ບົດທີ 78

ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າເຮົາເປັນຜູ້ທີ່ປະຕິບັດພາລະກິດ ບໍ່ແມ່ນມະນຸດຄົນໃດເປັນຜູ້ປະຕິບັດ. ເມື່ອມີເຮົາ, ທຸກສິ່ງສະບາຍ ແລະ ມີຄວາມສຸກ, ແຕ່ເມື່ອມີພວກເຈົ້ານັ້ນ ສິ່ງຕ່າງໆກໍແຕກຕ່າງກັນຫຼາຍ; ພວກເຈົ້າປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນທຸກສິ່ງທີ່ພວກເຈົ້າເຮັດ. ສິ່ງທີ່ເຮົາເຫັນດີນຳ ເຮົາກໍຈະເຮັດໃຫ້ສຳເລັດຢ່າງແນ່ນອນ; ຜູ້ໃດກໍຕາມທີ່ເຮົາເຫັນດີນຳ ເຮົາກໍຈະເຮັດໃຫ້ສົມບູນ. ມະນຸດ: ຢ່າເຂົ້າມາຫຍຸ້ງກັບພາລະກິດຂອງເຮົາ! ພວກເຈົ້າພຽງແຕ່ຕ້ອງເຮັດໃນຂະນະທີ່ຕິດຕາມການນຳພາຂອງເຮົາ, ເຮັດສິ່ງທີ່ເຮົາຮັກ, ປະຕິເສດທຸກສິ່ງທີ່ເຮົາກຽດຊັງ, ຖອນຕົວອອກຈາກຄວາມຜິດບາບ ແລະ ໂຍນຕົວເຂົ້າສູ່ອ້ອມກອດແຫ່ງຄວາມຮັກຂອງເຮົາ. ເຮົາບໍ່ໄດ້ໂອ້ອວດກັບພວກເຈົ້າ ຫຼື ເຮົາກໍບໍ່ໄດ້ເວົ້າເກີນໄປດ້ວຍ; ນີ້ແມ່ນຄວາມຈິງແທ້ໆ. ຖ້າເຮົາເວົ້າວ່າເຮົາກຳລັງຈະທຳລາຍໂລກ, ແລ້ວໃນເວລາທີ່ພວກເຈົ້າກະພິບຕາ ໂລກກໍຈະກາຍເປັນຂີ້ເທົ່າ. ພວກເຈົ້າມັກຈະກັງວົນໃຈຫຼາຍເກີນໄປ ແລະ ເພີ່ມພາລະຂອງຕົນເອງ ໂດຍຢ້ານຢ່າງສຸດຊຶ້ງວ່າພຣະທຳຂອງເຮົານັ້ນວ່າງເປົ່າ. ສະນັ້ນ, ພວກເຈົ້າຈຶ່ງວຸ້ນວາຍພະຍາຍາມ “ຫາທາງອອກ” ໃຫ້ກັບເຮົາ. ຄົນຕາບອດເອີຍ! ຄົນໂງ່ຈ້າເອີຍ! ເຈົ້າບໍ່ຮູ້ຈັກແມ່ນແຕ່ຄຸນຄ່າຂອງຕົນເອງ ແຕ່ເຈົ້າພະຍາຍາມທີ່ຈະເປັນທີ່ປຶກສາຂອງເຮົາ. ເຈົ້າຄູ່ຄວນບໍ? ຈົ່ງແຍງແວ່ນເບິ່ງດີໆ!

