​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເພງແຫ່ງອານາຈັກ

ຜູ້ຄົນຍົກຍ້ອງເຮົາ ຜູ້ຄົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າ ພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກ, ຄວາມເປັນຢູ່ຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ໃຜຈະບໍ່ສະຫຼອງໃນສິ່ງນີ້? ໃຜຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈກັບສິ່ງນີ້? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າ ແລະ ເຜີຍແຜ່ນາມບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກ! ບັດນີ້ ຈົ່ງຊໍາລະລ້າງຕົວພວກເຈົ້າໃຫ້ບໍລິສຸດໃນການເສຍສະລະເພື່ອເຮົາ! ດວງດາວໃນທ້ອງຟ້າ! ບັດນີ້ ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າ ແລະ ສະແດງຄວາມຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາໃສ່ໃຈສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຈົ່ງຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ໃນຂະນະທີ່ທຸກສິ່ງກັບຄືນສູ່ຊີວິດທີ່ສົດໃສ ເຮົາລົງມາຍ່າງຢູ່ເທິງແຜ່ນດິນໂລກ. ໃນໄລຍະເວລານີ້, ໃນວາລະນີ້ ດອກໄມ້ເບັ່ງບານໄປທົ່ວ, ຝູງສະກຸນາຮ້ອງສົ່ງເປັນສຽງດຽວກັນ ທຸກສິ່ງເຕັມໄປດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງເພງປະສານແຫ່ງອານາຈັກທີ່ດັງກ້ອງສະນັ່ນ ແລະ ມັນຈະບໍ່ຟື້ນຄືນມາອີກ!

ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ຄວາມພິໂລດ ແລະ ໄພພິບັດທຸກຢ່າງ. ບັດນີ້ ອານາຈັກຕ່າງໆແຫ່ງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ຫ້ວຍນໍ້າໄຫຼນອງ ເປັນຟອງທີ່ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ ແລະ ທຸກຄົນທີ່ນອນຫຼັບຢູ່ກໍຕື່ນຂຶ້ນມາຍ້ອນເຮົາ. ວັນທີ່ທຸກຄົນໄດ້ລໍຖ້າ ໃນທີ່ສຸດ ກໍມາຮອດແລ້ວ! ພວກເຂົາຖວາຍບົດເພງທີ່ສວຍງາມທີ່ສຸດໃຫ້ກັບເຮົາ!

ໃນຊ່ວງເວລາທີ່ງົດງາມນີ້ ໃນເວລາທີ່ຕື່ນເຕັ້ນນີ້,

ບັດນີ້ ສະຫວັນທີ່ຢູ່ເບື້ອງເທິງ ແລະ ທຸກສິ່ງທີ່ຢູ່ໃຕ້ສະຫວັນ ພາກັນສັນລະເສີນ. ໃຜຈະບໍ່ຕື້ນ ເຕັ້ນກັບສິ່ງນີ້?

ໃຜຈະບໍ່ຍິນດີກັບສິ່ງນີ້? ໃຜຈະບໍ່ຮ້ອງໄຫ້ກັບເຫດການນີ້?

ທອງຟ້າບໍ່ແມ່ນທ້ອງຟ້າຄືເກົ່າ ບັດນີ້ມັນແມ່ນທ້ອງຟ້າແຫ່ງອານາຈັກ.

ແຜ່ນດິນໂລກບໍ່ແມ່ນແຜ່ນດິນໂລກທີ່ເຄີຍເປັນ ແຕ່ບັດນີ້ ເປັນແຜ່ນດິນໂລກທີ່ບໍລິສຸດ.

ຫຼັງຈາກຝົນຕົກແຮງໄດ້ຜ່ານໄປ ໂລກເກົ່າທີ່ສົກກະປົກກໍຜັນແປປ່ຽນທັງໝົດ.

ພູເຂົາປ່ຽນ... ນໍ້າປ່ຽນ...

ຜູ້ຄົນກໍປ່ຽນ... ທຸກສິ່ງປ່ຽນ...

ພູເຂົາທີ່ມິດງຽບ! ຈົ່ງຟ້ອນເພື່ອເຮົາ!

ນໍ້າຂັງ! ຫຼັ່ງໄຫຼນອງທຸກແຫ່ງຫົນ!

ມະນຸດທີ່ຫຼັບໄຫຼ! ຈົ່ງລຸກຂຶ້ນໃນການສະແຫວງຫາຂອງພວກເຈົ້າ!

