ການຕື່ນຕົວຂອງທາດຂອງເງິນ

24 ເດືອນທັນວາ 2021

ໂດຍ ຊິງອູ່, ຈີນ

ເມື່ອຂ້ອຍຍັງໜຸ່ມ, ຄອບຄົວຂ້ອຍທຸກຍາກ ແລະ ພໍ່ແມ່ຂອງຂ້ອຍບໍ່ສາມາດຈ່າຍຄ່າຮຽນໃຫ້ຂ້ອຍໄດ້, ສະນັ້ນ ຂ້ອຍຈຶ່ງໄດ້ສ້າງ ແລະ ຂາຍຮົ້ວເພື່ອຈ່າຍຄ່າຮຽນ. ຄັ້ງໜຶ່ງ, ຂ້ອຍກຳລັງເຮັດວຽກໃນສວນ ແລະ ຕັດນິ້ວກ້ອຍຂອງໂຕເອງ. ບໍ່ມີເງິນສຳລັບການປິ່ນປົວ, ດັ່ງນັ້ນ ມັນຈຶ່ງບໍ່ເຄີຍຫາຍດີເປັນປົກກະຕິ. ຂ້ອຍຍັງບໍ່ສາມາດຢຽດມັນອອກໄດ້ຢ່າງເຕັມທີ່. ຫຼັງຈາກທີ່ຂ້ອຍແຕ່ງງານ, ຜົວ ແລະ ຂ້ອຍກໍ່ຍັງທຸກຢູ່. ໝູ່ເພື່ອນ ແລະ ຍາດພີ່ນ້ອງຂອງພວກພວກເຮົາດູຖູກພວກເຮົາ ແລະ ຫຼົບຫຼີກພວກເຮົາ. ເມື່ອຂ້ອຍເຫັນຄວາມເຄົາລົບທີ່ຄົນລວຍໄດ້ຮັບ, ພວກເຂົາສາມາດກິນ ແລະ ນຸ່ງຫົ່ມໄດ້ຢ່າງໄຮ້ກັງວົນໄດ້ແນວໃດ, ຂ້ອຍກໍ່ອິດສາພວກເຂົາ. ຜູ້ຄົນເວົ້າຢູ່ສະເໝີວ່າ: “ເງິນເຮັດໃຫ້ໂລກໝຸນ”, “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້”, ແລະ “ຄົນທີ່ເປົ່າປີ່ກຳນົດທຳນອງ”. ໃນຕອນນັ້ນ ຂ້ອຍຄິດວ່າທັງໝົດນີ້ເປັນຄວາມຈິງ. ດ້ວຍເງິນ, ເຈົ້າສາມາດລ້ຽງ ແລະ ຫາເຄື່ອງນຸ່ງໃຫ້ຕົວເອງ ແລະ ມັນນໍາຄວາມເຄົາລົບ ແລະ ຄວາມຊົມເຊີຍມາໃຫ້ເຈົ້າ. ຂ້ອຍຄິດວ່າເງິນແມ່ນທຸກສິ່ງ. ຂ້ອຍສາບານວ່າຈະເຮັດວຽກໜັກ ແລະ ຫາເງິນໃຫ້ໄດ້ຫຼາຍຂຶ້ນ. ຂ້ອຍຕ້ອງການພົ້ນຈາກຄວາມທຸກຍາກ ແລະ ໃຊ້ຊີວິດຄືກັບຄົນລວຍ.

ຕໍ່ມາ, ຜົວຂອງຂ້ອຍ ແລະ ຂ້ອຍຖືກຈ້າງໃຫ້ເປີດໂຮງອາຫານໃນໂຮງຮຽນ. ຄົນເປັນຮ້ອຍໆຄົນກິນຢູ່ທີ່ນັ້ນທຸກໆມື້. ເພື່ອປະຢັດເງິນ, ພວກເຮົາຈ້າງພະນັກງານພຽງຄົນດຽວເທົ່ານັ້ນ. ຜົວຂອງຂ້ອຍ ແລະ ຂ້ອຍເຮັດວຽກແຕ່ 4 ໂມງເຂົ້າຈົນກາຍທ່ຽງຄືນທຸກໆມື້. ຂ້ອຍຍັງສືບຕໍ່ເຮັດວຽກເຖິງແມ່ນວ່າຂ້ອຍເປັນຫວັດແຮງ. ເພື່ອຫາເງິນໃຫ້ໄດ້ຫຼາຍຂຶ້ນ, ພວກເຮົາຍັງໄດ້ເຮັດວຽກສວນຫຼາຍຢ່າງ. ໃນຊ່ວງລະດູການທີ່ຫຍຸ້ງ, ພວກເຮົາໄດ້ເຮັດວຽກກາຍເວລາເພື່ອປູກ ແລະ ເກັບກ່ຽວທຸກຢ່າງໃນຕອນກາງຄືນ. ຍ້ອນພວກເຮົາເຮັດວຽກທັງເວັນ ແລະ ຄືນ, ຂ້ອຍມັກມີອາການວິນຫົວເລື້ອຍໆ. ບາງຄັ້ງ, ຂ້ອຍຈະຫຼັບຄໍຕົກ ໃນຂະນະທີ່ຕັດຜັກ ແລະ ຂ້ອຍໄດ້ຕັດມືຂອງໂຕເອງ. ບາດແຜຈະຖືກຫໍ່ດ້ວຍເກືອ ແລະ ນ້ຳ. ມັນເຈັບປວດຫຼາຍ. ເຖິງແມ່ນວ່າຂ້ອຍອິດເມື່ອຍຫຼາຍ, ທຸກເທື່ອທີ່ຂ້ອຍເຫັນວ່າລາຍຮັບຂອງຕົນເອງເພີ່ມຂຶ້ນ, ຂ້ອຍກໍ່ຮູ້ສຶກມີຄວາມສຸກ. ຂ້ອຍຄິດວ່າ ມັນຄຸ້ມຄ່າຢ່າງສິ້ນເຊີງ. ເມື່ອຂ້ອຍເຫັນຄົນລວຍທີ່ໃສ່ເສື້ອຜ້າຫຼູຫຼາທີ່ກຳລັງກິນ ແລະ ຫົວ, ຂ້ອຍບອກໂຕເອງວ່າ “ຂ້ອຍຕ້ອງຫາເງິນໃຫ້ໄດ້ຫຼາຍຂຶ້ນ!” ຂ້ອຍຄິດວ່າ ຕາບໃດທີ່ຂ້ອຍເຮັດວຽກໜັກ, ຂ້ອຍຈະເຂົ້າຮ່ວມຊັ້ນຂອງຄົນລວຍບໍ່ຊ້າກໍໄວ.

ຍ້ອນການໃຊ້ນ້ຳເຢັນທຸກໆມື້, ຂ້ອຍຈຶ່ງເປັນພະຍາດຂໍ່ກະດູກອັກເສບຮ້າຍແຮງ. ຂໍ້ຕໍ່ຂອງຂ້ອຍເລີ່ມຜິດຮູບ. ເນື່ອງຈາກການເຮັດວຽກທີ່ອິດເມື່ອຍມາເປັນເວລາຫຼາຍປີ, ຂ້ອຍເຮັດໃຫ້ຂໍ້ກະດູກສັນຫຼັງຫຼຸດໂບກ ເຊິ່ງເຮັດເກີດພາວະເນື້ອເຍື່ອກະດູກເພີ່ມຂຶ້ນຜິດປົກກະຕິ ແລະ ມີອາການປວດຮຸນແຮງຕາມເສັ້ນປະສາດຂາ. ທ່ານໝໍສັ່ງໃຫ້ຜ່າຕັດ ແລະ ນອນພັກປິ່ນປົວຢູ່ໂຮງໝໍສາມເດືອນ, ແຕ່ຂ້ອຍບໍ່ຢາກຢຸດຫາເງິນ, ດັ່ງນັ້ນ ຂ້ອຍຈຶ່ງປະຕິເສດ. ແມ່ນແຕ່ສາມມື້ກໍ່ຈະດົນເກີນໄປ. ດັ່ງນັ້ນ, ຂ້ອຍຈຶ່ງສືບຕໍ່ເຮັດວຽກທັງເວັນ ແລະ ຄືນ. ໃນທີ່ສຸດ, ຍ້ອນຂ້ອຍບໍ່ສາມາດກິນເຂົ້າຖືກເວລາ ຫຼື ນອນພັກຜ່ອນພຽງພໍ, ຂ້ອຍຈຶ່ງເປັນໂຣກກະເພາະ ແລະ ລຳໄສ້ອັກເສບ. ຫຼັງຈາກນັ້ນບໍ່ດົນ, ຂ້ອຍກໍ່ເປັນໂຣກເນື້ອງອກໃນກ້າມເນື້ອມົດລູກ, ຮັງໄຂ່ຢ່ອນ, ພະຍາດຫົວໃຈ, ໂຣກກ້າມເນື້ອຫົວໃຈຂາດເລືອດ ແລະ ໂຣກເລືອດຈາງຮ້າຍແຮງ. ມັນແມ່ນຄວາມເຈັບປ່ວຍຕໍ່ໆກັນ. ຄວາມເຈັບປວດນັ້ນເກີນຈະທົນໄດ້ ແລະ ຂ້ອຍບໍ່ສາມາດນອນຫຼັບໄດ້ໃນຕອນກາງຄືນ. ຂ້ອຍໄດ້ຫຼັ່ງນ້ຳຕາຫຼາຍເກີນກວ່າທີ່ຂ້ອຍສາມາດນັບໄດ້. ຂ້ອຍໝົດຫວັງແລ້ວ. ຂ້ອຍຄິດ: “ແມ່ນຫຍັງຄືປະເດັນຂອງການມີຊີວິດຢູ່? ພຽງເພື່ອໃຫ້ພວກເຮົາສາມາດໃຊ້ຊີວິດຂອງພວກເຮົາໃນການດິ້ນລົນເພື່ອຫາເງິນບໍ?” ຂ້ອຍບໍ່ມີຄຳຕອບ. ຂ້ອຍພຽງຮູ້ສືກຄືກັບວ່າຂ້ອຍຕ້ອງມີເງິນເພື່ອບັນລຸສິ່ງໃດໜຶ່ງໃນສັງຄົມ. ດັ່ງນັ້ນ, ຂ້ອຍຈຶ່ງບອກໂຕເອງວ່າ: “ຕາບໃດທີ່ເຈົ້າຢືນຊື່, ເຈົ້າກໍ່ສາມາດສືບຕໍ່ເຮັດວຽກໄດ້”. ແລ້ວຂ້ອຍກໍ່ກັບໄປສະແຫວງຫາເງິນຄືເກົ່າ. ແຕ່ມື້ໜຶ່ງ ຂ້ອຍໄປໂຮງໝໍ ແລະ ຖືກບົ່ງມະຕິວ່າເປັນມະເຮັງສອງແບບ ນັ້ນຄື ເປັນມະເຮັງປອດຂັ້ນເລີ່ມຕົ້ນ ແລະ ມະເຮັງເຕົ້ານົມ. ເມື່ອພວກເຂົາບອກເລື່ອງນີ້ກັບຂ້ອຍ, ຂ້ອຍຮູ້ສຶກອ່ອນແອຢ່າງໜ້າປະຫຼາດໃຈ. ຂ້ອຍນອນລົງເທິງຕຽງ ແລະ ຮ້ອງໄຫ້ເປັນຊົ່ວໂມງ. ຂ້ອຍໄປໂຮງໝໍທຸກປະເພດເພື່ອຮັບການປິ່ນປົວ ແລະ ໃຊ້ເງິນອອມເກືອບທັງໝົດຂອງພວກເຮົາ. ແຕ່ບໍ່ໄດ້ຜົນຫຍັງ ແລະ ຢາທີ່ຂ້ອຍກິນເຮັດໃຫ້ຮ່າງກາຍໄຄ່ບວມໄປໝົດທັງໂຕ. ທຸກໆຄືນ, ເມື່ອທຸກຄົນມິດງຽບ, ຂ້ອຍນອນຢູ່ເທິງຕຽງຂອງຂ້ອຍ ແລະ ເບິ່ງອອກໄປທາງປ່ອງຢ້ຽມ, ໃນສະພາວະທີ່ສິ້ນຫວັງ. ຂ້ອຍໄດ້ໃຊ້ຊີວິດຂອງຂ້ອຍເພື່ອຫາເງິນ ແລະ ບໍ່ພຽງແຕ່ບໍ່ລວຍ, ສຸຂະພາບຂອງຂ້ອຍກັບຊຸດໂຊມລົງ ແລະ ຊີວິດຂອງຂ້ອຍກໍ່ລຳເຄັນ. ແມ່ນຫຍັງຄືປະເດັນຂອງການມີຊີວິດຢູ່? ຂ້ອຍບໍ່ຕ້ອງການຂ້າໂຕເອງດ້ວຍການຫາເງິນອີກຕໍ່ໄປ. ແຕ່ຜົວຂອງຂ້ອຍຮັກເງິນ. ລາວເວົ້າວ່າ: “ຕາບໃດທີ່ເຈົ້າຍັງມີຊີວິດຢູ່, ເຈົ້າຕ້ອງເຮັດວຽກຕໍ່ໄປ!” ຄວາມບໍ່ສົນໃຈຂອງລາວເຮັດໃຫ້ຂ້່ານ້ອຍຮູ້ສຶກເສຍໃຈ ແລະ ຜິດຫວັງ, ແຕ່ສ່ວນຫຼາຍແລ້ວແມ່ນໄຮ້ປະໂຫຍດ. ຂ້ອຍອາຍຸພຽງ 40 ປີເທົ່ານັ້ນ. ຂ້ອຍບໍ່ເຄີຍມີຊີວິດທີ່ມີຄວາມສຸກເລີຍ. ຂ້ອຍບໍ່ທັນເຫັນລູກຊາຍຂອງຕົນແຕ່ງງານ. ຂ້ອຍບໍ່ພ້ອມທີ່ຈະຕາຍແບບນັ້ນ. ຂ້ອຍຢາກມີຊີວິດຢູ່. ແຕ່ຖ້າບໍ່ມີເງິນ, ຂ້ອຍຈະໄປຮັບການປິ່ນປົວ ແລະ ລອດຊີວິດໄດ້ແນວໃດ? ທາງດຽວຄືຕ້ອງຫາເງິນຕໍ່ໄປ. ດັ່ງນັ້ນ, ຂ້ອຍຈຶ່ງສືບຕໍ່ເຮັດວຽກໃນຂະນະທີ່ກິນຢາປິ່ນປົວ.

ໜຶ່ງປີຕໍ່ມາ, ຜົວຂອງຂ້ອຍເປີດໂຮງງານຜະລິດຖ່ານອັດແຂງດ້ວຍເງິນອອມທີ່ເຫຼືອຂອງພວກເຮົາ. ປີຕໍ່ໄປ, ລາວເປີດໂຮງງານສະກັດນ້ຳມັນ. ທຸກໆມື້ ຂ້ອຍຕ້ອງໄປໆມາໆລະຫວ່າງສອງໂຮງງານທັງໆທີ່ປ່ວຍຢູ່ເພື່ອເຮັດວຽກເລັກໆນ້ອຍໆ. ຫຼັງຈາກຫຼາຍປີທີ່ເຮັດວຽກໜັກ, ໃນທີ່ສຸດ ພວກເຮົາກໍ່ຫາເງິນໄດ້ຈຳນວນໜຶ່ງ. ພວກເຮົາຊື້ເຮືອນໃນເມືອງ, ຊື້ລົດ ແລະ ພວກເຮົາມີຄວາມສຸກກັບຊີວິດທາງດ້ານວັດຖຸທີ່ດີ. ໝູ່ເພື່ອນຂອງພວກເຮົາ ແລະ ຍາດພີ່ນ້ອງຂອງພວກເຮົາຕ່າງກໍ່ປະຈົບປະແຈງພວກເຮົາ ແລະ ຊື່ນຊົມພວກເຮົາ. ຖານະທາງສັງຄົມຂອງພວກເຮົາກໍ່ປ່ຽນໄປ. ພວກເຮົາມີຕົວຕົນໃໝ່. ພວກເຮົາພໍໃຈກັບຕົວເອງຫຼາຍ. ຄວາມທຸກທໍລະມານຕະຫຼອດເວລາຫຼາຍປີນັ້ນ ໃນທີ່ສຸດກໍ່ເບິ່ງຄືວ່າຄຸ້ມຄ່າ. ແຕ່ເວລາທີ່ດີບໍ່ໄດ້ຢູ່ດົນ. ຫຼັງຈາກທີ່ເຮັດວຽກໜັກມາຫຼາຍປີ, ຮ່າງກາຍຂອງຂ້ອຍກໍ່ເລີ່ມພັງທະລາຍລົງ. ທ່ານໝໍບອກຂ້ອຍວ່າ: “ອາການເຈັບປ່ວຍຂອງເຈົ້າຊັບຊ້ອນເກີນໄປ. ບໍ່ມີອະໄວຍະວະໃດຂອງເຈົ້າທີເຮັດວຽກໄດ້ປົກກະຕິ. ບໍ່ມີຫຍັງທີ່ພວກເຮົາສາມາດເຮັດໄດ້”. ຄຳເວົ້າຂອງລາວມາຄືກັບໂທດປະຫານຊີວິດ. ຂ້ອຍບໍ່ສາມາດຍອມຮັບຂ່າວນີ້ໄດ້. ຂ້ອຍຄວນກັບເມືອເຮືອນ ແລະ ລໍຖ້າຄວາມຕາຍບໍ? ຂ້ອຍມີເງິນ ແລະ ມ່ວນຊື່ນກັບຊີວິດທາງວັດຖຸຂອງຂ້ອຍ. ແຕ່ນັ້ນຈະມີປະໂຫຍດຫຍັງ? ຕອນນີ້ ບໍ່ມີເງິນຈຳນວນໃດທີ່ສາມາດຊ່ວຍຊີວິດຂ້ອຍໄວ້ໄດ້. ຄວາມເຈັບປວດຂອງພະຍາດເກືອບເຮັດໃຫ້ຂ້ອຍຢາກຕາຍ. ຂ້ອຍສາມາດເຮັດຫຍັງໄດ້ອີກແດ່? ຂ້ອຍເງີຍໜ້າຂຶ້ນ ແລະ ຮ້ອງວ່າ: “ສະຫວັນ! ຊ່ວຍຂ້ອຍແດ່ທ້ອນ!”

