ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (5)
ໃນການເຕົ້າໂຮມຄັ້ງຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບລາຍການທີຫ້າຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໃນລະຫວ່າງການໂອ້ລົມກ່ຽວກັບລາຍການທີຫ້ານັ້ນ, ພວກເຮົາໄດ້ໄຈ້ແຍກການສຳແດງອອກ ແລະ ການກະທຳບາງຢ່າງຂອງຜູ້ນໍາປອມ ແລະ ພວກເຮົາກໍໄດ້ໂອ້ລົມກ່ຽວກັບລາຍການດັ່ງກ່າວຈົບແລ້ວ. ຕອນນີ້ ພວກເຮົາຈະໂອ້ລົມກ່ຽວກັບລາຍການທີຫົກ ແລະ ເຈັດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເນື້ອໃນລະອຽດຂອງສອງລາຍການເຫຼົ່ານີ້ແມ່ນຫຍັງ? (ລາຍການທີຫົກ: ສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ສະແຫວງຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້. ລາຍການທີເຈັດ: ຈັດສັນ ແລະ ນໍາໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກນໍາໃຊ້ຢ່າງເກີດປະໂຫຍດສູງສຸດ.) ຖ້າເປັນແນວນັ້ນ ພວກເຮົາມາໄຈ້ແຍກການກະທຳ ແລະ ການສະແດງອອກຕ່າງໆ ຂອງຜູ້ນໍາປອມ ທີ່ກ່ຽວຂ້ອງກັບສອງລາຍການເຫຼົ່ານີ້ກັນເທາະ. ສອງລາຍການເຫຼົ່ານີ້ຈັດຢູ່ໃນໝວດດຽວກັນ ເຊິ່ງກ່ຽວຂ້ອງກັບການສົ່ງເສີມ, ການບົ່ມເພາະ ແລະ ການນໍາໃຊ້ຄົນທຸກປະເພດຂອງຄຣິສຕະຈັກ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບຫຼັກການຂອງເຮືອນຂອງພຣະເຈົ້າ ໃນການສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທີ່ມີຄຸນສົມບັດທຸກປະເພດ. ດ້ວຍວິທີນັ້ນ, ໂດຍພື້ນຖານແລ້ວ ພວກເຈົ້າກໍຈະສາມາດເຂົ້າໃຈຫຼັກການບາງຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕາມ ເມື່ອເຮັດວຽກງານນີ້ ບໍ່ແມ່ນບໍ? ພວກເຈົ້າອາດຈະຄິດວ່າ “ໃນຖານະທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາມັກພົບພໍ້ກັບເລື່ອງເຫຼົ່ານີ້ຢູ່ເລື້ອຍໆ, ພວກເຮົາຄຸ້ນເຄີຍກັບວຽກງານນີ້ແລ້ວ ແລະ ມີປະສົບການບາງຢ່າງກ່ຽວກັບມັນ, ດັ່ງນັ້ນ ເຖິງແມ່ນວ່າພຣະອົງຈະບໍ່ກ່າວຫຍັງກ່ຽວກັບເລື່ອງນີ້ຕື່ມອີກ ພວກເຮົາກໍມີຄວາມຊັດເຈນກ່ຽວກັບມັນແລ້ວ ແລະ ພຣະອົງບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບມັນຢ່າງສະເພາະເຈາະຈົງຕື່ມອີກ”. ຖ້າເປັນແນວນັ້ນ, ບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບມັນແລ້ວບໍ? (ພວກຂ້ານ້ອຍຕ້ອງການການໂອ້ລົມຂອງພຣະອົງກ່ຽວກັບເລື່ອງນີ້. ພວກຂ້ານ້ອຍຍັງບໍ່ກຳແໜ້ນຫຼັກການໃນດ້ານນີ້ ແລະ ມີຜູ້ມີພອນສະຫວັນບາງຄົນທີ່ພວກຂ້ານ້ອຍຍັງບໍ່ຮູ້ວິທີທີ່ຈະແຍກແຍະ.) ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ຍັງສັບສົນຫຼາຍ ກ່ຽວກັບວິທີການເຮັດວຽກງານນີ້ ແລະ ຢູ່ໃນຂັ້ນຕອນການຄຳທາງ ແລະ ບໍ່ສາມາດກຳແໜ້ນຫຼັກການທີ່ຖືກຕ້ອງ, ສະນັ້ນ ພວກເຮົາຈຶ່ງຍັງຈຳເປັນຕ້ອງໂອ້ລົມກ່ຽວກັບລາຍລະອຽດ.
ຂໍ້ທີຫົກ: ສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ສະແຫວງຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້
ຄວາມໝາຍສຳຄັນຂອງການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທຸກປະເພດ
ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທຸກປະເພດ? ການສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທຸກປະເພດແມ່ນເພື່ອເຮັດວຽກວິທະຍາສາດ, ການສຶກສາ ແລະ ວັນນະຄະດີບໍ? ຜູ້ທີ່ຖືກເລືອກຂອງພຣະເຈົ້າທຸກຄົນຄວນຮູ້ແລ້ວວ່າ ເມື່ອເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນປະເພດຕ່າງໆ, ສິ່ງນີ້ບໍ່ໄດ້ເຮັດເພື່ອຜະລິດຜະລິດຕະພັນເຕັກໂນໂລຊີຊັ້ນສູງບາງຢ່າງ ແລະ ສ້າງສິ່ງມະຫັດສະຈັນ ຫຼື ເພື່ອຄົ້ນຄວ້າວິໄຈປະຫວັດສາດການພັດທະນາຂອງມະນຸດ ແລະ ຍິ່ງບໍ່ຕ້ອງເວົ້າເຖິງການວາງແຜນໃດໆ ສຳລັບອະນາຄົດຂອງມະນຸດຊາດ. ສະນັ້ນເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທຸກປະເພດ? ພວກເຈົ້າເຂົ້າໃຈເລື່ອງນີ້ ຫຼື ບໍ່? (ເພື່ອເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ.) ເພື່ອເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ, ນີ້ແມ່ນເຫດຜົນໜຶ່ງ. ມີຫຍັງອີກແດ່? (ເພື່ອໃຫ້ທຸກຄົນທີ່ສະແຫວງຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ.) ຖືກຕ້ອງແລ້ວ, ຄຳຕອບນີ້ສົມເຫດສົມຜົນຫຼາຍ ແລະ ກົງປະເດັນເລີຍ. ມັນແມ່ນເພື່ອໃຫ້ຜູ້ທີ່ສະແຫວງຫາຄວາມຈິງຫຼາຍຂຶ້ນສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້. ຄຳຕອບທັງສອງຢ່າງທີ່ພວກເຈົ້າຫາກໍຕອບມາແມ່ນຖືກຕ້ອງ ແລະ ແມ່ນຍໍາ. ການສົ່ງເສີມ ແລະ ການບົ່ມເພາະຜູ້ມີພອນສະຫວັນທຸກປະເພດໂດຍເຮືອນຂອງພຣະເຈົ້າ ໃນດ້ານໜຶ່ງແມ່ນກ່ຽວຂ້ອງກັບການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ ແລະ ວຽກງານຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ ມັນກ່ຽວຂ້ອງກັບການສະແຫວງຫາ ແລະ ທາງເຂົ້າຂອງສ່ວນບຸກຄົນ. ສິ່ງເຫຼົ່ານີ້ແມ່ນດ້ານທີ່ຄອບຄຸມ. ເມື່ອເວົ້າສະເພາະເຈາະຈົງແລ້ວ ຄວາມໝາຍສຳຄັນຂອງການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທຸກປະເພດແມ່ນຫຍັງ? ໂດຍສະເພາະເຈາະຈົງແລ້ວ ຄົນເຫຼົ່ານີ້ທີ່ໄດ້ຮັບການສົ່ງເສີມ ແລະ ບົ່ມເພາະເຮັດວຽກງານຫຍັງໃນຄຣິສຕະຈັກ? ເມື່ອເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນໃດຄົນໜຶ່ງໃຫ້ເປັນຫົວໜ້າທີມ, ຜູ້ຄຸມງານ ຫຼື ຜູ້ນໍາ ຫຼື ຜູ້ເຮັດວຽກຄຣິສຕະຈັກ, ພວກເຂົາກຳລັງຖືກແຕ່ງຕັ້ງໃຫ້ເປັນເຈົ້າໜ້າທີ່ບໍ? (ບໍ່.) ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຜູ້ຄົນ ເພື່ອໃຫ້ພວກເຂົາສາມາດຮັບຜິດຊອບໂຄງການ ຫຼື ວຽກງານສະເພາະພາຍໃນລາຍການວຽກງານຕ່າງໆ ຂອງຄຣິສຕະຈັກ, ເຊັ່ນ: ວຽກງານພຣະກິດຕິຄຸນ, ວຽກງານຂໍ້ຄວາມ, ວຽກງານການຜະລິດຮູບເງົາ, ວຽກງານການຫົດນ້ຳ, ພ້ອມທັງວຽກງານທົ່ວໄປບາງຢ່າງ ແລະ ອື່ນໆ ອີກ. ແລ້ວພວກເຂົາປະຕິບັດວຽກງານສະເພາະເຫຼົ່ານີ້ແນວໃດ? ໂດຍການປະຕິບັດລາຍການວຽກງານຕ່າງໆ ຂອງຄຣິສຕະຈັກຕາມຂໍ້ກຳນົດຂອງພຣະເຈົ້າ, ຫຼັກການຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງປະຕິບັດໜ້າທີ່ຂອງພວກເຂົາຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ກະທຳຕາມຫຼັກການຄວາມຈິງ. ເມື່ອເບິ່ງຄວາມຈິງທີ່ວ່າຄົນເຫຼົ່ານີ້ກຳລັງຖືກສົ່ງເສີມ ແລະ ບົ່ມເພາະໃຫ້ຮັບຜິດຊອບວຽກງານ, ມັນບໍ່ແມ່ນການມີຕຳແໜ່ງ ຫຼື ສະຖານະທີ່ເປັນທາງການ ທີ່ເຮັດໃຫ້ພວກເຂົາສາມາດເຮັດວຽກຂອງພວກເຂົາໄດ້ດີ. ໃນທາງກົງກັນຂ້າມ ພວກເຂົາຕ້ອງມີຄວາມສາມາດໃນລະດັບໃດໜຶ່ງ ເພື່ອທີ່ຈະແບກຫາບວຽກງານສະເພາະ ນັ້ນກໍຄື ການແບກຫາບສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາເຮັດ ຫຼື ເວົ້າອີກຢ່າງໜຶ່ງກໍຄື ໜ້າທີ່ ແລະ ພັນທະທີ່ມາພ້ອມກັບຄວາມຮັບຜິດຊອບ. ນີ້ຄືຄວາມໝາຍສຳຄັນ ແລະ ຄຳນິຍາມສະເພາະຂອງການສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນປະເພດຕ່າງໆ ດັ່ງທີ່ກ່າວໄວ້ໃນລາຍການທີຫົກຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສະນັ້ນ, ໃນການສົ່ງເສີມ ແລະ ບົ່ມເພາະຜູ້ຄົນ, ຈຸດປະສົງຂອງເຮືອນຂອງພຣະເຈົ້າແມ່ນເພື່ອບົ່ມເພາະຜູ້ມີພອນສະຫວັນທຸກປະເພດ ໃຫ້ເຮັດລາຍການວຽກງານຕ່າງໆ ຂອງຄຣິສຕະຈັກໄດ້ດີ ຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ; ມັນແມ່ນເພື່ອເຮັດໃຫ້ຄົນເຫຼົ່ານີ້ສາມາດແບກຫາບໜ້າວຽກສະເພາະຕ່າງໆ ຂອງຄຣິສຕະຈັກ. ໃນເວລາດຽວກັນ, ເຮືອນຂອງພຣະເຈົ້າບົ່ມເພາະ ແລະ ຝຶກຝົນຄົນເຫຼົ່ານີ້ ເພື່ອໃຫ້ພວກເຂົາຮຽນຮູ້ວິທີຕຶກຕອງພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບຄວາມຈິງ ແລະ ກະທຳຕາມຫຼັກການ, ນໍາພາພວກເຂົາໃຫ້ປະຕິບັດຄວາມຈິງ ແລະ ດຳເນີນຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ເຮັດໃຫ້ພວກເຂົາມີປະສົບການ ແລະ ຄຳພະຍານທີ່ແທ້ຈິງ, ຫຼັງຈາກນັ້ນ ພວກເຂົາກໍຈະສາມາດນໍາພາ, ຫົດນ້ຳ ແລະ ສະໜອງໃຫ້ແກ່ຄົນອື່ນ ແລະ ເຮັດລາຍການວຽກງານຕ່າງໆ ຂອງຄຣິສຕະຈັກໄດ້ດີ ແລະ ໃນເວລາດຽວກັນ ຜູ້ທີ່ຖືກເລືອກຂອງພຣະເຈົ້າກໍສາມາດຖືກເຮັດໃຫ້ຍອມອ່ອນນ້ອມຕໍ່ພຣະເຈົ້າ, ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ບັນລຸໜ້າທີ່ໃນການເທດສະໜາພຣະກິດຕິຄຸນ. ວິທີການປະຕິບັດສຳລັບການສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທຸກປະເພດ ໃນດ້ານໜຶ່ງ ແມ່ນການນໍາພາຜູ້ຄົນໃນການປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ, ການມາຮູ້ຈັກຕົນເອງ, ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ; ໃນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກໃຊ້ປະສົບການຕົວຈິງຂອງຕົນເອງກ່ຽວກັບຄວາມຈົງຮັກພັກດີ ແລະ ຄວາມອ່ອນນ້ອມ ເພື່ອນໍາພາ ແລະ ບົ່ມເພາະຜູ້ຄົນໃນການບັນລຸໜ້າທີ່ຂອງພວກເຂົາ ແລະ ການໃຫ້ຄຳພະຍານທີ່ກ້ອງກັງວານແກ່ພຣະເຈົ້າ. ສິ່ງເຫຼົ່ານີ້ຄືສອງເສັ້ນທາງຫຼັກຂອງການປະຕິບັດ ສຳລັບການບົ່ມເພາະຜູ້ມີພອນສະຫວັນປະເພດຕ່າງໆ. ນີ້ຄືວຽກງານສະເພາະທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນປະເພດຕ່າງໆ ແລະ ມັນຍັງເປັນຄວາມໝາຍທີ່ແທ້ຈິງຂອງການສົ່ງເສີມ ແລະ ບົ່ມເພາະພວກເຂົາ.
ເງື່ອນໄຂທີ່ຈຳເປັນສຳລັບຜູ້ມີພອນສະຫວັນປະເພດຕ່າງໆ ທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະ
I. ເງື່ອນໄຂທີ່ຈຳເປັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ຄຸມງານລາຍການວຽກງານຕ່າງໆ
“ຜູ້ມີພອນສະຫວັນປະເພດຕ່າງໆ ທີ່ຄຣິສຕະຈັກສົ່ງເສີມ ແລະ ເພາະປູກ” ນັ້ນໝາຍເຖິງໃຜ? ສິ່ງນັ້ນລວມມີຂອບເຂດຫຍັງແດ່? ປະເພດທີໜຶ່ງ ແມ່ນຄົນປະເພດທີ່ສາມາດເປັນຜູ້ຄຸມງານລາຍການວຽກງານຕ່າງໆ. ມາດຕະຖານທີ່ຈຳເປັນສຳລັບຜູ້ຮັບຜິດຊອບລາຍການວຽກງານຕ່າງໆ ແມ່ນຫຍັງ? ຫຼັກໆແລ້ວ ມີຢູ່ສາມຢ່າງ. ຢ່າງທີໜຶ່ງ, ພວກເຂົາຕ້ອງມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ມີພຽງແຕ່ຜູ້ທີ່ສາມາດຢັ່ງຮູ້ຄວາມຈິງຢ່າງບໍລິສຸດ ໂດຍບໍ່ມີການບິດເບືອນ ແລະ ສາມາດນໍາໄປປະຍຸກໃຊ້ໄດ້ເທົ່ານັ້ນ ຈຶ່ງເປັນຄົນທີ່ມີຄວາມສາມາດດີ. ຄົນທີ່ມີຄວາມສາມາດດີ ຢ່າງໜ້ອຍທີ່ສຸດຕ້ອງມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ດ້ວຍຕົນເອງ. ໃນຂະບວນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາຕ້ອງສາມາດຍອມຮັບການພິພາກສາ, ການລົງໂທດ ແລະ ການລິຮານຂອງພຣະທຳຂອງພຣະເຈົ້າໄດ້ດ້ວຍຕົນເອງ ແລະ ສະແຫວງຫາຄວາມຈິງ ເພື່ອແກ້ໄຂແນວຄິດ ແລະ ຈິນຕະນາການຂອງຕົນເອງ ແລະ ການປົນເປື້ອນຈາກຄວາມປະສົງຂອງພວກເຂົາເອງ, ພ້ອມທັງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ນັ້ນກໍຄື ຖ້າພວກເຂົາບັນລຸມາດຕະຖານນີ້ ມັນກໍໝາຍຄວາມວ່າພວກເຂົາຮູ້ວິທີທີ່ຈະມີປະສົບການກັບວຽກງານຂອງພຣະເຈົ້າ ແລະ ນີ້ຄືການສະແດງອອກຂອງຄວາມສາມາດທີ່ດີ. ຢ່າງທີສອງ, ພວກເຂົາຕ້ອງແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ. ຄົນທີ່ແບກຮັບພາລະຢ່າງແທ້ຈິງນັ້ນບໍ່ໄດ້ມີພຽງແຕ່ຄວາມກະຕືລືລົ້ນ, ພວກເຂົາມີປະສົບການຊີວິດທີ່ແທ້ຈິງ, ເຂົ້າໃຈຄວາມຈິງບາງຢ່າງ ແລະ ພວກເຂົາສາມາດເບິ່ງທະລຸບັນຫາບາງຢ່າງ. ພວກເຂົາເຫັນວ່າ ໃນວຽກງານຂອງຄຣິສຕະຈັກ ແລະ ຜູ້ທີ່ຖືກເລືອກຂອງພຣະເຈົ້ານັ້ນ ມີຄວາມຫຍຸ້ງຍາກ ແລະ ບັນຫາຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ. ພວກເຂົາເຫັນສິ່ງນີ້ດ້ວຍຕາຂອງພວກເຂົາ ແລະ ມີຄວາມກັງວົນໃນຫົວໃຈຂອງພວກເຂົາ, ນີ້ຄືຄວາມໝາຍຂອງການແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ. ຖ້າຄົນໃດຄົນໜຶ່ງມີພຽງແຕ່ຄວາມສາມາດດີ ແລະ ສາມາດຢັ່ງຮູ້ຄວາມຈິງ, ແຕ່ພວກເຂົາຂີ້ຄ້ານ, ໂລບມາກຢາກໄດ້ຄວາມສະບາຍຂອງເນື້ອໜັງ, ບໍ່ເຕັມໃຈທີ່ຈະເຮັດວຽກງານຕົວຈິງ ແລະ ເຮັດວຽກພຽງເລັກນ້ອຍ ເມື່ອເບື້ອງເທິງອອກຄຳສັ່ງກຳນົດເວລາໃຫ້ພວກເຂົາເຮັດໃຫ້ສຳເລັດ, ເມື່ອພວກເຂົາບໍ່ສາມາດຫຼີກລ່ຽງການບໍ່ເຮັດມັນໄດ້, ແລ້ວນີ້ກໍຄືຄົນທີ່ບໍ່ແບກຮັບພາລະ. ຄົນທີ່ບໍ່ແບກພາລະແມ່ນຄົນທີ່ບໍ່ໄລ່ຕາມຄວາມຈິງ, ຄົນທີ່ບໍ່ມີຄວາມຮູ້ສຶກຍຸຕິທຳ ແລະ ຄົນທີ່ໄຮ້ປະໂຫຍດ ທີ່ໃຊ້ເວລາໝົດມື້ເພື່ອຢັດອາຫານເຂົ້າປາກ ໂດຍບໍ່ໃສ່ໃຈຫຍັງເລີຍ. ຢ່າງທີສາມ, ພວກເຂົາຕ້ອງມີຄວາມສາມາດໃນການເຮັດວຽກ. “ຄວາມສາມາດໃນການເຮັດວຽກ” ໝາຍຄວາມວ່າແນວໃດ? ເວົ້າງ່າຍໆ ກໍຄື ມັນໝາຍຄວາມວ່າ ບໍ່ພຽງແຕ່ພວກເຂົາສາມາດມອບໝາຍວຽກ ແລະ ໃຫ້ຄຳແນະນຳແກ່ຜູ້ຄົນໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງສາມາດລະບຸ ແລະ ແກ້ໄຂບັນຫາໄດ້ອີກດ້ວຍ, ນີ້ຄືຄວາມໝາຍຂອງການມີຄວາມສາມາດໃນການເຮັດວຽກ. ນອກຈາກນັ້ນ, ພວກເຂົາຍັງຕ້ອງການທັກສະການຈັດລະບຽບ. ຄົນທີ່ມີທັກສະການຈັດລະບຽບຈະມີຄວາມຊຳນານເປັນພິເສດໃນການຮວບຮວມຜູ້ຄົນ, ການຈັດຕັ້ງ ແລະ ການຈັດແຈງວຽກງານ ແລະ ການແກ້ໄຂບັນຫາ ແລະ ເມື່ອຈັດແຈງວຽກງານ ແລະ ແກ້ໄຂບັນຫາ, ພວກເຂົາກໍສາມາດເຮັດໃຫ້ຜູ້ຄົນຍອມຮັບໄດ້ຢ່າງໝົດໃຈ ແລະ ເຮັດໃຫ້ພວກເຂົາເຊື່ອຟັງ, ນີ້ຄືຄວາມໝາຍຂອງການມີທັກສະການຈັດລະບຽບ. ຜູ້ທີ່ມີຄວາມສາມາດໃນການເຮັດວຽກຢ່າງແທ້ຈິງ ຈະສາມາດປະຕິບັດວຽກງານສະເພາະທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ ແລະ ສາມາດເຮັດໄດ້ຢ່າງວ່ອງໄວ ແລະ ຢ່າງເດັດຂາດ ໂດຍບໍ່ຊັກຊ້າໃດໆ ແລະ ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຮັດວຽກງານຕ່າງໆ ໄດ້ດີ. ສິ່ງເຫຼົ່ານີ້ແມ່ນສາມມາດຕະຖານຂອງເຮືອນຂອງພຣະເຈົ້າສຳລັບການເພາະປູກຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າຄົນໃດຄົນໜຶ່ງບັນລຸສາມມາດຕະຖານເຫຼົ່ານີ້, ພວກເຂົາກໍເປັນບຸກຄົນທີ່ມີຄວາມສາມາດພິເສດ ແລະ ຫາຍາກ ແລະ ຄວນໄດ້ຮັບການສົ່ງເສີມ, ເພາະປູກ ແລະ ຝຶກຝົນໃນທັນທີ ແລະ ຫຼັງຈາກຝຶກຝົນມາໄລຍະໜຶ່ງ, ພວກເຂົາກໍສາມາດຮັບຜິດຊອບວຽກງານໄດ້. ຜູ້ໃດກໍຕາມທີ່ມີຄວາມສາມາດ, ແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກ ກໍບໍ່ຈຳເປັນຕ້ອງໃຫ້ຄົນອື່ນເປັນກັງວົນຕໍ່ພວກເຂົາ ແລະ ກວດກາ ແລະ ຊຸກຍູ້ພວກເຂົາໃນວຽກງານຂອງພວກເຂົາຢູ່ສະເໝີ. ພວກເຂົາມີຄວາມຕື່ນຕົວ, ພວກເຂົາຮູ້ວ່າວຽກງານໃດຄວນເຮັດໃນເວລາໃດ, ວຽກງານໃດຄວນກວດກາ ແລະ ຊີ້ນໍາ ແລະ ວຽກງານໃດຕ້ອງໄດ້ຮັບການກວດສອບ ຫຼື ຈັບຕາເບິ່ງຢ່າງໃກ້ຊິດ. ພວກເຂົາຮູ້ດີກ່ຽວກັບສິ່ງເຫຼົ່ານີ້. ຄົນດັ່ງກ່າວຂ້ອນຂ້າງໄວ້ໃຈໄດ້ ແລະ ເຊື່ອຖືໄດ້ໃນວຽກງານຂອງພວກເຂົາ ແລະ ຈະບໍ່ມີບັນຫາໃຫຍ່ເກີດຂຶ້ນ. ເຖິງແມ່ນວ່າມີບັນຫາເກີດຂຶ້ນ, ພວກມັນກໍຈະເປັນບັນຫາເລັກນ້ອຍທີ່ບໍ່ສົ່ງຜົນກະທົບຕໍ່ພາບລວມ ແລະ ພຣະເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບວຽກງານທີ່ຄົນເຫຼົ່ານີ້ເຮັດ. ມີພຽງແຕ່ຜູ້ທີ່ສາມາດຢືນດ້ວຍສອງຕີນຂອງຕົນຕົນເອງຢ່າງແທ້ຈິງໃນວຽກງານຂອງພວກເຂົາເທົ່ານັ້ນ ຈຶ່ງມີຄວາມສາມາດໃນການເຮັດວຽກຢ່າງແທ້ຈິງ. ຜູ້ທີ່ບໍ່ສາມາດຢືນໄດ້ດ້ວຍສອງຕີນຂອງຕົນເອງ ແລະ ຕ້ອງການໃຫ້ຄົນອື່ນເປັນຫ່ວງກ່ຽວກັບພວກເຂົາ, ຈັບຕາເບິ່ງພວກເຂົາ, ກວດກາພວກເຂົາ ແລະ ເຖິງຂັ້ນຈັບມືສອນພວກເຂົາວ່າຕ້ອງເຮັດຫຍັງຢູ່ສະເໝີ ແມ່ນຄົນປະເພດທີ່ມີຄວາມສາມາດຕໍ່າທີ່ສຸດ. ຜົນຂອງວຽກງານທີ່ຄົນທີ່ມີຄວາມສາມາດທຳມະດາເຮັດນັ້ນກໍທຳມະດາຢ່າງແນ່ນອນ ແລະ ຄົນເຫຼົ່ານີ້ຕ້ອງການໃຫ້ຄົນອື່ນຈັບຕາເບິ່ງພວກເຂົາ ແລະ ກວດກາພວກເຂົາ ກ່ອນທີ່ພວກເຂົາຈະສາມາດເຮັດຫຍັງໄດ້. ໃນທາງກົງກັນຂ້າມ, ຄົນທີ່ມີຄວາມສາມາດດີຈະສາມາດຢືນໄດ້ດ້ວຍສອງຕີນຂອງຕົນເອງ ຫຼັງຈາກທີ່ພວກເຂົາໄດ້ຮັບການຝຶກຝົນມາໄລຍະໜຶ່ງ ແລະ ທຸກຄັ້ງທີ່ເບື້ອງເທິງໃຫ້ຄຳແນະນຳສຳລັບວຽກງານໃດໜຶ່ງ ແລະ ໂອ້ລົມຫຼັກການບາງຢ່າງ, ພວກເຂົາກໍສາມາດກຳແໜ້ນຫຼັກການ, ປະຕິບັດວຽກງານຕາມຫຼັກການເຫຼົ່ານັ້ນ ແລະ ໂດຍພື້ນຖານແລ້ວແມ່ນປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ ໂດຍບໍ່ມີການບ່ຽງເບນ ຫຼື ຂໍ້ບົກຜ່ອງທີ່ໃຫຍ່ຫຼວງເກີນໄປ ແລະ ບັນລຸຜົນທີ່ຄວນຈະເປັນ, ເຊິ່ງນີ້ຄືຄວາມໝາຍຂອງການມີຄວາມສາມາດໃນການເຮັດວຽກ. ຕົວຢ່າງ: ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ມີການສະລ້າງຄຣິສຕະຈັກ ແລະ ໃຫ້ລະບຸຕົວ ແລະ ຂັບໄລ່ພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າອອກຈາກຄຣິສຕະຈັກ ແລະ ຄົນປະເພດທີ່ມີຄວາມສາມາດໃນການເຮັດວຽກ ໂດຍພື້ນຖານແລ້ວແມ່ນບໍ່ບ່ຽງເບນ ໃນຂະນະທີ່ປະຕິບັດວຽກງານນີ້. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນ, ມັນໃຊ້ເວລາຢ່າງໜ້ອຍປະມານເຄິ່ງປີ ກ່ອນທີ່ພວກເຂົາຈະຖືກເປີດເຜີຍ ແລະ ຖືກກຳຈັດອອກ. ໃນຊ່ວງເວລານີ້, ຜູ້ທີ່ມີຄວາມສາມາດໃນການເຮັດວຽກສາມາດລະບຸຕົວພວກເຂົາ, ໂອ້ລົມກ່ຽວກັບຄວາມຈິງ ເພື່ອໄຈ້ແຍກການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຊ່ວຍໃຫ້ອ້າຍເອື້ອຍນ້ອງມີການແຍກແຍະກ່ຽວກັບພວກເຂົາ ແລະ ບໍ່ຖືກນໍາພາຢ່າງຜິດໆ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ພວກເຂົາລຸກຂຶ້ນມາເປີດໂປງ ແລະ ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສຮ່ວມກັນ. ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຊ້າປາກົດຕົວໃນຂອບເຂດວຽກງານຂອງຜູ້ທີ່ມີຄວາມສາມາດໃນການເຮັດວຽກ, ໂດຍພື້ນຖານແລ້ວ ອ້າຍເອື້ອຍນ້ອງສ່ວນໃຫຍ່ຈະບໍ່ຖືກນໍາພາຢ່າງຜິດໆ ຫຼື ໄດ້ຮັບອິດທິພົນ. ມີພຽງແຕ່ຄົນເບົາປັນຍາຈໍານວນໜຶ່ງ ແລະ ຜູ້ທີ່ມີຄວາມສາມາດຕໍ່າຫຼາຍເທົ່ານັ້ນທີ່ຖືກນໍາພາຢ່າງຜິດໆ ແລະ ນີ້ກໍເປັນປາກົດການທຳມະດາ. ຄົນທີ່ມີຄວາມສາມາດດີ ແລະ ມີຄວາມສາມາດໃນການເຮັດວຽກ ສາມາດບັນລຸຜົນໄດ້ຮັບເຫຼົ່ານີ້ໃນວຽກງານຂອງພວກເຂົາ ແລະ ຄົນດັ່ງກ່າວມີຄວາມຈິງຄວາມເປັນຈິງ ແລະ ໄດ້ມາດຕະຖານເປັນຜູ້ນໍາ ແລະ ຜູ້ເຮັດວຽກ.
ໃນບັນດາຜູ້ມີພອນສະຫວັນປະເພດຕ່າງໆ ທີ່ເຮົາຫາກໍກ່າວເຖິງນັ້ນ, ປະເພດທີໜຶ່ງແມ່ນຜູ້ທີ່ສາມາດເປັນຜູ້ຄຸມງານລາຍການວຽກງານຕ່າງໆ. ຂໍ້ກຳນົດທຳອິດສຳລັບພວກເຂົາແມ່ນ ພວກເຂົາຕ້ອງມີຄວາມສາມາດ ແລະ ການເຕີບໃຫຍ່ໃນການຢັ່ງຮູ້ຄວາມຈິງ. ນີ້ແມ່ນຂໍ້ກຳນົດຂັ້ນຕໍ່າສຸດ. ຂໍ້ກຳນົດທີສອງແມ່ນ ພວກເຂົາຕ້ອງແບກຮັບພາລະ, ນີ້ແມ່ນສິ່ງທີ່ຂາດບໍ່ໄດ້. ບາງຄົນຢັ່ງຮູ້ຄວາມຈິງໄດ້ໄວ ກວ່າຄົນທົ່ວໄປ, ມີຄວາມເຂົ້າໃຈຝ່າຍວິນຍານ, ມີຄວາມສາມາດດີ, ມີຄວາມສາມາດໃນການເຮັດວຽກ ແລະ ຫຼັງຈາກຝຶກຝົນມາໄລຍະໜຶ່ງ, ກໍສາມາດຮັບຜິດຊອບວຽກງານໄດ້ດ້ວຍຕົນເອງຢ່າງແນ່ນອນ. ແຕ່ມີບັນຫາທີ່ຮ້າຍແຮງຢ່າງໜຶ່ງກັບຄົນເຫຼົ່ານີ້, ນັ້ນກໍຄື ພວກເຂົາບໍ່ແບກຮັບພາລະ. ພວກເຂົາມັກກິນ, ດື່ມ, ຫຼິ້ນມ່ວນ ແລະ ທ່ຽວຫຼິ້ນໄປທົ່ວ. ພວກເຂົາມີຄວາມສົນໃຈໃນສິ່ງເຫຼົ່ານີ້ຫຼາຍ, ແຕ່ຖ້າບອກໃຫ້ພວກເຂົາເຮັດວຽກງານສະເພາະບາງຢ່າງ ທີ່ຮຽກຮ້ອງໃຫ້ພວກເຂົາທົນທຸກ ແລະ ຈ່າຍລາຄາ ແລະ ຄວບຄຸມຕົນເອງເລັກນ້ອຍ, ພວກເຂົາກໍບໍ່ມີຊີວິດຊີວາ ແລະ ອ້າງວ່າພວກເຂົາຂ້ອນຂ້າງເຈັບປ່ວຍ ຫຼື ບໍ່ສະບາຍ ແລະ ຮ່າງກາຍທຸກສ່ວນຂອງພວກເຂົາຮູ້ສຶກບໍ່ສະບາຍ. ພວກເຂົາປ່ອຍຕົວຕາມສະບາຍ ແລະ ບໍ່ມີລະບຽບວິໄນ, ເຮັດຕາມອຳເພີໃຈ, ເອົາແຕ່ໃຈ ແລະ ເກເລ. ພວກເຂົາກິນ, ນອນ ແລະ ຫຼິ້ນມ່ວນທຸກເມື່ອທີ່ພວກເຂົາຕ້ອງການ ແລະ ເຮັດວຽກບາງຢ່າງສະເພາະຕອນທີ່ພວກເຂົາມີອາລົມຢາກເຮັດເທົ່ານັ້ນ. ຖ້າວຽກງານໜັກ ຫຼື ເມື່ອຍເລັກນ້ອຍ, ພວກເຂົາກໍໝົດຄວາມສົນໃຈ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ນີ້ແມ່ນການແບກຮັບພາລະບໍ? (ບໍ່.) ຄົນທີ່ຂີ້ຄ້ານ ແລະ ໂລບມາກຢາກໄດ້ຄວາມສະບາຍຂອງເນື້ອໜັງ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ. ຍັງມີຄົນທີ່ຄວາມສາມາດຂອງພວກເຂົາພຽງພໍສຳລັບວຽກງານໃດໜຶ່ງ, ແຕ່ໜ້າເສຍດາຍທີ່ພວກເຂົາພຽງແຕ່ບໍ່ແບກຮັບພາລະ, ພວກເຂົາບໍ່ມັກແບກຫາບຄວາມຮັບຜິດຊອບ, ພວກເຂົາບໍ່ມັກບັນຫາຫຍຸ້ງຍາກ ແລະ ພວກເຂົາບໍ່ມັກກັງວົນ. ພວກເຂົາຕາບອດຕໍ່ກັບວຽກງານທີ່ຕ້ອງເຮັດ ແລະ ເຖິງແມ່ນວ່າພວກເຂົາສາມາດເຫັນມັນ, ພວກເຂົາກໍບໍ່ຢາກສົນໃຈມັນ. ຄົນປະເພດນີ້ແມ່ນຜູ້ສະໝັກສຳລັບການສົ່ງເສີມ ແລະ ການບົ່ມເພາະບໍ? ບໍ່ຢ່າງແນ່ນອນ; ຜູ້ຄົນຕ້ອງແບກຮັບພາລະ ເພື່ອທີ່ຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ. ການແບກຮັບພາລະຍັງສາມາດອະທິບາຍໄດ້ວ່າ ເປັນການມີຄວາມສຳນຶກຮັບຜິດຊອບ. ການມີຄວາມຮັບຜິດຊອບແມ່ນກ່ຽວຂ້ອງກັບດ້ານຄວາມເປັນມະນຸດຫຼາຍກວ່າ; ການແບກຮັບພາລະແມ່ນກ່ຽວຂ້ອງກັບໜຶ່ງໃນມາດຕະຖານທີ່ເຮືອນຂອງພຣະເຈົ້າໃຊ້ເພື່ອວັດແທກຜູ້ຄົນ. ຜູ້ທີ່ແບກຮັບພາລະ ໃນຂະນະທີ່ມີອີກສອງຢ່າງເພີ່ມເຕີມ ຄື ມີຄວາມສາມາດ ແລະ ການເຕີບໃຫຍ່ໃນການຢັ່ງຮູ້ຄວາມຈິງ ແລະ ສັກກະຍາພາບໃນການເຮັດວຽກ ແມ່ນຄົນປະເພດທີ່ສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ ແລະ ຄົນປະເພດນີ້ສາມາດເປັນຜູ້ຄຸມງານລາຍການວຽກງານຕ່າງໆ. ສິ່ງເຫຼົ່ານີ້ແມ່ນມາດຕະຖານທີ່ຈຳເປັນສຳລັບການສົ່ງເສີມ ແລະ ບົ່ມເພາະຜູ້ຄົນໃຫ້ກາຍເປັນຜູ້ຄຸມງານປະເພດຕ່າງໆ ແລະ ຜູ້ທີ່ບັນລຸມາດຕະຖານເຫຼົ່ານີ້ແມ່ນຜູ້ສະໝັກ ສຳລັບການສົ່ງເສີມ ແລະ ການບົ່ມເພາະ.
II. ເງື່ອນໄຂທີ່ຈຳເປັນສຳລັບຜູ້ມີພອນສະຫວັນ ໃນສາຂາວິຊາຊີບຕ່າງໆ ທີ່ມີພອນສະຫວັນພິເສດ ຫຼື ຂອງຂວັນ
ນອກຈາກຄົນປະເພດທີ່ສາມາດເປັນຜູ້ຄຸມງານລາຍການວຽກງານຕ່າງໆ ແລ້ວ, ຄົນອີກປະເພດໜຶ່ງທີ່ສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະແມ່ນຜູ້ທີ່ມີພອນສະຫວັນພິເສດ ຫຼື ຂອງຂວັນ ຫຼື ມີຄວາມຊຳນານໃນທັກສະທາງວິຊາຊີບບາງຢ່າງ. ມາດຕະຖານທີ່ເຮືອນຂອງພຣະເຈົ້າຮຽກຮ້ອງສຳລັບການບົ່ມເພາະຄົນເຫຼົ່ານີ້ໃຫ້ເປັນຫົວໜ້າທີມແມ່ນຫຍັງ? ກ່ອນອື່ນ ໃຫ້ເບິ່ງຄວາມເປັນມະນຸດຂອງພວກເຂົາ, ຕາບໃດທີ່ພວກເຂົາຮັກສິ່ງທີ່ເປັນບວກພໍສົມຄວນ ແລະ ບໍ່ແມ່ນຄົນຊົ່ວຊ້າ, ນັ້ນກໍພຽງພໍແລ້ວ. ບາງຄົນອາດຈະຖາມວ່າ “ເປັນຫຍັງຈຶ່ງບໍ່ຮຽກຮ້ອງໃຫ້ພວກເຂົາເປັນຜູ້ທີ່ສະແຫວງຫາຄວາມຈິງ?” ຍ້ອນວ່າຫົວໜ້າທີມບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກ ແລະ ພວກເຂົາກໍບໍ່ແມ່ນຜູ້ຫົດນ້ຳ ແລະ ການຮຽກຮ້ອງໃຫ້ພວກເຂົາບັນລຸມາດຕະຖານຂອງການສະແຫວງຫາຄວາມຈິງນັ້ນຈະເປັນການຮຽກຮ້ອງທີ່ຫຼາຍເກີນໄປ ແລະ ເກີນຄວາມສາມາດຂອງພວກເຂົາສ່ວນໃຫຍ່. ສິ່ງນີ້ບໍ່ໄດ້ຮຽກຮ້ອງຈາກຜູ້ທີ່ເຮັດວຽກງານທົ່ວໄປ ຫຼື ລາຍການວຽກງານວິຊາຊີບສະເພາະ; ຖ້າເປັນແນວນັ້ນ, ກໍຈະມີພຽງບໍ່ເທົ່າໃດຄົນທີ່ມີຄຸນສົມບັດ, ສະນັ້ນ ມາດຕະຖານຈຶ່ງຕ້ອງຖືກຫຼຸດລົງ. ຕາບໃດທີ່ຜູ້ຄົນເຂົ້າໃຈວິຊາຊີບຂອງພວກເຂົາ ແລະ ສາມາດແບກຫາບວຽກງານໄດ້ ແລະ ບໍ່ເຮັດຄວາມຊົ່ວ ຫຼື ກໍ່ໃຫ້ເກີດການລົບກວນໃດໆ, ນັ້ນກໍພຽງພໍແລ້ວ. ສຳລັບຄົນເຫຼົ່ານີ້, ຜູ້ທີ່ມີຄວາມຊຳນານໃນທັກສະ ແລະ ວິຊາຊີບ ແລະ ມີຈຸດແຂງບາງຢ່າງ, ຖ້າພວກເຂົາຈະປະຕິບັດວຽກງານທີ່ຕ້ອງມີຄວາມລຶ້ງເຄີຍພໍສົມຄວນກັບທັກສະ ແລະ ກ່ຽວຂ້ອງກັບວິຊາຊີບຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ຕາບໃດທີ່ພວກເຂົາຂ້ອນຂ້າງບໍ່ມີເລ່ຫຼ່ຽມ ແລະ ທ່ຽງທຳໃນດ້ານລັກສະນະຂອງພວກເຂົາ, ບໍ່ຊົ່ວຮ້າຍ, ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ, ສາມາດທົນທຸກກັບຄວາມລຳບາກ ແລະ ເຕັມໃຈທີ່ຈະຈ່າຍລາຄາ, ນັ້ນກໍພຽງພໍແລ້ວ. ດັ່ງນັ້ນ, ຂໍ້ກຳນົດທຳອິດສຳລັບການບົ່ມເພາະຄົນດັ່ງກ່າວໃຫ້ເປັນຫົວໜ້າທີມກໍຄື ພວກເຂົາຕ້ອງຂ້ອນຂ້າງຮັກສິ່ງທີ່ເປັນບວກ ແລະ ນອກຈາກນັ້ນ ພວກເຂົາຕ້ອງສາມາດທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາ. ມີຫຍັງອີກແດ່? (ພວກເຂົາຕ້ອງມີລັກສະນະທີ່ທ່ຽງທຳ ແລະ ບໍ່ຊົ່ວຮ້າຍ ແລະ ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ.) ລັກສະນະຂອງພວກເຂົາຕ້ອງຂ້ອນຂ້າງທ່ຽງທຳ, ພວກເຂົາຕ້ອງບໍ່ແມ່ນຄົນຊົ່ວຊ້າ ແລະ ພວກເຂົາຕ້ອງບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ. ບາງຄົນອາດຈະຖາມວ່າ “ຖ້າເປັນແນວນັ້ນ ຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງພວກເຂົາຖືວ່າສູງໄດ້ບໍ? ຫຼັງຈາກທີ່ໄດ້ຍິນຄວາມຈິງແລ້ວ, ພວກເຂົາສາມາດຕື່ນຮູ້ຕໍ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ບໍ?” ບໍ່ຈຳເປັນຕ້ອງຮຽກຮ້ອງທັງໝົດນີ້; ມັນພຽງພໍແລ້ວທີ່ຈະຮຽກຮ້ອງໃຫ້ຄົນດັ່ງກ່າວບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ. ເມື່ອຄົນທີ່ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາເຮັດວຽກຂອງພວກເຂົາ, ຜົນປະໂຫຍດຢ່າງໜຶ່ງກໍຄື ພວກເຂົາບໍ່ມີແນວໂນ້ມທີ່ຈະກໍ່ໃຫ້ເກີດການຂັດຂວາງ ຫຼື ເຮັດສິ່ງທີ່ຕະຫຼົກ. ຕົວຢ່າງ: ເຮືອນຂອງພຣະເຈົ້າໄດ້ໂອ້ລົມຊໍ້າແລ້ວຊໍ້າອີກກ່ຽວກັບຫຼັກການກ່ຽວກັບສີຂອງເຄື່ອງນຸ່ງຂອງນັກສະແດງ, ເຊິ່ງຄວນຈະສຸພາບ ແລະ ເໝາະສົມ ແລະ ມີສີສັນຫຼາຍກວ່າທີ່ຈະຈືດຊືດ. ແຕ່ກໍຍັງມີຜູ້ທີ່ບໍ່ສາມາດເຂົ້າໃຈສິ່ງທີ່ພວກເຂົາຖືກບອກ, ບໍ່ເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນ, ບໍ່ສາມາດຢັ່ງຮູ້ ແລະ ບໍ່ສາມາດລະບຸຫຼັກການພາຍໃນຂໍ້ກຳນົດເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດພວກເຂົາກໍເລືອກເຄື່ອງນຸ່ງທີ່ເປັນສີເທົາທັງໝົດ, ນີ້ບໍ່ແມ່ນການຢັ່ງຮູ້ທີ່ບິດເບືອນບໍ? (ແມ່ນ.) ນີ້ຄືຄວາມໝາຍຂອງການມີການຢັ່ງຮູ້ທີ່ບິດເບືອນ. ການທີ່ຂ້ອນຂ້າງຮັກສິ່ງທີ່ເປັນບວກໝາຍຄວາມວ່າແນວໃດເປັນຫຼັກ? (ການສາມາດຍອມຮັບຄວາມຈິງ.) ຖືກຕ້ອງແລ້ວ. ມັນໝາຍເຖິງການສາມາດຍອມຮັບຄຳເວົ້າ ແລະ ສິ່ງທີ່ສອດຄ່ອງກັບຄວາມຈິງ ແລະ ການສາມາດຍອມຮັບ ແລະ ຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທຸກດ້ານ. ບໍ່ວ່າຄົນດັ່ງກ່າວຈະສາມາດນໍາສິ່ງເຫຼົ່ານີ້ໄປປະຕິບັດໄດ້ ຫຼື ບໍ່, ຢ່າງໜ້ອຍທີ່ສຸດ ໃນສ່ວນເລິກແລ້ວ ພວກເຂົາຕ້ອງບໍ່ຕໍ່ຕ້ານ ຫຼື ຖືກລັງກຽດໂດຍສິ່ງເຫຼົ່ານັ້ນ. ຄົນດັ່ງກ່າວເປັນຄົນດີ ແລະ ເວົ້າຕາມພາສາປາກເວົ້າກໍສາມາດເວົ້າໄດ້ວ່າພວກເຂົາເປັນຄົນສຸພາບຮຽບຮ້ອຍ. ລັກສະນະຂອງຄົນສຸພາບຮຽບຮ້ອຍແມ່ນຫຍັງ? ພວກເຂົາຮູ້ສຶກລັງກຽດ, ຂີ້ດຽດ ແລະ ກຽດຊັງຕໍ່ການກະທຳທີ່ຊົ່ວຊ້າທີ່ຄົນທີ່ບໍ່ເຊື່ອກະທຳ, ພ້ອມທັງກະແສທີ່ຊົ່ວຮ້າຍທີ່ຄົນທີ່ບໍ່ເຊື່ອຕິດຕາມ. ຕົວຢ່າງ: ກະແສຂອງໂລກທີ່ບໍ່ເຊື່ອສົ່ງເສີມອຳນາດທີ່ຊົ່ວຮ້າຍ ແລະ ຜູ້ຍິງຫຼາຍຄົນສະແຫວງຫາການແຕ່ງງານກັບຄົນຮັ່ງມີ ຫຼື ການເປັນເມຍນ້ອຍຂອງຄົນອື່ນ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? ຄົນທີ່ຮັກຄວາມຈິງເຫັນວ່າສິ່ງເຫຼົ່ານີ້ໜ້າລັງກຽດເປັນພິເສດ ແລະ ບາງຄົນເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະຊອກຫາຄົນແຕ່ງງານນຳບໍ່ໄດ້, ເຖິງແມ່ນວ່າຂ້ອຍຈະທຸກຍາກຈົນຕາຍ, ຂ້ອຍກໍຈະບໍ່ມີວັນເຮັດຄືຄົນພວກນັ້ນ”, ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາລັງກຽດ ແລະ ດູຖູກຄົນປະເພດນັ້ນ. ລັກສະນະໜຶ່ງຂອງຄົນສຸພາບຮຽບຮ້ອຍກໍຄື ພວກເຂົາເຫັນວ່າກະແສທີ່ຊົ່ວຮ້າຍນັ້ນໜ້າລັງກຽດ ແລະ ໜ້າຂີ້ດຽດ ແລະ ລັງກຽດຜູ້ທີ່ຕົກຢູ່ໃນບ້ວງກັບດັກຂອງກະແສດັ່ງກ່າວ. ຄົນເຫຼົ່ານີ້ຂ້ອນຂ້າງຊື່ກົງ; ເມື່ອເວົ້າເຖິງການເຊື່ອໃນພຣະເຈົ້າ ແລະ ການເປັນຄົນດີ, ການຍ່າງໃນເສັ້ນທາງທີ່ຖືກຕ້ອງ, ການນະມັດສະການພຣະເຈົ້າ ແລະ ການຫຼີກລ່ຽງຄວາມຊົ່ວ, ການຫຼີກລ່ຽງກະແສທີ່ຊົ່ວຮ້າຍ ແລະ ການຫຼີກລ່ຽງພຶດຕິກຳທີ່ຊົ່ວຮ້າຍທຸກຢ່າງໃນໂລກ, ໃນສ່ວນເລິກແລ້ວ ພວກເຂົາຮູ້ສຶກວ່ານີ້ເປັນສິ່ງທີ່ດີ. ບໍ່ວ່າພວກເຂົາຈະສາມາດກ້າວໄປເຖິງການບັນລຸສິ່ງທັງໝົດນີ້ໄດ້ ຫຼື ບໍ່ ແລະ ບໍ່ວ່າຄວາມຕັ້ງໃຈຂອງພວກເຂົາທີ່ຈະເຊື່ອໃນພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງຈະຍິ່ງໃຫຍ່ສໍ່າໃດກໍຕາມ, ເມື່ອເວົ້າເຖິງທີ່ສຸດແລ້ວ, ໃນສ່ວນເລິກ ພວກເຂົາປາດຖະໜາທີ່ຈະດຳເນີນຊີວິດຢູ່ໃນຄວາມສະຫວ່າງ ແລະ ປາດຖະໜາທີ່ຈະຢູ່ໃນສະຖານທີ່ເຊິ່ງຄວາມຊອບທຳມີອຳນາດປົກຄອງ. ຄົນຊື່ກົງແບບນີ້ແມ່ນປະເພດທີ່ຂ້ອນຂ້າງຮັກສິ່ງທີ່ເປັນບວກ. ຜູ້ທີ່ຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໂດຍເຮືອນຂອງພຣະເຈົ້າ ຢ່າງໜ້ອຍທີ່ສຸດຕ້ອງມີລັກສະນະຂອງຄວາມເປັນມະນຸດທີ່ຊື່ກົງ ແລະ ຄວາມຮັກຕໍ່ສິ່ງທີ່ເປັນບວກ. ນີ້ຍັງເປັນມາດຕະຖານທີ່ຈຳເປັນຢ່າງທຳອິດ ສຳລັບການສົ່ງເສີມຄົນມີພອນສະຫວັນປະເພດທີ່ມີທັກສະທາງວິຊາຊີບ ແລະ ຈຸດແຂງ. ມາດຕະຖານທີສອງແມ່ນ ຄົນດັ່ງກ່າວຕ້ອງສາມາດທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາ. ນັ້ນກໍຄື ເມື່ອເວົ້າເຖິງກິດຈະການ ຫຼື ວຽກງານທີ່ພວກເຂົາຫຼົງໄຫຼ, ພວກເຂົາສາມາດວາງຄວາມປາດຖະໜາຂອງຕົນເອງໄວ້ຂ້າງໆ, ວາງຄວາມເພີດເພີນຂອງເນື້ອໜັງ ຫຼື ວິຖີຊີວິດທີ່ສະບາຍໄວ້ຂ້າງໆ ແລະ ເຖິງຂັ້ນປະຖິ້ມອະນາຄົດຂອງພວກເຂົາເອງໄດ້. ຍິ່ງໄປກວ່ານັ້ນ, ຄວາມທຸກລຳບາກເລັກນ້ອຍ ຫຼື ຄວາມຮູ້ສຶກເມື່ອຍເລັກນ້ອຍບໍ່ແມ່ນເລື່ອງໃຫຍ່ສຳລັບພວກເຂົາ; ຕາບໃດທີ່ພວກເຂົາກຳລັງເຮັດສິ່ງທີ່ມີຄວາມໝາຍ ແລະ ສິ່ງທີ່ພວກເຂົາເຊື່ອວ່າຖືກຕ້ອງ, ພວກເຂົາກໍຍິນດີທີ່ຈະປະຖິ້ມຄວາມມ່ວນຊື່ນ ແລະ ຜົນປະໂຫຍດທາງເນື້ອໜັງ ຫຼື ຢ່າງໜ້ອຍທີ່ສຸດ ກໍມີຄວາມຕັ້ງໃຈ ແລະ ຄວາມປາດຖະໜາທີ່ຈະເຮັດເຊັ່ນນັ້ນ. ບາງຄົນເວົ້າວ່າ “ບາງຄັ້ງຄົນນັ້ນກໍຍັງໂລບມາກໃນຄວາມສະບາຍຂອງເນື້ອໜັງ: ບາງຄັ້ງພວກເຂົາຢາກນອນຕື່ນສວາຍ ຫຼື ກິນອາຫານດີໆ ແລະ ບາງຄັ້ງພວກເຂົາຢາກອອກໄປຍ່າງຫຼິ້ນ ຫຼື ຫຼິ້ນໄປທົ່ວ, ແຕ່ເວລາສ່ວນໃຫຍ່ພວກເຂົາສາມາດທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາໄດ້; ພຽງແຕ່ບາງຄັ້ງອາລົມຂອງພວກເຂົາພາໃຫ້ພວກເຂົາມີຄວາມຄິດແບບນັ້ນ. ສິ່ງນີ້ຈະຖືວ່າເປັນບັນຫາບໍ?” ມັນຈະບໍ່ເປັນບັນຫາ. ມັນຈະເປັນການຮຽກຮ້ອງທີ່ຫຼາຍເກີນໄປທີ່ຈະບັງຄັບໃຫ້ພວກເຂົາປ່ອຍວາງຄວາມເພີດເພີນຂອງເນື້ອໜັງຢ່າງສົມບູນ, ຍົກເວັ້ນໃນສະຖານະການພິເສດ. ໂດຍທົ່ວໄປແລ້ວ, ເມື່ອເຈົ້າໃຫ້ຄົນດັ່ງກ່າວເຮັດວຽກ, ບໍ່ວ່ານັ້ນຈະເປັນວຽກໃຫຍ່ ຫຼື ບໍ່ ແລະ ບໍ່ວ່າມັນຈະເປັນສິ່ງທີ່ພວກເຂົາມັກເຮັດ ຫຼື ບໍ່ ແລະ ບໍ່ວ່າວຽກນັ້ນຈະຫຍຸ້ງຍາກສໍ່າໃດ ຫຼື ພວກເຂົາຕ້ອງທົນທຸກຫຼາຍສໍ່າໃດ ຫຼື ພວກເຂົາຕ້ອງຈ່າຍລາຄາຫຍັງກໍຕາມ, ຕາບໃດທີ່ເຈົ້າມອບໝາຍໃຫ້ພວກເຂົາ, ຮັບປະກັນໄດ້ວ່າພວກເຂົາຈະເຮັດມັນຢ່າງສຸດຄວາມສາມາດ ໂດຍທີ່ເຈົ້າບໍ່ຈຳເປັນຕ້ອງຈັບຕາເບິ່ງ ຫຼື ກວດກາພວກເຂົາເລີຍ. ຄົນດັ່ງກ່າວສາມາດທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາ ແລະ ນີ້ແມ່ນອີກການສະແດງອອກໜຶ່ງຂອງຄົນສຸພາບຮຽບຮ້ອຍ. ການສາມາດທົນທຸກ ແລະ ຈ່າຍລາຄາໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີຄວາມຖີ່ຖ້ວນ, ການມີຄວາມທຸ່ມເທ ແລະ ເອົາໃຈໃສ່ຢ່າງສຸດຂີດ ແລະ ການເຕັມໃຈທີ່ຈະທົນທຸກກັບຄວາມລຳບາກໃດໆ ແລະ ຈ່າຍລາຄາໃດໆ ເພື່ອເຮັດໃຫ້ວຽກງານສຳເລັດຜົນດ້ວຍດີ. ເມື່ອເວົ້າເຖິງການເຮັດສິ່ງຕ່າງໆ ໃຫ້ສຳເລັດ, ຄົນດັ່ງກ່າວຮັກສາຄຳສັນຍາ ແລະ ເພິ່ງພາໄດ້, ບໍ່ຄືກັບຄົນທີ່ໂລບມາກ ແລະ ຂີ້ຄ້ານ, ຮັກເວລາພັກຜ່ອນຢ່ອນໃຈ ແລະ ລັງກຽດການອອກແຮງງານ ແລະ ເຫັນຜົນປະໂຫຍດມາກ່ອນທຸກສິ່ງ. ຄົນເຫຼົ່ານັ້ນຜິດຄຳສັນຍາຂອງພວກເຂົາ, ເວົ້າຄຳເວົ້າທີ່ບໍ່ຈິງຢູ່ສະເໝີເພື່ອຫຼອກລວງ ແລະ ຊັກຈູງຄົນອື່ນ ແລະ ບໍ່ລັງເລທີ່ຈະຕົວະ ແລະ ສາບານເທັດເພື່ອບັນລຸເປົ້າໝາຍຂອງພວກເຂົາ ນັ້ນກໍຄື ພຣະເຈົ້າຈະບໍ່ຊ່ວຍຄົນເຫຼົ່ານັ້ນໃຫ້ລອດພົ້ນ. ພຣະເຈົ້າມັກຄົນຊື່ສັດ. ມີພຽງຄົນຊື່ສັດເທົ່ານັ້ນທີ່ຮັກສາຄຳເວົ້າ ແລະ ຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຂົາ ແລະ ມີພຽງຜູ້ທີ່ສາມາດທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາເພື່ອເຮັດສຳເລັດການຝາກຝັງຂອງພຣະເຈົ້າເທົ່ານັ້ນທີ່ສາມາດໄດ້ຮັບຄວາມລອດພົ້ນໂດຍພຣະເຈົ້າ. ການສາມາດທົນທຸກ ແລະ ຈ່າຍລາຄາແມ່ນລັກສະນະ ແລະ ການສະແດງອອກທີສອງທີ່ຄົນເຮົາຄວນມີ ເພື່ອທີ່ຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໂດຍເຮືອນຂອງພຣະເຈົ້າ. ມາດຕະຖານທີສາມແມ່ນ ການບໍ່ບິດເບືອນໃນການຢັ່ງຮູ້ຂອງຄົນໃດຄົນໜຶ່ງ. ນັ້ນກໍຄື ຫຼັງຈາກທີ່ໄດ້ຟັງພຣະທຳຂອງພຣະເຈົ້າແລ້ວ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍສາມາດຮູ້ວ່າພຣະທຳນັ້ນໝາຍເຖິງຫຍັງ, ພວກເຂົາສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກ່າວ ແລະ ການຢັ່ງຮູ້ຂອງພວກເຂົາແມ່ນບໍ່ບ່ຽງເບນ ຫຼື ໄຮ້ສາລະ. ຕົວຢ່າງ: ຖ້າເຈົ້າເວົ້າກ່ຽວກັບສີຟ້າ, ພວກເຂົາຈະບໍ່ເຂົ້າໃຈຜິດວ່າເປັນສີດຳ ແລະ ຖ້າເຈົ້າເວົ້າກ່ຽວກັບສີເທົາ, ພວກເຂົາຈະບໍ່ເຂົ້າໃຈຜິດວ່າເປັນສີມ່ວງ. ນີ້ແມ່ນຂໍ້ກຳນົດຂັ້ນຕໍ່າສຸດ. ເຖິງແມ່ນວ່າບາງຄັ້ງການຢັ່ງຮູ້ຂອງພວກເຂົາຈະຖືກບິດເບືອນ, ເມື່ອຄົນອື່ນຊີ້ແຈງເລື່ອງນີ້ ພວກເຂົາກໍສາມາດຍອມຮັບມັນໄດ້ ແລະ ຖ້າພວກເຂົາເຫັນວ່າຄົນອື່ນມີການຢັ່ງຮູ້ທີ່ບໍລິສຸດຫຼາຍກວ່າຕົນເອງ, ພວກເຂົາກໍສາມາດຍອມຮັບໄດ້ທັນທີ, ຄົນປະເພດນີ້ມີການຢັ່ງຮູ້ທີ່ບໍລິສຸດ. ຢ່າງທີສີ່, ພວກເຂົາຕ້ອງບໍ່ແມ່ນຄົນຊົ່ວຊ້າ. ສິ່ງນີ້ເຂົ້າໃຈງ່າຍບໍ? ການບໍ່ເປັນຄົນຊົ່ວຊ້າໝາຍເຖິງການຕ້ອງເຮັດສິ່ງໜຶ່ງຢ່າງໜ້ອຍທີ່ສຸດ, ນັ້ນກໍຄື ຫຼັງຈາກທີ່ລົ້ມເຫຼວໃນການບັນລຸສິ່ງທີ່ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ພວກເຂົາເຮັດ ຫຼື ໄດ້ລະເມີດຫຼັກການ ແລະ ເຮັດສິ່ງໃດໜຶ່ງຜິດ, ຄົນດັ່ງກ່າວຕ້ອງສາມາດຍອມຮັບ ແລະ ຍອມອ່ອນນ້ອມເມື່ອຖືກລິຮານ, ໂດຍບໍ່ມີການຕໍ່ຕ້ານ ແລະ ບໍ່ກະຈາຍຄວາມເປັນລົບ ຫຼື ແນວຄິດ. ນອກຈາກນັ້ນ, ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ພວກເຂົາສາມາດເຂົ້າກັບຄົນສ່ວນໃຫຍ່ໄດ້ ແລະ ພົວພັນກັບພວກເຂົາດ້ວຍຄວາມປອງດອງ. ເຖິງແມ່ນວ່າເມື່ອຄົນໃດຄົນໜຶ່ງທຳຮ້າຍພວກເຂົາໂດຍການເວົ້າສິ່ງທີ່ບໍ່ມ່ວນຫູ, ພວກເຂົາກໍສາມາດອົດທົນໄດ້ໂດຍບໍ່ຖືສາ ແລະ ຖ້າຄົນໃດຄົນໜຶ່ງຂົ່ມເຫັງພວກເຂົາ, ພວກເຂົາກໍບໍ່ລົງໂທດຄວາມຊົ່ວດ້ວຍຄວາມຊົ່ວ, ແຕ່ກົງກັນຂ້າມ ພວກເຂົາໃຊ້ວິທີທີ່ສະຫຼາດເພື່ອຢູ່ຫ່າງ ແລະ ຫຼີກລ່ຽງແທນ. ເຖິງແມ່ນວ່າບຸກຄົນດັ່ງກ່າວຈະຍັງບໍ່ເຖິງຂັ້ນເປັນຄົນຊື່ສັດ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຂ້ອນຂ້າງບໍ່ມີເລ່ຫຼ່ຽມ ແລະ ບໍ່ເຮັດຄວາມຊົ່ວ ແລະ ຖ້າໃຜເຮັດຜິດໃຈພວກເຂົາ ພວກເຂົາກໍບໍ່ແກ້ແຄ້ນ ຫຼື ທໍລະມານຄົນນັ້ນ ແລະ ບໍ່ກົດຂີ່ພວກເຂົາ. ຍິ່ງໄປກວ່ານັ້ນ, ຄົນດັ່ງກ່າວບໍ່ພະຍາຍາມສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ, ບໍ່ກະທຳການຕໍ່ຕ້ານເຮືອນຂອງພຣະເຈົ້າ, ບໍ່ກະຈາຍແນວຄິດກ່ຽວກັບພຣະເຈົ້າ, ບໍ່ພະຍາຍາມຕັດສິນພຣະອົງ ຫຼື ເຮັດສິ່ງໃດທີ່ເປັນການຂັດຂວາງ ຫຼື ກໍ່ໃຫ້ເກີດການລົບກວນ. ສີ່ຈຸດຂ້າງເທິງນີ້ແມ່ນເກນພື້ນຖານສຳລັບການສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທີ່ມີຈຸດແຂງບາງຢ່າງ ແລະ ຜູ້ທີ່ເຂົ້າໃຈທັກສະທາງວິຊາຊີບບາງຢ່າງ. ຕາບໃດທີ່ພວກເຂົາປະຕິບັດຕາມສີ່ເກນນີ້, ໂດຍພື້ນຖານແລ້ວ ພວກເຂົາກໍສາມາດແບກຫາບໜ້າທີ່ບາງຢ່າງ ແລະ ປະຕິບັດວຽກງານບາງຢ່າງໄດ້ໃນລັກສະນະທີ່ເໝາະສົມ.
