​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 62

ການເຂົ້າໃຈຄວາມປະສົງຂອງເຮົາບໍ່ແມ່ນພຽງເພື່ອໃຫ້ເຈົ້າຮູ້ຈັກເທົ່ານັ້ນ ແຕ່ຍັງເພື່ອໃຫ້ເຈົ້າປະຕິບັດຕາມເຈດຕະນາຂອງເຮົາ. ຜູ້ຄົນບໍ່ເຂົ້າໃຈຫົວໃຈຂອງເຮົາ. ເມື່ອເຮົາເວົ້າວ່າ ນີ້ແມ່ນທິດຕາເວັນອອກ, ພວກເຂົາຕ້ອງກັບໄປ ແລະ ຄິດຢ່າງໜັກໂດຍນຶກສົງໄສວ່າ “ມັນແມ່ນທິດຕາເວັນອອກແທ້ບໍ? ບາງເທື່ອ ມັນບໍ່ແມ່ນ. ຂ້ານ້ອຍບໍ່ສາມາດເຊື່ອງ່າຍໆແບບນັ້ນ. ຂ້ານ້ອຍຕ້ອງເຫັນມັນດ້ວຍຕົນເອງ.” ເວົ້າກັບພວກເຈົ້ານີ້ຈັ່ງແມ່ນຍາກຫຼາຍ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຄວາມເຊື່ອຟັງທີ່ແທ້ຈິງແມ່ນຫຍັງ. ເມື່ອເຈົ້າຮູ້ຈັກເຈດຕະນາຂອງເຮົາແລ້ວ ຈົ່ງໄປເຮັດມັນໂດຍບໍ່ຕ້ອງລັງເລໃຈ, ບໍ່ຈຳເປັນຕ້ອງຄິດກ່ຽວກັບສິ່ງນັ້ນອີກ! ເຈົ້າພິຈາລະນາສິ່ງທີ່ເຮົາກ່າວດ້ວຍຄວາມສົງໄສ ແລະ ເຂົ້າໃຈມັນຢ່າງບໍ່ສົມເຫດສົມຜົນ, ແລ້ວເຈົ້າຈະມີຄວາມເຂົ້າໃຈທີ່ແທ້ຈິງໄດ້ແນວໃດ? ເຈົ້າບໍ່ເຄີຍສະແຫວງຫາເພື່ອເຂົ້າສູ່ພຣະທຳຂອງເຮົາ. ດັ່ງທີ່ເຮົາໄດ້ກ່າວຜ່ານມາ, ຄົນທີ່ເຮົາຕ້ອງການແມ່ນຄົນທີ່ດີເລີດ, ບໍ່ແມ່ນຄົນຈຳນວນຫຼວງຫຼາຍ. ຄົນທີ່ບໍ່ໃຫ້ຄວາມສຳຄັນກັບການເຂົ້າສູ່ພຣະທຳຂອງເຮົາ ແມ່ນບໍ່ສົມຄວນທີ່ຈະເປັນທະຫານທີ່ດີຂອງພຣະຄຣິດ, ແຕ່ກົງກັນຂ້າມ ພວກເຂົາປະພຶດຕົວຄືກັບຂີ້ຂ້າຂອງຊາຕານ ແລະ ຂັດຂວາງພາລະກິດຂອງເຮົາ. ຢ່າຄິດວ່ານີ້ແມ່ນເລື່ອງເລັກນ້ອຍ. ໃຜກໍຕາມທີ່ຂັດຂວາງພາລະກິດຂອງເຮົາ ຄົນນັ້ນແມ່ນລະເມີດກົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ແນ່ນອນທີ່ສຸດ ເຮົາຈະລົງວິໄນພວກເຂົາຢ່າງໜັກ. ໝາຍຄວາມວ່າ ຕັ້ງແຕ່ນີ້ເປັນຕົ້ນໄປ ຖ້າເຈົ້າໜີອອກຈາກເຮົາເປັນເວລາໃດໜຶ່ງ ແລ້ວການພິພາກສາຂອງເຮົາກໍຈະເກີດຂຶ້ນກັບເຈົ້າທັນທີ. ຖ້າເຈົ້າບໍ່ເຊື່ອພຣະທຳຂອງເຮົາ ກໍຈົ່ງທົດລອງ ແລະ ເຫັນດ້ວຍຕົວເຈົ້າເອງ, ເພື່ອຈະໄດ້ເຫັນວ່າສະພາບຂອງເຈົ້າເປັນແນວໃດເມື່ອດໍາລົງຊີວິດຢູ່ໃນແສງສະຫວ່າງແຫ່ງໃບໜ້າຂອງເຮົາ ແລະ ສະພາບຂອງເຈົ້າຈະເປັນແນວໃດ ເມື່ອເຈົ້າຈາກເຮົາໄປ.