ໃຫ້ເຮົາບອກບາງຢ່າງແກ່ເຈົ້າ! ຄົນຂີ້ຢ້ານຕ້ອງຖືກຂ້ຽນຕີຍ້ອນຄວາມຂີ້ຢ້ານຂອງຕົນ ໃນຂະນະທີ່ຄົນຊື່ສັດເປັນຢ່າງຍິ່ງຈະໄດ້ຮັບພອນຍ້ອນຄວາມເຊື່ອຂອງພວກເຂົາ. ເພື່ອໃຫ້ຊັດເຈນ, ປະເດັນທີ່ສຳຄັນທີ່ສຸດໃນຕອນນີ້ແມ່ນ ຄວາມເຊື່ອ. ກ່ອນທີ່ພອນທີ່ຈະມາເຖິງພວກເຈົ້າໄດ້ຖືກເປີດເຜີຍ, ຕອນນີ້ ພວກເຈົ້າຕ້ອງເສຍສະຫຼະທຸກສິ່ງເພື່ອສະຫຼະໃຫ້ແກ່ເຮົາ. ນີ້ແມ່ນລັກສະນະທີ່ “ການໄດ້ຮັບພອນ” ແລະ “ການທົນທຸກຕໍ່ໄພພິບັດອັນຍິ່ງໃຫຍ່” ໝາຍເຖິງຢ່າງແນ່ນອນ. ລູກຊາຍເອີຍ! ພຣະທຳຂອງເຮົາຍັງຝັງຢູ່ໃນໃຈຂອງເຈົ້າຢູ່ບໍ? “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”. ປັດຈຸບັນນີ້, ເຈົ້າເຂົ້າໃຈຄວາມໝາຍທີ່ຢູ່ພາຍໃນແທ້ໆບໍ? ເຮົາບໍ່ກ່າວພຣະທຳທີ່ວ່າງເປົ່າ; ນັບແຕ່ນີ້ເປັນຕົ້ນໄປ ຈະບໍ່ມີຫຍັງຖືກປິດບັງອີກ. ນັ້ນກໍຄື ສິ່ງຕ່າງໆທີ່ເຄີຍຖືກປິດບັງໄວ້ໃນພຣະທຳຂອງເຮົາຈະຖືກບອກແກ່ພວກເຈົ້າເທື່ອລະຂໍ້ໃນຕອນນີ້ ໂດຍບໍ່ມີການປິດບັງໃດໆ. ຍິ່ງໄປກວ່ານັ້ນ, ພຣະທຳແຕ່ລະຂໍ້ຈະເປັນຄວາມໝາຍທີ່ແທ້ຈິງຂອງເຮົາ, ບໍ່ຕ້ອງກ່າວເຖິງວ່າ ການເປີດເຜີຍທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຖືກປິດບັງໄວ້ຕໍ່ໜ້າເຮົາຈະເຮັດໄດ້ຢ່າງງ່າຍດາຍ ແລະ ຈະບໍ່ຍາກເລີຍສຳລັບເຮົາ. ທຸກສິ່ງທີ່ເຮົາກະທຳແມ່ນປະກອບດ້ວຍລັກສະນະແຫ່ງຄວາມເປັນມະນຸດທີ່ທຳມະດາຂອງເຮົາ ລວມເຖິງລັກສະນະຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາດ້ວຍ. ພວກເຈົ້າມີຄວາມເຂົ້າໃຈທີ່ຊັດເຈນຢ່າງແທ້ຈິງຕໍ່ພຣະທຳເຫຼົ່ານີ້ບໍ? ນີ້ຄືເຫດຜົນວ່າເປັນຫຍັງເຮົາຈຶ່ງສືບຕໍ່ເນັ້ນຢ້ຳວ່າ ເຈົ້າບໍ່ຄວນຮີບຮ້ອນຫຼາຍເກີນໄປ. ການເປີດເຜີຍຄົນໆໜຶ່ງ ຫຼື ສິ່ງໜຶ່ງນັ້ນມັນບໍ່ໄດ້ຍາກສຳລັບເຮົາ ແລະ ມີເວລາສຳລັບມັນຢູ່ສະເໝີ. ບໍ່ແມ່ນແບບນັ້ນບໍ? ຫຼາຍຄົນໄດ້ເປີດເຜີຍລັກສະນະທີ່ແທ້ຈິງຂອງພວກເຂົາຕໍ່ໜ້າເຮົາ. ບໍ່ວ່າພວກເຂົາຈະເປັນໝາຈອກເກົ້າຫາງ, ໝາ ຫຼື ໝາປ່າ, ພວກມັນທັງໝົດລ້ວນແລ້ວແຕ່ເປີດເຜີຍລັກສະນະທີ່ແທ້ຈິງຂອງພວກມັນໃນເວລາສະເພາະໃດໜຶ່ງທີ່ເຮົາໄດ້ກຳນົດໄວ້, ເພາະວ່າທຸກສິ່ງທີ່ເຮົາກະທຳແມ່ນສ່ວນໜຶ່ງໃນແຜນການຂອງເຮົາ. ໃນຈຸດນີ້ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຊັດເຈນຢ່າງສົມບູນ!

