ການເພີ່ມຄວາມສາມາດແມ່ນເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ

ການເພີ່ມຄວາມສາມາດຂອງຄົນໝາຍເຖິງການຕ້ອງການໃຫ້ພວກເຈົ້າປັບປຸງພະລັງແຫ່ງຄວາມເຂົ້າໃຈຂອງພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈ ແລະ ຮູ້ຈັກວິທີປະຕິບັດຕາມພຣະທຳຂອງພຣະເຈົ້າ. ນີ້ຄືຂໍ້ກຳນົດຂັ້ນພື້ນຖານທີ່ສຸດ. ຖ້າເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາໄດ້ກ່າວ ແຕ່ພາກັນປະຕິບັດຕາມເຮົາ, ການເຮັດແບບນັ້ນບໍ່ແມ່ນຄວາມເຊື່ອແບບມືດມົວບໍ? ບໍ່ວ່າເຮົາຈະກ່າວພຣະທໍາຫຼາຍຂໍ້ປານໃດກໍຕາມ, ຖ້າພວກເຈົ້າບໍ່ສາມາດຢັ່ງເຖິງພຣະທຳເຫຼົ່ານັ້ນໄດ້, ຖ້າພວກເຈົ້າບໍ່ສາມາດເຂົ້າໃຈພຣະທຳເຫຼົ່ານັ້ນໄດ້ ບໍ່ວ່າເຮົາຈະກ່າວຫຍັງກໍຕາມ, ນີ້ກໍຈະໝາຍຄວາມວ່າ ພວກເຈົ້າຂາດຄວາມສາມາດ. ຖ້າປາສະຈາກພະລັງແຫ່ງຄວາມເຂົ້າໃຈແລ້ວ ພວກເຈົ້າກໍບໍ່ເຂົ້າໃຈສິ່ງທີ່ເຮົາກ່າວເລີຍ ເຊິ່ງເຮັດໃຫ້ຍາກຫຼາຍທີ່ຈະບັນລຸຜົນທີ່ຕ້ອງການ; ມີຫຼາຍສິ່ງທີ່ເຮົາບໍ່ສາມາດກ່າວຕໍ່ພວກເຈົ້າໄດ້ໂດຍກົງ ແລະ ບໍ່ສາມາດບັນລຸຜົນຕາມທີ່ຕ້ອງການໄດ້, ເພາະສະນັ້ນ ຈຶ່ງຈຳເປັນຕ້ອງມີພາລະກິດເພີ່ມເຕີມອີກ. ເນື່ອງຈາກພະລັງແຫ່ງຄວາມເຂົ້າໃຈຂອງພວກເຈົ້າ, ຄວາມສາມາດໃນການເຫັນສິ່ງຕ່າງໆ ແລະ ມາດຕະຖານທີ່ພວກເຈົ້າດຳລົງຊີວິດຢູ່ນັ້ນຕໍ່າເກີນໄປ, ການປະຕິບັດພາລະກິດແຫ່ງ “ການຍົກຄວາມສາມາດ” ຈຶ່ງຕ້ອງດໍາເນີນໃນຕົວພວກເຈົ້າ. ນີ້ແມ່ນສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີທາງເລືອກອື່ນ. ມີແຕ່ແບບນີ້ເທົ່ານັ້ນຈຶ່ງສາມາດບັນລຸຜົນບາງຢ່າງໄດ້; ຖ້າບໍ່ດັ່ງນັ້ນ, ພຣະທໍາທຸກຂໍ້ທີ່ເຮົາກ່າວໄປນັ້ນຈະບໍ່ມີປະໂຫຍດຫຍັງເລີຍ ແລ້ວພວກເຈົ້າທຸດຄົນຈະບໍ່ໄດ້ຖືກຈາລຶກໄວ້ໃນປື້ມປະຫວັດສາດວ່າ ເປັນຄົນບາບບໍ? ພວກເຈົ້າຈະບໍ່ກາຍເປັນຄົນເສື່ອມຊາມທີ່ສຸດຂອງແຜ່ນດິນໂລກບໍ? ພວກເຈົ້າບໍ່ຮູ້ບໍວ່າ ພາລະກິດໃດທີ່ຖືກປະຕິບັດກັບພວກເຈົ້າ ແລະ ແມ່ນຫຍັງຄືສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ? ພວກເຈົ້າຄວນຮູ້ຈັກຄວາມສາມາດຂອງຕົວເອງ ເຊິ່ງເຮົາຂໍບອກວ່າ: ມັນບໍ່ເຖິງລະດັບທີ່ເຮົາຕ້ອງການເລີຍ. ແບບນີ້ຈະບໍ່ເຮັດໃຫ້ພາລະກິດຂອງເຮົາຊັກຊ້າບໍ່? ອີງຕາມຄວາມສາມາດ ແລະ ສະພາບບຸກຄະລິກໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າບໍ່ເໝາະສົມຈະເປັນພະຍານໃຫ້ກັບເຮົາ ແລະ ບໍ່ມີໃຜສາມາດຮັບຜິດຊອບໜ້າທີ່ອັນໜັກໜ່ວງຕໍ່ພາລະກິດຂອງເຮົາໃນອະນາຄົດໄດ້ເລີຍ. ພວກເຈົ້າບໍ່ຮູ້ສຶກອັບອາຍແດ່ບໍ? ຖ້າເຈົ້າສືບຕໍ່ເປັນແບບນີ້, ເຈົ້າຈະສາມາດປະຕິບັດຕາມຄວາມປະສົງຂອງເຮົາໄດ້ແນວໃດ? ເຈົ້າຄວນໃຊ້ຊີວິດຂອງເຈົ້າໃຫ້ເຕັມທີ່. ຢ່າປ່ອຍໃຫ້ເວລາຜ່ານໄປໂດຍບໍ່ມີປະໂຫຍດ. ການເຮັດແນວນັ້ນບໍ່ມີຄຸນຄ່າຫຍັງທັງສິ້ນ. ເຈົ້າຄວນຮູ້ໃນສິ່ງທີ່ເຈົ້າຄວນມີ. ຈົ່ງຢ່າຄິດວ່າຕົນເອງເປັນຄົນເກັ່ງໃນທຸກເລື່ອງ ເພາະເຈົ້າຍັງຕ້ອງໄດ້ຝຶກຝົນອີກດົນ! ຖ້າເຈົ້າບໍ່ມີແມ່ນແຕ່ສາມັນສໍານຶກຂັ້ນພື້ນຖານຂອງຄວາມເປັນມະນຸດ ແລ້ວຈະຕ້ອງໃຫ້ເວົ້າຫຍັງອີກ? ສິ່ງນີ້ບໍ່ໄຮ້ປະໂຫຍດທັງໝົດບໍ? ສ່ວນຄວາມເປັນມະນຸດ ແລະ ຄວາມສາມາດທີ່ເຮົາຮຽກຮ້ອງ, ບໍ່ມີແມ່ນແຕ່ຄົນດຽວໃນບັນດາພວກເຈົ້າທີ່ຈະມີຄຸນສົມບັດຢ່າງຄົບຖ້ວນ. ມັນຍາກທີ່ສຸດທີ່ຈະຊອກຫາຄົນໃດໜຶ່ງທີ່ເໝາະສົມເພື່ອໃຫ້ນໍາໃຊ້. ພວກເຈົ້າເຊື່ອວ່າ ຕົວເອງສາມາດປະຕິບັດພາລະກິດອັນຍິ່ງໃຫຍ່ເພື່ອເຮົາ ແລະ ສາມາດໄດ້ຮັບຄວາມໄວ້ວາງໃຈເພື່ອຮັບເອົາສິ່ງທີ່ຍິ່ງໃຫຍ່ຈາກເຮົາໄດ້; ຄວາມຈິງແລ້ວ, ພວກເຈົ້າບໍ່ຮູ້ແມ່ນແຕ່ວິທີເຂົ້າສູ່ບົດຮຽນທີ່ຢູ່ຕໍ່ໜ້າພວກເຈົ້າອີກຊໍ້າ, ແລ້ວມັນຈະເປັນໄປໄດ້ແນວໃດທີ່ຈະເຂົ້າສູ່ຄວາມຈິງທີ່ເລີກເຊີ່ງໄດ້? ທາງເຂົ້າຂອງພວກເຈົ້າຄວນມີວິທີການທີ່ເປັນຂັ້ນຕອນ ແລະ ມີລະດັບ. ມັນຕ້ອງບໍ່ວຸ້ນວາຍ, ນັ້ນບໍ່ເປັນຜົນດີ. ຈົ່ງເລີ່ມກັບທາງເຂົ້າທີ່ຕື້ນທີ່ສຸດ: ຈົ່ງອ່ານພຣະທຳແຕ່ລະແຖວຈົນກວ່າພວກເຈົ້າຈະເຂົ້າໃຈຢ່າງແຈ່ມແຈ້ງ. ເມື່ອພວກເຈົ້າອ່ານພຣະທຳຂອງພຣະເຈົ້າ, ຢ່າພຽງແຕ່ເບິ່ງຜ່ານໆຄືກັບວ່າກຳລັງຊື່ນຊົມດອກໄມ້ໃນຂະນະທີ່ນັ່ງຢູ່ເທີງຫຼັງມ້າ ແລະ ຢ່າເຮັດໂດຍບໍ່ຕັ້ງໃຈ. ເຈົ້າຍັງສາມາດອ່ານປື້ມອ້າງອີງບາງເຫຼັ້ມເປັນປະຈໍາ (ເຊັ່ນ: ປື້ມກ່ຽວກັບໄວຍະກອນ ຫຼື ປຶ້ມສີລະປະໃນການໃຊ້ຄໍາເວົ້າ) ເພື່ອພັດທະນາຄວາມຮູ້ຂອງພວກເຈົ້າ. ຢ່າອ່ານປື້ມແບບນະວະນິຍາຍຮັກ, ຊີວະປະຫວັດຂອງຜູ້ທີ່ຍິ່ງໃຫຍ່ຕ່າງໆ ຫຼື ປຶ້ມທີ່ກ່ຽວກັບວິທະຍາສາດສັງຄົມ; ປຶ້ມເຫຼົ່ານີ້ບໍ່ມີປະໂຫຍດ ແລະ ພຽງແຕ່ສ້າງຜົນເສຍຫາຍເທົ່ານັ້ນ. ເຈົ້າຕ້ອງເກັ່ງທຸກຢ່າງທີ່ເຈົ້າຄວນເຂົ້າສູ່ ແລະ ຕ້ອງເຂົ້າໃຈ. ຈຸດປະສົງໃນການຍົກຄວາມສາມາດຂອງຜູ້ຄົນແມ່ນເພຶື່ອເຮັດໃຫ້ຜູ້ຄົນຮູ້ຈັກແກ່ນແທ້, ເອກະລັກ, ສະຖານະ ແລະ ຄຸນຄ່າຂອງຕົວເອງ. ພວກເຈົ້າຄວນເຂົ້າໃຈວ່າ ເປັນຫຍັງຜູ້ຄົນຈຶ່ງຕ້ອງສະແຫວງຫາຄວາມຈິງໃນການເຊື່ອໃນພຣະເຈົ້າ ແລະ ມັນເປັນທີ່ຍອມຮັບ ຫຼື ບໍ່ທີ່ຜູ້ຄົນຈະບໍ່ຍົກຄວາມສາມາດຂອງພວກເຂົາ. ມັນສໍາຄັນທີ່ພວກເຈົ້າຕ້ອງອົບຮົມສຶກສາຕົນເອງ; ພວກເຈົ້າຕ້ອງບໍ່ໂຍນສິ່ງນີ້ຖິ້ມໄປ! ພວກເຈົ້າຕ້ອງເຂົ້າໃຈວ່າ ເປັນຫຍັງຄວາມສາມາດຂອງຜູ້ຄົນຈຶ່ງຕ້ອງໄດ້ຖືກຍົກຂຶ້ນ, ຄວນຍົກມັນຂຶ້ນດ້ວຍວິທີໃດ ແລະ ຈະເຂົ້າສູ່ດ້ານໃດ. ພວກເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການມີຊີວິດເປັນມະນຸດທຳມະດາ, ເປັນຫຍັງຈຶ່ງຕ້ອງປະຕິບັດພາລະກິດນີ້ ແລະ ພາກສ່ວນໃດທີ່ຜູ້ຄົນຄວນມີບົດບາດ. ຕົວຢ່າງ:​ ການທີ່ຈະໄດ້ຮັບການສຶກສາ, ພວກເຈົ້າຄວນເຂົ້າໃຈວ່າດ້ານໃດທີ່ຄວນຮຽນຮູ້ ແລະ ຄົນໜຶ່ງຄວນເຂົ້າຫາແນວໃດ. ພວກເຈົ້າທຸກຄົນຄວນຮູ້ວ່າ ເປົ້າໝາຍຂອງການຮຽນຮູ້ແມ່ນຫຍັງ. ແລ້ວການຮຽນຮູ້ບໍ່ແມ່ນ ເພື່ອການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງບໍ? ແມ່ນຫຍັງທີ່ໂດດເດັ່ນຢູ່ທົ່ວຄຣິດຕະຈັດໃນປັດຈຸບັນນີ້? ການເຮັດໃຫ້ຜູ້ຄົນສຶກສາຮໍ່າຮຽນເຮັດໃຫ້ພວກເຂົາລືມຄວາມສຸກຈາກພຣະທຳຂອງພຣະເຈົ້າ ແລະ ໃນແຕ່ລະມື້ ພວກເຂົາຈະບໍ່ເຮັດຫຍັງເລີຍ ນອກຈາກການຮໍ່າຮຽນ. ຖ້າຫາກພວກເຈົ້າຮຽກຮ້ອງໃຫ້ພວກເຂົາໃຊ້ຊີວິດເປັນມະນຸດທຳມະດາ, ພວກເຂົາຈະເອົາໃຈໃສ່ແຕ່ການຈັດຄົວເຮືອນຂອງພວກເຂົາ, ການແຕ່ງຢູ່ຄົວກິນ ຫຼື ການຊື້ອຸປະກອນແຕ່ງກິນ. ພວກເຂົາໃສ່ໃຈແຕ່ສິ່ງເຫຼົ່ານີ້ເທົ່ານັ້ນ; ພວກເຂົາບໍ່ຮູ້ຈັກແມ່ນແຕ່ວິທີການນຳໃຊ້ຊີວິດທາງຄຣິສຕະຈັກແບບປົກກະຕິ. ຖ້າເຈົ້າເຫັນວ່າຕົວເອງຢູ່ໃນສະພາບແບບປັດຈຸບັນ ເຈົ້າແມ່ນໄດ້ຫຼົງທາງໃນການປະຕິບັດຂອງເຈົ້າແລ້ວ. ແລ້ວເປັນຫຍັງເຈົ້າຈຶ່ງຖືກຂໍຮ້ອງໃຫ້ເຂົ້າສູ່ຊີວິດທາງຈິດວິນຍານ? ພຽງແຕ່ຮຽນຮູ້ສິ່ງເຫຼົ່ານັ້ນຈະເຮັດໃຫ້ເຈົ້າບໍ່ສາມາດບັນລຸໃນສິ່ງທີ່ຮຽກຮ້ອງຈາກເຈົ້າ. ການເຂົ້າສູ່ຊີວິດຍັງແມ່ນສິ່ງທີ່ສໍາຄັນທີ່ສຸດ; ໃນຂະນະດຽວກັນ ເຫດຜົນຂອງການປະຕິບັດພາລະກິດນັ້ນ ແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ຜູ້ຄົນຜະເຊີນໃນປະສົບການຂອງພວກເຂົາ. ການຍົກລະດັບຄວາມສາມາດແມ່ນຊ່ວຍໃຫ້ເຈົ້າຮູ້ຈັກເຖິງທໍາມະຊາດຂອງມະນຸດ ແລະ ທາດແທ້ຂອງມະນຸດ, ຈຸດປະສົງຕົ້ນຕໍເພື່ອໃຫ້ຊີວິດທາງຈິດວິນຍານຂອງຜູ້ຄົນສາມາດເຕີບໃຫຍ່ ແລະ ເພື່ອໃຫ້ອຸປະນິໄສຂອງພວກເຂົາສາມາດປ່ຽນແປງໄດ້. ເຈົ້າອາດຈະຮູ້ຈັກວິທີການແຕ່ງຕົວ ແລະ ເຮັດໃຫ້ຕົວເອງເບິ່ງຈົບງາມ, ເຈົ້າອາດຈະມີສາຍຕາຫຼັກແຫຼມ ແລະ ສະຫຼຽວສະຫຼາດ ແຕ່ໃນທີ່ສຸດແລ້ວ ເມື່ອຮອດມື້ໃຫ້ເຈົ້າປະຕິບັດພາລະກິດ, ເຈົ້າກໍຈະບໍ່ສາມາດປະຕິບັດມັນໄດ້. ດັ່ງນັ້ນ, ເຈົ້າຄວນຮູ້ສິ່ງທີ່ເຈົ້າຄວນປະຕິບັດເຊັ່ນກັນ ໃນຂະນະທີ່ຍົກລະດັບຄວາມສາມາດຂອງຕົວເອງ. ເປົ້າໝາຍແມ່ນເພື່ອປ່ຽນແປງຕົວເຈົ້າເອງ; ການຍົກລະດັບຄວາມສາມາດຂອງເຈົ້າຄືສິ່ງເພີ່ມເຕີມ. ມັນຈະບໍ່ພຽງພໍ ຖ້າຫາກຄວາມສາມາດຂອງເຈົ້າບໍ່ຖືກປັບປຸງ ແລະ ມັນຈະຍິ່ງຮ້າຍໄປກວ່ານັ້ນ ຖ້າຫາກອຸປະນິໄສຂອງເຈົ້າບໍ່ຖືກປ່ຽນແປງ. ບໍ່ສາມາດລະເວັ້ນຢ່າງໃດຢ່າງໜຶ່ງໄດ້. ການມີຄວາມເປັນມະນຸດທຳມະດາບໍ່ໄດ້ໝາຍຄວາມວ່າ ເຈົ້າໄດ້ເກີດມາເປັນປະຈັກພະຍານທີ່ດັງກ້ອງສະນັ່ນ. ສິ່ງທີ່ຮຽກຮ້ອງຈາກເຈົ້າບໍ່ແມ່ນເລື່ອງງ່າຍດາຍຄືແນວນັ້ນ.

ເມື່ອຄວາມສາມາດຂອງຜູ້ຄົນໄດ້ຖືກຍົກຂຶ້ນຮອດຂອບເຂດທີ່ພວກເຂົາໄດ້ຮັບຄວາມຮູ້ສຶກ ແລະ ຮູບແບບການໃຊ້ຊີວິດແບບມະນຸດທຳມະດາ ແລະ ໄດ້ເຂົ້າສູ່ຊີວິດ, ເມື່ອນັ້ນພວກເຂົາຈຶ່ງມີຄວາມປ່ຽນແປງ ແລະ ເປັນພະຍານທີ່ຈະກ່າວເຖິງ. ເມື່ອຮອດມື້ໃຫ້ເຈົ້າເປັນພະຍານ, ເຈົ້າຕ້ອງເວົ້າກ່ຽວກັບການປ່ຽນແປງໃນຊີວິດມະນຸດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ພາຍໃນຕົວເຈົ້າ. ມີແຕ່ການລວມກັນຂອງທັງສອງຢ່າງນີ້ເທົ່ານັ້ນ ທີ່ຈະເປັນພະຍານທີ່ແທ້ຈິງ ແລະ ໄດ້ຮັບຜົນເກັບກ່ຽວຂອງເຈົ້າ. ມັນບໍ່ພຽງພໍ ຖ້າຈະປ່ຽນແປງຄວາມເປັນມະນຸດຂອງເຈົ້າຢູ່ພາຍນອກ ແຕ່ເຈົ້າບໍ່ມີຄວາມເຂົ້າໃຈຢູ່ພາຍໃນ ແລະ ມັນຈະບໍ່ມີຜົນຫຍັງ ຖ້າເຈົ້າມີຄວາມເຂົ້າໃຈ ແລະ ຄວາມຈິງຢູ່ພາຍໃນ ແຕ່ເຈົ້າພັດບໍ່ສົນໃຈ ການໃຊ້ຊີວິດແບບເປັນມະນຸດທຳມະດາ. ພາລະກິດທີ່ປະຕິບັດຕໍ່ເຈົ້າໃນມື້ນີ້ ບໍ່ແມ່ນເພື່ອການສະແດງ ແຕ່ເພື່ອການປ່ຽນແປງເຈົ້າ. ສິິ່ງດຽວທີ່ເຈົ້າຕ້ອງເຮັດແມ່ນການເອົາໃຈໃສ່ຕໍ່ການປ່ຽນແປງຕົວເອງ. ມັນຈະບໍ່ພຽງພໍ ຖ້າຈະຂຽນ ແລະ ຟັງທຸກມື້ ໂດຍບໍ່ມີສິ່ງອື່ນໃນຊີວິດຂອງເຈົ້າ; ເຈົ້າຄວນມີການເຂົ້າຫາທຸກໆດ້ານ. ເຈົ້າຄວນມີຊີວິດປົກກະຕິຂອງນັກບຸນ. ເອື້ອຍນ້ອງຫຼາຍຄົນນຸ່ງຖືຄືກັບຍິງສາວ ແລະ ອ້າຍນ້ອງຫຼາຍຄົນນຸ່ງຖືຄືກັບຄົນສູງສົ່ງ ຫຼື ຜູ້ຍິ່ງໃຫຍ່ ໂດຍທີ່ສູນເສຍຄຸນສົມບັດໃນການເປັນນັກບຸນຢ່າງສິ້ນເຊີງ. ການຍົກຄວາມສາມາດຂອງບຸກຄົນແມ່ນດ້ານໜຶ່ງ ເຊິ່ງສາມາດບັນລຸໄດ້ໂດຍບໍ່ຕັ້ງໃຈ. ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າແມ່ນອີກດ້ານ ເຊິ່ງນີ້ແມ່ນສິ່ງທີ່ສໍາຄັນ. ຖ້າຫາກຄວາມສາມາດຂອງເຈົ້າຖືກຍົກຂຶ້ນ ແຕ່ພັດບໍ່ໄດ້ນຳໃຊ້ ຍ້ອນວ່າ ເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄວາມພະຍາຍາມຂອງເຈົ້າໃນການຮຽນຮູ້ຈະບໍ່ໄດ້ເສຍຖິ້ມໄປຊື່ໆບໍ? ທັງສອງດ້ານຕ້ອງປະສົມປະສານກັນ. ເປັນຫຍັງຈຶ່ງຍົກເອົາເລື່ອງຄວາມຮູ້ກ່ຽວກັບພຣະເຈົ້າຂື້ນມາໃນເວລາສົນທະນາກ່ຽວກັບສິ່ງທີ່ຮຽກຮ້ອງຈາກເຈົ້າ? ນີ້ບໍ່ແມ່ນເພື່ອຜົນໄດ້ຮັບຈາກພາລະກິດທີ່ຈະມາເຖິງບໍ? ພາຍຫຼັງທີ່ເຈົ້າໄດ້ຖືກເອົາຊະນະ, ເຈົ້າຕ້ອງສາມາດເປັນພະຍານຈາກປະສົບການຂອງເຈົ້າເອງ. ມັນຈະບໍ່ພຽງພໍ ຖ້າຫາກຮູບຮ່າງພາຍນອກຂອງເຈົ້າເປັນໜຶ່ງໃນຄວາມເປັນມະນຸດແບບປົກກະຕິ ແຕ່ເຈົ້າບໍ່ສາມາດສະແດງປະສົບການຂອງຕົນອອກມາໃຫ້ເປັນຄຳເວົ້າໄດ້. ໃນຂະນະທີ່ມີຊີວິດທາງຈິດວິນຍານທີ່ປົກກະຕິ, ເຈົ້າກໍຄວນໄດ້ຮັບຄວາມເປັນມະນຸດແບບປົກກະຕິ ແລະ ຫຼາຍໆດ້ານທີ່ຈະໄດ້ຮຽນຮູ້ໂດຍບໍ່ໄດ້ຕັ້ງໃຈ. ເຈົ້າຄິດວ່າ ການກວາດພື້ນຈຳເປັນຕ້ອງມີການຝຶກອົບຮົມພິເສດບໍ? ຮ້າຍໄປກວ່ານັ້ນຄືການໃຊ້ເວລາເປັນຊົ່ວໂມງເພື່ອຝຶກການໃຊ້ໄມ້ຖູ່ກິນອາຫານ! ຄວາມເປັນມະນຸດປະກອບມີລັກສະນະຫຍັງແດ່? ຄວາມເຂົ້າໃຈເລິກເຊີ່ງ, ຄວາມຮູ້ສຶກ, ສາມັນສໍານຶກ ແລະ ບຸກຄະລິກ. ຖ້າຫາກເຈົ້າສາມາດບັນລຸເຖິງຄວາມເປັນປົກກະຕິໃນແຕ່ລະດ້ານເຫຼົ່ານີ້, ຄວາມເປັນມະນຸດຂອງເຈົ້າກໍຈະມີມາດຕະຖານ. ເຈົ້າຄວນຈະມີຄວາມຄ້າຍຄືກັບມະນຸດແບບປົກກະຕິ ແລະ ເຈົ້າຄວນຄ້າຍຄືກັບຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ. ເຈົ້າບໍ່ຕ້ອງບັນລຸຫຼາຍເກີນໄປ ຫຼື ມີສ່ວນຮ່ວມໃນວຽກການທູດ; ເຈົ້າພຽງແຕ່ຕ້ອງການເປັນມະນຸດທໍາມະດາ ທີ່ມີຄວາມຮູ້ສຶກແບບຄົນປົກກະຕິ, ທີ່ສາມາດເບີ່ງສິ່ງຕ່າງໆອອກ ແລະ ຢ່າງໜ້ອຍກໍເບີ່ງຄ້າຍຄືກັບມະນຸດປົກກະຕິ. ນັ້ນກໍພຽງພໍແລ້ວ. ທຸກສິ່ງທຸກຢ່າງທີ່ຮຽກຮ້ອງຈາກເຈົ້າແມ່ນນອນຢູ່ໃນຄວາມອາດສາມາດຂອງເຈົ້າ; ນີ້ບໍ່ແມ່ນໃນກໍລະນີທີ່ພະຍາຍາມໄລ່ເປັດຂຶ້ນຢອງງ່າໄມ້. ຈະບໍ່ມີການປະຕິບັດພຣະທໍາທີ່ບໍ່ມີປະໂຫຍດ ຫຼື ພາລະກິດທີ່ບໍ່ເປັນປະໂຫຍດໃດໆກັບເຈົ້າ. ຄວາມຂີ້ຮ້າຍທັງໝົດທີ່ຖືກສະແດງອອກ ຫຼື ຖືກເປີດເຜີຍຢູ່ໃນຊີວິດຂອງເຈົ້າຕ້ອງຖືກກຳຈັດຖີ້ມ. ພວກເຈົ້າໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມີພິດຮ້າຍຈາກຊາຕານຫຼາຍເກີນໄປ. ສິ່ງດຽວທີ່ຮຽກຮ້ອງຈາກເຈົ້າກໍຄືການກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານອອກໄປ. ເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ກາຍເປັນຜູ້ມີຍົດສູງສົ່ງ ຫຼື ເປັນຄົນມີຊື່ສຽງ ຫຼື ເປັນຜູ້ຍິ່ງໃຫຍ່. ສິ່ງນັ້ນບໍ່ມີປະໂຫຍດ. ພາລະກິດທີ່ປະຕິບັດກັບພວກເຈົ້າ ແມ່ນຄຳນຶງເຖິງສິ່ງທີ່ມີໃນຕົວພວກເຈົ້າ. ສິ່ງທີ່ເຮົາຂໍຈາກຜູ້ຄົນແມ່ນມີຈຳກັດ. ຖ້າຫາກເຈົ້າປະຕິບັດໃນລັກສະນະ ແລະ ໃນນ້ຳສຽງການເວົ້າຂອງປັນຍາຊົນ, ສິ່ງນີ້ແມ່ນຈະບໍ່ພຽງພໍ; ເຈົ້າຈະບໍ່ສາມາດເຮັດມັນໄດ້. ເນື່ອງຈາກຄວາມສາມາດຂອງພວກເຈົ້າ, ຢ່າງໜ້ອຍພວກເຈົ້າກໍຄວນສາມາດເວົ້າດ້ວຍສະຕິປັນຍາ ແລະ ໄຫວພິບ ແລະ ອະທິບາຍສິ່ງຕ່າງໆໃນລັກສະນະທີ່ຊັດເຈນ ແລະ ເຂົ້າໃຈໄດ້. ນັ້ນແມ່ນສິ່ງທີ່ຕ້ອງມີເພື່ອບັນລຸເງື່ອນໄຂ. ຢ່າງໜ້ອຍສຸດ ຖ້າເຈົ້າໄດ້ຮັບຄວາມຮູ້ທີ່ເລິກເຊິ່ງ ແລະ ມີສາມັນສໍານຶກ, ນັ້ນກໍພຽງພໍແລ້ວ. ສິ່ງທີ່ສໍາຄັນທີ່ສຸດໃນເວລານີ້ແມ່ນການປະຖິ້ມອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າອອກໃຫ້ໝົດ. ເຈົ້າຕ້ອງປະຖິ້ມຄວາມຂີ້ຮ້າຍ ທີ່ເຈົ້າສະແດງອອກໃຫ້ໝົດ. ເຈົ້າຈະສາມາດເວົ້າກ່ຽວກັບຄວາມຮູ້ສຶກສູງສຸດ ແລະ ຄວາມຮູ້ທີ່ເລິກເຊິ່ງທີ່ສຸດໄດ້ແນວໃດ ຖ້າຫາກເຈົ້າບໍ່ປະຖິ້ມສິ່ງເຫຼົ່ານີ້? ເມື່ອໄດ້ເຫັນຍຸກສະໄໝປ່ຽນແປງ, ຫຼາຍຄົນຈຶ່ງຂາດຄວາມຖ່ອມຕົວ ຫຼື ຄວາມອົດທົນ ແລະ ພວກເຂົາບໍ່ມີຄວາມຮັກ ຫຼື ຄຸນສົມບັດແບບນັກບຸນ. ຜູ້ຄົນເຫຼົ່ານີ້ຈັ່ງແມ່ນໄຮ້ສາລະ! ພວກເຂົາມີຄວາມເປັນມະນຸດປົກກະຕິຮອດໜຶ່ງຂີດຢູ່ບໍ? ພວກເຂົາມີຄໍາພະຍານທີ່ຈະເວົ້າເຖິງບໍ? ພວກເຂົາບໍ່ມີຄວາມເຂົ້າໃຈທີ່ເລິກເຊິ່ງ ຫຼື ຄວາມຮູ້ສຶກໃດໆເລີຍ. ແນ່ນອນວ່າ ດ້ານການປະຕິບັດບາງຢ່າງຂອງຜູ້ຄົນທີ່ບິດເບືອນ ແລະ ຜິດພາດນັ້ນຕ້ອງໄດ້ຮັບການແກ້ໄຂ; ຍົກຕົວຢ່າງຄື ຊີວິດທາງຈິດວິນຍານທີ່ແຂງກະດ້າງໃນເມື່ອກ່ອນຂອງພວກເຂົາ ແລະ ຮູບຮ່າງພາຍນອກທີ່ກະດ້າງ ແລະ ບໍ່ສະຫຼາດຂອງພວກເຂົາ ເຊິ່ງທັງໝົດເຫຼົ່ານີ້ຕ້ອງໄດ້ປ່ຽນແປງ. ການປ່ຽນແປງບໍ່ໄດ້ໝາຍເຖິງການປ່ອຍໃຫ້ເຈົ້າເສເພ ຫຼື ເພີດເພີນຢູ່ກັບເນື້ອໜັງ ໂດຍເວົ້າໃນສິ່ງທີ່ເຈົ້າຕ້ອງການເວົ້າ. ເຈົ້າຕ້ອງບໍ່ເວົ້າແບບໂລເລ. ການມີຖ້ອຍຄໍາ ແລະ ການປະພຶດຕົນແບບມະນຸດປົກກະຕິ ແມ່ນການເວົ້າແບບກົງໄປກົງມາ ໂດຍເວົ້າວ່າ “ແມ່ນ” ເມື່ອເຈົ້າໝາຍຄວາມວ່າ “ແມ່ນ” ແລະ “ບໍ່” ເມື່ອເຈົ້າໝາຍຄວາມວ່າ “ບໍ່”. ໃຫ້ຍຶດໝັ້ນໃນຄວາມເປັນຈິງ ແລະ ເວົ້າຢ່າງເໝາະສົມ. ບໍ່ໃຫ້ສໍ້ໂກງ, ບໍ່ຂີ້ຕົວະ. ຕ້ອງເຂົ້າໃຈຂໍ້ຈຳກັດທີ່ຄົນປົກກະຕິສາມາດບັນລຸໄດ້ໃນການປ່ຽນແປງອຸປະນິໄສ. ຖ້າບໍ່ເຊັ່ນນັ້ນ, ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງໄດ້.

ກ່ອນນີ້: ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ

ຕໍ່ໄປ: ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້