ການກັບໃຈຂອງເຈົ້າໜ້າທີ່

19 ເດືອນກຸມພາ 2022

ໂດຍ ເຈີ່ນຊິ່ນ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ... ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ີຖືກຕ້ອງແຫ່ງຊີວິດມະນຸດ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ” (ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳເຫຼົ່ານີ້ຂອງພຣະເຈົ້າດົນບັນດານຂ້ອຍແທ້ໆ ແລະ ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດຫາຄວາມລອດພົ້ນຂອງພຣະອົງສຳລັບຂ້ອຍ.

ຂ້ອຍເກີດຢູ່ໃນຊົນນະບົດ. ພໍ່ແມ່ຂອງຂ້ອຍເປັນຊາວກະສິກອນທີ່ຊື່ສັດ ແລະ ເຮັດວຽກໜັກ. ຊາວບ້ານຄົນອື່ນໆດູຖູກພວກເຮົາ ແລະ ຈັບຜິດພວກເຮົາຢູ່ສະເໝີ ເພາະພວກເຮົາທຸກຍາກ. ຂ້ອຍຄິດວ່າ, “ມື້ໜຶ່ງ ຂ້ອຍຈະສະແດງໃຫ້ພວກເຂົາເຫັນ. ມື້ໜຶ່ງ ພວກເຂົາຈະເບິ່ງຂ້ອຍຢ່າງແຕກຕ່າງ”. ຂ້ອຍໄດ້ເຂົ້າຮ່ວມກອງທັບ ເມື່ອຂ້ອຍຢູ່ໃນຊ່ວງໄວໜຸ່ມຂອງຂ້ອຍ. ຂ້ອຍຈະປະຕິບັດໜ້າວຽກໃດໜຶ່ງ, ບໍ່ວ່າມັນຈະເປິເປື້ອນ ຫຼື ອິດເມື່ອຍສໍ່າໃດກໍ່ຕາມ, ໂດຍຫວັງວ່າຈະໄດ້ຮັບການເລື່ອນຕໍາແໜ່ງ. ແຕ່ເປັນເວລາຫຼາຍປີ ຂ້ອຍກໍ່ຍັງຄົງເປັນພົນທະຫານ. ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ ມັນຄືການໃຫ້ຂອງຂວັນ ບໍ່ແມ່ນການວຽກໜັກ ທີ່ໄດ້ຮັບການປະເມີນທີ່ດີ ແລະ ໄດ້ຮັບການເລື່ອນຕໍາແໜ່ງ. ມັນເປັນຕາລັງກຽດສຳລັບຂ້ອຍ, ແຕ່ຂ້ອຍຕ້ອງການໆເລື່ອນຕໍາແໜ່ງ, ສະນັ້ນ ຂ້ອຍຈຶ່ງລະດົມຄວາມກ້າຫານຂອງຕົນເອງ ແລະ ໃຫ້ຂອງຂວັນແກ່ຜູ້ບັງຄັບບັນຊາຂອງຂ້ອຍດ້ວຍເງິນສະສົມທັງໝົດຂອງຂ້ອຍ. ແນ່ນອນ, ໃນເວລາບໍ່ດົນ ຂ້ອຍກໍ່ມີ “ຄຸນສົມບັດ” ສຳລັບໂຮງຮຽນການທະຫານ. ເມື່ອກັບຄືນມາຢູ່ໃນໜ່ວຍຂອງຂ້ອຍຫຼັງຈາກຮຽນຈົບ, ຂ້ອຍຖືກສົ່ງໄປເຮັດວຽກເປັນພໍ່ຄົວ ຍ້ອນຂ້ອຍບໍ່ມີເງິນສໍາລັບຂອງຂວັນ. ຂ້ອຍຮູ້ດີວ່າ “ເຈົ້າໜ້າທີ່ຈະບໍ່ສ້າງຄວາມຫຍຸ້ງຍາກໃຫ້ກັບຄົນທີ່ມີຂອງຂວັນໃຫ້” ແລະ “ການປະຈົບປະແຈງດີກວ່າການດ່າຮ້າຍຢູ່ສະເໝີ”. ຖ້າຂ້ອຍຕ້ອງການໄປບ່ອນໃດກໍ່ຕາມ, ຂ້ອຍຈຳເປັນຕ້ອງເຮັດແມ່ນຫຍັງກໍ່ຕາມເພື່ອຊອກຫາເງິນມາເປັນຂອງຂວັນ, ຖ້າບໍ່ດັ່ງນັ້ນ ຂ້ອຍກໍ່ຈະບໍ່ໄປຮອດໃສເລີຍ ບໍ່ວ່າຂ້ອຍຈະເກັ່ງສໍ່າໃດກໍ່ຕາມ. ຂ້ອຍຢາກກ້າວໜ້າ, ສະນັ້ນ ຂ້ອຍຈຶ່ງເຮັດທຸກສິ່ງທີ່ຂ້ອຍສາມາດເຮັດໄດ້ເພື່ອຫາເງິນ ແລະ ຂ້ອຍປະຈົບປະແຈງຜູ້ບັງຄັບບັນຊາຂອງຂ້ອຍ ແລະ ມອບສິ່ງທີ່ຂ້ອຍຮູ້ວ່າພວກເຂົາມັກໃຫ້ກັບພວກເຂົາ. ຂ້ອຍຮູ້ວ່າສິ່ງທີ່ຂ້ອຍກຳລັງເຮັດເປັນສິ່ງທີ່ຜິດກົດໝາຍ ແລະ ຂ້ອຍກໍ່ຢ້ານຖືກຈັບ ແລະ ສົ່ງເຂົ້າຄຸກ. ຂ້ອຍຢ້ານຢູ່ຕະຫຼອດເວລາ, ແຕ່ຄວາມຄິດທີ່ເປັນເຈົ້າໜ້າທີ່ໄດ້ເຮັດໃຫ້ຂ້ອຍດຳເນີນຕໍ່ໄປ. ຫຼັງຈາກຊົ່ວໄລຍະໜຶ່ງ, ໃນທີ່ສຸດ ຂ້ອຍກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ບັນຊາການກອງພັນທະຫານ. ເມື່ອໃດກໍ່ຕາມທີ່ຂ້ອຍກັບເມືອເຮືອນ, ຊາວບ້ານກໍ່ຈະຫຸ້ມຂ້ອຍ, ປະຈົບປະແຈງ ແລະ ລູບແຂ່ງເລຍຂາ. ສິ່ງນີ້ໄດ້ຕອບສະໜອງຕໍ່ຄວາມຫຍິ່ງຍະໂສຂອງຂ້ອຍຢ່າງຫຼວງຫຼາຍ, ໃນຂະນະທີ່ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຂ້ອຍກໍ່ເພີ່ມຂຶ້ນເຊັ່ນກັນ. ດັ່ງທີ່ພວກເຂົາເວົ້າວ່າ: “ການກາຍເປັນເຈົ້າໜ້າທີ່ແມ່ນເພື່ອເຫັນແກ່ອາຫານ ແລະ ເສື້ອຜ້າດີໆ” ແລະ “ຈົ່ງໃຊ້ອຳນາດເມື່ອເຈົ້າມີມັນ ເພາະວ່າເມື່ອມັນໝົດໄປແລ້ວ, ເຈົ້າບໍ່ສາມາດໃຊ້ມັນໄດ້”. ຂ້ອຍເລີ່ມເພີດເພີນກັບສິດທິພິເສດຂອງການເປັນເຈົ້າໜ້າທີ່, ພຽງແຕ່ເອົາສິ່ງທີ່ຂ້ອຍຕ້ອງການໂດຍບໍ່ຕ້ອງເສຍຄ່າ. ໃຜກໍ່ຕາມທີ່ຕ້ອງການບາງສິ່ງຈາກຂ້ອຍຕ້ອງລ້ຽງເຂົ້າຂ້ອຍ ຫຼື ມອບຂອງຂວັນໃຫ້ຂ້ອຍ. ຂ້ອຍເຖິງກັບໃຊ້ຕໍາແໜ່ງຂອງຂ້ອຍໃນຖານະຄົນໂປດປານຂອງຜູ້ບັນຊາການ ແລະ ຫົວໜ້າກົມກອງເພື່ອເຮັດໃຫ້ຜູ້ໃຕ້ບັງຄັບບັນຊາມອບສິ່ງນີ້ ຫຼື ສິ່ງນັ້ນໃຫ້ຂ້ອຍ. ຂ້ອຍເລີ່ມຈາກການເປັນລູກຊາວນາທີ່ທຳມະດາຈົນກາຍເປັນຜູ້ຊາຍທີ່ບໍ່ຮູ້ຈັກພໍ, ມີເລ່ຫຼ່ຽມ ແລະ ຫຼອກລວງ.

ຂ້ອຍບໍ່ພຽງແຕ່ເຮັດໂຕຄືກັບທໍລະຊົນໃນໜ້າວຽກຂອງຂ້ອຍເທົ່ານັ້ນ ແຕ່ຂ້ອຍປະຕິບັດຕໍ່ເມຍຂອງຂ້ອຍຢ່າງຊົ່ວຮ້າຍເມື່ອຢູ່ເຮືອນເຊັ່ນກັນ. ຂ້ອຍໄດ້ກ່າວຫາວ່າລາວຫຼິ້ນຊູ້ໂດຍບໍ່ມີເຫດຜົນ, ເຮັດໃຫ້ເກີດຄວາມແຕກແຍກຢ່າງຮ້າຍແຮງຂຶ້ນລະຫວ່າງພວກເຮົາ. ໃນທີ່ສຸດ, ລາວເຫຼືອອົດແລ້ວ ແລະ ບອກຂ້ອຍວ່າລາວຕ້ອງການຢ່າຮ້າງ. ຄອບຄົວທີ່ມີຄວາມສຸກຂອງຂ້ອຍກຳລັງຈະແຕກສະຫຼາຍ ແລະ ລູກຊາຍຂອງພວກເຮົາກໍ່ຈະທົນທຸກເຊັ່ນກັນ. ຂ້ອຍຮູ້ສຶກບໍ່ດີຫຼາຍ ແລະ ສືບຕໍ່ຫວນຄິດເຖິງຊີວິດທີ່ຜ່ານມາຂອງຂ້ອຍ: ຂ້ອຍຕັ້ງໃຈທີ່ຈະເປັນທີ່ໂດດເດັ່ນນັບຕັ້ງແຕ່ທີ່ຂ້ອຍເປັນເດັກນ້ອຍ ເພື່ອຈະດີກວ່າຄົນອື່ນ. ທັງເມຍຂອງຂ້ອຍ ແລະ ຂ້ອຍມີອາຊີບທີ່ດີ ແລະ ພວກເຮົາໃຊ້ຊີວິດຢ່າງສະດວກສະບາຍ. ທຸກຄົນຊົມເຊີຍພວກເຮົາ, ສະນັ້ນ ຂ້ອຍຈຶ່ງຄວນຈະມີຄວາມສຸກ ແລະ ພໍໃຈ. ເປັນຫຍັງຂ້ອຍຈຶ່ງຍັງຮູ້ສຶກວ່າງເປົ່າຫຼາຍ ແລະ ດຳລົງຊີວິດກັບຄວາມເຈັບປວດດັ່ງກ່າວ? ນີ້ແມ່ນຊີວິດທີ່ຂ້ອຍຕ້ອງການບໍ? ພວກເຮົາຄວນດໍາລົງຊີວິດແນວໃດແທ້ໆ? ຂ້ອຍຮູ້ສຶກສັບສົນ ແລະ ຫຼົງທາງ, ແຕ່ຂ້ອຍບໍ່ສາມາດຊອກຫາຄໍາຕອບໄດ້. ຕໍ່ມາ ເມຍຂອງຂ້ອຍໄດ້ຍອມຮັບຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຈະເຕົ້າໂຮມ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງຢູ່ຕະຫຼອດເວລາ. ບໍ່ດົນ, ລາວກໍ່ກາຍເປັນຄົນທີ່ຄິດໃນແງ່ບວກຢ່າງແທ້ຈິງ. ລາວບໍ່ໂຕ້ຖຽງກັບຂ້ອຍອີກຕໍ່ໄປ ແລະ ລາວຢຸດເວົ້າກ່ຽວກັບການຢ່າຮ້າງ. ເມື່ອເຫັນເຖິງການປ່ຽນແປງຂອງເມຍຂອງຂ້ອຍ, ຂ້ອຍຈຶ່ງຄິດວ່າຄວາມເຊື່ອໃນພຣະເຈົ້າຕ້ອງເປັນສິ່ງທີ່ຍິ່ງໃຫຍ່. ຂ້ອຍຍັງໄດ້ຮັບຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍການອ່ານພຣະທຳຂອງພຣະອົງ.