ບາງຄົນອາດຈະຖາມວ່າ: “ເປັນຫຍັງເກນທີ່ຄົນທີ່ມີຄວາມສາມາດພິເສດຄວນມີເພື່ອຈະໄດ້ຮັບການສົ່ງເສີມ ແລະ ການເພາະປູກນັ້ນຈຶ່ງບໍ່ລວມເອົາການເຂົ້າໃຈຄວາມຈິງ, ການມີຄວາມຈິງຄວາມເປັນຈິງ ແລະ ການສາມາດຢໍາເກງພຣະເຈົ້າ ແລະ ຫລິກລ່ຽງຄວາມຊົ່ວຮ້າຍ? ເປັນຫຍັງພວກມັນຈຶ່ງບໍ່ລວມເອົາການສາມາດຮູ້ຈັກພຣະເຈົ້າ, ການສາມາດອ່ອນນ້ອມຕໍ່ພຣະເຈົ້າ, ການຈົງຮັກພັກດີຕໍ່ພຣະເຈົ້າ ແລະ ການເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ? ສິ່ງເຫຼົ່ານີ້ຕົກຫຼົ່ນໄປບໍ?” ບອກເຮົາມາເບິ່ງ, ຖ້າຄົນໃດໜຶ່ງເຂົ້າໃຈຄວາມຈິງ ແລະ ໄດ້ເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ມີຫົວໃຈທີ່ຢໍາເກງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ກໍຮູ້ຈັກພຣະເຈົ້າ, ບໍ່ຕໍ່ຕ້ານພຣະອົງ ແລະ ເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ພວກເຂົາຍັງຕ້ອງໄດ້ຮັບການເພາະປູກອີກບໍ? ຖ້າພວກເຂົາບັນລຸທຸກສິ່ງນີ້ຢ່າງແທ້ຈິງແລ້ວ, ຜົນຂອງການເພາະປູກກໍສຳເລັດແລ້ວບໍ່ແມ່ນບໍ? (ແມ່ນ.) ສະນັ້ນ, ຂໍ້ກຳນົດສຳລັບຄົນທີ່ມີຄວາມສາມາດພິເສດທີ່ຈະໄດ້ຮັບການສົ່ງເສີມ ແລະ ການເພາະປູກ ຈຶ່ງບໍ່ລວມມີເກນເຫຼົ່ານີ້. ຍ້ອນວ່າຜູ້ສະໝັກທີ່ຖືກສົ່ງເສີມ ແລະ ຖືກເພາະປູກນັ້ນມາຈາກທ່າມກາງມະນຸດທີ່ບໍ່ເຂົ້າໃຈຄວາມຈິງ ແລະ ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ, ສະນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຜູ້ສະໝັກທີ່ກຳລັງຖືກສົ່ງເສີມ ແລະ ຖືກເພາະປູກເຫຼົ່ານີ້ ຈະມີຄວາມຈິງຄວາມເປັນຈິງແລ້ວ ຫຼື ອ່ອນນ້ອມຕໍ່ພຣະເຈົ້າຢ່າງເຕັມທີແລ້ວ, ຍິ່ງບໍ່ຕ້ອງເວົ້າເຖິງການຈົງຮັກພັກດີຕໍ່ພຣະເຈົ້າຢ່າງແທ້ຈິງເລີຍ ແລະ ແນ່ນອນວ່າ ພວກເຂົາຍັງຫ່າງໄກຈາກການຮູ້ຈັກພຣະເຈົ້າ ແລະ ການມີຫົວໃຈທີ່ຢໍາເກງພຣະເຈົ້າ. ເກນທີ່ຄົນທີ່ມີຄວາມສາມາດພິເສດທຸກປະເພດຄວນມີເໜືອສິ່ງອື່ນໃດ ເພື່ອຈະໄດ້ຮັບການສົ່ງເສີມ ແລະ ເພາະປູກ ແມ່ນເກນທີ່ເຮົາຫາກໍກ່າວເຖິງ, ສິ່ງເຫຼົ່ານີ້ແມ່ນເກນທີ່ແທ້ຈິງ ແລະ ສະເພາະເຈາະຈົງທີ່ສຸດ. ຜູ້ນໍາປອມບາງຄົນເວົ້າວ່າ: “ຢູ່ນີ້ພວກເຮົາບໍ່ມີຄົນທີ່ມີຄວາມສາມາດພິເສດໃດເລີຍ ທີ່ສາມາດໄດ້ຮັບການສົ່ງເສີມ ແລະ ເພາະປູກ. ຜູ້ນັ້ນບໍ່ເຂົ້າໃຈຄວາມຈິງ, ຜູ້ນັ້ນເຮັດສິ່ງຕ່າງໆໂດຍບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ, ຜູ້ນັ້ນບໍ່ສາມາດຍອມຮັບການຖືກລິຮານ, ຜູ້ນັ້ນບໍ່ມີຄວາມຈົງຮັກພັກດີ...” ແລະ ອື່ນໆ, ໂດຍຍົກເອົາຂໍ້ຜິດພາດອອກມາຢ່າງຫຼວງຫຼາຍ. ຜູ້ນໍາປອມເຫຼົ່ານີ້ກຳລັງສື່ເຖິງຫຍັງໂດຍການເວົ້າສິ່ງເຫຼົ່ານີ້? ເບິ່ງຄືວ່າຄົນເຫຼົ່ານັ້ນບໍ່ສາມາດໄດ້ຮັບການສົ່ງເສີມ ແລະ ເພາະປູກໄດ້ ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ຍັງບໍ່ມີຄວາມຈິງຄວາມເປັນຈິງ ແລະ ອື່ນໆ, ໃນຂະນະທີ່ຕົວຜູ້ນໍາເອງສາມາດກາຍເປັນຜູ້ນໍາໄດ້ ກໍຍ້ອນວ່າພວກເຂົາມີປະສົບການຕົວຈິງບາງຢ່າງແລ້ວ ແລະ ມີຄວາມຈິງຄວາມເປັນຈິງ. ນັ້ນບໍ່ແມ່ນສິ່ງທີ່ຜູ້ນໍາປອມເຫຼົ່ານີ້ໝາຍເຖິງບໍ? ໃນສາຍຕາຂອງພວກເຂົາ, ບໍ່ມີໃຜດີເທົ່າພວກເຂົາ ແລະ ບໍ່ມີໃຜນອກຈາກພວກເຂົາເອງທີ່ເໝາະສົມທີ່ຈະເປັນຜູ້ນໍາ. ນີ້ຄືອຸປະນິໄສທີ່ອວດດີຂອງຜູ້ນໍາປອມ; ເມື່ອເວົ້າເຖິງການສົ່ງເສີມ ແລະ ການເພາະປູກຜູ້ຄົນໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການ.
III. ເກນທີ່ຈໍາເປັນສຳລັບບຸກຄະລາກອນທີ່ເຮັດວຽກງານກິດຈະການທົ່ວໄປ
ເຮົາຫາກໍກ່າວເຖິງຄົນສອງປະເພດທີ່ເຮືອນຂອງພຣະເຈົ້າເນັ້ນໜັກໃນການເພາະປູກ. ປະເພດໜຶ່ງຄືຄົນທີ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ອີກປະເພດໜຶ່ງຄືຄົນທີ່ສາມາດຮັບຜິດຊອບວຽກງານວິຊາຊີບຕ່າງໆ. ຍັງມີຄົນອີກປະເພດໜຶ່ງ. ບໍ່ສາມາດເວົ້າໄດ້ວ່າພວກເຂົາມີຈຸດແຂງ ຫຼື ທັກສະທາງວິຊາຊີບສະເພາະໃດໜຶ່ງ; ວຽກງານຂອງພວກເຂົາບໍ່ກ່ຽວຂ້ອງກັບເຕັກໂນໂລຊີຂັ້ນສູງໃດໆ, ນັ້ນກໍຄື ຄົນເຫຼົ່ານີ້ປະຕິບັດວຽກງານກິດຈະການທົ່ວໄປບາງຢ່າງໃນຄຣິສຕະຈັກ, ພວກເຂົາຈັດການກັບເລື່ອງບາງຢ່າງທີ່ບໍ່ກ່ຽວຂ້ອງໂດຍກົງກັບວຽກງານທີ່ເປັນແກ່ນສານຂອງຄຣິສຕະຈັກ. ພວກເຂົາແມ່ນປະເພດຄົນທີ່ດຳເນີນວຽກງານກິດຈະການທົ່ວໄປ. ຂໍ້ກຳນົດຫຼັກຂອງເຮືອນຂອງພຣະເຈົ້າສຳລັບຄົນປະເພດນີ້ແມ່ນຫຍັງ? ຂໍ້ກຳນົດທີ່ສຳຄັນທີ່ສຸດກໍຄື ພວກເຂົາຕ້ອງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ຊ່ວຍເຫຼືອຄົນນອກໂດຍການທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເພື່ອເອົາໃຈຊາຕານ. ມີພຽງເທົ່ານັ້ນ. ບໍ່ວ່າພວກເຂົາຈະເປັນຜູ້ທີ່ມີພອນສະຫວັນໃນການສື່ສານ, ເປັນຊົນຊັ້ນສູງຂອງສັງຄົມ ຫຼື ເປັນຜູ້ທີ່ມີຄວາມສາມາດພິເສດກໍຕາມ, ພວກເຂົາຄວນຈະສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເມື່ອຈັດການວຽກງານພາຍນອກໃຫ້ເຮືອນຂອງພຣະເຈົ້າ. ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າລວມມີຫຍັງແດ່? ເງິນຄໍາ, ວັດຖຸສິ່ງຂອງ, ຊື່ສຽງຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກ ແລະ ຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍ, ແຕ່ລະດ້ານເຫຼົ່ານີ້ແມ່ນສຳຄັນຫຼາຍ. ຜູ້ໃດກໍຕາມທີ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ ກໍຖືວ່າເປັນຜູ້ທີ່ມີຄວາມເປັນມະນຸດປົກກະຕິ ແລະ ມີຄວາມຊື່ກົງພຽງພໍ ແລະ ເປັນຄົນທີ່ເຕັມໃຈທີ່ຈະນໍາຄວາມຈິງໄປປະຕິບັດ. ບາງຄົນບໍ່ມີການແຍກແຍະ ແລະ ເວົ້າວ່າ: “ມີຄົນຜູ້ໜຶ່ງທີ່ມີຄວາມເປັນມະນຸດທີ່ຊົ່ວຮ້າຍ, ແຕ່ພວກເຂົາສາມາດປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າໄດ້”. ນັ້ນເປັນໄປໄດ້ບໍ? (ເປັນໄປບໍ່ໄດ້.) ຄົນຊົ່ວຊ້າຈະສາມາດປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາສາມາດປົກປ້ອງພຽງແຕ່ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ. ດັ່ງນັ້ນ, ຖ້າຄົນໃດໜຶ່ງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຢ່າງແທ້ຈິງ, ພວກເຂົາຍ່ອມເປັນຄົນທີ່ມີລັກສະນະ ແລະ ຄວາມເປັນມະນຸດທີ່ດີຢ່າງແນ່ນອນ; ສິ່ງນີ້ບໍ່ສາມາດຜິດພາດໄດ້. ຖ້າຄົນໃດໜຶ່ງຊ່ວຍເຫຼືອຄົນນອກໂດຍການທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເມື່ອເຮັດສິ່ງຕ່າງໆເພື່ອເຮືອນຂອງພຣະເຈົ້າ ແລະ ຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ພຽງແຕ່ກໍ່ໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດ ແລະ ວັດຖຸຢ່າງຫຼວງຫຼາຍຕໍ່ເຮືອນຂອງພຣະເຈົ້າເທົ່ານັ້ນ, ແຕ່ຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊື່ສຽງຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກນຳອີກ, ພວກເຂົາເປັນຄົນດີບໍ? ຄົນປະເພດນີ້ບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ. ພວກເຂົາບໍ່ສົນໃຈວ່າເຮືອນຂອງພຣະເຈົ້າຈະທົນທຸກຕໍ່ຄວາມເສຍຫາຍທາງດ້ານວັດຖຸ ແລະ ການເງິນຫຼາຍສໍ່າໃດ; ສິ່ງທີ່ສຳຄັນທີ່ສຸດສຳລັບພວກເຂົາແມ່ນການສ້າງຜົນປະໂຫຍດໃຫ້ຕົນເອງ ແລະ ການເອົາໃຈຄົນທີ່ບໍ່ເຊື່ອ; ພວກເຂົາບໍ່ພຽງແຕ່ສົ່ງຂອງຂວັນໃຫ້ຄົນທີ່ບໍ່ເຊື່ອເທົ່ານັ້ນ, ແຕ່ຍັງຍິນຍອມຕໍ່ຄົນເຫຼົ່ານັ້ນຢູ່ສະເໝີໃນລະຫວ່າງການເຈລະຈາ, ພວກເຂົາບໍ່ເຄີຍຄິດທີ່ຈະຕໍ່ສູ້ເພື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ແຕ່ເຖິງຢ່າງນັ້ນ, ພວກເຂົາກໍຍັງຕົວະເຮືອນຂອງພຣະເຈົ້າ ໂດຍເວົ້າວ່າພວກເຂົາເຮັດວຽກງານສຳເລັດແນວໃດ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າແນວໃດ, ທັງທີ່ໃນຄວາມເປັນຈິງແລ້ວ ວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍໄປແລ້ວ ແລະ ເຮືອນຂອງພຣະເຈົ້າກໍຖືກຄົນທີ່ບໍ່ເຊື່ອເອົາປຽບຢ່າງໃຫຍ່ຫຼວງ. ຖ້າ ຄົນຜູ້ໜຶ່ງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ໃນທຸກດ້ານ ເມື່ອຈັດການກັບວຽກງານພາຍນອກ, ຄົນຜູ້ນີ້ເປັນຄົນດີບໍ? (ແມ່ນ.) ແລ້ວຖ້າຄົນປະເພດນີ້ບໍ່ສາມາດເຮັດວຽກງານອື່ນໃດໄດ້ໃນເຮືອນຂອງພຣະເຈົ້າ ແລະ ເໝາະສົມສຳລັບວຽກງານກິດຈະການທົ່ວໄປປະເພດນີ້ເທົ່ານັ້ນ, ພວກເຂົາຄວນໄດ້ຮັບການສົ່ງເສີມໂດຍເຮືອນຂອງພຣະເຈົ້າບໍ? (ຄວນ.) ນອກຈາກຈະມີຄວາມສາມາດໃນການເຮັດວຽກ ແລະ ສາມາດປະຕິບັດວຽກງານຂອງຕົນໃຫ້ສອດຄ່ອງກັບຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໄວ້ແລ້ວ, ພວກເຂົາຍັງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ອີກດ້ວຍ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ມາດຕະຖານ ແລະ ຄົນປະເພດນີ້ຄວນໄດ້ຮັບການສົ່ງເສີມ. ໃນທາງກົງກັນຂ້າມ, ຜູ້ທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢູ່ສະເໝີ, ຜູ້ທີ່ສ້າງຄວາມສ່ຽງຕໍ່ຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍຢູ່ສະເໝີ ແລະ ຜູ້ທີ່ກໍ່ໃຫ້ເກີດຜົນກະທົບ ແລະ ຜົນສະທ້ອນໃນທາງລົບຕໍ່ຊື່ສຽງຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກຢູ່ສະເໝີ, ຄົນປະເພດນີ້ແມ່ນບໍ່ຄວນໄດ້ຮັບການສົ່ງເສີມ ຫຼື ຖືກເພາະປູກ; ຖ້າພວກເຂົາຖືກສົ່ງເສີມ ແລະ ຖືກນໍາໃຊ້, ພວກເຂົາຕ້ອງຖືກໄລ່ອອກໂດຍໄວ. ຍັງມີບາງຄົນທີ່ມັກຈະເກີດບັນຫາຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ເຊັ່ນ: ເກີດອຸປະຕິເຫດເມື່ອຂັບລົດ, ເຮັດໃຫ້ວຽກງານທີ່ຕົນຈັດການນັ້ນຫຍຸ້ງຍາກ ຫຼື ນໍາໄປສູ່ຄວາມຂັດແຍ່ງທີ່ສົ່ງຜົນໃຫ້ເກີດການຮ້ອງຮຽນຢູ່ສະເໝີ ແລະ ຖ້າມີຂໍ້ບົກຜ່ອງໃດໆ ພວກເຂົາກໍບໍ່ຮູ້ວິທີແກ້ໄຂ. ຄົນປະເພດນີ້ແມ່ນພວກເບົາປັນຍາ ແລະ ຍັງເປັນຕົວຫາຍະນະ ແລະ ເປັນພວກລ້າງຜານ. ຖ້າຄົນປະເພດນີ້ກາຍເປັນຫົວໜ້າທີມ, ຜູ້ຮັບຜິດຊອບ, ຜູ້ນໍາ ຫຼື ຜູ້ເຮັດວຽກ, ບໍ່ພຽງແຕ່ຕ້ອງຟ້າວໄລ່ພວກເຂົາອອກເທົ່ານັ້ນ, ແຕ່ຍັງຕ້ອງກຳຈັດພວກເຂົາອອກຈາກຄຣິສຕະຈັກອີກດ້ວຍ. ນີ້ກໍຍ້ອນວ່າຄົນປະເພດນີ້ເປັນຕົວຊວຍ ແລະ ເປັນຕົວສະນຽດ. ຖ້າຄົນປະເພດນີ້ກາຍເປັນຫົວໜ້າທີມ, ຜູ້ຕິດຕາມກວດກາ, ຜູ້ນຳ ຫຼື ຜູ້ເຮັດວຽກ, ບໍ່ພຽງແຕ່ຕ້ອງໄລ່ພວກເຂົາອອກໂດຍໄວເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງຖືກກຳຈັດອອກຈາກຄຣິສຕະຈັກອີກດ້ວຍ. ນີ້ກໍຍ້ອນວ່າ ຄົນປະເພດນີ້ເປັນຕົ້ນເຫດຂອງໄພພິບັດ ແລະ ເປັນຕົວຊວຍ. ຕາບໃດທີ່ມີຄົນເຫຼົ່ານີ້ໜຶ່ງ ຫຼື ສອງຄົນຢູ່ໃນຄຣິສຕະຈັກ, ຄຣິສຕະຈັກກໍຈະບໍ່ມີຄວາມສະຫງົບສຸກ. ຄົນປະເພດນີ້ເບິ່ງຄືວ່າມີວິນຍານຊົ່ວຮ້າຍຢູ່ໃນຕົວ ຫຼື ເປັນຄືກັບພະຍາດລະບາດ. ຜູ້ໃດກໍຕາມທີ່ພົວພັນກັບພວກເຂົາຈະພົບກັບຄວາມໂຊກຮ້າຍ, ສະນັ້ນ ຄົນປະເພດນີ້ຄວນຖືກຖອນຮາກຖອນໂຄນໂດຍບໍ່ລໍຊ້າ. ແມ່ນແຕ່ລັກສະນະໜ້າຕາຂອງຄົນເຫຼົ່ານີ້ກໍຜິດປົກກະຕິໄປໝົດ, ເຕັມໄປດ້ວຍລັກສະນະທີ່ເຈົ້າເລ່ ຫຼື ເປັນແບບຜີຮ້າຍ ຫຼື ຂີ້ຮ້າຍຢ່າງໜ້າຢ້ານ ແລະ ໃຜກໍຕາມທີ່ພົວພັນກັບພວກເຂົາຈະຮູ້ສຶກວ່າກຳລັງຈະມີເລື່ອງບໍ່ດີເກີດຂຶ້ນ. ຄົນປະເພດນີ້ຕ້ອງຖືກໄລ່ອອກ ແລະ ຖືກກຳຈັດອອກ, ເມື່ອນັ້ນສິ່ງຕ່າງໆຈຶ່ງຈະໄປໄດ້ດີສຳລັບຄຣິສຕະຈັກ. ການສົ່ງເສີມ ແລະ ການເພາະປູກຄົນ ຕ່າງໆໃນຄຣິສຕະຈັກ ຮຽກຮ້ອງໃຫ້ມີການຍຶດໝັ້ນໃນຫຼັກການ ແລະ ການນໍາໃຊ້ການແຍກແຍະ, ເພື່ອປະຕິບັດໃຫ້ສອດຄ່ອງກັບຫຼັກການ. ໃນບັນດາຄົນປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ຖືກເພາະປູກ ມີຜູ້ທີ່ຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ, ຜູ້ທີ່ຮັບຜິດຊອບວຽກງານວິຊາຊີບຕ່າງໆໃນຄຣິສຕະຈັກ ແລະ ຍັງມີຜູ້ທີ່ຈັດການວຽກງານກິດຈະການທົ່ວໄປໃຫ້ຄຣິສຕະຈັກ. ເກນຕ່າງໆທີ່ຄົນທີ່ມີຄວາມສາມາດພິເສດຫຼາຍປະເພດເຫຼົ່ານີ້ຄວນມີ ກໍໄດ້ຖືກນໍາມາໂອ້ລົມຢ່າງຈະແຈ້ງແລ້ວ. ເມື່ອພວກເຈົ້າຈະແຈ້ງກ່ຽວກັບຫຼັກການຂອງວິທີການເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ວິທີການສົ່ງເສີມ ແລະ ເພາະປູກຜູ້ຄົນ, ເມື່ອນັ້ນວຽກງານທັງໝົດຂອງຄຣິສຕະຈັກກໍຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ.
ບາງຄົນອາດຈະຖາມວ່າ: “ເປັນຫຍັງຄົນເຫຼົ່ານີ້ທີ່ໄດ້ຮັບການສົ່ງເສີມ ແລະ ການເພາະປູກໂດຍເຮືອນຂອງພຣະເຈົ້າ ຈຶ່ງເອີ້ນວ່າຄົນທີ່ມີຄວາມສາມາດພິເສດ?” ຄົນທີ່ມີຄວາມສາມາດພິເສດທີ່ພວກເຮົາເວົ້າເຖິງ ໝາຍເຖິງຜູ້ທີ່ຖືກຄັດເລືອກສຳລັບການສົ່ງເສີມ ແລະ ການເພາະປູກ. ມີຂໍ້ກຳນົດທີ່ແຕກຕ່າງກັນສຳລັບຜູ້ທີ່ສາມາດປະຕິບັດໜ້າທີ່ຕ່າງກັນ ແລະ ຍ້ອນວ່າພວກເຂົາຢູ່ໃນຂະບວນການຂອງການຖືກສົ່ງເສີມ ແລະ ຖືກເພາະປູກ, ດັ່ງນັ້ນ ມັນຈຶ່ງພຽງພໍແລ້ວທີ່ຄົນທີ່ເອີ້ນວ່າ ຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ສາມາດບັນລຸເກນທີ່ພວກເຮົາຫາກໍກ່າວເຖິງ. ມັນຄົງຈະເປັນໄປບໍ່ໄດ້ທີ່ຈະຄາດຫວັງໃຫ້ຄົນເຫຼົ່ານີ້ມີຄວາມຈິງຄວາມເປັນຈິງແລ້ວ, ເປັນຄົນອ່ອນນ້ອມ ແລະ ຈົງຮັກພັກດີແລ້ວ ແລະ ຢໍາເກງພຣະເຈົ້າແລ້ວ. ດັ່ງນັ້ນ, ຄົນທີ່ມີຄວາມສາມາດພິເສດທີ່ພວກເຮົາເວົ້າເຖິງ ຈຶ່ງເປັນພຽງຜູ້ທີ່ມີຄຸນສົມບັດ ແລະ ລັກສະນະບາງຢ່າງທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ ແລະ ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ເຊິ່ງພຽງເທົ່ານີ້ ພວກເຂົາກໍຖືວ່າໄດ້ມາດຕະຖານແລ້ວ. ມັນບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງແລ້ວ, ທັງບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ບັນລຸການອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນແລ້ວ ຫຼັງຈາກຍອມຮັບການພິພາກສາ ແລະ ການລົງທັນຂອງພຣະອົງ ແລະ ສິ່ງຕ່າງໆເຊັ່ນນີ້. ແນ່ນອນວ່າ ຄຳວ່າ “ຄົນທີ່ມີຄວາມສາມາດພິເສດ” ບໍ່ໄດ້ໝາຍເຖິງຜູ້ທີ່ຮຽນຈົບມະຫາວິທະຍາໄລ ຫຼື ຮຽນຈົບປະລິນຍາເອກ ຫຼື ຄົນທີ່ມີພື້ນຖານຄອບຄົວທີ່ພິເສດ ຫຼື ມີສະຖານະທາງສັງຄົມທີ່ສູງສົ່ງ ຫຼື ຄົນທີ່ມີຄວາມສາມດພິເສດ ຫຼື ພອນສະຫວັນ, ມັນບໍ່ໄດ້ໝາຍເຖິງຄົນເຫຼົ່ານີ້. ຍ້ອນວ່າພວກເຂົາຈະໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກ, ບາງຄົນທີ່ຈະປະຕິບັດວຽກງານວິຊາຊີບອາດຈະບໍ່ເຄີຍເຮັດວຽກງານວິຊາຊີບນັ້ນ ຫຼື ສຶກສາມັນມາກ່ອນ, ແຕ່ຕາບໃດທີ່ພວກເຂົາບັນລຸເກນຫຼາຍຢ່າງເຫຼົ່ານັ້ນສຳລັບການສົ່ງເສີມ ແລະ ການເພາະປູກ ແລະ ເຕັມໃຈທີ່ຈະຮຽນຮູ້ ແລະ ເກັ່ງໃນການຮຽນຮູ້ວຽກງານວິຊາຊີບໃດໜຶ່ງ, ເຮືອນຂອງພຣະເຈົ້າກໍສາມາດສົ່ງເສີມ ແລະ ເພາະປູກພວກເຂົາໄດ້. ເຮົາໝາຍຄວາມວ່າແນວໃດໂດຍສິ່ງນີ້? ເຮົາບໍ່ໄດ້ໝາຍຄວາມວ່າຄົນໃດໜຶ່ງສາມາດໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກ ພຽງແຕ່ໃນກໍລະນີທີ່ພວກເຂົາເກັ່ງໃນວຽກງານວິຊາຊີບໃດໜຶ່ງໂດຍທຳມະຊາດເທົ່ານັ້ນ. ແຕ່ມັນໝາຍຄວາມວ່າ ຖ້າພວກເຂົາມີຄວາມຕັ້ງໃຈທີ່ຈະຮຽນຮູ້ ແລະ ມີເກນ ຫຼື ແມ່ນແຕ່ຫາກພວກເຂົາພຽງແຕ່ມີພື້ນຖານບາງຢ່າງໃນວຽກງານວິຊາຊີບນີ້, ພວກເຂົາກໍສາມາດໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກໄດ້, ນີ້ຄືຫຼັກການ. ການໂອ້ລົມຂອງພວກເຮົາກ່ຽວກັບເກນທີ່ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ເຮືອນຂອງພຣະເຈົ້າຕ້ອງການສົ່ງເສີມ ແລະ ເພາະປູກຄວນມີ ກໍຈົບລົງພຽງເທົ່ານີ້.
ຈຸດປະສົງຂອງເຮືອນຂອງພຣະເຈົ້າໃນການສົ່ງເສີມ ແລະ ເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດ
ຕໍ່ໄປ ພວກເຮົາຈະໂອ້ລົມກັນກ່ຽວກັບເຫດຜົນທີ່ເຮືອນຂອງພຣະເຈົາສົ່ງເສີມ ແລະ ເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດ. ບາງຄົນບໍ່ເຂົ້າໃຈເລື່ອງນີ້ປານໃດ ແລະ ຄິດວ່າ: “ມັນຈະບໍ່ພຽງພໍບໍທີ່ເຮືອນຂອງພຣະເຈົ້າຈະດຳເນີນການສົ່ງເສີມ ແລະ ນໍາໃຊ້ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆເລີຍ? ເປັນຫຍັງຈຶ່ງຈຳເປັນຕ້ອງເພາະປູກ ແລະ ຝຶກຝົນພວກເຂົາເປັນໄລຍະເວລາໜຶ່ງ?” ພວກເຈົ້າເຂົ້າໃຈເລື່ອງນີ້ ຫຼື ບໍ່? ກ່ອນອື່ນ ໃຫ້ພວກເຮົາມາເວົ້າກ່ຽວກັບຄົນປະເພດທີ່ກາຍມາເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງສົ່ງເສີມ ແລະ ເພາະປູກຜູ້ທີ່ມີຄວາມສາມາດໃນການຢັ່ງຮູ້, ຜູ້ທີ່ແບກຮັບພາລະສຳລັບຄຣິສຕະຈັກ ແລະ ຜູ້ທີ່ມີຄວາມສາມາດໃນການເຮັດວຽກ? ນີ້ກໍຍ້ອນວ່າເຖິງແມ່ນວ່າພວກເຂົາຈະມີຄຸນສົມບັດໃນດ້ານຄວາມສາມາດ ແລະ ບັນລຸເກນ, ແຕ່ພວກເຂົາຍັງບໍ່ທັນມີປະສົບການທີ່ແທ້ຈິງ ແລະ ບໍ່ເຂົ້າໃຈຄວາມຈິງ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຮູ້ວິທີການປະຕິບັດຄວາມຈິງ ແລະ ເຮັດສິ່ງຕ່າງໆຕາມຫຼັກການ. ພວກເຂົາຕ້ອງໄດ້ຮັບການຝຶກຝົນເປັນໄລຍະເວລາໜຶ່ງ ແລະ ໄດ້ຮັບການຊີ້ນໍາ ແລະ ມີພຽງແຕ່ຕອນທີ່ພວກເຂົາກຳແໜ້ນຫຼັກການຂອງການປະຕິບັດໜ້າທີ່ຂອງຕົນ ແລະ ມີປະສົບການທີ່ແທ້ຈິງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຖືກນໍາໃຊ້ຢ່າງເປັນທາງການ. ຖ້າພວກເຂົາເປັນຄືກັບອ້າຍເອື້ອຍນ້ອງທັງຫຼາຍໃນຄຣິສຕະຈັກ ທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຟັງການເທດສະໜາ, ດຳເນີນຊີວິດຄຣິສຕະຈັກ ແລະ ຝຶກຝົນໃນການປະຕິບັດໜ້າທີ່ ແລະ ໄດ້ຮັບການສົ່ງເສີມ ແລະ ເພາະປູກພຽງແຕ່ຫຼັງຈາກທີ່ຊີວິດຂອງພວກເຂົາເຕີບໃຫຍ່ຂຶ້ນແລ້ວເທົ່ານັ້ນ, ຄວາມກ້າວໜ້າຂອງພວກເຂົາກໍຈະຊ້າເກີນໄປ. ໃນກໍລະນີນັ້ນ, ມັນຈະຕ້ອງໃຊ້ເວລາຈັກປີພວກເຂົາຈຶ່ງຈະເໝາະສົມໃຫ້ພຣະເຈົ້າໃຊ້? ສິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກບໍ? ດັ່ງນັ້ນ, ຕາບໃດທີ່ຄົນໃດໜຶ່ງມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ມີຄວາມສາມາດໃນການເຮັດວຽກ ແລະ ມີຄວາມຮູ້ສຶກເຖິງພາລະ, ພວກເຂົາກໍຄວນໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກ ແລະ ຈັດໃຫ້ຝຶກຝົນໃນການປະຕິບັດໜ້າທີ່ຂອງຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ໄດ້ຮັບມອບໝາຍພາລະ. ໃນດ້ານໜຶ່ງ, ມັນເຮັດໃຫ້ພວກເຂົາໃຊ້ຈຸດແຂງຂອງພວກເຂົາໃຫ້ເກີດປະໂຫຍດສູງສຸດ. ໃນອີກດ້ານໜຶ່ງ, ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດ, ຈຳເປັນຕ້ອງໄດ້ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ. ບາງຄັ້ງພວກເຂົາກໍຕ້ອງຖືກລິຮານ ແລະ ຖ້າຈຳເປັນ ພວກເຂົາກໍຕ້ອງຖືກລົງວິໄນ ແລະ ຕ້ອງຜ່ານການລອງໃຈ ແລະ ການຫຼໍ່ຫຼອມຫຼາຍຢ່າງ ແລະ ທົນທຸກທໍລະມານຢ່າງຫຼວງຫຼາຍ. ມີພຽງແຕ່ການຜ່ານການຝຶກຝົນຕົວຈິງດັ່ງກ່າວເທົ່ານັ້ນ ພວກເຂົາຈຶ່ງຈະສາມາດສ້າງຄວາມກ້າວໜ້າທີ່ແທ້ຈິງ ແລະ ເຂົ້າໃຈຄວາມຈິງ ແລະ ກຳແໜ້ນຫຼັກການເທື່ອລະກ້າວ ແລະ ຈາກນັ້ນກໍແບກຮັບວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກໂດຍໄວເທົ່າທີ່ຈະໄວໄດ້. ການເພາະປູກ ແລະ ການຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກດ້ວຍວິທີນີ້ຈະສ້າງຜົນໄດ້ຮັບທີ່ດີກວ່າ ແລະ ໄວກວ່າ, ເຊິ່ງເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເປັນປະໂຫຍດຫຼາຍກວ່າຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີປະສົບການຕົວຈິງສາມາດຫົດນໍ້າ ແລະ ສະໜອງໃຫ້ແກ່ຜູ້ຄົນທີ່ພຣະເຈົ້າເລືອກໄດ້ໂດຍກົງ. ເມື່ອເຮືອນຂອງພຣະເຈົາສົ່ງເສີມ ແລະ ເພາະປູກຄົນໃດໜຶ່ງໃຫ້ເປັນຜູ້ນໍາ, ມັນກໍມອບພາລະໃຫ້ພວກເຂົາຫຼາຍຂຶ້ນເພື່ອຝຶກຝົນພວກເຂົາ, ເພື່ອເຮັດໃຫ້ພວກເຂົາເພິ່ງພາພຣະເຈົ້າ ແລະ ເຮັດໃຫ້ພວກເຂົາພະຍາຍາມກ້າວໄປສູ່ຄວາມຈິງ; ມີພຽງແຕ່ຕອນນັ້ນເທົ່ານັ້ນ ສະຖານະຂອງພວກເຂົາຈຶ່ງຈະເຕີບໃຫຍ່ໂດຍໄວເທົ່າທີ່ຈະໄວໄດ້. ຍິ່ງມອບພາລະໃຫ້ພວກເຂົາຫຼາຍສໍ່າໃດ, ຍິ່ງໃຫ້ພວກເຂົາຕົກຢູ່ພາຍໃຕ້ຄວາມກົດດັນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຖືກບັງຄັບໃຫ້ສະແຫວງຫາຄວາມຈິງ ແລະ ເພິ່ງພາພຣະເຈົ້າຫຼາຍຂຶ້ນສໍ່ານັ້ນ. ໃນທີ່ສຸດ, ພວກເຂົາກໍຈະສາມາດເຮັດວຽກຂອງພວກເຂົາໄດ້ຢ່າງເໝາະສົມ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ດັ່ງນັ້ນ ຈຶ່ງໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການໄດ້ຮັບຄວາມລອດພົ້ນ ແລະ ການຖືກເຮັດໃຫ້ສົມບູນ, ນີ້ຄືຜົນທີ່ບັນລຸໄດ້ເມື່ອເຮືອນຂອງພຣະເຈົາສົ່ງເສີມ ແລະ ເພາະປູກຜູ້ຄົນ. ຖ້າບໍ່ເຮັດວຽກງານສະເພາະເຫຼົ່ານີ້, ພວກເຂົາກໍຈະບໍ່ຮູ້ວ່າພວກເຂົາຂາດຫຍັງ, ພວກເຂົາຈະບໍ່ຮູ້ວິທີເຮັດສິ່ງຕ່າງໆຕາມຫຼັກການ ແລະ ພວກເຂົາຈະບໍ່ຮູ້ວ່າການມີຄວາມຈິງຄວາມເປັນຈິງໝາຍຄວາມວ່າແນວໃດ. ດັ່ງນັ້ນ ການເຮັດວຽກງານສະເພາະຈຶ່ງຊ່ວຍໃຫ້ພວກເຂົາຄົ້ນພົບຂໍ້ບົກຜ່ອງຂອງຕົນ ແລະ ເຫັນວ່າ ນອກເໜືອຈາກພອນສະຫວັນຂອງພວກເຂົາແລ້ວ ພວກເຂົາກໍປາສະຈາກຄວາມຈິງຄວາມເປັນຈິງ; ມັນຊ່ວຍໃຫ້ພວກເຂົາຮູ້ສຶກວ່າພວກເຂົາທຸກຍາກ ແລະ ໜ້າສົງສານພຽງໃດ, ເຮັດໃຫ້ພວກເຂົາຮັບຮູ້ວ່າ ຖ້າພວກເຂົາບໍ່ເພິ່ງພາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານໃດໆໄດ້; ມັນເຮັດໃຫ້ພວກເຂົາຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ເຫັນຢ່າງຊັດເຈນວ່າ ຖ້າພວກເຂົາບໍ່ໄລ່ຕາມຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສ, ມັນກໍຈະເປັນໄປບໍ່ໄດ້ທີ່ພວກເຂົາຈະເໝາະສົມໃຫ້ພຣະເຈົ້າໃຊ້. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຜົນທີ່ຕ້ອງບັນລຸ ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບການເພາະປູກ ແລະ ຝຶກຝົນ. ມີພຽງແຕ່ການເຂົ້າໃຈດ້ານເຫຼົ່ານີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດໄລ່ຕາມຄວາມຈິງໄດ້ຢ່າງໜັກແໜ້ນ, ປະພຶດຕົນແບບຖ່ອມຕົວ, ຮັບປະກັນໄດ້ວ່າຈະບໍ່ອວດອ້າງຕົນເອງອີກຕໍ່ໄປເມື່ອເຮັດວຽກງານຂອງຕົນ, ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ພຣະເຈົ້າຢູ່ສະເໝີໃນການປະຕິບັດໜ້າທີ່ຂອງຕົນ ແລະ ກ້າວເຂົ້າສູ່ຄວາມຈິງຄວາມເປັນຈິງເທື່ອລະກ້າວ. ເມື່ອຄົນໃດໜຶ່ງໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກໃຫ້ເປັນຜູ້ນໍາ, ພວກເຂົາກໍຈະສາມາດຮຽນຮູ້ວິທີການແຍກແຍະສະພາວະຂອງຄົນທີ່ແຕກຕ່າງກັນ, ຝຶກຝົນໃນການສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຄົນທີ່ແຕກຕ່າງກັນ ແລະ ຊ່ວຍເຫຼືອ ແລະ ສະໜອງໃຫ້ແກ່ຄົນປະເພດຕ່າງໆ ແລະ ນໍາພາຜູ້ຄົນເຂົ້າສູ່ຄວາມຈິງຄວາມເປັນຈິງ. ໃນເວລາດຽວກັນ, ພວກເຂົາກໍຕ້ອງຝຶກຝົນໃນການແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ພົບພໍ້ໃນລະຫວ່າງການເຮັດວຽກ ແລະ ຮຽນຮູ້ວິທີການຈຳແນກ ແລະ ຈັດການກັບຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆ ແລະ ວິທີການເຮັດວຽກງານຂອງການສະລ້າງຄຣິສຕະຈັກ. ດ້ວຍວິທີນີ້, ເມື່ອປຽບທຽບກັບຄົນອື່ນ, ພວກເຂົາສາມາດປະສົບກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້ຫຼາຍກວ່າ ແລະ ສະພາບແວດລ້ອມທີ່ພຣະເຈົ້າຈັດໄວ້ໄດ້ຫຼາຍກວ່າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງຫຼາຍຂຶ້ນເລື້ອຍໆ. ນີ້ເປັນໂອກາດໃນການຝຶກຝົນຕົນເອງບໍ່ແມ່ນບໍ? ຍິ່ງມີໂອກາດໃນການຝຶກຝົນຫຼາຍສໍ່າໃດ, ຍິ່ງປະສົບການຂອງຜູ້ຄົນກໍຍິ່ງອຸດົມສົມບູນຫຼາຍສໍ່າໃດ, ຄວາມຮູ້ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງກວ້າງຂວາງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະເຕີບໃຫຍ່ໄວຂຶ້ນສໍ່ານັ້ນ. ແນວໃດກໍຕາມ, ຖ້າຜູ້ຄົນບໍ່ເຮັດວຽກງານຜູ້ນໍາ, ພວກເຂົາກໍຈະພົບພໍ້ ແລະ ຜ່ານປະສົບການສ່ວນຕົວ ແລະ ການດຳລົງຢູ່ສ່ວນຕົວເທົ່ານັ້ນ ແລະ ຮັບຮູ້ພຽງແຕ່ອຸປະນິໄສທີ່ເສື່ອມຊາມສ່ວນຕົວ ແລະ ສະພາວະສ່ວນຕົວຕ່າງໆເທົ່ານັ້ນ, ເຊິ່ງທັງໝົດນີ້ກ່ຽວຂ້ອງກັບພວກເຂົາເອງເທົ່ານັ້ນ. ເມື່ອພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍພົບພໍ້ກັບຜູ້ຄົນຫຼາຍຂຶ້ນ, ເຫດການຫຼາຍຂຶ້ນ ແລະ ສະພາບແວດລ້ອມຫຼາຍຂຶ້ນ, ເຊິ່ງຊຸກຍູ້ໃຫ້ພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີເພື່ອສະແຫວງຫາຫຼັກການຄວາມຈິງ. ສຳລັບພວກເຂົາແລ້ວ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້ກໍກາຍເປັນພາລະໂດຍບໍ່ຮູ້ຕົວ ແລະ ຍັງສ້າງເກນທີ່ເອື້ອອໍານວຍຢ່າງຍິ່ງໂດຍທຳມະຊາດສຳລັບການເຂົ້າສູ່ຄວາມຈິງຄວາມເປັນຈິງຂອງພວກເຂົາ, ເຊິ່ງເປັນສິ່ງທີ່ດີ. ດັ່ງນັ້ນ, ຄົນທີ່ມີຄວາມສາມາດ, ແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກກໍຈະເຂົ້າສູ່ໄດ້ຊ້າໃນຖານະຜູ້ເຊື່ອທຳມະດາ ແລະ ໄວຂຶ້ນໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ. ສຳລັບຜູ້ຄົນແລ້ວ, ການເຂົ້າສູ່ຄວາມຈິງຄວາມເປັນຈິງໄວ ຫຼື ຊ້າເປັນສິ່ງທີ່ດີ? (ໄວ.) ດັ່ງນັ້ນ, ເມື່ອເວົ້າເຖິງຄົນທີ່ມີຄວາມສາມາດ, ແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກ, ເຮືອນຂອງພຣະເຈົ້າຈຶ່ງມີຂໍ້ຍົກເວັ້ນໂດຍການສົ່ງເສີມຄົນດັ່ງກ່າວ, ເວັ້ນເສຍແຕ່ວ່າພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ ແລະ ພວກເຂົາບໍ່ພະຍາຍາມກ້າວໄປສູ່ຄວາມຈິງ, ໃນກໍລະນີນັ້ນ ເຮືອນຂອງພຣະເຈົ້າຈະບໍ່ບັງຄັບພວກເຂົາ. ຕາບໃດທີ່ຄົນຜູ້ໜຶ່ງມີພື້ນຖານຂອງຄວາມເຊື່ອໃນພຣະເຈົ້າ, ບັນລຸເກນສຳລັບການເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຕັມໃຈທີ່ຈະໄລ່ຕາມຄວາມຈິງ ແລະ ຖືກພຣະເຈົ້ານໍາໃຊ້, ແລ້ວແນ່ນອນວ່າ ເຮືອນຂອງພຣະເຈົ້າຈະສົ່ງເສີມ ແລະ ເພາະປູກພວກເຂົາ, ໃຫ້ໂອກາດພວກເຂົາໃນການຝຶກຝົນເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຮັດໃຫ້ພວກເຂົາສາມາດຮຽນຮູ້ທີ່ຈະເຮັດວຽກງານຂອງຄຣິສຕະຈັກ ແລະ ຮຽນຮູ້ທີ່ຈະແຍກແຍະຜູ້ຄົນ ແລະ ຮຽນຮູ້ທີ່ຈະຈັດການກັບບັນຫາຕ່າງໆທັງໝົດໃນຄຣິສຕະຈັກ ແລະ ຮຽນຮູ້ທີ່ຈະປະຕິບັດວຽກງານຕ່າງໆຕາມການຈັດແຈງວຽກງານ. ໃນໄລຍະຂອງການຖືກຝຶກຝົນ, ຖ້າຜູ້ຄົນສາມາດຍອມຮັບຄວາມຈິງ ແລະ ຍອມຮັບການຖືກລິຮານ, ສາມາດອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆ ແລະ ຮຽນຮູ້ທີ່ຈະປະຕິບັດຕໍ່ຄົນທຸກປະເພດ ແລະ ຈຳແນກ ແລະ ຈັດການກັບຄົນທຸກປະເພດຕາມພຣະທຳຂອງພຣະເຈົ້າ, ແລ້ວພວກເຂົາກໍຈະສາມາດເຂົ້າໃຈຫຼັກການຄວາມຈິງທີ່ກ່ຽວຂ້ອງ ແລະ ມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ເຊື່ອທຳມະດາບໍ່ສາມາດປະສົບ ຫຼື ໄດ້ຮັບ. ດັ່ງນັ້ນ ຈາກມຸມມອງນີ້, ການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ເພາະປູກຄົນໃດໜຶ່ງເປັນສິ່ງທີ່ດີ ຫຼື ບໍ່ດີ? ມັນເປັນປະໂຫຍດຕໍ່ພວກເຂົາ ຫຼື ເປັນການຝືນໃຈພວກເຂົາ? ມັນເປັນປະໂຫຍດຕໍ່ພວກເຂົາ. ແນ່ນອນວ່າ ເມື່ອບາງຄົນຫາກໍໄດ້ຮັບການສົ່ງເສີມໃໝ່ໆ, ພວກເຂົາບໍ່ຮູ້ວ່າພວກເຂົາຄວນເຮັດວຽກງານຫຍັງ ຫຼື ຄວນເຮັດແນວໃດ ແລະ ສັບສົນເລັກນ້ອຍ. ນີ້ເປັນເລື່ອງປົກກະຕິ; ມີໃຜແດ່ທີ່ເກີດມາແລ້ວສາມາດເຮັດໄດ້ທຸກຢ່າງເລີຍ? ຖ້າເຈົ້າສາມາດເຮັດໄດ້ທຸກຢ່າງ, ເຈົ້າກໍຈະເປັນຄົນທີ່ອວດດີ ແລະ ທະນົງໂຕທີ່ສຸດຢ່າງແນ່ນອນ ແລະ ຈະບໍ່ຍອມຕໍ່ຜູ້ໃດ, ໃນກໍລະນີນັ້ນ ເຈົ້າຍັງຈະສາມາດຍອມຮັບຄວາມຈິງໄດ້ບໍ? ຖ້າເຈົ້າສາມາດເຮັດໄດ້ທຸກຢ່າງ, ເຈົ້າຍັງຈະເພິ່ງພາພຣະເຈົ້າ ແລະ ເຄົາລົບນັບຖືພຣະອົງຢູ່ບໍ? ເຈົ້າຍັງຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຄວາມເສື່ອມຊາມຂອງເຈົ້າເອງບໍ? ເຈົ້າຈະບໍ່ເຮັດຢ່າງແນ່ນອນ. ໃນທາງກົງກັນຂ້າມ, ເຈົ້າຈະອວດດີ ແລະ ທະນົງໂຕ ແລະ ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຈະຕໍ່ສູ້ເພື່ອອຳນາດ ແລະ ສະຖານະ ແລະ ບໍ່ຍອມຕໍ່ຜູ້ໃດ ແລະ ເຈົ້າຈະນໍາພາຢ່າງຜິດໆ ແລະ ວາງກັບດັກໃສ່ຜູ້ຄົນ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ໃນກໍລະນີນັ້ນ ເຈົ້າຍັງຈະສາມາດຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າໄດ້ບໍ? ຖ້າເຈົ້າຮູ້ວ່າເຈົ້າມີຂໍ້ບົກຜ່ອງຫຼາຍຢ່າງ, ເຈົ້າຄວນຮຽນຮູ້ທີ່ຈະເຊື່ອຟັງ ແລະ ອ່ອນນ້ອມ ແລະ ເຮັດວຽກງານຕ່າງໆໃຫ້ດີຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ; ສິ່ງນີ້ຈະເຮັດໃຫ້ເຈົ້າຄ່ອຍໆບັນລຸຈຸດທີ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ໄດ້ມາດຕະຖານ. ແຕ່ຄົນສ່ວນໃຫຍ່ບໍ່ສາມາດເຮັດສິ່ງທີ່ງ່າຍດາຍຄືກັບການເຊື່ອຟັງ ແລະ ການອ່ອນນ້ອມໄດ້, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຄວນຕຳນິເຮືອນຂອງພຣະເຈົ້າທີ່ບໍ່ສົ່ງເສີມ ແລະ ເພາະປູກພວກເຂົາ. ຍ້ອນວ່າເຈົ້າບໍ່ສາມາດເຊື່ອຟັງ, ຍ້ອນວ່າແມ່ນແຕ່ການເຊື່ອຟັງກໍຍັງເກີນຄວາມສາມາດຂອງເຈົ້າ, ເຮືອນຂອງພຣະເຈົ້າຍັງຈະກ້າສົ່ງເສີມ ແລະ ເພາະປູກເຈົ້າບໍ? (ບໍ່.) ແລ້ວເປັນຫຍັງຈຶ່ງບໍ່ກ້າ? ການໃຊ້ເຈົ້າຈະສ່ຽງເກີນໄປ, ສ້າງບັນຫາຫຼາຍເກີນໄປ, ໜ້າເປັນຫ່ວງຫຼາຍເກີນໄປ! ເພາະຖ້າເຮືອນຂອງພຣະເຈົ້າໃຊ້ເຈົ້າ, ເຈົ້າອາດຈະຄວບຄຸມຜູ້ຄົນ ແລະ ນໍາພາພວກເຂົາໄປສູ່ເສັ້ນທາງແຫ່ງຄວາມຊົ່ວຊ້າ, ນັ້ນຄືເຫດຜົນທີ່ວ່າມັນສ່ຽງຫຼາຍ. ຖ້າເຈົ້າຖືກນໍາໃຊ້, ເຈົ້າອາດຈະກະທຳການຊົ່ວຊ້າຕາມອຳເພີໃຈ ແລະ ເຮັດໃຫ້ວຽກງານວຸ່ນວາຍໄປໝົດ ແລະ ເຮືອນຂອງພຣະເຈົ້າຈະຕ້ອງໄລ່ເຈົ້າອອກ ແລະ ຕາມແກ້ບັນຫາທັງໝົດແທນເຈົ້າ, ນັ້ນຄືເຫດຜົນທີ່ວ່າມັນສ້າງບັນຫາຫຼາຍເກີນໄປ. ແລ້ວຖ້າເຈົ້າຖືກນໍາໃຊ້, ເຈົ້າຈະບໍ່ຮູ້ວິທີເຮັດວຽກງານໃດໆເລີຍ ແລະ ເຈົ້າຈະບໍ່ມີຜົນຫຍັງເລີຍໃນແງ່ຂອງວຽກງານຂອງເຈົ້າ; ໃນວຽກງານທັງໝົດທີ່ເຈົ້າເຮັດ, ເຈົ້າຈະຕ້ອງໄດ້ຮັບການກະຕຸ້ນ, ຖືກຕິດຕາມກວດກາ ແລະ ຖືກຕິດຕາມໂດຍເບື້ອງເທິງ ເຊິ່ງຈະຕ້ອງເຂົ້າມາແຊກແຊງໃນທຸກເລື່ອງ, ແລ້ວເປັນຫຍັງຈຶ່ງຄວນໃຊ້ເຈົ້າ? ເຈົ້າໜ້າເປັນຫ່ວງເກີນໄປ! ຄົນປະເພດນີ້ບໍ່ສາມາດນໍາໃຊ້ໄດ້ຢ່າງເດັດຂາດ. ເຖິງແມ່ນວ່າພວກເຂົາຈະຖືກເພາະປູກ, ມັນກໍຈະບໍ່ມີປະໂຫຍດຫຍັງ ແລະ ຈະແມ່ນແຕ່ສ້າງບັນຫາຢ່າງຫຼວງຫຼາຍ ແລະ ຍັງຈະສົ່ງຜົນກະທົບຕໍ່ການເພາະປູກຄົນອື່ນນຳອີກ; ຜົນໄດ້ຮັບຈະບໍ່ຄຸ້ມຄ່າກັບຄວາມເສຍຫາຍບໍ່ແມ່ນບໍ? (ແມ່ນ.)