ເຮົາບໍ່ໄດ້ຢ້ານວ່າເຈົ້າຈະບໍ່ດຳລົງຊີວິດໃນຝ່າຍວິນຍານ. ພາລະກິດຂອງເຮົາໄດ້ສືບຕໍ່ຈົນເຖິງຂັ້ນຕອນປັດຈຸບັນ, ແລ້ວເຈົ້າຈະສາມາດເຮັດຫຍັງໄດ້? ເຮົາເຮັດສິ່ງຕ່າງໆຕາມຂັ້ນຕອນ, ສະນັ້ນ ເຈົ້າບໍ່ຈຳເປັນຕ້ອງກັງວົນ. ເຮົາຈະປະຕິບັດພາລະກິດດ້ວຍຕົນເອງ. ເມື່ອເຮົາເຮັດບາງສິ່ງ ທຸກຄົນກໍເຊື່ອໝົດ, ບໍ່ດັ່ງນັ້ນ ເຮົາຈະຈັດການກັບພວກເຂົາໂດຍການຂ້ຽນຕີພວກເຂົາຢ່າງຮ້າຍແຮງຍິ່ງຂຶ້ນ. ສິ່ງນີ້ຍິ່ງກ່ຽວພັນເຖິງບົດບັນຍັດແຫ່ງການບໍລິຫານຂອງເຮົາ. ສາມາດເຫັນໄດ້ວ່າ ບັດນີ້ ບົດບັນຍັດແຫ່ງການບໍລິຫານຂອງເຮົາໄດ້ເລີ່ມປະກາດໃຊ້ ແລະ ນໍາໃຊ້ແລ້ວ ໂດຍບໍ່ໄດ້ລີ້ລັບອີກຕໍ່ໄປ. ເຈົ້າຕ້ອງເຫັນສິ່ງນີ້ຢ່າງຊັດເຈນ! ບັດນີ້ ການເຄົາລົບທຸກຢ່າງແມ່ນກ່ຽວພັນກັບບົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ໃຜກໍຕາມທີ່ລະເມີດມັນ ກໍຕ້ອງໄດ້ຮັບການສູນເສຍ. ສິ່ງນີ້ບໍ່ແມ່ນບັນຫາເລັກນ້ອຍຢ່າງແນ່ນອນ. ພວກເຈົ້າເຂົ້າໃຈໃນສິ່ງນີ້ແທ້ບໍ? ພວກເຈົ້າຊັດເຈນໃນດ້ານນີ້ຢ່າງສົມບູນບໍ? ບັດນີ້ ເຮົາເລີ່ມສົນທະນາວ່າ ບັນດາປະຊາຊາດ ແລະ ທຸກຄົນທີ່ຢູ່ເທິງແຜ່ນດິນໂລກຖືກປົກຄອງພາຍໃນກໍາມືຂອງເຮົາ ແລະ ບໍ່ວ່າສາສະໜາຂອງພວກເຂົາແມ່ນຫຍັງກໍຕາມ ທຸກຄົນຕ້ອງຫຼັ່ງໄຫຼ່ມາສູ່ບັນລັງຂອງເຮົາ. ແນ່ນອນ, ບາງຄົນທີ່ໄດ້ຮັບການພິພາກສາຈະຖືກໂຍນລົງສູ່ຂຸມເລິກທີ່ຢັ່ງບໍ່ເຖິງ (ພວກເຂົາຄືເປົ້າໝາຍສຳລັບການທຳລາຍທີ່ຈະຖືກເຜົາໄໝ້ທັງໝົດ ແລະ ຈະບໍ່ມີຢູ່ອີກຕໍ່ໄປ) ແລະ ບາງຄົນທີ່ຮັບເອົານາມຂອງເຮົາຫຼັງຈາກຖືກພິພາກສາກໍຈະກາຍມາເປັນປະຊາຊົນແຫ່ງອານາຈັກຂອງເຮົາ (ພວກເຂົາຈະມີຄວາມສຸກເປັນເວລາ 1.000 ປີເທົ່ານັ້ນ). ພວກເຈົ້າເຫຼົ່ານັ້ນຈະເປັນກະສັດຮ່ວມກັບເຮົາຕະຫຼອດໄປ ແລະ ຍ້ອນພວກເຈົ້າທົນທຸກເພື່ອເຮົາກ່ອນໜ້ານີ້, ເຮົາຈະທົດແທນຄວາມທົນທຸກຂອງພວກເຈົ້າດ້ວຍພອນທີ່ເຮົາຈະປະທານໃຫ້ກັບພວກເຈົ້າຢ່າງບໍ່ໝົດສິ້ນ; ປະຊາຊົນເຫຼົ່ານັ້ນຂອງເຮົາຈະສະໜອງການຮັບໃຊ້ບໍລິການໃຫ້ກັບພຣະຄຣິດເທົ່ານັ້ນ. ຄວາມເພີດເພີນບໍ່ໄດ້ໝາຍເຖິງຄວາມສຸກເທົ່ານັ້ນ, ແຕ່ກົງກັນຂ້າມ ຄົນເຫຼົ່ານີ້ຖືກປົກປ້ອງບໍ່ໃຫ້ທົນທຸກຕໍ່ໄພພິບັດຕ່າງໆ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງໃນຕອນນີ້ ເຮົາຈຶ່ງມີເງື່ອນໄຂທີ່ເຄັ່ງຄັດສຳລັບພວກເຈົ້າ ແລະ ໂດຍລວມແລ້ວ ມັນກ່ຽວພັນກັບຄວາມໝາຍພາຍໃນບົດບັນຍັດແຫ່ງການບໍລິຫານຂອງເຮົາ. ເພາະວ່າ ຖ້າພວກເຈົ້າບໍ່ຍອມຮັບການຝຶກຝົນຂອງເຮົາ ແລ້ວກໍບໍ່ມີທາງທີ່ເຮົາຈະມອບສິ່ງທີ່ພວກເຈົ້າຄວນຈະໄດ້ຮັບໃຫ້ກັບພວກເຈົ້າ. ເຖິງແມ່ນສິ່ງນີ້ເປັນຄວາມຈິງ, ພວກເຈົ້າຍັງຢ້ານທີ່ຈະທົນທຸກ, ຢ້ານທີ່ຈະເກີດມີບາດແຜໃນວິນຍານຂອງເຈົ້າ, ຄິດເຖິງເນື້ອໜັງຢູ່ສະເໝີ, ຈັດແຈງ ແລະ ວາງແຜນເພື່ອຕົນເອງຢູ່ສະເໝີ. ເຮົາບໍ່ໄດ້ຈັດແຈງສຳລັບພວກເຈົ້າຢ່າງເໝາະສົມບໍ? ແລ້ວເປັນຫຍັງເຈົ້າຈຶ່ງຈັດແຈງສຳລັບຕົນເອງຊໍ້າແລ້ວຊໍ້າອີກ? ເຈົ້າປະນາມເຮົາ! ບໍ່ແມ່ນແບບນັ້ນບໍ? ເຮົາຈັດແຈງບາງສິ່ງສຳລັບເຈົ້າ ແຕ່ເຈົ້າກໍປະຕິເສດມັນທັງສິ້ນ ແລະ ວາງແຜນຂອງເຈົ້າເອງ.