ໃນຊ່ວງເວລາທີ່ໝົດຫວັງທີ່ສຸດຂອງຂ້ອຍ, ໝູ່ຂອງຂ້ອຍໄດ້ແບ່ງປັນຂ່າງປະເສີດຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບຂ້ອຍ. ລາວເວົ້າວ່າ ພຣະເຈົ້າໄດ້ກາຍເປັນເນື້ອໜັງໃນຍຸກສຸດທ້າຍເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ,​ ສຳແດງຄວາມຈິງ ແລະ ເປີດເຜີຍຄວາມເລິກລັບຂອງຊີວິດ. ພຣະອົງເປີດເຜີຍທີ່ມາຂອງຄວາມຊົ່ວ ແລະ ຄວາມມືດໃນໂລກ, ​ເປັນຫຍັງຊີວິດຂອງພວກເຮົາຈຶ່ງວ່າງເປົ່າແທ້ ແລະ ເຕັມໄປດ້ວຍການທົນທຸກຫຼາຍ, ຄວາມເຈັບປ່ວຍມາແຕ່ໃສ, ໂຊກຊະຕາຂອງພວກເຮົາຢູ່ໃນມືຂອງໃຜ, ສິ່ງທີ່ສາມາດໃຫ້ຄວາມໝາຍຊີວິດຂອງພວກເຮົາ ແລະ ອື່ນໆອີກ. ຍິ່ງໄປກວ່ານັ້ນ, ລາວເວົ້າວ່າ ໂດຍການອ່ານພຣະທຳຂອງພຣະອົງ ແລະ ການເຂົ້າໃຈຄວາມຈິງ, ພວກເຮົາສາມາດເຫັນໄດ້ຜ່ານສິ່ງເຫຼົ່ານີ້, ແລ້ວຄວາມທຸກທໍລະມານຂອງພວກເຮົາກໍ່ຈະບັນເທົາລົງ. ໝູ່ຂອງຂ້ອຍອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຂໍ້ໜຶ່ງໃຫ້ຂ້ອຍຟັງ, “ແມ່ນຫຍັງຄືແຫຼ່ງກຳເນີດຂອງການທົນທຸກຕະຫຼອດຊີວິດນັບຕັ້ງແຕ່ເກີດ, ຄວາມຕາຍ, ຄວາມເຈັບປ່ວຍ ແລະ ອາຍຸແກ່ທີ່ມະນຸດໄດ້ທົນທຸກ? ແມ່ນຫຍັງທີ່ເຮັດໃຫ້ຜູ້ຄົນມີສິ່ງເຫຼົ່ານີ້? ມະນຸດບໍ່ມີສິ່ງເຫຼົ່ານີ້ ເມື່ອພວກເຂົາຖືກສ້າງຂຶ້ນມາ ແມ່ນບໍ? ແລ້ວສິ່ງເຫຼົ່ານີ້ມາຈາກໃສ? ພວກມັນເກີດຂຶ້ນຫຼັງຈາກທີ່ມະນຸດຖືກລໍ້ລວງໂດຍຊາຕານ ແລະ ເນື້ອໜັງຂອງພວກເຂົາຖືກເສື່ອມຊາມ. ຄວາມເຈັບປວດໃນເນື້ອໜັງຂອງມະນຸດ, ຄວາມຍາກລຳບາກຂອງມັນ ແລະ ຄວາມວ່າງເປົ່າຂອງມັນ ພ້ອມທັງເລື່ອງທຸກໃຈທີ່ສຸດໃນໂລກຂອງມະນຸດ ພຽງແຕ່ເກີດຂຶ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມ. ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ມັນກໍເລີ່ມທໍລະມານພວກເຂົາ. ຜົນຕາມມາກໍຄື ພວກເຂົາຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ພະຍາດຂອງມະນຸດຊາດຍິ່ງຮ້າຍແຮງຂຶ້ນເລື້ອຍໆ ແລະ ການທົນທຸກຂອງພວກເຂົາຮ້າຍແຮງຂຶ້ນເລື້ອຍໆ. ຜູ້ຄົນຮູ້ສຶກເຖິງຄວາມວ່າງເປົ່າ ແລະ ໂສກອະນາດຕະກຳໃນໂລກຂອງມະນຸດຢ່າງເພີ່ມຂຶ້ນ ພ້ອມທັງຄວາມບໍ່ສາມາດຂອງພວກເຂົາໃນການສືບຕໍ່ດຳລົງຊີວິດໃນທີ່ນັ້ນ ແລະ ພວກເຂົາຮູ້ສຶກມີຫວັງໜ້ອຍລົງເລື້ອຍໆສຳລັບໂລກ. ສະນັ້ນ ການທົນທຸກນີ້ແມ່ນນໍາມາສູ່ມະນຸດໂດຍຊາຕານ” (“ຄວາມສຳຄັນຂອງການທີ່ພຣະເຈົ້າຊີມລົດຊາດການທົນທຸກທາງໂລກ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ).

ແລ້ວໝູ່ຂອງຂ້ອຍກໍ່ເວົ້າໃນການສົນທະນາວ່າ: “ເມື່ອພຣະເຈົ້າສ້າງພວກເຮົາ, ພວກເຮົາລ້ວນແລ້ວແຕ່ດຳລົງຊີວິດຢູ່ພາຍໃຕ້ການປົກປ້ອງຂອງພຣະອົງ, ໃຊ້ຊີວິດຢ່າງອິດສະຫຼະໃນສວນເອເດນ ໂດຍປາສະຈາກຄວາມຕາຍ, ພະຍາດ ຫຼື ຄວາມກັງວົນ. ແຕ່ເມື່ອຊາຕານລໍ້ລວງ ແລະ ເຮັດໃຫ້ມະນຸດຊາດເສື່ອມຊາມ, ພວກເຮົາກໍ່ທໍລະຍົດພຣະເຈົ້າ ແລະ ສູນເສຍການດູແລ ແລະ ການປົກປ້ອງຂອງພຣະອົງ. ພວກເຮົາດຳລົງຊີວິດຢູ່ໃນອຳນາດຂອງຊາຕານ, ຕາມຫຼັກການຂອງຊາຕານ. ພວກເຮົາແຂ່ງຂັນກັນເອງ, ຕົວະ, ໂກງ ແລະ ຕໍ່ສູ້ເພື່ອຊື່ສຽງ, ຄວາມຮັ່ງມີ ແລະ ສະຖານະ. ນີ້ແມ່ນບ່ອນທີ່ຄວາມເຈັບປ່ວຍ, ຄວາມເຈັບປວດ ແລະ ຄວາມໂສກເສົ້າໃນວິນຍານຂອງພວກເຮົາເກີດຂຶ້ນ. ຄວາມທຸກທໍລະມານນີ້, ຄວາມກັງວົນເຫຼົ່ານີ້ເຮັດໃຫ້ທຸກຄົນຮູ້ສຶກວ່າຊີວິດນັ້ນເຈັບປວດເກີນໄປ, ອິດເມື່ອຍເກີນໄປ ຫຼື ລຳບາກເກີນໄປ. ທັງໝົດນີ້ໄດ້ເກີດຂຶ້ນຍ້ອນຊາຕານໄດ້ເຮັດໃຫ້ພວກເຮົາເສື່ອມຊາມ. ນີ້ແມ່ນການທີ່ຊາຕານກຳລັງທໍລະມານພວກເຮົາ. ແຕ່ພຣະເຈົ້າໄດ້ມາໃນໂລກໃນເນື້ອໜັງເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ. ພຣະອົງສຳແດງຄວາມຈິງທັງໝົດທີ່ເຮັດໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນ ແລະ ຖືກຊຳລະໃຫ້ບໍລິສຸດ. ຖ້າພວກເຮົາອ່ານພຣະທຳຂອງພຣະເຈົ້າ ແລະ ດຳເນີນຊີວິດຕາມພຣະທຳເຫຼົ່ານັ້ນ, ພວກເຮົາກໍ່ສາມາດໄດ້ຮັບການປົກປ້ອງ ແລະ ການຊີ້ນຳຂອງພຣະອົງ, ເຮັດໃຫ້ໂຕເອງພົ້ນຈາກຄວາມເສື່ອມຊາມ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ຖືກນຳໄປສູ່ຈຸດໝາຍປາຍທາງສຸດທ້າຍຂອງພວກເຮົາໂດຍພຣະອົງ”. ເມື່ອໄດ້ຍິນຄຳເວົ້າຂອງລາວ, ຂ້ອຍກໍ່ຮູ້ສຶກມີຄວາມຫວັງ. ຂ້ອຍຮູ້ສຶກວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດສາມາດຊ່ວຍຂ້ອຍໃຫ້ລອດພົ້ນຈາກຄວາມທຸກທໍລະມານໄດ້, ດັ່ງນັ້ນ ຂ້ອຍຈຶ່ງເຫັນດີເບິ່ງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໝູ່ຂອງຂ້ອຍເອົາສຳເນົາໜັງສື ພຣະທຳປາກົດໃນຮ່າງກາຍ ໃຫ້ຂ້ອຍ. ຫຼັງຈາກນັ້ນ, ຂ້ອຍກໍ່ອ່ານພຣະທຳຂອງພຣະເຈົ້າທຸກມື້ ແລະ ພົບປະກັບອ້າຍເອື້ອຍນ້ອງຂອງຂ້ອຍ.

ມື້ໜຶ່ງ ໃນລະຫວ່າງການເຝົ້າດ່ຽວຂອງຂ້ອຍ, ຂ້ອຍເບິ່ງວິດີໂອໜຶ່ງກ່ຽວກັບການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊິວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ” (ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອຂ້ອຍເບິ່ງວີດີໂອນີ້, ຂ້ອຍເຫັນວ່າພຣະເຈົ້າແມ່ນພຣະຜູ້ສ້າງຂອງພວກເຮົາ ແລະ ພຣະອົງປົກຄອງເໜືອທຸກສິ່ງ. ພຣະເຈົ້າສະໜອງ ແລະ ບຳລຸງລ້ຽງມວນມະນຸດທັງປວງ. ໂຊກຊະຕາຂອງພວກເຮົາ, ຊີວິດ ແລະ ຄວາມຕາຍຂອງພວກເຮົາ ແລະ ຄວາມສຸກຂອງພວກເຮົາຢູ່ໃນກຳມືຂອງພຣະອົງ. ພວກເຮົາບໍ່ສາມາດປ່ຽນແປງພວກມັນໄດ້ໂດຍພຽງແຕ່ຫຍຸ້ງວຽກ ແລະ ຟ້າວເຮັດນັ້ນເຮັດນີ້. ແຕ່ຂ້ອຍບໍ່ເຂົ້າໃຈອຳນາດອະທິປະໄຕຂອງພຣະເຈົ້າ. ຂ້ອຍໄດ້ພະຍາຍາມອີງໃສ່ຄວາມເຂັ້ມແຂງຂອງໂຕເອງເພື່ອປ່ຽນແປງໂຊກຊະຕາຂອງຂ້ອຍ, ພະຍາຍາມກາຍເປັນຄົນຮັ່ງມີ. ແຕ່ເຖິງແມ່ນວ່າຂ້ອຍຫາເງິນໄດ້ເລັກນ້ອຍ, ຂ້ອຍກໍ່ບໍ່ເຄີຍຮູ້ສຶກມີຄວາມສຸກຈັກເທື່ອ. ດວງວິນຍານຂອງຂ້ອຍຢູ່ໃນຄວາມເຈັບປວດ ແລະ ສຸຂະພາບຂອງຂ້ອຍກໍ່ຊຸດໂຊມລົງ. ນັ້ນແມ່ນຕອນທີ່ຂ້ອຍຮັບຮູ້ວ່າ: ຖ້າຜູ້ຄົນບໍ່ເຊື່ອ ແລະ ນະມັດສະການພຣະເຈົ້າ ແລະ ຖ້າພວກເຂົາບໍ່ເຊື່ອຟັງອຳນາດອະທິປະໄຕຂອງພຣະອົງ ແລະ ຖ້າພວກເຂົາຕໍ່ຕ້ານຊະຕາກຳຂອງພວກເຂົາດ້ວຍຄວາມປາຖະໜາ, ພວກເຂົາມີແຕ່ຈະທົນທຸກໂດຍໄຮ້ປະໂຫຍດ ແລະ ຈະໄປນະຮົກຫຼັງຈາກທີ່ພວກເຂົາຕາຍ. ແລ້ວຂ້ອຍກໍ່ຮູ້ວ່າພຣະເຈົ້າແມ່ນຜູ້ຄໍ້າຊູໜຶ່ງດຽວຂອງຂ້ອຍ ແລະ ຂ້ອຍອະທິຖານ ແລະ ຝາກສຸຂະພາບຂອງຂ້ອຍໄວ້ກັບພຣະອົງ. ບໍ່ວ່າຂ້ອຍຢູ່ ຫຼື ຕາຍ, ຂ້ອຍຈະຍອມອ່ອນນ້ອມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ.

ຫຼັງຈາກນັ້ນ ຂ້ອຍກໍ່ເຂົ້າຮ່ວມຊີວິດຂອງຄຣິດຕະຈັກເລື້ອຍໆ. ຂ້ອຍເຫັນວ່າອ້າຍເອື້ອຍນ້ອງຂອງຂ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງແນວໃດ, ສະແຫວງຫາເພື່ອເຮັດໜ້າທີ່ຂອງຕົນ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ຂ້ອຍຊົມເຊີຍພວກເຂົາແທ້ໆ. ຂ້ອຍຢາກຫຼຸດພົ້ນຈາກຊີວິດເກົ່າຂອງຂ້ອຍ ແລະ ມີຊີວິດໃໝ່. ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າເລື້ອຍໆ, ຂໍຮ້ອງໃຫ້ພຣະເຈົ້າປະທານທາງອອກແກ່ຂ້ອຍ ເພື່ອໃຫ້ຂ້ອຍມີເວລາຫຼາຍຂຶ້ນທີ່ຈະເຂົ້າຮ່ວມການຊຸມນຸມ ແລະ ເຮັດໜ້າທີ່ຂອງຂ້ອຍ. ຕໍ່ມາ, ບໍລິສັດສະກັດນ້ຳມັນຂອງພວກເຮົາໄດ້ຖືກຮ້ອງຂໍໃຫ້ສ້າງເສັ້ນທາງໃໝ່. ຂ້ອຍບໍ່ຈຳເປັນຕ້ອງກັບໄປກັບມາລະຫວ່າງສອງໂຮງງານຄືກັບແຕ່ກ່ອນ. ຂ້ອຍມີເວລາຫຼາຍຂຶ້ນເພື່ອພົບປະກັບຄົນອື່ນ ແລະ ສົນທະນາພຣະທຳຂອງພຣະເຈົ້າ, ເພື່ອໄຕ່ຕອງພຣະທຳຂອງພຣະເຈົ້າ ແລະ ເພື່ອຫຍັບເຂົ້າໃກ້ພຣະເຈົ້າ. ຂ້ອຍຮູ້ສຶກລ້ຳລວຍທຸກໆມື້. ຫຼັງຈາກນັ້ນໄລຍະໜຶ່ງ, ສຸຂະພາບຂອງຂ້ອຍເລີ່ມດີຂຶ້ນຫຼາຍ. ຂ້ອຍຮູ້ສຶກມີພະລັງ ແລະ ຮ່າງກາຍຂອງຂ້ອຍຮູ້ສຶກແຂງແຮງຂຶ້ນ. ຂ້ອຍຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈຫຼາຍຂຶ້ນ. ຂ້ອຍຮູ້ສຶກຂອບໃຈພະເຈົ້າຫຼາຍ.