ບາງຄົນ, ຍ້ອນວ່າພວກເຂົາບໍ່ເຄີຍໄດ້ຮັບການສົ່ງເສີມ ຫຼື ຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າ, ຈຶ່ງເກີດມີແນວຄວາມຄິດໃນຫົວ ແລະ ເວົ້າວ່າ: “ເປັນຫຍັງເບື້ອງເທິງຈຶ່ງບໍ່ເຄີຍສັງເກດເຫັນຂ້ອຍ? ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ເຄີຍສົ່ງເສີມ ແລະ ເພາະປູກຂ້ອຍ? ມັນບໍ່ຍຸຕິທຳ!” ເອົາລະ, ກ່ອນອື່ນ ເຈົ້າຄວນຊັ່ງຊາເບິ່ງວ່າເຈົ້າສາມາດເຊື່ອຟັງ ຫຼື ບໍ່ ແລະ ເຈົ້າສາມາດອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າໄດ້ ຫຼື ບໍ່. ປະການທີສອງ, ເຈົ້າຄວນຊັ່ງຊາເບິ່ງວ່າເຈົ້າບັນລຸເກນສາມຢ່າງທີ່ເຮືອນຂອງພຣະເຈົ້າກຳນົດສຳລັບການສົ່ງເສີມ ແລະ ເພາະປູກຜູ້ຄົນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່ ນັ້ນກໍຄື ການສາມາດຢັ່ງຮູ້ຄວາມຈິງ, ການແບກຮັບພາລະ ແລະ ການມີຄວາມສາມາດໃນການເຮັດວຽກ. ຖ້າເຈົ້າບັນລຸເກນເຫຼົ່ານີ້, ບໍ່ຊ້າກໍໄວ ເຈົ້າກໍຈະມີໂອກາດໄດ້ຮັບການສົ່ງເສີມ, ຖືກເພາະປູກ ແລະ ຖືກນໍາໃຊ້. ເພື່ອໃຫ້ເຮືອນຂອງພຣະເຈົາສົ່ງເສີມເຈົ້າ, ມີຫຼາຍສິ່ງທີ່ຮຽກຮ້ອງຈາກເຈົ້າ. ແລ້ວສິ່ງເຫຼົ່ານີ້ແມ່ນຫຍັງ? ເຈົ້າຕ້ອງປະຕິບັດຕາມຫຼັກການ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ; ເຈົ້າຕ້ອງເຮັດໃນສິ່ງທີ່ຖືກຂໍໃຫ້ເຮັດ ແລະ ໃນວິທີການທີ່ຖືກຮ້ອງຂໍ, ດັ່ງນັ້ນ ຈຶ່ງເປັນການເພາະປູກເຈົ້າໃຫ້ຮຽນຮູ້ທີ່ຈະປະຕິບັດໃນລັກສະນະທີ່ມີຫຼັກການກ່ອນ ແລະ ຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ຄວາມຈິງ ແລະ ຮຽນຮູ້ທີ່ຈະຮ່ວມມືຢ່າງປອງດອງ. ໃນໄລຍະເວລາທີ່ເຈົ້າໄດ້ຮັບການເພາະປູກ, ບາງຄັ້ງເຮືອນຂອງພຣະເຈົ້າກໍຈະລິຮານເຈົ້າ; ບາງຄັ້ງກໍຈະຕຳນິເຈົ້າຢ່າງຮຸນແຮງ; ບາງຄັ້ງກໍຈະສອບຖາມເຖິງຄວາມຄືບໜ້າໃນວຽກງານຂອງເຈົ້າ; ບາງຄັ້ງກໍຈະຖາມເຈົ້າວ່າວຽກງານດຳເນີນໄປແນວໃດແທ້ ແລະ ຈະກວດສອບວຽກງານຂອງເຈົ້າ; ແລະ ບາງຄັ້ງ ກໍຈະທົດສອບວ່າມຸມມອງຂອງເຈົ້າຕໍ່ສິ່ງໃດໜຶ່ງເປັນແນວໃດ. ຈຸດປະສົງຂອງການທົດສອບເຫຼົ່ານີ້ບໍ່ແມ່ນເພື່ອເຮັດໃຫ້ສິ່ງຕ່າງໆຍາກສຳລັບເຈົ້າ, ແຕ່ເພື່ອເຮັດໃຫ້ເຈົ້າເຂົ້າໃຈວ່າ ໃນເລື່ອງເຫຼົ່ານີ້ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ທັດສະນະຄະຕິ ແລະ ຫຼັກການໃດທີ່ເຈົ້າຄວນມີ. ເຮືອນຂອງພຣະເຈົ້າເຮັດສິ່ງນີ້ເພື່ອຝຶກຝົນເຈົ້າ ແລະ ໃຫ້ເຈົ້າປະຕິບັດ. ແລ້ວຈຸດປະສົງ ແລະ ເປົ້າໝາຍຂອງການຝຶກຝົນຜູ້ຄົນແມ່ນຫຍັງ? ມັນຄືການເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງ. ຈຸດປະສົງຂອງການເຂົ້າໃຈຄວາມຈິງແມ່ນເພື່ອໃຫ້ຜູ້ຄົນສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ປະຕິບັດຕາມຫຼັກການ, ເພື່ອຮັກສາຖານະຂອງຕົນ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ ແລະ ໃນຂະບວນການຂອງການປະຕິບັດໜ້າທີ່ຂອງຕົນ ແມ່ນເພື່ອເຂົ້າສູ່ຄວາມຈິງຄວາມເປັນຈິງທີ່ແຕກຕ່າງກັນ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ເຮືອນຂອງພຣະເຈົ້າຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກໃນວິທີນີ້. ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງ, ກໍມີຄວາມຫວັງທີ່ພວກເຂົາຈະສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າໃຈຄວາມຈິງ. ຍິ່ງຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ຄົນທີ່ພວກເຂົານໍາພາກໍຍິ່ງມີຄວາມຫວັງທີ່ຈະເຂົ້າໃຈຄວາມຈິງຫຼາຍສໍ່ານັ້ນ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກຳແໜ້ນຫຼັກການຄວາມຈິງໃນວຽກງານຂອງພວກເຂົາ, ຜູ້ທີ່ພວກເຂົານໍາພາກໍສາມາດກຳແໜ້ນຫຼັກການ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງໃນວຽກງານຂອງພວກເຂົາໄດ້ເຊັ່ນກັນ. ດັ່ງນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຜ່ານການຝຶກຝົນຕ້ອງມີຄວາມສາມາດທີ່ດີກວ່າຄົນອື່ນ. ພວກເຂົາຖືກເຮັດໃຫ້ສາມາດເຂົ້າໃຈຫຼັກການຄວາມຈິງກ່ອນ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງກ່ອນ ແລະ ຈາກນັ້ນ ພວກເຂົາກໍນໍາພາຄົນຈໍານວນຫຼາຍຂຶ້ນໃນການເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ເຂົ້າໃຈຫຼັກການຄວາມຈິງ. ພວກເຈົ້າຄິດແນວໃດກັບວິທີການດັ່ງກ່າວ? (ມັນດີ.) ຄົນດັ່ງກ່າວອາດຈະບໍ່ມີການສຶກສາດີ ຫຼື ມີຄວາມສາມາດໃນການສື່ສານຢ່າງຄ່ອງແຄ້ວ ຫຼື ເຂົ້າໃຈຫຼາຍກ່ຽວກັບເຕັກໂນໂລຊີ ຫຼື ສະຖານະການບ້ານເມືອງ ແລະ ການເມືອງໃນປັດຈຸບັນ. ພວກເຂົາອາດຈະບໍ່ຊຳນານປານໃດໃນວິຊາຊີບໃດໜຶ່ງ. ແຕ່ພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ຫຼັງຈາກໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາກໍສາມາດປະຕິບັດ ແລະ ມີປະສົບການກັບພຣະທຳເຫຼົ່ານັ້ນ ແລະ ສາມາດຄົ້ນພົບຫຼັກການຄວາມຈິງ ແລະ ສາມາດນໍາພາຄົນຈໍານວນຫຼາຍຂຶ້ນໃນການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ຍຶດໝັ້ນໃນຫຼັກການຄວາມຈິງ. ນີ້ຄືຜູ້ທີ່ພວກເຮົາໝາຍເຖິງ ເມື່ອເວົ້າເຖິງປະເພດຂອງຄົນທີ່ມີຄວາມສາມາດພິເສດ ເຊິ່ງໄດ້ຮັບການສົ່ງເສີມ ແລະ ເພາະປູກໃຫ້ຮັບໃຊ້ເປັນຜູ້ນໍາ. ສິ່ງນີ້ເປັນນາມມະທຳບໍ່? (ບໍ່, ມັນບໍ່ເປັນນາມມະທຳ.) ບາງຄົນອາດຈະຖາມວ່າ: “ເຈົ້າເວົ້າເຖິງຄົນທີ່ມີຄວາມສາມາດພິເສດ, ແລ້ວພວກເຂົາແມ່ນຊົນຊັ້ນສູງຂອງສັງຄົມບໍ? ພວກເຂົາຕ້ອງເຄີຍດຳເນີນທຸລະກິດບາງປະເພດ ຫຼື ເຄີຍເປັນຊີອີໂອ ຫຼື ຜູ້ປະກອບການບາງປະເພດໃນສັງຄົມມາກ່ອນບໍ? ພວກເຂົາແມ່ນນັກການເມືອງທີ່ມີພື້ນຖານທາງການເມືອງ ຫຼື ເປັນຜູ້ທີ່ມີຄວາມສາມາດພິເສດທາງທຸລະກິດ ຫຼື ເປັນຜູ້ທີ່ມີຄວາມສາມາດພິເສດໃນວົງການສິລະປະ ແລະ ວັນນະຄະດີບໍ? ພວກເຂົາແມ່ນຄົນທີ່ມີພອນສະຫວັນເປັນພິເສດບໍ?” ຄົນທີ່ມີຄວາມສາມາດພິເສດທີ່ຖືກກ່າວເຖິງໃນເຮືອນຂອງພຣະເຈົ້ານັ້ນແຕກຕ່າງຈາກຄົນທີ່ມີຄວາມສາມາດພິເສດໃນໂລກ. ຄຳວ່າ “ຄົນທີ່ມີຄວາມສາມາດພິເສດ” ທີ່ພວກເຮົາເວົ້າເຖິງນີ້ໝາຍຄວາມວ່າແນວໃດ? ມັນໝາຍເຖິງການສາມາດເຂົ້າໃຈຄວາມຈິງ ແລະ ການສາມາດນໍາພາຜູ້ຄົນເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ຮູ້ວິທີການແຍກແຍະຄົນປະເພດຕ່າງໆ ແລະ ວິທີການແກ້ໄຂສະພາວະ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ຜູ້ຄົນພົບພໍ້ກັບຕົນເອງ ແລະ ມີມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງເມື່ອພົບພໍ້ກັບບັນຫາ ແລະ ມີມຸມມອງ ແລະ ທັດສະນະຄະຕິທີ່ຄົນທີ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງຄວນມີ. ມັນບໍ່ໄດ້ໝາຍເຖິງຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ຄົນທີ່ໜ້າຊື່ໃຈຄົດ ຫຼື ຄົນທີ່ເວົ້າຈາໃຫຍ່ໂຕ ແລະ ພົ່ນຄຳເວົ້າທີ່ສວຍງາມແຕ່ໄຮ້ສາລະອອກມາ. ແຕ່ມັນໝາຍເຖິງຄົນທີ່ມີຄວາມຈິງຄວາມເປັນຈິງ. ນີ້ຄືຄວາມໝາຍຂອງ “ຄົນທີ່ມີຄວາມສາມາດພິເສດ”. ສິ່ງນີ້ວ່າງເປົ່າບໍ? (ບໍ່.) ເກນເກນເຫຼົ່ານີ້ທີ່ເຮືອນຂອງພຣະເຈົ້າຮຽກຮ້ອງຈາກຄົນທີ່ມີຄວາມສາມາດພິເສດປະເພດນີ້ ເຊິ່ງເຮືອນຂອງພຣະເຈົ້າສົ່ງເສີມ ແລະ ເພາະປູກໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກນັ້ນບໍ່ເປັນຈິງຫຼາຍບໍ? (ແມ່ນ.) ເປັນຈິງທີ່ສຸດ! ຜູ້ຖືກຄັດເລືອກດັ່ງກ່າວບໍ່ຈຳເປັນຕ້ອງມີວຸດທິການສຶກສາຂັ້ນສູງ, ແຕ່ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ບາງຄົນອາດຈະເວົ້າວ່າ: “ຖ້າພວກເຂົາບໍ່ຈຳເປັນຕ້ອງມີວຸດທິການສຶກສາຂັ້ນສູງ, ມັນຈະເປັນຫຍັງບໍຖ້າພວກເຂົາບໍ່ຮູ້ໜັງສື?” ການອ່ານພຣະທຳຂອງພຣະເຈົ້າຄົງຈະເປັນໄປບໍ່ໄດ້ຖ້າບໍ່ມີການສຶກສາເລີຍ. ພວກເຂົາຈຳເປັນຕ້ອງເຂົ້າໃຈຄຳທີ່ຂຽນໄວ້, ແຕ່ພວກເຂົາບໍ່ຈຳເປັນຕ້ອງມີວຸດທິການສຶກສາຂັ້ນສູງ. ຜູ້ທີ່ໄດ້ຮັບການສົ່ງເສີມໃນເຮືອນຂອງພຣະເຈົ້າລວມມີຜູ້ທີ່ຮຽນຈົບມັດທະຍົມປາຍ, ຜູ້ທີ່ຮຽນຈົບມະຫາວິທະຍາໄລ ແລະ ຜູ້ທີ່ຮຽນຈົບປະລິນຍາເອກ, ດັ່ງນັ້ນ ຈຶ່ງບໍ່ມີຂໍ້ຈຳກັດໃນເລື່ອງລະດັບການສຶກສາ. ນອກຈາກນີ້, ກໍບໍ່ມີຂໍ້ຈຳກັດກ່ຽວກັບສະຖານະທາງສັງຄົມຂອງຄົນໃດໜຶ່ງເຊັ່ນກັນ. ຕັ້ງແຕ່ຊາວນາ ແລະ ປັນຍາຊົນ ໄປຈົນເຖິງນັກທຸລະກິດ ແລະ ແມ່ເຮືອນ, ຍິນດີຕ້ອນຮັບຄົນທຸກປະເພດ. ນອກຈາກຈະບໍ່ມີຂໍ້ຈຳກັດກ່ຽວກັບລະດັບການສຶກສາ ແລະ ສະຖານະທາງສັງຄົມແລ້ວ, ເກນທີ່ຈຳເປັນກໍຄືເກນຫຼາຍຢ່າງທີ່ເຮົາໄດ້ເວົ້າເຖິງ. ສິ່ງນັ້ນສົມເຫດສົມຜົນບໍ? (ແມ່ນ.) ສົມເຫດສົມຜົນທີ່ສຸດ! ຕອນນີ້ພວກເຈົ້າເຂົ້າໃຈຕື່ມເລັກນ້ອຍແລ້ວບໍກ່ຽວກັບສິ່ງທີ່ເຮົາໝາຍເຖິງໂດຍ “ຄົນທີ່ມີຄວາມສາມາດພິເສດທີ່ເຮືອນຂອງພຣະເຈົາສົ່ງເສີມ ແລະ ເພາະປູກ”? (ແມ່ນ.) ຄົນທີ່ບັນລຸເກນຫຼາຍຢ່າງເຫຼົ່ານີ້ຂອງການສາມາດຢັ່ງຮູ້ຄວາມຈິງ, ການແບກຮັບພາລະ ແລະ ການມີຄວາມສາມາດໃນການເຮັດວຽກ ຄືຜູ້ຖືກຄັດເລືອກສຳລັບການສົ່ງເສີມ ແລະ ການເພາະປູກໂດຍເຮືອນຂອງພຣະເຈົ້າ. ຖ້າພວກເຂົາບັນລຸເກນເຫຼົ່ານີ້, ພວກເຂົາກໍມີຄຸນສົມບັດ. ສ່ວນເລື່ອງອື່ນໆ ເຊັ່ນ: ການສຶກສາ, ພື້ນຖານຄອບຄົວ, ສະຖານະທາງສັງຄົມ, ຮູບຮ່າງໜ້າຕາ ແລະ ອື່ນໆ, ຂໍ້ກຳນົດບໍ່ໄດ້ສູງປານນັ້ນ. ນີ້ຄືເລື່ອງກ່ຽວກັບການສົ່ງເສີມ ແລະ ການເພາະປູກຜູ້ຄົນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ.
ພວກເຮົາກໍຫາກໍໂອ້ລົມກັນກ່ຽວກັບເກນຫຼາຍຢ່າງທີ່ຄົນທີ່ມີຄວາມສາມາດພິເສດທີ່ມີທັກສະ ຫຼື ວິຊາຊີບຄວນບັນລຸ ເພື່ອທີ່ຈະໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກ ນັ້ນກໍຄື ພວກເຂົາຄວນຮັກສິ່ງທີ່ເປັນບວກ ແລະ ສາມາດຍອມຮັບຄວາມຈິງ, ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ, ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ, ທົນທຸກຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໂດຍບໍ່ມີການຈົ່ມວ່າ ແລະ ຢ່າງໜ້ອຍທີ່ສຸດກໍບໍ່ເຮັດຄວາມຊົ່ວ. ເກນຫຼາຍຢ່າງເຫຼົ່ານີ້ແມ່ນສິ່ງຈຳເປັນເມື່ອເວົ້າເຖິງຄົນເຫຼົ່ານີ້. ຖ້າຊັ້ນ ຈຸດປະສົງຂອງການສົ່ງເສີມ ແລະ ເພາະປູກຄົນເຫຼົ່ານີ້ແມ່ນຫຍັງ? ໃນທຳນອງດຽວກັນ, ມັນແມ່ນເພື່ອວ່າເມື່ອໃດກໍຕາມທີ່ຄົນເຫຼົ່ານີ້ພົບພໍ້ບັນຫາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດວຽກງານສະເພາະ, ພວກເຂົາກໍສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ກະທຳຕາມຫຼັກການ. ໃນຂະບວນການຂອງການປະຕິບັດການເຂົ້າສູ່, ພວກເຂົາກຳລັງໄດ້ຮັບການຝຶກຝົນ ແລະ ຖືກຄວບຄຸມໂດຍບໍ່ຮູ້ຕົວ ແລະ ປະຕິບັດການປ່ອຍວາງເຈດຕະນາຂອງຕົນເອງ, ແກ້ໄຂມຸມມອງທີ່ຜິດ ແລະ ຜິດເຂວຂອງຊາວໂລກ, ປ່ອຍວາງຄວາມຄິດບາງຢ່າງແບບເດັກນ້ອຍ ແລະ ປ່ອຍວາງອະຄະຕິ, ແນວຄິດ ແລະ ຈິນຕະນາການທີ່ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງຕ່າງໆໃນທຳນອງນັ້ນ. ແນ່ນອນວ່າ ບໍ່ວ່າຈະແນວໃດກໍຕາມ, ຂະບວນການຂອງການປະຕິບັດນີ້ແມ່ນມີເຈດຕະນາທີ່ຈະເຮັດໃຫ້ຜູ້ຄົນຄ່ອຍໆເຂົ້າໃຈຄວາມຈິງ, ຮຽນຮູ້ທີ່ຈະອ່ອນນ້ອມ ແລະ ຮຽນຮູ້ທີ່ຈະເຂົ້າສູ່ຄວາມຈິງຄວາມເປັນຈິງຕ່າງໆ. ໃນຂະບວນການຮຽນຮູ້, ພວກເຂົາຄ່ອຍໆຊ່ຽວຊານຫຼັກການຄວາມຈິງ, ມາຮູ້ວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ ແລະ ການປະຕິບັດຄວາມຈິງໝາຍຄວາມວ່າແນວໃດ ແລະ ການປະຕິບັດໜ້າທີ່ຂອງຄົນໆໜຶ່ງໝາຍຄວາມວ່າແນວໃດ ແລະ ໃນທີ່ສຸດ ພວກເຂົາກໍຄ່ອຍໆເຂົ້າໃຈວ່າ ພວກເຂົາຄວນເຮັດສິ່ງໃດເພື່ອປະຕິບັດໜ້າທີ່ຂອງຕົນໃນວິທີທີ່ໄດ້ມາດຕະຖານ, ພວກເຂົາຄວນເຮັດສິ່ງຕ່າງໆແນວໃດໃນແບບທີ່ຜູ້ເຊື່ອຄວນເຮັດ ແລະ ອື່ນໆ, ສິ່ງທັງໝົດນີ້ແມ່ນສິ່ງທີ່ຜູ້ຄົນຄ່ອຍໆເຂົ້າສູ່ ຫຼັງຈາກທີ່ພວກເຂົາໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກ. ຂະບວນການຂອງການຄ່ອຍໆເຂົ້າສູ່ຂອງຜູ້ຄົນຄືຂະບວນການຂອງການຖືກເພາະປູກ ແລະ ຂະບວນການຂອງການຖືກເພາະປູກ ທີ່ຈິງແລ້ວຄືຂະບວນການທີ່ຜູ້ຄົນປະຕິບັດການເຂົ້າສູ່ຄວາມຈິງຄວາມເປັນຈິງ. ແຕ່ຖ້າເຈົ້າບໍ່ໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກ ແລະ ເຈົ້າພຽງແຕ່ກະທຳຕົວເປັນຜູ້ເຊື່ອທຳມະດາທີ່ເຂົ້າຮ່ວມການເຕົ້າໂຮມ, ອ່ານພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບຄວາມຈິງ ຫຼື ຮຽນຮ້ອງເພງສັນລະເສີນ, ໂດຍການເຊື່ອໃນພຣະເຈົ້າດ້ວຍວິທີນີ້ ເຈົ້າບໍ່ໄດ້ບັນລຸໜ້າທີ່ຂອງເຈົ້າຢ່າງແທ້ຈິງໃນຖານະສິ່ງທີ່ຖືກສ້າງ, ສະນັ້ນ ເຈົ້າຈຶ່ງຍັງຫ່າງໄກຈາກການປະຕິບັດໜ້າທີ່ຂອງເຈົ້າໃນວິທີທີ່ໄດ້ມາດຕະຖານ. ເຈົ້າບໍ່ຈະແຈ້ງດ້ວຍຊໍ້າວ່າຫຼັກການໃດທີ່ເຈົ້າຄວນກຳແໜ້ນໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ສາມາດເວົ້າໄດ້ພຽງແຕ່ຫຼັກຄຳສອນ ແລະ ຄຳຂວັນບາງຢ່າງເທົ່ານັ້ນ; ດ້ວຍເຫດນັ້ນ, ເຈົ້າຍັງບໍ່ໄດ້ເຂົ້າສູ່ຄວາມຈິງຄວາມເປັນຈິງເທື່ອ ແລະ ທາງເຂົ້າຊີວິດຂອງເຈົ້າກໍຊັກຊ້າ. ໃນທຳນອງດຽວກັນ, ຈຸດປະສົງ ແລະ ເປົ້າໝາຍຂອງການສົ່ງເສີມ ແລະ ການເພາະປູກຄົນເຫຼົ່ານີ້ທີ່ມີສ່ວນຮ່ວມໃນວຽກງານວິຊາຊີບ ກໍເພື່ອວ່າພວກເຂົາຈະເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ໄວຂຶ້ນ ແລະ ໄດ້ຮັບການກຳແໜ້ນຫຼັກການຄວາມຈິງທີ່ດີກວ່າ ແລະ ຖືກຕ້ອງກວ່າ. ຜູ້ທີ່ສາມາດກຳແໜ້ນຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ ຄົນເຫຼົ່ານີ້ຄືຄົນທີ່ມີຄວາມສາມາດພິເສດທີ່ໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກໂດຍເຮືອນຂອງພຣະເຈົ້າ. ຄົນທີ່ມີຄວາມສາມາດພິເສດປະເພດນີ້ໝາຍເຖິງຫຍັງ? ມັນໝາຍເຖິງຜູ້ທີ່ ບົນພື້ນຖານຂອງການຮັກສິ່ງທີ່ເປັນບວກ ແລະ ສາມາດທົນທຸກຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາ ແລະ ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ ແລະ ບໍ່ແມ່ນຄົນຊົ່ວຊ້າ ໄດ້ບັນລຸຄວາມເຂົ້າໃຈຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າພໍສົມຄວນ. ນີ້ຄືຄົນທີ່ມີຄວາມສາມາດພິເສດປະເພດທີສອງທີ່ເຮົາເວົ້າເຖິງ. ຂໍ້ກຳນົດສຳລັບພວກເຂົາກໍເປັນຈິງເຊັ່ນກັນ, ລະອຽດພຽງພໍ ແລະ ບໍ່ເປັຍນາມມະທຳ. ດັ່ງນັ້ນ ຄົນທີ່ມີຄວາມສາມາດພິເສດປະເພດນີ້ຈຳເປັນຕ້ອງເປັນຊົນຊັ້ນສູງຂອງສັງຄົມ ແລະ ມີປະສົບການທາງສັງຄົມ ແລະ ມີວຸດທິການສຶກສາໃນລະດັບໜຶ່ງ ແລະ ມີສະຖານະທາງສັງຄົມໃນລະດັບໃດໜຶ່ງບໍ? (ບໍ່.) ເຮືອນຂອງພຣະເຈົ້າບໍ່ເຄີຍຮຽກຮ້ອງໃຫ້ຜູ້ຄົນມີສະຖານະທາງສັງຄົມ, ຊື່ສຽງ, ວຸດທິການສຶກສາ ຫຼື ລະດັບຄວາມຮູ້ທີ່ສູງ ສິ່ງເຫຼົ່ານີ້ບໍ່ເຄີຍເປັນສິ່ງທີ່ຈຳເປັນ. ເມື່ອສົ່ງເສີມ ແລະ ເພາະປູກຜູ້ຄົນ, ເຮືອນຂອງພຣະເຈົ້າບໍ່ເບິ່ງທີ່ຮູບຮ່າງໜ້າຕາຂອງພວກເຂົາ, ນັ້ນກໍຄື ບໍ່ເບິ່ງວ່າພວກເຂົາຂີ້ຮ້າຍ ຫຼື ໜ້າຕາດີສໍ່າໃດ. ນອກຈາກການບໍ່ສົ່ງເສີມຄົນປະເພດທີ່ເບິ່ງຄືກັບຜູ້ບໍ່ມີຄວາມເຊື່ອ ຫຼື ຜູ້ທີ່ມີຮູບຮ່າງໜ້າຕາທີ່ຂີ້ຮ້າຍ ຫຼື ຊົ່ວຊ້າແລ້ວ, ເກນອື່ນໆກໍຄືສິ່ງທີ່ເຮົາຫາກໍກ່າວເຖິງ ເຊິ່ງສິ່ງເຫຼົ່ານີ້ເປັນຈິງທີ່ສຸດ. ເມື່ອຜູ້ບໍ່ມີຄວາມເຊື່ອສົ່ງເສີມຄົນໃດໜຶ່ງ, ກ່ອນອື່ນໝົດ ພວກເຂົາຈະເບິ່ງຮູບຮ່າງໜ້າຕາຂອງຄົນໆນັ້ນ; ຜູ້ຊາຍຕ້ອງຫຼໍ່, ຄືກັບເຈົ້າໜ້າທີ່ ແລະ ຜູ້ຍິງຕ້ອງງາມ, ຄືກັບນາງຟ້າ. ນອກຈາກນັ້ນ, ພວກເຂົາຍັງປຽບທຽບວຸດທິການສຶກສາ, ສະຖານະທາງສັງຄົມ, ພື້ນຖານຄອບຄົວ ແລະ ເລ່ຫຼ່ຽມຂອງຜູ້ຄົນ. ຖ້າເຈົ້າມີວຸດທິການສຶກສາສູງ ແຕ່ບໍ່ມີເລ່ຫຼ່ຽມ, ນັ້ນກໍຈະບໍ່ໄດ້ການຄືກັນ, ເຈົ້າຈະບໍ່ມີວັນຖືກສົ່ງເສີມ ແລະ ບໍ່ມີໃຜທີ່ຈະເບິ່ງເຈົ້າໃນແງ່ດີ. ຖ້າເຈົ້າມີວຸດທິການສຶກສາສູງ ແລະ ພອນສະຫວັນທີ່ແທ້ຈິງ, ແຕ່ໜ້າຕາບໍ່ຄ່ອຍດີປານໃດ ແລະ ໂຕເຕ້ຍ ແລະ ບໍ່ຮູ້ຈັກວິທີປະຈົບປະແຈງ ຫຼື ເຂົ້າຫາຫົວໜ້າສາຍງານຂອງເຈົ້າ, ແລ້ວເຈົ້າຈະບໍ່ມີວັນຖືກສົ່ງເສີມ ຫຼື ຖືກເພາະປູກຕະຫຼອດຊີວິດຂອງເຈົ້າ ແລະ ບໍ່ມີໃຜທີ່ຈະຄົ້ນພົບເຈົ້າ. ສະນັ້ນ, ຜູ້ບໍ່ມີຄວາມເຊື່ອຈຶ່ງມີຄຳເວົ້ານີ້ເຊິ່ງກ່າວວ່າ: “ມ້າໄວນັ້ນມີຫຼາຍ, ແຕ່ຄົນທີ່ເບິ່ງມ້າເປັນນັ້ນມີໜ້ອຍ”. ຄຳນີ້ເປັນຄວາມຈິງໃນເຮືອນຂອງພຣະເຈົ້າບໍ? (ບໍ່, ມັນບໍ່ເປັນຄວາມຈິງ.) ຖ້າຊັ້ນ ຄຳເວົ້າທີ່ວ່າ “ຄຳແທ້ຍ່ອມມີວັນເປັ່ງປະກາຍ” ນັ້ນເປັນຄວາມຈິງບໍ? ມັນໃຊ້ໄດ້ບໍ? (ບໍ່.) ຄົນທີ່ບໍ່ເອົາຈິງເອົາຈັງ ແລະ ບໍ່ຍອມໃຜມັກຈະເວົ້າຄຳນີ້. ການຢາກເປັ່ງປະກາຍຢູ່ສະເໝີ ນີ້ຄືຄວາມທະເຍີທະຍານຂອງມະນຸດ. ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ຖືກເພາະປູກໂດຍເຮືອນຂອງພຣະເຈົ້າບໍ່ແມ່ນຄຳ, ພວກເຂົາເປັນພຽງຄົນທຳມະດາ. ການສົ່ງເສີມ ແລະ ການເພາະປູກທີ່ເຮົາເວົ້າເຖິງເປັນພຽງການເວົ້າແບບໜຶ່ງ; ທີ່ຈິງແລ້ວ, ສິ່ງນີ້ໝາຍເຖິງການຖືກພຣະເຈົ້າເຊີດຊູ. ໃນຖານະສິ່ງທີ່ຖືກສ້າງ, ເຈົ້າເປັນຄຳຢູ່ຕໍ່ໜ້າພຣະຜູ້ສ້າງບໍ? ເຈົ້າເປັນພຽງຂີ້ຝຸ່ນ, ເຈົ້າບໍ່ແມ່ນແມ່ນແຕ່ທອງແດງ ຫຼື ເຫຼັກ. ເປັນຫຍັງເຮົາຈຶ່ງເວົ້າວ່າເຈົ້າເປັນຂີ້ຝຸ່ນແທນທີ່ຈະເປັນຄຳ? ບໍ່ມີຫຍັງທີ່ໜ້າຊື່ນຊົມກ່ຽວກັບຜູ້ຄົນ. ບາງຄົນອາດຈະຖາມວ່າ: “ສິ່ງທີ່ພຣະອົງເວົ້ານັ້ນບໍ່ຂັດແຍ້ງກັນບໍ? ພຣະອົງບໍ່ໄດ້ຫາກໍເວົ້າບໍວ່າ ຄົນໃດໜຶ່ງສາມາດຖືກສົ່ງເສີມໄດ້ ຖ້າພວກເຂົາບັນລຸເກນຂອງການຮັກສິ່ງທີ່ເປັນບວກ?” ໃນຖານະທີ່ເປັນຄົນ, ເຈົ້າບໍ່ຄວນຮັກສິ່ງທີ່ເປັນບວກບໍ? ຖ້າເຈົ້າຮັກສິ່ງທີ່ເປັນບວກເລັກນ້ອຍ, ນັ້ນເຮັດໃຫ້ເຈົ້າເປັນຄຳບໍ? ນັ້ນເຮັດໃຫ້ເຈົ້າເປັ່ງປະກາຍບໍ? ຖ້າເຈົ້າຮັກສິ່ງທີ່ເປັນບວກເລັກນ້ອຍ, ມັນໝາຍຄວາມວ່າເຈົ້າມີຄວາມຈິງບໍ? ມີພຽງແຕ່ການມີຄວາມຈິງເທົ່ານັ້ນ ຄົນຈຶ່ງຈະເປັ່ງປະກາຍ. ຖ້າເຈົ້າບໍ່ມີຄວາມຈິງ, ຈະເວົ້າໄດ້ແນວໃດວ່າເຈົ້າເປັ່ງປະກາຍ? ຄວາມຈິງກໍຄື ສິ່ງທີ່ຖືກສ້າງບໍ່ເຂົ້າໃຈຄວາມຈິງໃດໆເລີຍ. ການມີຄວາມເປັນມະນຸດບາງຢ່າງ ແລະ ຂີດຄວາມສາມາດ ແລະ ຄວາມສາມາດໃນການຢັ່ງຮູ້ຄວາມຈິງບາງຢ່າງ ບໍ່ໄດ້ໝາຍຄວາມວ່າຄົນນັ້ນມີຄວາມຈິງໂດຍທຳມະຊາດ. ຜູ້ຄົນບໍ່ໄດ້ມີຄວາມຈິງ ແລະ ເຖິງແມ່ນວ່າຄວາມເປັນມະນຸດຂອງພວກເຂົາຈະທ່ຽງທຳ ຫຼື ໃຈດີ, ສິ່ງເຫຼົ່ານີ້ກໍບໍ່ແມ່ນຄວາມຈິງ, ພວກມັນເປັນພຽງຄຸນສົມບັດທີ່ຄວາມເປັນມະນຸດປົກກະຕິຄວນມີ. ສະນັ້ນ, ຢ່າເວົ້າເຖິງເລື່ອງການເປັ່ງປະກາຍ. ດັ່ງນັ້ນ, ເມື່ອໃດຄົນໃດໜຶ່ງຈຶ່ງຈະສາມາດເປັ່ງປະກາຍໄດ້ເລັກນ້ອຍ? ເມື່ອພວກເຂົາສາມາດກ່າວຖ້ອຍຄຳຂອງໂຢບທີ່ວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:20-21), ນັ້ນຄືຕອນທີ່ສາມາດເວົ້າໄດ້ວ່າພວກເຂົາເປັ່ງປະກາຍເລັກນ້ອຍ ແລະ ດຳເນີນຊີວິດຢູ່ໃນຄວາມສະຫວ່າງ. ເມື່ອເຈົ້າສາມາດໃຊ້ຄວາມຈິງຄວາມເປັນຈິງທີ່ເຈົ້າມີ ແລະ ຄວາມຈິງທີ່ເຈົ້າເຂົ້າໃຈ ເພື່ອລ້ຽງດູ, ຄ້ຳຊູ ແລະ ນໍາພາຄົນອື່ນ, ເຊິ່ງຜ່ານສິ່ງນັ້ນ ພວກເຂົາສາມາດຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າ, ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັ່ງປະກາຍໄດ້ເລັກນ້ອຍ.
ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກເພາະປູກໂດຍເຮືອນຂອງພຣະເຈົ້າບໍ່ໄດ້ມີພອນສະຫວັນທີ່ເໜືອທຳມະຊາດ, ພວກເຂົາເປັນພຽງຄົນທຳມະດາທີ່ເສື່ອມຊາມ. ຕາບໃດທີ່ພວກເຂົາສາມາດຍອມຮັບຄວາມຈິງ, ເຊື່ອຟັງ ແລະ ອ່ອນນ້ອມ ແລະ ມີຄວາມສາມາດໃນລະດັບໜຶ່ງ, ແລ້ວເຮືອນຂອງພຣະເຈົ້າກໍຈະສົ່ງເສີມ ແລະ ເພາະປູກພວກເຂົາເປັນກໍລະນີພິເສດ. ເມື່ອເຮົາເວົ້າເຖິງການສົ່ງເສີມ ແລະ ເພາະປູກຜູ້ຄົນເປັນກໍລະນີພິເສດ, ນີ້ແມ່ນກ່ຽວກັບການຖືກພຣະເຈົ້າເຊີດຊ, ມັນແມ່ນກ່ຽວກັບການໃຫ້ໂອກາດແກ່ເຈົ້າທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການນໍາພາຂອງພຣະເຈົ້າ ແລະ ຍອມຮັບການທີ່ພຣະເຈົ້າເພາະປູກ ແລະ ຝຶກຝົນເຈົ້າ, ເພື່ອວ່າໃນລະຫວ່າງຊ່ວງເວລານີ້ ເຈົ້າຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ໄວເທົ່າທີ່ຈະໄວໄດ້ ແລະ ສາມາດກຳແໜ້ນຫຼັກການຄວາມຈິງໄດ້ຢ່າງຖືກຕ້ອງ, ປະຕິບັດໜ້າທີ່ຂອງເຈົ້າໃນວິທີທີ່ໄດ້ມາດຕະຖານ ແລະ ດຳເນີນຊີວິດທີ່ມີຄວາມເໝືອນມະນຸດ. ນີ້ຄືສິ່ງທີ່ຄຳວ່າ “ຄົນທີ່ມີຄວາມສາມາດພິເສດ” ໝາຍເຖິງໃນເຮືອນຂອງພຣະເຈົ້າ. ຄົນດັ່ງກ່າວບໍ່ໄດ້ຍິ່ງໃຫຍ່ ແລະ ໜ້າປະທັບໃຈແມ່ນແຕ່ໜ້ອຍດຽວ, ພວກເຂົາພຽງແຕ່ເຂົ້າໃຈຄວາມຈິງ ແລະ ມີຄວາມຈິງຄວາມເປັນຈິງ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງມີສະຕິ ແລະ ມີຄວາມຮັບຜິດຊອບ ແລະ ມີຄວາມຈິງໃຈເລັກນ້ອຍ ແລະ ສາມາດຈ່າຍລາຄາເລັກນ້ອຍ ແລະ ບໍ່ກະທຳຢ່າງບ້າບິ່ນບົນພື້ນຖານຂອງແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ໃນການສົ່ງເສີມ ແລະ ເພາະປູກຜູ້ຄົນທີ່ສາມາດບັນລຸເກນເຫຼົ່ານີ້ເປັນກໍລະນີພິເສດ ແລະ ຝຶກຝົນພວກເຂົາ, ມັນເໝາະສົມບໍທີ່ເຮືອນຂອງພຣະເຈົ້າຈະເຮັດສິ່ງນີ້? ມັນເປັນປະໂຫຍດຕໍ່ຜູ້ຄົນບໍ? ມັນເປັນປະໂຫຍດຢ່າງຍິ່ງຕໍ່ຜູ້ຄົນ! ເຊັ່ນດຽວກັນກັບຜູ້ເຊື່ອຄົນອື່ນໆ, ຜູ້ທີ່ຖືກສົ່ງເສີມ ແລະ ເພາະປູກ ກໍເຊື່ອໃນພຣະເຈົ້າ ແລະ ອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ເມື່ອປຽບທຽບກັບຜູ້ເຊື່ອຄົນອື່ນໆ, ພວກເຂົາຈະເຕີບໂຕໄວຂຶ້ນ ແລະ ໄດ້ຮັບຫຼາຍຂຶ້ນ. ພວກເຈົ້າຢາກໄດ້ຮັບຫຼາຍຂຶ້ນ ຫຼື ໄດ້ຮັບພຽງເລັກນ້ອຍ? (ໄດ້ຮັບຫຼາຍຂຶ້ນ.) ຄົນສ່ວນໃຫຍ່ມີຄວາມປາຖະໜານີ້ ເຊິ່ງໝາຍຄວາມວ່າພວກເຂົາຮັກສິ່ງທີ່ເປັນບວກ. ບາງຄັ້ງ ເຮົາໂອ້ລົມກັບບາງທີມກ່ຽວກັບທາງເຂົ້າຂອງຊີວິດ ແລະ ຂ້ອນຂ້າງມີຫຼາຍຄົນທີ່ໄປຟັງ ເຊິ່ງສະແດງໃຫ້ເຫັນວ່າຄົນສ່ວນໃຫຍ່ມີຄວາມປາຖະໜາທີ່ໂຫຍຫາຄວາມຈິງ ແລະ ເຕັມໃຈທີ່ຈະເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ຍັງເຕັມໃຈທີ່ຈະເຂົ້າສູ່ຄວາມຈິງຄວາມເປັນຈິງອີກດ້ວຍ. ໃນຕອນເລີ່ມຕົ້ນ, ເຮົາໄດ້ໂອ້ລົມກັບບາງຄົນ ແລະ ພວກເຂົາເຢັນຊາແທ້ໆ. ເຮົາເວົ້າເປັນເວລາດົນ ແຕ່ພວກເຂົາບໍ່ຕອບສະໜອງ ຫຼື ແມ່ນແຕ່ສະແດງຮອຍຍິ້ມເລັກນ້ອຍ. ຫຼັງຈາກທີ່ເຮົາໄດ້ຕິດຕໍ່ກັບພວກເຂົາເປັນເວລາໜຶ່ງປີ ຫຼື ສອງປີ, ພວກເຂົາສ່ວນໃຫຍ່ກໍເປັນທຳມະຊາດຫຼາຍຂຶ້ນໃນການສະແດງອອກທາງສີໜ້າຂອງພວກເຂົາ ແລະ ຕອບສະໜອງ ແລະ ເມື່ອເວລາຜ່ານໄປ ການຕອບສະໜອງຂອງພວກເຂົາກໍໄວຂຶ້ນ. ນັ້ນກໍຄື ພວກເຂົາປ່ຽນຈາກຄົນຕາຍມາເປັນຄົນເປັນ ແລະ ວິນຍານຂອງພວກເຂົາກໍຕື່ນຂຶ້ນ. ສິ່ງນີ້ບັນລຸໄດ້ແນວໃດ? ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ບໍ່ວ່າພວກເຂົາຈະຮັກສິ່ງທີ່ເປັນບວກຫຼາຍສໍ່າໃດ ຫຼື ພວກເຂົາສະຫຼາດ ຫຼື ມີຫົວຄິດຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຄົນຕາຍ. ບາງຄົນເລີ່ມຕົ້ນດ້ວຍການເປັນຄົນຫົວຊ້າ ແລະ ເບົາປັນຍາ, ບໍ່ມີໃຜໃນໂລກທີ່ເບິ່ງພວກເຂົາໃນແງ່ດີ ແລະ ພວກເຂົາບໍ່ໄດ້ຮຽນຮູ້ຫຼາຍ ແລະ ວິໄສທັດຂອງພວກເຂົາກໍບໍ່ກວ້າງໄກປານໃດ. ແຕ່ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ, ພວກເຂົາສາມາດເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ເບິ່ງເຫັນຫຼາຍສິ່ງຢ່າງຈະແຈ້ງ ແລະ ຈາກນັ້ນກໍໃຊ້ຊີວິດທີ່ເປັນຄວາມເໝືອນມະນຸດ ແລະ ດ້ວຍເຫດນັ້ນຈຶ່ງກາຍເປັນຄົນເປັນ. “ຄົນເປັນ” ໝາຍຄວາມວ່າແນວໃດ? ມັນບໍ່ແມ່ນກ່ຽວກັບວ່າຮ່າງກາຍຂອງເຈົ້າເປັນ ຫຼື ຕາຍ ຫຼື ວ່າຮ່າງກາຍຂອງເຈົ້າສາມາດເຄື່ອນໄຫວ ຫຼື ຫາຍໃຈໄດ້ ຫຼື ບໍ່, ແຕ່ແມ່ນກ່ຽວກັບວ່າວິນຍານຂອງເຈົ້າມີສະຕິຮູ້ສຶກຕົວ ແລະ ມີຄວາມຮູ້ສຶກໄວຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ຫຼື ບໍ່. ຄົນເປັນຕອບສະໜອງຕໍ່ຄວາມຈິງ ແລະ ຕໍ່ພຣະທຳຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາກໍມີສະຕິ, ມີເສັ້ນທາງ, ມີແຜນການ ແລະ ມີເປົ້າໝາຍ. ຄົນຕາຍບໍ່ມີການສະແດງອອກເຫຼົ່ານີ້. ສະນັ້ນ, ຖ້າເຮືອນຂອງພຣະເຈົ້າສົ່ງເສີມ ແລະ ເພາະປູກຄົນໃດໜຶ່ງ, ຄົນໆນີ້ກໍຈະໄດ້ຮັບຫຼາຍກວ່າ. ດັ່ງນັ້ນ ຄົນທີ່ບໍ່ບັນລຸເກນເຫຼົ່ານີ້ ແລະ ບໍ່ໄດ້ຖືກສົ່ງເສີມ ຫຼື ຖືກເພາະປູກ ຈະສາມາດໄດ້ຮັບຢ່າງພຽງພໍໄດ້ແນວໃດ? ພວກເຂົາຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງຢ່າງໄວວາໄດ້ແນວໃດ? ພວກເຂົາຕ້ອງຮຽນຮູ້ທີ່ຈະປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ, ບັນລຸຄວາມເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ຍັງສາມາດນຳໃຊ້ຄວາມຈິງເພື່ອແຍກແຍະຜູ້ຄົນ ແລະ ແກ້ໄຂບັນຫາ, ແລ້ວພວກເຂົາກໍຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້.
