍ່ໄດ້ພົບເຫັນຄໍາຕອບຢ່າງສົມບູນໃນມະນຸດ ເນື່ອງຈາກມະນຸດເປັນຮ້ອນໆໜາວໆຢູ່ຕະຫຼອດ, ເຂົາບໍ່ເຄີຍປົກກະຕິ, ຖ້າເຂົາຊັງເຮົາກໍຊັງຈົນຮອດກະດູກດໍາຂອງເຂົາ ຫຼື ຖ້າຮັກກໍຮັກເຮົາຈົນເຖິງທີ່ສຸດ. ເຮົາກໍຄືພຣະເຈົ້າທໍາມະດາທີ່ ບໍ່ສາມາດທົນຕໍ່ການທໍລະມານດັ່ງກ່າວຈາກມະນຸດໄດ້. ຍ້ອນຜູ້ຄົນຜິດປົກກະຕິທາງດ້ານຈິດໃຈຕະຫຼອດເວລາ ຈຶ່ງເບິ່ງຄືວ່າ ເຮົາຢ້ານມະນຸດໜ້ອຍໜຶ່ງ ແລະ ດ້ວຍເຫດນັ້ນ ເມື່ອເບິ່ງທຸກການເຄື່ອນໄຫວຂອງເຂົາ ມັນເຮັດໃຫ້ເຮົາຄິດເຖິງຄວາມຜິດປົກກະຕິ ຂອງເຂົາ. ເຮົາໄດ້ຄົ້ນພົບຄວາມລຶກລັບຂອງມະນຸດໂດຍບໍ່ໄດ້ເຈດຕະນາ: ປະກົດວ່າ ມີຜູ້ບົງການຢູ່ເບື້ອງຫຼັງຂອງເຂົາ; ດ້ວຍເຫດນັ້ນ, ຜູ້ຄົນຈຶ່ງກ້າ ແລະ ໝັ້ນໃຈຕະຫຼອດ ຄືກັບວ່າ ພວກເຂົາໄດ້ເຮັດບາງສິ່ງທີ່ທ່ຽງທໍາ. ສະນັ້ນ, ຜູ້ຄົນຈຶ່ງທໍາທ່າເປັນຜູ້ໃຫຍ່ ແລະ ເວົ້າຫວານກັບ “ເດັກນ້ອຍ” ສະເໝີ. ເມື່ອເບິ່ງການຫຼອກລວງຂອງມະນຸດ ເຮົາກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກໃຈຮ້າຍ: ເປັນຫຍັງຜູ້ຄົນຈຶ່ງບໍ່ຮັກ ແລະ ບໍ່ເຄົາລົບຕົນເອງ? ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ຈັກຕົວເອງ? ພຣະທໍາຂອງເຮົາໄດ້ຕາຍໄປແລ້ວບໍ? ພຣະທໍາຂອງເຮົາແມ່ນສັດຕູຂອງມະນຸດບໍ? ເປັນຫຍັງຜູ້ຄົນບໍ່ພໍໃຈເຮົາເມື່ອພວກເຂົາໄດ້ອ່ານພຣະທໍາຂອງເຮົາ? ເປັນຫຍັງຜູ້ຄົນຈຶ່ງເພີ່ມຄວາມຄິດຂອງຕົວເອງໃສ່ພຣະທໍາຂອງເຮົາຕະຫຼອດ? ເຮົາບໍ່ມີເຫດຜົນຕໍ່ມະນຸດບໍ? ທຸກຄົນຄວນຄິດໜັກກ່ຽວກັບສິ່ງນີ້ ກ່ຽວກັບສິ່ງທີ່ມີຢູ່ພາຍໃນພຣະທໍາຂອງເຮົາ.
ວັນທີ 24 ພຶດສະພາ 1992