ພວກເຈົ້າອາດເວົ້າໄດ້ດີ, ແຕ່ໃນຄວາມເປັນຈິງແລ້ວ ພວກເຈົ້າບໍ່ປະຕິບັດຕາມຄວາມປະສົງຂອງເຮົາບໍ່ວ່າຫຍັງກໍຕາມ. ເຮົາກ່າວກັບເຈົ້າດັ່ງນີ້ ເຮົາຈະບໍ່ເວົ້າຢ່າງແນ່ນອນວ່າ ມີຄົນຢູ່ທ່າມກາງພວກເຈົ້າທີ່ສາມາດຄຳນຶງເຖິງຄວາມປະສົງຂອງເຮົາຢ່າງແທ້ຈິງ. ເຖິງແມ່ນການກະທຳຂອງເຈົ້າອາດສອດຄ່ອງກັບຄວາມປະສົງຂອງເຮົາ, ເຮົາຈະບໍ່ສັນລະເສີນເຈົ້າຢ່າງແນ່ນອນ. ນີ້ແມ່ນວິທີການແຫ່ງຄວາມລອດພົ້ນຂອງເຮົາ. ເຖິງສິ່ງນີ້ເປັນຄວາມຈິງ, ພວກເຈົ້າກໍຍັງພໍໃຈໃນຕົນເອງ ເປັນບາງຄັ້ງ ໂດຍຄິດວ່າຕົນເອງມະຫັດສະຈັນ ແລ້ວກໍດູຖູກຄົນອື່ນ. ນີ້ແມ່ນລັກສະນະໜຶ່ງໃນອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ພວກເຈົ້າທຸກຄົນຮັບຮູ້ເຖິງເລື່ອງທີ່ເຮົາກ່າວ, ແຕ່ພຽງຢູ່ໃນລະດັບຜິວເຜີນເທົ່ານັ້ນ. ຖ້າຕ້ອງການປ່ຽນແປງຢ່າງແທ້ຈິງ ເຈົ້າຕ້ອງຍັບເຂົ້າໃກ້ເຮົາ; ສົນທະນາກັບເຮົາ ແລະ ເຮົາຈະປະທານຄວາມກະລຸນາໃຫ້ກັບເຈົ້າ. ບາງຄົນຄິດທີ່ຈະນັ່ງຢູ່ລ້າໆ ແລະ ເກັບກ່ຽວສິ່ງທີ່ຄົນອື່ນຫວ່ານ ໂດຍພຽງແຕ່ຕ້ອງການເດ່ມື້ຂໍ ຫຼື ອ້າປາກກິນ, ພຽງແຕ່ລໍຖ້າໃຫ້ຄົນອື່ນຫຍໍ້າອາຫານໃຫ້ພວກເຂົາກ່ອນທີ່ຈະຫຍັດໃສ່ປາກກືນກິນ. ຄົນປະເພດນີ້ເປັນຄົນໂງ່ຈ້າທີ່ສຸດ, ຢາກກິນສິ່ງທີ່ຄົນອື່ນໄດ້ກິນແລ້ວ ແລະ ນີ້ແມ່ນການສະແດງໃຫ້ເຫັນດ້ານຂີ້ຄ້ານທີ່ສຸດຂອງມະນຸດ. ເມື່ອໄດ້ຍິນພຣະທຳເຫຼົ່ານີ້ຂອງເຮົາແລ້ວ, ເຈົ້າກໍບໍ່ຕ້ອງເບິ່ງຂ້າມອີກຕໍ່ໄປ. ການເອົາໃຈໃສ່ທີ່ສຸດແມ່ນເປັນວິທີທີ່ຖືກຕ້ອງ. ແລ້ວຄວາມປະສົງຂອງເຮົາກໍຈະໄດ້ບັນລຸຜົນ ແລະ ນີ້ແມ່ນຄວາມເຊື່ອຟັງປະເພດທີ່ດີທີ່ສຸດ.

​ກ່ອນ​ນີ້ :ບົດທີ 61

ຕໍ່​ໄປ:ບົດທີ 63

ເນື່ອຫາທີ່ກ່ຽວຂ້ອງ