ການປະຕິບັດ (8)
ພວກເຈົ້າຍັງບໍ່ເຂົ້າໃຈຄວາມຈິງໃນຫຼາຍດ້ານ ແລະ ຍັງມີຂໍ້ຜິດພາດ ແລະ ການອອກນອກຮູ້ນອກທາງຫຼາຍພໍສົມຄວນໃນການປະຕິບັດຂອງພວກເຈົ້າ; ໃນຫຼາຍໆຂອບເຂດ, ພວກເຈົ້າດຳລົງຊີວິດໂດຍແນວຄິດ ແລະ ຈິນຕະນາການຂອງພວກເຈົ້າເອງ, ບໍ່ສາມາດເຂົ້າໃຈຫຼັກການປະຕິບັດຈັກເທື່ອ. ສະນັ້ນ ມັນຈຶ່ງຍັງຈຳເປັນທີ່ຈະນໍາພາຜູ້ຄົນໃຫ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ; ເວົ້າອີກຢ່າງໜຶ່ງກໍຄື ເພື່ອພວກເຂົາຈະສາມາດຄວບຄຸມຊີວິດຝ່າຍເນື້ອໜັງ ແລະ ຝ່າຍວິນຍານຂອງພວກເຂົາໄດ້, ນໍາທັງສອງດ້ານເຂົ້າສູ່ການປະຕິບັດ ແລະ ເພື່ອວ່າ ພວກເຂົາຈະບໍ່ຕ້ອງຖືກເບິ່ງແຍງ ຫຼື ນໍາພາຢູ່ເລື້ອຍໆ. ພຽງເມື່ອນັ້ນ ພວກເຂົາຈຶ່ງຈະມີວຸດທິພາວະທີ່ແທ້ຈິງ. ແລ້ວເຖິງແມ່ນບໍ່ມີຜູ້ໃດນໍາພາເຈົ້າໃນອະນາຄົດ, ເຈົ້າກໍຍັງຈະສາມາດຜະເຊີນດ້ວຍຕົວເຈົ້າເອງ. ໃນປັດຈຸບັນ ຖ້າເຈົ້າເຂົ້າໃຈວ່າ ດ້ານໃດຂອງຄວາມຈິງທີ່ຈຳເປັນ ແລະ ດ້ານໃດທີ່ບໍ່ຈຳເປັນ, ໃນອະນາຄົດ ເຈົ້າກໍຈະສາມາດເຂົ້າສູ່ຄວາມເປັນຈິງໄດ້. ໃນປັດຈຸບັນ, ພວກເຈົ້າກຳລັງຖືກນໍາພາສູ່ເສັ້ນທາງທີ່ຖືກຕ້ອງ, ເຮັດໃຫ້ພວກເຈົ້າເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ໃນອະນາຄົດ ພວກເຈົ້າຈະສາມາດເຂົ້າໃຈໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ສາມາດເວົ້າໄດ້ວ່າ ສິ່ງທີ່ຜູ້ຄົນກຳລັງຖືກເຮັດໃຫ້ເຂົ້າໃຈໃນຕອນນີ້ແມ່ນຫົນທາງທີ່ບໍລິສຸດທີ່ສຸດ. ໃນປັດຈຸບັນ, ເຈົ້າກຳລັງຖືກນໍາພາສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເມື່ອມື້ໜຶ່ງ ບໍ່ມີຜູ້ໃດນໍາພາເຈົ້າ, ເຈົ້າກໍຈະປະຕິບັດ ແລະ ກ້າວໄປຢ່າງໄກຕາມເສັ້ນທາງທີ່ບໍລິສຸດທີ່ສຸດຂອງເສັ້ນທາງທັງໝົດ. ໃນປັດຈຸບັນ, ຜູ້ຄົນກຳລັງຖືກເຮັດໃຫ້ເຂົ້າໃຈວ່າ ການປະຕິບັດແບບໃດຈຶ່ງຖືກຕ້ອງ ແລະ ການປະຕິບັດແບບໃດທີ່ອອກນອກຮູ້ນອກທາງ. ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ໃນອະນາຄົດ ປະສົບການຂອງພວກເຂົາກໍຍິ່ງຈະເລິກເຊິ່ງຫຼາຍກວ່າເດີມ. ໃນປັດຈຸບັນ, ແນວຄິດ, ຈິນຕະນາການ ແລະ ການອອກນອກຮູ້ນອກທາງໃນການປະຕິບັດຂອງພວກເຈົ້າແມ່ນກຳລັງປີ້ນກັບ ແລະ ເສັ້ນທາງແຫ່ງການປະຕິບັດ ແລະ ການເຂົ້າສູ່ກຳລັງຖືກເປີດເຜີຍຕໍ່ພວກເຈົ້າ, ຫຼັງຈາກນັ້ນ ຂັ້ນຕອນຂອງພາລະກິດນີ້ຈະສິ້ນສຸດລົງ ແລະ ພວກເຈົ້າກໍຈະເລີ່ມຕົ້ນຍ່າງໃນເສັ້ນທາງທີ່ພວກເຈົ້າ ຜູ້ເຊິ່ງເປັນມະນຸດຄວນຍ່າງ. ຫຼັງຈາກນັ້ນ ພາລະກິດຂອງເຮົາກໍຈະຖືກເຮັດໃຫ້ສຳເລັດ ແລະ ຕັ້ງແຕ່ຈຸດນັ້ນເປັນຕົ້ນໄປ ພວກເຈົ້າກໍຈະບໍ່ພົບກັບເຮົາອີກຕໍ່ໄປ. ໃນປັດຈຸບັນ ວຸດທິພາວະຂອງພວກເຈົ້າແມ່ນຍັງຕໍ່າຫຼາຍ. ມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ເກີດຈາກທຳມະຊາດ ແລະ ແກ່ນແທ້ຂອງມະນຸດ ແລະ ດ້ວຍເຫດນັ້ນຈຶ່ງມີບາງສິ່ງທີ່ຝັງເລິກໂດຍທີ່ຍັງບໍ່ໄດ້ຂຸດຄົ້ນຂຶ້ນມາເທື່ອ. ພວກເຈົ້າບໍ່ເຂົ້າໃຈລາຍລະອຽດເລັກນ້ອຍຂອງທຳມະຊາດ ແລະ ແກ່ນແທ້ຂອງຜູ້ຄົນ ແລະ ຍັງຕ້ອງການໃຫ້ເຮົາບົ່ງຊີ້ສິ່ງເຫຼົ່ານັ້ນຢູ່, ບໍ່ດັ່ງນັ້ນ ພວກເຈົ້າກໍຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນໄດ້. ໃນຈຸດໃດໜຶ່ງ ເມື່ອສິ່ງຕ່າງໆທີ່ຢູ່ພາຍໃນກະດູກ ແລະ ເລືອດຂອງພວກເຈົ້າຖືກເປີດໂປງອອກ, ເຊິ່ງເປັນສິ່ງທີ່ຮູ້ຈັກກັນວ່າ ການຂ້ຽນຕີ ແລະ ການພິພາກສາ. ມີແຕ່ເມື່ອພາລະກິດຂອງເຮົາຖືກປະຕິບັດຢ່າງທົ່ວເຖິງ ແລະ ຄົບຖ້ວນເທົ່ານັ້ນ ເຮົາຈຶ່ງຈະສິ້ນສຸດພາລະກິດນັ້ນ. ຍິ່ງແກ່ນແທ້ໃນການເສື່ອມຊາມຂອງພວກເຈົ້າຖືກເປີດໂປງຫຼາຍສໍ່າໃດ, ພວກເຈົ້າກໍຈະມີຄວາມຮູ້ຫຼາຍຍິ່ງຂຶ້ນ ແລະ ສິ່ງນີ້ຈະມີຄວາມໝາຍທີ່ຍິ່ງໃຫຍ່ຕໍ່ຄຳພະຍານ ແລະ ຄວາມສົມບູນຂອງພວກເຈົ້າໃນອະນາຄົດ. ມີແຕ່ເມື່ອພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຖືກປະຕິບັດຢ່າງທົ່ວເຖິງ ພາລະກິດຂອງເຮົາຈຶ່ງຈະສໍາເລັດ ແລະ ພວກເຈົ້າຈະຮູ້ຈັກເຮົາຈາກການຂ້ຽນຕີ ແລະ ການພິພາກສາຂອງເຮົາ. ບໍ່ແມ່ນແຕ່ພວກເຈົ້າຈະຮູ້ຈັກອຸປະນິໄສ ແລະ ຄວາມຊອບທຳຂອງເຮົາເທົ່ານັ້ນ, ແຕ່ທີ່ສຳຄັນໄປກວ່ານັ້ນ ພວກເຈົ້າຈະຮູ້ຈັກການຂ້ຽນຕີ ແລະ ການພິພາກສາຂອງເຮົາອີກດ້ວຍ. ຫຼາຍຄົນທ່າມກາງພວກເຈົ້າມີແນວຄິດທີ່ຍິ່ງໃຫຍ່ກ່ຽວກັບພາລະກິດໃໝ່ ແລະ ລະດັບລາຍລະອຽດຂອງພາລະກິດຂອງເຮົາ. ເຖິງຢ່າງໃດກໍຕາມ ພວກເຈົ້າຄວນເຫັນວ່າພາລະກິດຂອງເຮົາເປັນສິ່ງທີ່ໃໝ່ ແລະ ມີລາຍລະອຽດ ແລະ ເຮົາສັ່ງສອນພວກເຈົ້າໃຫ້ປະຕິບັດແບບໜ້າຕໍ່ໜ້າ ໂດຍຈັບມືພວກເຈົ້າປະຕິບັດເລີຍ. ມີພຽງແຕ່ເຮັດແບບນີ້ຈຶ່ງຈະເປັນປະໂຫຍດຕໍ່ການປະຕິບັດຂອງພວກເຈົ້າ ແລະ ຕໍ່ຄວາມສາມາດຂອງພວກເຈົ້າທີ່ຈະຍຶດໜັ້ນໃນອະນາຄົດ; ບໍ່ດັ່ງນັ້ນ ພວກເຈົ້າກໍຈະເປັນຄືກັບໃບໄມ້ໃນລະດູໃບໄມ້ຫຼົ່ນ ທີ່ແຫ່ວ, ເຫຼືອງ ແລະ ແຫ້ງ, ບໍ່ມີຄ່າແມ່ນແຕ່ໜ້ອຍດຽວ. ພວກເຈົ້າຄວນຮູ້ຈັກວ່າ ເຮົາຮູ້ທຸກສິ່ງທີ່ຢູ່ໃນຫົວໃຈ ແລະ ວິນຍານຂອງພວກເຈົ້າ; ແລ້ວພວກເຈົ້າຄວນຮູ້ວ່າພາລະກິດທີ່ເຮົາປະຕິບັດ ແລະ ພຣະທຳທີ່ເຮົາກ່າວແມ່ນມີຄວາມເລິກເຊິ່ງຫຼາຍ. ອີງຕາມອຸປະນິໄສ ແລະ ຄວາມສາມາດຂອງພວກເຈົ້າ, ນີ້ແມ່ນວິທີທີ່ພວກເຈົ້າຄວນຖືກຈັດການ. ມີພຽງແຕ່ໃນລັກສະນະນີ້ເທົ່ານັ້ນ ທີ່ຄວາມຮູ້ຂອງພວກເຈົ້າກ່ຽວກັບການຂ້ຽນຕີ ແລະ ການພິພາກສາຂອງເຮົາຈຶ່ງຈະຊັດເຈນຍິ່ງຂຶ້ນ ແລະ ເຖິງແມ່ນເຈົ້າບໍ່ຮູ້ໃນມື້ນີ້, ມື້ອື່ນເຈົ້າກໍຈະຮູ້. ທຸກສິ່ງທີ່ຖືກສ້າງຂຶ້ນແມ່ນຈະຕົກລົງທ່າມກາງພຣະທຳແຫ່ງການຂ້ຽນຕີ ແລະ ການພິພາກສາຂອງເຮົາ, ຍ້ອນເຮົາບໍ່ອົດທົນກັບການຕໍ່ຕ້ານຂອງບຸກຄົນໃດໜຶ່ງທີ່ມີຕໍ່ເຮົາ.
ພວກເຈົ້າທຸກຄົນຕ້ອງສາມາດຄວບຄຸມຊີວິດຂອງພວກເຈົ້າເອງຢ່າງມີເຫດຜົນ. ພວກເຈົ້າອາດຈັດການກັບແຕ່ລະມື້ຕາມທີ່ພວກເຈົ້າຕ້ອງການ; ພວກເຈົ້າມີອິດສະຫຼະທີ່ຈະເຮັດຫຍັງກໍຕາມທີ່ພວກເຈົ້າພໍໃຈ; ພວກເຈົ້າອາດອ່ານພຣະທຳຂອງພຣະເຈົ້າ, ຟັງເພງສັນລະເສີນ ຫຼື ຄຳເທດສະໜາ ຫຼື ຈົດບັນທຶກການສັນລະເສີນ; ແລະ ຖ້າພວກເຈົ້າສົນໃຈ, ພວກເຈົ້າອາດຂຽນເພງສັນລະເສີນ. ທຸກສິ່ງເຫຼົ່ານີ້ບໍ່ໄດ້ຖືວ່າເປັນຊີວິດທີ່ເໝາະສົມບໍ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຄວນປະກອບເຂົ້າໃນຊີວິດຂອງມະນຸດ. ຜູ້ຄົນຄວນດຳລົງຊີວິດຕາມທຳມະຊາດ; ມີພຽງເມື່ອພວກເຂົາໄດ້ເກັບກ່ຽວໝາກຜົນຈາກຄວາມເປັນມະນຸດທີ່ທຳມະດາຂອງພວກເຂົາ ແລະ ຈາກຊີວິດຝ່າຍວິນຍານຂອງພວກເຂົາ, ພວກເຂົາຈຶ່ງຈະຖືວ່າໄດ້ເຂົ້າສູ່ຊີວິດທີ່ປົກກະຕິ. ໃນປັດຈຸບັນ, ມັນບໍ່ໄດ້ແມ່ນແຕ່ຄວາມເປັນມະນຸດເທົ່ານັ້ນທີ່ເຈົ້າຂາດຄວາມເຂົ້າໃຈ ແລະ ເຫດຜົນ. ຍັງມີນິມິດອີກຫຼາຍຢ່າງທີ່ຄວນຮູ້ຈັກ ເຊິ່ງຜູ້ຄົນຕ້ອງປະກອບມີ ແລະ ບົດຮຽນຕ່າງໆທີ່ເຈົ້າຜະເຊີນ, ນັ້ນແມ່ນບົດຮຽນທີ່ເຈົ້າຄວນຮຽນຮູ້; ເຈົ້າຕ້ອງສາມາດປັບໃຫ້ເຂົ້າກັບສະພາບແວດລ້ອມ. ການປັບປຸງລະດັບການສຶກສາຂອງເຈົ້າຕ້ອງຖືກດຳເນີນການໃນໄລຍະຍາວເພື່ອເຮັດໃຫ້ມັນເກີດໝາກຜົນ. ມີບາງສິ່ງທີ່ເຈົ້າຕ້ອງໄດ້ມີເພື່ອເຮັດໃຫ້ຊີວິດຂອງເຈົ້າປົກກະຕິ ແລະ ເຈົ້າຍັງຈະຕ້ອງໄດ້ເຂົ້າໃຈທາງເຂົ້າສູ່ຊີວິດຂອງເຈົ້າອີກດ້ວຍ. ໃນປັດຈຸບັນ, ເຈົ້າໄດ້ມາເຂົ້າໃຈພຣະທຳຫຼາຍຂໍ້ຂອງພຣະເຈົ້າ, ໃນຕອນນີ້ເຈົ້າໄດ້ອ່ານພຣະທຳເຫຼົ່ານັ້ນອີກຄັ້ງທີ່ເຈົ້າບໍ່ເຂົ້າໃຈໃນເວລານັ້ນ ແລະ ຕອນນີ້ ຫົວໃຈຂອງເຈົ້າແມ່ນໝັ້ນຄົງຫຼາຍຂຶ້ນ. ສິ່ງເຫຼົ່ານີ້ຄືຜົນທີ່ເຈົ້າໄດ້ຮັບ. ມື້ໃດກໍຕາມທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈເລັກນ້ອຍພາຍໃນຕົວເຈົ້າ, ເຈົ້າຈະສາມາດສື່ສານກັບອ້າຍເອື້ອຍນ້ອງຂອງເຈົ້າໄດ້ຢ່າງອິດສະຫຼະ. ນີ້ບໍ່ແມ່ນຊີວິດທີ່ເຈົ້າຄວນມີບໍ? ບາງຄັ້ງກໍຈະມີຄຳຖາມບາງຂໍ້ ຫຼື ເຈົ້າໄດ້ໄຕ່ຕອງເບິ່ງບາງຂໍ້ຄວາມ ເຊິ່ງມັນເຮັດໃຫ້ເຈົ້າແຍກແຍະໄດ້ດີຂຶ້ນກວ່າເກົ່າ ແລະ ສ້າງຄວາມເຂົ້າໃຈ ແລະ ສະຕິປັນຍາໃຫ້ກັບເຈົ້າຫຼາຍຂຶ້ນ, ເຮັດໃຫ້ເຈົ້າເຂົ້າໃຈຄວາມຈິງບາງຢ່າງ ແລະ ສິ່ງນີ້ບໍ່ແມ່ນສິ່ງທີ່ມີຢູ່ໃນຊີວິດຝ່າຍວິນຍານທີ່ເວົ້າເຖິງໃນປັດຈຸບັນບໍ? ມັນບໍ່ສາມາດຍອມຮັບໄດ້ ທີ່ຈະພຽງແຕ່ນໍາເອົາດ້ານໃດໜຶ່ງຂອງຊີວິດຝ່າຍວິນຍານເຂົ້າສູ່ການປະຕິບັດ; ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການອະທິຖານ ແລະ ການຮ້ອງເພງສັນລະເສີນລ້ວນແລ້ວແຕ່ປະກອບເປັນຊີວິດຝ່າຍວິນຍານ ແລະ ເມື່ອເຈົ້າມີຊີວິດຝ່າຍວິນຍານ, ເຈົ້າກໍຕ້ອງມີຊີວິດຂອງຄວາມເປັນມະນຸດທີ່ປົກກະຕິອີກດ້ວຍ. ໃນປັດຈຸບັນ ຫຼາຍສິ່ງທີ່ຖືກເວົ້າເຖິງກໍແມ່ນເພື່ອໃຫ້ມີເຫດຜົນ ແລະ ຄວາມເຂົ້າໃຈກັບຜູ້ຄົນ, ເຮັດໃຫ້ພວກເຂົາມີຊີວິດຂອງຄວາມເປັນມະນຸດທີ່ປົກກະຕິ. ການຮູ້ຈັກຄວາມໝາຍຂອງການເຂົ້າໃຈ; ຄວາມໝາຍຂອງການມີມະນຸດສຳພັນທີ່ປົກກະຕິ; ວິທີທີ່ເຈົ້າຄວນມີປະຕິກິລິຍາກັບຜູ້ຄົນ, ທຸກສິ່ງເຫຼົ່ານີ້ ເຈົ້າຄວນປະກອບມີໂດຍຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລ້ວ ສິ່ງທີ່ຮຽກຮ້ອງຈາກເຈົ້າກໍສາມາດບັນລຸໄດ້ຜ່ານທາງຄວາມເປັນມະນຸດທີ່ປົກກະຕິ. ໃຫ້ປະກອບຕົນເອງດ້ວຍສິ່ງຕ່າງໆທີ່ເຈົ້າຄວນມີ ແລະ ຢ່າລື່ນສິ່ງທີ່ຖືກຕ້ອງ; ບາງຄົນໃຊ້ທຸກລັກສະນະຂອງຄຳເວົ້າ ແລະ ຄຳສັບ ແລະ ໃນສິ່ງນີ້ ພວກເຂົາກຳລັງໂອ້ອວດສະເໜ່ຂອງພວກເຂົາ. ແລ້ວມີບາງຄົນທີ່ອ່ານໜັງສືທຸກປະເພດ ດ້ວຍສິ່ງນັ້ນພວກເຂົາກໍໝົກມຸ້ນຢູ່ກັບຄວາມປາຖະໜາຂອງເນື້ອໜັງ. ພວກເຂົາຍິ່ງສຶກສາ ແລະ ລອກແບບຊີວະປະຫວັດ ແລະ ຄຳເວົ້າຂອງບຸກຄົນທີ່ຖືກເອີ້ນວ່າຍິ່ງໃຫຍ່ໃນໂລກ ແລະ ອ່ານໜັງສືໂປ້, ສິ່ງນີ້ຍິ່ງເປັນຕາຫົວ! ຄົນແບບນີ້ບໍ່ຮູ້ຈັກເສັ້ນທາງໃນການເຂົ້າສູ່ຊີວິດ, ແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ. ພວກເຂົາຍິ່ງບໍ່ຮູ້ຈັກວິທີການໃຊ້ເວລາແຕ່ລະມື້. ສິ່ງດັ່ງກ່າວເປັນແນວດູດລົມໃນຊີວິດຂອງພວກເຂົາ! ພວກເຂົາທັງໝົດບໍ່ສົນໃຈຕໍ່ສິ່ງທີ່ພວກເຂົາຄວນເຂົ້າສູ່. ທຸກສິ່ງທີ່ພວກເຂົາເຮັດກໍຄືການເວົ້າ ແລະ ສື່ສານກັບຄົນອື່ນ, ຄືກັບວ່າການເວົ້າເກັ່ງຄືຕົວແທນທາງເຂົ້າຂອງພວກເຂົາເອງ. ພວກເຂົາບໍ່ມີຄວາມອັບອາຍບໍ? ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ຮູ້ຈັກວິທີການດຳລົງຊີວິດ ແລະ ບໍ່ເຂົ້າໃຈຊີວິດຂອງມະນຸດ; ພວກເຂົາໃຊ້ເວລາໝົດມື້ພຽງເພື່ອກິນ ແລະ ເຮັດສິ່ງຕ່າງໆທີ່ບໍ່ມີຄວາມໝາຍ, ແມ່ນຫຍັງຄືເປົ້າໝາຍຂອງການດຳລົງຊີວິດແບບນີ້? ເຮົາໄດ້ເຫັນວ່າ ສຳລັບຫຼາຍຄົນແລ້ວ, ນອກຈາກການເຮັດວຽກ, ການກິນ ແລະ ການນຸ່ງຫົ່ມ, ເວລາທີ່ມີຄ່າຂອງພວກເຂົາແມ່ນເຕັມໄປດ້ວຍສິ່ງທີ່ບໍ່ມີຄວາມໝາຍ, ບໍ່ວ່າມັນຈະເປັນການຫຼິ້ນມ່ວນຊື່ນ ແລະ ການເຮັດຫຼິ້ນໆ, ການນິນທາ ຫຼື ການນອນໝົດມື້. ສິ່ງນີ້ແມ່ນຊີວິດຂອງໄພ່ພົນບໍ? ສິ່ງນີ້ແມ່ນຊີວິດຂອງບຸກຄົນທີ່ປົກກະຕິບໍ? ຊີວິດດັ່ງກ່າວສາມາດເຮັດໃຫ້ເຈົ້າສົມບູນບໍ ເມື່ອມັນຕໍ່າຕ້ອຍ, ຫຼ້າຫຼັງ ແລະ ລ່າເລີງ? ເຈົ້າເຕັມໃຈທີ່ຈະສູນເສຍຕົນເອງໃຫ້ກັບຊາຕານໂດຍບໍ່ໄດ້ປະໂຫຍດຫຍັງເລີຍບໍ? ເມື່ອຊີວິດຂອງຜູ້ຄົນງ່າຍດາຍ ແລະ ບໍ່ມີການທົນທຸກໃນສະພາບແວດລ້ອມຂອງພວກເຂົາ, ພວກເຂົາຈຶ່ງບໍ່ສາມາດມີປະສົບການໄດ້. ໃນສະພາບແວດລ້ອມທີ່ສະບາຍ, ມັນງ່າຍທີ່ຜູ້ຄົນຈະກາຍເປັນຄົນຊົ່ວຊ້າ, ແຕ່ໃນສະພາບແວດລ້ອມທີ່ຫຍຸ້ງຍາກຈະເຮັດໃຫ້ເຈົ້າອະທິຖານດ້ວຍຄວາມຮີບດ່ວນ ແລະ ເຮັດໃຫ້ເຈົ້າບໍ່ກ້າປະຖິ້ມພຣະເຈົ້າ. ຍິ່ງຊີວິດຂອງຜູ້ຄົນງ່າຍ ແລະ ມົນໝອງສໍ່າໃດ, ພວກເຂົາຍິ່ງຮູ້ສຶກວ່າບໍ່ມີເປົ້າໝາຍໃນການດຳລົງຊີວິດ ແລະ ພວກເຂົາຍິ່ງຮູ້ສຶກວ່າ ພວກເຂົາຄວນຕາຍດີກວ່າ. ນີ້ແມ່ນຄວາມເສື່ອມຊາມຂອງເນື້ອໜັງມະນຸດ; ພວກເຂົາພຽງແຕ່ໄດ້ຮັບປະໂຫຍດ ຖ້າພວກເຂົາຖືກຜະເຊີນກັບການທົດລອງ.
ຂັ້ນຕອນນັ້ນຂອງພາລະກິດຂອງພຣະເຢຊູແມ່ນຖືກປະຕິບັດໃນຢູດາຍ ແລະ ກາລິເລ ແລະ ຊາວຕ່າງຊາດກໍບໍ່ຮູ້ເຖິງພາລະກິດນັ້ນ. ພາລະກິດທີ່ພຣະອົງປະຕິບັດແມ່ນເປັນຄວາມລັບສູງ ແລະ ບໍ່ມີຊົນຊາດໃດນອກຈາກອິດສະຣາເອນທີ່ຮູ້ຈັກເຖິງພາລະກິດນັ້ນ. ມີແຕ່ເມື່ອພຣະເຢຊູເຮັດໃຫ້ພາລະກິດຂອງພຣະອົງສໍາເລັດ ແລະ ມັນກໍ່ໃຫ້ເກີດສຽງຮ້ອງໂຮ່ ຜູ້ຄົນຈຶ່ງຮູ້ຈັກເຖິງພາລະກິດນັ້ນ ແລະ ໃນເວລານັ້ນ ພຣະອົງກໍຈາກໄປແລ້ວ. ພຣະເຢຊູໄດ້ມາເພື່ອປະຕິບັດໜຶ່ງຂັ້ນຕອນຂອງພາລະກິດ, ຮັບເອົາບາງຄົນ ແລະ ເຮັດໃຫ້ໜຶ່ງຂັ້ນຕອນຂອງພາລະກິດສຳເລັດ. ໃນທຸກຂັ້ນຕອນພາລະກິດທີ່ພຣະເຈົ້າປະຕິບັດ, ມີຫຼາຍຄົນທີ່ຕິດຕາມພຣະອົງ. ຖ້າພາລະກິດນັ້ນພຽງຖືກປະຕິບັດໂດຍພຣະເຈົ້າເອງ, ມັນກໍຈະບໍ່ມີຄວາມໝາຍ; ຕ້ອງມີຜູ້ຄົນຕິດຕາມພຣະເຈົ້າ ຈົນພຣະອົງປະຕິບັດຂັ້ນຕອນນັ້ນຂອງພາລະກິດສໍາເລັດ. ມີແຕ່ເມື່ອພາລະກິດຂອງພຣະເຈົ້າເອງຖືກເຮັດໃຫ້ສຳເລັດ ຜູ້ຄົນຈຶ່ງເລີ່ມປະຕິບັດພາລະກິດທີ່ພຣະເຈົ້າມອບໝາຍໃຫ້ ແລະ ມີພຽງແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະເລີ່ມແຜ່ຂະຫຍາຍ. ພຣະເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃໝ່; ພາລະກິດຂອງຜູ້ຄົນແມ່ນການສືບຕໍ່ພາລະກິດນັ້ນ. ສະນັ້ນ ພາລະກິດໃນປັດຈຸບັນຈຶ່ງເປັນພຽງຊົ່ວຄາວ; ຊີວິດຂອງເຮົາກັບມະນຸດກໍຈະເປັນພຽງຊົ່ວຄາວ. ເຮົາພຽງແຕ່ເຮັດໃຫ້ພາລະກິດຂອງເຮົາສຳເລັດ ແລະ ໃຫ້ພວກເຈົ້າປະຕິບັດໜ້າທີ່ໆພວກເຈົ້າຄວນປະຕິບັດ, ເພື່ອວ່າພາລະກິດນີ້ ແລະ ຂ່າວປະເສີດນີ້ຈະສາມາດຂະຫຍາຍໄດ້ໄວເທົ່າທີ່ຈະໄວໄດ້ໃນທ່າມກາງຊາວຕ່າງຊາດ ແລະ ບັນດາຊົນຊາດອື່ນໆ, ພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະສາມາດປະຕິບັດໜ້າຂອງພວກເຈົ້າດັ່ງມະນຸດໄດ້. ເວລາໃນປັດຈຸບັນແມ່ນມີຄ່າທີ່ສຸດ. ຖ້າເຈົ້າບໍ່ສົນໃຈມັນ, ເຈົ້າກໍເປັນຄົນໂງ່; ຖ້າໃນສະພາບແວດລ້ອມແບບນີ້, ເຈົ້າກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ຜະເຊີນກັບພາລະກິດນີ້ ແລະ ເຈົ້າຍັງຂາດຄວາມເດັດດ່ຽວທີ່ຈະສະແຫວງຫາຄວາມຈິງ ແລະ ບໍ່ມີຄວາມສຳນຶກກ່ຽວກັບພາລະແມ່ນແຕ່ໜ້ອຍດຽວ, ແລ້ວອະນາຄົດຂອງເຈົ້າຈະເປັນແນວໃດ? ຄົນຄືເຈົ້າຈະບໍ່ສຸກສໍາລັບການກຳຈັດບໍ?