ບາງຄົນເວົ້າວ່າ: “ເນື່ອງຈາກວ່າເຮືອນຂອງພຣະເຈົ້າສົ່ງເສີມ ແລະ ເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດ ແລະ ອະນຸຍາດໃຫ້ພວກເຂົາເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ໄວເທົ່າທີ່ຈະໄວໄດ້, ນັ້ນບໍ່ໄດ້ໝາຍຄວາມວ່າຄົນທີ່ບໍ່ມີຄວາມສາມາດພິເສດບໍ່ສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ບໍ?” ການເວົ້າແບບນັ້ນຖືກຕ້ອງບໍ? (ບໍ່, ມັນຜິດ.) ຖ້າຊັ້ນ, ຫຼັງຈາກທີ່ໂອ້ລົມກັນກ່ຽວກັບຫົວຂໍ້ນີ້, ມັນເຮັດໃຫ້ບາງຄົນຕື່ນເຕັ້ນ ໃນຂະນະທີ່ເຮັດໃຫ້ຄົນອື່ນໝົດຫວັງ ແລະ ຜິດຫວັງບໍ? ຄົນໃດໜຶ່ງຄວນເບິ່ງເລື່ອງນີ້ໃນແງ່ນີ້: ຜູ້ທີ່ໄດ້ຮັບການສົ່ງເສີມ ແລະ ການເພາະປູກບໍ່ຄວນພູມໃຈ. ເຈົ້າບໍ່ມີຫຍັງທີ່ຈະອວດອ້າງ, ນີ້ຄືພຣະຄຸນ ແລະ ພຣະພອນຂອງພຣະເຈົ້າ. ເມື່ອພຣະເຈົ້າປະທານໃຫ້ເຈົ້າຫຼາຍ, ພຣະອົງກໍຂໍໃຫ້ເຈົ້າເສຍສະລະຕົນເອງໃຫ້ຫຼາຍຂຶ້ນເຊັ່ນກັນ. ຖ້າເຮືອນຂອງພຣະເຈົ້າສົ່ງເສີມ ແລະ ເພາະປູກເຈົ້າເປັນກໍລະນີພິເສດ, ມັນໝາຍຄວາມວ່າເຈົ້າຈຳເປັນຕ້ອງຈ່າຍລາຄາທີ່ສູງກວ່າ. ຖ້າເຈົ້າສາມາດທົນທຸກຕໍ່ຄວາມຍາກລຳບາກນີ້, ແນ່ນອນວ່າເຈົ້າຈະໄດ້ຮັບຫຼາຍຂຶ້ນ. ຖ້າເຈົ້າເວົ້າວ່າ: “ຂ້ອຍບໍ່ເຕັມໃຈທີ່ຈະທົນທຸກຕໍ່ຄວາມຍາກລຳບາກນີ້”, ແລ້ວເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ, ທັງບໍ່ໄດ້ຮັບພຣະພອນຂອງພຣະເຈົ້າ. ບາງຄົນເວົ້າວ່າ: “ຂ້ອຍຢາກໄດ້ຮັບສິ່ງເຫຼົ່ານັ້ນ ແຕ່ຂ້ອຍບໍ່ຄິດວ່າຂ້ອຍຈະເຮັດໄດ້ ເພາະເຮືອນຂອງພຣະເຈົ້າຈະບໍ່ສົ່ງເສີມ ແລະ ເພາະປູກຂ້ອຍເປັນກໍລະນີພິເສດ. ຂ້ອຍບໍ່ບັນລຸເກນ”. ມັນບໍ່ສຳຄັນວ່າເຈົ້າຈະບໍ່ບັນລຸເກນ ຫຼື ບໍ່. ຕາບໃດທີ່ເຈົ້າໄລ່ຕາມຄວາມຈິງ ແລະ ພະຍາຍາມຢ່າງໜັກໄປສູ່ຄວາມຈິງ, ພຣະເຈົ້າຈະບໍ່ປະຕິບັດຕໍ່ເຈົ້າຢ່າງບໍ່ຍຸຕິທຳ. ຄົນເຫຼົ່ານີ້ທີ່ຖືກສົ່ງເສີມ ແລະ ເພາະປູກພຽງແຕ່ສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ໄວກວ່າ ຍ້ອນຄວາມສາມາດຂອງພວກເຂົາ ແລະ ຍ້ອນເກນຕ່າງໆຂອງພວກເຂົາ. ແນວໃດກໍຕາມ, ການເຂົ້າສູ່ກ່ອນກຳນົດນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາເປັນພຽງຄົນກຸ່ມດຽວເທົ່ານັ້ນທີ່ສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້. ມັນພຽງແຕ່ໝາຍຄວາມວ່າ ພວກເຂົາສາມາດໄດ້ຮັບຫຼາຍຂຶ້ນເລັກນ້ອຍໄວກວ່າ ແລະ ສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ໄວກວ່າເລັກນ້ອຍ. ຜູ້ທີ່ບໍ່ໄດ້ຮັບການສົ່ງເສີມຈະຕາມຫຼັງພວກເຂົາເລັກນ້ອຍ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້. ບໍ່ວ່າຄົນໃດໜຶ່ງຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ ຫຼື ບໍ່ນັ້ນ ກໍຂຶ້ນກັບການໄລ່ຕາມຂອງພວກເຂົາ. ຄົນເຫຼົ່ານີ້ທີ່ຖືກສົ່ງເສີມ ແລະ ຖືກເພາະປູກສາມາດກຳແໜ້ນຫຼັກການຄວາມຈິງໄດ້ໄວຂຶ້ນ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ໄວຂຶ້ນໃນລະຫວ່າງຂະບວນການເພາະປູກ ເຊິ່ງເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ມັນຈຶ່ງຖືກຕ້ອງທີ່ຈະສົ່ງເສີມ ແລະ ເພາະປູກຄົນທີ່ຖືກພົບວ່າມີຄວາມສາມາດທີ່ດີ ແລະ ຮັກຄວາມຈິງ. ຖ້າຄົນໃດໜຶ່ງສາມາດພົບເຫັນຄົນເຫຼົ່ານີ້ ແລະ ສົ່ງເສີມ ແລະ ເພາະປູກພວກເຂົາ ໂດຍບໍ່ອິດສາພວກເຂົາ ຫຼື ເຮັດໃຫ້ພວກເຂົາຕົກຕໍ່າລົງ, ແຕ່ສະເໜີການດູແລໃຫ້ແກ່ພວກເຂົາແທນ, ແລ້ວພວກເຂົາກໍກຳລັງຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ຖ້າບາງຄົນອິດສາ ແລະ ກັງວົນວ່າຄົນເຫຼົ່ານີ້ດີກວ່າພວກເຂົາ ແລະ ລື່ນກາຍພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງກີດກັນຄົນເຫຼົ່ານີ້ ແລະ ເຮັດໃຫ້ພວກເຂົາຕົກຕ່ຳ, ນີ້ເປັນການກະທຳທີ່ຊົ່ວຮ້າຍຢ່າງຊັດເຈນ ແລະ ເປັນສິ່ງທີ່ພວກຕໍ່ຕ້ານພຣະຄຣິສມັກເຮັດຢູ່ສະເໝີ. ມີພຽງແຕ່ຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດໂຈມຕີ ແລະ ກີດກັນອ້າຍເອື້ອຍນ້ອງທັງຫຼາຍໄດ້.
ຄວາມເຂົ້າໃຈ ແລະ ທັດສະນະຄະຕິທີ່ຄົນໃດໜຶ່ງຄວນມີກ່ຽວກັບການສົ່ງເສີມ ແລະ ກາານເພາະປູກຜູ້ຄົນໂດຍເຮືອນຂອງພຣະເຈົ້າ
ສິ່ງທີ່ພວກເຮົາຫາກໍໂອ້ລົມກັນໄປກໍຄືຈຸດປະສົງຂອງເຮືອນຂອງພຣະເຈົ້າໃນການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດ. ບໍ່ວ່າວຽກງານປະເພດໃດທີ່ຜູ້ຖືກເລືອກສຳລັບການສົ່ງເສີມ ແລະ ການເພາະປູກເຮັດ ເຊັ່ນ: ວຽກງານດ້ານເຕັກນິກ, ວຽກງານທຳມະດາ ຫຼື ວຽກງານທົ່ວໄປຂອງຄຣິສຕະຈັກ, ໂດຍສັງເຂບແລ້ວ, ມັນລ້ວນແລ້ວແຕ່ເພື່ອເຮັດໃຫ້ພວກເຂົາເຂົ້າໃຈຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ໄດ້ມາດຕະຖານໄວເທົ່າທີ່ຈະໄວໄດ້ ເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ນີ້ຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ ແລະ ແນ່ນອນວ່າ ມັນຍັງເປັນສິ່ງທີ່ຈຳເປັນສຳລັບວຽກງານຂອງຄຣິສຕະຈັກອີກດ້ວຍ. ຕອນນີ້ພວກເຈົ້າເຂົ້າໃຈຄວາມສຳຄັນຂອງການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດໂດຍເຮືອນຂອງພຣະເຈົ້າແລ້ວບໍ? ຍັງມີຄວາມເຂົ້າໃຈຜິດໃດໆອີກບໍ່? (ບໍ່ມີ.) ບາງຄົນເວົ້າວ່າ: “ຕອນນີ້ຄົນຜູ້ນີ້ໄດ້ຖືກສົ່ງເສີມໃຫ້ເປັນຜູ້ນໍາ ແລະ ມີສະຖານະ, ພວກເຂົາບໍ່ແມ່ນຄົນທຳມະດາອີກຕໍ່ໄປ”. ການເວົ້າແບບນີ້ຖືກ ຫຼື ຜິດ? (ມັນຜິດ.) ຄົນອື່ນອາດຈະເວົ້າວ່າ: “ຜູ້ທີ່ເປັນຜູ້ນໍາມີສະຖານະ, ແຕ່ຢູ່ບ່ອນສູງນັ້ນມັນໂດດດ່ຽວ. ຍິ່ງປີນສູງເທົ່າໃດ, ກໍຍິ່ງຕົກແຮງເທົ່ານັ້ນ!” ການເວົ້າແບບນີ້ຖືກ ຫຼື ຜິດ? ມັນຜິດຢ່າງຊັດເຈນ. ຄຳເວົ້າທີ່ວ່າ “ຍິ່ງປີນສູງເທົ່າໃດ, ກໍຍິ່ງຕົກແຮງເທົ່ານັ້ນ” ໝາຍເຖິງຄົນປະເພດໃດ? ມັນໝາຍເຖິງຄົນທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ, ມັນໝາຍເຖິງພວກຕໍ່ຕ້ານພຣະຄຣິສ. ເມື່ອຜູ້ທີ່ ໄລ່ຕາມຄວາມຈິງກາຍເປັນຜູ້ນໍາ, ນັ້ນບໍ່ແມ່ນການປີນຂຶ້ນສູງ, ມັນຄືການທີ່ພຣະເຈົ້າເຊີດຊູພວກເຂົາຂຶ້ນເປັນກໍລະນີພິເສດ ແລະ ມັນຄືພຣະພອນຂອງພຣະເຈົ້າທີ່ວາງພາລະນີ້ໃສ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາເຮັດວຽກງານຜູ້ນໍາ. “ຍິ່ງປີນສູງເທົ່າໃດ, ກໍຍິ່ງຕົກແຮງເທົ່ານັ້ນ” ແມ່ນບົດສະຫຼຸບທີ່ຜູ້ບໍ່ມີຄວາມເຊື່ອໄດ້ສະຫຼຸບອອກມາ ແລະ ອະທິບາຍເຖິງຜົນສະທ້ອນຂອງຜູ້ບໍ່ມີຄວາມເຊື່ອທີ່ໄລ່ຕາມອາຊີບໃນການເປັນເຈົ້າໜ້າທີ່. ຜູ້ບໍ່ເຊື່ອເຫຼົ່ານັ້ນບໍ່ມີການແຍກແຍະ ແລະ ນໍາໃຊ້ຄຳເວົ້ານີ້ກັບຄົນຄິດບວກ ເຊິ່ງເປັນຄວາມຜິດພາດທີ່ຮ້າຍແຮງ. ຄົນອື່ນອາດຈະເວົ້າວ່າ: “ລາວເກີດຢູ່ໃນເຂດຊົນນະບົດ ແລະ ຕອນນີ້ລາວກາຍເປັນຜູ້ນໍາຄຣິສຕະຈັກ ເຊິ່ງເປັນນົກຫົງຄຳທີ່ບິນສູງຈາກຈຸດເລີ່ມຕົ້ນທີ່ຕໍ່າຕ້ອຍ”. ການເວົ້າແບບນີ້ຖືກ ຫຼື ຜິດ? ສິ່ງເຫຼົ່ານີ້ຄືຄຳເວົ້າຊົ່ວຊ້າຂອງຜູ້ບໍ່ມີຄວາມເຊື່ອ ແລະ ບໍ່ສາມາດນໍາໃຊ້ກັບຜູ້ຄົນທີ່ພຣະເຈົ້າເລືອກໄດ້. ໃນເຮືອນຂອງພຣະເຈົ້າ, ພຣະເຈົ້າອວຍພອນຜູ້ທີ່ສະແຫວງຫາຄວາມຈິງ, ຜູ້ທີ່ຊື່ສັດ, ຜູ້ທີ່ມີຈິດໃຈເມດຕາ ແລະ ຜູ້ທີ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ເມື່ອຄົນເຫຼົ່ານີ້ເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມເຕີບໂຕລະດັບໜຶ່ງ, ບໍ່ຊ້າກໍໄວ ພວກເຂົາກໍຈະຖືກສົ່ງເສີມສຳລັບການເພາະປູກ ແລະ ການຝຶກຝົນ, ເພື່ອມາແທນທີ່ຜູ້ທີ່ເປັນຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິສ. ໃນເຮືອນຂອງພຣະເຈົ້າ, ຄົນຄິດບວກທີ່ໄດ້ຜ່ານການລອງໃຈ ແລະ ການທົດສອບຫຼາຍຢ່າງ ແລະ ຜູ້ທີ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າຢ່າງສະເໝີຕົ້ນສະເໝີປາຍຄືຄົນທີ່ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ມັນຄົງຈະບໍ່ເໝາະສົມທີ່ຈະໃຊ້ຄຳເວົ້າຊົ່ວຊ້າຂອງຜູ້ບໍ່ມີຄວາມເຊື່ອເພື່ອອະທິບາຍຄົນເຫຼົ່ານີ້. ສະນັ້ນ, ຜູ້ທີ່ໃຊ້ຄຳເວົ້າຊົ່ວຊ້າຂອງຜູ້ບໍ່ມີຄວາມເຊື່ອຢູ່ສະເໝີເພື່ອອະທິບາຍເລື່ອງຕ່າງໆໃນເຮືອນຂອງພຣະເຈົ້າ ແລະ ເພື່ອສະແດງມຸມມອງຂອງຕົນເອງ ຄືຄົນທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຜູ້ທີ່ມີມຸມມອງທີ່ຜິດເຂວກ່ຽວກັບສິ່ງຕ່າງໆ. ມຸມມອງຂອງພວກເຂົາກ່ຽວກັບສິ່ງຕ່າງໆບໍ່ໄດ້ປ່ຽນແປງເລີຍ ແລະ ຍັງເປັນມຸມມອງຂອງຜູ້ບໍ່ມີຄວາມເຊື່ອ ແລະ ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແຕ່ຍັງບໍ່ໄດ້ຮັບຄວາມຈິງໃດໆເລີຍ ແລະ ຍັງບໍ່ສາມາດເບິ່ງສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າ, ຖ້າຊັ້ນ ຄົນເຫຼົ່ານີ້ກໍເປັນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ. ເມື່ອຄົນໃດໜຶ່ງຖືກສົ່ງເສີມໃຫ້ຮັບໃຊ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ພວກເຂົາຖືກເພາະປູກໃຫ້ກາຍເປັນຜູ້ຮັບຜິດຊອບຂອງວຽກງານດ້ານເຕັກນິກບາງປະເພດ, ນີ້ຄືການທີ່ເຮືອນຂອງພຣະເຈົ້າຝາກຝັງພາລະໃຫ້ແກ່ພວກເຂົາ. ມັນຄືການມອບໝາຍ, ຄວາມຮັບຜິດຊອບ ແລະ ແນ່ນອນວ່າ ມັນຍັງເປັນໜ້າທີ່ພິເສດ, ໂອກາດພິເສດ ແລະ ມັນຄືການເຊີດຊູຂຶ້ນເປັນກໍລະນີພິເສດ ບໍ່ມີຫຍັງທີ່ໜ້າຊື່ນຊົມກ່ຽວກັບພວກເຂົາ. ເມື່ອຄົນໃດໜຶ່ງຖືກສົ່ງເສີມ ແລະ ຖືກເພາະປູກໂດຍເຮືອນຂອງພຣະເຈົ້າ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາມີຕຳແໜ່ງ ຫຼື ສະຖານະພິເສດໃນເຮືອນຂອງພຣະເຈົ້າ ເພື່ອວ່າພວກເຂົາຈະສາມາດເພີດເພີນກັບການປະຕິບັດ ແລະ ຄວາມໂປດປານທີ່ພິເສດ. ແທນທີ່ຈະເປັນແນວນັ້ນ, ຫຼັງຈາກທີ່ພວກເຂົາໄດ້ຖືກເຊີດຊູຂຶ້ນເປັນກໍລະນີພິເສດໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍໄດ້ຮັບເງື່ອນໄຂທີ່ດີເລີດເພື່ອຮັບການຝຶກຝົນຈາກເຮືອນຂອງພຣະເຈົ້າ, ເພື່ອປະຕິບັດການເຮັດວຽກງານຄຣິສຕະຈັກທີ່ສຳຄັນບາງຢ່າງ ແລະ ໃນເວລາດຽວກັນ ເຮືອນຂອງພຣະເຈົ້າຈະມີມາດຕະຖານທີ່ຈຳເປັນທີ່ສູງກວ່າສຳລັບຄົນຜູ້ນີ້ ເຊິ່ງເປັນປະໂຫຍດຫຼາຍສຳລັບທາງເຂົ້າຂອງຊີວິດຂອງພວກເຂົາ. ເມື່ອຄົນໃດໜຶ່ງຖືກສົ່ງເສີມ ແລະ ຖືກເພາະປູກໃນເຮືອນຂອງພຣະເຈົ້າ, ມັນໝາຍຄວາມວ່າພວກເຂົາຈະຖືກວາງໄວ້ພາຍໃຕ້ຂໍ້ກຳນົດທີ່ເຄັ່ງຄັດ ແລະ ຖືກກວດກາຢ່າງຮັດກຸມ. ເຮືອນຂອງພຣະເຈົ້າຈະກວດສອບ, ຕິດຕາມກວດກາ ແລະ ຊຸກຍູ້ວຽກງານທີ່ພວກເຂົາເຮັດຢ່າງເຂັ້ມງວດ ແລະ ຈະທຳຄວາມເຂົ້າໃຈ ແລະ ໃຫ້ຄວາມສົນໃຈຕໍ່ທາງເຂົ້າຂອງຊີວິດຂອງພວກເຂົາ. ຈາກມຸມມອງເຫຼົ່ານີ້, ຜູ້ທີ່ຖືກສົ່ງເສີມ ແລະ ຖືກເພາະປູກໂດຍເຮືອນຂອງພຣະເຈົ້າໄດ້ຮັບການປະຕິບັດພິເສດ, ສະຖານະພິເສດ ແລະ ຕຳແໜ່ງພິເສດບໍ? ບໍ່ຢ່າງແນ່ນອນ ແລະ ພວກເຂົາຍິ່ງບໍ່ມີຖານະພິເສດໃດໆເລີຍ. ສຳລັບຜູ້ທີ່ໄດ້ຮັບການສົ່ງເສີມ ແລະ ການເພາະປູກ, ຖ້າພວກເຂົາຮູ້ສຶກວ່າ ຕົນເອງມີດີຍ້ອນການປະຕິບັດໜ້າທີ່ຂອງພວກເຂົາຢ່າງມີປະສິດທິຜົນໃນລະດັບໜຶ່ງ ແລະ ຢຸດຊະງັກ ແລະ ຢຸດໄລ່ຕາມຄວາມຈິງ, ດັ່ງນັ້ນ ພວກເຂົາຈະຢູ່ໃນອັນຕະລາຍເມື່ອພວກເຂົາພົບພໍ້ກັບການລອງໃຈ ແລະ ຄວາມທຸກລຳບາກ. ຖ້າຄວາມເຕີບໂຕຂອງຜູ້ຄົນນ້ອຍເກີນໄປ, ພວກເຂົາກໍມີແນວໂນ້ມທີ່ຈະບໍ່ສາມາດຢືນຢັດໄດ້. ບາງຄົນເວົ້າວ່າ: “ຖ້າຄົນໃດໜຶ່ງຖືກສົ່ງເສີມ ແລະ ຖືກເພາະປູກໃຫ້ເປັນຜູ້ນໍາ, ແລ້ວພວກເຂົາກໍມີຖານະ. ເຖິງແມ່ນວ່າພວກເຂົາບໍ່ແມ່ນໜຶ່ງໃນບຸດຊາຍຄົນທຳອິດ, ຢ່າງໜ້ອຍພວກເຂົາກໍມີຄວາມຫວັງທີ່ຈະກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ. ຂ້ອຍບໍ່ເຄີຍຖືກສົ່ງເສີມ ຫຼື ຖືກເພາະປູກ, ສະນັ້ນ ຂ້ອຍບໍ່ມີຄວາມຫວັງທີ່ຈະກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າບໍ?” ມັນຜິດທີ່ຈະຄິດແບບນີ້. ເພື່ອທີ່ຈະກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ເຈົ້າຕ້ອງມີປະສົບການຊີວິດ ແລະ ເຈົ້າຕ້ອງເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ. ບໍ່ວ່າເຈົ້າຈະເປັນຜູ້ນໍາ, ຜູ້ເຮັດວຽກ ຫຼື ຜູ້ຕິດຕາມທຳມະດາ, ຜູ້ໃດກໍຕາມທີ່ມີຄວາມຈິງຄວາມເປັນຈິງກໍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ. ເຖິງແມ່ນວ່າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຖ້າເຈົ້າຂາດຄວາມຈິງຄວາມເປັນຈິງ, ເຈົ້າກໍຍັງເປັນຜູ້ອອກເຫື່ອເທແຮງ. ທີ່ຈິງແລ້ວ, ບໍ່ມີຫຍັງພິເສດກ່ຽວກັບຄົນທີ່ຖືກສົ່ງເສີມ ແລະ ຖືກເພາະປູກ. ສິ່ງດຽວທີ່ແຕກຕ່າງຈາກຄົນອື່ນກໍຄື ພວກເຂົາມີສະພາບແວດລ້ອມທີ່ເອື້ອອຳນວຍກວ່າ, ໂອກາດທີ່ເອື້ອອຳນວຍກວ່າ ແລະ ເງື່ອນໄຂທີ່ດີກວ່າໃນການເຮັດວຽກງານສະເພາະທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ. ເຖິງແມ່ນວ່າວຽກງານສ່ວນໃຫຍ່ທີ່ເຈົ້າເຮັດກ່ຽວຂ້ອງກັບວິຊາຊີບສະເພາະໃດໜຶ່ງ, ຖ້າບໍ່ມີຫຼັກການຄວາມຈິງເພື່ອໃຊ້ຄວບຄຸມ ແລະ ກວດສອບມັນ, ໜ້າທີ່ທີ່ເຈົ້າເຮັດກໍຈະບໍ່ສອດຄ່ອງກັບຫຼັກການ ແລະ ເຈົ້າພຽງແຕ່ອອກເຫື່ອແຮງ ແລະ ເຈົ້າຈະບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າຢ່າງແນ່ນອນ. ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າສຳລັບຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ຖືກເພາະປູກມີຫຍັງແດ່? ເພື່ອທີ່ຈະໄດ້ຮັບການສົ່ງເສີມ ແລະ ການເພາະປູກໂດຍເຮືອນຂອງພຣະເຈົ້າ, ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ, ຄົນທີ່ສາມາດຍອມຮັບຄວາມຈິງ, ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ ແລະ ຄົນທີ່ສາມາດອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງສາມາດຍອມຮັບ ແລະ ອ່ອນນ້ອມເມື່ອພວກເຂົາປະເຊີນກັບການລິຮານ. ຜົນທີ່ຜູ້ຄົນທີ່ໄດ້ຮັບການເພາະປູກ ແລະ ຝຶກຝົນໂດຍເຮືອນຂອງພຣະເຈົ້າຈະບັນລຸໄດ້ນັ້ນ ບໍ່ແມ່ນວ່າພວກເຂົາສາມາດກາຍເປັນເຈົ້າໜ້າທີ່ ຫຼື ຫົວໜ້າ ຫຼື ເປັນຈ່າຝູງ ແລະ ບໍ່ແມ່ນວ່າພວກເຂົາສາມາດໃຫ້ຄຳປຶກສາແກ່ຜູ້ຄົນກ່ຽວກັບວິທີຄິດຂອງພວກເຂົາ ແລະ ແນ່ນອນວ່າ ມັນຍິ່ງບໍ່ແມ່ນວ່າພວກເຂົາມີທັກສະທາງວິຊາຊີບທີ່ດີກວ່າ ຫຼື ລະດັບການສຶກສາທີ່ສູງກວ່າ ຫຼື ມີຊື່ສຽງທີ່ຍິ່ງໃຫຍ່ກວ່າ ຫຼື ວ່າພວກເຂົາສາມາດຖືກກ່າວເຖິງແບບດຽວກັນກັບຜູ້ທີ່ມີຊື່ສຽງໃນໂລກສຳລັບທັກສະທາງວິຊາຊີບ ຫຼື ຜົນງານທາງການເມືອງຂອງພວກເຂົາ. ແຕ່ຜົນທີ່ຈະບັນລຸໄດ້ກໍຄື ພວກເຂົາເຂົ້າໃຈຄວາມຈິງ ແລະ ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ວ່າພວກເຂົາເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ໃນຂະນະທີ່ພວກເຂົາຝຶກຝົນ, ພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ກຳແໜ້ນຫຼັກການຄວາມຈິງ ແລະ ຮູ້ດີຂຶ້ນວ່າຄວາມເຊື່ອໃນພຣະເຈົ້າແມ່ນຫຍັງແທ້ ແລະ ວິທີຕິດຕາມພຣະເຈົ້າ, ນີ້ເປັນປະໂຫຍດຢ່າງຍິ່ງສຳລັບຜູ້ທີ່ໄລ່ຕາມຄວາມຈິງເພື່ອໄດ້ຮັບຄວາມສົມບູນແບບ. ນີ້ຄືຜົນ ແລະ ມາດຕະຖານທີ່ເຮືອນຂອງພຣະເຈົ້າປາຖະໜາທີ່ຈະບັນລຸໃນການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດ ແລະ ມັນຍັງເປັນຜົນເກັບກ່ຽວທີ່ຍິ່ງໃຫຍ່ທີ່ສຸດທີ່ເກັບກ່ຽວໄດ້ໂດຍຜູ້ທີ່ຖືກສົ່ງເສີມ ແລະ ຖືກນໍາໃຊ້.
ບາງຄົນປະຕິບັດໜ້າທີ່ຂອງພວກເຂົາຢ່າງມີຄວາມຮັບຜິດຊອບພໍສົມຄວນ ແລະ ໄດ້ຮັບການຮັບຮອງຈາກຜູ້ຄົນທີ່ພຣະເຈົ້າເລືອກ, ດັ່ງນັ້ນ ພວກເຂົາຈຶ່ງຖືກຄຣິສຕະຈັກເພາະປູກໃຫ້ກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຫຼັງຈາກທີ່ໄດ້ຮັບສະຖານະ, ພວກເຂົາເລີ່ມຮູ້ສຶກວ່າພວກເຂົາໂດດເດັ່ນຈາກຝູງຊົນ ແລະ ຄິດວ່າ: “ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງເລືອກຂ້ອຍ? ມັນບໍ່ແມ່ນຍ້ອນວ່າຂ້ອຍດີກວ່າພວກເຈົ້າທຸກຄົນບໍ?” ນີ້ບໍ່ໄດ້ຟັງຄືກັບສິ່ງທີ່ເດັກນ້ອຍຈະເວົ້າບໍ? ມັນບໍ່ເປັນຜູ້ໃຫຍ່, ຕະຫຼົກ ແລະ ໄຮ້ດຽງສາ. ທີ່ຈິງແລ້ວ, ເຈົ້າບໍ່ໄດ້ດີກວ່າຄົນອື່ນແມ່ນແຕ່ໜ້ອຍດຽວ. ມັນພຽງແຕ່ວ່າເຈົ້າບັນລຸເກນທີ່ຈະໄດ້ຮັບການເພາະປູກໂດຍເຮືອນຂອງພຣະເຈົ້າ. ສ່ວນວ່າເຈົ້າຈະສາມາດແບກຫາບຄວາມຮັບຜິດຊອບນີ້, ປະຕິບັດໜ້າທີ່ນີ້ໄດ້ດີ ຫຼື ເຮັດສຳເລັດການຝາກຝັງນີ້ໄດ້ ຫຼື ບໍ່ນັ້ນ ເປັນອີກເລື່ອງໜຶ່ງ. ເມື່ອຄົນໃດໜຶ່ງຖືກເລືອກຕັ້ງໃຫ້ເປັນຜູ້ນໍາໂດຍອ້າຍເອື້ອຍນ້ອງທັງຫຼາຍ ຫຼື ຖືກສົ່ງເສີມໂດຍເຮືອນຂອງພຣະເຈົ້າໃຫ້ເຮັດວຽກງານໃດໜຶ່ງ ຫຼື ປະຕິບັດໜ້າທີ່ໃດໜຶ່ງ, ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີສະຖານະ ຫຼື ຕຳແໜ່ງພິເສດ ຫຼື ວ່າຄວາມຈິງທີ່ພວກເຂົາເຂົ້າໃຈນັ້ນເລິກເຊິ່ງ ແລະ ມີຈຳນວນຫຼາຍກວ່າຂອງຄົນອື່ນໆ, ແຮງໄກທີ່ຄົນຜູ້ນີ້ຈະສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ຈະບໍ່ທໍລະຍົດພຣະອົງ. ແນ່ນອນວ່າ ມັນບໍ່ໄດ້ໝາຍຄວາມວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ເປັນຄົນທີ່ຢຳເກງພຣະເຈົ້າເຊັ່ນກັນ. ທີ່ຈິງແລ້ວ, ພວກເຂົາບໍ່ໄດ້ບັນລຸສິ່ງໃດເລີຍໃນສິ່ງເຫຼົ່ານີ້. ການສົ່ງເສີມ ແລະ ການເພາະປູກເປັນພຽງການສົ່ງເສີມ ແລະ ການເພາະປູກໃນຄວາມໝາຍທີ່ກົງໄປກົງມາ ແລະ ບໍ່ເທົ່າກັບການທີ່ພວກເຂົາໄດ້ຖືກກໍານົດໄວ້ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າ. ການສົ່ງເສີມ ແລະ ການເພາະປູກຂອງພວກເຂົາພຽງແຕ່ໝາຍຄວາມວ່າພວກເຂົາໄດ້ຖືກສົ່ງເສີມ ແລະ ລໍຖ້າການເພາະປູກ. ສ່ວນຜົນໄດ້ຮັບສຸດທ້າຍຂອງການເພາະປູກນີ້ແມ່ນຂຶ້ນກັບວ່າຄົນຜູ້ນີ້ສະແຫວງຫາຄວາມຈິງ ຫຼື ບໍ່ ແລະ ຂຶ້ນກັບວ່າພວກເຂົາສາມາດເລືອກເສັ້ນທາງຂອງການໄລ່ຕາມຄວາມຈິງໄດ້ ຫຼື ບໍ່. ດັ່ງນັ້ນ, ເມື່ອຄົນໃດໜຶ່ງໃນຄຣິສຕະຈັກຖືກສົ່ງເສີມ ແລະ ຖືກເພາະປູກໃຫ້ເປັນຜູ້ນໍາ, ພວກເຂົາພຽງແຕ່ຖືກສົ່ງເສີມ ແລະ ເພາະປູກໃນຄວາມໝາຍທີ່ກົງໄປກົງມາ; ມັນບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ມາດຕະຖານ ແລະ ມີຄວາມສາມາດໃນຖານະຜູ້ນໍາແລ້ວ, ວ່າພວກເຂົາສາມາດດຳເນີນວຽກງານຜູ້ນໍາໄດ້ແລ້ວ ແລະ ສາມາດເຮັດວຽກງານທີ່ແທ້ຈິງໄດ້, ແຕ່ມັນບໍ່ແມ່ນແນວນັ້ນ. ຄົນສ່ວນໃຫຍ່ບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ ແລະ ໂດຍອີງໃສ່ຈິນຕະນາການຂອງຕົນເອງ ພວກເຂົາເຄົາລົບນັບຖືຜູ້ທີ່ໄດ້ຖືກສົ່ງເສີມ. ນີ້ຄືຄວາມຜິດພາດ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີແລ້ວກໍຕາມ, ຜູ້ທີ່ຖືກສົ່ງເສີມມີຄວາມຈິງຄວາມເປັນຈິງຢ່າງແທ້ຈິງບໍ? ບໍ່ຈຳເປັນສະເໝີໄປ. ພວກເຂົາສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າບໍ? ບໍ່ຈຳເປັນສະເໝີໄປ. ພວກເຂົາມີຄວາມຮູ້ສຶກຮັບຜິດຊອບບໍ? ພວກເຂົາຈົງຮັກພັກດີບໍ? ພວກເຂົາສາມາດອ່ອນນ້ອມໄດ້ບໍ? ເມື່ອພວກເຂົາພົບພໍ້ກັບບັນຫາ, ພວກເຂົາສາມາດສະແຫວງຫາຄວາມຈິງໄດ້ບໍ? ທັງໝົດນີ້ແມ່ນຍັງບໍ່ຮູ້ເທື່ອ. ຄົນເຫຼົ່ານີ້ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ແລ້ວຫົວໃຈທີ່ຢຳເກງພຣະເຈົ້າຂອງພວກເຂົາຍິ່ງໃຫຍ່ສໍ່າໃດ? ພວກເຂົາສາມາດຫຼີກລ່ຽງການເຮັດຕາມຄວາມປະສົງຂອງຕົນເອງໄດ້ບໍ ເມື່ອພວກເຂົາເຮັດສິ່ງຕ່າງໆ? ພວກເຂົາສາມາດສະແຫວງຫາພຣະເຈົ້າໄດ້ບໍ? ໃນລະຫວ່າງເວລາທີ່ພວກເຂົາປະຕິບັດວຽກງານຜູ້ນໍາ, ພວກເຂົາສາມາດມາຢູ່ຕໍ່ໜ້າພຣະເຈົ້າເລື້ອຍໆເພື່ອສະແຫວງຫາເຈດຕະນາຂອງພຣະເຈົ້າໄດ້ບໍ? ພວກເຂົາສາມາດນໍາພາຜູ້ຄົນເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ບໍ? ພວກເຂົາບໍ່ສາມາດເຮັດສິ່ງດັ່ງກ່າວໄດ້ຢ່າງແນ່ນອນ. ພວກເຂົາບໍ່ໄດ້ຮັບການຝຶກຝົນ ແລະ ພວກເຂົາບໍ່ມີປະສົບການພຽງພໍ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້. ນີ້ຄືເຫດຜົນທີ່ການສົ່ງເສີມ ແລະ ການເພາະປູກຄົນໃດໜຶ່ງບໍ່ໄດ້ໝາຍຄວາມວ່າພວກເຂົາເຂົ້າໃຈຄວາມຈິງແລ້ວ, ທັງບໍ່ໄດ້ເວົ້າວ່າພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ໄດ້ມາດຕະຖານແລ້ວ. ຖ້າຊັ້ນ ຈຸດປະສົງ ແລະ ຄວາມສຳຄັນຂອງການສົ່ງເສີມ ແລະ ການເພາະປູກຄົນໃດໜຶ່ງແມ່ນຫຍັງ? ມັນແມ່ນເພື່ອໃຫ້ຄົນຜູ້ນີ້ຖືກສົ່ງເສີມໃນຖານະບຸກຄົນ, ເພື່ອໃຫ້ພວກເຂົາປະຕິບັດ ແລະ ເພື່ອໃຫ້ພວກເຂົາໄດ້ຮັບການຫົດນໍ້າ ແລະ ການຝຶກຝົນເປັນພິເສດ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ພວກເຂົາສາມາດເຂົ້າໃຈຫຼັກການຄວາມຈິງ ແລະ ຫຼັກການ, ວິທີການ ແລະ ວິທີໃນການເຮັດສິ່ງຕ່າງໆ ແລະ ການແກ້ໄຂບັນຫາຕ່າງໆ, ພ້ອມທັງວິທີຈັດການ ແລະ ຮັບມືກັບສະພາບແວດລ້ອມ ແລະ ຜູ້ຄົນປະເພດຕ່າງໆທີ່ພວກເຂົາພົບພໍ້ ໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ໃນວິທີທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເມື່ອຕັດສິນໂດຍອີງໃສ່ຈຸດເຫຼົ່ານີ້, ຄົນທີ່ມີຄວາມສາມາດພິເສດທີ່ຖືກສົ່ງເສີມ ແລະ ຖືກເພາະປູກໂດຍເຮືອນຂອງພຣະເຈົ້າ ມີຄວາມສາມາດພຽງພໍທີ່ຈະດຳເນີນວຽກງານຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີໃນລະຫວ່າງໄລຍະການສົ່ງເສີມ ແລະ ການເພາະປູກ ຫຼື ກ່ອນການສົ່ງເສີມ ແລະ ການເພາະປູກ? ແນ່ນອນວ່າບໍ່. ດັ່ງນັ້ນ, ມັນຈຶ່ງຫຼີກລ່ຽງບໍ່ໄດ້ທີ່ວ່າ ໃນລະຫວ່າງໄລຍະການເພາະປູກ, ຄົນເຫຼົ່ານີ້ຈະປະສົບກັບການລິຮານ, ການພິພາກສາ ແລະ ການລົງທັນ, ການເປີດໂປງ ແລະ ແມ່ນແຕ່ການໄລ່ອອກ; ນີ້ເປັນເລື່ອງປົກກະຕິ, ນີ້ຄືການຝຶກຝົນ ແລະ ການເພາະປູກ. ຜູ້ຄົນຕ້ອງບໍ່ມີຄວາມຄາດຫວັງສູງ ຫຼື ຂໍ້ຮຽກຮ້ອງທີ່ບໍ່ສົມຈິງໃດໆຕໍ່ຜູ້ທີ່ຖືກສົ່ງເສີມ ແລະ ເພາະປູກ; ນັ້ນຄົງຈະບໍ່ສົມເຫດສົມຜົນ ແລະ ບໍ່ຍຸຕິທຳຕໍ່ພວກເຂົາ. ພວກເຈົ້າສາມາດກວດກາວຽກງານຂອງພວກເຂົາ. ຖ້າພວກເຈົ້າພົບບັນຫາ ຫຼື ສິ່ງທີ່ລະເມີດຫຼັກການໃນລະຫວ່າງການເຮັດວຽກຂອງພວກເຂົາ, ພວກເຈົ້າສາມາດຍົກບັນຫານັ້ນຂຶ້ນມາ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂເລື່ອງເຫຼົ່ານີ້. ສິ່ງທີ່ພວກເຈົ້າບໍ່ຄວນເຮັດກໍຄື ຕັດສິນ, ກ່າວໂທດ, ໂຈມຕີ ຫຼື ກີດກັນພວກເຂົາ ເພາະວ່າພວກເຂົາພຽງແຕ່ຢູ່ໃນໄລຍະການເພາະປູກ ແລະ ບໍ່ຄວນຖືກເບິ່ງວ່າເປັນຄົນທີ່ໄດ້ຮັບການເຮັດໃຫ້ສົມບູນແບບ ແລະ ຍິ່ງບໍ່ຄວນຖືກເບິ່ງວ່າເປັນຄົນທີ່ຖືກເຮັດໃຫ້ສົມບູນ ຫຼື ເປັນຄົນທີ່ມີຄວາມຈິງຄວາມເປັນຈິງ. ເຊັ່ນດຽວກັບພວກເຈົ້າ, ພວກເຂົາເປັນພຽງຄົນທີ່ຢູ່ໃນໄລຍະການຝຶກຝົນ. ຄວາມແຕກຕ່າງກໍຄື ພວກເຂົາຮັບຜິດຊອບວຽກງານ ແລະ ຄວາມຮັບຜິດຊອບຫຼາຍກວ່າຄົນທຳມະດາ. ພວກເຂົາມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະເຮັດວຽກງານໃຫ້ຫຼາຍຂຶ້ນ; ພວກເຂົາຕ້ອງຈ່າຍລາຄາທີ່ສູງກວ່າ, ທົນທຸກຕໍ່ຄວາມຍາກລຳບາກຫຼາຍກວ່າ, ໃຊ້ຄວາມຄິດຫຼາຍກວ່າ, ແກ້ໄຂບັນຫາຫຼາຍກວ່າ, ອົດທົນຕໍ່ການຕຳໜິຕິຕຽນຈາກຜູ້ຄົນຫຼາຍກວ່າ ແລະ ແນ່ນອນວ່າ ພວກເຂົາຍັງຕ້ອງໃຊ້ຄວາມພະຍາຍາມຫຼາຍກວ່າ ແລະ ເມື່ອປຽບທຽບກັບຄົນທຳມະດາທີ່ປະຕິບັດໜ້າທີ່ຂອງພວກເຂົາແລ້ວ ພວກເຂົາຕ້ອງນອນໜ້ອຍລົງ, ເພີດເພີນກັບສິ່ງດີໆໜ້ອຍລົງ ແລະ ບໍ່ມີສ່ວນຮ່ວມໃນການນິນທາຫຼາຍປານໃດ. ນີ້ຄືສິ່ງທີ່ພິເສດກ່ຽວກັບພວກເຂົາ; ນອກເໜືອໄປຈາກນີ້, ພວກເຂົາກໍຄືກັນກັບຄົນອື່ນໆ. ຈຸດປະສົງທີ່ເຮົາເວົ້າແບບນີ້ແມ່ນຫຍັງ? ມັນແມ່ນເພື່ອໃຫ້ທຸກຄົນຮູ້ວ່າ ພວກເຂົາຕ້ອງເຂົ້າຫາຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ຖືກເພາະປູກໃນເຮືອນຂອງພຣະເຈົ້າຢ່າງຖືກຕ້ອງ, ວ່າພວກເຂົາຕ້ອງບໍ່ມີຂໍ້ຮຽກຮ້ອງທີ່ເຂັ້ມງວດເກີນໄປຕໍ່ຄົນເຫຼົ່ານີ້ ແລະ ແນ່ນອນວ່າ ພວກເຂົາຕ້ອງບໍ່ມີຄວາມຄິດເຫັນທີ່ບໍ່ສົມຈິງກ່ຽວກັບຄົນເຫຼົ່ານີ້ເຊັ່ນກັນ. ມັນເປັນເລື່ອງໂງ່ທີ່ຈະຍ້ອງຍໍ ແລະ ເຄົາລົບນັບຖືພວກເຂົາຫຼາຍເກີນໄປ; ມັນເປັນການຂາດຄວາມເປັນມະນຸດ ແລະ ບໍ່ສົມຈິງທີ່ຈະມີຂໍ້ຮຽກຮ້ອງທີ່ເຂັ້ມງວດເກີນໄປຕໍ່ພວກເຂົາ. ຖ້າຊັ້ນ ວິທີທີ່ສົມເຫດສົມຜົນທີ່ສຸດໃນການປະຕິບັດຕໍ່ພວກເຂົາແມ່ນຫຍັງ? ການຖືວ່າພວກເຂົາເປັນຄົນທຳມະດາ ແລະ ເມື່ອເຈົ້າຕ້ອງການຊອກຫາຄົນໃດໜຶ່ງກ່ຽວກັບບັນຫາໃດໜຶ່ງ, ໃຫ້ໂອ້ລົມກັບພວກເຂົາ ແລະ ຮຽນຮູ້ຈາກຈຸດແຂງຂອງກັນແລະກັນ ແລະ ເຕີມເຕັມເຊິ່ງກັນແລະກັນ. ນອກຈາກນັ້ນ, ມັນເປັນຄວາມຮັບຜິດຊອບຂອງທຸກຄົນທີ່ຈະຕິດຕາມກວດກາຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອເບິ່ງວ່າພວກເຂົາກຳລັງເຮັດວຽກງານທີ່ແທ້ຈິງ ຫຼື ບໍ່, ວ່າພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່; ສິ່ງເຫຼົ່ານີ້ຄືມາດຕະຖານ ແລະ ຫຼັກການສຳລັບການວັດແທກວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກສາມາດຮັບມື ແລະ ແກ້ໄຂບັນຫາທົ່ວໄປໄດ້, ແລ້ວພວກເຂົາກໍມີຄວາມສາມາດ. ແຕ່ຖ້າພວກເຂົາບໍ່ສາມາດແມ່ນແຕ່ຈັດການ ແລະ ແກ້ໄຂບັນຫາທຳມະດາໄດ້, ພວກເຂົາກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ຕ້ອງຖືກປົດອອກຈາກຕຳແໜ່ງຂອງພວກເຂົາໂດຍໄວ. ຕ້ອງເລືອກຄົນອື່ນ ແລະ ວຽກງານຂອງເຮືອນຂອງພຣະເຈົ້າຕ້ອງບໍ່ຖືກຊັກຊ້າ. ການຊັກຊ້າວຽກງານຂອງເຮືອນຂອງພຣະເຈົ້າຄືການທຳຮ້າຍຕົນເອງ ແລະ ຄົນອື່ນ, ມັນບໍ່ເປັນຜົນດີຕໍ່ໃຜເລີຍ.
ບາງຄົນໄດ້ຮັບການສົ່ງເສີມ ແລະ ການເພາະປູກຈາກຄຣິສຕະຈັກ ແລະ ໄດ້ຮັບໂອກາດທີ່ດີໃນການຝຶກຝົນ. ນີ້ແມ່ນເລື່ອງດີ. ອາດເວົ້າໄດ້ວ່າພວກເຂົາໄດ້ຮັບການເຊີດຊູ ແລະ ໄດ້ຮັບພຣະຄຸນຈາກພຣະເຈົ້າ. ແລ້ວພວກເຂົາຄວນປະຕິບັດໜ້າທີ່ຂອງຕົນແນວໃດແທ້? ຫຼັກການທຳອິດທີ່ພວກເຂົາຄວນປະຕິບັດຕາມກໍຄືຕ້ອງເຂົ້າໃຈຄວາມຈິງ, ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ ພວກເຂົາກໍຕ້ອງສະແຫວງຫາຄວາມຈິງ ແລະ ຖ້າພວກເຂົາຍັງບໍ່ເຂົ້າໃຈຫຼັງຈາກທີ່ສະແຫວງຫາດ້ວຍຕົນເອງແລ້ວ, ພວກເຂົາກໍສາມາດຊອກຫາຄົນທີ່ເຂົ້າໃຈຄວາມຈິງເພື່ອໂອ້ລົມ ແລະ ສະແຫວງຫາ, ເຊິ່ງຈະເຮັດໃຫ້ການແກ້ໄຂບັນຫາໄວຂຶ້ນ ແລະ ທັນເວລາຂຶ້ນ. ຖ້າເຈົ້າພຽງແຕ່ເນັ້ນໃສ່ການອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນດ້ວຍຕົນເອງ ແລະ ໃຊ້ເວລາຫຼາຍຂຶ້ນໃນການໄຕ່ຕອງພຣະທຳເຫຼົ່ານີ້ໃຫ້ ເພື່ອໃຫ້ບັນລຸການເຂົ້າໃຈຄວາມຈິງ ແລະ ແກ້ໄຂບັນຫາ, ແບບນີ້ມັນຊ້າເກີນໄປ; ດັ່ງຄຳສຸພາສິດທີ່ວ່າ: “ນໍ້າຢູ່ໄກບໍ່ສາມາດແກ້ຫິວໃຫ້ກັບຄົນທີ່ຢູ່ໃກ້ໄດ້”. ຖ້າເຈົ້າປາດຖະໜາທີ່ຈະກ້າວໜ້າໄວໃນເລື່ອງຄວາມຈິງ, ເຈົ້າກໍຕ້ອງຮຽນຮູ້ທີ່ຈະຮ່ວມມືຢ່າງກົມກຽວກັບຄົນອື່ນ ແລະ ຮຽນຮູ້ທີ່ຈະຖາມໃຫ້ຫຼາຍ ແລະ ສະແຫວງຫາໃຫ້ຫຼາຍ. ມີພຽງແຕ່ເຮັດແບບນີ້ເທົ່ານັ້ນ ຊີວິດຂອງເຈົ້າຈຶ່ງຈະເຕີບໂຕໄດ້ໄວ ແລະ ເຈົ້າຈຶ່ງຈະສາມາດແກ້ໄຂບັນຫາໄດ້ໂດຍທັນທີ, ໂດຍບໍ່ມີການຊັກຊ້າທັງສອງຢ່າງ. ຍ້ອນວ່າເຈົ້າຫາກໍຖືກສົ່ງເສີມ ແລະ ຍັງຢູ່ໃນໄລຍະທົດລອງ ແລະ ບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ ຫຼື ມີຄວາມຈິງຄວາມເປັນຈິງ, ຍ້ອນວ່າເຈົ້າຍັງຂາດຄວາມເຕີບໂຕນີ້, ຢ່າຄິດວ່າການທີ່ເຈົ້າຖືກສົ່ງເສີມໝາຍຄວາມວ່າເຈົ້າມີຄວາມຈິງຄວາມເປັນຈິງ; ມັນບໍ່ແມ່ນແນວນັ້ນ. ພຽງແຕ່ຍ້ອນວ່າເຈົ້າມີຄວາມຮູ້ສຶກເຖິງພາລະຕໍ່ວຽກງານ ແລະ ມີຄວາມສາມາດທີ່ຈະເປັນຜູ້ນໍາ ເຈົ້າຈຶ່ງຖືກຄັດເລືອກເພື່ອຮັບການສົ່ງເສີມ ແລະ ຖືກເພາະປູກ. ເຈົ້າຄວນມີເຫດຜົນນີ້. ຖ້າຫຼັງຈາກທີ່ຖືກສົ່ງເສີມ ແລະ ກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກແລ້ວ ເຈົ້າເລີ່ມຍຶດຕິດກັບສະຖານະຂອງເຈົ້າ ແລະ ເຊື່ອວ່າເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງ ແລະ ເຈົ້າມີຄວາມຈິງຄວາມເປັນຈິງ ແລະ ບໍ່ວ່າອ້າຍເອື້ອຍນ້ອງທັງຫຼາຍຈະມີບັນຫາຫຍັງກໍຕາມ ຖ້າເຈົ້າທຳທ່າວ່າເຈົ້າເຂົ້າໃຈ ແລະ ທຳທ່າວ່າເຈົ້າເປັນຝ່າຍວິນຍານ, ແລ້ວນີ້ກໍແມ່ນວິທີການປະພຶດທີ່ໂງ່ຈ້າ ແລະ ມັນກໍເປັນລັກສະນະດຽວກັນກັບພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ເຈົ້າຕ້ອງເວົ້າ ແລະ ກະທຳຢ່າງຊື່ສັດ. ເມື່ອເຈົ້າບໍ່ເຂົ້າໃຈ ເຈົ້າກໍສາມາດຖາມຄົນອື່ນ ຫຼື ສະແຫວງຫາການໂອ້ລົມຈາກເບື້ອງເທິງ, ບໍ່ມີຫຍັງໜ້າອັບອາຍກ່ຽວກັບເລື່ອງນີ້. ເຖິງແມ່ນວ່າເຈົ້າບໍ່ຖາມ, ເບື້ອງເທິງກໍຍັງຈະຮູ້ຄວາມເຕີບໂຕທີ່ແທ້ຈິງຂອງເຈົ້າ ແລະ ຈະຮູ້ວ່າເຈົ້າບໍ່ມີຄວາມຈິງຄວາມເປັນຈິງ. ການສະແຫວງຫາ ແລະ ການໂອ້ລົມແມ່ນສິ່ງທີ່ເຈົ້າຄວນເຮັດ; ນີ້ແມ່ນເຫດຜົນທີ່ຄວນພົບເຫັນໃນຄວາມເປັນມະນຸດປົກກະຕິ ແລະ ເປັນຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕາມ. ມັນບໍ່ແມ່ນສິ່ງທີ່ໜ້າອັບອາຍ. ຖ້າເຈົ້າຄິດວ່າ ເມື່ອເປັນຜູ້ນໍາແລ້ວ ມັນໜ້າອັບອາຍທີ່ຈະບໍ່ເຂົ້າໃຈຫຼັກການ ຫຼື ການທີ່ຈະຖາມຄົນອື່ນ ຫຼື ເບື້ອງເທິງຢູ່ຕະຫຼອດ ແລະ ເຈົ້າຢ້ານວ່າຄົນອື່ນຈະດູຖູກເຈົ້າ ແລະ ຈາກນັ້ນເຈົ້າກໍເສແສ້ງ, ໂດຍທຳທ່າວ່າເຈົ້າເຂົ້າໃຈທຸກຢ່າງ, ເຈົ້າຮູ້ທຸກຢ່າງ, ເຈົ້າມີຄວາມສາມາດໃນການເຮັດວຽກ, ສາມາດເຮັດວຽກທຸກຢ່າງຂອງຄຣິສຕະຈັກໄດ້ ແລະ ບໍ່ຕ້ອງການໃຫ້ຜູ້ໃດມາເຕືອນເຈົ້າ ຫຼື ໂອ້ລົມກັບເຈົ້າ ຫຼື ບໍ່ຕ້ອງການໃຫ້ຜູ້ໃດມາສະໜອງ ຫຼື ສະໜັບສະໜູນເຈົ້າ, ແບບນີ້ແມ່ນອັນຕະລາຍແລ້ວ ແລະ ເຈົ້າອວດດີ ແລະ ຖືຕົນວ່າຊອບທຳເກີນໄປ, ຂາດເຫດຜົນເກີນໄປ. ເຈົ້າບໍ່ຮູ້ຈັກແມ່ນແຕ່ຂອບເຂດຄວາມສາມາດຂອງຕົນເອງ, ສິ່ງນີ້ບໍ່ໄດ້ເຮັດໃຫ້ເຈົ້າກາຍເປັນຄົນເບົາປັນຍາບໍ? ຄວາມຈິງແລ້ວ ຄົນປະເພດນີ້ບໍ່ບັນລຸເງື່ອນໄຂສຳລັບການສົ່ງເສີມ ແລະ ການເພາະປູກໂດຍເຮືອນຂອງພຣະເຈົ້າ ແລະ ບໍ່ຊ້າກໍໄວ ພວກເຂົາກໍຈະຖືກໄລ່ອອກ ແລະ ຖືກກຳຈັດອອກ. ສະນັ້ນ, ຜູ້ນໍາ ຫຼື ຜູ້ເຮັດວຽກທຸກຄົນທີ່ຫາກໍຖືກສົ່ງເສີມ ຄວນຮູ້ຢ່າງຈະແຈ້ງວ່າພວກເຂົາບໍ່ມີຄວາມຈິງຄວາມເປັນຈິງ, ພວກເຂົາຄວນມີການຮັບຮູ້ຕົວເອງນີ້. ຕອນນີ້ເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ບໍ່ແມ່ນຍ້ອນວ່າເຈົ້າຖືກແຕ່ງຕັ້ງໂດຍພຣະເຈົ້າ, ແຕ່ຍ້ອນວ່າເຈົ້າຖືກສົ່ງເສີມໃຫ້ເປັນຜູ້ນໍາໂດຍຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆ ຫຼື ຖືກເລືອກຕັ້ງໂດຍຜູ້ຄົນທີ່ພຣະເຈົ້າເລືອກ; ນີ້ບໍ່ໄດ້ໝາຍຄວາມວ່າເຈົ້າມີຄວາມຈິງຄວາມເປັນຈິງ ແລະ ຄວາມເຕີບໂຕທີ່ແທ້ຈິງ. ເມື່ອເຈົ້າເຂົ້າໃຈສິ່ງນີ້, ເຈົ້າກໍຈະມີເຫດຜົນເລັກນ້ອຍ ເຊິ່ງເປັນເຫດຜົນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງມີ. ຕອນນີ້ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ.) ແລ້ວພວກເຈົ້າຄວນເຮັດວຽກແນວໃດແທ້? ພວກເຈົ້າຄວນປະຕິບັດການຮ່ວມມືຢ່າງກົມກຽວແນວໃດ? ເມື່ອພົບພໍ້ກັບບັນຫາ, ພວກເຈົ້າຄວນສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນແນວໃດ? ເລື່ອງເຫຼົ່ານີ້ຈຳເປັນຕ້ອງເຮັດໃຫ້ເຂົ້າໃຈ. ຖ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ ກໍໃຫ້ສະແຫວງຫາຄວາມຈິງ ແລະ ແກ້ໄຂພວກມັນໃຫ້ໄວເທົ່າທີ່ຈະໄວໄດ້. ຖ້າບໍ່ແກ້ໄຂພວກມັນຢ່າງທັນເວລາ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງພວກເຈົ້າ, ນີ້ກໍເປັນບັນຫາ. ຖ້າພວກເຈົ້າບໍ່ຄຸ້ນເຄີຍກັບວິຊາສະເພາະໃດໜຶ່ງ ພວກເຈົ້າກໍຄວນເລີ່ມຮຽນຮູ້ໂດຍບໍ່ຕ້ອງຊັກຊ້າ. ຍ້ອນວ່າບາງໜ້າທີ່ກ່ຽວຂ້ອງກັບຄວາມຮູ້ດ້ານວິຊາສະເພາະ, ຖ້າພວກເຈົ້າພຽງແຕ່ເຂົ້າໃຈຄວາມຈິງແຕ່ບໍ່ກຳແໜ້ນຄວາມຮູ້ດ້ານວິຊາສະເພາະໃດໆ ກໍຈະສົ່ງຜົນກະທົບຕໍ່ຜົນຂອງວຽກງານຂອງພວກເຈົ້າເຊັ່ນກັນ. ຢ່າງໜ້ອຍທີ່ສຸດ ພວກເຈົ້າຕ້ອງກຳແໜ້ນ ແລະ ເຂົ້າໃຈຄວາມຮູ້ດ້ານວິຊາສະເພາະຂັ້ນພື້ນຖານບາງຢ່າງ ເພື່ອໃຫ້ເຈົ້າມີປະສິດທິພາບໃນການຕິດຕາມ ແລະ ການຊີ້ນໍາວຽກງານຂອງຜູ້ຄົນ. ຖ້າພວກເຈົ້າພຽງແຕ່ຊ່ຽວຊານດ້ານວິຊາສະເພາະໃດໜຶ່ງ ແຕ່ບໍ່ເຂົ້າໃຈຄວາມຈິງ, ການເຮັດວຽກກໍຈະມີຂໍ້ບົກຜ່ອງ, ສະນັ້ນ ຈຶ່ງຍັງຈຳເປັນຕ້ອງໄລ່ຕາມຄວາມຈິງ, ຈຳເປັນຕ້ອງຮ່ວມມືກັບຄົນທີ່ເຂົ້າໃຈຄວາມຈິງ ເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ການທີ່ເຈົ້າຊ່ຽວຊານໃນທັກສະດ້ານວິຊາສະເພາະໃດໜຶ່ງ ຫຼື ຊ່ຽວຊານດ້ານຄວາມຮູ້ໃນສາຂາໃດໜຶ່ງ ບໍ່ໄດ້ໝາຍຄວາມວ່າເຈົ້າຈະສາມາດເຮັດສິ່ງຕ່າງໆໄດ້ຕາມຫຼັກການ, ສະນັ້ນ ການສະແຫວງຫາເພື່ອໂອ້ລົມກັບຄົນທີ່ເຂົ້າໃຈຄວາມຈິງຈຶ່ງແມ່ນສິ່ງຈຳເປັນ, ແມ່ນຫຼັກການທີ່ພວກເຈົ້າຄວນປະຕິບັດຕາມ. ບໍ່ວ່າຈະເຮັດຫຍັງກໍຕາມ, ຈົ່ງຢ່າທຳທ່າເປັນອັນຂາດ. ເຈົ້າຢູ່ໃນໄລຍະການຝຶກຝົນ ແລະ ການເພາະປູກ ເຈົ້າມີອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງເລີຍ. ພວກເຈົ້າລອງເວົ້າເບິ່ງດຸວ່າ, ຕໍ່ກັບສິ່ງເຫຼົ່ານີ້ ພຣະເຈົ້າຮູ້ ຫຼື ບໍ່? (ຮູ້.) ຄັນຊັ້ນ ການທີ່ເຈົ້າທຳທ່າ ຈະບໍ່ເບິ່ງຄືວ່າເຈົ້າໂງ່ຈ້າ? ພວກເຈົ້າຢາກເປັນຄົນໂງ່ຈ້າບໍ? (ບໍ່ຢາກ.) ຖ້າບໍ່ຢາກເປັນຄົນໂງ່ຈ້າ, ແລ້ວຄວນເປັນຄົນແບບໃດ? ເປັນຄົນທີ່ມີເຫດຜົນ, ເປັນຄົນທີ່ສາມາດສະແຫວງຫາຄວາມຈິງຢ່າງຖ່ອມຕົວ ແລະ ສາມາດຍອມຮັບຄວາມຈິງ. ຢ່າທຳທ່າ, ຢ່າເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ສິ່ງທີ່ເຈົ້າຮູ້ ກໍພຽງແຕ່ຄວາມຮູ້ດ້ານວິຊາສະເພາະໃດໜຶ່ງ, ບໍ່ແມ່ນຫຼັກການຄວາມຈິງ. ເຈົ້າຕ້ອງຊອກຫາວິທີທີ່ຈະນໍາໃຊ້ປະໂຫຍດຈາກຈຸດແຂງດ້ານວິຊາສະເພາະຂອງເຈົ້າ ແລະ ນໍາຄວາມຮູ້ ແລະ ການຮຽນຮູ້ທີ່ເຈົ້າໄດ້ມາຢ່າງເໝາະສົມ ບົນພື້ນຖານຂອງການເຂົ້າໃຈຫຼັກການຄວາມຈິງ. ນີ້ບໍ່ແມ່ນຫຼັກການບໍ? ນີ້ບໍ່ແມ່ນເສັ້ນທາງແຫ່ງການປະຕິບັດບໍ່? ເມື່ອເຈົ້າຮຽນຮູ້ທີ່ຈະເຮັດແບບນີ້, ເຈົ້າກໍຈະມີເສັ້ນທາງໃຫ້ຍ່າງຕາມ ແລະ ຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້. ບໍ່ວ່າຈະເຮັດຫຍັງກໍຕາມ, ຢ່າຫົວແຂງ ແລະ ກໍຢ່າທຳທ່າ. ຄວາມຫົວແຂງ ແລະ ການທຳທ່າລ້ວນແຕ່ບໍ່ແມ່ນແນວທາງທີ່ສົມເຫດສົມຜົນໃນການເຮັດສິ່ງຕ່າງໆ, ແຕ່ເປັນແນວທາງທີ່ໂງ່ຈ້າທີ່ສຸດໃນການເຮັດສິ່ງຕ່າງໆ. ຄົນທີ່ດໍາລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງຕົນລ້ວນແຕ່ເປັນຄົນທີ່ໂງ່ຈ້າທີ່ສຸດ. ມີພຽງແຕ່ຄົນທີ່ສະແຫວງຫາຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງເທົ່ານັ້ນ ຈຶ່ງເປັນຄົນທີ່ສະຫຼາດທີ່ສຸດ.
ຜ່ານການໂອ້ລົມນີ້, ຕອນນີ້ພວກເຈົ້າມີຄວາມເຂົ້າໃຈ ແລະ ມຸມມອງທີ່ຖືກຕ້ອງ ຕໍ່ກັບການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດແລ້ວບໍ? (ແມ່ນແລ້ວ.) ໃນເມື່ອພວກເຈົ້າມີມຸມມອງທີ່ຖືກຕ້ອງຕໍ່ເລື່ອງນີ້ແລ້ວ, ພວກເຈົ້າສາມາດປະຕິບັດຕໍ່ຄົນເຫຼົ່ານີ້ຢ່າງຖືກຕ້ອງໄດ້ບໍ? ພວກເຈົ້າຕ້ອງປະຕິບັດຢ່າງຖືກຕ້ອງຕໍ່ຈຸດແຂງຂອງພວກເຂົາ, ພ້ອມທັງຂໍ້ບົກຜ່ອງ ແລະ ຂໍ້ຂາດຕົກບົກພ່ອງທີ່ພວກເຂົາມີ ໃນດ້ານຄວາມເປັນມະນຸດ, ວຽກງານ, ວິຊາສະເພາະ ແລະ ດ້ານອື່ນໆ; ສິ່ງເຫຼົ່ານີ້ລ້ວນແຕ່ຕ້ອງໄດ້ຮັບການປະຕິບັດຢ່າງຖືກຕ້ອງ. ນອກຈາກນີ້, ບໍ່ວ່າພວກເຈົ້າຈະຖືກສົ່ງເສີມ ແລະ ຖືກເພາະປູກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຫຼື ວ່າພວກເຈົ້າເປັນບຸກຄົນທີ່ມີຄວາມສາມາດພິເສດໃນດ້ານວິຊາສະເພາະຕ່າງໆ, ພວກເຈົ້າທຸກຄົນລ້ວນແຕ່ເປັນຄົນທຳມະດາ, ລ້ວນແຕ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ບໍ່ມີຜູ້ໃດໃນພວກເຈົ້າເຂົ້າໃຈຄວາມຈິງ. ສະນັ້ນ, ບໍ່ມີຜູ້ໃດຄວນປອມຕົວ ຫຼື ປົກປິດຕົນເອງ; ແຕ່ຄວນຮຽນຮູ້ທີ່ຈະເປີດໃຈໂອ້ລົມ. ຖ້າພວກເຈົ້າບໍ່ເຂົ້າໃຈ, ກໍໃຫ້ຍອມຮັບວ່າບໍ່ເຂົ້າໃຈ. ຖ້າເຮັດບໍ່ເປັນ, ກໍໃຫ້ຍອມຮັບວ່າເຮັດບໍ່ເປັນ. ບໍ່ວ່າຈະມີບັນຫາ ຫຼື ຄວາມຫຍຸ້ງຍາກຫຍັງເກີດຂຶ້ນ, ທຸກຄົນຄວນໂອ້ລົມ ແລະ ສະແຫວງຫາຄວາມຈິງນຳກັນເພື່ອຫາທາງແກ້ໄຂ. ຕໍ່ໜ້າຄວາມຈິງ ທຸກຄົນປຽບເໝືອນເດັກນ້ອຍ, ທຸກຄົນລ້ວນແຕ່ຍາກຈົນ, ໜ້າສົງສານ ແລະ ຂາດເຂີນຢ່າງສິ້ນເຊີງ. ສິ່ງທີ່ຜູ້ຄົນຈຳເປັນຕ້ອງເຮັດຄື ການອ່ອນນ້ອມຕໍ່ໜ້າຄວາມຈິງ, ມີຫົວໃຈທີ່ຖ່ອມຕົວ ແລະ ກະຫາຍຫາ ແລະ ສະແຫວງຫາ ແລະ ຍອມຮັບຄວາມຈິງ, ຈາກນັ້ນກໍປະຕິບັດຄວາມຈິງ ແລະ ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ໂດຍການເຮັດແບບນີ້ ຜູ້ຄົນຈຶ່ງຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ແລະ ໃນຊີວິດຈິງຂອງຕົນ. ທຸກຄົນສະເໝີພາບກັນຕໍ່ໜ້າຄວາມຈິງ. ຜູ້ທີ່ຖືກສົ່ງເສີມ ແລະ ຖືກເພາະປູກກໍບໍ່ໄດ້ດີກວ່າຄົນອື່ນຫຼາຍປານໃດ. ທຸກຄົນລ້ວນແຕ່ມີປະສົບການກັບພາລະກິດຂອງພຣະເຈົ້າໃນໄລຍະເວລາທີ່ໃກ້ຄຽງກັນ. ຜູ້ທີ່ບໍ່ໄດ້ຖືກສົ່ງເສີມ ຫຼື ຖືກເພາະປູກ ກໍຄວນໄລ່ຕາມຄວາມຈິງໃນຂະນະທີ່ປະຕິບັດໜ້າທີ່ເຊັ່ນກັນ. ບໍ່ມີຜູ້ໃດສາມາດລິດຮອນສິດທິຂອງຄົນອື່ນໃນການໄລ່ຕາມຄວາມຈິງໄດ້. ບາງຄົນມີຄວາມກະຕືລືລົ້ນກວ່າໃນການໄລ່ຕາມຄວາມຈິງ ແລະ ມີຄວາມສາມາດແດ່, ດັ່ງນັ້ນ ພວກເຂົາຈຶ່ງຖືກສົ່ງເສີມ ແລະ ຖືກເພາະປູກ. ນີ້ແມ່ນຍ້ອນຄວາມຕ້ອງການຂອງວຽກງານຂອງເຮືອນຂອງພຣະເຈົ້າ. ແລ້ວເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງມີຫຼັກການແບບນີ້ໃນການສົ່ງເສີມ ແລະ ການນໍາໃຊ້ຄົນ? ຍ້ອນວ່າຄວາມສາມາດ ແລະ ລັກສະນະຂອງຄົນມີຄວາມແຕກຕ່າງກັນ, ແລະ ແຕ່ລະຄົນເລືອກເສັ້ນທາງທີ່ແຕກຕ່າງກັນ, ສິ່ງນີ້ຈຶ່ງນໍາໄປສູ່ຜົນໄດ້ຮັບທີ່ແຕກຕ່າງກັນໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ. ຜູ້ທີ່ໄລ່ຕາມຄວາມຈິງກໍຈະໄດ້ຮັບຄວາມລອດພົ້ນ ແລະ ກາຍເປັນປະຊາຊົນແຫ່ງອານາຈັກ, ໃນຂະນະທີ່ຜູ້ທີ່ບໍ່ຍອມຮັບຄວາມຈິງເລີຍ, ຜູ້ທີ່ບໍ່ມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່, ກໍຈະຖືກກຳຈັດອອກ. ເຮືອນຂອງພຣະເຈົ້າເພາະປູກ ແລະ ນໍາໃຊ້ຄົນໂດຍອີງໃສ່ວ່າພວກເຂົາສະແຫວງຫາຄວາມຈິງ ຫຼື ບໍ່, ແລະ ພວກເຂົາມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ ຫຼື ບໍ່. ມີການແບ່ງແຍກລຳດັບຊັ້ນຂອງຄົນປະເພດຕ່າງໆໃນເຮືອນຂອງພຣະເຈົ້າ ຫຼື ບໍ່? ສຳລັບຕອນນີ້, ບໍ່ມີລຳດັບຊັ້ນໃນດ້ານຕຳແໜ່ງ, ຄຸນຄ່າ, ສະຖານະ, ຫຼື ຖານະຂອງຄົນປະເພດຕ່າງໆ. ຢ່າງໜ້ອຍໃນໄລຍະທີ່ພຣະເຈົ້າເຮັດພາລະກິດເພື່ອຊ່ວຍໃຫ້ລອດພົ້ນ ແລະ ນໍາພາຜູ້ຄົນ, ບໍ່ມີຄວາມແຕກຕ່າງລະຫວ່າງລະດັບຊັ້ນ, ຕຳແໜ່ງ, ຄຸນຄ່າ, ຫຼື ສະຖານະຂອງຄົນປະເພດຕ່າງໆ. ສິ່ງດຽວທີ່ແຕກຕ່າງກັນແມ່ນການແບ່ງວຽກ ແລະ ບົດບາດຂອງໜ້າທີ່ທີ່ປະຕິບັດ. ແນ່ນອນ, ໃນໄລຍະນີ້, ບາງຄົນຖືກສົ່ງເສີມ ແລະ ຖືກເພາະປູກເປັນກໍລະນີພິເສດ ເພື່ອເຮັດວຽກງານພິເສດບາງຢ່າງ, ໃນຂະນະທີ່ບາງຄົນບໍ່ໄດ້ຮັບໂອກາດແບບນີ້ ຍ້ອນສາເຫດຕ່າງໆ ເຊັ່ນ: ບັນຫາກ່ຽວກັບຄວາມສາມາດຂອງພວກເຂົາ ຫຼື ສະພາບແວດລ້ອມຂອງຄອບຄົວ. ແຕ່ພຣະເຈົ້າບໍ່ຊ່ວຍຜູ້ທີ່ບໍ່ໄດ້ຮັບໂອກາດແບບນີ້ໃຫ້ລອດພົ້ນບໍ? ມັນບໍ່ແມ່ນແນວນັ້ນ. ຄຸນຄ່າ ແລະ ຕຳແໜ່ງຂອງພວກເຂົາຕໍ່າກວ່າຄົນອື່ນບໍ? ບໍ່. ທຸກຄົນສະເໝີພາບກັນຕໍ່ໜ້າຄວາມຈິງ, ທຸກຄົນມີໂອກາດທີ່ຈະໄລ່ຕາມ ແລະ ໄດ້ຮັບຄວາມຈິງ, ແລະ ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳ ແລະ ຢ່າງມີເຫດຜົນ. ຮອດຕອນໃດຈຶ່ງຈະມີການແບ່ງແຍກທີ່ເຫັນໄດ້ຊັດເຈນໃນຕຳແໜ່ງ, ຄຸນຄ່າ, ແລະ ສະຖານະຂອງຜູ້ຄົນ? ແມ່ນເມື່ອຜູ້ຄົນຍ່າງມາເຖິງຈຸດສຸດທ້າຍຂອງເສັ້ນທາງ, ແລະ ວຽກງານຂອງພຣະເຈົ້າສິ້ນສຸດລົງ, ແລະ ມີຂໍ້ສະຫຼຸບໃນທີ່ສຸດກ່ຽວກັບທັດສະນະຄະຕິ ແລະ ມຸມມອງທີ່ແຕ່ລະຄົນໄດ້ສະແດງອອກໃນຂະບວນການຂອງການໄລ່ຕາມຄວາມລອດພົ້ນ ແລະ ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ, ພ້ອມທັງການສະແດງອອກຕ່າງໆ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ນັ້ນກໍຄື, ເມື່ອມີບັນທຶກທີ່ສົມບູນຢູ່ໃນປຶ້ມບັນທຶກຂອງພຣະເຈົ້າ, ຮອດຕອນນັ້ນ, ຍ້ອນວ່າຜົນສຸດທ້າຍ ແລະ ຈຸດໝາຍປາຍທາງຂອງຜູ້ຄົນຈະແຕກຕ່າງກັນ, ກໍຈະມີການແບ່ງແຍກໃນຄຸນຄ່າ, ຕຳແໜ່ງ ແລະ ສະຖານະຂອງພວກເຂົາເຊັ່ນກັນ. ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ສິ່ງເຫຼົ່ານີ້ຈະສາມາດພໍຈະເບິ່ງອອກ ແລະ ຢືນຢັນໄດ້ໂດຍປະມານ, ໃນຂະນະທີ່ຕອນນີ້ທຸກຄົນກໍຄືກັນ. ເຂົ້າໃຈແລ້ວບໍ? ພວກເຈົ້າປາຖະໜາຢາກໃຫ້ຮອດມື້ນັ້ນບໍ? ທັງປາຖະໜາ ແລະ ທັງຢ້ານແມ່ນບໍ? ທີ່ປາຖະໜາ ກໍຍ້ອນວ່າເມື່ອຮອດມື້ນັ້ນ ໃນທີ່ສຸດກໍຈະມີຜົນສະຫຼຸບ, ແລະ ໃນທີ່ສຸດ ເຈົ້າກໍຈະມາຮອດມື້ນັ້ນ ເຖິງວ່າຈະຍາກລຳບາກສໍ່າໃດກໍຕາມ; ແລະ ສິ່ງທີ່ເຈົ້າຢ້ານກໍຄື ເຈົ້າອາດຈະບໍ່ໄດ້ຍ່າງບົນເສັ້ນທາງນັ້ນຢ່າງຖືກຕ້ອງ, ໃນລະຫວ່າງທາງເຈົ້າອາດຈະລົ້ມລົງ ແລະ ລົ້ມເຫຼວ, ແລະ ສຸດທ້າຍຈຸດຈົບກໍບໍ່ສົມຫວັງ, ຮ້າຍແຮງກວ່າທີ່ເຈົ້າຈິນຕະນາການ ແລະ ຄາດຫວັງໄວ້. ແບບນັ້ນມັນຊ່າງໜ້າເສົ້າໃຈ, ເຈັບປວດ ແລະ ຜິດຫວັງແທ້ໆ! ຢ່າຄິດໄກປານນັ້ນ, ຄິດໄກປານນັ້ນມັນບໍ່ເປັນຈິງ. ກ່ອນອື່ນ ໃຫ້ເບິ່ງສິ່ງທີ່ຢູ່ຕໍ່ໜ້າ, ຍ່າງໃນເສັ້ນທາງທີ່ຢູ່ໃຕ້ຕີນໃຫ້ດີ, ເຮັດວຽກທີ່ຢູ່ໃນມືໃຫ້ດີ, ແລະ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບທີ່ພຣະເຈົ້າມອບໝາຍໃຫ້ເຈົ້າໃຫ້ດີ. ນີ້ຄືສິ່ງທີ່ສໍາຄັນທີ່ສຸດ ແລະ ຈຳເປັນທີ່ສຸດ. ຕອນນີ້ໃຫ້ທຳຄວາມເຂົ້າໃຈຄວາມຈິງ ແລະ ຫຼັກການແຫ່ງການປະຕິບັດໜ້າທີ່ທີ່ຄວນເຂົ້າໃຈ ແລະ ຈົ່ງໂອ້ລົມຫຼັກການເຫຼົ່ານັ້ນຈົນພວກມັນລະອຽດຊັດຈະແຈ້ງ ເພຶ້ອວ່າເຈົ້າຈະໄດ້ຄິດຕຶກຕອງຢ່າງຮອບຄອບ, ບໍ່ວ່າຈະເຮັດຫຍັງກໍຮູ້ຢ່າງຈະແຈ້ງ ແລະ ຢ່າງຖືກຕ້ອງວ່າຫຼັກການແມ່ນຫຍັງ, ແລະ ຮັບປະກັນວ່າເຈົ້າບໍ່ໄດ້ລະເມີດຫຼັກການ, ບໍ່ບ່ຽງຊ້າຍບ່ຽງຂວາ, ບໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ຫຼື ບໍ່ເຮັດເລື່ອງທີ່ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ທັງໝົດນີ້ຄືສິ່ງທີ່ພວກເຈົ້າຄວນເຂົ້າສູ່ໃນຕອນນີ້. ເລື່ອງທີ່ໄກກວ່ານັ້ນ ພວກເຮົາບໍ່ຈຳເປັນຕ້ອງເວົ້າຫຼາຍ, ແລະ ພວກເຈົ້າກໍບໍ່ຈຳເປັນຕ້ອງຖາມ ຫຼື ຄິດກ່ຽວກັບມັນ. ຄິດໄກປານນັ້ນກໍບໍ່ມີປະໂຫຍດ; ນັ້ນບໍ່ແມ່ນສິ່ງທີ່ເຈົ້າຄວນຄິດເຖິງ. ບາງຄົນອາດເວົ້າວ່າ: “ເປັນຫຍັງພວກເຮົາຈຶ່ງບໍ່ຄວນຄິດເຖິງມັນ? ຕອນນີ້ ສະຖານະການໄພພິບັດຮຸນແຮງປານນີ້ແລ້ວ, ມັນບໍ່ຮອດເວລາທີ່ພວກເຮົາຄວນຄິດກ່ຽວກັບສິ່ງດັ່ງກ່າວແລ້ວບໍ?” ຮອດເວລາແລ້ວບໍ? ໄພພິບັດສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການເຂົ້າສູ່ຄວາມຈິງຂອງເຈົ້າ ຫຼື ບໍ່? (ບໍ່ສົ່ງຜົນກະທົບ.) ສະຖານະການໄພພິບັດຮຸນແຮງປານນີ້ແລ້ວ, ມີຈັກເທື່ອທີ່ເຮົາຈັດການເຕົ້າໂຮມ ແລະ ເທດສະໜາກ່ຽວກັບເລື່ອງໄພພິບັດໂດຍສະເພາະ? ເຮົາບໍ່ເຄີຍເນັ້ນເຖິງເລື່ອງໄພພິບັດ, ມີແຕ່ເວົ້າເລື່ອງຄວາມຈິງຕະຫຼອດ ເພື່ອໃຫ້ພວກເຈົ້າເຂົ້າໃຈຄວາມຈິງ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ແລະ ເພື່ອໃຫ້ພວກເຈົ້າເຂົ້າໃຈວ່າຈະປະຕິບັດໜ້າທີ່ໃຫ້ດີໄດ້ແນວໃດ ແລະ ຈະເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ແນວໃດ. ຕອນນີ້ບາງຄົນແມ່ນແຕ່ບໍ່ເຂົ້າໃຈວ່າ ຄວາມຈິງຄວາມເປັນຈິງແມ່ນຫຍັງ, ຫຼັກຄຳສອນແມ່ນຫຍັງ. ແຕ່ລະມື້ພວກເຂົາກໍເວົ້າແຕ່ຄຳເວົ້າ ແລະ ຫຼັກຄຳສອນເດີມໆສອງສາມຄຳ ແລະ ຄຳເວົ້າທີ່ຫວ່າງເປົ່າ ແລ້ວຮູ້ສຶກວ່າຕົນເອງໄດ້ເຂົ້າສູ່ຄວາມຈິງຄວາມເປັນຈິງແລ້ວ. ເຮົາເປັນຫ່ວງພວກເຂົາ, ແຕ່ພວກເຂົາກັບບໍ່ເປັນຫ່ວງຕົນເອງ. ພວກເຂົາຍັງຄົງຄິດເຖິງເລື່ອງທີ່ຢູ່ຫ່າງໄກໃນພາຍພາກໜ້າເຫຼົ່ານັ້ນ; ການຄິດເຖິງເລື່ອງເຫຼົ່ານັ້ນບໍ່ເປັນຈິງ.
ຈຸດປະສົງຂອງການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດ ບໍ່ແມ່ນເພື່ອປ່ຽນໃຫ້ຄົນທີ່ມີຄວາມສາມາດເຫຼົ່ານີ້ກາຍເປັນຜູ້ຫ້າວຫັນ ແລະ ກໍບໍ່ແມ່ນການວາງແຜນເພື່ອໃຫ້ພວກເຂົາກາຍເປັນເສົາຫຼັກໃນພາຍພາກໜ້າ, ແຕ່ແມ່ນເພື່ອໃຫ້ບາງຄົນທີ່, ເວົ້າໂດຍປຽບທຽບແລ້ວ, ໄລ່ຕາມຄວາມຈິງຫຼາຍກວ່າ ແລະ ຜູ້ທີ່ບັນລຸເງື່ອນໄຂໃນການສົ່ງເສີມ ແລະ ການເພາະປູກ ໄດ້ມີໂອກາດໃນການຝຶກຝົນໃນສະພາບແວດລ້ອມທີ່ເໝາະສົມ ແລະ ພາຍໃຕ້ເງື່ອນໄຂທີ່ເອື້ອອຳນວຍກວ່າ. ສິ່ງທີ່ສຳຄັນທີ່ສຸດຄື ການທີ່ພວກເຂົາສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ. ສິ່ງນີ້ບໍ່ແມ່ນສິ່ງທີ່ມະນຸດຄວນບັນລຸໂດຍການເຊື່ອໃນພຣະເຈົ້າບໍ? ສິ່ງນີ້ບໍ່ແມ່ນສິ່ງທີ່ມະນຸດຄວນໄດ້ຮັບໂດຍການເຊື່ອໃນພຣະເຈົ້າບໍ? ເພື່ອທີ່ຈະເຂົ້າສູ່ຄວາມຈິງຄວາມເປັນຈິງ, ຕອນນີ້ສິ່ງທີ່ພວກເຈົ້າຄວນໄລ່ຕາມເປັນຫຼັກແມ່ນຫຍັງ? ພວກເຈົ້າມີແຜນການ ແລະ ຂັ້ນຕອນສຳລັບການເຮັດສິ່ງນີ້ບໍ? ເຮົາຈະບອກເຄັດລັບຢ່າງໜຶ່ງໃຫ້ພວກເຈົ້າ, ເຊິ່ງທັງງ່າຍດາຍ, ສະບາຍ ແລະ ວ່ອງໄວ. ເວົ້າງ່າຍໆກໍຄື, ການເຂົ້າສູ່ຄວາມຈິງຄວາມເປັນຈິງ ທີ່ຈິງແລ້ວ ກໍຄືການປະຕິບັດຄວາມຈິງ. ເພື່ອທີ່ຈະປະຕິບັດຄວາມຈິງ, ກ່ອນອື່ນໝົດຈຳເປັນຕ້ອງຈັດການກັບອຸປະນິໄສທີ່ເສື່ອມຊາມຂອງຕົນເອງ. ຈຸດເລີ່ມຕົ້ນທີ່ໄວທີ່ສຸດສຳລັບການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນເອງແມ່ນຫຍັງ? ສຳລັບພວກເຈົ້າແລ້ວ, ວິທີທີ່ງ່າຍດາຍທີ່ສຸດ, ໄວທີ່ສຸດ ແລະ ປະຢັດແຮງທີ່ສຸດ ກໍຄືແກ້ໄຂບັນຫາການປະຕິບັດໜ້າທີ່ແບບເຮັດພໍແລ້ວມືແລ້ວຕີນກ່ອນ, ໂດຍແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນເອງໄປເທື່ອລະກ້າວ. ພວກເຈົ້າອາດຈະໃຊ້ເວລາສໍ່າໃດຈຶ່ງຈະສາມາດແກ້ໄຂມັນໄດ້? ພວກເຈົ້າມີແຜນການບໍ? ຄົນສ່ວນໃຫຍ່ບໍ່ມີແຜນການ, ພວກເຂົາພຽງແຕ່ຄິດໄລ່ຢູ່ໃນໃຈຕະຫຼອດ, ໂດຍບໍ່ຮູ້ວ່າຈະເລີ່ມຕົ້ນຢ່າງເປັນທາງການຕັ້ງແຕ່ເມື່ອໃດ. ເຖິງແມ່ນວ່າພວກເຂົາຈະຮູ້ວ່າພວກເຂົາເຮັດພໍແລ້ວມືແລ້ວຕີນ, ແຕ່ພວກເຂົາກໍບໍ່ໄດ້ລົງມືແກ້ໄຂມັນ ແລະ ບໍ່ມີວິທີແກ້ໄຂທີ່ລະອຽດໃດໆ. ການຂີ້ຄ້ານໃນການປະຕິບັດໜ້າທີ່ຂອງຕົນ, ການບໍ່ໃສ່ໃຈ, ການບໍ່ຮັບຜິດຊອບ ແລະ ການບໍ່ເອົາຈິງເອົາຈັງ; ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກຂອງການເຮັດພໍແລ້ວມືແລ້ວຕີນ. ຂັ້ນຕອນທີໜຶ່ງແມ່ນການແກ້ໄຂບັນຫາການເຮັດພໍແລ້ວມືແລ້ວຕີນ. ຂັ້ນຕອນທີສອງແມ່ນການແກ້ໄຂບັນຫາການເຮັດຕາມໃຈຕົນເອງ. ສ່ວນເລື່ອງອື່ນໆ ເຊັ່ນ: ການເວົ້າຈາບໍ່ຊື່ສັດໃນບາງຄັ້ງ, ຫຼື ການເປີດເຜີຍອຸປະນິໄສທີ່ເລ່ຫຼ່ຽມ ຫຼື ອວດດີ, ຢ່າສົນໃຈກັບສິ່ງເຫຼົ່ານັ້ນໃນຕອນນີ້. ການຈັດການກັບການເຮັດພໍແລ້ວມືແລ້ວຕີນ ແລະ ການເຮັດຕາມໃຈຕົນເອງກ່ອນ ມັນເປັນຈິງ ແລະ ມີປະສິດທິຜົນກວ່າ ຫຼື ບໍ່? ສອງບັນຫານີ້ບໍ່ແມ່ນບັນຫາທີ່ພົບເຫັນໄດ້ງ່າຍທີ່ສຸດບໍ? ພວກມັນບໍ່ແມ່ນແກ້ໄຂໄດ້ງ່າຍບໍ? (ແມ່ນແລ້ວ.) ເຈົ້າຮູ້ສຶກຕົວບໍ ເວລາທີ່ເຈົ້າກຳລັງເຮັດພໍແລ້ວມືແລ້ວຕີນ? ເຈົ້າຮັບຮູ້ບໍ ເວລາທີ່ເຈົ້າກຳລັງຄິດທີ່ຈະຂີ້ຄ້ານ? ເຈົ້າຮັບຮູ້ບໍ ເວລາທີ່ເຈົ້າກຳລັງຄິດທີ່ຈະຫຼິ້ນເລ່ຫຼ່ຽມ ຫຼື ສວຍໂອກາດ ແລະ ຮັບໃຊ້ຕົນເອງຜ່ານການຫຼິ້ນເລ່ຫຼ່ຽມ? (ຮັບຮູ້.) ຖ້າເຈົ້າຮັບຮູ້, ແລ້ວມັນກໍແກ້ໄຂໄດ້ງ່າຍ. ເລີ່ມຕົ້ນໂດຍການແກ້ໄຂບັນຫາທີ່ເຈົ້າສາມາດກວດພົບໄດ້ງ່າຍ ແລະ ບັນຫາທີ່ເຈົ້າຮູ້ສຶກຕົວໄດ້ຢູ່ໃນໃຈ. ການເຮັດພໍແລ້ວມືແລ້ວຕີນໃນໜ້າທີ່ຂອງຕົນ ແມ່ນບັນຫາທີ່ຊັດເຈນຫຼາຍ ແລະ ພົບເຫັນໄດ້ທົ່ວໄປ, ແຕ່ມັນກໍເປັນບັນຫາຊໍາເຮື້ອທີ່ແກ້ໄຂໄດ້ຍາກແທ້ໆ. ເມື່ອປະຕິບັດໜ້າທີ່, ຄົນເຮົາຕ້ອງຮຽນຮູ້ທີ່ຈະຈິງຈັງ, ຮັດກຸມ, ລະອຽດຖີ່ຖ້ວນ, ແລະ ມີຄວາມຮັບຜິດຊອບ, ແລະ ເຮັດໃນລັກສະນະທີ່ມີພື້ນຖານໜັກແໜ້ນ, ນັ້ນກໍຄື ໂດຍການຍ່າງໄປເທື່ອລະກ້າວຢ່າງໝັ້ນຄົງ. ຄົນເຮົາຕ້ອງອອກແຮງທັງໝົດຂອງຕົນເພື່ອປະຕິບັດໜ້າທີ່ນັ້ນໃຫ້ດີ, ຈົນກວ່າພວກເຂົາຈະພໍໃຈກັບຜົນງານທີ່ພວກເຂົາໄດ້ປະຕິບັດ. ຖ້າບໍ່ເຂົ້າໃຈຄວາມຈິງ ກໍຄວນສະແຫວງຫາຫຼັກການ, ເຮັດຕາມຫຼັກການເຫຼົ່ານັ້ນ ແລະ ເຮັດຕາມຂໍ້ກຳນົດຂອງພຣະເຈົ້າ ພວກເຂົາຄວນທຸ້ມເທຄວາມພະຍາຍາມຕື່ມອີກເພື່ອເຮັດໜ້າທີ່ຂອງຕົນໃຫ້ດີ, ຢ່າເຮັດພໍແລ້ວມືແລ້ວຕີນເປັນອັນຂາດ. ໂດຍການປະຕິບັດແບບນີ້ເທົ່ານັ້ນ ຈິດໃຈຂອງຄົນໆໜຶ່ງຈຶ່ງຈະສະຫງົບສຸກ, ບໍ່ມີການຕຳນິຈາກຈິດສຳນຶກ. ການເຮັດພໍແລ້ວມືແລ້ວຕີນແກ້ໄຂໄດ້ງ່າຍບໍ? ພຽງແຕ່ເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ, ເຈົ້າກໍສາມາດແກ້ໄຂໄດ້. ກ່ອນອື່ນໝົດ ເຈົ້າຕ້ອງອະທິຖານຕໍ່ພຣະເຈົ້າວ່າ: “ຂ້າແດ່ພຣະເຈົ້າ, ຂ້ານ້ອຍເລີ່ມປະຕິບັດໜ້າທີ່ແລ້ວ, ຖ້າຂ້ານ້ອຍເຮັດພໍແລ້ວມືແລ້ວຕີນ ຂໍພຣະອົງຈົ່ງລົງວິໄນຂ້ານ້ອຍ, ຕຳນິຂ້ານ້ອຍໃນໃຈ ແລະ ຂໍພຣະອົງຈົ່ງນໍາພາຂ້ານ້ອຍປະຕິບັດໜ້າທີ່ໃຫ້ດີ, ບໍ່ເຮັດພໍແລ້ວມືແລ້ວຕີນ”. ຈົ່ງປະຕິບັດແບບນີ້ທຸກມື້ ແລະ ເບິ່ງວ່າມັນໃຊ້ເວລາສໍ່າໃດຈຶ່ງຈະສາມາດແກ້ໄຂບັນຫາການເຮັດພໍແລ້ວມືແລ້ວຕີນໄດ້ຂອງເຈົ້າ, ສາມາດຮັບປະກັນວ່າສະພາວະຂອງການເຮັດພໍແລ້ວມືແລ້ວຕີນນັບມື້ນັບໜ້ອຍລົງ, ສິ່ງເຈືອປົນໃນການປະຕິບັດໜ້າທີ່ນັບມື້ນັບໜ້ອຍລົງ, ຜົນຕົວຈິງນັບມື້ນັບດີຂຶ້ນ, ປະສິດທິພາບໃນການປະຕິບັດໜ້າທີ່ຂອງເຈົ້ານັບມື້ນັບເພີ່ມຂຶ້ນ. ການປະຕິບັດໜ້າທີ່ໂດຍບໍ່ເຮັດພໍແລ້ວມືແລ້ວຕີນ, ອາໄສຕົວມະນຸດເອງສາມາດເຮັດໄດ້ ຫຼື ບໍ່? ເວລາທີ່ເຮັດພໍແລ້ວມືແລ້ວຕີນ ຕົນເອງສາມາດຄວບຄຸມໄດ້ ຫຼື ບໍ່? (ຄວບຄຸມຍາກ.) ແບບນີ້ກໍຫຍຸ້ງຍາກແລ້ວ. ຖ້າເລື່ອງນີ້ຄວບຄຸມໄດ້ຍາກແທ້ໆ ພວກເຈົ້າກໍມີບັນຫາໃຫຍ່ຢູ່ໃນມືແລ້ວ! ພວກເຈົ້າເຮັດຫຍັງແດ່ຈຶ່ງຈະບໍ່ເຮັດພໍແລ້ວມືແລ້ວຕີນ? ບາງຄົນພິຖີພິຖັນເລື່ອງການກິນທີ່ສຸດ, ອາຫານຄາບໜຶ່ງບໍ່ຖືກປາກ ກໍບໍ່ມີອາລົມໝົດມື້; ຜູ້ຍິງບາງຄົນມັກແຕ່ງຕົວ ແລະ ແຕ່ງໜ້າທີ່ສຸດ, ເສັ້ນຜົມເສັ້ນດຽວກໍບໍ່ປ່ອຍຜ່ານ. ບາງຄົນເກັ່ງເລື່ອງການເຮັດທຸລະກິດ, ເງິນກີບດຽວກໍຕ້ອງຄິດໄລ່. ຖ້າພວກເຈົ້າມີທັດສະນະຄະຕິທີ່ເອົາຈິງເອົາຈັງແບບນີ້ໃນການເຮັດວຽກ ເຈົ້າກໍຈະສາມາດຫຼີກລ່ຽງການເຮັດພໍແລ້ວມືແລ້ວຕີນໄດ້. ແກ້ໄຂບັນຫາການເຮັດພໍແລ້ວມືແລ້ວຕີນກ່ອນ, ຈາກນັ້ນຈຶ່ງແກ້ໄຂບັນຫາການເຮັດຕາມໃຈຕົນເອງ. ການເຮັດຕາມໃຈຕົນເອງເປັນບັນຫາທີ່ພົບເຫັນໄດ້ທົ່ວໄປ ແລະ ມັນກໍເປັນອີກບັນຫາໜຶ່ງທີ່ຕົນເອງກໍຮູ້ສຶກຕົວໄດ້ງ່າຍ. ພຽງແຕ່ໄຕ່ຕອງເບິ່ງເລັກນ້ອຍກໍສາມາດຮັບຮູ້ໄດ້ວ່າ ການເຮັດຕາມໃຈຕົນເອງບໍ່ສອດຄ່ອງກັບຫຼັກການຄວາມຈິງເລີຍ. ບັນຫາທີ່ສາມາດຮັບຮູ້ໄດ້ກໍແກ້ໄຂໄດ້ງ່າຍ. ພວກເຈົ້າເລີ່ມຈາກສອງດ້ານນີ້ກ່ອນ, ອັນໜຶ່ງແມ່ນແກ້ໄຂບັນຫາການເຮັດພໍແລ້ວມືແລ້ວຕີນ, ອີກອັນໜຶ່ງແມ່ນແກ້ໄຂບັນຫາການເຮັດຕາມໃຈຕົນເອງ. ພະຍາຍາມບັນລຸຜົນໃຫ້ໄດ້ພາຍໃນໜຶ່ງ ຫຼື ສອງປີ, ເຮັດຫຍັງກໍບໍ່ເຮັດພໍແລ້ວມືແລ້ວຕີນ ຫຼື ບໍ່ເຮັດຕາມໃຈຕົນເອງ, ຫຼື ບໍ່ມີສິ່ງເຈືອປົນທີ່ເປັນຄວາມຕ້ອງການຂອງຕົນເອງ. ເມື່ອແກ້ໄຂສອງບັນຫານີ້ໄດ້ແລ້ວ, ພວກເຈົ້າກໍໃກ້ຈະປະຕິບັດໜ້າທີ່ໄດ້ມາດຕະຖານແລ້ວ. ຖ້າພວກເຈົ້າແກ້ໄຂສອງບັນຫານີ້ບໍ່ໄດ້, ຊັ້ນພວກເຈົ້າຍັງຢູ່ຫ່າງໄກຈາກການອ່ອນນ້ອມຕໍ່ພຣະເຈົ້າ ຫຼື ການຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍ, ພວກເຈົ້າຍັງບໍ່ໄດ້ກວດສອບເພື່ອຄົ້ນພົບສິ່ງທີ່ປິດບັງໄວ້ໃນເລື່ອງນີ້ຢ່າງລະອາດ.
ພວກເຮົາຫາກໍໄດ້ໂອ້ລົມກ່ຽວກັບເກນ ແລະ ຈຸດປະສົງຂອງການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ໄດ້ມີຄຸນສົມບັດ, ພ້ອມທັງຄວາມເຂົ້າໃຈ ແລະ ມຸມມອງທີ່ມະນຸດຄວນມີຕໍ່ກັບການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ເພາະປູກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ. ອີກດ້ານໜຶ່ງກໍຄືທັດສະນະຄະຕິ ແລະ ວິທີການປະຕິບັດທີ່ຄວນມີຕໍ່ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ເພາະປູກ. ນີ້ແມ່ນບັນຫາບາງຢ່າງທີ່ຄວນຖືກໂອ້ລົມໃນຂໍ້ທີຫົກ. ສະນັ້ນ, ຕໍ່ໄປແມ່ນກ່ຽວຂ້ອງກັບຂໍ້ທີຫົກໂດຍສະເພາະ, ໃຫ້ພວກເຮົາເປີດໂປງ ແລະ ໄຈ້ແຍກວ່າຜູ້ນໍາປອມປະຕິບັດແນວໃດໃນວຽກງານການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດປະເພດນີ້ຕ່າງໆ. ນີ້ແມ່ນເນື້ອໃນຫຼັກທີ່ພວກເຮົາຈະໂອ້ລົມກັນ.