ເຈົ້າເຂົ້າໃຈແທ້ບໍວ່າ ຄຳເວົ້າທີ່ວ່າ “ເວລາຍັງອີກບໍ່ດົນ” ໝາຍເຖິງຫຍັງ? ໃນອະດີດ, ເຈົ້າຄິດຢູ່ສະເໝີວ່າ ມັນໝາຍເຖິງມື້ຂອງເຮົາ ແຕ່ພວກເຈົ້າທຸກຄົນໄດ້ຕີຄວາມໝາຍພຣະທຳຂອງເຮົາຕາມແນວຄິດຂອງພວກເຈົ້າ. ໃຫ້ເຮົາບອກເຈົ້າເສຍ! ນັບແຕ່ນີ້ເປັນຕົ້ນໄປ, ຜູ້ໃດທີ່ຕີຄວາມໝາຍພຣະທຳຂອງເຮົາຜິດໆແມ່ນຄົນໂງ່ຢ່າງບໍ່ຕ້ອງສົງໄສ! ພຣະທຳທີ່ເຮົາກ່າວ “ເວລາຍັງອີກບໍ່ດົນ” ໝາຍເຖິງມື້ຂອງພວກເຈົ້າໃນການຊື່ນຊົມພຣະພອນ; ນັ້ນກໍຄື ມື້ທີ່ວິນຍານຊົ່ວຮ້າຍທັງໝົດຈະຖືກທຳລາຍ ແລະ ເຕະອອກຈາກຄຣິສຕະຈັກຂອງເຮົາ ແລະ ວິທີການເຮັດສິ່ງຕ່າງໆທັງໝົດຂອງມະນຸດຈະຖືກປະຕິເສດ. ຍິ່ງໄປກວ່ານັ້ນ, ສຳນວນນີ້ໝາຍເຖິງມື້ທີ່ໄພພິບັດອັນຍິ່ງໃຫຍ່ຕ່າງໆຈະລົງມາ. ຈົ່ງຈື່ຈຳສິ່ງນີ້ໄວ້! ມັນແມ່ນ ໄພພິບັດອັນຍິ່ງໃຫຍ່ທັງໝົດ; ຢ່າຕີຄວາມໝາຍນີ້ຢ່າງຜິດໆອີກຕໍ່ໄປ. ໄພພິບັດອັນຍິ່ງໃຫຍ່ຂອງເຮົາຈະລົງມາຈາກມືຂອງເຮົາສູ່ໂລກຈັກກະວານໃນເວລາດຽວກັນ. ບັນດາຜູ້ທີ່ໄດ້ຮັບນາມຊື່ຂອງເຮົາຈະໄດ້ຮັບພອນ ແລະ ຈະບໍ່ຕ້ອງທົນທຸກກັບຄວາມທຸກທໍລະມານເຊັ່ນນີ້ຢ່າງແນ່ນອນ. ເຈົ້າຍັງຈື່ສິ່ງນັ້ນໄດ້ບໍ? ເຈົ້າເຂົ້າໃຈສິ່ງທີ່ເຮົາກຳລັງເວົ້າເຖິງບໍ? ເວລາທີ່ເຮົາເວົ້າເຖິງແມ່ນເວລາທີ່ເຮົາເລີ່ມຕົ້ນປະຕິບັດພາລະກິດຢ່າງແນ່ນອນ (ເມື່ອໄພພິບັດອັນຍິ່ງໃຫຍ່ໄດ້ລົງມາໃນຊ່ວງເວລາດັ່ງກ່າວ). ພວກເຈົ້າບໍ່ໄດ້ເຂົ້າໃຈເຈດຕະນາຂອງເຮົາແທ້ໆ. ພວກເຈົ້າຮູ້ບໍວ່າເປັນຫຍັງເຮົາຈຶ່ງວາງຂໍ້ຮຽກຮ້ອງທີ່ເຂັ້ມງວດຕໍ່ພວກເຈົ້າ ໂດຍບໍ່ໄດ້ສະແດງຄວາມກະລຸນາໃດໆກັບພວກເຈົ້າເລີຍ? ທັນທີທີ່ສະຖານະການສາກົນເຄັ່ງຄຽດ ແລະ ໃນຂະນະທີ່ຜູ້ (ທີ່ເອີ້ນວ່າ) ມີອຳນາດໃນປະເທດຈີນກຳລັງດຳເນີນການກະກຽມທັງໝົດ, ນີ້ເປັນເວລາດຽວກັບທີ່ລະເບີດເວລາກຳລັງຈະລະເບີດອອກ. ບັນດາປະເທດທັງເຈັດທີ່ສະແຫວງຫາຫົນທາງທີ່ແທ້ຈິງຈະພຸ່ງເຂົ້າສູ່ປະເທດຈີນຢ່າງແຮງຄືກັບນ້ຳຜ່ານປະຕູລະບາຍນ້ຳ ໂດຍບໍ່ຄຳນຶງເຖິງຕົ້ນທຶນໃດໆ. ບາງຄົນກໍຖືກເຮົາເລືອກ ແລະ ຄົນອື່ນໆກໍແມ່ນເພື່ອໃຫ້ບໍລິການແກ່ເຮົາ, ແຕ່ບໍ່ມີລູກຊາຍກົກໃນບັນດາພວກເຂົາ. ນີ້ແມ່ນການກະທຳຂອງເຮົາ! ນີ້ແມ່ນການຈັດການທີ່ເຮັດສຳເລັດແລ້ວເມື່ອເຮົາສ້າງໂລກ. ຈົ່ງກຳຈັດແນວຄິດມະນຸດຂອງເຈົ້າເສຍ. ຢ່າຖືວ່າເຮົາກຳລັງເວົ້າເລື່ອງໄຮ້ສາລະ! ສິ່ງທີ່ເຮົາຄິດເຖິງແມ່ນສິ່ງທີ່ເຮົາໄດ້ເຮັດສຳເລັດແລ້ວ ແລະ ແຜນການຂອງເຮົາແມ່ນສິ່ງທີ່ເຮົາໄດ້ເຮັດສຳເລັດແລ້ວເຊັ່ນກັນ. ເຈົ້າຊັດເຈນໃນເລື່ອງນີ້ບໍ?

ທຸກສິ່ງທຸກຢ່າງຂຶ້ນຢູ່ກັບຄວາມຄິດຂອງເຮົາ ແລະ ແຜນການຂອງເຮົາ. ລູກຊາຍຂອງເຮົາເອີຍ! ເຮົາເລືອກເຈົ້າເພາະເຫັນແກ່ເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນຍ້ອນເຮົາຮັກເຈົ້າ. ໃຜກໍຕາມທີ່ກ້າຄິດບໍ່ເຊື່ອຟັງ ຫຼື ກໍ່ໃຫ້ເກີດຄວາມອິດສາ ຈະຕາຍດ້ວຍຄຳສາບແຊ່ງ ແລະ ການເຜົາໄໝ້ຂອງເຮົາ. ສິ່ງນີ້ກ່ຽວຂ້ອງກັບບົດບັນຍັດການປົກຄອງຂອງອານາຈັກຂອງເຮົາ, ຍ້ອນວ່າອານາຈັກຂອງຍຸກນີ້ໄດ້ກໍ່ຕົວຂຶ້ນແລ້ວ. ແນວໃດກໍຕາມ, ລູກຊາຍຂອງເຮົາເອີຍ, ເຈົ້າຄວນລະມັດລະວັງ ແລະ ບໍ່ຄວນຖືວ່ານີ້ເປັນທຶນຮອນຊະນິດໜຶ່ງ. ເຈົ້າຄວນພິຈາລະນາເຖິງຫົວໃຈຂອງພຣະບິດາເຈົ້າ ແລະ ຜ່ານສິ່ງນີ້ ຈົ່ງຊື່ນຊົມກັບຄວາມພະຍາຍາມອັນພາກພຽນຂອງພຣະບິດາຂອງເຈົ້າ. ຈາກເລື່ອງນີ້ ລູກຊາຍຂອງເຮົາຕ້ອງເຂົ້າໃຈວ່າຄົນແບບໃດທີ່ເຮົາຮັກຫຼາຍທີ່ສຸດ, ຄົນແບບໃດທີ່ເຮົາຮັກຮອງລົງມາ, ຄົນແບບໃດທີ່ເຮົາຊັງທີ່ສຸດ ແລະ ຄົນແບບໃດທີ່ເຮົາລັງກຽດ. ຢ່າເກັບຄວາມກົດດັນໄວ້ກັບຕົວເອງ. ບໍ່ວ່າເຈົ້າມີອຸປະນິໄສແບບໃດກໍຕາມ ມັນໄດ້ຖືກເຮົາຈັດຕຽມໄວ້ລ່ວງໜ້າແລ້ວ ແລະ ແມ່ນການເປີດເຜີຍເຖິງລັກສະນະໜຶ່ງຂອງອຸປະນິໄສອັນສັກສິດຂອງເຮົາ. ຈົ່ງໂຍນຄວາມວິຕົກກັງວົນຂອງເຈົ້າຖິ້ມເສຍ! ເຮົາບໍ່ມີຄວາມກຽດຊັງຕໍ່ເຈົ້າ. ເຮົາຄວນເວົ້າແນວໃດກ່ຽວກັບສິ່ງນີ້? ເຈົ້າຍັງບໍ່ເຂົ້າໃຈບໍ? ເຈົ້າຍັງຖືກຈຳກັດດ້ວຍຄວາມຢ້ານຂອງເຈົ້າບໍ? ຜູ້ໃດຈົ່ງຮັກພັກດີ, ຜູ້ໃດກະຕືລືລົ້ນ, ຜູ້ໃດຊື່ສັດ, ຜູ້ໃດຫຼອກລວງ, ເຮົາຮູ້ຈັກໝົດ, ຍ້ອນດັ່ງທີ່ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າ ເຮົາຮູ້ສະຖານະການຂອງໄພ່ພົນຄືກັບຫຼັງມືຂອງເຮົາ.

ໃນສາຍຕາຂອງເຮົາ, ທຸກສິ່ງໄດ້ຖືກສຳເລັດ ແລະ ຖືກເປີດເຜີຍມາດົນແລ້ວ. (ເຮົາແມ່ນພຣະເຈົ້າຜູ້ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງຜູ້ຄົນ; ຈຸດປະສົງຂອງເຮົາແມ່ນພຽງແຕ່ເຮັດໃຫ້ພວກເຈົ້າເຫັນເຖິງລັກສະນະຂອງຄວາມເປັນມະນຸດທຳມະດາຂອງເຮົາ). ແນວໃດກໍຕາມ, ຈາກທັດສະນະຂອງພວກເຈົ້າ ທັງໝົດຍັງຖືກປິດບັງໄວ້ ແລະ ບໍ່ມີຫຍັງຖືກເຮັດໃຫ້ສຳເລັດ. ນີ້ແມ່ນຍ້ອນຄວາມຈິງທີ່ວ່າພວກເຈົ້າບໍ່ຮູ້ຈັກເຮົາແທ້ໆ. ທຸກສິ່ງຢູ່ໃນມືຂອງເຮົາ, ທັງໝົດຢູ່ໃຕ້ຕີນຂອງເຮົາ ແລະ ຕາຂອງເຮົາກວດສອບທຸກສິ່ງ; ຜູ້ໃດສາມາດຫຼົບໜີຈາກການພິພາກສາຂອງເຮົາໄດ້? ບັນດາຜູ້ທີ່ບໍ່ສະອາດທັງໝົດ, ຜູ້ທີ່ມີສິ່ງປິດບັງຢູ່, ຜູ້ທີ່ຕັດສິນລັບຫຼັງເຮົາ, ຜູ້ທີ່ມີການຕໍ່ຕ້ານໃນຫົວໃຈຂອງພວກເຂົາ ແລະ ຄົນອື່ນໆອີກ, ທຸກຄົນເຫຼົ່ານີ້ທີ່ເຮົາຖືວ່າບໍ່ມີຄ່າໃນສາຍຕາຂອງເຮົາ ຕ້ອງຄຸເຂົ່າລົງຕໍ່ໜ້າເຮົາ ແລະ ປົດພາລະຕົວເອງເສຍ. ບາງເທື່ອ ຫຼັງຈາກທີ່ໄດ້ຍິນສິ່ງນີ້, ບາງຄົນຈະໄດ້ຮັບແຮງຈູງໃຈເລັກນ້ອຍ ໃນຂະນະທີ່ຄົນອື່ນໆຈະບໍ່ຖືວ່າສິ່ງນີ້ເປັນເລື່ອງທີ່ຮ້າຍແຮງ. ເຮົາຂໍເຕືອນພວກເຈົ້າ! ຄົນທີ່ມີສະຕິປັນຍາຈົ່ງຮີບຮ້ອນກັບໃຈເສຍ! ຖ້າເຈົ້າເປັນຄົນໂງ່, ແລ້ວເຈົ້າກໍຈົ່ງລໍຖ້າ! ເມື່ອເຖິງເວລາ ຈົ່ງເບິ່ງວ່າໃຜທີ່ຈະປະສົບກັບໄພພິບັດອັນຍິ່ງໃຫຍ່!

