ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ

ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ “ພາລະ” ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ການທີ່ພວກເຈົ້າຮັບເອົາສິ່ງຕ່າງໆແມ່ນບ່ຽງເບນ ແລະ ຜິດພາດແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ. ພວກເຈົ້າບໍ່ສື່ສານກັນໃນທາງທີ່ຈະບັນລຸຄວາມເປີດເຜີຍຢ່າງສົມບູນ, ຍົກຕົວຢ່າງ: ພວກເຈົ້າໄດ້ບັນລຸຜົນຈາກພາລະກິດຫຍັງແດ່ໃນຄຣິສຕະຈັກໃດໜຶ່ງ ຫຼື ກ່ຽວກັບສະພາວະພາຍໃນຕົວພວກເຈົ້າໃນປັດຈຸບັນ ແລະ ອື່ນໆ; ພວກເຈົ້າບໍ່ເຄີຍສື່ສານກ່ຽວກັບສິ່ງນີ້ເລີຍ. ແທ້ຈິງແລ້ວ ພວກເຈົ້າບໍ່ມີການປະຕິບັດໃນການລົ້ມເລີກແນວຄິດຂອງພວກເຈົ້າ ຫຼື ປ່ອຍວາງຕົນເອງ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດພຽງແຕ່ຄິດເຖິງວິທີທີ່ຈະຮັກສາອ້າຍເອື້ອຍນ້ອງບໍ່ໃຫ້ເຮັດໃນສິ່ງທີ່ເປັນລົບ ແລະ ວິທີທີ່ຈະເຮັດໃຫ້ພວກເຂົາສາມາດຕິດຕາມຢ່າງຕັ້ງໜ້າ. ຢ່າງໃດກໍຕາມ, ພວກເຈົ້າທຸກຄົນຄິດວ່າພຽງຕິດຕາມຢ່າງຕັ້ງໜ້າກໍພຽງພໍ ແລະ ໂດຍພື້ນຖານແລ້ວ ພວກເຈົ້າບໍ່ເຂົ້າໃຈວ່າ ການຮູ້ຈັກຕົນເອງ ແລະ ການປ່ອຍວາງຕົນເອງໝາຍເຖິງຫຍັງ, ແຮງໄກທີ່ພວກເຈົ້າຈະເຂົ້າໃຈວ່າການຮັບໃຊ້ແບບຮ່ວມມືກັບຄົນອື່ນໝາຍເຖິງຫຍັງ. ພວກເຈົ້າພຽງແຕ່ຄິດກ່ຽວກັບຄວາມປະສົງຂອງຕົນເອງເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ກ່ຽວກັບຄວາມປະສົງຂອງຕົນເອງເພື່ອດຳລົງຊີວິດຕາມຮູບແບບຂອງເປໂຕ. ນອກຈາກສິ່ງເຫຼົ່ານີ້ແລ້ວ ເຈົ້າບໍ່ໄດ້ຄິດກ່ຽວກັບສິ່ງອື່ນເລີຍ. ເຈົ້າເຖິງກັບເວົ້າວ່າ ບໍ່ວ່າຄົນອື່ນຈະເຮັດຫຍັງກໍຕາມ, ເຈົ້າກໍຈະບໍ່ຍອມເຮັດຕາມຢ່າງຫຼັບຫູຫຼັບຕາ ແລະ ບໍ່ວ່າຄົນອື່ນຈະເປັນແບບໃດກໍຕາມ, ເຈົ້າເອງກໍຈະສະແຫວງຫາຄວາມສົມບູນຈາກພຣະເຈົ້າ ແລະ ນັ້ນກໍຈະພຽງພໍແລ້ວ. ຢ່າງໃດກໍຕາມ, ຄວາມຈິງກໍຄື ຄວາມປະສົງຂອງເຈົ້າໃນຄວາມເປັນຈິງແມ່ນບໍ່ມີການສະແດງອອກຢ່າງເປັນຮູບປະທໍາໃດໆ. ສິ່ງທັງໝົດນີ້ບໍ່ແມ່ນຄວາມປະພຶດທີ່ພວກເຈົ້າສະແດງອອກໃນປັດຈຸບັນນີ້ບໍ? ພວກເຈົ້າແຕ່ລະຄົນເຊື່ອໝັ້ນໃນຄວາມເຂົ້າໃຈຂອງພວກເຈົ້າເອງ ແລະ ພວກເຈົ້າທຸກຄົນກໍປາດຖະໜາທີ່ຈະຖືກເຮັດໃຫ້ສົມບູນ. ເຮົາເຫັນວ່າ ພວກເຈົ້າໄດ້ຮັບໃຊ້ເປັນເວລາດົນນານໂດຍບໍ່ມີການກ້າວໜ້າພໍເທົ່າໃດເລີຍ; ໂດຍສະເພາະໃນບົດຮຽນນີ້ທີ່ກ່ຽວກັບການເຮັດວຽກຮ່ວມກັນຢ່າງສາມັກຄີ, ພວກເຈົ້າບໍ່ໄດ້ບັນລຸຫຍັງເລີຍ! ເມື່ອໄປຄຣິສຕະຈັກ ເຈົ້າກໍສື່ສານໃນວິທີຂອງເຈົ້າ ແລະ ຄົນອື່ນກໍສົນທະນາໃນວິທີຂອງພວກເຂົາ. ຫາຍາກທີ່ຈະມີການຮ່ວມມືກັນຢ່າງສາມັກຄີ ແລະ ນີ້ຍິ່ງເປັນຄວາມຈິງສໍາລັບຜູ້ຕິດຕາມທີ່ມີຕໍາແໜ່ງຕໍ່າກວ່າເຈົ້າ. ໝາຍຄວາມວ່າ ຍາກທີ່ຈະມີຜູ້ຄົນທ່າມກາງພວກເຈົ້າເຂົ້າໃຈຄວາມໝາຍຂອງການຮັບໃຊ້ພຣະເຈົ້າ ຫຼື ວິທີທີ່ຄົນໃດໜຶ່ງຄວນຮັບໃຊ້ພຣະເຈົ້າ. ພວກເຈົ້າສັບສົນ ແລະ ຖືວ່າບົດຮຽນແບບນີ້ເປັນເລື່ອງບໍ່ສຳຄັນ. ຍັງມີຫຼາຍຄົນທີ່ບໍ່ພຽງແຕ່ຈະບໍ່ປະຕິບັດຄວາມຈິງໃນລັກສະນະນີ້, ແຕ່ ພວກເຂົາຍັງເຮັດຜິດໂດຍຕັ້ງໃຈອີກດ້ວຍ. ແມ່ນແຕ່ຄົນທີ່ຮັບໃຊ້ເປັນເວລາຫຼາຍປີກໍຍັງຕໍ່ສູ້ ແລະ ເຮັດກົນອຸບາຍໃສ່ກັນ, ອິດສາ ແລະ ແຂ່ງຂັນກັນ; ທຸກຄົນແມ່ນຄິດເຫັນແຕ່ຕົນເອງ ແລະ ພວກເຂົາບໍ່ຮ່ວມມືກັນເລີຍ. ທຸກສິ່ງເຫຼົ່ານີ້ບໍ່ໄດ້ສະແດງເຖິງວຸດທິພາວະແທ້ຈິງຂອງພວກເຈົ້າບໍ? ພວກເຈົ້າທຸກຄົນຮັບໃຊ້ຮ່ວມກັນໃນແຕ່ລະມື້ ຄືກັນກັບຊາວອິດສະຣາເອນທີ່ຮັບໃຊ້ພຣະເຈົ້າເອງໃນພຣະວິຫານໂດຍກົງທຸກມື້. ເປັນໄປໄດ້ແນວໃດທີ່ພວກເຈົ້າທຸກຄົນທີ່ຮັບໃຊ້ພຣະເຈົ້າ ບໍ່ຮູ້ຈັກວິທີການຮ່ວມມື ແລະ ວິທີການຮັບໃຊ້?