ທັດສະນະຄະຕິ ແລະ ການສະແດງອອກຂອງຜູ້ນໍາປອມຕໍ່ການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດ
ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສະແຫວງຫາຄວາມຈິງ. ສະນັ້ນ, ເມື່ອເວົ້າເຖິງວຽກງານທີ່ສຳຄັນໃນການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດທີ່ມີຄຸນສົມບັດໃນເຮືອນຂອງພຣະເຈົ້າ, ພວກເຂົາຍັງໄດ້ເຮັດຜິດພາດ, ເຮັດໃຫ້ຫຍຸ້ງເຫຍີງຢ່າງສິ້ນເຊີງ ແລະ ບໍ່ສາມາດບັນລຸຂໍ້ກຳນົດຂອງເຮືອນຂອງພຣະເຈົ້າໄດ້ເລີຍ. ຍ້ອນວ່າພວກເຂົາບໍ່ເຂົ້າໃຈເກນຂອງການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດທີ່ມີຄຸນສົມບັດ, ແຮງໄກທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ, ແລະ ກໍບໍ່ເຂົ້າໃຈຄວາມໝາຍຂອງການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດທຸກປະເພດທີ່ມີຄຸນສົມບັດ, ສະນັ້ນ ສຳລັບວຽກງານນີ້ ພວກເຂົາຈຶ່ງຍາກທີ່ຈະເຮັດໃຫ້ໄດ້ມາດຕະຖານ ແລະ ເຮັດໃຫ້ສອດຄ່ອງກັບຫຼັກການ. “ຄົນທີ່ມີຄວາມສາມາດພິເສດ” ປະເພດຕ່າງໆທີ່ຜູ້ນໍາປອມເພາະປູກໃນໄລຍະເຮັດວຽກນັ້ນມີຫຼາກຫຼາຍຮູບແບບປະປົນກັນ. ແທນທີ່ຈະສົ່ງເສີມ ແລະ ເພາະປູກຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດ, ຜູ້ນໍາປອມກັບສົ່ງເສີມຄົນເຫຼົ່ານັ້ນທີ່ບໍ່ຄວນຖືກສົ່ງເສີມ ແລະ ຖືກເພາະປູກເລີຍ ໃຫ້ຂຶ້ນມາຮັບໜ້າທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ແລະ ປ່ອຍໃຫ້ຄົນເຫຼົ່ານີ້ມາຫາກິນນຳຄຣິສຕະຈັກ ແລະ ຜານເຄື່ອງຖວາຍຂອງພຣະເຈົ້າ. ຜູ້ນໍາປອມລ້ວນແຕ່ເຮັດສິ່ງຕ່າງໆແບບນີ້, ເຮັດໃຫ້ບາງຄົນທີ່ໄລ່ຕາມຄວາມຈິງ ແລະ ຄົນທີ່ມີຄວາມຮູ້ສຶກຍຸຕິທຳຖືກຢຽບໄວ້ໃຕ້ຕີນ ແລະ ບໍ່ໄດ້ຮັບການສົ່ງເສີມ ແລະ ຖືກນໍາໃຊ້. ກົງກັນຂ້າມ, ຄົນທີ່ບໍ່ມີດີຫຍັງເລີຍເຫຼົ່ານັ້ນ ກັບກາຍເປັນຄົນທີ່ເອີ້ນວ່າ ຄົນທີ່ມີຄວາມສາມາດພິເສດ ໃນສາຍຕາຂອງຜູ້ນໍາປອມເຫຼົ່ານີ້, ແລະ ຖືກພວກເຂົາສົ່ງເສີມ ແລະ ເພາະປູກ. ແລ້ວຜູ້ນໍາປອມມີການສະແດງອອກຫຍັງແດ່ໃນເວລາເຮັດວຽກງານນີ້? ລອງສົມມຸດວ່າ, ຕົວຢ່າງ: ຍ້ອນຄວາມຕ້ອງການຂອງວຽກງານ, ເຮືອນຂອງພຣະເຈົ້າຕ້ອງຊອກຫາບາງຄົນໄປຈັດການວຽກງານພາຍນອກ. ແລ້ວຄວນຊອກຫາຄົນແບບໃດ? ວັງກີ້ນີ້ເຮົາໄດ້ລະບຸເກນສອງສາມຢ່າງ, ກໍຄືຕ້ອງມີຄວາມສາມາດໃນການເຮັດວຽກ, ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ ແລະ ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຜູ້ນໍາປອມຮູ້ຫຼັກການເຫຼົ່ານີ້ບໍ? ເຫັນໄດ້ຢ່າງຊັດເຈນວ່າພວກເຂົາບໍ່ຮູ້, ແລ້ວພວກເຂົາຊອກຫາຄົນມາຈັດການວຽກງານພາຍນອກແນວໃດ? ພວກເຂົາຄິດໃນໃຈວ່າ: “ໃຜສາມາດຈັດການວຽກງານພາຍນອກໄດ້ນໍ? ມີເອື້ອຍນ້ອງຄົນໜຶ່ງທີ່ຫົວໄວ ແລະ ຕອບໂຕ້ໄວ, ເປັນຄົນເວົ້າເກັ່ງ ແລະ ຮູ້ຈັກວິທີຮັບມືກັບຄົນ. ຕາຂອງລາວລອກແລກຢ່າງມີເລ່ຫຼ່ຽມເວລາເວົ້າ ແລະ ຄົນທົ່ວໄປເດົາໃຈລາວບໍ່ຖືກ. ລາວອາດຈະບໍ່ເໝາະສົມປານໃດທີ່ຈະເປັນຜູ້ນໍາຄຣິສຕະຈັກ, ແຕ່ລາວຈະເກັ່ງຫຼາຍໃນການຈັດການວຽກງານພາຍນອກ, ສະນັ້ນ ເຮົາຈະເລືອກລາວ. ພຽງແຕ່ລາວມີການສຶກສາຂ້ອນຂ້າງຕໍ່າ, ເຮົາກັງວົນວ່າຄົນບໍ່ມີຄວາມເຊື່ອຈະດູຖູກລາວ, ຄັນຊັ້ນເຮົາຈະຊອກຫາຄົນທີ່ຈົບມະຫາວິທະຍາໄລອີກຄົນໜຶ່ງ, ຄົນທີ່ເຄີຍເປັນປະທານສະມະຄົມນັກສຶກສາມາຮ່ວມມືກັບລາວ. ຄົນນີ້ຂ້ອນຂ້າງສະຫຼາດ ແຕ່ມີປະສົບການໃນສັງຄົມຂ້ອນຂ້າງໜ້ອຍ ແລະ ເຫັນໂລກມາຂ້ອນຂ້າງໜ້ອຍ, ແບບນີ້ລາວກໍສາມາດຮຽນຮູ້ນໍາຄູ່ຮ່ວມງານຂອງລາວໄດ້. ສອງຄົນນີ້, ຜູ້ໜຶ່ງມີການສຶກສາຕໍ່າ ແລະ ອີກຜູ້ໜຶ່ງມີການສຶກສາສູງ, ຜູ້ໜຶ່ງມີປະສົບການໃນສັງຄົມ ແລະ ອີກຜູ້ໜຶ່ງບໍ່ມີ, ພວກເຂົາເໝາະສົມທີ່ຈະຮ່ວມມືກັນ, ແມ່ນບໍ?” ຜູ້ໜຶ່ງແມ່ນເວົ້າເກັ່ງ ແລະ ເວົ້າຈາສະຫາດສະຫີງ, ຫົວໄວ, ແລະ ເປັນຄົນໂດດເດັ່ນໃນສັງຄົມຫຼາຍ; ເມື່ອໃດກໍຕາມທີ່ລາວພົວພັນກັບຄົນບໍ່ມີຄວາມເຊື່ອ, ພວກເຂົາເບິ່ງບໍ່ອອກວ່າລາວເປັນຄົນເຊື່ອ. ສ່ວນອີກຜູ້ໜຶ່ງແມ່ນມີການສຶກສາສູງ ແລະ ມີສະຖານະທາງສັງຄົມ; ເມື່ອໃດກໍຕາມທີ່ລາວພົວພັນກັບຄົນບໍ່ມີຄວາມເຊື່ອ, ພວກເຂົາກໍບໍ່ດູຖູກລາວ. ພວກເຈົ້າຄິດແນວໃດກ່ຽວກັບຫຼັກການສອງຢ່າງນີ້ທີ່ຜູ້ນໍາປອມໃຊ້ເລືອກຄົນ? ຜູ້ນໍາປອມເຊື່ອວ່າຂໍພຽງແຕ່ຜູ້ໃດຜູ້ໜຶ່ງມີພອນສະຫວັນໃນການເວົ້າ, ມີຫົວໄວ ແລະ ມີການຕອບໂຕ້ທີ່ວ່ອງໄວ, ພວກເຂົາກໍສາມາດຈັດການວຽກງານທົ່ວໄປໃຫ້ເຮືອນຂອງພຣະເຈົ້າໄດ້. ນີ້ແມ່ນວິທີທີ່ເໝາະສົມໃນການເລືອກຄົນບໍ? (ບໍ່.) ມັນບໍ່ເໝາະສົມແນວໃດ? (ຄົນແບບນີ້ມັກຈະຂ້ອນຂ້າງສະຫຼາດຫຼັກແຫຼມ; ເຖິງແມ່ນວ່າພວກເຂົາສາມາດໃຊ້ປັດຊະຍາສຳລັບການກະທຳທາງໂລກກັບຄົນອື່ນ ແລະ ຮູ້ຈັກວິທີຮັບມືກັບຄົນ, ແຕ່ພວກເຂົາອາດຈະບໍ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ສະເໝີໄປ.) ແມ່ນແລ້ວ. ສິ່ງທີ່ສຳຄັນທີ່ສຸດຄື ບໍ່ວ່າຄົນຜູ້ໜຶ່ງຈະຈັດການວຽກງານຫຍັງໃຫ້ເຮືອນຂອງພຣະເຈົ້າ, ຢ່າງໜ້ອຍທີ່ສຸດພວກເຂົາຕ້ອງເປັນຄົນຈິດໃຈຊື່ກົງ ແລະ ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້. ການທີ່ເປັນຄົນປາກເກັ່ງຈົນສາມາດເວົ້າຄົນຕາຍໃຫ້ຟື້ນໄດ້ ໝາຍຄວາມວ່າພວກເຂົາສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ບໍ? ການທີ່ເປັນຄົນຫົວໄວ, ເວົ້າເກັ່ງ ແລະ ເວົ້າຈາສະຫາດສະຫີງ ໝາຍຄວາມວ່າພວກເຂົາສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ບໍ? (ບໍ່ໄດ້.) ຕໍ່ໃຫ້ພວກເຂົາສາບານກໍບໍ່ມີປະໂຫຍດ ແລະ ມັນກໍບໍ່ມີຄວາມໝາຍເຊັ່ນກັນຖ້າເຈົ້າຮຽກຮ້ອງຕໍ່ພວກເຂົາ, ພວກເຂົາຕ້ອງມີລັກສະນະແບບນັ້ນຈຶ່ງຈະໄດ້. ແຕ່ຜູ້ນໍາປອມບໍ່ກວດສອບສິ່ງເຫຼົ່ານີ້, ພວກເຂົາພຽງແຕ່ເບິ່ງວ່າໃຜມີປະສົບການໃນສັງຄົມ, ໃຜສະຫຼາດຫຼັກແຫຼມ, ຫົວໄວ, ເວົ້າເກັ່ງ ແລະ ເວົ້າຈາສະຫາດສະຫີງ, ໃຜຮູ້ຈັກຫຼິ້ນລະຄອນໄປຕາມສະຖານະການ, ໃຜເປັນຄືກັບກະປອມປ່ຽນສີ ແລະ ເປັນຄົນໂດດເດັ່ນໃນສັງຄົມ. ພວກເຂົາຄິດວ່າຄົນແບບນີ້ສາມາດຈັດການວຽກງານທົ່ວໄປໃນເຮືອນຂອງພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຜິດພາດບໍ? ນີ້ແມ່ນຄວາມຜິດພາດໃນແງ່ຂອງຫຼັກການ ແລະ ມາດຕະຖານສຳລັບການເລືອກຄົນ. ຄວາມຈິງກໍຄື ຄົນປະເພດນີ້ປາກເກັ່ງຈົນສຸດຂີດ: ບໍ່ວ່າພວກເຂົາຈະຮັບມືກັບໃຜ, ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ແມ່ນຄຳຕົວະ ແລະ ພວກເຂົາບໍ່ສາມາດປ່ຽນແປງໄດ້ ບໍ່ວ່າພວກເຂົາຈະສາບານຈັກເທື່ອກໍຕາມ. ເມື່ອເຮັດສິ່ງຕ່າງໆ, ພວກເຂົາພຽງແຕ່ປົກປ້ອງຜົນປະໂຫຍດຂອງຕົນເອງເທົ່ານັ້ນ ແລະ ໂດຍສະເພາະເມື່ອປະເຊີນກັບອັນຕະລາຍ, ພວກເຂົາປົກປ້ອງຕົນເອງກ່ອນເປັນອັນດັບທຳອິດ, ແລະ ບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ຂໍພຽງແຕ່ພວກເຂົາມີຄວາມສຳພັນທີ່ດີກັບຄົນບໍ່ມີຄວາມເຊື່ອ, ນັ້ນກໍພຽງພໍແລ້ວສຳລັບພວກເຂົາ; ສ່ວນເລື່ອງທີ່ວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈະເສຍຫາຍ ຫຼື ບໍ່ນັ້ນ, ພວກເຂົາບໍ່ສົນໃຈເລີຍ. ຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍກໍບໍ່ແມ່ນສິ່ງທີ່ພວກເຂົານໍາມາພິຈາລະນາເຊັ່ນກັນ, ແລະ ພວກເຂົາກໍບໍ່ສົນໃຈວ່າພຣະນາມຂອງພຣະເຈົ້າຈະເສື່ອມເສຍ ຫຼື ບໍ່; ພວກເຂົາພຽງແຕ່ປົກປ້ອງຕົນເອງເທົ່ານັ້ນ. ຜູ້ນໍາປອມເບິ່ງຄົນປະເພດນີ້ບໍ່ທະລຸ ແລະ ຄິດວ່າພວກເຂົາເໝາະສົມທີ່ສຸດສຳລັບການຈັດການວຽກງານພາຍນອກໃຫ້ເຮືອນຂອງພຣະເຈົ້າ. ແບບນີ້ມັນໂງ່ບໍ? ພວກເຂົາຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແຕ່ຜູ້ນໍາປອມກໍຍັງບໍ່ຮູ້ ແລະ ຍັງມອບໝາຍວຽກງານທີ່ສຳຄັນໃຫ້ພວກເຂົາ, ແລະ ຫວັງເພິ່ງພວກເຂົາສຳລັບທຸກສິ່ງ. ນີ້ບໍ່ແມ່ນຄວາມໂງ່ຈົນສຸດຂີດບໍ? ຄົນທີ່ເວົ້າເກັ່ງ, ເວົ້າຈາສະຫາດສະຫີງ ແລະ ຫົວໄວ ແມ່ນຄົນທີ່ມີເຈດຕະນາຊື່ກົງບໍ? ຖ້າເຈົ້າບໍ່ເຄີຍພົວພັນນໍາພວກເຂົາ ຫຼື ສັງເກດພວກເຂົາຢ່າງລະອຽດ, ເຈົ້າກໍຈະບໍ່ຮູ້. ເມື່ອເຈົ້າພົວພັນ ແລະ ຈັດການວຽກງານນໍາພວກເຂົາ, ໃຫ້ເບິ່ງວ່າສິ່ງທີ່ພວກເຂົາເວົ້ານັ້ນສອດຄ່ອງກັບສິ່ງທີ່ພວກເຂົາເຮັດ ຫຼື ບໍ່. ສິ່ງນີ້ສາມາດທົດສອບໄດ້ຜ່ານເຫດການດຽວ. ລອງສົມມຸດວ່າ, ຕົວຢ່າງ: ເຈົ້າກຳລັງຍ້າຍເຄື່ອງຢູ່. ເມື່ອພວກເຂົາເຫັນແລ້ວ, ພວກເຂົາຈະບໍ່ຊ່ວຍເຈົ້າ. ມີພຽງແຕ່ຕອນທີ່ເຈົ້າເຮັດວຽກແລ້ວໆເທົ່ານັ້ນ ພວກເຂົາຈຶ່ງຈະຍ່າງມາເວົ້າວ່າ, “ເຈົ້າເຮັດວຽກທີ່ເມື່ອຍປານນີ້ຜູ້ດຽວໄດ້ແນວໃດ? ຂ້ອຍຊິຊ່ວຍເຈົ້າຢູ່ແລ້ວຖ້າເຈົ້າບອກ, ບໍ່ວ່າຂ້ອຍຈະຫຍຸ້ງສໍ່າໃດກໍຕາມ. ເຈົ້າເບິ່ງຄືເມື່ອຍແຮງ. ດຽວຂ້ອຍຊິແຕ່ງກິນໃຫ້ເຈົ້າ, ມື້ນີ້ເຈົ້າບໍ່ຕ້ອງແຕ່ງ”. ຫຼັງຈາກເວົ້າແນວນັ້ນ, ພວກເຂົາກໍຫາຍໂຕໄປ. ເຈົ້າເມື່ອຍຊິຕາຍແລ້ວ ແລະ ເຈົ້າຍັງຕ້ອງໄດ້ແຕ່ງກິນອີກ. ຈາກນັ້ນ ພໍເຈົ້າແຕ່ງກິນແລ້ວ, ພວກເຂົາກໍມາກິນ ແລະ ຍັງເວົ້າວ່າ, “ເປັນຫຍັງເຈົ້າບໍ່ເອີ້ນຂ້ອຍຕອນເຈົ້າຊິເລີ່ມແຕ່ງກິນ? ເຈົ້າເມື່ອຍຊິຕາຍແລ້ວ ແລະ ເຈົ້າຍັງມາແຕ່ງກິນໃຫ້ຂ້ອຍ, ແບບນີ້ມັນຖືກຕ້ອງຢູ່ບ່ອນໃດ? ໃນເມື່ອເຈົ້າແຕ່ງແລ້ວ, ຂ້ອຍກໍຊິກິນສາ. ຄາບໜ້າດຽວຂ້ອຍແຕ່ງ, ແລະ ຮ້ອງບອກຂ້ອຍແດ່ເດີ້ ເມື່ອໃດກໍຕາມທີ່ເຈົ້າມີວຽກທີ່ຕ້ອງເຮັດໃນອະນາຄົດ”. ເຫດການດຽວນີ້ກໍພຽງພໍແລ້ວທີ່ຈະເບິ່ງພວກເຂົາທະລຸ. ພວກເຂົາເວົ້າເກັ່ງຫຼາຍ, ຫົວໄວ, ແລະ ຮູ້ວ່າຈະເວົ້າຫຍັງ. ພວກເຂົາຮູ້ຈັກຫຼິ້ນລະຄອນໄປຕາມສະຖານະການ, ແລະ ສິ່ງດຽວທີ່ພວກເຂົາເຮັດກໍຄືເວົ້າແຕ່ຄຳມ່ວນໆ, ໂດຍບໍ່ເຄີຍເຮັດວຽກແທ້ຈິງຈັກຢ່າງ. ຄົນແບບນີ້ໄວ້ໃຈໄດ້ບໍ? ຖ້າເຈົ້າຂໍໃຫ້ພວກເຂົາຈັດການວຽກງານທົ່ວໄປຂອງເຮືອນຂອງພຣະເຈົ້າ, ພວກເຂົາສາມາດປົກປ້ອງຜົນປະໂຫຍດຂອງມັນໄດ້ບໍ? ພວກເຂົາສາມາດຮັກສາຊື່ສຽງຂອງຄຣິສຕະຈັກ ແລະ ປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍໄດ້ບໍ? (ບໍ່ໄດ້.) ຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດທັງໝົດຂອງມັນ ແມ່ນສິ່ງສຳຄັນອັນດັບໜຶ່ງຂອງພວກເຂົາບໍ? ຫ່າງໄກຈາກຄວາມເປັນຈິງຫຼາຍ. ຕາ ແລະ ຈິດໃຈຂອງຜູ້ນໍາປອມແມ່ນມືດບອດຕໍ່ບັນຫາທີ່ສາມາດກວດພົບໄດ້ງ່າຍແບບນີ້, ພວກເຂົາພຽງແຕ່ເບິ່ງບໍ່ເຫັນມັນ. ກົງກັນຂ້າມ, ພວກເຂົາສາມາດເວົ້າໄດ້ແຕ່ຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ. ໃຜເປັນຄົນທີ່ພຣະເຈົ້າຮັກ ແລະ ໃຜບໍ່ແມ່ນຄົນທີ່ພຣະເຈົ້າຮັກ, ໃຜຮັກຄວາມຈິງ ແລະ ໃຜບໍ່ຮັກຄວາມຈິງ, ການມີຮາກຖານໃນຄວາມເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ ແລະ ຄົນແບບໃດບໍ່ມີຮາກຖານ, ຄົນແບບໃດມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ ແລະ ຄົນແບບໃດບໍ່ມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາເວົ້າກ່ຽວກັບສິ່ງເຫຼົ່ານີ້ໃນລັກສະນະທີ່ມີເຫດຜົນ ແລະ ມີຕັກກະ, ແລະ ພວກເຂົາເບິ່ງຄືວ່າເຂົ້າໃຈສິ່ງເຫຼົ່ານີ້ແທ້ໆ, ແຕ່ວ່າມັນລ້ວນແຕ່ເປັນຄຳເວົ້າທີ່ຫວ່າງເປົ່າ ແລະ ຫຼັກຄຳສອນ. ເມື່ອໃດກໍຕາມທີ່ພວກເຂົາຖືກຂໍໃຫ້ແຍກແຍະຄົນ, ຕາ ແລະ ຈິດໃຈຂອງພວກເຂົາກໍມືດບອດ; ພວກເຂົາພຽງແຕ່ບໍ່ຮູ້ວິທີເບິ່ງຄົນ. ບໍ່ວ່າພວກເຂົາຈະພົວພັນນໍາຄົນປະເພດນີ້ດົນປານໃດກໍຕາມ, ພວກເຂົາກໍຍັງເບິ່ງຄົນປະເພດນີ້ບໍ່ທະລຸ ແລະ ແມ່ນແຕ່ມອບໝາຍວຽກງານທີ່ສຳຄັນໃຫ້ພວກເຂົາ.
ການທີ່ຜູ້ນໍາປອມໃຊ້ຄົນຜິດນັ້ນກໍເປັນເລື່ອງທີ່ໜ້າລັງກຽດຢູ່ແລ້ວ, ແຕ່ພວກເຂົາຍັງເພີ່ມການກະທຳທີ່ຜິດນີ້ ໂດຍການເຮັດສິ່ງທີ່ໜ້າລັງກຽດຍິ່ງກວ່ານັ້ນອີກ. ຍົກຕົວຢ່າງ: ສົມມຸດວ່າຜູ້ນໍາປອມຄົນໜຶ່ງໄດ້ໃຊ້ຄົນຜິດ. ຄົນໆນີ້ບໍ່ເໝາະສົມທີ່ຈະເປັນຜູ້ຮັບຕິດຕາມກວດກາເລີຍ ແລະ ບໍ່ບັນລຸເກນຂອງເຮືອນຂອງພຣະເຈົ້າສຳລັບການຖືກສົ່ງເສີມ ແລະ ການເພາະປູກ. ແຕ່ຜູ້ນໍາປອມກໍຍັງຢືນຢັນທີ່ຈະໃຊ້ຜູ້ກ່ຽວ ແລະ ບໍ່ເຄີຍກວດກາວຽກງານຂອງຄົນໆນີ້ເລີຍ, ໂດຍເຊື່ອວ່າ “ບໍ່ຄວນສົງໄສຄົນທີ່ຕົນໃຊ້ ແລະ ບໍ່ຄວນໃຊ້ຄົນທີ່ຕົນສົງໄສ. ໃນເມື່ອຂ້ອຍໄດ້ເລືອກເຈົ້າ ແລະ ສົ່ງເສີມເຈົ້າແລ້ວ, ເຈົ້າກໍຈະສາມາດເຮັດວຽກງານນີ້ໄດ້ດີ, ສະນັ້ນ ກໍລົງມືເຮັດວຽກຕາມທີ່ເຈົ້າເຫັນສົມຄວນໂລດ. ຂ້ອຍຈະສະໜັບສະໜູນທຸກຢ່າງທີ່ເຈົ້າເຮັດ ແລະ ບໍ່ມີປະໂຫຍດຫຍັງດອກທີ່ໃຜຈະມາຄັດຄ້ານເລື່ອງນີ້!”. ພວກເຂົາໃຊ້ຄົນຜິດ ແລະ ຍັງປ່ອຍໃຫ້ຄວາມຜິດພາດຂອງພວກເຂົາດຳເນີນຕໍ່ໄປຈົນເຖິງທີ່ສຸດ, ນັ້ນຄືຄວາມເຊື່ອໝັ້ນໃນຕົວເອງຂອງພວກເຂົາ. ຜູ້ນໍາປອມລ້ວນແລ້ວແຕ່ຕາບອດ. ພວກເຂົາເບິ່ງບໍ່ເຫັນບັນຫາໃດໆ, ພວກເຂົາບໍ່ສາມາດບອກໄດ້ວ່າໃຜເປັນຄົນຊົ່ວຊ້າ ຫຼື ຜູ້ບໍ່ເຊື່ອ ແລະ ບໍ່ວ່າໃຜຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ມີຄວາມຮູ້ສຶກຫຍັງເລີຍ ແລະ ພວກເຂົາເຖິງກັບມອບໝາຍວຽກງານສຳຄັນໃຫ້ກັບຄົນເບົາປັນຍາອີກດ້ວຍ. ຜູ້ນໍາປອມໄວ້ວາງໃຈໃຜກໍຕາມທີ່ພວກເຂົາສົ່ງເສີມຢ່າງໃຫຍ່ຫຼວງ ແລະ ຝາກຝັງວຽກງານສຳຄັນໃຫ້ກັບຄົນເຫຼົ່ານັ້ນແບບສົ່ງເດ. ຜົນກໍຄື ຄົນເຫຼົ່ານັ້ນເຮັດໃຫ້ວຽກງານຂອງຄຣິສຕະຈັກຫຍຸ້ງເຫຍີງ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການເຜີຍແຜ່ພຣະກິດຕິຄຸນ ແລະ ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຜູ້ນໍາປອມເຖິງກັບທຳທ່າວ່າພວກເຂົາບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ. ເມື່ອເບື້ອງເທິງຖາມພວກເຂົາວ່າ, “ຄົນທີ່ເຈົ້າສົ່ງເສີມຂຶ້ນມາເຮັດວຽກງານເປັນແນວໃດ? ພວກເຂົາເໝາະສົມທີ່ຈະເຮັດວຽກງານນີ້ບໍ? ພວກເຂົາກຳລັງປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ໃນເວລາທີ່ສຳຄັນ, ພວກເຂົາຈະປົກປ້ອງຕົນເອງ ຫຼື ພວກເຂົາຈະປົກປ້ອງວຽກງານຂອງຄຣິສຕະຈັກ?” ຜູ້ນໍາປອມເຫຼົ່ານີ້ຕອບວ່າ: “ພວກເຂົາໄດ້ສາບານແລ້ວວ່າຈະປົກປ້ອງວຽກງານຂອງຄຣິສຕະຈັກ. ອີກຢ່າງໜຶ່ງ, ພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາ 20 ປີແລ້ວ. ພວກເຂົາຈະປົກປ້ອງຕົນເອງ ແລະ ຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາໜ້າຈະປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ”. ເບື້ອງເທິງຕອບວ່າ: “ສິ່ງທີ່ເຈົ້າເວົ້າມານັ້ນຖືກຕ້ອງບໍ? ເຈົ້າໄດ້ກວດກາວຽກງານຂອງພວກເຂົາແລ້ວບໍ?” ຜູ້ນໍາປອມເຫຼົ່ານີ້ຕອບວ່າ, “ຂ້າພະເຈົ້າຍັງບໍ່ໄດ້ກວດກາວຽກງານຂອງພວກເຂົາ, ແຕ່ຂ້າພະເຈົ້າໄດ້ບອກພວກເຂົາແລ້ວວ່າຢ່າປົກປ້ອງຜົນປະໂຫຍດຂອງຕົນເອງ ແລະ ພວກເຂົາຕ້ອງປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ພວກເຂົາກໍສັນຍາກັບຂ້າພະເຈົ້າແລ້ວວ່າພວກເຂົາຈະເຮັດ”. ການທີ່ພວກເຂົາໃຫ້ຄຳໝັ້ນສັນຍາກັບເຈົ້າມີປະໂຫຍດຫຍັງ? ພວກເຂົາແມ່ນແຕ່ບໍ່ສາມາດເຮັດຕາມຄຳສາບານທີ່ພວກເຂົາໃຫ້ໄວ້ຕໍ່ໜ້າພຣະເຈົ້າໄດ້. ເຈົ້າຄິດວ່າພຽງຍ້ອນພວກເຂົາໃຫ້ຄຳໝັ້ນສັນຍາກັບເຈົ້າ, ພວກເຂົາຈະເປັນທີ່ໄວ້ວາງໃຈໄດ້ບໍ? ພວກເຂົາຈະສາມາດເຮັດໃນສິ່ງທີ່ພວກເຂົາສັນຍາໄວ້ໄດ້ຢ່າງແນ່ນອນບໍ? ໃນເມື່ອເຈົ້າຍັງບໍ່ໄດ້ກວດກາວຽກງານຂອງພວກເຂົາ, ເຈົ້າຮູ້ໄດ້ແນວໃດວ່າພວກເຂົາເປັນຄົນທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ເປັນຫຍັງເຈົ້າຈຶ່ງເຊື່ອໝັ້ນໃນຕົນເອງຫຼາຍແທ້? ຜູ້ນໍາປອມດັ່ງກ່າວບໍ່ແມ່ນຄົນຊົ່ວຊ້າບໍ? ໃນການໃຊ້ຄົນຜິດ, ພວກເຂົາໄດ້ເຮັດຜິດພາດຢ່າງໃຫຍ່ຫຼວງແລ້ວ ແລະ ຈາກນັ້ນພວກເຂົາກໍເຮັດຜິດຊໍ້າແລ້ວຊໍ້າອີກ ໂດຍການບໍ່ເຄີຍສອບຖາມ, ບໍ່ຕິດຕາມເບິ່ງ ຫຼື ບໍ່ກວດກາວຽກງານຂອງຄົນໆນີ້ເລີຍ ແລະ ໂດຍການບໍ່ຕິດຕາມກວດກາ ຫຼື ບໍ່ສັງເກດເບິ່ງມັນ. ສິ່ງດຽວທີ່ພວກເຂົາເຮັດກໍຄື ປ່ອຍໃຫ້ຄົນໆນີ້ເຮັດຕາມອຳເພີໃຈ ແລະ ກະທຳຄວາມຜິດ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ. ເມື່ອໃດກໍຕາມທີ່ວຽກງານໃດໜຶ່ງຂາດຄົນ, ຜູ້ນໍາປອມກໍຈັດແຈງໃຫ້ຄົນມາຮັບຜິດຊອບແບບສົ່ງເດດ ແລະ ນັ້ນກໍຖືວ່າຈົບເລື່ອງ; ພວກເຂົາບໍ່ເຄີຍກວດກາວຽກງານ ຫຼື ລົງໄປພື້ນທີ່ຕົວຈິງເພື່ອພົວພັນກັບຄົນໆນັ້ນ, ສັງເກດເບິ່ງພວກເຂົາ ແລະ ພະຍາຍາມຊອກຮູ້ກ່ຽວກັບພວກເຂົາໃຫ້ຫຼາຍຂຶ້ນ. ໃນບາງບ່ອນ ສະພາບແວດລ້ອມບໍ່ເອື້ອອຳນວຍໃຫ້ພົບພໍ້ ແລະ ໃຊ້ເວລາກັບຄົນໆນັ້ນ, ແຕ່ເຈົ້າຕ້ອງຖາມກ່ຽວກັບວຽກງານຂອງພວກເຂົາ ແລະ ສອບຖາມທາງອ້ອມກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດມາຕະຫຼອດ ແລະ ວິທີທີ່ພວກເຂົາເຮັດ, ເຈົ້າສາມາດຖາມອ້າຍເອື້ອຍນ້ອງທັງຫຼາຍ ຫຼື ຄົນທີ່ໃກ້ຊິດກັບພວກເຂົາໄດ້. ສິ່ງນີ້ບໍ່ແມ່ນສິ່ງທີ່ສາມາດເຮັດໄດ້ບໍ? ແຕ່ຜູ້ນໍາປອມບໍ່ສົນໃຈແມ່ນແຕ່ຈະຖາມຄຳຖາມໃດໆເລີຍ, ນັ້ນຄືຄວາມໝັ້ນໃຈຂອງພວກເຂົາ. ໃນວຽກງານຂອງພວກເຂົາ, ພວກເຂົາພຽງແຕ່ຈັດການເຕົ້າໂຮມ ແລະ ເທດສອນຫຼັກຄຳສອນ ແລະ ເມື່ອການເຕົ້າໂຮມຈົບລົງ ແລະ ວຽກງານໄດ້ຖືກຈັດແຈງແລ້ວ, ພວກເຂົາກໍບໍ່ເຮັດຫຍັງອີກ; ພວກເຂົາບໍ່ຕິດຕາມ ຫຼື ຊອກຮູ້ວ່າຄົນທີ່ພວກເຂົາເລືອກນັ້ນ ສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ໃນຕອນທຳອິດ, ເຈົ້າບໍ່ເຂົ້າໃຈຄົນໆນັ້ນ, ແຕ່ອີງໃສ່ຄວາມສາມາດຂອງພວກເຂົາ ແລະ ການສະແດງອອກພາຍນອກ ແລະ ຄວາມກະຕືລືລົ້ນຂອງພວກເຂົາ, ເຈົ້າຮູ້ສຶກວ່າພວກເຂົາເໝາະສົມສຳລັບວຽກງານນີ້ ແລະ ເຈົ້າກໍເລີຍໃຊ້ພວກເຂົາ, ບໍ່ມີຫຍັງຜິດໃນເລື່ອງນີ້, ເພາະບໍ່ມີໃຜຮູ້ວ່າຜູ້ຄົນຈະເປັນແນວໃດໃນພາຍຫຼັງ. ແຕ່ຫຼັງຈາກທີ່ສົ່ງເສີມພວກເຂົາແລ້ວ, ເຈົ້າບໍ່ຄວນຕິດຕາມ ແລະ ເບິ່ງວ່າພວກເຂົາເຮັດວຽກງານຕົວຈິງ ຫຼື ບໍ່, ພວກເຂົາເຮັດວຽກແນວໃດ ແລະ ພວກເຂົາໄດ້ເຮັດພໍແລ້ວມືແລ້ວຕີນ, ລັກລອບຫຼິ້ນເລ່ຫຼ່ຽມ ຫຼື ຂີ້ຄ້ານມັກງ່າຍ ຫຼື ບໍ່? ນີ້ຄືວຽກງານທີ່ເຈົ້າຄວນເຮັດແທ້ໆ, ແຕ່ເຈົ້າບໍ່ໄດ້ເຮັດຫຍັງເລີຍ, ເຈົ້າບໍ່ຮັບຜິດຊອບຫຍັງເລີຍ. ເຈົ້າເປັນຜູ້ນໍາປອມ ແລະ ເຈົ້າຄວນຖືກໄລ່ອອກ ແລະ ຖືກກຳຈັດ.
ຜູ້ນໍາປອມເຮັດຜິດພາດຢ່າງຮ້າຍແຮງ, ນັ້ນກໍຄື ຫຼັງຈາກທີ່ພວກເຂົາສົ່ງເສີມຜູ້ຄົນຂຶ້ນມາແລ້ວ, ພວກເຂົາກໍອະທິບາຍວຽກງານໃຫ້ຄົນເຫຼົ່ານັ້ນ, ຈາກນັ້ນກໍເວົ້າຫຼັກຄຳສອນເລັກນ້ອຍ, ເວົ້າຄໍາໃຫ້ກຳລັງໃຈສອງສາມຄໍາ ແລ້ວກໍຖືວ່າຈົບເລື່ອງ, ໂດຍບໍ່ເຄີຍຕິດຕາມ ຫຼື ເຂົ້າໄປມີສ່ວນຮ່ວມໃນວຽກງານສະເພາະເລີຍ. ຖ້າເຈົ້າເວົ້າວ່າເຈົ້າມີຄວາມສາມາດຕ່ຳ ແລະ ຂາດການເບິ່ງທະລຸຜູ້ຄົນ, ເຈົ້າກໍສາມາດຕິດຕາມ ແລະ ຊອກຮູ້ວ່າວຽກງານສະເພາະດຳເນີນໄປແນວໃດ ແລະ ເຈົ້າກໍຈະສາມາດກຳສະຖານະການໄດ້ຢ່າງເຕັມທີ່. ແຕ່ຜູ້ນໍາປອມບໍ່ຕິດຕາມ ແລະ ຊອກຮູ້ເລີຍວ່າວຽກງານດຳເນີນໄປແນວໃດ. ຍົກຕົວຢ່າງ ການພິມປຶ້ມ, ເຊິ່ງເປັນວຽກງານສະເພາະອີກຢ່າງໜຶ່ງ. ຜູ້ນໍາປອມມອບໝາຍໃຫ້ຄົນຜູ້ໜຶ່ງຮັບຜິດຊອບວຽກງານນີ້, ແຕ່ບໍ່ໄດ້ກວດກາພວກເຂົາເລີຍແມ່ນແຕ່ເທື່ອດຽວໃນເຄິ່ງປີ. ຜົນກໍຄື ຫຼັງຈາກຫົກເດືອນ, ປຶ້ມທີ່ພິມອອກມາທັງໝົດກໍມີຕຳນິ, ຊ່າງເປັນເລື່ອງທີ່ຫຍຸ້ງເຫຍີງແທ້ໆ! ນີ້ຄືສິ່ງທີ່ຜູ້ນໍາປອມເປັນ, ພວກເຂົາບໍ່ເຮັດວຽກງານສະເພາະໃດໆເລີຍ. ເຈົ້າຄວນເຮັດແນວໃດຖ້າເຈົ້າກຳລັງຈັດແຈງໃຫ້ມີການພິມປຶ້ມ? ກ່ອນອື່ນໝົດ ເຈົ້າຕ້ອງຈັດສັນຜູ້ຮັບຜິດຊອບທີ່ເໝາະສົມ ແລະ ຈາກນັ້ນກໍຕິດຕາມກວດກາ ແລະ ກວດສອບວ່າພວກເຂົາເຮັດວຽກໄດ້ດີສໍ່າໃດ ແລະ ພວກເຂົາອາດຈະເຮັດໃຫ້ວຽກເສຍຫາຍ ຫຼື ບໍ່. ເຈົ້າຕ້ອງຕິດຕາມກວດກາ ແລະ ຕິດຕາມວຽກງານ ແລະ ແກ້ໄຂບັນຫາໂດຍທັນທີຖ້າເຈົ້າພົບເຫັນບັນຫາໃດໆ, ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະຮັບປະກັນໄດ້ວ່າບໍ່ມີບັນຫາເກີດຂຶ້ນ. ແຕ່ຜູ້ນໍາປອມບໍ່ເຮັດແບບນີ້. ພວກເຂົາຄິດວ່າຄວາມຮັບຜິດຊອບຂອງພວກເຂົາແມ່ນພຽງແຕ່ການເວົ້າຫຼັກຄຳສອນໃສ່ຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນເຂົ້າໃຈຫຼັກຄຳສອນ ແລະ ຕາບໃດທີ່ຜູ້ຄົນເຂົ້າໃຈຫຼັກຄຳສອນ, ບັນຫາກໍຈະສາມາດແກ້ໄຂໄດ້. ສະນັ້ນ, ພວກເຂົາຈຶ່ງເອົາໃຈໃສ່ພຽງແຕ່ການເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ ແລະ ບໍ່ເຂົ້າໄປມີສ່ວນຮ່ວມໃນວຽກງານສະເພາະ. ສຳລັບຜູ້ນໍາປອມແລ້ວ, ພວກເຂົາຄິດວ່າມັນບໍ່ແມ່ນວຽກຂອງພວກເຂົາທີ່ຈະເຂົ້າໄປມີສ່ວນຮ່ວມໃນວຽກງານສະເພາະ ແລະ ນີ້ຄວນເປັນເລື່ອງຂອງຄົນທີ່ຢູ່ລຸ່ມພວກເຂົາ. ແລ້ວຕົວພວກເຂົາເອງເຮັດຫຍັງ? ພວກເຂົາສັ່ງການສະຖານະການໂດຍລວມຈາກເບື້ອງເທິງ ແລະ ກາຍເປັນເຈົ້າໜ້າທີ່ທີ່ໄຮ້ປະສິດທິພາບ. ບໍ່ວ່າວຽກງານນັ້ນຈະເປັນແນວໃດ, ພວກເຂົາກໍບໍ່ຢູ່ບ່ອນນັ້ນ ຫຼື ມີສ່ວນຮ່ວມໃນນັ້ນ. ຫຼັງຈາກບອກຫຼັກການໃຫ້ຜູ້ຄົນຮູ້ແລ້ວ, ຖ້າພວກເຂົາຖືກຖາມກ່ຽວກັບບັນຫາລະອຽດ ຫຼື ເສັ້ນທາງສະເພາະເຈາະຈົງ, ພວກເຂົາກໍຈະເວົ້າວ່າ: “ວຽກງານສະເພາະແມ່ນຂຶ້ນກັບພວກເຈົ້າ, ຂ້ອຍບໍ່ເຂົ້າໃຈເລື່ອງນີ້”. ສະນັ້ນ, ພວກເຂົາຈຶ່ງບໍ່ຮູ້ວ່າຄົນທີ່ຢູ່ລຸ່ມພວກເຂົາດຳເນີນວຽກງານແນວໃດ. ສຳລັບເລື່ອງທີ່ວ່າຜູ້ຕິດຕາມກວດກາມີຄຸນສົມບັດ ແລະ ສາມາດແບກຫາບວຽກງານໄດ້ຫຼືບໍ່, ຫຼື ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ຫຼື ພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງຫຼືບໍ່, ຫຼື ພວກເຂົາມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງຕົນຫຼືບໍ່, ຫຼື ພວກເຂົາເຮັດພໍແລ້ວມືແລ້ວຕີນ ຫຼື ເຮັດຕາມອຳເພີໃຈໃນການເຮັດສິ່ງທີ່ຊົ່ວຮ້າຍຫຼືບໍ່, ຫຼື ມີການຊັກຊ້າໃນວຽກງານຫຼືບໍ່ ແລະ ອື່ນໆ, ຜູ້ນໍາປອມບໍ່ຮູ້ກ່ຽວກັບເລື່ອງເຫຼົ່ານີ້ເລີຍ, ພວກເຂົາພຽງແຕ່ຍ່າງໄປຍ່າງມາຄືກັບພະນັກງານນັ່ງໂຕະຂອງໂລກທີ່ບໍ່ເຊື່ອທີ່ບໍ່ເຮັດວຽກຫຍັງ, ໂດຍບໍ່ເຮັດວຽກງານຕົວຈິງໃດໆ. ໃນຄຣິສຕະຈັກທີ່ພວກເຂົາເຮັດວຽກ, ຜູ້ນໍາປອມບໍ່ຮູ້ເລີຍເມື່ອຜູ້ຕິດຕາມກວດກາບາງຄົນເຮັດໃຫ້ວຽກງານຢຸດສະງັກ ຫຼື ເມື່ອຜູ້ຕິດຕາມກວດກາບາງຄົນກຳລັງສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ, ຫຼື ເມື່ອຜູ້ຮັບຕິດຕາມກວດກາບາງຄົນບໍ່ໃສ່ໃຈໜ້າທີ່ທີ່ເໝາະສົມຂອງຕົນ ແລະ ໃຊ້ເວລາໃນແຕ່ລະມື້ໄປກັບການກິນ, ການດື່ມ ແລະ ການຫຼິ້ນມ່ວນຊື່ນແທນ ແລະ ພວກເຂົາເຖິງກັບເຮັດເປັນເບິ່ງບໍ່ເຫັນ ເມື່ອຜູ້ຕິດຕາມກວດກາບາງຄົນມີຄວາມສາມາດທີ່ຕ່ຳຫຼາຍ, ມີຄວາມເຂົ້າໃຈທີ່ບິດເບືອນ ແລະ ບໍ່ສາມາດເຮັດວຽກໄດ້ເລີຍ. ຜູ້ນໍາປອມດັ່ງກ່າວເປັນພຽງເປືອກນອກທີ່ວ່າງເປົ່າ, ພວກເຂົາເປັນຜູ້ນໍາແຕ່ໃນນາມ ແລະ ພວກເຂົາບໍ່ໄດ້ເຮັດວຽກງານທີ່ເປັນແກ່ນສານໃດໆຂອງຜູ້ນໍາ. ທາງພາຍນອກ, ຜູ້ນໍາປອມເຫຼົ່ານີ້ເບິ່ງຄືວ່າປະພຶດຕົນຂ້ອນຂ້າງດີ. ພວກເຂົາຈັດສັນຜູ້ຕິດຕາມກວດກາສຳລັບວຽກງານແຕ່ລະຢ່າງ, ເອີ້ນຄົນເຫຼົ່ານີ້ມາເຕົ້າໂຮມກັນເປັນບາງຄັ້ງບາງຄາວ ແລະ ໃຊ້ເວລາທີ່ເຫຼືອຢູ່ໃນບ່ອນດຽວ ເພື່ອເຮັດການເຂົ້າເຝົ້າຝ່າຍວິນຍານ, ອະທິຖານ, ອ່ານພຣະທຳຂອງພຣະເຈົ້າ, ຟັງຄຳເທດສະໜາ ຮຽນເພງສັນລະເສີນ ແລະ ຂຽນຄຳເທດສະໜາຂອງພວກເຂົາເອງ. ມີຜູ້ນໍາປອມບາງຄົນທີ່ບໍ່ອອກຈາກຫ້ອງຂອງພວກເຂົາເລີຍຕະຫຼອດອາທິດ. ຍັງມີຜູ້ນໍາປອມທີ່ບໍ່ເຮັດຫຍັງເລີຍນອກຈາກຈັດການເຕົ້າໂຮມທາງອອນລາຍ, ໂດຍບໍ່ເຄີຍໄປບ່ອນເຮັດວຽກຕົວຈິງເພື່ອເຂົ້າໃຈສະຖານະການ. ອ້າຍເອື້ອຍນ້ອງທັງຫຼາຍບໍ່ເຫັນພວກເຂົາຕົວຈິງເປັນເວລາດົນນານ ແລະ ບໍ່ຮູ້ເລີຍວ່າປະສົບການຊີວິດ ຫຼື ຄວາມເຕີບໂຕຂອງຜູ້ນໍາປອມເປັນແນວໃດ. ໃນລະຫວ່າງການເຕົ້າໂຮມ, ຜູ້ນໍາປອມພຽງແຕ່ຈັດການວຽກງານທົ່ວໄປບາງຢ່າງ, ແຕ່ສຳລັບວຽກງານສະເພາະເຈາະຈົງວ່າຜູ້ຕິດດຕາມກວດກາແຕ່ລະຄົນກຳລັງເຮັດຫຍັງ ແລະ ຄົນທີ່ພວກເຂົາສົ່ງເສີມ ແລະ ເພາะປູກນັ້ນເໝາະສົມກັບວຽກງານທີ່ມອບໝາຍໃຫ້ຫຼືບໍ່, ຫຼື ທັດສະນະຄະຕິຂອງຄົນເຫຼົ່ານີ້ໃນການປະຕິບັດໜ້າທີ່ຂອງພວກເຂົາເປັນແນວໃດ ຫຼື ພວກເຂົາໃສ່ໃຈ ແລະ ລະອຽດຖີ່ຖ້ວນໃນວຽກງານຂອງພວກເຂົາຫຼືບໍ່, ຫຼື ຖ້າພວກເຂົາຄິດລົບ ແລະ ເຮັດພໍແລ້ວມືແລ້ວຕີນ, ຫຼື ຄົນເຫຼົ່ານີ້ກຳລັງຍ່າງໃນເສັ້ນທາງທີ່ຖືກຕ້ອງຫຼືບໍ່, ຫຼື ພວກເຂົາເປັນຄົນທີ່ຖືກຕ້ອງຫຼືບໍ່; ຜູ້ນໍາປອມບໍ່ສົນໃຈ ຫຼື ຖາມກ່ຽວກັບເລື່ອງເຫຼົ່ານີ້ເລີຍ ແລະ ບໍ່ຢາກຮູ້ກ່ຽວກັບເລື່ອງເຫຼົ່ານີ້ເຊັ່ນກັນ. ແກ່ນແທ້ຂອງບັນຫານີ້ຮ້າຍແຮງບໍ? (ຮ້າຍແຮງ.)
ເຮືອນຂອງພຣະເຈົ້າຕ້ອງການຄົນທີ່ມີຄວາມສາມາດພິເສດຈໍານວນໜຶ່ງທີ່ເຂົ້າໃຈຂົງເຂດວິຊາຊີບສະເພາະ ແລະ ມີທັກສະບາງຢ່າງ ແລະ ຈະເພາະປູກຄົນເຫຼົ່ານີ້ໃຫ້ສຶກສາວິຊາຊີບເຫຼົ່ານັ້ນ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້. ພວກເຈົ້າຄິດວ່າຜູ້ນໍາປອມຊອກຫາຄົນປະເພດໃດ? ພວກເຂົາຮວບຮວມເອົາຄົນໜຸ່ມສາວທຸກຄົນທີ່ຮຽນຈົບມະຫາວິທະຍາໄລ ແລະ ຕິດຕາມພໍ່ແມ່ຂອງພວກເຂົາມາເຊື່ອໃນພຣະເຈົ້າ ແລະ ພວກເຂົາເບິ່ງວ່າໃຜປາກເວົ້າເກັ່ງ ແລະ ໃຜມັກເປັນຈຸດສົນໃຈ ແລະ ເວົ້າກັບຄົນເຫຼົ່ານັ້ນວ່າ: “ເຮືອນຂອງພຣະເຈົ້າຕ້ອງການເພາະປູກພວກເຈົ້າ; ພວກເຈົ້າຄືກອງທັບສຳຮອງ ແລະ ກອງກຳລັງໃໝ່”. ຈາກນັ້ນ, ພວກເຂົາກໍມອບໝາຍໃຫ້ຄົນເຫຼົ່ານີ້ປະຕິບັດໜ້າທີ່. ໃນຄວາມເປັນຈິງແລ້ວ, ຄົນເຫຼົ່ານີ້ບໍ່ເຄີຍປະຕິບັດໜ້າທີ່ມາກ່ອນ, ພວກເຂົາຂາດປະສົບການຫຼາກຫຼາຍດ້ານ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງຫຍັງເລີຍ. ແຕ່ຜູ້ນໍາປອມພໍໃຈ ແລະ ມັກພວກເຂົາ, ດັ່ງນັ້ນ ຈຶ່ງເລີ່ມເພາະປູກພວກເຂົາ. ພວກເຂົາມອບໝາຍໃຫ້ຄົນເຫຼົ່ານີ້ປະຕິບັດໜ້າທີ່ ໂດຍອີງຕາມຄວາມຊ່ຽວຊານຂອງພວກເຂົາທີ່ເຮັດໃຫ້ພວກເຂົາເໝາະສົມທີ່ຈະຮຽນຮູ້; ບາງຄົນຖືກມອບໝາຍໃຫ້ເຮັດວຽກງານເນື້ອຫາຕົວອັກສອນ, ບາງຄົນຖືກມອບໝາຍໃຫ້ເຮັດວຽກການຜະລິດຮູບເງົາ, ບາງຄົນຖືກມອບໝາຍໃຫ້ເຮັດວິດີໂອ ແລະ ບາງຄົນຖືກມອບໝາຍໃຫ້ເປັນນັກສະແດງ. ສຳລັບຜູ້ນໍາປອມແລ້ວ, ຕາບໃດທີ່ຄົນເຫຼົ່ານີ້ມີໜ້າທີ່ໃຫ້ປະຕິບັດ, ນັ້ນກໍພຽງພໍແລ້ວ. ຜູ້ນໍາປອມບໍ່ສືບສວນເບິ່ງວ່າຄົນເຫຼົ່ານີ້ຮັກຄວາມຈິງ ຫຼື ບໍ່ ຫຼື ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່, ທັງບໍ່ກວດສອບເບິ່ງວ່າຄົນເຫຼົ່ານີ້ກຳລັງໄລ່ຕາມຫຍັງ ຫຼື ເປົ້າໝາຍຂອງພວກເຂົາແມ່ນຫຍັງ. ໃນທີ່ສຸດແລ້ວ, ເກີດຫຍັງຂຶ້ນ? ບາງຄົນໃນກຸ່ມນັ້ນກໍຖືກກຳຈັດ. ນີ້ເປັນຍ້ອນວ່າພວກເຂົາເຫຼວໄຫຼ ແລະ ບໍ່ມີລະບຽບວິໄນ ແລະ ພວກເຂົາໄລ່ຕາມກະແສໂລກ ແລະ ໃຊ້ເວລາໃນແຕ່ລະມື້ໄປກັບການວຸ້ນວາຍຢູ່ກັບການແຕ່ງຕົວ ແລະ ມົ້ວສຸມໃນທາງຊູ້ສາວ ແລະ ພວກເຂົາບໍ່ເຂົ້າໃຈກົດລະບຽບໃດໆ ຫຼື ບໍ່ມີມາລະຍາດຫຍັງເລີຍ, ເຫັນໄດ້ຢ່າງຊັດເຈນວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ຄົນບໍ່ມີຄວາມເຊື່ອ. ພວກເຂົາບໍ່ເອົາການເອົາງານໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາເຮັດທຸກຢ່າງແບບພໍແລ້ວມືແລ້ວຕີນ, ແຕ່ຜູ້ນໍາປອມກັບເບິ່ງບໍ່ເຫັນສິ່ງນີ້ເລີຍ. ຜູ້ນໍາປອມຕາບອດບໍ່ແມ່ນບໍ? (ແມ່ນ.) ອັນໃດເປັນສາເຫດຂອງອາການຕາບອດນີ້? ມັນບໍ່ແມ່ນຍ້ອນວ່າຜູ້ນໍາປອມໃຈບອດບໍ? ຕາບອດ ແລະ ໃຈບອດແມ່ນຄຸນລັກສະນະສອງຢ່າງຂອງຜູ້ນໍາປອມ. ເຖິງແມ່ນວ່າຕາຂອງພວກເຂົາຈະມືນກວ້າງຢູ່, ແຕ່ຜູ້ນໍາປອມກໍບໍ່ສາມາດເຂົ້າໃຈຫຍັງ ຫຼື ເບິ່ງທະລຸໃຜໄດ້ເລີຍ, ນັ້ນກໍຄື ຕາຂອງພວກເຂົາບອດ. ໃນໃຈຂອງພວກເຂົາ, ພວກເຂົາບໍ່ມີການແຍກແຍະ ຫຼື ມຸມມອງຕໍ່ໃຜ ຫຼື ສິ່ງໃດເລີຍ ແລະ ບໍ່ວ່າພວກເຂົາຈະເຫັນຫຍັງກໍຕາມ, ພວກເຂົາກໍບໍ່ມີຄວາມສາມາດທີ່ຈະແຍກແຍະຖືກຜິດໄດ້ ແລະ ພວກເຂົາບໍ່ມີທັດສະນະຄະຕິ, ບໍ່ມີຄວາມຄິດເຫັນ ແລະ ບໍ່ມີຄຳນິຍາມ, ນີ້ຄືກໍລະນີທີ່ຮ້າຍແຮງຂອງການໃຈບອດ. ຜູ້ນໍາປອມລ້ວນແລ້ວແຕ່ເປັນຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແລະ ຟັງຄຳເທດສະໜາເລື້ອຍໆ, ສະນັ້ນ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດລະບຸຕົວຜູ້ບໍ່ເຊື່ອເຫຼົ່ານັ້ນໄດ້? ນີ້ເປັນຫຼັກຖານເພີ່ມເຕີມວ່າຜູ້ນໍາປອມມີຄວາມສາມາດທີ່ຕ່ຳຫຼາຍ, ວ່າພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງ ແລະ ບໍ່ວ່າພວກເຂົາຈະໄດ້ຍິນຄວາມຈິງຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງເຫຼົ່ານັ້ນ. ພວກເຂົາຕາບອດ ແລະ ໃຈບອດ ແລະ ພວກເຂົາບໍ່ສາມາດແຍກແຍະຜູ້ຄົນໄດ້ຢ່າງສິ້ນເຊີງ. ພວກເຂົາຈະຄູ່ຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກໄດ້ແນວໃດ? ພວກເຂົາເຊື່ອວ່າຄົນທີ່ເວົ້າເກັ່ງຄືຄົນທີ່ມີຄວາມສາມາດພິເສດ ແລະ ຄົນທີ່ຮ້ອງເພງ ແລະ ເຕັ້ນໄດ້ກໍຄືບຸກຄົນທີ່ມີຄວາມສາມາດພິເສດເຊັ່ນກັນ; ເມື່ອພວກເຂົາເຫັນຄົນໃສ່ແວ່ນຕາ ຫຼື ຄົນທີ່ຮຽນຈົບມະຫາວິທະຍາໄລ, ພວກເຂົາກໍຄິດວ່າຄົນເຫຼົ່ານັ້ນເປັນບຸກຄົນທີ່ມີຄວາມສາມາດພິເສດ ແລະ ເມື່ອພວກເຂົາເຫັນຄົນທີ່ມີສະຖານະໃນສັງຄົມ, ຄົນຮັ່ງມີ, ຄົນທີ່ຮູ້ວິທີເຮັດທຸລະກິດ ແລະ ມີສ່ວນຮ່ວມໃນການປະຕິບັດທີ່ຫຼອກລວງ ແລະ ຄົນທີ່ເຮັດວຽກສຳຄັນບາງຢ່າງໃນສັງຄົມ, ຜູ້ນໍາປອມກໍຄິດວ່າຄົນເຫຼົ່ານັ້ນເປັນບຸກຄົນທີ່ມີຄວາມສາມາດພິເສດ. ພວກເຂົາເຊື່ອວ່າເຮືອນຂອງພຣະເຈົ້າຄວນເພາະປູກຄົນປະເພດນີ້. ພວກເຂົາບໍ່ເບິ່ງລັກສະນະຂອງຄົນເຫຼົ່ານີ້ ຫຼື ວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາມີພື້ນຖານຫຼືບໍ່ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເບິ່ງທັດສະນະຄະຕິທີ່ຄົນເຫຼົ່ານີ້ປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງ. ພວກເຂົາເບິ່ງພຽງແຕ່ສະຖານະທາງສັງຄົມ ແລະ ພູມຫຼັງຂອງຜູ້ຄົນເທົ່ານັ້ນ. ມັນບໍ່ເປັນເລື່ອງໄຮ້ສາລະບໍທີ່ຜູ້ນໍາປອມເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໃນລັກສະນະນີ້? ຜູ້ນໍາປອມເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໃນລັກສະນະດຽວກັນກັບຄົນບໍ່ມີຄວາມເຊື່ອ, ມຸມມອງຂອງພວກເຂົາຄືມຸມມອງທີ່ຄົນບໍ່ມີຄວາມເຊື່ອມີຕໍ່ສິ່ງຕ່າງໆ. ສິ່ງນີ້ພຽງພໍທີ່ຈະພິສູດວ່າຜູ້ນໍາປອມບໍ່ແມ່ນຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງ ແລະ ວ່າພວກເຂົາຂາດການແຍກແຍະ. ພວກເຂົາຜີວເຜີນທີ່ສຸດບໍ່ແມ່ນບໍ? ພວກເຂົາຕາບອດແທ້ໆ, ຕາບອດຫຼາຍ!