ຂ້ອຍເລີ່ມດໍາລົງຊີວິດແຫ່ງຄຣິດຕະຈັກ ແລະ ຂ້ອຍພົບວ່າຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແຕກຕ່າງຈາກໂລກຢ່າງສິ້ນເຊີງ. ອ້າຍເອື້ອຍນ້ອງອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງ. ພວກເຂົາສະແຫວງຫາເພື່ອປະພຶດຕົນຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ຊື່ສັດ ແລະ ເປີດເຜີຍ ແລະ ຈິງໃຈ. ມັນຮູ້ສຶກຄືກັບວ່າຂ້ອຍໄດ້ເຂົ້າມາຢູ່ໃນສະຖານທີ່ໆບໍລິສຸດ ແລະ ຂ້ອຍຮູ້ສຶກເຖິງອິດສະຫຼະພາບ ແລະ ການປົດປ່ອຍທີ່ຂ້ອຍບໍ່ເຄີຍຮູ້ສຶກມາກ່ອນ. ໂດຍການເຂົ້າຮ່ວມການເຕົ້າໂຮມ ແລະ ການອ່ານພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ຮຽນຮູ້ວ່າພຣະເຈົ້າບໍລິສຸດ ແລະ ຊອບທໍາ ແລະ ພຣະອົງກຽດຊັງຄວາມສົກກະປົກ ແລະ ຄວາມເສື່ອມຊາມຂອງມະນຸດເໜືອສິ່ງອື່ນໃດ. ຂ້ອຍໄດ້ຮັບນິໄສຫຼາຍຢ່າງທີ່ບໍ່ດີໃນກອງທັບ ແລະ ຖ້າຂອຍບໍ່ກັບໃຈ, ຂ້ອຍຮູ້ວ່າພຣະເຈົ້າຈະກຽດຊັງ ແລະ ກຳຈັດຂ້ອຍ. ຫຼັງຈາກນັ້ນ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ ‘ສະຖາບັນແຫ່ງການສຶກສາຊັ້ນສູງ’. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະຫຼະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການອ່ານສິ່ງນີ້ໄດ້ສະແດງໃຫ້ຂ້ອຍເຫັນວ່າເປັນຫຍັງຂ້ອຍຈຶ່ງເສື່ອມຊາມຢ່າງຮຸນແຮງຫຼາຍ. ຂ້ອຍຫວນຄິດຫາຕະຫຼອດຫຼາຍປີທີ່ຂ້ອຍຢູ່ໃນກອງທັບ. ຂ້ອຍໄດ້ປະຕິບັດຕາມກົດລະບຽບທີ່ບໍ່ມີການຂຽນໄວ້ຂອງໂລກເພື່ອກ້າວໜ້າ, ເຮັດຫຼາຍສິ່ງທີ່ບໍ່ດີ ແລະ ໄດ້ຮັບຜົນປະໂຫຍດທີ່ບໍ່ດີ. ຂ້ອຍກາຍເປັນຄົນທີ່ເສື່ອມຊາມ ແລະ ຊົ່ວຊ້າຫຼາຍ, ດໍາລົງຊີວິດຢູ່ໃນຄວາມຜິດບາບໂດຍບໍ່ມີຄວາມອັບອາຍ. ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນເຖິງຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ ແລະ ພຣະທຳເຫຼົ່ານັ້ນເຮັດໃຫ້ຂ້ອຍເຫັນເຖິງສາຍເຫດຂອງຄວາມເສື່ອມຊາມ ແລະ ຄວາມຊົ່ວຊ້າຂອງຂ້ອຍ. ມັນກັບກາຍເປັນວ່າ ຊາຕານຢູ່ໃນກົ້ນເລິກຂອງທຸກສິ່ງ. ຊາຕານ ຜູ້ເຊິ່ງເປັນກະສັດແຫ່ງມານຮ້າຍ ໄດ້ໃຊ້ການສຶກສາ ແລະ ອິດທິພົນທຸກຮູບແບບເພື່ອເຮັດໃຫ້ສັງຄົມຂອງພວກເຮົາເສື່ອມໂຊມລົງສູ່ອ່າງຄວາມຜິດບາບທີ່ເດືອດ. ຜູ້ຄົນທີ່ມີອຳນາດມີຢ່າງແຜ່ຫຼາຍ, ກົດຂີ່ຂົ່ມເຫັງຄົນທຳມະດາ, ໃນຂະນະທີ່ຄົນປົກກະຕິ ແລະ ຊື່ສັດພຽງແຕ່ຖືກດັນໄປມາ ແລະ ບໍ່ກ້າວໜ້າຫຍັງໃນຊີວິດ. ສັງຄົມຂອງພວກເຮົາເຕັມໄປດ້ວຍການເຊື່ອຜິດໆ ແລະ ຄວາມເຫັນນອກຮີດ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ຄົນທີ່ເຮັດວຽກໜັກດ້ວຍຄວາມຄິດຂອງພວກເຂົາແມ່ນປົກຄອງຄົນອື່ນ ແລະ ຄົນທີ່ເຮັດວຽກໜັກດ້ວຍມືຂອງພວກເຂົາແມ່ນຖືກຄົນອື່ນປົກຄອງ”, “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ”, “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ”, “ເຈົ້າໜ້າທີ່ຈະບໍ່ສ້າງຄວາມຫຍຸ້ງຍາກໃຫ້ກັບຄົນທີ່ມີຂອງຂວັນໃຫ້; ການປະຈົບປະແຈງດີກວ່າການດ່າຮ້າຍຢູ່ສະເໝີ”, “ການກາຍເປັນເຈົ້າໜ້າທີ່ແມ່ນເພື່ອເຫັນແກ່ອາຫານ ແລະ ເສື້ອຜ້າດີໆ” ແລະ “ຈົ່ງໃຊ້ອຳນາດເມື່ອເຈົ້າມີມັນ ເພາະວ່າເມື່ອມັນໝົດໄປແລ້ວ, ເຈົ້າບໍ່ສາມາດໃຊ້ມັນໄດ້”. ການຖືກສິ່ງເຫຼົ່ານີ້ຄອບງຳ ແລະ ຄວາມກົດດັນທີ່ຢູ່ອ້ອມຕົວຂ້ອຍເຮັດໃຫ້ຂ້ອຍຫຼົງທາງໄປໂດຍທີ່ບໍ່ຮູ້ຕົວເລີຍ. ບໍ່ມີຫຍັງຫ້າມຂ້ອຍໄດ້ຈາກການກາຍມາເປັນເຈົ້າໜ້າທີ່, ສວຍໃຊ້ອຳນາດຂອງຂ້ອຍເພື່ອຜົນປະໂຫຍດສ່ວນຕົວຂອງຂ້ອຍເອງ. ຂ້ອຍກາຍມາເປັນມະນຸດທີ່ເສື່ອມຊາມທີ່ສຸດ, ຕັ້ງໃຈຫາຜົນກໍາໄລຢ່າງເກີນຂອບເຂດ. ຂ້ອຍເສຍໃຈກັບການກະທຳທີ່ຊົ່ວຮ້າຍຂອງຂ້ອຍແທ້ໆ. ຂອບພຣະຄຸນພຣະເຈົ້າທີ່ຊ່ວຍຂ້ອຍໃຫ້ລອດພົ້ນ, ຍ້ອນພະອົງໄດ້ໃຫ້ໂອກາດທີ່ຈະເລີ່ມຕົ້ນໃໝ່ອີກຄັ້ງໃຫ້ກັບຂ້ອຍ. ຖ້າບໍ່ດັ່ງນັ້ນ, ຂ້ອຍກໍ່ຈະຖືກສາບແຊ່ງ ແລະ ຖືກລົງໂທດຍ້ອນພຶດຕິກໍາຂອງຂ້ອຍ. ຂ້ອຍຮູ້ສຶກຂອບໃຈພຣະເຈົ້າຫຼາຍ, ຂ້ອຍຕັດສິນໃຈທີ່ຈະປ່ຽນແປງຫົນທາງຂອງຂ້ອຍ, ອອກຈາກກອງທັບ ແລະ ຊອກຫາອາຊີບໃໝ່. ແຕ່ຜູ້ບັງຄັບບັນຊາຂອງຂ້ອຍສືບຕໍ່ພະຍາຍາມເຮັດໃຫ້ຂ້ອຍຢູ່ຕໍ່ໄປ ໂດຍເວົ້າວ່າລາວຈະເລື່ອນຕໍາແໜ່ງຂ້ອຍໃຫ້ເປັນຮອງຜູ້ບັນຊາການກົມທະຫານ. ຂ້ອຍລັງເລໃຈ ໂດຍຄິດວ່າ, “ຮອງຜູ້ບັນຊາການກົມທະຫານບໍ? ນັ້ນຈະເປັນການທີ່ຄວາມຝັນກາຍເປັນຈິງ!” ເປັນຊ່ວງເວລາໜຶ່ງ ຂ້ອຍໄດ້ພະຍາຍາມທີ່ຈະປ່ອຍວາງຕໍາແໜ່ງນັ້ນ ແລະ ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ, ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາ. ຫຼັງຈາກນັ້ນ ຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງທີ່ເປັນຕາເຄົາລົບ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກຮ້ອງຂອງພຣະອົງ ແລະ ການບັນຊາຂອງພຣະອົງເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ສຳຄັນທີ່ສຸດເທິງແຜ່ນດິນໂລກ ແລະ ເປັນສິ່ງທີ່ຊອບທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ຈຸດປະສົງຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ກໍຈະຖືກພຣະເຈົ້າກຽດຊັງ” (ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຜູ້ຄົນມາເທິງໂລກ ແລະ ມັນກໍຫາໄດ້ຍາກທີ່ຈະພົບພໍ້ກັບເຮົາ ແລະ ມັນຍັງຫາໄດ້ຍາກທີ່ຈະມີໂອກາດສະແຫວງຫາ ແລະ ຮັບເອົາຄວາມຈິງ. ເປັນຫຍັງພວກເຈົ້າຈຶ່ງບໍ່ປະເມີນຄ່າເວລາທີ່ສວຍງາມນີ້ວ່າເປັນເສັ້ນທາງທີ່ຖືກຕ້ອງເພື່ອສະແຫວງຫາໃນຊີວິດນີ້? ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ຄວາມສົນໃຈຕໍ່ຄວາມຈິງ ແລະ ຄວາມຍຸຕິທຳ? ເປັນຫຍັງພວກເຈົ້າຈຶ່ງຢຽບຢໍ່າ ແລະ ທຳລາຍຕົນເອງເພື່ອຄວາມບໍ່ຊອບທຳ ແລະ ຄວາມສົກກະປົກທີ່ຫຼິ້ນຕະຫຼົກກັບຜູ້ຄົນຢູ່ສະເໝີ?” (ຄັດຈາກບົດ “ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳທຸກຂໍ້ຕອກຕີໃສ່ຄວາມສຳນຶກຂອງຂ້ອຍ. ຂ້ອຍຖືກປຸກໃຫ້ຕື່ນຂຶ້ນ. ຂ້ອຍຄິດວ່າ “ຄວາມໂຊກດີຂອງຂ້ອຍທີ່ຈະໄດ້ພົບກັບພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ໄດ້ມາເທິງແຜ່ນດິນໂລກເພື່ອກ່າວຄວາມຈິງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ ແລະ ມີໂອກາດທີ່ຈະສະແຫວງຫາຄວາມຈິງ ແລະ ສະລະຕົນເອງເພື່ອພຣະເຈົ້າແມ່ນການຍົກຍໍ ແລະ ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພຣະເຈົ້າ!” ແມ່ນຫຍັງຈະສາມາດມີຄວາມໝາຍຫຼາຍກວ່າການສະລະຕົນເອງເພື່ອພຣະຜູ້ສ້າງ? ບໍ່ວ່າຂ້ອຍຈະມີຕໍາແໜ່ງສູງສໍ່າໃດກໍ່ຕາມ, ຂ້ອຍຈະມີຄວາມສຸກຢູ່ບໍ? ຄົນທີ່ມີອຳນາດຫຼາຍຄົນເຮັດຕາມທີ່ພວກເຂົາພໍໃຈ ແລະ ເຮັດຄວາມຊົ່ວທຸກຮູບແບບ, ແຕ່ພວກເຂົາທຸກຄົນກໍ່ໄດ້ຮັບສິ່ງທີ່ພວກເຂົາສົມຄວນໄດ້ຮັບໃນທີ່ສຸດ. ແລ້ວເຈົ້າໜ້າທີ່ລະດັບສູງຫຼາຍຄົນກໍ່ຮັ່ງມີ ແລະ ສະເຫຼີມສະຫຼອງສໍາລັບຊ່ວງເວລາໜຶ່ງ, ແຕ່ຊ່ວງເວລາທີ່ພວກເຂົາສູນເສຍໃນການຕໍ່ສູ້ເພື່ອຍາດຊິງອຳນາດ, ບາງຄົນກໍ່ຈົບລົງໃນຄຸກໂດຍທີ່ບໍ່ມີຫຍັງ ແລະ ບາງຄົນກໍ່ຂ້າຕົວຕາຍ... ສິ່ງແບບນີ້ເກີດຂຶ້ນຕະຫຼອດເວລາ. ແຕ່ສໍາລັບຂ້ອຍ, ຂ້ອຍກໍາລັງໄຕ່ຂຶ້ນຂັ້ນໄດ, ແຕ່ຂ້ອຍພຽງແຕ່ກາຍມາເປັນຄົນຈອງຫອງ, ເຫັນແກ່ຕົວ ແລະ ຫຼອກລວງ! ຕອນນີ້, ພຣະເຈົ້າໄດ້ປະທານຄວາມຈິງຫຼາຍຢ່າງໃຫ້ກັບຂ້ອຍ ແລະ ພຣະອົງໄດ້ສະແດງໃຫ້ຂ້ອຍເຫັນເສັ້ນທາງທີ່ຖືກຕ້ອງໃນຊີວິດ. ຂ້ອຍຈະສາມາດດຳເນີນຄືເກົ່າໄດ້ແນວໃດ? ຂ້ອຍຖືກຊາຕານທຳຮ້າຍ ແລະ ຕົວະຍົວະຕະຫຼອດຊີວິດຂອງຂ້ອຍຈົນຂ້ອຍເກືອບບໍ່ມີລັກສະນະຂອງມະນຸດອີກ. ຂ້ອຍຕ້ອງການດໍາລົງຊີວິດທີ່ແຕກຕ່າງນັບຈາກນັ້ນເປັນຕົ້ນໄປ, ຕິດຕາມພຣະເຈົ້າ, ປະຕິບັດຄວາມຈິງ ແລະ ປະພຶດຕົນຕາມພຣະທຳຂອງພຣະເຈົ້າ. ສະນັ້ນ ຂ້ອຍຈຶ່ງຕັດສິນໃຈປ່ຽນອາຊີບ ແລະ ຕັດສາຍພົວພັນທັງໝົດກັບກອງທັບ. ແຕ່ຍ້ອນຊາຕານໄດ້ເຮັດໃຫ້ຂ້ອຍເສື່ອມຊາມຢ່າງຮຸນແຮງຫຼາຍ, ພິດຂອງມັນທີ່ວ່າ “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ” ໄດ້ກາຍມາເປັນຊີວິດຂອງຂ້ອຍແທ້ໆ. ໃນຄຣິດຕະຈັກ, ຂ້ອຍຍາດຊິງເອົາຕໍາແໜ່ງຢູ່ສະເໝີ ແລະ ມີພຽງແຕ່ການເປີດເຜີຍ ແລະ ການພິພາກສາຂອງພຣະເຈົ້າເທົ່ານັ້ນທີ່ໄດ້ແກ້ໄຂການສະແຫວງຫາຂອງຂ້ອຍ.

