​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 63

ຈົ່ງເຂົ້າໃຈສະພາບການຂອງເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ຈົ່ງຊັດເຈນໃນເສັ້ນທາງທີ່ເຈົ້າຕ້ອງຍ່າງ; ຢ່າລໍຖ້າໃຫ້ເຮົາດືງຫູເຈົ້າຂຶ້ນ ແລະ ຊີ້ສິ່ງຕ່າງໆໃຫ້ກັບເຈົ້າອີກຕໍ່ໄປເລີຍ. ເຮົາເປັນພຣະເຈົ້າ ຜູ້ທີ່ສັງເກດສ່ວນເລິກສຸດໃນຫົວໃຈຂອງມະນຸດ ແລະ ເຮົາຮູ້ຈັກຄວາມຄິດ ແລະ ແນວຄິດທຸກຢ່າງຂອງເຈົ້າ, ຍິ່ງໄປກວ່ານັ້ນ ເຮົາເຂົ້າໃຈການກະທຳ ແລະ ການປະພຶດຂອງເຈົ້າ. ແຕ່ການກະທຳ ແລະ ການປະພຶດຂອງເຈົ້າມີສັນຍາຂອງເຮົາບໍ? ສິ່ງເຫຼົ່ານັ້ນມີຄວາມປະສົງຂອງເຮົາບໍ? ເຈົ້າໄດ້ຊອກຫາສິ່ງນີ້ແທ້ບໍ? ເຈົ້າໄດ້ໃຊ້ເວລາໃນເລື່ອງນີ້ແທ້ບໍ? ເຈົ້າໄດ້ພະຍາຍາມແລ້ວບໍ? ເຮົາບໍ່ໄດ້ກຳລັງວິຈານເຈົ້າ. ເຈົ້າພຽງແຕ່ບໍ່ໃສ່ໃຈໃນເລື່ອງນີ້ເທົ່ານັ້ນ! ເຈົ້າສັບສົນຫຼາຍຢູ່ສະເໝີ ແລະ ບໍ່ສາມາດເຫັນສິ່ງຕ່າງໆຢ່າງຊັດເຈນ. ເຈົ້າຮູ້ບໍວ່າ ແມ່ນຫຍັງຄືຕົ້ນເຫດຂອງສິ່ງນີ້? ມັນເປັນຍ້ອນຄວາມຄິດຂອງພວກເຈົ້າບໍ່ຊັດເຈນ ແລະ ແນວຄິດຂອງພວກເຈົ້າຝັງເລິກຢ່າງຕິດແໜ້ນເກີນໄປ ແລະ ບວກກັບການທີ່ເຈົ້າບໍ່ໃສ່ໃຈຄວາມປະສົງຂອງເຮົາ. ບາງຄົນຈະເວົ້າວ່າ “ພຣະອົງກ່າວວ່າ ພວກຂ້ານ້ອຍບໍ່ສົນໃຈຄວາມປະສົງຂອງພຣະອົງໄດ້ແນວໃດ? ພວກຂ້ານ້ອຍພະຍາຍາມເຂົ້າໃຈຄວາມປະສົງຂອງພຣະອົງຢ່າງສະໝໍ່າສະເໝີ, ແຕ່ພວກຂ້ານ້ອຍບໍ່ເຄີຍເຂົ້າໃຈມັນຈັກເທື່ອ ແລ້ວພວກຂ້ານ້ອຍຈະເຮັດແນວໃດໄດ້? ພຣະອົງຈະເວົ້າແທ້ບໍວ່າ ພວກຂ້ານ້ອຍບໍ່ໄດ້ພະຍາຍາມ?” ໃຫ້ເຮົາຖາມເຈົ້າວ່າ ເຈົ້າກ້າທີ່ຈະເວົ້າວ່າເຈົ້າຊື່ສັດຕໍ່ເຮົາແທ້ບໍ? ແລ້ວແມ່ນໃຜກ້າເວົ້າວ່າ ພວກເຂົາຖວາຍຕົນເອງໃຫ້ກັບເຮົາຢ່າງຊື່ສັດແທ້ຈິງ? ເຮົາຢ້ານວ່າ ບໍ່ມີໃຜທ່າມກາງພວກເຈົ້າທີ່ສາມາດເວົ້າແບບນີ້ໄດ້. ບໍ່ຈຳເປັນຕ້ອງໃຫ້ເຮົາເວົ້າກໍໄດ້ ນັ້ນກໍເພາະວ່າ ພວກເຈົ້າແຕ່ລະຄົນມີທາງເລືອກຂອງພວກເຈົ້າເອງ ແລະ ຄວາມມັກຂອງພວກເຈົ້າເອງ ແລະ ຍິ່ງມີເຈດຕະນາຂອງພວກເຈົ້າເອງ. ຢ່າຫຼອກລວງເລີຍ! ເຮົາເຂົ້າໃຈທຸກສິ່ງທີ່ພວກເຈົ້າຄິດໃນຫົວໃຈຂອງພວກເຈົ້າຢ່າງລະອຽດແຕ່ດົນນານແລ້ວ; ເຮົາຍັງຕ້ອງໄດ້ອະທິບາຍສິ່ງນີ້ອີກບໍ? ເຈົ້າຕ້ອງກວດສອບຈາກທຸກດ້ານຫຼາຍຂຶ້ນ (ຄວາມຄິດ ແລະ ແນວຄິດຂອງເຈົ້າ, ທຸກສິ່ງທີ່ເຈົ້າເວົ້າ, ທຸກຄຳເວົ້າ, ທຸກເຈດຕະນາ ແລະ ແຮງຜັກດັນໃນທຸກການເຄື່ອນໄຫວຂອງເຈົ້າ); ໃນວິທີນີ້ ເຈົ້າຈະບັນລຸການເຂົ້າສູ່ໃນທຸກດ້ານ ແລະ ເຈົ້າຈະຍິ່ງສາມາດປະກອບຕົນເອງດ້ວຍຄວາມຈິງຢ່າງບໍລິບູນ.

ຖ້າເຮົາບໍ່ບອກພວກເຈົ້າແບບນີ້ ພວກເຈົ້າກໍຈະຍັງມຶດມົວ, ປາຖະໜາຄວາມສຸກທາງເນື້ອໜັງຢູ່ໝົດມື້ໝົດເວັນ ໂດຍບໍ່ປາຖະໜາທີ່ຈະສົນໃຈຄວາມປະສົງຂອງເຮົາເລີຍ. ເຮົາກຳລັງໃຊ້ມືແຫ່ງຄວາມຮັກຂອງເຮົາເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນຢ່າງສະໝໍ່າສະເໝີ, ພວກເຈົ້າຮູ້ບໍ? ພວກເຈົ້າໄດ້ເຂົ້າໃຈເຖິງຄວາມຈິງນີ້ແລ້ວບໍ? ເຮົາຮັກເຈົ້າຢ່າງຈິງໃຈ; ເຈົ້າກ້າທີ່ຈະເວົ້າວ່າ ເຈົ້າຮັກເຮົາຢ່າງຈິງໃຈບໍ? ໃຫ້ຖາມຕົນເອງເບິ່ງວ່າ ເຈົ້າສາມາດມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາການກວດສອບຂອງເຮົາໃນການກະທຳທຸກຢ່າງຂອງເຈົ້າແທ້ບໍ? ເຈົ້າຍອມໃຫ້ເຮົາກວດສອບການປະພຶດທຸກຢ່າງຂອງເຈົ້າແທ້ບໍ? ເຮົາເວົ້າວ່າ ເຈົ້າເສື່ອມຊາມ ແລະ ເຈົ້າກໍວ່າຕົນເອງເປັນຄົນຊອບທໍາ. ການພິພາກສາຂອງເຮົາມາເຖິງເຈົ້າແລ້ວ; ບັດນີ້ ເຈົ້າຄວນຕື່ນຂຶ້ນສູ່ຄວາມຈິງ! ທຸກສິ່ງທີ່ເຮົາກ່າວແມ່ນຄວາມຈິງ ແລະ ຊີ້ໃຫ້ເຫັນສະພາບການແທ້ຈິງທີ່ຢູ່ພາຍໃນເຈົ້າ. ໂອ້ ມະນຸດຊາດເອີຍ! ເຈົ້າຊ່າງຈັດການຍາກແທ້ໆ. ມີພຽງແຕ່ເມື່ອເຮົາຊີ້ໃຫ້ເຫັນເຖິງສະພາບການແທ້ຈິງຂອງພວກເຈົ້າ, ພວກເຈົ້າຈຶ່ງມີຄວາມເຊື່ອໃນຫົວໃຈ ແລະ ໃນຄຳເວົ້າຂອງພວກເຈົ້າ. ຖ້າເຮົາບໍ່ເຮັດແບບນີ້, ແລ້ວພວກເຈົ້າກໍຍຶດຕິດກັບແນວຄິດເດີມຂອງພວກເຈົ້າ ແລະ ຍຶດຕິດກັບວິທີການຄິດຂອງພວກເຈົ້າ ໂດຍຄິດວ່າ ບໍ່ມີໃຜເທິງແຜ່ນດິນໂລກທີ່ສະຫຼາດກວ່າພວກເຈົ້າ. ນີ້ບໍ່ແມ່ນການທີ່ເຈົ້າຖືວ່າຕົນເອງຊອບທຳບໍ? ນັ້ນບໍ່ແມ່ນການທີ່ເຈົ້າໝົກມຸ້ນກັບການເຮັດໃຫ້ຕົນເອງພໍໃຈ ແລະ ຄວາມພໍໃຈໃນຕົນເອງ ແລະ ການອວດດີ ແລະ ການຫຼອກລວງບໍ? ບັດນີ້ ເຈົ້າຄວນເຂົ້າໃຈສິ່ງນີ້! ຢ່າຄິດວ່າຕົນເອງສະຫຼາດ ຫຼື ພິເສດ, ແຕ່ກົງຂັນຂ້າມ ເຈົ້າຕ້ອງຮູ້ເຖິງຂໍ້ບົກຜ່ອງຂອງເຈົ້າເອງ ແລະ ຈຸດອ່ອນຂອງເຈົ້າເອງຢ່າງສະໝໍ່າສະເໝີ. ໃນວິທີນີ້, ຄວາມຕັ້ງໃຈຂອງເຈົ້າທີ່ຈະຮັກເຮົາຈຶ່ງບໍ່ຫາຍໄປ, ແຕ່ຈະຍິ່ງໜັກແໜ້ນຂຶ້ນເລື້ອຍໆ ແລະ ສະພາບການຂອງເຈົ້າເອງກໍຈະຍິ່ງດີຂຶ້ນເລື້ອຍໆ; ສຳຄັນໄປກວ່ານັ້ນ ຊີວິດຂອງເຈົ້າຈະພັດທະນາຂຶ້ນໃນແຕ່ລະມື້.

ເມື່ອເຈົ້າເຂົ້າໃຈຄວາມປະສົງຂອງເຮົາ ແລ້ວເຈົ້າຈະເຂົ້າໃຈຕົນເອງ, ດ້ວຍເຫດນັ້ນກໍຈະເຂົ້າໃຈເຮົາຫຼາຍຂຶ້ນ ແລະ ພັດທະນາຄວາມໝັ້ນໃຈທີ່ເຈົ້າມີກ່ຽວກັບເຮົາຫຼາຍຂຶ້ນ. ໃນປັດຈຸບັນນີ້, ຖ້າຄົນໃດບໍ່ສາມາດມີຄວາມໝັ້ນໃຈໃນຕົວເຮົາເກົ້າສິບເປີເຊັນ, ແຕ່ກົງກັນຂ້າມ ສືບຕໍ່ຂຶ້ນໆລົງໆທຸກນາທີ, ບຶດຮ້ອນບຶດໜາວ, ແລ້ວເຮົາກໍຈະເວົ້າວ່າ ບຸກຄົນນັ້ນເປັນເປົ້າໝາຍທີ່ຈະຖືກປະຖິ້ມຢ່າງແນ່ນອນ. ສິບເປີເຊັນທີ່ເຫຼືອແມ່ນຂຶ້ນຢູ່ກັບແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາໂດຍສິ້ນເຊີງ, ສະນັ້ນຈຶ່ງຈະມີຄວາມໝັ້ນໃຈໃນຕົວເຮົາໜຶ່ງຮ້ອຍເປີເຊັນ. ໃນຕອນນີ້ ເຊິ່ງໝາຍເຖິງໃນປັດຈຸບັນນີ້ ມີເທົ່າໃດຄົນທີ່ສາມາດບັນລຸວຸດທິພາວະປະເພດນີ້ໄດ້? ເຮົາເປີດເຜີຍຄວາມປະສົງຂອງເຮົາໃຫ້ກັບເຈົ້າຢ່າງສະໝໍ່າສະເໝີ ແລະ ຄວາມຮູ້ສຶກແຫ່ງຊີວິດກໍໄຫຼວຽນຢູ່ໃນຕົວເຈົ້າຢ່າງຕໍ່ເນື່ອງ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຕາມພຣະວິນຍານ? ເຈົ້າຢ້ານເຮັດຫຍັງຜິດບໍ? ແລ້ວເປັນຫຍັງເຈົ້າຈຶ່ງບໍ່ໃສ່ໃຈກັບການຝຶກຝົນເລີຍ? ເຮົາໄດ້ກ່າວກັບເຈົ້າວ່າ ເຈົ້າບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາດ້ວຍການພະຍາຍາມພຽງແຕ່ໜຶ່ງຄັ້ງ ຫຼື ສອງຄັ້ງ; ມັນຕ້ອງມີຂະບວນການ. ເຮົາໄດ້ກ່າວແບບນີ້ຫຼາຍຄັ້ງ, ແລ້ວເປັນຫຍັງເຈົ້າຈຶ່ງຍັງບໍ່ນໍາມັນເຂົ້າສູ່ການປະຕິບັດ? ເຈົ້າບໍ່ຄິດບໍວ່າເຈົ້າກຳລັງບໍ່ເຊື່ອຟັງ? ເຈົ້າຕ້ອງການເຮັດໃຫ້ທຸກສິ່ງສຳເລັດທັນທີ, ບໍ່ເຕັມໃຈທີ່ຈະພະຍາຍາມ ຫຼື ໃຊ້ເວລາກັບສິ່ງໃດເລີຍ. ເຈົ້າຊ່າງໂງ່ຈ້າ ແລະ ເຈົ້າແມ່ນບໍ່ມີຄວາມຮູ້ຫຍັງເລີຍ!

ພວກເຈົ້າບໍ່ຮູ້ສຶກຕົວບໍວ່າ ເຮົາເວົ້າກ່ຽວກັບສິ່ງຕ່າງໆຢ່າງສະໝໍ່າສະເໝີໂດຍບໍ່ເວົ້າອ້ອມຄ້ອມ? ເປັນຫຍັງພວກເຈົ້າຈຶ່ງໂງ່, ມຶນຊາ ແລະ ຈ້າຢູ່ສະເໝີ? ພວກເຈົ້າຄວນກວດສອບຕົນເອງໃຫ້ຫຼາຍຂຶ້ນ ແລະ ຖ້າມີຫຍັງທີ່ພວກເຈົ້າບໍ່ເຂົ້າໃຈ ພວກເຈົ້າກໍຄວນມາຢູ່ຕໍ່ໜ້າເຮົາໃຫ້ຫຼາຍຍິ່ງຂຶ້ນ. ເຮົາໄດ້ເວົ້າກັບເຈົ້າວ່າ ເຮົາກ່າວໃນວິທີຕ່າງໆເຫຼົ່ານີ້ກໍເພື່ອນໍາພາພວກເຈົ້າມາຢູ່ຕໍ່ໜ້າເຮົາ; ໃຊ້ເວລາຫຼາຍປີ ແລ້ວເປັນຫຍັງພວກເຈົ້າຈຶ່ງຍັງບໍ່ເຂົ້າໃຈສິ່ງນີ້? ມັນເປັນຍ້ອນພຣະທຳຂອງເຮົາໄດ້ເຮັດໃຫ້ພວກເຈົ້າສັບສົນໄປໝົດບໍ? ຫຼື ເປັນຍ້ອນວ່າພວກເຈົ້າບໍ່ໄດ້ຈິງຈັງກັບພຣະທຳຂອງເຮົາເລີຍ? ເມື່ອພວກເຈົ້າເຫັນພຣະທຳຂອງເຮົາ, ພວກເຈົ້າກໍມີຄວາມຮູ້ກ່ຽວກັບຕົນເອງເປັນຢ່າງດີ ແລະ ພວກເຈົ້າເວົ້າວ່າ ພວກເຈົ້າຕິດໜີ້ເຮົາ ຫຼື ພວກເຈົ້າບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ. ແລ້ວຫຼັງຈາກນັ້ນເດ? ມັນຄືກັບວ່າເຈົ້າບໍ່ກ່ຽວຂ້ອງຫຍັງກັບສິ່ງເຫຼົ່ານີ້ເລີຍ, ຄືກັບວ່າເຈົ້າບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ບໍ່ແມ່ນເຈົ້າກືນກິນຂໍ້ມູນໂດຍບໍ່ໃຫ້ເວລາຕົນເອງເຂົ້າໃຈມັນເລີຍບໍ? ເມື່ອເຈົ້າຮັບເອົາພຣະທຳຂອງເຮົາ, ມັນເປັນຄືກັບການເຫຼືອດຕາເບິ່ງດອກໄມ້ຢ່າງໄວໃນຂະນະທີ່ເຈົ້າຂີ່ຢູ່ເທິງຫຼັງມ້າ, ໂດຍບໍ່ພະຍາຍາມເຂົ້າໃຈຄວາມປະສົງຂອງເຮົາທີ່ຢູ່ພາຍໃນພຣະທຳນັ້ນເລີຍ. ນີ້ຄືສິ່ງທີ່ຜູ້ຄົນເປັນ ນັ້ນກໍຄື ພວກເຂົາມັກສະແດງຄືກັບວ່າຖ່ອມຕົນຢູ່ສະເໝີ ແລະ ຄົນປະເພດນີ້ເປັນຄົນທີ່ເປັນຕາຊັງທີ່ສຸດ. ເມື່ອພວກເຂົາຢູ່ຮ່ວມກັນກັບຄົນອື່ນເພື່ອສົນທະນາ, ພວກເຂົາກໍມັກແບ່ງປັນຄວາມຮູ້ກ່ຽວກັບຕົນເອງຢູ່ຕໍ່ໜ້າຄົນອື່ນຢູ່ສະເໝີ ໂດຍເຮັດໃຫ້ຄົນອື່ນເຫັນວ່າພວກເຂົາເປັນຄົນທີ່ຄຳນຶງເຖິງພາລະຂອງເຮົາ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາເປັນຄົນໂງ່ຈ້າທີ່ສຸດ. (ພວກເຂົາບໍ່ສົນທະນາກັບອ້າຍເອື້ອຍນ້ອງຂອງພວກເຂົາເຖິງຄວາມເຂົ້າໃຈ ຫຼື ຄວາມຮູ້ທີ່ແທ້ຈິງທີ່ພວກເຂົາມີກ່ຽວກັບເຮົາ, ແຕ່ກົງກັນຂ້າມ ພວກເຂົາພຽງແຕ່ສະແດງຕົນເອງ ແລະ ໂອ້ອວດຢູ່ຕໍ່ໜ້າຄົນອື່ນ; ເຮົາກຽດຊັງຄົນເຫຼົ່ານີ້ທີ່ສຸດ ຍ້ອນພວກເຂົາປະນາມ ແລະ ດູໝິ່ນເຮົາ.)

ເຮົາເຮັດໃຫ້ສິ່ງອັດສະຈັນທີ່ຍິ່ງໃຫຍ່ຂອງເຮົາເປັນທີ່ປະຈັກໃນພວກເຈົ້າຢູ່ຕະຫຼອດເວລາ, ພວກເຈົ້າບໍ່ສາມາດເຫັນສິ່ງເຫຼົ່ານັ້ນບໍ? ຄົນຮັກເຮົາຢ່າງຈິງໃຈແມ່ນດຳລົງຊີວິດຢູ່ກັບສິ່ງທີ່ເອີ້ນວ່າຄວາມເປັນຈິງ, ພວກເຈົ້າເບິ່ງບໍ່ເຫັນສິ່ງນັ້ນບໍ? ສິ່ງນີ້ບໍ່ແມ່ນຫຼັກຖານອ້າງອີງທີ່ດີທີ່ສຸດທີ່ເຈົ້າໄດ້ຮູ້ຈັກເຮົາບໍ? ມັນບໍ່ເປັນພະຍານໃຫ້ກັບເຮົາໄດ້ດີກວ່າບໍ? ແຕ່ພວກເຈົ້າບໍ່ເຂົ້າໃຈໃນສິ່ງນັ້ນ. ຈົ່ງບອກເຮົາເບິ່ງວ່າ ແມ່ນໃຜສາມາດດຳລົງຊີວິດຢູ່ກັບຄວາມຈິງເທິງໂລກທີ່ບໍ່ເປັນລະບົບລະບຽບນີ້ໄດ້ແດ່ ເຊິ່ງເປັນໂລກທີ່ສົກກະປົກ, ເປິເປື້ອນ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ? ທຸກຄົນບໍ່ແມ່ນເສື່ອມຊາມ ແລະ ເຕັມໄປດ້ວຍຄວາມວ່າງເປົ່າບໍ? ເຖິງຢ່າງໃດກໍຕາມ, ພຣະທຳຂອງເຮົາໄດ້ໄປເຖິງຈຸດສູງສຸດແລ້ວ; ບໍ່ມີພຣະທຳໃດທີ່ສາມາດເຂົ້າໃຈໄດ້ງ່າຍກວ່າພຣະທຳເຫຼົ່ານີ້ອີກແລ້ວ. ແມ່ນແຕ່ຄົນໂງ່ຈ້າແທ້ໆກໍສາມາດອ່ານພຣະທຳຂອງເຮົາ ແລະ ເຂົ້າໃຈພຣະທຳເຫຼົ່ານັ້ນໄດ້, ແລ້ວມັນບໍ່ແມ່ນຍ້ອນພວກເຈົ້າບໍ່ໄດ້ພະຍາຍາມຫຍັງເລີຍບໍ?

​ກ່ອນ​ນີ້ :ບົດທີ 62

ຕໍ່​ໄປ:ບົດທີ 65

ເນື່ອຫາທີ່ກ່ຽວຂ້ອງ