ໃນອະດີດ, ເຮົາໄດ້ພົບກັບຜູ້ນໍາປອມຄົນໜຶ່ງທີ່ຈະເວົ້າ ແລະ ຫົວເມື່ອເຮົາສົນທະນາກັບລາວ, ແຕ່ທັນທີທີ່ເຮົາຖາມລາວກ່ຽວກັບວຽກງານ, ລາວກໍເຮັດຕາຄ້າງແບບມຶນໆ ແລະ ສະໝອງທື້ ແລະ ບໍ່ຕອບສະໜອງຕໍ່ສິ່ງໃດທີ່ເຮົາເວົ້າກັບລາວ. ຄວາມສາມາດຂອງຄົນໆນີ້ຕ່ຳເກີນໄປທີ່ຈະໃຊ້ລາວ. ບໍ່ແປກໃຈເລີຍທີ່ລາວບໍ່ເຂົ້າໃຈສິ່ງທີ່ເຮົາບອກລາວ ແລະ ບໍ່ສາມາດປະຕິບັດມັນໄດ້. ບໍ່ວ່າເຮົາຈະເວົ້າຫຍັງກັບລາວ, ລາວກໍເອົາແຕ່ເວົ້າວ່າ: “ຂ້າພະເຈົ້າໄດ້ຈັດການເຕົ້າໂຮມ ແລະ ຂ້າພະເຈົ້າໄດ້ກວດກາວຽກງານເມື່ອສອງສາມມື້ກ່ອນ”. ເຮົາເວົ້າວ່າ: “ເຈົ້າບໍ່ມີວຽກອື່ນນອກຈາກການຈັດການເຕົ້າໂຮມບໍ? ມີວຽກຫຼາຍຢ່າງທີ່ຕ້ອງເຮັດໃນຄຣິສຕະຈັກ, ເປັນຫຍັງເຈົ້າບໍ່ຊອກຫາຢ່າງອື່ນເຮັດ?” ລາວເວົ້າວ່າ: “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ແມ່ນພຽງແຕ່ກ່ຽວກັບການຈັດການເຕົ້າໂຮມບໍ? ບໍ່ມີຫຍັງເຮັດນອກຈາກການຈັດການເຕົ້າໂຮມ, ຂ້າພະເຈົ້າບໍ່ຮູ້ວິທີເຮັດຢ່າງອື່ນ!” ສິ່ງນີ້ສະແດງໃຫ້ເຫັນວ່າລາວຖືກກຳນົດໃຫ້ເປັນຜູ້ນໍາປອມຕັ້ງແຕ່ຕອນທີ່ລາວຮັບຕຳແໜ່ງນັ້ນ ແລະ ວ່າລາວບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ເພາະຄວາມສາມາດຂອງລາວຕ່ຳຫຼາຍ! ຄວາມສາມາດທີ່ຕ່ຳຫຼາຍນໍາໄປສູ່ອາການຕາບອດ ແລະ ໃຈບອດ. ຕາບອດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າຄົນໃດໜຶ່ງຈະເຫັນຫຍັງກໍຕາມ, ພວກເຂົາກໍບໍ່ສາມາດສັງເກດເຫັນບັນຫາສະເພາະເຈາະຈົງ ແລະ ດັ່ງນັ້ນ ຕາຂອງພວກເຂົາຈຶ່ງບໍ່ມີປະໂຫຍດຫຍັງ. ໃຈບອດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ຄົນໃດໜຶ່ງກໍບໍ່ຮັບຮູ້ ແລະ ບໍ່ເຂົ້າໃຈບັນຫາໃນນັ້ນ ແລະ ພວກເຂົາບໍ່ສາມາດເຫັນວ່າແກ່ນແທ້ຂອງບັນຫາຢູ່ໃສ, ນີ້ຄືຄວາມໝາຍຂອງການໃຈບອດ. ຖ້າຄົນໃດໜຶ່ງໃຈບອດ, ພວກເຂົາກໍຖືວ່າຈົບສິ້ນຢ່າງແທ້ຈິງ. ຜູ້ນໍາປອມຕາບອດ ແລະ ໃຈບອດໃນລັກສະນະນີ້. ພວກເຈົ້າຈະເວົ້າວ່າຜູ້ນໍາປອມຮູ້ສຶກເສຍໃຈບໍເມື່ອພວກເຂົາໄດ້ຍິນຄໍາເວົ້າເຫຼົ່ານີ້? ພວກເຂົາຄິດວ່າ: “ຕາຂອງຂ້ອຍຂ້ອນຂ້າງໃຫຍ່, ແຕ່ພຣະອົງກັບບອກວ່າຂ້ອຍຕາບອດ; ແລະ ຂ້ອຍມີເຈດຕະນາດີໃນໃຈ, ແຕ່ພຣະອົງກັບບອກວ່າຂ້ອຍໃຈບອດ; ຄຳນິຍາມຂອງພຣະອົງບໍ່ຖືກຕ້ອງປານໃດ ແມ່ນບໍ? ເປັນຫຍັງບໍ່ພຽງແຕ່ເອີ້ນຂ້ອຍວ່າຜູ້ນໍາປອມ? ເປັນຫຍັງຕ້ອງເພີ່ມວ່າຂ້ອຍຕາບອດ ແລະ ໃຈບອດນໍາ?” ຖ້າເຮົາບໍ່ເວົ້າແບບນັ້ນ, ເມື່ອພິຈາລະນາຈາກຄວາມສາມາດຂອງຜູ້ນໍາປອມ, ພວກເຂົາຈະຮູ້ຕົວບໍວ່າພວກເຂົາມີຄວາມສາມາດຕ່ຳ? (ບໍ່, ພວກເຂົາຈະບໍ່ຮູ້ຕົວ.) ການເວົ້າວ່າຜູ້ນໍາປອມເຫຼົ່ານີ້ຕາບອດ ແລະ ໃຈບອດບໍ່ໄດ້ອະທິບາຍເລື່ອງນີ້ຢ່າງສົມບູນແບບບໍ? ຍົກຕົວຢ່າງ: ສົມມຸດວ່າຜູ້ຕໍ່ຕ້ານພຣະຄຣິສກຳລັງສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງໃນຄຣິສຕະຈັກ. ແຕ່ຜູ້ນໍາປອມເວົ້າວ່າ: “ຄົນນີ້ມີຄວາມສາມາດຫຼາຍ. ລາວເຄີຍເປັນສາດສະດາຈານໃນມະຫາວິທະຍາໄລ ແລະ ລາວເວົ້າໄດ້ຢ່າງຊັດເຈນ, ມີຫຼັກການ ແລະ ເປັນລະບຽບຮຽບຮ້ອຍ ແລະ ປາກເວົ້າເກັ່ງ. ຍິ່ງໄປກວ່ານັ້ນ, ລາວບໍ່ຕື່ນເວທີ, ບໍ່ວ່າຜູ້ຟັງຈະຫຼາຍປານໃດກໍຕາມ”. ມັນເຫັນໄດ້ຢ່າງຊັດເຈນທີ່ວ່າຄົນທີ່ພວກເຂົາເວົ້າເຖິງນັ້ນເປັນຟາຣີຊາຍທີ່ກຳລັງສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ, ແຕ່ຜູ້ນໍາປອມກໍຍັງຍ້ອງຍໍລາວ. ນັ້ນບໍ່ແມ່ນອາການຕາບອດບໍ? (ແມ່ນ.) ຖ້າໃຜຜູ້ໜຶ່ງຮ້ອງເພງຜິດຄີ ແລະ ເຈົ້າບໍ່ໄດ້ຍິນ, ນັ້ນສາມາດຖືວ່າເປັນອາການຕາບອດໄດ້ບໍ? (ບໍ່.) ນັ້ນເປັນບັນຫາທາງດ້ານວິຊາຊີບ, ຫຼາຍກວ່າທີ່ຈະເປັນບັນຫາເລື່ອງຄວາມສາມາດ. ແຕ່ຫຼັງຈາກທີ່ພວກເຂົາໄດ້ຟັງຄວາມຈິງຫຼາຍຢ່າງ, ຜູ້ນໍາປອມກໍຍັງບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ວ່າພວກເຂົາເປັນແນວໃດ ແລະ ພວກເຂົາບໍ່ສາມາດບອກໄດ້ວ່າຄວາມເປັນມະນຸດຂອງຄົນໃດໜຶ່ງດີ ຫຼື ບໍ່ດີ, ຫຼື ວ່າຄົນໃດໜຶ່ງເປັນຜູ້ສະໝັກສຳລັບການສົ່ງເສີມ ແລະ ການເພາະປູກໂດຍເຮືອນຂອງພຣະເຈົ້າຫຼືບໍ່, ຫຼື ວ່າຄົນໃດໜຶ່ງເປັນຜູ້ບໍ່ເຊື່ອ ຫຼື ວ່າຄົນໆນັ້ນເຊື່ອໃນພຣະເຈົ້າຢ່າງຈິງໃຈຫຼືບໍ່ ແລະ ພວກເຂົາບໍ່ສາມາດບອກໄດ້ວ່າຄົນໃດໜຶ່ງມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນຫຼືບໍ່; ແລ້ວພວກເຂົາໄດ້ຮັບຫຍັງແດ່ຈາກການຟັງຄຳເທດສະໜາຕະຫຼອດຫຼາຍປີເຫຼົ່ານີ້? ພວກເຂົາບໍ່ໄດ້ຮັບຄວາມຈິງໃດໆເລີຍ, ເຊິ່ງໝາຍຄວາມວ່າພວກເຂົາເປັນຄົນໂງ່ທີ່ຕາບອດ; ນີ້ຄືຄວາມຕາບອດຂອງຜູ້ນໍາປອມ. ພວກເຂົາເຊື່ອວ່າວຽກຫຼັກຂອງຜູ້ນໍາຄືການສາມາດເທດສະໜາ ແລະ ການເທດສະໜາເປັນເວລາສອງ ຫຼື ສາມຊົ່ວໂມງ ແລະ ຕາບໃດທີ່ພວກເຂົາສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ຮ້ອງຄຳຂວັນ ແລະ ປຸກລະດົມຜູ້ຄົນ, ພວກເຂົາກໍເປັນຜູ້ນໍາທີ່ໄດ້ມາດຕະຖານ, ພວກເຂົາສາມາດແບກຫາບວຽກງານໄດ້, ພວກເຂົາມີຄວາມຈິງຄວາມເປັນຈິງ ແລະ ພຣະເຈົ້າກໍພໍໃຈກັບພວກເຂົາ. ນີ້ແມ່ນເຫດຜົນປະເພດໃດ? ຍ້ອນວ່າຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ ແລະ ມີຄວາມສາມາດຕ່ຳເກີນໄປ ແລະ ຕາບອດ ແລະ ໃຈບອດ, ພວກເຂົາຈຶ່ງບໍ່ມີຄວາມສາມາດໃນການແຍກແຍະຄົນປະເພດຕ່າງໆເລີຍ ແລະ ບໍ່ສາມາດເບິ່ງທະລຸຄົນປະເພດຕ່າງໆໄດ້. ແລ້ວພວກເຂົາຈະສາມາດນຳໃຊ້ຄົນປະເພດຕ່າງໆໃນລັກສະນະທີ່ສົມເຫດສົມຜົນໄດ້ບໍ? (ບໍ່ໄດ້.) ພວກເຂົາມີພຽງກົນລະຍຸດດຽວ: ຜູ້ທີ່ເຄີຍເປັນຄູສອນກໍຖືກມອບໝາຍໃຫ້ເທດສະໜາ, ຜູ້ທີ່ມີສ່ວນຮ່ວມໃນການຄ້າຕ່າງປະເທດກໍຖືກມອບໝາຍໃຫ້ຈັດການວຽກງານທົ່ວໄປ, ຜູ້ທີ່ເວົ້າພາສາອັງກິດໄດ້ກໍຖືກມອບໝາຍໃຫ້ເປັນນັກແປ ແລະ ໃຜກໍຕາມທີ່ປາກເວົ້າເກັ່ງ ແລະ ໜັງໜາກໍຖືກມອບໝາຍໃຫ້ເທດສະໜາພຣະກິດຕິຄຸນ; ຜູ້ທີ່ຂີ້ອາຍກໍຖືກມອບໝາຍໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການຢູ່ເຮືອນ, ຜູ້ທີ່ກ້າຫານ ແລະ ມັກສະແດງກໍຖືກແຕ່ງຕັ້ງເປັນນັກສະແດງ ແລະ ຜູ້ທີ່ຢາກເປັນເຈົ້າເປັນໜ້າທີ່ກໍຖືກແຕ່ງຕັ້ງເປັນຜູ້ນໍາ ຫຼື ຜູ້ອໍານວຍການ. ນີ້ຄືວິທີທີ່ຜູ້ນໍາປອມນຳໃຊ້ຄົນໂດຍບໍ່ມີຫຼັກການຫຍັງເລີຍ.
ໃນຂອບເຂດຂອງວຽກງານທີ່ຜູ້ນໍາປອມຮັບຜິດຊອບ, ມັກຈະມີບາງຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ ແລະ ບັນລຸເກນສຳລັບການສົ່ງເສີມ ແລະ ການເພາະປູກ ແຕ່ກັບຖືກເບິ່ງຂ້າມ. ບາງຄົນໃນກຸ່ມນັ້ນເທດສະໜາພຣະກິດຕິຄຸນ ແລະ ບາງຄົນກໍຖືກມອບໝາຍໃຫ້ເຮັດໜ້າທີ່ຕ້ອນຮັບ. ຄວາມຈິງກໍຄື ພວກເຂົາລ້ວນແລ້ວແຕ່ມີຄວາມສາມາດ ແລະ ເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄ່າຄວນແກ່ການເພາະປູກໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພຽງແຕ່ພວກເຂົາບໍ່ມັກອວດຕົນເອງ ຫຼື ເປັນຈຸດສົນໃຈ. ແຕ່ເຖິງຢ່າງນັ້ນ, ຜູ້ນໍາປອມກໍບໍ່ໃສ່ໃຈຄົນເຫຼົ່ານີ້ເລີຍ. ພວກເຂົາບໍ່ພົວພັນກັບຄົນເຫຼົ່ານີ້ ຫຼື ສອບຖາມກ່ຽວກັບຄົນເຫຼົ່ານີ້ ແລະ ພວກເຂົາບໍ່ເຄີຍເພາະປູກຄົນທີ່ມີຄວາມສາມາດພິເສດສຳລັບເຮືອນຂອງພຣະເຈົ້າເລີຍ. ພວກເຂົາພຽງແຕ່ເອົາໃຈໃສ່ການດຶງດູດຄົນທີ່ປະຈົບປະແຈງພວກເຂົາເທົ່ານັ້ນ ເພື່ອຕອບສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງ. ຜົນກໍຄື ຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງເຫຼົ່ານັ້ນບໍ່ໄດ້ຮັບການສົ່ງເສີມ ແລະ ການເພາະປູກ, ໃນຂະນະທີ່ຜູ້ທີ່ມັກເປັນຈຸດສົນໃຈ, ຜູ້ທີ່ປາກເວົ້າເກັ່ງ, ຜູ້ທີ່ຮູ້ວິທີປະຈົບປະແຈງ ແລະ ຜູ້ທີ່ມັກຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ຄົນເຫຼົ່ານີ້ລ້ວນແລ້ວແຕ່ໄດ້ຮັບການສົ່ງເສີມ ແລະ ແມ່ນແຕ່ຜູ້ທີ່ເຄີຍເປັນເຈົ້າເປັນນາຍ, ປະທານບໍລິສັດ ຫຼື ຜູ້ທີ່ເຄີຍຮຽນການບໍລິຫານບໍລິສັດໃນສັງຄົມກໍລ້ວນແລ້ວແຕ່ຖືກມອບໝາຍໃຫ້ຮັບຕຳແໜ່ງສຳຄັນ. ບໍ່ວ່າຄົນເຫຼົ່ານັ້ນຈະເປັນຜູ້ເຊື່ອແທ້ ຫຼື ບໍ່, ຫຼື ພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ ຫຼື ບໍ່, ແນວໃດກໍຕາມ, ຄົນເຫຼົ່ານັ້ນຄືຄົນທີ່ໄດ້ຮັບການສົ່ງເສີມ ແລະ ຖືກໃຊ້ໃນຂອບເຂດຂອງວຽກງານທີ່ຜູ້ນໍາປອມຮັບຜິດຊອບ. ການໃຊ້ຄົນແບບນີ້ສອດຄ່ອງກັບຫຼັກການບໍ? ການທີ່ຜູ້ນໍາປອມສົ່ງເສີມສະເພາະແຕ່ຄົນປະເພດນັ້ນ ບໍ່ແມ່ນສິ່ງທີ່ສັງຄົມທີ່ບໍ່ເຊື່ອເປັນຢູ່ແທ້ໆບໍ? ໃນຊ່ວງເວລາທີ່ຜູ້ນໍາປອມກຳລັງເຮັດວຽກ, ຜູ້ທີ່ສາມາດເຮັດວຽກໃຫ້ສຳເລັດໄດ້ຢ່າງແທ້ຈິງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ຜູ້ທີ່ຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ, ພວກເຂົາບໍ່ໄດ້ຮັບການສົ່ງເສີມ ຫຼື ການເພາະປູກ ແລະ ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະໄດ້ຮັບໂອກາດໃນການຝຶກຝົນ. ກົງກັນຂ້າມ, ແມ່ນຜູ້ທີ່ປາກເວົ້າເກັ່ງ, ຜູ້ທີ່ມັກອວດຕົນເອງ ແລະ ຜູ້ທີ່ຮູ້ວິທີປະຈົບປະແຈງຜູ້ຄົນ, ພ້ອມທັງຜູ້ທີ່ມັກຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ກັບເປັນຜູ້ທີ່ຖືກມອບໝາຍໃຫ້ຮັບຕຳແໜ່ງສຳຄັນ. ຄົນເຫຼົ່ານັ້ນເບິ່ງຄືວ່າສະຫຼາດພໍສົມຄວນ, ແຕ່ຄວາມຈິງແລ້ວ ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້, ມີຄວາມສາມາດທີ່ບໍ່ດີຫຼາຍ ແລະ ມີຄວາມເປັນມະນຸດທີ່ຕ່ຳ, ພວກເຂົາບໍ່ແບກຫາບພາລະທີ່ແທ້ຈິງຕໍ່ໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ມີຄ່າຄວນແກ່ການເພາະປູກເລີຍ. ແຕ່ເຖິງຢ່າງນັ້ນ, ພວກເຂົາກັບເປັນຜູ້ທີ່ຄອບຄອງຕຳແໜ່ງຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ. ຜົນກໍຄື ວຽກງານສ່ວນຫຼາຍຂອງຄຣິສຕະຈັກບໍ່ສາມາດເລີ່ມຕົ້ນໄດ້ຢ່າງລ່ຽນໄຫຼ ແລະ ມີຄວາມຊັກຊ້າ ຫຼື ມີຄວາມຄືບໜ້າຊ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໃຊ້ເວລາດົນເກີນໄປໃນການຈັດຕັ້ງປະຕິບັດ. ສິ່ງເຫຼົ່ານີ້ຄືຜົນກະທົບ ແລະ ຜົນສະທ້ອນທີ່ເກີດຂຶ້ນຕໍ່ວຽກງານຂອງຄຣິສຕະຈັກ ໂດຍການໃຊ້ຄົນຢ່າງບໍ່ເໝາະສົມຂອງຜູ້ນໍາປອມ.
ຜູ້ນໍາປອມສ່ວນໃຫຍ່ມີຄວາມສາມາດຕ່ຳ. ເຖິງແມ່ນວ່າພວກເຂົາເບິ່ງຄືວ່າປາກເວົ້າເກັ່ງ, ແຕ່ພວກເຂົາບໍ່ມີຄວາມສາມາດເລີຍທີ່ຈະຢັ່ງຮູ້ຄວາມຈິງ, ຈົນເຖິງຂັ້ນທີ່ວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາຕາບອດ ແລະ ໃຈບອດ, ພວກເຂົາບໍ່ສາມາດເບິ່ງທະລຸບັນຫາໃດໆ ແລະ ບໍ່ເຂົ້າໃຈຄວາມຈິງເລີຍ, ເຊິ່ງນີ້ເອງກໍເປັນບັນຫາທີ່ຮ້າຍແຮງເຖິງຕາຍ. ພວກເຂົາຍັງມີອີກບັນຫາໜຶ່ງທີ່ຮ້າຍແຮງກວ່ານັ້ນ, ນັ້ນກໍຄື ເມື່ອພວກເຂົາເຂົ້າໃຈ ແລະ ຊຳນານຄຳເວົ້າ ແລະ ຫຼັກຄຳສອນເລັກນ້ອຍ ແລະ ສາມາດຮ້ອງຄຳຂວັນສອງສາມຢ່າງ, ພວກເຂົາກໍຄິດວ່າພວກເຂົາມີຄວາມຈິງຄວາມເປັນຈິງ. ສະນັ້ນ ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ ແລະ ບໍ່ວ່າພວກເຂົາຈະເລືອກໃຊ້ໃຜກໍຕາມ, ພວກເຂົາກໍບໍ່ສະແຫວງຫາຫຼັກການຄວາມຈິງ ແລະ ພວກເຂົາບໍ່ໂອ້ລົມກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຍຶດໝັ້ນໃນການຈັດແຈງວຽກງານ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ. ພວກເຂົາມີຄວາມໝັ້ນໃຈຫຼາຍ, ພວກເຂົາເຊື່ອຢູ່ສະເໝີວ່າຄວາມຄິດຂອງພວກເຂົາຖືກຕ້ອງ ແລະ ເຮັດຫຍັງກໍຕາມທີ່ພວກເຂົາປາຖະໜາ. ຜົນກໍຄື ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກບາງຢ່າງ ຫຼື ສະຖານະການພິເສດ, ພວກເຂົາກໍບໍ່ຮູ້ຈະເຮັດແນວໃດ. ຍິ່ງໄປກວ່ານັ້ນ, ພວກເຂົາມັກຈະເຊື່ອຢ່າງຜິດໆວ່າ ໃນເມື່ອພວກເຂົາເຮັດວຽກມາຫຼາຍປີໃນເຮືອນຂອງພຣະເຈົ້າ ແລະ ມີປະສົບການພຽງພໍໃນການຮັບໃຊ້ໃນຖານະຜູ້ນໍາຢູ່ທີ່ນັ້ນ, ພວກເຂົາກໍຮູ້ວິທີເຮັດໃຫ້ວຽກງານຂອງຄຣິສຕະຈັກດຳເນີນໄປ ແລະ ພັດທະນາ. ພວກເຂົາເບິ່ງຄືວ່າໄດ້ເຂົ້າໃຈສິ່ງເຫຼົ່ານີ້, ແຕ່ແທ້ຈິງແລ້ວ ພວກເຂົາບໍ່ຮູ້ເລີຍວ່າຈະເຮັດວຽກງານແນວໃດ. ພວກເຂົາເຮັດວຽກງານຂອງຄຣິສຕະຈັກໃນແບບໃດກໍຕາມທີ່ພວກເຂົາພໍໃຈ, ໂດຍປະຕິບັດຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ, ປະສົບການ ແລະ ກິດຈະວັດຕ່າງໆຂອງພວກເຂົາ ແລະ ລະບຽບຂອງພວກເຂົາ. ສິ່ງນີ້ເຮັດໃຫ້ວຽກງານຕ່າງໆຂອງຄຣິສຕະຈັກຫຍຸ້ງເຫຍີງ ແລະ ສັບສົນວຸ້ນວາຍໄປໝົດ ແລະ ຂັດຂວາງບໍ່ໃຫ້ວຽກງານເຫຼົ່ານັ້ນເກີດຜົນທີ່ແທ້ຈິງໃດໆ. ຖ້າມີຄົນສອງສາມຄົນໃນທີມທີ່ເຂົ້າໃຈຄວາມຈິງ ແລະ ສາມາດເຮັດວຽກງານຕົວຈິງໄດ້ເລັກນ້ອຍ, ພວກເຂົາກໍຈະສາມາດຮັກສາຄວາມເປັນປົກກະຕິໃນວຽກງານຂອງທີມນັ້ນໄວ້ໄດ້. ແຕ່ເຖິງຢ່າງນັ້ນ, ສິ່ງນີ້ກໍບໍ່ມີຫຍັງກ່ຽວຂ້ອງກັບຜູ້ນໍາປອມຂອງພວກເຂົາເລີຍ. ເຫດຜົນທີ່ວຽກງານສາມາດສຳເລັດໄປໄດ້ດ້ວຍດີກໍຍ້ອນວ່າມີຄົນດີສອງສາມຄົນໃນທີມທີ່ສາມາດເຮັດວຽກງານຕົວຈິງໄດ້ເລັກນ້ອຍ ແລະ ຮັກສາໃຫ້ວຽກງານດຳເນີນໄປຕາມເສັ້ນທາງ; ມັນບໍ່ໄດ້ໝາຍຄວາມວ່າຜູ້ນໍາປອມຂອງພວກເຂົາໄດ້ເຮັດວຽກງານຕົວຈິງ. ບໍ່ມີວຽກງານໃດສາມາດສຳເລັດໄດ້ຫາກບໍ່ມີຄົນດີສອງສາມຄົນແບບນີ້ມາຮັບຜິດຊອບ. ຜູ້ນໍາປອມພຽງແຕ່ບໍ່ສາມາດເຮັດວຽກຂອງຕົນໄດ້ ແລະ ພວກເຂົາບໍ່ມີບົດບາດຫຍັງເລີຍ. ເປັນຫຍັງຜູ້ນໍາປອມຈຶ່ງເຮັດໃຫ້ວຽກງານຂອງຄຣິສຕະຈັກຫຍຸ້ງເຫຍີງ? ເຫດຜົນທໍາອິດກໍຄື ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ ແລະ ພວກເຂົາບໍ່ສະແຫວງຫາວິທີແກ້ໄຂບັນຫາ, ສົ່ງຜົນໃຫ້ບັນຫາສະສົມຄົງຄ້າງ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກຢຸດສະງັກ. ເຫດຜົນທີສອງກໍຄື ຜູ້ນໍາປອມຕາບອດ ແລະ ພວກເຂົາລະບຸໂຕຄົນທີ່ມີຄວາມສາມາດພິເສດໄດ້. ພວກເຂົາບໍ່ສາມາດປັບປ່ຽນບຸກຄະລາກອນທີ່ເປັນຜູ້ຜູ້ຕິດຕາມກວດກາທີມໄດ້ຢ່າງເໝາະສົມ, ເຊິ່ງສົ່ງຜົນໃຫ້ວຽກງານບາງຢ່າງບໍ່ມີໃຜທີ່ເໝາະສົມມາຮັບຜິດຊອບ, ເຮັດໃຫ້ວຽກງານນັ້ນຢຸດສະງັກ. ເຫດຜົນທີສາມກໍຄື ຜູ້ນໍາປອມເຮັດຕົວຄືກັບເຈົ້າໜ້າທີ່ຫຼາຍເກີນໄປ. ພວກເຂົາບໍ່ຕິດຕາມກວດກາ ຫຼື ຊີ້ນໍາວຽກງານ ແລະ ບ່ອນທີ່ມີຈຸດອ່ອນໃນວຽກງານ, ພວກເຂົາກໍບໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ຫຼື ໃຫ້ການຊີ້ນໍາໃນລາຍລະອຽດຂອງວຽກງານ. ຍົກຕົວຢ່າງ: ໃນວຽກງານໃດໜຶ່ງ, ສົມມຸດວ່າມີຫຼາຍຄົນທີ່ປະຕິບັດວຽກງານເປັນຜູ້ເຊື່ອໃໝ່ທີ່ບໍ່ມີພື້ນຖານຫຼາຍປານໃດ, ພວກເຂົາບໍ່ເຂົ້າໃຈຄວາມຈິງ, ບໍ່ຄຸ້ນເຄີຍກັບຂົງເຂດວຽກງານ ແລະ ຍັງບໍ່ກຳແໜ້ນຫຼັກການຂອງວຽກງານຢ່າງຖີ່ຖ້ວນ. ຜູ້ນໍາປອມ ເນື່ອງຈາກຕາບອດ, ຈຶ່ງບໍ່ສາມາດເຫັນບັນຫາເຫຼົ່ານີ້. ພວກເຂົາເຊື່ອວ່າຕາບໃດທີ່ມີຄົນເຮັດວຽກນັ້ນກໍຖືວ່າດີແລ້ວ; ມັນບໍ່ສຳຄັນວ່າວຽກນັ້ນຈະເຮັດໄດ້ດີ ຫຼື ບໍ່ດີ. ພວກເຂົາບໍ່ຮູ້ວ່າບ່ອນໃດກໍຕາມທີ່ມີຈຸດອ່ອນໃນວຽກງານຂອງຄຣິສຕະຈັກ, ພວກເຂົາຄວນຕິດຕາມ, ກວດສອບ ແລະ ໃຫ້ທິດທາງ, ພວກເຂົາຄວນເຂົ້າຮ່ວມໃນການແກ້ໄຂບັນຫາດ້ວຍຕົນເອງ ແລະ ສະໜັບສະໜູນຜູ້ທີ່ປະຕິບັດໜ້າທີ່ຂອງຕົນ ຈົນກວ່າພວກເຂົາຈະເຂົ້າໃຈຄວາມຈິງ, ສາມາດກະທຳຕາມຫຼັກການ ແລະ ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ມີພຽງແຕ່ຈຸດນີ້ເທົ່ານັ້ນ ທີ່ພວກເຂົາບໍ່ຈຳເປັນຕ້ອງກັງວົນຫຼາຍ. ຜູ້ນໍາປອມບໍ່ເຮັດວຽກໃນຮູບແບບນີ້. ເມື່ອພວກເຂົາເຫັນວ່າມີຄົນເຮັດວຽກຢູ່, ພວກເຂົາກໍບໍ່ສົນໃຈມັນອີກເລີຍ. ພວກເຂົາບໍ່ສອບຖາມ, ບໍ່ວ່າວຽກງານຈະດຳເນີນໄປແນວໃດກໍຕາມ. ບ່ອນໃດທີ່ມີຈຸດອ່ອນໃນວຽກງານ ຫຼື ຜູ້ຕິດຕາມກວດກາທີ່ມີຄວາມສາມາດຕ່ຳ, ພວກເຂົາກໍບໍ່ໃຫ້ການຊີ້ນໍາວຽກງານດ້ວຍຕົນເອງ ແລະ ພວກເຂົາບໍ່ເຂົ້າຮ່ວມໃນວຽກງານດ້ວຍຕົນເອງ. ແລະ ເມື່ອຜູ້ຕິດຕາມກວດກາສາມາດແບກຫາບວຽກງານໄດ້, ຜູ້ນໍາປອມກໍຍິ່ງບໍ່ກວດສອບສິ່ງຕ່າງໆ ຫຼື ໃຫ້ທິດທາງດ້ວຍຕົນເອງເລີຍ; ພວກເຂົາພຽງແຕ່ເຮັດຕົວສະບາຍ ແລະ ເຖິງແມ່ນວ່າມີຄົນລາຍງານບັນຫາ, ພວກເຂົາກໍບໍ່ຖາມກ່ຽວກັບມັນ, ພວກເຂົາຄິດວ່າບໍ່ມີຄວາມຈຳເປັນ. ຜູ້ນໍາປອມບໍ່ເຮັດວຽກງານສະເພາະເຈາະຈົງເຫຼົ່ານີ້ເລີຍ. ໂດຍສະຫຼຸບແລ້ວ, ຜູ້ນໍາປອມຄືຄົນເສື່ອມຊາມທີ່ບໍ່ເຮັດວຽກງານຕົວຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາເຊື່ອວ່າສຳລັບວຽກງານໃດກໍຕາມ, ຕາບໃດທີ່ມີຄົນຮັບຜິດຊອບ ແລະ ທຸກຄົນພ້ອມທີ່ຈະເຮັດວຽກ, ທຸກຢ່າງກໍຈົບລົງແລ້ວ. ພວກເຂົາຄິດວ່າສິ່ງທີ່ພວກເຂົາຕ້ອງເຮັດກໍຄື ການຈັດການເຕົ້າໂຮມເປັນບາງຄັ້ງບາງຄາວ ແລະ ສອບຖາມຖ້າມີບັນຫາເກີດຂຶ້ນ. ໃນຂະນະທີ່ເຮັດວຽກໃນຮູບແບບນີ້, ຜູ້ນໍາປອມຍັງເຊື່ອວ່າພວກເຂົາກຳລັງເຮັດວຽກໄດ້ດີ ແລະ ຂ້ອນຂ້າງພໍໃຈກັບຕົນເອງ. ພວກເຂົາຄິດວ່າ: “ບໍ່ມີບັນຫາກັບວຽກງານໃດໆເລີຍ. ບຸກຄະລາກອນລ້ວນແລ້ວແຕ່ຖືກຈັດແຈງຢ່າງຄົບຖ້ວນ ແລະ ຜູ້ຕິດຕາມກວດກາກໍປະຈຳການຢູ່. ຂ້າພະເຈົ້າເກັ່ງໃນວຽກງານນີ້ຫຼາຍ, ມີຄວາມສາມາດພິເສດຫຼາຍ!” ນີ້ບໍ່ແມ່ນຄວາມໜ້າດ້ານບໍ? ພວກເຂົາຊ່າງຕາບອດ ແລະ ໃຈບອດຫຼາຍ ຈົນພວກເຂົາບໍ່ສາມາດເຫັນວຽກງານໃດໆທີ່ຈະຕ້ອງເຮັດ ແລະ ບໍ່ສາມາດຄົ້ນພົບບັນຫາໃດໆ. ໃນບາງບ່ອນ, ວຽກງານໄດ້ຢຸດສະງັກລົງ, ແຕ່ພວກເຂົາກໍຍັງຢູ່ບ່ອນນັ້ນ, ດີໃຈ ໂດຍຄິດວ່າ: “ອ້າຍເອື້ອຍນ້ອງທັງຫຼາຍລ້ວນແລ້ວແຕ່ເປັນຄົນໜຸ່ມ, ພວກເຂົາລ້ວນແລ້ວແຕ່ເປັນເລືອດໃໝ່. ພວກເຂົາຈັດການກັບໜ້າທີ່ຂອງພວກເຂົາຢ່າງຫ້າວຫັນຄືກັບໄຟ; ພວກເຂົາສາມາດເຮັດວຽກໄດ້ດີຢ່າງແນ່ນອນ”. ໃນຄວາມເປັນຈິງແລ້ວ, ຄົນໜຸ່ມສາວເຫຼົ່ານີ້ເປັນມືໃໝ່, ໂດຍບໍ່ມີຄວາມເຂົ້າໃຈທັກສະວິຊາຊີບໃດໆ. ພວກເຂົາຕ້ອງຮຽນຮູ້ໃນຂະນະທີ່ເຮັດວຽກ. ເວົ້າໄດ້ເລີຍວ່າພວກເຂົາຍັງບໍ່ຮູ້ວິທີເຮັດວຽກງານໃດໆ: ບາງຄົນອາດຈະເຂົ້າໃຈເລັກນ້ອຍ, ແຕ່ພວກເຂົາບໍ່ແມ່ນຜູ້ຊ່ຽວຊານ ແລະ ພວກເຂົາບໍ່ກຳແໜ້ນຫຼັກການ ແລະ ເມື່ອພວກເຂົາເຮັດວຽກງານແລ້ວ, ມັນຮຽກຮ້ອງໃຫ້ມີການແກ້ໄຂຊໍ້າແລ້ວຊໍ້າອີກ ຫຼື ແມ່ນແຕ່ການເຮັດຄືນໃໝ່ເລື້ອຍໆ. ຍັງມີຄົນໜຸ່ມສາວບາງຄົນທີ່ບໍ່ໄດ້ຮັບການຝຶກຝົນ ແລະ ຍັງບໍ່ປະສົບກັບການຖືກລິຮານ. ພວກເຂົາມີນິໄສນັກເລງ ແລະ ຂີ້ຄ້ານຫຼາຍ ແລະ ໂລບເອົາຄວາມສະບາຍ; ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ເມື່ອພວກເຂົາທົນທຸກເລັກນ້ອຍ, ພວກເຂົາກໍຈົ່ມວ່າບໍ່ຢຸດ. ສ່ວນຫຼາຍພວກເຂົາເປັນຄົນເສື່ອມຊາມທີ່ເຮັດພໍແລ້ວມືແລ້ວຕີນ ເຊິ່ງມັກຄວາມສະບາຍ. ກັບຄົນໜຸ່ມສາວປະເພດເຫຼົ່ານີ້ ເຈົ້າຕ້ອງໂອ້ລົມກັບພວກເຂົາເລື້ອຍໆກ່ຽວກັບຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຕ້ອງລິຮານພວກເຂົາ. ຄົນໜຸ່ມສາວເຫຼົ່ານີ້ຕ້ອງມີຄົນຄຸມ ແລະ ເບິ່ງແຍງພວກເຂົາ. ຕ້ອງມີຜູ້ນໍາ ຫຼື ຜູ້ເຮັດວຽກຢູ່ບ່ອນນັ້ນເພື່ອຮັບຜິດຊອບວຽກງານຂອງພວກເຂົາດ້ວຍຕົນເອງ ແລະ ໃຫ້ການຕິດຕາມກວດກາ ແລະ ການຊີ້ນໍາດ້ວຍຕົນເອງ. ມີພຽງແຕ່ຕອນນັ້ນເທົ່ານັ້ນ ທີ່ວຽກງານຂອງພວກເຂົາຈຶ່ງຈະເກີດຜົນເລັກນ້ອຍ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກອອກຈາກບ່ອນເຮັດວຽກ ແລະ ບໍ່ໃສ່ໃຈວຽກງານ ຫຼື ຖາມກ່ຽວກັບມັນ, ຄົນເຫຼົ່ານີ້ກໍຈະກາຍເປັນຄືກັບເມັດຊາຍທີ່ກະຈັດກະຈາຍ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍຈະບໍ່ເກີດຜົນຫຍັງເລີຍ. ແຕ່ຜູ້ນໍາປອມບໍ່ມີການຢັ່ງຮູ້ເລື່ອງນີ້. ພວກເຂົາເຫັນທຸກຄົນເປັນອ້າຍເອື້ອຍນ້ອງທັງຫຼາຍ, ເປັນຄົນທີ່ເຊື່ອຟັງ ແລະ ອ່ອນນ້ອມ ແລະ ດັ່ງນັ້ນ ພວກເຂົາຈຶ່ງມີຄວາມໝັ້ນໃຈໃນຄົນເຫຼົ່ານັ້ນຫຼາຍ ແລະ ມອບໝາຍວຽກງານໃຫ້ພວກເຂົາ ແລ້ວກໍບໍ່ສົນໃຈພວກເຂົາອີກເລີຍ, ນີ້ຄືຫຼັກຖານທີ່ດີທີ່ສຸດຂອງການຕາບອດ ແລະ ໃຈບອດຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງເລີຍ, ບໍ່ສາມາດເຫັນສິ່ງຕ່າງໆຢ່າງຊັດເຈນ ແລະ ບໍ່ສາມາດເປີດເຜີຍບັນຫາໃດໆ, ແຕ່ກັບຄິດວ່າພວກເຂົາກຳລັງເຮັດໄດ້ດີ. ພວກເຂົາໃຊ້ເວລາໃນແຕ່ລະມື້ຄິດກ່ຽວກັບຫຍັງ? ພວກເຂົາຄິດກ່ຽວກັບວິທີທີ່ຈະເຮັດຕົວຄືກັບເຈົ້າໜ້າທີ່ ແລະ ເພີດເພີນກັບຜົນປະໂຫຍດຂອງສະຖານະ. ຜູ້ນໍາປອມ ກໍຄືກັນກັບຄົນທີ່ບໍ່ມີຈິດສຳນຶກ ບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ເຮັດວຽກງານຕົວຈິງ, ແຕ່ພວກເຂົາກັບລໍຖ້າໃຫ້ເຮືອນຂອງພຣະເຈົ້າຍ້ອງຍໍ ແລະ ສົ່ງເສີມພວກເຂົາ. ພວກເຂົາຊ່າງບໍ່ຮູ້ຈັກອາຍແທ້ໆ!
ຜູ້ນໍາປອມລ້ວນແຕ່ບໍ່ໄດ້ເລື່ອງໃນການເຮັດວຽກງານຂອງຕົນ ແລະ ບໍ່ມີຫຍັງທີ່ໜ້າຊົມເຊີຍກ່ຽວກັບເລີຍ. ໂດຍພາບລວມແລ້ວ ພວກເຂົາກໍບໍ່ສາມາດກຳແໜ້ນຫຼັກການໄດ້, ແຮງໄກທີ່ພວກເຂົາຈະສາມາດກຳແໜ້ນຫຼັກການທີ່ກ່ຽວຂ້ອງກັບວຽກງານລະອຽດທີ່ສະເພາະເຈາະຈົງໄດ້. ຕົວຢ່າງ: ບາງຄົນມີຄວາມສາມາດດ້ານວິຊາຊີບທີ່ເກັ່ງ ແຕ່ມີຄວາມເປັນມະນຸດທີ່ຕ່ຳຊ້າຫຼາຍ, ໃນຂະນະທີ່ຄົນອື່ນບໍ່ມີບັນຫາຫຍັງກ່ຽວກັບຄວາມເປັນມະນຸດຂອງພວກເຂົາ ແຕ່ມີຄວາມສາມາດຕໍ່າ ແລະ ຄວາມສາມາດດ້ານວິຊາຊີບກໍຕໍ່າເຊັ່ນກັນ. ເມື່ອເວົ້າເຖິງວິທີທີ່ຄວນນໍາໃຊ້ ແລະ ຈັດສັນຄົນເຫຼົ່ານີ້ຢ່າງສົມເຫດສົມຜົນ, ຜູ້ນໍາປອມຍິ່ງບໍ່ຮູ້ກ່ຽວກັບເລື່ອງທີ່ສະເພາະເຈາະຈົງ ແລະ ລະອຽດເຫຼົ່ານີ້ເລີຍ. ດັ່ງນັ້ນ ເມື່ອໃດກໍຕາມທີ່ຖາມຜູ້ນໍາປອມວ່າ ພວກເຂົາພົບເຫັນຜູ້ໃດທີ່ມີຄວາມສາມາດຂ້ອນຂ້າງດີ ເຊິ່ງສາມາດນໍາມາເພາະປູກໄດ້ ຫຼື ບໍ່, ພວກເຂົາກໍເວົ້າວ່າ ພວກເຂົາຍັງບໍ່ທັນພົບເຫັນຜູ້ໃດເທື່ອ. ຜູ້ນໍາປອມຕາບອດເຖິງຂະໜາດນັ້ນ ແລ້ວພວກເຂົາຈະພົບເຫັນຜູ້ໃດໄດ້ແນວໃດ? ຖ້າເຈົ້າຖາມພວກເຂົາວ່າ ເອື້ອຍນ້ອງຜູ້ນັ້ນເປັນແນວໃດ, ພວກເຂົາກໍຈະເວົ້າວ່າ ລາວມັກເພີດເພີນກັບຄວາມສຸກສະບາຍຂອງເນື້ອໜັງ; ຖາມພວກເຂົາວ່າ ອ້າຍນ້ອງຜູ້ນັ້ນເປັນແນວໃດ ແລະ ພວກເຂົາກໍຈະເວົ້າວ່າ ລາວມັກຄິດລົບ; ຖາມພວກເຂົາວ່າ ຄົນອື່ນເປັນແນວໃດ ແລະ ພວກເຂົາກໍຈະບອກເຈົ້າວ່າ ຄົນນັ້ນເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ຂາດພື້ນຖານ. ໃນສາຍຕາຂອງພວກເຂົາ, ບໍ່ມີໃຜໃຊ້ການໄດ້ເລີຍ. ພວກເຂົາເບິ່ງແຕ່ຂໍ້ຜິດພາດ, ຂໍ້ບົກຜ່ອງ ແລະ ການຝ່າຝືນຂອງຄົນອື່ນ; ພວກເຂົາບໍ່ສາມາດເບິ່ງວ່າ ຄົນນັ້ນສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການສົ່ງເສີມ ແລະ ການເພາະປູກ ຫຼື ບໍ່, ຫຼື ວ່າພວກເຂົາເປັນຜູ້ສະໝັກທີ່ດີສຳລັບການສົ່ງເສີມ ແລະ ການເພາະປູກ ຫຼື ບໍ່. ພວກເຂົາບໍ່ສາມາດບອກໄດ້ວ່າ ໃຜເໝາະສົມຢ່າງແທ້ຈິງສຳລັບການສົ່ງເສີມ ແລະ ການເພາະປູກ, ແຕ່ພວກເຂົາສົ່ງເສີມຜູ້ທີ່ບໍ່ບັນລຸຂໍ້ກຳນົດ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າດ້ວຍຄວາມກະຕືລືລົ້ນ ແລະ ວ່ອງໄວຢ່າງຍິ່ງ. ພວກເຂົາສົ່ງເສີມບັນດາແມ່ຍິງທີ່ຮັ່ງມີ, ຜູ້ຊາຍທີ່ລ້ຳລວຍ ແລະ ລູກຫຼານຂອງຄອບຄົວທີ່ຮັ່ງມີໃນຄຣິສຕະຈັກ, ລວມທັງຜູ້ທີ່ເຄີຍເປັນເຈົ້າໜ້າທີ່ໃນໂລກ, ຜູ້ທີ່ປາກເວົ້າເກັ່ງ ແລະ ຜູ້ທີ່ຮູ້ຈັກວິທີໂກງ ແລະ ຕົ້ມຕຸນ, ຢ່າງໃດກໍຕາມ, ພວກເຂົາສົ່ງເສີມຜູ້ໃດກໍຕາມທີ່ມີຊື່ສຽງ ແລະ ມີໜ້າມີຕາໃນໂລກ ແລະ ຜູ້ໃດກໍຕາມທີ່ມັກເປັນຈຸດສົນໃຈ. ພວກເຂົາເຊື່ອວ່າ ຄົນເຫຼົ່ານີ້ເທົ່ານັ້ນທີ່ເປັນຄົນທີ່ມີຄວາມສາມາດພິເສດ ແລະ ພວກເຂົາບໍ່ເຫັນ ຫຼື ສົ່ງເສີມແມ່ນແຕ່ຄົນດຽວທີ່ມີຄວາມສາມາດໃນການຢັ່ງຮູ້ຢ່າງແທ້ຈິງ ແລະ ສາມາດຍອມຮັບຄວາມຈິງໄດ້. ມັນຈະຍາກສຳລັບຜູ້ນໍາປອມທີ່ຈະຈັດຫາຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດຢ່າງແທ້ຈິງໃຫ້ແກ່ເຮືອນຂອງພຣະເຈົ້າ, ຍາກກວ່າການທີ່ພວກເຂົາຈະສົ່ງຕົວເອງຂຶ້ນໄປດວງເດືອນເສຍອີກ. ຕົວຢ່າງ: ສົມມຸດວ່າຕອນນີ້ ເຮືອນຂອງພຣະເຈົ້າຕ້ອງການບຸກຄົນທີ່ມີຄວາມສາມາດພິເສດສຳລັບວຽກງານເນື້ອຫາຕົວອັກສອນ ມີບຸກຄົນປະເພດນີ້ຢູ່ໃນຄຣິສຕະຈັກທີ່ຜູ້ນໍາປອມຮັບຜິດຊອບຢູ່, ແຕ່ຜູ້ນໍາປອມຄົນນັ້ນກັບບໍ່ສະເໜີຊື່ຂອງຄົນນີ້. ເມື່ອຖາມຜູ້ນໍາປອມວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສົ່ງເສີມ ຫຼື ເພາະປູກບຸກຄົນນັ້ນ, ພວກເຂົາກໍເວົ້າວ່າ: “ຄົນນັ້ນເຄີຍຜິດປະເວນີສອງຄັ້ງໃນຕອນທີ່ຮຽນມະຫາວິທະຍາໄລ, ແຕ່ພວກເຂົາບໍ່ໄດ້ເຮັດແບບນັ້ນອີກຕັ້ງແຕ່ແຕ່ງງານ. ຂ້ານ້ອຍບໍ່ຮູ້ວ່າ ຄວນສົ່ງເສີມລາວ ຫຼື ບໍ່”. ນີ້ແມ່ນຄຳເວົ້າແບບໃດກັນ? ເຈົ້າສາມາດຮັບປະກັນໄດ້ບໍວ່າ ຄົນທີ່ມີເງິນ ແລະ ມີອໍານາດທີ່ເຈົ້າສົ່ງເສີມນັ້ນ ບໍ່ເຄີຍຜິດປະເວນີມາກ່ອນ? ຄົນເຫຼົ່ານັ້ນບໍ່ໄດ້ເຮັດສິ່ງນັ້ນຫຼາຍກວ່ານັ້ນບໍ? ເປັນຫຍັງເຈົ້າຈຶ່ງເບິ່ງບໍ່ເຫັນສິ່ງນັ້ນ? ຜູ້ນໍາປອມທຳທ່າວ່າເປັນຝ່າຍວິນຍານຫຼາຍ, ເຮັດຄືກັບວ່າພວກເຂົາຮູ້ຫຼັກການບາງຢ່າງ ແລະ ຊອກຫາຂໍ້ແກ້ຕົວເພື່ອຈະບໍ່ສົ່ງເສີມຜູ້ທີ່ຄວນໄດ້ຮັບການສົ່ງເສີມ ແລະ ການເພາະປູກ. ໃນສາຍຕາຂອງພວກເຂົາ, ທຸກຄົນດ້ອຍກວ່າພວກເຂົາ. ໃນທີ່ສຸດ ຈະເກີດຫຍັງຂຶ້ນ? “ພວກຫົວກະທິ” ແລະ “ຄົນທີ່ມີຄວາມສາມາດພິເສດ” ທີ່ຜູ້ນໍາປອມສົ່ງເສີມນັ້ນ ຢືນຢັດຢູ່ໄດ້ບໍ? ພວກເຮົາບໍ່ໄດ້ເວົ້າວ່າ ຄົນເຫຼົ່ານີ້ບໍ່ແມ່ນຄົນດີຢ່າງແນ່ນອນ. ສິ່ງທີ່ພວກເຮົາກຳລັງເປີດໂປງເປັນຫຼັກກໍຄື ຫຼັກການຂອງຜູ້ນໍາປອມສຳລັບວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນແມ່ນການໃຊ້ແນວຄິດຂອງມະນຸດເປັນມາດຕະຖານໃນການວັດແທກ ແທນທີ່ຈະໃຊ້ຄວາມຈິງມາວັດແທກ, ແລະ ຫຼັກການຂອງພວກເຂົາສຳລັບການສົ່ງເສີມ ແລະ ການເພາະປູກຜູ້ຄົນແມ່ນການເຮັດຕາມແນວຄິດ, ຈິນຕະນາການ ແລະ ຄວາມມັກຂອງພວກເຂົາເອງ ແລະ ເຮັດຕາມມຸມມອງຂອງຄົນທີ່ບໍ່ເຊື່ອຢ່າງສິ້ນເຊີງ, ແທນທີ່ຈະໃຊ້ມາດຕະຖານທີ່ຈຳເປັນຂອງເຮືອນຂອງພຣະເຈົ້າເປັນມາດຕະຖານໃນການວັດແທກຂອງຕົນ. ເປັນຫຍັງຜູ້ນໍາປອມຈຶ່ງສາມາດເຮັດແບບນີ້ໄດ້? ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າ, ພວກເຂົາຈຶ່ງສາມາດສົ່ງເສີມຜູ້ທີ່ບໍ່ບັນລຸຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ເນັ້ນໃສ່ການເພາະປູກພວກເຂົາ ແລະ ປ່ອຍໃຫ້ພວກເຂົາເຮັດວຽກງານສຳຄັນໃນເຮືອນຂອງພຣະເຈົ້າ. ນີ້ຄືວຽກງານທີ່ຜູ້ນໍາປອມເຮັດ. ຈົ່ງເບິ່ງຜູ້ນໍາປອມທີ່ຢູ່ອ້ອມຂ້າງພວກເຈົ້າ; ນີ້ບໍ່ແມ່ນວິທີທີ່ພວກເຂົາເຮັດວຽກ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນບໍ?
