ບົດທີ 64
ເຈົ້າຕ້ອງບໍ່ເຂົ້າໃຈພຣະທຳຂອງເຮົາໃນລັກສະນະທີ່ບິດເບືອນ ແລະ ຜິດພາດ; ເຈົ້າຄວນເຂົ້າໃຈພຣະທຳເຫຼົ່ານັ້ນຈາກທຸກດ້ານ ແລະ ພະຍາຍາມເຂົ້າໃຈພຣະທຳເຫຼົ່ານັ້ນຫຼາຍຍິ່ງຂຶ້ນ ແລະ ໄຕ່ຕອງພຣະທຳເຫຼົ່ານັ້ນຢ່າງລະອຽດຊໍ້າແລ້ວຊໍ້າອີກ ບໍ່ແມ່ນພຽງແຕ່ໜຶ່ງມື້ ຫຼື ໜຶ່ງຄືນເທົ່ານັ້ນ. ເຈົ້າບໍ່ຮູ້ຈັກວ່າຄວາມປະສົງຂອງເຮົາຢູ່ໃສ ຫຼື ເຮົາໄດ້ຈ່າຍລາຄາອັນພຽນພະຍາຍາມໃນດ້ານໃດ; ເຈົ້າຈະຄຳນຶງເຖິງຄວາມປະສົງຂອງເຮົາໄດ້ແນວໃດ? ນີ້ແມ່ນສິ່ງທີ່ພວກເຈົ້າທຸກຄົນເປັນ, ບໍ່ສາມາດລົງສູ່ລາຍລະອຽດຢ່າງທີ່ສຸດ, ໃສ່ໃຈພຽງແຕ່ຜິວເຜີນ ແລະ ພຽງແຕ່ສາມາດລອກແບບ. ສິ່ງນີ້ຈະຖືກເອີ້ນວ່າຄວາມເຊື່ອຝ່າຍວິນຍານໄດ້ແນວໃດ? ມັນເປັນພຽງຄວາມກະຕືລືລົ້ນຂອງມະນຸດເທົ່ານັ້ນ; ມັນເປັນສິ່ງເຮົາບໍ່ຍົກຍ້ອງ ແລະ ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ເຮົາກຽດຊັງ. ເຮົາເວົ້າກັບເຈົ້າວ່າ: ທຸກສິ່ງທີ່ເຮົາກຽດຊັງຕ້ອງຖືກກຳຈັດຖິ້ມ, ຕ້ອງອ່ອນກຳລັງໃນໄພພິບັດ ແລະ ຕ້ອງຜ່ານການເຜົາໄໝ້ ແລະ ການພິພາກສາຂອງເຮົາ. ບໍ່ດັ່ງນັ້ນ ຜູ້ຄົນຈະບໍ່ຮູ້ວ່າ ການຢ້ານຢຳເກງໝາຍເຖິງຫຍັງ ແລະ ຈະມຶນເມົາຫຼາຍ, ເບິ່ງເຮົາດ້ວຍສາຍຕາຂອງມະນຸດຢູ່ສະເໝີ, ພວກເຂົາຊ່າງໂງ່ຈ້າຫຼາຍ! ວິທີທີ່ດີທີ່ສຸດໃນການກຳຈັດແນວຄິດຂອງຊາຕານອອກຈາກຕົວເຈົ້າຄືການຫຍັບເຂົ້າໃກ້ເຮົາ ແລະ ສື່ສານກັບເຮົາ. ເຮົາຕ້ອງການໃຫ້ພວກເຈົ້າທຸກຄົນປະຕິບັດຕາມກົດລະບຽບນີ້ເພື່ອຫຼີກຫຼ່ຽງການຖືກພິພາກສາ ແລະ ການປະສົບກັບຄວາມສູນເສຍໃນຊີວິດຂອງເຈົ້າ.