ຫຼັງຈາກທີ່ເຮັດໜ້າທີ່ຂອງຂ້ອຍໃນຄຣິດຕະຈັກເປັນຊົ່ວໄລຍະໜຶ່ງ, ຂ້ອຍກໍ່ເຫັນວ່າມີຜູ້ນໍາຄຣິດຕະຈັກທີ່ໜຸ່ມແທ້ໆ ແລະ ອີກຄົນທີ່ຂ້ອຍເຄີຍເປັນໝູ່ນໍາກ່ອນໜ້ານີ້. ຂ້ອຍຮູ້ສຶກບໍ່ສະຫງົບ ໂດຍຄິດວ່າ, “ພວກເຈົ້າທັງສອງຄົນຢູ່ພາຍໃຕ້ຂ້ອຍໃນໂລກ, ແຕ່ໃນທີ່ນີ້ທີ່ຄຣິດຕະຈັກ ພວກເຈົ້າເປັນຜູ້ບັງຄັບບັນຊາຂອງຂ້ອຍ. ຂ້ອຍຈະເປັນຜູ້ນຳໄດ້ດີກວ່າພວກເຈົ້າຫຼາຍ!” ຂ້ອຍເລີ່ມຕາມຫາສິ່ງນັ້ນດ້ວຍທຸກຢ່າງທີ່ຂ້ອຍມີ. ຢ່າງທຳອິດ, ຂ້ອຍໄດ້ແຕ້ມແຜນການ: ຂ້ອຍຈະຕື່ນຕອນ 5 ໂມງເຊົ້າຂອງທຸກໆມື້ ເພື່ອອ່ານພຣະທຳຂອງພຣະເຈົ້າ, ຫຼັງຈາກນັ້ນກໍ່ຈະຟັງຄຳເທດສະໜາເປັນເວລາສອງຊົ່ວໂມງ ແລະ ຮຽນຮູ້ເພງສັນລະເສີນສາມບົດເພງໃນພຣະທຳຂອງພຣະເຈົ້າຕໍ່ໜຶ່ງອາທິດ. ຂ້ອຍເລີ່ມຫ້າວຫັນຫຼາຍຂຶ້ນໃນໜ້າທີ່ຂອງຂ້ອຍ ແລະ ເຮັດໜ້າທີ່ໃນການນໍາພາໃນແມ່ນຫຍັງກໍ່ຕາມທີ່ຂ້ອຍສາມາດເຮັດໄດ້ໃນຄຣິດຕະຈັກ, ບໍ່ວ່າມັນຈະເປັນສິ່ງທີ່ຫຍຸ້ງຍາກ ຫຼື ເປັນຕາເມື່ອຍສໍ່າໃດກໍ່ຕາມ. ໃນການເຕົ້າໂຮມ, ຂ້ອຍຈະເວົ້າກ່ຽວກັບປະສົບການຂອງຂ້ອຍຢູ່ໃນກອງທັບ, ໂອ້ອວດຄວາມສາມາດຂອງຂ້ອຍ ແລະ ປະຕິເສດທີ່ຈະຍອມຮັບການໂອ້ລົມຂອງຜູ້ນໍາຄຣິດຕະຈັກ. ບາງຄັ້ງ, ຂ້ອຍດູຖູກຄວາມຄິດ ແລະ ການກະທຳຂອງພວກເຂົາຢ່າງລັບໆ ຄືກັບວ່າຂ້ອຍສາມາດເຮັດວຽກໄດ້ດີກວ່າ. ນີ້ແມ່ນວິທີການທີ່ຂ້ອຍມີຊີວິດຢູ່ພາຍໃນການດີ້ນລົນເພື່ອຊື່ສຽງ ແລະ ສະຖານະ ໂດຍຫວັງຢູ່ສະເໝີວ່າຈະກາຍມາເປັນຜູ້ນໍາຂອງຄຣິດຕະຈັກ. ຄັ້ງໜຶ່ງ, ຂ້ອຍສັງເກດເຫັນວ່າຜູ້ນຳບໍ່ໄດ້ຈັດການບາງສິ່ງຢ່າງຖືກຕ້ອງ. ຂ້ອຍຕໍານິລາວຢ່າງຮຸນແຮງທີ່ບໍ່ສາມາດຈັດການສິ່ງຕ່າງໆໄດ້ ແລະ ເວົ້າແນະນໍາໃຫ້ລາວລາອອກ. ຂ້ອຍຫວັງວ່າຈະຖືກເລືອກໃຫ້ເປັນຜູ້ນຳໃນການເລືອກຕັ້ງຄັ້ງຕໍ່ໄປ. ເມື່ອອ້າຍເອື້ອຍນ້ອງພົບເຫັນ, ພວກເຂົາກໍ່ໄດ້ວິເຄາະພຶດຕິກໍາຂອງຂ້ອຍ ໂດຍເວົ້າວ່າຂ້ອຍເປັນຄົນຫຼອກລວງ, ມີຄວາມທະເຍີທະຍານ ແລະ ຂ້ອຍຢາກຄວບຄຸມຄຣິດຕະຈັກ. ຂ້ອຍຖືກປົດອອກຈາກໜ້າທີ່ຂອງຂ້ອຍໃນຖານະຜູ້ນໍາກຸ່ມ. ສິ່ງນີ້ເຮັດໃຫ້ຂ້ອຍບໍ່ພໍໃຈແທ້ໆ ແລະ ຂ້ອຍຄິດວ່າ “ຂ້ອຍເຄີຍເປັນຜູ້ບັນຊາການກອງພັນທະຫານທີ່ມີກຽດ, ແຕ່ຕອນນີ້ ຂ້ອຍບໍ່ສາມາດເປັນແມ່ນແຕ່ຫົວໜ້າກຸ່ມໃນຄຣິດຕະຈັກໄດ້”. ຫຼັງຈາກເວລາຫຼາຍເດືອນນີ້, ຂ້ອຍບໍ່ໄດ້ກ້າວໜ້າໃນຫຍັງເລີຍ ແລະ ຂ້ອຍບໍ່ສາມາດສົບຕາກັບອ້າຍເອື້ອຍນ້ອງຂອງຂ້ອຍໄດ້. ຂ້ອຍງຽບໃນການເຕົ້າໂຮມ. ຈິດວິນຍານເລີ່ມມືດມົວ ແລະ ຂ້ອຍບໍ່ສາມາດຮູ້ສຶກເຖິງພຣະເຈົ້າອີກຕໍ່ໄປ. ມີແຕ່ຕອນນັ້ນ ຂ້ອຍຈຶ່ງເລີ່ມຮູ້ສຶກຢ້ານ, ສະນັ້ນ ຂ້ອຍຈຶ່ງຟ້າວອະທິຖານ ແລະ ຮ້ອງຫາພຣະເຈົ້າໃຫ້ນຳພາຂ້ອຍອອກຈາກຄວາມມືດມົວນີ້.