ໃນເວລານັ້ນ, ຊາວອິດສະຣາເອນຮັບໃຊ້ພຣະເຢໂຮວາໃນພຣະວິຫານໂດຍກົງ ແລະ ພວກເຂົາມີຖານະເປັນປະໂລຫິດ. (ແນ່ນອນ ບໍ່ແມ່ນທຸກຄົນເປັນປະໂລຫິດ; ມີພຽງແຕ່ບາງຄົນທີ່ຮັບໃຊ້ພຣະເຢໂຮວາໃນພຣະວິຫານເທົ່ານັ້ນທີ່ເປັນປະໂລຫິດ). ພວກເຂົາຈະໃສ່ມົງກຸດທີ່ພຣະເຢໂຮວາປະທານໃຫ້ກັບພວກເຂົາ (ໝາຍຄວາມວ່າ ພວກເຂົາເຮັດມົງກຸດຕາມເງື່ອນໄຂຂອງພຣະເຢໂຮວາ; ບໍ່ແມ່ນວ່າພຣະເຢໂຮວາມອບມົງກຸດໃຫ້ພວກເຂົາໂດຍກົງ). ພວກເຂົາຍັງນຸ່ງເສື້ອຄຸມຂອງປະໂລຫິດທີ່ພຣະເຢໂຮວາປະທານໃຫ້ກັບພວກເຂົາ ແລະ ຮັບໃຊ້ພຣະອົງໂດຍຕີນເປົ່າໃນພຣະວິຫານໂດຍກົງຕັ້ງແຕ່ເຊົ້າຈົນຄໍ່າ. ການຮັບໃຊ້ຂອງພວກເຂົາທີ່ມີຕໍ່ພຣະເຢໂຮວາບໍ່ແມ່ນຕາມອໍາເພີໃຈ ແລະ ມັນບໍ່ແມ່ນການແລ່ນໄປມາແບບຕາບອດ; ກົງກັນຂ້າມ ມັນລ້ວນແລ້ວແຕ່ສອດຄ່ອງກັບກົດລະບຽບ ທີ່ບໍ່ມີໃຜທີ່ຮັບໃຊ້ພຣະເຢໂຮວາໂດຍກົງ ສາມາດລະເມີດໄດ້. ພວກເຂົາທຸກຄົນຕ້ອງປະຕິບັດຕາມກົດລະບຽບເຫຼົ່ານີ້; ບໍ່ດັ່ງນັ້ນ, ພວກເຂົາກໍຈະຖືກເກືອດຫ້າມບໍ່ໃຫ້ເຂົ້າສູ່ພຣະວິຫານ. ຖ້າຄົນໃດເຮັດຜິດຕໍ່ກົດລະບຽບຂອງພຣະວິຫານ ນັ້ນກໍຄື ຖ້າຄົນໃດກໍຕາມບໍ່ເຊື່ອຟັງຄຳສັ່ງຂອງພຣະເຢໂຮວາ ຄົນນັ້ນກໍຕ້ອງຖືກລົງໂທດຕາມກົດບັນຍັດທີ່ພຣະເຢໂຮວາໄດ້ກຳນົດໄວ້ ແລະ ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ຄັດຄ້ານສິ່ງນີ້ ຫຼື ປົກປ້ອງຜູ້ທີ່ກະທໍາຜິດ. ບໍ່ວ່າພວກເຂົາໄດ້ຮັບໃຊ້ພຣະເຈົ້າເປັນເວລາເທົ່າໃດປີກໍຕາມ, ທຸກຄົນຕ້ອງປະຕິບັດຕາມກົດລະບຽບ. ຍ້ອນເຫດຜົນນີ້ ປະໂລຫິດຫຼາຍຄົນຈຶ່ງລ້ວນແລ້ວແຕ່ນຸ່ງເສື້ອຄຸມຂອງປະໂລຫິດ ແລະ ຮັບໃຊ້ພຣະເຢໂຮວາໃນລັກສະນະນີ້ຕະຫຼອດທັງປີ ເຖິງແມ່ນພຣະອົງຈະບໍ່ໄດ້ປະຕິບັດຕໍ່ພວກເຂົາຢ່າງພິເສດໃດໆກໍຕາມ. ພວກເຂົາເຖິງກັບໃຊ້ທັງຊີວິດຂອງພວກເຂົາຢູ່ຕໍ່ໜ້າແທ່ນບູຊາ ແລະ ໃນພຣະວິຫານ. ນີ້ແມ່ນການສະແດງເຖິງຄວາມຈົ່ງຮັກພັກດີຂອງພວກເຂົາ ແລະ ຄວາມອ່ອນນ້ອມຂອງພວກເຂົາ. ມັນບໍ່ແປກໃຈເລີຍທີ່ພຣະເຢໂຮວາປະທານພອນໃຫ້ພວກເຂົາແບບນີ້; ມັນເປັນຍ້ອນຄວາມຈົ່ງຮັກພັກດີຂອງພວກເຂົາທີ່ພວກເຂົາໄດ້ຮັບຄວາມນິຍົມຊົມຊອບ ແລະ ເຫັນການກະທຳທຸກຢ່າງຂອງພຣະເຢໂຮວາ. ໃນເວລານັ້ນ ເມື່ອພຣະເຢໂຮວາປະຕິບັດພາລະກິດໃນອິດສະຣາເອນທ່າມກາງຄົນທີ່ພຣະອົງເລືອກ, ພຣະອົງຮຽກຮ້ອງຕໍ່ພວກເຂົາຢ່າງໜັກຫຼາຍ. ພວກເຂົາທຸກຄົນເຊື່ອຟັງຫຼາຍ ແລະ ຖືກບັງຄັບໂດຍກົດບັນຍັດ; ກົດບັນຍັດເຫຼົ່ານັ້ນເຮັດໜ້າທີ່ບັງຄັບພວກເຂົາໃຫ້ຢຳເກງພຣະເຢໂຮວາ. ທຸກສິ່ງເຫຼົ່ານີ້ແມ່ນກົດບັນຍັດແຫ່ງການບໍລິຫານຂອງພຣະເຢໂຮວາ. ຖ້າປະໂລຫິດຄົນໃດບໍ່ຮັກສາວັນຊະບາໂຕ ຫຼື ລະເມີດພຣະບັນຍັດຂອງພຣະເຢໂຮວາ ແລະ ຖ້າພວກເຂົາຖືກຄົ້ນພົບໂດຍຄົນທຳມະດາ, ບຸກຄົນນັ້ນກໍຈະຖືກນໍາມາຢູ່ຕໍ່ໜ້າແທ່ນບູຊາທັນທີ ແລະ ຖືກແກວ່ງກ້ອນຫີນໃສ່ຈົນຕາຍ. ແລ້ວບໍ່ມີການອະນຸຍາດໃຫ້ວາງສົບເຫຼົ່ານັ້ນໄວ້ໃນພຣະວິຫານ ຫຼື