ຕໍ່ມາ, ຂ້ອຍໄດ້ເບິ່ງວິດີໂອອີກອັນໜຶ່ງກ່ຽວກັບການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “‘ເງິນເຮັດໃຫ້ໂລກໝູນໄປ’ ແມ່ນປັດຊະຍາຂອງຊາຕານ ແລະ ມັນມີກຳລັງເໜືອມະນຸດຊາດທັງປວງ ເຊິ່ງຢູ່ໃນທຸກສັງຄົມຂອງມະນຸດ. ເຈົ້າສາມາດເວົ້າໄດ້ວ່າ ມັນແມ່ນຄ່ານິຍົມ ຍ້ອນມັນຖືກປູກຝັງໃນຫົວໃຈຂອງທຸກໆຄົນ. ຈາກຕອນເລີ່ມຕົ້ນ, ຜູ້ຄົນບໍ່ຍອມຮັບເອົາຄຳເວົ້ານີ້, ແຕ່ຫຼັງຈາກນັ້ນພວກເຂົາກໍຍອມຮັບໂດຍປະລິຍາຍ ເມື່ອພວກເຂົາພົບພໍ້ກັບຊີວິດທີ່ເປັນຈິງ ແລະ ເລີ່ມຮູ້ສຶກວ່າຄຳເວົ້າເຫຼົ່ານີ້ເປັນຈິງແທ້ໆ. ນີ້ບໍ່ແມ່ນຂະບວນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມບໍ? ... ສະນັ້ນ ຫຼັງຈາກທີ່ຊາຕານໃຊ້ຄ່ານິຍົມນີ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ມັນກໍຖືກສະແດງອອກໃນພວກເຂົາແນວໃດ? ພວກເຈົ້າຮູ້ສຶກບໍວ່າ ພວກເຈົ້າບໍ່ສາມາດຢູ່ລອດໃນໂລກນີ້ໄດ້ ຫາກປາສະຈາກເງິນ, ແມ່ນແຕ່ມື້ດຽວທີ່ປາສະຈາກເງິນກໍເປັນໄປບໍ່ໄດ້? ສະຖານະຂອງຜູ້ຄົນແມ່ນຂຶ້ນກັບວ່າພວກເຂົາມີເງິນຫຼາຍສໍ່າໃດ ເຊັ່ນດຽວກັນກັບຄວາມເຄົາລົບນັບຖືທີ່ພວກເຂົາໄດ້ຮັບ. ຫຼັງຂອງຄົນທຸກຍາກແມ່ນຄົດດ້ວຍຄວາມອັບອາຍ ໃນຂະນະທີ່ຄົນລໍ້າລວຍໄດ້ຮັບສະຖານະທີ່ສູງສົ່ງຂອງພວກເຂົາ. ພວກເຂົາເຊີດໜ້າຊູຕາ ແລະ ພາກພູມໃຈ, ເວົ້າຢ່າງສຽງດັງ ແລະ ດຳລົງຊີວິດຢ່າງອວດດີ. ຄຳເວົ້າ ແລະ ຄ່ານິຍົມນີ້ນໍາຫຍັງມາເຖິງຜູ້ຄົນ? ມັນບໍ່ເປັນຈິງບໍທີ່ຫຼາຍຄົນໄດ້ເສຍສະຫຼະເພື່ອສະແຫວງຫາເງິນ? ຫຼາຍຄົນບໍ່ໄດ້ສູນເສຍສັກສີ ແລະ ຄວາມຊື່ສັດຂອງພວກເຂົາເພື່ອສະແຫວງຫາເງິນເພີ່ມບໍ? ຍິ່ງໄປກວ່ານັ້ນ, ຫຼາຍຄົນບໍ່ໄດ້ສູນເສຍໂອກາດໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າ ເພື່ອເຫັນແກ່ເງິນບໍ? ນີ້ບໍ່ແມ່ນການສູນເສຍສຳລັບຜູ້ຄົນບໍ? (ແມ່ນແລ້ວ). ຊາຕານບໍ່ໄດ້ມຸ່ງຮ້າຍບໍທີ່ໃຊ້ວິທີການນີ້ ແລະ ຄຳເວົ້ານີ້ເພື່ອເຮັດໃຫ້ມະນຸດເສື່ອມຊາມຈົນເຖິງລະດັບດັ່ງກ່າວ? ນີ້ບໍ່ແມ່ນກົນອຸບາຍທີ່ປອງຮ້າຍບໍ?” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ V” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຫຼັງຈາກເບິ່ງເລື່ອງນີ້, ຂ້ອຍເຂົ້າໃຈວ່າຫຼາຍທົດສະວັດທີ່ຂ້ອຍໄດ້ໃຊ້ເວລາໃນຄວາມເຈັບປວດ ແລະ ໝົດແຮງແມ່ນຍ້ອນຄວາມເສື່ອມຊາມຂອງຊາຕານ ແລະ ອິດທິພົນຂອງສັງຄົມທີ່ໄດ້ເຮັດໃຫ້ຂ້ອຍເຮັດຕາມກະແສຂອງໂລກ ແລະ ບູຊາເງິນ. ໃນຊ່ວງໄວເດັກຂອງຂ້ອຍ, ດຳລົງຊີວິດຢູ່ໃນຄວາມທຸກຍາກ, ຂ້ອຍຖືກກີດກັນ ແລະ ຖືກດູຖູກ. ເມື່ອຂ້ອຍເຫັນຄົນລວຍ ຜູ້ທີ່ດຳລົງຊີວິດດີ ແລະ ກະຕຸ້ນໃຫ້ໄດ້ຮັບຄວາມເຄົາລົບ, ຂ້ອຍຮູ້ສຶກແນ່ໃຈວ່າເຈົ້າຕ້ອງການເງິນເພື່ອຈະມີຊີວິດຢູ່ໃນໂລກນີ້. “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້,” “ເງິນເຮັດໃຫ້ໂລກໝຸນ”, “ຄົນທີ່ເປົ່າປີ່ກຳນົດທຳນອງ,” “ເງິນມາກ່ອນ,” ແລະ “ມະນຸດຈະເຮັດຫຍັງກໍຕາມເພື່ອໃຫ້ລໍ້າລວຍ”. ຄວາມເຊື່ອຜິດໆເຫຼົ່ານີ້ຂອງຊາຕານໄດ້ຝັງຮາກຢູ່ໃນຫົວໃຈຂອງຂ້ອຍ ແລະ ຄວບຄຸມຄວາມຄິດຂອງຂ້ອຍ. ຂ້ອຍຄິດວ່າເງິນແມ່ນທຸກສິ່ງ, ມັນສາມາດເຮັດໃຫ້ຂ້ອຍຖືກຊົມເຊີຍ, ຖືກເຄົາລົບ ແລະ ມີຄວາມສຸກ. ຂ້ອຍຫາເງິນເພື່ອເປົ້າໝາຍດຽວຂອງຂ້ອຍ ແລະ ສົນໃຈພຽງແຕ່ການຫາລາຍໄດ້ເພີ່ມເຕີມເທົ່ານັ້ນ. ຂ້ອຍບໍ່ໄດ້ສົນໃຈຖ້າວ່າຂ້ອຍຈະຮູ້ສຶກວິນຫົວ ຫຼື ຖ້າວ່າຂ້ອຍຮູ້ສຶກເມື່ອຍ ຫຼື ບໍ່ສະບາຍ ແລະ ຮ່າງກາຍຂອງຂ້ອຍບໍ່ສາມາດຮັບມັນໄດ້. ເມື່ອຂ້ອຍຄິດເຖິງການກາຍເປັນຄົນຮັ່ງມີ ແລະ ໃຊ້ຊີວິດຂອງຄົນລວຍ, ຂ້ອຍກໍ່ພຽງກັດແຂ້ວສູ້ ແລະ ດຳເນີນຕໍ່ໄປ. ແມ່ນແຕ່ເມື່ອຂ້ອຍເປັນມະເຮັງ, ມັນກໍ່ບໍ່ໄດ້ປ່ຽນແປງຫຍັງເລີຍ. ຄວາມຈິງແລ້ວ, ການຫາເງິນຍິ່ງສຳຄັນ, ຍ້ອນວ່າຂ້ອຍຕ້ອງການມັນເພື່ອຮັບການປິ່ນປົວ ແລະ ມີຊີວິດລອດ. ເຖິງປານນັ້ນ, ຂ້ອຍບໍ່ໄດ້ຢຸດພະຍາຍາມຫາເງິນ. ຂ້ອຍຖືກຜູກມັດຢ່າງໜັກແໜ້ນໂດຍຊາຕານ ແລະ ບໍ່ມີຫຍັງນອກເໜືອຈາກເປັນທາດຂອງເງິນ. ເຖິງແມ່ນວ່າຂ້ອຍມີລົດ, ມີເຮືອນ ແລະ ມີເງິນຈຳນວນໜຶ່ງ ແລະ ໄດ້ຮັບຄວາມເຄົາລົບ ແລະ ການຍ້ອງຍໍ, ຂ້ອຍກໍ່ບໍ່ໄດ້ຮູ້ສຶກມີຄວາມສຸກເລີຍ. ຂ້ອຍເປັນພະຍາດຫຼາຍຢ່າງ ແລະ ຍັງເປັນມະເຮັງດ້ວຍ. ເງິນຂອງຂ້ອຍບໍ່ສາມາດບັນເທົາຄວາມເຈັບປວດຂອງຂ້ອຍໄດ້ ແລະ ມັນບໍ່ສາມາດຊ່ວຍຊີວິດຂ້ອຍໄດ້. ຂ້ອຍຮູ້ສຶກເຈັບປວດຫຼາຍ ແລະ ໝົດຫວັງ. ມີເງິນຫຼາຍຂຶ້ນກໍ່ບໍ່ມີປະໂຫຍດຫຍັງ. ເມື່ອກ່ອນ, ຂ້ອຍແລກຊີວິດຂອງຕົນເພື່ອເງິນ. ປັດຈຸບັນນີ້ ຂ້ອຍກຳລັງຊື້ຊີວິດຂອງຕົນດ້ວຍເງິນ. ຂ້ອຍໄດ້ມີຊີວິດຢູ່ເພື່ອຫາເງິນ, ແຕ່ຂ້ອຍໄດ້ຂຶ້ນມາມືເປົ່າ. ແລ້ວຂ້ອຍເຫັນໄດ້ຢ່າງຊັດເຈນວ່າ ການສະແຫວງຫາເງິນແມ່ນວິທີທີ່ຜິດໃນການດຳລົງຊີວິດ. ເງິນແມ່ນອຸບາຍທີ່ຊາຕານໃຊ້ເພື່ອທຳຮ້າຍ ແລະ ເຮັດໃຫ້ພວກເຮົາເສື່ອມຊາມ. ມັນແມ່ນແອກທີ່ປົງໃສຄໍຂອງພວກເຮົາ. ຖ້າບໍ່ແມ່ນຍ້ອນພຣະທຳຂອງພຣະເຈົ້າ, ແມ່ນແຕ່ຕອນນີ້ ຂ້ອຍກໍ່ຍັງຈະບໍ່ໄດ້ເຫັນວິທີທີ່ຊາຕານໃຊ້ເງິນເພື່ອຜູກມັດພວກເຮົາ, ເພື່ອຄວບຄຸມພວກເຮົາ ແລະ ເຮັດໃຫ້ພວກເຮົາເຈັບ ແລະ ຊາຕານກໍ່ຍັງຈະຈູງດັງຂ້ອຍຢູ່, ທໍລະມານ ແລະ ລໍ້ຫຼິ້ນກັບຂ້ອຍ. ຂ້ອຍເຫັນວ່າຜູ້ຄົນບໍ່ໄດ້ເຂົ້າໃຈຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຮູ້ວ່າຈະດຳລົງຊີວິດແນວໃດ. ພວກເຮົາພຽງແຕ່ເຮັດຕາມຝູງຊົນ, ເງິນຕ້ອງມາກ່ອນ. ມັນເປັນຄວາມອັບອາຍ. ຂ້ອຍໂຊກດີຫຼາຍທີ່ໄດ້ຍິນສຽງຂອງພຣະເຈົ້າ, ໄປຢູ່ຕໍ່ໜ້າພຣະອົງ ແລະ ຫຼີກໜີຈາການທາລຸນຂອງຊາຕານ. ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ຫົວໃຈຂອງຂ້ອຍກໍ່ເຕັມໄປດ້ວຍຄວາມຮູ້ບຸນຄຸນຕໍ່ພຣະອົງ.

ຕໍ່ມາ, ເມື່ອຜົວຂອງຂ້ອຍຂາດສິນຄ້າ, ຂ້ອຍຕ້ອງໄດ້ເຮັດວຽກໃນໂຮງງານ. ບາງຄັ້ງ, ມັນເປັນເວລາປະຊຸມຂອງພວກເຮົາ. ເຖິງແມ່ນວ່າຂ້ອຍເຂົ້າຮ່ວມ, ຂ້ອຍກໍ່ຮູ້ສຶກກະວົນກະວາຍ. ຂ້ອຍຮູ້ສຶກຜິດຢູ່ໃນໃຈ. ຂ້ອຍຄິດເຖິງວິທີທີ່ຂ້ອຍໄດ້ເຮັດໃຫ້ໂຕເອງເຈັບປ່ວຍຍ້ອນການຫາເງິນ. ທ່ານໝໍໄດ້ໃຫ້ຄຳຕັດສິນປະຫານຊີວິດແກ່ຂ້ອຍ. ແມ່ນພຣະເຈົ້າທີ່ໄດ້ຊ່ວຍຊີວິດຂ້ອຍເມື່ອຂ້ອຍໃກ້ຈະຕາຍ ແລະ ໃຫ້ໂອກາດຄັ້ງທີສອງແກ່ຂ້ອຍ. ແຕ່ຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຕົນ ແລະ ຕອບແທນຄວາມຮັກຂອງພຣະອົງໄດ້. ຂ້ອຍຮູ້ສຶກວ່າຂ້ອຍເປັນໜີ້ພຣະເຈົ້າ. ຂ້ອຍຄິດເຖິງສິ່ງທີ່ພຣະເຢຊູເຈົ້າໄດ້ກ່າວ: “ຍ້ອນວ່າມະນຸດຈະໄດ້ຮັບປະໂຫຍດຫຍັງ, ຖ້າເຂົາຈະໄດ້ຮັບໂລກທັງໝົດ ແລະ ສູນເສຍຈິດວິນຍານຂອງເຂົາເອງ? ຫຼື ມະນຸດຈະແລກປ່ຽນຫຍັງກັບຈິດວິນຍານຂອງເຂົາ?” (ມັດທາຍ 16:26) ແລະ ໃນຕີໂມທີ 1 6:8 ເວົ້າວ່າ: “ການມີອາຫານ ແລະ ເສື້ອຜ້າເຮັດໃຫ້ພວກເຮົາພໍໃຈກັບມັນ”. ການຫາລາຍໄດ້ເພີ່ມຂຶ້ນຈະມີປະໂຫຍດຫຍັງ ຖ້າມັນໝາຍເຖິງເຈົ້າສູນເສຍຊີວິດຂອງເຈົ້າ? ຂ້ອຍຄິດກ່ຽວກັບການເຊົ່າໂຮງງານຖ່ານຫີນ. ຂ້ອຍຈະຫາເງິນໄດ້ໜ້ອຍລົງ ແຕ່ຍັງພຽງພໍທີ່ຈະດຳລົງຊີວິດຕໍ່ໄປ ແລະ ຫຼັງຈາກນັ້ນຂ້ອຍສາມາດນະມັດສະການພຣະເຈົ້າ ແລະ ເຮັດໜ້າທີ່ຂອງຂ້ອຍ. ແຕ່ຂ້ອຍຍັງສອງຈິດສອງໃຈ. ໂຮງງານຖ່ານຫີນເຮັດໄດ້ດີຫຼາຍ ແລະ ມັນຍາກຫຼາຍທີ່ຈະເລີ່ມທຸລະກິດ. ມັນເບິ່ງຄືວ່າເປັນຄວາມອັບອາຍທີ່ຈະຍອມຖິ້ມມັນ. ຂ້ອຍລັງເລ. ຂ້ອຍບໍ່ຮູ້ຈະເຮັດແນວໃດ, ສະນັ້ນຂ້ອຍຈຶ່ງໄດ້ອະທິຖານຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ.