ຕໍ່ມາ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ... ບັດນີ້ ພວກເຈົ້າເປັນຜູ້ຕິດຕາມ ແລະ ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພາລະກິດຂັ້ນຕອນນີ້. ເຖິງຢ່າງໃດກໍຕາມ, ພວກເຈົ້າກໍຍັງບໍ່ໄດ້ປະຖິ້ມຄວາມປາຖະໜາສຳລັບສະຖານະຂອງພວກເຈົ້າ. ເມື່ອສະຖານະຂອງພວກເຈົ້າສູງ ພວກເຈົ້າກໍສະແຫວງຫາເປັນຢ່າງດີ, ແຕ່ເມື່ອສະຖານະຂອງພວກເຈົ້າຕໍ່າ ພວກເຈົ້າກໍບໍ່ສະແຫວງຫາອີກຕໍ່ໄປ. ການໃຫ້ພອນທາງດ້ານສະຖານະແມ່ນຢູ່ໃນຄວາມຄິດຂອງພວກເຈົ້າສະເໝີ... ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພຽງພໍ ເພື່ອພວກເຂົາຈະປະຖິ້ມສິ່ງເຫຼົ່ານີ້ໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ?” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ແທງທະລຸຫົວໃຈຂອງຂ້ອຍ ແລະ ຂ້ອຍຮູ້ສຶກອັບອາຍຫຼາຍ. ຂ້ອຍໄດ້ແຂ່ງຂັນເອົາຕຳແໜ່ງ, ຫຼັງຈາກນັ້ນກໍ່ຖືກເປີດໂປງ ແລະ ຖືກຈັດການໂດຍອ້າຍເອື້ອຍນ້ອງ ແລະ ຖືກປົດອອກຈາກໜ້າທີ່ຂອງຂ້ອຍ. ມັນບໍ່ແມ່ນສິ່ງທີ່ຂ້ອຍຕ້ອງການ, ແຕ່ມັນບໍ່ແມ່ນຍ້ອນວ່າມີຄົນໃດໜຶ່ງເອົາມັນໃຫ້ຂ້ອຍ. ກົງກັນຂ້າມ, ມັນຄືການພິພາກສາທີ່ຊອບທໍາຂອງພຣະເຈົ້າ ແລະ ຄວາມລອດພົ້ນທີ່ທັນເວລາ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍຄືການປ່ຽນແປງຄວາມຄິດ ແລະ ແນວຄິດເກົ່າໆຂອງພວກເຮົາ, ການຊ່ວຍໃຫ້ພວກເຮົາລອດພົ້ນຈາກອິດທິພົນຂອງຊາຕານ, ເພື່ອວ່າພວກເຮົາຈະສາມາດຮັບເອົາຄວາມຈິງ ແລະ ຊີວິດຈາກພຣະເຈົ້າ ແລະ ດໍາລົງຊີວິດຢູ່ໃນຄວາມສະຫວ່າງ. ຂ້ອຍບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ ຫຼື ຂ້ອຍບໍ່ໄດ້ໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງ, ແຕ່ສະແຫວງຫາຕໍາແໜ່ງ ແລະ ຊື່ສຽງ. ຂ້ອຍໃຊ້ກົນອຸບາຍ ແລະ ໃຊ້ວິທີການທີ່ລັບໆເພື່ອເອົາຕໍາແໜ່ງ. ສິ່ງນັ້ນບໍ່ແມ່ນສິ່ງທີ່ຂັດກັບຄວາມປະສົງຂອງພຣະເຈົ້າທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນບໍ? ການສືບຕໍ່ເຮັດແນວນັ້ນຈະໝາຍຄວາມວ່າຂ້ອຍຈະບໍ່ຮັບເອົາຄວາມຈິງຈັກເທື່ອ ແລະ ຈະຖືກກໍາຈັດໄປ. ເພື່ອຫ້າມບໍ່ໃຫ້ຂ້ອຍຫຼົງທາງ ແລະ ເຮັດໃຫ້ຂ້ອຍກັບຄືນສູ່ເສັ້ນທາງ, ພຣະເຈົ້າໄດ້ລິຮານ ແລະ ຈັດການກັບຂ້ອຍຜ່ານອ້າຍເອື້ອຍນ້ອງ, ເປີດໂປງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຂ້ອຍ ແລະ ເອົາຕໍາແໜ່ງຂອງຂ້ອຍໄປ ເພື່ອວ່າຂ້ອຍຈະໄຕ່ຕອງກ່ຽວກັບຕົນເອງ ແລະ ປ່ຽນແປງຫົນທາງຂອງຂ້ອຍ. ຂ້ອຍໄດ້ເຫັນວ່າພຣະເຈົ້າເບິ່ງເຂົ້າໄປໃນສ່ວນເລິກຂອງຫົວໃຈຂອງພວກເຮົາແທ້ໆ. ຂ້ອຍຍັງມີຄວາມເຂົ້າໃຈທີ່ແທ້ຈິງບາງຢ່າງກ່ຽວກັບຄວາມຊອບທໍາ, ຄວາມບໍລິສຸດ, ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ. ຂ້ອຍບໍ່ຄິດລົບ ຫຼື ໂສກເສົ້າກ່ຽວກັບການສູນເສຍຕໍາແໜ່ງຂອງຂ້ອຍອີກຕໍ່ໄປ, ແຕ່ກົງກັນຂ້າມ ຂ້ອຍຕ້ອງການສະແຫວງຫາຄວາມຈິງ ແລະ ຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ.

