ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 12

ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ສະຫວັນຊັ້ນສູງສຸດທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດຖືກຈັດແຈງ. ພາຍໃຕ້ການເຮືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມືດມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຫຼົບໜີຈາກແສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຟົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການລົງໂທດຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫິນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເທົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ບໍ່ເຊື່ອຟັງທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ມີວັນລັງເລໃນການມີຊິວິດຢູ່ອີກ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ພະຍາຍາມທຸກວິທີການທີ່ເປັນໄປໄດ້ ເພື່ອທໍາລາຍແຜນການຂອງເຮົາ ໂດຍຫວັງທີ່ຈະລົບລ້າງພາລະກິດຂອງເຮົາອອກຈາກແຜ່ນດິນໂລກ ແຕ່ກົນອຸບາຍອັນຫຼອກລວງຂອງມັນຈະສາມາດເຮັດໃຫ້ເຮົາໝົດກໍາລັງໃຈໄດ້ບໍ? ການຂົ່ມຂູ່ຂອງມັນຈະສາມາດເຮັດໃຫ້ເຮົາຕົກໃຈຈົນສູນເສຍຄວາມໝັ້ນໃຈບໍ? ບໍ່ເຄີຍມີສິ່ງມີຊິວິດແມ່ນແຕ່ໜຶ່ງຊີວິດໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ທີ່ເຮົາບໍ່ໄດ້ກໍາໄວ້ໃນກໍາມືຂອງເຮົາ; ສິ່ງນີ້ຍິ່ງເປັນຈິງຫຼາດສໍ່າໃດກັບມັງກອນແດງທີ່ຍິ່ງໃຫຍ່, ມັງກອນແດງທີ່ເປັນເຄື່ອງກີດຂວາງເຮົາ? ມັນບໍ່ແມ່ນວັດຖຸທີ່ຖືກຄວບຄຸມດ້ວຍມືຂອງເຮົາເຊັ່ນກັນບໍ?

ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດຍຸກນີ້ໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດມີແນວຄິດແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜຼ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້. ໃນທ່າມກາງມະນຸດ ແມ່ນບໍ່ເຄີຍມີຜູ້ໃດທີ່ໄດ້ເຫັນໃບໜ້າຂອງເຮົາ, ບໍ່ມີຜູ້ໃດເຫັນສາຍຟ້າແມບໃນທິດຕາເວັນອອກ; ແລ້ວຈະມີຄົນໜ້ອຍສໍ່າໃດທີ່ໄດ້ຍິນພຣະວັດຈະນະຈາກບັນລັງຂອງເຮົາ? ທີ່ຈິງແລ້ວ ນັບຕັ້ງແຕ່ຍຸກບູຮານ ບໍ່ມີມະນຸດແມ່ນແຕ່ຄົນດຽວ ທີ່ໄດ້ມາພົວພັນໂດຍກົງກັບຕົວຕົນຂອງເຮົາ; ມີພຽງໃນປັດຈຸບັນເທົ່ານັ້ນ ເມື່ອເຮົາໄດ້ມາສູ່ໂລກ ມະນຸດຈຶ່ງມີໂອກາດເຫັນເຮົາ. ແຕ່ເຖິງຕອນນີ້ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ພວກເຂົາພຽງແຕ່ເບິ່ງໜ້າເຮົາ ແລະ ໄດ້ຍິນສຽງຂອງເຮົາເທົ່ານັ້ນ ແຕ່ຍັງບໍ່ເຂົ້າໃຈຄວາມໝາຍຂອງເຮົາ. ມະນຸດທຸກຄົນແມ່ນເປັນແບບນີ້. ໃນຖານະທີ່ເປັນໜຶ່ງໃນບັນດາປະຊາຊົນຂອງເຮົາ, ພວກເຈົ້າບໍ່ຮູ້ສຶກພາກພູມໃຈຢ່າງຍິ່ງບໍ ເມື່ອພວກເຈົ້າເຫັນໜ້າຂອງເຮົາ? ພວກເຈົ້າບໍ່ຮູ້ສຶກອັບອາຍຢ່າງໜ້າສົງສານບໍ ທີ່ພວກເຈົ້າບໍ່ຮູ້ຈັກເຮົາ? ເຮົາຍ່າງຢູ່ທ່າມກາງມະນຸດ ແລະ ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເພາະວ່າເຮົາໄດ້ກາຍເປັນເນື້ອໜັງ ແລະ ເຮົາໄດ້ມາສູ່ໂລກມະນຸດ. ເປົ້າໝາຍຂອງເຮົາບໍ່ພຽງແຕ່ເຮັດໃຫ້ມະນຸດສາມາດເບິ່ງເນື້ອໜັງຂອງເຮົາ; ຍິ່ງສໍາຄັນໄປກວ່ານັ້ນ, ມັນແມ່ນເພື່ອເຮັດໃຫ້ມະນຸດສາມາດຮູ້ຈັກເຮົາ. ຍິ່ງໄປກວ່ານັ້ນ, ເຮົາຈະລົງໂທດມະນຸດຍ້ອນບາບຂອງພວກເຂົາຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ; ເຮົາຈະດັບສູນມັງກອນແດງທີ່ຍິ່ງໃຫຍ່ ແລະ ທໍາລາຍລ້າງຖໍ້າຂອງມັນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ.