ເຮົາມາແລ້ວ... ແລະ ເຮົາປົກຄອງ...

ທຸກຄົນຈະເຫັນໃບໜ້າຂອງເຮົາດ້ວຍຕາຂອງພວກເຂົາ ທຸກຄົນຈະໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາ,

ພວກເຂົາຜະເຊີນກັບຊີວິດໃນອານາຈັກ...

ຊ່າງຫວານຊື່ນ... ຊ່າງງົດງາມ...

ບໍ່ສາມາດລືມໄດ້... ບໍ່ສາມາດລືມໄດ້...

ທ່າມກາງຄວາມພິໂລດທີ່ເຜົາໄໝ້ຂອງເຮົາ ມັງກອນແດງທີ່ຍິ່ງໃຫຍ່ດີ້ນຮົນ

ທ່າມກາງການພິພາກສາຢ່າງສະຫງ່າລາສີຂອງເຮົາ ມານຮ້າຍສະແດງທາດແທ້ຂອງພວກມັນ;

ທ່າມກາງພຣະທໍາທີ່ຍິ່ງໃຫຍ່ຂອງເຮົາ ທຸກຄົນຮູ້ສຶກລະອາຍໃຈ ບໍ່ກ້າສະແດງໂສມໜ້າຂອງພວກເຂົາ.

ລໍ້າລຶກເຖິງອະດີດ ພວກເຂົາໄດ້ເຍາະເຍີ້ຍເຮົາຢ່າງໃດ

ໂອ້ອວດຕົວເອງຢູ່ສະເໝີ ທ້າທາຍເຮົາຕະຫຼອດເວລາ.

ມື້ນີ້ ໃຜຈະບໍ່ຮ້ອງໄຫ້? ໃຜບໍ່ຮູ້ສຶກເສຍໃຈ?

ທົ່ວທັງຈັກກະວານ ໂລກເຕັມໄປດ້ວຍນໍ້າຕາ...

ເຕັມໄປດ້ວຍສຽງໂຮ່ຮ້ອງຍິນດີ... ເຕັມໄປດ້ວຍສຽງຫົວ...

ຄວາມສຸກໃຈທີ່ຫາສິ່ງໃດປຽບປານໄດ້... ຄວາມສຸກໃຈທີ່ຫາສິ່ງໃດປຽບປານໄດ້...

ຝົນຕົກຜະສຽງດັງຄ່ອຍໆ... ຫິມະຕົກ ພັດປິວລົງມາຢ່າງແຮງ...

ຜູ້ຄົນທັງເສົ້າໃຈ ແລະ ສຸກໃຈ... ບາງຄົນຫົວ...

ບາງຄົນຮ້ອງໄຫ້... ແລະ ບາງຄົນຮ້ອງໂຮ່ດີໃຈ...

ເໝືອນກັບຜູ້ຄົນໄດ້ລືມໄປວ່າ... ມັນແມ່ນຟ້າມືດຄື້ມ ແລະ ຝົກຕົກໃນລະດູໃບໄມ້ປົ່ງ

ລະດູຮ້ອນເຕັມໄປດ້ວຍດອກໄມ້ບານ ລະດູໃບໄມ້ລົ່ນອຸດົມສົມບູນດ້ວຍການເກັບກ່ຽວ

ລະດູໜາວທີ່ໜາວເຢັນເໝືອນນໍ້າກ້ອນ ແລະ ນໍ້າກ້າມ, ບໍ່ມີໃຜຮູ້...

ໃນທ້ອງຟ້າ ກ້ອນເມກເລື່ອນລອຍ ເທິງແຜ່ນດິນໂລກ ທະເລຝົດ.

ລູກຊາຍທັງຫຼາຍພາກັນໂບກມື... ຜູ້ຄົນຍັບຍ້າຍຂາພາກັນຟ້ອນລໍາ...

ຝູງເທວະດາກໍປະຕິບັດວຽກງານ... ຝູງເທວະດາກໍາລັງນໍາພາ...

ຜູ້ຄົນແຫ່ງແຜ່ນດີິນໂລກມີຊີວິດຊີວາ ທຸກສິ່ງເທິງແຜ່ນດິນໂລກເພິ່ມພູນຄູນທະວີ.

​ກ່ອນ​ນີ້ :ບົດທີ 1

ຕໍ່​ໄປ:ບົດທີ 14

ເນື່ອຫາທີ່ກ່ຽວຂ້ອງ