ສະຫວັນກໍຍັງເປັນສະຫວັນເດີມຢູ່ ແລະ ແຜ່ນດິນໂລກກໍຍັງເປັນແຜ່ນດິນໂລກເດີມຢູ່, ແຕ່ໃນມຸມມອງຂອງເຮົາ, ທັງສອງໄດ້ປ່ຽນໄປແລ້ວ ແລະ ບໍ່ແມ່ນສະຫວັນ ແລະ ແຜ່ນດິນໂລກແບບທີ່ພວກມັນເຄີຍເປັນອີກຕໍ່ໄປ. ສະຫວັນໝາຍເຖິງຫຍັງ? ເຈົ້າຮູ້ບໍ? ແລ້ວສະຫວັນໃນປັດຈຸບັນນີ້ເດໝາຍເຖິງຫຍັງ? ສະຫວັນໃນອະດີດໝາຍເຖິງຫຍັງ? ໃຫ້ເຮົາສື່ສານເລື່ອງນີ້ກັບພວກເຈົ້າ: ສະຫວັນໃນອະດີດໝາຍເຖິງພຣະເຈົ້າຜູ້ທີ່ພວກເຈົ້າເຊື່ອ ແຕ່ບໍ່ມີໃຜເຄີຍໄດ້ເຫັນ ແລະ ພຣະອົງແມ່ນພຣະເຈົ້າທີ່ຜູ້ຄົນເຊື່ອດ້ວຍຄວາມຈິງໃຈທີ່ແທ້ຈິງ (ຍ້ອນວ່າພວກເຂົາບໍ່ສາມາດເຫັນພຣະອົງໄດ້). ອີກດ້ານໜຶ່ງ, ສະຫວັນໃນປັດຈຸບັນໝາຍເຖິງທັງຄວາມເປັນມະນຸດທຳມະດາຂອງເຮົາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາດ້ວຍ; ນັ້ນກໍຄື ມັນໝາຍເຖິງພຣະເຈົ້າທີ່ແທ້ຈິງອົງນີ້. ທັງສອງພຣະອົງແມ່ນພຣະເຈົ້າອົງດຽວກັນ, ສະນັ້ນ ເປັນຫຍັງເຮົາຈຶ່ງເວົ້າວ່າເຮົາແມ່ນສະຫວັນໃໝ່? ສິ່ງນີ້ລ້ວນແລ້ວແຕ່ແນໃສ່ແນວຄິດຂອງມະນຸດ. ແຜ່ນດິນໂລກໃນປັດຈຸບັນໝາຍເຖິງບ່ອນທີ່ພວກເຈົ້າຢູ່. ແຜ່ນດິນໂລກໃນອະດີດບໍ່ມີແມ່ນແຕ່ສະຖານທີ່ດຽວທີ່ບໍລິສຸດ ໃນຂະນະທີ່ສະຖານທີ່ຕ່າງໆທີ່ພວກເຈົ້າຢ້ຽມຢາມໃນປັດຈຸບັນນີ້ ໄດ້ຖືກແຍກອອກໃຫ້ບໍລິສຸດ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່ານີ້ແມ່ນແຜ່ນດິນໂລກໃໝ່. “ໃໝ່” ໃນທີ່ນີ້ໝາຍເຖິງ “ບໍລິສຸດ”. ຕອນນີ້ ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ໄດ້ເປັນຈິງຢ່າງສົມບູນແລ້ວ. ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ? ເຮົາຈະເປີດເຜີຍຄວາມລຶກລັບທັງໝົດໃຫ້ແກ່ພວກເຈົ້າເທື່ອລະໜ້າ. ຢ່າຮີບຮ້ອນ ແລະ ແມ່ນແຕ່ຄວາມລຶກລັບທີ່ຍິ່ງໃຫຍ່ກວ່າກໍຈະຖືກເປີດເຜີຍໃຫ້ແກ່ພວກເຈົ້າ!

ກ່ອນນີ້: ບົດທີ 77

ຕໍ່ໄປ: ບົດທີ 79

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້