ເຖິງວ່າ ມະນຸດທີ່ອາໄສຢູ່ໃນແຜ່ນດິນໂລກຈະມີຫຼາຍຄືກັບດວງດາວ ແຕ່ເຮົາກໍຮູ້ພວກເຂົາທຸກຄົນຢ່າງຊັດເຈນຄືກັບຝາມືເຮົາເອງ. ເຖິງວ່າ ມະນຸດທີ່ “ຮັກ” ເຮົາຈະມີຫຼາຍຈົນນັບບໍ່ຖ້ວນຄືກັບເມັດຊາຍໃນທະເລ ແຕ່ຈະມີບາງຄົນເທົ່ານັ້ນທີ່ຈະຖືກເຮົາເລືອກ: ມີພຽງແຕ່ຜູ້ທີ່ສະແຫວງຫາແສງສະຫວ່າງເທົ່ານັ້ນ ທີ່ຈະຖືກແຍກອອກຈາກຜູ້ທີ່ “ຮັກ” ເຮົາ. ເຮົາບໍ່ໄດ້ປະເມີນຄ່າມະນຸດສູງເກີນໄປ ແລະ ເຮົາບໍ່ໄດ້ປະເມີນຄ່າເຂົາຕໍ່າເກີນໄປ; ກົງກັນຂ້າມ, ເຮົາຮຽກຮ້ອງມະນຸດຕາມລັກສະນະທໍາມະຊາດຂອງເຂົາ ແລະ ດ້ວຍເຫດນັ້ນ ສິ່ງທີ່ເຮົາຕ້ອງການແມ່ນຄົນປະເພດທີ່ສະແຫວງຫາເຮົາຢ່າງຈິງໃຈ ຜູ້ທີ່ຈະເຮັດໃຫ້ເຮົາບັນລຸເປົ້າໝາຍຂອງເຮົາໃນການເລືອກຜູ້ຄົນ. ມີສັດຮ້າຍຢ່າງຫຼວງຫຼາຍເທິງພູເຂົາ ແຕ່ພວກມັນທຸກໂຕເຊື່ອຟັງເຮົາຄືດັ່ງໂຕແກະທີ່ຢູ່ຕໍ່ໜ້າເຮົາ; ມີຄວາມລຶກລັບທີ່ຢັ່ງບໍ່ເຖິງນອນຢູ່ກ້ອງຄື້ນທະເລ ແຕ່ພວກມັນສະແດງຕົວເອງຕໍ່ເຮົາຢ່າງຊັດເຈນຄືກັບທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກ; ໃນສະຫວັນຊັ້ນສູງສຸດເບື້ອງເທິງແມ່ນອານາຈັກທີ່ມະນຸດບໍ່ມີວັນຈະໄປເຖິງ ແຕ່ເຮົາກໍຍ່າງໄປມາຢ່າງອິດສະຫຼະໃນອານາຈັກເຫຼົ່ານັ້ນທີ່ບໍ່ສາມາດເຂົ້າເຖິງໄດ້. ມະນຸດບໍ່ເຄີຍຮູ້ຈັກເຮົາໃນແສງສະຫວ່າງ ແຕ່ເຫັນເຮົາໃນໂລກແຫ່ງຄວາມມືດເທົ່ານັ້ນ. ພວກເຈົ້າບໍ່ໄດ້ຢູ່ໃນສະພາບດຽວກັນກັບໃນປັດຈຸບັນບໍ? ມັນແມ່ນໃນຈຸດສູງສຸດຂອງການອາລະວາດຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ເຮົາໄດ້ກາຍມາເປັນເນື້ອໜັງຢ່າງເປັນທາງການເພື່ອປະຕິບັດພາລະກິດຂອງເຮົາ. ເມື່ອມັງກອນແດງທີ່ຍິ່ງໃຫຍ່ເປີດເຜີຍຮູບຮ່າງທີ່ແທ້ຈິງຂອງມັນເປັນຄັ້ງທໍາອິດ ເຮົາກໍເປັນພະຍານໃຫ້ແກ່ນາມຂອງເຮົາ. ເມື່ອເຮົາຍ່າງໄປມາຢູ່ຖະໜົນຂອງມະນຸດຊາດ, ບໍ່ມີສິ່ງມີຊີວິດແມ່ນແຕ່ໜຶ່ງຊີວິດ ແລະ ມະນຸດແມ່ນແຕ່ໜຶ່ງຄົນ ທີ່ຕົກໃຈຈົນສະດຸ້ງຕື່ນ ແລະ ດ້ວຍເຫດນັ້ນ ເມື່ອເຮົາບັງເກີດເປັນມະນຸດໃນໂລກມະນຸດ ຈຶ່ງບໍ່ມີໃຜຮູ້ເຖິງສິ່ງນີ້. ແຕ່ເມື່ອເຮົາເລີ່ມປະຕິບັດພາລະກິດຂອງເຮົາໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ, ສຽງຂອງເຮົາທີ່ດັງຄືສຽງຟ້າຮ້ອງກໍໄດ້ປຸກມວນມະນຸດ ແລະ ເຮັດໃຫ້ພວກເຂົາຕື່ນຈາກຄວາມຝັນຂອງພວກເຂົາ ແລະ ນັບແຕ່ນັ້ນມາ ພວກເຂົາກໍໄດ້ເລີ່ມຕົ້ນຊີວິດຂອງພວກເຂົາພາຍໃຕ້ການຊີ້ນໍາຂອງເຮົາ. ໃນທ່າມກາງຜູ້ຄົນ ເຮົາໄດ້ເລີ່ມພາລະກິດຂອງເຮົາອີກຄັ້ງ. ການທີ່ໄດ້ເວົ້າວ່າ ພາລະກິດຂອງເຮົາຍັງບໍ່ສໍາເລັດ ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ປະຊາຊົນຂອງເຮົາທີ່ເຮົາໄດ້ກ່າວເຖິງນັ້ນບໍ່ແມ່ນຜູ້ທີ່ເຮົາຕ້ອງການໃນໃຈຂອງເຮົາ ແຕ່ຢ່າງໃດກໍຕາມ ເຮົາຍັງຈະເລືອກບາງຄົນຈາກທ່າມກາງພວກເຂົາ. ຈາກສິ່ງນີ້ມັນຊັດເຈນແລ້ວວ່າ ເຮົາບໍ່ພຽງແຕ່ເຮັດໃຫ້ປະຊາຊົນຂອງເຮົາສາມາດຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແຕ່ຍັງຊໍາລະລ້າງພວກເຂົາອີກດ້ວຍ. ເນື່ອງຈາກຄວາມຮຸນແຮງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ, ຄົນສ່ວນໃຫຍ່ຈຶ່ງຍັງຢູ່ໃນອັນຕະລາຍຈາກການຖືກເຮົາກໍາຈັດ. ນອກຈາກວ່າ ພວກເຈົ້າຈະໃຊ້ຄວາມພະຍາຍາມຢ່າງໜັກເພື່ອຈັດການກັບຕົວເອງ, ເພື່ອເອົາຊະນະຕົວເອງ ເຊິ່ງນອກຈາກວ່າ ພວກເຈົ້າຈະເຮັດສິ່ງນີ້ ພວກເຈົ້າກໍຈະກາຍເປັນສິ່ງທີ່ເຮົາລັງກຽດ ແລະ ປະຕິເສດຢ່າງແນ່ນອນ ໂດຍຈະຖືກຖິ້ມລົງໄປນາຮົກຢ່າງບໍ່ມີທາງໜີພົ້ນໄດ້ ຄືກັບໂປໂລຜູ້ທີ່ໄດ້ຮັບການຂ້ຽນຕີຈາກມືຂອງເຮົາໂດຍກົງ . ພວກເຈົ້າໄດ້ຮຽນຮູ້ບາງສິ່ງຈາກພຣະທໍາຂອງເຮົາບໍ? ດັ່ງທີ່ຜ່ານມາ, ມັນແມ່ນເຈດຕະນາຂອງເຮົາທີ່ຈະຊໍາລະລ້າງຄຣິສຕະຈັກ ເພື່ອສືບຕໍ່ເຮັດໃຫ້ຜູ້ຄົນທີ່ເຮົາຕ້ອງການບໍລິສຸດ ເພາະວ່າເຮົາຄືພຣະເຈົ້າ ຜູ້ທີ່ບໍລິສຸດ ແລະ ສົມບູນທີ່ສຸດ. ເຮົາຈະສ້າງພຣະວິຫານຂອງເຮົາ ບໍ່ແມ່ນພຽງເພື່ອເຮັດໃຫ້ມັນມີສີຮຸ້ງເທົ່ານັ້ນ ແຕ່ຍັງຈະເຮັດໃຫ້ມັນຂາວສະອາດທັງພາຍໃນ ແລະ ພາຍນອກ. ເມື່ອຢູ່ຕໍ່ໜ້າເຮົາ, ພວກເຈົ້າທຸກຄົນຄວນຄິດຄືນຫຼັງ ກ່ຽວກັບສິ່ງທີ່ພວກເຈົ້າໄດ້ເຮັດໃນອະດີດ ແລະ ຕັດສິນໃຈວ່າ ໃນປັດຈຸບັນພວກເຈົ້າສາມາດຕັ້ງໃຈ ມອບຄວາມເພິ່ງພໍໃຈທີ່ສົມບູນໃຫ້ແກ່ເຮົາໄດ້ ຫຼື ບໍ່.

ມະນຸດບໍ່ພຽງແຕ່ຈະບໍ່ຮູ້ຈັກເຮົາໃນເນື້ອໜັງເທົ່ານັ້ນ; ຍິ່ງໄປກວ່ານັ້ນ, ເຂົາບໍ່ສາມາດເຂົ້າໃຈຕົວເອງທີ່ອາໄສຢູ່ໃນຮ່າງກາຍທີ່ເປັນເນື້ອໜັງ. ເປັນເວລາຫຼາຍປີ, ມະນຸດໄດ້ຫຼອກລວງເຮົາ ໂດຍປະຕິບັດກັບເຮົາຄືກັບແຂກພາຍນອກ. ຫຼາຍຄັ້ງ ພວກເຂົາໄດ້ “ອັດປະຕູເຮືອນຂອງພວກເຂົາ” ໂດຍປ່ອຍໃຫ້ເຮົາຢູ່ຂ້າງນອກ; ຫຼາຍຄັ້ງ ເມື່ອຢືນຢູ່ຕໍ່ໜ້າເຮົາ, ພວກເຂົາບໍ່ສົນໃຈເຮົາ; ຫຼາຍຄັ້ງ ພວກເຂົາໄດ້ປະຖິ້ມເຮົາໃນທ່າມກາງຄົນອື່ນໆ; ຫຼາຍຄັ້ງ ພວກເຂົາໄດ້ປະຕິເສດເຮົາເມື່ອຢູ່ຕໍ່ໜ້າຜີຮ້າຍ; ແລະ ຫຼາຍຄັ້ງທີ່ພວກເຂົາໄດ້ໂຈມຕີເຮົາດ້ວຍປາກແຂງຂອງພວກເຂົາ. ແຕ່ເຮົາບໍ່ໄດ້ບັນທຶກຄວາມອ່ອນແອຂອງມະນຸດ ແລະ ເນື່ອງຈາກຄວາມບໍ່ເຊື່ອຟັງຂອງເຂົາ ເຮົາກໍບໍ່ຂໍເອົາແຂ້ວມາແລກກັບແຂ້ວ. ສິ່ງດຽວທີ່ເຮົາໄດ້ເຮັດແມ່ນໃຫ້ຢາກັບຄວາມເຈັບເປັນຂອງເຂົາ ເພື່ອຮັກສາພະຍາດທີ່ຮັກສາບໍ່ໄດ້ຂອງເຂົາເພື່ອເປັນການຟື້ນຟູສຸຂະພາບຂອງເຂົາ ເພື່ອວ່າເຂົາອາດຈະຮູ້ຈັກເຮົາ. ແລ້ວທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອການຢູ່ລອດຂອງມະນຸດ ແລະ ເພື່ອໃຫ້ໂອກາດຊີວິດແກ່ມະນຸດບໍ? ເຮົາໄດ້ມາສູ່ໂລກຂອງມະນຸດເປັນເວລາຫຼາຍຄັ້ງ ແຕ່ມະນຸດບໍ່ໄດ້ນັບຖືເຮົາ ຍ້ອນເຮົາໄດ້ມາສູ່ໂລກດ້ວຍຕົວຕົນຂອງເຮົາເອງ; ກົງກັນຂ້າມ, ແຕ່ລະຄົນເຮັດຕາມທີ່ເຂົາເຫັນວ່າເໝາະສົມ ແລະ ຊອກຫາທາງອອກເພື່ອຕົວເອງ. ພວກເຂົາບໍ່ຮູ້ເລີຍວ່າ ທຸກເສັ້ນທາງທີ່ຢູ່ລຸ່ມສະຫວັນແມ່ນມາຈາກມືຂອງເຮົາ! ພວກເຂົາບໍ່ເລີຍຮູ້ວ່າ ທຸກສິ່ງທີ່ຢູ່ລຸ່ມສະຫວັນແມ່ນຢູ່ພາຍໃຕ້ການບັນຊາຂອງເຮົາ! ຜູ້ໃດໃນບັນດາພວກເຈົ້າທີ່ກ້າມີຄວາມບໍ່ພໍໃຈໃນຫົວໃຈຂອງຕົນເອງບໍ່? ຜູ້ໃດໃນບັນດາພວກເຈົ້າທີ່ກ້າເຫັນດີແບບບໍ່ຈິງຈັງບໍ່? ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາໃນທ່າມກາງມະນຸດຢ່າງງຽບໆ ເທົ່ານັ້ນເອງ. ໃນໄລຍະຂອງການບັງເກີດເປັນມະນຸດຂອງເຮົາ, ຖ້າເຮົາບໍ່ເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດ ແລ້ວຄວາມເປັນມະນຸດທຸກຄົນກໍຈະຕົກໃຈຈົນເຮັດຫຍັງບໍ່ຖືກຍ້ອນການບັງເກີດເປັນມະນຸດຂອງເຮົາ ແລະ ດ້ວຍເຫດນັ້ນ ກໍຈະຕົກສູ່ແດນມໍລະນະ. ມັນເປັນຍ້ອນວ່າເຮົາຖ່ອມຕົນເອງ ແລະ ໄດ້ເຊື່ອງຊ້ອນຕົນເອງ ມະນຸດຈຶ່ງໄດ້ລອດພົ້ນຈາກຄວາມຫາຍະນະ, ໄດ້ລອດພົ້ນຈາກການຂ້ຽນຕີຂອງເຮົາ ແລະ ດັ່ງນັ້ນ ຈຶ່ງໄດ້ມາເຖິງປັດຈຸບັນ. ເມື່ອຮູ້ແລ້ວວ່າມັນລໍາບາກພຽງໃດກ່ອນຈະມາເຖິງປັດຈຸບັນ, ແລ້ວພວກເຈົ້າຍິ່ງບໍ່ຄວນຖະໜອມອະນາຄົດທີ່ຍັງບໍ່ທັນມາເຖິງໃຫ້ຫຼາຍກວ່ານີ້ບໍ?

ວັນທີ 8 ມີນາ 1992

​ກ່ອນ​ນີ້ :ບົດທີ 11

ຕໍ່​ໄປ:ບົດທີ 13

ເນື່ອຫາທີ່ກ່ຽວຂ້ອງ