ບົດທີ 11
ທຸກຄົນໃນມະນຸດຊາດຄວນຍອມຮັບການກວດສອບຢ່າງຖີ່ຖ້ວນໂດຍພຣະວິນຍານຂອງເຮົາ, ຄວນກວດກາທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາຢ່າງໃກ້ຊິດ ແລະ ຍິ່ງໄປກວ່ານັ້ນ ກໍຄວນເບິ່ງການກະທໍາທີ່ມະຫັດສະຈັນຂອງເຮົາ. ພວກເຈົ້າຮູ້ສຶກແນວໃດ ໃນເວລາທີ່ອານາຈັກມາຮອດແຜ່ນດິນໂລກ? ເມື່ອພຣະບຸດ ແລະ ປະຊາຊົນຂອງເຮົາຫຼັ່ງໄຫຼໄປຍັງບັນລັງຂອງເຮົາ, ເຮົາຈະເລີ່ມການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງເປັນທາງການ. ໝາຍຄວາມວ່າ ເມື່ອເຮົາເລີ່ມພາລະກິດຂອງເຮົາເທິງແຜ່ນດິນໂລກດ້ວຍຕົວເອງ ແລະ ເມື່ອຍຸກແຫ່ງການພິພາກສາໃກ້ຈະສິ້ນສຸດລົງ, ເຮົາຈະສອນພຣະທໍາຂອງເຮົາໃຫ້ແກ່ຈັກກະວານທັງໝົດ ແລະ ເປັ່ງສຽງຂອງພຣະວິນຍານຂອງເຮົາໄປທົ່ວຈັກກະວານ. ຜ່ານພຣະທໍາຂອງເຮົາ, ເຮົາຈະຊໍາລະລ້າງທຸກຄົນ ແລະ ທຸກສິ່ງທັງມວນທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກ ເພື່ອວ່າ ດິນແດນຈະບໍ່ສົກກະປົກ ແລະ ຂາດສິນທໍາອີກຕໍ່ໄປ ແຕ່ເປັນອານາຈັກບໍລິສຸດ. ເຮົາຈະສ້າງທຸກສິ່ງຄືນໃໝ່ ເພື່ອວ່າ ສິ່ງເຫຼົ່ານັ້ນຈະຖືກກຽມໄວ້ໃຫ້ສໍາລັບການນໍາໃຊ້ຂອງເຮົາ, ເພື່ອວ່າ ສິ່ງເຫຼົ່ານັ້ນຈະບໍ່ມີລົມຫາຍໃຈຂອງແຜ່ນດິນໂລກອີກຕໍ່ໄປ ແລະ ບໍ່ມີຮອຍມົນທິນຈາກລົດຊາດຂອງພື້ນດິນອີກຕໍ່ໄປ. ຢູ່ແຜ່ນດິນໂລກ, ມະນຸດພະຍາຍາມຊອກຫາເປົ້າໝາຍ ແລະ ຕົ້ນກໍາເນີດຂອງພຣະທໍາຂອງເຮົາ ແລະ ໄດ້ສັງເກດເບິ່ງພຣະທໍາຂອງເຮົາ ແຕ່ບໍ່ມີໃຜຮູ້ຈັກຕົ້ນກໍາເນີດຂອງພຣະທໍາຂອງເຮົາຢ່າງແທ້ຈິງ ແລະ ບໍ່ມີໃຜເຄີຍເຫັນຄວາມມະຫັດສະຈັນຂອງການກະທໍາຂອງເຮົາຢ່າງແທ້ຈິງ. ພຽງໃນປັດຈຸບັນນີ້ເທົ່ານັ້ນ ເມື່ອເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ ແລະ ກ່າວພຣະທໍາຂອງເຮົາ, ມະນຸດຈຶ່ງມີຄວາມຮູ້ໜ້ອຍໜຶ່ງກ່ຽວກັບເຮົາ, ກໍາຈັດບ່ອນທີ່ “ເຮົາ” ຈັບຈອງໃນຄວາມຄິດຂອງພວກເຂົາ ແລະ ໃນທາງກົງກັນຂ້າມ ໄດ້ສ້າງບ່ອນສໍາລັບພຣະເຈົ້າທີ່ແທ້ຈິງໃນຈິດສໍານຶກຂອງພວກເຂົາ. ມະນຸດມີແນວຄິດ ແລະ ເຕັມໄປດ້ວຍຄວາມສົງໄສ; ແມ່ນໃຜທີ່ບໍ່ຕ້ອງການເຫັນພຣະເຈົ້າ? ແມ່ນໃຜທີ່ບໍ່ປາດຖະໜາທີ່ຈະພົບປະກັບພຣະເຈົ້າ? ແຕ່ສິ່ງດຽວທີ່ຄອບຄອງຫ້ອງຫົວໃຈຂອງມະນຸດຢ່າງໝັ້ນຄົງກໍຄືພຣະເຈົ້າທີ່ມະນຸດຮູ້ສຶກວ່າເລື່ອນລອຍ ແລະ ເປັນນາມມະທໍາ. ແມ່ນໃຜຈະຮູ້ເຖິງສິ່ງນີ້ ຖ້າເຮົາບໍ່ໄດ້ບອກພວກເຂົາຢ່າງຊັດເຈນ? ແມ່ນໃຜຈະເຊື່ອຢ່າງແທ້ຈິງພ້ອມກັບຄວາມແນ່ນອນ ແລະ ບໍ່ມີແມ່ນແຕ່ຂໍ້ສົງໄສວ່າ ເຮົາມີຕົວຕົນແທ້ໆ? ມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງ “ເຮົາ” ທີ່ຢູ່ໃນໃຈຂອງມະນຸດ ແລະ “ເຮົາ” ແຫ່ງຄວາມເປັນຈິງ ແລະ ບໍ່ມີໃຜສາມາດປຽບທຽບສິ່ງເຫຼົ່ານັ້ນໄດ້. ຖ້າເຮົາບໍ່ໄດ້ກາຍເປັນເນື້ອໜັງ, ມະນຸດຈະບໍ່ມີມື້ຮູ້ຈັກເຮົາ ແລະ ເຖິງວ່າ ເຂົາຈະຮູ້ຈັກເຮົາ ແຕ່ຄວາມຮູ້ດັ່ງກ່າວນັ້ນຍັງບໍ່ແມ່ນເປັນພຽງແນວຄິດບໍ? ແຕ່ລະມື້ ເຮົາຍ່າງໃນທ່າມກາງການເຄື່ອນໄຫວຂອງຜູ້ຄົນຢ່າງບໍ່ຢຸດຢັ້ງ ແລະ ແຕ່ລະມື້ ເຮົາປະຕິບັດງານພາຍໃນທຸກຄົນ. ເມື່ອມະນຸດເຫັນເຮົາຢ່າງແທ້ຈິງ, ເຂົາຈະສາມາດຮູ້ຈັກເຮົາໃນພຣະທໍາຂອງເຮົາ ແລະ ເຂົ້າໃຈວິທີທີ່ເຮົາກ່າວ ພ້ອມດ້ວຍເຈດຕະນາຂອງເຮົາ.
ເມື່ອອານາຈັກມາຮອດແຜ່ນດິນໂລກຢ່າງເປັນທາງການ, ມີສິ່ງໃດໃນທ່າມກາງທຸກສິ່ງ ທີ່ຈະບໍ່ມິດງຽບລົງ? ແມ່ນໃຜໃນທ່າມກາງມະນຸດທີ່ຈະບໍ່ຢ້ານ? ເຮົາຍ່າງໄປທຸກບ່ອນທົ່ວຈັກກະວານ ແລະ ທຸກຢ່າງແມ່ນຖືກເຮົາຈັດແຈງດ້ວຍຕົວເອງ. ໃນເວລານີ້ ແມ່ນໃຜທີ່ບໍ່ຮູ້ວ່າ ການກະທໍາຂອງເຮົາມະຫັດສະຈັນ? ມືຂອງເຮົາຍົກທຸກຢ່າງຂຶ້ນຢ່າງສູງ ແຕ່ເຮົາກໍຍັງຢູ່ເທິງທຸກສິ່ງເຫຼົ່ານັ້ນ. ໃນປັດຈຸບັນ, ບໍ່ແມ່ນການບັງເກີດເປັນມະນຸດ ແລະ ການປາກົດຢູ່ດ້ວຍຕົວເຮົາເອງໃນທ່າມກາງມະນຸດບໍ ທີ່ຄືຄວາມໝາຍແທ້ຈິງຂອງຄວາມອ່ອນນ້ອມ ແລະ ຄວາມລຶກລັບຂອງເຮົາ? ດ້ານພາຍນອກ, ຫຼາຍຄົນຍົກຍ້ອງເຮົາວ່າດີ ແລະ ສັນລະເສີນເຮົາວ່າງົດງາມ ແຕ່ມີໃຜທີ່ຮູ້ຈັກເຮົາຢ່າງແທ້ຈິງແດ່? ໃນປັດຈຸບັນ, ເປັນຫຍັງເຮົາຈຶ່ງຖາມວ່າ ພວກເຈົ້າຮູ້ຈັກເຮົາບໍ? ເປົ້າໝາຍຂອງເຮົາບໍ່ແມ່ນເພື່ອເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍບໍ? ເຮົາບໍ່ປາດຖະໜາ ທີ່ຈະບັງຄັບມະນຸດໃຫ້ສັນລະເສີນເຮົາ ແຕ່ເພື່ອເຮັດໃຫ້ເຂົາຮູ້ຈັກເຮົາ ເຂົາຈຶ່ງຈະຮັກເຮົາຜ່ານວິທີນັ້ນ ແລະ ດ້ວຍເຫດນັ້ນ ກໍຈະສັນລະເສີນເຮົາ. ການສັນລະເສີນດັ່ງກ່າວແມ່ນຄູ່ຄວນຕໍ່ຊື່ຂອງມັນ ແລະ ບໍ່ແມ່ນການເວົ້າທີ່ວ່າງເປົ່າ; ມີແຕ່ການສັນລະເສີນດັ່ງກ່າວນີ້ເທົ່ານັ້ນ ທີ່ສາມາດໄປເຖິງບັນລັງຂອງເຮົາ ແລະ ຂຶ້ນໄປເທິງຟ້າ. ຍ້ອນມະນຸດຖືກຊາຕານລໍ້ລວງ ແລະ ເຮັດໃຫ້ເສື່ອມຊາມ, ຍ້ອນເຂົາຖືກຄອບງຳໂດຍແນວຄິດ ແລະ ຄວາມຄິດ, ເຮົາຈຶ່ງໄດ້ກາຍເປັນເນື້ອໜັງ ເພື່ອເອົາຊະນະມວນມະນຸດທຸກຄົນດ້ວຍຕົວເອງ, ເພື່ອເປີດເຜີຍແນວຄິດທັງໝົດຂອງມະນຸດ ແລະ ເພື່ອຈີກຄວາມຄິດຂອງມະນຸດອອກເປັນສິ້ນສ່ວນ. ດ້ວຍເຫດນັ້ນ, ມະນຸດຈຶ່ງບໍ່ແຫ່ຂະບວນຢູ່ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ຮັບໃຊ້ເຮົາໂດຍການນໍາໃຊ້ແນວຄິດຂອງເຂົາເອງອີກຕໍ່ໄປ ແລະ ສະນັ້ນ “ເຮົາ” ທີ່ຢູ່ໃນແນວຄິດຂອງມະນຸດຈຶ່ງຖືກກໍາຈັດ. ເມື່ອອານາຈັກມາເຖິງ, ສິ່ງທໍາອິດທີ່ເຮົາຈະເຮັດແມ່ນການເລີ່ມຂັ້ນຕອນນີ້ຂອງພາລະກິດ ແລະ ເຮົາຈະກະທໍາພາລະກິດດັ່ງກ່າວນັ້ນພາຍໃນປະຊາຊົນຂອງເຮົາ. ໃນຖານະເປັນປະຊາຊົນຂອງເຮົາ ທີ່ເກີດໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ແນ່ນອນຢູ່ແລ້ວວ່າ ພວກເຈົ້າແມ່ນຈະມີພິດຂອງມັງກອນແດງທີ່ຍິ່ງໃຫຍ່ບໍ່ໜ້ອຍກໍຫຼາຍ. ສະນັ້ນ, ຂັ້ນຕອນນີ້ຂອງພາລະກິດຂອງເຮົາແມ່ນສຸມໃສ່ພວກເຈົ້າເປັນຫຼັກ ແລະ ນີ້ແມ່ນດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດຂອງເຮົາໃນປະເທດຈີນ. ຜູ້ຄົນສ່ວນຫຼາຍແມ່ນບໍ່ສາມາດ ເຂົ້າໃຈແມ່ນແຕ່ເສດໜຶ່ງຂອງພຣະທໍາທີ່ເຮົາກ່າວ ແລະ ເມື່ອພວກເຂົາເຂົ້າໃຈ ຄວາມເຂົ້າໃຈຂອງພວກເຂົາກໍບໍ່ຊັດເຈນ ແລະ ສັບສົນ. ນີ້ແມ່ນຈຸດຫັນປ່ຽນໃນວິທີການທີ່ເຮົາກ່າວ. ຖ້າທຸກຄົນສາມາດອ່ານພຣະທໍາຂອງເຮົາ ແລະ ເຂົ້າໃຈຄວາມໝາຍຂອງພຣະທໍາເຫຼົ່ານັ້ນ ແລ້ວແມ່ນໃຜໃນທ່າມກາງມະນຸດທີ່ຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ບໍ່ຖືກໂຍນລົງສູ່ແດນມໍລະນາ? ເມື່ອມະນຸດຮູ້ຈັກເຮົາ ແລະ ເຊື່ອຟັງເຮົາ, ນັ້ນຈະເປັນເວລາທີ່ເຮົາພັກຜ່ອນ ແລະ ນັ້ນຈະເປັນເວລາທີ່ມະນຸດສາມາດເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາຢ່າງແທ້ຈິງ. ໃນປັດຈຸບັນ, ວຸດທິພາວະຂອງພວກເຈົ້າແມ່ນຕໍ່າເກີນໄປ, ມັນຕໍ່າຢ່າງໜ້າສົມເພດ, ບໍ່ຄູ່ຄວນທີ່ຈະຖືກຍົກຂຶ້ນ, ສ່ວນຄວາມຮູ້ຂອງພວກເຈົ້າກ່ຽວກັບເຮົານັ້ນ ແມ່ນບໍ່ຕ້ອງເວົ້າເຖິງ.
ເຖິງວ່າ ເຮົາເວົ້າວ່າທູດສະຫວັນໄດ້ເລີ່ມຖືກສົ່ງໄປລ້ຽງດູພຣະບຸດ ແລະ ປະຊາຊົນຂອງເຮົາ ແຕ່ກໍບໍ່ມີໃຜທີ່ສາມາດເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາ. ເມື່ອເຮົາມາຢູ່ໃນທ່າມກາງ ມະນຸດດ້ວຍຕົວເອງ, ທູດສະຫວັນກໍເລີ່ມພາລະກິດຂອງການລ້ຽງດູໄປພ້ອມໆກັນ ແລະ ໃນຊ່ວງເວລາການລ້ຽງດູຂອງທູດສະຫວັນ, ພຣະບຸດ ແລະ ປະຊາຊົນທຸກຄົນບໍ່ພຽງແຕ່ໄດ້ຮັບການທົດສອບ ແລະ ການລ້ຽງດູເທົ່ານັ້ນ ແຕ່ຍັງສາມາດເຫັນປະກົດການຂອງນິມິດທຸກປະເພດດ້ວຍຕາຂອງພວກເຂົາເອງ. ຍ້ອນເຮົາເຮັດພາລະກິດໃນຄວາມເປັນພຣະເຈົ້າໂດຍກົງ ທຸກສິ່ງຈຶ່ງເຂົ້າສູ່ການເລີ່ມຕົ້ນໃໝ່ ແລະ ຍ້ອນພາລະກິດຂອງຄວາມເປັນພຣະເຈົ້າໂດຍກົງນີ້ ມັນຈຶ່ງບໍ່ຖືກຈໍາກັດໂດຍຄວາມເປັນມະນຸດແມ່ນແຕ່ໜ້ອຍ ແລະ ສໍາລັບມະນຸດແລ້ວ ເບິ່ງຄືວ່າມີການດໍາເນີນການຢ່າງເປັນອິດສະຫຼະພາຍໃຕ້ສະຖານະການທີ່ເໜືອທໍາມະຊາດ. ແຕ່ສໍາລັບເຮົາແລ້ວ, ມັນແມ່ນເລື່ອງປົກກະຕິຢ່າງສິ້ນເຊີງ (ມະນຸດເຊື່ອວ່າ ມັນເໜືອທໍາມະຊາດ ຍ້ອນເຂົາບໍ່ເຄີຍພົບກັບຄວາມເປັນພຣະເຈົ້າໂດຍກົງ); ສິ່ງນັ້ນບໍ່ມີແນວຄິດຂອງມະນຸດ ແລະ ບໍ່ມີແນວຄວາມຄິດຂອງມະນຸດປະປົນຢູ່ນໍາ. ຜູ້ຄົນຈະເຫັນສິ່ງນີ້ເທົ່ານັ້ນເມື່ອພວກເຂົາທຸກຄົນໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ; ຍ້ອນຕອນນີ້ແມ່ນຕອນເລີ່ມຕົ້ນ, ເມື່ອມາເຖິງທາງເຂົ້າຂອງເຂົາ ມະນຸດກໍຈະມີຂໍ້ບົກຜ່ອງຫຼາຍ ແລະ ຄວາມລົ້ມເຫຼວ ແລະ ຄວາມມືດມົວກໍຍາກທີ່ຈະຫຼີກເວັ້ນໄດ້. ໃນປັດຈຸບັນ, ເມື່ອເຮົາໄດ້ນໍາພາພວກເຈົ້າມາເຖິງຈຸດນີ້ແລ້ວ, ເຮົາກໍຈະໄດ້ດໍາເນີນການຈັດແຈງຢ່າງເໝາະສົມ ແລະ ມີເປົ້າໝາຍຂອງເຮົາເອງ. ຖ້າເຮົາບອກພວກເຈົ້າກ່ຽວກັບສິ່ງເຫຼົ່ານັ້ນໃນປັດຈຸບັນ ແລ້ວພວກເຈົ້າຈະສາມາດຮູ້ຈັກສິ່ງເຫຼົ່ານັ້ນໄດ້ຢ່າງແທ້ຈິງບໍ? ເຮົາຄຸ້ນເຄີຍດີກັບຄວາມຄິດໃນຈິດໃຈຂອງມະນຸດ ແລະ ຄວາມປາດຖະໜາຈາກຫົວໃຈຂອງມະນຸດ: ແມ່ນໃຜທີ່ບໍ່ເຄີຍຊອກຫາທາງອອກໃຫ້ແກ່ຕົວເອງແດ່? ແມ່ນໃຜທີ່ບໍ່ເຄີຍຄິດເຖິງໂອກາດຂອງຕົວເອງແດ່? ແຕ່ເຖິງແມ່ນວ່າ ມະນຸດຈະມີສະຕິປັນຍາທີ່ອຸດົມສົມບູນ ແລະ ໜ້າປະທັບໃຈ ແຕ່ແມ່ນໃຜທີ່ສາມາດຄາດເດົາວ່າ ຫຼັງຈາກຍຸກຕ່າງໆແລ້ວ ຍຸກປັດຈຸບັນຈະກາຍເປັນຄືດັ່ງທີ່ເປັນຢູ່? ນີ້ແມ່ນໝາກຜົນຈາກຄວາມພະຍາຍາມສ່ວນຕົວຂອງເຈົ້າຢ່າງແທ້ຈິງບໍ? ນີ້ແມ່ນຄ່າຕອບແທນສໍາລັບການເຮັດວຽກໜັກຢ່າງບໍ່ອິດເມື່ອຍຂອງເຈົ້າບໍ? ນີ້ແມ່ນຮູບພາບທີ່ສວຍງາມທີ່ຈິດໃຈຂອງເຈົ້າໄດ້ຈິນຕະນາການຂຶ້ນບໍ? ຖ້າເຮົາບໍ່ຊີ້ນໍາມະນຸດຊາດທຸກຄົນ ແລ້ວແມ່ນໃຜຈະສາມາດແຍກພວກເຂົາອອກຈາກການຈັດແຈງຂອງເຮົາໄດ້ ແລະ ຊອກຫາທາງອອກອື່ນໄດ້? ມັນແມ່ນຈິນຕະນາການ ແລະ ຄວາມປາດຖະໜາຂອງມະນຸດບໍ ທີ່ໄດ້ນໍາເອົາເຂົາມາສູ່ປັດຈຸບັນ? ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໂດຍທີ່ບໍ່ມີ ຄວາມປາດຖະໜາທີ່ຈະເຮັດໃຫ້ສໍາເລັດ. ນີ້ແມ່ນຍ້ອນຄວາມຜິດໃນຄວາມຄິດຂອງພວກເຂົາແທ້ບໍ? ຊີວິດຂອງຫຼາຍຄົນແມ່ນເຕັມໄປດ້ວຍຄວາມສຸກ ແລະ ຄວາມເພິ່ງພໍໃຈທີ່ບໍ່ໄດ້ຄາດຫວັງໄວ້. ນີ້ແມ່ນຍ້ອນວ່າ ພວກເຂົາຄາດຫວັງໜ້ອຍເກີນໄປບໍ? ແມ່ນໃຜຈາກມະນຸດຊາດທັງໝົດທີ່ບໍ່ໄດ້ຮັບການເອົາໃຈໃສ່ໃນສາຍຕາຂອງອົງຊົງລິດທານຸພາບສູງສຸດແດ່? ແມ່ນໃຜທີ່ບໍ່ໄດ້ອາໄສຢູ່ໃນທ່າມກາງການລິຂິດຂອງອົງຊົງລິດທານຸພາບສູງສຸດແດ່? ຊີວິດ ແລະ ຄວາມຕາຍຂອງມະນຸດເກີດຈາກການເລືອກຂອງເຂົາເອງບໍ? ມະນຸດຄວບຄຸມຊະຕາກໍາຂອງເຂົາເອງໄດ້ບໍ? ຫຼາຍຄົນຮ້ອງຫາຄວາມຕາຍ ແຕ່ຄວາມຕາຍກໍຍັງໄກຈາກພວກເຂົາຫຼາຍ; ຫຼາຍຄົນຕ້ອງການເປັນຄົນທີ່ເຂັ້ມແຂງໃນຊີວິດ ແລະ ຢ້ານຄວາມຕາຍ ແຕ່ພວກເຂົາກໍບໍ່ຮູ້ວ່າ ມື້ແຫ່ງຄວາມຕາຍຂອງພວກເຂົາແມ່ນໃກ້ເຂົ້າມາແລ້ວ ແລະ ມັນຈະໂຍນພວກເຂົາລົງສູ່ແດນແຫ່ງຄວາມຕາຍ; ຫຼາຍຄົນແນມເບິ່ງທ້ອງຟ້າ ແລະ ຖອນໃຈໃຫຍ່; ຫຼາຍຄົນຮ້ອງໄຫ້ຢ່າງໜັກ, ຮ້ອງໄຫ້ສະອຶກສະອື້ນດ້ວຍຄວາມເສຍໃຈ; ຫຼາຍຄົນຕົກຢູ່ທ່າມກາງການທົດລອງ ແລະ ຫຼາຍຄົນໄດ້ກາຍເປັນນັກໂທດຂອງການລໍ້ລວງ. ເຖິງແມ່ນວ່າ ເຮົາບໍ່ປາກົດດ້ວຍຕົວເອງເພື່ອອະນຸຍາດໃຫ້ມະນຸດເຫັນເຮົາຢ່າງຊັດເຈນ ແຕ່ຫຼາຍຄົນກໍຢ້ານທີ່ຈະເຫັນໜ້າຂອງເຮົາ, ຢ້ານຫຼາຍວ່າ ເຮົາຈະໂຈມຕີ ແລະ ກໍາຈັດພວກເຂົາ. ມະນຸດຮູ້ຈັກເຮົາແທ້ບໍ ຫຼື ເຂົາບໍ່ຮູ້ຈັກເຮົາເລີຍບໍ? ສິ່ງນີ້ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ແລ້ວມັນບໍ່ແມ່ນແບບນັ້ນແທ້ບໍ? ພວກເຈົ້າຢ້ານທັງເຮົາ ແລະ ການຂ້ຽນຕີຂອງເຮົາ ແຕ່ພວກເຈົ້າຍັງລຸກຢືນຂຶ້ນ, ຕໍ່ຕ້ານເຮົາ ແລະ ຕັດສິນເຮົາຢ່າງເປີດເຜີຍ. ມັນບໍ່ແມ່ນແນວນັ້ນບໍ? ມະນຸດບໍ່ເຄີຍຮູ້ຈັກເຮົາ ຍ້ອນວ່າເຂົາບໍ່ເຄີຍເຫັນໜ້າຂອງເຮົາ ຫຼື ໄດ້ຍິນສຽງຂອງເຮົາ. ສະນັ້ນ, ເຖິງແມ່ນວ່າ ເຮົາຈະຢູ່ພາຍໃນໃຈຂອງມະນຸດ ແຕ່ໃນໃຈຂອງຜູ້ໃດທີ່ມີເຮົາແບບບໍ່ມືດມົວ ແລະ ສັບສົນແດ່? ໃນໃຈຂອງຜູ້ໃດທີ່ມີເຮົາຢ່າງຊັດເຈນທີ່ສຸດ? ເຮົາບໍ່ປາດຖະໜາ ທີ່ຈະໃຫ້ຜູ້ທີ່ເປັນປະຊາຊົນຂອງເຮົາ ເຫັນເຮົາແບບເລື່ອນລອຍ ແລະ ມືດມົວ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເລີ່ມພາລະກິດທີ່ຍິ່ງໃຫຍ່ນີ້.
ເຮົາມາຢູ່ທ່າມກາງມະນຸດຢ່າງງຽບໆ ແລະ ເຮົາກໍລອຍຈາກໄປ. ມີໃຜເຄີຍເຫັນເຮົາບໍ່? ດວງຕາເວັນທີ່ສາມາດເຫັນເຮົາ ຍ້ອນແປວໄຟທີ່ເຜົາໄໝ້ຂອງມັນບໍ? ດວງຈັນສາມາດເຫັນເຮົາ ຍ້ອນຄວາມໃສແຈ້ງຂອງມັນບໍ? ດວງດາວທັງຫຼາຍທີ່ສາມາດເຫັນເຮົາ ຍ້ອນພວກມັນຢູ່ໃນທ້ອງຟ້າບໍ? ເມື່ອເຮົາມາ, ມະນຸດແມ່ນບໍ່ຮູ້ຈັກ ແລະ ທຸກສິ່ງກໍຂາດຄວາມຮູ້ ແລະ ເມື່ອເຮົາຈາກໄປ ມະນຸດກໍຍັງບໍ່ຮູ້ຄືເກົ່າ. ແມ່ນໃຜສາມາດເປັນພະຍານໃຫ້ແກ່ເຮົາໄດ້ແດ່? ມັນສາມາດເປັນຄໍາສັນລະເສີນຂອງຜູ້ຄົນເທິງແຜ່ນດິນໂລກໄດ້ບໍ? ສາມາດເປັນດອກໄມ້ລິລິທີ່ເບັ່ງບານໃນປ່າໄດ້ບໍ? ເປັນນົກທີ່ບິນຢູ່ເທິງຟ້າໄດ້ບໍ? ເປັນສິງໂຕທີ່ຮ້ອງໃນພູເຂົາໄດ້ບໍ? ບໍ່ມີໃຜສາມາດເປັນພະຍານໃຫ້ກັບເຮົາ! ບໍ່ມີໃຜສາມາດເຮັດພາລະກິດທີ່ເຮົາເຮັດ! ເຖິງແມ່ນວ່າ ພວກເຂົາຈະເຮັດພາລະກິດນີ້ ແຕ່ມັນຈະມີຜົນຫຍັງ? ແຕ່ລະມື້ ເຮົາສັງເກດເບິ່ງທຸກການກະທໍາຂອງຫຼາຍຄົນ ແລະ ແຕ່ລະມື້ ເຮົາຊອກຫາຫົວໃຈ ແລະ ຈິດໃຈຂອງຫຼາຍຄົນ; ບໍ່ມີໃຜເຄີຍໜີພົ້ນຈາກການພິພາກສາຂອງເຮົາ ແລະ ບໍ່ມີໃຜເຄີຍຫຼົບຫຼິກຈາກຄວາມເປັນຈິງຂອງການພິພາກສາຂອງເຮົາໄດ້. ເຮົາຢືນຢູ່ເທິງຟ້າ ແລະ ຫຼຽວເບິ່ງຢ່າງກວ້າງໄກ: ຈໍານວນຄົນທີ່ນັບບໍ່ຖ້ວນຖືກເຮົາຕີລົງ ແລະ ເຊັ່ນດຽວກັນ ກໍມີຈໍານວນຄົນທີ່ນັບບໍ່ຖ້ວນດໍາລົງຊີວິດຢູ່ທ່າມກາງຄວາມກະລຸນາ ແລະ ຄວາມຮັກຂອງເຮົາ. ພວກເຈົ້າບໍ່ໄດ້ດໍາລົງຊີວິດຢູ່ພາຍໃຕ້ສະຖານະການດັ່ງກ່າວນີ້ເຊັ່ນກັນບໍ?
ວັນທີ 5 ມີນາ 1992