ມື້ໜຶ່ງ, ຂ້ອຍອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ເຖິງຢ່າງໃດກໍຕາມ ມັນຍັງມີວິທີທີ່ງ່າຍທີ່ສຸດທີ່ຈະປົດປ່ອຍຕົວເອງອອກຈາກສະຖານະພາບນີ້ ເຊິ່ງນັ້ນກໍຄືປະຖິ້ມວິຖີຊີວິດດັ່ງເດີມຂອງຕົນ; ປະຖິ້ມເປົ້າໝາຍຊີວິດທີ່ຜ່ານມາຂອງຕົນ; ສະຫຼຸບຄວາມ ແລະ ວິເຄາະວິຖີຊີວິດຜ່ານມາ, ທັດສະນະຄະຕິຊີວິດ, ການສະແຫວງຫາ, ຄວາມປາດຖະໜາ ແລະ ອຸດົມຄະຕິ; ແລະ ຈາກນັ້ນ ຈົ່ງປຽບທຽບພວກມັນກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດ ແລະ ເບິ່ງວ່າມີອັນໃດສອດຄ່ອງກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າແດ່, ມີອັນໃດແດ່ທີ່ສະໜອງຄຸນຄ່າທີ່ຖືກຕ້ອງຂອງຊີວິດ, ນຳພາຜູ້ຄົນໃຫ້ມີຄວາມເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນມີຊີວິດຢູ່ກັບຄວາມເປັນມະນຸດ ແລະ ຢູ່ໃນຮູບລັກສະນະຂອງມະນຸດ. ເມື່ອເຈົ້າກວດສອບຢູ່ຕະຫຼອດ ແລະ ຈໍາແນກເປົ້າໝາຍຕ່າງໆທີ່ຄົນສະແຫວງຫາໃນຊີວິດ ແລະ ວິຖີຊີວິດອັນນັບບໍ່ຖ້ວນຂອງພວກເຂົາຢ່າງຮອບຄອບ ເຈົ້າຈະພົບວ່າບໍ່ມີອັນໃດສອດຄ່ອງກັບຄວາມປະສົງເດີມຂອງພຣະຜູ້ຊົງສ້າງ ເຊິ່ງພຣະອົງໄດ້ຊົງສ້າງມະນຸດ. ສິ່ງທັງໝົດເຫຼົ່ານັ້ນດຶງຜູ້ຄົນອອກຈາກອຳນາດອະທິປະໄຕ ແລະ ການດູແລຂອງພຣະຜູ້ຊົງສ້າງ; ພວກມັນທັງໝົດເປັນກັບດັກທີ່ເຮັດໃຫ້ຜູ້ຄົນຊົ່ວຊ້າ ແລະ ເປັນສິ່ງທີ່ນຳພາພວກເຂົາໄປສູ່ນາຮົກ. ຫຼັງຈາກທີ່ເຈົ້າຮັບຮູ້ເລື່ອງນີ້, ໜ້າທີ່ຂອງເຈົ້າກໍ່ຄືໃຫ້ປະຖິ້ມທັດສະນະຊີວິດດັ່ງເດີມຂອງເຈົ້າ, ຈົ່ງຢູ່ຫ່າງຈາກກັບດັກຕ່າງໆ, ປ່ອຍໃຫ້ພຣະເຈົ້າຮັບຜິດຊອບຊີວິດຂອງເຈົ້າ ແລະ ຈັດແຈງໃຫ້ກັບເຈົ້າ; ຈົ່ງພະຍາຍາມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຊີ້ນຳຂອງພຣະເຈົ້າເທົ່ານັ້ນ, ຈົ່ງດຳລົງຊີວິດໂດຍບໍ່ມີການເລືອກ ແລະ ຈົ່ງເປັນຄົນທີ່ນະມັດສະການພຣະເຈົ້າ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອອ່ານພຣະທຳຂອງພຣະເຈົ້າ, ຂ້ອຍຄິດເຖິງກົດເກນແຫ່ງຊີວິດຂອງຊາຕານທີ່ຂ້ອຍອີງໃສ່ໃນເມື່ອກ່ອນ, ພະຍາຍາມກາຍເປັນຄົນລວຍ. ຂ້ອຍເຊື່ອວ່າ “ເງິນເຮັດໃຫ້ໂລກໝຸນ” ແລະ “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້.” ເພື່ອເປັນຄົນລວຍ ແລະ ເພື່ອໄດ້ຮັບຄວາມເຄົາລົບນັບຖືຂອງຜູ້ຄົນ, ຂ້ອຍຕ້ອງໄດ້ດິ້ນລົນເພື່ອເງິນ. ວັນເວລາເຫຼົ່ານັ້ນເຈັບປວດ ແລະ ທຸກທໍລະມານ. ເງິນສຳຄັນປານນັ້ນບໍ? ມັນໃຫ້ຫຍັງແກ່ພວກເຮົາໄດ້ແທ້ໆ? ມັນສາມາດຊື້ເຮືອນໄດ້, ຊື້ລົດ, ມັນສາມາດເຮັດໃຫ້ຂ້ອຍມີຊີວິດທາງວັດຖຸທີ່ດີ ແລະ ນຳເອົາຄວາມເຄົາລົບມາໃຫ້ແກ່ຂ້ອຍ ແລະ ມັນສາມາດນຳເອົາຄວາມສຸກຊົ່ວຄາວທາງດ້ານເນື້ອໜັງມາໃຫ້ຂ້ອຍໄດ້. ແຕ່ມັນບໍ່ສາມາດເຕີມເຕັມຄວາມວ່າງເປົ່າໃນໃຈຂອງຂ້ອຍ ຫຼື ຢຸດຄວາມເຈັບປວດຂອງຂ້ອຍໄດ້, ມັນບໍ່ສາມາດນຳເອົາສະຫງົບສຸກ ແລະ ຄວາມສຸກມາໃຫ້ຂ້ອຍໄດ້, ມັນບໍ່ສາມາດຈົບຄວາມທຸກທໍລະມານຂອງຂ້ອຍຈາກພະຍາດໄດ້ ແລະ ມັນບໍ່ສາມາດຊ່ວຍຊີວິດຂ້ອຍໄດ້. ຂ້ອຍຄິດເຖິງຜູ້ອຳນວຍການໂຮງຮຽນທ້ອງຖິ່ນຂອງຂ້ອຍ. ລາວມີເງິນ ແລະ ມີສະຖານະ ແຕ່ຕາຍຍ້ອນມະເຮັງ. ເງິນ ແລະ ສະຖານະບໍ່ສາມາດຊ່ວຍລາວໃຫ້ພົ້ນຈາກຄວາມທຸກທໍລະມານ ແລະ ຄວາມຕາຍໄດ້. ຂ້ອຍໄດ້ຍິນເລື່ອງຂອງຄົນລວຍທີ່ມີຊີວິດຢູ່ດ້ວຍຄວາມເຈັບປວດ ແລະ ຄວາມເປົ່າວ່າງ ແລະ ຂ້າໂຕຕາຍເພື່ອຢຸດມັນ, ເຊັ່ນດຽວກັນກັບຄົນທີ່ຕົວະ, ໂກງ, ຕໍ່ສູ້ ແລະ ສໍ້ໂກງຄົນອື່ນ, ສູນເສຍຄວາມເປັນມະນຸດ ແລະ ຈິດສຳນຶກທັງໝົດກໍ່ເພື່ອເງິນ. ເລື່ອງລາວທັງໝົດນີ້ ແລະ ປະສົບການສ່ວນຕົວຂອງຂ້ອຍເອງ ເຮັດໃຫ້ຂ້ອຍເຫັນວ່າການໄລ່ຕາມຫາຜົນປະໂຫຍດທາງການເງິນພຽງແຕ່ເຮັດໃຫ້ຄົນເສື່ອມຊາມຫຼາຍຂຶ້ນ ແລະ ເສື່ອມໂຊມຫຼາຍຂຶ້ນເທົ່ານັ້ນ. ມັນເຮັດໃຫ້ພວກເຂົາຫ່າງໄກຈາກພຣະເຈົ້າ ແລະ ໄປສູ່ຄວາມບາບ. ຂ້ອຍຄິດເຖິງໂຢບ ຜູ້ທີ່ບໍ່ໄດ້ສະແຫວງຫາເງິນ ຫຼື ຄວາມສະບາຍທາງວັດຖຸ. ໂຢບຍອມຈຳນົນຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ສະແຫວງຫາທີ່ຈະຮູ້ຈັກການກະທຳຂອງພຣະອົງໃນທຸກສິ່ງ ແລະ ໃນທີ່ສຸດກໍ່ໄດ້ຮັບພອນຂອງພຣະເຈົ້າ. ຂ້ອຍຄິດເຖິງເປໂຕ ເມື່ອພຣະເຢຊູເອີ້ນລາວ, ລາວໄດ້ປະຖິ້ມທຸກຢ່າງເພື່ອຕິດຕາມພຣະເຈົ້າແນວໃດ. ລາວສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ ແລະ ຮັກພຣະເຈົ້າ ແລະ ພຣະເຈົ້າໄດ້ເຮັດໃຫ້ລາວສົມບູນ ແລະ ລາວກໍ່ມີຊີວິດທີ່ມີຄວາມໝາຍ. ຈາກເລື່ອງນີ້, ຂ້ອຍຮັບຮູ້ວ່າການຮູ້ຈັກພຣະເຈົ້າ, ການນະມັດສະການພຣະອົງ, ການດຳລົງຊີວິດໃຫ້ສອດຄ່ອງກັບພຣະທຳຂອງພຣະອົງ ແລະ ການໄດ້ຮັບຄຳສັນເສີນຂອງພຣະອົງແມ່ນສິ່ງທີ່ສຳຄັນທີ່ສຸດໃນຊີວິດ. ມັນຍາກສຳລັບຂ້ອຍທີ່ຈະພົບກັບສັດທາ ແລະ ພົບກັບເສັ້ນທາງທີ່ຖືກຕ້ອງ. ຂ້ອຍຮູ້ວ່າ ຖ້າຂ້ອຍໄລ່ຕາມຄວາມຮັ່ງມີ ແລະ ຄວາມຊື່ນຊົມທາງໂລກຕໍ່ໄປ ແລະ ປະຖິ້ມການສະແຫວງຫາຄວາມຈິງ ແລະ ຄວາມລອດພົ້ນຂອງຂ້ອຍ, ມັນຈະເປັນເລື່ອງໂງ່. ເມື່ອຂ້ອຍຄິດເຖິງເລື່ອງນີ້, ຂ້ອຍກໍ່ຮູ້ສຶກໃຈເຢັນລົງ. ຂ້ອຍບໍ່ຕ້ອງການເປັນທາດຂອງເງິນອີກຕໍ່ໄປ. ຂ້ອຍພຽງຕ້ອງການເວລາ ແລະ ພາລະກຳລັງຫຼາຍຂຶ້ນເພື່ອສະແຫວງຫາຄວາມຈິງ. ຫຼັງຈາກນັ້ນ, ຂ້ອຍກໍ່ປຶກສາເລື່ອງການປ່ອຍໃຫ້ເຊົ່າໂຮງງານກັບຜົວຂອງຂ້ອຍ. ດ້ວຍຄວາມຊ່ວຍເຫຼືອຈາກການປັ້ນແຕ່ງທີ່ໜ້າອັດສະຈັນຂອງພຣະເຈົ້າ, ພວກເຮົາໄດ້ປ່ອຍໂຮງງານໃຫ້ເຊົ່າ. ຂ້ອຍສາມາດເຂົ້າຮ່ວມການຊຸມນຸມເປັນປະຈຳ ແລະ ເຮັດໜ້າທີ່ຂອງຂ້ອຍ.

