ບົດທີ 65
ພຣະທຳຂອງເຮົາຍິງຖືກຈຸດອ່ອນຂອງພວກເຈົ້າຢູ່ສະເໝີ ຊຶ່ງຊີ້ໃຫ້ເຫັນຈຸດອ່ອນທີ່ຮ້າຍແຮງຂອງພວກເຈົ້າ, ຖ້າບໍ່ດັ່ງນັ້ນ ພວກເຈົ້າກໍຈະຄົງລາກສົ້ນນ່ອງຂອງພວກເຈົ້າ ໂດຍບໍ່ຮູ້ຈັກວ່າຕອນນີ້ເວລາຈັກໂມງແລ້ວ. ຈົ່ງຮູ້ຈັກເລື່ອງນີ້! ເຮົາໃຊ້ຫົນທາງແຫ່ງຄວາມຮັກເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ. ບໍ່ວ່າພວກເຈົ້າປະພຶດຕົນແນວໃດກໍ່ຕາມ, ເຮົາກໍຈະເຮັດສຳເລັດສິ່ງຕ່າງໆທີ່ເຮົາໄດ້ອະນຸມັດໄປແລ້ວຢ່າງແນ່ນອນ ແລະ ບໍ່ມີຂໍ້ຜິດພາດໃດໆ. ເປັນໄປໄດ້ບໍທີ່ເຮົາຜູ້ເປັນພຣະເຈົ້າອົງຊົງລິດທານຸພາສູງສຸດທີ່ຊອບທຳຈະສາມາດເຮັດຜິດພາດໄດ້? ນີ້ບໍ່ແມ່ນແນວຄວາມຄິດຂອງມະນຸດບໍ? ບອກເຮົາແດ່ວ່າ ທຸກສິ່ງທຸກຢ່າງທີ່ເຮົາກະທຳ ແລະ ກ່າວນັ້ນ ບໍ່ແມ່ນເພື່ອຜົນປະໂຫຍດຂອງພວກເຈົ້າບໍ່? ບາງຄົນຈະເວົ້າຢ່າງອ່ອນນ້ອມວ່າ: “ໂອ ພຣະເຈົ້າ! ທຸກສິ່ງທຸກຢ່າງທີ່ພຣະອົງຊົງກະທຳ ແມ່ນເພື່ອພວກຂ້ານ້ອຍ, ແຕ່ວ່າ ພວກຂ້ານ້ອຍ ບໍ່ຮູ້ວ່າຈະສະແດງຮ່ວມກັບພຣະອົງແນວໃດ”. ຊ່າງໄຮ້ດຽງສາແທ້ເດ! ເຈົ້າຍັງໄປໃກເຖິງຂັ້ນເວົ້າວ່າ ພວກເຈົ້າບໍ່ຮູ້ຈັກວ່າຈະຮ່ວມມືກັບເຮົາແນວໃດນັ້ນ! ສິ່ງເຫຼົ່ານີ້ທັງໝົດລ້ວນແລ້ວແມ່ນເປັນການຂີ້ຕົວະທີ່ໜ້າອັບອາຍທີ່ສຸດ! ໃນເມື່ອພວກເຈົ້າກ່າວສິ່ງຕ່າງໆເຊັ່ນນີ້, ແລ້ວເຫດໃດ ໃນຄວາມເປັນຈິງ ພວກເຈົ້າຈຶ່ງສະແດງຄວາມສົນໃຈທາງເນື້ອໜັງຊ້ຳແລ້ວຊ້ຳອີກ? ຄຳເວົ້າຂອງພວກເຈົ້າ ຟັງຄືວ່າດີ, ແຕ່ພວກເຈົ້າບໍ່ໄດ້ປະພຶດໃນລັກສະນະທີ່ງ່າຍດາຍ ແລະ ສວຍງາມ. ພວກເຈົ້າຕ້ອງເຂົ້າໃຈສິ່ງນີ້: ເຮົາບໍ່ໄດ້ຮຽກຮ້ອງຫຍັງຫຼາຍຈາກພວກເຈົ້າໃນມື້ນີ້ ຫຼື ຂໍ້ຮຽກຮ້ອງຂອງເຮົາຢູ່ນອກເໜືອຄວາມເຂົ້າໃຈຂອງພວກເຈົ້າ, ກົງກັນຂ້າມ ພວກມັນເປັນສິ່ງທີ່ມະນຸດສາມາດບັນລຸໄດ້. ເຮົາບໍ່ໄດ້ປະເມີນພວກເຈົ້າສູງເກີນໄປແມ່ນແຕ່ໜ້ອຍເລີຍ; ເຮົາບໍ່ຮູ້ຂອບເຂດຄວາມສາມາດຂອງມະນຸດເລີຍບໍ? ເຮົາມີຄວາມເຂົ້າໃຈມັນຢ່າງຊັດເຈນທີ່ສຸດ.
ພຣະທຳຂອງເຮົາໃຫ້ແສງສະຫວ່າງແກ່ພວກເຈົ້າສະເໝີ, ແຕ່ໃຈຂອງພວກເຈົ້າແຂງກະດ້າງເກີນໄປ ແລະ ພວກເຈົ້າບໍ່ສາມາດເຂົ້າໃຈເຖິງຄວາມປະສົງຂອງເຮົາພາຍໃນຈິດວິຍານຂອງພວກເຈົ້າ! ບອກເຮົາແດ່: ເຮົາໄດ້ເຕືອນພວກເຈົ້າຈັກເທື່ອແລ້ວວ່າ ບໍ່ໃຫ້ໃສ່ໃຈເລື່ອງອາຫານ, ເຄື່ອງນຸ່ງຫົ່ມ ຫຼື ຮູບພາບພາຍນອກຂອງພວກເຈົ້າ, ແຕ່ຈົ່ງໃສ່ໃຈຊີວິດດ້ານໃນຂອງເຈົ້າແທນ? ແຕ່ພວກເຈົ້າ ບໍ່ຍອມເຊື່ອຟັງເລີຍ. ເຮົາເມື່ອຍເວົ້າເລື່ອງນີ້ແລ້ວ. ພວກເຈົ້າດື້ດ້ານປານນີ້ບໍ? ພວກເຈົ້າຂາດສະຕິເຖິງຂະໜາດນີ້ແລ້ວບໍ່? ພຣະທຳຂອງເຮົາທີ່ໄດ້ກ່າວໄປນັ້ນ ໄຮ້ສາລະປານນັ້ນພຸ້ນບໍ? ເຮົາໄດ້ເວົ້າຫຍັງຜິດໄປບໍ່? ລູກຊາຍທັງຫລາຍຂອງເຮົາເອີຍ! ຈົ່ງມີນໍ້າໃຈຕໍ່ເຈດຕະນາທີ່ຈິງໃຈຂອງເຮົາດ້ວຍ! ເມື່ອຊີວິດຂອງພວກເຈົ້າເຕີບໂຕແລ້ວ ກໍບໍ່ຈຳເປັນຕ້ອງກັງວົນຫຍັງອີກຕໍ່ໄປ ແລະ ທຸກສິ່ງທຸກຢ່າງກໍຈະຖືກສະໜອງໃຫ້. ຕອນນີ້ບໍ່ມີຄຸນຄ່າຫຍັງທີ່ຈະສຸມໃສ່ສິ່ງເຫຼົ່ານັ້ນ. ອານາຈັກຂອງເຮົາ ໄດ້ມີການຮັບຮູ້ຢ່າງທົ່ວເຖິງ ແລະ ໄດ້ລົງມາສູ່ໂລກຢ່າງເປີດເຜີຍແລ້ວ; ສິ່ງນີ້ ສະແດງໃຫ້ເຫັນວ່າ ການພິພາກສາຂອງເຮົາໄດ້ມາເຖິງຢ່າງສົມບູນ. ພວກເຈົ້າໄດ້ປະສົບກັບມັນແລ້ວບໍ? ເຮົາບໍ່ຢາກພິພາກສາພວກເຈົ້າ, ແຕ່ພວກເຈົ້າບໍ່ສະແດງຄວາມສົນໃຈກັບຈິດໃຈຂອງເຮົາແຕ່ຢ່າງໃດເລີຍ. ມັນແມ່ນຄວາມປາຖະໜາຂອງເຮົາທີ່ຢາກໃຫ້ພວກເຈົ້າໄດ້ຮັບການເບິ່ງແຍງ ແລະ ການປົກປ້ອງດ້ວຍຄວາມຮັກຂອງເຮົາ ແທນທີ່ຈະເປັນການພິພາກສາທີ່ໄຮ້ຄວາມເມດຕາ. ອາດເປັນໄປໄດ້ບໍ່ວ່າ ພວກເຈົ້າເຕັມໃຈທີ່ຈະຖືກພິພາກສາ? ຖ້າບໍ່ໄດ້ເຕັມໃຈ, ແລ້ວເປັນຫຍັງພວກເຈົ້າບໍ່ເຂົ້າມາໃກ້ຊິດກັບເຮົາ, ໂອ້ລົມກັບເຮົາ ແລະ ມີການພົວພັນກັບເຮົາຈັກເທື່ອ? ພວກເຈົ້າປະຕິບັດຕໍ່ເຮົາຢ່າງເຢືອກເຢັນ ແຕ່ເມື່ອຊາຕານໃຫ້ແນວຄິດກັບເຈົ້າ ເຈົ້າກໍຮູ້ສຶກປິຕິຍິນດີ ຄິດວ່າແນວຄິດນັ້ນສອດຄ່ອງກັບຄວາມປາຖະໜາຂອງເຈົ້າ, ແຕ່ເຈົ້າບໍ່ໄດ້ເຮັດສິ່ງໃດ ເພື່ອຜົນປະໂຫຍດຂອງເຮົາເລີຍ. ພວກເຈົ້າຍາມໃດກໍປາຖະໜາທີ່ຈະປະຕິບັດກັບເຮົາດ້ວຍຄວາມໂຫດຮ້າຍແບບນັ້ນບໍ?
ບໍ່ແມ່ນວ່າ ເຮົາບໍ່ປາຖະໜາທີ່ຈະມອບໃຫ້ເຈົ້າ, ແຕ່ຍ້ອນວ່າ ພວກເຈົ້າບໍ່ເຕັມໃຈທີ່ຈະຈ່າຍລາຄາ. ດັ່ງນັ້ນ ພວກເຈົ້າຈະມີແຕ່ມືເປົ່າ, ບໍ່ໄດ້ຖືຫຍັງເລີຍ. ພວກເຈົ້າບໍ່ເຫັນບໍ່ວ່າ ພາລະກິດຂອງພຣະວິນຍານບໍລິສຸດກ້າວໜ້າຢ່າງວ່ອງໄວພຽງໃດ? ພວກເຈົ້າບໍ່ເຫັນບໍ່ວ່າ ຫົວໃຈຂອງເຮົາຮ້ອນຮົນດ້ວຍຄວາມກັງວົນ? ເຮົາຂໍໃຫ້ພວກເຈົ້າຮ່ວມມືກັບເຮົາ ແຕ່ພວກເຈົ້າກໍຍັງບໍ່ເຕັມໃຈ. ໄພພິບັດທຸກຮູບແບບຈະເກີດຂຶ້ນຢ່າງຕໍ່ເນື່ອງ; ທຸກຊາດ ແລະ ທຸກສະຖານທີ່ ຈະປະສົບກັບໄພພິບັດເຊັ່ນ: ໂລກລະບາດ, ໄພອຶດຫີວ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ແຜ່ນດິນໄຫວຈະເກີດຂຶ້ນຢູ່ທຸກບ່ອນ. ໄພພິບັດເຫຼົ່ານີ້ ຈະເກີດຂຶ້ນບໍ່ສະເພາະຢູ່ບ່ອນໜຶ່ງບ່ອນດຽວ ຫລື ສອງບ່ອນ ຫຼື ຈະບໍ່ເກີດຂຶ້ນພຽງແຕ່ພາຍໃນໜຶ່ງມື້ ຫຼື ສອງມື້, ແຕ່ກົງກັນຂ້າມ ພວກມັນຈະຂະຫຍາຍອອກໄປທົ່ວທຸກແຫ່ງຫົນ ແລະ ຈະຮ້າຍແຮງຂຶ້ນເລື້ອຍໆ. ຢູ່ໃນໄລຍະນີ້ ຈະເກີດການລະບາດຂອງແມງໄມ້ທຸກຊະນິດເກີດຂຶ້ນຢ່າງຕໍ່ເນື່ອງກັນ ແລະ ຈະເກີດມີປະກົດການກິນຊີ້ນມະນຸດເກີດຂຶ້ນຢູ່ທຸກຫົນແຫ່ງ. ນີ້ແມ່ນການພິພາກສາຂອງເຮົາຕໍ່ທຸກຊາດ ແລະ ທຸກຊົນຊາດ. ລູກຊາຍທັງຫລາຍຂອງເຮົາເອີຍ! ພວກເຈົ້າ ບໍ່ຕ້ອງທົນທຸກທໍລະມານກັບຄວາມເຈັບປວດ ຫຼື ຄວາມລໍາບາກຈາກໄພພິບັດເຫລົ່ານັ້ນ. ມັນແມ່ນຄວາມປາຖະໜາຂອງເຮົາທີ່ຈະໃຫ້ພວກເຈົ້າເຕີບໃຫຍ່ໂດຍໄວ ແລະ ໄວເທົ່າທີ່ເປັນໄປໄດ້, ຮັບເອົາພາລະຢູ່ເທິງບ່າຂອງເຮົາ. ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈຄວາມປະສົງຂອງເຮົາ? ພາລະກິດຢູ່ເບື້ອງໜ້າ ຍິ່ງຈະຫຍຸ້ງຍາກຂຶ້ນເລື້ອຍໆ. ພວກເຈົ້າໃຈແຂງເຖິງຂັ້ນຈະໜີຈາກເຮົາໂດຍທີ່ມືຂອງເຮົາບໍ່ຫວ່າງທີ່ຈະປະຕິບັດພາລະກິດອັນໜັກໜ່ວງດ້ວຍຕົນເອງແບບນີ້ບໍ່? ເຮົາຂໍເວົ້າຢ່າງຈະແຈ້ງຍິ່ງຂຶ້ນວ່າ: ຄົນທີ່ມີຊີວິດເປັນຜູ້ໃຫຍ່ ຈະເຂົ້າສູ່ບ່ອນລີ້ໄພ ແລະ ຈະບໍ່ທົນທຸກທໍລະມານກັບຄວາມເຈັບປວດ ຫລື ຄວາມຍາກລຳບາກ; ຜູ້ທີ່ມີຊີວິດບໍ່ເຕີບໃຫຍ່ ຕ້ອງທົນທຸກທໍລະມານກັບຄວາມເຈັບປວດ ແລະ ໄພອັນຕະລາຍ. ພຣະທຳຂອງເຮົາຊັດເຈນພຽງພໍ ແມ່ນບໍ່?