ມີມຸມມອງຢ່າງໜຶ່ງທີ່ມັກຈະຖືກເປີດເຜີຍໃນຕົວຜູ້ນໍາປອມ: ພວກເຂົາຄິດວ່າ ຜູ້ທີ່ມີຄວາມຮູ້, ຜູ້ທີ່ມີສະຖານະ ແລະ ຜູ້ທີ່ເຄີຍເປັນເຈົ້າໜ້າທີ່ໃນໂລກພາຍນອກ ລ້ວນແລ້ວແຕ່ແມ່ນຄົນທີ່ມີຄວາມສາມາດພິເສດ ແລະ ຄົນດັ່ງກ່າວຄວນຖືກເພາະປູກ ແລະ ຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າ ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ. ພວກເຂົາຍົກຍ້ອງ ແລະ ເທີດທູນຄົນເຫຼົ່ານັ້ນແທ້ໆ, ພວກເຂົາເຖິງກັບປະຕິບັດຕໍ່ຄົນເຫຼົ່ານັ້ນຄືກັບຍາດຕິພີ່ນ້ອງ ແລະ ສະມາຊິກໃນຄອບຄົວຂອງພວກເຂົາເອງ. ເມື່ອພວກເຂົາແນະນໍາຄົນເຫຼົ່ານີ້ໃຫ້ກັບຄົນອື່ນ, ພວກເຂົາມັກຈະເວົ້າກ່ຽວກັບວ່າ ໃນໂລກພາຍນອກນັ້ນ ພວກເຂົາເຄີຍເປັນເຈົ້າຂອງບໍລິສັດ ຫຼື ຜູ້ນໍາຂອງພະແນກການລັດຖະບານ ຫຼື ບັນນາທິການຂອງໜັງສືພິມ ຫຼື ຫົວໜ້າພະແນກປ້ອງກັນຄວາມສະຫງົບ ຫຼື ພວກເຂົາເວົ້າກ່ຽວກັບວ່າ ພວກເຂົາລວຍສໍ່າໃດ. ຜູ້ນໍາປອມໃຫ້ຄວາມສຳຄັນເປັນພິເສດຕໍ່ຄົນແບບນີ້. ພວກເຈົ້າວ່າແນວໃດ, ຜູ້ນໍາປອມມີຄວາມສາມາດບໍ? ມັນບໍ່ແມ່ນວ່າ ພວກເຂົາທຳທ່າວ່າເປັນຝ່າຍວິນຍານ ແລະ ບໍ່ສາມາດເບິ່ງທະລຸສິ່ງຕ່າງໆແມ່ນບໍ? ຜູ້ນໍາປອມຄິດວ່າ ຍ້ອນວ່າຄົນເຫຼົ່ານີ້ເປັນບຸກຄົນທີ່ມີຄວາມສາມາດພິເສດໃນສັງຄົມ, ເຮືອນຂອງພຣະເຈົ້າຈຶ່ງຄວນເພາະປູກພວກເຂົາ ແລະ ມອບບົດບາດສຳຄັນໃຫ້ພວກເຂົາ ເມື່ອພວກເຂົາມາທີ່ນີ້. ມຸມມອງນີ້ຖືກຕ້ອງບໍ? ມັນສອດຄ່ອງກັບຫຼັກການຄວາມຈິງບໍ? ຖ້າຄົນເຫຼົ່ານີ້ບໍ່ມີຄວາມຮັກຕໍ່ຄວາມຈິງເລີຍ ແລະ ຂາດຈິດສໍານຶກ ແລະ ເຫດຜົນ, ພວກເຂົາຈະສາມາດໄດ້ຮັບການເພາະປູກ ແລະ ມອບບົດບາດສຳຄັນໃຫ້ໂດຍເຮືອນຂອງພຣະເຈົ້າໄດ້ບໍ? ພວກເຂົາບໍ່ມີຄຸນສົມບັດທີ່ຈະໄດ້ຮັບການເພາະປູກ. ຄວາມຈິງທີ່ວ່າ ພວກເຂົາເປັນບຸກຄົນທີ່ມີຄວາມສາມາດພິເສດໃນທ່າມກາງຜູ້ບໍ່ມີຄວາມເຊື່ອ ບໍ່ໄດ້ໝາຍຄວາມວ່າ ພວກເຂົາເປັນຄົນທີ່ມີຄວາມສາມາດພິເສດໃນເຮືອນຂອງພຣະເຈົ້າ, ແຕ່ຜູ້ນໍາປອມເຫຼົ່ານີ້ມັກການເປັນເຈົ້າໜ້າທີ່ ແລະ ພວກເຂົາເທີດທູນຄົນອື່ນທີ່ເຄີຍເປັນເຈົ້າໜ້າທີ່ເປັນພິເສດ. ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ເຄີຍເປັນເຈົ້າໜ້າທີ່ ຫຼື ມີສະຖານະໃນໂລກພາຍນອກ, ພວກເຂົາກໍກົ້ມຫົວ ແລະ ປະຈົບປະແຈງ ແລະ ສະແດງທ່າທີພິນອບພິເທົາຕໍ່ຄົນເຫຼົ່ານັ້ນ, ຄືກັບຂ້າທາດທີ່ຢູ່ຕໍ່ໜ້ານາຍຂອງຕົນ; ພວກເຂົາຢາກເອີ້ນຄົນເຫຼົ່ານັ້ນວ່າ ແມ່ ຫຼື ພໍ່ ຫຼື ເອື້ອຍ ຫຼື ອ້າຍຢ່າງແຮງ ແລະ ພວກເຂົາຍັງປາຖະໜາທີ່ຈະໃຫ້ຄົນເຫຼົ່ານີ້ໄດ້ຮັບການສົ່ງເສີມໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກ. ບອກເຮົາມາເບິ່ງ, ຄົນເຫຼົ່ານີ້ແມ່ນຄົນທີ່ໄລ່ຕາມຄວາມຈິງບໍ? ການທີ່ພວກເຂົາມີສະຖານະເລັກນ້ອຍ ແລະ ມີຊື່ສຽງໃນໂລກພາຍນອກ ໝາຍຄວາມວ່າພວກເຂົາເໝາະສົມທີ່ຈະຮັບໃຊ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າບໍ? ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ເຕັມໄປດ້ວຍອຸປະນິໄສທີ່ອວດດີ ແລະ ທະນົງໂຕ, ພວກເຂົາສົມຄວນທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າບໍ? ມັນສອດຄ່ອງກັບຫຼັກການບໍ ໃນການສົ່ງເສີມຜູ້ຄົນໂດຍເນັ້ນໃສ່ພຽງແຕ່ສະຖານະ ແລະ ຊື່ສຽງຂອງພວກເຂົາ ແລະ ເມີນເສີຍຕໍ່ລັກສະນະຂອງພວກເຂົາ? ຜູ້ນໍາປອມຮູ້ບໍວ່າພຣະເຈົ້າມັກຄົນປະເພດໃດ, ຄົນປະເພດໃດທີ່ພຣະອົງສົ່ງເສີມ ແລະ ນໍາໃຊ້? ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ເນັ້ນຢໍ້າເທື່ອແລ້ວເທື່ອອີກວ່າ ຜູ້ຄົນຕ້ອງໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກຕາມສາມມາດຕະຖານຄື: ຂໍ້ທີໜຶ່ງ, ພວກເຂົາຕ້ອງມີຄວາມເປັນມະນຸດ, ຈິດສໍານຶກ ແລະ ເຫດຜົນ; ຂໍ້ທີສອງ, ພວກເຂົາຕ້ອງເປັນຄົນທີ່ຮັກຄວາມຈິງ ແລະ ສາມາດຍອມຮັບຄວາມຈິງໄດ້ ແລະ ຂໍ້ທີສາມ, ພວກເຂົາຕ້ອງມີຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມສາມາດໃນການເຮັດວຽກ. ມີພຽງແຕ່ຜູ້ທີ່ບັນລຸສາມມາດຕະຖານນີ້ເທົ່ານັ້ນຈຶ່ງສາມາດໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກ ແລະ ມີຄຸນສົມບັດທີ່ຈະເປັນຜູ້ສະໝັກ ແລະ ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ການມີພຽງແຕ່ຄວາມສາມາດ ແລະ ພອນສະຫວັນນັ້ນໃຊ້ບໍ່ໄດ້ເລີຍ. ລັກສະນະຕ້ອງມາກ່ອນ ແລະ ອັນດັບສອງ, ມັນຈຳເປັນທີ່ຈະຕ້ອງສາມາດຍອມຮັບຄວາມຈິງໄດ້, ສອງຢ່າງນີ້ແມ່ນມາດຕະຖານທີ່ສຳຄັນທີ່ສຸດ. ຖ້າຄົນຊົ່ວຮ້າຍທີ່ບໍ່ມີຄວາມຮັກຕໍ່ຄວາມຈິງຖືກສົ່ງເສີມ, ຜົນສະທ້ອນກໍຈະເປັນຫາຍະນະ, ສະນັ້ນ ຜູ້ທີ່ຂາດຄວາມເປັນມະນຸດແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຖືກສົ່ງເສີມຢ່າງເດັດຂາດ. ແຕ່ຜູ້ນໍາປອມເມີນເສີຍຕໍ່ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ເມື່ອຄັດເລືອກ ແລະ ນໍາໃຊ້ຜູ້ຄົນ, ພວກເຂົາເນັ້ນໃສ່ສະເໝີວ່າ ຄົນນັ້ນມີສະຖານະໃນສັງຄົມ ຫຼື ບໍ່, ພູມຫຼັງ ແລະ ຖານະຂອງພວກເຂົາແມ່ນຫຍັງ, ພວກເຂົາໄດ້ຮັບການສຶກສາລະດັບສູງ ຫຼື ບໍ່ ແລະ ຊື່ສຽງຂອງພວກເຂົາໃນສັງຄົມສູງສົ່ງສໍ່າໃດ, ສິ່ງເຫຼົ່ານີ້ແມ່ນດ້ານທີ່ພວກເຂົາເນັ້ນໃສ່ ເມື່ອສົ່ງເສີມ ແລະ ເພາະປູກຜູ້ຄົນ. ສິ່ງນີ້ສອດຄ່ອງກັບຫຼັກການທີ່ລະບຸໄວ້ໂດຍເຮືອນຂອງພຣະເຈົ້າບໍ? ສິ່ງນີ້ສອດຄ່ອງກັບຄວາມຈິງແຫ່ງພຣະທຳຂອງພຣະເຈົ້າບໍ? ຄົນທີ່ມີສະຖານະໃນສັງຄົມເຫຼົ່ານັ້ນແມ່ນໃຜ? ສາມາດເວົ້າໄດ້ວ່າ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຕໍ່ສູ້ເພື່ອອໍານາດ ແລະ ສະຖານະໂດຍບໍ່ເລືອກວິທີການ ແລະ ພວກເຂົາເປັນຂອງຊາຕານ. ຖ້າພວກເຂົາກຳອຳນາດໃນເຮືອນຂອງພຣະເຈົ້າ, ເຮືອນຂອງພຣະເຈົ້າຍັງຈະເປັນຄຣິສຕະຈັກຂອງພຣະເຈົ້າຢູ່ບໍ? ເປົ້າໝາຍຂອງຜູ້ນໍາປອມໃນການສົ່ງເສີມຄົນທີ່ເປັນຂອງຊາຕານໃຫ້ກາຍເປັນຜູ້ນໍາແມ່ນຫຍັງ? ການກະທຳດັ່ງກ່າວສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການເພາະປູກ ແລະ ການນໍາໃຊ້ຜູ້ຄົນບໍ? ມັນບໍ່ແມ່ນການລົບກວນ ແລະ ການທຳລາຍວຽກງານຂອງຄຣິສຕະຈັກຢ່າງໂຈ້ງແຈ້ງບໍ? ການສົ່ງເສີມ ແລະ ການເພາະປູກຜູ້ຄົນຢ່າງບໍ່ມີຫຼັກການຂອງຜູ້ນໍາປອມ ແມ່ນສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນທີ່ຍິ່ງໃຫຍ່ທີ່ສຸດຕໍ່ວຽກງານຂອງຄຣິສຕະຈັກ ແລະ ເປັນວິທີການຕໍ່ຕ້ານພຣະເຈົ້າ.
ຜູ້ນໍາປອມມີຄວາມສາມາດຕໍ່າຫຼາຍ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ບໍ່ວ່າພວກເຂົາຈະຟັງຄຳເທດສະໜາຈັກຄັ້ງ ຫຼື ພວກເຂົາອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດຢັ່ງຮູ້ໄດ້ຢ່າງບໍລິສຸດ ຫຼື ເຂົ້າໃຈຄວາມຈິງ ແລະ ບໍ່ວ່າພວກເຂົາຈະເທດສະໜາຫຼັກຄຳສອນມາຫຼາຍປີສໍ່າໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈສິ່ງທີ່ພວກເຂົາກຳລັງເວົ້າຢູ່, ມັນເປັນພຽງແຕ່ຄຳເວົ້າທີ່ໄຮ້ສາລະ ແລະ ເປັນໄປບໍ່ໄດ້ທີ່ຈະເຂົ້າໃຈຫຍັງເລີຍ! ພວກເຂົາສາມາດຈື່ຈຳ ແລະ ເທດສະໜາຫຼັກຄຳສອນໄດ້ເລັກນ້ອຍ, ສະນັ້ນ ພວກເຂົາຈຶ່ງຄິດວ່າພວກເຂົາມີຄວາມຈິງຄວາມເປັນຈິງ, ແຕ່ບໍ່ມີສິ່ງໃດທີ່ພວກເຂົາເຮັດທີ່ກ່ຽວຂ້ອງກັບຄວາມຈິງເລີຍ, ນີ້ຄືແບບຢ່າງຂອງພວກຟາຣີຊາຍ. ເມື່ອເບິ່ງຈາກພາຍນອກ ເບິ່ງຄືວ່າພວກເຂົາເທດສະໜາໃຫ້ຜູ້ຄົນເລື້ອຍໆ ແລະ ເວົ້າສິ່ງທີ່ໜ້າຟັງ ຄືກັບວ່າພວກເຂົາເຂົ້າໃຈຄວາມຈິງ, ແຕ່ສິ່ງທີ່ພວກເຂົາເຮັດແມ່ນກົງກັນຂ້າມກັບຄວາມຈິງ ແລະ ຂັດກັບຄວາມຈິງ. ພວກເຂົາຍັງອ້າງວ່າ ພວກເຂົາກຳລັງຮັບໃຊ້ພຣະເຈົ້າ ແລະ ເຮັດວຽກງານຂອງຄຣິສຕະຈັກ, ໃນຂະນະທີ່ຄວາມຈິງແລ້ວ ທຸກສິ່ງທີ່ພວກເຂົາເຮັດແມ່ນເປັນປໍລະປັກຕໍ່ພຣະເຈົ້າຢ່າງສິ້ນເຊີງ. ຜູ້ນໍາປອມບໍ່ເຄີຍສົ່ງເສີມຄົນທີ່ມີຄວາມສາມາດພິເສດທີ່ມີປະໂຫຍດຕໍ່ເຮືອນຂອງພຣະເຈົ້າ ແລະ ພວກເຂົາເມີນເສີຍ ແລະ ເຮັດເປັນເບິ່ງບໍ່ເຫັນຄົນທີ່ຂ້ອນຂ້າງຊື່ສັດ ເຊິ່ງໄລ່ຕາມຄວາມຈິງຢ່າງແທ້ຈິງ. ແທນທີ່ຈະເຮັດແນວນັ້ນ, ພວກເຂົາສົ່ງເສີມ ແລະ ເພາະປູກຜູ້ທີ່ມັກຍ້ອງຍໍປໍປັ້ນ, ຜູ້ທີ່ເຈົ້າເລ່ ແລະ ຫຼອກລວງ ແລະ ຜູ້ທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຮັບຜິດຊອບວຽກງານໃນຄຣິສຕະຈັກ. ຜົນຂອງທັງໝົດນີ້ກໍຄື ເມື່ອຄົນເຫຼົ່ານັ້ນຢູ່ໃນວຽກງານໄດ້ໄລຍະໜຶ່ງ, ລາຍການຕ່າງໆຂອງວຽກງານຂອງຄຣິສຕະຈັກກໍຢຸດສະງັກ ແລະ ເຂົ້າສູ່ສະພາວະທີ່ເປັນອຳມະພາດຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຖືກທຳລາຍດ້ວຍນໍ້າມືຂອງຜູ້ນໍາປອມເຫຼົ່ານີ້. ຄົນປະເພດທີ່ເປັນຜູ້ນໍາປອມເຫຼົ່ານີ້ ບໍ່ເປັນຕາລັງກຽດບໍ? ພວກເຂົາຄວນຖືກໄລ່ອອກບໍ? ພວກເຂົາຕ້ອງຖືກໄລ່ອອກ! ແຕ່ລະມື້ທີ່ຊັກຊ້າຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກຕະຫຼອດທັງມື້. ຜູ້ນໍາປອມບາງຄົນ ເຖິງແມ່ນວ່າພວກເຂົາຈະຮູ້ວ່າ ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້, ແຕ່ກໍບໍ່ເຕັມໃຈທີ່ຈະລາອອກໂດຍສະໝັກໃຈ ແລະ ຫຼົງໄຫຼກັບຜົນປະໂຫຍດຈາກສະຖານະຢູ່ສະເໝີ ແລະ ເຖິງກັບຍອມທຳຮ້າຍວຽກງານຂອງຄຣິສຕະຈັກ. ຄົນເຫຼົ່ານີ້ມີເຫດຜົນແມ່ນແຕ່ໜ້ອຍດຽວບໍ? ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ ຫຼື ຄວາມສາມາດພິເສດທີ່ແທ້ຈິງ ແລະ ຄວາມຮູ້ຈິງໃດໆ ແລະ ບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ ແລະ ພວກເຂົາຍັງໂລບຜົນປະໂຫຍດຈາກສະຖານະ, ພວກເຂົາເປັນຄົນໜ້າດ້ານ, ສະນັ້ນ ພວກເຂົາຕ້ອງບໍ່ໄດ້ຮັບການສົ່ງເສີມ ແລະ ຖືກເພາະປູກຢ່າງເດັດຂາດ. ຖ້າເຈົ້າຄິດວ່າ ຄວາມສາມາດຂອງເຈົ້າຕໍ່າຫຼາຍ ແລະ ເຈົ້າບໍ່ມີຄວາມສາມາດໃນການແຍກແຍະຖືກຜິດ ແລະ ເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ແລ້ວບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າປ່ອຍຕົວຕາມຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ ແລະ ຢ່າຄິດຫາວິທີທີ່ຈະພະຍາຍາມກ້າວໄປສູ່ການເປັນເຈົ້າໜ້າທີ່ໃນຄຣິສຕະຈັກ, ຕໍ່ກັບການເປັນຜູ້ນໍາຄຣິສຕະຈັກ, ການເປັນຜູ້ນໍາບໍ່ແມ່ນເລື່ອງງ່າຍປານນັ້ນ. ຖ້າເຈົ້າບໍ່ແມ່ນຄົນຊື່ສັດ ແລະ ບໍ່ມີຄວາມຮັກຕໍ່ຄວາມຈິງ, ທັນທີທີ່ເຈົ້າກາຍເປັນຜູ້ນໍາ, ເຈົ້າກໍຈະເປັນທັງຜູ້ຕໍ່ຕ້ານພຣະຄຣິສ ຫຼື ຜູ້ນໍາປອມ. ທັງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນໍາປອມລ້ວນແລ້ວແຕ່ເປັນຄົນທີ່ຂາດຈິດສໍານຶກ ແລະ ເຫດຜົນ ແລະ ເປັນຄົນທີ່ສາມາດເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້. ເຖິງແມ່ນວ່າຈະເປັນຄວາມຈິງທີ່ຈະເວົ້າວ່າ ຜູ້ຕໍ່ຕ້ານພຣະຄຣິສແມ່ນມານຮ້າຍ ແລະ ຊາຕານ, ແຕ່ຜູ້ນໍາປອມກໍບໍ່ແມ່ນຄົນດີເຊັ່ນກັນ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍເປັນຄົນໜ້າດ້ານທີ່ຂາດຈິດສໍານຶກ ແລະ ເຫດຜົນຢ່າງໄຮ້ຢາງອາຍ. ມີຫຍັງທີ່ຮຸ່ງເຮືອງໃນການເປັນຜູ້ນໍາປອມ ແລະ ການຖືກໄລ່ອອກບໍ? ມັນເປັນເລື່ອງໜ້າອັບອາຍ, ເປັນຮອຍເປື້ອນ ແລະ ບໍ່ມີຫຍັງທີ່ຮຸ່ງເຮືອງກ່ຽວກັບມັນເລີຍ. ຖ້າເຈົ້າມີຄວາມຮູ້ສຶກເປັນພາລະຕໍ່ວຽກງານຄຣິສຕະຈັກ ແລະ ປາດຖະໜາທີ່ຈະມີສ່ວນຮ່ວມໃນວຽກງານນັ້ນ, ນີ້ເປັນສິ່ງທີ່ດີ, ແຕ່ເຈົ້າຕ້ອງທົບທວນເບິ່ງວ່າ ເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່, ເຈົ້າສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່, ເຈົ້າສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຢ່າງແທ້ຈິງໄດ້ ຫຼື ບໍ່ ແລະ ເຈົ້າສາມາດປະຕິບັດວຽກງານຄຣິສຕະຈັກຢ່າງເໝາະສົມຕາມການຈັດແຈງວຽກງານໄດ້ ຫຼື ບໍ່. ຖ້າເຈົ້າບັນລຸເກນເຫຼົ່ານີ້, ເຈົ້າກໍອາດຈະເຂົ້າຮ່ວມການຄັດເລືອກເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ສິ່ງທີ່ເຮົາໝາຍເຖິງໂດຍການເວົ້າແບບນີ້ກໍຄື ຢ່າງໜ້ອຍທີ່ສຸດ ຜູ້ຄົນຕ້ອງມີການຮັບຮູ້ຕົວເອງ. ກ່ອນອື່ນໃຫ້ເບິ່ງວ່າ ເຈົ້າສາມາດແຍກແຍະຜູ້ຄົນໄດ້ ຫຼື ບໍ່, ເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ເຮັດສິ່ງຕ່າງໆຕາມຫຼັກການໄດ້ ຫຼື ບໍ່. ຖ້າເຈົ້າບັນລຸຂໍ້ກຳນົດເຫຼົ່ານີ້, ເຈົ້າກໍເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຖ້າເຈົ້າບໍ່ສາມາດປະເມີນຕົນເອງໄດ້, ເຈົ້າສາມາດຖາມຄົນອ້ອມຂ້າງທີ່ຄຸ້ນເຄີຍກັບເຈົ້າ ຫຼື ໃກ້ຊິດກັບເຈົ້າ. ຖ້າພວກເຂົາທຸກຄົນເວົ້າວ່າ ເຈົ້າມີຄວາມສາມາດບໍ່ພຽງພໍທີ່ຈະເປັນຜູ້ນໍາ ແລະ ການເຮັດພຽງແຕ່ວຽກປັດຈຸບັນຂອງເຈົ້າໃຫ້ດີກໍດີພໍແລ້ວ, ແລ້ວເຈົ້າກໍຄວນຮີບຮ້ອນທີ່ຈະຮູ້ຈັກຕົນເອງ. ຍ້ອນວ່າເຈົ້າມີຄວາມສາມາດຕໍ່າ, ຢ່າໃຊ້ເວລາທັງໝົດຂອງເຈົ້າໃນການຢາກເປັນຜູ້ນໍາ, ພຽງແຕ່ເຮັດສິ່ງທີ່ເຈົ້າສາມາດເຮັດໄດ້, ປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມຢ່າງໜັກແໜ້ນ, ເພື່ອວ່າເຈົ້າຈະມີຄວາມສະຫງົບສຸກທາງຈິດໃຈ. ນີ້ກໍເປັນສິ່ງທີ່ດີເຊັ່ນກັນ. ແລ້ວຖ້າເຈົ້າສາມາດເປັນຜູ້ນໍາໄດ້, ຖ້າເຈົ້າມີຄວາມສາມາດ ແລະ ຄວາມສາມາດພິເສດແບບນັ້ນຢ່າງແທ້ຈິງ, ຖ້າເຈົ້າມີຄວາມສາມາດໃນການເຮັດວຽກ ແລະ ມີຄວາມຮູ້ສຶກເຖິງພາລະ, ແລ້ວເຈົ້າກໍຄືຄົນທີ່ມີຄວາມສາມາດພິເສດແບບທີ່ເຮືອນຂອງພຣະເຈົ້າຂາດແຄນ ແລະ ເຈົ້າຈະໄດ້ຮັບການສົ່ງເສີມ ແລະ ການເພາະປູກຢ່າງແນ່ນອນ, ແຕ່ວ່າມີເວລາຂອງພຣະເຈົ້າໃນທຸກສິ່ງ. ຄວາມປາຖະໜານີ້, ຄວາມປາຖະໜາທີ່ຈະໄດ້ຮັບການສົ່ງເສີມ ບໍ່ແມ່ນຄວາມທະເຍີທະຍານ, ແຕ່ເຈົ້າຕ້ອງມີຄວາມສາມາດ ແລະ ບັນລຸເກນທີ່ຈະເປັນຜູ້ນໍາ. ຖ້າເຈົ້າມີຄວາມສາມາດຕໍ່າ ແຕ່ຍັງໃຊ້ເວລາທັງໝົດຂອງເຈົ້າໃນການຢາກເປັນຜູ້ນໍາ ຫຼື ຮັບຜິດຊອບວຽກງານສຳຄັນບາງຢ່າງ ຫຼື ຮັບຜິດຊອບວຽກງານໂດຍລວມ ຫຼື ເຮັດບາງສິ່ງທີ່ເຮັດໃຫ້ເຈົ້າໂດດເດັ່ນ, ແລ້ວເຮົາບອກເຈົ້າວ່າ: ນີ້ຄືຄວາມທະເຍີທະຍານ. ຄວາມທະເຍີທະຍານສາມາດນໍາເອົາໄພພິບັດມາໃຫ້, ສະນັ້ນ ເຈົ້າຄວນລະວັງມັນ. ຜູ້ຄົນລ້ວນແຕ່ມີຄວາມປາຖະໜາທີ່ຈະກ້າວໜ້າ ແລະ ລ້ວນແລ້ວແຕ່ເຕັມໃຈທີ່ຈະພະຍາຍາມກ້າວໄປສູ່ຄວາມຈິງ, ເຊິ່ງບໍ່ແມ່ນບັນຫາ. ບາງຄົນມີຄວາມສາມາດ, ບັນລຸເກນສຳລັບການເປັນຜູ້ນໍາ ແລະ ສາມາດພະຍາຍາມກ້າວໄປສູ່ຄວາມຈິງ ແລະ ນີ້ເປັນສິ່ງທີ່ດີ. ສ່ວນຄົນອື່ນບໍ່ມີຄວາມສາມາດ, ສະນັ້ນ ພວກເຂົາຄວນຍຶດໝັ້ນໃນໜ້າທີ່ຂອງຕົນເອງ, ປະຕິບັດໜ້າທີ່ທີ່ຢູ່ຕໍ່ໜ້າພວກເຂົາຢ່າງເໝາະສົມ ແລະ ເຮັດມັນຕາມຫຼັກການ ແລະ ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ສຳລັບພວກເຂົາແລ້ວ, ສິ່ງນັ້ນດີກວ່າ, ປອດໄພກວ່າ ແລະ ແທ້ຈິງກວ່າ.
ຜູ້ທີ່ຖືກເລືອກຕັ້ງໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຖືກສົ່ງເສີມ ແລະ ຖືກເພາະປູກ ບໍ່ຄວນມີຄວາມຄິດເພີ້ຝັນ ໂດຍຮູ້ສຶກວ່າ: “ອ້າຍເອື້ອຍນ້ອງທັງຫຼາຍໄດ້ເລືອກຂ້ອຍຈາກຜູ້ຄົນຈໍານວນຫຼວງຫຼາຍ, ເຮືອນຂອງພຣະເຈົ້າໄດ້ສົ່ງເສີມຂ້ອຍ, ສະນັ້ນ ຂ້ອຍຈຶ່ງມີຄວາມສາມາດພິເສດແທ້ໆ ແລະ ຂ້ອຍເກັ່ງກວ່າຄົນທົ່ວໄປ, ຄຳແທ້ຍ່ອມເປັ່ງປະກາຍໃນທີ່ສຸດ”. ການຄິດແບບນີ້ດີບໍ? ມັນບໍ່ແມ່ນການເປີດເຜີຍອຸປະນິໄສທີ່ເສື່ອມຊາມບໍ? (ແມ່ນ.) ການຖືກສົ່ງເສີມ ແລະ ການຖືກເພາະປູກເປັນສິ່ງທີ່ດີ ແລະ ເປັນໂອກາດທີ່ດີ, ແຕ່ເຈົ້າຈະສາມາດຍ່າງໃນເສັ້ນທາງນີ້ໄດ້ດີ ຫຼື ບໍ່ນັ້ນ ຂຶ້ນກັບວ່າເຈົ້າເຂົ້າຫາໂອກາດນີ້ແນວໃດ ແລະ ເຈົ້າສາມາດເຫັນຄຸນຄ່າຂອງມັນໄດ້ ຫຼື ບໍ່. ພຣະເຈົ້າໄດ້ມອບໂອກາດນີ້ໃຫ້ແກ່ເຈົ້າ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ເຈົ້າເກັ່ງກວ່າຜູ້ອື່ນແທ້ໆ, ມັນອາດຈະເປັນຍ້ອນວ່າ ຄວາມສາມາດຂອງເຈົ້າດີກວ່າຄົນອື່ນເລັກນ້ອຍ ຫຼື ຍ້ອນວ່າເຈົ້າມີພອນສະຫວັນບາງຢ່າງ, ແຕ່ມັນຍາກທີ່ຈະເວົ້າວ່າ ທາງເຂົ້າຊີວິດຂອງເຈົ້າເປັນແນວໃດ ແລະ ເຈົ້າມີຄວາມຈິງຄວາມເປັນຈິງ ຫຼື ບໍ່, ຍ້ອນວ່າອຸປະນິໄສທີ່ເສື່ອມຊາມຂອງທຸກຄົນຄືກັນໝົດ ແລະ ເຈົ້າກໍເປັນສະມາຊິກຄົນໜຶ່ງຂອງເຜົ່າພັນມະນຸດຊາດທີ່ເສື່ອມຊາມເຊັ່ນກັນ. ຖ້າເຈົ້າສາມາດຮັບຮູ້ສິ່ງນີ້ໄດ້, ເຈົ້າກໍຈະສາມາດເຂົ້າຫາການສົ່ງເສີມ ແລະ ການເພາະປູກຂອງເຈົ້າໂດຍເຮືອນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ. ເຈົ້າບໍ່ຄວນຖືວ່າຕົນເອງເປັນຄົນທີ່ມີຄວາມສາມາດພິເສດ ແລະ ເຈົ້າກໍບໍ່ຄວນຄິດວ່າ ເຈົ້າມີຄວາມຈິງຄວາມເປັນຈິງ. ມັນພຽງແຕ່ວ່າ ເຈົ້າມີຄວາມສາມາດເລັກນ້ອຍ ແລະ ຍັງສາມາດພະຍາຍາມກ້າວໄປສູ່ຄວາມຈິງໄດ້, ສະນັ້ນ ເຈົ້າຈຶ່ງໄດ້ຮັບໂອກາດໃຫ້ຝຶກຝົນຕົນເອງ. ນີ້ຄືໄລຍະທົດລອງ ແລະ ຍັງບໍ່ທັນແນ່ນອນເທື່ອວ່າ ເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ ຫຼື ບໍ່ ຫຼື ວ່າເຈົ້າສົມຄວນທີ່ຈະໄດ້ຮັບການເພາະປູກ ຫຼື ບໍ່. ມັນຍາກທີ່ຈະເວົ້າວ່າ ເຈົ້າຈະສາມາດຢືນຢັດໄດ້ ຫຼື ບໍ່ ຫຼັງຈາກທີ່ຖືກທົດສອບໃນໄລຍະນີ້. ມັນອາດຈະເປັນໄປໄດ້ວ່າ ເຈົ້າຖືກເກັບໄວ້ເພື່ອສືບຕໍ່ໄດ້ຮັບການເພາະປູກ ຫຼື ມັນອາດຈະເປັນໄປໄດ້ວ່າ ເຈົ້າຖືກກຳຈັດອອກ, ທັງໝົດນີ້ຂຶ້ນກັບວ່າ ເຈົ້າໃຊ້ຄວາມພະຍາຍາມຫຼາຍສໍ່າໃດ. ນີ້ຄືຄວາມໝາຍຂອງການສົ່ງເສີມຜູ້ຄົນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຈົ້າຄວນເຂົ້າໃຈສິ່ງນັ້ນ. ມັນບໍ່ມີປະໂຫຍດຫຍັງເລີຍທີ່ເຈົ້າຄິດວ່າຕົນເອງເປັນຄົນທີ່ມີຄວາມສາມາດພິເສດ. ຖ້າເຮືອນຂອງພຣະເຈົ້າບໍ່ສົ່ງເສີມເຈົ້າ ແລະ ເພາະປູກເຈົ້າ, ແລ້ວເຈົ້າກໍບໍ່ມີຄວາມໝາຍຫຍັງເລີຍ. ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ສາມາດເຮັດສິ່ງໃດໃຫ້ສໍາເລັດໄດ້. ຖ້າເຈົ້າເວົ້າວ່າ: “ເຮືອນຂອງພຣະເຈົ້າບໍ່ນໍາໃຊ້ຂ້ອຍ, ຂ້ອຍຈະອອກໄປສູ່ສັງຄົມ”, ຖ້າຊັ້ນກໍອອກໄປສູ່ສັງຄົມ ແລະ ລອງເບິ່ງ, ເບິ່ງວ່າໃຜສົ່ງເສີມເຈົ້າ ແລະ ເບິ່ງວ່າເຈົ້າສາມາດເຮັດຫຍັງໃຫ້ສໍາເລັດໄດ້ແດ່. ສິ່ງທີ່ເຮົາໝາຍເຖິງໂດຍການເວົ້າແບບນີ້ກໍຄື ຢາກບອກພວກເຈົ້າວ່າ ພວກເຈົ້າຕ້ອງມີຄວາມເຂົ້າໃຈ ແລະ ວິທີການເຂົ້າຫາທີ່ຖືກຕ້ອງຕໍ່ການສົ່ງເສີມ ແລະ ການເພາະປູກຂອງພວກເຈົ້າໂດຍເຮືອນຂອງພຣະເຈົ້າ. ຜູ້ທີ່ມີຄວາມສາມາດຕໍ່າ ຫຼື ປານກາງ ແລະ ຜູ້ທີ່ບໍ່ສາມາດບັນລຸມາດຕະຖານທີ່ຈຳເປັນສຳລັບການສົ່ງເສີມ ແລະ ການເພາະປູກໃນເຮືອນຂອງພຣະເຈົ້າ ພຽງແຕ່ຕ້ອງປະຕິບັດໜ້າທີ່ຂອງພວກເຂົາຢ່າງວ່າງ່າຍ ແລະ ຢ່າງໜັກແໜ້ນ. ຕາບໃດທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າດ້ວຍສຸດໃຈ ແລະ ສຸດຄວາມຄິດ, ພຣະເຈົ້າກໍຈະບໍ່ປະຕິບັດຕໍ່ເຈົ້າຢ່າງບໍ່ຍຸຕິທຳ. ສະນັ້ນ, ຢ່າຕໍ່ສູ້ກັນເລື່ອງການສົ່ງເສີມ ແລະ ການເພາະປູກ, ແຕ່ກໍຢ່າປະຕິເສດສິ່ງເຫຼົ່ານັ້ນເຊັ່ນກັນ, ພຽງແຕ່ປ່ອຍໃຫ້ທຸກຢ່າງເປັນໄປຕາມທຳມະຊາດ, ໃນດ້ານໜຶ່ງ, ເຈົ້າຕ້ອງເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ເຈົ້າຕ້ອງມີຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ນີ້ຄືຫົນທາງທີ່ຖືກຕ້ອງ. ການເຮັດແບບນີ້ງ່າຍບໍ? (ແມ່ນ, ງ່າຍ.) ມີຜົນປະໂຫຍດຫຍັງບໍໃນການທີ່ຄົນທີ່ມີຄວາມສາມາດຕໍ່າເປັນຜູ້ນໍາ? ໃນທີ່ສຸດ, ເມື່ອພວກເຂົາຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ ແລະ ຖືກກຳຈັດອອກ, ພວກເຂົາຈະຮູ້ສຶກແນວໃດກ່ຽວກັບເລື່ອງນີ້? ມັນຈະເປັນສິ່ງທີ່ພວກເຈົ້າຕ້ອງການບໍ? (ບໍ່.) ເຈົ້າຈະແບກຫາບຕຳແໜ່ງ “ຜູ້ນໍາປອມ” ໄວ້ເທິງຫົວ ແລະ ບໍ່ວ່າເຈົ້າຈະໄປໃສ, ຜູ້ຄົນກໍຈະເວົ້າວ່າ: “ຄົນນີ້ເຄີຍເປັນຜູ້ນໍາປອມ”. ນັ້ນເປັນເລື່ອງດີ ຫຼື ເລື່ອງຮ້າຍ? ມັນບໍ່ແມ່ນເລື່ອງດີ ແລະ ມັນບໍ່ແມ່ນສິ່ງທີ່ຮຸ່ງເຮືອງ. ຜູ້ຄົນຕ້ອງມີຄວາມເຂົ້າໃຈ ແລະ ທັດສະນະຄະຕິທີ່ຖືກຕ້ອງຕໍ່ການສົ່ງເສີມ ແລະ ການເພາະປູກ, ໃນເລື່ອງເຫຼົ່ານີ້, ພວກເຂົາຕ້ອງສະແຫວງຫາຄວາມຈິງ ແລະ ບໍ່ເຮັດຕາມຄວາມຕ້ອງການຂອງຕົນເອງ ຫຼື ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ. ຖ້າເຈົ້າຮູ້ສຶກວ່າ ເຈົ້າມີຄວາມສາມາດດີ ແຕ່ເຮືອນຂອງພຣະເຈົ້າບໍ່ເຄີຍສົ່ງເສີມເຈົ້າ ແລະ ບໍ່ມີແຜນທີ່ຈະເພາະປູກເຈົ້າ, ແລ້ວຢ່າຫງຸດຫງິດ ຫຼື ເລີ່ມຈົ່ມວ່າ, ພຽງແຕ່ເນັ້ນໃສ່ການ ໄລ່ຕາມຄວາມຈິງ ແລະ ພະຍາຍາມກ້າວໄປທາງໜ້າ. ເມື່ອເຈົ້າມີຄວາມເຕີບໂຕບາງຢ່າງ ແລະ ສາມາດເຮັດວຽກງານຕົວຈິງໄດ້, ຜູ້ຄົນທີ່ພຣະເຈົ້າເລືອກກໍຈະເລືອກເຈົ້າໃຫ້ເປັນຜູ້ນໍາຕາມທຳມະຊາດ. ແລ້ວຖ້າເຈົ້າຮູ້ສຶກວ່າ ເຈົ້າມີຄວາມສາມາດຕໍ່າ ແລະ ເຈົ້າບໍ່ມີໂອກາດທີ່ຈະໄດ້ຮັບການສົ່ງເສີມ ຫຼື ເພາະປູກ ແລະ ມັນເປັນໄປບໍ່ໄດ້ທີ່ຄວາມທະເຍີທະຍານຂອງເຈົ້າຈະບັນລຸຜົນ, ນີ້ບໍ່ແມ່ນສິ່ງທີ່ດີບໍ? ສິ່ງນີ້ຈະປົກປ້ອງເຈົ້າ! ຍ້ອນວ່າເຈົ້າມີຄວາມສາມາດຕໍ່າ, ຖ້າເຈົ້າພົບພໍ້ກັບກຸ່ມຄົນເບົາປັນຍາທີ່ຕາບອດ ເຊິ່ງເລືອກເຈົ້າໃຫ້ເປັນຜູ້ນໍາຂອງພວກເຂົາ, ນີ້ບໍ່ແມ່ນການໃຫ້ເຈົ້າຍ່າງເທິງຖ່ານໄຟບໍ? ເຈົ້າບໍ່ສາມາດເຮັດວຽກງານໃດໆໄດ້ ແລະ ຕາ ແລະ ໃຈຂອງເຈົ້າກໍບອດ. ທຸກສິ່ງທີ່ເຈົ້າເຮັດຄືການຂັດຂວາງ, ທຸກການເຄື່ອນໄຫວຂອງເຈົ້າຄືການເຮັດຄວາມຊົ່ວ. ມັນຈະດີກວ່າຖ້າເຈົ້າເຮັດວຽກໃນໜ້າທີ່ປັດຈຸບັນຂອງເຈົ້າໃຫ້ດີ, ຢ່າງໜ້ອຍເຈົ້າກໍຈະບໍ່ເຮັດໃຫ້ຕົນເອງອັບອາຍ ແລະ ມັນດີກວ່າການເປັນຜູ້ນໍາປອມ ແລະ ຕົກເປັນເປົ້າຂອງການເວົ້າຂວັນ. ໃນຖານະທີ່ເປັນຄົນ, ເຈົ້າຕ້ອງຮູ້ຈັກປະມານຕົນ, ເຈົ້າຕ້ອງມີການຮັບຮູ້ຕົວເອງເລັກນ້ອຍ, ຖ້າເຈົ້າມີສິ່ງນີ້, ເຈົ້າກໍຈະສາມາດຫຼີກລ່ຽງການຍ່າງໃນເສັ້ນທາງທີ່ຜິດ ແລະ ການເຮັດຜິດພາດທີ່ຮ້າຍແຮງໄດ້.
ພວກເຈົ້າຢາກເປັນຜູ້ນໍາປອມ ຫຼື ຢາກເປັນຜູ້ຕິດຕາມທີ່ທຳມະດາສາມັນ? (ຜູ້ຕິດຕາມທີ່ທຳມະດາສາມັນ.) ຖ້າອ້າຍເອື້ອຍນ້ອງທັງຫຼາຍເລືອກເຈົ້າ, ກໍລອງເບິ່ງ, ບາງທີມຸມມອງຂອງພວກເຂົາທີ່ມີຕໍ່ເຈົ້າອາດຈະຖືກຕ້ອງກວ່າຄວາມຮູ້ສຶກຂອງເຈົ້າເອງທີ່ມີຕໍ່ຕົນເອງ. ຖ້າອ້າຍເອື້ອຍນ້ອງທັງຫຼາຍຄິດວ່າເຈົ້າເຮັດໄດ້, ເຈົ້າກໍຄວນທຸ່ມເທສຸດຄວາມສາມາດ. ຖ້າເຈົ້າພະຍາຍາມສຸດຄວາມສາມາດແລ້ວ ແຕ່ຍັງລົ້ມເຫຼວໃນວຽກງານຂອງເຈົ້າ ແລະ ໃຈຂອງເຈົ້າຮ້ອນຮົນດ້ວຍຄວາມກັງວົນຈົນກິນບໍ່ໄດ້ນອນບໍ່ລັບ ແລະ ເຈົ້າພຽງແຕ່ບໍ່ຮູ້ວ່າຈະເຮັດວຽກງານນັ້ນໃຫ້ເໝາະສົມໄດ້ແນວໃດ, ຖ້າຊັ້ນກໍຢຸດເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ມັນຍາກເກີນໄປສຳລັບເຈົ້າ. ຖ້າເຈົ້າສືບຕໍ່ເຮັດ, ເຈົ້າກໍມີແນວໂນ້ມທີ່ຈະກາຍເປັນຜູ້ນໍາປອມ, ສະນັ້ນ ເຈົ້າຄວນຂຽນຈົດໝາຍລາອອກໂດຍບໍ່ຊັກຊ້າ, ໂດຍປະກາດວ່າ: “ຍ້ອນວ່າຂ້ານ້ອຍມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້, ຖ້າຂ້ານ້ອຍສືບຕໍ່ເປັນຜູ້ນໍາ, ອີກບໍ່ດົນ ຂ້ານ້ອຍກໍຈະກາຍເປັນຜູ້ນໍາປອມຢ່າງແນ່ນອນ, ສະນັ້ນ ຂ້ານ້ອຍຈຶ່ງຂໍລາອອກ ແລະ ເຕັມໃຈທີ່ຈະສະລະຕຳແໜ່ງ”. ນີ້ຄືແນວທາງປະຕິບັດທີ່ສະຫຼາດທີ່ສຸດ ແລະ ເປັນສິ່ງທີ່ເໝາະສົມທີ່ສຸດທີ່ຈະເຮັດ! ມັນມີເຫດຜົນ ແລະ ດີກວ່າການຄອບຄອງຕຳແໜ່ງ ແລະ ການເປັນຜູ້ນໍາປອມ. ຖ້າເຈົ້າຮູ້ດີວ່າ ເຈົ້າມີຄວາມສາມາດຕໍ່າ ແລະ ບໍ່ສາມາດເປັນຜູ້ນໍາໄດ້ ແຕ່ທົນບໍ່ໄດ້ທີ່ຈະສະລະສະຖານະ ແລະ ເວົ້າກັບຕົນເອງວ່າ: “ເປັນຫຍັງຂ້ອຍຈຶ່ງເຮັດສິ່ງນີ້ບໍ່ໄດ້? ໃຜສາມາດຊ່ວຍຂ້ອຍໄດ້ແດ່? ມັນຈະດີສໍ່າໃດຖ້າຂ້ອຍຮັກສາສະຖານະຂອງຂ້ອຍໃນຖານະຜູ້ນໍາ ໂດຍໃຫ້ຄົນອື່ນວາງແຜນ ແລະ ຍຸດທະສາດທັງໝົດໃຫ້ຂ້ອຍ! ຕອນນີ້ບໍ່ມີໃຜເໝາະສົມທີ່ຈະມາແທນທີ່ຂ້ອຍ, ສະນັ້ນ ຂ້ອຍຈຶ່ງເຮັດໄດ້ພຽງແຕ່ສືບຕໍ່ເປັນຜູ້ນໍາ ແລະ ເສບສຸກໃນແຕ່ລະມື້ທີ່ຂ້ອຍຢູ່ໃນວຽກງານ, ເຖິງແມ່ນວ່າຂ້ອຍຈະເຮັດວຽກງານບໍ່ໄດ້, ຂ້ອຍກໍຍັງເປັນຜູ້ນໍາ ແລະ ການເປັນຜູ້ນໍາກໍດີກວ່າການເປັນອ້າຍເອື້ອຍນ້ອງທຳມະດາ. ຖ້າເຮືອນຂອງພຣະເຈົ້າບໍ່ປົດຂ້ອຍອອກ ແລະ ຂ້ອຍບໍ່ຖືກອ້າຍເອື້ອຍນ້ອງທັງຫຼາຍປົດອອກ, ຂ້ອຍກໍຈະບໍ່ລາອອກ”. ສິ່ງນີ້ເໝາະສົມບໍ? (ບໍ່.) ເປັນຫຍັງມັນຈຶ່ງບໍ່ເໝາະສົມ? (ມັນບໍ່ສົມເຫດສົມຜົນ, ຖ້າອຍບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຍັງບໍ່ລາອອກ, ສິ່ງນີ້ຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າເທົ່ານັ້ນ.) ການກະທຳແບບນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ, ມັນທຳຮ້າຍຄົນອື່ນ ແລະ ມັນທຳຮ້າຍຕົວເຈົ້າເອງ. ເຈົ້າຮູ້ບໍວ່າການເປັນຜູ້ນໍາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າມີຄວາມສຳພັນໂດຍກົງກັບທາງເຂົ້າຂອງຊີວິດຂອງຜູ້ຄົນຈໍານວນຫຼວງຫຼາຍ ແລະ ການນໍາພາຂອງເຈົ້າມີຄວາມສຳພັນໂດຍກົງກັບວິທີທີ່ພວກເຂົາຍ່າງໃນເສັ້ນທາງທີ່ຢູ່ຕໍ່ໜ້າພວກເຂົາ. ຖ້າເຈົ້ານໍາພາໄດ້ດີ ແລະ ນໍາພາພວກເຂົາໄປສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາກໍຈະສາມາດກ້າວໄປໃນເສັ້ນທາງທີ່ຖືກຕ້ອງໄດ້. ຖ້າເຈົ້ານໍາພາໄດ້ບໍ່ດີ ແລະ ນໍາພາພວກເຂົາລົງຄອງ ແລະ ພວກເຂົາກາຍເປັນຟາຣີຊາຍຄືກັບເຈົ້າ, ແລ້ວບາບຂອງເຈົ້າກໍຈະຍິ່ງໃຫຍ່! ແລ້ວຫຼັງຈາກທີ່ເຈົ້າເຮັດບາບທີ່ຍິ່ງໃຫຍ່ນີ້, ນັ້ນຈະເປັນຈຸດຈົບຂອງມັນບໍ? ມັນຈະຖືກ ພຣະເຈົ້າບັນທຶກໄວ້! ເຈົ້າຮູ້ດີວ່າ ຄວາມສາມາດຂອງເຈົ້າຕໍ່າ, ເຈົ້າເປັນຜູ້ນໍາປອມ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້, ແຕ່ເຈົ້າບໍ່ຍອມຮັບຄວາມຜິດຂອງເຈົ້າ ແລະ ລາອອກ, ແຕ່ເຈົ້າກັບຍຶດຕິດກັບຕຳແໜ່ງຂອງເຈົ້າຢ່າງໜ້າດ້ານ ແລະ ບໍ່ຍົກມັນໃຫ້ຄົນອື່ນ. ນີ້ຄືບາບ ແລະ ພຣະເຈົ້າຈະຈົດບັນຊີມັນໄວ້. ແລ້ວການຈົດບັນຊີຂອງພຣະອົງຈະສົ່ງຜົນດີ ຫຼື ຜົນຮ້າຍຕໍ່ເຈົ້າໃນອະນາຄົດ? ເຈົ້າຈະເດືອດຮ້ອນ! ເຮົາຈະບອກຄວາມຈິງທີ່ແທ້ຈິງແກ່ເຈົ້າ: ພຣະເຈົ້າຈົດບັນຊີສິ່ງດັ່ງກ່າວໄວ້ສຳລັບທຸກໆຄົນ ແລະ ທຸກລາຍການກໍຖືກຂຽນໄວ້ຢ່າງຊັດເຈນ. ຖ້າສິ່ງທີ່ຮ້າຍແຮງແບບນີ້ເກີດຂຶ້ນໃນເສັ້ນທາງສູ່ຄວາມລອດພົ້ນຂອງເຈົ້າ, ແລ້ວຜົນກະທົບຕໍ່ເຈົ້າກໍຈະໃຫຍ່ຫຼວງ! ບໍ່ວ່າເຈົ້າເຮັດຫຍັງກໍຕາມ, ຢ່າຍ່າງໃນເສັ້ນທາງນີ້ ແລະ ຢ່າເປັນຄົນປະເພດນີ້.
ພວກເຮົາໄດ້ໂອ້ລົມໂດຍຫຍໍ້ກ່ຽວກັບການປະຕິບັດ ແລະ ການສະແດງອອກບາງຢ່າງຂອງຜູ້ນໍາປອມກ່ຽວກັບການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ. ສະຫຼຸບແລ້ວ, ຄົນປະເພດທີ່ເປັນຜູ້ນໍາປອມຈະບໍ່ເຮັດວຽກງານຕົວຈິງ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ຄວາມສາມາດຂອງພວກເຂົາຕໍ່າ, ຕາ ແລະ ໃຈຂອງພວກເຂົາກໍບອດ, ພວກເຂົາບໍ່ສາມາດຄົ້ນພົບບັນຫາ ແລະ ບໍ່ສາມາດເບິ່ງທະລຸຄົນປະເພດຕ່າງໆໄດ້, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດແບກຫາບວຽກງານສຳຄັນໃນການສົ່ງເສີມ ແລະ ການເພາະປູກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆໄດ້. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີທາງທີ່ຈະເຮັດວຽກງານຂອງຄຣິສຕະຈັກໄດ້ດີ ແລະ ຈະສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ຜູ້ຄົນທີ່ພຣະເຈົ້າເລືອກໃນທາງເຂົ້າຂອງຊີວິດຂອງພວກເຂົາ. ເມື່ອພິຈາລະນາປັດໄຈເຫຼົ່ານີ້, ມັນຊັດເຈນແລ້ວວ່າ ຜູ້ນໍາປອມບໍ່ເໝາະສົມທີ່ຈະເປັນຜູ້ນໍາຄຣິສຕະຈັກ. ຍັງມີຜູ້ນໍາປອມຄົນອື່ນໆທີ່ບໍ່ເຮັດວຽກງານສະເພາະຂອງຄຣິສຕະຈັກ ແລະ ບໍ່ຕິດຕໍ່ກັບຜູ້ຕິດຕາມກວດກາຂອງວຽກງານສະເພາະ, ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ວ່າ ບຸກຄົນທີ່ມີຄວາມສາມາດພິເສດຄົນໃດສາມາດເຮັດວຽກຫຍັງໄດ້ ຫຼື ຄົນໃດເໝາະສົມກັບວຽກງານໃດ ຫຼື ວ່າການເຮັດວຽກຂອງພວກເຂົາສອດຄ່ອງກັບຫຼັກການ ຫຼື ບໍ່. ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດສົ່ງເສີມ ແລະ ເພາະປູກຄົນທີ່ມີຄວາມສາມາດພິເສດໄດ້. ແລ້ວຄົນດັ່ງກ່າວຈະເຮັດວຽກງານຂອງຄຣິສຕະຈັກໃຫ້ດີໄດ້ແນວໃດ? ເຫດຜົນຫຼັກທີ່ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້ກໍຄື ຄວາມສາມາດຂອງພວກເຂົາຕໍ່າ, ພວກເຂົາບໍ່ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບສິ່ງໃດເລີຍ ແລະ ບໍ່ຮູ້ວ່າວຽກງານຕົວຈິງແມ່ນຫຍັງ. ສິ່ງນີ້ເຮັດໃຫ້ເກີດສະພາວະຢຸດສະງັກ ຫຼື ເປັນອຳມະພາດເລື້ອຍໆໃນວຽກງານຂອງຄຣິສຕະຈັກ. ສິ່ງເຫຼົ່ານີ້ກ່ຽວຂ້ອງໂດຍກົງກັບຄວາມລົ້ມເຫຼວຂອງຜູ້ນໍາປອມໃນການເຮັດວຽກງານຕົວຈິງ. ໃນໄລຍະຫຼາຍປີທີ່ຜ່ານມາ, ເຮືອນຂອງພຣະເຈົ້າໄດ້ເນັ້ນຢໍ້າເທື່ອແລ້ວເທື່ອອີກວ່າ ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອຕ້ອງຖືກສະລ້າງອອກ ແລະ ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຕ້ອງຖືກໄລ່ອອກ. ເປັນຫຍັງຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆຈຶ່ງຕ້ອງຖືກສະລ້າງອອກ? ຍ້ອນວ່າຫຼັງຈາກຫຼາຍປີແຫ່ງການເຊື່ອໃນພຣະເຈົ້າ, ຄົນເຫຼົ່ານີ້ກໍຍັງບໍ່ຍອມຮັບຄວາມຈິງເລີຍ ແລະ ໄດ້ເດີນທາງມາຮອດຈຸດທີ່ພວກເຂົາໝົດຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ແລ້ວເປັນຫຍັງຜູ້ນໍາປອມ ແລະ ຜູ້ເຮັດວຽກປອມທັງໝົດຈຶ່ງຕ້ອງຖືກໄລ່ອອກ? ຍ້ອນວ່າພວກເຂົາບໍ່ເຮັດວຽກງານຕົວຈິງ ແລະ ບໍ່ເຄີຍສົ່ງເສີມ ຫຼື ເພາະປູກຜູ້ທີ່ໄລ່ຕາມຄວາມຈິງ, ກົງກັນຂ້າມ, ພວກເຂົາພຽງແຕ່ພົວພັນໃນຄວາມພະຍາຍາມທີ່ໄຮ້ປະໂຫຍດ. ສິ່ງນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຕົກຢູ່ໃນຄວາມວຸ່ນວາຍ ແລະ ເປັນອຳມະພາດ, ໂດຍບັນຫາທີ່ມີຢູ່ແລ້ວກໍຍັງຄົງຢູ່ ແລະ ບໍ່ໄດ້ຮັບການແກ້ໄຂ ແລະ ມັນຍັງເຮັດໃຫ້ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກຊ້າລົງ. ຖ້າຜູ້ນໍາປອມ ແລະ ຜູ້ເຮັດວຽກປອມເຫຼົ່ານີ້ທັງໝົດຖືກໄລ່ອອກ ແລະ ຖ້າຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອທັງໝົດເຫຼົ່ານີ້ທີ່ລົບກວນຄຣິສຕະຈັກຖືກກຳຈັດອອກ, ວຽກງານຂອງຄຣິສຕະຈັກກໍຈະດຳເນີນໄປຢ່າງລ່ຽນໄຫຼຕາມທຳມະຊາດ, ຊີວິດຂອງຄຣິສຕະຈັກກໍຈະເຕີບໃຫຍ່ດີຂຶ້ນກວ່າເກົ່າຕາມທຳມະຊາດ ແລະ ຜູ້ຄົນທີ່ພຣະເຈົ້າເລືອກກໍຈະສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ແລະ ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ. ນີ້ຄືສິ່ງທີ່ພຣະເຈົ້າຢາກເຫັນ.
ວັນທີ 27 ກຸມພາ 2021