ຫົກເດືອນຕໍ່ມາ, ຂ້ອຍໄດ້ໄປໃຊ້ຊີວິດແຫ່ງຄຣິດຕະຈັກຢູ່ໃນຄຣິດຕະຈັກແຫ່ງອື່ນ, ເຊິ່ງເປັນບ່ອນທີ່ພວກເຂົາກໍາລັງຈະເລືອກຕັ້ງຜູ້ນໍາ. ຂ້ອຍດີໃຈທີ່ໄດ້ຮຽນຮູ້ວ່າບໍ່ມີຜູ້ໃດໃນທີ່ນັ້ນທີ່ເຊື່ອໃນພຣະເຈົ້າດົນສໍ່າຂ້ອຍ, ສະນັ້ນ ຂ້ອຍຈຶ່ງຄິດວ່າຂ້ອຍມີໂອກາດ. ໃນປະສົບການຊີວິດ ແລະ ເວລາຫຼາຍປີແຫ່ງຄວາມເຊື່ອ, ຂ້ອຍໄດ້ປຽບພວກເຂົາ. ຂ້ອຍຄິດວ່າ ຂ້ອຍຄວນເປັນທາງເລືອກທີ່ຊັດເຈນສຳລັບຜູ້ນຳຄຣິດຕະຈັກ. ໃນຂະນະທີ່ຂ້ອຍກຳລັງກຽມຕົວເພື່ອດຳເນີນການສະແດງທີ່ດີສຳລັບຕົນເອງ, ເອື້ອຍຄົນໜຶ່ງຈາກຄຣິດຕະຈັກເດີມຂອງຂ້ອຍໄດ້ຫຼົບໜີມາຄຣິດຕະຈັກນີ້ ຍ້ອນລາວຖືກຕາມລ່າໂດຍພັກກອມມູນິດຈີນ. ຂ້ອຍຄິດວ່າ, “ລາວຮູ້ກ່ຽວກັບວິທີການທີ່ຂ້ອຍເຄີຍຍາດຊິງເອົາຕໍາແໜ່ງຢູ່ໃນຄຣິດຕະຈັກເດີມຂອງຂ້ອຍ. ຖ້າລາວເຫັນວ່າຂ້ອຍກໍາລັງຍາດຊິງເພື່ອເປັນຜູ້ນໍາຄຣິດຕະຈັກອີກຄັ້ງ, ລາວຈະເປີດໂປງພຶດຕິກໍາເດີມໆທີ່ເປັນຕາຂາຍໜ້າຂອງຂ້ອຍບໍ? ຊື່ສຽງຂອງຂ້ອຍຈະໄດ້ຮັບຄວາມເສຍຫາຍແທ້ໆ ຖ້າລາວເຮັດແບບນັ້ນ”. ເມື່ອບໍ່ມີທາງເລືອກ, ຂ້ອຍຈຶ່ງປະຖິ້ມແຜນການຂອງຂ້ອຍ ແລະ ຄິດໄຕ່ຕອງກ່ຽວກັບສະຖານະການຢ່າງຮອບດ້ານ: “ຢ່າງທໍາອິດ ຂ້ອຍຈະກາຍມາເປັນຫົວໜ້າກຸ່ມ ແລະ ຫຼັງຈາກນັ້ນກໍ່ຈະໄຕ່ຂັ້ນໄດຂຶ້ນຈາກທີ່ນັ້ນ”. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ຂ້ອຍບໍ່ໄດ້ຖືກເລືອກໃຫ້ເປັນຫົວໜ້າກຸ່ມດ້ວຍຊໍ້າ. ຄຣິດຕະຈັກບໍ່ມີຄົນພຽງພໍສໍາລັບໜ້າທີ່ປະຈຳວັນບາງຢ່າງ, ສະນັ້ນ ຜູ້ນໍາຄຣິດຕະຈັກຈຶ່ງຖາມວ່າ ຂ້ອຍຢາກເຮັດໜ້າທີ່ ຫຼື ບໍ່. ຍ້ອນຂ້ອຍຢ້ານວ່າເບິ່ງຄືກັບບໍ່ເຊື່ອຟັງ, ຂ້ອຍຈຶ່ງເຫັນດີຢ່າງບໍ່ເຕັມໃຈ. ຂ້ອຍເຄີຍເປັນຜູ້ບັນຊາການກອງພັນທະຫານທີ່ມີກຽດ ແຕ່ຍັງເຮັດໜ້າທີ່ຕໍ່າຕ້ອຍແນວນັ້ນ. ມັນເຮັດໃຫ້ຂ້ອຍຮູ້ສຶກຜິດທັງໝົດ. ບໍ່ດົນ, ຕຳຫຼວດເລີ່ມເຝົ້າເບິ່ງສະຖານທີ່ເຕົ້າໂຮມຂອງພວກເຮົາ, ສະນັ້ນ ພວກເຮົາບໍ່ສາມາດເຕົ້າໂຮມກັນຢູ່ບ່ອນນັ້ນອີກຕໍ່ໄປ. ຜູ້ນຳຄຣິດຕະຈັກຈຶ່ງມອບໝາຍໃຫ້ຂ້ອຍໄປຢູ່ອີກກຸ່ມອື່ນເພື່ອເຕົ້າໂຮມກັບອ້າຍເອື້ອຍນ້ອງທີ່ເຮັດໜ້າທີ່ຮັບຮອງເປັນເຈົ້າພາບ. ສິ່ງນີ້ກໍ່ຫຼາຍເກີນໄປສໍາລັບຂ້ອຍ. ບໍ່ພຽງແຕ່ຂ້ອຍກຳລັງເຮັດໜ້າທີ່ຕ້ອຍຕໍ່າເທົ່ານັ້ນ, ແຕ່ດຽວນີ້ ຂ້ອຍຕ້ອງເຕົ້າໂຮມກັບອ້າຍເອື້ອຍນ້ອງທີ່ເຮັດໜ້າຮັບຮອງເປັນເຈົ້າພາບ. ຂ້ອຍຮູ້ສຶກວ່າສິ່ງນີ້ເປັນສິ່ງທີ່ເສື່ອມເສຍຫຼາຍ. ຂ້ອຍຕົກລົງມາໄກຂະໜາດນີ້ໄດ້ແນວໃດ? ຖ້າສິ່ງຕ່າງໆສືບຕໍ່ໃນລັກສະນະນັ້ນ, ຂ້ອຍຈະມີຄວາມຄາດຫວັງປະເພດໃດ? ຂ້ອຍຮູ້ສຶກບໍ່ພໍໃຈຫຼາຍຂຶ້ນເລື້ອຍໆ ແລະ ສິ່ງທີ່ຂ້ອຍສາມາດເຮັດໄດ້ກໍ່ຄືການອະທິຖານຫາພຣະເຈົ້າຢ່າງຮີບດ່ວນເທົ່ານັ້ນ, ໂດຍຂໍໃຫ້ພຣະອົງສ່ອງແສງ ແລະ ຊີ້ນໍາຂ້ອຍ.

ຫຼັງຈາກນັ້ນ, ຂ້ອຍກໍ່ໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ເປັນເວລາຫຼາຍປີ, ຄວາມຄິດທີ່ຜູ້ຄົນເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາຈົນເຖິງຈຸດທີ່ວ່າພວກເຂົາທໍລະຍົດ, ຂີ້ຢ້ານ ແລະ ຊົ່ວຊ້າ. ບໍ່ພຽງແຕ່ພວກເຂົາຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວເທົ່ານັ້ນ, ແຕ່ພວກເຂົາຍັງກາຍເປັນຄົນໂລບ, ອວດດີ ແລະ ດື້ດານອີກດ້ວຍ. ພວກເຂົາຂາດຄວາມຕັ້ງໃຈທີ່ຢູ່ເໜືອຕົນເອງຢ່າງສິ້ນເຊີງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະກຳຈັດການຄວບຄຸມຂອງອິດທິພົນດ້ານມືດເຫຼົ່ານີ້. ຄວາມຄິດ ແລະ ຊີວິດຂອງຜູ້ຄົນແມ່ນເນົ່າເປື່ອຍຫຼາຍຈົນທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າເປັນຕາລັງກຽດຢ່າງເຫຼືອທົນ ແລະ ແມ່ນແຕ່ເມື່ອພວກເຂົາເວົ້າກ່ຽວກັບທັດສະນະຂອງພວກເຂົາໃນຄວາມເຊື່ອທີ່ມີຕໍ່ພຣະເຈົ້າ ກໍເປັນສິ່ງທີ່ທົນຟັງບໍ່ໄດ້ແທ້ໆ. ຜູ້ຄົນລ້ວນແລ້ວແຕ່ຂີ້ຢ້ານ, ບໍ່ມີຄວາມສາມາດ, ຊົ່ວຊ້າ ແລະ ອ່ອນແອຫຼາຍ. ພວກເຂົາບໍ່ຮູ້ສຶກກຽດຊັງອຳນາດມືດ ແລະ ພວກເຂົາບໍ່ຮູ້ສຶກຮັກແສງສະຫວ່າງ ແລະ ຄວາມຈິງ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຂັບໄລ່ສິ່ງເຫຼົ່ານັ້ນ. ຄວາມຄິດ ແລະ ທັດສະນະໃນປັດຈຸບັນຂອງພວກເຈົ້າບໍ່ແມ່ນແບບນີ້ບໍ? ‘ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ ຂ້ານ້ອຍຄວນໄດ້ອາບດ້ວຍພອນຢ່າງຫຼວງຫຼາຍ ແລະ ຄວນໄດ້ຮັບປະກັນວ່າ ສະຖານະຂອງຂ້ານ້ອຍຈະບໍ່ສູນເສຍໄປຈັກເທື່ອ ແລະ ມັນຈະສູງສົ່ງກວ່າຄົນທີ່ບໍ່ເຊື່ອ’. ເຈົ້າບໍ່ໄດ້ມີທັດສະນະແບບນັ້ນພາຍໃນພວກເຈົ້າພຽງແຕ່ໜຶ່ງ ຫຼື ສອງປີ, ແຕ່ເປັນເວລາຫຼາຍປີ. ແນວຄິດໃນການດຳເນີນງານຂອງພວກເຈົ້າພັດທະນາຫຼາຍເກີນໄປ. ເຖິງແມ່ນພວກເຈົ້າໄດ້ມາເຖິງຂັ້ນຕອນນີ້ໃນປັດຈຸບັນ, ພວກເຈົ້າກໍຍັງບໍ່ປະຖິ້ມສະຖານະ, ແຕ່ດີ້ນຮົນທີ່ຈະສອບຖາມກ່ຽວກັບມັນ ແລະ ສັງເກດມັນທຸກໆມື້ຢູ່ສະເໝີ ໂດຍມີຄວາມຢ້ານຢູ່ໃນສ່ວນເລິກວ່າ ມື້ໜຶ່ງ ສະຖານະຂອງພວກເຈົ້າຈະສູນເສຍໄປ ແລະ ຊື່ສຽງຂອງພວກເຈົ້າຈະຖືກທຳລາຍ. ຜູ້ຄົນບໍ່ເຄີຍປ່ອຍວາງຄວາມປາຖະໜາເພື່ອຄວາມສຸກສະບາຍຂອງພວກເຂົາ” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ” (ຄັດຈາກບົດ “ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອຕຶກຕອງໃນພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ໄຕ່ຕອງກ່ຽວກັບຕົນເອງວ່າ “ຂ້ອຍຄວນເຫັນວ່າຕົນເອງເປັນຄົນແບບໃດໃນການສະແຫວງຫາຂອງຂ້ອຍ?” ຂ້ອຍຄິດຢູ່ສະເໝີວ່າຂ້ອຍເປັນຜູ້ບັນຊາການກອງພັນທະຫານ, ຄົນທີ່ມີຖານະ. ມີພຽງແຕ່ໜ້າທີ່ໆມີລະດັບບາງຢ່າງຈຶ່ງເໝາະສົມກັບຂ້ອຍ ແລະ ມີພຽງແຕ່ຄົນທີ່ມີສະຖານະເທົ່ານັ້ນຈຶ່ງສົມຄວນມາເຕົ້າໂຮມກັບຂ້ອຍ. ຂ້ອຍດູຖູກອ້າຍເອື້ອຍນ້ອງທີ່ເຮັດໜ້າທີ່ຮັບຮອງເປັນເຈົ້າພາບ, ຄິດວ່າການຢູ່ກັບພວກເຂົາສະແດງໃຫ້ເຫັນວ່າຂ້ອຍບໍ່ມີຄວາມສຳຄັນ. ຫາກປາສະຈາກສະຖານະ, ຂ້ອຍກໍ່ກາຍເປັນຄົນຄິດລົບ ແລະ ຕໍ່ຕ້ານ ແລະ ເຖິງກັບຮູ້ສຶກວ່າຊີວິດບໍ່ມີຄວາມໝາຍ. ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດໄດ້ສ້າງຄວາມສັບສົນໃຫ້ກັບສະໝອງຂອງຂ້ອຍ ແລະ ຂ້ອຍສູນເສຍຄວາມເປັນມະນຸດຂອງຂ້ອຍ. ຂ້ອຍຊ່າງເປັນມະນຸດທີ່ເປັນຕາກຽດຊັງ ແລະ ຂີ້ຮ້າຍແທ້ໆ! ຄົນແບບຂ້ອຍຈະສາມາດຄູ່ຄວນເປັນຜູ້ນຳຄຣິດຕະຈັກໄດ້ແນວໃດ? ຄຣິດຕະຈັກບໍ່ຄືກັບສັງຄົມ. ຢູ່ໃນຄຣິດຕະຈັກ, ຄວາມຈິງມີອຳນາດ. ຜູ້ນຳຕ້ອງມີຄວາມເປັນມະນຸດທີ່ດີ ແລະ ສະແຫວງຫາຄວາມຈິງ. ແຕ່ສິ່ງທີ່ຂ້ອຍເຮັດມີພຽງແຕ່ການສະແຫວງຫາສະຖານະ ແລະ ຍາດຊິງເພື່ອກາຍມາເປັນຜູ້ນຳ. ຂ້ອຍສາມາດເປັນຄົນໄຮ້ເຫດຜົນ, ໄຮ້ຢາງອາຍແບບນີ້ໄດ້ແນວໃດ?