ຊື່ຂອງເຮົາຕ້ອງແຜ່ຂະຫຍາຍໄປທົ່ວທຸກສາລະທິດ ແລະ ທົ່ວທຸກບ່ອນ ເພື່ອວ່າທຸກຄົນຈະໄດ້ຮູ້ຈັກຊື່ອັນບໍລິສຸດຂອງເຮົາ ແລະ ຮູ້ຈັກເຮົາ. ຄົນທຸກສາຂາອາຊີບ ແລະ ທຸກຊັ້ນຄົນ ທີ່ຢູ່ປະເທດສະຫະລັດອາເມລິກາ, ຍີ່ປຸ່ນ, ການາດາ, ສິງກະໂປ, ສະຫະພາບໂຊວຽດ, ມາເກົາ, ຮົ່ງກົງ ແລະ ປະເທດອື່ນໆ ຈະພາກັນຫລັ່ງໄຫລເຂົ້າສູ່ປະເທດຈີນຢ່າງຮີບດ່ວນ ເພື່ອຄົ້ນຫາວິທີທາງທີ່ຖືກຕ້ອງ. ຊື່ຂອງເຮົາໄດ້ຖືກຢືນຢັນຕໍ່ພວກເຂົາແລ້ວ; ແລະ ສິ່ງທີ່ຫຼົງເຫຼືອກໍຄືໃຫ້ພວກເຈົ້າເປັນຜູ້ໃຫຍ່ໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອວ່າ ພວກເຈົ້າຈະໄດ້ເບິ່ງແຍງ ແລະ ນຳພາພວກເຂົາ. ນີ້ຄືເຫດຜົນທີ່ເຮົາກ່າວວ່າ ມີພາລະກິດອີກຫຼາຍທີ່ຕ້ອງເຮັດ. ຊື່ຂອງເຮົາຈະກະຈາຍອອກຢ່າງກວ້າງຂວາງ ເມື່ອເກີດໄພພິບັດຂຶ້ນ ແລະ ຖ້າຫາກພວກເຈົ້າບໍ່ລະມັດລະວັງ ພວກເຈົ້າກໍຈະສູນເສຍສ່ວນແບ່ງທີ່ຖືກຕ້ອງຂອງພວກເຈົ້າໄປ. ພວກເຈົ້າບໍ່ຢ້ານບໍ? ຊື່ຂອງເຮົາກະຈາຍໄປທົ່ວທຸກສາສະໜາ, ທຸກສາຂາອາຊີບ ແລະ ທຸກຊັ້ນຄົນ, ທຸກຊາດ ແລະ ທຸກນິກາຍ. ນີ້ແມ່ນພາລະກິດຂອງເຮົາທີ່ກໍາລັງຖືກປະຕິບັດຢ່າງເປັນລະບຽບ ແລະ ມີການເຊື່ອມໂຍງກັນຢ່າງໃກ້ຊິດ; ທຸກສິ່ງນີ້ເກີດຂຶ້ນຈາກການຈັດແຈງຢ່າງສະຫຼາດຂອງເຮົາ. ເຮົາພຽງແຕ່ປາຖະໜາໃຫ້ພວກເຈົ້າສາມາດກ້າວໄປຂ້າງໜ້າດ້ວຍທຸກບາດກ້າວ ດໍາເນີນຕາມຮອຍບາດກ້າວຂອງເຮົາຢ່າງໃກ້ຊິດ.