ມະນຸດແມ່ນຈັດການຍາກຫຼາຍ, ຢູ່ພາຍໃຕ້ການຄວບຄຸມຂອງຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ພາຍນອກຢູ່ສະເໝີ ພ້ອມທັງແນວຄິດຂອງພວກເຂົາເອງ. ຜົນຕາມມາກໍຄື ພວກເຂົາບໍ່ສາມາດເປັນພະຍານທີ່ດີໃຫ້ກັບເຮົາໄດ້ ແລະ ບໍ່ສາມາດຮ່ວມມືເປັນຢ່າງດີກັບເຮົາ. ເຮົາສະໜັບສະໜູນພວກເຈົ້າ ແລະ ສົ່ງເສີມພວກເຈົ້າຢ່າງສະໝໍ່າສະເໝີ, ແຕ່ພວກເຈົ້າບໍ່ສາມາດເຮັດສຸດຄວາມສາມາດຂອງພວກເຈົ້າເພື່ອຮ່ວມມືກັບເຮົາ. ທຸກສິ່ງເຫຼົ່ານີ້ສະແດງອອກຢ່າງຫຼວງຫຼາຍເຖິງການທີ່ພວກເຈົ້າຂາດຄວາມເຂົ້າໃຈກ່ຽວກັບເຮົາ. ເມື່ອເວລາມາເຖິງ ນັ້ນກໍຄື ເມື່ອເຈົ້າບໍ່ສົງໄສເຮົາອີກຕໍ່ໄປເລີຍ, ບໍ່ມີໃຜທີ່ສາມາດຂັດຂວາງເຈົ້າບໍ່ໃຫ້ຍ່າງໃນຫົນທາງທີ່ຖືກຕ້ອງໄດ້ ແລະ ບໍ່ມີແນວຄິດໃດຂອງມະນຸດທີ່ຈະມີອຳນາດເໜືອເຈົ້າໄດ້. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຈົ້າເຂົ້າໃຈຄວາມໝາຍຂອງພຣະຄຳຂອງເຮົາແທ້ໆບໍ? ມີແຕ່ເມື່ອເຮົາໄດ້ຊີ້ແຈງພຣະທຳແບບນີ້ ພວກເຈົ້າຈຶ່ງມີຄວາມເຂົ້າໃຈໜ້ອຍໜຶ່ງ. ຜູ້ຄົນໂງ່ຈ້າແບບນີ້ ແລະ ອ່ອນແອຫຼາຍໃນຫົວ. ມີແຕ່ເມື່ອເຂັມຕໍາກະດູກ ພວກເຂົາຈຶ່ງຈະເລີ່ມຮູ້ສຶກເຖິງຄວາມເຈັບປວດເລັກນ້ອຍ. ນັ້ນກໍຄື ມີແຕ່ເມື່ອພຣະທຳຂອງເຮົາໄດ້ຊີ້ເຖິງບໍ່ເກີດຂອງຄວາມເຈັບປ່ວຍຂອງເຈົ້າ ເຈົ້າຈຶ່ງຈະໝັ້ນໃຈຢ່າງສົມບູນ. ເຖິງຢ່າງໃດກໍຕາມ, ໃນບາງຄັ້ງ ພວກເຈົ້າກໍຍັງບໍ່ເຕັມໃຈທີ່ຈະນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດ ຫຼື ຮູ້ຈັກຕົນເອງ. ໃນຈຸດນີ້, ເປັນຫຍັງພວກເຈົ້າຈຶ່ງຍັງບໍ່ຮັບຮູ້ວ່າ ມະນຸດນັ້ນຈັດການຍາກສໍ່າໃດ? ມັນເປັນເພາະພຣະທຳຂອງເຮົາບໍ່ຊັດເຈນ ຫຼື ຊັດແຈ້ງພໍບໍ? ສິ່ງທີ່ເຮົາຕ້ອງການກໍຄືໃຫ້ພວກເຈົ້າຮ່ວມມືກັບເຮົາ ທັງຢ່າງຈິງຈັງ ແລະ ຢ່າງຈິງໃຈ; ບໍ່ວ່າເຈົ້າຈະກ່າວຄຳເວົ້າທີ່ຟັງເບິ່ງຄືດີ ຫຼື ບໍ່ກໍຕາມ, ຕາບໃດທີ່ເຈົ້າເຕັມໃຈທີ່ຈະຮ່ວມມືກັບເຮົາ ແລະ ສາມາດນະມັດສະການເຮົາຢ່າງຈິງໃຈ, ເຈົ້າຈະມາຢູ່ພາຍໃຕ້ການປົກປ້ອງຂອງເຮົາ. ເຖິງແມ່ນຄົນປະເພດນີ້ບໍ່ມີຄວາມຮູ້ຫຼາຍ, ເຮົາກໍຈະສ່ອງແສງສະຫວ່າງໃຫ້ກັບພວກເຂົາເພື່ອວ່າພວກເຂົາອາດໂຍນຖິ້ມຄວາມບໍ່ຮູ້ຂອງພວກເຂົາ. ນີ້ແມ່ນຍ້ອນການກະທຳຂອງເຮົາຈຳເປັນຕ້ອງສອດຄ່ອງກັບພຣະທຳຂອງເຮົາ; ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ບໍ່ເຄີຍເຮັດສັນຍາໂດຍທີ່ພຣະອົງບໍ່ສາມາດຮັກສາໄດ້.