ອ້ອມຂ້າງພຣະວິຫານ; ພຣະເຢໂຮວາບໍ່ອະນຸຍາດສິ່ງນັ້ນ. ຖ້າຄົນໃດເຮັດແບບນັ້ນ, ພວກເຂົາກໍຈະຖືວ່າເປັນຄົນຖວາຍ “ເຄື່ອງບູຊາແບບໝິ່ນປະໝາດ” ແລະ ຖືກໂຍນລົງສູ່ຂຸມເລິກ ແລະ ຂ້າໃຫ້ຕາຍ. ແນ່ນອນ, ທຸກຄົນດັ່ງກ່າວກໍຈະສູນເສຍຊີວິດຂອງພວກເຂົາ; ຈະບໍ່ມີໃຜມີຊີວິດລອດ. ຍັງມີຜູ້ຄົນທີ່ຖວາຍ “ໄຟແຫ່ງຄວາມໝິ່ນປະໝາດ” ເວົ້າອີກຢ່າງໜຶ່ງກໍຄື ຄົນທີ່ບໍ່ຖວາຍບູຊາໃນມື້ທີ່ພຣະເຢໂຮວາຈັດສັນໃຫ້ ກໍຈະຖືກເຜົາໄໝ້ດ້ວຍໄຟຂອງພຣະອົງໄປພ້ອມກັບເຄື່ອງບູຊາຂອງພວກເຂົາ ເຊິ່ງຈະບໍ່ອະນຸຍາດໃຫ້ມີຢູ່ເທິງແທ່ນບູຊາ. ເງື່ອນໄຂຂອງປະໂລຫິດກໍຄື: ພວກເຂົາບໍ່ອະນຸຍາດໃຫ້ເຂົ້າໃນພຣະວິຫານ ຫຼື ແມ່ນແຕ່ຢູ່ເດີ່ນດ້ານນອກຂອງພຣະວິຫານ ໂດຍບໍ່ລ້າງຕີນຂອງພວກເຂົາກ່ອນ; ພວກເຂົາບໍ່ສາມາດເຂົ້າສູ່ພຣະວິຫານ ຖ້າບໍ່ໄດ້ນຸ່ງເສື້ອຄຸມຂອງປະໂລຫິດ; ພວກເຂົາບໍ່ສາມາດເຂົ້າສູ່ພຣະວິຫານ ຖ້າບໍ່ໄດ້ໃສ່ມົງກຸດຂອງປະໂລຫິດ; ພວກເຂົາບໍ່ສາມາດເຂົ້າສູ່ພຣະວິຫານ ຖ້າເປິເປື້ອນດ້ວຍສົບຄົນຕາຍ; ພວກເຂົາບໍ່ສາມາດເຂົ້າສູ່ພຣະວິຫານຫຼັງຈາກທີ່ຈັບມືຂອງບຸກຄົນທີ່ບໍ່ຊອບທຳ ນອກຈາກວ່າຈະໄດ້ລ້າງມືຂອງຕົນເອງແລ້ວ; ແລະ ພວກເຂົາບໍ່ສາມາດເຂົ້າສູ່ພຣະວິຫານຫຼັງຈາກທີ່ເຮັດໃຫ້ຕົນເອງເປິເປື້ອນຢູ່ກັບແມ່ຍິງ (ນີ້ບໍ່ແມ່ນຕະຫຼອດໄປ, ພຽງແຕ່ສຳລັບສາມເດືອນ) ຫຼື ພວກເຂົາໄດ້ຮັບອະນຸຍາດໃຫ້ເຫັນໜ້າຂອງພຣະເຢໂຮວາ, ເມື່ອຄົບເວລາ ເຊິ່ງໝາຍຄວາມວ່າ ຫຼັງຈາກສາມເດືອນເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບອະນຸຍາດໃຫ້ນຸ່ງເສື້ອຄຸມຂອງປະໂລຫິດທີ່ສະອາດ ແລະ ຮັບໃຊ້ໃນເດີ່ນດ້ານນອກເປັນເວລາເຈັດມື້ກ່ອນທີ່ຈະສາມາດເຂົ້າສູ່ພຣະວິຫານເພື່ອເຫັນໜ້າພຣະເຢໂຮວາ. ພວກເຂົາໄດ້ຮັບອະນຸຍາດໃຫ້ນຸ່ງເສື້ອຄຸມປະໂລຫິດພາຍໃນພຣະວິຫານເທົ່ານັ້ນ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ນຸ່ງຢູ່ນອກພຣະວິຫານ ເພື່ອຫຼີກເວັ້ນຈາກການເຮັດໃຫ້ພຣະວິຫານຂອງພຣະເຢໂຮວາເປິເປື້ອນ; ທຸກຄົນທີ່ເປັນປະໂລຫິດຕ້ອງນໍາເອົາຜູ້ທີ່ເຮັດຜິດຕໍ່ກົດບັນຍັດຂອງພຣະເຢໂຮວາມາຢູ່ຕໍ່ໜ້າແທ່ນບູຊາຂອງພຣະອົງ ເຊິ່ງເປັນບ່ອນທີ່ພວກເຂົາຈະຖືກຂ້າໃຫ້ຕາຍໂດຍຄົນທຳມະດາ; ບໍ່ດັ່ງນັ້ນ ໄຟກໍຈະເຜົາໄໝ້ປະໂລຫິດທີ່ໄດ້ພະຍານການກໍ່ອາຊະຍາກໍາ. ດ້ວຍເຫດນັ້ນ ພວກເຂົາຈຶ່ງຈົງຮັກພັກດີຕໍ່ພຣະເຢໂຮວາຢ່າງບໍ່ສິ້ນສຸດ ເພາະກົດບັນຍັດຂອງພຣະອົງເຄັ່ງຄັດກັບພວກເຂົາຫຼາຍ ແລະ ພວກເຂົາກໍບໍ່ກ້າລະເມີດກົດບັນຍັດແຫ່ງການບໍລິຫານຂອງພຣະອົງໄດ້ຢ່າງຕາມໃຈ. ຊາວອິດສະຣາເອນຊື່ສັດຕໍ່ພຣະເຢໂຮວາ ເພາະພວກເຂົາໄດ້ເຫັນໄຟຂອງພຣະອົງ ແລະ ໄດ້ເຫັນມືທີ່ພຣະອົງຂ້ຽນຕີຜູ້ຄົນ ແລະ ພ້ອມນັ້ນ ຍ້ອນພວກເຂົາເຄົາລົບບູຊາພຣະເຢໂຮວາໃນຫົວໃຈຂອງພວກເຂົາມາແຕ່ທໍາອິດ. ສະນັ້ນ ສິ່ງທີ່ພວກເຂົາໄດ້ຮັບບໍ່ແມ່ນພຽງແຕ່ໄຟຂອງພຣະເຢໂຮວາເທົ່ານັ້ນ, ແຕ່ພວກເຂົາຍັງໄດ້ຮັບການດູແລ, ການປົກປ້ອງ ແລະ ພອນຈາກພຣະອົງອີກດ້ວຍ. ຄວາມຊື່ສັດຂອງພວກເຂົາກໍຄືສິ່ງທີ່ພວກເຂົາປະຕິບັດຕາມພຣະທຳຂອງພຣະເຢໂຮວາໃນທຸກສິ່ງທີ່ພວກເຂົາເຮັດ ແລະ ບໍ່ມີໃຜເລີຍທີ່ບໍ່ເຊື່ອຟັງ. ຖ້າມີບາງຄົນບໍ່ເຊື່ອຟັງ, ຄົນອື່ນໆກໍຈະປະຕິບັດຕາມພຣະທຳຂອງພຣະເຢໂຮວາໂດຍຂ້າຄົນທີ່ຕໍ່ຕ້ານພຣະເຢໂຮວາ ແລະ ຈະບໍ່ປົກປິດບຸກຄົນນັ້ນຈາກພຣະອົງເລີຍ. ຄົນທີ່ລະເມີດວັນຊະບາໂຕ, ຄົນທີ່ເຮັດຜິດຍ້ອນກິເລດຕັນຫາ ແລະ ຄົນທີ່ລັກເຄື່ອງຖວາຍບູຊາຂອງພຣະເຢໂຮວາຈະຖືກລົງໂທດຢ່າງຮຸນແຮງໂດຍສະເພາະ. ຄົນທີ່ລະເມີດວັນຊະບາໂຕຈະຖືກພວກເຂົາ (ຄົນທໍາມະດາສາມັນ) ແກວ່ງກ້ອນຫີນໃສ່ຈົນຕາຍ ຫຼື ພວກເຂົາຈະຖືກຂ້ຽນຈົນຕາຍ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຄົນທີ່ເຮັດຜິດຕໍ່ສິນທໍາ, ແມ່ນແຕ່ຄົນທີ່ປາດຖະໜາຢາກໄດ້ຜູ້ຍິງທີ່ສວຍງາມ ຫຼື ຄົນທີ່ເກີດມີຄວາມຄິດບ້າກາມເມື່ອເຫັນແມ່ຍິງທີ່ຊົ່ວຊ້າ ຫຼື ຄົນທີ່ມີຕັນຫາເມື່ອໄດ້ເຫັນຍິງສາວ, ຄົນປະເພດນີ້ຈະຖືກຂ້າຕາຍ. ຖ້າມີຍິງສາວຄົນໃດທີ່ບໍ່ນຸ່ງເຄື່ອງປົກປິດ ຫຼື ໃສ່ຜ້າຄຸມໜ້າ ລໍ້ລວງຜູ້ຊາຍສູ່ການກະທໍາຜິດກົດລະບຽບ, ຍິງສາວຄົນນັ້ນກໍຈະຖືກຂ້າຕາຍ. ຖ້າແມ່ນປະໂລຫິດ (ບຸກຄົນທີ່ຮັບໃຊ້ໃນພຣະວິຫານ) ທີ່ລະເມີດກົດລະບຽບປະເພດນີ້, ພວກເຂົາກໍຈະຖືກຄຶງໃສ່ໄມ້ກາງແຂນ ຫຼື ຖືກແຂວນຄໍເຊັ່ນກັນ. ບໍ່ມີບຸກຄົນດັ່ງກ່າວຖືກອະນຸຍາດໃຫ້ດຳລົງຊີວິດຢູ່ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບຄວາມພໍໃຈຕໍ່ໜ້າພຣະເຢໂຮວາ. ຍາດຕິພີ່ນ້ອງຂອງຄົນປະເພດນີ້ຈະບໍ່ໄດ້ຮັບອະນຸຍາດໃຫ້ຖວາຍເຄື່ອງບູຊາແກ່ພຣະເຢໂຮວາຕໍ່ໜ້າແທ່ນບູຊາເປັນເວລາສາມປີຫຼັງຈາກທີ່ເຂົາໄດ້ຕາຍໄປ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ແບ່ງປັນເຄື່ອງບູຊາທີ່ພຣະເຢໂຮວາປະທານໃຫ້ກັບຄົນທົ່ວໄປ. ເມື່ອຄົບກໍານົດເວລາເທົ່ານັ້ນ ພວກເຂົາຈຶ່ງຈະສາມາດວາງງົວ ຫຼື ແກະຊັ້ນດີເທິງແທ່ນບູຊາຂອງພຣະເຢໂຮວາ. ຖ້າມີການຝ່າຝືນອື່ນໆ, ພວກເຂົາກໍຕ້ອງໄດ້ອົດອາຫານເປັນເວລາສາມມື້ຕໍ່ໜ້າພຣະເຢໂຮວາ ເພື່ອອ້ອນວອນຂໍຄວາມກະລຸນາຈາກພຣະອົງ. ການທີ່ພວກເຂົານະມັດສະການພຣະເຢໂຮວາບໍ່ແມ່ນຍ້ອນກົດບັນຍັດຂອງພຣະເຢໂຮວາເຂັ້ມງວດຫຼາຍ ແລະ ເຄັ່ງຄັດຫຼາຍເທົ່ານັ້ນ; ແຕ່ພວກເຂົານະມັດສະການພຣະອົງກໍຍ້ອນຄວາມກະລຸນາຂອງພຣະອົງ ແລະ ຍ້ອນພວກເຂົາຊື່ສັດຕໍ່ພຣະອົງ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງໄດ້ຊື່ສັດໃນການຮັບໃຊ້ຂອງພວກເຂົາຈົນມາຮອດປັດຈຸບັນ ແລະ ພວກເຂົາບໍ່ເຄີຍກັບຄຳອ້ອນວອນຂອງພວກເຂົາຕໍ່ໜ້າພຣະເຢໂຮວາ. ໃນປັດຈຸບັນ ປະຊາຊົນອິດສະຣາເອນຍັງໄດ້ຮັບການດູແລ ແລະ ການປົກປ້ອງຈາກພຣະເຢໂຮວາ ແລະ ພຣະອົງຍັງເປັນຄວາມກະລຸນາທ່າມກາງພວກເຂົາ ແລະ ອາໄສຢູ່ກັບພວກເຂົາສະເໝີ. ພວກເຂົາລ້ວນແລ້ວແຕ່ຮູ້ຈັກວິທີທີ່ພວກເຂົາຄວນເຄົາລົບບູຊາພຣະເຢໂຮວາ ແລະ ວິທີທີ່ພວກເຂົາຄວນຮັບໃຊ້ພຣະອົງ ແລະ ພວກເຂົາລ້ວນແລ້ວແຕ່ຮູ້ຈັກວິທີທີ່ພວກເຂົາຕ້ອງປະຕິບັດເພື່ອຮັບເອົາການດູແລ ແລະ ການປົກປ້ອງຈາກພຣະອົງ; ນີ້ກໍຍ້ອນວ່າພວກເຂົາລ້ວນແລ້ວແຕ່ເຄົາລົບບູຊາພຣະເຢໂຮວາໃນຫົວໃຈຂອງພວກເຂົາ. ຄວາມລັບສູ່ຄວາມສຳເລັດຂອງການຮັບໃຊ້ທັງໝົດຂອງພວກເຂົາບໍ່ມີຫຍັງນອກຈາກການເຄົາລົບບູຊາ. ດັ່ງນັ້ນ ພວກເຈົ້າແມ່ນເປັນແນວໃດໃນປັດຈຸບັນ? ພວກເຈົ້າມີຫຍັງທີ່ຄ້າຍຄືກັບຊາວອິດສະຣາເອນບໍ? ເຈົ້າຄິດວ່າ ການຮັບໃຊ້ໃນປັດຈຸບັນນີ້ຄືກັນກັບການປະຕິບັດຕາມການຊີ້ນໍາຂອງບຸກຄົນທີ່ຍິ່ງໃຫຍ່ທາງຝ່າຍວິນຍານບໍ? ພວກເຈົ້າບໍ່ມີຄວາມຊື່ສັດ ແລະ ຄວາມເຄົາລົບນັບຖືເລີຍ. ພວກເຈົ້າໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍ ແລະ ພວກເຈົ້າກໍທຽບເທົ່າກັບປະໂລຫິດຂອງຊາວອິດສະຣາເອນ ເພາະພວກເຈົ້າລ້ວນແລ້ວແຕ່ຮັບໃຊ້ພຣະເຈົ້າໂດຍກົງ. ເຖິງແມ່ນພວກເຈົ້າບໍ່ເຂົ້າສູ່ພຣະວິຫານ, ສິ່ງທີ່ພວກເຈົ້າໄດ້ຮັບ ແລະ ສິ່ງທີ່ພວກເຈົ້າໄດ້ເຫັນກໍມີຫຼາຍກວ່າສິ່ງທີ່ປະໂລຫິດຜູ້ທີ່ຮັບໃຊ້ພຣະເຢໂຮວາໃນພຣະວິຫານໄດ້ຮັບ. ແຕ່ພວກເຈົ້າກະບົດ ແລະ ຕໍ່ຕ້ານຫຼາຍກວ່າພວກເຂົາເຮັດ. ຄວາມເຄົາລົບນັບຖືຂອງພວກເຈົ້າກໍມີໜ້ອຍດຽວ ແລະ ຜົນຕາມມາກໍຄື ພວກເຈົ້າໄດ້ຮັບຄວາມກະລຸນາພຽງເລັກນ້ອຍ. ເຖິງແມ່ນພວກເຈົ້າອຸທິດພຽງໜ້ອຍດຽວ, ແຕ່ພວກເຈົ້າກໍໄດ້ຮັບຫຼາຍກວ່າຊາວອິດສະຣາເອນ. ທຸກສິ່ງເຫຼົ່ານີ້, ພວກເຈົ້າບໍ່ໄດ້ຖືກປະຕິບັດຕໍ່ເປັນຢ່າງດີບໍ? ໃນຂະນະທີ່ພາລະກິດຢູ່ໃນອິດສະຣາເອນຖືກປະຕິບັດ, ບໍ່ມີໃຜກ້າຕັດສິນພຣະເຢໂຮວາຢ່າງຕາມໃຈ. ແລ້ວພວກເຈົ້າເດ? ຖ້າບໍ່ແມ່ນຍ້ອນພາລະກິດທີ່ເຮົາປະຕິບັດທ່າມກາງພວກເຈົ້າແມ່ນພາລະກິດເພື່ອເອົາຊະນະພວກເຈົ້າແລ້ວ, ເຮົາຈະສາມາດອົດກັ້ນຕໍ່ການທີ່ພວກເຈົ້ານໍາເອົາຄວາມອັບອາຍຢ່າງເຫຼືອເຊື່ອມາສູ່ຊື່ສຽງຂອງເຮົາໄດ້ແນວໃດ? ຖ້າຍຸກທີ່ພວກເຈົ້າດຳລົງຊີວິດຢູ່ແມ່ນຍຸກແຫ່ງພຣະບັນຍັດ, ເບິ່ງຈາກຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າແລ້ວ ພວກເຈົ້າຈະບໍ່ມີຊີວິດຢູ່ລອດແມ່ນແຕ່ຄົນດຽວ. ຄວາມເຄົາລົບນັບຖືຂອງພວກເຈົ້າແມ່ນໜ້ອຍຫຼາຍ! ພວກເຈົ້າກ່າວໂທດເຮົາຢູ່ສະເໝີວ່າບໍ່ຍອມປະທານຄວາມນິຍົມຊົມຊອບໃຫ້ກັບພວກເຈົ້າ ແລະ ພວກເຈົ້າເຖິງກັບເວົ້າວ່າ ເຮົາບໍ່ໄດ້ມອບພຣະທຳແຫ່ງພອນຢ່າງພຽງພໍໃຫ້ກັບພວກເຈົ້າ ແລະ ເຮົາມີພຽງແຕ່ຄໍາສາບແຊ່ງສໍາລັບພວກເຈົ້າ. ພວກເຈົ້າບໍ່ຮູ້ບໍວ່າ ດ້ວຍຄວາມເຄົາລົບນັບຖືທີ່ເລັກນ້ອຍແບບນັ້ນ ມັນເປັນໄປບໍ່ໄດ້ທີ່ພວກເຈົ້າຈະໄດ້ຮັບພອນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາສາບແຊ່ງ ແລະ ໂຍນຄຳພິພາກສາລົງໃສ່ພວກເຈົ້າຕະຫຼອດເວລາກໍຍ້ອນສະພາວະທີ່ເປັນຕາສົມເພດໃນການຮັບໃຊ້ຂອງພວກເຈົ້າ? ພວກເຈົ້າທຸກຄົນຮູ້ສຶກວ່າ ພວກເຈົ້າຖືກປະຕິບັດຕໍ່ຢ່າງຜິດໆ? ເຮົາຈະປະທານພອນຂອງເຮົາໃຫ້ກຸ່ມຄົນທີ່ກະບົດ ແລະ ບໍ່ເຊື່ອຟັງໄດ້ແນວໃດ? ເຮົາຈະສາມາດປະທານຄວາມກະລຸນາຂອງເຮົາໃຫ້ກັບຄົນທີ່ນໍາຄວາມເສື່ອມເສຍມາສູ່ຊື່ສຽງຂອງເຮົາໄດ້ແນວໃດ? ພວກເຈົ້າຖືກປະຕິບັດຕໍ່ຢ່າງດີທີ່ສຸດແລ້ວ. ຖ້າຊາວອິດສະຣາເອນກະບົດຄືກັບທີ່ພວກເຈົ້າເປັນໃນປັດຈຸບັນນີ້, ເຮົາຈະທຳລາຍລ້າງພວກເຂົາແຕ່ດົນແລ້ວ. ແຕ່ເຮົາກໍປະຕິບັດຕໍ່ພວກເຈົ້າຢ່າງດີ. ນີ້ບໍ່ແມ່ນຄວາມເມດຕາບໍ? ພວກເຈົ້າຕ້ອງການພອນທີ່ຍິ່ງໃຫຍ່ກວ່ານີ້ບໍ? ພຣະເຢໂຮວາໃຫ້ພອນຄົນທີ່ເຄົາລົບນັບຖືພຣະອົງເທົ່ານັ້ນ. ພຣະອົງຂ້ຽນຕີຄົນທີ່ກະບົດຕໍ່ພຣະອົງ, ບໍ່ເຄີຍຍົກໂທດໃຫ້ໃຜຈັກເທື່ອ. ພວກເຈົ້າທຸກຄົນໃນປັດຈຸບັນຜູ້ທີ່ບໍ່ຮູ້ຈັກວິທີການຮັບໃຊ້ຈະບໍ່ຕ້ອງການຖືກຂ້ຽນຕີ ແລະ ພິພາກສາຫຼາຍກວ່າບໍ, ເພື່ອວ່າຫົວໃຈຂອງພວກເຈົ້າອາດໄດ້ຮັບການກັບໃຈຢ່າງສົມບູນ? ການຂ້ຽນຕີ ແລະ ການພິພາກສາແບບນີ້ບໍ່ແມ່ນການໃຫ້ພອນທີ່ດີທີ່ສຸດສຳລັບພວກເຈົ້າບໍ? ມັນບໍ່ແມ່ນການປົກປ້ອງທີ່ດີທີ່ສຸດຂອງພວກເຈົ້າບໍ? ຫາກປາສະຈາກສິ່ງນີ້, ພວກເຈົ້າຈະສາມາດອົດກັ້ນຕໍ່ໄຟທີ່ເຜົາໄໝ້ຂອງພຣະເຢໂຮວາໄດ້ບໍ? ຖ້າພວກເຈົ້າສາມາດຮັບໃຊ້ຢ່າງຊື່ສັດຄືກັບຊາວອິດສະຣາເອນຢ່າງແທ້ຈິງ, ພວກເຈົ້າຈະບໍ່ມີຄວາມກະລຸນາທີ່ເປັນເພື່ອນຊະນິດຂອງພວກເຈົ້າຕະຫຼອດເວລາບໍ? ພວກເຈົ້າຈະບໍ່ມີຄວາມປິຕິຍິນດີ ແລະ ຄວາມນິຍົມຊົມຊອບທີ່ພຽງພໍຢູ່ເລື້ອຍໆບໍ? ພວກເຈົ້າທຸກຄົນຮູ້ຈັກວິທີຮັບໃຊ້ບໍ?

ໃນປັດຈຸບັນ ການຮຽກຮ້ອງໃຫ້ພວກເຈົ້າປະຕິບັດພາລະກິດຮ່ວມກັນຢ່າງປອງດອງແມ່ນຄ້າຍຄືກັບການຮັບໃຊ້ທີ່ພຣະເຢໂຮວາຮຽກຮ້ອງຈາກຊາວອິດສະຣາເອນ: ບໍ່ດັ່ງນັ້ນ ກໍໃຫ້ຢຸດການຮັບໃຊ້. ເພາະພວກເຈົ້າເປັນຄົນທີ່ຮັບໃຊ້ພຣະເຈົ້າໂດຍກົງ, ຢ່າງໜ້ອຍສຸດ ພວກເຈົ້າກໍຕ້ອງສາມາດຊື່ສັດ ແລະ ເຊື່ອຟັງໃນການຮັບໃຊ້ຂອງພວກເຈົ້າ ແລະ ຕ້ອງສາມາດຮຽນຮູ້ບົດຮຽນໃນທາງທີ່ເປັນຈິງ. ໂດຍສະເພາະຄົນທີ່ກຳລັງປະຕິບັດພາລະກິດໃນຄຣິສຕະຈັກ, ອ້າຍເອື້ຍນ້ອງທີ່ຢູ່ໃນລະດັບຕໍ່າກວ່າພວກເຈົ້າຈະກ້າຈັດການກັບພວກເຈົ້າໄດ້ບໍ? ມີໃຜທີ່ກ້າບອກພວກເຈົ້າກ່ຽວກັບຄວາມຜິດພາດຂອງພວກເຈົ້າຕໍ່ໜ້າຕໍ່ຕາບໍ? ພວກເຈົ້າມີຕໍາແໜ່ງສູງກວ່າທຸກຄົນ, ພວກເຈົ້າປົກຄອງດັ່ງກະສັດ! ພວກເຈົ້າບໍ່ໄດ້ສຶກສາ ຫຼື ເຂົ້າສູ່ບົດຮຽນຕົວຈິງດັ່ງກ່າວ ແຕ່ພວກເຈົ້າກໍຍັງເວົ້າເຖິງການຮັບໃຊ້ພຣະເຈົ້າ! ໃນປັດຈຸບັນ ເຈົ້າຖືກຮຽກຮ້ອງໃຫ້ນໍາພາຄຣິສຕະຈັກຈຳນວນໜຶ່ງ ແລະ ບໍ່ພຽງແຕ່ເຈົ້າບໍ່ເສຍສະຫຼະຕົນເອງ, ເຈົ້າຍັງຍຶດຕິດກັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງ, ເຈົ້າເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ານ້ອຍຄິດວ່າ ສິ່ງນີ້ຄວນເຮັດແບບນີ້, ເພາະວ່າພຣະເຈົ້າໄດ້ກ່າວວ່າ ພວກເຮົາບໍ່ຄວນໃຫ້ຄົນອື່ນບັງຄັບ ແລະ ໃນປັດຈຸບັນນີ້ ພວກເຮົາບໍ່ຄວນຍອມຢ່າງຫຼັບຫູຫຼັບຕາ”. ສະນັ້ນ ພວກເຈົ້າແຕ່ລະຄົນກໍເລີຍຍຶດໝັ້ນກັບຄວາມຄິດເຫັນຂອງຕົນເອງ ແລະ ບໍ່ມີໃຜເຊື່ອຟັງເຊິ່ງກັນແລະກັນເລີຍ. ເຖິງແມ່ນເຈົ້າຮູ້ຈັກຢ່າງຊັດເຈນວ່າ ການຮັບໃຊ້ຂອງເຈົ້າມາເຖິງທາງຕັນ, ເຈົ້າກໍຍັງເວົ້າວ່າ “ຕາມທີ່ຂ້າພະເຈົ້າເຫັນ, ຫົນທາງຂອງຂ້າພະເຈົ້າກໍບໍ່ໄດ້ໄກຈາກຄວາມເປັນຈິງ. ຢ່າງໃດກໍຕາມ ພວກເຮົາແຕ່ລະຝ່າຍກໍມີດ້ານຂອງໃຜລາວ: ທ່ານກໍເວົ້າກ່ຽວກັບການຮັບໃຊ້ຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບການຮັບໃຊ້ຂອງຂ້າພະເຈົ້າ; ທ່ານສົນທະນາກ່ຽວກັບນິມິດຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບທາງເຂົ້າຂອງຂ້າພະເຈົ້າ”. ເຈົ້າບໍ່ເຄີຍຮັບຜິດຊອບຕໍ່ຫຼາຍສິ່ງທີ່ຄວນຖືກປະຕິບັດ ຫຼື ເຈົ້າພຽງແຕ່ເຮັດ, ພວກເຈົ້າແຕ່ລະຄົນລະບາຍຄວາມຄິດເຫັນຂອງຕົນເອງ ແລະ ປົກປ້ອງສະຖານະ, ຊື່ສຽງ ແລະ ໜ້າຕາຂອງຕົນເອງຢ່າງລະມັດລະວັງ. ບໍ່ມີໃຜເຕັມໃຈທີ່ຈະຖ່ອມຕົວ ແລະ ບໍ່ມີຝ່າຍໃດລິເລີ່ມຍອມເສຍສະຫຼະຕົນເອງ ແລະ ປັບປຸງຄວາມບົກຜ່ອງເຊິ່ງກັນແລະກັນເພື່ອວ່າຊີວິດຈະໄດ້ຄືບໜ້າໄວຍິ່ງຂຶ້ນ. ເມື່ອພວກເຈົ້າຮ່ວມມືກັນ, ພວກເຈົ້າຄວນຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ. ພວກເຈົ້າຄວນເວົ້າວ່າ “ຂ້າພະເຈົ້າບໍ່ມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບຄວາມຈິງໃນດ້ານນີ້. ທ່ານມີປະສົບການຫຍັງກ່ຽວກັບສິ່ງນີ້ບໍ່?” ຫຼື ພວກເຈົ້າຄວນເວົ້າວ່າ “ທ່ານມີປະສົບການກ່ຽວກັບດ້ານນີ້ຫຼາຍກວ່າຂ້າພະເຈົ້າ; ທ່ານກະລຸນາໃຫ້ຄໍາແນະນໍາແກ່ຂ້າພະເຈົ້າໄດ້ບໍ?” ນີ້ບໍ່ແມ່ນວິທີທີ່ດີໃນການປະຕິບັດສິ່ງນີ້ບໍ? ພວກເຈົ້າໄດ້ຟັງຄໍາເທດສະໜາຢ່າງຫຼວງຫຼາຍ ແລະ ມີປະສົບການບາງຢ່າງກ່າວກັບການຮັບໃຊ້. ຖ້າພວກເຈົ້າບໍ່ຮຽນຮູ້ຈາກກັນແລະກັນ, ຊ່ວຍເຫຼືອກັນ, ທົດແທນຂໍ້ບົກຜ່ອງເຊິ່ງກັນແລະກັນໃນເວລາປະຕິບັດພາລະກິດຢູ່ໃນຄຣິສຕະຈັກ, ແລ້ວພວກເຈົ້າຈະສາມາດຮຽນຮູ້ບົດຮຽນໄດ້ແນວໃດ? ເມື່ອພວກເຈົ້າຜະເຊີນກັບສິ່ງໃດກໍຕາມ, ພວກເຈົ້າກໍຄວນສົນທະນາກັນ ເພື່ອວ່າຊີວິດຂອງພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ຍິ່ງໄປກວ່ານັ້ນ, ພວກເຈົ້າຄວນສົນທະນາກ່ຽວກັບສິ່ງຕ່າງໆຢ່າງລະມັດລະວັງກ່ອນທີ່ຈະຕັດສິນໃຈ. ມີພຽງການເຮັດແບບນັ້ນເທົ່ານັ້ນ ພວກເຈົ້າຈຶ່ງຈະມີຄວາມຮັບຜິດຊອບຕໍ່ຄຣິສຕະຈັກ ແລະ ບໍ່ແມ່ນເປັນການເຮັດພໍເປັນພິທີ. ຫຼັງຈາກທີ່ພວກເຈົ້າຢ້ຽມຢາມຄຣິສຕະຈັກທັງໝົດ, ພວກເຈົ້າຄວນຢູ່ຮ່ວມກັນ ແລະ ສົນທະນາກ່ຽວກັບທຸກບັນຫາທີ່ພວກເຈົ້າຄົ້ນພົບ ແລະ ບັນຫາໃດກໍຕາມທີ່ຜະເຊີນໃນພາລະກິດ ແລະ ພວກເຈົ້າຄວນສື່ສານກ່ຽວກັບແສງສະຫວ່າງ ແລະ ແສງເຍືອງທາງທີ່ພວກເຈົ້າໄດ້ຮັບ, ນີ້ແມ່ນການປະຕິບັດການຮັບໃຊ້ທີ່ຂາດບໍ່ໄດ້. ພວກເຈົ້າຕ້ອງບັນລຸການຮ່ວມມືແບບປອງດອງກັນເພື່ອຈຸດປະສົງຂອງພາລະກິດຂອງພຣະເຈົ້າ, ເພື່ອຜົນປະໂຫຍດຂອງຄຣິສຕະຈັກ ແລະ ເພື່ອກະຕຸ້ນອ້າຍເອື້ອຍນ້ອງຂອງພວກເຈົ້າໃຫ້ກ້າວໄປຂ້າງໜ້າ. ພວກເຈົ້າຄວນປະສານງານກັນ, ແຕ່ລະຄົນຄວນແກ້ໄຂບັນຫາໃຫ້ກັນແລະກັນ ແລະ ບັນລຸຜົນຮັບຂອງພາລະກິດທີ່ດີຂຶ້ນ ເພື່ອໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນການຮ່ວມມືທີ່ແທ້ຈິງ ແລະ ມີພຽງແຕ່ຄົນທີ່ປະຕິບັດໃນສິ່ງນີ້ເທົ່ານັ້ນຈຶ່ງຈະໄດ້ຮັບທາງເຂົ້າທີ່ແທ້ຈິງ. ໃນຂະນະທີ່ຮ່ວມມືກັນ ມີບາງຄໍາເວົ້າທີ່ເຈົ້າເວົ້າອາດຈະບໍ່ເໝາະສົມ, ແຕ່ນັ້ນກໍບໍ່ເປັນຫຍັງ. ໃຫ້ສົນທະນາກ່ຽວກັບສິ່ງນັ້ນໃນມື້ໜ້າ ແລະ ເຂົ້າໃຈມັນຢ່າງຊັດເຈນ; ຢ່າປະລະມັນ. ຫຼັງຈາກການສົນທະນາແບບນີ້ ເຈົ້າຈຶ່ງສາມາດທົດແທນຂໍ້ບົກຜ່ອງສຳລັບອ້າຍເອື້ອຍນ້ອງຂອງເຈົ້າ. ມີພຽງການລົງເລິກຢ່າງບໍ່ຢຸດຢັ້ງແບບນີ້ໃນພາລະກິດຂອງເຈົ້າ, ເຈົ້າຈຶ່ງສາມາດບັນລຸຜົນຕາມມາທີ່ດີຂຶ້ນ. ພວກເຈົ້າແຕ່ລະຄົນ ໃນຖານະທີ່ເປັນຄົນຮັບໃຊ້ ຕ້ອງສາມາດປົກປ້ອງຜົນປະໂຫຍດຂອງຄຣິສຕະຈັກໃນທຸກສິ່ງທີ່ພວກເຈົ້າເຮັດ, ແທນທີ່ຈະຄອຍລະວັງຜົນປະໂຫຍດຂອງພວກເຈົ້າເອງ. ມັນເປັນສິ່ງທີ່ຮັບບໍ່ໄດ້ທີ່ຈະປະຕິບັດພຽງຄົນດຽວ ແລະ ທຳລາຍກັນເອງ. ຄົນປະເພດນີ້ມີອຸປະນິໄສຊົ່ວຮ້າຍຫຼາຍ; ບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວໃນພວກເຂົາ. ພວກເຂົາເປັນຊາຕານຮ້ອຍເປີເຊັນ! ພວກເຂົາເປັນສັດຮ້າຍ! ແມ່ນແຕ່ໃນປັດຈຸບັນ ສິ່ງດັ່ງກ່າວກໍຍັງເກີດຂຶ້ນໃນທ່າມກາງພວກເຈົ້າ; ພວກເຈົ້າເຖິງຂັ້ນໂຈມຕີກັນລະຫວ່າງການສົນທະນາ, ຕັ້ງໃຈຊອກຫາຂໍ້ອ້າງ ແລະ ພາກັນໜ້າແດງໃນຂະນະທີ່ຖົກຖຽງກັນໃນສິ່ງເລັກນ້ອຍ, ບໍ່ມີໃຜເຕັມໃຈທີ່ຈະປ່ອຍວາງຕົນເອງ, ແຕ່ລະຄົນປົກປິດແນວຄິດທີ່ຢູ່ຂ້າງໃນຈາກກັນແລະກັນ, ຈ້ອງເບິ່ງອີກຝ່າຍໜຶ່ງຢ່າງຕັ້ງອົກຕັ້ງໃຈ ແລະ ລະແວງກັນຢູ່ສະເໝີ. ອຸປະນິໄສແບບນີ້ຈະເໝາະສົມແກ່ການຮັບໃຊ້ພຣະເຈົ້າໄດ້ບໍ? ພາລະກິດແບບນີ້ຂອງພວກເຈົ້າຈະສະໜອງໃຫ້ກັບອ້າຍເອື້ອຍນ້ອງໄດ້ບໍ? ບໍ່ແມ່ນພຽງເຈົ້າຈະບໍ່ສາມາດນໍາພາຜູ້ຄົນໄປໃນທາງຊີວິດທີ່ຖືກຕ້ອງເທົ່ານັ້ນ, ແຕ່ທີ່ຈິງແລ້ວ ເຈົ້າຍັງຈະສັກອຸປະນິໄສອັນເສື່ອມຊາມຂອງເຈົ້າໃສ່ອ້າຍເອື້ອຍນ້ອງອີກດ້ວຍ. ເຈົ້າບໍ່ໄດ້ກຳລັງທຳຮ້າຍຄົນອື່ນບໍ? ຄວາມສຳນຶກຂອງເຈົ້າຊົ່ວຫຼາຍ ແລະ ມັນເໜົ່າເປືອຍຈົນເຖິງແກ່ນ! ເຈົ້າບໍ່ໄດ້ເຂົ້າສູ່ຄວາມເປັນຈິງ ແລະ ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ ເຈົ້າເປີດໂປງທຳມະຊາດທີ່ຊົ່ວຮ້າຍຂອງເຈົ້າໂດຍບໍ່ມີຢາງອາຍໃຫ້ກັບຄົນອື່ນເຫັນ, ເຈົ້າຊ່າງບໍ່ມີຄວາມອັບອາຍແທ້ໆ! ອ້າຍເອື້ອຍນ້ອງເຫຼົ່ານີ້ໄດ້ຖືກມອບໝາຍໄວ້ໃຫ້ກັບເຈົ້າ, ແຕ່ເຈົ້ານໍາພາພວກເຂົາໄປສູ່ນະຮົກ. ເຈົ້າບໍ່ແມ່ນບຸກຄົນທີ່ມີຄວາມສຳນຶກທີ່ເໜົ່າເປື່ອຍບໍ? ເຈົ້າຊ່າງບໍ່ມີຢາງອາຍແທ້ໆ!

ກ່ອນນີ້: ການປະຕິບັດ (8)

ຕໍ່ໄປ: ການເພີ່ມຄວາມສາມາດແມ່ນເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້