ສອງປີຕໍ່ມາ, ຜົວຂອງຂ້ອຍເຈັບປ່ວຍກະທັນຫັນ ແລະ ຕາຍໄປ. ການຈາກໄປຂອງລາວເປັນເລື່ອງຍາກສຳລັບຂ້ອຍ ແລະ ສະແດງໃຫ້ຂ້ອຍເຫັນວ່າຊີວິດບອບບາງພຽງໃດ. ຜົວຂອງຂ້ອຍໃຊ້ຊີວິດເກືອບທັງໝົດຂອງລາວຢ່າງຟ້າວຟັ່ງ, ພະຍາຍາມຫາເງິນ. ຄວາມດັນເລືອດຂອງລາວສູງເກີນ 200, ແຕ່ລາວກໍ່ຍັງເຮັດວຽກຕໍ່ໄປ. ຕອນທີ່ກະດູກສະໂພກຂອງລາວແຕກ, ລາວກໍ່ກັບໄປເຮັດວຽກກ່ອນທີ່ຈະຫາຍດີເປັນປົກກະຕິຢ່າງເຕັມທີ່ ແລະ ຈະບໍ່ພັກຜ່ອນເມື່ອຂ້ອຍຊັກຊວນລາວໃຫ້ພັກ. ລາວເປັນທາດຂອງເງິນເຊັ່ນກັນ. ລາວຖືກຊາຕານຄວບຄຸມ ແລະ ທຳຮ້າຍຕະຫຼອດຊີວິດຂອງລາວ. ລາວຈະບໍ່ຍອມຈຳນົນ, ແມ່ນແຕ່ຕ້ອງຜະເຊີນໜ້າກັບຄວາມຕາຍ. ລາວຕ້ອງການຫາເງິນ ແລະ ມີຊີວິດທີ່ດີ, ແຕ່ລາວສູນເສຍຊີວິດຂອງລາວໄປ. ຊື່ສຽງ ແລະ ຄວາມຮັ່ງມີບໍ່ສາມາດຊ່ວຍຊີວິດລາວໄດ້ ຫຼື ບັນເທົາຄວາມເຈັບປວດຂອງລາວ ຫຼື ຊ່ວຍລາວໃຫ້ໂກງຄວາມຕາຍໄດ້. ມັນເປັນຄືກັບທີ່ພຣະເຈົ້າກ່າວ: “ຄົນໃຊ້ທັງຊີວິດຂອງພວກເຂົາຕາມຫາເງິນ ແລະ ຊື່ສຽງ; ພວກເຂົາຈ່ອງດືງເຟືອງເຫຼົ່ານີ້ໂດຍຄິດວ່າ ພວກມັນແມ່ນວິທີການຊ່ວຍເຫຼືອດຽວຂອງພວກເຂົາ, ຄືກັບວ່າ ການມີພວກມັນ ພວກເຂົາສາມາດມີຊີວິດຢູ່ຕໍ່ໄປໄດ້ ແລະ ພົ້ນຈາກຄວາມຕາຍໄດ້. ມີພຽງແຕ່ເມື່ອພວກເຂົາໃກ້ຈະຕາຍເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງເຫຼົ່ານີ້ຢູ່ຫ່າງໃກຈາກພວກເຂົາພຽງໃດ, ພວກເຂົາອ່ອນແອພຽງໃດເມື່ອຜະເຊີນກັບຄວາມຕາຍ, ພວກເຂົາໝົດກໍາລັງໃຈງ່າຍພຽງໃດ, ພວກເຂົາໂດດດ່ຽວ ແລະ ສິ້ນຫວັງພຽງໃດ ໂດຍບໍ່ມີບ່ອນທີ່ຈະເພິ່ງພາ. ພວກເຂົາຮູ້ວ່າຊີວິດບໍ່ສາມາດຊື້ດ້ວຍເງິນ ຫຼື ດ້ວຍຊື່ສຽງໄດ້, ບໍ່ວ່າຜູ້ຄົນຈະລ້ຳລວຍພຽງໃດ, ບໍ່ວ່າຖານະຂອງພວກເຂົາຈະສູງສົ່ງພຽງໃດ, ທຸກຄົນລ້ວນແລ້ວແຕ່ເປັນຄົນທຸກຍາກ ແລະ ບໍ່ມີຄວາມສຳຄັນຫຍັງເມື່ອຢູ່ຕໍ່ໜ້າຄວາມຕາຍ. ພວກເຂົາຮູ້ວ່າເງິນບໍ່ສາມາດຊື້ຊີວິດໄດ້, ຊື່ສຽງບໍ່ສາມາດລົບລ້າງຄວາມຕາຍໄດ້ ແລະ ທັງເງິນ ແລະ ຊື່ສຽງບໍ່ສາມາດເຮັດໃຫ້ຊີວິດຂອງຜູ້ຄົນຍືນຍາວໄດ້ແມ່ນແຕ່ນາທີດຽວ ຫຼື ວິນາທີດຽວ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຍ້ອນກັບໄປເບິ່ງວ່າຂ້ອຍໃຊ້ຊີວິດເກືອບທັງໝົດຂອງຂ້ອຍແລ່ນວົນໄປໆມາໆແນວໃດ, ພະຍາຍາມຫາເງິນ, ຂ້ອຍເຫັນວ່າເຖິງແມ່ນວ່າຂ້ອຍໄດ້ຮັບຄວາມເຄົາລົບ ແລະ ການຍ້ອງຍໍຊົມເຊີຍ, ຂ້ອຍຖືກຊາຕານທໍລະມານຈົນເຫຼືອພຽງນິ້ວດຽວໃນຊີວິດ. ແຕ່ພຣະເຈົ້າໄດ້ຊ່ວຍຊີວິດຂ້ອຍໄວ້. ພຣະອົງຊ່ວຍຂ້ອຍໃຫ້ພົ້ນຈາກເງິນອັນມະຫາສານ ແລະ ປ່ຽນແປງທິດທາງໃນຊີວິດຂອງຂ້ອຍ. ປັດຈຸບັນນີ້, ໃນຂະນະທີ່ຂ້ອຍສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງຕົນ, ຂ້ອຍຮູ້ສຶກເປັນອິດສະຫຼະ ແລະ ສະຫງົບສຸກ. ນີ້ແມ່ນບາງສິ່ງທີ່ເງິນບໍ່ສາມາດຊື້ໄດ້. ຂ້ອຍຂອບໃຈພຣະເຈົ້າຜູ້ຊົງລິດທານຸພາບສູງສຸດທີ່ໄດ້ຊ່ວຍຂ້ອຍໃຫ້ລອດພົ້ນ!

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ລົດຊາດຂອງການເປັນຄົນຊື່ສັດ

ໂດຍ ຢົງຊຸ່ຍ, ເກົາຫຼີໃຕ້ ມື້ໜຶ່ງໃນການເຕົ້າໂຮມໃນທ້າຍເດືອນມີນາ, ຜູ້ນຳຄົນໜຶ່ງໄດ້ເວົ້າກ່ຽວກັບອ້າຍຄົນໜຶ່ງທີ່ຖືກຈັບ ແລະ ຖືກທໍລະມານຢ່າງໂຫດຮ້າຍ....

ລາກ່ອນ, ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ!

ໂດຍ ລີເຟີຍ, ສະເປນ ເມື່ອເວົ້າເຖິງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍຄິດວ່າພວກເຂົາດີຫຼາຍ ກ່ອນຂ້ອຍເຊື່ອໃນພຣະເຈົ້າ. ພວກເຂົາມີອຸປະນິໄສທີ່ອ່ອນໂຍນ,...