ເຮົາຈະເປີດເຜີຍຄວາມປະສົງຂອງເຮົາໃຫ້ກັບຄຣິສຕະຈັກ ແລະ ລູກຊາຍກົກທຸກຄົນໃນທັນທີ ແລະ ບໍ່ມີຫຍັງທີ່ຈະລີ້ລັບອີກຕໍ່ໄປ, ຍ້ອນມື້ທີ່ທຸກສິ່ງຖືກເປີດເຜີຍໄດ້ມາເຖິງແລ້ວ. ນັ້ນໝາຍຄວາມວ່າ ຄຳວ່າ “ລີ້ລັບ” ຈະບໍ່ຖືກນໍາໃຊ້ອີກຕັ້ງແຕ່ນີ້ເປັນຕົ້ນໄປ, ແຮງໄກທີ່ສິ່ງລີ້ລັບຈະສືບຕໍ່ມີຢູ່. ຜູ້ຄົນ, ເຫດການ ແລະ ສິ່ງຂອງທີ່ລີ້ລັບທັງໝົດຕ້ອງຖືກເປີດໂປງເທື່ອລະອັນຢ່າງແນ່ນອນ. ເຮົາເປັນພຣະເຈົ້າທີ່ເຕັມໄປດ້ວຍສະຕິປັນຍາ ຜູ້ທີ່ມີສິດອຳນາດຢ່າງສົມບູນ. ທຸກເຫດການ, ທຸກສິ່ງ ແລະ ທຸກໆຄົນແມ່ນຖືກຈັບຢູ່ພາຍໃນມືຂອງເຮົາ. ເຮົາໃຊ້ບາດກ້າວຂອງເຮົາເອົາເພື່ອເປີດເຜີຍສິ່ງເຫຼົ່ານັ້ນ ແລະ ເຮົາຈະເປີດເຜີຍສິ່ງເຫຼົ່ານັ້ນອອກເທື່ອລະຢ່າງ, ໃນລັກສະນະທີ່ເປັນລະບົບລະບຽບ. ສຳລັບໃຜກໍຕາມທີ່ກ້າຊັກຈູງເຮົາ ຫຼື ພະຍາຍາມປິດບັງຫຍັງຈາກເຮົາ, ເຮົາຮັບປະກັນວ່າພວກເຂົາຈະບໍ່ລຸກຂຶ້ນອີກຈັກເທື່ອ. ເຮົາຈະລົງມືປະຕິບັດໃນລັກສະນະນີ້ເພື່ອວ່າ ມັນຈະເປັນທີ່ຊັດເຈນທັງໝົດໃຫ້ພວກເຈົ້າໄດ້ເຫັນ. ຈົ່ງເບິ່ງຢ່າງຊັດເຈນ! ລາຄາອັນພຽນພະຍາຍາມທີ່ເຮົາໄດ້ຈ່າຍແມ່ນບໍ່ໄດ້ສູນເປົ່າ ມັນຈະເກີດຜົນ. ໃຜກໍຕາມທີ່ບໍ່ໃສ່ໃຈ ຫຼື ເຊື່ອຟັງກໍຈະພົບພໍ້ກັບການພິພາກສາຂອງເຮົາທັນທີ. ຜູ້ໃດຍັງກ້າລຸກຂຶ້ນຕໍ່ຕ້ານເຮົາ? ພວກເຈົ້າທຸກຄົນຕ້ອງເຊື່ອຟັງເຮົາ. ເຮົາເວົ້າກັບເຈົ້າວ່າ ທຸກສິ່ງທີ່ເຮົາກ່າວ ແລະ ເຮັດ, ທຸກການກະທຳ, ແນວຄິດ, ຄວາມຄິດ ແລະ ການອອກແບບທີ່ເຮົາມີໃນປັດຈຸບັນນີ້ແມ່ນລ້ວນແລ້ວແຕ່ຖືກຕ້ອງຢ່າງສົມບູນ; ພວກມັນປະໃຫ້ມະນຸດມີພື້ນທີ່ວ່າງໃນການພິຈາລະນາເພີ່ມເຕີມ. ເປັນຫຍັງເຮົາຈຶ່ງເວົ້າກັບພວກເຈົ້າຄັ້ງແລ້ວຄັ້ງເລົ່າວ່າ ພວກເຈົ້າພຽງແຕ່ຕ້ອງປະຕິບັດຕາມ ແລະ ບໍ່ຈຳເປັນຕ້ອງຄິດກ່ຽວກັບສິ່ງນັ້ນອີກຕໍ່ໄປ? ມັນແມ່ນຍ້ອນເຫດຜົນນີ້. ເຈົ້າຍັງຕ້ອງການໃຫ້ເຮົາຊີ້ແຈງມັນບໍ?
ແນວຄິດຂອງພວກເຈົ້າມີອຳນາດເໜືອພວກເຈົ້າ, ແຕ່ພວກເຈົ້າກໍບໍ່ຄິດວ່າມັນແມ່ນຍ້ອນພວກເຈົ້າເອງທີ່ບໍ່ໄດ້ພະຍາຍາມພໍ. ກົງກັນຂ້າມ ພວກເຈົ້າເບິ່ງທີ່ເຮົາເພື່ອຫາສາເຫດ ໂດຍເວົ້າວ່າເຮົາບໍ່ໄດ້ສ່ອງແສງສະຫວ່າງໃຫ້ກັບເຈົ້າ, ນີ້ແມ່ນການເວົ້າແບບໃດ? ເຈົ້າເອງບໍ່ມີຄວາມຮັບຜິດຊອບ ແລະ ຕໍ່ວ່າເຮົາຢູ່ສະເໝີ. ເຮົາກຳລັງເຕືອນເຈົ້າ! ຖ້າເຈົ້າສືບຕໍ່ເຮັດແບບນີ້, ສືບຕໍ່ບໍ່ຈ່າຍລາຄາຫຍັງເລີຍ, ແລ້ວເຈົ້າກໍຈະຖືກໂຍນຖິ້ມ! ເຮົາບໍ່ໄດ້ເວົ້າໃຫຍ່ໝົດມື້ເພື່ອຂູ່ຂວັນພວກເຈົ້າ. ແນ່ນອນ ນີ້ແມ່ນຄວາມຈິງ: ເຮົາເຮັດໃນສິ່ງທີ່ເຮົາເວົ້າ. ທັນທີທີ່ພຣະທຳອອກຈາກປາກຂອງເຮົາ, ພຣະທຳເຫຼົ່ານັ້ນກໍຈະເລີ່ມສຳເລັດທັນທີ. ເມື່ອກ່ອນ ພຣະທຳທີ່ເຮົາກ່າວແມ່ນສຳເລັດຢ່າງຊ້າໆ; ຕອນນີ້ ສິ່ງຕ່າງໆແມ່ນແຕກຕ່າງແລ້ວ ແລະ ຈະບໍ່ເກີດຂຶ້ນຢ່າງຊ້າໆອີກຕໍ່ໄປ. ຖ້າຈະເວົ້າໃຫ້ຊັດເຈນກໍຄື ເຮົາຈະບໍ່ຍູ້ ແລະ ຊັກຊວນອີກຕໍ່ໄປ; ກົງກັນຂ້າມ ເຮົາຈະກະຕຸ້ນ ແລະ ບັງຄັບພວກເຈົ້າໄປນໍາ. ຖ້າຈະເວົ້າໃຫ້ຊັດເຈນຍິ່ງຂຶ້ນກໍຄື ຄົນທີ່ຕາມທັນກໍຈະທັນ, ໃນຂະນະທີ່ຄົນທີ່ບໍ່ສາມາດຕາມທັນ ແລະ ຄົນທີ່ບໍ່ສາມາດສືບຕໍ່ໄປຂ້າງໜ້າກໍຈະຖືກກຳຈັດຖິ້ມ. ເຮົາເຄີຍເວົ້າກັບພວກເຈົ້າຢ່າງອົດທົນດ້ວຍທຸກວິທີທີ່ເປັນໄປໄດ້, ແຕ່ພວກເຈົ້າພຽງແຕ່ບໍ່ໄດ້ຟັງ. ບັດນີ້ເມື່ອພາລະກິດໄດ້ສືບຕໍ່ຈົນເຖິງຂັ້ນຕອນນີ້ແລ້ວ, ພວກເຈົ້າຈະເຮັດແນວໃດ? ພວກເຈົ້າຈະສືບຕໍ່ໝົກມຸ້ນກັບຕົນເອງແທ້ໆບໍ? ຄົນດັ່ງກ່າວບໍ່ສາມາດຖືກເຮັດໃຫ້ສົມບູນໄດ້, ແຕ່ຈະຖືກກຳຈັດໂດຍເຮົາຢ່າງແນ່ນອນ!