ຕໍ່ມາ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງ ຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ. ພວກເຈົ້າຕ້ອງຮູ້ເອົາໄວ້ວ່າ ຄົນທັງໝົດທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງພຣະເຈົ້າຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້” (ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າ ພຣະອົງບໍ່ໄດ້ກຳນົດຈຸດໝາຍປາຍທາງຂອງພວກເຮົາໂດຍອີງຕາມສະຖານະຂອງພວກເຮົາ ຫຼື ອີງຕາມວ່າພວກເຮົາເຮັດວຽກຫຼາຍສໍ່າໃດ. ສິ່ງທີ່ສຳຄັນກໍ່ຄືວ່າພວກເຮົາໄດ້ຮັບຄວາມຈິງ ຫຼື ບໍ່ ແລະ ພວກເຮົາເຊື່ອຟັງພຣະເຈົ້າ ຫຼື ບໍ່. ຂ້ອຍໄດ້ເຫັນວ່າອຸປະນິໄສຂອງພຣະເຈົ້າຊອບທໍາກັບທຸກຄົນ ແລະ ບໍ່ວ່າພວກເຮົາຈະເຮັດໜ້າທີ່ຫຍັງກໍ່ຕາມ, ພວກເຮົາຕ້ອງສະແຫວງຫາຄວາມຈິງຢູ່ສະເໝີ. ເມື່ອມີຄວາມຈິງ, ຄົນໆໜຶ່ງກໍ່ສາມາດຖືກຊ່ວຍໃຫ້ລອດພົ້ນ ເຖິງແມ່ນວ່າຈະບໍ່ມີສະຖານະໃດກໍ່ຕາມ. ແຕ່ຫາກບໍ່ມີການສະແຫວງຫາຄວາມຈິງ, ບໍ່ມີຜູ້ໃດສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ບໍ່ວ່າສະຖານະຂອງພວກເຂົາຈະສູງສົ່ງສໍ່າໃດກໍ່ຕາມ. ຂ້ອຍຄິດວ່າມັນໂງ່ສໍ່າໃດສໍາລັບຂ້ອຍທີ່ຈະສະແຫວງຫາສະຖານະຢ່າງສິ້ນຫວັງ. ຂ້ອຍກຽດຊັງເຈົ້າໜ້າທີ່ໃນກອງທັບທີ່ເສື່ອມຊາມເຫຼົ່ານັ້ນ, ແຕ່ເມື່ອຂ້ອຍຖືກເລື່ອນຕໍາແໜ່ງ, ຂ້ອຍເອງກໍ່ເລີ່ມເສື່ອມໂຊມຂຶ້ນ, ໂດຍກາຍມາເປັນເຈົ້າໜ້າທີ່ໆເສື່ອມຊາມຄືກັບພວກເຂົາໃນທີ່ສຸດ. ຜູ້ມີອຳນາດບາງຄົນມີຄວາມຊື່ສັດ ແລະ ຖ່ອມຕົວກ່ອນທີ່ພວກເຂົາຈະມີສະຖານະ, ແຕ່ໃນທັນທີທີ່ພວກເຂົາໄດ້ຮັບອຳນາດ ພວກເຂົາກໍ່ເລີ່ມສວຍໃຊ້ມັນ ແລະ ຄວາມຜິດບາບຂອງພວກເຂົາກໍ່ກອງຂຶ້ນ. ຂ້ອຍຄິດກ່ຽວກັບຜູ້ຕໍ່ຕ້ານພຣະຄຣິດທີ່ຖືກຂັບໄລ່ອອກຈາກຄຣິດຕະຈັກ. ເມື່ອພວກເຂົາບໍ່ມີສະຖານະ, ພວກເຂົາກໍ່ປາກົດວ່າບໍ່ໄດ້ເຮັດຫຍັງທີ່ຊົ່ວຮ້າຍ, ແຕ່ທັນທີທີ່ສິ່ງນັ້ນຖືກປ່ຽນແປງ, ພວກເຂົາກໍ່ເລີ່ມຈໍາກັດ ແລະ ເຮັດໃຫ້ຄົນອື່ນຕົກຕໍ່າລົງ, ໂດຍເວົ້າ ແລະ ເຮັດສິ່ງຕ່າງໆເພື່ອຮັກສາຕໍາແໜ່ງຂອງພວກເຂົາ, ເຮັດການຊົ່ວຮ້າຍ ແລະ ຂັດຂວາງພາລະກິດໃນເຮືອນຂອງພຣະເຈົ້າ. ສິ່ງນີ້ສະແດງໃຫ້ຂ້ອຍເຫັນວ່າ ຖ້າບໍ່ມີຄວາມຈິງ, ພວກເຮົາກໍ່ດໍາລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຢູ່ສະເໝີ. ຊ່ວງເວລາທີ່ພວກເຮົາໄດ້ຮັບອຳນາດ ແລະ ສະຖານະ, ພວກເຮົາກໍ່ກາຍມາເປັນຄົນຜິດປົກກະຕິ ແລະ ເຮັດການຊົ່ວຮ້າຍ, ເຊິ່ງໝາຍເຖິງການລົງໂທດໃນທີ່ສຸດ! ໂດຍດີ້ນລົນ ແລະ ພະຍາຍາມໃຫ້ໄດ້ເລື່ອນຊັ້ນຢູ່ໃນກອງທັບຕະຫຼອດຫຼາຍປີເຫຼົ່ານັ້ນ, ຂ້ອຍເຕັມໄປດ້ວຍອຸປະນິໄສຂອງຊາຕານ. ຂ້ອຍເປັນຄົນຈອງຫອງ, ຫຼອກລວງ, ຊົ່ວຮ້າຍ ແລະ ຊົ່ວຊ້າ. ຖ້າຂ້ອຍພົບເຫັນຕົນເອງຢູ່ໃນຕໍາແໜ່ງທີ່ສູງສົ່ງ, ຄວາມທະເຍີທະຍານຂອງຂ້ອຍກໍ່ພຽງແຕ່ເພີ່ມຂຶ້ນຢ່າງໄວວາ, ຄືກັນກັບເມື່ອຂ້ອຍສວຍໃຊ້ອໍານາດຂອງຂ້ອຍໃນຖານະເຈົ້າໜ້າທີ່ໃນກອງທັບ. ຂ້ອຍສາມາດຈົບລົງໂດຍການເຮັດສິ່ງຊົ່ວຮ້າຍເທົ່ານັ້ນ, ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ຖືກລົງໂທດ. ເມື່ອຄິດເຖິງສິ່ງເຫຼົ່ານີ້, ຂ້ອຍກໍ່ທັງຮູ້ສຶກຢ້ານ ແລະ ປິຕິຍິນດີ. ພຣະເຈົ້າໄດ້ນໍາເອົາຂໍ້ບົກຜ່ອງ ແລະ ຄວາມລົ້ມເຫຼວຄັ້ງແລ້ວຄັ້ງເລົ່າ ເພື່ອບໍ່ໃຫ້ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຂ້ອຍສຳເລັດລົງ. ສິ່ງນີ້ແມ່ນຄວາມລອດພົ້ນ ແລະ ການປົກປ້ອງຂອງພຣະອົງສຳລັບຂ້ອຍ! ຂອບພຣະຄຸນພຣະເຈົ້າສໍາລັບແສງສະຫວ່າງຂອງພະອົງທີ່ເຮັດໃຫ້ຂ້ອຍເຫັນເຖິງແກ່ນແທ້ ແລະ ຜົນຕາມມາຂອງການສະແຫວງຫາຊື່ສຽງ ແລະ ສະຖານະ. ຍິ່ງໄປກວ່ານັ້ນ, ໃນທີ່ສຸດ ຂ້ອຍກໍ່ໄດ້ເຫັນວ່າການສະແຫວງຫາຄວາມຈິງນັ້ນສຳຄັນສໍ່າໃດ.

ຕັ້ງແຕ່ນັ້ນເປັນຕົ້ນມາ, ຂ້ອຍໄດ້ໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມເສື່ອມຊາມຂອງຂ້ອຍ. ບໍ່ວ່າຄຣິດຕະຈັກຈະໄດ້ມອບໜ້າທີ່ຫຍັງກໍ່ຕາມໃຫ້ຂ້ອຍ, ຕໍາແໜ່ງບໍ່ແມ່ນຄວາມສົນໃຈຂອງຂ້ອຍອີກຕໍ່ໄປ. ກົງກັນຂ້າມ, ຂ້ອຍໃຫ້ຄວາມສຳຄັນກັບການສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ການເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຂ້ອຍສາມາດຮູ້ສຶກເຖິງການສະຖິດ ແລະ ການຊີ້ນໍາຂອງພຣະເຈົ້າ ເມື່ອຂ້ອຍເລີ່ມປະຕິບັດໃນລັກສະນະນີ້ ແລະ ຂ້ອຍຮູ້ສຶກເຖິງຄວາມສະຫງົບ ແລະ ຄວາມປິຕິຍິນດີຢ່າງອະທິບາຍບໍ່ຖືກ. ຫຼັງຈາກນັ້ນໄລຍະໜຶ່ງ, ຂ້ອຍກໍ່ພົບວ່າຂ້ອຍເປັນຄົນຖ່ອມຕົນຫຼາຍເມື່ອຢູ່ອ້ອມຂ້າງຄົນອື່ນ ແລະ ຂ້ອຍບໍ່ໂອ້ອວດເຖິງການເປັນເຈົ້າໜ້າທີ່ໃນກອງທັບອີກຕໍ່ໄປ. ເມື່ອອ້າຍເອື້ອຍນ້ອງຊີ້ໃຫ້ເຫັນຂໍ້ຜິດພາດຂອງຂ້ອຍ, ຂ້ອຍກໍ່ຕັ້ງໃຈອະທິຖານຫາພຣະເຈົ້າ ແລະ ຍອມອ່ອນນ້ອມ, ຫຼັງຈາກນັ້ນກໍ່ໄຕ່ຕອງ ແລະ ພະຍາຍາມຮູ້ຈັກຕົນເອງ. ຂ້ອຍສາມາດເຂົ້າກັບຄົນອື່ນໂດຍມີຖານະເທົ່າທຽມກັນ ແລະ ບໍ່ຄິດວ່າຂ້ອຍຢູ່ເໜືອຄົນອື່ນອີກຕໍ່ໄປ. ກ່ອນທີ່ຂ້ອຍຈະຮູ້ຕົວ, ມຸມມອງຂອງຂ້ອຍກ່ຽວກັບການສະແຫວງຫາກໍ່ໄດ້ປ່ຽນແປງໄປ. ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດໄດ້ຫາຍໄປຫຼາຍສໍາລັບຂ້ອຍ. ພວກມັນບໍ່ໄດ້ດຶງຂ້ອຍໄວ້ອີກຕໍ່ໄປ. ເມື່ອຂ້ອຍເຫັນຜູ້ຄົນກາຍມາເປັນຜູ້ນຳຄຣິດຕະຈັກ ເຊິ່ງເປັນຄົນທີ່ມີຄວາມເຊື່ອເປັນເວລາໜ້ອຍກວ່າຂ້ອຍ, ຂ້ອຍກໍ່ຍັງຮູ້ສຶກອິດສາຢູ່ໜ້ອຍໜຶ່ງ, ແຕ່ໂດຍການອະທິຖານ ແລະ ການສະແຫວງຫາຄວາມຈິງ, ຂ້ອຍສາມາດປ່ອຍວາງມັນຢ່າງໄວວາ. ຕອນນີ້ ຂ້ອຍເຮັດໜ້າທີ່ຂອງຂ້ອຍຢູ່ເຮືອນກັບເມຍຂອງຂ້ອຍ. ມັນອາດບໍ່ແມ່ນຫຍັງທີ່ສຸດຸດຕາ, ແຕ່ຂ້ອຍກໍ່ພໍໃຈແທ້ໆ. ໃນຊີວິດຂອງພວກເຮົາ, ພວກເຮົາປະຕິບັດການອະນຸຍາດໃຫ້ພຣະທຳຂອງພຣະເຈົ້າມີອຳນາດ ແລະ ພວກເຮົາຮັບຟັງຜູ້ໃດກໍ່ຕາມທີ່ເວົ້າຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ຂ້ອຍມີປະສົບການຢ່າງແທ້ຈິງວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປ່ຽນແປງຂ້ອຍ. ພຣະອົງໄດ້ຮັກສາຊີວິດການແຕ່ງດອງຂອງຂ້ອຍ, ຄອບຄົວຂອງຂ້ອຍ ແລະ ພຣະອົງໄດ້ຊ່ວຍຂ້ອຍເຊິ່ງເປັນຄົນທີ່ຊົ່ວຊ້າໃຫ້ລອດພົ້ນ. ຂ້ອຍເປັນຄົນທີ່ຈອງຫອງຫຼາຍ, ອວດດີ, ຫຼົງໄຫຼກັບສະຖານະ ແລະ ຜົນປະໂຫຍດ, ຊົ່ວຮ້າຍ ແລະ ໂລບມາກ. ຖ້າບໍ່ມີຄວາມລອດພົ້ນຂອງພຣະເຈົ້າ, ຂ້ອຍຈະບໍ່ສາມາດຍ່າງໄປໃນເສັ້ນທາງທີ່ຖືກຕ້ອງໃນຊີວິດໄດ້. ຂ້ອຍພຽງແຕ່ຈະກາຍມາເປັນຄົນທີ່ເສື່ອມຊາມ ແລະ ຊົ່ວຊ້າຫຼາຍຂຶ້ນ, ໂດຍໃນທີ່ສຸດແລ້ວກໍ່ເຮັດສິ່ງຊົ່ວຮ້າຍຫຼາຍຢ່າງ ຈົນພຣະເຈົ້າຈະສາບແຊ່ງ ແລະ ລົງໂທດຂ້ອຍ. ຂ້ອຍຮູ້ສຶກເຖິງຄວາມລອດພົ້ນ ແລະ ຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງຜ່ານປະສົບການເຫຼົ່ານີ້. ການທີ່ສາມາດປະຕິບັດຄວາມຈິງບາງຢ່າງ ແລະ ດໍາລົງຊີວິດຕາມລັກສະນະຂອງມະນຸດໜ້ອຍໜຶ່ງກໍ່ລ້ວນແລ້ວແຕ່ເປັນຍ້ອນການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ! ຂອບພຣະຄຸນພຣະເຈົ້າ!

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ການທົດລອງຂອງຕົວປະກອບ

ໂດຍ ຊິງຕ່າວ, ເກົາຫຼີໃຕ້ “ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ...

ການຍຶດໝັ້ນໃນໜ້າທີ່ຂອງຂ້ອຍ

ໂດຍ ຢາງໝູ່, ເກົາຫຼີໃຕ້ ຂ້ອຍເຄີຍຮູ້ສຶກອິດສາຫຼາຍເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງສະແດງ, ຮ້ອງເພງ ແລະ ຟ້ອນລໍາເພື່ອສັນລະເສີນພະເຈົ້າ....

ລາກ່ອນ, ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ!

ໂດຍ ລີເຟີຍ, ສະເປນ ເມື່ອເວົ້າເຖິງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍຄິດວ່າພວກເຂົາດີຫຼາຍ ກ່ອນຂ້ອຍເຊື່ອໃນພຣະເຈົ້າ. ພວກເຂົາມີອຸປະນິໄສທີ່ອ່ອນໂຍນ,...